ຄວາມຮູ້ກ່ຽວກົດໝາຍ ຂອງ ສປປ ລາວ
I. ຄວາມເປັນມາຂອງກົດໝາຍ ສປປ ລາວ
ຫຼັງຈາກໄດ້ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ຂື້ນເມື່ອ ວັນທີ 2 ທັນວາ 1975 ບັນດາລະບຽບກົດໝາຍເກົ່າ ໄດ້ຖືກລົບລ້າງ.
ຊຶ່ງໃນໄລຍະຊຸມປີ 1975 ເຖີງປີ 1989 ສປປ ລາວ ໄດ້ຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍມະຕິ,
ຄໍາສັ່ງ, ຄໍາແນະນໍາ ແລະ ນິຕິກໍາຕ່າງໆທີ່ມີລັກສະນະກົດໝາຍ. ນັບແຕ່ປີ 1986 ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່
ຄັ້ງທີ IV ໄດ້ກຳນົດແນວທາງ “ການປ່ຽນແປງໃໝ່ທາງດ້ານເສດຖະກິດ” ,ແນວທາງດັ່ງກ່າວນີ້ ໄດ້ເປັນຈຸດເລີ່ມຕົ້ນຂອງການຫັນປ່ຽນການຄຸ້ມຄອງແບບລວມສູນມາສູ່ການຄຸ້ມຄອງໃໝ່ຕາມກົນໄກຕະຫຼາດທີ່ມີການດັດສົມຂອງລັດ
ຊຶ່ງເອີ້ນວ່າ: "ກົນໄກເສດຖະກິດໃໝ່" (New Economic Mechanism ). ໂດຍກົດໝາຍ ເປັນພາກສ່ວນໜຶ່ງຂອງການຫັນປ່ຽນເສດຖະກິດໃໝ່ ຂອງ ສປປ ລາວ. ລັດຖະບານ ໄດ້ໃຫ້ບູລິມະສິດໃນການສ້າງລະບຽບກົົດໝາຍ,
ເພື່ອເປັນການຊຸກຍູ້ໃຫ້ແກ່ການປ່ຽນແປງທາງດ້ານເສດຖະກິດ ແລະ ສັງຄົມ. ຕໍ່ມາປີ 1990 ສປປ ລາວ ໄດ້ຮັບຮອງເອົາ
ແລະ ປະກາດໃຊ້ ກົດໝາຍຈໍານວນໜຶ່ງຄື:
1. ກົດໝາຍວ່າດ້ວຍສານປະຊາຊົນ;
2. ກົດໝາຍວ່າດ້ວຍໄອຍະການສານປະຊາຊົນ;
3. ກົດໝາຍວ່າດ້ວຍຄ່າທໍານຽມສານ;
4. ກົດໝາຍວ່າ ການດໍາເນີນຄະດີອາຍາ;
5. ກົດໝາຍວ່າດ້ວຍການດໍາເນີນແພ່ງ;
6. ກົດໝາຍອາຍາ;
7. ກົດໝາຍວ່າດ້ວຍກໍໍາມະສິດ;
8. ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ;
9. ກົດໝາຍວ່າດ້ວຍຂໍ້ຜູກພັນນອກສັນຍາ;
10. ກົດໝາຍວ່າດ້ວຍຄອບຄົວ;
11. ກົດໝາຍວ່າດ້ວຍສັນຊາດລາວ ແລະ ກົດໝາຍອື່ນໆ ອີກຈໍານວນໜຶ່ງ.
ເພື່ອຕອບສະໜອງການຄຸ້ມຄອງຂອງລັດ ຄຸ້ມຄອງສັງຄົມ ສະພາສູງສຸດຊຸດທີສອງ ໄດ້ຮ່າງລັດຖະທໍາມະນູນ ສໍາເລັດໃນ ເດືອນພຶດສະພາ ປີ 1990 ແລະ ໄດ້ນໍາເອົາຮ່າງລັດຖະທໍາມະນູນ ດັ່ງກ່າວ ອອກທາບທາມ ເກັບກໍາຄໍາຄິດຄໍາເຫັນຈາກພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນທົ່ວປະເທດຜ່ານການລົງທາບທາມເປັນ ເວລາ 1 ປີກວ່າ ຮ່າງລັດຖະທໍາມະນູນ ດັ່ງກ່າວກໍ່ຖືກນໍາເຂົ້າ ພິຈະລະນາ ແລະ ຮັບຮອງເອົາ ໃນກອງປະຊຸມສະພາ ປະຊາຊົນສູງສຸດ ຊຸດທີສອງ ດ້ວຍຄະແນນທີ່ເປັນເອກະສັນ ໃນວັນທີ 14 ສີງຫາ 1991 ແລະ ຖືກປະກາດໃຊ້ ໃນວັນທີ 15 ສິງຫາ 1991.
ນັບແຕ່ນັ້ນເປັນຕົ້ນມາ ສປປ ລາວ
ກໍໄດ້ມີການສ້າງ ແລະ ປັບປຸງກົດໝາຍຕ່າງໆຈົນເຖີງປັດຈຸບັນນີ້. ການສ້າງກົດໝາຍພາຍໃນ ແລະ ການຈັດຕັ້ງປະຕິບັດພັນທະຂອງປະເທດ
ສປປ ລາວ ຕໍ່ສາກົນແມ່ນຂະບວນການທີ່ກຳລັງດຳເນີນຢູ່ ປັດຈຸບັນ ສປປ ລາວ ໄດ້ພັດທະນາທາງດ້ານກົດໝາຍ
ແລະ ດ້ານອື່ນໆ ເພື່ອປັບຕົວໃຫ້ເຂົ້າກັບພາກພື້ນ ແລະ ສາກົນ. ສປປ ລາວ ມີຄວາມມຸ່ງຫວັງທີ່ຈະພັດທະນາປະເທດໃຫ້ເປັນລັດແຫ່ງກົດໝາຍ
ແລະ ຖືກຮັບຮູ້ຢູ່ໃນສາກົນ.
ກົດໝາຍຂອງ ສປປ ລາວ ແມ່ນ ການຫັນຈາກແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ, ລັດຖະທໍາມະ
ນູນ, ຮີດຄອງປະເພນີ, ບັນດາກົດໝາຍພາຍໃນ ແລະ ຕ່າງປະເທດ ແລະ ບັນດາລະບຽບການຕ່າງໆ. ກົດໝາຍຂອງ
ສປປ ລາວ ສ່ອງແສງໃຫ້ເຫັນເຖິງທາດແທ້ ແລະ ເປັນເຄື່ອງມືຜະເດັດການຂອງຊົນຊັ້ນກຳມະກອນ ແລະ
ຊາວຜູ້ອອກແຮງງານອື່ນ.
II. ຫຼັກການພື້ນຖານໃນການກໍ່ສ້າງກົດໝາຍ
ທຸກການເຄື່ອນໄຫວຂອງລັດ, ການກໍ່ສ້າງກົດໝາຍດໍາເນີນໄປບົນພື້ນຖານຫຼັກການອັນແນ່ນອນ
ຊຶ່ງໄດ້ຫັນເອົາທຸກໆ ຂົງເຂດຂອງວຽກງານໃຫ້ແຊກຊືມເຂົ້າໃນການເຄື່ອນໄຫວທັງໝົດຂອງການກໍ່ສ້າງກົດໝາຍ.
ການກໍ່ສ້າງກົດໝາຍຈຶ່ງປະກອບດ້ວຍ 4 ຫຼັກການຄື:
2.1 ຫຼັກການນໍາພາຂອງພັກ
ພັກເປັນຜູ້ວາງແນວທາງນະໂຍບາຍຕ່າງໆອອກມາ
ແລ້ວລັດເປັນຜູ້ ຍົກເອົາເຈດຈໍານົງດັ່ງກ່າວຂື້ນເປັນກົດໝາຍ
ໂດຍນຳເອົາແນວທາງນະໂຍບາຍຂອງພັກເຂົ້າໃນຂົງເຂດການກໍ່ສ້າງກົດໝາຍ (ທັດສະນະຂອງພັກກ່ຽວກັບບັນຫາກົດ
ໝາຍໄດ້ບົ່ງໄວ້ໃນມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ແລະ ຢູ່ໃນເອກະສານອື່ນໆ
ຂອງພັກໃນແຕ່ລະໄລຍະ).
2.2 ຫຼັກການປະຊາທິປະໄຕ
ຂະບວນວິວັດແຫ່ງການກໍ່ສ້າງກົດໝາຍ
ມີລັກສະນະປະຊາທິປະໄຕເລິກເຊິ່ງທີ່ໄດ້ສະແດງອອກໃນການເຂົ້າຮ່ວມຢ່າງຫ້າວຫັນຂອງປະຊາຊົນ ໃນທຸກຂັ້ນຕອນຂອງການກໍ່ສ້າງກົດໝາຍ.
2.3 ຫຼັກການນິຕິທຳ
ການກໍ່ສ້າງກົດໝາຍຕ້ອງຮັບປະກັນໃຫ້ມີການເຄົາລົບນິຕິທຳຢ່າງເຂັ້ມງວດ
ໝາຍຄວາມວ່າ ຕ້ອງເຄົາລົບຫຼັກ ການທີ່ຈຳເປັນນັ້ນຄື:
ເນື້ອໃນຂອງກົດໝາຍຕ້ອງສອດຄ່ອງກັບເນື້ອໃນຂອງລັດຖະທຳມະນູນ.
ດັ່ງນັ້ນ, ການກວດກາຄວາມຖືກຕ້ອງຂອງນິຕິກຳ (ກົດໝາຍ) ແລະ ການຮັບຮູ້ຄວາມເປັນໂມຄະຂອງນິຕິກຳທີ່ມີການລະເມີດບັນຫາໃດໜຶ່ງ (ລະເມີດສິດອຳນາດ, ວິທີການ ຫຼື ບໍ່ສອດຄ່ອງ, ຂັດກັບນິຕິກຳໃໝ່ນັ້ນ). ເປັນໜ້າທີ່ຂອງສະພາແຫ່ງຊາດ ແລະ ອົງການໄອຍະການປະຊາຊົນ.
2.4 ຫຼັກການວິທະຍາສາດ
ການກໍ່ສ້າງກົົດໝາຍ ຕ້ອງດຳເນີນໄປບົນພື້ນຖານຜົນສຳເລັດຂອງວິທະຍາສາດທັງໝົດ,
ກ່ອນອື່ນແມ່ນວິທະຍາ ສາດກົດໝາຍ. ດັ່ງນັ້ນ, ລັກສະນະວິທທະຍາສາດທີ່ເລິກເຊິ່ງ
ຕ້ອງຮັບປະກັນພາລະໜ້າທີ່ໃນການສ້າງສາປະເທດຊາດ ເພື່ອກ້າວໄປສູ່ການຍົກສູງປະສິດທິພາບຂອງອົງການນິຕິບັນຍັດ.
III. ລະບົບນິຕິກຳຂອງ
ສປປ ລາວ
ນິຕິກໍາ ແມ່ນເອກະສານທາງດ້ານກົດໝາຍ
ທີ່ດັດປັບສາຍພົວພັນສັງຄົມ, ມີຜົນບັງຄັບທົ່ວໄປ ຫຼື ມີຜົນບັງຄັບສະເພາະ ຊຶ່ງຖືກສ້າງຂຶ້ນ,
ຮັບຮອງ ແລະ ປະກາດໃຊ້ ໂດຍອົງການທີ່ມີສິດອຳນາດຂອງລັດຂັ້ນສູນກາງ ແລະ ທ້ອງຖິ່ນ.
ສະນັ້ນນິຕິກຳ
ແມ່ນບັນດາບົດບັນຍັດ ແລະ ຂໍ້ບັງຄັບ ທີ່ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້
ໂດຍອົງການທີ່ມີສິດອຳນາດຂອງລັດຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອປົກປ້ອງຄຸ້ມຄອງສັງຄົມໃຫ້ມີຄວາມສະຫງົບ
ແລະ ຄວາມເປັນລະບຽບຮຽບຮ້ອຍ.
3.1.1 ການສ້າງນິຕິກຳຂອງ ສປປ ລາວ
ການສ້າງນິຕິກຳ ແມ່ນຂະບວນການເຄື່ອນໄຫວຮ່າງນິຕິກຳ
ໂດຍອົງການທີ່ມີສິດອຳນາດຂອງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ນັບແຕ່ຂັ້ນຕອນການກະກຽມ,
ການເກັບກຳຂໍ້ມູນ, ການຂຽນຈົນຮອດການພິຈາລະນາຮັບຮອງ ແລະ ປະກາດໃຊ້ນິຕິກຳ.
ການສ້າງນິຕິກຳ ແມ່ນລວມເອົາການປັບປຸງນິຕິກຳ.
ການປັບປຸງນິຕິກຳ ແມ່ນການເພີ່ມເຕີມ, ຕັດອອກ ຫຼື ປ່ຽນແປງເນື້ອໃນ, ຫຼັກການທີ່ບໍ່ສອດຄ່ອງ.
3.1.2 ຫຼັກການພື້ນຖານການສ້າງນິຕິກຳ ຂອງ ສປປ ລາວ
ການສ້າງນິຕິກຳໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ,
ສະພາບຄວາມເປັນຈິງທາງດ້ານເສດຖະກິດ ແລະ ສັງຄົມ;
2.
ສອດຄ່ອງກັນສົນທິສັນຍາ
ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
3.
ຢູ່ໃນຂອບເຂດສິດ
ຂອງອົງການທີ່ມີສິດອອກນິຕິກຳ;
4.
ມີແຜນການ
ແລະ ປະຕິບັດຕາມຂັ້ນຕອນການສ້າງ ແລະ ປັບປຸງນິຕິກຳ;
5.
ຮັບປະກັນຄວາມໂປ່ງໃສ, ເປີດເຜີຍ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ,
ເສີມຂະ ຫຍາຍປະຊາທິປະໄຕ ແລະ ຍາດແຍ່ງຄຳເຫັນຢ່າງກວ້າງຂວາງ;
6.
ຮັບປະກັນລັກສະນະຊາດ,
ວິທະຍາສາດ ແລະ ມະຫາຊົນ.
ນິຕິກຳຂອງ ສປປ ລາວ ມີສອງປະເພດ ຄື: ນິຕິກຳທີ່ມີຜົນບັງຄັບທົ່ວໄປ ແລະ ນິນິກຳທີ່ມີຜົນບັງຄັບສະເພາະ.
ນິຕິກຳທີ່ມີຜົນບັງຄັບທົ່ວໄປແມ່ນ
ນິຕິກຳທີ່ວາງອອກເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ, ມີຜົນບັງຄັບໃນຂອບເຂດທົ່ວປະເທດ ຫຼື ໃນຂົງເຂດໃດໜຶ່ງທີ່ແນ່ນອນໂດຍບໍ່ໄດ້ເຈາະຈົງສະເພາະໃສ່ການຈັດ
ຕັ້ງ ຫຼື ບຸກຄົນໃດໜຶ່ງ.
ນິຕິກຳ ທີ່ມີຜົນບັງຄັບທົ່ວໄປ ປະກອບດ້ວຍ:
1. ລັດຖະທຳມະນູນ;
2. ກົດໝາຍ;
3. ມະຕິຂອງສະພາແຫ່ງຊາດ;
4. ມະຕິຂອງຄະນະປະຈຳສະພາແຫ່ງຊາດ;
5. ລັດຖະບັນຍັດ ຂອງປະທານປະເທດ;
6. ດຳລັດຂອງລັດຖະບານ;
7. ມະຕິຂອງລັດຖະບານ;
8. ຄຳສັ່ງ, ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ;
9. ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ຂອງລັດຖະມົນຕີ, ຫົວໜ້າອົງການ
ທີ່ຂຶ້ນກັບລັດຖະບານ;
10.
ຄຳສັ່ງ,
ຂໍ້ຕົກລົງ, ຄຳແນະນຳ ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
11.
ຄຳສັ່ງ,
ຂໍ້ຕົກລົງ, ຄຳແນະນຳ ຂອງເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້າຄອງນະຄອນ;
12.
ກົດລະບຽບຂອງບ້ານ.
ກ. ຄວາມໝາຍຂອງລັດຖະທຳມະນູນ.
ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວທີ່
ສະແດງເຖິງເຈດຈຳນົງຂອງປະຊຊົນບັນດາເຜົ່າ, ຊຶ່ງປະກອບດ້ວຍປະຊາຊົນບັນດາເຜົ່າ,
ບັນດາຊັ້ນຄົນໃນສັງຄົມ, ກຳ ນົດລະບອບການເມືອງ, ເສດຖະກິດ-ສັງຄົມ, ສິດ,
ພັນທະພື້ນຖານຂອງພົນລະເມືອງ, ກຳນົດຫຼັກການຈັດຕັ້ງ ແລະ ການ
ເຄື່ອນໄຫວຂອງກົງຈັກລັດແຫ່ງ ສປປ.ລາວ.
ຕົວຢ່າງ: ລັດຖະທຳມະນູນ ສະບັບທຳອິດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ ໃນວັນທີ 15 ສິງຫາ 1991 ໂດຍມີ 10 ໝວດ 90 ມາດຕາ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ລັດຖະທຳມະນູນສະບັບທຳອິດຈຶ່ງໄດ້ຮັບການປັບປຸງ ແລະ ປະກາດໃຊ້ໃນປີ 2003 ໂດຍມີ 11 ໝວດ 90 ມາດຕາ, ການປັບປຸງລັດຖະທໍາມະນູນສະບັບ ປີ 2015 ໂດຍມີ 14 ໝວດ 119 ມາດຕາ ແນໃສ່ປັບປຸງລະບົບອໍານາດແຫ່ງລັດໃຫ້ມີປະສິດທິພາບສູງສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນໃນໄລຍະໃໝ່.
ຂ. ຄວາມໝາຍຂອງກົດໝາຍ
ກົດໝາຍ ແມ່ນນິຕິກຳທີ່ສ້າງຂຶ້ນໂດຍອົງການທີ່ມີສິດອຳນາດ,
ຮັບຮອງເອົາໂດຍສະພາແຫ່ງຊາດ ແລະ
ປະກາດໃຊ້ໂດຍປະທານປະເທດ ຊຶ່ງກຳນົກຫຼັກການ, ນະໂຍບາຍ,
ລະບຽບການ, ກົົດຂໍ້ບັງຄັບ ແລະ ມາດຕະການແນໃສ່ດັດປັບສາຍພພົວພັນສັງຄົມ
ໃນໂຂງເຂດໃດໜຶ່ງທີ່ສຳຄັນ, ມີຜົນບັງຄັບໃນການນຳໃຊ້ແບບຍາວນານ ໃນຂອບເຂດທົ່ວປະເທດ.
ກົດໝາຍ ແມ່ນສະພາແຫ່ງຊາດເປັນຜູ້ຮັບຮອງເອົາດ້ວຍຄະແນນສຽງສ່ວນຫຼາຍຂອງຈຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ.
ຄ. ຄວາມໝາຍມະຕິຂອງສະພາແຫ່ງຊາດ
ມະຕິຂອງສະພາແຫ່ງຊາດ ແມ່ນການຕົກລົງຮັບຮອງເອົາບັນຫາໃດໜຶ່ງທີ່ໄດ້ນຳມາພິຈາລະນາໃນກອງປະຊຸມສະພາແຫ່ງຊາດກ່ຽວກັບແຜນພັດທະນາ
ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ການຮັບຮອງເອົາກົດໝາຍ ແລະ ບັນຫາອື່ນໆທີ່ຢູ່ໃນຂອບເຂດສິດ
ແລະ ໜ້າທີ່ຂອງສະພາແຫ່ງຊາດ.
ງ. ຄວາມໝາຍມະຕິຂອງຄະນະປະຈຳສະພາແຫ່ງຊາດ
ແມ່ນການຮັບຮອງເອົາບັນຫາໃດໜຶ່ງ
ທີ່ໄດ້ນຳມາພິຈາລະນາໃນກອງປະຊຸມຂອງ ຄະນະປະຈຳສະພາແຫ່ງຊາດ
ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ,
ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ລວມທັງການຕີຄວາມໝາຍຂອງລັດຖະທຳມະນູນ
ແລະ ບັນຫາອື່ນທີ່ຢູ່ໃນຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ.
ຈ. ຄວາມໝາຍຂອງລັດຖະບັນຍັດຂອງປະທານປະເທດ
ລັດຖະບັນຍັດ ແມ່ນນິຕິກຳ
ທີ່ຖັດຈາກກົດໝາຍລົງມາ ຊຶ່ງກຳນົດຫຼັກການ, ລະບຽບການ ແລະ ມາດຕະການ
ແນໃສ່ດັດປັບສາຍພົວພັນທາງສັງຄົມ ຫຼື ດັດແກ້ມາດຕະການຂອງກົດໝາຍ ໂດຍແມ່ນປະທານປະເທດ
ເປັນຜູ້ອອກ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ.
ຕົວຢ່າງ:
ລັດຖະບັນຍັດຂອງປະທານປະເທດ ເລກທີ 001/ປປທ ລົງວັນທີ 19/4/2016 ວ່າດ້ວຍການດັດແກ້ຄຳສັບໃນກົດໝາຍ; ອີງຕາມມາດຕາ 2 ວ່າດ້ວຍຄໍາສັບ ທີ່ໄດ້ດັດແກ້ໃນກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ)
ມີດັ່ງນີ້:
-
ຫ້ອງວ່າການລັດຖະບານປ່ຽນເປັນຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ;
- ລັດຖະມົນຕີ,
ຫົວໜ້າຫ້ອງວ່າການລັດຖະບານ ປ່ຽນເປັນນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ;
-
ລັດຖະມົນຕີປະຈໍາຫ້ອງການລັດຖະບານປ່ຽນເປັນລັດມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ.
ສ. ຄວາມໝາຍດຳລັດຂອງລັດຖະບານ
ດຳລັດຂອງລັດຖະບານ ແລະ
ຂອງນາຍົກລັດຖະມົນຕີ ແມ່ນ ບົດບັນຍັດທີ່ກຳນົດຫຼັກການ, ລະບຽບ ການ, ນະໂຍບາຍ ແລະ
ມາດຕະການຕ່າງໆ ແນໃສ່ດັດປັບສາຍພົວພັນສັງຄົມໃນໂຂງເຂດໃດໜຶ່ງ ໂດຍແມ່ນລັດຖະ
ບານ ຫຼື
ນາຍົກລັດຖະມົນຕີເປັນຜູ້ວາງອອກໃນຂອບເຂດສິດ ແລະ ໜ້າທີ່ຂອງຕົນ.
ຕົວຢ່າງ: ດໍາລັດ ຂອງລັດຖະບານ ວ່າດ້ວຍນຳ້ມັນເຊື້ອໄຟຊີວະພາບ ສະບັບເລກທີ 410/ລບ, ປະກາດໃຊ້ໃນວັນທີ
10/11/2016 ໃນມາດຕາ 16 ການສົ່ງອອກວັດຖຸດິບ ແລະ ນຳ້ມັນເຊື້ອໄຟ ຂຽນວ່າ: ຜູ້ຜະລິດ,
ປຸງແຕ່ງນຳ້ມັນເຊື້ອໄຟຊີວະພາບສາມາດສົ່ງອອກວັດຖຸດິບ ແລະ
ນຳ້ມັນເຊື້ອໄຟຊີວະພາບໄປຍັງຕ່າງປະເທດ ບົນພື້ນຖານການໃຫ້ບູລິມະສິດໃນການສະໜອງແກ່ການຜະລິດ,
ການຊົມໃຊ້ນຳ້ມັນເຊື້ອໄຟຊີວະພາບ ພາຍໃນປະເທດ. ການສົ່ງອອກດັ່ງກ່າວໃຫ້ປະຕິບັດຕາມກົດໝາຍ
ແລະ ລະບຽບການກ່ຽວຂ້ອງທີ່ປະກາດໃຊ້ໃນແຕ່ລະໄລຍະ, ເພື່ອເຮັດໃຫ້ການນຳໃຊ້,
ການດຳເນີນທຸລະກິດນຳ້ມັນເຊື້ອໄຟຊີວະພາບເປັນລະບົບ, ຖືກຕ້ອງຕາມກົດໝາຍ ແລະ
ລະບຽບການທີ່ກ່ຽວຂ້ອງ ເພື່ອການສຶກສາຄວາມເປັນໄປໄດ້
ໃນການພັດທະນາທ່າແຮງດ້ານວັດຖຸດິບທີ່ມີພາຍໃນປະເທດ ແລະ
ນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ຍົກສູງມູນຄ່າຜະລິດຕະພັນກະສິກຳ,
ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ພັດທະນາຕາມທິດທີ່ຢືນຍົງ,
ປະກອບສ່ວນຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ
ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ.
ດຳລັດແບ່ງອອກເປັນ
2 ປະເພດຄື: ດຳລັດທີ່ມີຜົນບັງຄັບທົ່ວໄປ ແລະ ດຳລັດທີ່ມີຜົນບັງ ຄັບສະເພາະ ດັ່ງນີ້:
-
ດຳລັດທີ່ມີຜົນບັງຄັບທົ່ວໄປ: ຊຶ່ງລັດຖະບານ
ຫຼື ນາຍົກລັດຖະມົນຕີວາງອອກເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ ເປັນຕົ້ນແມ່ນ
ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະແໜງ ການໃດໜຶ່ງ.
ດຳລັດຈັດຕັ້ງປະຕິບັດກົດໝາຍທີ່ວາງອອກເພື່ອຜັນຂະຫຍາຍກົດໝາຍເປັນອັນລະອຽດເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດ;
-
ດຳລັດທີ່ມີຜົນບັງຄັບສະເພາະ:
ຊຶ່ງແມ່ນນາຍົກລັດຖະມົນຕີເປັນຜູ້ວາງອອກ ເພື່ອຮັບໃຊ້ວຽກງານບໍລິຫານເຊັ່ນ: ດຳລັດແຕ່ງຕັ້ງຫົວໜ້າກົມ,
ດຳລັດກ່ຽວກັບການຍ້ອງຍໍພະນັກງານ ເປັນຕົ້ນ.
ຊ. ຄວາມໝາຍມະຕິຂອງລັດຖະບານ
ມະຕິຂອງລັດຖະບານ
ແມ່ນການຕົກລົງກ່ຽວກັບບັນຫາໃດໜື່ງ ທີ່ນຳມາພິຈາລະນາຢູ່ກອງປະຊຸມລັດ ຖະບານເປັນຕົ້ນ
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ
ບັນຫາອື່ນໃນຂອບເຂດຄວາມຮັບຜິດຊອບຂອງລັດຖະບານ.
ຕົວຢ່າງ: ມະຕິຕົກລົງຂອງລັດຖະບານສະໄໝສາມັນ
ປະຈຳດືອນສິງຫາ 2016 ເລກທີ 08/ລບ, ລົງວັນທີ 13/09/2016. ວ່າດ້ວຍການສົ່ງເສີມການລົງທຶນ
ຂໍ້ 3 ກ່ຽວກັບການມອບໂອນສິດຕາມສັນຍາ ຫຼື ໂອນຫຸ້ນແມ່ນໃຫ້ຄົ້ນຄວ້າກຳນົດລະອຽດຄື: ຫຼັງຈາກມີການລົງທຶນໄປແລ້ວເທົ່າໃດສັດສ່ວນ
ຈຶ່ງອະນຸຍາດໃຫ້ມອບໂອນໄດ້. ແຕ່ຖ້າບໍ່ທັນໄດ້ລົງທຶນຫຍັງ ຫຼື
ລົງທຶນບໍ່ໄດ້ຕາມສັດສ່ວນທີ່ກຳນົດ ຜູ້ສຳປະທານຈະຕ້ອງມອບຄືນໃຫ້ລັດຖະບານເທົ່ານັ້ນ.
ຍ. ຄວາມໝາຍຂອງຄຳສັ່ງ, ຂໍ້ຕົກລົງ
ຂອງນາຍົກລັດຖະມົນຕີ
ແມ່ນນິຕິກຳທີ່ນາຍົກລັດຖະມົນຕີເປັນຜູ້ວາງອອກ ເພື່ອໃຫ້ບຸກຄົນ ຫຼື ການຈັດຕັ້ງປະຕິບັດແຜນການ, ກົດໝາຍ, ລັດຖະບັນຍັດ, ນິຕິກຳອື່ນ ແລະ
ບັນຫາອື່ນ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ, ເພື່ອປະຕິບັດສິດ ແລະ ໜ້າທີ່ຂອງຕົນ ຫຼື
ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນິຕິກຳຂອງອົງການລັດ ຂັ້ນເທິງ.
ຕົວຢ່າງ: ຄໍາສັ່ງ ເລກທີ 15/ນຍ ຂອງນາຍົກລັດຖະມົນຕີ
ປະກາດໃຊ້ໃນວັນທີ 13/05/2016. ຄໍາສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ
ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ຄື: ໃຫ້ຍຸດຕິການສົ່ງອອກ
ໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫຼື ເຫງົ້າໄມ້, ຕໍໄມ້, ປູດໄມ້,
ງ່າໄມ້ ແລະ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກຈາກປ່າທຳມະຊາດ
ໄປຕ່າງປະເທດໃນທຸກກໍລະນີຢ່າງເດັດຂາດລວມທັງໄມ້ທີ່ລັດຖະບານໄດ້ອະນຸມັດຜ່ານມາແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ.
ຖ້າຫາກຜູ້ໃດລະເມີດ ຫຼື ບໍ່ປະຕິບັດຕາມກໍຈະຖືກລົງໂທດຕາມກົດໝາຍ.
ດ. ຄວາມໝາຍຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ຂອງລັດຖະມົນຕີ, ຫົວໜ້າອົງການ
ທີ່ຂຶ້ນກັບລັດຖະບານ
ແມ່ນນິຕິກຳທີ່ລັດຖະມົນຕີ, ຫົວໜ້າອົງການທີ່ຂຶ້ນກົບລັດຖະບານ ເປັນຜູ້ວາງອອກ ເພື່ອໃຫ້ບຸກຄົນ
ຫຼື ການຈັດຕັ້ງປະຕິບັດແຜນການ, ກົດໝາຍ, ລັດຖະບັນຍັດ, ນິຕິກຳອື່ນ ແລະ ບັນຫາອື່ນ ຕາມຂອບເຂດສິດ ແລະ
ໜ້າທີ່ຂອງຕົນ, ເພື່ອປະຕິບັດສິດ ແລະ ໜ້າທີ່ຂອງຕົນ ຫຼື ເພື່ອຜັນຂະຫຍາຍ ແລະ
ຈັດຕັ້ງປະຕິບັດນິຕິກຳຂອງອົງການລັດ ຂັ້ນເທິງ, ເພື່ອຈັດຕັ້ງປະຕິບັດ
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ກົດໝາຍ, ນິຕິກຳອື່ນ, ແຜນການ ຫຼື ວຽກງານໃດໜຶ່ງ ໂດຍຊີ້ບອກກ່ຽວກັບຄວາມເຂົ້າໃຈ, ວິທີ, ຂັ້ນຕອນ, ການນຳໃຊ້ພາຫະນະອຸປະກອນ, ກຳນົດເວລາການປະຕິບັດ, ການປະສານງານ ແລະ ອື່ນໆ.
ຕົວຢ່າງ: ຄໍາແນະນຳ ຂອງກະຊວງພາຍໃນ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພະນັກງານ -ລັດຖະກອນ ເລກທີ 08/ພນ, ລົງວັນທີ 02/8/2016.
ຕ. ຄວາມໝາຍຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ຂອງເຈົ້າແຂວງ,
ເຈົ້າຄອງນະຄອນຫຼວງ
ແມ່ນນິນິກຳທີ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເປັນຜູ້ວາງອອກ ເພື່ອໃຫ້ບຸກຄົນ
ຫຼື ການຈັດຕັ້ງປະຕິບັດແຜນການ, ກົດໝາຍ, ລັດຖະບັນຍັດ, ນິຕິກຳອື່ນ ແລະ ບັນຫາອື່ນ ຕາມຂອບເຂດສິດ ແລະ
ໜ້າທີ່ຂອງຕົນ, ເພື່ອປະຕິ ບັດສິດ ແລະ ໜ້າທີ່ຂອງຕົນ ຫຼື ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນິຕິກຳຂອງອົງການລັດຂັ້ນເທິງ,
ເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ກົດໝາຍ, ນິຕິກຳອື່ນ, ແຜນການ ຫຼື ວຽກງານໃດໜຶ່ງ
ໂດຍຊີ້ບອກກ່ຽວກັບຄວາມເຂົ້າໃຈ, ວິທີ, ຂັ້ນຕອນ, ການນຳໃຊ້ພາຫະນະອຸປະກອນ, ກຳນົດເວລາການປະຕິບັດ, ການປະສານງານ ແລະ ອື່ນໆ.
ຕົວຢ່າງ: ຄໍາສັ່ງຂອງເຈົ້າແຂວງ ວ່າດ້ວຍການຫ້າມບຸກຈັບຈອງພື້ນທີ່ແຫຼ່ງທ່ອງທ່ຽວ ເລກທີ 118/ຈຂ-ອປ ລົງວັນທີ 5/2/2016; ມາດຕາ 1 ຫ້າມບຸກຄົນ ຫຼື ນິຕິບຸກຄົນທີ່ບໍ່ໄດ້ຮັບອະນຸຍາດເຂົ້າໄປຈັບຈອງບຽດຍືດພື້ນທີ່ແຫຼ່ງທ່ອງທ່ຽວຕາດຫົວຄົນ
ເມືອງສາມັກຄິໄຊ ທີ່ພະແນກຖະແຫຼງຂ່າວ ແລະ ວັດທະນະທຳ ແຂວງ
ສົມທົບກັບພະແນກການທີ່ກ່ຽວຂ້ອງຂອງ ແຂວງ, ເມືອງ ແລະ
ອຳນາດການປົກຄອງບ້ານໄດ້ສຳຫຼວດກຳນົດພື້ນທີ່ ແລະ ປັກຫຼັກ ໝາຍເນື້ອທີ່ຈຳນວນ 718 ເຮັກຕາຢ່າງເດັດຂາດ, ເພາະວ່າຂອບເຂດດັ່ງກ່າວ ເປັນເຂດສະຫງວນທີ່ດິນລັດເພື່ອຈະພັດທະນາເປັນແຫຼ່ງທ້ອງທ່ຽວໃນອະນາຄົດ.
ຖ. ຄວາມໝາຍຂອງຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳ ຂອງເຈົ້າເມືອງ,
ຫົວໜ້າເທດສະບານ, ເຈົ້າຄອງນະຄອນ
ແມ່ນນິນິກຳທີ່ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້າຄອງນະຄອນ ເປັນຜູ້ວາງອອກ ເພື່ອໃຫ້ບຸກຄົນ
ຫຼື ການ ຈັດຕັ້ງປະຕິບັດແຜນການ, ກົດໝາຍ, ລັດຖະບັນຍັດ, ນິຕິກຳອື່ນ ແລະ ບັນຫາອື່ນ ຕາມຂອບເຂດສິດ ແລະ
ໜ້າທີ່ຂອງຕົນ, ເພື່ອປະຕິບັດສິດ ແລະ ໜ້າທີ່ຂອງຕົນ ຫຼື ເພື່ອຜັນຂະຫຍາຍ ແລະ
ຈັດຕັ້ງປະຕິບັດນິຕິກຳຂອງອົງການລັດ ຂັ້ນເທິງ, ເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ກົດໝາຍ, ນິຕິກຳອື່ນ, ແຜນການ ຫຼື ວຽກງານໃດໜຶ່ງ
ໂດຍຊີ້ບອກກ່ຽວກັບຄວາມເຂົ້າໃຈ, ວິທີ, ຂັ້ນຕອນ, ການນຳໃຊ້ພາຫະນະອຸປະກອນ, ກຳນົດເວລາການປະຕິບັດ, ການປະສານງານ ແລະ ອື່ນໆ.
ຕົວຢ່າງ: ຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍການມອບໃບຢັ້ງຢືນໃຫ້ແກ່ຄອບຄົວວັນທະນະທຳ
ເລກທີ 9/ຈມ-ມສນ ລົງວັນທີ 4/3/2013 ມາດຕາ 3 ມອບໃຫ້ຫ້ອງການທະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ປະຈຳເມືອງ
ສີສັດຕະນາກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ, ຄະນະຮັບຜິຊອບໂຄງການສ້າງຄອບຄົວ ແລະ
ບ້ານວັດທະນະທຳຂອງເມືອງ ແລະ
ນາຍບ້ານຈົງພ້ອມກັນປະຕິບັດຕາມຂໍ້ຕົກລົງນີ້ໃຫ້ໄດ້ຮັບຜົນດີ.
ທ. ຄວາມໝາຍຂອງກົດລະບຽບຂອງບ້ານ.
ກົດລະບຽບຂອງບ້ານ ແມ່ນນິຕິກຳ ຊຶ່ງອົງການປົກຄອງບ້ານວາງອອກ
ເພື່ອຈັດຕັ້ງປະຕິບັດນິຕິກຳຂອງ
ຂອງອົງການລັດຂັ້ນເທິງ ຫຼື
ເພື່ອຄຸ້ມຄອງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ.
ຕົວຢ່າງ: ກົດລະບຽບບ້ານດອນກອຍ ສະບັບປັບປຸງ ປະຈໍາປີ 2013-2015, ເລກທີ:709/ດກ, ລົງວັນທີ 11/3/2013; ມາດຕາ 11: ທຸກໆຄອບຄົວຕ້ອງໄດ້ເຂົ້າຮ່ວມປະຊຸມທຸກໆຄັ້ງ
ໃນເມື່ອໄດ້ຮັບຮູ້ຈາກຫົວໜ້າໜ່ວຍ ຫຼື ຮັບຮູ້ຈາກໂທລະໂຄ່ງຂອງບ້ານ,
ຖ້າຄອບຄົວຫາກຂາດການເຂົ້າຮ່ວມປະຊຸມ 02-03 ຄັ້ງຈະໄດ້ປະຕິບັດຕາມລະບຽບຂອງບ້ານວາງອອກ ແລະ ອະນຸຍາດໃຫ້ຜູ້ເຂົ້າຮ່ວມປະຊຸມໄດ້ຕ້ອງມີອາຍຸເຖິງ
13 ປີ ຂື້ນໄປ.
ນິຕິກໍາທີ່ມີຜົນບັງຄັບສະເພາະ
ແມ່ນ ນິຕິກໍາທີ່ວາງອອກ ເພື່ອຮັບໃຊ້ວຽກງານຄຸ້ມຄອງບໍລິຫານ ໂດຍເຈາະຈົງໃສ່ການຈັດຕັ້ງ
ຫຼື ບຸກຄົນໃດໜຶ່ງ.
ນິຕິກຳ
ທີ່ມີຜົນບັງຄັບສະເພາະ ປະກອບດ້ວຍ:
-
ລັດຖະດຳລັດປະກາດໃຊ້ກົດໝາຍ.
-
ລັດຖະດຳລັດ,
ດຳລັດ ຫຼື ຂໍ້ຕົກລົງກ່ຽວກັບການຍ້ອງຍໍ ຫຼື ແຕ່ງຕັ້ງບຸກຄົນໃຫ້ດຳລົງຕຳແໜ່ງໃດໜຶ່ງ ຫຼື ກ່ຽວກັບວຽກງານສະເພາະໃດໜຶ່ງ.
-
ແຈ້ງການ.
ກ. ລັດຖະດຳລັດປະກາດໃຊ້ກົດໝາຍ
ແມ່ນນິຕິກຳ ທີ່ຖືກຄົ້ນຄວ້າ
ແລະ ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວ ຖືກປະກາດໃຊ້ໂດຍປະທານປະເທດ,
ລັດຖະດຳລັດນີ້ຂຽນຂຶ້ນ ແລະ ປະກາດໃຊ້ ໂດຍມີຈຸດປະສົງປະກາດໃຊ້ກົດໝາຍໂດຍປະທານປະເທດ ເພື່ອເຮັດໃຫ້ກົດໝາຍສະບັບໃດສະບັບໜຶ່ງມີຜົນບັງຄັບໃຊ້ພາຍຫຼັງທີ່ໄດ້ຮັບຮອງຈາກສະພາແຫ່ງຊາດແລ້ວ.
ຕົວຢ່າງ: ລັດຖະດໍາລັດຂອງປະທານປະເທດ
ວ່າດ້ວຍການປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015), ເລກທີ 214/ປປທ ລົງວັນທີ 15/12/2015.
ຂ.
ລັດຖະດໍາລັດ,ດໍາລັດ ຫຼື ຂໍ້ຕົກລົງກ່ຽວກັບການຍ້ອງຍໍ ຫຼື ແຕ່ງຕັ້ງບຸກຄົນໃຫ້ດຳລົງຕຳແໜ່ງໃດໜຶ່ງ
ຫຼື ກ່ຽວກັບວຽກງານສະເພາະໃດໜຶ່ງ
ລັດຖະດຳລັດ ນີ້ແມ່ນສ້າງຂຶ້ນເພື່ອເປັນການຕົກລົງໃນການແຕ່ງຕັ້ງພະນັກງານ
ຫຼື ບຸກຄະລາກອນໃດໜຶ່ງ ເຂົ້າຮັບຜິດຊອບໃນຕຳແໜ່ງວຽກງານໃນອົງການລັດ ພ້ອມກັນນີ້ລັດຖະດຳລັດນີ້ບໍ່ພຽງແຕ່ມີຈຸດປະສົງທີ່ຈະແຕ່ງຕັ້ງບຸກຄົນໃດໜຶ່ງເພື່ອດຳລົງຕຳແໜ່ງໃດໜຶ່ງເທົ່ານັ້ນ
ແຕ່ຍັງໄດ້ສ້າງຕັ້ງຂຶ້ນເພື່ອຍ້ອງຍໍພະນັກງານ-ລັດຖະກອນ ໂດຍແມ່ນສິດ ແລະ
ໜ້າທີ່ຂອງປະທານປະເທດ.
ນອກນັ້ນ ອາດຈະເປັນໃນຮູບແບບ ດຳລັດ ທີ່ສ້າງຂຶ້ນເພື່ອແຕ່ງຕັ້ງພະນັກງານ-ລັດຖະກອນໃຫ້ດຳລົງຕຳແໜ່ງໜ້າທີ່ວຽກງານໃດໜຶ່ງ, ແລະ ການຍ້ອງຍໍພະນັກງານ-ລັດຖະກອນ ໂດຍແມ່ນສິດ ແລະ
ໜ້າທີ່ຂອງນາຍົກ ລັດຖະມົນຕີ.
ຄ. ຄວາມໝາຍຂອງແຈ້ງການ
ແຈ້ງການ
ແມ່ນເອກະສານທີ່ອົງການຈັດຕັ້ງລັດຂັ້ນຕ່າງໆ ວາງອອກເພື່ອແຈ້ງໃຫ້ພາກສ່ວນທີ່ກ່ຽວ ຂ້ອງຊາບ
ຫຼື ຈັດຕັ້ງປະຕິບັດວຽກງານໃດໜຶ່ງ.
ຕົວຢ່າງ: ແຈ້ງການ ເລກທີ 1774/ຫສນຍ.ກປພ ທີ່ຫ້ອງການສຳນັກງານນາຍົກລັດຖະມົນຕີ
ເປັນຜູ້ວາງອອກ ແລະ ປະກາດໃຊ້ໃນວັນທີ 11/11/2016. ເລື່ອງ: ການເປີດໂທລະສັບສາຍດ່ວນຂອງລັດຖະບານຢ່າງເປັນທາງການ
ເພື່ອຮັບຟັງ ແລະ ຕອບຂໍ້ສະເໜີຂອງສັງຄົມ ທີ່ມີຕໍ່ການບໍລິຫານວຽກງານຂອງລັດຖະບານ ຊຶ່ງສາມາດສະເໜີຂໍ້ຄິດເຫັນຕ່າງໆ
ໄດ້ຜ່ານທາງເບີໂທລະສັບໝາຍເລກ 1516.
IV. ຂະບວນການສ້າງກົດໝາຍຢູ
ສປປ ລາວ
ການສ້າງກົດໝາຍ ແມ່ນການຍົກເອົາເຈດຈຳນົງຂອງຊົນຊັ້ນທີ່ຄອບຄອງຂຶ້ນເປັນກົດໝາຍດ້ວຍການສ້າງນິຕິກຳໂດຍອົງການລັດ
ທີ່ມີສອຳນາດກ່ຽວຂ້ອງ
4.1 ອົງການຈັດຕັ້ງ ແລະ ບຸກຄົນທີມີສິດໃນການຮ່າງກົດໝາຍ
ລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງປີ 2015) ມາດຕາທີ 59: ການຈັດຕັ້ງ ແລະ ບຸກຄົນທີມີສິດສະເໜີຮ່າງກົດໝາຍມີ ດັ່ງນີ້:
1.
ປະທານປະເທດ;
2.
ຄະນະປະຈຳສະພາແຫ່ງຊາດ;
3.
ລັດຖະບານ;
4.
ສານປະຊາຊົນສູງສຸດ;
5.
ອົງການໄອຍະການປະຊາຊົນສູງສຸດ;
6.
ອົງການກວດສອບແຫ່ງລັດ;
7.
ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.
4.2 ຂັ້ນຕອນການສ້າງ ຫຼື ປັບປຸງ ກົດໝາຍ
ການສ້າງ ຫຼື
ປັບປຸງກົດໝາຍໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1.
ສ້າງແຜນການສ້າງ
ແລະ ປັບປຸງກົດໝາຍ
2.
ສ້າງຮ່າງກົດໝາຍ
3.
ກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ
ໂດຍກະຊວງຍຸຕິທຳ
4.
ພິຈາລະນາຮ່າງກົດໝາຍ
ໂດຍລັດຖະບານ
5.
ພິຈາລະນາ
ແລະ ຮັບຮອງຮ່າງກົດໝາຍ ໂດຍສະພາແຫ່ງຊາດ
6. ປະກາດໃຊ້ກົດໝາຍ ໂດຍປະທານປະເທດ.
4.2.1 ການສ້າງແຜນການສ້າງ ແລະ ປັບປຸງກົດໝາຍ
- ອົງການຈັດຕັ້ງ ແລະ ບຸກຄົນທີ່ມີສິດສະເໝີສ້າງຮ່າງກົດໝາຍຕ້ອງສ້າງແຜ່ນການສ້າງ
ແລະ ປັບປຸງກົດ ໝາຍຂອງຕົນ
ໂດຍກໍານົດແຈ້ງກ່ຽວກັບເຫດຜົນ, ຄວາມຈໍາເປັນ, ຈຸດປະສົງ, ຄາດໝາຍພ້ອມທັງຂໍ້ສະເໜີຕ່າງໆເພື່ອສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາລະນາ.
- ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນມີສິດສະເໜີຄໍາເຫັນກ່ຽວກັບການສ້າງ
ແລະ ປັບປຸງກົດໝາຍໃດໜຶ່ງຕໍ່ອົງການຈັດຕັ້ງ ແລະ
ບຸກຄົນທີ່ມີສິດສະເໜີສ້າງຮ່າງກົດໝາຍເພື່ອພິຈາລະນາບັນຈຸເຂົ້າໃນແຜ່ນການສ້າງ ແລະ
ປັບປຸງກົດໝາຍ.
- ແຜນການສ້າງ ແລະ
ປັບປຸງກົດໝາຍປະກອບດ້ວຍແຜນການ 5 ປີ ແລະ
ແຜນການປະຈໍາປີ. ແຜນ ການສ້າງ ແລະ ປັບປຸງກົດໝາຍ 5 ປີ ແມ່ນແຜນການທີ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ
ແຕ່ລະຊຸດເປັນຜູ້ພິຈາລະນາຕົກລົງຮັບຮອງເອົາ.
-
ແຜນການສ້າງ ແລະ
ປັບປຸງກົດໝາຍປະຈໍາປີແມ່ນແຜນການທີ່ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງ
ບົນພື້ນຖານແຜນການສ້າງ ແລະ ປັບປຸງກົດໝາຍ 5
ປີທີ່ໄດ້ຮັບຮອງເອົາແລ້ວ ແລະ ຕາມການສະເໜີຂອງອົງການຈັດຕັ້ງ ແລະ
ບຸກຄົນທີ່ມີສິດສະເໜີສ້າງ ແລະ ປັບປຸງກົດໝາຍ.
- ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ
ສ້າງແຜນການສ້າງ ແລະ ປັບປຸ່ງກົດໝາຍ 5 ປີ ຂອງຕົນ ພ້ອມດ້ວຍບົດສະເໜີກ່ຽວກັບເຫດຜົນ, ຄວາມຈໍາເປັນໃນການສ້າງ
ແລະ ປັບປຸງກົດໝາຍ, ຈຸດປະສົງຂອງກົດໝາຍ, ຜົນປະໂຫຍດທີ່ຈະໄດ້ຮັບ, ຊັບພະຍາກອນ ແລະ
ກົນໄກການຈັດຕັ້ງປະຕິບັດ ແລ້ວສະເໜີຕໍ່ກະຊວງຍຸຕິທໍາ ກ່ອນວັນທີ 1 ກັນຍາ ຂອງປີທີ 4
ຂອງອາຍຸການຂອງສະພາແຫ່ງຊາດແຕ່ລະຊຸດ ເພື່ອຄົ້ນຄວ້າ, ກວດກາ ແລະ ສັງລວມ ແລ້ວລາຍງານໄປຍັງລັດຖະບານ.
- ລັດຖະບານພິຈາລະນາ
ແລະ ສະເໜີແຜນການສ້າງ ແລະ ປັບປຸງກົດໝາຍຕໍ່ຄະນະປະຈໍາສະພາແຫ່ງຊາດ
ພາຍໃນເດືອນມັງກອນຂອງປີຖັດໄປ.
- ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ແນວລາວສ້າງຊາດ
ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງສ້າງແຜນການສ້າງ ແລະ
ປັບປຸງກົດໝາຍຂອງຕົນແລ້ວສົ່ງໃຫ້ລັດຖະບານ ກ່ອນວັນທີ 1 ກັນຍາ ຂອງປີທີ 4
ຂອງອາຍຸການຂອງສະພາແຫ່ງຊາດແຕ່ລະຊຸດ ເພື່ອປະກອບຄໍາເຫັນເປັນລາຍລັກອັກສອນ
ແລ້ວຈຶ່ງນໍາສະ
ເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ.
- ພາຍຫຼັງໄດ້ຮັບແຜນການສ້າງ ແລະ
ປັບປຸງກົດໝາຍຈາກອົງການທີ່ມີສິດສະເໜີຮ່າງກົດໝາຍແລ້ວ
ຄະນະປະຈໍາສະພາແຫ່ງຊາດມອບໃຫ້ກໍາມາທິການກົດໝາຍປະສານສົມທົບກັບກຳມາທິການອື່ນ
ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອກວດກາ ແລ້ວລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ.
- ຄະນະປະຈໍາສະພາແຫ່ງຊາດສັງລວມ ແລະ ສະເໜີແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດແຕ່ລະຊຸດພິຈາລະນາຮັບຮອງເອົາ.
- ສໍາລັບແຜນການສ້າງ ແລະ ປັບປຸງກົດໝາຍກົດໝາຍປະຈໍາປີ
ແມ່ນຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ຕົກລົງ ໂດຍອີງຕາມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ທີໄດ້ຮັບຮອງເອົາແລ້ວ ແລະ ຕາມການສະເໜີຂອງອົງການຈັດຕັ້ງ ແລະ
ບຸກຄົນທີ່ມີສິດສະເໜີສ້າງ ແລະ ປັບປຸງກົດໝາຍ.
- ຄະນະປະຈໍາສະພາແຫ່ງຊາດ
ຕ້ອງລາຍງານແຜນການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ຕໍ່ກອງປະຊຸມສະພາແຫ່ງຊາດ
ເທື່ອຖັດໄປ.
- ຄະນະປະຈໍາສະພາແຫ່ງຊາດແຈ້ງແຜນການສ້າງ
ແລະ ປັງປຸງກົດໝາຍ 5 ປີ ແລະ ປະຈໍາປີທີ່ໄດ້ຮັບຮອງເອົາແລ້ວນັ້ນໃຫ້ລັດຖະບານ,
ອົງການຈັດຕັ້ງ ແລະ ບຸກຄົນ ທີ່ມີສິດສະເໜີຮ່າງກົດໝາຍ.
- ລັດຖະບານ ມອບໃຫ້ອົງການທີ່ກ່ຽວຂ້ອງ ຂອງຕົນຈັດຕັ້ງປະຕິບັດ ແຜນການສ້າງ ແລະ ປັບປຸງກົດ ໝາຍດັ່ງກ່າວ. ກະຊວງຍຸຕິທໍາ, ມີໜ້າທີ່ຊຸກຍູ້, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍໃຫ້ທັນຕາມກໍານົດເວລາ.
4.2.2 ການສ້າງຮ່າງກົດໝາຍ
- ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍແມ່ນອົງການທີ່ມີສິດສະເໜີສ້າງຮ່າງກົດໝາຍ
ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງກົດໝາຍວ່າດ້ວຍ
ການສ້າງນິຕິກຳ, ສ່ວນອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍຂອງລັດຖະບານແມ່ນ
ບັນດາກະຊວງ, ອົງການທີ່ຂຶ້ນກັບລັດຖະບານ,
ສ່ວນອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍຂອງປະທານປະເທດ ແມ່ນຫ້ອງວ່າການປະທານປະເທດ.
- ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ
ກໍານົດນະໂຍບາຍກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ
ໃຫ້ຄະນະຮັບຜິດຊອບສ້າງຮ່າງກົດໝາຍເປັນຕົ້ນ ແນວທາງ, ຫຼັກການ, ນະໂຍບາຍ,
ຂອບເຂດກາຍດັດປັບຂອງກົດ ໝາຍ.
- ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງກົດໝາຍຂອງຕົນໂດຍແມ່ນລັດຖະມົນຕີຊ່ວຍ
ຫຼື ຮອງຫົວໜ້າອົງການເປັນຫົວໜ້າຄະນະ ແລະ ປະກອບດ້ວຍຫົວໜ້າ ໜ່ວຍງານນິຕິກໍາ ແລະ
ພະນັກງານວິຊາການທີ່ກ່ຽວຂ້ອງ ຈໍານວນໜຶ່ງເປັນຄະນະເພື່ອສ້າງ ແລະ ປັບປຸງກົດໝາຍໃຫ້ສໍາເລັດ
ຕາມກໍານົດເວລາທີ່ໄດ້ບົ່ງໄວ້ໃນແຜນການ. ໃນກໍລະນີຮ່າງກົດໝາຍ ຫາກພົວພັນກັບຫຼາຍຂະແໜງການ
ຄະນະດັ່ງກ່າວຕ້ອງໃຫ້ມີຜູ້ຕາງໜ້າຂອງຂະແໜງການທີ່ກ່ຽວຂ້ອງ.
- ໜ່ວຍງານນິຕິກໍາຂອງອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍເປັນເສນາທິການໃນການສ້າງ,
ການປັບປຸງ, ການໂຄສະນາເຜີຍແຜ່ ແລະ
ປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
- ສໍາລັບກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງສະພາແຫ່ງຊາດແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບສ້າງຮ່າງກົດໝາຍ.
- ຄະນະຮັບຜິດຊອບສ້າງຮ່າງກົດໝາຍຕ້ອງປະສານສົມທົບກັບກະຊວງຍຸຕິທໍາ
ເພື່ອເປັນເອກະພາບ ທາງດ້ານໂຄງປະກອບ ແລະ ເນື້ອໃນເບື້ອງຕົ້ນຂອງຮ່າງກົດໝາຍ ແລ້ວຈຶ່ງດໍາເນີນການຂຽນເນື້ອໃນຂອງຮ່າງກົດໝາຍຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ.
- ຄະນະຮັບຜິດຊອບສ້າງຮ່າງກົດໝາຍຂຽນຮ່າງກົດໝາຍຕາມໂຄງປະກອບທີ່ໄດ້ຕົກລົງເປັນເອກະພາບກັບກະຊວງຍຸຕິທໍາ
ແລະ ຕ້ອງຂຽນເນື້ອໃນໃຫ້ມີຄວາມຊັດເຈນ,
ຈະແຈ້ງ, ກະທັດຮັດ, ຮັດກຸມ, ນໍາໃຊ້ຄໍາສັບທີ່ມີຄວາມໝາຍແນ່ນອນ, ເຂົ້າໃຈງ່າຍ ແລະ
ສາມາດຈັດຕັ້ງປະຕິບັດໄດ້. ໃນກໍລະນີທີ່ມີການນໍາໃຊ້ຄໍາສັບເຕັກນິກ ຫຼື ດ້ານວິຊາການ
ຕ້ອງມີການອະທິບາຍຄໍາສັບຢູ່ໃນຮ່າງກົດໝາຍນັ້ນ.
- ພາຍຫຼັງທີ່ໄດ້ຂຽນເນື້ອໃນຂອງຮ່າງກົດໝາຍເບື້ອງຕົ້ນສໍາເລັດແລ້ວຄະນະຮັບຜິດຊອບດັ່ງກ່າວນໍາສະ ເໜີຮ່າງກົດໝາຍຕໍ່ຫົວໜ້າອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍເພື່ອພິຈາລະນາ
ແລະ ໃຫ້ການຊີ້ນໍາ.
- ພາຍຫຼັງທີ່ໄດ້ຮັບການເຫັນດີຈາກຫົວໜ້າອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ
ຄະນະຮັບຜິດຊອບສ້າງຮ່າງກົດໝາຍຕ້ອງສົ່ງຮ່າງກົດໝາຍພ້ອມດ້ວຍຄໍາຖາມເຈາະຈີ້ມໄປທາບທາມຄໍາເຫັນຕໍ່ບັນຫາຂອງຂະແໜງການ,
ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກຽ່ວຂ້ອງຕ້ອງປະກອບຄໍາເຫັນຕໍ່ບັນຫາທີ່ພົວພັນກັບຄວາມຮັບຜິດຊອບຂອງອົງການຕົນເປັນຕົ້ນ,
ກະຊວງການເງິນ, ກະຊວງພາຍໃນ ເພື່ອຮັບປະກັນທາງດ້ານການເງິນ ແລະ ກົງຈັກການຈັດຕັ້ງ. ອົງການຈັດຕັ້ງທີ່ກ່ຽວຂ້ອງຕ້ອງປະກອບຄໍາເຫັນເປັນລາຍລັກອັກສອນໃຫ້ຄະນະຮັບຜິດຊອບສ້າງຮ່າງກົດໝາຍໃນກໍານົດເວລາ
ສິບຫ້າວັນນັບແຕ່ວັນໄດ້ຮັບຮ່າງກົດໝາຍເປັນຕົ້ນໄປ.
- ນອກຈາກນີ້,
ຄະນະຮັບຜິດຊອບສ້າຮ່າງກົດໝາຍຍັງຕ້ອງຈັດກອງປະຊຸມປຶກສາຫາລືທາບທາມຄໍາເຫັນ ແລະ ເອົາເນື້ອໃນຂອງຮ່າງກົດໝາຍທັງໝົດ
ລວມທັງບົດສະເໜີເອົາໄວ້ຄືເກົ່າຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 38 ແລະ 39 ຂອງກົດໝາຍວ່າດ້ວຍການສ້າງນິຕິກໍາສະບັບປີ
2012 ພິມລົງໃນເວັບໄຊຂອງລັດຖະບານ ຫຼື ຂອງຕົນຢ່າງໜ້ອຍຫົກສິບວັນ ເພື່ອໃຫ້ປະຊາຊົນ ແລະ
ທຸກພາກສ່ວນສາມາດປະກອບຄໍາເຫັນໃສ່ເນື້ອໃນຮ່າງກົດໝາຍ.
- ຄະນະຮັບຜິດຊອບສ້າງຮ່າງກົດໝາຍ
ຕ້ອງລວບລວມຄໍາເຫັນແລ້ວນໍາມາພິຈາລະນາປັບປຸງຮ່າງກົດ ໝາຍ.
- ຄະນະຮັບຜິດຊອບສ້າງກົດໝາຍ
ຕ້ອງບັນທຶກບັນຫາທີ່ສໍາຄັນ ຊຶ່ງໄດ້ຄົ້ນຄວ້າ ແລະ ປຶກສາຫາລືໃນກອງປະຊຸມແຕ່ລະຄັ້ງ
ເປັນຕົ້ນບັນຫານະໂຍບາຍ, ຫຼັກການ, ຄໍາສັບ, ກໍານົດເວລາ ແລະ
ບັນຫາອື່ນທີ່ສໍາຄັນ.
- ບົດສະເໜີຮ່າງກົດໝາຍ
ແມ່ນບົດລາຍງານກ່ຽວກັບການຄົ້ນຄວ້າສ້າງຮ່າງກົດໝາຍຊຶ່ງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: ສະພາບການທີ່ຜ່ານມາ ແລະ ບັນຫາທີ່ໄດ້ຕ້ອງແກ້ໄຂ; ເປົ້າໝາຍເຫດຜົນ
ແລະ ຄວາມຈໍາເປັນຂອງການສ້າງ ແລະ ປັບປຸງກົດໝາຍ; ການອະທິບາຍໂຄງປະກອບ ແລະ
ເນື້ອໃນຂອງບາງມາດຕາທີ່ມີຄວາມສໍາຄັນ; ຊັບພະ ຍາກອນ, ກົນໄກ ແລະ ອົງການຈັດຕັ້ງປະຕິບັດ;
ຄາດຄະເນຜົນໄດ້ຮັບຈາກກົດໝາຍ,
- ບົດປະເມີນຜົນກະທົບຂອງຮ່າງກົດໝາຍ
ແມ່ນບົດລາຍງານການຄົ້ນຄວ້າກ່ຽວກັບຜົນກະທົບທາງດ້ານກົດໝາຍ ແລະ ການເງິນທີ່ອາດເກີດຂຶ້ນຈາກການສ້າງ
ແລະ ປັບປຸງຮ່າງກົດໝາຍ.
- ພາຍຫຼັງທີ່ໄດ້ຜ່ານຂັ້ນຕອນການທາບທາມ ແລະ ຮຽບຮຽງຄືນຮ່າງກົດໝາຍແລ້ວອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ ຕ້ອງສະເໜີຮ່າງກົດໝາຍນັ້ນພ້ອມດ້ວຍບົດສະເໜີຮ່າງກົດໝາຍ ແລະ ບົດປະເມີນຜົນກະທົບຂອງຮ່າງກົດກໝາຍໄປຍັງກະຊວງຍຸຕິທໍາ ຢ່າງຊ້າຮ້ອຍຊາວວັນ ກ່ອນວັນເປີດກອງປະຊຸມສະພາແຫ່ງຊາດ ເພື່ອກວດກາຄວາມສອດຄ່ອງ ແລະ ເຕັກນິກການຮ່າງກົດໝາຍ.
4.2.3 ການກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ
ໂດຍກະຊວງຍຸຕິທຳ
- ກະຊວງຍຸຕິທຳ
ຈະຮັບເອົາຮ່າງກົດໝາຍໃດໜຶ່ງ
ຊຶ່ງອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍສະເໝີມາເພື່ອຄົ້ນຄ້ວາກວດກາກໍຕໍ່ເມື່ອມີບົດສະເໜີຮ່າງກົດໝາຍ
ແລະ ບົດປະເມີນຜົນກກະທົບຂອງຮ່າງກົດໝາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 38 ແລະ 39
ຂອງກົດໝາຍວ່າດ້ວຍການສ້າງນິຕິກໍາ ຄັດຕິດມາພ້ອມ.
-
ກະຊວງຍຸຕິທໍາ ຄົ້ນຄວ້າ ແລະ ກວດກາຮ່າງກົດໝາຍ ຢ່າງລະອຽດຮອບດ້ານ ໂດຍເລີ່ມຈາກໂຄງປະກອບ,
ການຈັດວາງພາກ, ໝວດ, ມາດຕາ ແລະ ກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ພາຍໃນກຳນົດ 15 ວັນ
ນັບແຕ່ວັນໄດ້ຮັບຮອງຮ່າງກົດໝາຍເປັນຕົ້ນໄປ.
- ໃນການກວດກາຄວາມສອດຄ່ອງທາງດ້ານກົດໝາຍນັ້ນ ຕ້ອງມີການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກຳມາທິການກົດໝາຍ
ແລະ ກຳມາທິການອື່ນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອຕິດຕາມການສ້າງກົດ ໝາຍດັ່ງກ່າວ
- ໃນກໍລະນີເຫັນວ່າ ຮ່າງກົດໝາຍມີເນື້ອໃນຄົບຖ້ວນ
ໂດຍພື້ນຖານແລ້ວ ກະຊວງຍຸຕິທໍາ ກໍຈະສົມທົບກັບຄະນະຮັບຜິດຊອບສ້າງຮ່າງກົດໝາຍ ແລະ
ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ເພື່ອໃຫ້ມີຄວາມເປັນເອກະພາບ
ກ່ອນທີ່ຈະສະເໜີຮ່າງກົດໝາຍດັ່ງກ່າວ ໄປຍັງລັດຖະບານ.
- ພາຍຫຼັງທີ່ໄດ້ຜ່ານການກວດກາຂອງກະຊວງຍຸຕິທໍາແລ້ວ
ກະຊວງຍຸຕິທໍາ ຕ້ອງສະເໜີຮ່າງກົດໝາຍ, ບົດລາຍງານກ່ຽວກັບຄວາມພ້ອມຂອງຮ່າງກົດໝາຍ,
ບັນຫາທີ່ບໍ່ທັນເປັນເອກະພາບ, ບັນຫາການຊີ້ນໍາ ແລະ ທາງເລືອກໃນການແກ້ໄຂບັນຫາ
ພ້ອມດ້ວຍບົດສະເໜີຮ່າງກົດໝາຍ ແລະ ບົດປະເມີນຜົນກະທົບຂອງຮ່າງກົດໝາຍ ໄປຍັງລັດຖະບານ
ຢ່າງຊ້າ ເກົ້າສິບວັນ ກ່ອນວັນເປີດກອງປະຊຸມສະພາແຫ່ງຊາດ.
4.2.4 ການພິຈາລະນາຮ່າງກົດໝາຍ ໂດຍລັດຖະບານ
- ພາຍຫຼັງທີ່ໄດ່ຮັບຮ່າງກົດໝາຍ ພ້ອມດ້ວຍເອກະສານທີ່ກ່ຽວຂ້ອງ
ຕາມທີ່ໄດ້ກຳນົດໄວ້ໃນໃາດຕາ 42ຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ຫ້ອງວ່າການລັດຖະບານ
ຕ້ອງຄົ້ນຄວ້າກ່ຽວກັບນະໂຍບາຍ, ບັນຫາທີ່ບໍ່ທັນເປັນເອກະພາບ, ບັນຫາທີ່ຕ້ອງການຊີ້ນຳ ແລະ
ຈັດເຂົ້າວາລະຂອງກອງປະຊຸມລັດຖະບານ.
-
ຫ້ອງວ່າການລັດຖະບານ ຕ້ອງສົ່ງຮ່າງກົດໝາຍ ແລະ ເອກະສານທີ່ກ່ຽວຂ້ອງໃຫ້ຄະນະລັດຖະບານ ແລະ
ພາກສ່ວນທີ່ກ່ຽວຂ້ອງ ຢ່າງຊ້າ ເຈັດວັນ ກ່ອນວັນເປີອກອງປະຊຸມລັດຖະບານ.
-
ຫົວໜ້າອົງການທີ່ຮັບຜິດຊອບສ້າງງຮ່າງກົດໝາຍ
ເປັນຜູ້ສະເໜີຮ່າງກົດໝາຍຕໍ່ກອງປະຊຸມລັດຖະບານເພື່ອພິຈາລະນາ.
-
ກອງປະຊຸມລັດຖະບານ ພິຈາລະນາລົງເລີກສະເພາະບັນຫາທີ່ບໍ່ທັນເປັນເອກະພາບ, ນະໂຍບາຍໃໝ່ ແລະ
ຫຼັກການ.
-
ໃນການພິຈາລະນາຮ່າງກົດໝາຍໃນກອງປະຊຸມລັດຖະບານ ອາດມີການເຂົ້າຮ່ວມຂອງກໍາມາທິການກົດໝາຍ,
ກຳມາທິການອື່ນ ຂອງສະພາແຫ່ງຊາດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.
-
ໃນກໍລະນີທີ່ກອງປະຊຸມລັດຖະບານໄໄດ້ຕົກລົງ ແລະ ຊີ້ນໍາໃຫ້ປັບປຸງຮ່າງກົດໝາຍ
ອົງການທີ່ຮັບຜິດ ຊອບສ້າງຮ່າງກົດໝາຍ ຕ້ອງເປັນເຈົ້າການ ແລະ ຮີບຮ້ອນປັບປຸງ ໂດຍສົມທົບກັບກະຊວງຍຸຕິທຳ
ແລ້ວສົ່ງໃຫ້ລັດຖະບານ ເພື່ອນຳສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ.
4.2.5 ການພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ໂດຍສະພາແຫ່ງຊາດ
- ພາຍຫຼັງໄດ້ຮັບຮ່າງກົດໝາຍຈາກລັດຖະບານແລ້ວ
ຄະນະປະຈຳສະພາແຫ່ງຊາດ ມອບໃຫ້ກຳມາທິການກົດໝາຍ ແລະ
ກຳມາທິການອື່ນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ກວດກາຮ່າງກົດໝາຍ ຢ່າງຮອບດ້ານ ແລ້ວລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ
ເພື່ອພິຈາລະນາ.
- ສະພາແຫ່ງຊາດ
ນຳເອົາຮ່າງກົດໝາຍມາພິຈາລະນາຢູ່ກອງປະຊຸມເທື່ອດຽວ
ເວັ້ນເສຍແຕ່ຮ່າງກົດໝາຍບໍ່ໄດ້ຖືກຮັບຮອງ ຈາກກອງປະຊຸມສະພາແຫ່ງຊາດ ຫຼື
ຮ່າງກົດໝາຍຖືກນຳສະເໜີ ເພື່ອຂໍຄຳເຫັນເບື້ອງຕົ້ນ
ຊຶ່ງອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ ຕ້ອງປັບປຸງກົດໝາຍດັ່ງກ່າວ
ຕາມຄຳເຫັນຂອງກອງປະຊຸມສະພາແຫ່ງຊາດ ເພື່ອນຳສະເໜີເຂົ້າກອງປະຊຸມສະພາແຫ່ງຊາດ
ໃນວາລະຕໍ່ໄປ.
-
ການພິຈາລະນາຮັບຮອງເອົາຮ່າງກົດໝາຍໃນກອງປະຊຸມສະພາແຫ່ງຊາດ
ດໍາເນີນໄປດ້ວຍການລົງຄະແນນສຽງແບບປິດລັບ ຫຼື ເປີດເຜີຍ. ກົດໝາຍ ຈະຖືວ່າຖືກຮັບຮອງເອົາ
ກໍຕໍ່ເມືອໄດ້ຮັບຄະແນນສຽງສ່ວນຫຼາຍ ຈາກສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.
4.2.6 ການປະກາດໃຊ້ກົດໝາຍ ໂດຍປະທານປະເທດ
- ຄະນະປະຈໍາສະພາແຫ່ງຊາດ
ສະເໜີກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວ ຕໍ່ປະທານປະເທດ ພາຍໃນກຳນົດເວລາ ຊາວວັນ
ນັບແຕ່ກອງປະຊຸມສະພາແຫ້ງຊາດ ໄດ້ຮັບຮອງເອົາເປັນຕົ້ນໄປ ເພື່ອພິຈາລະນາປະກາດໃຊ້.
-
ປະທານປະເທດ ພິຈາລະນາອອກລັດຖະດໍາລັດປະກາດໃຊ້ກົດໝາຍ ຢ່າງຊ້າ ສີບວັນ
ນັບແຕ່ວັນໄດ້ຮັບກົດໝາຍຈາກສະພາແຫ່ງຊາດ ເປັນຕົ້ນໄປ. ໃນໄລຍະເວລາດັ່ງກ່າວ ປະທານປະເທດ
ມີສິດສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຄືນໃໝ່, ຖ້າສະພາແຫ່ງຊາດ ຫາກຕົກລົງຢັ້ງຢືນເອົາຕາມເດີມແລ້ວປະທານປະເທດຕ້ອງໄດ້ປະກາດໃຊ້
ພາຍໃນກຳນົດເວລາ ສິບຫ້າວັນ ນັບແຕ່ວັນໄດ້ຮັບໜັງສືຢັ້ງຢືນ ຈາກຄະນະປະຈຳສະພາແຫ່ງຊາດ.
ความคิดเห็น
แสดงความคิดเห็น