ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ພາລະກິດທີ່ຍິ່ງໃຫຍ່ຂອງປະທານ ເຕີ້ງສຽວພີງ


ປັນຍາສັກ ແສງອ່ອນແກ້ວ

ພາລະກິດທີ່ຍິ່ງໃຫຍ່ຂອງປະທານ ເຕີ້ງສຽວພີງ

ຄັດມາຈາກ : ວາລະສານກໍ່ສ້າງພັກ ສະບັບ 242 ປະຈຳເດືອນ ເມສາ 2022 ຫນ້າ 50-53


ຜູ້ນໍາທີ່ຍິ່ງໃຫຍ່ຂອງປະເທດຈີນ ນອກຈາກປະທານ ເຫມົາເຈີຕົງ ທີ່ທຸກຄົນຮູ້ຈັກແລ້ວ, ຍັງມີອີກທ່ານຫນຶ່ງ ທີ່ລິເລີ່ມປ່ຽນແປງປະເທດຈີນຈາກປະເທດຫຼ້າຫຼັງສູ່ປະເທດທີ່ທັນສະໄຫມ, ນັ້ນກໍຄືປະທານ ເຕີ້ງສຽວພີງ. ເຕີ້ງສຽວພີງ ເປັນຜູ້ນໍາທີ່ສະຫຼາດສ່ອງໃສທ່ານຫນຶ່ງ, ທີ່ປ່ຽນແປງປະເທດຈີນໄປສູ່ທາງທີ່ບໍ່ເຄີຍມີມາໃນອະດີດ ຫຼື ເວົ້າອີກຢ່າງກໍແມ່ນຜູ້ຫັນປ່ຽນໂຄຈອນເສັ້ນທາງການພັດທະນາມາສູ່ເສັ້ນທາງແບບໃຫມ່, ຫຼາຍຄົນຈຶ່ງໃຫ້ສາຍານາມ ເຕີ້ງສຽວພີງວ່າ: ນັກອອກແບບການເປີດປະຕູສູ່ໂລກພາຍນອກ.

ການເປີດປະເທດຈີນ ສູ່ໂລກພາຍນອກ ເປັນພາລະກິດໃຫມ່ສໍາຄັນ ທີ່ຄົນຈີນເອງ ກໍຍັງບໍ່ທັນມີປະສົບການມາກ່ອນ ດັ່ງນັ້ນ, ເຕີງສຽວພີງ ຈຶ່ງໄດ້ສະເຫນີແນວຄິດໃຫ້ກັບພາລະກິດນີ້ວ່າ: ເຮັດໄປນໍາທົດລອງໄປນໍາ ຫຼື ເວົ້າຕາມພາສາຈີນກໍຄື ລູບກ້ອນຫີນຂ້າມແມ່ນໍ້າ ເຊິ່ງແນວຄິດນີ້ໄດ້ກາຍເປັນຫຼັກທິດສະດີສໍາຄັນ ໃນການປະຕິບັດຕົວຈີງໃນຍຸກສະໄຫມຂອງ ເຕີ້ງສຽວພີງ; ພາລະກິດການເປີດປະເທດຂອງ ເຕີ້ງສຽວພີງ ແມ່ນໄດ້ຍຶດຖືເອົາການສ້າງລະບອບສັງຄົມນິຍົມແບບທັນສະໄຫມເປັນຫຼັກ, ກໍຄືຍົກລະດັບສະພາບສັງຄົມນະຕອນນັ້ນ ຂອງຈີນໃຫ້ມີຄວາມທັນສະໄຫມຢ່າງຮອບດ້ານ, ລວມທັງດ້ານເສດຖະກິດ, ການເມືອງ, ການທະຫານ ແລະ ວິທະຍາສາດເຕັກໂນໂລຊີ. ແຕ່ຖ້າເບິ່ງຕາມລໍາດັບຄວາມສໍາຄັນແລ້ວແມ່ນສາມາດແບ່ງອອກໄດ້ ດັ່ງລຸ່ມນີ້:

ດ້ານເສດຖະກິດ: ການປະຕິບັດນະໂຍບາຍເປີດປະເທດຂອງເຕີ້ງສຽວພີງ ໄດ້ນໍາເອົາມະຫາໂອກາດຫຼາຍຢ່າງມາໃຫ້ແກ່ປະເທດຈີນ ເຊິ່ງຫຼັກຖານທີ່ເປັນປະຈັກຕາໃຫ້ແກ່ຊາວຈີນເອງ ແລະ ຊາວໂລກດ້ານການພັດທະນາເສດຖະກິດຈົນເຖິງປັດຈຸບັນ,ນັ້ນກໍຄືການສ້າງເຂດເສດຖະກິດ ແລະ ເຂດການຄ້ານັ້ນເອງ ເຊິ່ງເຂດເສດຖະກິດພິເສດ ເສີນເຈີ້ນ ເປັນຕົວຢ່າງທີ່ດີທີ່ສຸດ. ການສ້າງເຂດເສດຖະກິດພິເສດຂອງປະເທດຈີນນັ້ນເບິ່ງລວມແລ້ວມີ 4 ໄລຍະດ້ວຍກັນ ຄື:

1. ໃຊ້ເຂດເສດຖະກິດພິເສດເປັນສະຫນາມທົດລອງໂດຍໃຊ້ຫົວຂໍ້ວ່າເຮັດລອງກ່ອນເພື່ອເປີດກວ້າງແນວທາງ ແລະ ວິທີປະຕິບັດ.

2. ເອົາເຂດເສດຖະກິດເປັນແມ່ແບບ, ຊຸກຍູ້ນະໂຍບາຍການເປີດປະເທດ ໂດຍການພັດທະນາພື້ນທີ່ ທີ່ຢູ່ແຄມຝັງທະເລ.

3. ຖືເອົາເຂດເສດຖະກິດພິເສດ ເປັນຕົວຢ່າງຂອງນະໂຍບາຍເປີດປະເທດ, ເພື່ອບໍ່ໃຫ້ການພັດທະນານໍາໄປລະບອບທຶນນິຍົມ ແລະ ເປັນສິ່ງຂັດຂວາງຕໍ່ລະບົບແນວຄວາມຄິດ.

4. ແມ່ນສັງລວມປະສົບການ ຂອງເຂດເສດຖະກິດພິເສດ ແລະ ສະເຫນີແນວຄິດ ການປະຕິຮູບທີ່ເລິກເຊິ່ງກວ່າເກົ່າ. ໂດຍສະເພາະແມ່ນການສ້າງເຂດເສດຖະກິດຕົວເມືອງເສີນເຈີ້ນ ທີ່ກາຍເປັນຕົວເມືອງແຫ່ງການຄ້າທີ່ສໍາຄັນທີ່ສຸດຂອງຈີນ.

ໃນການສ້າງເຂດເສດຖະກິດພິເສດຂັ້ນເບື້ອງຕົ້ນ, ຫຼາຍຄົນສົງໄສວ່າ ຈະເຮັດແນວໃດ? ເຕີ້ງສຽວພີງ ໄດ້ເຂົ້າໃຈຢ່າງແຈ່ມແຈ້ງທີ່ສຸດ ພວກເຂົາຍັງຂາດທຶນຮອນ ແລະ ປະສົບການດ້ານບໍລິຫານຕ່າງໆ, ດັ່ງນັ້ນເພິ່ນຈຶ່ງເອີ້ນ ການລິເລີ່ມສ້າງເຂດເສດຖະກິດພິເສດນັ້ນວ່າ: ລອງເຮັດໄປກ່ອນ, ປີ 1979 ເພິ່ນໄດ້ກ່າວວ່າ: ແນວທາງການສ້າງເຂດເສດຖະກິດພິເສດຂອງຈີນນັ້ນມີຫຼາຍທິດທາງ, ພວກເຮົາສາມາດປຸກລະດົມໃຫ້ຄົນຈີນພົ້ນທະເລ ຫຼື ຄົນຈີນທີ່ຢູ່ຕ່າງປະເທດເຂົ້າລົງທຶນດ້ານການຄ້າ, ການບໍລິການ ການທ່ອງ ທ່ຽວ, ໂຮງງານຢູ່ບ້ານເກີດເມືອງນອນຂອງຕົນເອງ,ເພື່ອເປັນການດຶງດູດນາຍທຶນ ຈາກຕ່າງປະເທດເຂົ້າມາລົງທຶນ, ແຕ່ປານນັ້ນຫຼາຍຄົນກໍຍັງໃຫ້ຄໍາເຫັນວ່າ:ໃນຂັ້ນທົດລອງນັ້ນ, ຄວນລອງດໍາເນີນນະໂຍບາຍຢູ່ໃນເຂດທີ່ມີຄວາມສະດວກດ້ານພູມສັນຖານຕ່າງໆ, ນັ້ນກໍຄືພືນທີ່ ທີ່ຢູ່ຕາມແຄມຝັ່ງທະເລເຊັ່ນ:ກວາງໂຈວ ແລະ ຟູຈ້ຽນ ເປັນຫຼັກ. ອີກເຫດຜົນຫນຶ່ງກໍຄື ບ້ານເກີດຂອງຄົນຈີນພົ້ນທະເລສ່ວນໃຫຍ່ແມ່ນຢູ່ຕົວເມືອງທີ່ລຽບຕາມແຄມຝັ່ງທະເລນີ້ທັງນັ້ນ.ຕອນເພິ່ນລົງສໍາຫຼວດ ກວາງໂຈວ ໃນປີ 1977 ເພິ່ນໄດ້ກ່າວວ່າ ເລື່ອງການສ້າງເຂດແປຮູບການຄ້າສົ່ງເຂົ້າສົ່ງອອກຢູ່ເຂດເປົາອານ ທີ່ຢູ່ລະຫວ່າງກາງຂອງມົນທົນກວາງໂຈວກັບຟູ້ຈ້ຽນ ເຊິ່ງເມືອງດັ່ງກ່າວປ່ຽນຊື່ມາເປັນເມືອງເສີນເຈີ້ນໃນພາຍຫຼັງ. ປີ 1979 ໄດ້ສະເຫນີກໍ່ສ້າງເຂດການຄ້າແປຮູບສິນຄ້າສົ່ງອອກທີ່ປາວອານ ແລະ ຈູ້ໄຫ້; ໃນປີ 1980 ກົມການເມືອງສູນກາງພັກ, ຄະນະລັດຖະບານໄດ້ອະນຸມັດການສ້າງເຂດເສດຖະກິດພິເສດ ເຊິ່ງເຫດການນີ້ໄດ້ກາຍເປັນຈຸດຫັນປ່ຽນດ້ານການຄ້າ ແລະ ເສດຖະກິດຂອງຈີນ. ເພາະມັນຊຸກດັນໃຫ້ເສດຖະກິດການຄ້າຂອງປະເທດຈີນ ໂດຍສະເພາະເຂດກວາງໂຈວ, ຟູ່ຈ້ຽນ, ຊຽງໄຮຕ່າງເລີ່ມຄຶກຄັກ ແລະ ນໍາພາໃຫ້ເສດຖະກິດຂອງຈີນ ພັດທະນາຂຶ້ນຢ່າງກ້າວກະໂດດຂຶ້ນເຊັ່ນດຽວກັນ.

ຜົນສໍາເລັດໃນການສ້າງເຂດເສດຖະກິດພິເສດເສີນເຈີ້ນ ເປັນຜົນງານທີ່ຍິ່ງໃຫຍ່ ແລະ ໂດດເດັ່ນທີ່ສຸດໃນພາລະກິດການເປີດປະເທດຂອງເຕີ້ງສຽວພີງ. ເພາະມັນບໍ່ພຽງແຕ່ເປີດປະຕູໃຫ້ນາຍທຶນ ແລະ ທຶນຈາກຕ່າງປະເທດຫຼັ່ງໄຫຼເຂົ້າມາເຮັດການຄ້າ, ການລົງທຶນຢູ່ພາຍໃນປະເທດຈີນເທົ່ານັ້ນ, ແຕ່ຍັງໄດ້ເປີດໂອກາດໃຫ້ແກ່ຄົນຈີນກ້າວໄປລົງທຶນຢູ່ບັນດາປະເທດຕ່າງໆໃນພາຍຫຼັງນໍາອີກ.

ດ້ານການເມືອງ: ໃນໄລຍະດໍາເນີນການເປີດປະເທດໃຕ້ການນໍາພາຂອງເຕີ້ງສຽວພີງ, ລະບອບການເມືອງລະດັບສູງເລີ່ມມີຄວາມຫມັ້ນຄົງຂຶ້ນແລ້ວກໍຕາມ, ແຕ່ເນື່ອງຈາກປະເທດຈີນມີແຜ່ນດິນທີ່ກວ້າງໃຫຍ່ ແລະ ບັນຫາຕ່າງໆທີ່ປະຫວັດສາດຂອງຈີນໄດ້ສ້າງໄວ້ນັ້ນ, ພາໃຫ້ແຜ່ນດິນຈີນທັງຫມົດຍັງມີການແບ່ງແຍກ ແລະ ບໍ່ສາມາດເປັນເອກະພາບອັນຫນຶ່ງອັນດຽວກັນເທື່ອ ໂດຍສະເພາະບັນຫາການເມືອງຂອງເຂດຮົງກົງ, ມາເກົາ ແລະ ໄຕ້ຫວັນ.

ໃນສະຕະວັດທີ 19 ຍຸກອານິຄົມ, ເນື່ອງຈາກລັດຖະບານຂອງລັດຖະບານຊີງ ຫຼື ລາດຊະວົງແມ່ນຈູເລີ່ມເສື່ອມໂຊມ ແລະ ປະລາໄຊສົງຄາມຢາຝິ່ນຕ່າງໆ ຈົນພາໃຫ້ຕ້ອງໄດ້ຊົດໃຊ້ເງິນສົງຄາມໃຫ້ແກ່ຝ່າຍຊະນະເປັນເງິນຢ່າງຫຼວງຫຼາຍ, ໃນນັ້ນ, ກໍໄດ້ສູນເສຍດິນແດນບາງຕອນໄປພ້ອມເຊັ່ນ: ຮົງກົງໄດ້ເສຍໃຫ້ອັງກິດຫຼັງສົງຄາມຢາຝິ່ນໃນປີ 1841 ແລະ ກັບຄືນສູ່ປະເທດໃນປີ 1997 ໂດຍຖືກອັງກິດປົກຄອງເຖິງ 156 ປີ. ມາເກົາ ແມ່ນເສຍໃຫ້ກັບປະເທດປອກຕຸຍການ ຈາກການເຊັນສັນຍາຂອງລັດຖະບານລາດຊະວົງຊີງກັບລັດຖະບານປອກຕຸຍການປະມານ 40 ປີ, ຮອດປີ 1928 ຮອດກໍານົດຕາມສັນຍາ, ແຕ່ປອກຕຸຍການຍັງນໍາໃຊ້ຫຼັກການດ້ານການທູດ ເພື່ອຍຶດຄອງມາເກົາຕໍ່ໄປ, ຈົນມາຮອດປີ 1999 ຈຶ່ງຍົກດິນແດນດັ່ງກ່າວຄືນໃຫ້ກັບລັດຖະບານຈີນ ເຊິ່ງຖືກປອກຕຸຍການປົກຄອງເຖິງ 112 ປີ. ສ່ວນການແຍກຕົວຂອງໄຕ້ຫວັນ ແມ່ນເກີດມາຈາກສົງຄາມພາຍໃນລະຫວ່າງພັກກ໋ອກຫມີນຕາງ ແລະ ພັກຄອມມູນິດຈີນ. ໂດຍຫຼັງການປະທະທັງສອງພັກໄດ້ສິ້ນສຸດລົງ ແລະ ພັກຄອມມູນິດໄດ້ສ້າງຕັ້ງປະເທດສາທາລະນະລັດປະຊາຊົນຈີນ ໃນປີ 1949. ພັກກ໋ອກຫມີນຕາງ ກໍໄດ້ຖອນກໍາລັງໄປຢູ່ໄຕ້ຫວັນ ແລະ ຜ່ານການສະ ຫມັບສະຫນູນຈາກສະຫະລັດ, ພັກກ໋ອກຫມີນຕາງກໍປະກາດສ້າງຕັ້ງໄຕ້ຫວັນເປັນປະເທດປະຊາທິປະໄຕຈີນທີ່ເດີນຕາມລະບອບທຶນນິຍົມ. ຕັ້ງແຕ່ນັ້ນມາກໍເກີດມີປະເທດຈີນສອງປະເທດຂຶ້ນມາກໍຄື: ຈີນໄຕ້ຫວັນ ແລະ ຈີນແຜ່ນດິນໃຫຍ່. ຄຽງຄູ່ກັນນັ້ນ,ໄຕ້ຫວັນ ສາມາດພັດທະນາຕົນເອງໄວກວ່າຈີນແຜ່ນດິນໃຫຍ່, ໃນໄລຍະທີ່ຈີນແຜ່ນດິນໃຫຍ່ລົ້ມເຫຼວກັບແຜນພັດທະນາເສດຖະກິດຄັ້ງທໍາອິດ ແລະ ຄວາມວຸ່ນວາຍຈາກການປະຕິຮູບວັດທະນະທໍາຢູ່ນັ້ນ,ຈີນໄຕ້ຫວັນ ກໍເລີ່ມມີການພັດທະນາເສດຖະກິດໄປໄດ້ໄວກວ່າ ຈີນແຜ່ນດິນໃຫຍ່ຫຼາຍຂັ້ນ. ອີກຢ່າງ, ຄວາມຂັດແຍ່ງຈາກສົງຄາມເຢັນກໍພາໃຫ້ຈີນແຜ່ນດິນໃຫຍ່ຖືກກົດດັນຈາກປະເທດຕ່າງໆໃນໂລກສະເຫມີ, ເພາະລັດຖະບານຈີນແຜ່ນດິນໃຫຍ່ບໍ່ມີສິດອໍານາດເຕັມໃນເວທີສາກົນ ແລະ ບໍ່ມີຕັ່ງນັ່ງຢູ່ໃນສະຫະປະຊາຊາດ. ເຊິ່ງບັນຫາຕ່າງໆທີ່ກ້າວມາຂ້າງເທິງນີ້ ເປັນຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດດ້ານການເມືອງຂອງຈີນ.

ລະບອບການປົກຄອງ ຂອງຮົງກົງ, ມາເກົາແລະ ໄຕ້ຫວັນໄດ້ເດີນຕາມເສັ້ນທາງລະບອບທຶນນິຍົມມາຫຼາຍປີ, ມີປະຊາຊົນບາງຄົນ ບໍ່ຍອມທີ່ເຂົ້າຮ່ວມຕາມລະບອບຂອງຈີນແຜ່ນດິນໃຫຍ່ ແລະ ເກີດການປະທະກັນ ລະຫວ່າງປະຊາຊົນກັບລັດຖະບານທ້ອງຖິ່ນຢູ່ຫຼາຍຄັ້ງ; ສ່ວນການຕໍ່້ຕ້ານກັບລັດຖະບານໄຕ້ຫວັນ ກໍເປັນບັນຫາຮ້ອນແຮງເຊັ່ນກັນ. ເພື່ອແກ້ໄຂບັນຫາດັ່ງກ່າວ, ໃນປີ 1893 ເຕີ້ງສຽວພີງ ຈຶ່ງໄດ້ສະເຫນີນະໂຍບາຍ ຫນຶ່ງປະເທດ, ສອງລະບອບຂຶ້ນມາ One country, two systems. ເພື່ອແກ້ໄຂບັນຫາຊໍ້າເຮື້ອ ດ້ານການປົກຄອງນັ້ນໃຫ້ມີຄວາມເປັນເອກະພາບກັນຫຼາຍຂຶ້ນ. ໂດຍຍິນດີໃຫ້ລັດຖະບານທ້ອງຖິ່ນຂອງຮົງກົງ, ມາເກົາ ແລະ ໄຕ້ຫວັນ ຮັກສາລະບອບການປົກຄອງແບບທຶນນິຍົມຄືເກົ່າ ແຕ່ລັດຖະບານສູນກາງ ແມ່ນຕ້ອງຂຶ້ນກັບແຜ່ນດິນໃຫຍ່. ສ່ວນໃນດ້ານການທູດກໍໄດ້ໃຊ້ນະໂຍບາຍ ຈີນຫນຶ່ງດຽວ ເພື່ອໃຫ້ບັນດາປະເທດຕ່າງໆໃນໂລກຮັບຮູ້ວ່າລັດຖະບານທີ່ກົດຫມາຍຂອງປະເທດຈີນນັ້ນມີພຽງຫນຶ່ງດຽວເທົ່ານັ້ນ, ກໍຄືລັດຖະບານ ສາທາລະນະລັດ ປະຊາຊົນຈີນ ຈາກຈີນແຜ່ນດິນໃຫຍ່, ພ້ອມທັງພະຍາຍາມໃຊ້ທຸກວິທີທາງໃຫ້ປະເທດຕ່າງໆ ຍົກເລີກການພົວພັນທາງການທູດກັບລັດຖະບານໄຕ້ຫວັນ, ແລ້ວກັບມາຍອມຮັບລັດຖະບານ ຂອງຈີນແຜ່ນດິນໃຫຍ່ ຈົນສາມາດໄດ້ທີ່ນັ່ງຢູ່ໃນສະຫະປະຊາຊາດກັບຄືນມາໃນປີ 1971.

ສອງບັນຫາທີ່ກ່າວມາຂ້າງເທິງນັ້ນ, ແມ່ນສອງພາລະກິດໃຫຍ່ ໃນການສ້າງຄວາມຝັນຂອງປະເທດຈີນ ໃຫ້ກາຍເປັນປະເທດລະບອບສັງຄົມນິຍົມ ທີ່ມີລັກສະນະພິເສດແບບໃຫມ່, ເປັນຈຸດຫັນປ່ຽນສໍາຄັນດ້ານປະຫວັດສາດຂອງປະເທດຈີນ. ນອກນັ້ນ,ກໍຍັງມີການປ່ຽນແປງດ້ານເຕັກໂນໂລຊີ, ການສຶກສາ ແລະ ການກະສິກໍາອີກຫຼາຍດ້ານ ເຊິ່ງຈຸດເລີ່ມຕົ້ນແຫ່ງການປ່ຽນແປງທີ່ນ້ອຍໆໃນມື້ນັ້ນ, ໄດ້ປຸກໃຫ້ມັງກອນທີ່ນອນຫຼັບມາເປັນຫຼາຍສິບປີນັ້ນຕື່ນຂຶ້ນມາ ແລະ ທວງເອົາຄວາມຍິ່ງໃຫຍ່ຂອງຕົນເອງໃນພາກພື້ນ ແລະ ສາກົນກັບຄືນມາໄດ້ອີກຄັ້ງ. ເພາະຫຼັງຈາກການເປີດປະເທດສູ່ໂລກພາຍນອກແລ້ວ,ປະເທດຈີນກໍໃຊ້ເວລາພຽງ 40 ກວ່າປີເທົ່ານັ້ນ, ກໍສາມາດສ້າງຕົນເອງໃຫ້ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ມີອໍານາດທາງດ້ານການເມືອງ ຈົນມີຄວາມເທົ່າທຽມ ແລະ ເປັນຄູ່ແຂ່ງທີ່ສໍາຄັນຂອງປະເທດມະຫາອໍານາດຢ່າງສະຫະລັດອາເມລິກາ...























ความคิดเห็น