ໂດຍ:
ປັນຍາສັກ ແສງອ່ອນແກ້ວ
ທິດສະດີມາກ
- ເລນິນ ກ່ຽວກັບລັດ ແລະ ກົດໝາຍ
I. ຄວາມຮັບຮູ້ພື້ນຖານກ່ຽວກັບທິດສະດີລັດ
ແລະ ກົດໝາຍ
ທິດສະດີລັດ ແລະ ກົດໝາຍ ແມ່ນວິທະຍາສາດສັງລວມລະດັບປັດຊະຍາ
ຊຶ່ງອີງໃສ່ຂໍ້ມູນ (ມູນຖານ) ຂອງວັດຖຸນິຍົມສັດຈະວິພາກ
ແລະ ວັດຖຸນິຍົມປະວັດສາດ, ສະນັ້ນເພື່ອເປັນການເຂົ້າໃຈກ່ອນອື່ນໝົດຈຶ່ງມີຄວາມຈຳເປັນ
ຕ້ອງຮູ້ບາງຄວາມຮູ້ພື້ນຖານຂອງປັດຊະຍາ ຊຶ່ງຄວາມຮູ້ທີ່ເປັນພື້ນຖານ ແລະ ມີຄວາມສຳຄັນດັ່ງຕໍ່ໄປນີ້:
ສັງຄົມບໍ່ພຽງແຕ່ແມ່ນກຸ່ມຄົນເທົ່ານັ້ນ
ແຕ່ແມ່ນການຈັດຕັ້ງສະຫຼັບສັບຊ້ອນ. ທິດສະດີມາກ-ເລນິນຖືວ່າສັງຄົມແມ່ນ " ຮ່າງກາຍອັນໜຶ່ງທີ່ມີຊີວິດ ແລະ
ມີການຂະຫຍາຍຕົວ ", ມີຄວາມເປັນເອກະພາບອັນແນ່ນອນ, ໃນນັ້ນມີການຈັດຕັ້ງຂອງສາຍພົວພັນຕ່າງໆ. ບັນດາປາກົດການໃນສັງຄົມແບ່ງອອກເປັນສອງໝວດໃຫຍ່
:
1. ເສດຖະກິດ, ສາຍພົວພັນການຜະລິດ,
ພື້ນຖານເສດຖະກິດ.
2. ລັດ ແລະ ກົດໝາຍ, ຈັນຍາທຳ, ສິນລະປະ, ຮູບການອື່ນຂອງສະຕິສັງຄົມ ແລະ ສຳນັກງານທີ່ສອດຄ່ອງກັບຮູບການດັ່ງກ່າວ.
ກ່ຽວກັບໂຄງບົນ ກ. ມາກ ໄດ້ຂຽນວ່າ
: " ການຜະລິດຂອງສັງຄົມ ແຫ່ງຊີວິດຕົນນັ້ນ ຄົນມີສາຍພົວພັນອັນແນ່ນອນ, ຈຳເປັນບໍ່ຂຶ້ນກັບເຈດຈຳນົງຂອງພວກເຂົາເຈົ້າ
ຊຶ່ງແມ່ນສາຍພົວພັນການຜະລິດ ..." ບັນດາສາຍພົວພັນການຜະລິດເຫຼົ່ານີ້ ປະກອບເປັນໂຄງປະກອບເສດຖະກິດຂອງສັງຄົມ, ໂຄງລ່າງອັນແທ້ຈິງເທີງໂຄງລ່າງນີ້ມີໂຄງບົນຊຶ່ງມີກົດໝາຍ ແລະ
ການເມືອງ,
ມີບັນດາຮູບການອັນແນ່ນອນຂອງສະຕິສັງຄົມ
ທີ່ສອດຄ່ອງກັບມັນ . ວິທີການຜະລິດຂອງຊີວິດທາງດ້ານວັດຖຸກໍານົດຂະບວນວິວັດ
ທາງດ້ານສັງຄົມ, ການເມືອງ ແລະ ຈິດໃຈ
ຂອງຊີ ວິດສັງຄົມ, ໂດຍທົ່ວໄປບໍ່ແມ່ນສະຕິຂອງສັງຄົມ
ກຳນົດການເປັນຢູ່ຂອງພວກເຂົາ, ກົງກັນຂ້າມແມ່ນການເປັນຢູ່ທາງດ້ານວັດຖຸຂອງພວກເຂົາເຈົ້າ
ທີ່ກຳນົດສະຕິຂອງພວກເຂົາເຈົ້າ.
ທ່ານ ເລນິນ ໄດ້ຂຽນວ່າ
ຊົນຊັ້ນແມ່ນກຸ່ມພື້ນຖານຂອງສັງຄົມໃນລະດັບອັນແນ່ນອນ ແຫ່ງການຂະ ຫຍາຍຕົວຂອງສັງຄົມ.
ຊົນຊັ້ນແມ່ນ " ກຸ່ມຄົນຈຳນວນຫຼວງຫຼາຍ
ທີ່ແຕກຕ່າງກັນຕາມຖານະຂອງພວກເຂົາເຈົ້າໃນລະບົບອັນແນ່ນອນທາງດ້ານປະວັດດສາດ ຂອງການຜະລິດ
ຂອງສັງຄົມອັນແນ່ນອນໃນປະຫວັດສາດຕາມສາຍພົວພັນຂອງພວກເຂົາເຈົ້າຕໍ່ພາຫະນະການຜະລິດ, ຕາມບົດບາດຂອງພວກເຂົາເຈົ້າໃນການຈັດຕັ້ງແຮງງານຂອງສັງຄົມ, ດັ່ງນັ້ນຈຶ່ງແຕກຕ່າງກັນ ຕາມວິທີການໄດ້ຮັບ ແລະ
ຂະໜາດຂອງອັດຕາສ່ວນ ຄວາມຮັ່ງມີຂອງສັງຄົມທີ່ພວກເຂົາເຈົ້າຊົມໃຊ້ " . ຊຶ່ງໃນນີ້ໄດ້ອະທິບາຍຄວາມໝາຍອັນລະອຽດດັ່ງນີ້:
1.
ອຳນາດ ແມ່ນພາຫະນະການຈັດຕັ້ງຊີວິດຂອງສັງຄົມ, ການຮັບປະກັນຄວາມຄົບຖ້ວນ ແລະ ຄວາມເປັນເອກະພາບຂອງສັງຄົມ, ມັນສະແດງອອກຢູ່ບ່ອນວ່າ ຄົນ, ລວມໝູ່ ແລະ ກຸ່ມສັງຄົມຂຶ້ນກັບເຈດຈຳນົງຂອງຜູ້ກຳອຳນາດໝາຍຄວາມວ່າຜູ້ທີ່ມີຖານະຄອບຄອງ
ແລະ ມີອິດທິພົນ ໃນການຄອບງຳສັງຄົມ.
2.
ບົດບັນຍັດຂອງກົດໝາຍ
ແມ່ນລະບຽບການລວມແຫ່ງການປະພຶດຂອງຄົນ, ແມ່ນແບບຢ່າງທີ່ ເປັນສິ່ງວັດແທກມາດຕາສ່ວນ
ຊຶ່ງຄົນເຮົາຕ້ອງປະຕິບັດຕາມຈຸດສຳຄັນກວ່າໝູ່ ຂອງບົດບັດຍັດແມ່ນລັກສະນະລວມຂອງມັນ ໝາຍຄວາມວ່າມັນມີຜົນສັກສິດສຳລັບໝົດທຸກຄົນທີ່ຕົກຢູ່ໃນເຄື່ອງໝາຍ
ຊຶ່ງບົ່ງໄວ້ໃນບົດບັດຍັດທີ່ກ່ຽວຂ້ອງ.
3.
ການເມືອງແມ່ນການສ່ອງແສງເຖິງເສດຖະກິດອອກຢ່າງລວມສູນ
ທີ່ສະແດງອອກໃນສາຍພົວພັນຊຶ່ງກັນ ແລະ ກັນລະຫວ່າງຊົນຊັ້ນ, ຊົນຊາດ, ກຸ່ມອື່ນໆຂອງສັງຄົມ, ໃນການເຄື່ອນໄຫວຂອງລັດ, ພັກ, ອົງການຈັດຕັ້ງອື່ນທາງດ້ານສັງຄົມ.
ວ.ອ ເລນິນ ໄດ້ໃຫ້ຂໍ້ສັງເກດວ່າ "
ການເມືອງແມ່ນ ການເຂົ້າຮ່ວມໃນກິດຈະ ການຂອງລັດ, ການນຳພາຂອງລັດ, ການກຳນົດຮູບການ, ພາລະໜ້າທີ່, ເນື້ອໃນແຫ່ງການເຄື່ອນໄຫວຂອງລັດ".
II. ລັກສະນະລວມຂອງທິດສະດີ ມາກ - ເລນິນ ກ່ຽວກັບລັດ ແລະ ກົດໝາຍ
ລັດ ແລະ ກົດໝາຍໄດ້ກຳເນີດເກີດຂຶ້ນໃນການຂະຫຍາຍຕົວຂອງສັງຄົມ
ແລະ ໃນທິດສະດີມາກ - ເລນິນ ກໍໄດ້ຢັ້ງຢືນວ່າ ລັດ ແລະ ກົດໝາຍ ເກີດຂຶ້ນໃນລະບອບສັງຄົມທີ່ມີຊົນຊັ້ນ. ດັ່ງທີ່ໄດ້ຮູ້ນັ້ນ ໃນປະວັດສາດມີ 5 ລະບອບສັງຄົມ
ຄື: ລະບອບສະຫະຊີບປະຖົມບູຮານ, ລະບອບຂ້າທາດ, ລະບອບສັກດີນາ, ລະບອບທຶນນິຍົມ ແລະ ລະບອບສັງຄົມນິຍົມ. ລະບອບສັງຄົມທີ່ມີການກົດຂີ່ຂູດຮີດ ແລະ ມີຊົນຊັ້ນ
ກຳເນີດຂຶ້ນໃນລະບອບຂ້າທາດ; ດັ່ງນັ້ນ
ຈຶ່ງສະຫຼຸບໄດ້ວ່າລັດ ແລະ ກົດໝາຍ ກຳເນີດຂຶ້ນມາແຕ່ລະບອບສັງຄົມຂ້າທາດ.
ທຸກຄົນມີຄວາມສົນໃຈໃນການຄົ້ນຄ້ວາກ່ຽວກັບ
ຄວາມຮູ້ເຖິງຄຸນລັກສະນະຂອງ ລັດ ແລະ ກົດໝາຍ, ທາດແທ້ຂອງລັດ ແລະ ກົດໝາຍ, ໂຄງປະກອບສ້າງ ແລະ ດ້ານອື່ນໆ. ອີກດ້ານໜຶ່ງ ລັດ ແລະ ກົດໝາຍໃນທຸກລະບອບການສັງຄົມມີການກ່ຽວພັນກັບການຄົງຕົວຂອງສັງຄົມ.
ເປັນທີ່ແນ່ນອນແລ້ວວ່າ ຄົນເຮົາມີການວາດພາບກ່ຽວກັບ ລັດ ແລະ ກົດໝາຍ ໃນດ້ານທີ່ມີການຕິດພັນກັບການເຄື່ອນໄຫວປະຈຳວັນ
ແລະ ການດຳລົງຊີວິດຂອງຄົນເຮົາ. ໃນຄວາມໝາຍອັນລວມ
ລັດແມ່ນ ກໍາລັງໜຶ່ງທີ່ເຂັ້ມແຂງ ຊື່ງສະແດງອອກໃນການເຄື່ອນໄຫວ
ຂອງບັນດາອົງການຈັດຕັ້ງພິເສດ; ກົດໝາຍກໍແມ່ນ
ບັນດາບົດບັນຍັດ ທີ່ມີຜົນບັງຄັບທົ່ວໄປ ຫຼື ມີຜົນບັງຄັບສະເພາະ ແລະ ມີລັກສະນະຮູບການ, ຖືກກຳນົດໄວ້ໃນເອກະສານຂອງກົດໝາຍ.
ເພື່ອຢາກໃຫ້ມີຄວາມເຂົ້າໃຈກ່ຽວກັບ
ລັດ ແລະ ກົດໝາຍ ມີຄວາມເລິກເຊິ່ງຂຶ້ນຕື່ມນັ້ນ ສາມາດຕັ້ງບັນຫາຂຶ້ນດັ່ງນີ້:
- ເປັນຫຍັງຈຶ່ງມີລັດ
ແລະ ກົດໝາຍ?
- ເປັນຫຍັງຈຶ່ງມີຄວາມຈຳເປັນຕ້ອງມີ
ລັດ ແລະ ກົດໝາຍ?
- ລັດ ແລະ ກົດໝາຍ
ກຳເນີດຂຶ້ນໄດ້ແນວໃດ?
- ເປັນຫຍັງຢູ່ໃນແຕ່ລະປະເທດ
ແລະ ຍຸກສະໄໝ ລັດ ແລະ ກົດໝາຍຈຶ່ງມີຄວາມຄ້າຍຄືກັນ?
ດັ່ງທີ່ໄດ້ກ່າວມາຂ້າງເທິງນີ້ ລັດ ແລະ ກົດໝາຍມີການກ່ຽວພັນບໍ່ພຽງແຕ່ກັບທຸກຄົນເທົ່ານັ້ນ
ແຕ່ມີການກ່ຽວພັນກັບທັງໝົດຂອງສັງຄົມຕື່ມອີກ ແລະ ບັນຫານີ້ປາກົດອອກຢ່າງຊັດເຈນ
ໃນເວລາຫົວລ້ຽວ ຫົວຕໍ່ຂອງ ຊີວິດສັງຄົມ, ດ້ວຍເຫດນີ້ຈຶ່ງສາມາດເວົ້າໄດ້ວ່າເປັນຫຍັງ
ບັນດາວິທະຍາສາດສັງຄົມ ແລະ ຂະແໜງຕ່າງໆ ຂອງຄວາມຮູ້ຂອງຄົນ ເຊັ່ນ: ປັດຊະຍາ, ເສດຖະສາດ, ປະຫວັດສາດ
ແລະ ວິຊາອື່ນໆຈຶ່ງຄົ້ນຄ້ວາກ່ຽວກັບ ລັດ ແລະ ກົດໝາຍ ຍິ່ງໄປກວ່ານີ້, ບັນຫາ ລັດ ແລະ ກົດໝາຍ ໃນຫຼາຍຄຸນລັກສະນະ ແມ່ນຕັ້ງຢູ່ໃຈກາງຂອງຊີວິດສັງຄົມ, ໃຈກາງຂອງແນວຄິດ, ຂອງການຕໍ່ສູ້ທາງດ້ານການເມືອງ ແລະ ອຸດົມການທີ່ມີຄວາມໝາຍອັນດັບໜຶ່ງ
ແລະມີລັກສະນະຕັດສີນຊີ້ຂາດ.
ລັດ ແລະ ກົດໝາຍ ຍັງມີການຕິດພັນ ແລະ ມີຄວາມໝາຍສຳຄັນສຳລັບ
ຜູ້ທີ່ເຮັດວຽກຕົວຈິງ ກັບກົດ ໝາຍ
ສະນັ້ນ ຈຶ່ງຕັ້ງບັນຫາວ່າ ບັນຫາລັດ ແລະ ກົດໝາຍ ມີຄວາມໝາຍສຳຄັນແນວໃດ ສຳລັບນັກກົດໝາຍ? ກ່ອນອື່ນໝົດຕ້ອງເຂົ້າໃຈວ່າ ລັດ ແລະ ກົດໝາຍມີຄວາມໝາຍໃນການເຄື່ອນໄຫວຕົວຈິງ
ສຳລັບຜູ້ທີ່ເຮັດວຽກກ່ຽວກັບກົດໝາຍເຊັ່ນ: ທະນາຍຄວາມ, ຜູ້ພິພາກສາ, ພະນັກງານໄອຍະການ, ເຈົ້າຫນ້າທີ່ຮັກສາຄວາມສະຫງົບ, ເຈົ້າຫນ້າທີ່ຝ່າຍປົກຄອງ ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ສຸດ ທີ່ຜູ້ເຮັດວຽກຕົວຈິງເຫຼົ່ານີ້
ຕ້ອງມີຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊີ່ງ ກ່ຽວກັບເນື້ອໃນ ແລະ ທາດແທ້ ຂອງ ລັດ
ແລະ ກົດໝາຍ ຕີຄວາມໝາຍ ແລະ ວິໄຈຢ່າງລະອຽດ ໝາຍຄວາມວ່າ ຈະຕ້ອງມີການວາດພາບ ຢ່າງເລິກເຊິ່ງ ກ່ຽວກັບຸຈຸດປະສົງ
ແລະ ເປົ້າຫມາຍ, ທາງດ້ານນະໂຍບາຍ ແລະ
ກົດເກນຕ່າງໆທີ່ກ່ຽວຂ້ອງກັບລັດ ແລະ ກົດໝາຍ.
ສະຫຼຸບແລ້ວ ເພື່ອແກ້ໄຂບັນຫາຂອງສັງຄົມໃຫ້ຖືກຕ້ອງ ແລະ ຄົ້ນຄວ້າວິທະຍາສາດທາງກົດໝາຍ ນັກກົດໝາຍຕ້ອງມີການຄົ້ນຄິດຢ່າງລະອຽດຖີ່ຖ້ວນ
ມີຄວາມນີ້ມນວນ ແລະ ຄ່ອງແຄ້ວ ໃນການນຳໃຊ້ມາດຕະການຕ່າງໆຂອງກົດໝາຍ ຫຼື ອຳນາດລັດ ທີ່ກົດໝາຍໄດ້ກຳນົດໄວ້.
ສະຫຼຸບແລ້ວທິດສະດີ ມາກ - ເລນິນ ກ່ຽວກັບລັດ ແລະ ກົດໝາຍແມ່ນ
ລະບົບຄວາມຮູ້ສັງ ລວມກ່ຽວກັບກົດເກນພື້ນ ແລະ ເປັນອັນລວມຂອງລັດ ແລະ ກົດຫມາຍ, ກ່ຽວກັບທາດແທ້, ຄຸນປະໂຫຍດ ແລະ ການຂະຫຍາຍຕົວຂອງລັດ ແລະ ກົດໝາຍໃນສັງຄົມທີ່ມີຊົນຊັ້ນ.
III. ການກຳເນີດ ແລະ ການຂະຫຍາຍຕົວຂອງທິດສະດີມາກ-ເລນິນ
ກ່ຽວກັບລັດ ແລະ ກົດໝາຍ
3.1 ການກໍາເນີດຂອງທິດສະດີມາກ - ເລນິນກ່ຽວກັບລັດ ແລະ ກົດໝາຍ
ທິດສະດີມາກ - ເລນິນກ່ຽວກັບລັດ ແລະ ກົດໝາຍເກີດຂຶ້ນໃນລະຫວ່າງຊຸມປີ 40 ຂອງສະຕະວັດທີ XIX ໃນໄລຍະທີ່ລັດທິທຶນນິຍົມໄດ້ເອົາຊະນະລະບອບສັກດີນາຢູ່ບັນດາປະເທດໃຫຍ່ຂອງທະວີບເອີລົບ ແລະພາກເໜືອຂອງປະເທດອາເມລິກາ ໃນເວລາທີ່ຊົນຊັ້ນກໍາມາຊີບໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ດໍາເນີນການຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນຕ້ານການກົດຂີ່ຂູດຮີດຂອງຊົນຊັ້ນນາຍທຶນ ແລະ ກົງຈັກລັດນາຍທຶນ.
ໃນເວລານັ້ນຊາວຜູ້ອອກແຮງງານຍັງບໍ່ທັນໄດ້ຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງ ແລະ ຖືກຕ້ອງກ່ຽວກັບທາດແທ້ຂອງລັດທຶນນິຍົມ ໝາຍຄວາມວ່າ: ຍັງຖືກທິດສະດີນາຍທຶນກ່ຽວກັບລັດ ແລະ ກົດໝາຍຄອບງໍາ, ຫຼອກລວງ ແລະ ເບື່ອເມົາຢ່າງບໍ່ຮູ້ທາງອອກ.
ສະນັ້ນ, ຕ້ອງໄດ້ສຶກສາອົບຮົມ, ປະກອບຄວາມຮູ້ໃໝ່ທີ່ມີວິທະຍາສາດຊຶ່ງໄດ້ແກ່ ທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍໃຫ້ແກ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານອຶ່ນ ເພື່ອໃຫ້ເຂົາເຈົ້າຮູ້ຈັກທິດທາງການເຄື່ອນໄຫວຕໍ່ສູ້ປະຕິວັດປົດປ່ອຍຕົນເອງ ແລະ ດັດແປງໂລກໃໝ່.
ມາກ ແລະ ອັງແກນເປັນຜູ້ສ້າງຕັ້ງທິດສະດີກ່ຽວກັບລັດ ແລະ ກົດໝາຍສັງຄົມນິຍົມພ້ອມທັງສ້າງຕັ້ງທິດສະດີກ່ຽວກັບລັດແບບໃໝ່ ແລະ ທິດສະດີກ່ຽວກັບຜະເດັດການກໍາມາຊີບອີກດ້ວຍ.
3.2 ການຂະຫຍາຍຕົວຂອງທິດສະດີມາກ - ເລນິນກ່ຽວກັບລັດ ແລະ ກົດໝາຍ
ບັນດາທັດສະນະກ່ຽວກັບລັດແລະກົດໝາຍສັງຄົມນິຍົມ, ລັດແບບໃໝ່ກ່ຽວກັບຜະເດັດການກໍາມາຊີບໄດ້ຮັບການສ້າງຕັ້ງຂຶ້ນເທື່ອລະກ້າວໂດຍອີງໃສ່ບັນດາບົດຮຽນການຕໍ່ສູ້ຊົນຊັ້ນຂອງປະຊາຊົນຊາວຜູ້ອອກແຮງງານ ແລະ ຂອງຊົນຊັ້ນກໍາມາຊີບ.
ເລີ່ມຕັ້ງແຕ່ເວລາຂຽນວິທະຍານິພົນຄື: ລະບົບແນວຄິດເຢຍລະມັນ, ຄວາມຈົນຕາແຈຂອງປັດຊະຍາ ແລະ ຖະແຫຼງການຂອງພັກກອມມູນິດປີ 1848 ມາກ ແລະ ອັງແກນໄດ້ຍົກໃຫ້ເຫັນກົດເກນການຕໍ່ສູ້ຊົນຊັ້ນໃນປະວັດສາດ ແລະ ຄວາມແນ່ນອນທີ່ຊົນຊັ້ນກໍາມາຊີບຕ້ອງຍາດແຍ່ງເອົາອໍານາດການປົກຄອງມາໄວ້ໃນກໍາມືຂອງຕົນ. ສ່ວນບັນຫາລະອຽດໃນການຈັດຕັ້ງອໍານາດການປົກຄອງຂອງຊົນຊັ້ນກໍາມາຊີບແມ່ນຄືແນວໃດນັ້ນ, ເພີ່ນບໍ່ໄດ້ໃຫ້ຄໍາອະທິບາຍແຕ່ປະການໃດ.
ໂດຍອີງໃສ່ບົດຮຽນຂອງການປະຕິວັດນາຍທຶນປີ 1848 ແລະ ປີ 1848-1851 ຢູ່ປະເທດຝຣັ່ງມາກໄດ້ສ້າງທິດສະດີກ່ຽວກັບການທັບມ້າງກົງຈັກລັດນາຍທຶນ ແລະ ກົດໝາຍນາຍທຶນໃນການປະຕິວັດກໍາມາຊີບ, ຈະບໍ່ສືບຕໍ່ນໍາໃຊ້ກົງຈັກດັ່ງກ່າວນັ້ນໃຫ້ມາຮັບໃຊ້ ຜົນປະໂຫຍດຂອງຊົນຊັ້ນກໍາມາຊີບ.
ມາກໄດ້ສະຫຼຸບຖອດຖອນບົດຮຽນຂອງກອມມຸນປາຣີ (1871) ທັງໄດ້ໃຫ້ຄໍາຢັ້ງຢືນວ່າ ລັດກໍາມາຊີບຕ້ອງແມ່ນແບບກອມມຸນປາຣີຊຶ່ງເປັນລັດໜຶ່ງສຸດທີ່ໃໝ່ອ່ຽມ (ດັ່ງເພິ່ນໄດ້ສະເໜີຢູ່ໃນວິທະຍານິພົນທີ່ມີຫົວຂໍ້ວ່າ: “ສົງຄາມກາງເມຶອງຢູ່ຝຣັ່ງ”.
ຍ້ອນຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ປະຕິວັດ ແລະ ເພື່ອເຮັດໃຫ້ຫຼັກມຸນທິດສະດີຂອງຕົນສໍາເລັດຜົນບັນດານັກສ້າງຕັ້ງລັດທິມາກໄດ້ເປີດກວ້າງຂອບເຂດ ແລະ ລົງເລີກເຂົ້າໃນການຄົ້ນຄວ້າຫຼາຍບັນຫາເຊັ່ນ: ກ່ຽວກັບລັດ ແລະກົດໝາຍ, ບັນຫາການກໍາເນີດຂອງລັດທໍາອິດໃນສັງຄົມທີ່ມີຊົນຊັ້ນເຊັ່ນ ບັນຫາກ່ຽວກັບການຂະຫຍາຍຕົວ ແລະ ດັບສູນຂອງລັດ. ສ່ວນອັງແກນໄດ້ຂຽນວິທະຍານິພົນທີ່ມີຊື່ວ່າ : “ບໍ່ເກີດຂອງຄອບຄົວຂອງລະບອບກໍາມະສິດເອກະຊົນ ແລະລັດໃນປີ 1884 – 1891”.
ການຜັນຂະຫຍາຍລັດທິມາກໃນເງື່ອນໄຂທີ່ລັດທິທຶນນິຍົມໄດ້ກາຍເປັນລັດຈັກກະພັດ ແລະການປະຕິວັດກໍາມາຊີບໄດ້ກາຍເປັນໜ້າທີ່ໂດຍກົງ, ເລນິນໄດ້ຜັນຂະຫຍາຍຫຼັກມູນຂອງທິດສະດີມາກ - ອັງແກນກ່ຽວກັບລັດ ແລະກົດໝາຍໃຫ້ປາກົດຜົນເປັນຈິງ, ຊຶ່ງສະແດງອອກຄື:
- ເພື່ອຕໍ່ສູ້ຕ້ານຄືນບັນດາຖ້ອຍທໍານອງທີ່ກ່າວອ້າງ, ບິດເບືອນ, ຝ່າຝືນຂອງລັດທິແກ້, ລັດທິສວຍໂອ ກາດ, ລັດທິຮູບນອກແບບບໍ່ມີຫຼັກຖານວິທະຍາສາດ ພ້ອມທັງໄດ້ໜູນໃຊ້ບັນດາຫຼັກມຸນທິດສະດີກ່ຽວກັບລັດແລະ ກົດໝາຍຂອງມາກ - ອັງແກນເຂົ້າໃນສະພາບຕົວຈິງຂອງການປະຕິວັດສັງຄົມນິຍົມລັດເຊຍ ປີ 1917.
- ເລນິນໄດ້ຂຽນວິທະຍານິພົນທີ່ມີຊື່ວ່າ“ລັດ ແລະ ການປະຕິວັດ”ທັງເປັນຜູ້ຂຶ້ນສອນໂດຍກົງຢູ່ໃນບັນດາໂຮງຮຽນມະຫາວິທະຍາໄລສະວາກລົບ.
- ຈາກນັ້ນ, ເລນິນໄດ້ຄົ້ນຄວ້າຮູບແບບການຈັດຕັ້ງລັດທີ່ແທດເໝາະກັບປະເທດລັດເຊຍໃນເວລານັ້ນຄື: “ສາທາລະນະໂຊວຽດ”ທີ່ໄດ້ລິເລີ່ມສ້າງຕັ້ງຢ່າງຄົບຊຸດ ຮອບດ້ານບັນດາບັນຫາທີ່ພົວພັນເຖິງການຈັດຕັ້ງ ແລະເຄື່ອນໄຫວຂອງລັດໂຊວຽດແບບໃໝ່ຊຶ່ງເປັນລັດຜະເດັດການກໍາມາຊີບທໍາອິດໃນໂລກ (1917).
ພ້ອມນັ້ນ, ເລນິນຍັງໄດ້ໃຫ້ການຄາດຄະເນວ່າ: ອາດມີຫຼາຍຮູບແບບການຈັດຕັ້ງລັດຜະເດັດການກໍາມາຊີບທັງໄດ້ຍົກໃຫ້ເຫັນຂໍ້ສະຫຼຸບສັງລວມທີ່ເປັນທັດສະນະພື້ນຖານ ແລະ ຕົ້ນຕໍກ່ຽວກັບການປັບປຸງກໍ່ສ້າງລັດ ແລະ ກົດໝາຍແບບໃໝ່ ອັນໄດ້ເລີ່ມຈາກຫຼັກການຈັດຕັ້ງແລະການເຄື່ອນໄຫວ, ການກໍ່ສ້າງບໍາລຸງພະນັກງານໃຫ້ແກ່ກົງຈັກລັດຕະຫຼອດເຖິງວຽກງານກໍ່ສ້າງພື້ນຖານລະບອບກົດໝາຍປະຕິວັດ (ລະບອບນິຕິບັນຍັດປະຕິວັດ).
3.3 ຜົນງານການຄົ້ນຄວ້າທີ່ພົ້ນເດັ່ນກ່ຽວກັບທິດສະດີລັດ ແລະ ກົດໝາຍ
ຜົນງານດັ່ງກ່າວມີ:
- ຖະແຫຼງການຂອງພັກກອມມູນິດ 1848 ແລະ ອຸດົມການເຢຍລະມັນ 1845
– 1846;
-
ຜົນງານຂອງກາກມາກວັນທີ 18 ບຣູແມຂອງຫຼຸຍໂບນາປາກ 1852;
-
ສົງຄາມກາງເມືອງຢູ່ຝຣັ່ງ 1871;
- ບົດວິຈານໂຄງການໂຄທາ 1575;
-
ຜົນງານຂອງອັງແກນວ່າດ້ວຍອິດທິພົນ 1873, ຕ້ານດູຣິງ 1878;
-
ຕົ້ນກໍາເນີດຂອງຄອບຄົວ, ກໍາມະສິດສ່ວນຕົວ ແລະ ລັດ 1884;
-
ລຸດວິກເຟແອກບັກ ແລະ ການສິ້ນສຸດຂອງປັດຊະຍາດັ້ງເດີມເຢຍລະມັນ 1886 ແລະ ປາກົດການອື່ນໆອີກ.
ໃນສະໄໝແຫ່ງການຊຸດໂຊມຂອງລະບອບນາຍທຶນ ແລະ ການຂະຫຍາຍຕົວຂອງລະບອບສັງຄົມນິຍົມທິດສະດີມາກ ແລະ ອັງແກນກ່ຽວກັບລັດ ແລະ ກົດໝາຍໄດ້ຖືກນໍາມາຂະຫຍາຍໂດຍ ວ.ເລນິນ, ມີຫຼາຍຜົນງານທີ່ໄດ້ຄົ້ນຄວ້າກ່ຽວກັບທິດສະດີລັດ ແລະ ກົດໝາຍ, ຊຶ່ງ ມີ:
-
ລັດ ແລະ ການປະຕິວັດ 1917;
-
ການປະຕິວັດກໍາມາຊີບ ແລະ ກົດສະກີຜູ້ທໍລະຍົດ 1918;
-
ພາລະໜ້າທີ່ອັນຮີບດ່ວນຂອງໂຊວຽດ 1918;
-
ວ່າດ້ວຍລັດ 1919 ;
-
ແນວຄິດລິເລີ່ມອັນຍິ່ງໃຫຍ່ 1919;
-
ເສດຖະກິດ ແລະ ການເມືອງໃນສະໄໝຜະເດັດການກໍາມາຊີບ 1919;
-
ວ່າດ້ວຍການຂຶ້ນສອງສາຍ ແລະ ນິຕິທໍາ 1922 ແລະ ອື່ນໆ.
IV. ເປົ້າໝາຍການຄົ້ນຄວ້າຂອງທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດ
ໝາຍ
ເປົ້າໝາຍການຄົ້ນຄວ້າຂອງທິດສະດີ
ມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍແມ່ນສອງປາກົດການທີ່ເປັນພື້ນຖານ
ແລະ ຕິດພັນກັນ ໃນຊິວິດສັງຄົມທີ່ມີຊົນຊັ້ນນັ້ນຄື : ລັດ ແລະ ກົດໝາຍ.
ດັ່ງນັ້ນ, ລັດ ແລະ ກົດໝາຍ ຈຶ່ງເປັນເປົ້າໝາຍຂອງການຄົ້ນຄວ້າຂອງຫຼາຍວິຊາວິທະຍາສາດ-ສັງຄົມເຊັ່ນ : ວິຊາປັດຊະຍາ, ວິຊາເສດ ຖະສາດການເມືອງ, ວິຊາປະວັດສາດ ແລະ ວິຊາວິທະຍາສາດອື່ນໆ
ສະເພາະວິຊາທິດສະດີວິທະຍາສາດ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍນັ້ນມີໜ້າທີ່ຄົ້ນຄວ້າບັນ ຫາກ່ຽວກັບລັດ ແລະ ກົດໝາຍດັ່ງນີ້
:
1. ຄົ້ນຄວ້າໂດຍສັງເຂບບັນດາກົດເກນລວມທີ່ເປັນພຶ້ນຖານກ່ຽວກັບການກຳເນີດ, ທາດແທ້ ແລະ ການຂະຫຍາຍຕົວຂອງລັດ ແລະ ກົດໝາຍທີ່ຄົງຕົວຢູ່ໃນປະວັດສາດ;
2. ຄົ້ນຄວ້າສາຍພົວພັນແບບກາຍອິນຊີ ລະຫວ່າງລັດ ແລະ ກົດໝາຍ ໃນຂະບວນ
ວິວັດແຫ່ງການຄົງຕົວ ແລະ ການເຄື່ອນເໜັງຂອງສອງປາກົດການ ລັດ ແລະ ກົດໝາຍ;
3. ຄົ້ນຄວ້າພາລະບົດບາດຂອງລັດ, ຂອງກົດໝາຍ ແລະ
ລະບົບກົດໝາຍກັບ ບັນດາຂົງເຂດທີ່ແຕກຕ່າງກັນໃນຊີວິດສັງຄົມເຊັ່ນ: ເສດຖະກິດ , ການເມືອງ , ປະວັດສາດ ແລະ ບັນຫາອື່ນໆ.
V. ທີ່ຕັ້ງຂອງທິດສະດີມາກ-ເລນິນກ່ຽວກັບລັດ
ແລະ ກົດໝາຍ
ທິດສະດີມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ ໄດ້ຄົ້ນຄວ້າເຖິງຫຼັກມູນ
ພື້ນຖານຂອງລັດທິວັດຖຸນິ ຍົມປະວັດສາດເພື່ອເຮັດໃຫ້ຄົນເຮົາເຂົ້າໃຈຕໍ່ບັນຫາລັດ ແລະ
ກົດໝາຍຢ່າງເລິກເຊິ່ງ ແລະ ຖືກຕ້ອງ. ຄົ້ນຄວ້າລັດ ແລະ ກົດໝາຍ
ໃນຖານະທີ່ເປັນບັນດາພາກສ່ວນທີ່ສຳຄັນໃນໂຄງບົນ ຊຶ່ງກຳເນີດຂຶ້ນບົນພື້ນຖານເສດຖະກິດ ແລະ
ກະທົບຄືນຕໍ່ພຶ້ນຖານເສດຖະກິດຢ່າງສຳຄັນ.
ດັ່ງນັ້ນ , ທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ
ກົດໝາຍຈຶ່ງມີທີ່ຕັ້ງສຳຄັນ ໃນການຊ່ວຍໃຫ້ວິຊາເສດຖະສາດການເມືອງໄດ້ຄົ້ນຄວ້າເລິກເຂົ້າສູ່ບັນຫາຂອງມັນຢ່າງເລິກເຊິ່ງ;
ຖີ່ຖ້ວນ.ໝາຍຄວາມວ່າ ທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ ຄົ້ນຄວ້າບັນດາກົດເກນ
ແລະ ມາດຕະເກນລວມ ກ່ຽວກັບ ລັດ ແລະ ກົດໝາຍ, ສະນັ້ນ ຈຶ່ງມີທີ່ຕັ້ງ ແລະ ເປັນບ່ອນອີງທາງດ້ານທິດສະດີໃຫ້ແກ່ວິຊາປະວັດສາດໃນການຄົ້ນຄວ້າບັນຫາທີ່ສຳຄັນກ່ຽວກັບລັດ
ແລະ ກົດໝາຍ. ຍິ່ງໄປກວ່ານັ້ນ ລັດ ແລະ ກົດໝາຍ ຍັງເປັນບ່ອນອີງໃນການຄົ້ນ ຄວ້າຂອງຫຼາຍໆວິຊາວິທະຍາສາດ
ທາງດ້ານນິຕິກຳ ລະອຽດເຊັ່ນ: ກົດໝາຍອາຍາ, ກົດໝາຍແພ່ງ ແລະ ບັນດາກົດໝາຍອື່ນໆ.
ສະນັ້ນ, ຈຶ່ງເວົ້າໄດ້ວ່າ
ທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ ມີທີ່ຕັ້ງທາງດ້ານວິທະຍາ ສາດ
ເພື່ອສະໜອງພື້ນຖານທາງດ້ານທິດສະດີ ແລະ ວິທີວິພາກ
ໃຫ້ແກ່ບັນດາວິທະຍາສາດຕ່າງໆໃນການຄົ້ນຄວ້າ ທາດແທ້ ແລະ ລັກສະນະລວມຂອງມັນ.
VI. ວິທີການຄົ້ນຄວ້າຂອງ
ທິດສະດີມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ
ຈຸດພິເສດຂອງວິທະຍາສາດບໍ່ປາກົດອອກພຽງແຕ່ຢູ່ໃນເປົ້າໝາຍເທົ່ານັ້ນ, ນອກນັ້ນຍັງປາກົດອອກຢູ່ໃນວິທີການອື່ນອີກ.
ເພາະສະນັ້ນພາຍຫຼັງທີ່ໄດ້ອະທິບາຍວ່າ
ແມ່ນຫຍັງເປັນເປົ້າໝາຍຄົ້ນຄວ້າ ແລ້ວມີຄວາມຈຳເປັນຕ້ອງຕອບບັນຫາທີ່ວ່າ ລັດ ແລະ ກົດໝາຍນັ້ນ
ຖືກນຳມາຄົ້ນຄວ້າຢ່າງໃດ. ວິທີການຂອງວິທະຍາສາດແມ່ນວິທີຄົ້ນຄວ້າທີ່ສ່ອງແສງໃຫ້ເຫັນຈຸດຢືນ
ແລະ ທັດສະນະຕົ້ນຕໍກ່ຽວກັບປາກົດການທີ່ກ່ຽວຂ້ອງກັບວິທີການຂອງທິດສະດີມາກ - ເລນິນ
ກ່ຽວກັບລັດ ແລະ ກົດໝາຍແມ່ນວັດຖຸນິຍົມສັດຈະວິພາກ ແລະ
ວັດຖຸນິຍົມປະວັດສາດ.
ໂດຍສອດຄ່ອງກັບສີ່ງທີ່ໄດ້ກ່າວມານີ້ ວິທີການຄົ້ນຄວ້າຂອງທິດສະດີມາກ-ເລນິນ
ກ່ຽວກັບລັດ ແລະ ກົດໝາຍມີສອງລັກສະນະພຶ້ນຖານດັ່ງນີ້ :
- ທັດສະນະວັດຖຸນິຍົມ
ໝາຍຄວາມວ່າ ລັດ ແລະ ກົດໝາຍ ຖືກນຳມາຄົ້ນຄວ້າ ບົນພຶ້ນຖານທີ່ວ່າຢູ່ໃນສັງຄົມ
ຊີວິດທາງດ້ານວັດຖຸຂອງຄົນນັ້ນເປັນອັນຕົ້ນຕໍ, ວິທະຍາສາດມາກຖືວ່າ ພຶ້ນຖານເສດຖະກິດ, ສາຍພົວພັນການຜະລິດທີ່ກຳນົດ ການຄົງຕົວຂອງຊົນຊັ້ນ, ຂອງການຄຸ້ມຄອງທາງດ້ານຊົນຊັ້ນ, ການຄອບງຳທາງດ້ານຊົນຊັ້ນນັ້ນເປັນແຫຼ່ງອັນເລິກເຊິ່ງ
ແຫ່ງການກຳເນີດຂອງ ລັດ ແລະ ກົດໝາຍ;
- ລັກສະນະສັດຈະວິພາກ
ໝາຍຄວາມວ່າ ແມ່ນການຄົ້ນຄວ້າລັດ ແລະ ກົດໝາຍຢູ່ໃນການຂະຫຍາຍ ຕົວ, ການປ່ຽນແປງ, ການພົວພັນ ແລະ ຄວາມຂັດແຍ່ງ ແລະ ອື່ນໆທີ່ເປັນຂອງລັດ ແລະ
ກົດໝາຍ.
ການນໍາໃຊ້ວິທີສັດຈະວິພາກຂອງປັດຊະຍາໃນການຄົ້ນຄວ້າທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍຄວນຄໍານຶງເຖິງບັນຫາຕ່າງໆ
ດັ່ງຕໍ່ໄປນີ້ :
1. ດ້ານເສດຖະກິດ: ລັດ ແລະ
ກົດໝາຍ ເປັນພາກສ່ວນທີ່ສໍາຄັນຂອງໂຄງບົນທີ່ມີສາຍ ກ່ຽວພັນສັດຈະວິພາກກັບພື້ນຖານໂຄງລ່າງໂດຍສະເພາະກັບເສດຖະກິດ,
ພື້ນຖານເສດຖະກິດ ແລະ ສັງ ຄົມ.
2. ຂົງເຂດສັງຄົມອື່ນໆ: ລັດ ແລະ ກົດໝາຍໃນຖານະເປັນພາກສ່ວນທີ່ສໍາຄັນຂອງໂຄງບົນ ມີການພົວພັນສະໜິດແໜ້ນກັບບັນດາຂະແໜງການໃນຂົງເຂດວັດທະນະທໍາ,
ຊົນຊັ້ນ ແລະ ການຊັ່ງຊາກໍາລັງໃນ ການຕໍ່ສູ້ຊົນຊັ້ນ. ນອກຈາກນີ້ທິດສະດີມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ ຍັງນໍາໃຊ້ບັນດາວິທີການອັນລະອຽດອື່ນໆຕື່ມອີກເຊັ່ນ:
- ການສືບສວນທາງສັງຄົມວິທະຍາ;
- ການຈໍາແນກ, ໄຈ້ແຍກປາກົດການ
ແລະ ເຫດການ;
- ການຫັນເປັນນາມມະທໍາ;
- ປະຫວັດສາດ;
- ການປຽບທຽບ ແລະ ວິທີອື່ນໆ.
ການນໍາໃຊ້ວິທີການເຫຼົ່ານີ້ແມ່ນເພື່ອໄຈ້ແຍກໂດຍສັງເຂບ,
ຊອກຫາອັນລວມ, ອັນສະເພາະ, ທາດແທ້ ປະກົດການ ແລະ ມາດຕະເກນທີ່ເປັນພື້ນຖານຂອງສອງປະກົດການ ລັດ ແລະ ກົດໝາຍ.
VII. ບົດບາດ
ແລະ ຄວາມສໍາຄັນຂອງທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍ
7.1
ບົດບາດຂອງທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍ
ໂດຍສັງເຂບແລ້ວ
ທິດສະດີມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ
ແມ່ນອາວຸດອັນແຫຼມຄົມ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານອຶ່ນໃນພາລະກິດແຫ່ງການປ່ຽນແປງໃໝ່ໃນປັດຈຸບັນ.
ເນື່ອງຈາກວ່າທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ
ກົດໝາຍ ຖືເປັນວິທະຍາສາດປະຕິວັດທີ່ເລິກເຊິ່ງ ມີບົດບາດໃນການສະໜອງພື້ນຖານທາງດ້ານທິດສະດີວິທະຍາສາດປະຕິວັດ
ເພື່ອເຮັດໃຫ້ເຂົ້າໃຈສອງປາກົດການ ລັດ ແລະ ກົດໝາຍຢ່າງຖືກຕ້ອງ.
ທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍແມ່ນວິທະຍາສາດທີ່ມີຄວາມໝາຍທາງດ້ານທິດສະ ດີ ແລະ
ພຶດຕິກໍາທີ່ສໍາຄັນ ຊ່ວຍໃຫ້ພວກເຮົາຮູ້ບັນຫາກ່ຽວກັບລັດ ແລະ ກົດໝາຍໃນຂະບວນວິວັດແຫ່ງການກໍ່ສ້າງລັດແບບໃໝ່.
ທິດສະດີ ມາກ-ເລນິນ ກ່ຽວກັບລັດ
ແລະ ກົດໝາຍມີບົດບາດບໍ່ພຽງແຕ່ເປັນວິທີວິພາກໃຫ້ແກ່ບັນດາວິທະຍາສາດທາງດ້ານນິຕິກໍາອັນລະອຽດເທົ່ານັ້ນ
ແຕ່ກໍຍັງເປັນພື້ນຖານທາງດ້ານທິດສະດີໃຫ້ແກ່ການຄຸ້ມຄອງລັດ ສັງຄົມນິຍົມອີກດ້ວຍ.
ທ່ານເລນິນໄດ້ຂຽນວ່າ ຊົນຊັ້ນແມ່ນກຸ່ມພື້ນຖານຂອງສັງຄົມ ໃນລະດັບອັນແນ່ນອນແຫ່ງການຂະຫຍາຍຕົວຂອງສັງຄົມ. ຊົນຊັ້ນແມ່ນ “ ກຸ່ມຄົນຈຳນວນຫຼວງຫຼາຍ ທີ່ແຕກຕ່າງກັນຕາມຖານະຂອງພວກເຂົາເຈົ້າ ໃນລະບົບອັນແນ່ນອນທາງດ້ານປະວັດສາດ ຂອງການຜະລິດຂອງສັງຄົມອັນແນ່ນອນ ໃນປະວັດສາດ ຕາມສາຍພົວພັນຂອງພວກເຂົາເຈົ້າ ຕໍ່ພາຫະນະການຜະລິດ, ຕາມບົດບາດຂອງພວກເຂົາເຈົ້າ ໃນການຈັດຕັ້ງແຮງງານຂອງສັງຄົມ, ດັ່ງນັ້ນ ຈຶ່ງແຕກຕ່າງກັນຕາມວິທີການໄດ້ຮັບ ແລະ ຂະໜາດຂອງອັດຕາສ່ວນຄວາມຮັ່ງມີຂອງສັງຄົມ ທີ່ພວກເຂົາເຈົ້າຊົມໃຊ້
”.
7.2 ຄວາມສໍາຄັນຂອງທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍ
- ການຄົ້ນຄວ້າຮໍ່າຮຽນກໍາແໜ້ນທິດສະດີມາກ-ເລນິນກ່ຽວກັບລັດ
ແລະ ກົດໝາຍເປັນການປັບປຸງ ແລະ ເຫັນພ້ອມຢ່າງຕາຍໃຈນຳຫຼັກສັດຈະທຳຂອງລັດທິມາກ-ເລນິນ.
ກ່ຽວກັບການສ້າງໂລກະທັດປະຕິວັດ ແລະ ການຍົກສູງຄວາມຮູ້ດ້ານທິດສະດີກ່ຽວກັບແນວທາງນະໂຍບາຍຂອງພັກ.
- ເປັນພື້ນຖານວິທະຍາສາດ
ໃນການຕໍ່ສູ້ຕ້ານຄືນບັນດາກະແສແນວຄິດທີ່ຝືນປະຕິວັດ, ຝືນຄວາມກ້າວໜ້າ, ຄວາມເປັນຈິງແຫ່ງການຄົງຕົວ
ແລະ ການຂະຫຍາຍຕົວຂອງ ລັດ ແລະ ກົດໝາຍ ກໍ່ຄືຂອງສັງຄົມມະນຸດ (ພິເສດ ແມ່ນໃນເງື່ອນໄຂວິກິດການຂອງລັດທິສັງຄົມນິຍົມໃນປັດຈຸບັນ).
- ສິ່ງນັ້ນ, ຖືກກັບຄໍາຊີ້ແຈງຂອງເລນິນ
ທີ່ວ່າ: “ບັນຫາລັດເປັນບັນຫາພື້ນຖານ,
ສຳຄັນ ແລະ ຮີບດ່ວນ...” ນັບທັງໃນເວລາຫົວລ້ຽວຫົວຕໍ່
ກໍຄືໃນຍາມສັນຕິພາບ, ໃນແຕ່ລະອັນບໍ່ວ່າຈະເປັນວາລະສານ, ໜັງສືພິມ, ວິທະຍຸກະຈາຍສຽງ...
ກໍລ້ວນແຕ່ກ່າວເຖິງບັນຫາເສດຖະກິດ,ການເມືອງ, ແນວຄິດ... ແລະ ລ້ວນແຕ່ພົວພັນສະໜິດແໜ້ນ
ກັບບັນດາລັດ ແລະ ກົດໝາຍ, ຍາມໃດກໍປະສົບກັບຄວາມຫຍຸ້ງຍາກ ຕໍ່ຄຳຖາມນາໆປະການ.
ສະນັ້ນຈຶ່ງເວົ້າໄດ້ວ່າ:
- ລັດທິມາກ-ເລນິນ ກ່ຽວກັບ ລັດ
ແລະ ກົດໝາຍ ມີຄວາມສໍາຄັນທາງດ້ານການເມືອງ, ພຶດຕິກໍາຊ່ວຍໃຫ້ນັກປະຕິວັດມີຄວາມຮູ້, ມີທ່າທີອັນຖືກຕ້ອງຕໍ່ກັບລັດແບບໃໝ່,
ເສີມຂະຫຍາຍບົດບາດ ແລະ ຄຸນທາດຂອງລັດເຂົ້າໃນພາລະກິດຕໍ່ສູ້ປະຕິວັດ ນໍາເອົາປະເທດຊາດກ້າວຂຶ້ນດ້ວຍບາດກ້າວອັນໜັກແໜ້ນບົນເສັ້ນທາງກໍ່ສ້າງສັງຄົມນິຍົມ;
- ເປັນອາວຸດທີ່ສໍາຄັນໃຈກາງ ເປັນຫຼັກແຫຼ່ງ,
ຄົມຄາຍ ທັງເປັນວິທະຍາສຳລັບຜູ້ທີ່ເຮັດວຽກງານຄຸ້ມຄອງລັດ, ປົກປ້ອງກົດໝາຍ,
ນິຕິກຳສັງຄົມນິຍົມ, ຜູ້ທີ່ຄົ້ນຄວ້າ ແລະ ເຄື່ອນໄຫວເຮັດໜ້າທີ່ວຽກງານຄຸ້ມຄອງບໍລິຫານໂດຍກົງ;
- ມີຄວາມສໍາຄັນຕໍ່ກັບວຽກງານກໍ່ສ້າງ,
ປັບປຸງ ລັດ ແຫ່ງກົດໝາຍສັງຄົມນິຍົມ ໃນຂອງປະເທດເຮົາ.
ສັງລວມແລ້ວ, ການຄົ້ນຄວ້າບັນຫາທິດສະດີກ່ຽວກັບລັດ
ແລະ ກົດໝາຍ ຍິ່ງມີຄວາມສຳຄັນ ແລະ ຈໍາເປັນສໍາລັບພະນັກງານລັດ - ຖະກອນ ແລະ ບຸກຄົນ
ເພື່ອເຮັດສຳເລັດໜ້າທີ່ຂອງຕົນ. ຖ້າເຮົາມີຄວາມເຂົ້າໃຈຢ່າງເລິກເຊິງກ່ຽວກັບທິດສະດີ
ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍແລ້ວ ກໍຈະເປັນການປະກອບສ່ວນຢ່າງຕັ້ງໜ້າໃນການຍົກສູງຄວາມສາມາດ
ໃນການຈັດຕັ້ງພຶດຕິກໍາຂອງພະນັກງານນໍາພາຂອງພັກ ແລະ ພະນັກງານຄຸ້ມຄອງຂອງລັດ ໃນພາລະກິດສ້າງລັດແບບໃໝ່ຢູ່
ສປປ ລາວ.
ທິດສະດີມາກ - ເລນິນ ກ່ຽວກັບລັດ ແລະ ກົດໝາຍ
I. ຄວາມຮັບຮູ້ພື້ນຖານກ່ຽວກັບທິດສະດີລັດ ແລະ ກົດໝາຍ

V. ທີ່ຕັ້ງຂອງທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍ
ທິດສະດີມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ ໄດ້ຄົ້ນຄວ້າເຖິງຫຼັກມູນ
ພື້ນຖານຂອງລັດທິວັດຖຸນິ ຍົມປະວັດສາດເພື່ອເຮັດໃຫ້ຄົນເຮົາເຂົ້າໃຈຕໍ່ບັນຫາລັດ ແລະ
ກົດໝາຍຢ່າງເລິກເຊິ່ງ ແລະ ຖືກຕ້ອງ. ຄົ້ນຄວ້າລັດ ແລະ ກົດໝາຍ
ໃນຖານະທີ່ເປັນບັນດາພາກສ່ວນທີ່ສຳຄັນໃນໂຄງບົນ ຊຶ່ງກຳເນີດຂຶ້ນບົນພື້ນຖານເສດຖະກິດ ແລະ
ກະທົບຄືນຕໍ່ພຶ້ນຖານເສດຖະກິດຢ່າງສຳຄັນ.
ດັ່ງນັ້ນ , ທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ
ກົດໝາຍຈຶ່ງມີທີ່ຕັ້ງສຳຄັນ ໃນການຊ່ວຍໃຫ້ວິຊາເສດຖະສາດການເມືອງໄດ້ຄົ້ນຄວ້າເລິກເຂົ້າສູ່ບັນຫາຂອງມັນຢ່າງເລິກເຊິ່ງ;
ຖີ່ຖ້ວນ.ໝາຍຄວາມວ່າ ທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ ຄົ້ນຄວ້າບັນດາກົດເກນ
ແລະ ມາດຕະເກນລວມ ກ່ຽວກັບ ລັດ ແລະ ກົດໝາຍ, ສະນັ້ນ ຈຶ່ງມີທີ່ຕັ້ງ ແລະ ເປັນບ່ອນອີງທາງດ້ານທິດສະດີໃຫ້ແກ່ວິຊາປະວັດສາດໃນການຄົ້ນຄວ້າບັນຫາທີ່ສຳຄັນກ່ຽວກັບລັດ
ແລະ ກົດໝາຍ. ຍິ່ງໄປກວ່ານັ້ນ ລັດ ແລະ ກົດໝາຍ ຍັງເປັນບ່ອນອີງໃນການຄົ້ນ ຄວ້າຂອງຫຼາຍໆວິຊາວິທະຍາສາດ
ທາງດ້ານນິຕິກຳ ລະອຽດເຊັ່ນ: ກົດໝາຍອາຍາ, ກົດໝາຍແພ່ງ ແລະ ບັນດາກົດໝາຍອື່ນໆ.
ສະນັ້ນ, ຈຶ່ງເວົ້າໄດ້ວ່າ
ທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ ມີທີ່ຕັ້ງທາງດ້ານວິທະຍາ ສາດ
ເພື່ອສະໜອງພື້ນຖານທາງດ້ານທິດສະດີ ແລະ ວິທີວິພາກ
ໃຫ້ແກ່ບັນດາວິທະຍາສາດຕ່າງໆໃນການຄົ້ນຄວ້າ ທາດແທ້ ແລະ ລັກສະນະລວມຂອງມັນ.
VI. ວິທີການຄົ້ນຄວ້າຂອງ ທິດສະດີມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ
ຈຸດພິເສດຂອງວິທະຍາສາດບໍ່ປາກົດອອກພຽງແຕ່ຢູ່ໃນເປົ້າໝາຍເທົ່ານັ້ນ, ນອກນັ້ນຍັງປາກົດອອກຢູ່ໃນວິທີການອື່ນອີກ.
ເພາະສະນັ້ນພາຍຫຼັງທີ່ໄດ້ອະທິບາຍວ່າ
ແມ່ນຫຍັງເປັນເປົ້າໝາຍຄົ້ນຄວ້າ ແລ້ວມີຄວາມຈຳເປັນຕ້ອງຕອບບັນຫາທີ່ວ່າ ລັດ ແລະ ກົດໝາຍນັ້ນ
ຖືກນຳມາຄົ້ນຄວ້າຢ່າງໃດ. ວິທີການຂອງວິທະຍາສາດແມ່ນວິທີຄົ້ນຄວ້າທີ່ສ່ອງແສງໃຫ້ເຫັນຈຸດຢືນ
ແລະ ທັດສະນະຕົ້ນຕໍກ່ຽວກັບປາກົດການທີ່ກ່ຽວຂ້ອງກັບວິທີການຂອງທິດສະດີມາກ - ເລນິນ
ກ່ຽວກັບລັດ ແລະ ກົດໝາຍແມ່ນວັດຖຸນິຍົມສັດຈະວິພາກ ແລະ
ວັດຖຸນິຍົມປະວັດສາດ.
ໂດຍສອດຄ່ອງກັບສີ່ງທີ່ໄດ້ກ່າວມານີ້ ວິທີການຄົ້ນຄວ້າຂອງທິດສະດີມາກ-ເລນິນ
ກ່ຽວກັບລັດ ແລະ ກົດໝາຍມີສອງລັກສະນະພຶ້ນຖານດັ່ງນີ້ :
- ທັດສະນະວັດຖຸນິຍົມ
ໝາຍຄວາມວ່າ ລັດ ແລະ ກົດໝາຍ ຖືກນຳມາຄົ້ນຄວ້າ ບົນພຶ້ນຖານທີ່ວ່າຢູ່ໃນສັງຄົມ
ຊີວິດທາງດ້ານວັດຖຸຂອງຄົນນັ້ນເປັນອັນຕົ້ນຕໍ, ວິທະຍາສາດມາກຖືວ່າ ພຶ້ນຖານເສດຖະກິດ, ສາຍພົວພັນການຜະລິດທີ່ກຳນົດ ການຄົງຕົວຂອງຊົນຊັ້ນ, ຂອງການຄຸ້ມຄອງທາງດ້ານຊົນຊັ້ນ, ການຄອບງຳທາງດ້ານຊົນຊັ້ນນັ້ນເປັນແຫຼ່ງອັນເລິກເຊິ່ງ
ແຫ່ງການກຳເນີດຂອງ ລັດ ແລະ ກົດໝາຍ;
- ລັກສະນະສັດຈະວິພາກ
ໝາຍຄວາມວ່າ ແມ່ນການຄົ້ນຄວ້າລັດ ແລະ ກົດໝາຍຢູ່ໃນການຂະຫຍາຍ ຕົວ, ການປ່ຽນແປງ, ການພົວພັນ ແລະ ຄວາມຂັດແຍ່ງ ແລະ ອື່ນໆທີ່ເປັນຂອງລັດ ແລະ
ກົດໝາຍ.
ການນໍາໃຊ້ວິທີສັດຈະວິພາກຂອງປັດຊະຍາໃນການຄົ້ນຄວ້າທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍຄວນຄໍານຶງເຖິງບັນຫາຕ່າງໆ
ດັ່ງຕໍ່ໄປນີ້ :
1. ດ້ານເສດຖະກິດ: ລັດ ແລະ
ກົດໝາຍ ເປັນພາກສ່ວນທີ່ສໍາຄັນຂອງໂຄງບົນທີ່ມີສາຍ ກ່ຽວພັນສັດຈະວິພາກກັບພື້ນຖານໂຄງລ່າງໂດຍສະເພາະກັບເສດຖະກິດ,
ພື້ນຖານເສດຖະກິດ ແລະ ສັງ ຄົມ.
2. ຂົງເຂດສັງຄົມອື່ນໆ: ລັດ ແລະ ກົດໝາຍໃນຖານະເປັນພາກສ່ວນທີ່ສໍາຄັນຂອງໂຄງບົນ ມີການພົວພັນສະໜິດແໜ້ນກັບບັນດາຂະແໜງການໃນຂົງເຂດວັດທະນະທໍາ,
ຊົນຊັ້ນ ແລະ ການຊັ່ງຊາກໍາລັງໃນ ການຕໍ່ສູ້ຊົນຊັ້ນ. ນອກຈາກນີ້ທິດສະດີມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ ຍັງນໍາໃຊ້ບັນດາວິທີການອັນລະອຽດອື່ນໆຕື່ມອີກເຊັ່ນ:
- ການສືບສວນທາງສັງຄົມວິທະຍາ;
- ການຈໍາແນກ, ໄຈ້ແຍກປາກົດການ
ແລະ ເຫດການ;
- ການຫັນເປັນນາມມະທໍາ;
- ປະຫວັດສາດ;
- ການປຽບທຽບ ແລະ ວິທີອື່ນໆ.
ການນໍາໃຊ້ວິທີການເຫຼົ່ານີ້ແມ່ນເພື່ອໄຈ້ແຍກໂດຍສັງເຂບ,
ຊອກຫາອັນລວມ, ອັນສະເພາະ, ທາດແທ້ ປະກົດການ ແລະ ມາດຕະເກນທີ່ເປັນພື້ນຖານຂອງສອງປະກົດການ ລັດ ແລະ ກົດໝາຍ.
VII. ບົດບາດ
ແລະ ຄວາມສໍາຄັນຂອງທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍ
7.1
ບົດບາດຂອງທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍ
ໂດຍສັງເຂບແລ້ວ
ທິດສະດີມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍ
ແມ່ນອາວຸດອັນແຫຼມຄົມ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານອຶ່ນໃນພາລະກິດແຫ່ງການປ່ຽນແປງໃໝ່ໃນປັດຈຸບັນ.
ເນື່ອງຈາກວ່າທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ
ກົດໝາຍ ຖືເປັນວິທະຍາສາດປະຕິວັດທີ່ເລິກເຊິ່ງ ມີບົດບາດໃນການສະໜອງພື້ນຖານທາງດ້ານທິດສະດີວິທະຍາສາດປະຕິວັດ
ເພື່ອເຮັດໃຫ້ເຂົ້າໃຈສອງປາກົດການ ລັດ ແລະ ກົດໝາຍຢ່າງຖືກຕ້ອງ.
ທິດສະດີ ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍແມ່ນວິທະຍາສາດທີ່ມີຄວາມໝາຍທາງດ້ານທິດສະ ດີ ແລະ
ພຶດຕິກໍາທີ່ສໍາຄັນ ຊ່ວຍໃຫ້ພວກເຮົາຮູ້ບັນຫາກ່ຽວກັບລັດ ແລະ ກົດໝາຍໃນຂະບວນວິວັດແຫ່ງການກໍ່ສ້າງລັດແບບໃໝ່.
ທິດສະດີ ມາກ-ເລນິນ ກ່ຽວກັບລັດ
ແລະ ກົດໝາຍມີບົດບາດບໍ່ພຽງແຕ່ເປັນວິທີວິພາກໃຫ້ແກ່ບັນດາວິທະຍາສາດທາງດ້ານນິຕິກໍາອັນລະອຽດເທົ່ານັ້ນ
ແຕ່ກໍຍັງເປັນພື້ນຖານທາງດ້ານທິດສະດີໃຫ້ແກ່ການຄຸ້ມຄອງລັດ ສັງຄົມນິຍົມອີກດ້ວຍ.
ທ່ານເລນິນໄດ້ຂຽນວ່າ ຊົນຊັ້ນແມ່ນກຸ່ມພື້ນຖານຂອງສັງຄົມ ໃນລະດັບອັນແນ່ນອນແຫ່ງການຂະຫຍາຍຕົວຂອງສັງຄົມ. ຊົນຊັ້ນແມ່ນ “ ກຸ່ມຄົນຈຳນວນຫຼວງຫຼາຍ ທີ່ແຕກຕ່າງກັນຕາມຖານະຂອງພວກເຂົາເຈົ້າ ໃນລະບົບອັນແນ່ນອນທາງດ້ານປະວັດສາດ ຂອງການຜະລິດຂອງສັງຄົມອັນແນ່ນອນ ໃນປະວັດສາດ ຕາມສາຍພົວພັນຂອງພວກເຂົາເຈົ້າ ຕໍ່ພາຫະນະການຜະລິດ, ຕາມບົດບາດຂອງພວກເຂົາເຈົ້າ ໃນການຈັດຕັ້ງແຮງງານຂອງສັງຄົມ, ດັ່ງນັ້ນ ຈຶ່ງແຕກຕ່າງກັນຕາມວິທີການໄດ້ຮັບ ແລະ ຂະໜາດຂອງອັດຕາສ່ວນຄວາມຮັ່ງມີຂອງສັງຄົມ ທີ່ພວກເຂົາເຈົ້າຊົມໃຊ້
”.
7.2 ຄວາມສໍາຄັນຂອງທິດສະດີມາກ-ເລນິນກ່ຽວກັບລັດ ແລະ ກົດໝາຍ
- ການຄົ້ນຄວ້າຮໍ່າຮຽນກໍາແໜ້ນທິດສະດີມາກ-ເລນິນກ່ຽວກັບລັດ
ແລະ ກົດໝາຍເປັນການປັບປຸງ ແລະ ເຫັນພ້ອມຢ່າງຕາຍໃຈນຳຫຼັກສັດຈະທຳຂອງລັດທິມາກ-ເລນິນ.
ກ່ຽວກັບການສ້າງໂລກະທັດປະຕິວັດ ແລະ ການຍົກສູງຄວາມຮູ້ດ້ານທິດສະດີກ່ຽວກັບແນວທາງນະໂຍບາຍຂອງພັກ.
- ເປັນພື້ນຖານວິທະຍາສາດ
ໃນການຕໍ່ສູ້ຕ້ານຄືນບັນດາກະແສແນວຄິດທີ່ຝືນປະຕິວັດ, ຝືນຄວາມກ້າວໜ້າ, ຄວາມເປັນຈິງແຫ່ງການຄົງຕົວ
ແລະ ການຂະຫຍາຍຕົວຂອງ ລັດ ແລະ ກົດໝາຍ ກໍ່ຄືຂອງສັງຄົມມະນຸດ (ພິເສດ ແມ່ນໃນເງື່ອນໄຂວິກິດການຂອງລັດທິສັງຄົມນິຍົມໃນປັດຈຸບັນ).
- ສິ່ງນັ້ນ, ຖືກກັບຄໍາຊີ້ແຈງຂອງເລນິນ
ທີ່ວ່າ: “ບັນຫາລັດເປັນບັນຫາພື້ນຖານ,
ສຳຄັນ ແລະ ຮີບດ່ວນ...” ນັບທັງໃນເວລາຫົວລ້ຽວຫົວຕໍ່
ກໍຄືໃນຍາມສັນຕິພາບ, ໃນແຕ່ລະອັນບໍ່ວ່າຈະເປັນວາລະສານ, ໜັງສືພິມ, ວິທະຍຸກະຈາຍສຽງ...
ກໍລ້ວນແຕ່ກ່າວເຖິງບັນຫາເສດຖະກິດ,ການເມືອງ, ແນວຄິດ... ແລະ ລ້ວນແຕ່ພົວພັນສະໜິດແໜ້ນ
ກັບບັນດາລັດ ແລະ ກົດໝາຍ, ຍາມໃດກໍປະສົບກັບຄວາມຫຍຸ້ງຍາກ ຕໍ່ຄຳຖາມນາໆປະການ.
ສະນັ້ນຈຶ່ງເວົ້າໄດ້ວ່າ:
- ລັດທິມາກ-ເລນິນ ກ່ຽວກັບ ລັດ
ແລະ ກົດໝາຍ ມີຄວາມສໍາຄັນທາງດ້ານການເມືອງ, ພຶດຕິກໍາຊ່ວຍໃຫ້ນັກປະຕິວັດມີຄວາມຮູ້, ມີທ່າທີອັນຖືກຕ້ອງຕໍ່ກັບລັດແບບໃໝ່,
ເສີມຂະຫຍາຍບົດບາດ ແລະ ຄຸນທາດຂອງລັດເຂົ້າໃນພາລະກິດຕໍ່ສູ້ປະຕິວັດ ນໍາເອົາປະເທດຊາດກ້າວຂຶ້ນດ້ວຍບາດກ້າວອັນໜັກແໜ້ນບົນເສັ້ນທາງກໍ່ສ້າງສັງຄົມນິຍົມ;
- ເປັນອາວຸດທີ່ສໍາຄັນໃຈກາງ ເປັນຫຼັກແຫຼ່ງ,
ຄົມຄາຍ ທັງເປັນວິທະຍາສຳລັບຜູ້ທີ່ເຮັດວຽກງານຄຸ້ມຄອງລັດ, ປົກປ້ອງກົດໝາຍ,
ນິຕິກຳສັງຄົມນິຍົມ, ຜູ້ທີ່ຄົ້ນຄວ້າ ແລະ ເຄື່ອນໄຫວເຮັດໜ້າທີ່ວຽກງານຄຸ້ມຄອງບໍລິຫານໂດຍກົງ;
- ມີຄວາມສໍາຄັນຕໍ່ກັບວຽກງານກໍ່ສ້າງ,
ປັບປຸງ ລັດ ແຫ່ງກົດໝາຍສັງຄົມນິຍົມ ໃນຂອງປະເທດເຮົາ.
ສັງລວມແລ້ວ, ການຄົ້ນຄວ້າບັນຫາທິດສະດີກ່ຽວກັບລັດ
ແລະ ກົດໝາຍ ຍິ່ງມີຄວາມສຳຄັນ ແລະ ຈໍາເປັນສໍາລັບພະນັກງານລັດ - ຖະກອນ ແລະ ບຸກຄົນ
ເພື່ອເຮັດສຳເລັດໜ້າທີ່ຂອງຕົນ. ຖ້າເຮົາມີຄວາມເຂົ້າໃຈຢ່າງເລິກເຊິງກ່ຽວກັບທິດສະດີ
ມາກ-ເລນິນ ກ່ຽວກັບລັດ ແລະ ກົດໝາຍແລ້ວ ກໍຈະເປັນການປະກອບສ່ວນຢ່າງຕັ້ງໜ້າໃນການຍົກສູງຄວາມສາມາດ
ໃນການຈັດຕັ້ງພຶດຕິກໍາຂອງພະນັກງານນໍາພາຂອງພັກ ແລະ ພະນັກງານຄຸ້ມຄອງຂອງລັດ ໃນພາລະກິດສ້າງລັດແບບໃໝ່ຢູ່
ສປປ ລາວ.
ความคิดเห็น
แสดงความคิดเห็น