ໂດຍ:
ປັນຍາສັກ ແສງອ່ອນແກ້ວ
ຕົ້ນກຳເນີດຂອງລັດ ແລະ ກົດໝາຍ
I. ຄວາມຮັບຮູ້ກ່ຽວກັບ ລັດ ແລະ ກົດໝາຍ
ລັດ ແລະ ກົດໝາຍ ແມ່ນພາກສ່ວນໜື່ງຂອງໂຄງບົນ, ມີການພົວພັນໂດຍກົງກັບພື້ນຖານເສດຖະກິດ
ໂດຍແມ່ນພື້ນຖານເສດຖະກິດເປັນອັນຕັດສິນ, ແຕ່ການກະທົບຄືນຂອງລັດ
ແລະ ກົດໝາຍໃສ່ພື້ນຖານເສດຖະກິດກໍສຸດທີ່ສໍາຄັນ ແລະ ແຂງແຮງ.
ລັດ ແລະ ກົດໝາຍ ແມ່ນສອງປາກົດການທີ່ມີການພົວພັນກັນຢ່າງສະໜິດແໜ້ນບໍ່ສາມາດຕັດແຍກອອກຈາກກັນໄດ້
ຄົງຕົວຢູ່ນໍາກັນຄືເງົາກັບໂຕ.
ລັດ ແລະ ກົດໝາຍລ້ວນແຕ່ແມ່ນເຄື່ອງມືຂອງອໍານາດການເມືອງ
ທັງເປັນພາຫະນະໃນການຄຸ້ມຄອງສັງ ຄົມ ໃນເງື່ອນໄຂທີ່ສັງຄົມມີການຜັນແຍກຊົນຊັ້ນ ແລະ ມີການຕໍ່ສູ້ຊົນຊັ້ນ.
ດ້ວຍເຫດນັ້ນ, ບັນດາກົດເກນລວມພື້ນຖານຂອງທັງສອງປາກົດການນີ້ລວນແຕ່ໄດ້ຮັບການຄົ້ນຄວ້າ
ຮ່ວມກັນຢູ່ໃນວິທະຍາສາດອັນດຽວ ນັ້ນກໍຄື ທິດສະດີລວມກ່ຽວກັບລັດ ແລະ ກົດໝາຍ.
II. ການກຳເນີດຂອງລັດ
ລັດກຳເນີດຂຶ້ນຈາກ ການຂະຫຍາຕົວທີ່ເປັນກົດເກນຂອງສັງຄົມ ຈາກການຂະຫຍາຍຕົວທາງເສດຖະກິດຊຶ່ງພາໃຫ້ສັງຄົມແບ່ງອອກເປັນຊົນຊັ້ນທີ່ປໍລະປັກກັນ.
ເພື່ອຮັບຮູ້ ແລະ ເຂົ້າໃຈກ່ຽວກັບຕົ້ນກໍາເນີດຂອງລັດຢ່າງຖືກຕ້ອງເຮົາຕ້ອງຄົ້ນຄວ້າສັງລວມ
ກ່ຽວກັບ ປະວັດສາດແຫ່ງການຂະຫຍາຍຕົວຂອງສັງຄົມມະນູດ ກໍ່ຄືບັນດາປາກົດການຂອງ
ສັງຄົມຢ່າງມີວິທະຍາສາດ.
ປະວັດສາດການຂະຫຍາຍຕົວ
ຂອງສັງຄົມມະນຸດໄດ້ຜ່ານ ສອງໄລຍະການຂະຫຍາຍຕົວທີ່ມີລັກສະນະຄວາມຄ້າຍຄືກັນ ແລະ ແຕກຕ່າງກັນດ້ານພື້ນຖານສະເພາະຂອງແຕ່ລະໄລຍະ.

2.1 ໄລຍະສັງຄົມທີ່ບໍ່ມີຊົນຊັ້ນ
ໄລຍະສັງຄົມບໍ່ທັນຜັນແຍກອອກເປັນຊົນຊັ້ນ
ລະບອບສັງຄົມສະຫະຊີບປະຖົມບູຮານ ເປັນສັງຄົມທີ່ບໍ່ມີລັດ, ສາເຫດທີ່ພາໃຫ້ລະບອບສະຫະຊີບປະຖົມບູຮານພັງທະລາຍ
ກໍຄືສາເຫດທີ່ພາໃຫ້ ລັດປາກົດຕົວຂຶ້ນ.
ການຂະຫຍາຍຕົວຂອງພື້ນຖານເສດຖະກິດ-ສັງຄົມ ເປັນປັດໄຈຕົ້ນຕໍທີ່ພາໃຫ້ມີການຂະຫຍາຍຕົວຂອງລັດໂດຍທາງກົງ,
ສັງຄົມສະຫະຊີບປະຖົມບູຮານຄົງຕົວຢູ່ໃນລະບອບກອມມູນິດສະຫະຊີບບູຮານ
- ພື້ນຖານເສດຖະກິດສັງຄົມ ແມ່ນບົນພື້ນຖານກຳມະສິດສວ່ນລວມຕໍ່ກັບພາຫະນະການຜະລິດຕົ້ນຕໍ;
- ການແບ່ງປັນຜົນຜະລິດຢູ່ດຳເນີນບົນພື້ນຖານ ຫຼັກການສະເໝີພາບສຳລັບທຸກຄົນໃນສັງຄົມ;
- ເຄື່ອງມືການຜະລິດແບບປະຖົມປະຖານ ແລະ ສະມັດຖະພາບຂອງງານຕ່ຳ;
- ຜະລິດຕະພັນທີ່ຜະລິດອອກມາມີແຕ່ຊົມໃຊ້,
ບໍ່ມີຜະລິດຕະພັນໄວ້ເພື່ອແລກປ່ຽນ ຫຼື ຊື້ຂາຍ;
ບັນດາປະຖົມປັດໄຈ ທາງດ້ານເສດຖະກິດທີ່ກ່າວມານັ້ນ ເປັນປັດໄຈພື້ນຖານຂອງອຳນາດການປົກຄອງ
ຂອງສະຫະຊີບບູຮານ. ລະບອບສະຫະຊີບປະຖົມບູຮານ ເປັນລະບອບສັງຄົມທຳອິດຂອງມວນມະນຸດ. ຫົວໜ່ວຍພື້ນຖານຂອງສັງຄົມໃນເວລານັ້ນແມ່ນກົກເຫຼົ່າ
ໃນກົກເຫຼົ່າບໍ່ມີອຳນາດການປົກຄອງຂອງລັດ, ການປົກຄອງແບບກົກເຫຼົ່າດຳເນີນບົນຫຼັກການ
ຄຸ້ມຄອງໂດຍຕົນເອງ ບໍ່ອີງໃສ່ສິດອຳນາດ ແລະ ການບັງຄັບຂອງລັດ.
ອົງກອນສູງສຸດຂອງ ກົກເຫຼົ່າ ແມ່ນ ກອງປະຊູມຂອງບັນດາສະມາຊິກ. ຜູ້ມີອາຍຸສູງສຸດ
ແລະ ຜູ້ມີອິດທິພົນກວ່າໝູ່ຈະເປັນຫົວໜ້າກົກເຫຼົ່າ.ທຸກວຽກຢູ່ໃນກົກເຫຼົ່າໄດ້ຮັບການແກ້ໄຂຢ່າງເປີດເຜີຍ.
ປະຊາຊົນຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງສະເໝີພາບ.
ໃນກົກເຫຼົ່າບໍ່ມິຜູ້ຮັ່ງ ແລະ ຜູ້ທຸກ. ທຸກຄົນລ້ວນແຕ່ພ້ອມກັນ ທໍາການຜະລິດ,
ພ້ອມກັນຢູ່ ພ້ອມກັນກິນ ແລະ ພາກັນເຂົ້າຮ່ວມການຄຸ້ມຄອງກົກເຫຼົ່າ.

2.2 ໄລຍະສັງຄົມຜັນແຍກເປັນຊົນຊັ້ນ
ນັບແຕ່ໄລຍະສັງຄົມໄດ້ຜັນແຍກອອກເປັນຊົ້ນຊັ້ນເປັນຕົ້ນມາ ລັດກໍໄດ້ປາກົດຕົວຂື້ນ,
ກາຍເປັນກຳລັງການປົກຄອງສັງຄົມທີ່ມີຊົນຊັ້ນ ໃຫ້ເຂົ້າສູ່ຄວາມເປັນລະບຽບ ແລະ ນັບມື້ນັບຂະຫຍາຍຕົວ.
ດ້ວຍເຫດນັ້ນ ທິດສະດີມາກ-ເລນິນ
ຈຶ່ງໄດ້ກຳນົດວ່າ “ລັດແມ່ນປາກົດການທີ່ມີລັກສະນະປະວັດສາດ
ເປັນຜະລິດຕະພັນຂອງສັງຄົມທີ່ມີຊົນຊັ້ນ’’.
ໃນຂະບວນວິວັດແຫ່ງການຂະຫຍາຍຕົວຂອງສັງຄົມ ໄດ້ມີການແບ່ງງານສາມຄັ້ງໃຫຍ່ຄື:
-
ການລ້ຽງສັດ
ຕັດແຍກອອກຈາກ ການປູກຝັງ
-
ຫັດຖະກຳ
ຕັດແຍກອອກຈາກ ກະສິກຳ
-
ການຄ້າຂາຍ
ຕັດແຍກອອກຈາກ ການຜະລິດ.
ການແບ່ງງານ ແລະ ການປັບປຸ່ງເຄື່ອງມືຂອງງານໄດ້ດຳເນີນໄປຕາມການແບ່ງງານນີ້ອັນໄດ້ເຮັດໃຫ້ສະມັດຖະພາບການຜະລິດເຕີບໃຫຍ່ຂື້ນ
ໝາຍຄວາມວ່າຢູ່ໃນເງື່ອນໄຂເສດຖະກິດໃໝ່ຄອບຄົວໜຶ່ງ ຫຼື ຈົນກະທັ້ງ ບຸກຄົນໜຶ່ງສາມາດບໍ່ພຽງແຕ່ຕອບສະໜອງຕົນເອງດ້ວຍພາຫະນະການດຳລົງຊີວິດເທົ່ານັ້ນແຕ່ຍັງສາມາດໃຫ້ຜົນຜະລິດສ່ວນເກີນອີກ.
ໃນຂະບວນວິວັດຂອງການແລກປ່ຽນຜົນຜະລິດສ່ວນເກີນ, ອັນນີ້ນຳໄປສູ່ຄວາມບໍ່ສະເໝີພາບທາງດ້ານຊັບສິນລະຫວ່າງກົກເຫຼົ່າ.
ໃນເງື່ອນໄຂເສດຖະກິດໃໝ່ນີ້ ມີຄວາມສາມາດນຳໃຊ້ແຮງງານຜູ້ອື່ນ, ໄດ້ຮິບຜົນຜະລິດສ່ວນເກີນ
ແລະ ສາມາດກົດຂີ່ຂູດຮີດຄົນອື່ນໄດ້.
ຈາກຂະບວນວິວັດດັ່ງກ່າວ
ສັງຄົມໄດ້ແບ່ງອອກເປັນ ຊົນຊັ້ນທີ່ເກີດຂຶ້ນຊຶ່ງບໍ່ພຽງແຕ່ເປັນກຸ່ມຕ່າງໆຂອງສັງຄົມເທົ່ານັ້ນ,
ພວກເຂົາເຈົ້າມີຖານະແຕກຕ່າງກັນໃນການຜະລິດຂອງສັງຄົມ, ມີບົດບາດຕ່າງກັນ,
ກຳມະສິດຢູ່ໃນກຳມືກຸ່ມໜຶ່ງທີ່ຂູດຮິດແຮງງານຂອງກູ່ມອື່ນ. ການຕໍ່ສູ້ຢ່າງດຸເດືອດໄດ້ເກີດຂຶ້ນລະຫວ່າງຊົນຊັ້ນເຫຼົ່ານີ້
ຊົນຊັ້ນຄອບຄອງພະຍາຍາມປົກປັກຮັກສາ ແລະ ເພີ່ມທະວີຖານະຄອບຄອງຂອງຕົນ, ສ່ວນຊົນຊັ້ນທູກຍາກກໍພະຍາ
ຍາມປ່ຽນແປງຖານະຂອງຕົນ ຄືລົບລ້າງການກົດຂີ່ຂູດຮີດ. ຊຶ່ງຜົນປະໂຫຍດຂອງສອງຊົນຊັ້ນນີ້ບໍ່ສາມາດຈະລົງລອຍກັນໄດ້. ການຈັດຕັ້ງກົກເຫຼົ່າບໍ່ມີຄວາມສາມາດເຮັດຫຼ້ອນໜ້າທິ່ຂອງຕົນ,
ມັນຮຽກຮ້ອງໃຫ້ມີອົງການອື່ນທີ່ສາມາດ:
- ປົກປັກຮັກສາ ແລະ ອູ້ມຊູການຄອບຄອງຂອງຊົນຊັ້ນໜຶາ່ງເໜືອຊົນຊັ້ນອື່ນ.
- ດັບມອດການປໍລະປັກກັນທາງດ້ານຊົນຊັ້ນ ແລະ ຮັບປະກັນການດຳລົງຄົງຕົວ
ແລະ ການເຄື່ອນໄຫວຂອງສັງຄົມ.
ທັງໝົດເຫຼົ່ານີ້ອົງການໃໝ່ຕ້ອງມີພະລັງທີ່ເຂັ້ມແຂງ
ແລະ ອຳນາດທີ່ແຮງກ້າ, ຈະຕ້ອງຮຽກຮ້ອງໃຫ້ມີການແຍກສຳນັກງານຂອງມັນອອກຕ່າງຫາກ,
ຮຽກຮ້ອງໃຫ້ມີການກໍ່ສ້າງກຳລັງພຶເສດ ຊຶ່ງມີໜ້າທີ່ສະເພາະແຕ່ປົກຄອງ ແລະ ດຳເນີນການບັງຄັບທີ່ມີການຈັດຕັ້ງເທົ່ານັ້ນ.
ລັດແມ່ນ
ເກີດຂຶ້ນຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມທີ່ມີຊົນຊັ້ນ ໂດຍບໍ່ມີຄວາມລົງລອຍກັນໄດ້ສ້າງຄວາມຂັດແຍ່ງທາງດ້ານຊົນຊັ້ນ
ແລະ ກ່ອນອື່ນໝົດໃນຖານະເປັນອົງກອນຄອບຄອງສັງຄົມທາງດ້ານຊົນຊັ້ນ.
III. ແນວຄິດ ແລະ ທິດສະດີກ່ຽວກັບການກຳເນີດຂອງລັດ
ການກໍາເນີດຂອງລັດ ມີເຫດຜົນ ແລະ
ຄວາມຈໍາເປັນຫຼາຍ ເພາະມະນຸດເປັນສັດສັງຄົມ ທີ່ບໍ່ອາດສາມາດດຳລົງຊີວິດຢູ່ໂດດດ່ຽວໄດ້.
ມະນຸດຈະຕ້ອງດໍາລົງຊີວິດເປັນກຸ່ມ ຈາກກຸ່ມຄົນໜຶ່ງກາຍເປັນສອງ, ສາມກຸ່ມຄົນ ໂດຍມີເຈົ້າກົກເຈົ້າເຫຼົ່າຂອງແຕ່ລະຊົນຊາດ,
ຊົນເຜົ່າຂຶ້ນມາເປັນຜູ້ປົກຄອງຕາມກົດເກນທາງສັງຄົມທີ່ມີວິ ວັດທະນາການ
ເຮັດໃຫ້ສັງຄົມມີການຂະຫຍາຍຕົວ ຫຼື ປຽ່ນແປງຢູ່ຕະຫຼອດເວລາ. ດ້ວຍເຫດຜົນດັ່ງກ່າວນັ້ນ ຈຶ່ງເປັນສາເຫດແຫ່ງການກຳເນີດຂອງລັດ,
ການສ້າງຕັ້ງເປັນລັດ ແມ່ນເພື່ອຮັກສາໄວ້ທາງດ້ານຄວາມເປັນສັງຄົມມະນຸດທີ່ມີເຊື້ອຊາດ, ເຜົ່າພັນ,
ຄວາມເຊື່ອ, ຄວາມມີອະລິຍະທຳ, ຮີດຄອງປະເພນີ, ຄວາມໝັ້ນຄົງ, ອະທິປະໄຕດັ່ງນີ້ເປັນຕົ້ນ.
ນັບເປັນເວລາຫຼາຍສະຕະວັດຜ່ານມາ ໄດ້ມີນັກປັດຊະຍາ, ນັກສັງຄົມວິທະຍາໄດ້ອະທິບາຍເຖິງ
ການກຳ ເນີດລັດໂດຍຫຼາຍທິດສະດີ. ບາງທິດສະດີ ກໍມີຄວາມສອດຄ່ອງກັບຂໍ້ເທັດຈິງ ແລະ
ຍັງມີຫຼາຍທິດສະດີຍັງຫ່າງໄກຈາກຄວາມຈິງ ຫຼື ຍັງບໍ່ສາມາດພິສູດໄດ້. ໃນນັ້ນ, ມີຫຼາຍທິດສະດິທີມິອິດທິພົນຕໍ່ປະວັດສາດທາງດ້ານການເມືອງ
ໂດຍສະເພາະແນວຄິດທິດສະດິເທວະນິຍົມ (The Divine Deism Theory), ລັດທິແນວຄິດທາງສາສະໜາ (Religious Doctrine), ທິດສະດິເຊື້ອຊາດນິຍົມ (Nationalism Theory), ທິດສະດີທໍາມະຊາດ (Natural Theory), ທິດສະດີວິວັດທະນາການ (EvolutionTheory), ທິດສະດີກໍາລັງອໍານາດ ( The Force Coercion Theory), ທິດສະດີສັນຍາສັງຄົມ ຫຼື ສັນຍາປະຊາຄົມ (The Social Contract Theory), ທິດສະດີການຕໍ່ສຸ້ຊົນຊັ້ນ (class
struggle theory) ຊື່ງໄດ້ສະເໜີບາງແນວຄິດທິດສະດີດັ່ງນີ້:

3.1 ທິດສະດີເທວະນິຍົມ
ແນວຄິດກຸ່ມທິດສະດີເທວະນິຍົມ ຖືວ່າເປັນແນວຄິດທິດສະດີທີ່ເກົ່າແກ່ທີ່ສູດ
ແລະ ໄດ້ຖືກນໍາໃຊ້ມາຢ່າງຍາວນານຊຶ່ງໄດ້ພະຍາຍາມອະທິບ່າຍກ່ຽວກັບການກຳເນີດຂອງລັດ
ໂດຍຍືດໃນຄວາມທີວ່າພະເຈົ້າເປັນຜູ້ສາ້ງລັດ, ຕົນເອງເປັນຜູ້ໄດ້ຄັດເລືອກໃຫ້ຢູ່ເໜືອຜູ້ອື່ນຕາມຄວາມເຫັນດີຂອງພະເຈົ້າ,
ຕົນເອງເປັນຜູ້ມີອະພິສິດມີຄວາມດີມີຖານະເໜືອຜູ້ອື່ນ ເຊັ່ນ: ທ່ານ ແຊນ ເອັມບຣອດ (Saint Ambrose),
ທ່ານ ປ໊ອບ ຂີລາຊຸດ (Pope Gelasius), ບັນດາທ່ານເຫຼົ່ານີ້ ໄດ້ແບ່ງອຳນາດຝ່າຍວິນຍານ ແລະ ອຳນາດຝ່າຍທາງໂລກ ແມ່ນ
ພະຜູ້ເປັນເຈົ້າເປັນຜູ້ແບ່ງໂດຍສະໄໝນັ້ນຜູ້ເປັນປະມູກລັດຈຶ່ງໄດ້ຍືດຕາມທິດສະດີເທວະສິດແບບກະສັດ.
ຕົວຢ່າງ: ໃນສະໄໝອີຢິບ
(Egypt) ຜູ້ທີ່ເປັນປະມູກລັດທີ່ຍິງໃຫຍ່ທີ່ສຸດ
ແມ່ນ ຟາຣາອົງ ( Pharaon of Egypt ), ອານາຈັກ ຈີນບູຮານແມ່ນ ຮ່ອງເຕ້ ເປັນຜູ້ໄດ້ຮັບອະນູດຍາດຈາກສະຫວັນ ແລະ
ອານາຈັກຢີ່ປຸ່ນ ໂອລົດ ແມ່ນເປັນພະເຈົ້າແຫ່ງດວງຕາເວັນ (Sun God).
ພ້ອມກັນນັ້ນ, ທິດສະດີເທວະນິຍົມ ຍັງເຊື່ອມໂຍນງກັບລັດທິທາງສາສະໜາ
ຊຶ່ງມີບົດບາດສຳຄັນໃນລັດສັກດີນາ, ມີກຳລັງແຮງທາງດ້ານເສດຖະກິດທາງດ້ານອຸດົມການ ແລະ
ອຳນາດທາງການເມືອງ.

3.2 ທິດສະດີທໍາມະຊາດ
ແນວຄິດກຸ່ມທິດສະດິທໍາມະຊາດ
ມີແນວຄິດເລີ່ມມາຈາກ ທ່ານ ອາຣິສໂຕເຕີນ (Aristotle) ຊຶ່ງເປັນບິດາທາງລັດຖະສາດຊຶ່ງມີຄວາມຄິດທີ່ວ່າ
ມະນຸດມີຄວາມດີໂດຍພື້ນຖານ ແລະ ເປັນສັດສັງຄົມການ ເມືອງໂດຍທຳມະຊາດ,
ມະນຸດຕ້ອງມີການຢູ່ຮ່ວມກັນມີຄວາມສຳພັນກັນຕາມທຳມະຊາດ ອັນກໍ່ໃຫ້ເກີດມີຊຸມຊົນ ແລະ
ເປັນຮູບແບບນະຄອນລັດຂ້ຶ້ນມາ.
ຕົວຢ່າງ: ທ່ານ ຊີເຊີໂຣ (Cicero)
ໄດ້ປຽບທຽບຄໍາວ່າ ‘‘ອໍານາດ’’ ເປັນສິ່ງທີ່ມີຢູ່ຂອງມະນຸດ, ອຳນາດລັດກໍເປັນອົງກອນທີ່ຈັດຕັ້ງຂື້ນຢ່າງມີຊີວີດຄຶກັບມະນຸດ
ເຊັ່ນ: ອຳນາດອະທິປະໄຕຄືຫົວ, ກົດໝາຍ ແລະ ປະເພ ນີຕ່າງໆ
ເປັນມັນສະໝອງຂອງລັດ ແລະ ປະຊາຊົນປຽບເໝືອມຮ່າງກາຍຂອງລັດ. ທ່ານ ອັງແກນ
ໄດ້ອະທິບາຍວ່າ ທິດສະດີດັ່ງກ່າວເກິດຂຶ້ນເພື່ອການຕໍ່ຕ້ານກັບລະບອບສັກດີນາ, ສາສະໜາ ແລະ
ເປັນຮູບການໜຶ່ງທີຊ້ອນຕົວຂອງວັດຖູນິຍົມ.
3.3 ທີດສະດີຕໍ່ສູ້ຊົນຊັ້ນ
ແນວຄິດກຸ່ມທິດສະດິການຕໍ່ສູ້ຊົນຊັ້ນ
ແມ່ນ ແນວຄີດທິ່ເລິ່ມມາຈາກ ທ່ານ ກາກມາກ (Karl Marx) ທ່ານ ຟ ອັງແກນ (Friederich Engel) ທ່ານ ວ. ເລນີນ (Vladimir Lenin) ຊຶ່ງມິຊື່ເອິ້ນໄປຕາມຍຸກຄຶ ທິດສະດິມາກຊີດ ຫຼື
ທີດສະດີມາກ-ເລນີນ. ພວກເພີ່ນໄດ້ສ້າງທິດສະດີມາພິສູດອະທີບາຍສີ່ງທີ່ເປັນກົນໄກຂອງກັບວີວັດທະນາການແຫ່ງການກຳເນິດຂອງລັດ
ໂດຍໃຊ້ວີທິວັດຖຸນີຍົມສັດຈະວີພາກ (dialectical
materialism) ແລະ
ວິທີວັດຖຸນິຍົມປະຫວັດວິພາກ (Dialectical
History). ທິດສະດີດັ່ງກ່າວນີ້ ໄດ້ອະທິບາຍການກຳເນີດຂອງລັດວ່າ
ການກຳເນີດຂອງລັດແມ່ນເນື່ອງມາຈາກການເກີດມີຊົນຊັ້ນຢູ່ໃນສັງຄົມ ແລະ ມີການຕໍ່ສູ້ຊົນຊັ້ນ.
ມາກ-ເລນິນໄດ້ອະທິ ບາຍວ່າ ຢູ່ໃນສັງຄົມມີຊົ້ນຊັ້ນທັງໝົດ. ບັນດາຮູບຖານເສດຖະກິດສັງຄົມເຫຼົ່ານັ້ນໄດ້ສ້າງເປັນສະຕິສັງຄົມເຊັ່ນ:
ແນວຄິດທາງການເມືອງ, ກົດໝາຍ, ຄຸນສົມບັດ, ສາສະໜາ, ປັດຊະຍາ ແລະ
ວິທະຍາສາດ ໂດຍສະແດງໃຫ້ຮູ້ວ່າ ເປັນການປົກປ້ອງສິດຜົນປະໂຫຍດຂອງຊົນຊັ້ນປົກຄອງ ໃດໜຶ່ງທີ່ແນ່ນອນ.
ພື້ນຖານເສດຖະກິດ, ການພົວພັນການຜະລິດ ທີ່ກຳນົດການພົວພັນຂອງຊົນຊັ້ນ, ການຄຸ້ມຄອງ ແລະ ຄອບຄອງທາງດ້ານຊົນຊັ້ນເປັນແຫຼ່ງກຳເນີດຂອງລັດ.
ການຂ້າມຜາ່ນຮູບຖານເສດຖະກິດໜຶ່ງ ໄປສູ່ຮູບຖານເສດຖະກິດສັງຄົມອື່ນເກີດຈາກການຕໍ່ສູ້ຊົນຊັ້ນ.

3.4 ທິດສະດີມາກຊິດກ່ຽວກັບການກຳເນີດຂອງລັດ
ນັກທິດສະດີມາກຊິດ ຫຼື ນັກທິດສະດີມາກ-ເລນິນ
ໄດ້ພິສູດ ແລະ ອະທິບາຍ ສິ່ງທີ່ເປັນກົນເກນການກຳເນີດ ແລະ ວິວັດທະນາການຂອງລັດວ່າ
ຄອບຄົວແມ່ນຈຸດເລີ່ມຕົ້ນແຫ່ງການເຂົ້າຮ່ວມກັນຂອງມະນຸດຊາດ ແລະ ສະຖາບັນຄອບຄົວກໍເປັນທີ່ມາຂອງລະບົບການປົກຄອງຂັ້ນພື້ນຖ່ານ
ໂດຍແມ່ນ ມານດາສິດທິລາດ ຊຶ່ງເປັນຫົວໜ້າຄອບຄົວ ມີອຳນາດໃນການປົກຄອງລູກ.
ເມື່ອຫຼາຍຄອບຄົວອາໄສຢູ່ໃກ້ຄຽງກັນ ແລະ ຂະຫຍາຍວົງກວ້າງອອກຈົນເປັນລະບົບເຄືອຍາດ,
ເມື່ອນັ້ນລະບົບການປົກຄອງເຄືອຍາດຂັ້ນພື້ນຖານ ກໍຖືກສັບຊ້ອນຂື້ນໃໝ່ ໂດຍຜູ້ອາວູໂສທີ່ເຂັ້ມແຂງ
ແລະ ມີຄວາມສາມາດຈະໄດ້ຮັບການເຄົາລົບນັບຖືໃຫ້ເປັນຫົວໜ້າກຸ່ມ ແລະ ໃນທີ່ສຸດເມື່ອສັງຄົມຂະຫຍາຍກວ້າງອອກຈົນກາຍເປັນເຜົ່າຈື່ງມີຄວາມຈຳເປັນຕ້ອງມີຫົວໜ້າ
ແລະ ຄະນະຜູ້ປົກຄອງເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍບິດາສິດທິລາດ ເພືອຄຸ້ມຄອງເຜົ່າຈາກໄພທຳມະຊາດ
ແລະ ພົວພັນກັບເຜົ່າອື່ນ ແລະ ເຮັດໃຫ້ສັງຄົົົົມມີລະບອບການປົກຄອງ, ມີຂະນົບທຳນຽມທີ່ສະມາຊິກຂອງເຜົ່າຍຶດຖືປະຕິບັດ
ລວມທັງການເຄົາລົບເຊື່ອຖືສິ່ງສັກສິດ ໃນປາກົດການທຳມະຊາດ. ສະມາຊິກຂອງເຜົ່າກໍທຳມາຫາກິນ
ເປັນຫຼັກແຫຼ່ງບາງກຸ່ມກໍສະແຫວງຫາທີ່ຕັ້ງພູມລຳເນົາຂອງເຜົ່າ ແລະ ສ້າງຕັ້ງບ້ານເມືອງຂຶ້ນ.
ກູ່ມ ຫຼື ຊົນເຜົ່າຕ່າງໆມີຄວາມເປັນຢູ່ຢ່າງອິດສະຫຼະຕໍ່ກັນ ແລະ ຄອບຄອງອານາບໍລິເວນ.
ເພື່ອສ້າງບ້ານເມືອງນັ້ນ ຫົວໜ້າເຜົ່າ ແລະ
ຄະນະປົກຄອງໄດ້ມີການຈັດລະບຽບການປົກຄອງໃນສັງຄົມຂຶ້ນຊຶ່ງຖືວ່າ ສັງຄົມໄດ້ເລີ່ມເກີດມີ
ຊົນຊັ້ນຢູ່ໃນໄລຍະທ້າຍຂອງລະບອບສະຫະຊີບປະຖົມບູຮານ.

3.5 ການຕໍ່ສູ້ຊົນຊັ້ນກັບການກໍາເນີດຂອງລັດຈາກແນວຄິດມາກຊິດ
ໄລຍະສັງຄົມບໍ່ທັນມີຊົນຊັ້ນ
ເອີ້ນວ່າ ລະບອບສະຫະຊີບປະຖົມບູຮານ ເປັນສັງຄົມທີ່ບໍ່ມີລັດເກີດຂຶ້ນປະມານ ສອງແສນປີກ່ອນ
ແລະ ຄົງຕົວຢູ່ຈົນເຖຶງ 4-5 ພັນປີກ່ອນ ຄສ. ໃນເບື້ອງຕົ້ນອໍານາດສັງຄົມມີຄວາມເປັນເອກະພາບ,
ວິຖີຊິວີດຢູ່ເປັນຄອບຄົວ, ຈຸ້ມເຈືອ, ກົກເຫຼົ່າ ແລະໃຊ້ຊັບພະຍາກອນທຳມະຊາດຄື: ກ້ອນຫີນ, ໄມ້ຄ້ອນ, ພືດຂຸນກ້າວໄປເຖີງການສ້າງເຄື່ອງມືແບບປະຖົມປະຖານ.
ນັກປະວັດສາດເອີ້ນຍູກນີ້ວ່າ: ‘‘ຍູກຫີນ’’.
ເມື່ອຮູບແບບວີທີການຜະລິດຂອງສັງຄົມສະຫະຊີບເສື່ອມຖອຍໄປ,
ແນວຄີດແບບວິທີການຜະລິດທີມີການແບ່ງງານ ແລະ ແບ່ງປັນຜົນປະໂຫຍດກໍເກີດຂື້ນ. ຕາມແນວຄິດສັດຈະວິພາກຂອງມາກຊິດໄດ້ອະທິບາຍວ່າວິວັດທະນາການຂອງລັດເລີ່ມຈາກສັງຄົມເກີດມີຊົນຊັ້ນເນື່ອງຈາກວ່າການຜະລິດສ່ວນເກີນໄດ້ເຮັດໃຫ້ສັງຄົມປະ
ກົດມີລະບອບກຳມະສິດສວ່ນຕົວຕໍ່ພາຫະນະການຜະລິດ ໂດຍສະເພາະແມ່ນຫົວໜ້າຕະກູນ, ຫົວໜ້າກຸ່ມ,
ຫົວໜ້າເຜົ່າ, ຜູ້ບັນຊາການທະຫານ ແລະ ຜູູ້ມີຄວາມສາມາດອື່ນໆ ໄດ້ຄ່ອຍເລີ່ມຕົ້ນໃຊ້ອຳນາດ
ໃນການທ້ອນໂຮມຜົນຜະລິດສ່ວນເກີນ, ເຄື່ອງມືອອກແຮງງານ, ສິນຄ້າ, ວັດຖູມີຄ່າແລ້ວເອົາມາເປັນຂອງຕົນເອງ.
ຄວາມບໍ່ສະເໝີພາບໃນສັງຄົມເລີ່ມປາກົດຕົວຂຶ້ນ, ເກີດມີການແບ່ງແຍກລະຫວ່າງເຜົ່າ, ແບ່ງແຍກຊັບສິນລະຫວ່າງກົກເຫຼົ່າ,
ເຮັດໃຫ້ມີການປາກົດຕົວຂອງກຳມະສິດສ່ວນຕົວ ແລະ ຜົນຜະລິດສ່ວນເກີນນັ້ນ ໄດ້ນຳໄປເຖີງການມີຜູ້ທູກ,
ຜູ້ຮັງໃນສັງຄົມ, ຜູ້ຮັງເລີ່ມໃຊ້ແຮງງານຜູ້ທູກ ນັ້ນແມ່ນການເລີມຕົ້ນແຫ່ງການຂູດຮີດແຮງງານ,
ການຍາດຊີງຊັບສົມບັດ ແລະ ດີນແດນ.
ຕົ້ນເຫດໂດຍກົງແຫ່ງການກໍາເນີດຂອງລັດ ແມ່ນການແບ່ງສັງຄົມອອກເປັນຊົນຊັ້ນ,
ເລນີນໄດ້ຂຽນວ່າ: “ລັດແມ່ນຜະລິດຕະພັນຂອງການບໍ່ລົງລອຍກັນໄດ້ ຂອງຂໍ້ຂັດແຍ່ງທາງຊົນຊັ້ນ,
ລັັດກຳເນີດຂຶ້ນຢູ່ບ່ອນໃດຊື່ງໃນເວລານັ້ນຂໍ້ຂັດແຍງທາງຊົນຊັ້ນບໍ່ສາມາດລົງລອຍກັນໄດ້ໂດຍພາວະວິໄສ”.
ກາກມາກ ແລະ ອັງແກນ ໄດ້ອະທິບາຍວາ່ ສິ່ງທີພາໃຫ້ລະບອບສະຫະຊີບປະຖົມບູຮານພັງທະລາຍ
ແລະ ເຫດຜົນທີ່ພາໃຫ້ມີການປາກົດຕົວພື້ນຖານຂອງລັດນັ້ນ, ຕ້ອງມີການຄົ້ນຄວ້າຢ່າງສັດຈະວິພາກ
ແລະ ອີງໃສ່ພື້ນຖານວິທະຍາສາດຂອງລັດທີວັດຖຸນີຍົມປະວັດວິພາກ
ເພື່ອສັງເກດຕີລາຄາບັນຫາຕ່າງໆ ໃນການເຄື່ອນເໜັງຂອງມັນບົນພື້ນຖານເສດຖະກີດ ແລະ ສັງຄົມຂອງລະບອບສະຫະຊີບປະຖົມບູຮານ.

IV. ວິວັດທະນາການຂອງລັດ
ຕົ້ນເຫດໂດຍກົງ
ແຫ່ງການກຳເນີດຂອງລັດ ແມ່ນການແບ່ງສັງຄົມອອກເປັນຊົນຊັ້ນ ທີ່ມີຜົນປະໂຫຍດປໍລະປັກກັນ.
ທ່ານ ເລນິນ ໄດ້ຂຽນວ່າ : "
ລັດແມ່ນຜະລິດຕະພັນ ແລະ ການບໍ່ສາມາດລົງລອຍກັນໄດ້ ຂອງຄວາມຂັດແຍ່ງທາງດ້ານຊົນຊັ້ນ " .
ຂະບວນວິວັດແຫ່ງການພັງທະລາຍ
ຂອງສັງຄົມປະຖົມບູຮານ ແລະ ການກຳເນີດຂອງລັດ ຖືກນຳມາຄົ້ນຄວ້າຢ່າງລະອຽດໂດຍ
ຟ. ອັງແກນຢູ່ໃນຜົນງານ "
ຕົ້ນກຳເນີດຂອງຄອບຄົວ, ກຳມະສິດສ່ວນຕົວ
ແລະ ລັດ ", ໃນຜົນງານດັ່ງກ່າວນີ້ໄດ້ໃຫ້ຄຳຕອບບັນຫາດັ່ງຕໍ່ໄປນີ້:
ກ. ເປັນຫຍັງສັງຄົມຈຶ່ງໄດ້ແບ່ງອອກເປັນຊົນຊັ້ນ
ແລະ ການແບ່ງນີ້ເປັນຄືແນວໃດ ?
ຂ.
ເປັນຫຍັງການແບ່ງສັງຄົມອອກເປັນຊົນຊັ້ນ ຈຶ່ງພາໃຫ້ລັດໄດ້ປາກົດຕົວຂຶ້ນ ?
ເປັນຫຍັງສັງຄົມຈຶ່ງໄດ້ແບ່ງອອກເປັນຊົນຊັ້ນ
ແລະ ການແບ່ງນີ້ເປັນຄືແນວໃດ ?
ຕໍ່ບັນຫານີ້ຂໍໃຫ້ຂໍ້ສັງເກດວ່າ ນີ້ແມ່ນຜົນອັນເປັນກົດເກນ, ການຫຼີກລ້ຽງບໍ່ໄດ້ແຫ່ງການຂະຫຍາຍຕົວຂອງເສດຖະກິດເສດຖະກິດ. ຂອງລະບອບປະຖົມບູຮານຂະຫຍາຍຕົວໄປຕາມການປັບປຸງເຄື່ອງມືຂອງງານ, ອັນທີ່ມີຄວາມໝາຍອັນດັບໜຶ່ງ ສຳລັບການຂະຫຍາຍຕົວຂອງເສດຖະກິດນັ້ນ
ແມ່ນການແບ່ງງານໃຫຍ່ສາມຢ່າງ : ທຳອິດແມ່ນການລ້ຽງສັດໄດ້ແຍກຕົວອອກຈາກການປູກຝັງ, ຕໍ່ມາຫັດຖະກຳໄດ້ແຍກຕົວອອກຈາກການປູກຝັງ, ພາຍລຸນມາມີຜູ້ຄົນຈຳນວນນຶ່ງ
ທີ່ດຳເນີນແຕ່ການແລກປ່ຽນເທົ່ານັ້ນ (ຊາວຄ້າຂາຍ).
ການແບ່ງງານ ແລະ ການປັບປຸງເຄື່ອງມືຂອງງານ ຊຶ່ງດຳເນີນໄປຕາມການແບ່ງງານນີ້
ໄດ້ຊຸກຍູ້ໃຫ້ສະມັດຖະພາບຂອງການຜະລິດເຕີບໃຫ່ຍຂຶ້ນ, ຜົນຜະລິດສ່ວນເກີນໄດ້ປາກົດຕົວຂຶ້ນ, ໝາຍຄວາມວ່າຢູ່ໃນເງື່ອນໄຂເສດຖະກິດໃໝ່ຄອບຄົວໜຶ່ງ ຫຼື
ຈົນກະທັ້ງ ບຸກຄົນຜູ້ໜື່ງສາມາດບໍ່ພຽງແຕ່ຕອບສະໜອງຕົນເອງ ດ້ວຍພາຫະນະການດຳລົງຊີວິດເທົ່ານັ້ນ
ແຕ່ກໍຍັງສາມາດໃຫ້ຜົນຜະລິດສ່ວນເກີນອັນແນ່ນອນອີກ.
ການປາກົດຕົວຂອງການຜະລິດສ່ວນເກີນໄດ້ເປັນປັດໄຈອັນຕົ້ນຕໍທີ່ນຳໄປສູ່ການພັງທະລາຍ
ຂອງການ ຈັດຕັ້ງທາງດ້ານເສດຖະກິດ ແລະ ສັງຄົມປະຖົມບູຮານ.
ຜົນຜະລິດສ່ວນເກີນໄດ້ເຮັດໃຫ້ຄອບຄົວ, ຫົວໜ້າຄອບຄົວ, ນາຍທະຫານມີຄວາມອາດສາມາດເຕົ້າໂຮມເອົາເຄື່ອງມືຂອງງານ, ວັດຖຸມີຄ່າ, ສິນຄ້າ ແລະ
ໃນທີ່ສຸດກໍມີດິນຕ່າງຫາກທີ່ເປັນກຳມະສິດຂອງຕົນ.
ຄວາມອາດສາມາດນີ້ໄດ້ປາກົດຂຶ້ນ ໃນຂະບວນວິວັດຂອງການແລກປ່ຽນຜົນຜະລິດສ່ວນເກີນ, ອັນນີ້ນຳໄປສູ່ຄວາມບໍ່ສະເໝີພາບ ທາງດ້ານຊັບສິນ
ລະຫວ່າງກົກເຫຼົ່າ ແລະ ພາຍໃນຂອບເຂດຂອງກົກເຫຼົ່ານັ້ນເອງ, ກຳມະສິດສ່ວນຕົວໄດ້ປາກົດຕົວຂຶ້ນ. ສັງຄົມໄດ້ແບ່ງເປັນ ຜູ້ຮັ່ງ ແລະ ຜູ້ທຸກ. ຟ.
ອັງແກນ ໄດ້ໃຫ້ຂໍ້ສັງເກດວ່າ: " ຄວາມແຕກຕ່າງທາງດ້ານຊັບສົມບັດ
ລະຫວ່າງຫົວໜ້າຄອບຄົວຕ່າງໆໄດ້ທັບມ້າງປະຊາຄົມກອມມູນິດແບບເກົ່າແກ່ຄອບຄົວ ".
ໃນເງື່ອນໄຂເສດຖະກິດໃໝ່ນີ້
ມີຄວາມສາມາດນຳໃຊ້ແຮງງານຂອງຜູ້ອື່ນ,ໄດ້ຮັບຜົນຜະລິດສ່ວນເກີນ ແລະ ກໍສາມາດຂູດຮີດຄົນໄດ້ເຊັ່ນ
ການນໍາເອົາຊະເລີຍເສິກ ແລະ ຕໍ່ມາຜູ້ທຸກຍາກໄປເປັນຂ້າທາດ ຫຼື ບ່າວນາ, ໃນສັງຄົມມີການແບ່ງຜູ້ຄົນເປັນຜູ້ກົດຂີ່ຂູດຮີດ ແລະ
ຜູ້ຖືກກົດຂີ່ຂູດຮີດ.
ເປັນຫຍັງການແບ່ງສັງຄົມອອກເປັນຊົນຊັ້ນຈຶ່ງນຳໄປສູ່ການກຳເນີດຂອງລັດຢ່າງຫຼີກລ້ຽງບໍ່ໄດ້
?
ຊົນຊັ້ນທີ່ເກີດຂຶ້ນນັ້ນບໍ່ພຽງແຕ່ເປັນກຸ່ມຕ່າງໆຂອງຄົນເທົ່ານັ້ນ, ພວກເຂົາເຈົ້າມີຖານະແຕກຕ່າງກັນໃນການຜະລິດຂອງສັງຄົມ, ມີບົດບາດຕ່າງກັນ, ກົງກັນຂ້າມກັນມີ (ຫຼື ບໍ່ມີ) ກຳມະສິດຢູ່ໃນກຳມື, ກຸ່ມໜຶ່ງ
(ຊົນຊັ້ນຄອບຄອງ)
ຂູດຮີດແຮງງານຂອງກຸ່ມອື່ນ (ຊົນຊັ້ນທຸກຍາກ, ຊົນຊັ້ນທີ່ຖຶກກົດຂີ່ຂົ່ມເຫັງ). ການຕໍ່ສູ້ຢ່າງດຸເດືອດໄດ້ເກີດຂຶ້ນລະຫວ່າງຊົນຊັ້ນເຫຼົ່ານີ້.
ຊົນຊັ້ນຄອບຄອງພະຍາຍາມປົກປັກຮັກສາ ແລະ ເພີ່ມທະວີຖານະຄອບຄອງຂອງຕົນ, ສ່ວນຊົນຊັ້ນທຸກຍາກ, ຊົນຊັ້ນທີ່ຖືກກົດຂີ່ຂົ່ມເຫັງນັ້ນ ກໍພະຍາຍາມປ່ຽນແປງຖານະຂອງຕົນ
ຄື ລົບລ້າງການກົດຂີ່ຂົມເຫັງ, ຜົນປະໂຫຍດຂອງຊົນຊັ້ນທີ່ຖືກກົດຂີ່ ແລະ ຂອງຊົນຊັ້ນຄອບຄອງບໍ່ສາມາດລົງລອຍກັນໄດ້.
ການຈັດຕັ້ງກົກເຫຼົ່າ, ເຜົ່າ ບໍ່ມີຄວາມສາມາດເຮັດຫຼ້ອນໜ້າທີ່ ຂອງຕົນ ມັນຮຽກຮ້ອງໃຫ້ອົງການອື່ນທີ່ສາມາດ
ເຊັ່ນ :
1. ປົກປັກຮັກສາ ແລະ ອູ້ມຊູການຄອບຄອງຂອງຊົນຊັ້ນໜຶ່ງເໜືອຊົນຊັ້ນອື່ນ.
2. ດັບມອດການປໍລະປັກທາງດ້ານຊົນຊັ້ນ ແລະ ຮັບປະກັນການດຳລົງຄົງຕົວ ແລະ
ການເຄື່ອນໄຫວຂອງສັງຄົມ.
ທັງໝົດເຫຼົ່ານີ້ອົງການໃໝ່ຕ້ອງມີພະລັງອັນເຂັ້ມແຂງ, ອຳນາດທີ່ແຮງກ້າ, ຈະຕ້ອງຮຽກຮ້ອງໃຫ້ມີການແຍກສຳນັກງານຂອງມັນອອກຕ່າງຫາກ, ຮຽກຮ້ອງໃຫ້ມີການກໍ່ສ້າງກຳລັງພິເສດຊຶ່ງມີໜ້າທີ່ສະເພາະແຕ່ປົກຄອງ
ແລະ ດຳເນີນການບັງຄັບ ທີ່ມີການຈັດຕັ້ງ , ຄວາມຮຸນແຮງ .
ລັດ ແມ່ນອົງການຈັດຕັ້ງດັ່ງກ່າວມາຂ້າງເທິງ
ມັນເກີດຂຶ້ນຍ້ອນຄວາມຮຽກຮ້ອງຂອງສັງຄົມທີ່ມີຊົນຊັ້ນ ໂດຍມີຄວາມບໍ່ລົງລອຍກັນໄດ້
ສ້າງຄວາມຂັດແຍ່ງທາງດ້ານຊົນຊັ້ນແລະ ກ່ອນອື່ນໝົດໃນຖານະເປັນອົງການຄອບຄອງທາງດ້ານຊົນຊັ້ນ.

ລັດ ແມ່ນອົງການຈັດຕັ້ງດັ່ງກ່າວມາຂ້າງເທິງ ມັນເກີດຂຶ້ນຍ້ອນຄວາມຮຽກຮ້ອງຂອງສັງຄົມທີ່ມີຊົນຊັ້ນ ໂດຍມີຄວາມບໍ່ລົງລອຍກັນໄດ້ ສ້າງຄວາມຂັດແຍ່ງທາງດ້ານຊົນຊັ້ນແລະ ກ່ອນອື່ນໝົດໃນຖານະເປັນອົງການຄອບຄອງທາງດ້ານຊົນຊັ້ນ.
4.1 ລັດເຈົ້າທາດ
ລັດເຈົ້າທາດ ແມ່ນ ປະເພດລັດທໍາອິດໃນປະວັດສາດຊຶ່ງເກີດຂື້ນພາຍຫຼັງການພັງທະລາຍຂອງສັງຄົມສະຫະຊີບປະຖົມບູຮານ,
ພື້ນຖານເສດຖະກິດຂອງລັດເຈົ້າທາດ ແມ່ນກຳມະສິດເອກະຊົນຕໍ່ພາຫະນະການຜະລິດ
ໂດຍເຈົ້າທາດມີຂ້າທາດເປັນຂອງຕົນເອງ , ຂ້າທາດບໍ່ພຽງແຕ່ເປັນກຳມະສິດຂອງເຈົ້າທາດຜູ້ໃດຜູ້ໜຶ່ງເທົ່ານັ້ນ
ແຕ່ຍັງອາດເປັນກຳມະສິດຂອງລັດ. ການຜະລິດອີງໃສການກົດຂີ່ຂູດຮີດຂ້າທາດ.

4.2 ລັດສັກດີນາ
ລັດສັກດິນາແມ່ນລັດທີ່ສືບຕໍ່ຈາກການພັງທະລາຍຂອງລັດເຈົ້າທາດ, ແຮງງງານທີ່ມີຜົນຜະລິດໜ້ອຍຂອງຂ້າທາດ
ໄດ້ຄ່ອຍໆ ຖືກສັບປ່ຽນໂດຍແຮງງານບ່າວນາ, ບາ່ວນາສາມາດມີທີ່ດີນເພື່ອທຳມາຫາກິນປູກຝັງພາຍໃຕ້ເງື່ອນໄຂການປະຕິບັດພັນທະ
ໃນການເຮັດວຽກໃຫ້ເຈົ້າຂອງດິນ ແລະ ພາຫະນະການຜະລິດອື່ນໆ ການຜູກຂາດຂອງສັກດີນາຕິດພັນກັບອຳນາດເປັນເຈົ້າທີ່ດິນດ້ວຍການບັງຄັບ
ແລະ ກົດຂີ່ຂູດຮີດຊາວນາ.

4.3 ລັດທຶນນິຍົມ
ລັດທຶນນິຍົມ
ແມ່ນການຈັດຕັ້ງການຄອບຄອງທາງດ້ານການເມືອງຂອງຊົນຊັ້ນນາຍທຶນ ເໜືອຊົນຊັ້ນຊາວຜູ້ອອກແຮງ,
ມີໜ້າທີ່ຄອບຄອງທາງດ້ານເສດຖະກິດ ແລະ ມີຈຸດປະສົງກົດຂີ່ຂູດຮີດຊາວຜູ້ອອກແຮງງານເພື່ອສ້າງກຳໄລສູງ,
ພື້ນຖານເສດຖະກິດແມ່ນສາຍພົວພັນກໍາມະສິດເອກະຊົນຂອງນາຍທຶນຕໍ່ພາຫະນະການຜະລິດ ສ່ວນຊາວຜູ້ອອກແຮງງານຕ້ອງຂາຍແຮງງານຂອງຕົນໃຫ້ນາຍທຶນ.

4.4 ລັດສັງຄົມນິຍົມ
ລັດໃນລະບອບສັງຄົມນິຍົມ ແມ່ນການຈັດຕັ້ງອໍານາດການເມືອງຂອງຊົນຊັ້ນກໍາມະກອນ
ແລະ ຊາວຜູ້ອອກແຮງງານອຶ່ນ ໂດຍການນຳພາຂອງພັກກອມມູນິດ.
ຮູບແບບເສດຖະກິດແມ່ນບົນພື້ນຖານສ່ວນລວມ ຕໍ່ພາຫະນະການຜະລິດ. ທາດແທ້ຂອງລັດ
ແມ່ນເຄື່ອງມືຂອງຊົນຊັ້ນກຳມະກອນ ແລະ ຜະເດັດການກຳມາຊີບມີກົງຈັກລັດເອກະພາບພາຍໃຕ້ການນຳພາຂອງພັກກອມມຸນິດມີສະພາ,
ມີລັດຖະບານ ແລະ ອົງການອື່ນໆ.
V. ການກໍາເນີດຂອງກົດໝາຍ
ໃນເວລາດຽວກັນກັບລັດມີການກຳເນີດນັ້ນ ກົດໝາຍກໍໄດ້ມີການກຳເນີດເກີດຂຶ້ນ ແລະ
ທັງເປັນຕົ້ນເຫດທີ່ນຳໄປສູ່ ການກຳເນີດຂອງກົດໝາຍ, ເວົ້າລວມແລ້ວຕົ້ນເຫດແຫ່ງການກຳເນີດຂອງກົດໝາຍກໍ່ແມ່ນອັນດຽວກັນກັບ
ຕົ້ນເຫດແຫ່ງການກຳເນີດຂອງລັດ. ນີ້ແມ່ນການເຕີບໃຫຍ່ຂອງສະມັດຖະພາບຂອງງານ, ການສ້າງຜົນຜະລິດສ່ວນເກີນ,
ການກຳເນີດກຳມະສິດສ່ວນຕົວ, ການແບ່ງສັງຄົມອອກເປັນຊົນຊັ້ນທີ່ເປັນປໍລະປັກກັນ.ໃນຊີວິດຂອງສັງຄົມຮຽກຮ້ອງໃຫ້ມີສິ່ງດັດປັບໃໝ່
ທີ່ມີຊົນຊັ້ນຊຶ່ງແມ່ນກົດໝາຍນັ້ນເອງ, ກົດໝາຍມີຄວາມຈຳເປັນຕ້ອງໄດ້ປາກົດຕົວຂຶ້ນ ແລະ
ໃນທີ່ສຸດມັນກໍ່ໄດ້ປາກົດຕົວຂຶ້ນ. ບົດບັນຍັດຂອງກົດໝາຍ ເປັນພາຫານະອັນສຳຄັນກວ່າໝູ່ແຫ່ງການຄອບຄອງທາງດ້ານຊົນຊັ້ນ, ມັນພາໃຫ້ລັດນຳເອົາເຈດຈຳນົງຂອງຕົນໄປສູ່ປະຊາຊົນທັງໝົດປະເທດ.
ບົດບັນຍັດຂອງກົດໝາຍໄດ້ປະກົດຕົວຂຶ້ນດ້ວຍເສັ້ນທາງ
ດັ່ງນີ້:
- ການຫັນປ່ຽນຂໍ້ກຳນົດເອກະພາບ ຊຶ່ງມີລັກສະນະຂອງຮີດຄອງປະຖົມບູຮານ
ເປັນຂໍ້ກຳນົດຂອງກົດ ໝາຍຮີດຄອງ ຄຽງຄູ່ກັບການພັງທະລາຍຂອງລະບອບປະຖົມບູຮານ, ການຂະຫຍາຍຕົວ ຂອງສາຍພົວພັນຊົນຊັ້ນ
ຮີດຄອງຊຶ່ງໃນເມື່ອກ່ອນ ສ່ອງແສງເຖິງເຈດຈຳນົງທັງໝົດຂອງກົກເຫຼົ່ານັ້ນໄດ້ມີການປ່ຽນແປງທາງດ້ານເນື້ອໃນ
ມັນໄດ້ເລີ່ມສ່ອງແສງເຖິງເຈດຈຳນົງຂອງຊົນຊັ້ນຄອບຄອງ, ໃນເວລາດຽວກັນນັ້ນ ລັດກໍສະໜອງຮີດຄອງດ້ວຍມາດຕະການບັງຄັບ
ແລະ ອຸ້ມຊູມັນດ້ວຍກຳລັງຂອງຕົນ;
- ການອອກກົດໝາຍໂດຍລັດ ກົດໝາຍໄດ້ກຳເນີດຂຶ້ນພາຍຫຼັງທີ່ລັດໄດ້ອອກເອກະສານສະເພາະຊຶ່ງບັນຈຸຂໍ້ບັນຍັດຂອງກົດໝາຍ
(ນິຕິກຳ);
-
ນອກນັ້ນອົງການສານກໍມີບົດບາດສຳຄັນ ໃນການສ້າງຂໍ້ບນຍັດຂອງກົດໝາຍ ແລະ
ພ້ອມກັນນັ້ນກໍມີເລື້ອຍໆທີ່ຄຳຕັດສີນຂອງສານມີລັກສະນະເປັນແບບຢ່າງ, ເປັນເຄື່ອງວັດແທກສຳລັບການຕັດສີນຄະດີອື່ນໆທີ່ຄ້າຍຄືກັນ
ໝາຍຄວາມວ່າ ຄຳຕັດສີນຂອງສານໄດ້ກາຍເປັນປະເພນີສານ.
ເປັນຫຍັງການກຳເນີດຂອງກົດໝາຍຈຶ່ງນຳໄປສູ່ການສີ້ນສຸດຂອງຮີດຄອງ?
ຍ້ອນວ່າ:ໃນເງື່ອນໄຂທີ່ສັງຄົມໄດ້ຜັນແຍກອອກເປັນຊົ້ນຊັ້ນ ແລະ ມີການຕໍ່ສູ້ຊົນຊັ້ນຢ່າງດຸເດືອດບໍ່ສາມາດປະນິປະນອມກັນໄດ້. ໃນເງື່ອນໄຂດັ່ງກ່າວຂໍ້ກຳນົດຮີດຄອງທີ່ສັງຄົມປະຖົມບູຮານໃຊ້ເຂົ້າໃນການຄຸ້ມຄອງສັງຄົມນັ້ນ ບໍ່ສາມາດເສີມຂະຫຍາຍໄດ້ບົດບາດຕັດສິນການຄຸ້ມຄອງສັງຄົມໃໝ່ ສັງຄົມທີ່ມີການຜັນແຍກຊົນຊັ້ນໄດ້ອີກແລ້ວ.
1)
ຊີວິດຂອງສັງຄົມທີ່ດັດປັບໃໝ່ຂອງສັງຄົມທີ່ມີຊົນຊັ້ນ
ໃນຊີວິດຂອງສັງຄົມສິ່ງທີ່ດັດປັບໃໝ່ຂອງສັງຄົມທີ່ມີຊົນຊັ້ນຊຶ່ງໄດ້ແກ່ກົດໝາຍນັ້ນແມ່ນມີຄວາມຈຳເປັນຕ້ອງໄດ້ປາກົດຕົວຂຶ້ນໃນສັງຄົມ ແລະ ໃນທີ່ສຸດກົດໝາຍກໍ່ໄດ້ປາກົດຕົວຂຶ້ນ. ຂໍ້ກຳນົດຂອງກົດໝາຍເປັນພາຫະນະອັນສຳຄັນກ່ວາໝູ່ແຫ່ງການຄອບຄອງທາງດ້ານຊົນຊັ້ນ, ພາຫະນະນີ້ແມ່ນພາໃຫ້ລັດນຳເອົາເຈດຈຳນົງຂອງຕົນໄປສູ່ປະຊາຊົນທັງໝົດໃນປະເທດ.
2)
ກົດໝາຍມີການກຳເນີດມາຈາກໃສ?
ກົດໝາຍກຳເນີດມາຈາກສັງຄົມທີ່ມີຊົນຊັ້ນ, ມີຜົນຜະລິດສ່ວນເກີນຈຶ່ງພາໃຫ້ເກີດມີບັນຫາ ແລະ ເຮັດໃຫ້ສັງຄົມບໍ່ມີຊົນຊັ້ນພັງທະລາຍລົງ. ສະນັ້ນຊົນຊັ້ນປົກຄອງຈຶ່ງສ້າງກົດໝາຍຂຶ້ນເພື່ອຄວາມເປັນລະບຽບ ແລະ ເພື່ອຮັບໃຊ້ຜົນປະໂຫຍດຂອງຕົນເອງ.
ຕົ້ນກໍາເນີດກົດໝາຍແມ່ນມາຈາກບັນດາກົດໝາຍດັ່ງລຸ່ມນີ້:
ກົດໝາຍໃນສະໄໝໂຣມັນ: ກົດໝາຍ 12 ໂຕະເພາະກົດໝາຍຂອງໂຣມັນເປັນປັດເຈອີກໜຶ່ງໃນການກຳເນີດກົດໝາຍ ແລະ ກົດໝາຍ 12 ໂຕະນີ້ ເກີດຂຶ້ນຈາກບັນຫາຄວາມຂັດແຍ່ງລະຫວ່າງສອງຊົນຊັ້ນຄື ຊົນຊັ້ນຂຸນນາງຊຶ່ງເປັນຄົນຊັ້ນສູງອັນໄດ້ແກ່ຜູ້ປົກຄອງ ແລະ ພະນັກງານຊັ້ນສູງ ແລະ ຝ່າຍຊົນຊັ້ນສາມັນຊົນຊຶ່ງເປັນຊົນຊັ້ນທີ່ຖືກປົກຄອງອັນໄດ້ແກ່ຊາວນາ,
ຊ່າງ, ພໍ່ຄ້າ ລວມທັງຊະເລີຍເສິກຕ່າງດ້າວ ແລະ ຂ້າທາດ. ຊຶ່ງການອອກກົດໝາຍການບັງຄັບໃຊ້ກົດໝາຍ ຫຼື ການຕັດສີນຄະດີເປັນອຳນາດຂອງຊົນຊັ້ນຂຸນນາງ ແລະ ທັງໝົດເຮັດໃຫ້ເກີດມີຄວາມບໍ່ພໍໃຈແກ່ຊົນຊັ້ນສາມັນຊົນຊຶ່ງບໍ່ມີໂອກາດໄດ້ຮູ້ວ່າກົດໝາຍທີ່ໃຊ້ຢູ່ນັ້ນເປັນແນວໃດ ແລະ ກໍໄດ້ມີການາຮຽກຮ້ອງໃຫ້ນຳກົດໝາຍເຫຼົ່ານັ້ນອອກມາຂຽນໃຫ້ເປັນກົດໝາຍລາຍລັກອັກສອນ.
ມາຮອດໄລຍະຊ່ວງ 450 ປີ ກ່ອນ ຄ.ສ ຈຶ່ງໄດ້ມີການຮວບຮວມຮີດຄອງປະເພນີທີ່ໃຊ້ເປັນກົດໝາຍຢູ່ໃນຂະນະນັ້ນບັນທຶກລົງແຜ່ນທອງເຫຼືອງ 12 ແຜ່ນ,
ຕັ້ງໄວ້ໃນໃຈກາງເມືອງ, ອາດເວົ້າໄດ້ວ່າເປັນການເລີ່ມຕົ້ນຂອງຫຼັກການທີ່ວ່າກົດໝາຍຄວນເປັນສິ່ງທີ່ເປີດເຜີຍໃຫ້ຄົນທົ່ວໄປໄດ້ຮັບຮູ້ ແລະ ສຶກສາຫາເຫດຜົນໄດ້.
ເນື້ອໃນກົດໝາຍ 12 ໂຕະມີຄວາມໝາຍດັ່ງນີ້:
1.
ໂຕະທີ1 ,2 ,3: ເປັນເລື່ອງທີ່ກ່ຽວກັບວິທີພິຈາລະນາຄວາມທາງກົດໝາຍແພ່ງ ແລະການບັງຄັບຄະດີເຊັ່ນ:
- ຖ້າຫາກຄູ່ຄວາມຝ່າຍໃດບໍ່ມາສານກ່ອນທ່ຽງສານກໍຈະພິພາກສາຄະດີໃຫ້ຄູ່ຄວາມອີກຝ່າຍທີ່ມາ
ສານກ່ອນນັ້ນຊະນະຄະດີ.
- ຖ້າຫາກຄູ່ຄວາມຝ່າຍໃດຫາພະຍານບໍ່ໄດ້ກໍໃຫ້ຮ້ອງດັງໆທີ່ປະຕູໜ້າເຮືອນຂອງຕົນເອງເພື່ອຊອກຫາພະຍານ.
- ໃນຄະດີຈຳເລີຍຍອມໃຊ້ໜີ້ສິນ ຫຼື ຄະນະທີ່ສານໄດ້ພິພາກສາໃຫ້ຈຳເລີຍໃຊ້ເງິນກໍໃຫ້ຈຳເລີຍສຳລະເງິນພາຍໃນ 30 ວັນ.
2. ໂຕະທີ4: ເປັນເລື່ອງຫົວໜ້າຄອບຄົວເຊັ່ນ:
- ພໍ່ມີອຳນາດເໜືອລູກອັນຊອບດ້ວຍກົດໝາຍພໍ່ອາດກັງຂັງລູກ ຫຼື ຂ້ຽນຕີ ຫຼື ລ່າມໂສ້ໃຫ້ເຮັດວຽກຫຼືບໍ່ຖືກໃຈຫຍັງກໍສາມາດຂ້າລູກຕົນເອງໄດ້ຕະຫຼອດຮອດການນຳເອົາລູກຂອງຕົນໄປຂາຍກໍໄດ້.
- ຖ້າເດັກນ້ອຍເກີດມາມີຮູບຮ່າງຜິດປົກກະຕິຫົວໜ້າຄອບຄົວສາມາດນຳເອົາເດັກໄປຂ້າຖິ້ມກໍໄດ້.
3. ໂຕະທີ 5,6,7: ເປັນເລື່ອງກ່ຽວກັບມໍຣະດົກ ແລະ ຊັບສິນເຊັ່ນ:
-
ຊາຍທີ່ເປັນຫົວໜ້າຄອບຄົວທີ່ຕາຍໄປແລ້ວໂດຍບໍ່ໄດ້ເຮັດພິໄນກຳໄວ້ຜູ້ເປັນລູກຊາຍທີ່ໃກ້ຊິດທີ່ສຸດຈະເປັນຜູ້ສືບທອດອຳນາດຕໍ່ໄປ.
-
ຖ້າຊາຍອິດສະຫຼະຕາຍໂດຍບໍ່ມີຜູ້ສືບທອດໃຫ້ຊັບສົມບັດຂອງຊາຍຄົນນັ້ນຕົກຢູ່ພາຍໃຕ້ຜູ້ອຸປະຖຳ.
-
ໝາກໄມ້ຫຼົ່ນຕົກໄປໃນບ້ານຂອງຜູ້ອື່ນເຈົ້າຂອງໝາກໄມ້ກໍຍັງຄົງເປັນເຈົ້າຂອງໝາກໄມ້ນັ້ນຢູ່.
4.
ໂຕະທີ 8: ເປັນເລື່ອງກ່ຽວກັບການລົງໂທດຜູ້ກະທຳຜິດທາງອາຍາເຊັ່ນ:
-
ບຸກຄົນໃດທຳການໂຄສະນາໝີ່ນປະໝາດວ່າເຂົາກະທຳຜິດທາງອາຍາຫຼືທາງລາມົກອະນາຈານໃຫ້ເອົາຜູ້ນັ້ນໄປຕີໃຫ້ຕາຍໄດ້.
-
ຜູ້ໃດລັກຊັບໃນເວລາຄ່ຳຄືນໃຫ້ເອົາໄປຂ້າໄດ້ເລີຍ.
-
ຜູ້ໃດວາງເພີງບ້ານເຮືອນຂອງຄົນອືື່ນໃຫ້ເອົາມາມັດໄວ້ແລ້ວຕີ ແລະ ເຜົາທັ້ງເປັນໄດ້ແຕ່ຖ້າເກີດຄວາມປະໝາດໃຫ້ເສຍຄ່າທຳຂວັນແລ້ວລົງໂທດພໍສົມຄວນ.
-
ສັດສີ່ຂາຂອງບຸກຄົນໃດເຂົ້າໄປທຳລາຍເຄື່ອງປູກຂອງຝັງພາໃຫ້ມີຜົນເສຍຫາຍຜູ້ເສຍຫາຍກໍສາມາດທີ່ຈະຍຶດເອົາສັດນັ້ນມາເປັນຂອງຕົນເອງໄດ້ ເວັ້ນແຕ່ເຈົ້າຂອງສັດຈະເສຍເງິນໄຖ່ເອົາກັບຄືນຕາມລາຄ່າຜົນເສຍຫາຍ.
5. ໂຕະທີ
9: ເປັນເລືຶ່ອງກ່ຽວກັບອຳນາດຂອງລັດເຊັ່ນ:
- ກົດໝາຍໃດທີ່ຈະກໍ່ໃຫ້ເປັນຄວາມເສຍຫາຍຢ່າງດຽວຕ່ໍເອກະຊົນນັ້ນຫ້າມບັງຄັບໃຊ້.
- ມີແຕ່ລັດຖະສະພາເທົ່ານັ້ນທີ່ຈະມີອຳນາດອອກກົດໝາຍທີ່ກະທົບກະເທືອນເຖີງສະຖານະຂອງບຸກຄົນໄດ້.
6. ໂຕະທີ
10:
ເປັນເລື່ອງກ່ຽວກັບກົດໝາຍສາສະໜາເຊັ່ນ:
- ຫ້າມຝັງ ຫຼື ເຜົາສົບໃນເຂດໃຈກາງເມືອງ.
- ຫ້າມຜູ້ຍິງຮ້ອງໄຫ້ໃນງານສົບ.
7. ໂຕະທີ
11 ແລະ12: ເປັນເລື່ອງກ່ຽວກັບກົດໝາຍເພີ່ມເຕີມເຊັ່ນ:
- ຫ້າມບຸກຄົນຕ່າງຊົນຊັ້ນວັນນະແຕ່ງດອງກັນ.
- ເມື່ອທາດ ຫຼື ຄົນຮັບໃຊ້ ຂອງເຮົາໄປລັກຊັບ ຫຼື ສ້າງຄວາມເສຍຫາຍແກ່ບຸກຄົນອື່ນເຈົ້າທາດຕ້ອງຮັບໃຊ້ຄ່າເສຍຫາຍ ຫຼື ມອບຜູ້ທີ່ເປັນຂ້າທາດໃຫ້ແກ່ຄົນອື່ນໄດ້.
ກົດໝາຍ 12 ກະດານນີ້ໄດ້ກາຍເປັນແມ່ແບບຂອງກົດໝາຍປະເທດຕ່າງໆໃນເອີລົບ ແລະ ທົ່ວໂລກຊຶ່ງຫຼາຍປະເທດກໍໄດ້ຖອດຖອນເອົາບົດຮຽນໃນກົດໝາຍສິບສອງກະດານມາເປັນກົດໝາຍປະເທດຂອງຕົນໂດຍມີການປັບປຸງ ແລະ ປ່ຽນແປງບາງເນື້ອຫາໃຫ້ສອດຄ່ອງກັບສັງຄົມ ແລະ ຈາຮີດປະເພນີຂອງປະເທດນັ້ນໆ.
5.1 ຄວາມໝາຍຂອງກົດໝາຍ
ຄຳວ່າ: “ກົດໝາຍ” ໝາຍເຖິງຂອບເຂດຂອງການປະພຶດໃນຮູບການຕ່າງໆ. ບາງກົດໝາຍແມ່ນການອະທິບາຍກົດໝາຍພຽງແຕ່ພັນລະນາປາກົດການດ້ານຕ່າງໆທີ່ເກີດຂຶ້ນຕາມປົກກະຕິຂອງທຳມະຊາດ ແລະ ການປະພຶດທີ່ກ່ຽວຂ້ອງລະຫວ່າງຄົນກັບຄົນທາງດ້ານການປະພຶດໃນສັງຄົມ.
5.2 ຄວາມສຳຄັນຂອງກົດໝາຍ
ກົດໝາຍມີໜ້າທີ່ສຳຄັນໃນການປົກປັກຮັກສາລະບອບການເມືອງ, ເສດຖະກິດ
ແລະ ສັງຄົມຂອງແຕ່ລະປະເທດ, ກຳມະສິດຂອງລັດ, ລວມໝູ່ແລະຂອງບຸກຄົນ, ຊີວິດ, ສຸຂະພາບ ສິດ ແລະ ເສີລີພາບຂອງພົນລະເມືອງ, ຄວາມສະຫງົບສຸກພາຍໃນຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຄົນສັງຄົມ, ຕ້ານ ແລະ ສະກັດກັ້ນການກະທຳຜິດ ແລະ ສຶກສາອົບຮົມພົນລະເມືອງທຸກຄົນໃຫ້ມີຄວາມຕື່ນຕົວເຄົາລົບກົດໝາຍ.
ເມື່ອກົດໝາຍເຂົ້າກ່ຽວຂ້ອງກັບຊີວິດຂອງຄົນເຮົາແລ້ວຈຶ່ງຈຳເປັນທີ່ບຸກຄົນຈະຕ້ອງໄດ້ສຶກສາຮຽນຮູ້ກົດໝາຍເພື່ອໃຫ້ຮູ້ເຖິງສິດ ແລະ ໜ້າທີ່ຂອງຕົນທີ່ມີຕໍ່ກົດໝາຍເພື່ອຈະໄດ້ປະຕິບັດຕາມໄດ້ຢ່າງຖືກຕ້ອງ. ດັ່ງນັ້ນ, ກົດໝາຍແມ່ນເຄື່ອງມືອັນສຳຄັນໃນການວາງລະບຽບທາງສັງຄົມ. ຖ້າຫາກລັດບໍ່ມີກົດໝາຍຊົນຊັ້ນທີ່ຄອບຄອງສັງຄົມຢູ່ນັ້ນກໍຈະບໍ່ສາມາດປົກປັກຮັກສາ ແລະ ເພີ່ມທະວີຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມໄດ້.
5.3 ຈຸດພິເສດຂອງກົດໝາຍ
ກົດໝາຍມີຈຸດພິເສດທີ່ພາໃຫ້ມີຄວາມແຕກຕ່າງກັບລະບຽບການປະພຶດຂອງສັງຄົມທີ່ຍັງບໍ່ທັນມີຊົນຊັ້ນ,ອັນທີ່ເປັນພື້ນຖານໃນບັນດາຈຸດພິເສດນັ້ນມີ ດັ່ງນີ້:
1)
ກົດໝາຍແມ່ນສິ່ງປະກອບສ້າງເປັນສະຖາບັນທີ່ແຍກຕົວອອກຈາກສາຍພົວພັນສັງຄົມ. ເປັນຮູບການກົດໝາຍ, ຮີດຄອງ, ປະເພນີສານຄວາມຊັດເຈນທາງດ້ານຮູບການຂອງຂໍ້ບັນຍັດຂອງກົດໝາຍເປັນສະຖາບັນໜຶ່ງທີ່ມີເອກະລາດຂອງຊີວິດສັງຄົມ.
2)
ກົດໝາຍປະກອບດ້ວຍຂໍ້ບັນຍັດທີ່ຖືກອຸ້ມຊູດ້ວຍກຳລັງບັງຄັບຂອງລັດ. ຖ້າວ່າຂໍ້ບັນຍັດຂອງກົດ ໝາຍນັ້ນຫາກບໍ່ຖືກປະຕິບັດຈະມີການໃຊ້ມາດຕະການບັງຄັບຂອງລັດ.
3)
ກົດໝາຍສ່ອງແສງເຖິງເຈດຈຳນົງຂອງຊົນຊັ້ນຄອບຄອງ ແລະ ເປັນສິ່ງດັດປັບສາຍພົວພັນສັງຄົມທີ່ມີຊົນຊັ້ນ.
ລັດໃນລະບອບສັງຄົມນິຍົມ ແມ່ນການຈັດຕັ້ງອໍານາດການເມືອງຂອງຊົນຊັ້ນກໍາມະກອນ
ແລະ ຊາວຜູ້ອອກແຮງງານອຶ່ນ ໂດຍການນຳພາຂອງພັກກອມມູນິດ.
ຮູບແບບເສດຖະກິດແມ່ນບົນພື້ນຖານສ່ວນລວມ ຕໍ່ພາຫະນະການຜະລິດ. ທາດແທ້ຂອງລັດ
ແມ່ນເຄື່ອງມືຂອງຊົນຊັ້ນກຳມະກອນ ແລະ ຜະເດັດການກຳມາຊີບມີກົງຈັກລັດເອກະພາບພາຍໃຕ້ການນຳພາຂອງພັກກອມມຸນິດມີສະພາ,
ມີລັດຖະບານ ແລະ ອົງການອື່ນໆ.
V. ການກໍາເນີດຂອງກົດໝາຍ
ໃນເວລາດຽວກັນກັບລັດມີການກຳເນີດນັ້ນ ກົດໝາຍກໍໄດ້ມີການກຳເນີດເກີດຂຶ້ນ ແລະ
ທັງເປັນຕົ້ນເຫດທີ່ນຳໄປສູ່ ການກຳເນີດຂອງກົດໝາຍ, ເວົ້າລວມແລ້ວຕົ້ນເຫດແຫ່ງການກຳເນີດຂອງກົດໝາຍກໍ່ແມ່ນອັນດຽວກັນກັບ
ຕົ້ນເຫດແຫ່ງການກຳເນີດຂອງລັດ. ນີ້ແມ່ນການເຕີບໃຫຍ່ຂອງສະມັດຖະພາບຂອງງານ, ການສ້າງຜົນຜະລິດສ່ວນເກີນ,
ການກຳເນີດກຳມະສິດສ່ວນຕົວ, ການແບ່ງສັງຄົມອອກເປັນຊົນຊັ້ນທີ່ເປັນປໍລະປັກກັນ.ໃນຊີວິດຂອງສັງຄົມຮຽກຮ້ອງໃຫ້ມີສິ່ງດັດປັບໃໝ່
ທີ່ມີຊົນຊັ້ນຊຶ່ງແມ່ນກົດໝາຍນັ້ນເອງ, ກົດໝາຍມີຄວາມຈຳເປັນຕ້ອງໄດ້ປາກົດຕົວຂຶ້ນ ແລະ
ໃນທີ່ສຸດມັນກໍ່ໄດ້ປາກົດຕົວຂຶ້ນ. ບົດບັນຍັດຂອງກົດໝາຍ ເປັນພາຫານະອັນສຳຄັນກວ່າໝູ່ແຫ່ງການຄອບຄອງທາງດ້ານຊົນຊັ້ນ, ມັນພາໃຫ້ລັດນຳເອົາເຈດຈຳນົງຂອງຕົນໄປສູ່ປະຊາຊົນທັງໝົດປະເທດ.
ບົດບັນຍັດຂອງກົດໝາຍໄດ້ປະກົດຕົວຂຶ້ນດ້ວຍເສັ້ນທາງ
ດັ່ງນີ້:
- ການຫັນປ່ຽນຂໍ້ກຳນົດເອກະພາບ ຊຶ່ງມີລັກສະນະຂອງຮີດຄອງປະຖົມບູຮານ
ເປັນຂໍ້ກຳນົດຂອງກົດ ໝາຍຮີດຄອງ ຄຽງຄູ່ກັບການພັງທະລາຍຂອງລະບອບປະຖົມບູຮານ, ການຂະຫຍາຍຕົວ ຂອງສາຍພົວພັນຊົນຊັ້ນ
ຮີດຄອງຊຶ່ງໃນເມື່ອກ່ອນ ສ່ອງແສງເຖິງເຈດຈຳນົງທັງໝົດຂອງກົກເຫຼົ່ານັ້ນໄດ້ມີການປ່ຽນແປງທາງດ້ານເນື້ອໃນ
ມັນໄດ້ເລີ່ມສ່ອງແສງເຖິງເຈດຈຳນົງຂອງຊົນຊັ້ນຄອບຄອງ, ໃນເວລາດຽວກັນນັ້ນ ລັດກໍສະໜອງຮີດຄອງດ້ວຍມາດຕະການບັງຄັບ
ແລະ ອຸ້ມຊູມັນດ້ວຍກຳລັງຂອງຕົນ;
- ການອອກກົດໝາຍໂດຍລັດ ກົດໝາຍໄດ້ກຳເນີດຂຶ້ນພາຍຫຼັງທີ່ລັດໄດ້ອອກເອກະສານສະເພາະຊຶ່ງບັນຈຸຂໍ້ບັນຍັດຂອງກົດໝາຍ
(ນິຕິກຳ);
- ນອກນັ້ນອົງການສານກໍມີບົດບາດສຳຄັນ ໃນການສ້າງຂໍ້ບນຍັດຂອງກົດໝາຍ ແລະ ພ້ອມກັນນັ້ນກໍມີເລື້ອຍໆທີ່ຄຳຕັດສີນຂອງສານມີລັກສະນະເປັນແບບຢ່າງ, ເປັນເຄື່ອງວັດແທກສຳລັບການຕັດສີນຄະດີອື່ນໆທີ່ຄ້າຍຄືກັນ ໝາຍຄວາມວ່າ ຄຳຕັດສີນຂອງສານໄດ້ກາຍເປັນປະເພນີສານ.
ເປັນຫຍັງການກຳເນີດຂອງກົດໝາຍຈຶ່ງນຳໄປສູ່ການສີ້ນສຸດຂອງຮີດຄອງ?
ຍ້ອນວ່າ:ໃນເງື່ອນໄຂທີ່ສັງຄົມໄດ້ຜັນແຍກອອກເປັນຊົ້ນຊັ້ນ ແລະ ມີການຕໍ່ສູ້ຊົນຊັ້ນຢ່າງດຸເດືອດບໍ່ສາມາດປະນິປະນອມກັນໄດ້. ໃນເງື່ອນໄຂດັ່ງກ່າວຂໍ້ກຳນົດຮີດຄອງທີ່ສັງຄົມປະຖົມບູຮານໃຊ້ເຂົ້າໃນການຄຸ້ມຄອງສັງຄົມນັ້ນ ບໍ່ສາມາດເສີມຂະຫຍາຍໄດ້ບົດບາດຕັດສິນການຄຸ້ມຄອງສັງຄົມໃໝ່ ສັງຄົມທີ່ມີການຜັນແຍກຊົນຊັ້ນໄດ້ອີກແລ້ວ.
1)
ຊີວິດຂອງສັງຄົມທີ່ດັດປັບໃໝ່ຂອງສັງຄົມທີ່ມີຊົນຊັ້ນ
ໃນຊີວິດຂອງສັງຄົມສິ່ງທີ່ດັດປັບໃໝ່ຂອງສັງຄົມທີ່ມີຊົນຊັ້ນຊຶ່ງໄດ້ແກ່ກົດໝາຍນັ້ນແມ່ນມີຄວາມຈຳເປັນຕ້ອງໄດ້ປາກົດຕົວຂຶ້ນໃນສັງຄົມ ແລະ ໃນທີ່ສຸດກົດໝາຍກໍ່ໄດ້ປາກົດຕົວຂຶ້ນ. ຂໍ້ກຳນົດຂອງກົດໝາຍເປັນພາຫະນະອັນສຳຄັນກ່ວາໝູ່ແຫ່ງການຄອບຄອງທາງດ້ານຊົນຊັ້ນ, ພາຫະນະນີ້ແມ່ນພາໃຫ້ລັດນຳເອົາເຈດຈຳນົງຂອງຕົນໄປສູ່ປະຊາຊົນທັງໝົດໃນປະເທດ.
2)
ກົດໝາຍມີການກຳເນີດມາຈາກໃສ?
ກົດໝາຍກຳເນີດມາຈາກສັງຄົມທີ່ມີຊົນຊັ້ນ, ມີຜົນຜະລິດສ່ວນເກີນຈຶ່ງພາໃຫ້ເກີດມີບັນຫາ ແລະ ເຮັດໃຫ້ສັງຄົມບໍ່ມີຊົນຊັ້ນພັງທະລາຍລົງ. ສະນັ້ນຊົນຊັ້ນປົກຄອງຈຶ່ງສ້າງກົດໝາຍຂຶ້ນເພື່ອຄວາມເປັນລະບຽບ ແລະ ເພື່ອຮັບໃຊ້ຜົນປະໂຫຍດຂອງຕົນເອງ.
ຕົ້ນກໍາເນີດກົດໝາຍແມ່ນມາຈາກບັນດາກົດໝາຍດັ່ງລຸ່ມນີ້:
ກົດໝາຍໃນສະໄໝໂຣມັນ: ກົດໝາຍ 12 ໂຕະເພາະກົດໝາຍຂອງໂຣມັນເປັນປັດເຈອີກໜຶ່ງໃນການກຳເນີດກົດໝາຍ ແລະ ກົດໝາຍ 12 ໂຕະນີ້ ເກີດຂຶ້ນຈາກບັນຫາຄວາມຂັດແຍ່ງລະຫວ່າງສອງຊົນຊັ້ນຄື ຊົນຊັ້ນຂຸນນາງຊຶ່ງເປັນຄົນຊັ້ນສູງອັນໄດ້ແກ່ຜູ້ປົກຄອງ ແລະ ພະນັກງານຊັ້ນສູງ ແລະ ຝ່າຍຊົນຊັ້ນສາມັນຊົນຊຶ່ງເປັນຊົນຊັ້ນທີ່ຖືກປົກຄອງອັນໄດ້ແກ່ຊາວນາ,
ຊ່າງ, ພໍ່ຄ້າ ລວມທັງຊະເລີຍເສິກຕ່າງດ້າວ ແລະ ຂ້າທາດ. ຊຶ່ງການອອກກົດໝາຍການບັງຄັບໃຊ້ກົດໝາຍ ຫຼື ການຕັດສີນຄະດີເປັນອຳນາດຂອງຊົນຊັ້ນຂຸນນາງ ແລະ ທັງໝົດເຮັດໃຫ້ເກີດມີຄວາມບໍ່ພໍໃຈແກ່ຊົນຊັ້ນສາມັນຊົນຊຶ່ງບໍ່ມີໂອກາດໄດ້ຮູ້ວ່າກົດໝາຍທີ່ໃຊ້ຢູ່ນັ້ນເປັນແນວໃດ ແລະ ກໍໄດ້ມີການາຮຽກຮ້ອງໃຫ້ນຳກົດໝາຍເຫຼົ່ານັ້ນອອກມາຂຽນໃຫ້ເປັນກົດໝາຍລາຍລັກອັກສອນ.
ມາຮອດໄລຍະຊ່ວງ 450 ປີ ກ່ອນ ຄ.ສ ຈຶ່ງໄດ້ມີການຮວບຮວມຮີດຄອງປະເພນີທີ່ໃຊ້ເປັນກົດໝາຍຢູ່ໃນຂະນະນັ້ນບັນທຶກລົງແຜ່ນທອງເຫຼືອງ 12 ແຜ່ນ,
ຕັ້ງໄວ້ໃນໃຈກາງເມືອງ, ອາດເວົ້າໄດ້ວ່າເປັນການເລີ່ມຕົ້ນຂອງຫຼັກການທີ່ວ່າກົດໝາຍຄວນເປັນສິ່ງທີ່ເປີດເຜີຍໃຫ້ຄົນທົ່ວໄປໄດ້ຮັບຮູ້ ແລະ ສຶກສາຫາເຫດຜົນໄດ້.
ເນື້ອໃນກົດໝາຍ 12 ໂຕະມີຄວາມໝາຍດັ່ງນີ້:
1.
ໂຕະທີ1 ,2 ,3: ເປັນເລື່ອງທີ່ກ່ຽວກັບວິທີພິຈາລະນາຄວາມທາງກົດໝາຍແພ່ງ ແລະການບັງຄັບຄະດີເຊັ່ນ:
- ຖ້າຫາກຄູ່ຄວາມຝ່າຍໃດບໍ່ມາສານກ່ອນທ່ຽງສານກໍຈະພິພາກສາຄະດີໃຫ້ຄູ່ຄວາມອີກຝ່າຍທີ່ມາ
ສານກ່ອນນັ້ນຊະນະຄະດີ.
- ຖ້າຫາກຄູ່ຄວາມຝ່າຍໃດຫາພະຍານບໍ່ໄດ້ກໍໃຫ້ຮ້ອງດັງໆທີ່ປະຕູໜ້າເຮືອນຂອງຕົນເອງເພື່ອຊອກຫາພະຍານ.
- ໃນຄະດີຈຳເລີຍຍອມໃຊ້ໜີ້ສິນ ຫຼື ຄະນະທີ່ສານໄດ້ພິພາກສາໃຫ້ຈຳເລີຍໃຊ້ເງິນກໍໃຫ້ຈຳເລີຍສຳລະເງິນພາຍໃນ 30 ວັນ.
2. ໂຕະທີ4: ເປັນເລື່ອງຫົວໜ້າຄອບຄົວເຊັ່ນ:
- ພໍ່ມີອຳນາດເໜືອລູກອັນຊອບດ້ວຍກົດໝາຍພໍ່ອາດກັງຂັງລູກ ຫຼື ຂ້ຽນຕີ ຫຼື ລ່າມໂສ້ໃຫ້ເຮັດວຽກຫຼືບໍ່ຖືກໃຈຫຍັງກໍສາມາດຂ້າລູກຕົນເອງໄດ້ຕະຫຼອດຮອດການນຳເອົາລູກຂອງຕົນໄປຂາຍກໍໄດ້.
- ຖ້າເດັກນ້ອຍເກີດມາມີຮູບຮ່າງຜິດປົກກະຕິຫົວໜ້າຄອບຄົວສາມາດນຳເອົາເດັກໄປຂ້າຖິ້ມກໍໄດ້.
3. ໂຕະທີ 5,6,7: ເປັນເລື່ອງກ່ຽວກັບມໍຣະດົກ ແລະ ຊັບສິນເຊັ່ນ:
-
ຊາຍທີ່ເປັນຫົວໜ້າຄອບຄົວທີ່ຕາຍໄປແລ້ວໂດຍບໍ່ໄດ້ເຮັດພິໄນກຳໄວ້ຜູ້ເປັນລູກຊາຍທີ່ໃກ້ຊິດທີ່ສຸດຈະເປັນຜູ້ສືບທອດອຳນາດຕໍ່ໄປ.
-
ຖ້າຊາຍອິດສະຫຼະຕາຍໂດຍບໍ່ມີຜູ້ສືບທອດໃຫ້ຊັບສົມບັດຂອງຊາຍຄົນນັ້ນຕົກຢູ່ພາຍໃຕ້ຜູ້ອຸປະຖຳ.
-
ໝາກໄມ້ຫຼົ່ນຕົກໄປໃນບ້ານຂອງຜູ້ອື່ນເຈົ້າຂອງໝາກໄມ້ກໍຍັງຄົງເປັນເຈົ້າຂອງໝາກໄມ້ນັ້ນຢູ່.
4.
ໂຕະທີ 8: ເປັນເລື່ອງກ່ຽວກັບການລົງໂທດຜູ້ກະທຳຜິດທາງອາຍາເຊັ່ນ:
-
ບຸກຄົນໃດທຳການໂຄສະນາໝີ່ນປະໝາດວ່າເຂົາກະທຳຜິດທາງອາຍາຫຼືທາງລາມົກອະນາຈານໃຫ້ເອົາຜູ້ນັ້ນໄປຕີໃຫ້ຕາຍໄດ້.
-
ຜູ້ໃດລັກຊັບໃນເວລາຄ່ຳຄືນໃຫ້ເອົາໄປຂ້າໄດ້ເລີຍ.
-
ຜູ້ໃດວາງເພີງບ້ານເຮືອນຂອງຄົນອືື່ນໃຫ້ເອົາມາມັດໄວ້ແລ້ວຕີ ແລະ ເຜົາທັ້ງເປັນໄດ້ແຕ່ຖ້າເກີດຄວາມປະໝາດໃຫ້ເສຍຄ່າທຳຂວັນແລ້ວລົງໂທດພໍສົມຄວນ.
-
ສັດສີ່ຂາຂອງບຸກຄົນໃດເຂົ້າໄປທຳລາຍເຄື່ອງປູກຂອງຝັງພາໃຫ້ມີຜົນເສຍຫາຍຜູ້ເສຍຫາຍກໍສາມາດທີ່ຈະຍຶດເອົາສັດນັ້ນມາເປັນຂອງຕົນເອງໄດ້ ເວັ້ນແຕ່ເຈົ້າຂອງສັດຈະເສຍເງິນໄຖ່ເອົາກັບຄືນຕາມລາຄ່າຜົນເສຍຫາຍ.
5. ໂຕະທີ
9: ເປັນເລືຶ່ອງກ່ຽວກັບອຳນາດຂອງລັດເຊັ່ນ:
- ກົດໝາຍໃດທີ່ຈະກໍ່ໃຫ້ເປັນຄວາມເສຍຫາຍຢ່າງດຽວຕ່ໍເອກະຊົນນັ້ນຫ້າມບັງຄັບໃຊ້.
- ມີແຕ່ລັດຖະສະພາເທົ່ານັ້ນທີ່ຈະມີອຳນາດອອກກົດໝາຍທີ່ກະທົບກະເທືອນເຖີງສະຖານະຂອງບຸກຄົນໄດ້.
6. ໂຕະທີ
10:
ເປັນເລື່ອງກ່ຽວກັບກົດໝາຍສາສະໜາເຊັ່ນ:
- ຫ້າມຝັງ ຫຼື ເຜົາສົບໃນເຂດໃຈກາງເມືອງ.
- ຫ້າມຜູ້ຍິງຮ້ອງໄຫ້ໃນງານສົບ.
7. ໂຕະທີ
11 ແລະ12: ເປັນເລື່ອງກ່ຽວກັບກົດໝາຍເພີ່ມເຕີມເຊັ່ນ:
- ຫ້າມບຸກຄົນຕ່າງຊົນຊັ້ນວັນນະແຕ່ງດອງກັນ.
- ເມື່ອທາດ ຫຼື ຄົນຮັບໃຊ້ ຂອງເຮົາໄປລັກຊັບ ຫຼື ສ້າງຄວາມເສຍຫາຍແກ່ບຸກຄົນອື່ນເຈົ້າທາດຕ້ອງຮັບໃຊ້ຄ່າເສຍຫາຍ ຫຼື ມອບຜູ້ທີ່ເປັນຂ້າທາດໃຫ້ແກ່ຄົນອື່ນໄດ້.
ກົດໝາຍ 12 ກະດານນີ້ໄດ້ກາຍເປັນແມ່ແບບຂອງກົດໝາຍປະເທດຕ່າງໆໃນເອີລົບ ແລະ ທົ່ວໂລກຊຶ່ງຫຼາຍປະເທດກໍໄດ້ຖອດຖອນເອົາບົດຮຽນໃນກົດໝາຍສິບສອງກະດານມາເປັນກົດໝາຍປະເທດຂອງຕົນໂດຍມີການປັບປຸງ ແລະ ປ່ຽນແປງບາງເນື້ອຫາໃຫ້ສອດຄ່ອງກັບສັງຄົມ ແລະ ຈາຮີດປະເພນີຂອງປະເທດນັ້ນໆ.
5.1 ຄວາມໝາຍຂອງກົດໝາຍ
ຄຳວ່າ: “ກົດໝາຍ” ໝາຍເຖິງຂອບເຂດຂອງການປະພຶດໃນຮູບການຕ່າງໆ. ບາງກົດໝາຍແມ່ນການອະທິບາຍກົດໝາຍພຽງແຕ່ພັນລະນາປາກົດການດ້ານຕ່າງໆທີ່ເກີດຂຶ້ນຕາມປົກກະຕິຂອງທຳມະຊາດ ແລະ ການປະພຶດທີ່ກ່ຽວຂ້ອງລະຫວ່າງຄົນກັບຄົນທາງດ້ານການປະພຶດໃນສັງຄົມ.
5.2 ຄວາມສຳຄັນຂອງກົດໝາຍ
ກົດໝາຍມີໜ້າທີ່ສຳຄັນໃນການປົກປັກຮັກສາລະບອບການເມືອງ, ເສດຖະກິດ
ແລະ ສັງຄົມຂອງແຕ່ລະປະເທດ, ກຳມະສິດຂອງລັດ, ລວມໝູ່ແລະຂອງບຸກຄົນ, ຊີວິດ, ສຸຂະພາບ ສິດ ແລະ ເສີລີພາບຂອງພົນລະເມືອງ, ຄວາມສະຫງົບສຸກພາຍໃນຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຄົນສັງຄົມ, ຕ້ານ ແລະ ສະກັດກັ້ນການກະທຳຜິດ ແລະ ສຶກສາອົບຮົມພົນລະເມືອງທຸກຄົນໃຫ້ມີຄວາມຕື່ນຕົວເຄົາລົບກົດໝາຍ.
ເມື່ອກົດໝາຍເຂົ້າກ່ຽວຂ້ອງກັບຊີວິດຂອງຄົນເຮົາແລ້ວຈຶ່ງຈຳເປັນທີ່ບຸກຄົນຈະຕ້ອງໄດ້ສຶກສາຮຽນຮູ້ກົດໝາຍເພື່ອໃຫ້ຮູ້ເຖິງສິດ ແລະ ໜ້າທີ່ຂອງຕົນທີ່ມີຕໍ່ກົດໝາຍເພື່ອຈະໄດ້ປະຕິບັດຕາມໄດ້ຢ່າງຖືກຕ້ອງ. ດັ່ງນັ້ນ, ກົດໝາຍແມ່ນເຄື່ອງມືອັນສຳຄັນໃນການວາງລະບຽບທາງສັງຄົມ. ຖ້າຫາກລັດບໍ່ມີກົດໝາຍຊົນຊັ້ນທີ່ຄອບຄອງສັງຄົມຢູ່ນັ້ນກໍຈະບໍ່ສາມາດປົກປັກຮັກສາ ແລະ ເພີ່ມທະວີຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມໄດ້.
5.3 ຈຸດພິເສດຂອງກົດໝາຍ
ກົດໝາຍມີຈຸດພິເສດທີ່ພາໃຫ້ມີຄວາມແຕກຕ່າງກັບລະບຽບການປະພຶດຂອງສັງຄົມທີ່ຍັງບໍ່ທັນມີຊົນຊັ້ນ,ອັນທີ່ເປັນພື້ນຖານໃນບັນດາຈຸດພິເສດນັ້ນມີ ດັ່ງນີ້:
1)
ກົດໝາຍແມ່ນສິ່ງປະກອບສ້າງເປັນສະຖາບັນທີ່ແຍກຕົວອອກຈາກສາຍພົວພັນສັງຄົມ. ເປັນຮູບການກົດໝາຍ, ຮີດຄອງ, ປະເພນີສານຄວາມຊັດເຈນທາງດ້ານຮູບການຂອງຂໍ້ບັນຍັດຂອງກົດໝາຍເປັນສະຖາບັນໜຶ່ງທີ່ມີເອກະລາດຂອງຊີວິດສັງຄົມ.
2)
ກົດໝາຍປະກອບດ້ວຍຂໍ້ບັນຍັດທີ່ຖືກອຸ້ມຊູດ້ວຍກຳລັງບັງຄັບຂອງລັດ. ຖ້າວ່າຂໍ້ບັນຍັດຂອງກົດ ໝາຍນັ້ນຫາກບໍ່ຖືກປະຕິບັດຈະມີການໃຊ້ມາດຕະການບັງຄັບຂອງລັດ.
3)
ກົດໝາຍສ່ອງແສງເຖິງເຈດຈຳນົງຂອງຊົນຊັ້ນຄອບຄອງ ແລະ ເປັນສິ່ງດັດປັບສາຍພົວພັນສັງຄົມທີ່ມີຊົນຊັ້ນ.
ความคิดเห็น
แสดงความคิดเห็น