ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ລະບົບລັດຖະບານ

ລະບົບລັດຖະບານ

ໂດຍ: ປັນຍາສັກ ແສງອ່ອນແກ້ວ

http://panyasack.blogspot.com 



1. ຄວາມໝາຍ

        ລະບົບລັດຖະບານ ໝາຍເຖິງການຈັດຮູບແບບ, ໂຄງສ້າງ ແລະ ອຳນາດໜ້າທີ່ ຂອງອົງກອນທາງການເມືອງທີ່ເອີ້ນວ່າ : ລັດຖະບານ.

        ໃນຄວາມໝາຍຢ່າງກວ້າງ ອຳນາດໜ້າທີ່ໃນທີ່ນີ້ໝາຍລວມເຖິງການພົວພັນລະຫວ່າງອົງກອນຕ່າງໆ ທາງການເມືອງ ເຊັ່ນ : ການພົວພັນລະຫວ່າງປະຊາຊົນ ກັບປະມຸກລັດ, ປະມຸກລັດກັບສະພາແຫ່ງຊາດ (ລັດຖະສະພາ), ສະພາແຫ່ງຊາດກັບຄະນະລັດຖະມົນຕີ, ຄະນະລັດຖະມົນຕີກັບປະມຸກລັດ ເປັນຕົ້ນ.

2. ຮູບແບບຂອງລັດຖະບານ

        ປະຈຸບັນນີ້ຮູບແບບຂອງລັດຖະບານ ເຊິ່ງຮັບຜິດຊອບໃນການບໍລິຫານປະເທດໂດຍສະເພາະປະເທດທີ່ປົກຄອງໃນລະບອບປະຊາທິປະໄຕ ຈະນຳໃຊ້ລະບົບການປົກຄອງທີ່ແຕກຕ່າງກັນໃນແຕ່ລະຮູບແບບ ແຕ່ພໍມາສັງລວມເບີ່ງແລ້ວຈະເຫັນວ່າໃນໂລກປະຈຸບັນມີການນຳໃຊ້ຢູ່ 3 ລະບົບຄື :

         1. ລະບົບລັດຖະສະພາ.

         2. ລະບົບປະທານາທິບໍດີ.

         3. ລະບົບເຄິ່ງປະທານາທິບໍດີ.

    2.1 ລະບົບລັດຖະສະພາ

        - ການປົກຄອງໃນລະບົບລັດຖະສະພາ ເປັນການປົກຄອງທີ່ເກີດຂື້ນໃນສະຕະວັດ   ທີ XVII ເຊິ່ງເປັນຜົນມາຈາກການຊ່ວງຊີງອຳນາດລະຫວ່າງກະສັດ ກັບສະພາທີ່ປະເທດອັງກິດ.

        - ປະເທດອັງກິດຈຶ່ງຖືໄດ້ວ່າເປັນຕົ້ນແບບ ລັດຖະສະພາອັງກິດສະໄໝນັ້ນໄດ້ຖືກຈັດຕັ້ງຂື້ນໃນສະໄໝທີ່ພະມະຫາກະສັດຍັງຄົງອຳນາດເດັດຂາດຢູ່.

        - ລັດຖະສະພາອັງກິດຂະນະນັ້ນເປັນສະພາທີ່ລວມເອົາຊົນຊັ້ນຕ່າງໆ ເຊິ່ງເປີດໂອກາດໃຫ້ຄົນທຳມະດາທີ່ເປັນສາມັນຊົນເຂົ້າໄປນັ່ງໃນສະພາ.

        - ດ້ວຍເຫດນັ້ນຈຶ່ງເປັນສະຖາບັນທາງການເມືອງພຽງແຫ່ງດຽວທີ່ຄົນທຳມະດາຈະເຂົ້າໄປມີບົດບາດທາງການເມືອງໄດ້.

        - ລັດຖະສະພາຈຶ່ງເປັນສະຖາບັນຂອງປະຊາຊົນ ກໍ່ຄືລັດຖະສະພາໄດ້ເຂົ້າມາມີບົດບາດ ຄວບຄຸມການໃຊ້ອຳນາດຂອງກະສັດລວມທັງການປະຕິບັດງານຂອງຄະນະລັດຖະມົນຕີອີກດ້ວຍ.

        - ເປັນລະບົບທີ່ມີຄວາມນິຍົມສ່ວນຫຼາຍໃນປະເທດທີ່ເປັນປະຊາທິປະໄຕ.

        - ລະບົບລັດຖະສະພາ ອຳນາດສູງສຸດໃນການປົກຄອງປະເທດຈະເປັນຂອງລັດຖະ ສະພາ.

        - ຝ່າຍບໍລິຫານຈະດຳເນີນການໃດໆກໍ່ຕາມ ຕ້ອງໄດ້ຮັບຄວາມເຫັນດີຈາກລັດຖະສະພາ ແລະ ເມື່ອດຳເນີນການແລ້ວກໍ່ຈະຖືກຄວບຄຸມກວດກາ ໂດຍຝ່າຍລັດຖະ ສະພາ.

        - ສະພາມີເອກະສິດຈະລົງມະຕິບໍ່ໄວ້ວາງໃຈ ອັນມີຜົນໃຫ້ຝ່າຍບໍລິຫານຕ້ອງໝົດອາຍຸ ຄືໝົດອຳນາດໄປ.

    ລັກສະນະສຳຄັນຂອງລະບົບລັດຖະສະພາ

        - ປະມຸກຂອງຊາດກັບຫົວໜ້າລັດຖະບານ ຫຼື ຜູ້ນຳຝ່າຍບໍລິຫານບໍ່ແມ່ນຄົນໆດຽວກັນ ຄື : ອາດຈະມີກະສັດເປັນປະມຸກຂອງຊາດ ເຊັ່ນ : ຢີ່ປຸ່ນ, ມາເລເຊຍ, ໄທ, ອັງກິດຫຼື ມີປະທານາທິບໍດີເປັນປະມຸກລັດ ເຊັ່ນ : ອິນເດຍ, ສິງກະໂປ

        - ປະມຸກຂອງລັດເປັນພຽງຜູ້ນຳຊາດຈະບໍ່ມີສ່ວນຮ່ວມໃນການບໍລິຫານແຕ່ຢ່າງໃດ ເວົ້າລວມແລ້ວປະມຸກຂອງຊາດບໍ່ຕ້ອງຮັບຜິດຊອບທາງການເມືອງ.

        - ອຳນາດໃນການບໍລິຫານຢູ່ທີ່ຄະນະລັດຖະມົນຕີ ເຊິ່ງນາຍົກເປັນຜູ້ນຳ ຫຼື ເປັນຫົວໜ້າ.

        - ນາຍົກລັດຖະມົນຕີມາຈາກການເລືອກຕັ້ງໂດຍທາງອ້ອມ ຄື : ຈະໄດ້ຮັບການເລືອກຕັ້ງໂດຍພັກການເມືອງໃດການເມືອງໜື່ງ ຫຼື ຫຼາຍໆພັກຕົກລົງຮ່ວມກັນມອບອຳນາດໃຫ້ ແລ້ວສະເໜີສະພາຮັບຮອງ.

        - ຄະນະລັດຖະມົນຕີຕ້ອງຮັບຜິດຊອບຕໍ່ສະພາ ຄືນະໂຍບາຍຂອງລັດຖະບານຈະໃຫ້ສະພາອະນຸມັດ ແລະ ໃນການບໍລິຫານນັ້ນໆ ສະພາເປັນຜູ້ຄວບຄຸມກວດກາ ແລະ ມີອຳນາດເປີດອະທິບາຍການເຮັດວຽກຂອງລັດຖະບານ.

        - ມີອຳນາດລົງມະຕິບໍ່ໄວ້ວາງໃຈອັນມີຜົນໃຫ້ຄະນະລັດຖະມົນຕີໝົດອາຍຸລົງ ຄືຕ້ອງລາອອກ ຫຼື ຍຸບສະພາ.

        - ຈະເຫັນໄດ້ວ່າອຳນາດຂອງຝ່າຍບໍລິຫານບໍ່ແມ່ນອຳນາດອິດສະຫຼະແຕ່ຕ້ອງຮັບຜິດ ຊອບຕໍ່ສະພາ ສະພາຈິງມີອຳນາດເໜືອກວ່າຝ່າຍບໍລິຫານ.

        - ສຳລັບປະເທດທີ່ມີພັກການເມືອງໝັ້ນຄົງຝ່າຍບໍລິຫານເຊິ່ງເປັນພັກການເມືອງທີ່ສຽງສ່ວນຫຼາຍໃນສະພາຈະມີອຳນາດ ຫຼື ອິດທິພົນເໜືອສະພາ ເຊັ່ນ : ອິນເດຍ, ອັງກິດ, ສິ່ງກະໂປ. ເພາະຝ່າຍບໍລິຫານມີສຽງໃນສະພາຫຼາຍກວ່າເມື່ອມີການລົງມະຕິໃດໆ ຈຶ່ງມັກຈະເປັນຝ່າຍບໍລິຫານຊະນະຢູ່ສະເໝີ.



    2.2 ລະບົບປະທານາທິບໍດີ

        - ລະບົບປະທານາທິບໍດີເກີດຂື້ນຈາກຄວາມເຂົ້າໃຈໃນທິດສະດີແບ່ງແຍກອຳນາດຂອງ ມົງເຕດສະກີເອີ ວ່າສິ່ງທີ່ດີ ແລະ ຖືກຕ້ອງ.

        - ລະບົບນີ້ນຳທິດສະດີດັ່ງກ່າວມາປ່ຽນແປງເປັນບົດບັດຍັດໃນລັດຖະທຳມະນູນ ແລະ ມີການປະຕິບັດກັນຢ່າງຈິງຈັງ.

        - ລັດຖະທຳມະນູນຂອງສະຫະລັດອາເມລິກາຈຶ່ງແບ່ງອຳນາດອະທິປະໄຕອອກເປັນອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ.

        - ແຕ່ລະອຳນາດຢູ່ທີ່ອົງກອນຂອງແຕ່ລະຝ່າຍແຍກອອກຈາກກັນຄ້ອນຂ້າງເດັດບໍ່ມີການກ້າວກ່າຍກັນ.

        - ຫຼັງການປະກາດໃຊ້ລັດຖະທຳມະນູນສະບັບໃໝ່ໃນປີ ຄ.ສ. 1789 ຈຶ່ງປະກົດມີການໃຫ້ກຳເນີດລະບົບລັດຖະບານແບບປະທານາທິບໍດີ ອັນເປັນລະບົບລັດຖະບານແບບໃໝ່ ຕ່າງຈາກລະບົບລັດຖະສະພາແບບອັງກິດ.

        - ກະຕິກາຂອງລະບົບປະທານາທິບໍດີທຸກຂໍ້ ກົງກັນຂ້າມກັບກະຕິກາຂອງລະບົບລັດຖະສະພາ.

    ລັກສະນະສຳຄັນຂອງລະບົບປະທານາທິບໍດີ

        - ປະທານາທິບໍດີຈະເປັນທັງປະມຸກຂອງລັດ ແລະ ເປັນຜູ້ນຳຝ່າຍບໍລິຫານ.

        - ປະທານາທິບໍດີມາຈາກການເລືອກຕັ້ງໂດຍກົງຈາກປະຊາຊົນ.

        - ສະພາມາຈາກການເລືອກຕັ້ງຂອງປະຊາຊົນ.

        - ຝ່າຍບໍລິຫານບໍ່ຕ້ອງຮັບຜິດຊອບຕໍ່ສະພາ.

        - ສະພາບໍ່ມີອຳນາດຄວບຄຸມຝ່າຍບໍລິຫານ : ໂດຍຜົນຂອງການແບ່ງອຳນາດຢ່າງເຄັ່ງຄັດ ແລະ ໂດຍຜົນທີ່ວ່າສະພາ ແລະ ລັດຖະບານຕ່າງມາຈາກການເລືອກຕັ້ງຂອງປະຊາຊົນຄືກັນ , ສະພາຈຶ່ງບໍ່ມີອຳນາດຄວບຄຸມການເຮັດວຽກຂອງລັດຖະບານ ເວົ້າລວມແລ້ວສະພາຈະຕັ້ງກະທູ້ຖາມ, ຈະເປີດອະພິປາຍເພື່ອລົງມະຕິບໍ່ໄວ້ວາງໃຈລັດຖະບານບໍ່ໄດ້ , ຈະຂັບໄລ່ລັດຖະບານອອກຈາກຕຳແໜ່ງກ່ອນຄົບວາລະບໍ່ໄດ້.

ກ່າວໂດຍສະຫຼຸເຫັນໄດ້ວ່າ :

- ລະບົບປະທານາທິບໍດີ ຝ່າຍບໍລິຫານຈະມີອິດສະຫຼະໃນສ່ວນງານວຽກຂອງຕົນເອງ ມີອຳນາດເຕັມທີ່ໃນວຽກງານດ້ານບໍລິຫານ, ຈະບໍ່ຖືກຄວບຄຸມໂດຍສະພາ, ຝ່າຍບໍລິຫານບໍ່ຕ້ອງຮັບຜິດຊອບຕໍ່ສະພາ, ສະພາບໍ່ມີອຳນາດຄວບຄຸມຝ່າຍບໍລິຫານ, ບໍ່ມີອຳນາດເປີດອະພິປາຍບໍ່ໄວ້ວາງໃຈຝ່າຍບໍລິຫານ.

- ດັ່ງນັ້ນ, ປະທານາທິບໍ່ດີບໍ່ຈຳເປັນຕ້ອງມີສຽງສ່ວນຫຼາຍໃນສະພາກໍ່ໄດ້ ການປົກຄອງ ລະບົບປະທານາທິບໍດີເອີ້ນວ່າ : ລະບົບແຍກອຳນາດ ໂດຍໃຫ້ແຕ່ລະຝ່າຍຮັບຜິດຊອບໃນສ່ວນຂອງຕົນ ໂດຍບໍ່ມີອຳນາດໄປໄປແຊກແຊງອີກຝ່າຍໜື່ງ.

ຢ່າງໃດກໍ່ຕາມ ໃນລະບົບນີ້ໄດ້ໃຊ້ລະບົບຖ່ວງດຸນອຳນາດລະຫວ່າງ 2 ສະຖາບັນ ຄື : ຝ່າຍນິຕິບັດຍັດກັບຝ່າຍບໍລິຫານ :

- ສະພາຜ່ານກົດໝາຍໃດໆກໍ່ຕາມ ຕ້ອງໃຫ້ປະທານາທິບໍດີລົງນາມ ແລະ ຖ້າປະທານາທິບໍດີບໍ່ເຫັນດີກໍ່ມີສິດຄັດຄ້ານກົດໝາຍນັ້ນ ແຕ່ຖ້າສະພາຢືນຢັນຈະໃຊ້ກົດໝາຍນັ້ນ ແລະ ສະເໜີຂື້ນມາອີກປະທານາທິບໍດີກໍ່ບໍ່ມີອຳນາດຄັດຄ້ານຄັ້ງທີ 2.

- ໂຄງການ ແລະ ນະໂຍບາຍຕ່າງໆຂອງປະທານາທິບໍດີ ເຊັ່ນ : ງົບປະມານແຜນດິນຈະຕ້ອງໃຫ້ສະພາຮັບຮອງອະນຸມັດ ແລະ ສະພາມີອຳນາດສະແດງຄວາມຄິດເຫັນຄັດຄ້ານໃນວາລະທຳອິດ ແຕ່ຖ້າປະທານາທິ ບໍດີຍັງຢັ້ງຢືນຈະດຳເນີນການຕາມທີ່ສະເໜີນັ້ນເປັນເທື່ອທີສອງສະພາຕ້ອງອະນຸມັດ.

- ພາຍໃຕ້ລະບົບປະທານາທິບໍດີຝ່າຍນິຕິບັດຍັດ ແລະ ຝ່າຍບໍລິຫານີອຳນາດໃນສ່ວນທີ່ເປັນໜ້າທີ່ຂອງຕົນຕາມລັດຖະທຳມະນູນໄດ້ບັນຍັດໄວ້ ທັງສອງບໍ່ມີຄວາມຮັບຜິດຊອບຕໍ່ກັນ ແຕ່ມີຄວາມຮັບຜິດຊອບຕໍ່ປະຊາຊົນໂດຍກົງ.



    2.3 ລະບົບແບບເຄີ່ງປະທານາທິບໍດີ

- ເປັນຜົນງານຂອງອາດີດປະທານາທິບໍດີ ຊາກ ເດີໂກລ (Charles de Gaulle) ແຫ່ງປະເທດຝຣັງ ເຊິ່ງເປັນຜົນໃຫ້ປະເທດຝຣັງໃນສະໄໝສາທາລະນະລັດທີ5 ນີ້ມີລັດຖະບານທີ່ມີສະຖຽນລະພາບທາງການເມືອງໝັ້ນຄົງດີຂື້ນກວ່າສະໄໝສາທາລະນະລັດທີ4 ຢ່າງຫຼວງຫຼາຍ.

- ຊາກ ເດີໂກລ ໄດ້ມີຄວາມເຫັນວ່າລະບົບປະທານາທິບໍດີແບບສະຫະລັດມີຈຸດອ່ອນ ໂດຍສະເພາະການແບ່ງແຍກອຳນາດຫຼາຍເກີນໄປ ເຮັດໃຫ້ປະສະຈາກການຄວບຄຸມເຊິ່ງກັນ ແລະ ກັນ ລະຫວ່າງສະພາ ແລະ ລັດຖະບານ.

- ສ່ວນລະບົບລັດຖະສະພາແບບອັງກິດ ກໍ່ເຮັດໃຫ້ຝ່າຍບໍລິຫານຖືກຄວບຄຸມຫຼາຍເກີນໄປ ເຮັດໃຫ້ປະມຸກລັດມີອຳນາດນ້ອຍເກີນໄປ ຈົນກາຍເປັນສັນຍາລັກເທົ່ານັ້ນ.

- ທ່ານ ຊາກ ເດີໂກລ ໄດ້ນຳເອົາລັກສະນະທີ່ດີຂອງສອງລະບົບນີ້ມາປະສົມປະສານກັນ ແລ້ວສະເໜີວາງມາດຕະການໃໝ່ໆ ເຊີ່ງແທດເໝາະກັບຝຣັງເອງ.

- ຊາກ ເດີໂກລ ທີ່ຈັດຮູບແບບຂອງລັດຖະບານໃຫ້ປະທານາທິບໍດີມີອຳນາດຫຼາຍທີ່ສຸດຈົນຢູ່ໃນຖານະຖ່ວງດຸນກັບລັດຖະສະພາໄດ້ໂດຍຕຳແໜ່ງ ເຊິ່ງປະທານາທິບໍດີ ຕ້ອງໄດ້ຮັບການເລືອກຕັ້ງຈາກປະຊາຊົນໂດຍກົງ.

- ປະທານາທິບໍດີມີອຳນາດທີ່ຈະຍຸບສະພາຜູ້ແທນລາດຊະດອນໄດ້ທຸກກໍລະນີ ປະທານາທິບໍດີເປັນຜູ້ແຕ່ງຕັ້ງ ແລະ ປົດຕຳແໜ່ງນາຍົກລັດຖະມົນຕີອອກໄດ້ຕາມຄວາມເໝາະສົມ.

- ນາຍົກລັດຖະມົນຕີ ແລະ ຄະນະລັດຖະມົນຕີເປັນຜູ້ໃຊ້ອຳນາດບໍລິຫານຢ່າງແທ້ຈິງ.

- ສ່ວນລັດຖະສະພາຂອງລັດຖະບານແບບເຄິ່ງປະທານາທິບໍດີນີ້ມີອຳນາດພຽງອອກກົດໝາຍ ແລະ ຄວບຄຸມການບໍລິຫານງານຂອງຝ່າຍບໍລິຫານເທົ່ານັ້ນ.

- ສະມາຊິກລັດຖະສະພາຈະເຂົ້າໄປໃຊ້ອຳນາດບໍລິຫານ ຄືເຂົ້າໄປຮ່ວມຄະນະລັດຖະບານໃນເວລາດຽວກັນບໍ່ໄດ້.

- ຖ້າຄະນະລັດຖະມົນຕີບໍ່ໄດ້ຮັບຄວາມໄວ້ວາງໃຈຈາກລັດຖະສະພາແລ້ວ ຄະນະລັດຖະມົນຕີຕ້ອງລາອອກ ແຕ່ສຳລັບປະທານາທິບໍດີຍັງຄົງຢູ່ຕຳແໜ່ງຕໍ່ໄປ.

ລັກສະນະສຳຄັນຂອງລັດຖະບານແບບເຄີ່ງປະທານາທິບໍດີ

- ມີປະມຸກລັດມາຈາກການເລືອກຕັ້ງໂດຍກົງຈາກປະຊາຊົນ ເອີ້ນວ່າ: ປະທານາທິບໍດີ.

- ປະທານາທິບໍດີເປັນປະມຸກຂອງລັດບໍ່ແມ່ນຫົວໜ້າລັດຖະບານ ຫົວໜ້າລັດຖະບານ ຄືນາຍົກລັດຖະມົນຕີ ເຊິ່ງເປັນປະທານາທິບໍດີເປັນຜູ້ແຕ່ງຕັ້ງ.

- ນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານ ເຊິ່ງປະກອບດ້ວຍລັດຖະມົນຕີຕ່າງໆ ການເຮັດວຽກຂອງຄະນະລັດຖະມົນຕີເປັນໄປຄືກັບລະບົບລັດຖະສະພາ.

- ຄະນະລັດຖະມົນຕີເປັນຜູ້ກຳນົດນະໂຍບາຍໃການປົກຄອງປະເທດ ແລະ ຕ້ອງຮັບຜິດຊອບຕໍ່ສະພາ ເຊັ່ນ : ອາດຈະຖືກຊັກຖາມ ຫຼື ສະພາອາດຈະເປີດອະພິປາຍເພື່ອລົງມະຕິບໍ່ໄວ້ວາງໃຈລັດຖະມົນຕີເປັນລາຍບຸກຄົນ ຫຼື ທັງໝົດຄະນະກໍໄດ້.

- ຖ້າຄະນະລັດຖະມົນຕີບໍ່ໄດ້ຮັບຄວາມໄວ້ວາງໃຈຈາກລັດຖະສະພາແລ້ວ ຄະນະລັດຖະມົນຕີຕ້ອງລາອອກ ແຕ່ສຳລັບປະທານາທິບໍດີຍັງຄົງຢູ່ໃນຕຳແໜ່ງຕໍ່ໄປ.

- ປະທານາທິບໍດີສາມາດຍຸບສະພາຜູ້ແທນລາດຊະດອນໄດ້ ຄືກັບໃນລະບົບລັດຖະສະພາ.

- ປະທານາທິບໍດີ ມີອຳນາດຫຼາຍກວ່າໃນລະບົບລັດຖະສະພາໂດຍທົ່ວໄປ ເຊັ່ນວ່າ : ເປັນປະທານໃນກອງປະຊຸມຄະນະລັດຖະມົນຕີ, ໃຊ້ອຳນາດພິເສດ ແລະ ມາດຕະການທີ່ຈຳເປັນໃນສະຖານະການສຳຄັນໄດ້ ເບີ່ງແລ້ວຄ້າຍກັບປະທານາທິບໍດີໃນລະບົບປະທານາທິບໍດີ.

- ຈຳກັດອຳນາດ ຫຼື ບົດບາດຂອງລັດຖະສະພາໃນການອອກກົດໝາຍຈຳນວນໜື່ງ ເຊັ່ນວ່າ : ອອກກົດໝາຍໄດ້ບາງປະເພດຕາມທີ່ລັດຖະທຳມະນູນກຳນົດເທົ່ານັ້ນ, ນອກຈາກນັ້ນໃຫ້ຝ່າຍບໍລິຫານອອກເປັນດຳລັດໄດ້ເອງ , ໃນບາງກໍລະນີລັດຖະບານອາດຂໍອຳນາດຈາກລັດຖະສະພາ ເພື່ອອອກຂໍ້ກຳນົດໄດ້ເອງພາຍໃນໄລຍະເວລາທີ່ກຳນົດໄວ້.

- ບໍ່ຍຶດຫຼັກການແບ່ງແຍກອຳນາດຄືລະບົບປະທານາທິບໍດີ, ແຕ່ຍອມໃຫ້ຝ່າຍບໍລິຫານ ແລະ ຝ່າຍນິຕິບັດຍັດກ່ຽວຂ້ອງເຊິ່ງກັນ ແລະ ກັນ ເຊັ່ນ : ລັດຖະສະພາມີອຳນາດຄວບຄຸມການບໍລິຫານປະເທດຂອງລັດຖະບານໄດ້, ແຕ່ລັດຖະບານຕ້ອງບໍລິຫານໂດຍຄວາມໄວ້ວາງໃຈຂອງລັດຖະສະພາ ໂດຍສະເພາະຜູ້ແທນລາດສະດອນ.

- ນາຍົກລັດຖະມົນຕີສະເໜີຮ່າງກົດໝາຍໄດ້ ແຕ່ສະມາຊິກລັດຖະສະພາຈະດຳລົງຕຳແໜ່ງລັດຖະມົນຕີໃນເວລາດຽວກັນບໍ່ໄດ້.

ກ່າວໂດຍສະຫຼຸບ :

 - ປະທານາທິບໍດີຍັງຄົງມີອຳນາດສູງສຸດ

ເພາະໄດ້ຮັບການເລືອກຕັ້ງມາຈາກປະຊາຊົນໂດຍກົງ ໂດຍປະທານາທິບໍດີເປັນຜູ້ແຕ່ງຕັ້ງນາຍົກລັດຖະມົນຕີ ແລະ ຄະນະລັດຖະບານ. ເຊິ່ງວ່າປະທານາທິບໍດີໃນລະບົບນີ້ແຕກຕ່າງຈາກລະບົບປະທານາທິ ບໍດີຄື : ປະທານາທິບໍດີຈະແບ່ງອຳນາດໃນການບໍລິຫານໃຫ້ແກ່ນາຍົກລັດຖະມົນຕີ ແລະ ຄະນະລັດຖະມົນຕີບາງສ່ວນ. ໝາຍວ່າ ປະທານາທິບໍດີມີອຳນາດໃນທາງການເມືອງ ສ່ວນນາຍົກລັດຖະມົນຕີມີອຳນາດໃນການບໍລິຫານຈັດການ ແຕ່ອຳນາດໃນການອະນຸມັດຕັດສິນໃຈ ແລະ ການລົງນາມໃນກົດໝາຍຍັງຄົງຢູ່ທີ່ປະທານາ ທິບໍດີ. ເຊິ່ງແຕກຕ່າງຈາກລະບົບປະທານາທິບໍດີຈະຄວບຄຸມອຳນາດໄວ້ທັງໝົດ ແລະ ຈະບໍ່ມີຕຳແໜ່ງນາຍົກລັດຖະມົນຕີໃນລະບອບນີ້.

- ອຳນາດຂອງລັດຖະສະພາໃນລະບົບນີ້ຢູ່ເຄີ່ງກາງລະຫວ່າງລະບົບລັດຖະສະພາ ແລະ ລະບົບປະທານາທິບໍດີ

 ລັດຖະສະພາມີອຳນາດຫຼາຍໃນລັດຖະສະພາໃນລະບົບປະທານາທິບໍດີ ແຕ່ກໍ່ຍັງໜ້ອຍກວ່າລະບົບລັດຖະສະພາ ເພາະລັດຖະສະພາມີອຳນາດຄວບຄຸມການບໍລິຫານງານຂອງຄະນະລັດຖະມົນຕີໄດ້ ສາມາດຕັ້ງກະທູ້ຖາມ ຫຼື ເປີດອະພິປາຍບໍ່ໄວ້ວາງໃຈນາຍົກລັດຖະມົນຕີ ແລະ ຄະນະລັດຖະມົນຕີໄດ້. ເຊິ່ງໃນລະບົບປະທານາທິບໍດີບໍ່ສາມາດກະທຳໄດ້. ສ່ວນລະບົບລັດຖະສະພາປະທານາທິບໍດີກໍ່ເປັນພຽງປະມຸກລັດ ແຕ່ບໍມີອຳນາດໃນການບໍລິຫານ ໂດຍມີນາຍົກລັດຖະມົນຕີເປັນຫົວໜ້າຝ່າຍບໍລິຫານ.



ເປັນທີ່ຮູ້ກັນດີວ່າລະບົບລັດຖະບານທັງ 3 ລະບົບທີ່ກ່າວມາຂ້າງເທິງ ລ້ວນແຕ່ມີບົດບາດສຳຄັນໃນການນຳມາເປັນແບບຢ່າງພື້ນຖານໃນການບໍລິຫານງານຂອງບັນດາປະເທດຕ່າງໆ ພຽງແຕ່ການນຳມາປັບໃຊ້ນັ້ນຂື້ນກັບວ່າປະເທດນັ້ນຈະນຳໃຊ້ໃນຮູບແບບໃດ, ສ່ວນໃດ, ຫຼາຍໜ້ອຍສໍ່າໃດ ເພື່ອໃຫ້ມັນສອດຄ່ອງກັບຈຸດພິເສດ ແລະ ວັດທະນະທຳທາງການເມືອງຂອງບັນດາປະເທດຕ່າງໆ ດັ່ງນັ້ນ, ການສຶກສາເຖິງລະບົບລັດຖະບານນັ້ນເພື່ອໃຫ້ເຂົາໃຈເລິກເຊິ່ງໃນແຕ່ລະລະບົບ ຈຳເປັນຕ້ອງວິເຄາະເຖິງຂໍ້ດີ ແລະ ຂໍ້ບົກພ່ອງຂອງແຕ່ລະລະບົບລັດຖະບານທີ່ກ່າວມານັ້ນມີຄືແນວໃດ?  




































ความคิดเห็น

  1. ສຳລັບນ້ອງຄິດວ່າ ການບໍລິຫານປະເທດໃດໜຶ່ງເຮົາຕ້ອງເບິ່ງສະພາບການຄວາມເປັນຈິງໂດຍລວມວ່າການປະຕິບັດສິ່ງດັ່ງກ່າວມັນສອດຄ່ອງກັບສະພາວະຕອນນີ້ບໍ່, ການປົກຄອງເເບບນີ້ມັນຈະສາມາດພັດທະນາປະເທດໄດ້ບໍ່. ສະນັ້ນເຮົາຄວນເບິ່ງການໄກໄວ້ເພາະເເຕ່ລະລັດຖະບານມີຈຸດພິເສດ, ມີຂໍ້ດີ ແລະ ຂໍ້ເສຍ ນຳກັນໝົດ.

    ตอบลบ

  2. ສຳລັບຄວາມຄິດເຫັນຂອງນ້ອງ: ການສືກສາລົງເລິກເຖີງຂໍ້ດີ ແລະ ຂໍ້ບົກພ່ອງຂອງແຕ່ລະບົບລັດຖະບານມັນກໍຈະມີຂໍ້ດີແລະຂໍ້ບົກພ່ອງທີ່ແຕກຕ່າງ ຫລື ຄ້າຍກັນໃນແຕ່ລະຮູບແບບຄື: ບາງລະບົບລັດຖະບານຍັງບໍ່ແມ່ນຄົນດຽວກັນ ແລະ ໃນບາງສວ່ນຍັງບໍ່ມີຜົນທາງດ້ານການເມືອງ,ອີກລະບົບລັດຖະບານຫນື່ງຍັງເປັນຄົນດຽວທີ່ເຮັດວຽກໃນດ້ານຂອງລັດຖະບານບໍ່ຂື້ນກັນຂະບວນການ ຫລື ຄະນະກຳມະການໄດໆທັງສິນ ແລະ ບາງລະບົບລັດຖະບານຍັງໄຫ້ສິດແກ່ປະຊາຊົນໃນການລົງມະຕິ ໃນການລົງນາມເລືອກຕັ້ງ, ໄຫ້ສິດໃນທາງດ້ານການເມືອງ ແລະ ບາງລະບົບຍັງເຮັດໄຫ້ມີຂໍ້ບົກພ່ອງໂດຍວະເພາະການແບ່ງແຍກຫລາຍເກີນ ເຮັດໄຫ້ປະສະຈາກການຄວບຄຸມເຊີ່ງກັນແລະກັນໃນແຕ່ລະຫນ່ວຍງານ ແລະ ໃນລະບົບລັດຖະບານເຫລົ່ານີ້ ຍັງເປັນຕົ້ນແບບພື້ນຖານໃນດຳເນີດບໍລິຫານ ຫລື ພັດທະນາປະເທດ ໃນຂໍ້ເທດຈີງຈ່ະນຳມາໃຊ້ໃນອານາຄົດຕໍ່ໆໄປວ່າມັນເຫມາະສົມ ມີຄວາມສອດຄ່ອງໃນດ້ານໄດ ກໍລ້ວນແລ້ວແຕ່ປະເທດນັ້ນຈະນຳມາໃຊ້ ຫລື ພັດທະນາໃນສວ່ນໄດ ເຊີ່ງແບບຢ່າງພື້ນຖານຂອງແຕ່ລະ ລະບົບນັ້ນມັນຈະມີຂໍ້ດີ ແລະ ຂໍ້ບົກພ່ອງຫມົດ.

    ตอบลบ
  3. ລະບົບຂອງລັດຖະສະພາ
    • ຂໍ້ດີ
    -ເຮັດໃຫ້ຄົນທຳມະດາເຂົ້າເຖິງບົດບາດທາງດ້ານການເມືອງ ມີການເປີດກວ້າງຫລາຍຂຶ້ນ ໃນການຈຳກັດຄົນເຂົ້າຮ່ວມໄປນັ່ງໃນສະພາ ໂດຍບໍ່ຈຳເປັນແຕ່ຕ້ອງມີແຕ່ຄົນມີຍົດ ແຕ່ຄົນທຳມະດາກໍສາມາດເຂົ້າເຖິງໄດ້
    •ຂໍ້ເສຍ
    - ອຳນາດຂອງຄະນະລັດຖະມົນຕີແລະລວມເຖິງກະສັດນັ້ນ ຖືກຄວບຄຸມຫລາຍຈົນເກີນໄປ ເຮັດໃຫ້ການເຮັດວຽກນັ້ນເປັນຄວາມຄິດຂອງລັດຖະສະພາເປັນສ່ວນໃຫຍ່

    ລະບົບປະທານາທິບໍດີ
    •ຂໍ້ດີ
    - ມີການແບ່ງອຳນາດການປົກຄອງທີ່ຊັດເຈນ ເຊິ່ງເຮັດໃຫ້ການປົກຄອງນັ້ນເປັນຮູບເປັນຮ່າງ ແລະ ຮັບຜິດຊອບສ່ວນໃຜລາວໄດ້ດີຂຶ້ນເມື່ອມີການຈັດແບ່ງວຽກເປັນສ່ວນທີ່ເໝາະສົມ
    •ຂໍ້ເສຍ
    - ອາດຈະເປັນທີ ປະທານາທິບໍດີ ໄດ້ອຳນາດທີ່ ບໍ່ວ່າຈະສະພາກໍບໍ່ສາມາດຢຸດຢັ້ງຫຼືຫ້າມກະທຳນັ້ນໆໄດ້ ຕົວຢ່າງຄືການອອກງົບປະມານ ເຖິງສະພາຈະຄັດຄ້ານແຕ່ພໍປະທານາທິບໍດີສະເໜີເປັນຄັ້ງທີ່ສອງກໍບໍ່ສາມາດຄັດຄ້ານໄດ້ອີກ. ສະນັ້ນນີ້ຖືວ່າເປັນຂໍ້ເສຍທີ່ເປັນການໃຊ້ອຳນາດທີ່ຕາມຈເກີນໄປ

    ລະບົບແບບເຄິ່ງປະທານາທິບໍດີ
    •ຂໍ້ດີ
    - ລະບົບນີ້ເປັນລະບົບໂດຍທີ່ເອົາ "ລະບົບລັດຖະສະພາ" ກັບ "ລະບົບປະທານາທິບໍດີ" ມາປະສົມເຂົ້າກັນ ເຮັດໃຫ້ ລະບົບເຄິ່ງປະທານາທິບໍດີນີ້ລົງຕົວພໍສົມຄວນ ເພາະມີການປັບປ່ຽນ ແລະ ເອົາຂໍ້ດີ ຕັດຂໍ້ເສຍອອກຈາກສອງລະບົບຂ້າງເທິງນີ້ມາປະສົມເຂົ້າກັນ. ລະບົບນີ້ກະບໍ່ໄດ້ແຕກຕ່າງຈາກສອງຄ້າງເທິງຫລາຍ ລວມໆແລເວຖືວ່າດີ ຄື ປະຕິບັດຢ່າງຈິງຈັງ ແລະ ໄດ້ລົງລັດຖພທຳມະນູນເປັນລາຍລັກອັກສອນ, ອຳນາດປພທານາທິບໍດີ ມີອຳນາດຖ່ວງດຸນກັບລັດຖະສະພາ ແລະ ນາຍົກລັດຖະມົນຕີ-ຄະນະລັດຖະມົນຕີເປັນຜູ້ໃຊ້ອຳນາດຢ່າງແທ້ຈິງ
    •ຂໍ້ເສຍ
    - ອ່ານລວມໆແລ້ວ ເຫັນວ່າຝ່າຍບໍລິຫານນັ້ນຈະໄດ້ຫນ້າທີ່ໃນການປົກຄອງ ຫຼື ມີອຳນາດຫລາຍກວ່າ ຝ່າຍອື່ນ.


    ຄວາມຄິດທາງເທິງທີ່ກ່າວມານັ້ນລ້ວນແຕ່ເປັນຄຳເຫັນສ່ວນຕົວຂອງຜູ້ກ່ຽວຕາມທີ່ເຂົ້າໃຈເນື້ອໃນບົດຮຽນພຽງເທົ່ານັ້ນ
    ນາງ ລັດສະນີພອນ ຫ້ອງ ຂ D11

    ตอบลบ
  4. ຕາມທີ່ນ້ອງໄດ້ອ່ານແລະນ້ອງເຂົ້າໃຈວ່າລະບົບລັດຖະບານລ້ວນແຕ່ມີຂໍ້ດີແລະຂໍ້ເສຍພົວພັນກັນຢູ່ພາຍໃນລະບົບການຈັດຕັ້ງຫຼືການບໍລິຫານງານຢູ່ແລ້ວເຊັ່ນ
    - ຂໍ້ດີກໍ່ຄືການຈັດຕັ້ງປະຕິບັດວຽກງານຂອງແຕ່ລະອົງການກໍ່ຈະມີຄວາມເປັນທຳໃນການບໍລິຫານງານພາຍໃນປະເທດເພື່ອໄຫ້ຊອດຄອງກັບເສດຖະກິດທາງດ້ານການເມືອງຂອງແຕ່ລະປະເທດນັ້ນໄດ້ມີການຈັດການບໍລິຫານຢ່າງເຂັ້ມແຂງແລະມີຄວາມກ້າວຫນ້າ
    - ຂໍ້ເສຍກໍ່ຄືການທີ່ມີລະບົບການຈັດຕັ້ງໄດໜຶ່ງລ້ວນແຕ່ມີຄວາມຂັດແຍ່ງກັນບໍ່ວ່າທາງການຈັດງານພ່າຍໃນແລະພ່າຍນອກກໍ່ຈະມີຄວາມຂັດແຍ່ງກັນທາງດ້ານເສດຖະກິດແລະສິດອຳນາດຂອງບຸກຄົນທີ່ເປັນໄຫຍ່ຈື່ງເຮັດໄຫ້ມີຄວາມບໍ່ສະຫງົບແລະເປັນທຳຕໍ່ກັນພາຍໃນສັງຄົມທີ່ເປັນຢູ່.

    ตอบลบ
  5. ຕາມຄວາມເຂົ້າໃຈຂອງຫຼານກະຄື : ເຮົາຄວນວິເຄາະຂໍ້ດີແລະຂໍ້ບົກພ່ອງຂອງລະບົບດັ່ງກ່າວໃຫ້ຢ່າງເລິກເຊິ່ງວ່າຖ້າລັດນຳໃຊ້ລະບົບດັ່ງກ່າວມາບໍລິຫານປະເທດລະບົບນັ້ນສາມາດເຮັດໃຫ້ປະເທດຊາດມີຄວາມກ້າວຫນ້າບໍ,ປະຊາຊົນສາມາດປະຕິບັດໄດ້ແທ້ບໍ່,ສັງຄົມມີຄວາມສະຫງົບບໍ, ສະນັ້ນເຮົາຄວນເບິ່ງແຕ່ລະລັດຖະບານວ່າມີຈຸດພິເສດ ແລະ ມີຂໍ້ດີ-ຂໍ້ເສຍແນວໃດ,ມີຄວາມສອດຄ່ອງໃນດ້ານໃດແດ່ ແລະ ປະເທດນັ້ນຈະນຳມາໃຊ້ ຫຼື ພັດທະນາໃນສວນໃດຂອງລະບົບລັດຖະບານ

    ตอบลบ
  6. ຕາມທີ່ຫຼານໄດ້ອ່ານແລະຊອກຂໍ້ມູນມາ:
    - ລະບົບລັດຖະສະພາ ມີຂໍ້ດີ ແລະ ຂໍ້ເສຍໄປພ້ອມກັນ. ຂໍ້ດີ ເນື່ອງຈາກລັດຖະສະພາ ໂດຍສະເພາະແມ່ນການມີສະພາຄູ່ ຫຼື ສະພາຕໍ່າ ແລະ ສະພາສູງ ຈະຊ່ວຍໃນການພິຈາລະນາ ຫຼື ຢັບຢັ້ງການໃຊ້ສິດຂອງອົງການບໍລິຫານ ແລະ ຕຸລາການ.ສ່ວນຂໍ້ເສຍ ແມ່ນການມີກົງຈັກໃຫຍ່ໂຕ, ສິ້ນເປືອງງົບປະມານ ແລະ ບຸກຄະລາກອນ.
    - ລະບົບປະທານນາທິບໍດີ ແມ່ນມີທັງຂໍ້ດີ ແລະ ຂໍ້ເສຍ. ຂໍ້ດີ ແມ່ນປະທານນາທິບໍດີ ເປັນປະມຸກລັດ ສາມາດໃຊ້ສິດໃນການບໍລິຫານວຽກງານຂອງປະເທດໄດ້ຢ່າງເຕັມທີ່, ມີສິດໃນການຢັບຢັ້ງສຽງຂອງສະພາ ແລະ ກວດສອບອົງການຕຸລາການ. ສ່ວນຂໍ້ເສຍ ແມ່ນອາດເກີດຜະເດັດການປະທານນາທິບໍດີ ຫຼື ບໍ່ຮັບຟັງສຽງຂອງອົງການນິຕິບັນຍັດ ແລະ ຕຸລາການ.
    - ລະບົບເຄິ່ງປະທານນາທິບໍດີ ແມ່ນລະບົບທີ່ປະທານນາທິບໍດີ ບໍ່ມີສິດເຕັມສ່ວນ. ຂໍ້ດີແມ່ນມີການຮັບຟັງສຽງຈາກອົງການນິຕິບັນຍັດ, ບໍລິຫານ ແລະ ຕຸລາການ ພາໃຫ້ເກີດມີຄວາມສົມດູນລະຫວ່າງອໍານາດໃນການບໍລິຫານ ໂດຍສະເພາະປະທານນາທິ ບໍດີ ແລະນາຍົກລັດຖະມົນຕີ ແລະ ອົງການອື່ນ. ຂໍ້ເສຍ ແມ່ນອໍານາດບໍ່ເດັດຂາດ ເຮັດໃຫ້ວຽກງານບໍ່ສາມາດແກ້ໄຂ ຫຼື ດໍາເນີນໄປ ຢ່າງມີປະສິດທິພາຍໄດ້.

    ตอบลบ
  7. 1. ລະບົບລັດຖະສະພາ
    -ຂໍ້ດີ: ດັ່ງທີ່ເຮົາຮູ້ກັນແລ້ວວ່າລະບົບລັດຖະສະພາມີອຳນາດຫຼາຍກວ່າລັດຖະບານແຕ່ຖ້າຫາກລັດຖະບານມີຄວາມໝັ້ນຄົງກໍສາມາດຄວບຄຸມລັດຖະສະພາໄດ້ ແລະ ເຮັດໃຫ້ການບໍລິຫານງານເປັນໄປດ້ວຍດີເພາະຝ່າຍບໍລິຫານມາຈາກການເລືອກຂອງຝ່າຍນິຕິບັນຍັດ ນອກຈາກນີ້ຍັງເປັນການປ້ອງກັນບໍ່ໃຫ້ລັດຖະບານໃຊ້ອຳນາດເກີນກວ່າເຫດ.
    -ຂໍ້ເສຍ: ດັ່ງທີ່ຮູ້ກັນແລ້ວວ່າລະບົບລັດຖະສະພາມີຕົ້ນກຳເນີດມາຈາກປະເທດອັງກິດເຊິງເປັນປະເທດທີ່ມີພັກການເມືອງເຂັ້ມແຂງຖ້າຫາກນຳລະບົບນີ້ໄປໃຊ້ໃນປະເທດທີ່ມີພັກການເມືອງທີ່ບໍ່ເຂັ້ມແຂງເຮັດໃຫ້ເກີດຄວາມຍຸ້ງຍາກໃນການຈັດຕັ້ງລັດຖະບານ ແລະ ເຮັດໃຫ້ລັດຖະບານທີ່ໄດ້ມາບໍ່ມີຄວາມໝັ້ນຄົງ
    2. ລະບົບປະທານາທິບໍດີ
    -ຂໍ້ດີ: ກະຄຶປະທານາທິບໍດີິມີສິດເດັດຂາດໃນການເລືອກຄະນະລັດຖະມົນຕີດັ່ງນັ້ນຈັງສາມາດເລືອກເອົາຄົນທີ່ມີຄວາມຮູ້,ຄວາມສຳນານງານສະເພາະງານເພື່ອດຳລົງຕຳແໜ່ງ,ມີເວລາໃນການປະຕິບັດໜ້າທີ່ຂອງຕົນເອງໄດ້ຢ່າງເຕັມທີ່.
    -ຂໍ້ເສຍ: ຖ້າຫາກປະທານາທິບໍດີສັງກັດໃນພັກການເມືອງທີ່ມີສຽງສ່ວນໜ້ອຍໃນລັດຖະສະພາແລ້ວນັ້ນການດຳເນີນງານບໍລິຫານປະເທດຂອງປະທານາທິບໍດີກໍຂະບໍ່ຄ່ອຍເປັນໄປດ້ວຍດີເທົ່າທີ່ຄວນເຊັນການຈະອອກກົດໝາຍສະບັບໃດໜື່ງ.
    3. ລະບົບເຄິງປະທານາທິບໍດີ
    -ຂໍ້ດີ: ດັ່ງທີ່ໄດ້ຮູ້ກັນແລ້ວວ່າປະທານາທິບບໍດີເປັນປະມຸກຂອງລັດເຊິງຳດ້ຮັບການເລືອກຕັ້ງມາຈາກປະຊາຊົນເຮັດໃຫ້ມີບົດບາດທາງດ້ານການເມືອງກະຄືຍຸບສະພາ ແລະ ແຕ່ງຕັ້ງຄະນະລັດຖະມົນຕີຈຶງເຮັດໃຫ້ລັດຖະສະພາບໍ່ສາມາດໃຊ້ອຳນາດຂົ່ມຂູ່ຝ່າຍບໍລິຫານຂາດສະຖຽນລະພາບໃນການບໍລິຫານປະເທດ ແລະ ຄວບຄຸມລັດຖະມົນຕີບໍໃຫ້ປະຕິບັດທີ່ທາງເສືອມໂສມທີ່ເປັນອັນຕະລາຍຕໍ່ປະເທດຊາດ.
    -ຂໍ້ເສຍ: ດັ່ງທີ່ເຮີົາຮູ້ກັນວ່າບັນດາອຳນາດຕ່າງໆແມ່ນໄດ້ມາຈາກການເລືອກຂອງປະທານາທິບໍດີ ສະນ້ນອາດຈະມີການປະທ້ວງຈາກສະມາຊິກສະພາຈົນເກີດໃຫ້ມີການບໍສະຫງົບໄດ້.

    ตอบลบ
  8. ຕາມຄວາມຄິດຂອງນ້ອງແມ່ນ: ແຕ່ລະລະບົບລ້ວນແຕ່ມີຂໍ້ດີແລະຂໍ້ບົກພ່ອງແຕກຕ່າງການໄປການທີ່ເຮົານະສຶກສາໃຫ້ເຂົ້າໃຈຢ່າງເລິກເຊິງໃນແຕ່ລະລະບົບນັ້ນເຮົາຕ້ອງເບິ່ງວ່າແຕ່ລະລະບົບມີຂໍ້ດີແລະຂໍ້ເສຍຕ່າງກັນຫລາຍຫນ້ອຍພຽງໃດແລະອີກຢ່າງຫນຶ່ງການປົກຄອງຂອງແຕ່ລະລະບົບກໍບໍ່ຄືກັນ.ການທີ່ເຮົາຈະປົກຄອງປະເທດດ້ວຍຄວາມສະຫງົບສຸກນັ້ນເຮົາກໍຈະຕ້ອງອີງຕາມຄວາມເຫມາະສົມຂອງປະເທດນັ້ນວ່າຄວນປົກຄອງດ້ວຍລະບົບໃດ, ແນ່ນອນຢູ່ແລ້ວວ່າແຕ່ລະລະບົບກໍໄດ້ມີຂໍ້ດີແລະຂໍ້ເສຍແຕກຕ່າງກັນໄປ.ແຕ່ການທີ່ເຮົາຈະສ້າງໃຫ້ປະເທດມີຄວາມພັດທະນານັ້ນກໍຕ້ອງເບິ່ງຕາມສະພາບຄວາມເປັນຈິງຂອງປະເທດຕົນເອງອີກດ້ວຍ.

    ตอบลบ
  9. 1. ລະບົບລັດຖະສະພາ
    - ຂໍ້ດີ: ປະຊາຊົນສາມາດເຂົ້າເຖິງລັດຖະສະພາໄດ້ ເພາະມັນເປັນສະຖາບັນຂອງປະຊາຊົນ ມີການເປິດກວ້າງທາງດ້ານການເມືອງເຮັດໃຫ້ປະຊາຊົນທົ່ວໄປສາມາດເຂົ້າເຖິງໄດ້ງ່າຍ ໂດຍທີ່ສະພາເປັນອົງກອນທີ່ມີອຳນາດສູງສຸດ
    -ຂໍ້ເສຍ: ມີການຈຳກັດອຳນາດຂອງອົງກອນອື່ນໆ ລວມເຖິງກະສັດ ເຮັດໃຫ້ມີຂໍ້ຈຳກັດໃນການບໍລິຫານຂອງລັດຖະບານ ແລະ ອົງກອນອື່ນໆ

    2.ລະບົບປະທານາທິບໍດີ
    -ຂໍ້ດີ: ມີການແບ່ງແຍກວຽກ, ອຳນາດການປົກຄອງ ແລະຂົງເຂດຮັບຜິດຊອບວຽກງານຂອງແຕ່ລະອົງກອນຢ່າງຊັດເຈນ. ມີປະທານນາທິບໍດີເປັນປະມູກລັດມີສິດອຳນາດເດັດຂາດໃນການເລືອກຕັ້ງເອົາຄະນະລັດຖະມົນຕີແລະອົງການອື່ນໆເພື່ອໃຫ້ສອດຄອງກັບແຕ່ລະວຽກງານ
    - ຂໍ້ເສຍ: ຍ້ອນວ່າປພທານາທິບໍດີມີອຳນາດສູງສຸດໃນປະເທດອາດຈະເຮັດໃຫ້ເກີດຄວາມບໍ່ທ່ຽງທຳໃນການຕັດກິນໃຈ ຫຼື ລຳອຽງ. ພ້ອມທັງການອາດຈະໃຊ້ອຳນາດທີ່ຕົນເອງມີເກີນຂອບເຂດວຽກງານ ເຊັ່ນ: ການວ່າງແຜນງົບປະມານ ຫຼື ການຮ່າງກົດໝາຍ

    3. ລະບົບເຄິ່ງປະທານາທິບໍດີ
    -ຂໍ້ດີ: ມີການຮັບຟັງອົງກອນອື່ນໆບໍ່ວ່າຈະເປັນຝ່າຍບໍລິການ, ຝ່າຍຕຸລາການ ແລະ ຝ່າຍນິຕິບັນຍັດ ເຮັດໃຫ້ມີຄວາມສົມດຸນໃນລະບົບການເມືອງການປົກຄອງ ມີຄວາມສະຖຽນລະພາບໃນການບໍລິຫານ ແລະ ຄວບຄຸມອຳນາດອື່ນໆໃຫ້ເກີດມີຄວາມສົມດຸນ ລະບົບນີ້ແມ່ນການລະສົມລະຫວ່າງ2ລະບົບກ່ອນໜ້າເພື່ອເອົາຂໍ້ດີມາລວມກັນ.
    -ຂໍ້ເສຍ: ແຕ່ລະອົງກອນແມ່ນມີອຳນາດບໍ່ເດັດຂາດໃນການເຮັດວຽກໃນຂົງເຂດຂຶງຕົນເພາະມີການຖ່ວງດຸນຈາກອຳນາດອື່ນໆ ເຊິ່ງອາດຈະເຮັດໃຫ້ປະຕິບັດວຽກຂອງຕົນໄດ້ບໍ່ເຕັມທີ່ ຫຼື ຂາດປະສິດທິພາບໄດ້.

    ตอบลบ
  10. ຕອບ
    1. ລະບົບລັດຖະສະພາ: ເປັນລະບົບທີ່ປະມຸກລັດໄຮ້ອໍານາດຫຼາຍທີ່ສຸດ ເຊິ່ງຜູ້ທີ່ມີບົດບາດສູງສຸດໃນການບໍລິຫານຈັດການປະເທດແມ່ນລັດຖະສະພາ. ສຳລັບຂໍ້ເສຍແມ່ນປະມຸກລັດຈະບໍ່ສາມາດແຊກແຊງກິດບ້ານການເມືອງໄດ້ ລັດຖະສະພາຈະກຳອຳນາດໄວ້ ເຮັດໃຫ້ລັດຖະສະພາມີອຳນາດຫຼາຍເກີນໄປ ເຊິ່ງຝ່າຍບໍລິຫານເອງກໍຖືກລັດຖະສະພາຮັດກຸມຈົນບໍ່ມີອິດສະຫຼະພາບ. ສ່ວນຂໍ້ດີແມ່ນ: ການລວມສູນອຳນາດໄວ້ທີ່ລັດຖະສະພາ ເຮັດໃຫ້ຫຼຸດຜ່ອນການເກີດຂໍ້ຂັດແຍ້ງລະຫວ່າງຝ່າຍນິຕິບັນຍັດ ແລະ ຝ່າຍບໍລິຫານ, ເຊິ່ງສະມາຊິກສະພາຜູ້ແທນລາຊະດອນທີ່ໄດ້ມາຈາກປະຊາຊົນນັ້ນກໍເປັນຂໍ້ດີທີ່ປະຊາຊົນໄດ້ມີສິດເລືອກຜູ້ແທນທີ່ຕົນໄວ້ວາງໃຈໄປປະຕິບັນໜ້າທີ່ສຳຄັນໃນການບໍລິຫານປະເທດ ກໍເຮັດໃຫ້ລັດຖະສະພາສາມາດຕັດສິນບັນຫາຂອງຊາດໄດ້ຢ່າງເຂົ້າອົກເຂົ້າໃຈປະຊາຊົນ.
    2. ລະບົບປະທານາທິບໍດີ: ຂໍ້ດີຄືມີການແບ່ງອຳນາດຢ່າງຕັດຂາດລະຫວ່າງຝ່າຍນິຕິບັນຍັດ ແລະ ຝ່າຍບໍລິຫານ ເຮັດໃຫ້ຕ່າງຝ່າຍຕ່າງສາມາດປະຕິບັດໜ້າທີ່ຂອງຕົນໄດ້ຢ່າງອິດສະຫຼະ, ໃນລະບົບນີ້ ປະມຸກລັດແມ່ນປະທານາທິບໍດີ ເຊິ່ງເປັນຜູ້ນຳໃນການບໍລິຫານປະເທດ. ຝ່າຍນິຕິບັນຍັດ ແລະ ຝ່າຍບໍລິຫານບໍ່ສາມາດກ້າວກ່າຍແຊກແຊງວຽກງານຂອງອີກຝ່າຍໄດ້ ຈຶ່ງເປັນຜົນດີເຮັດໃຫ້ແຕ່ລະຝ່າຍໄດ້ສະແດງສັກກະຍາພາບໃນການປະຕິບັດໜ້າທີ່. ນອກຈາກນີ້ ປະມຸກລັດ, ສະມາຊິກສະພາຜູ້ແທນລາຊະດອນ ແລະ ສະມາຊິກວຸດທິສະພາ ລ້ວນແລ້ວແຕ່ມາຈາກສຽງຂອງປະຊາຊົນເປັນຜູ້ເລືອກຕັ້ງ ໝາຍຄວາມວ່າໃນລະບົບນີ້ ປະຊາຊົນມີສິດມີສຽງໃນການເລືອກຜູ້ນຳ ແລະ ຜູ້ແທນຂອງຕົນໂດຍກົງ, ເຊິ່ງບໍ່ວ່າຈະຝ່າຍບໍລິຫານ ຫຼື ຝ່າຍລັດຖະສະພາກໍລ້ວນແລ້ວແຕ່ມີຄວາມຮັບຜິດຊອບໃນການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໂດນກົງ. ສຳລັບຂໍ້ເສຍ ເນື່ອງຈາກການຕັດຂາດອຳນາດຂອງແຕ່ລະຝ່າຍທີ່ບໍ່ກ່ຽວຂ້ອງກັນນັ້ນ ເມື່ອມັນຕັດຂາດແບ່ງແຍກຫຼາຍເກີນໄປ ກໍເຮັດໃຫ້ເກີດການຖົກຖຽງກັນຂຶ້ນ ເມື່ອຝ່າຍບໍລິຫານວາງນະໂຍບາຍໃດໜຶ່ງ ຫາກຝ່າຍນິຕິບັນຍັດບໍ່ເຫັນດີ ກໍເຮັດໄດ້ພຽງກ່າວຂໍ້ເຫັນຕ່າງຂອງຕົນ ແລະ ສະເໜີຂັດຄ້ານພຽງຄັ້ງດຽວ ຫາກຝ່າຍບໍລິຫານຢືນຢັນທີ່ຈະອອກນະໂຍບາຍ ຝ່າຍນິຕິບັນຍັດກໍຂັດຕື່ມບໍ່ໄດ້ ເຊິ່ງຝ່າຍບໍລິຫານກໍເຊັ່ນດຽວກັນ. ຝ່າຍບໍລິຫານ ຝ່າຍນິຕິບັນຍັດມີອຳນາດແບ່ງແຍກຫຼາຍເກີນໄປ ເມື່ອຂັດແຍ້ງກັນກໍເຮັດໃຫ້ເກີດຄວາມສັບສົນວຸ້ນວາຍຂຶ້ນ ເຊັ່ນ: ໃນສະຫະລັດອາເມຣິກາເມື່ອຜູ້ມີອຳນາດວາງນະໂຍບາຍ ຫຼື ປະຕິບັດໜ້າທີ່ບໍ່ດີປະຊາຊົນກໍຈະອອກມາເດີນຂະບວນປະທ້ວງຢ່າງຮຸນແຮງ (ຕົວຢ່າງ: ສະພາຜູ້ແທນລາຊະດອນຍື່ນຖອດຖອນ ອະດີດປະທານາທິບໍດີ Donald Trump ໃຫ້ລົງຈາກຕຳແໜ່ງ, ຈຶ່ງເຮັດໃຫ້ປະຊາຊົນຜູ້ນິຍົມ Trump ອອກມາປະທ້ວງ).
    3. ລະບົບເຄິ່ງປະທານາທິບໍດີ: ເປັນລະບົບທີ່ຢູ່ເຄິ່ງກາງລະຫວ່າງລະບົບລັດຖະສະພາ ແລະ ລະບົບປະທານາທິບໍດີ, ໃນລະບົບນີ້ ປະທານາທິບໍດີມີອຳນາດຫຼາຍຈົນສາມາດຖ່ວງດຸນອຳນາດຂອງລັດຖະສະພາ, ຝ່າຍບໍລິຫານ ແລະ ຝ່າຍນິຕິບັນຍັດ ຕ່າງມີອຳນາດບົດບາດທີ່ແຕກຕ່າງກັນ ແຕ່ກໍສາມາດອອກຄຳເຫັນຕໍ່ການປະຕິບັດໜ້າທີ່ຂອງອີກຝ່າຍໄດ້. ເວົ້າລວມກໍຄືລະບົບເຄິ່ງປະທານາທິບໍດີ ແມ່ນລະບົບທີ່ຈັບເອົາຂໍ້ດີຂອງລະບົບລັດຖະສະພາ ແລະ ລະບົບປະທານາທິບໍດີມາລວມກັນ ຄິດຄົ້ນໂດຍ Charles de Gaulle ຈຶ່ງບໍ່ມີຂໍ້ເສຍ.

    ตอบลบ
  11. ການສຶກສາລະບົບລັດຖະບານນັ້ນເພື່ອໃຫ້ເຂົ້າໃຈເລິກເຊິ່ງໃນແຕ່ລະລະບົບຈຳເປັນຕ້ອງວິເຄາະເຖິງຂໍ້ດີ ແລະ ຂໍ້ບົກພ່ອງຂອງແຕ່ລະລະບົບລັດຖະບານທີ່ກ່າວມານັ້ນໃນຄວາມຄິດຂອງຫຼານມີຄື:
    1. ລະບົບລັດຖະສະພາ.
    - ຂໍ້ດີ: ເປັນລະບົບທີ່ເປີດໂອກາດໃຫ້ຄົນທຳມະດາທີ່ເປັນສາມັນຊົນເຂົ້າໄປນັ່ງໃນສະພາ ແລະ ມີບົດບາດໃນທາງການເມືອງໄດ້.
    - ຂໍ້ບົກພ່ອງ: ລັດຖະສະພາຄວບຄຸມການເຮັດວຽກຂອງຝ່າຍບໍລິຫານຫຼາຍເກີນໄປ.
    2. ລະບົບປປະທານາທິບໍດີ.
    - ຂໍ້ດີ: ປະຊາຊົນສາມາດເລືອກປະທານາທິບໍດີໄດ້, ຝ່າຍບໍລິຫານມີອິດສະຫຼະ ແລະ ອຳນາດເຕັມທີ່່ໃນສ່ວນວຽກງານຂອງຕົນເອງ.
    - ຂໍ້ບົກພ່ອງ: ມີການແບ່ງແຍກອຳນາດຫຼາຍເກີນໄປ ເຮັດໃຫ້ປາສະຈາກການຄວບຄຸມເຊິ່ງກັນ ແລະ ກັນລະຫວ່າງສະພາ ແລະ ລັດຖະບານ.
    3. ລະບົບເຄິ່ງປະທານາທິບໍດີ.
    - ຂໍ້ດີ: ເປັນລະບົບທີ່ເອົາຂໍ້ດີຂອງ ລະບົບລັດຖະສະພາ ແລະ ລະບົບປະທານາທິບໍດີມາປະສົມເຂົ້າກັນຈົນກາຍເປັນລະບົບເຄິ່ງປະທານາທິບໍດີ. ເຊິ່ງປະທານາທິບໍດີມີອຳນາດຫຼາຍທີ່ສຸດ ແລະ ປະທານາທິບໍດີຕ້ອງໄດ້ຮັບການເລືອກຕັ້ງຈາກປະຊາຊົຍໂດຍກົງ.
    - ຂໍ້ບົກພ່ອງ: ມີການຈຳກັດອຳນາດ ຫຼື ບົດບາດຂອງລັດຖະສະພາໃນການອອກກົດໝາຍຈຳນວນໜຶ່ງເຊັ່ນວ່າ: ສາມາດອອກກົດໝາຍໄດ້ບາງປະເພດຕາມທີ່ລັດຖະທຳມະນູນກຳນົດເທົ່ານັ້ນ.

    ตอบลบ
  12. 1 ລະບົບລັດຖະສະພາ
     ຂໍ້ດີ: ປະຊາຊົນເປັນເຈົ້າຂອງອໍານາດອະທິປະໄຕ, ປະຊາຊົນເປັນຜູ້ເລືອກສະມາຊິກລັດຖະສະພາ.
     ຂໍ້ບົກຜ່ອງ: ຄືລະບົບລັດຖະສະພານີ້ຍັງມຂໍ້ຈໍາກັດ ເນື່ອງຈາກປະເທດອັງກິດທີ່ເປັນຕົ້ນແບບນັ້ນມີພັກການເມືອງທີ່ມີຄວາມເຂັ້ມແຂງຫຼາຍ ຫາກນໍາໄປໃຊ້ໃນປະເທດທີ່ພັກການເມືອງບໍມີຄວາມເຂັ້ມແຂງຄືຫົວໜ້າພັກບໍ່ສາມາດຄວບຄຸມສະມາຊິກໄດ້ ທັງຍັງພາຫ້ເກີດຂໍ້ຂັດແຍ່ງໃນສະພາເນື່ອງຈາກການຮວມຕົວຂອງຫຼາຍພັກ ແລະ ເປັນເຫດເຮັດໃຫ້ລັດຖະບານບໍ່ມີຄວາມໝັ້ນຄົງ
    2 ລະບົບປະທານນາທິບໍດິ
     ຂໍ້ດີ: ປະທານນາທິບໍດີແມ່ນມາຈາກການເລືອກຕັ້ງຂອງປະຊາຊົນໂດຍກົງ, ປະທານານທິບໍດີມີສິດເດັດຂາດໃນການເລືອກຄະນະລັດຖະບານຂອງຕົນເອງ, ລັດຖະມົນຕີມີເວລາເຕັມທີ່ໃນການປະຕິບັດໜ້າທີ່ວຽກງານຂອງຕົນເພາະບໍ່ໄດ້ຮັບຜິດຊອບຕໍ່ສະພາ, ປະທານນາທິບໍດີຍັງມີອຳນາດຢ່າເຕັມທີ່ ແລະ ເດັດຂາດໃນການຕັດສິນໃຈໃນກໍລະນີເກີດວິກິກການສຸກເສີນ.
     ຂໍ້ບົກຜ່ອງ: ປະທານນາທິບໍດີຈະບໍ່ສາມາດບໍລິຫານງານໄດ້ຢ່າງລາບລື່ນເພາະສັງກັດຢູ່ຄົນລະພັກກັບພັກທີ່ມີສຽງຂ້າງຫຼາຍໃນສະພາ.
    3 ລະບົບເຄິ່ງປະທານນາທິບໍດີ:
     ຂໍ້ດີ: ປະຊາຊົນເປັນຜູ້ເລືອກປະທານນາທິບໍດິ ແລະ ສະມາຊິກສະພາໂດຍກົງ, ປະທານນາທິບໍດີມີອໍານາດເດັດຂາດ ແລະ ມີອິດສະຫຼະໃນການປະຕິບັດວຽກງານ, ການແຍກອໍານາດທາງການເມືອງ ແລະ ອໍານາດບໍລິຫານເຮັດໃຫ້ແຕ່ລະອໍານາດມີເວລາປະຕິບັດໜ້າທີ່ຕົນຢ່າງເຕັມສ່ວນທັງຍັງມີປະສິດທິຜົນສູງສຸດ.
     ຂໍ້ບົກຜ່ອງ: ໃນລະບົບນີ້ຄະນະລັດຖະມົນຕີເຮັດວຽກລໍາບາກຫຼາຍກວ່າລະບົບອື່ນເພາະຕ້ອງຮັບຜິດຊອບຕໍ່ສະພາ ແລະ ຕໍ່ປະທານນາທິບໍດີໄປພ້ອມກັນ

    ตอบลบ
  13. ການສຶກສາລະບົບລັດຖະບານນັ້ນເພື່ອໃຫ້ ເຂົ້າໃຈເລິກເຊິ່ງໃນແຕ່ລະລະບົບຈຳເປັນຕ້ອງ ວິເຄາະເຖິງຂໍ້ດີ ແລະ ຂໍ້ບົກພ່ອງຂອງແຕ່ລະ ລະບົບລັດຖະບານທີ່ກ່າວມານັ້ນໃນຄວາມ ຄິດຂອງນ້ອງຄື:
    ລະບົບລັດຖະສະພາ
    ຂໍ້ດີແມ່ນປະຊາຊົນທຳມະດາເຂົ້າໄປມີສິດມີສຽງໃນສະພາໄດ້.
    ຂໍ້ບົກຜ່ອງລັດຖະສະພາກຸມອຳນາດັລາຍເກີນໄປ.
    ລະບົບປະທານາທິບໍດີ
    ຂໍ້ດີມີການເເບ່ງອຳນາດຢ່າງຊັດເຈນຈະບໍ່ມີຝ່າຍໃດຈະເຂົ້າແຊກແຊງອີກຝ່າຍໄດ້.
    ຂໍ້ບົກຜ່ອງຄືມີການເເບ່ງອຳນາດຫລາຍຝ່າຍ,ອາດຈະຫ້າມຫລືສະກັດກັ້ນເປັນໄປໄດ້ຢາກເພາະເຮັດວຽກຄົນລະຫນ້າທີ່.
    ລະບົບເຄິ່ງປະທານນາທິບໍດີ
    ຂໍ້ດີມີການຮັບຟັງຈາກພາກສ່ວນຕ່າງໆເຮັດໃຫ້ມີຄວາມເປັນທຳໃນລະບົບການເມືອງແລະທຸກໆຝ່າຍກໍປະຕິບັດໄດ້ດີທີ່ສຸດ.
    ຂໍ້ບົກຜ່ອງ:ໄດ້ຮັບຜິດຊອບຫລາຍດ້ານ,ສາມາດອອກກົດຫມາຍໄດ້ຕາມຂໍ້ຕົກລົງຂອງລັດຖະທຳມະນູນເທົ່ານັ້ນ.

    ตอบลบ
  14. ຕາມການວິເຄາະ1.ລະບົບລັດຖະສະພາ ຂໍ້ດີຂອງມັນແມ່ນການເນັ້ນສ້າງໃຫ້ສະພາມີຄວາມເຂັ້ມແຂງເໜືອສີ່ງອື່ນໃດພ້ອມທັງເປັນການເອົາໃຈປະຊາຊົນໃຫ້ມາເຄົາລົບສະພາຫຼາຍກວ່າກະສັດແລະອີກຢ່າງໜື່ງລະບົບນີ້ຖືວ່າເປັນການເປີດສາກໃຫ້ແກ່ປະຊາຊົນໄດ້ມີສິດເປັນຂອງຕົນເອງໃນການມີສ່ວນຮ່ວມໃນວຽກງານການບໍລິຫານ . ຂໍ້ບົກພ່ອງຂອງມັນແມ່ນການມີຫຼາຍພັກການເມືອງນັ້ນອາດຈະສ້າງຄວາມຫຍຸ່ງຍາກໃນການບໍລິຫານຈັດການເພາະວ່າແຕ່ລະພັກນັ້ນກໍອາດຈະມີແນວຄິດທີ່ແຕກຕ່າງກັນແລະຍຶດໝັ້ນໃນອຸດົມການຂອງຕົນເຊິ່ງກະສັດບໍ່ມີສິດໃນການແກ້ໄຂໃດໆ.
    ຕາມການວິເຄາະ2.ລະບົບປະທານາທິບໍດີ ຂໍ້ດີຂອງມັນແມ່ນເນັ້ນໃສ່ການປະຕິບັດຕາມລັດຖະທໍາມະນູນທີ່ເປັນລາຍລັກອັກສອນທີ່ມີການເຫັນດີເຫັນພ້ອມຂອງປະຊາຊົນ ເຊິ່ງປະທານາທິບໍດີກໍໄດ້ມີການແບ່ງອໍານາດຕາມລັດຖະທໍາມະນູນໃນການບໍລິຫານເພື່ອເປັນການຈໍາກັດຂໍ້ຂັດແຍ້ງຕ່າງໆແລະເພື່ອໃຫ້ແຕ່ລະຝ່າຍແກ້ໄຂບັນຫາສະເພາະຂອງຕົນເທົ່ານັ້ນ. ຂໍ້ບົກພ່ອງຂອງມັນກໍຄືການໃຫ້ສິດຕໍ່ປະທານາທິບໍດີຫຼາຍເກີນໄປແລະການໄດ້ມາກໍບໍ່ໄດ້ມາຈາກປະຊາຊົນໂດຍກົງເຊິ່ງມັນອາດຈະເປັນຊ່ອງຫວ່າງໃຫ້ແກ່ຂໍ້ຂັດແຍ້ງລະຫວ່າງສະພາກັບຝ່າຍບໍລິຫານ.
    ຕາມການວິເຄາະ3 ລະບົບແບບເຄີ່ງປະທານາທິບໍດີ ຂໍ້ດີຂອງມັນແມ່ນມີຫຼາຍເພາະເປັນການດັດປັບຂໍ້ບົກພ່ອງຕ່າງໆທີ່ບໍ່ສອດຄ່ອງກັບການບໍລິຫານຂອງທັງສອງລະບົບທີ່ຜ່ານມາທີ່ເຫັນວ່າຄວນແກ້ແລະສີ່ງໃດຄວນນໍາມາໝູນໃຊ້ໃຫ້ເກີດປະໂຫຍດແກ່ການບໍລິຫານງານຂອງຕົນ,ພ້ອມທັງເປັນການເປີດໂອກາດໃຫ້ປະຊາຊົນໄດ້ມີສິດໃນການເລືອກປະມຸກລັດດ້ວຍຕົນເອງ.ຂໍ້ບົກພ່ອງຂອງມັນກໍຄືການທີ່ປະທານາທິບໍດີມີອໍານາດສູງສຸດໃນການບໍລິຫານນັ້ນອາດຈະສ້າງໃຫ້ເກີດຄວາມບໍ່ພໍໃຈແກ່ກຸ່ມຄົນບາງກຸ່ມ.

    ตอบลบ
  15. 1. ຈຸດດີ: ສາມາດເວົ້າໄດ້ວ່າເປັນສະພາທີ່ລວມປະຊາຊົນແຕ່ລະຊົນຊັ້ນ ແລະ ເປີດໂອກາດຢ່າງກ້ວງຂວາງຂອງປະຊາຊົນທໍາມະດາມີບົດບາດທາງດ້ານການເມືອງ ແລະ ມີຄວາມສາມາດເຂົ້າໄປເປັນສະມາຂິກສະະາໄດ້.
    - ຈຸດອ່ອນ: ເປັນລະບົບລັດຖະສະພາ ທີ່ເຮັດໃຫ້ຝ່າຍບໍລິຫານຖືກຄອບຄຸມ ຫຼືຢູ່ພາຍໃຕ້ອໍານາດຫລາຍຈົນເກີນໄປ ເຮັດໃຫ້ປະມຸກລັດມິອໍານາດໜ້ອຍ ແລະ ຖືກຈໍາກັດໃນການໃຊ້ອໍານາດໃນການບໍລິຫານປະເທດຫຼາຍ.
    •ລະບົບປະທານາທິບໍດີ:
    2. ຈຸດດີ: ລະບົບປະທານາທິບໍດີ ແມ່ນໄດ້ອີງຕາມ ທິດສະດີ ຂອງທ່ານ ມອງເຕດສກີເອີ ເຊິ່ງໄດ້ມີການແບ່ງອໍານາດລັດອອກເປັນ 3ຝ່າຍຢ່າງຈະແຈ້ງ ແລະ ການປະຕິບັດໜ້າທີ່ຂອງແຕ່ລະຝ່າຍຢ່າງຊັດເຈນ ແລະ ປະທານາທິບໍດີກໍ່ແມ່ນຖືກແຕ່ງຕັ້ງຈາກປະຊາຊົນໂດຍກົງ.
    - ຈຸດອ່ອນ: ຍ້ອນລະບົບປະທານາທິບໍ ແມ່ນລະບົບທີ່ຖືດເລືອກມາຈາກປະຊາຊົນໂດຍກົງ ແລະ ສະພາເອງກໍຖືກເລືອກຕັ້ງຈາກປະຊາຊົນໂດຍກົງເຊັ່ນກັນ, ຈື່ງເປັນສາເຫດທີ່ເຮັດໃຫ້ ສະພາບໍ່ມີສິດອໍານາດເໜືອກ່ອນລັດຖະບານ ຈຶ່ງເຮັດໃຫ້ການລົງເລິກກວດສອບບໍ່ເຄັ່ງຄັດຄືກັບລະບົບອື່ນ ແລະ ຍ້ອນການແຍ່ງອໍານາດທັງ 3ຝ່າຍແບບຢ່າງເຄັ່ງຄັດຈະແຈ້ງຈົນເກີນໄປ ຈົນເຮັດໃຫ້ອໍານາເທັງ 3ຝ່າຍບໍ່ມີສິດອໍານາດເກາະກາຍກັນໄດ້ ຊຶ່ງເປັນການເປີດໂອກາດໃນການໃຊ້ອໍານາດຂອງຝ່າຍໃດຝ່າຍໜຶ່ງໃນການບໍລິຫານແບບບໍ່ເໜາະສົມກໍໄດ້.
    •ລະບົບເຄິ່ງປະທານາທິບໍດີ:
    3. ຈຸດດີ: ເປັນລະບົບທີ່ພັດທະນາມາຈາກການປະສົມປະສານລະຫວ່າງລະບົບລັດຖະສະພາ ແລະ ລະບົບປະທານາທິບໍດີ ເພື່ອເໝາະໃຫ້ແກ່ແຕ່ລະປະເທດເຊິ່ງໃນຝ່າຍບໍລິຫານ ແມ່ນປະທານາທິບໍດີມີອໍານາດສູງສຸດໃນການບໍລິຫານ ແລະ ແຕ່ງຕັ້ງນາຍຍົກລັດຖະມົນຕີ ແລະ ລັດຖະສະພາຍັງມີອໍານາດໃນການຄອບຄຸມ ດູແລ ການປະຕິບັດວຽກງານຂອງລັດຖະບານໃຫ້ໄປຕາມທີ່ສະເໜີມາຕໍ່ສະພາອີກດ້ວຍ.
    - ເຫັນວ່າຄະນະລັດຖະມົນຕີໃນລະບົບເຄິ່ງປະທານນາທິບໍດີນີ້ຂ່ອນຄ້າງປະຕິບັດໜ້າທີ່ລຳບາກກ່ອນລະບົບອື່ນ ເພາະວ່າຕ້ອງໄດ້ຮັບຜິດຕໍ່ປະທານາທິບໍດີ ແລະ ສະພາ ຖ້າຫາກວ່າບາງປະເທດທີ່ມີພົນລະເມືອງອາດເຮັດໃຫ້ລັດຖະສະພາບໍ່ປະສິດຕິພາບໃນການປະຕິບັດໜ້າທີ່ ຫຼືໃນກໍລະນີທີ່ປະທານາທິບໍດີບໍ່ມີປະສິດຕິພາບແທ້ໆ ກໍເຮັດໃຫ້ການຄວບຄຸມຄະນະ”ັດຖະມົນຕີ ຫຼືປະສານງານກັບສະພາບໍ່ໄດ້ກໍ່ຍ່ອມເກີດມີຄວາມວຸ່ນວາຍຂື້ນຫລາຍ.
    ທັງນີ້ທັງນັ້ນ ເປັນການສະແດງຄວາມຄິດເຮັດ ທີ່ໄດ້ຄົ້ນຄ້ວາໃນບົດຮຽນ ແລະ ນອກບົດຮຽນ ອາດຈະຖືກຫລືຜິດ ກໍຕ້ອງຂໍອະໄພ.

    ตอบลบ
  16. ຕາມທີ່ໃດ້ອ່ານແລະສືກສາຄົ້ນຄ້ວາລະບົບລັດຖະບານສາມລະບົບນີ້ແມ່ນລະບົບໃດແມ່ນກໍ່ຕ່າງມີຂໍ່ດີແລະຂໍ່ບົກພ່ອງທີ່ແຕກຕ່າງກັນບາງລະບົບລັດຖະບານກໍ່ມີປະທານາທີ່ບໍດີເປັນປະມຸກລັດແລະບາງລະບົບປະມຸກລັດຂອງຊາດກັບຫົວຫນ້າລັດຖະບານບໍ່ແມ່ນຄົນດງວກັນແລະປະມຸກລັດບໍ່ມີສ່ວນຮ່ວມໃນການບໍລິຫານປະເທດເປັນພງງຜູ້ນຳເທົ່ານັ້ນນອກຈາກນີ້ບາງລະບົບລັດຖະບານຍັງໃຫ້ສິດແກ່ປະຊາຊົນໃນການລົງມະຕິການລົງນາມເລືອກຕັ້ງໃຫ້ສິດໃນດ້ານການເມືອງແກ່ປະຊາຊົນເພາະສະນັ້ນບັນດາລະບົບລັດຖະບານເຫລົ່ານີ້ຈື່ງເປັນພື້ນຖານແກ່ການບໍລິຫານຫລືພັດທະນາປະເທດແລະກໍ່ສຸດແລ້ວແຕ່ປະເທດໃດຈະນຳມາໃຊ້ວ່າມັນມີຄວາມເຫມາະສົມຫລືສອ່ດຄ່ອງກັບຄວາມເປັນຈີງໃນປະເທດນັ້ນ.

    ตอบลบ
  17. ລະບົບລັດຖະສະພາ
    - ຂໍ້ດີ: ເນື່ອງຈາກຝ່າຍບໍລິຫານ ແລະ ຝ່າຍນິຕິບັນຍັດ ມາຈາກແຫຼ່ງດຽວກັນ ດ້ວຍເຫດນີ້ ໃນການປະຕິບັດງານຂອງລັດຖະບານ ຈຶ່ງດຳເນີນໄປຢ່າງລາບລື່ນ
    - ຂໍ້ບົກຜ່ອງ: ຝ່າຍບໍລິຫານ ກໍ່ຄື ລັດຖະບານມາຈາກສຽງສ່ວນຫຼາຍຂອງຝ່າຍນິຕິບັນຍັດ ດັ່ງນັ້ນ, ລັດຖະບານສາມາດໃຊ້ສຽງສ່ວນຫຼາຍຄວມຄຸມຝ່າຍນິຕິບັນຍັດ ແລະ ຍຸບສະພາໄດ້.
    ລະບົບປະທານາທິບໍດີ
    - ຂໍ້ດີ: ຝ່າຍບໍລິຫານມີອິດສະຫຼະ ແລະ ມີອຳນາດເຕັມທີໃນວຽກງານບໍລິຫານ ບໍ່ຖືກຄວມຄຸມໂດຍສະພາ ແລະ ບໍ່ມີຄວາມຮັບຜິດຊອບຕໍ່ສະພາ
    - ຂໍ້ບົກຜ່ອງ: ປະທານາທິບໍດີ ບໍ່ມີສຽງສ່ວນຫຼາຍໃນສະພາ
    ລະບົບເຄິ່ງປະທານາທິບໍດີ
    - ຂໍ້ດີ: ປະທານາທິບໍດີມີອຳນາດຖ່ວງດຸນລັດຖະສະພາ ແລະ ນາຍົກ-ຄະນະລັດຖະມົນຕີເປັນຜູ້ໃຊ້ອຳນາດບໍລິຫານຢ່າງແທ້ຈິງ.
    ໍ- ຂໍ້ບົກຜ່ອງ: ນາຍົກ-ຄະນະລັດຖະມົນດີເຮັດວຽກລຳບາກຫຼາຍກວ່າລະບົບອື່ນ ເພາະຕ້ອງຮັບຜິດຊອບຕໍ່ສະພາ ແລະ ປະທານາທິບໍດີ.
    👉 👍 ລຳດັບທີ 29 CL ກ.

    ตอบลบ
  18. ຕາມຄວາມຄິດເຫັນຂອງນ້ອງແບ້ວເຫັນວ່າທັ່ງ3ລະບົບນັ້ນມີທັ່ງຂໍ້ດີແລະຂໍ້ເສຍດັ່ງນີ້:
    »ລະບົບລັດຖະສະພາ
    -ຂໍ້ດີ: ເປັນສະຖາບັນທາງການເມືອງດຽວທີ່ປະຊາຊົນທຳມະດາສາມາດເຂົ້າໄປມີບົດບາດທາງການເມືອງໄດ້ ໂດຍບໍ່ຈຳແນກຊົນຊັ້ນ ແລະ ຊົນເຜົ່າ.
    -ຂໍ້ເສຍ: ລັດຖະສະພາອາດຈະຄວບຄຸມການປະຕິບັດຫນ້າທີ່ຂອງຝ່າຍບໍລິຫານຫລາຍເກີນໄປ . ອາດເກີດຄວາມຫຍຸ້ງຍາກໃນການຈັດຕັ້ງລັດຖະບານເນື່ອງຈາກມີຫລາຍພັກຫລາຍຝ່າຍເຊິ່ງອາດເຮັດໃຫ້ລັດຖະບານບໍ່ມີຄວາມຫມັ້ນຄົງເພາະເປັນລັດຖະບານປະສົມ.
    »ລະບົບປະທານາທິບໍດີ
    -ຂໍ້ດີ: ປະທານາທິບໍດີມາຈາກການເລືອກຕັ້ງຂອງປະຊາຊົນ ເຊິ່ງປະຊາຊົນສາມາດໃຊ້ສິດໃນການເລືອກຕັດສິນໃຈໄດ້ດ້ວຍຕົວເອງ ແລະ ດ້ວຍຄວາມເຕັມໃຈ. ມີການຈັດແບ່ງອຳນາດການປົກຄອງແລະຫນ້າທີ່ຮັບຜິດຊອບໃນວຽກງານຂອງແຕ່ລະຝ່າຍຢ່າງຊັດເຈນ
    -ຂໍ້ເສຍ: ໃນລະບົບນີ້ ໄດ້ມີການຍຶດຫລັກການແບ່ງອຳນາດຢ່າງເດັດຂາດແລະເຄັ່ງຄັດຈົນເກີນໄປ. ປະທານາທິບໍດີອາດຈະບໍລິຫານປະເທດໄດ້ບໍ່ເຕັມທີ່ ເນື່ອງຈາກມີຫລາຍພັກຫລາຍຝ່າຍເຊິ່ງອາດເກີດການຂັດແຍ່ງກັນໂດຍສະເພາະເມື່ອຕ້ອງການທີ່ຈະອອກກົດຫມາຍສະບັບຫນຶ່ງ
    »ລະບົບເຄິ່ງປະທານາທິບໍດີ
    -ຂໍ້ດີ: ເປັນລະບົບທີ່ຢູ່ເຄິ່ງກາງລະຫວ່າງລະບົບລັດຖະສະພາແລະລະບົບປະທານາທິບໍດີ ເວົ້າລວມແລ້ວກໍ່ຄື ລະບົບນີ້ໄດ້ນຳເອົາທັ່ງຂໍ້ດີແລະຂໍ້ເສຍຂອງທັ່ງ2ລະບົບມາປັບປ່ຽນແລະນຳໃຊ້. ໃນລະບົບນີ້ປະທານາທິບໍດີມີອຳນາດສູງສຸດທີ່ສາມາດຖ່ວງດຸນກັບລັດຖະສະພາໄດ້ ແລະ ຍັງເປັນຜູ້ແບ່ງອຳນາດການບໍລິຫານໃຫ້ກັບຄະນະລັດຖະມົນຕີ
    -ຂໍ້ເສຍ ຝ່າຍບໍລິຫານເຊິ່ງກໍ່ຄືນາຍົກລັດຖະມົນຕີແລະຄະນະລັດຖະມົນຕີ ຈະໄດ້ຫນ້າທີ່ຮັບຜິດຮັບຊອບຫລາຍກ່ວາໃນລະບົບອື່ນ ເພາະຈະຕ້ອງໄດ້ຮັບຜິດຊອບຕໍ່ທັ່ງ2ອົງກອນຄື: ລັດຖະສະພາແລະປະທານາທິບໍດີ.

    ตอบลบ
    คำตอบ
    1. ການສຶກສາເຖິງລະບົບລັດຖະບານນັ້ນເພື່ອໃຫ້ເຂົາໃຈເລິກເຊິ່ງໃນແຕ່ລະລະບົບ ຈຳເປັນຕ້ອງວິເຄາະເຖິງຂໍ້ດີ ແລະ ຂໍ້ບົກພ່ອງຂອງແຕ່ລະລະບົບລັດຖະບານທີ່ກ່າວມານັ້ນມີຄື:
      ແຕ່ລະລະບົບລ້ວນແຕ່ມີຂໍ້ດີແລະຂໍ້ບົກພ່ອງແຕກຕ່າງກັນຄື:
      1. ລະບົບລັດຖະສະພາ
      ຂໍ້ດີ: ເປີດໂອກາດໃຫ້ປະຊາຊົນທີ່ເປັນສາມັນຊົນເຂົ້າໄປນັ່ງໃນສະພາ, ປະຊາຊົນເຈົ້າຂອງອໍານາດອະທິປະໄຕ ມີສິດເປັນຕົນເອງ, ປະຊາຊົນສາມາດເຂົ້າເຖິງລັດຖະສະພາໄດ້
      ຂໍ້ເສຍ: ເຮັດໃຫ້ເກີດຄວາມຍຸ້ງຍາກໃນການຈັດຕັ້ງລັດຖະບານ ແລະ ເຮັດໃຫ້ລັດຖະບານທີ່ໄດ້ມາບໍ່ມີຄວາມໝັ້ນຄົງ ແລ້ວກໍອາດຈະຖືກລັດຖະສະພາຮັດກຸມຈົນບໍ່ມີອິດສະຫຼະພາບ.
      2. ລະບົບປະທານາທິບໍດີ
      ຂໍ້ດີ: ປະທານນາທິບໍດີແມ່ນມາຈາກການເລືອກຕັ້ງຂອງປະຊາຊົນໂດຍກົງ, ການເເບ່ງອຳນາດຢ່າງຊັດເຈນ, ຝ່າຍບໍລິຫານຈະມີອິດສະຫຼະໃນສ່ວນງານວຽກຂອງຕົນເອງ ມີອຳນາດເຕັມທີ່ໃນວຽກງານດ້ານບໍລິຫານ, ຈະບໍ່ຖືກຄວບຄຸມໂດຍສະພາ.
      ຂໍ້ເສຍ: ແມ່ນການດຳເນີນງານບໍລິຫານປະເທດຂອງປະທານາທິບໍດີກໍຂະບໍ່ຄ່ອຍເປັນໄປດ້ວຍດີເທົ່າ ແລ້ວອາດຈະເຮັດໃຫ້ເກີດຄວາມບໍ່ທ່ຽງທຳໃນການຕັດກິນໃຈ ຫຼື ລຳອຽງ ຂອງປະທານະທິບໍດີ
      3. ລະບົບເຄິ່ງປະທານາທິບໍດີ
      ຂໍ້ດີ: ເປັນລະບົບທີ່ມີຄວາມເປັນອິດສະຫຼະ,ປະທານະທິບໍດີມີສິດທີ່ຈະເລືອກລັດຖະບານມາເຮັດວຽກຂອງຕົນ ທີ່ບໍ່ຈຳເປັນຈະຕ້ອງໄປຫາສຽງໃນສະພາ
      ຂໍ້ເສຍ: ຄະນະລັດຖະມົນດີເຮັດວຽກລຳບາກຫຼາຍກວ່າ, ອາດຈະບໍ່ມີຄວາມເປັນໄປໄດ້ໃນລະບົບ

      ลบ
  19. ความคิดเห็นนี้ถูกผู้เขียนลบ

    ตอบลบ
  20. ລະບົບລັດຖະບານແຕ່ລະລະບົບມີຂໍ້ດີແລະຂໍ້ບົກພ່ອງຄື:
    -ລະບົບລັດຖະສະພາ:ມີຂໍ້ດີທີ່ລັດເປີດກ້ວາງໃຫ້ປະຊາຊົນສາມາດມີສິດທີ່ປະກອບສ່ວນທາງດ້ານການເມືອງຮ່ວມມືກັນບໍລິຫານປົກຄອງ.ແຕ່ກໍມີຂໍ້ເສຍກະສັດບໍ່ມີສິດບໍລິຫານ,ຄະນະລັດຖະມົນຕີຖືກຄວບຄຸມຈາກສະພາ,ຖ້າຫາກຄະນະລັດຖະມົນຕີປະຕິບັດໜ້າທີ່ບໍ່ໄດ້ຕາມສະພາກໍຈະຖືກລົງມະຕິບໍ່ໄວ້ວາງໃຈແລະຖືກປົດຕຳແໜ່ງ.
    -ລະບົບປະທານາທິລາດິ:ມີຂໍ້ດີຄືການຈັດແບ່ງລະບົບການປົກຄອງກັນຢ່າງຊັດເຈນໂດຍບໍ່ສາມາດແຊກແຊງເຂົ້າວຽກງານກັນໄດ້.ແຕ່ກໍມີຂໍ້ເສຍຄືບໍ່ມີລັດຖະມົນຕີ,ປະທານາທິບໍດີມີອຳນາດສູງສຸດທີ່ຈະອອກຄຳສັ່ງຕາມທີ່ຕ້ອງການໂດຍສະພາບໍ່ມີສິດຫຍຸ້ງກ່ຽວໄດ້.
    -ລະບົບເຄິ່ງປະທານາທິບໍດີ:ມີຂໍ້ດີຄືລະບົບນີ້ເບິ່ງລວມແລ້ວກໍຄືເອົາສອງລະຂ້າງເທິງມານຳໃຊ້ເຊິ່ງຍົກສູງອຳນາດຂອງປະທານາທິບໍດີຫຼາຍກວ່າລະບົບລັດຖະສະພາ,ອຳນາດບໍລິຫານເປັນຂອງລັດຖະບານ.ແຕ່ກໍຍັງມີຂໍ້ເສຍຄືໄດ້ກຳນົດອຳນາດແລະບົດບາດຂອງລັດຖະສະພາໃນການອອກກົດໝາຍ,ຄະນະລັດຖະມົນຕີຕ້ອງມີຄວາມຮັບຜິດຊອບຕໍ່ສະພາ.ຖ້າສະພາລົງມະຕິບໍ່ໄວ້ວາງໃຈແລ້ວຄະນະລັດຖະມົນຕີຕ້ອງລາອອກທັ້ງຄະນະຫຼືບຸກຄົນແຕ່ປະທານາທິບໍດີຍັງຄົງດຳລົງຕຳແໜ່ງຄືເກົ່າ.ສຳຫຼັບແຕ່ລະລະບົບກໍມີຂໍ້ດີແລະຂໍ້ເສຍແຕກຕ່າງກັນຂຶ້ນກັບການທີ່ຈະນຳໄປໃຊ້ໃນແຕ່ລະປະເທດໂດຍອີງໃສ່ສະພາບຄວາມເໝາະສົມຂອງແຕ່ລະປະເທດ.

    ตอบลบ

แสดงความคิดเห็น