ໂດຍ: ປັນຍາສັກ
ແສງອ່ອນແກ້ວ
ຄວາມຮູ້ພື້ນຖານການບໍລິຫານການພັດທະນາ
I. ຄວາມຮູ້ພື້ນຖານກ່ຽວກັບການພັດທະນາ
1.1 ຄວາມສຳນຶກກ່ຽວກັບການພັດທະນາ
ໃນປັດຈຸບັນຄຳວ່າ ‘‘ພັດທະນາ’’ ເປັນຄໍາທີ່ມັກຈະໄດ້ຍິນ ແລະ ເວົ້າກັນຈົນຕິດປາກຢູ່ທົ່ວໆໄປ.
ຄວາມຈິ່ງແລ້ວ, ເມື່ອຫວນຄືນໄລຍະກ່ອນການປະຕິວັດຊາດຂອງບັນດາປະເທດຕ່າງໆ
ໃນໂລກຄົນເຮົາບໍ່ຄ່ອຍຈະໄດ້ຍິນຄຳວ່າ ‘‘ພັດທະນາ’’ ຫຼາຍປານໃດ ຈະໄດ້ຍິນສ່ວນຫຼາຍກໍມີແຕ່ ຄໍາວ່າ ‘‘ວັດທະນາ’’ ຊຶ່ງເປັນຄໍາທີ່ເຄີຍໃຊ້ໃນເວລາໃຫ້ຄໍາອວຍພອນເຊິ່ງກັນແລະກັນໃນເມື່ອກ່ອນ; ບາງຄຳຈະເປັນແບບລັກສະນະຄຳຂວັນ ຫຼື ປະໂຫຍກຄຳເວົ້າຕິດຕໍ່ກັນ
ເປັນຕົ້ນຄຳວ່າຂໍໃຫ້ມີອາຍຸວັດທະນະ, ຈະເລີນວັດທະນາ, ຮຸ່ງເຮື່ອງວັດທະນາ, ວັດທະນະຖາວອນ, ສູ່ຄວາມວັດທະນາ ເຫຼົ່ານີ້ເປັນຕົ້ນ. ຄຳວ່າ ‘‘ພັດທະນາ’’ ເປັນຄໍາທີ່ຫາກໍເອົາມານໍາໃຊ້ພາຍຫຼັງການສິ້ນສຸດຂອງສົງຄາມໂລກຄັ້ງທີສອງໃນປີ
1945. ເນື່ອງຈາກວ່າ: ພາຍຫຼັງປະເທດຕ່າງໆ
ໄດ້ຮັບເອກະລາດໃນການປົກຄອງຕົນເອງແລ້ວ ລັດຖະບານຂອງແຕ່ລະປະເທດໄດ້ມີນະໂຍບາຍເຂົ້າໃນການປົກປັກຮັກສາແລະສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງສີວິໄລ.
ດ້ວຍເຫດນັ້ນ, ຄຳວ່າ ‘‘ພັດທະນາ’’ ຈຶ່ງຖືກເອົາມານໍາໃຊ້ກັນຢ່າງຫຼວງຫຼາຍ ຈົນມີການໃຊ້ຊື່ສຳນັກງານ, ອົງການ, ໜ່ວຍງານລັດຖະການ ເຊັ່ນ: ອົງການພັດທະນາຕົວເມືອງ, ການພັດທະນາຊົນນະບົດ, ການພັດທະນາຊຸມຊົນ, ໂຄງການການພັດທະນາການສຶກສາຂັ້ນພື້ນຖານ, ທະນາຄານພັດທະນາອາຊີ, UNDP, AFD,... ຄຳວ່າ: ການພັດທະນານີ້, ຈຶ່ງກາຍເປັນທີ່ນິຍົມກັນໃຊ້ຫຼາຍຂຶ້ນຈົນເຖິງຂັ້ນເອີ້ນຍຸກສະໄໝປັດຈຸບັນວ່າ:
‘‘ຍຸກພັດທະນາ’’ ຄວາມຈະເລີນກ້າວໜ້າທີ່ພໍຈະຊີ້ໃຫ້ເຫັນກ່ຽວກັບການພັດທະນາໃນປັດຈຸບັນ
ກໍຄືການສ້າງຖະໜົນຫົນທາງ, ໄຟຟ້າ, ນ້ຳປາປາ ຕະຫຼອດເຖິງການສ້າງຕຶກ, ອາຄານ, ໂຮງຮຽນໂຮງໝໍ, ວັດວາອາຮາມ,
ບ້ານເຮືອນ, ລົດລາພາຫະນະ, ລະບົບເຄື່ອງໃຊ້ທີ່ທັນສະໄໝ ແລະ ອື່ນໆ. ຄຳວ່າ ‘‘ການພັດທະນາ’’ ຈຶ່ງມີຄວາມໝາຍວ່າ:
ຫັນປ່ຽນຈາກອັນທີ່ຫຼ້າຫຼັງບໍ່ທັນຂະຫຍາຍຕົວໄປສູ່ອັນທີ່ກ້າວໜ້າ, ມີການເຕີບໂຕຂະຫຍາຍຕົວ ແລະ
ທັນສະໄໝຂຶ້ນໄປເລື້ອຍໆ. ເຊິ່ງວິວັດທະນາການຂອງການພັດທະນາມີຂັ້ນຕອນຄືດັ່ງນີ້: (1) ໄລຍະການວິວັດທະນາການຂອງສັງຄົມແບບດັ້ງເດີມ; (2) ສັງຄົມໃນໄລຍະມີການຫັນປ່ຽນ;
(3)
ສັງຄົມໃນໄລຍະກ້າວກະໂດດ; (4)
ສັງຄົມອຸດສາຫະກໍາທີ່ກ້າວໜ້າ ແລະ (5) ສັງຄົມໃນຍຸກການຊົມໃຊ້ເປັນຈໍານວນຫຼວງຫຼາຍ (ທຸກຄົນມີພຽງພໍ
ມີການຜະລິດ ແລະ ການຊົມໃຊ້ສິ່ງຂອງເປັນຈໍານວນຫຼວງຫຼາຍ). ເພື່ອຄວາມຢູ່ຫຼອດ, ສັງຄົມມະນຸດຢູ່ໃນໂລກ
ຕ້ອງໄດ້ບືນຕົວພັດທະນາຕົນເອງຍາງກ້າວໄປເຖິງການມີຊີວິດທີ່ດີຂຶ້ນ
ແລະ ພັດທະນາເລື້ອຍໆ. ການພັດທະນາຈຶ່ງກາຍເປັນຄຳທີ່ມີຄວາມສຳຄັນ,
ຈໍາເປັນ ແລະ ຂາດບໍ່ໄດ້ສໍາລັບສັງຄົມມະນຸດ
ໂດຍສະເພາະແມ່ນສັງຄົມຢູ່ໃນບັນດາປະເທດກຳລັງພັດທະນາ. ນັກບໍລິຫານຫຼາຍໆທ່ານ
ໄດ້ໃຫ້ທັດສະນະວ່າ: ການພັດທະນາໝາຍເຖິງການ ເຄື່ອນໄຫວ ດໍາເນີນກິດຈະກໍາຕ່າງໆ
ໃຫ້ມີການປ່ຽນແປງໃນທາງທີ່ດີ ດ້ວຍການດັດແປງ ແລະ ເສີ່ມຂະຫຍາຍອັນເກົ່າທີ່ມີແລ້ວເພື່ອໃຫ້ມັນດີກວ່າເກົ່າ
ຫຼື ກໍ່ສ້າງອັນໃໝ່ຊຶ່ງເຮົາບໍ່ທັນມີນັ້ນໃຫ້ມີຂຶ້ນ ແລະ ດີກວ່າ
ແຕ່ໃນການດັດແປງເສີມຂະຫຍາຍອັນເກົ່າ ແລະ ກໍ່ສ້າງອັນໃໝ່ທີ່ເປັນປະໂຫຍດອັນດີແກ່ເຮົານັ້ນບໍ່ໄປທໍາລາຍສິ່ງອື່ນ
ຫຼື ຜູ້ອື່ນ; ການພັດທະນາ
ມັນຈະພາໃຫ້ມີການຫັນປ່ຽນຈາກອັນເກົ່າທີ່ຫຼ້າຫຼັງບໍ່ທັນຂະຫຍາຍຕົວ ໄປສູ່ອັນທີ່ກ້າວໜ້າ, ຈະເລີນເຕີບໂຕ, ຂະ ຫຍາຍຕົວ ແລະ ທັນສະໄໝຂຶ້ນໄປເລື້ອຍໆ
ການພັດທະນາຈຶ່ງໝາຍເຖິງການສົ່ງເສີມ, ຮັກສາ, ປັບປຸງ, ຕອບສະໜອງ, ປ້ອງກັນບໍ່ໃຫ້ເກີດຄວາມເສື່ອມໂຊມ ຫຼື ສໍາຫຼຸດ, ເຫດຜົນດັ່ງກ່າວ, ໄດ້ເຮັດໃຫ້ບັນດາປະຊາຄົມໂລກຫັນມາໃຫ້ຄວາມສົນໃຈຕໍ່ການພັດທະນານັບມື້ນັບຫຼາຍຂຶ້ນ.
ການທີ່ນັກວິຊາການແຕ່ລະທ່ານ
ໄດ້ໃຫ້ການອະທິບາຍກ່ຽວກັບການພັດທະນາມາຂ້າງເທິງນັ້ນ, ສາມາດເຫັນໄດ້ວ່າ:
ແນວຄວາມຄິດ ແລະ ທິດສະດີຂອງການພັດທະນາ ມີຈຸດມຸ່ງໝາຍຄ້າຍໆ ຄືກັນ
ຊຶ່ງຜົນຂອງການພັດທະນາຈະຂຶ້ນກັບຈຸດຢືນຂອງແຕ່ລະເປົ້າໝາຍທີ່ເຮົາຈະພັດທະນາ ດັ່ງນີ້:
- ສໍາລັບນັກວິທະຍາສາດການເມືອງ-ການປົກຄອງ
ໝາຍເຖິງລະບົບການບໍລິຫານ-ການປົກຄອງ ມີອົງປະກອບການຈັດຕັ້ງການບໍລິຫານອັນຄົບຖ້ວນ, ບ້ານ, ເມືອງ
ມີຄວາມເປັນລະບຽບຮຽບຮອ້ຍ, ຮັ່ງມີຜາສຸກ, ຈະເລີນຮຸ່ງເຮືອງ ກ້າວໜ້າສີວິໄລຂຶ້ນໄປເລື້ອຍໆ
- ສຳລັບນັກເສດຖະສາດ
ໝາຍເຖິງເສດຖະກິດ ມີການເຕີບໂຕຂຶ້ນ ແລະ ຂະຫຍາຍຕົວ, ມີລະບົບການຄຸ້ມຄອງທາງດ້ານເສດຖະກິດຈຸລະພາກມະຫາພາກຢ່າງມີປະສິດທິພາບປະສິດທິຜົນເປັນຢ່າງດີ.
- ສໍາລັບນັກສັງຄົມສາດ
ໝາຍເຖິງ ຄວາມສາມາດຮັບຮູ້ໄດ້ເຖິງ ວິວັດທະນາການ ຂອງ ສັງຄົມມະນຸດ ທີ່ມີການປ່ຽນແປງ
ນັບຕັ້ງແຕ່ສະໄຫມດຶກດາບັນ ຈົນເທົ່າທຸກວັນນີ້ ແລະ ສາມາດຄາດ ຄະເນໄດ້ເຖິງ ເຫດການຂອງສັງຄົມມະນຸດ
ໃນອະນາຄົດວ່າ ຈະຜັນແປແນວໃດ.
- ສໍາລັບນັກວິທະຍາສາດການແພດ
ໝາຍເຖິງ ການມີວັດຖຸເຕັກນິກວິທະຍາສາດ ທີ່ທັນສະໄຫມເຊັ່ນວ່າ: ມີຢາປົວພະຍາດ, ສຸກສາລາ, ໂຮງຫມໍ, ມີແພດຫມໍ, ຊ່ຽວຊານດ້ານການແພດ, ຕາໍລາສຸຂະອານາໄມສົມບູນ ສາມາດສະ ກັດກັ້ນຕໍ່ເຊື້ອໂລກຕ່າງໆໄດ້
ແລະ ເຮັດໃຫ້ສຸຂະພາບແຂງແຮງ.
- ສຳລັບດ້ານການສຶກສາ
ໝາຍເຖິງລະບົບການສຶກສາ ມີປະສິດທິພາບ, ສາມາດລົບລ້າງການກືກຫນັງສື, ປະຊາກອນ ໃນທຸກຂົງເຂດທົ່ວປະເທດ ໄດ້ຮັບການສຶກສາຮ່ໍາຮຽນ, ອ່ານໄດ້ຂຽນເປັນ ມີຄວາມຮູ້ຄວາມສາມາດ ເບິ່ງກ້ວາງເຫັນໄກ
ທັນກັບຍຸກສະໄໝ.
- ສໍາລັບນັກກະເສດສາດ
ໝາຍເຖິງ ການຜະລິດກະສິກ ອຸດສາຫະກ ໄດ້ຮັບຫມາກຜົນສາ, ຍ້ອນການນໍາໃຊ້ເຕັກນິກ, ວິທະຍາສາດ
ທີ່ກ້າວໜ້າ ແລະ ທັນສະໄຫມຫຼາຍຂຶ້ນ.
- ສຳລັບນັກກົດໝາຍໝາຍເຖິງ
ຄວາມສາມາດ ເຮັດໃຫ້ສັງຄົມຮັບຮູ້ສິດ, ພັນທະ, ໜ້າທີ່, ຄວາມຮັບຜິດຊອບ ແລະ ສາມາດປົວແປງຈິດໃຈຂອງຄົນຢູ່ໃນສັງຄົມດ້ວຍຄວາມຍຸຕິທຳ.
1.2 ທິດສະດີຂອງການພັດທະນາໃນປັດຈຸບັນ (Current Development Theories)
ໃຜໆ ກໍເວົ້າເຖິງເລື່ອງການພັດທະນາ
ແຕ່ອັນທີ່ຈິງແລ້ວ, ການພັດທະນາໝາຍເຖີງຫຍັງ? ອັນໃດແມ່ນນິຍາມຂອງຄຳວ່າ
“ການພັດທະນາ” ເຊິ່ງເປັນທີ່ຍອມຮັບກັນຢ່າງກວ້າງຂວາງ ?
ນິຍາມທາງເສດຖະສາດ ແລະ ປະຊາທິປະໄຕ ຄໍາວ່າ ‘’ການພັດທະນາ’’ໝາຍເຖິງການເຮັດສິ່ງໃດສິ່ງໜຶ່ງທີ່ດີທີ່ສຸດເພື່ອຄົນຈຳນວນຫຼາຍ
ຊຶ່ງປະກອບດ້ວຍຄວາມຄິດໃນເລື່ອງທິ່ກ້າວໜ້າ ແລະ ການແຈກຢາຍລາຍໄດ້ແຫ່ງຊາດ,
ມັນໝາຍເຖິງການພັັດທະນາທີ່ມີຄວາມເທົ່າທຽມກັນ. (ຮັນສ໌ ຢູຣິກລຸດເຕີ. ວຽງຈັນ, ກັນຍາ 1998).
ທິດສະດີຂອງການພັດທະນາ ເປັນທິດສະດີທີ່ພະຍາຍາມອະທິບາຍເຖິງປັດໄຈທີ່ສໍາຄັນຕ່າງໆ
ໃນ ເສັ້ນທາງການພັດທະນາ ຊຶ່ງທິດສະດີຕ່າງໆນັ້ນ ລ້ວນແຕ່ມີີການປ່ຽນແປງຄືກັນກັບຄວາມນິຍົມເຄື່ອງນຸ່ງຮົ່ມຈຳພວກແຟຊັນທີ່ທັນສະໄໝຕ່າງໆ
ພວກມັນປ່ຽນແປງໄປຕາມການຕີລາຄາ ແລະ ຜົນທີ່ເກີດຂຶ້ນຈາກການລົງທຶນລົງຮອນເພື່ອພັດທະນາ.
ຈຶ່ງເກີດມີຄຳຖາມວ່າ: ເປັນຍັງຈຶ່ງມີຫຼາຍທິດສະດີການພັດທະນາທີ່ແຕກຕ່າງກັນ ? ທິດສະດີດຽວບໍ່ພໍບໍ
? ທິດສະດີໃດເປັນທິດສະດີທີ່ຄອບງໍາ (ທີ່ໃຊ້ກັນຫຼາຍທີ່ສຸດ) ?
ພາຍຫຼັງສິ້ນສຸດສົງຄາມໂລກຄັ້ງທີສອງປີ 1945 ເປັນຕົ້ນມາ ຈຶ່ງມີທິດສະດີການພັດທະນາທີ່ເປັນອັນຕົ້ນຕໍ 3 ທິດສະດີ ຊຶ່ງຈະໄດ້ອະທິບາຍ ຕໍ່ໄປນີ້:
1)
ທິດສະດີການເຕີບໂຕທາງດ້ານເສດຖະກິດ (Economic Growth Theory)
ທິດສະດີການເຕີບໂຕທາງດ້ານເສດຖະກິດ ຕາມປະຫວັດສາດແລ້ວ, ທິດສະດີການເຕີບໂຕ ແລະ
ຍຸດທະສາດການເຕີບໂຕ ເກີດຂຶ້ນຫຼັງສົງຄາມໂລກຄັ້ງທີ່ສອງ,
ພາຍຫຼັງການໄດ້ຮັບເອກະລາດຂອງບັນດາປະເທດອະດີດຫົວເມືອງຂຶ້ນທີ່ເອີ້ນກັນວ່າ: “ປະເທດໂລກທີສາມ”
ສ່ວນໜຶ່ງຂອງໂລກແມ່ນໄດ້ຖືກທໍາລາຍຈາກສົງຄາມ ແລະ ອີກສ່ວນໜຶ່ງແມ່ນຄວາມທຸກຈົນ. ສະນັ້ນ,
ປະເທດທີ່ທຸກຈົນຈໍາເປັນຕ້ອງມີການວາງແຜນວາງເປົ້ນໝາຍເພື່ອການເຕີບໂຕໄວທາງດ້ານເສດຖະກິດເທົ່າທີ່ຈະໄວໄດ້
ຢ່າງໜ້ອຍສຸດກໍໃຫ້ທັນກັບການເພີ່ມຂຶ້ນຂອງປະຊາກອນພາຍໃນປະເທດ
ເພື່ອຕອບສະໜອງອາຫານການກິນທີ່ພຽງພໍ ແລະ ຄວາມຕ້ອງການອັນຈໍາເປັນພື້ນຖານອື່ນໆ ໃຫ້ປະຊາຊົນ
ໄດ້ທຸກໆ ຄົນ.
ທິດສະດີນີ້,
ໄດ້ສະເໜີຕື່ມອີກວ່າ: “ ການພັດທະນາ
ເກີດຈາກການເຕີບໂຕຢ່າງໄວວາທາງດ້ານເສດຖະກິດ”. ການເຕີບໂຕ ແລະ
ພັດທະນາຖືກເຂົ້າໃຈວ່າ: ເປັນອັນດຽວກັນ. ຢ່າງໃດກໍຕາມ, ເຖີງປີ 1985 ຍັງມີນັກເສດຖະກິດທ່ານໜຶ່ງໃນທະວີບເອີຮົບ ໄດ້ໃຫ້ທັດສະນະວ່າ: “ການເຕີບໂຕແມ່ນເທົ່າກັບສູນ” (Zero growth) ໝາຍຄວາມວ່າ: ບໍ່ມີການເຕີບໂຕເລີຍ.
ເຫດຜົນກໍຄືການເຕີບໂຕຢ່າງໄວວ່າທາງດ້ານເສດຖະກິດ ໄດ້ທຳລາຍຊັບພະຍາກອນທຳມະຊາດ ແລະ
ສ້າງມົນລະພິດໃຫ້ແກ່ສິ່ງແວດລ້ອມ. ຈາກທັດສະນະດັ່ງກ່າວ, ຈຶ່ງເຫັນໄດ້ວ່າ
ທິດສະດີການເຕີບໂຕເທົ່າສູນ (Zero growth Theory) ບໍ່ເປັນທີ່ຍອມຮັບສຳລັບປະເທດກຳລັງພັັດທະນາ
ຫຼື ປະເທດພວມພັດທະນາ. ທັງນີ້, ກໍຍ້ອນວ່າ: ປະຊາກອນເພີ່ມຂຶ້ນຢ່າງຫຼວງຫຼາຍ
ຈະພາໃຫ້ເກີດມີການວ່າງງານ ແລະ ຄວາມທຸກຈົນ.
W. Rostow ນັກເສດຖະສາດອາເມລິກາ ໃຫ້ທັດສະນະວ່າ:
ວິວັດທະນາການຂອງການພັດທະນາຈຳເປັນຕ້ອງໄດ້ຜ່ານ 5 ໄລຍະ ຫຼື ຂັ້ນຕອນດັ່ງນີ້:
1. ໄລຍະການວິວັດທະນາການຂອງສັງຄົມເເບບດັ້ງເດີມ;
2. ສັງຄົມໃນໄລຍະມີການຫັນປ່ຽນ;
3. ສັງຄົມໃນໄລຍະກ້າວກະໂດດ;
4. ສັງຄົມອຸດສະຫະກຳທີ່ກ້າວໜ້າ;
5.
ສັງຄົມໃນຍຸກການຊົມໃຊ້ ເປັນຈຳນວນຫຼວງຫຼາຍ (ທຸກຄົນມີພຽງພໍ,
ມີການຜະລິດຈຳນວນຫຼວງຫຼາຍ ແລະ ການຊົມໃຊ້ສິ່ງຂອງເປັນຈຳນວນຫຼວງຫຼາຍ).
ບັນຫາທີ່ເປັນແກນກາງຂອງທິດສະດີການເຕີບໂຕທາງດ້ານເສດຖະກິດ
ແມ່ນຢູ່ໃນໄລຍະທີ່ສາມ. ດັ່ງນັ້ນ, ຈະເຮັດແນວໃດເພື່ອໃຫ້ກ້າວກະໂດດໄດ້ ?
ບັນຫາສຳຄັນແມ່ນ: ວົງວຽນອຸບບາດຂອງຄວາມທຸກຈົນ
ຄວາມຍາກລຳບາກໃນການສ້າງຄວາມເຕີບໂຕທີ່ຍື່ນຍົງ.
ເຮົາຈະເຫັນໄດ້ວ່າ
“ວົງວຽນອຸບາດຂອງຄວາມທຸກຈົນນີ້
ສິ່ງຕ່າງໆແມ່ນປ່ຽນແປງຈາກສະພາບທີ່ບໍ່ດີໄປສູ່ສະພາບທີ່ເຮັງຮ້າຍຂຶ້ນ.
ທິດສະດີການເຕີບໂຕໃຫ້ຄວາມໝາຍວ່າ: ປະລິມານການເຕີບໂຕຂຶ້ນກັບການພົວພັນລະຫວ່າງອັດຕາການປະຢັດ
ແລະ ອັດຕາສ່ວນຂອງທຶນຕໍ່ການຜະລິດ (ສຳປະສິດຂອງທຶນ). ສະນັ້ນ, ອຸປະສັກຕົ້ນຕໍຂອງການພັດທະນາ
ແມ່ນການຂາດເຂີນ.
ສາເຫດຂອງການຂາດເຂີນແມ່ນຍ້ອນອັດຕາການປະຢັດຢູ່ໃນປະເທດດັ່ງກ່າວຕ່ຳຫຼາຍ.
W. Rostow ຍັງຕັ້ງສົມມຸດຖານຕື່ມອີກວ່າ:
ຈະກ້າວກະໂດດໄດ້ສຳເລັດນັ້ນ 15% ຂອງ GDP (Grand Domestic Produce) ຄວນໄດ້ເຮັດການເກັບທ້ອນ. ດັ່ງນັ້ນ,
ການຂາດເຂີນທຶນກໍຄວນໄດ້ຮັບການແກ້ໄຂໂດຍໃຊ້ “ການຊຸກດັນທີ່ໃຫຍ່ຫຼວງຈິງຈັງ” ເຊິ່ງໝາຍເຖີງໂຕຊ່ວຍການພັດທະນາຈາກຕ່າງປະເທດໃນຮູບການລົງທຶນທາງກົງ,
ເງິນຊ່ວຍເຫຼືອຫຼ້າ ແລະ ເງິນກູ້.
ແບບຢ່າງສໍາລັບນະໂຍບາຍນີ້
ແມ່ນແຜນ Marshall ຊຶ່ງຢູ່ໃນແຜນນີ້,
ໄດ້ອະທິບາຍເຖິງການລົງທຶນລົງຮອນອັນມະຫາສານຂອງອາເມລິກາຢູ່ໃນທະວີບເອີຮົບ ແລະ
ຊີ້ໃຫ້ເຫັນເຖິງການລົງທຶນຂອງບາງປະເທດທີ່ປະສົບຄວາມລົ້ມເຫຼວ. ອີກປັດໄຈໜຶ່ງ
ຂອງການເຕີບໂຕ ແລະ ການພັດທະນາ ແມ່ນທຶນຂອງມະນຸດ ຊຶ່ງປະກອບດ້ວຍການສຶກສາ ແລະ
ລະດັບສີມືຂອງປະຊາຊົນ.
ການລົງທຶນຢ່າງມະສານດັ່ງກ່າວ,
ໃນຊຸມປີ 1980 ມີບາງປະເທດ
ໄດ້ລົງທຶນເປັນຈໍານວນຫຼວງຫຼາຍ ແຕ່ການສົ່ງອອກ ແລະ ການຜະລິດບໍ່ເພີ່ມຂຶ້ນ ເຊັ່ນ:
ປະເທດໂປໂລຍ. ເຮົາຈະເຫັນໄດ້ວ່າ: ນະໂຍບາຍນີ້ນຳໄປສູ່ “ແຮ້ວແຫ່ງໜິ້ສິນ” ຊຶ່ງໝາຍເຖິງການທີ່ບໍ່ສາມາດຈ່າຍຄືນເງິນກູ້ໄດ້ ແລະ
ສຸດທ້າຍຢູ່ພາຍໃນປະເທດ ກໍຈະໄດ້ຮັບຄວາມເສຍຫາຍ ເພາະວ່າ: ຈະຕ້ອງໄດ້ເອົາສິນຄ້າສົ່ງອອກຂອງຕົນເອງທັງໝົດໄປໃຊ້ໜີ້ຕ່າງປະເທດ.
2)
ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່ (Modernization Theory)
ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝ ໄດ້ໃຫ້ທັດສະນະວ່າ:
ການພັດທະນາແມ່ນການປ່ຽນແປງຈາກສັງຄົມແບບດັ້ງເດີມໄປສູ່ສັງຄົມແບບສະໄໝໃໝ່. ທິດສະດີນີ້, ໄດ້ແຂ່ງຂັນກັບທິດສະດີເພີ່ງພາ
ເພື່ອຍາດຊີງການເປັນແບບຢ່າງທາງເລືອກທີ່ນອກເໜືອຈາກທິດສະດີການເຕີບໂຕ.
ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່ ມີແນວຄິດນິຍົມ ແລະ ເຊີດຊູແບບອາເມລີກາ
ເປັນແບບຢ່າງນຳໜ້າ ຂອງການປ່ຽນແປງທີ່ປະສົບຜົນສຳເລັດ. ທິດສະດີນີ້,
ໃຫ້ຄວາມສົນໃຈແກ່ປັດໄຈພາຍໃນ, ສ່ວນຫຼາຍຄຳນຶງເຖິງອຸປະສັກ, ໂຕເລັງຂອງການພັດທະນາ,
ເນັ້ນເຖິງການປ່ຽນແປງທາງດ້ານສັງຄົມ ແລະ ສະຖາບັນ
(ເຊິ່ງບໍ່ສະເພາະແຕ່ການປ່ຽນແປງທາງດ້ານເສດຖະກິດເທົ່ານັ້ນ, ດ້ານນິໄສໃຈຄໍ້ ແລະ
ວັດທະນະທໍາຂອງປະຊາຊົນກໍຈະປ໋ຽນແປງໄປພ້ອມໆ ກັບການປ່ຽນແປງຂອງບັນຫາຕ່າງໆ
ຢູ່ໃນສັງຄົມອື່ນອີກດ້ວຍ).
ແນວຄວາມຄິດຫຼັກຂອງທິດສະດີນີ້ແມ່ນ
“ແບບດັ້ງເດີມ-ແບບສະໄໝໃໝ່” ຕາມຫຼັກການຂອງທິດສະດີນີ້ແລ້ວ,
ໃຫ້ທັດສະນະວ່າ:
-
ຄວາມເປັນມາແບບດັ້ງເດີມ: ເທົ່າກັບຄວາມດ້ອຍພັດທະນາ
ເຊິ່ງໝາຍເຖິງທຸກສິ່ງທຸກຢ່າງທີ່ຍັງຫຼ້າຫຼັງ, ຍັງບໍ່ທັນສະໄໝ ເປັນຈຸດເລີ່ມຕົ້ນໄປຫາຈຸດທ້າຍຂອງ
“ເສັ້ນທາງການພັດທະນາ” ທີ່ປະສົບຜົນສໍາເລັດ.
-
ການສ້າງປະເທດໃຫ້ເປັນແບບທັນສະໄໝ ແມ່ນເທົ່າກັບການພັດທະນາ
ເພາະມັນເປັນການພັດທະນາແບບໜຶ່ງແບບດຽວ ແລະ ແບບເສັ້ນທາງດຽວ; ແບບໜຶ່ງແບບດຽວມີຄວາມໝາຍວ່າ:
ການພັດທະນາຖືກເຂົ້າໃຈວ່າເປັນເສັ້ນຊື່ໄປສູ່ຄວາມກ້າວໜ້າ. ດັ່ງນັ້ນ, ທິດສະດີນີ້
ຈຶ່ງເປັນທິດສະດີປັບ ແລະ ຮຽນແບບ ເຊັ່ນວ່າ: ບັນດາປະເທດທີ່ດ້ອຍພັດທະນາ
ຈະຕ້ອງໄດ້ຮຽນແບບ ຫຼື ລອກແບບວິທີການທີ່ປະສົບຜົນສຳເລັດຂອງສັງຄົມທີ່ພັດທະນາແລ້ວ
(ປະເທດອຸດສະຫະກຳທີ່ທັນສະໄໝ) ເປັນຕົ້ນ : ອະດີດສະຫະພາບໂຊວຽດ (ລັດເຊຍ), ຈີນ, ຫວຽດນາມ,
ຢີ່ປຸ່ນ, ອາເມລີກາ, ເອີລົບ...
ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່ດຳເນີນໄປຕາມການສົມມຸດຖານ
ດັ່ງນີ້:
ຄວາມດ້ອຍພັດທະນາ ແມ່ນຢູ່ໃນໄລຍະກ່ອນການພັດທະນາ;
ສັງຄົມດ້ອຍການພັດທະນາ ແມ່ນສັງຄົມໃນໄລຍະມີການຫັນປ່ຽນຈາກແບບດັ້ງເດີມໄປສູ່ແບບສະໃໝ່ໃໝ;
ຄວາມດ້ອຍພັດທະນາ ແມ່ນສະພາບຄວາມເປັນຈິງທີ່ເກີດຂຶ້ນແລ້ວ ແລະ ກໍຊອກຫາປັດໄຈທີ່ຈະກີດຂວາງຢູ່ໃນສັງຄົມ.
ສະນັ້ນ, ທິດສະດີນີ້ ຈຶ່ງເນັ້ນໃສ່ການສຶກສາເງື່ອນໄຂ ຫຼື
ສະພາບພາຍໃນຂອງຄວາມດ້ອຍພັດທະນາ ຜົນກະທົບພາຍນອກ ຖືວ່າເປັນປັດໄຈທີ່ດີຕໍ່ການຮຽນເອົາແບບຢ່າງຕ່າງໆ
ຂອງການພັດທະນາ ເຊັ່່ນ: ປັດໄຈທີ່ເຮັດໃຫ້ເກີດການເຄື່ອນໄຫວ, ປ່ຽນແປງ ຫຼື ປັດໄຈການຜະລິດໃນຮູບທຶນ,
ຄວາມຮູ້ຄວາມສາມາດໃນວຽກເຮັດງານທໍາ ແລະ ຄວາມຊໍານານງານຕໍ່ໜ້າທີ່ວຽກງານຕ່າງໆ.
ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່
ຖືເອົາປະເທດອຸດສະຫະກຳເປັນແບບຢ່າງສຳລັບຂະບວນການພັດທະນາດ້ວຍການຮຽນແບບ.
ແນວຄວາມຄິດດັ່ງກ່າວເປັນຕົວກຳນົດນິຍາມການພົວພັນລະຫວ່າງປະເທດກຳລັງພັດທະນາ ແລະປະເທດທີ່ພັດທະນາແລ້ວ
ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່ສ່ວນຫຼາຍເບິ່ງໂຄງປະກອບພາຍໃນຂອງສັງຄົມທີ່ກຳລັງພັດທະນາ: ສັງຄົມທີ່ພວມພັດທະນາ
ໄດ້ແຍກອອກເປັນສອງສ່ວນ, ຊຶ່ງໝາຍຄວາມວ່າ: ມີພາກສ່ວນຮູບແບບຄວາມປະພືດແບບທັນສະໄໝ ແລະ
ແບບດັ້ງເດີມ ຄົງຕົວຢູ່ຮ່ວມກັນ.
ບັນດາປະເທດດ້ອຍພັດທະນາ ກຳລັງເດີນຕາມເສັ້ນທາງການພັດທະນາຂອງປະເທດທີ່ພັດທະນາແລ້ວ
ເຊັ່ນ: ປະເທດຟີລີບປີນ ຖືເອົາຕາມແບບອາເມລີກາ, ປະເທດໄທຖືເອົາແບບອັງກິດ,
ປະເທດລາວເຮົາໃນມື້ກ່ອນຖືເອົາຕາມແບບຝຣັ່ງ ແຕ່ໃນປັດຈຸບັນແມ່ນຖືຕາມແບບສັງຄົມນິຍົມ
ເຊັ່ນ ອະດິດສະຫະພາບໂຊວຽດ (ສະຫະພັນຣັດເຊຍ), ສສ. ຫວຽດນາມ, ສປ. ຈີນ...).
ເພື່ອເຮັດໃຫ້ເກີດການກ້າວກະໂດດຢ່າງໄວວາທາງດ້ານເສດຖະກິດ
ໂດຍອີງຕາມທິດສະດີການສ້າງປະເທດໃຫ້ເປັນປະເທດສະໄໝໄໝ່ນັ້ນ,
ສິ່ງຈຳເປັນແມ່ນຕ້ອງແກ້ໄຂສະພາບທີ່ມີສອງສ່ວນ
ຊຶ່ງຄົງຕົວຢູ່ໃນສັງຄົວທີ່ກ້າວກະໂດດໃຫ້ໄດ້. ນອກຈາກນີ້,
ໃນການຄົ້ນຄວ້າກ່ຽວກັບການເຕີບໂຕທາງດ້ານເສດຖະກິດ ແລະ ການປ່ຽນແປງທາງດ້ານສັງຄົມ
ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່ໄດ້ລົງເລິກໃນຂົງເຂດດັ່ງຕໍ່ໄປນີ້:
ສຶກສາກ່ຽວກັບແຮງຈູງໃຈເພື່ອບັນລຸຜົນສຳເລັດ,
ການປ່ຽນແປງໃໝ່ (ນະວັດຕະກຳ) ແລະ ສຶກສາຫາວິທີທີ່ຈະກາຍເປັນຜູ້ປະກອບການໄດ້.
ສຶກສາກ່ຽວກັບການສື່ສານ
ແລະ ການເຜີບແຜ່ (ການກະຈ່າຍຄວາມຮູ້) ໂດຍໃຊ້ການສິດສອນ, ສ້າງປື້ມຕຳລາ, ວາລະສານ,
ຮູບພາບ, ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ບັນດາຂໍ້ມູນຂ່າວສານຕ່າງໆ.
ການສ້າງປະເທດ,
ຄວາມຈົງຮັກພັກດິຕໍ່ລັດໃນສັງຄົມທີ່ປະກອບດ້ວຍຫຼາຍຊົນເຜົ່າ ເຊັ່ນ: ສປປ ລາວ.
ແນວທາງວັດທະນະທຳທາງການເມືອງຄື:
ຄວາມສາມາດ ແລະ ປະສິດຕິພາບໃນການບໍລິຫານປະເທດ, ສະຫວັດດີການສັງຄົມ, ການແຈກຢາຍສິນຄ້າ,
ການບໍລິການ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການຕັດສິນໃຈເຫຼົ່ານີ້ເປັນຕົ້ນ.
ທິດສະດີການຕອບໂຕ້ (ຕ້ານ)
ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່ ກໍຄືທິດສະດີເພິ່ງພາ ຊຶ່ງເປັນທິດສະດີທີ່ມີຄວາມຄົດເນັ້ນໃສ່ປັດໄຈພາຍນອກ, ເສດຖະສາດມະຫາພາກ ແລະ ບັນຫາກ່ຽວກັບໂຄງປະກອບ
ທີ່ມີອິດທ໌ພົນ ຕໍ່ກັບຂະບວນການພັດທະນາສັງຄົມ. ດັ່ງນັ້ນ, ຈຶ່ງເຮັດໃຫ້ສັງຄົມຕ້ອງຂຶ້ນກັບກຳລັງພັກດັນຈາກພາຍນອກ.
3)
ທິດສະດີໂຄງປະກອບ (Structural Theory)
ເປັນທິດສະດີ
ທີ່ວິພາກວິຈານການພັດທະນາທິດສະດີໜຶ່ງ ໂດຍພິຈາລະນາທັງໝົດໂຄງປະກອບຂອງສັງຄົມ ແລະ
ວິເຄາະການປ່ຽນແປງທາງດ້ານໂຄງປະກອບນັ້ນ (ໃຜຈະເປັນຜູ້ຊະນະ ແລະ ໃຜຈະເປັນຜູ້ເສຍ?) ທິດສະດີການສ້າງປະເທດໃຫ້ເປັນແບບສະໄຫມໃໝ່
ພິຈາລະນາບັນຕາປັດໄຈພາຍໃນຂອງສັງຄົມ ທີ່ເປັນອຸປະສັກຕໍ່ການປຽນແປງ ແລະ
ການປັບປຸງໃຫ້ທັນສະໄຫມ ທິດສະດີເພິ່ງພາ ພິຈາລະນາບັນດາປັດໄຈພາຍນອກ
ທີ່ເປັນຕົວກີດກັນການປ່ຽນແປງ - ທິດສະດີໂຄງປະກອບ
ພະຍາຍາມປະສົມທັງສອງທິດສະດີນີ້ເຂົ້າກັນ ຊຶ່ງໝາຍເຖິງການເຊື່ອມໂຍງຜົນກະທົບຂອງປັດໄຈພາຍໃນ
ແລະ ພາຍນອກເຂົ້ານໍາກັນ. ທິດສະດີໂຄງປະກອບມີ 2 ສາຂາສຳຄັນຄື: ທົດສະດີເພິ່ງພາ ແລະ ທິດສະດີຕະຫຼາດ.
(1)
ທິດສະດີເພິ່ງພາ
ໄດ້ເລີ່ມເກີດຂຶ້ນໃນຊຸມປີ
1960 ໂດຍກຸ່ມນັກວິຊາການຈາກອາເມລິກາໃຕ້
ໃນຖານະເປັນທິດສະດີຕອບໂຕ້ (ຕ້ານ) ກັບທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່; ເນື້ອໃນທິດສະດີນີ້, ໄດ້ເນັ້ນໃສ່ປັດໄຈພາຍນອກກ່ຽວກັບໂຄງປະກອບເສດຖະສາດມະຫາພາກ
ແລະ ບັນຫາທີ່ເປັນໂຕກີດກັ້ນການປຽນແປງ. ທິດສະດີເພິ່ງພາ ພະຍາຍາມອະທິບາຍວ່າ ເປັນຫຍັງ ເສັ້ນຫາງການພັດທະນາ
ຈຶ່ງຖືກປິດກັ້ນໃນໂລກທີສາມ ? ຫຼື ເວົ້າອີກຢ່າງໜຶ່ງວ່າ ເປັນຫຍັງ ຈຶ່ງມີປະເທດຮັ່ງມີ
ແລະ ປະເທດທຸກຈົນ ?
ເຫດຜົນສໍາຄັນຕໍ່ບັນຫານີ້
ແມ່ນຍ້ອນຄວາມດ້ອຍພັດທະນາ ໂດຍອີງຕາມທິດສະດີເພິ່ງພາຈະເຫັນໄດ້ວ່າ
ຄວາມຫຼຸດໂຕນກັນລະຫວ່າງປະເທດທີ່ຮັ່ງມີ ແລະ ປະເທດທີ່ທຸກຍາກນັ້ນແມ່ນ:
F ການແລກປ່ຽນສິນຄ້າ
ທີ່ບໍ່ເທົ່າທຽມກັນ, ອັດຕາການຄ້າທີ່ບໍ່ເທົ່າທຽມກັນ
ຊຶ່ງໝາຍຄວາມວ່າສິນຄ້າກະສິກຳ
ແລະ ອຸດສາຫະກໍາ ຊື້ຂາຍດ້ວຍລາຄາຕ່າງກັນໃນຕະລາດໂລກ, ອັນເນື່ອງມາຈາກວ່າ:
ສິນຄ້າອຸດສະຫາກຳມີລົ້ນຕະຫຼາດແຕ່ສິນຄ້າອຸດສະຫະກຳພັດມີໜ້ອຍຈົນຫາຍາກ ຍ້ອນກົນໄກລາຄານີ້, ຈຶ່ງເຮັດໃຫ້ປະເທດພວມພັດທະນາຕົກຢູ່ໃນທ່າເສຍປຽບ;
F ການແລກປຽນທີ່ບໍ່ເທົ່າທຽມກັນ
ພາໃຫ້ເກີດມີການໂອນສ່ວນເກິນ ຈາກປະເທດ ທີ່ພວມພັດທະນາ ໄປສູ່ປະເທດທີ່ພັດທະນາແລ້ວ;
F ຄວາມດ້ອຍພັດຖະນາ
ເກີດຈາກການທີ່ປະເທດກາລັງພັດທະນາ ເອົາຕົວເອງໄປພົວພັນກັບຕະຫຼາດໂລກຫຼາຍເກິນໄປ, ຍ້ອນວ່າ: ພວກເຮົາຂາຍຜະລິດຕະພັນທີ່ຜະລິດດ້ວຍແຮງງານລາຄາຖືກ
ເພື່ອຊື້ຜະລິດຕະພັນທີ່ຜະລິດດ້ວຍແຮງງານທີ່ມີລາຄາສູງ ແຕ່ (ທິດສະດີການສ້າງປະເທດໃຫ້ເປັນແບບສະໄໝໃໝ່ພັດໂທດວ່າ:
ຄວາມດ້ອຍພັດທະນາ ເກີດຈາກການບໍ່ເຂົ້າໄປຜູກພັນກັບຕະຫຼາດໂລກ). ທິດສະດີເພິ່ງພາ
ໄດ້ຈໍາແນກຄວາມແຕກຕ່າງລະຫວ່າງການພັດທະນາທີ່ມີລັກສະນະເພິ່ງພາວ່າ: ‘‘ພັດທະນາພຽງແຕ່ບັນດາພາກສ່ວນທີ່ສະໜອງໃຫ້ຕະຫຼາດໂລກ
ແລະ ການພັດທະນາແບບຖືຕົນເປັນຫຼັກ’’ ຖືວ່າ: ພັດທະ ນາທຸກໆ ພາກສວນພ້ອມກັນ
ເພື່ອຜົນປະໂຫຍດ ຂອງປະຊາຊົນໂດຍລວມ. ທິດສະດີນີ້, ຍັງໄດ້ຈໍາແນກຄວາມແຕກຕ່າງລະຫວ່າງລັດທິທຶນນິຍົມທີ່ໄດ້ພັດທະນາໂຕເອງຢ່າງເຕັມໂຕແລ້ວ
ແລະ ລັດທິທຶນນິຍົມແບບເພິ່ງພາວ່າແມ່ນຄຸນລັກສະນະພິ ເສດຂອງບັນດາປະເທດໂລກທີສາມ.
ດັ່ງນັ້ນ, ຄໍາຕອບທາງເສດຖະສາດກ່ຽວກັບບັນຫານີ້ ແມ່ນການທົດແທນການນໍາເຂົ້າ
ແລະ ການພັດທະນາທີ່ຄໍານຶ່ງເຖິງຄວາມຕ້ອງການໂດຍລວມຢູ່ພາຍໃນປະເທດເປັນຫຼັກ.
(2)
ທິດສະດີຕະຫຼາດ
ໄດ້ກາຍເປັນທິດສະດີທີ່ນິຍົມກັນຫຼາຍ ທິດສະດີນີ້
ໃຫ້ທັດສະນະວ່າ: ການພັດທະນາ ຕ້ອງໄດ້ເນີນໄປບົນພື້ນຖານການພົວພັນ ຂອງກໍາລັງການຕະຫຼາດ
ເຊັ່ນ: ຄວາມຕ້ອງການ ແລະ ການສະໜອງ ໃນຖານະເປັນກົນໄກຄວບຄຸມການຜະລິດ, ການແຈກຢາຍ ແລະ ລາຄາ;
ທິດສະດີນີ້, ມີສ່ວນພົວພັນກັບທິດສະດີກ່ຽວກັບທີ່ຕັ້ງ
ຊຶ່ງໄດ້ອະທິບາຍການພັດທະນາບົນພື້ນຖານທີ່ຕັ້ງປະເທດ ລວມທັງຊັບພະຍາກອນມະນຸດ ແລະ
ຊັບພະຍາກອນທຳມະຊາດ ທີ່ມີຢູ່ໃນປະເທດດັ່ງກ່າວນັ້ນ. ສະຫຼຸບລວມແລ້ວ, ແນວຄວາມຄິດ ທີ່ໄດ້ກ່າວມາຂ້າງເທິງນັ້ນ
ມີຄວາມໝາຍດັ່ງຕໍ່ໄປນີ້:
- ທິດສະດີການເຕີບໂຕທາງດ້ານເສດຖະກິດເທົ່າສູນ
(Zero growth theory) ເນັ້ນໃສ່ການປ່ຽນແປງພາຍໃນທາງດ້ານສັງຄົມ ແລະ
ສະຖາບັນ, ການເຕີບໂຕ
ແລະ ຍຸດທະສາດການເຕີບໂຕ ເກີດຂຶ້ນພາຍຫຼັງໄດ້ຮັບເອກະລາດ ຂອງບັນດາປະເທດອະດີດຫົວເມືອງຂຶ້ນທີ່ເອີ້ນກັນວ່າ:
ປະເທດໂລກທີສາມ. ດັ່ງນັ້ນ, ຈຶ່ງໄດ້ວາງເປົ້າໝາຍເພື່ອການເຕີບໂຕທາງດ້ານເສດຖະກິດ
- ການພັດທະນາ ເກີດຈາກການເຕີບໂຕຢ່າງໄວວາທາງດ້ານເສດຖະກິດ
ແຕ່ບໍ່ເປັນທີ່ຍອມຮັບຈາກປະເທດກໍາລັງພັດທະນາ ເພາະການເຕີບໂຕ
ໄດ້ທໍາລາຍຊັບພະຍາກອນທໍາມະຊາດ, ສ້າງມົນລະພິດ ໃຫ້ສະພາບແວດລ້ອມ,
ປະຊາກອນເພີ່ມຂຶ້ນ, ມີໄພຫວ່າງງານ, ເກີດມີຄວາມທຸກຈົນ;
- ທິດສະດີການສ້າງປະເທດໃຫ້ເປັນແບບສະໄຫມໃໝ່
ເປັນທິດສະດີດັດປັບ ແລະ ຮຽນແບບປະເທດທີ່ພັດທະນາແລ້ວ, ປ່ຽນແປງຈາກສັງຄົມແບບດັ້ງເດີມ
ໄປສູ່ສັງຄົມແບບສະໄຫມໃໝ່. ຄວາມເປັນແບບດັ້ງເດີມເທົ່າກັບຄວາມດ້ອຍພັດທະນາ ຫຼື
ທຸກໆສິ່ງຢ່າງທີ່ຍັງບໍ່ທັນສະໄຫມ, ຄວາມເປັນແບບສະໄຫມໃໝ່ແມ່ນການພັດທະນາແລ້ວ;
- ທິດສະດີໂຄງປະກອບ ວິເຄາະສະພາບຕົວຈິງ, ວາງຈຸດສຸມໃສ່ໂຄງປະກອບທາງເສດຖະກິດ
- ສັງຄົມ. ສະນັ້ນ, ວິທີດັ່ງກ່າວ
ຈຶ່ງແມ່ນການວິເຄາະໂຄງປະກອບເຊື່ອມໂຍງຜົນກະທົບປັດໄຈພາຍໃນ ແລະ ພາຍນອກນາເຂົ້າກັນ ສ້າງສາຍກ່ຽວພັນລະຫວ່າງບັນດາພາກສ່ວນທີ່ໃຫ່ຍກັບພາກສ່ວນຍ່ອຍຕ່າງໆ
ເພື່ອສົ່ງເສີມການພັດທະນາທີ່ສະເໝີພາບ ແລະ ເທົ່າທ່ຽມກັນ.ດັ່ງນັ້ນ, ເສດຖະກິດ ຈະພັດທະນາສູ່ຄວາມມັ່ງຄັ່ງ ແລະ ຈະເລີນກ້າວໜ້າຕໍ່ໄປໄດ້ດ້ວຍກົນໄກອັນໃດ?
ຄໍາຕອບໃນຂະນະນີ້ ແມ່ນຢູ່ທີ່ກໍາລັງຂອງຕະຫຼາດ, ການສະໜອງ ແລະ ຄວາມຕ້ອງການຖືກເຂົ້າໃຈກັນວ່າ : ເປັນສອງກຳລ້ງທີ່ສາໍຄັນ
ເພື່ອຈັດຕັ້ງການແຈກຢາຍສິນຄ້າ ແລະ ການບໍລິການໃນເສດຖະກິດຕະຫຼາດເພື່ອສັງຄົມ
ກົນໄກທີ່ຄວບຄຸມກຳລັງເຫຼົ່ານີ້ແມ່ນລາຄາ.
ຈຸດປະສົງຂອງການພັດທະນາໃນປັດຈຸບັນ
ແມ່ນເພື່ອຍົກລະດັບການຜະລິດ
ແລະ ເພີ່ມຜົນຜະລິດ ຊຶ່ງອາດຈະເປັນການຂະຫຍາຍເນື້ອທີ່ການປູກຝັງ-ລ້ຽງສັດອອກໄປ ຫລື
ເປັນການໃຊ້ເຕັກໂນໂລຊີໃໝ່ໆ
ເພື່ອໃຫ້ເກີດປະໂຫຍດໃນການໃຊ້ຊັບພະຍາກອນໃຫ້ເກີດຜົນຫຼາຍທີ່ສຸດ; ສ້າງຄວາມສະເໝີພາບ
ກິດຈະກໍາຕ່າງໆ ທີ່ປະຕິບັດ ຕ້ອງໃຫ້ເກີດຜົນແກ່ບຸກຄົນທີ່ຢູ່ໃນເປົ້າໝາຍທຸກຊົນຊັ້ນ ແລະ
ໃຫ້ໄດ້ຮັບຜົນຢ່າງເປັນທຳໃຫ້ຫຼາຍທີ່ສຸດ ບໍ່ວ່າຈະເປັນເລື່ອງການບໍລິການ ຫຼື
ເລື່ອງລາຍໄດ້ຈາກລັດເປັນຕົ້ນ; ການສ້າງໂອກາດໃຫ້ໄດ້ຮັບການຊ່ວຍເຫຼືອ
ບໍ່ວ່າຈະເປັນເລື່ອງທີ່ດິນ, ສິນເຊື່ອ
ລວມທັງຮັບປະກັນການບໍລິການ ກ່ຽວກັບເຕັກໂນໂລຊີ ໃຫ້ເຖິງມືຂອງກຸ່ມເປົ້າໝາຍ; ການສ້າງວຽກ ໃນຊົນນະບົດ ເພື່ອຈະໄດ້ມີການໃຊ້ແຮງງານໃນຊົນນະບົດ ໄດ້ຢາງຫຼວງຫຼາຍ
ໂດຍໃຊ້ເຕັກໂນໂລຊີ ແລະ ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ. ພ້ອມກັນນັ້ນ,
ກໍຕ້ອງສ້າງແຮງງານເພື່ອຮອງຮັບແຮງງານສ່ວນເກິນຈາກການກະສິກຳ; ການຄວບຄຸມຊັບພະຍາກອນ
ເປັນຫົວໃຈສຳຄັນທີ່ຈະຕ້ອງມີການຈັດສັນໃຫ້ເປັນລະບົບເພື່ອໃຫ້ການໃຊ້ຊັບພະຍາກອນທີ່ມີຢູ່ເກີດຄວາມເອກະພາບ
ແລະ ຍຸຕິທຳຫຼາຍທີ່ສຸດ.
ເປົ້າໝາຍຫຼັກຂອງການພັດທະນາ ກໍເພື່ອເຮັດໃຫ້ປະຊາຊົນແຕ່ລະຄອບຄົວ ມີລາຍໄດ້ດີຂຶ້ນ ແລະ ພຽງພໍສໍາລັບເປັນຄ່າໃຊ້ຈ່າຍໃນສິ່ງຈໍາເປັນແກ່ການດຳລົງຊີວິດໃນເລື່ອງຂອງອາຫານ, ທີ່ຢູ່ອາໄສ, ຢາປົ່ວພະຍາດ ແລະ ເຄື່ອງນຸ່ງຫົ່ມເປັນຕົ້ນ; ມີວຽກເຮັດງານທໍາຕະຫຼອດໄປ ອັນເປັນການກໍາຈັດຄວາມຍາກຈົນ, ຄວາມຂາດແຄ້ນ ແລະ ພັດທະນາຄອບຄົວໄປໃນຕົວ; ມີການສຶກສາ ແລະ ອັດຕາການຮູ້ໜັງສືເພື່ອຊ່ວຍເສີມສ້າງບຸກຄົນໃຫ້ມີຄວາມຮູ້ຄວາມສາມາດໃນການແກ້ໄຂບັນຫາຊີວິດຢູ່ໃນສັງຄົມຮູ້ຈັກຊ່ວຍຕົນເອງ, ຮູ້ຈັກຄົນອື່ນ ແລະ ຮູ້ຈັກມີສ່ວນຮ່ວມ; ການພັດທະນາສະເພາະພື້ນທີ່ ເພື່ອຍົກລະດັບມາດຕະຖານການດໍາລົງຊີວິດຂອງຊຸມຊົນແບບສະໄຫມໃໝ່; ການພັດທະນາທາງການເມືອງ ເພື່ອໃຫ້ຊາວຊົນນະບົດ ໄດ້ມີຂີດຄວາມສາມາດ, ມີໂອກາດ ແລະ ມີສ່ວນຮ່ວມທີ່ຈະປົກຄອງຕົນເອງ ແລະ ປະເທດຊາດ.
II.ຄວາມເປັນມາຂອງການບໍລິຫານການພັດທະນາ
2.1 ວິວັດທະນາການຂອງການບໍລິຫານການພັດດທະນາ
ນັກວິຊາການຫຼາຍທ່ານ ໄດ້ໃຫ້ທັດສະນະວ່າ:
ການບໍລິຫານການພັດທະນາ ບໍ່ແມ່ນການບໍລິຫານຊະນິດໃໝ່ (a new kind of administration) ແຕ່ແມ່ນວິທີ ຫຼື ຂະບວນການ, ທີ່ໄດ້ນາໍໃຊ້ເປັນເວລາຍາວນານມາແລ້ວ.
ພາຍຫຼັງສົງຄາມໂລກຄັ້ງທີສອງໄດ້ສິ້ນສຸດແລ້ວ,
ເມື່ອວັນທີ 24 ຕຸລາ 1945 ໄດ້ສ້າງຕັ້ງອົງການສະຫະປະຊາຊາດຂຶ້ນ ມີຫຼາຍປະເທດ
ໄດ້ຮັບເອກະລາດໃນການປົກຄອງຕົນເອງ, ແຕ່ປະເທດເຫຼົ່ານັ້ນກໍຍັງມີບັນຫາພາຍໃນປະເທດຂອງຕົນ ເປັນຕົ້ນ
ປະເທດຟີລີບປີນ ແລະ ປະເທດປາກິດສະຖານ
ມີເຈົ້າທີ່ດິນຈໍານວນໜຶ່ງຄອບຄອງທີ່ດິນພາຍໃນປະເທດເປັນຈາໍນວນຫຼວງຫຼາຍ, ປະເທດອິນເດຍ
ເກີດມີບັນຫາໃນເລື່ອງຊົນຊັ້ນວັນນະ, ປະເທດມາເລເຊຍ ປະສົບບັນຫາທາງດ້ານເຊື້ອຊາດ ແລະ
ໃນກຸ່ມປະເທດອັບຟຣີກກາ ປະສົບບັນຫາຄວາມອຶດຫິວ ເຫຼົ່ານີ້ເປັນຕົ້ນ.
ດ້ວຍເຫດນີ້, ຈຶ່ງເຮັດໃຫ້ລັດຖະບານ
ແລະ ປະຊາຊົນ ຂອງບັນດາປະເທດກາລັງພັດທະນາ ເຫຼົ່ານີ້
ຮຽກຮ້ອງໃຫ້ມີການແກ້ໄຂບັນຫາພາຍໃນປະເທດຂອງຕົ້ນ; ຊຶ່ງຄວາມຕ້ອງການອັນຮີບດ່ວນນັ້ນ
ແມ່ນການເລັງລັດພັດທະນາປະເທດຊາດ ເພື່ອໃຫ້ປະຊາຊົນ ໄດ້ມີຊີວິດໃໝ່, ຢູ່ດີກິນດີ, ມີເສລີພາບ (Liberty), ມີຄວາມສະເຫມີພາບ
(Equality), (Fraternity) ແລະ
ສ້າງຄວາມເປັນອັນໜຶ່ງອັນດຽວກັນ (Nation Building) ແລະ ເທົ່າທຽມກັນ. ດັ່ງນັ້ນ, ແນວຄວາມຄິດທິດສະດີ, ຍຸດທະສາດ ແລະ
ຂະບວນການບໍລິຫານການພັດທະນາ ຈຶ່ງໄດ້ຂະຫຍາຍໄປທົ່ວໂລກ ໃນທ້າຍສະຕະວັດທີ 20 ເປັນຕົ້ນມາ.
ໃນຕົ້ນຊຸມປີ 1950 ເພື່ອເປັນການຊ່ວຍເຫຼືອເລັ່ງລັດພັດທະນາປະເທດກາໍລັງພັດທະນາ, ປະເທດທີ່ມີການພັດທະນາແລ້ວ
ໄດ້ໃຫ້ການຊ່ວຍເຫຼືອທາງດ້ານຕ່າງໆ ນັບທັງດ້ານເຕັກນິກບໍລິຫານ ແລະ
ການພັດທະນາອື່ນໆ, ແຕ່ສິ່ງທີ່ຊ່ຽວຊານ ຫຼື ນັກວິຊາການ ໄດ້ຖ່າຍຖອດຄວາມຮູ້, ການໃຫ້ການຊ່ວຍເຫຼືອເຫຼົ່ານັ້ນຄືຄວາມຜິດຫວັງທີ່ການຊ່ວຍເຫຼືອດັ່ງກ່າວ
ບໍ່ໄດ້ສ້າງໃຫ້ເກີດການພັດທະນາຕາມທີ່ມຸ່ງຫວັງເອົາໄວ້. ຕໍ່ມາ George F. Kant ນັກວິຊາການຂອງອາເມລິກາ ຈຶ່ງໄດ້ໃຫ້ແນວຄວາມຄິດທີ່ເປັນແນວທາງພື້ນຖານໃນການວິໄຈທາງດ້ານການບໍລິຫານ
ແລະ ໄດ້ເນັ້ນໃສ່ຂໍ້ແຕກຕ່າງ, ການສະໜັບສະໜູນ ແລະ ການຈັດການໃນການພັດທະນາ-ການບໍລິຫານ
ທີ່ເວົ້າເຖິງບັນຫາກົດໝາຍ ແລະ ຄວາມເປັນລະບຽບ. ແນວຄວາມຄິດດັ່ງກ່າວ
ໄດ້ຖືກເອົາມານາໍໃຊ້ໃນໂຄງການຝຶກອົບຮົມຢູ່ສະຖາບັນການສຶກສາດ້ານການພັດທະນາຊົນນະບົດ.
ຕໍ່ມາໄດ້ຈັດຕັ້ງຂຶ້ນທີ່ ໂຄມີລາ (Comilla), ປາຊາວາ (Pashawar) ໃນປາກິດສະຖານ ແລະ
ບັງກາແດັດ.
ມາເຖິງປີ 1960 -1961
ຈຶ່ງໄດ້ຕັ້ງກຸ່ມບໍລິຫານປຽບທຽບຂຶ້ນ (Comperative
Administration Group) ຂອງສະມາຄົມການບໍລິຫານລັດ (Public Administrative) ໂດຍໄດ້ຮັບການ
ສະໜັບສະໜູນຈາກມູນນິທິຟອດ ແລະ ມູນນິທິອອກກິເຟເລີ; ກຸ່ມບໍລິຫານປຽບທຽບ
ໄດ້ສຶກສາວິທີປຽບທຽບການບໍລິຫານ ແລະ ໄດ້ຈັດການສໍາມະນາ ເພື່ອສະແຫວງຫາຄວາມຮູ້ໃໝ່
ທີ່ເຫມາະສົມກັບປະເທດກາໍລັງພັດທະນາ. ພາຍຫຼັງນັ້ນທິດສະດີດັ່ງກ່າວ
ຈຶ່ງຖືກນຳມາໃຊ້ເປັນທິດສະດີຂອງການບໍລິຫານການພັດທະນາໃນປັດຈຸບັນ. ດັ່ງນັ້ນ, ຈຶ່ງສາມາດສະຫຼຸບ
ສາເຫດທີ່ພາໃຫ້ເກີດມີການບໍລິຫານການພັດທະນາໄດ້ 2 ປະການຄື:
1.
ຄວາມຕ້ອງການ
ຂອງບັນດາປະເທດກຳລັງພັດທະນາ ທີ່ຕ້ອງການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ພັດທະນາປະເທດຊາດ
ຂອງຕົນໃຫ້ຈະເລີນກ້າວໜ້າຂຶ້ນ.
2.
ປັດໄຈພາຍນອກຂອງປະເທດກໍາລັງ
ພັດທະນາຄື: ປະເທດອຸດສາຫະກາໍ ຕ້ອງການຊ່ວຍເຫຼືອປະເທດກາໍລັງພັດທະນາ
ຈຶ່ງມີການສຶກສາຳມະະນາ ເຜີຍແຜ່ທິດສະດີການບໍລິຫານການພັດທະນາ ແລະ ຄວາມທັນສະໄໝ
ຂອງເຕັກໂນໂລຊີ ອັນເປັນຄວາມຮູ້ໃໝ່ ທີ່ເນັ້ນເຖິງການພັດທະນາປະເທດຊາດ.
2.2 ຄວາມໝາຍຂອງການບໍລິຫານການພັດທະນາ
2.2.1 ຄວາມໝາຍທົ່ວໄປ
ຕາມຄວາມເປັນຈິງແລ້ວ, ການບໍລິຫານການພັດທະນາ
ໄດ້ມີຜູ້ເອີ້ນຊື່ເປັນພາສາອັງກິດ “Administration of development’’ or “Development administration’’ ຊຶ່ງໝາຍເຖິງສາຂາວິຊາ, ກິດຈະກຳ ຫຼື
ຂະບວນການ. ສໍາລັບຄວາມໝາຍທີ່ສະເພາະເຈາະຈົງ ຂອງການບໍລິຫານການພັດທະນາ
ມີຫຼາຍທ່ານຜູ້ຮູ້ໄດ້ໃຫ້ທັດສະນະໄວ້ແລ້ວຢາງຫຼວງຫຼາຍ. ດັ່ງນັ້ນ, ຈຶ່ງຂໍຍົກຕົວຢ່າງກ່ຽວກັບຄວາມໝາຍ
ຂອງການບໍລິຫານການພັດທະນາຈາກຜົນງານຂອງນັກວິຊາການ ດັ່ງນີ້:
George F. Cant ນັກວິຊາການດ້ານການບໍລິຫານການພັດທະນາ ຂອງອາເມລິກາ
ໄດ້ອະທິບາຍວ່າ: ການບໍລິຫານການພັດທະນາ ເປັນຄຳທີ່ໃຫ້ຄວາມສໍາຄັນກັບໜ່ວຍງານ, ລະບົບການຈັດການ ແລະ ຂະບວນການຕ່າງໆ ຊຶ່ງລັດຖະບານຈັດຕັ້ງຂຶ້ນ
ເພື່ອດໍາເນີນງານໃຫ້ບັນລຸຕາມວັດຖຸປະສົງຂອງການພັດທະນາ, ການບໍລິຫານການພັດທະນາ ຍັງເປັນເຄື່ອງມືຂອງລັດຖະບານ
ໃນການກຳນົດກ່ຽວກັບປັດໄຈຕ່າງໆ ຂອງຂະບວນການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງຊາດ
ໃຫ້ປະສົບຜົນສໍາເລັດ ພ້ອມກັນນີ້, ມັນຍັງຊ່ວຍປັບໃຫ້ລະບົບລັດຖະການ ແລະ ບົດບາດໜ້າທີ່
ຂອງໜ່ວຍງານຕ່າງໆ ທັງພາຍໃນ ແລະ ພາຍນອກ ອົງການຕອບສະໜອງຕໍ່ກັບການພັດທະນາອີກດ້ວຍ.
ດັ່ງນັ້ນ, ການບໍລິຫານການພັດທະນາ
ຈຶ່ງໝາຍເຖິງການບໍລິຫານນະໂຍບາຍ, ງົບປະມານ, ແຜນງານ, ໂຄງການ, ການຈັດຄົນເຂົ້າວຽກ ແລະ ຂະບວນການຕັດສິນໃຈຕ່າງໆ
ເພື່ອໃຫ້ເປັນໄປຕາມວັດຖຸປະສົງ ຂອງການພັດທະນາ.
Nguyen Day Xuan ນັກວິຊາການດ້ານການບໍລິຫານການພັດທະນາ ຂອງ ສສ.ຫວຽດນາມ
ອະທິບາຍວ່າ: ການບໍລິຫານການພັດທະນາ ໝາຍເຖິງ ການບໍລິຫານບັນດາແຜນງານຕ່າງໆ (Development programs) ຊຶ່ງເປັນແຜນທີ່ກຳມາເພື່ອບັນລຸຕາມວັດຖຸປະສົງ ໃນການສ້າງຊາດ (Nation- building objectives) ແລະ ເພື່ອສະຫມັບສະໜູນໃຫ້ເກີດຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດ-ສັງຄົມ
(Socio economic Progress), ການບໍລິຫານການພັດທະນາ ຈະປະສົບຜົນສໍາເລັດໄວ້
ຈະຕ້ອງມີການດາເນີນງານ 2 ປະການຄື (1) ຈັດໃຫ້ມີການຝຶກອົບຮົມແກ່ຜູ້ປະຕິບັດງານຢ່າງເໝາະສົມ ແລະ (2) ມີການປັບປຸງອົງການບໍລິຫານຕ່າງໆ ທີ່ມີຢູ່ ແລະ
ຈັດຕັ້ງໜ່ວຍງານໃໝ່ໆຂຶ້ນມາ ເພື່ອປະຕິບັດງານຕາມແຜນງານພັດທະນາຕ່າງໆ.
ShouŒSheng Hsueh ນັກວິຊາການດ້ານການບໍລິຫານການພັດທະນາ
ທີ່ເກີດໃນ ສປ ຈີນ, ສອນຢູ່ The Chinese University of Hong Kong ອະທິບາຍວ່າ: “ການບໍລິຫານການພັດທະນາ”
ບໍ່ແມ່ນການບໍລິຫານຊະນິດໃໝ່ (a new kind of
administration) ຊຶ່ງແຍກອອກມາຈາກການບໍລິຫານສາທາລະນະ
(Public administration) ທີ່ມີຄວາມໝາຍຢ່າງກ້ວາງຂວາງ (General sense) ແຕ່ການບໍລິຫານການພັດທະນາ ເປັນການບໍລິຫານທີ່ຍືດຖືຈຸດໝາຍເປັນຫຼັກ (Goal-oriented) ແລະ ຕ້ອງການເນັ້ນໜັກເຖິງບົດບາດຂອງການບໍລິຫານ ໂດຍສະເພາະ ແມ່ນບົດບາດທີ່ກ່ຽວກັບການບໍລິຫານເພື່ອການພັດທະນາ
(Administration of development).
Fred W. Riggs ນັກວິຊາການອາເມລິກາ
ທີ່ເກີດໃນ ສປປ. ຈີນ ໃຫ້ຄວາມເຫັນວ່າ: ການບໍລິຫານການພັດພະນາ ມີຄວາມໝາຍ 2 ປະການຄື: (1) “ການບໍລິຫານການພັດທະນາ” ໝາຍເຖິງການບໍລິຫານແຜນງານ (Development
programs) ຢາງມີວິທີການ (Methods) ເພື່ອໃຫ້ເປັນໄປ
ຕາມນະໂຍບາຍ (Policies) ແລະ ແຜນ (Plan) ທີ່ກໍານົດຂຶ້ນ
ຊຶ່ງສອດຄ່ອງກັບວັດຖຸປະສົງ ຂອງການພັດທະນາ (Developmental objectives).
(2) ການເສີມສ້າງສະມັດຖະພາບ ຂອງການບໍລິຫານ” Riggs ມີຄວາມເຫັນອີກວ່າ: ການບໍລິຫານການພັດທະນາ
ບໍ່ພຽງແຕ່ຄວບຄຸມເຖິງການບໍລິຫານແຜນງານພັດທະນາຕ່າງໆ ຂອງໜ່ວຍງານລັດຖະບານ
ໃຫ້ບັນລຸຕາມວັດຖຸປະສົງຂອງການພັດທະນາເທົ່ານັ້ນ
ແຕ່ຍັງກວມລວມໄປເຖິງການເພີ່ມສະມັດຖະພາບຂອງການບໍລິຫານນໍາດ້ວຍ (Strengthening of administrative capabilities) ໝາຍຄວາມວ່າ ການບໍລິຫານການພັດທະນາ
ຈະສົມບູນໄດ້ນັ້ນ ຈະຕ້ອງຄໍານຶງເຖິງ ສະມັດຖະພາບໃນການບໍລິຫານ.
ເມື່ອການບໍລິຫານງານເຂັ້ມແຂງ, ມີສະມັດຖະພາບດີຂຶ້ນ
ຍິ່ງຈະເປັນເຄື່ອງມືສໍາຄັນ ເຮັດໃຫ້ການພັດທະນາບັນລຸຕາມວັດຖຸປະສົງທີ່ໄດ້ກໍານົດໄວ້.
Hahn-Been lee ນັກວິຊາການດ້ານການພັດທະນາຂອງເກົາຫຼີໃຕ້
ໃຫ້ທັດສະນະວ່າ: ການ ບໍລິຫານການພັດທະນາ ໝາຍເຖິງ “ການເພີ່ມສະມັດຖະພາບ
ຂອງລະບົບບໍລິຫານ ໃນການກຽມພ້ອມຮັບມືກັບບັນຫາຕ່າງໆ ທີ່ຈະເກີດຈາກການປຽນແປງຂອງສັງຄົມ. ທັງນີ້,
ກໍເພື່ອໃຫ້ບັນລຸຕາມຈຸດໝາຍປາຍທາງ (goal) ດ້ານຄວາມກ້າວໜ້າທາງການເມືອງ,
ເສດຖະກິດ ແລະ ສັງຄົມ”
José Veloso Abueva ນັກວິຊາການດ້ານການບໍລິຫານການພັດທະນາຂອງຟີລິບປິນ
ອະທິບາຍວ່າ: ການບໍລິຫານການພັດທະນາ ໂດຍສະ ເພາະ ແມ່ນການບໍລິຫານ
ແຜນງານການພັດທະນາຕ່າງໆ (Developmental programs)
ທີ່ປະສົບຜົນສໍາເລັດໄດ້ນັ້ນ ແມ່ນເນື່ອງມາຈາກການພັດ ທະນາການບໍລິຫານ (Administrative
development). ດັ່ງນັ້ນ, ການບໍລິຫານການພັດທະນາ ຈຶ່ງເປັນການເພີ່ມຄວາມສາມາດຂອງລະບົບການເມືອງ ຫຼື
ຂອງລັດ (Political system or polity) ຂອງປະເທດໃດປະເທດໜຶ່ງ ເພື່ອດໍາເນີນງານຕາມທີ່ໄດ້ຕົກລົງກັນນັ້ນ.
ນອກນີ້, Abueva ຍັງໄດ້ເວົ້າຕື່ມອີກວ່າ: ການບວນການພັດທະນາ ໝາຍເຖິງ
ການບໍລິຫານງານພັດທະນາໃນດ້ານເສດຖະກິດ-ສັງຄົມ ແລະ ການເມືອງ
ລວມທັງການປັບປຸງແຜນງານຕ່າງໆຂອງອົງການ ແລະ ການບໍລິຫານລະບົບລັດຖະການ (Management of
the bureaucracy) ຊຶ່ງເປັນເຄື່ອງມືທີ່ສຳຄັນໃນການພັດທະນາລາວ.
B.S. Khanna ນັກວິຊາການດ້ານການບໍລິຫານການພັດທະນາຂອງອິນເດຍ
ມີຄວາມຄິດ ເຫັນວ່າ: “ການບໍລິຫານການພັດທະນາ
ເປັນການບໍລິຫານທີ່ມີຈຸດປະສົງໃນການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ການເມືອງ
ຊຶ່ງລິເລີ່ມໂດຍຊົນຊັ້ນຜູ້ນຳ ແລະ ປະຊາຊົນກຸ່ມຕ່າງໆ.
ລັກສະນະເດັ່ນ ແລະ ມີເນື້ອຫາສຳຄັນ
ທີ່ນັກວິຊາການແຕ່ລະທ່ານໄດ້ກ່າວໄວ້ມີດັ່ງນີ້: (ວິຣັຊ ວິຣັຊນິພາວອນ, 2534).
ນັກວິຊາການ |
ກິດຈະກຳການບໍລິ ຫານການພັດທະນາ |
ການປັບປຸງ ຫຼື ການພັດທະນາການບໍລິຫານ |
ການມີເປົ້າໝາຍ ຫຼື ວັດຖຸປະສົງ |
ລັກສະນະເດັ່ນອື່ນໆ |
Gant |
+ |
+ |
+ |
ແບ່ງການບໍລິຫານການພັດທະນາ
ເປັນການບໍລິຫານພາຍໃນ ແລະ ການບໍລິຫານພາຍນອກ |
Nguyen Duy Xuan |
+ |
+ |
(ການສ້າງຊາດແລະຄວາມກ້າວໜ້າທາງເສດຖະ ກິດ-ສັງຄົມ |
ສະໜັບສະໜຸນໃຫ້ມີການປັງປຸງອົງການທີ່ມີຢູ່
ແລະ ຈັດຕັ້ງໜ່ວຍງານໃໝ່ຂຶ້ນມາປະຕິບັດຕາມແຜນງານພັດທະນາຕ່າງໆ |
Shou-Sheng
Hsueh |
+ |
+ |
+ |
ເນັ້ນບົດບາດກ່ຽວກັບການບໍລິຫານເພື່ອການພັດທະນາ |
W. Riggs |
+ |
+ |
+ |
ການບໍລິຫານມີປະສິດຕິພາບ |
Hahn-Been lee |
+ |
+ |
(ຄວາມກ້າວໜ້າທາງເສດຖະກິດ, ສັງຄົມ ແລະ ການເມືອງ |
- |
Abueve |
+ |
+ |
+ |
ໃຫ້ຄວາມສຳຄັນກ່ຽວກັບການບໍລິຫານ |
B.S. Khanna |
+ |
_ |
_ |
ເປັນການດຳເນີນການພັດທະນາໃນດ້ານເສດຖະກິດ,ສັງຄົມ
ແລະ ການເມືອງຊຶ່ງລິເລີ່ມໂດຍຊົນຊັ້ນຜູ້ນຳແລະປະຊາຊົນກຸ່ມຄົນຕ່າງໆ |
ທັດສະນະຂອງບັນດານັກວິຊາການ
ແຕ່ລະທ່ານ ໄດ້ເນັ້ນເຖິງຈຸດປະສົງ ແລະ ເປົ້າໝາຍຂອງການບໍລິຫານການພັດທະນາ
ທີ່ສໍາຄັນດັ່ງນີ້:
ການບໍລິຫານການພັດທະນາ
ໝາຍເຖິງການປະຕິບັດຕາມແຜນນະໂຍບາຍ ແລະ ໂຄງການ ພັດທະນາຕ່າງໆ ທີ່ເກີດຂຶ້ນໂດຍລັດຖະບານ
ນັບທັງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ ແລະ ການບໍລິການ.
ການບໍລິຫານການພັດທະນາ
ໝາຍເຖິງຂະບວນການທີ່ຈະນໍາເອົາອົງການໄປສູ່ຄວາມສໍາເລັດ ຕາມວັດຖຸປະສົງທາງດ້ານການເມືອງ, ເສດຖະກິດ, ສັງຄົມ
ຊຶ່ງກໍານົດໂດຍຜູ້ບໍລິຫານ.
ການບໍລິຫານການພັດທະນາ
ໝາຍເຖິງການເພີ່ມຄວາມສາມາດຂອງລັດ ທີ່ຈະຜະລິດສິນຄ້າ ແລະ ການບໍລິການ
ເພື່ອສະໜອງຄວາມຕ້ອງການຂອງປະຊາຊົນ ທີ່ມີການປ່ຽນແປງ ແລະ ຂະຫຍາຍຕົວສູງຂຶ້ນ.
ຈຸດເນັ້ນທາງດ້ານການວິເຄາະການບໍລິຫານການພັດທະນາ ຂຶ້ນຢູ່ກັບປະສິດທິພາບ
ຂອງລະບົບລັດຖະການ ຊຶ່ງອາດນໍາມາປຽບທຽບກັນໄດ້.
ການບໍລິຫານການພັດທະນາ
ໝາຍເຖິງ ການສຶກສາອອກແບບ, ການຈັດການຂອງອົງການ ທີ່ຮັບຜິດຊອບໃນການກຳນົດນະໂຍບາຍ, ການພິຈາລະນາຫາເງິນອຸດໜູນ ແລະ ການນຳເອົາແນວທາງການພັດທະນາ
ໄປປະຕິບັດໃນປະກຳລັງພັດທະນາ.
ການບໍລິຫານການພັດທະນາ
ຈຶ່ງຄວບຄຸມນັບແຕ່ການຄິດຫາຮູບແບບຂອງໂຄງສ້າງ ແລະ
ບວນການທີ່ສອດຄ່ອງກັບສະພາບແວດລ້ອມພາຍໃນ ແລະ
ຂະບວນການເພື່ອໃຫ້ການປະຕິບັດວຽກງານຢູ່ໃນອົງການມີຈຸດມຸ້ງຫວັງຕໍ່ການພັດທະນາ.
ເພື່ອເປັນການເຂົ້າໃຈງ່າຍຂຶ້ນ
ສາມາດແຍກການບໍລິຫານການພັດທະນາອອກເປັນຂໍ້ຍ່ອຍດັ່ງນີ້:
ກ.
ການບໍລິຫານງານຂອງໜ່ວຍງານລັດຖະບານ ເພື່ອບັນລຸວັດຖຸປະສົງການພັດທະນາ;
ຂ. ການບໍລິຫານກິດຈະກຳຂອງການພັດທະນາຕ່າງໆ;
ຄ. ຂະບວນການພັດທະນາທີ່ມີຂັ້ນຕອນ ແລະ
ມີລະບົບລະບຽບ;
ງ. ການປະຕິບັດງານຕາມນະໂຍບາຍ, ແຜນ, ແຜນໆານ ຫຼື ໂຄງການຕ່າງໆ;
ຈ. ການປະຕິບັດງານ, ການຄວບຄຸມທາງດ້ານເສດຖະກິດ, ສັງຄົມ, ການເມືອງ, ການບໍລິການ
ແລະ
ການພັດທະນາການບໍລິຫານເພື່ອຊ່ວຍໃຫ້ໜ່ວຍງານຕ່າງໆຂອງລັດຖະບານມີປະສິດທິພາບເພີ່ມຂຶ້ນ;
ສ. ການປ່ຽນແປງ ຫຼື ການພັດທະນາ
ທີ່ປ່ຽນສະພາບໄປຈາກສະຖານະພາບເດີມ;
ຊ. ການຕອບສະໜອງຄວາມຕ້ອງການ ຂອງປະຊາຊົນ ຫຼື
ການພັດທະນາປະເທດ.
ສໍາລັບຄວາມໝາຍຂອງການບໍລິຫານການພັດທະນາ
ທີ່ສົມບູນນັ້ນ ໝາຍເຖິງການບໍລິຫານກິດຈະກໍາການພັດທະນາຕ່າງໆ (Administration of development activities) ຂອງໜ່ວຍງານລັດຖະບານ
ຊຶ່ງເປັນຂະບວນການພັດທະນາ (Development
process) ທີ່ນໍາມາໃຊ້ໃນການປະຕິບັດງານ
(Dimplementation) ຕາມນະໂຍບາຍ (Policy), ແຜນ (Plan), ແຜນງານ (Programs) ຫຼື ໂຄງການ (Project) ຕ່າງໆ ນັບທັງໃນດ້ານເສດຖະກິດ, ສັງຄົມ, ການເມືອງ ແລະ ການບໍລິຫານຕະຫຼອດເຖິງ.
ການພັດທະນາການບໍລິຫານ (Development of Administration) ເພື່ອຊ່ວຍໃຫ້ໜ່ວຍງານຂອງລັດຖະບານ
ມີປະສິດທິພາບເພີ່ມຂຶ້ນ ແລະ ສາມາດໃຊ້ເປັນເຄື່ອງມີສຳຄັນທີ່ຈະຊ່ວຍໃຫ້ການປ່ຽນແປງ ຫຼື
ການພັດທະນາປະສົບຜົນສຳເລັດຕາມວັດຖຸປະສົງ ຂອງການພັດທະນາທີ່ໄດ້ກຳນົດໄວ້
ເພື່ອຕອບສະຫນອງຄວາມຕ້ອງການຂອງປະຊາຊົນ ຫຼື ການພັດທະນາປະເທດ.
2.2.2 ຄວາມໝາຍສະເພາະ
ການບໍລິຫານການພັດທະນາ (Development Administration) ມີ 2 ຄວາມໝາຍ ຄື: ຄວາມຫຼາຍທາງກົງ ແລະ ຄວາມໝາຍທາງອ້ອມ.
1)
ຄວາມໝາຍທາງກົງ
ການບໍລິຫານການພັດທະນາ ໝາຍເຖິງການບໍລິຫານເພື່ອການພັດທະນາ (Administration of
Development).
ຕົວຢ່າງ: ການພັດທະນາຊົນນະບົດ, ເຂດຫ່າງໄກຊອກຫຼີກ. ໃນຮູບແບບການບໍລິຫານ
ເພື່ອການພັດທະນາຊົນນະບົດນີ້, ຈຸດເລີ່ມຕົ້ນລັດຖະບານໄດ້ວາງແຜນພັດທະນາ
ນັບແຕ່ການຕັ້ງຖິ່ນຖານ, ທີ່ຢູ່ອາໄສ
ປະກອບກັບການຈັດສັນອາຊີບຄົງທີ່, ສ້າງຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ ແລະ ນໍ້າສະອາດໃຫ້ເຂົາເຈົ້າ ຊຶ່ງເອີ້ນກັນວ່າ:
ປັດໄຈສີ່ ແລະ ການພັດທະນາໂຄງລ່າງພື້ນຖານຈາກການທີ່ເຄີຍທໍາມາຫາກິນຢູ່ຕາມພູດອຍ
ໃຫ້ລົງມາສ້າງທີ່ຢູ່ອາໄສ, ເຮັດການຜະລິດ ສ້າງ ເສດຖະກິດຢູ່ຕາມພູພຽງ, ທົ່ງພຽງ ຫຼື ບ່ອນຕໍ່າທີ່ສະດວກສະບາຍກວ່າ. ໃນນີ້, ພັກ ແລະ ລັດ ກໍໄດ້ຊອກເນື້ອທີ່ດິນນາໃຫ້ເຮັດ, ພາທຳການຜະລິດ ປູກເຂົ້າ, ສາລີ... ຕໍ່ມາກໍມອບໃຫ້ປະຊາຊົນເຮັດເອງ.
2)
ຄວາມໝາຍທາງອ້ອມ
ການບໍລິຫານການພັດທະນາ
ໝາຍເຖິງການພັດທະນາການບໍລິຫານ ຫຼື ການເສີມ ສ້າງຄຸນນະພາບ, ພຶດຕິກຳ ແລະ ກິດຈະກຳທາງການບໍລິຫານ (Development of Administration) ຈາກຄວາມໝາຍຂອງການບໍລິຫານການພັດທະນາ ທີ່ໄດ້ສະເໜີມາຂ້າງເທິງນັ້ນ, ສາມາດສະຫຼຸບໄດ້ວ່າ ການບໍລິຫານການພັດທະນາ
ໝາຍເຖິງການບໍລິຫານໂຄງການພັດທະນາຕ່າງໆ ຄື: ການນຳເອົາແຕ່ລະ
ໂຄງການພັດທະນາທີ່ໄດ້ຮັບອະນຸມັດຈາກລັດຖະບານ ໄປຜັນຂະຫຍາຍ ຫຼື
ນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ຫຼື
ບັນລຸຜົນສໍາເລັດຕາມທີ່ໄດ້ຕັ້ງເປົ້າໝາຍເອົາໄວ້. ພ້ອມດຽວກັນນີ້, ກໍຈະຕ້ອງໄດ້ພັດທະນາລະບົບບໍລິຫານໃນໂຄງການນັ້ນໆໃຫ້ມີຄວາມອາດສາມາດ ແລະ
ມີປະສິດທິພາບສູງຂຶ້ນ.
ຮູບແບບການບໍລິຫານການພັດທະນາ ມີຄືດັ່ງນີ້:
ການບໍລິຫານການພັດທະນາ (Development
Administration) = ການບໍລິຫານເພື່ອການພັດທະນາ
(Administration of development) + ການພັດທະນາການບໍລິຫານ (Development
of administration) DA = A of D+ D of A.
ການບໍລິຫານເພື່ອການພັດທະນາ
ໝາຍເຖິງ ການນໍາເອົາຄວາມສາມາດທີ່ມີຢູ່ໃນລະບົບການບໍລິຫານ ໄປລົງມືປະຕິບັດຕາມນະໂຍບາຍ, ແຜນການ, ໂຄງການ
ຫຼື ກິດຈະກໍາຕ່າງໆ ຂອງການພັດທະນາ ເພື່ອໃຫ້ເກີດການປ່ຽນແປງ ຕາມທີ່ໄດ້ວາງແຜນໄວ້ລວ່ງໜ້າ
ແລະ ການປ່ຽນແປງນີ້ ຈະນຳຄວາມຈະເລີນເຕີບໂຕທາງດ້ານການບໍລິຫານທາງການເມືອງ, ເສດຖະກິດ ແລະ ສັງຄົມຂອງປະເທດ
ອັນຈະນໍາໄປສູ່ການຫຼຸດຄວາມທຸກຈົນຂອງຄົນທີ່ຢູ່ໃນອົງການ (ລັດຖະກອນ, ສັນຍາຈ້າງຂອງລັດ, ພະນັກງານລັດວິສາຫະກິດ) ແລະ
ຢູ່ນອກອົງການ (ປະຊາຊົນ).
ການພັດທະນາການບໍລິຫານ
ໝາຍເຖິງການຈັດຕຽມປັບປຸງ, ປ່ຽນແປງໂຄງສ້າງ, ຂະບວນການ ແລະ
ພຶດຕິກຳທາງການບໍລິຫານ ໃຫ້ມີຄວາມສາມາດ (Capabilities) ຮອງຮັບນະໂຍບາຍ, ແຜນການ,
ໂຄງການ ແລະ ກິດຈະກໍາຕ່າງໆ ໃຫ້ເກີດຜົນປະໂຫຍດແກ່ປະເທດຊາດ. ນອກນີ້,
ການພັດທະນາການບໍລິຫານ ຫຼື ການປັບປຸງເສີມສ້າງຄຸນະພາບການບໍລິຫານ (D
of A) ຍັງໝາຍເຖິງການທີ່ນັກວິຊາການໃຫ້ຄວາມສໍາຄັນກັບການບໍລິຫານການພັດທະນາ
ຂອງໜ່ວຍງານລັດຖະບານໃນລັກສະນະທີ່ເປັນຂະບວນການ ເນັ້ນໜັກການປັບປຸງ ຫຼື
ການພັດທະນາການບໍລິຫານຂອງລັດ ເຊັ່ນ: ການປັບປຸງ ຫຼື ພັດທະນາລະບົບລັດຖະການ, ສະມັດຖະພາບການບໍລິຫານ ຫຼື ປະສິດທິພາບ ໃນການປະຕິບັດງານ ຂອງໜ່ວຍງານຕ່າງໆ
ຂອງລັດເປັນຕົ້ນ.
2.3 ອົງປະກອບຂອງການບໍລິຫານການພັດທະນາ
ໃນການບໍລິຫານການພັດທະນາ
ມີອົງປະກອບຫຼັກຢູ່ 2 ຢ່າງຄື ການພັດທະນາການບໍລິຫານ ແລະ ການບໍລິຫານເພື່ອການພັດທະນາ.
3.1
ການພັດທະນາການບໍລິຫານ (D of A)
ໃນອົງປະກອບການພັດທະນາການບໍລິຫານນີ້, ມີຈຸດປະສົງເພີ່ມຄວາມຮູ້ຄວາມສາມາດ,
ພຶດຕິກຳ ແລະ ກິດຈະກໍາການເຄື່ອນໄຫວຕ່າງໆ ຂອງລະບົບບໍລິຫານລັດຖະການ
ໃຫ້ສາມາດສະໜອງຕໍ່ພາລະກິດ ຂອງການພັດທະນາໂດຍລວມ, ເພື່ອໃຫ້ສອດຄ່ອງກັບສະພາບລ້ອມວົງໃນ
ແລະ ພາຍນອກລະບົບນັ້ນ, ການປັບປຸງຄຸນນະພາບໃນການບໍລິຫານ
ໄດ້ເນັ້ນໜັກໃສ່ການພັດທະນາ 3 ປະການຄື:
ການພັດທະນາໂຄງສ້າງ, ຂະບວນການ/ເຕັກໂນໂລຊີ ແລະ
ພຶດຕິກຳຂອງການບໍລິຫານ ຊຶ່ງມີລາຍລະອຽດດັ່ງນີ້:
1)
ການພັດທະນາໂຄງສ້າງທາງບໍລິຫານ
ຫຼັກການຂອງການຈັດໂຄງສ້າງທາງບໍລິຫານນີ້
ໄດ້ແບ່ງ ມອບໝາຍໜ້າທີ່ວຽກງານ ໃຫ້ແຕ່ລະຄົນປະຕິບັດ ແລະຮັບຜິດຊອບດ້ວຍການປະສານງານກັບນໜ້າທີ່ວຽກງານກັນຢ່າງກົມກ່ຽວການປະສານງານ
ກ່ຽວກັບໜ້າທີ່ວຽກງານ ທີ່ໄດ້ແບ່ງຄວາມຮັບຜິດຊອບໄປແລ້ວ ການກົມກຽວກັນນັ້ນ ກໍເພື່ອໂນ້ມນ້າວການປະຕິບັດໜ້າທີ່ທັງໝົດ
ໃຫ້ເປັນໄປໃນທິດທາງທີ່ຈະບັນລຸຕາມວັດຖຸປະສົງຢ່າງມີປະສິດທິພາບແລະເອື້ອອໍານວຍຕໍ່ການພັດທະນາປະເທດຊາດ.
2)
ການພັດທະນາຂະບວນການບໍລິຫານເຕັກໂນໂລຊີ
ມີຈຸດປະສົງທີ່ຈະກຈັດຈຸດຕັນການໄຫຼຂອງວຽກງານ, ມັນຈະເປັນຕອງໂສ້ ຫຼື ການ ເຄື່ອນຍ້າຍວຽກງານ
ເຮັດໃຫ້ໄລຍະເວລາການເຄື່ອນຍ້າຍຂອງວຽກງານສັ້ນເຂົ້າ ແລະ ງ່າຍຂຶ້ນ
ເຊັ່ນວ່າ:ການຢືນເອກະສານຜ່ານປ່ອງບໍລິຫານ ຕ້ອງໄປຕາມຂັ້ນຕອນ, ຕອນໃດບໍ່ຈໍາເປັນກໍຕັດອອກ. ຈາກນັ້ນ, ເອກະສານ ກໍຈະກັບຄືນຫາຂາເຂົ້າ - ຂາອອກ ແລ້ວກໍອອກໄປ. ພ້ອມນີ້, ການພັດທະນາຂະບວນເຕັກໂນໂລຊີ ຍັງຊ່ວຍເສີມສ້າງຄວາມສາມາດ (Capabilities)
ຂອງອົງການທີ່ຈະສະໜອງຕອບຕາມເປົ້າໝາຍຂອງການພັດທະນາປະເທດ
ຊຶ່ງການພົວພັນລະຫວ່າງການພັດທະນາໂຄງສ້າງເຕັກໂນໂລຊີຢູ່ອົງການກຳລັງໃຊ້ເປັນຈຳນວນຫຼວງຫຼາຍ.
3)
ການພັດທະນາພຶດຕິກໍາຂອງການບໍລິຫານ
ພຶດຕິກທີ່ເອື້ອອໍານວຍຕໍ່ການພັດທະນາ
ໄດ້ແກ່ພຶດຕິກໍາທີ່ເອື້ອອໍານວຍຕໍ່ການປະຕິບັດພາລະກິດຂອງການບໍລິຫານການພັດທະນາ
ທີ່ເນັ້ນເຖິງການວາງແຜນໄວ້ລ່ວງໜ້າຢ່າງມີທິດທາງ,
ວ່ອງໄວທັນກັບສະພາບການ ແລະ ເປັນທີ່ເຊື່ອຖືແກ່ໜ່ວຍງານອື່ນໆ.
ເປັນຕົ້ນບຸກຄະລາກອນການພັດທະນານັ້ນ ຈະມີພຶດຕິກໍາທີ່ແຕກຕ່າງໄປຈາກບຸກຄະລາກອນທີ່ປະຕິບັດວຽກງານເປັນປະຈໍາ.
ຍ້ອນວ່າ: ພຶດຕິກຳ ແລະ ການສະແດງອອກຂອງຄົນເຮົາຈະແຕກຕ່າງກັນໄປ
ຊຶ່ງຜູ້ບໍລິຫານແຕ່ລະຄົນກໍໄດ້ພະຍາຍາມຊອກຫາວິທີການເພື່ອໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາໄດ້ສະແດງພຶດຕິກຳຂອງຕົນອອກມາວ່າເປັນແນວໃດ
? ຖ້າຜູ້ບໍລິຫານຫາກຮູ້ເຖິງກົນໄກຂອງພຶດຕິກໍາໄດ້
ກໍຈະສາມາດຊຸກຍູ້ ແລະ ຈູງໃຈໃຫ້ເກີດການປະກອບສ່ວນໃນວຽກງານໄດ້ຢ່າງມີປະສິດທິພາບສູງສຸດ.
ນອກຈາກທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວ, ອົງປະກອບຂອງການພັດທະນາການບໍລິຫານ
ຍັງມີຫົວຂໍ້ຍ່ອຍຕ່າງໆ ອີກເຊັ່ນ: ອົງການເພື່ອການພັດທະນາ, ງົບປະມານເພື່ອການພັດທະນາ,
ການບໍລິຫານງານເພື່ອການພັດທະນາອື່ນໆ.
3.2
ການບໍລິຫານເພື່ອການພັດທະນາ
ຢູ່ໃນອົງປະກອບຂອງການບໍລິຫານເພື່ອການພັດທະນານີ້, ມີຂໍ້ສໍາຄັນຢູ 8 ຢ່າງຄື:
ການບໍລິຫານໂຄງການພັດທະນາ, ການພັດທະນາເສດຖະກິດ, ການພັດທະນາສັງຄົມ, ການພັດທະນາທາງການເມືອງ, ການພັດທະນາເມືອງ, ການພັດທະນາຊົນນະບົດ, ການພັດທະນາວິສາຫະກິດ ແລະ
ການພັດທະນາການຊ່ວຍເຫຼືອຈາກຕ່າງປະເທດ ຊຶ່ງຈະໄດ້ອະທິບາຍໂດຍຫຍໍ້ດັ່ງຕໍ່ໄປນີ້:
1)
ການບໍລິຫານໂຄງການພັດທະນາ
ມີຈຸດມຸ່ງໝາຍ
ຜັນຂະຫຍາຍນະໂຍບາຍການພັດທະນາ ອອກເປັນແຜນງານ, ໂຄງການ ແລະ ກິດຈະກຳການພັດທະນາ ທີ່ມີຄວາມເປັນໄປໄດ້
ໃນການປະຕິບັດໃນສະພາບແວດລ້ອມ ທີ່ປ່ຽນແປງໄປ. ການບໍລິຫານໂຄງການຢ່າງໜ້ອຍທີ່ສຸດ
ຈະຄວບຄຸມເຖິງສິ່ງຕໍ່ໄປນີ້:
-
ການວາງແຜນ ແລະ
ການົດແຜນງານ, ໂຄງການ ແລະ
ກິດຈະກຳການພັດທະນາ.
-
ການນໍາເອົາແຜນ, ແຜນງານ, ໂຄງການ
ແລະ ກິດຈະກາການພັດທະນາໄປປະຕິບັດ. ການປະເມີນແຜນ, ແຜນງານ,
ໂຄງການ, ກິດຈະກາໍການພັດທະນາ ແລະ ທັງຮັບປະກັນ
ທັງດ້ານຂໍ້ມູນຍ້ອນກັບ (Feedback) ເພື່ອໃຫ້ການບໍລິຫານໂຄງການພັດທະນາມີຄວາມເປັນໄປໄດ້ດ້ວຍຜົນສຳເລັດຢ່າງດີ.
2)
ການພັດທະນາເສດຖະກິດ
ມີຈຸດມຸ່ງໝາຍທີ່ຈະເພີ່ມລາຍໄດ້ສະເລັ່ຽຕໍ່ຫົວຄົນຂອງປະຊາຊົນໃຫ້ສູງຂຶ້ນ
ເຊັ່ນວ່າ: ເພີ່ມອໍານາດໃນການຊື້ - ຂາຍ, ສ້າງເສດຖະກິດແບບຄອບຄົວ ດວ້ຍການສ້າງເປັນຄອບຄົວຕົວແບບ, ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມຢູ່ດີກິນດີ.
ການພັດທະນາເສດຖະກິດນີ້, ກວມເອົາທັງການປະຕິບັດແຜນພັດທະນາ ແລະ
ການປະເມີນຜົນການພັດທະນາເສດຖະກິດ ຂອງປະເທດອີກດ້ວຍ.
3)
ການພັດທະນາສັງຄົມ
ຈຸດມຸ່ງໝາຍທີ່ຈະພັດທະນາ
ແມ່ນພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈ, ແບບແຜນການດໍາລົງຊີວິດຂອງປະຊາຊົນ ໃຫ້ມີຄຸນນະພາບຊີວິດ, ກຽດ ແລະ ສັກສີແຫ່ງຄວາມເປັນ ມະນຸດທີ່ດີຂຶ້ນ.
4)
ການພັດທະນາການເມືອງ
ມີຈຸດມຸ່ງຫວັງທີ່ຈະໃຫ້ປະຊາຊົນ
ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຕະຫຼອດເຖິງ ການກຳນົດນະໂຍບາຍການບໍລິຫານການພັດທະນາ ໂດຍຜ່ານຂະບວນການທາງການເມືອງ
ຊຶ່ງມີສ່ວນຮ່ວມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ.
ໃນຂົງເຂດທາງການເມືອງໄດ້ໃຫ້ຄວາມສໍາຄັນເຖິງການຍົກສູງລັກສະນະຕັ້ງໜ້າທາງການເມືອງຂອງປະຊາຊົນ, ສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນການຄຸ້ມຄອງລັດໃຫ້ນັບມື້ນັບຫຼາຍເຊັ່ນວ່າ:
ເຂົ້າຮ່ວມໃນການຕໍ່ສູ້ຕ້ານ, ກໍາຈັດປັດເປົ່າລັດທິອາດຍາສິດ, ການສໍ້ລາດບັງຫຼວງ, ໄພສັງຄົມ ແລະ ບັນຫາສິ່ງຫຍໍ້ທໍ້ຕ່າງໆ.
5)
ການພັດທະນາຕົວເມືອງ
ມີຈຸດມຸ່ງໝາຍເພື່ອພັດທະນາຕົວເມືອງໃຫ້ເປັນສູນກາງການບໍລິຫານການເມືອງ, ເສດຖະກິດ ແລະສັງຄົມ. ພ້ອມກັນກໍາຈັດຈຸດຕັນ ແລະ ບັນຫາຕ່າງໆ
ທີ່ເກີດຂຶ້ນໃນຕົວເມືອງ ເຊັ່ນ:ບັນຫາທາງດ້ານເສດຖະກິດ - ສັງຄົມ, ການເມືອງ, ກົດໝາຍ, ການປັບປຸງລະບົບການຈັດຕັ້ງ ລວມເຖິງການຈັດສັນຕົວເມືອງ, ລະບຽບຂໍ້ກໍານົດຕ່າງໆ, ຄວາມແອອັດຂອງທີ່ຢູ່ອາໄສ, ການດໍາລົງຊີວິດໃນຕົວເມືອງ, ການຄ້າຂາຍ, ການນໍາໃຊ້ທີ່ດິນ, ການຈາລະຈອນ ແລະ ການຂາດແຄ້ນເງິນ...
ເພື່ອພັດທະນາຕົວເມືອງເປັນຕົ້ນ.
6)
ການພັດທະນາຊົນນະບົດ
ຈຸດມຸ່ງໝາຍ
ແມ່ນເພື່ອພັດທະນາຊຸມຊົນໃນຊົນນະບົດ ເພື່ອຫຼຸດຄວາມຍາກຈົນ, ຄວາມບໍ່ຮູ້ໜັງສື, ຄວາມເຈັບໄຂ້, ຄວາມຫິວໂຫຍ. ສົ່ງເສີມການເພິ່ງຕົນເອງ, ກຸ່ມຕົນເອງ, ສ້າງຄວາມຮັ່ງມີ ແລະ
ລາຍໄດ້ໄປສູ່ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກໃນຊົນນະບົດ, ຫັນປ່ຽນການດຳລົງຊີວິດແບບດັ້ງເດີມ, ຕາມທໍາມະຊາດໄປສູ່ການດຳລົງຊີວິດແບບໃໝ່, ເຮັດໃຫ້ເຂດຊົນນະບົດຫ່າງໄກສອກຫຼີກໄດ້ຮັບການພັດທະນາ ແລະ
ກາຍເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາລະບອບໃໝ່.
7)
ການພັດທະນາລັດວິສາຫະກິດ
ຈຸດມຸ່ງໝາຍ ແມ່ນພັດທະນາກົນໄກ ຂອງລັດວິສາຫະກິດ
ທີ່ເປັນເຄື່ອງມືຂອງລັດຖະບານ, ຊ່ວຍສະກັດກັ້ນໃນສິ່ງທີ່ຈະເຂົ້າໄປແຊກແຊງ ແລະ
ດໍາເນີນກິດຈະການພາຍໃນປະເທດ ທີ່ວິສາຫະກິດເອກະຊົນບໍ່ສາມາດດໍາເນີນໄດ້. ພ້ອມກັນນັ້ນ, ກໍສົ່ງເສີມການພັດທະນາການບໍລິການສາທາລະນຸປະໂພກ, ບໍລິໂພກ ແລະ ການດໍາເນີນທຸລະກິດອື່ນໆ ທີ່ມີຜົນດີ, ບໍ່ກະທົບກະເທືອນຕໍ່ລະບອບເສດຖະກິດ - ສັງຄົົມ, ການເມືອງ ແລະ ຄວາມຫມັ້ນຄົງຂອງຊາດໂດຍລວມ.
8)
ການພັດທະນາຄວາມຊ່ວຍເຫຼືອຈາກຕ່າງປະເທດ
ມຸ່ງທີ່ຈະພັດທະນາການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດສາກົນໃນໂລກ
ເພຶ່ອສະແຫວງຫາແຫຼ່ງທຶນ ການຊ່ວຍເຫຼືອຈາກມູນນິທິ, ອົງການສາກົນອື່ນໆ ມາພັດທະນາປະເທດຊາດ. ທັງນີ້, ກໍເພື່ອຊອກຫາແຫຼ່ງທຶນຮອນ, ເງິນກູ້ດອກເບ້ຍຕໍ່າ, ໄລຍະປອດພາສີ, ໄລຍະຊໍາລະເງິນຄືນ ແລະ ການຊວ່ຍເຫຼືອລ້າ
ຕະຫຼອດຮອດການຊ່ວຍເຫຼືອທາງດ້ານວິຊາການ, ຜູ້ຊ່ຽວຊານ, ທຶນການສຶກສາ ແລະ ອຸປະກອນຕ່າງໆ
ທີ່ເປັນອັນກະຕຸ້ນໃຫ້ການບໍລິຫານການພັດທະນາ ເປັນໄປໃນທິດທາງທີ່ເພິ່ງປາດຖະໜາ ແລະ
ມີອັດຕາຄວາມເລັງໄວຂຶ້ນ.
ນອກຈາກທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວ, ອົງປະກອບການບໍລິຫານເພື່ອການພັດທະນາ ຍັງມີຫົວຂໍ້ສໍາຮອງຕ່າງໆ ອີກຫຼາຍຫົວຂໍ້ເຊັ່ນ: (1) ການພັດທະນາປະຊາກອນ; (2) ການພັດທະນາການສຶກສາ; (3) ການພັດທະນາສາທາລະນະສຸກ; (4) ການພັດທະນາກະສິກໍາ; (5) ການພັດທະນາອຸດສາຫະກໍາ; (6) ການພັດທະນາສີມືແຮງງານ ແລະ ການພັດທະນາອື່ນໆ.
III. ແນວຄວາມຄິດ, ຫຼັກການ, ຂະບວນການ, ເຕັກນິກການບໍລິຫານການພັດທະນາ
3.1 ແນວຄວາມຄິດຂອງການບໍລິຫານການພັດທະນາ
ເນື່ອງຈາກແນວຄວາມຄິດ
ແລະ ເຕັກນິກ ຂອງການບໍລິຫານການພັດທະນາ ເປັນລະບົບການບໍລິຫານແບບ ໃໝ່
ສິ່ງທີ່ພວກເຮົາຕອ້ງຢ້ອນກັບໄປທົບທວນຄືນເຖິງການບໍລິຫານແບບເກົ່ານັ້ນ.
(Traditional
Administration) ເປັນແນວໃດ ? ເປັນຫຍັງ ຈຶ່ງຕ້ອງມີການປ່ຽນແປງກ່ອນທີ່ຈະນໍາເອົາແນວຄວາມຄິດ
ການບໍລິຫານການພັດທະນາມາໃຊ້ໃນການບໍລິຫານປະເທດ, ປະເທດກໍາລັງພັດທະນານັ້ນ ມີລະບົບການບໍລິຫານແບບເກົ່າ ຫຼື
ເອີ້ນກັນວ່າ: ການບໍລິຫານແບບດັ້ງເດີມມາແລ້ວ, ຊຶ່ງມີວັດຖຸປະສົງ, ຫຼັກການ ໃນການບໍລິຫານງານປະຈຳ, ການປ້ອງກັນປະເທດ, ການຮັກສາ ຄວາມສະຫງົບ, ການຈັດເກັບພາສີອາກອນ ແລະ ຄວາມເປັນລະບຽບຮຽບຮ້ອຍ
ຂອງບ້ານເມືອງ ໃນພາສາອັງກິດເອີ້ນວ່າ: ລະບົບບໍລິຫານແບບ (Law and Order Norm). ດັ່ງນັ້ນ, ກົດໝາຍ ແລະ ລະບຽບຂໍ້ກຳນົດຕ່າງໆ ຈຶ່ງຖືກກຳນົດເພື່ອດຳລົງໄວ້ຊຶ່ງຄວາມເປັນລະບຽບຮຽບຮອ້ຍຂອງບ້ານເມືອງ, ມີລັດຖະການ (ລັດຖະກອນ)
ມີໜ້າທີ່ຮັບຜິດຊອບໃນການບໍລິຫານງານຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ, ມີລັດຖະການ (ລັດຖະກອນ) ມີໜ້າທີ່ຮັບຜິດຊອບ
ໃນການບໍລິຫານງານ ເພື່ອຮັກສາກົດໝາຍ ແລະ ລະບຽບຂໍ້ບັງຄັບດ້ວຍການໃຊ້ອໍານາດເປັນຫຼັກ.
ການບໍລິຫານງານດັ່ງກ່າວ
ມາເຖິງຍຸກສະໄຫມນີ້, ຍອມຈະບໍ່ພາໃຫ້ເກີດພາວະສັງສັນ
ຫຼື ການພັດທະນາບ້ານເມືອງເທົ່າທີ່ຄວນ ເພາະວ່າ ການບໍລິຫານ ມຸ່ງໃນການຄວບຄຸມ ແລະ
ຮັກສາສະຖານະພາບເດີມໄວ້ ບໍ່ໃຫ້ມີການປ່ຽນແປງ (Maintenance Status quo),
ຫາກປະເທດກໍາລັງພັດທະນາຍັງປ່ອຍໃຫ້ລະບົບການບໍລິຫານ
ບໍ່ມີການປ່ຽນແປງໄປຕາມຍຸກສະໄໝຕາມສົມຄວນ (ພໍ່ເໝາະ) ແນວໂນ້ມການພັດທະນາ
ຈະບໍ່ທັນກັບຍຸກສະໄໝ ເນື່ອງຈາກການປ່ຽນແປງຂອງໂລກໃນປັດຈຸບັນ ໄດ້ປ່ຽນແປງລ້ຳໜ້າຢ່າງໄວວາ.
ດັ່ງນັ້ນ, ການພັດທະນາ ຈຶ່ງເປັນນະໂຍບາຍໃໝ່ທີ່ສາໍຄັນຫຼາຍຕໍ່ປະເທດກາໍລັງພັດທະນາ.
ແນວຄວາມຄິດດ້ານການບໍລິຫານລັດຖະການແບບໃໝ່
ມີຄວາມແຕກຕ່າງຈາກການບໍລິຫານແບບເກົ່າຄືດັ່ງນີ້:
1)
ໃນແງ່ຂອງຄວາມມຸ່ງໝາຍ (The purpose of development administration)
ການບໍລິຫານການພັດທະນາ
ມີຄວາມມຸ່ງໝາຍທີ່ຈະກະຕຸ້ນ ແລະ ສົ່ງເສີມແຜນງານ ການພັດທະນາເສດຖະກິດ - ສັງຄົມ ໃຫ້ມີການປ່ຽນແປງ, ມີການຄົ້ນຄິດໃນສິ່ງໃໝ່ໆ
ທີ່ສອດຄ່ອງກັບນະໂຍບາຍ ຂອງລັດຖະບານເຊັ່ນວ່າ: ການບໍລິຫານການພັດທະນາ
ຈະຕ້ອງເຮັດໃຫ້ມີການປ່ຽນແປງ, ມີຄວາມເປັນໄປໄດ້ ໃນການົດນະໂຍບາຍ,
ແຜນງານການພັດທະນາ ແລະ ດໍາເນີນຕາມນະໂຍ ບາຍ, ແຜນງານ
ຈະຕອ້ງຜ່ານຂະບວນການ, ການມີສ່ວນຮ່ວມຂອງສັງຄົມ ເພື່ອໃຫ້ມີການກັ່ນກອງແນວຄວາມຄິດ, ການຕັດສິນໃຈ ດ້ວຍຜູ້ແທນຂອງປະຊາຊົນ, ຄວາມມຸ່ງໝາຍອັນນີ້, ຈະເຮັດໃຫ້ລະບົບລັດຖະການ ມີຄວາມຮັບຜິດຊອບຕໍ່ປະຊາຊົນ.
2)
ໃນແງ່ຄວາມຈົງຮັກພັກດີ (The loyalities of
development administration)
ຢູ່ໃນລະບົບລັດຖະການແບບເກົ່າ ມັກຈະຮັກສາຜົນປະໂຫຍດ ໃຫ້ແກ່ລະບົບລັດຖະການ ຫຼື ກະສັດ ແລະ ມັກເບິ່ງຂ້າມປະຊາຊົນ ຊຶ່ງເຮັດໃຫ້ປະຊາຊົນ ຜູ້ຖືກປະຕິບັດໃນຖານະຂອງຜູ້ຖືກປົກຄອງ. ແຕ່ການບໍລິຫານການພັດທະນາແບບໃໝ່ ຈະຖືການບໍລິຫານລັດຖະການ ໂດຍຍຶດຖືເອົາປະຊາຊົນ ເປັນເປົ້າໝາຍຫຼັກໃນການພັດທະນາ, ໃຫ້ປະຊາຊົນມີສ່ວນຮ່ວມໃນການປົກຄອງ ສ້າງແບບແຜນການດໍາລົງຊີວິດ, ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນ.
3)
ໃນແງ່ຂອງທັດສະນະຄະຕິ (The attitudes of
development administration)
ການບໍລິຫານການພັດທະນາ ເປັນການບໍລິຫານ
ທີ່ຊ່ວຍໃຫ້ເກີດພະວະສັງສັນ, ມີຄວາມຄິດລິເລີ່ມ ແລະ ມີຄວາມຄິດຕື່ນຕົວ
ການປ່ຽນແປງແນວຄວາມຄິດ, ການບໍລິຫານການພັດທະນາ
ຈະສະໜັບສະຫໜູນ, ສົ່ງເສີມເພື່ອໃຫ້ວັດຖຸປະສົງຂອງການພັດທະນາປະສົບຄວາມສໍາເລັດ.
ດັ່ງນັ້ນ, ຈຶ່ງຖືວ່າການບໍລິຫານການພັດທະນາ
ມີລັກສະນະເອື້ອອໍານວຍ, ປ່ຽນແປງຫຼາຍກ່ວາ
ເປັນຂໍ້ຈຳກັດ ແລະ ມີທັດສະນະຄະຕິດ້ານບວກຫຼາຍກ່ວາທັດສະນະຄະຕິດ້ານລົບ.
ການບໍລິຫານການພັດທະນາ ບໍ່ໄດ້ໃຫ້ຄວາມສໍາຄັນສະເພາະແຕ່ການບໍລິຫານງານພາຍໃນຂອງໜ່ວຍງານ
ຫຼື ລະບົບລັດຖະການເທົ່ານັ້ນ, ແຕ່ຍັງໃຫ້ຄວາມສໍາຄັນກັບການບໍລິຫານງານພາຍນອກນຳອີກ
ອັນໄດ້ແກ່ການປະສານຄວາມຮ່ວມມືກັບໜ່ວຍງານ ຂອງລັດຖະບານ, ເອກະຊົນ, ອົງການຈັດຕັ້ງ - ສັງຄົມ ແລະ ປະຊາຊົນ ໃນພື້ນທີ່ຕ່າງໆ ອີກດ້ວຍ.
3.2 ຫຼັກການຂອງການບໍລິຫານການພັດທະນາ
ໃນການບໍລິຫານການພັດທະນາມີ
5 ຫຼັກການສາໍຄັນຄື
ດັ່ງນີ້:
1)
ການບໍລິຫານການພັດທະນາ
ຕ້ອງມຸ່ງທີ່ຄວາມສໍາເລັດຕາມເປົ້າໝາຍ ຂອງການພັດ ທະນາປະເທດຊາດເປັນຫຼັກ ຝ່າຍບໍລິຫານ
ເຮັດໜ້າທີ່ເປັນກົນໄກການບໍລິຫານຕາມເປົ້າໝາຍ ຂອງການພັດທະນາ ຊຶ່ງກາໍນົດໂດຍລັດຖະບານ
ແລະ ລັດຖະບານ ຈະເປັນຜູ້ຄວບຄຸມການບໍລິຫານ ລັດຖະການ ໃຫ້ເປັນໄປຕາມນະໂຍບາຍ ແລະ ເປົ້າໝາຍ
ໃນການພັດທະນາປະເທດ.
2) ການຢູ່ລິຫານການພັດທະນາ ບໍ່ແມ່ນໜ້າທີ ຂອງລັດຖະບານ ແລະ ລັດຖະກອນ
ແຕ່ພຽງຝ່າຍດຽວ. ປະຊາຊົນ ກໍຕ້ອງມີສ່ວນຮ່ວມ ແລະ ມີບົດບາດສໍາຄັນ ໃນການພັດທະນາປະເທດ.
3) ການບໍລິຫານການພັດທະນາ ຈະຕ້ອງຫຼີກລ່ຽງ ການໃຊ້ອໍານາດບັງຄັບ, ຄວາມສາໍເລັດ ຂອງການບໍລິຫານການພັດທະນາ
ບໍ່ຂຶ້ນຢູ່ກັບວິທີການໃຊ້ອາໍນາດບັງຄັບ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບຂໍ້ບັງຄັບຕ່າງໆ
ແຕ່ຂຶ້ນຢູ່ກັບວິທີຈູງໃຈ ໃຫ້ເກີດຄວາມຮ່ວມມື, ຮ່ວມແຮງຮ່ວມໃຈກັບ ລັດຖະບານ ໃນການຊ່ວຍກັນພັດທະນາປະເທດ.
4) ການບໍລິຫານການພັດທະນາ ຈະຕ້ອງໃຊ້ຄວາມຮອບຮູ້ ແລະ ວິຊາການຫຼາຍສາຂາປະກອບເຂົ້າກັນ.
5) ການບໍລິຫານການພັດທະນາ ຈະສໍາເລັດໄດ້ ດ້ວຍການສະໜັບສະໜູນ ແລະ ຄວາມຮ່ວມມືຂອງຜູ້ບໍລິຫານລະດັບສູງ
ແລະ ໜ່ວຍງານທີ່ກ່ຽວຂ້ອງ.
ເວົ້າລວມແລ້ວ, ແນວຄວາມຄິດ ແລະ ຫຼັກການການບໍລິຫານການພັດທະນາ
ຈະສາມາດປະຕິບັດໃຫ້ນະໂຍບາຍ ແລະ ແຜນງານໃນການພັດທະນາຕົວຈິງ ໄດ້ຫຼາຍນ້ອຍພຽງໃດນັ້ນ ແມ່ນຂຶ້ນກັບລະບົບບໍລິຫານ
ຊຶ່ງລະບົບບໍລິຫານຈະເປັນກົນໄກທີ່ມີຄວາມສໍາຄັນທີ່ສຸດ. ສະນັ້ນ, ຈຶ່ງຕ້ອງໄດ້ມີການພັດທະນາລະບົບບໍລິຫານ (Development
of administration System) ດ້ວຍການຈັດຕຽມການປ່ຽນແປງ, ການປັບປຸງໂຄງສ້າງຂອງອົງການ, ຂະບວນການ ແລະ ພຶດຕິກການບໍລິຫານ. ເພື່ອໃຫ້ມີຄວາມສາມາດທີ່ຈະຕ້ອງຮັບເອົານະໂຍບາຍ, ແຜນງານ ຫຼື ໂຄງການພັດທະນາປະເທດ. ນີ້ຄືຄວາມພະຍາຍາມທີ່ຈະເສີມສ້າງຄວາມເຂັ້ມແຂງ, ຄວາມສາມາດ ຂອງລະບົບລັດຖະການໃຫ້ເອື້ອອຳນວຍຕໍ່ການພັດທະນາ.
3.3 ຂະບວນການ ແລະ
ເຕັກນິກຂອງການບໍລິຫານການພັດທະນາ
ຂະບວນການ ແລະ ເຕັກນິກ ຂອງການບໍລິຫານການພັດທະນາ ປະກອບດ້ວຍ 4 ໜ່ວຍງານໃຫ່ຍຄື: ການວາງແຜນພັດທະນາ, ການຈັດຮູບແບບຂະບວນການເຮັດວຽກ (ເພື່ອໃຫ້ສອດຄອງກັບແຜນ), ການປະຕິບັດວຽກງານຕາມແຜນ ແລະ ການຕິດຕາມກວດກາປະເມີນຜົນ. ຂະບວນການດັ່ງກ່າວ, ໄດ້ມີຄວາມສໍາພັນກັນຢ່າງເປັນລະບົບ, ເປັນຂັ້ນຕອນ ດັ່ງຮູບປະກອບລຸ່ມນີ້:
1)
ການວາງແຜນການພັດທະນາ
ໃນຂັ້ນຕອນທໍາອິດຂອງການວາງແຜນການພັດທະນາ
ຕ້ອງໃຫ້ຮູ້ຈັກສະພາບການຕົວຈິງໃນປັດຈຸບັນຂອງປະເທດ ເຊັ່ນ: ຂໍ້ມູນທາງດ້ານເສດຖະກິດ -
ສັງຄົມ ເພື່ອກໍານົດວັດຖຸປະສົງ, ນະໂຍບາຍ ຕະຫຼອດເຖິງວິທີການ, ຫຼັກການ, ແນວທາງ ຫຼື ກອບຂອງການພັດທະນາ ທີ່ລັດຖະບານຕ້ອງການຈະພັດທະນານັ້ນ, ໃນການວາງແຜນພັດທະນາ ຈະຕ້ອງມີການພິຈາລະນາຕາມສະພາບການ, ພື້ນທີ່ທີ່ມີການວາງແຜນໃນລະດັບສ່ວນລວມ (ປະເທດ), ລະດັບຮອງ, ລະດັບຍ່ອຍ ແລະ ກໍານົດລາຍລະອຽດລົງໄປ ຈົນເຖິງລະດັບໜ່ວຍງານ
ຫຼື ລະດັບໂຄງການທີ່ຈັດຕັ້ງປະຕິບັດໃນພື້ນທີ່. ການກໍານົດລາຍລະອຽດນັ້ນ, ອາດກໍານົດໂດຍຝ່າຍລັດຖະການ, ອົງການຈັດຕັ້ງສັງຄົມ ຫຼື ອົງການຕ່າງໜ້າປະຊາຊົນ
ໂດຍຍຶດຖືວັດຖຸປະສົງ ແລະ ເປົ້າໝາຍ
ຂອງແຜນພັດທະນາເປັນຫຼັກ. ທັງນີ້, ກໍເພື່ອໃຫ້ມີການປະສານງານຢ່າງເປັນເອກະພາບ ໃຫ້ໄດ້ຕາມຈຸດປະສົງ
ແລະ ເປົ້າໝາຍອັນດຽວກັນ.
2) ການຈັດຮູບແບບຂະບວນການເຮັດວຽກງານ
ການຈັດຮູບແບບຂະບວນການເຮັດວຽກງານ
ໝາຍເຖິງການຈັດຮູບແບບໂຄງສ້າງຂອງໜ່ວຍງານ ຫຼື ອົງກອນ (ການຈັດຕັ້ງ)
ເພື່ອໃຫ້ຮັບພາລະກິດໃນການປະຕິບັດງານຕາມແຜນການ ແລະ ໂຄງການພັດທະນາ
ຕະຫຼອດເຖິງການຈັດກໍາລັງຄົນທີ່ມີຈໍານວນ ແລະ ຄຸນະພາບ ເໝາະສົມກັບຕໍາແໜ່ງງານ
ແຕ່ລະປະເພດຢູ່ໃນແຕ່ລະໂຄງການ ລວມທັງການກຳນົດລະບຽບການ, ຂະບວນ, ວິທີການການປະຕິບັດງານ ແລະ ເງື່ອນໄຂຕ່າງໆ ດັ່ງນີ້:
- ການຈັດຕັ້ງ ຄະນະກໍາມະການຮ່ວມ ລະຫວ່າງໜ່ວຍງານ (Integration):
ເພື່ອເປັນການສົ່ງເສີມໜ່ວຍງານ
ທີ່ມີໜ້າທີ່ຮັບຜິດຊອບ ດຳເນີນງານໃນແຜນ ຫຼື ຕາມໂຄງການພັດທະນາອັນດຽວກັນ
ໄດ້ຢ່າງສອດຄ່ອງ, ທັງນີ້, ກໍເພື່ອເສີມສ້າງເຮັດໃຫ້ການເຮັດວຽກມີການປະສານງານກັນໄດ້ດ້ວຍດີ.
- ການຈັດຕັ້ງໜ່ວຍງານ ຊ່ວຍຝ່າຍອໍານວຍການ (Staff
Unit): ໜ່ວຍງານຊ່ວຍຝ່າຍອານວຍ
ການ ເປັນໜ່ວຍງານ ການບໍລິຫານການພັດທະນາ ຢູ່ລະດັບກະຊວງ ແລະ ກົມ, ເຮັດໜ້າທີ່ໃນດ້ານ ການສໍາຫຼວດ, ວິໄຈລວບລວມຂໍ້ມູນ ເພື່ອມາກໍານົດແຜນນະໂຍບາຍ, ການປະຕິບັດໂຄງການ ແລະ ຕິດຕາມປະເມີນຜົນໂຄງການ
ຊຶ່ງຈະຊ່ວຍໃຫ້ການບໍລິຫານງານມີປະສິດທິພາບ-ປະສິດທິຜົນດີຂຶ້ນ.
- ການຈັດຕັ້ງໜ່ວຍງານສະເພາະກິດ
ແລະ ໜ່ວຍໂຄງການ (project Organization):
ເປັນ ໜ່ວຍງານລວບລວມຈໍານວນຄົນຈາກຫຼາຍໜ່ວຍງານ
ຫຼື ໜ່ວຍງານດຽວກັນ ມາປະຕິບັດພາລະກິດໃນຊ່ວງໄລຍະເວລາ ທີ່ມີສະພາບຄວາມຈໍາເປັນ ແລະ
ຕາມແຜນທີ່ໄດ້ກຳນົດໄວ້.
- ການກະຈາຍອໍານາດ ແລະ
ໜ້າທີ່ຄວາມຮັບຜິດຊອບ: ແມ່ນລິເລີ່ມຈາກໜ່ວຍງານລະດັບສູງໄປສູ່ໜ່ວຍງານຍ່ອຍໆລົງໄປ ຄື:
ຂັ້ນສູນກາງ ມີໜ້າທີ່ກໍາກັບຄວບຄຸມ ລວມເຖິງການຕັດສິນໃຈໃນເລື່ອງບັນຫານະໂຍບາຍ, ແຜນງານຕ່າງໆ ໃຫ້ແກ່ແຕ່ລະໜ່ວຍງານຮັບຜິດຊອບ ຊຶ່ງຈະພາໃຫ້ການບໍລິຫານງານ
ມີຄວາມຄ່ອງຕົວ ແລະ ວ່ອງໄວ, ເຮັດໃຫ້ໜ່ວຍງານລະດັບຕໍ່າລົ່ງມາ ມີຄວາມຄິດລິເລີມຕື່ນຕົວ ແລະ
ກະຕືລືລົນໃນການເຮັດວຽກງານ.
- ການປັບປຸງກົດໝາຍ
ແລະ ລະບຽບຂໍ້ບັງຄັບທີ່ກ່ຽວກັບການກໍານົດອໍານາດໜ້າທີ່ ແລະ ຄວາມຮັບຜິດຊອບຂອງໜ່ວຍງານ, ວິທີເຮັດວຽກ, ລະບົບການບໍລິຫານງານບຸກຄົນ, ການບໍລິຫານການເງິນ ແລະ ງົບປະມານ
ເພື່ອໃຫ້ເກີດຄວາມຄ່ອງຕົວໃນການພັດທະນາ.
3) ການປະຕິບັດວຽກງານຕາມແຜນ
ເພື່ອໃຫ້ການບໍລິຫານງານ
ເປັນໄປຕາມເຈດຕະນາລົມຂອງແຜນພັດທະນາ, ການປະຕິບັດ ວຽກງານຕາມແຜນ ໄດ້ມີບາງປັດໄຈທີ່ຈະພິຈາລະນາ
ດັ່ງຕໍ່ໄປນີ້:
- ນັກບໍລິຫານພັດທະນາ ຈະຕ້ອງເປັນຜູ້ທີ່ຮູ້ ແລະ ເຂົ້າໃຈໃນແຜນການພັດທະນາຂອງປະເທດ, ເປັນຜູ້ທີ່ມີຄວາມສາມາດ ໃນການຈັດລະບົບງານ, ການວາງແຜນປະຕິບັດງານໃນແຕ່ລະບັນຫາ ເພື່ອໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາເຂົ້າໃຈ
ແລະ ຍຶດຖືເປັນແນວທາງນໍາເອົາໄປປະຕິບັດ;
- ລະບົບລັດຖະກອນ ຈະຕ້ອງເປັນລະບົບທີ່ຈູງໃຈແກ່ບຸກຄະລາກອນ ຊຶ່ງໝາຍເຖິງ
ລັດຖະກອນ ໃຫ້ຄັດເລືອກບຸກຄົນ ທີ່ມີຄວາມຮູ້ຄວາມສາມາດ ມາເຮັດວຽກງານ
ດ້ວຍຜົນຕອບແທນທີ່ດີ ແລະ ການບໍລິຫານງານ ໂດຍຍຶດຖືຫຼັກຄຸນນະທໍາ ແລະ ຫຼັກຍຸຕິທຳ;
- ວິທີເຮັດວຽກງານ ຈະຕ້ອງພະຍາຍາມໃຊ້ຫຼັກສິລະປະໃນການຈູງໃຈໃນການເຮັດວຽກງານຢ່າງມີສ່ວນຮ່ວມ, ໃນການເຮັດວຽກແທນການໃຊ້ອໍານາດ, ສັ່ງການ ຫຼື ຍຶດຖືເອົາລະບຽບກົດໝາຍ, ຂໍ້ບັງຄັບ ເປັນເຄື່ອງມືໃນການປະຕິບັດວຽກງານ ແລະ
ຈະຕ້ອງສ້າງຄວາມສໍາພັນໃກ້ຊິດສະໜິດສະໜົມກັບຜູ້ຢູ່ໃຕ້ບັງຄັບບັນຊາໃຫ້ຫຼາຍຂຶ້ນແທນການຕິດຕໍ່ເປັນທາງການ, ອາດຈັດໃຫ້ມີກິດຈະກຳພິເສດ, ມີການກະຈາຍຂ່າວ ແລະ ຂໍ້ມູນຕ່າງໆ...ເພື່ອກະຕຸ້ນໃຫ້ຜູ້ຮ່ວມງານຮັບຮູ້ເຖິງລະດັບຄວາມສໍາເລັດຂອງວຽກງານທີ່ໄດ້ປະຕິບັດມາແລ້ວ
ແລະ ຈະຕ້ອງປະຕິບັດຕໍ່ໄປ. ນອກຈາກນັ້ນ, ກໍຕ້ອງຫາວິທີທາງ, ຫາຄວາມຮ່ວມມືຈາກ ພາກສ່ວນເອກະຊົນ ແລະ ຈາກປະຊາຊົນ
ເພື່ອຮ່ວມກັນປະຕິບັດງານໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍ.
4) ການຕິດຕາມ ແລະ ການປະເມີນຜົນ
ໃນການບໍລິຫານການພັດທະນາ ຝ່າຍວາງແຜນ
ຈະກໍານົດວິທີການ, ຕິດຕາມ ແລະ
ປະເມີນ ຜົນໃຫ້ເໝາະສົມ ໂດຍການກຳນົດໄລຍະເວລາ, ວິທີການ ແລະ ຜູ້ທີ່ຈະປະເມີນຜົນ, ການປະມີນຜົນນີ້, ຈະເຮັດໃຫ້ເຮົາຮູ້ ແລະ ເຂົ້າໃຈເຖິງຜູ້ປະຕິບັດວຽກງານຕາມນະໂຍບາຍ, ສາມາດປະຕິບັດງານໄດ້ຫຼາຍນ້ອຍພຽງໃດ ແລະ ຍັງຕ້ອງເຮັດໃຫ້ຮູ້ເຖິງຜົນຂອງການດຳເນີນງານຕາມແຜນວ່າຜົນດີຫຼາຍນ້ອຍເທົ່າໃດ? ມີປະສິດທິພາບຢ່າງເໝາະສົມກັບແຜນການທີ່ໄດ້ກຳນົດໄວ້ ຫຼື ບໍ ?
IV. ລັກສະນະພິເສດ, ບັນຫາ ແລະ ກົນລະຍຸດ ໃນການບໍລິຫານການພັດທະນາ
4.1 ລັກສະນະພິເສດຂອງການບໍລິຫານການພັດທະນາ
ການບໍລິຫານການພັດທະນານັ້ນ
ບໍ່ໄດ້ເປັນການບໍລິຫານຊະນິດໃໝ່ ທີ່ແຕກຕ່າງໄປ ຈາກການບໍລິຫານງານແບບທົ່ວໆໄປ
ແຕ່ຫາກເປັນການບໍລິຫານການພັດທະນາທີ່ເນັ້ນເຖິງດ້ານວັດຖຸປະສົງທີ່ແຕກຕ່າງໄປຈາກການບໍລິຫານແບບດັ້ງເດີມ
ທີ່ເອີ້ນວ່າ: (General
Administration). ຢ່າງໃດກໍຕາມ, ມີຜູ້ສະເຫນີວ່າການບໍລິຫານການພັດທະນານັ້ນ
ນອກຈາກຈະມີຂະບວນການບໍລິຫານທີ່ປະກອບໄປດ້ວຍຂັ້ນຕອນຕ່າງໆເຊັ່ນດຽວກັບການບໍລິຫານທົ່ວໄປ
ທີ່ Luther-Gulick
ເອີ້ນວ່າ: POSDCORB
ຊຶ່ງຈະໄດ້ອະທິບາຍຕໍ່ໄປດັ່ງລຸ່ມນີ້:
POSDCORB |
Organizing
(ການຈັດຕັ້ງ)
Staffing (ການຈັດຄົນເຂົ້າວຽກ)
Directing (ການສັ່ງການ)
Coordinating
(ການປະສານງານ)
Reporting (ການລາຍງານ)
Budgeting (ງົບປະມານ)
ປັດໄຈສຳຄັນ
ທີ່ນັກພັດທະນາການບໍລິຫານຄວນຄຳນຶງເຖິງໃນເວລາຈະວາງແຜນ ຫຼື ລົງມືປະຕິບັດໄປຕາມແບບແຜນພັດທະນານັ້ນ
ຄື: Joseph Lopa–lombara
ເອີ້ນຊື່ຫຍໍ້ວ່າ: NEROP ຊຶ່ງປະກອບດ້ວຍ:
ຄວາມຕ້ອງການ, ຊັບພະຍາກອນ, ອຸປະສັກ ແລະ ສັກຍະພາບ (ຄວາມເປັນໄປໄດ້ ຫຼື ຂີດຄວາສາມາດ)
ຊຶ່ງສາມາດຂະຫຍາຍຄວາມໄດ້ດັ່ງນີ້:
NE
=
Needs (ຄວາມຕ້ອງການ)
R
=
Resources (ຊັບພະຍາກອນ)
0 = Obstacles (ອຸປະສັກ)
P =
Potentialities (ສັກກະຍະພາບ), ຄວາມເປັນໄປໄດ້, ຂີດຄວາມສາມາດ.
ນອກຈາກນີ້, Needs
(ຄວາມຕ້ອງການ) ຍັງປະກອບໄປດ້ວຍສິ່ງຕ່າງໆ ທີ່ Lopa–lombara
ເອີ້ນຊື່ຫຍໍ້ວ່າ PADLIP ຄື:
PA
= Participation (ການເຂົ້າມີສ່ວນຮ່ວມຂອງປະຊາຊົນ)
D = Distribution (ການຈໍາໜາຍຊັບພະຍາກອນ)
L
= Legitimacy (ການຫາຄວາມຊອບທໍາ)
I = Identity (ການສະແຫວງຫາເອກະລັກຂອງຊາດ)
I = Integration (ການຮ່ວມຊາດ ຫຼື ການບູລະນະການແຫ່ງຊາດ)
P
= Penetration (ການທີ່ລັດຖະບານເຂົ້າເຖິງປະຊາຊົນໃນເຂດພື້ນທີ່ຕ່າງໆ)
4.2 ບັນຫາໃນການບໍລິຫານການພັດທະນາ
ບັນຫາຂອງການບໍລິຫານການພັດທະນາ ຢູ່ໃນນີ້ຢາກເວົ້າເຖິງ
ການພັດທະນາການບໍລິຫານແບບໃໝ່ ມີຄວາມແຕກຕ່າງຈາກ ການບໍລິຫານແບບດັ້ງເດີມ, ການບໍລິຫານແບບດັ້ງເດີມນັ້ນ ມີຂອບເຂດຈໍາກັດ ແລະ ມີເປົ້າໝາຍຄົນລະຢ່າງ
ກັບເປົ້າໝາຍການບໍລິຫານແບບໃໝ່, ການບໍລິຫານແບບເກົ່ານຸ່ງໃສ່ການປະຕິບັດໜ້າທີ່ 3 ຢ່າງໃຫ່ຍໆຄື:
F ການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ
F ເກັບພາສີອາກອນ ແລະ ລາຍໄດ້ຕ່າງໆຂອງລັດ.
F ບໍລິຫານກິດຈະການ ທີ່ເປັນພາລະກິດປະຈໍາວັນ (Routine Work) ໃຫ້ມີປະສິດທິພາບ.
ການບໍລິຫານແບບນີ້ ອາດມີປະສິດທິພາບ ແຕ່ມີລັກສະນະຄົງທີ່ ແລະ
ຮັກສາສະພາບ ເດີມ (Maintenance
of status quo) ທັງເປັນຜົນຜະລິດ (Output) ຂອງ ລະບົບບໍລິຫານ ແລະ ຜົນຜະລິດດັ່ງກ່າວ
ໄດ້ເຮັດໃຫ້ມີການພັດທະນາຕໍ່ໄປ ຖືກຢ້ອນກັບ (Free back) ປ້ອນກັບ ແລະ ປັດໄຈນໍາເຂົ້າ (Input) ເຮັດໃຫ້ການບໍລິຫານງານໃນດ້ານຕ່າງໆ ເຄື່ອນໄຫວໄດ້ຕໍ່ໄປ.
ການບໍລິຫານແບບໃໝ່ກັບການບໍລິຫານແບບດັ້ງເດີມ ມີຄວາມຄືກັນຢູ່ບ່ອນວ່າ:
ຕ່າງຝ່າຍກໍຫວັງໃຫ້ເກີດປະສິດທິພາບ ແຕ່ໃນການພັດທະນາການບໍລິຫານນັ້ນ
ພັດມີຄວາມຈໍາເປັນທີ່ສຸດໃນເມື່ອຂອບເຂດການບໍລິຫານຂອງລັດຖະບານຂະຫຍາຍກ້ວາງ ແລະ
ມີຄວາມສະລັບຊັບຊ້ອນອອກໄປກວ່າເກົ່າ, ສິ່ງສຳຄັນກໍຄື: ເປົ້າໝາຍ. ສະນັ້ນ, ໃນການບໍລິຫານແບບດັ້ງເດີມ 3 ຂໍ້ນັ້ນ, ຈຶ່ງໄດ້ກາຍເປັນການບໍລິຫານ ເພື່ອການພັດທະນາ (A of D), ເພື່ອການປ່ຽນແປງ, ການປ່ຽນແປງຈະເກີດຂຶ້ນໄດ້ ກໍຕໍ່ເມື່ອວ່າມີການຄົ້ນຄິດປະດິດສ້າງມັນຂຶ້ນມາ,
ມີການນໍາເອົາຄວາມຄິດໃໝ່ໆມານໍາໃຊ້ ໂດຍຄໍານຶງເຖິງສະພາບແວດລ້ອມຢູ່ນອກລະບົບບໍລິຫານ,
ມີການທົດລອງ, ກ້າສ່ຽງໄພຕໍ່ສິ່ງທີ່ບໍ່ເຄີຍເຮັດມາກ່ອນ,
ແທນທີຈະບໍລິຫານວຽກງານໄປພຽງແຕ່ລະມື້, ແຕ່ລະວັນ
ດ້ວຍການຫາທາງຫຼີກເວັ້ນຕໍ່ຄວາມສ່ຽງ; ເປັນໜ້າເສຍດາຍທີ່ເປົ້າໝາຍຂອງລັດຖະບານບັນດາປະເທດຕ່າງໆໃນໂລກນີ້ໄດ້ປ່ຽນແປງໄປຕາມສະຖານະການຢ່າງວ່ອງໄວ.
ແຕ່ການປັບປຸງລະບົບບໍລິຫານ ຍັງບໍ່ທັນປັບປຸງໄດ້ທັນກັບສະພາບການປ່ຽນແປງເທົ່າທີ່ຄວນ.
ພາໃຫ້ເກີດມີຊ່ອງວ່າງໃນການບໍລິຫານວຽກງານ (Administration gap) ຊຶ່ງໝາຍຄວາມວ່າ: ເປົ້າໝາຍໃໝ່ນັ້ນຄວນມີກົນໄກທາງດ້ານການບໍລິຫານ
ທັງໆທີ່ການເປັນໜ່ວຍງານ, ຕົວບຸກຄົນ ແລະ ວິທີປະຕິບັດວຽກງານນັ້ນ ຍັງຕິດຫອຍກັບການບໍລິຫານແບບດັ້ງເດີມ.
ດ້ວຍເຫດນັ້ນ, ຈຶ່ງເຫັນວ່າ ຜົນຂອງການພັດທະນາດ້ານຕ່າງໆ ບໍ່ໄດ້ຮັບຜົນສໍາເລັດຕາມເປົ້າໝາຍໄດ້ດັ່ງທີ່ຄວນຈະໄດ້,
ເພາະຄວາມສາມາດໃນການນໍາເອົາແຜນໄປປະຕິບັດນັ້ນ ຍັງມີຢູ່ໃນຂີດຈໍາກັດ.
4.3 ກົນລະຍຸດໃນການບໍລິຫານການພັດທະນາ
່ ມີຈຸດມຸ່ງໝາຍ
ທີ່ຈະກໍ່ໃຫ້ເກີດປະສິດທິຜົນ ແທນທີ່ຈະໄດ້ປະສິດທິພາບພຽງຢ່າງດຽວ, ປະສິດທິຜົນ (Effectiveness)ໝາຍເຖິງ ຄວາມສາໍເລັດໃນວຽກງານຕາມເປົ້າໝາຍ
ທີ່ໄດ້ວາງຄາດໝາຍເອົາໄວ້. ສ່ວນປະສິດທິພາບ (Efficiency) ໝາຍເຖິງ ການໃຊ້ທຶນນ້ອຍ ແຕ່ໄດ້ຜົນຜະລິດຫຼາຍ ໃນເວລາອັນສັ້ນ.
ເພື່ອຄວາມເຂົ້າໃຈກ່ຽວກັບປະສິດທິພາບ ແລະ ປະສິດທິຜົນ ເຮົາມີຕົວຢ່າງ
ໃຫ້ເຫັນຄີດັ່ງລຸ່ມນີ້:
ຜູ້ບໍລິຫານ
ໃຫ້ພະນັກງານພິມດີດ 2 ຄົນ (ພ/ງ ກ ແລະ
ຂ) ພິມເອກະສານ ຊຶ່ງມີຄວາມຍາວ ເທົ່າກັນ ແລະ ຕ້ອງໃຫ້ພິມແລ້ວພາຍໃນ 4 ຊົ່ວໂມງ, ຈາກການພິມເອກະສານເຫັນວ່າ: ພ/ງ ກ ພິມ ແລ້ວກ່ອນເວລາກໍານົດ 30 ນາທີ, ເຕັກນິກການພິມດີ, ພິມບໍ່ມີຄວາມຜິດ. ສ່ວນ ຂ ພິມແລ້ວພາຍໃນ 4 ຊົ່ວໂມງພໍດີ, ເຕັກນິກການພິມດີ, ພິມຜິດບາງຕົວອັກສອນ ແຕ່ສໍາເລັດຕາມເວລາ. ຈາກການພິມເອກະສານຂອງພະນັກງານສອງຄົນດັ່ງກ່າວສະຫຼຸບໄດ້ວ່າ
ພະນັກງານ ກໍ ເຮັດວຽກມີປະສິດທິພາບ (Efficacy),
ສ່ວນພະນັກງານ ຂໍ ເຮັດວຽກມີປະສິດທິຜົນ.
ຈາກຕົວຢ່າງດັ່ງກ່າວ, ຍັງໄດ້ສະແດງໃຫ້ເຫັນວ່າ: ພະນັກງານ ກ ເຮັດວຽກມີປະສິດທິພາບ
ແລະ ມີປະສິດທິຜົນ; ສ່ວນພະນັກງານ ຂ
ເຮັດວຽກມີປະສິດທິຜົນ ແຕ່ປະສິດທິພາບບໍ່ສູງ. ລວມຄວາມແລ້ວ, ທັງສອງຄົນມີຄວາມສາມາດໃນການພິມເອກະສານໄດ້ປະສິດທິຜົນຕາມທີ່ໄດ້ກຳນົດໄວ້.
ຢູ່ໃນລະບົບບໍລິຫານ ເຮົາຈໍາເປັນຕ້ອງໄດ້ແຍກລະຫວ່າງປັດໄຈທີ່ເປັນເຄື່ອງປ້ອນຂໍ້ມູນເຂົ້າສູ່ລະບົບບໍລິຫານ
ຫຼື ເອີ້ນວ່າ: Input
ແລະ ຜົນໄດ້ເອີ້ນວ່າ: Output
ທັງສອງຢ່າງນີ້ ເກີດຂຶ້ນຢູ່ໃນສັງຄົມ ທີ່ເອີ້ນກັນວ່າ ຜົນລັບ (ຜົນສຸດທ້າຍ) Outcome.
ການທີ່ຕ້ອງການປະສິດທິຜົນ ແລະ ປະສິດທິພາບນັ້ນ ຂຶ້ນຢູ່ກັບການມີຜົນໄດ້ (Output)
ຈາກໜ່ວຍງານຕ່າງໆ ທີ່ຈະຊ່ວຍສະໜັບສະໜູນເຊິ່ງແລະກັນ
ຊຶ່ງເຮົາເອີ້ນວ່າ ສ່ວນປະກອບຂອງລາຍໄດ້ (Complementary
output).
ເວົ້າລວມແລ້ວ, ໃນການປະຕິບັດວຽກງານອັນໃດກໍຕາມ ພວກເຮົາຈະຕ້ອງຊອກຮູ້ເຖິງວິທີການດຳເນີນງານໃນວຽກງານນັ້ນໆ
ຫຼື ເວົ້າອີກຢ່າງໜຶ່ງວ່າ: ຈະຕ້ອງຮູກົນລະຍຸດ, ແນວທາງປະຕິປະຕິບັດອັນລະອຽດ, ທີ່ຖ້ວນ, ຖືກຕ້ອງ ແລະ ສອດຄ່ອງກັບໜ້າວຽກທີ່ຈະເຮັດນັ້ນເປັນຢ່າງດີ. ທັງນີ້, ກໍເພື່ອໃຫ້ໄດ້ມາເຖິງຜົນສຳເລັດທີ່ເຮົາໄດ້ຄາດໝາຍໄວ້.
ການໄດ້ມາຄືດັ່ງກ່າວ ແມ່ນໝາກຜົນຂອງການຮູ້ວິທີການນໍາໃຊ້ຍຸດທະວິທີທີ່ທັນກັບຍຸກສະໄຫມຢ່າງແທດເຫມາະຂອງຜູ້ບໍລິຫານ.
ດັ່ງນັ້ນ, ຜູ້ບໍລິຫານ
ທີ່ກໍາລັງດໍາເນີນງານໃດໜຶ່ງ ຄວນໄດ້ຄໍານຶງເຖິງຈຸດປະສົງ ແລະ ລະດັບຄາດໝາຍຂອງວຽກງານທີ່ຈະເຮັດນັ້ນ
ເມື່ອໄດ້ສັງລວມໝົດແລ້ວ ຜູ້ບໍລິຫານຈະຕ້ອງໄດ້ກໍານົດເວລາ, ສະຖານທີ່, ເປັນຈໍານວນ, ວາງແຜນການ, ຈັດຮູບແບບຂະບວນການໃນການເຮັດວຽກງານ, ການປະຕິບັດວຽກງານຕາມແຜນ ແລະ ການຕິດຕາມປະເມີນຜົນໃນແຕ່ລະໜ້າວຽກທີ່ຕົນກໍາລັງດໍາເນີນຢູ່ນັ້ນເປັນປະຈໍາຈົນກວ່າວຽກງານຈະສໍາເລັດຜົນ.
ຈາກຄຳເຫັນຂ້າງເທິງ ສາມາດເຫັນໄດ້ແຕ່ລະຂັ້ນຕອນ ດັ່ງນີ້:
I
|
II |
III |
IV |
V |
VI |
ມີການກະກຽມ ໄວ້ລ່ວງໜ້າ ກ່ອນ Pre - input Preparation - ລະບົບງົບປະມານ, ລະບົບບຸກຄະລາກອນ ເຫຼົ່ານີ້ ຈະເປັນເຄື່ອງກຳນົດ
ໃນການໃຊ້ຊັບ ພະຍາກອນທີ່ ນຳເຂົ້າປ້ອນສູ່ລະບົບບໍລິຫານຂັ້ນຕໍ່ໄປ. |
ປັດໄຈຕ່າງໆ ທີ່ຈະປ້ອນເຂົ້າສູ່ລະບົບບໍລິຫານ Operational Input ຊຶ່ງໄດ້ແກ່ - ວັດຖຸອຸປະ ກອນຕ່າງໆ,
ກຳລັງຄົນ ຫຼື Man,
Money ເງິນ, Material ອຸປະກອນ ແລະ Methods (ວິທີການ) |
Administrative Efficiency ປັດໄຈ I + II ລວມຕົວກັນ ເຂົ້າໄປສູ່:
ຄວາມສາ ມາດຂອງລະບົບບໍລິຫານ (ຂະບວນການແປຮູບ Conversion
process ສິ່ງປ່ຽນແປງປັດໄຈນຳເຂົ້າ (Input)
ໃຫ້ອອກມາເປັນຜົນຜະລິດ (Output)
ໄດ້ນັ້ນຄື: ລະບົບລັດຖະການ ຊຶ່ງປະກອບດ້ວຍໂຄງສ້າງລະບຽບແບບ ແຜນໃນການ
ເຮັດວຽກງານ ຊຶ່ງເອີ້ນວ່າ: ຄວາມສາມາດ (capability) ຂອງລະບົບລັດຖະການນັ້ນເອງ. |
Program Output ຜົນໄດ້ເຊັ່ນ: - ຈຳນວນຄົນທີ່ສະຖາບັນສຶກສາຜະລິດອອກ. - ຈຳນວນຜົນ
ຜະລິດຈາກ ການປະຕິບັດ ວຽກງານ ດ້ວຍການໃຊ້ທຶນນ້ອຍ ແຕ່ ຕ້ອງການປະສິດທິຜົນຫຼາຍນີ້
ເຮົາຕ້ອງ ເບິ່ງວ່າ: ຜົນ ຜະລິດນັ້ນ ໄດ້ຕາມທີ່ ຄາດໝາຍໄວ້ ຫຼື ບໍເທົ່າໃດ ຕໍ່ 1ເຮັກຕາ/
ປີໜຶ່ງ. |
Program inkages - ຜົນຈາກ ໂຄງການ ອື່ນໆ ທີ່ຈະ ຊ່ວຍບັນລຸ ເຖ້ງຈຸດ
ໝາຍທີ່ວາງ ໄວ້ນັ້ນ ຍອມມີ ການສະໜັບ ສະໜູນ,
ຊ່ວຍເຫຼືອເກື້ອກູນກັນ, ປະສິດທິ ພາບ
ຈຶ່ງຈະ ເປັນປະສິດ ທິຜົນໄດ້. |
Out come - ເປົ້າໝາຍ ຂອງການບໍລິ ຫານການພັດ ທະນາທີ່ ຈະສ້າງຜົນປະ ໂຫຍດໃຫ້ ແກ່ປະເທດ ຊາດໃນທີ່ ສຸດ ຫຼື (ເປົ້າໝາຍຂອງຊາດ) |
ຈາກຂັ້ນຕອນດັ່ງກ່າວ ສາມາດເຫັນໄດ້ວ່າ: ການພັດທະນາປະເທດນັ້ນ ມີການເຄື່ອນໄຫວຢ່າງເປັນລະບົບ ແລະ ຢ້ອນກັບເຂົ້າສູ່ລະບົບຮອບວຽນໄປເລື້ອຍໆ, ສະພາບແວດລ້ອມພາຍໃນ, ລະບົບລັດຖະການຍອມມີຜົນສະທ້ອນຈາກສະພາບແວດລ້ອມທາງພາຍນອກ.
V.
ຄວາມແຕກຕ່າງ, ຄວາມຄ້າຍຄືກັນ ແລະ
ການພົວພັນລະຫວ່າງການບໍລິຫານການພັດທະນາກັບວິຊາອື່ນໆ
5.1 ຄວາມແຕກຕ່າງ ແລະ ຄວາມຄ້າຍຄື ລະຫວ່າງການບໍລິຫານການພັດທະນາກັບວິຊາອື່ນໆ
ຄວາມແຕກຕ່າງ ແລະ
ຄວາມຄ້າຍຄື ລະຫວ່າງການບໍລິຫານການພັດທະນາກັບການບໍລິຫານລັດຖະກິດ ແລະ ການບໍລິຫານລັດຖະກິດປຽບທຽບ
ການບໍລິຫານການພັດທະນາມີທັງຄວາມແຕກຕ່າງ ແລະ ຄວາມຄ້າຍຄືກັນກັບການບໍລິຫານລັດຖະກິດ ແລະ
ການບໍລິຫານລັດຖະກິດປຽບທຽບເຊິ່ງເຫັນໄດ້ຈາກຜົນງານຂອງນັກວິຊາການສອງກຸ່ມດັ່ງນີ້:
ກຸ່ມທຳອິດ ເບິ່ງວ່າ
ການບໍລິຫານການພັດທະນາແຕກຕ່າງຈາກການບໍລິຫານລັດຖະກິດ ແລະ ການບໍລິຫານລັດຖະກິດປຽບທຽບ ດັ່ງທີ່ ຮໍນາເດລ
ໄດ້ກ່າວໄວ້ວ່າ ( Honadale,1982.
p. 174) “ເມື່ອ 20 ປີຜ່ານມາການບໍລິຫານການພັດທະນາ ແລະ
ການບໍລິຫານລັດຖະກິດປຽບທຽບເອີ້ນແທນຊື່ກັນໄດ້ ແລະ ເຫັນວ່າເໝາະສົມ.
ແຕ່ໃນປັດຈຸບັນນີ້ການຊີ້ໃຫ້ເຫັນຄວາມແຕກຕ່າງລະຫວ່າງວິຊາທັງສອງເປັນສິ່ງຈຳເປັນ” ນອກຈາກນີ້ ຍັງມີວິຊາການອື່ນໆອີກທີ່ເຫັນວ່າ
ການບໍລິຫານການພັດທະນາແຕກຕ່າງຈາກການບໍລິຫານລັດຖະກິດ ແລະ ການບໍລິຫານລັດຖະກິດປຽບທຽບ.
1)
Swerdlow (ສເວີດໂລ)
ໄດ້ປຽບທຽບໃຫ້ເຫັນວ່າການປັບປຸງບໍລິເວນຕົວເມືອງໃໝ່ (Urban renewal) ທຽບໄດ້ກັບການບໍລິຫານການພັດທະນາແຕ່ການດຳເນີນຂອງນ້ຳປາປາທຽບໄດ້ກັບການບໍລິຫານລັດຖະກິດ;( Swerdlow,1963)
2)
ໄວຣເນີຣ ໄດ້ຊີ້ໃຫ້ເຫັນວ່າ
ການບໍລິຫານການພັດທະນາແຕກຕ່າງຈາກການບໍລິຫານລັດຖະກິິດ ເພາະເນັ້ນ “ການພັດທະນາ ຫຼາຍກວ່າ ການບໍລິຫານ”;
3)
ຮານ-ບີນ ລີ (Hahn-Been lee) ຊີ້ໃຫ້ເຫັນວ່າ ນັກບໍລິຫານການພັດທະນາແຕກຕ່າງຈາກນັກບໍລິຫານໂດຍທົ່ວໆໄປ
ໃນສອງລັກສະນະດ້ວຍກັນຄື: ລັກສະນະທີໜຶ່ງ ນັກບໍລິຫານພັດທະນາມັກຈະຕ້ອງແກ້ບັນຫາການປ່ຽນແປງໃນຂະນະທີ່ນັກບໍລິຫານທົ່ວໄປຈະຕ້ອງຕອບແກ້ບັນຫາພື້ນຖານ
ຫຼື ວຽກປະຈຳ ແລະ ລັກສະນະທີສອງ ນັກບໍລິຫານການພັດທະນາຈະມີຄ່ານິຍົມຂອງການພັດທະນາທີ່ສອດຄ່ອງກັບວັດຖຸປະສົງຂອງອົງການໃນຂະນະທີ່ນັກບໍລິຫານທົ່ວໄປບໍ່ຄ່ອຍໄດ້ຄິດຄຳນຶງກ່ຽວກັບເລື່ອງນີ້; (ໄຊອະນັນ ສະມຸດວະນິດ, 1974. ໜ້າ 40).
ກຸ່ມທີສອງ
ເຫັນວ່າ ການບໍລິຫານການພັດທະນາບໍ່ແມ່ນການບໍລິຫານແບບໃໝ່ທີ່ແຕກຕ່າງໄປຈາກລັດຖະກິດ ຕົວຢ່າງ:
ໄຊອານັນ ສະມຸດວະນິດ ໄດ້ອ້າງຜົນງານຂອງນັກວິຊາການຕ່າງປະເທດວ່າ:
ການບໍລິການການພັດທະນາແຕກຕ່າງໄປຈາກການບໍລິຫານລັດຖະກິດ ແລະ
ການບໍລິຫານລັດຖະກິດປຽບທຽບສະເພາະທາງດ້ານວັດຖຸປະສົງເທົ່ານັ້ນ. ເຊັ່ນວ່າ ນອກຈາກການບໍລິຫານການພັດທະນາຈະຕ້ອງມີ POCCC ຕາມແນວຄິດຂອງ
ເຮນຣີ ເຟໂຍ (Henri Fayol) ແລະ POSDCORB ຕາມແນວຄິດຂອງ
ແອຣ ກູລິິຮ (L. Gulick) ເປັນຖານຮອງຮັບແລ້ວ
ຍັງຈະຕ້ອງພິຈາລະນາເຖິງ NEROP-PADLIP ຕາມແນວຄວາມຕິດຂອງ ໂຈເຊຟ (Joseph
lapalombara) ອີກດ້ວຍ.
ສະຫຼຸບແລ້ວການບໍລິຫານລັດຖະກິດ,
ການບໍລິຫານລັດຖະກິດປຽບທຽບ, ຕະຫຼອດເຖິງການພັດທະນາການບໍລິຫານ ແລະ ການບໍລິຫານເພື່ອການພັດທະນາເປັນສິ່ງດຽວກັນ
ແລະ ມີຄວາມສຳພັນກັນຢ່າງໃກ້ຊິດກັນ ໂດຍເຫັນວ່າ ການບໍລິຫານການພັດທະນາປະກອບດ້ວຍ
ການພັດທະນາການບໍລິຫານ ແລະ ການບໍລິການເພື່ອການພັດທະນາ ມີລັກສະນະຄ້າຍຄືກັນ ແລະ
ສຳພັນກັບການບໍລິຫານລັດຖະກິດ ແລະ ການບໍລິການລັດຖະກິດປຽບທຽບ ທັ້ງໃນແງ່ບໍ່ເກີດແຫ່ງຄວາມຮູ້ (epistemological) ແລະ ການນໍາເອົາຄວາມຮູ້ໄປໃຊ້ໃຫ້ເປັນປະໂຫຍດ (Teleological) ເພື່ອຫຼຸດຜ່ອນຄວາມທຸກຍາກຂອງຄົນທັງຢູ່ໃນອົງກອນ ແລະ ຢູ່ນອກອົງກອນ.
5.2 ຄວາມສໍາພັນລະຫວ່າງການບໍລິຫານການພັດທະນາກັບວິຊາອື່ນໆ
ຄວາມສຳພັນລະຫວ່າງການບໍລິຫານການພັດທະນາກັບວິຊາອື່ນໆ
ອາດຈະແຍກພິຈາລະນາອອກເປັນ 2 ປະເດັນຄື:
ປະເດັນທີ 1 ຄວາມສໍາພັນລະຫວ່າງການບໍລິຫານການພັດທະນາກັບວິຊາໃນເຄື່ອຂ່າຍການບໍລິຫານດ້ວຍກັນ
ແລະ ປະເດັນ 2 ແມ່ນຄວາມສໍາພັນການບໍລິຫານການພັດທະນາກັບວິຊານອກເຄື່ອຂ່າຍການບໍລິຫານ.
4)
ຄວາມສຳພັນລະຫວ່າງການບໍລິຫານການພັດທະນາກັບວິຊາໃນເຄື່ອຂ່າຍການບໍລິຫານດ້ວຍກັນ ຄວາມສຳພັນດັ່ງກ່າວນີ້
ລວມເຖິງຄວາມສຳພັນລະຫວ່າງການບໍລິຫານການພັດທະນາກັບການບໍລິຫານລັດຖະກິດ,
ການບໍລິຫານລັດຖະກິດປຽບທຽບ ການພັດທະນາການບໍລິຫານ ແລະ ການບໍລິຫານການພັດທະນາເຊິ່ງສະແດງໄວ້ດັ່ງລຸ່ມນີ້: (ຕິນ ປັດຍາພຶດຕາ, 1985. ໜ້າ
171-172)
ສາຂາວິຊາ 🔜 ຊັບພະຍາກອນທີ່ນຳມາໃຊ້ 🔜 ເປົ້າໝາຍຂອງການສຶກສາວິໄຈ PA 🔜 4M’s 🔜 3
E’s+I+P+S+SR+SD CPA 🔜 4M’s 🔜 3
E’s+I+P+S+SR+SD+C D of A 🔜 4M’s 🔜 3
E’s+I+P+S+SR+SD+C+AR A of D 🔜 4M’s 🔜 3 E’s+I+P+S+SR+SD+C+AR+ND
|
ພາບນີ້ສະແດງໃຫ້ເຫັນຄວາມສຳພັນລະຫວ່າງລັດຖະກິດ
ການບໍລິຫານລັດຖະກິດປຽບທຽບ, ການພັດທະນາການບໍລິຫານ ແລະ ການບໍລິຫານເພື່ອການພັດທະນາ.
ໝາຍເຫດ: PA
= Public
Administration ເຊິ່ງໝາຍເຖິງການບໍລິຫານລັດຖະກິດ
ຫຼື ການບໍລິຫານລັດ;
4M’s
= Man, Material, Money and Management
ເຊິ່ງໝາຍເຖິງ ຄົນ, ວັດຖຸ, ເງິນ
ແລະ ການຈັດການ ອັນເປັນຊັບພະຍາກອນທາງການບໍລິຫານ;
3 E’s
( “triple E”) =Efficiency, Effectiveness, Economy ເຊິ່ງໝາຍເຖິງ ປະສິດທິພາບ,
ປະສິດທິຜົນ ແລະ ປະຍັດຕາມລໍາດັບ;
I
= Integrity ໝາຍເຖິງ ຄວາມຊື່ສັດສຸດຈະລິດ;
P
= Profit ໝາຍເຖິງ ກໍາໄລ;
S
= Survival ໝາຍເຖິງ ການມີຊິວິດຢູ່ລອດຂອງລະບົບບໍລິຫານ;
SR = Social
Responsibility ໝາຍເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ, ມະໂນທຳ, ຈະລິຍະທຳ ແລະ
ວິຊາຊີບນິຍົມ;
SD =
Service Delivery ໝາຍເຖິງການສົ່ງມອບບໍລິການຂອງລັດໃຫ້ແກ່ປະຊາຊົນ;
CPA = Comparative
Public Administration ໝາຍເຖິງການບໍລິຫານລັດຖະກິດປຽບທຽບ;
C = Comparison ໝາຍເຖິງ
ການປຽບທຽບ;
D
of A = Development
of Administration ໝາຍເຖິງ ການພັດທະນາການບໍລິຫານ;
AR = Administration
Reform ໝາຍເຖິງ ການປະຕິຮູບລະບົບບໍລິຫານລັດ;
A
of D = Administration
of
Development ໝາຍເຖິງ ການບໍລິຫານເພື່ອການພັດທະນາ
ND = National
Development ໝາຍເຖິງ ການພັດທະນາປະເທດໂດຍສ່ວນລວມ.
ຈາກສິ່ງທີ່ກ່າວມາຂ້າງເທິງນັ້ນເຫັນໄດ້ວ່າ ການບໍລິຫານລັດຖະກິດ,
ການບໍລິຫານລັດຖະກິດປຽບທຽບ ແລະ ການບໍລິຫານການພັດທະນາ (ປະກອບດ້ວຍການພັດທະນາການບໍລິຫານ
ແລະ ການບໍລິຫານເພື່ອການພັດທະນາ) ມີຄວາມສຳພັນກັນຢ່າງໃກ້ສິດຄື ປະການທຳອິດ
ສາຂາວິຊາທັງສາມ ໂດຍສະເພາະຊັບພະຍາກອນທີ່ນຳມາໃຊ້ຄືກັນ (4M’s). ຢ່າງໃດກໍຕາມ ສາຂາວິຊາທັງສາມເນັ້ນເປົ້າໝາຍຂອງການສຶກສາວິໄຈຄືກັນ (3E’s+I+P+S+SR+SD) ແຕ່ສາຂາວິຊາທັງສາມນີ້ມີຄວາມແຕກຕ່າງກັນຢູ່ປະການໜຶ່ງຄື
ໃນສາຂາວິຊາການບໍລິຫານລັດຖະກິດປຽບທຽບນັ້ນ ເປົ້າໝາຍການສຶກສາວິໄຈລວມໄປເຖິງການປຽບທຽບສະພາບແວດລ້ອມ,
ໂຄງສ້າງ, ຂະບວນການ ແລະ ພຶດຕິກຳທາງດ້ານບໍລິຫານ (C) ເຂົ້າໄປດ້ວຍ ແລະ
ເມື່ອວິຊານີ້ມີວິວັດທະນາການກ້າວມາເຖິງການພັດທະນາການບໍລິຫານນັ້ນ
ນອກຈາກເປົ້າໝາຍຂອງການສຶກສາວິໄຈ ຈະເນັ້ນການປຽບທຽບແລ້ວ
ຍັງນຳເອົາຂໍ້ດີຂໍ້ເສຍຂອງການປຽບທຽບໄປພັດທະນາ ແລະ ປະຕິຮູບໂຄງສ້າງຂະບວນການ ແລະ ພຶດຕິກຳທາງດ້ານການບໍລິຫານເຂົ້າໄປດ້ວຍ (C+AR) ສ່ວນເປົ້າໝາຍຂອງການສຶກສາວິໄຈຂອງການບໍລິຫານການພັດທະນານັ້ນໄດ້ເພີ່ມການພັດທະນາປະເທດເຂົ້າໄປດ້ວຍ
ນອກ ເໜືອຈາກການປຽບທຽບ ແລະ ປະຕິຮູບລະບົບການບໍລິຫານພາກລັດ (C+AR+ND) ແລະ
ການພັດທະນາປະເທດ ນີ້ເປັນຜົນໄດ້ຂອງການພັດທະນາການບໍລິຫານ ແລະ
ການບໍລິຫານເພື່ອການພັດທະນາ (ການພັດທະນາເສດຖະກິດ, ການພັດທະນາສັງຄົມ, ການພັດທະນາທາງການເມືອງ,
ການພັດທະນາເມືອງ, ການພັດທະນາຊົນນະບົດ, ການພັດທະນາລັດວະສາຫະກິດ ແລະ
ການພັດທະນາຄວາມຊ່ວຍເຫຼືອຈາກຕ່າງປະເທດ) ທີ່ມຸ່ງຈະເນັ້ນການຫຼຸດຄວາມທຸກຍາກຂອງຄົນທີ່ຢູ່ໃນອົງການ
ແລະ ນອກອົງການ ດັ່ງທີ່ໄດ້ກ່າວມາແລ້ວຂ້າງເທິງນີ້.
ເຫດໃດຈຶ່ງມີການປ່ຽນຈາການບໍລິຫານລັດຖະກິດ
ມາເປັນການບໍລິຫານລັດຖະກິດປຽບທຽບ ແລະ
ການບໍລີຫານລັດຖະກິດປຽບທຽບເປັນພັດທະນາການບໍລິຫານ ແລະ ການບໍລິຫານເພື່ອການພັດທະນາ
ເຊິ່ງສອງປະການນີ້ເປັນຫົວໃຈຂອງຫານບໍລິຫານການພັດທະນາ : ການປ່ຽນແປງຈາກການບໍລິຫານລັດຖະກິດເປັນການບໍລິຫານລັດຖະກິດປຽບທຽບ
ສືບເນື່ອງມາຈາກສາເຫດຫຼາຍປະການຄື:
-
ປະການທຳອິດ ທິດສະດີກໍຄື
ລະບຽບວິທີວິໄຈກໍຄືຂໍ້ມູນທີ່ດີ ສະພາບແວດລ້ອມ, ໂຄງສ້າງຂະບວນການການບໍລິຫານ ແລະ
ພຶດຕິກຳການບໍລິຫານກໍດີ ມັກຈະມີຄວາມແຕກຕ່າງກັນ
ເມື່ອນຳໄປໃຊ້ໃນການໃນກາລະເທສະທີ່ແຕກຕ່າງກັນ
ເພາະການບໍລິການລັດຖະກິດເປັນຜົນຜະລິດຂອງປະເທດຕະເວັນຕົກ. ສະນັ້ນ,
ຖະແຫຼງການທີ່ມີລັກສະນະເປັນຈິງໂດຍທົ່ວໆໄປ (generalizations)
ທີ່ໄດ້ຈາກປະເທດທີ່ພັດທະນາແລ້ວ
ອາດບໍ່ເປັນຈິງໃນປະເທດໂລກທີສາມກໍໄດ້ ເພາະຖະແຫຼງການດັ່ງກ່າວ
ລັກສະນະຜູກຕິດຢູ່ກັບວັດທະນະທຳ ຊຶ່ງປະກອບດ້ວຍ: ທັດສະນະຄະຕິ, ຄ່ານິຍົມ ແລະ
ຄວາມເຊື່ອຂອງປະເທດເຫຼົ່ານັ້ນ.
ປະການທີສອງ ການປຽບທຽບອາດຈະຊີ້ໃຫ້ເຫັນຂໍ້ດີ,
ຂໍ້ເສຍຂອງປະເທດທີ່ກໍາລັງພັດທະນາ ແລະ ປະເທດທີ່ພັດທະນາແລ້ວ
ປະການທີສາມ ຈາກການສຶກສາການຂຽນຂອງນັກວິຊາການ
ພົບວ່າ ເມື່ອປະເທດໂລກທີສາມ ນຳການບໍລິຫານລັດຖະກິດອາເມລິກາກັບໄປໃຊ້ໃນສອງທົດສະວັດທີ່ຜ່ານມານັ້ນ
ກໍ່ໃຫ້ເກີດບັນຫາຫຼາຍປະການຄື (ກ) ຄວາມຮູ້ ແລະ ວີທີການບໍລິຫານລັດຖະກິດແບບອາເມລິການັ້ນມີເໝາະສົມຫຼືບໍ່ກັບຄວາມຕ້ອງການຂອງປະເທດດ້ອຍພັດທະນາ
ເຊັ່ນ: ການບໍລິຫານງານໂດຍເນັ້ນທຶນຫຼາຍກວ່າແຮງງານ, ການເນັ້ນປະສິດທິພາບ, ປະສິດທິຜົນ,
ການໃຊ້ຫຼັກເຫດຜົນ, ຄວາມຮັບຜິດຊອບ ແລະ ວິຊາຊີບນິຍົມທີ່ປະເທດໂລກທີສາມຍັງບໍ່ສາມາດຮັບໄດ້;
(ຂ) ການບໍລິຫານລັດຖະກິດຂອງອາເມລິກາມີວິກິດການກ່ຽວກັບເອກະລັກ
ເພາະຍັງຂາດຄວາມຄິດຮ່ວມກັນ; (ຄ) ຄວາມຮູ້ທາງການບໍລິຫານລັດຖະກິດແບບອາເມລິກາ ເປັນຄວາມຮູ້ທີ່ອະຄະຕິ
ເພາະເປັນຄວາມຮູ້ທີ່ສ້າງຂຶ້ນມາຈາກພື້ນຖານທາງການປົກຄອງການບໍລິຫານທີ່ຄ່ອນຂ້າງມິສະຖຽນລະພາບ
ໃນຂະນະທີ່ພື້ນຖານທາງການປົກຄອງການບໍລິຫານຂອງປະເທດກຳລັງພັດທະນາເຕັມໄປດ້ວຍການປ່ຽນແປງ
ແລະ ບໍ່ມີສະຖຽນລະພາບ.
ປະການສຸດທ້າຍ ນັກວິຊາການອາເມລິກາຊີ້ໃຫ້ເຫັນຄວາມແຕກຕ່າງລະຫວ່າງລະບົບການປົກຄອງການບໍລິຫານຂອງປະເທດທີ່ພັດທະນາແລ້ວ
ແລະ ປະເທດທີ່ກຳລັງພັດທະນາ ແລະ ສະແດງຄວາມກັງວົນຕໍ່ຄວາມເປັນໄປໄດ້ທີ່ຈະນຳເອົາຄວາມຮູ້ມາປັບໃຊ້ກັບປະເທດທີ່ພັດທະນາແລ້ວ
ແລະ ປະເທດທີ່ກຳລັງພັດທະນາ ດັ່ງທີ່ເຫັນໄດ້ໃນຜົນງານຂອງ ເຟອເຣລ ເຮດດີ້ ເປັນຕົ້ນ ເຮດດີ້ ພົບວ່າ
ລະບົບການປົກຄອງການບໍລິຫານຂອງປະເທດທີ່ພັດທະນາແລ້ວ
ມັກຈະມີໂຄງສ້າງທີ່ແບ່ງວຽກກັນເຮັດ, ການໃຊ້ເຫດຜົນ ແລະ
ຄວາມເປັນໄປໄດ້ໃນທາງໂລກມາປະກອບໃນການຕັດສິນໃຈ ກິດຈະກຳຂອງລະບົບການປົກຄອງການບໍລິຫານທີ່ມີຂອບເຂດກ້ວາງຂວາງ,
ອຳນາດທາງດ້ານການເມືອງການບໍລິຫານທີ່ມີຄວາມຮັບຜິດຊອບສູງ, ປະຊາຊົນມີຄວາມສົນໃຈ ແລະ
ເຂົ້າມາມີສ່ວນຮ່ວມໃນການປົກຄອງການບໍລິຫານ, ລະບົບລາດຊະການມີຄວາມເປັນສະຖາບັນສູງ,
ພະນັກງານລັດ-ຖະກອນມີວິຊາອາຊີບ,
ລັດຖະບານມິສະຖຽນລະພາບ ແລະ ກຸ່ມຜົນປະໂຫຍດກໍສາມາດຄວບຄຸມການປະຕິບັດງານຂອງພະນັກງານ-ລັດຖະກອນຢ່າງໄດ້ຜົນ.
ສ່ວນລະບົບການປົກຄອງການບໍລິຫານຂອງປະເທດທີ່ກຳລັງພັດທະນາ
ມັກຈະມີລັກສະນະເປັນການຮຽນແບບຈາກລະບົບອື່ນຫຼາຍກ່ວາທີ່ເກີດຂຶ້ນພາຍໃນລະບົບເອງ ລະບົບການບໍລິຫານງານພາກລັດຂາດກຳລັງຄົນທີ່ມີຄວາມຮູ້ຄວາມສາມາດ,
ມຸ່ງໄປໃນເລື່ອງອື່ນໆຫຼາຍກ່ວາການຜະລິດ ມີຄວາມເປັນອິດສະຫຼະສູງ
ເພາະຂາດການຄວບຄຸມຈາກກຸ່ມຜົນປະໂຫຍດ.
ສະຫຼຸບໄດ້ວ່າ:
ການປ່ຽນແປງຈາກການບໍລິຫານລັດຖະກິດມາເປັນການບໍລິການລັດຖະກິດປຽບທຽບ
ຈະເປັນເຄື່ອງເຕືອນໃຈຂອງຜູ້ທີ່ກ່ຽວຂ້ອງ ການບໍລິຫານລັດຖະກິດທີ່ເນັ້ນໃຊ້ກັບສະຖາບັນ
ແລະ ວິທີປະຕິບັດແບບອາເມລິກາ
ບໍ່ຈຳເປັນຕ້ອງມີຄູ່ມືທີ່ດີທີ່ສຸດສຳລັບປະເທດດ້ອຍພັດທະນາສະເໝີໄປ. ດ້ວຍເຫດນີ້,
ຈຶ່ງມີສຽງຮຽກຮ້ອງໃຫ້ນຳເອົາຄວາມຄິດທີ່ກ່ຽວຂ້ອງ ແລະ ໃຊ້ໄດ້ກັບສະພາບຕົວຈິງ ຕະຫຼອດເຖິງວັດທະນະທຳຂອງປະເທດດ້ອຍພັດທະນາມາໃຊ້
ແທນທີ່ຈະຫວັງເພິ່ງພາປະເທດທີ່ພັດທະນາຢູ່ຕະຫຼອດເວລາ.
ສ່ວນການປ່ຽນຈາກການບໍລິຫານລັດຖະກິດປຽບທຽບມາເປັນການບໍລິຫານການພັດທະນານັ້ນສືບເນື່ອງມາຈາກຫຼາຍສາເຫດຄື
(ກ) ຄວາມສຳເລັດທີ່ສະຫະລັດອາເມລິກາໄດ້ເຂົ້າໄປໃຫ້ຄວາມຊ່ວຍເຫຼືອແກ່ປະເທດເອີຣົບ
ເຮັດໃຫ້ນັກວິຊາການອາເມລິກາມີຄວາມໝັ້ນໃຈເພີ່ມຂຶ້ນວ່າ ຄວາມຮູ້ກ່ຽວກັບ
(ການບໍລິຫານງານພາຍນອກ) ຫຼື ການບໍລິຫານງານແບບໂຄງການພັດທະນາຈະສາມາດແກ້ບັນຫາຂອງອາຊີ,
ອັບຟຣິກກາ ແລະ ອາເມລິກາລາຕິນໄດ້ເຊັ່ນດຽວກັນ; (ຂ)
ການປ່ຽນຈາກການບໍລິຫານລັດຖະກິດປຽບທຽບເປັນການບໍລິຫານການພັດທະນາ
ເນື່ອງຈາກຕ້ອງການເງິນຊ່ວຍເຫຼືອຈາກມູນນິທິ ແລະ ລັດຖະບານ ທັງນີ້ເພື່ອໃສ່ຊື່ໃໝ່ຄື:
ການບໍລິຫານການພັດທະນາ ສາມາດດຶງດູດຄວາມສົນໃຈຂອງຜູ້ໃຫ້ເງິນຊ່ວຍເຫຼືອໄດ້ຫຼາຍກ່ວາຊື່ເກົ່າອີກ;
(ຄ)
ການປ່ຽນຈາກການບໍລິຫານລັດຖະກິດປຽບທຽບມາເປັນການບໍລິຫານການພັດທະນາເປັນຄວາມຄິດລິເລີ່ມຂອງນັກລັດຖະສາດເຊິ່ງປະຕິບັດວຽກງານຢູ່ໃນອົງການລະຫວ່າງປະເທດທີ່ສັງກັດກຸ່ມການບໍລິຫານລັດຖະກິດປຽບທຽບ
ແລະ ນັກລັດຖະສາດຂອງປະເທດທີ່ກຳລັງພັດທະນາຕົວເອງ ແລະ ຕາມຄວາມຄິດຂອງ ຈີ. ເອນ. ໂຈນ (G.N.Jones) ນັ້ນ
ນັກລັດຖະສາດເຫຼົ່ານີ້ມີຄວາມຮູ້ທາງການບໍລິຫານລັດຖະກິດນ້ອຍຫຼາຍ ແລະ (ງ) ການປ່ຽນຈາກການບໍລິຫານລັດຖະກິດປຽບທຽບມາເປັນການບໍລິຫານການພັດທະນາ
ອາດຈະເປັນເພາະມະຫາວິທະຍາໄລຕ່າງໆປະເທດທີ່ຈະດຶງດູດນັກສຶກສາຈາກປະເທດທີ່ກຳລັງພັດທະນາໃຫ້ມາສຶກສາໃນສະຖາບັນຂອງຕົນຫຼາຍຂຶ້ນ
ເພື່ອທີ່ຈະໄດ້ແລກປ່ຽນຄວາມຄິດເຫັນລະຫວ່າງກັນ ເຊິ່ງອາດຈະເປັນຜົນດີແກ່ປະເທດຜູ້ໃຫ້ ແລະ
ຜູ້ຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດທັງສອງຝ່າຍ.
IV. ບັນຫາຂອງການສຶກສາການບໍລິຫານການພັດທະນາ
ບັນຫາຂອງການສຶກສາການພັດທະນາມີຢູ່ຫຼາຍປະການດ້ວຍກັນຄື:
1)
ບັນຫາຄວາມໝາຍຂອງການບໍລິຫານການພັດທະນາ,
ບັນຫາທີ່ວ່າການບໍລິຫານການພັດທະນາແມ່ນຫຍັງກັນແທ້? ຍັງເປັນທີ່ການຖົກຖຽງກັນຢູ່ ແລະ
ຍັງຫາຂໍ້ຍຸຕິບໍ່ທັນໄດ້. ແນວໃດກ່ໍຕາມໃນປັດຈຸບັນ ນັກວິຊາການເລີ່ມເຫັນພ້ອມກັນຫຼາຍຂຶ້ນກ່ຽວກັບຄວາມໝາຍຂອງການບໍລິຫານການພັດທະນານັ້ນວ່າຄວນເນັ້ນເນື້ອໃນຂອງການພັດທະນາໃຫ້ຫຼາຍກວ່າເນື້ອໃນຂອງການບໍລິຫານ
ນັ້ນກໍຄືການເນັ້ນການບໍລິຫານງານທີ່ມີລັກສະນະສ້າງສັນ, ປ່ຽນແປງ, ເນັ້ນການລົງມືເຮັດຕົວຈິງ
ແລະ ມີເປົ້າໝາຍຫຼາຍກວ່າການເນັ້ນການບໍລິຫານທີ່ເປັນກິດຈະກຳປະຈຳວັນ;
2)
ບັນຫາຂອບເຂດ ຫຼື ອົງປະກອບຂອງການບໍລິຫານການພັດທະນາ
ບັນຫານີ້ກໍເຊັ່ນດຽວກັບບັນຫາຄວາມໝາຍຂອງການບໍລິຫານການພັດທະນາ ແລະ
ຈະມີຄວາມກ່ຽວຂ້ອງສຳພັນກັນນຳອີກດ້ວຍ ຄື:ເມື່ອຄວາມໝາຍຂອງການບໍລິຫານການພັດທະນາຍັງຕົກລົງກັນບໍ່ໄດ້,
ຂອບເຂດຂອງວິຊານີ້ກໍບໍ່ສາມາດຫາຂໍ້ຢຸດຕິໄດ້ເຊັ່ນດຽວກັນ. ນອກຈາກນັ້ນ, ຄົນກໍຍັງເບິ່ງການພັດທະນາແຕກຕ່າງກັນອອກໄປອີກດ້ວຍ
ຕົວຢ່າງເຊັ່ນ: ນັກວິຊາການກຸ່ມໜຶ່ງເບິ່ງວ່າ ການພັດທະນາເທົ່າກັບຄວາມຈະເລີນເຕີບໂຕ,
ກຸ່ມໜຶ່ງເບິ່ງວ່າການພັດທະນາຄືການປ່ຽນແປງລະບົບ, ອີກກຸ່ມໜຶ່ງເບິ່ງວ່າການພັດທະນາຄືການມຸ່ງເນັ້ນການດໍາເນີນການໃຫ້ບັນລຸເປົ້າໝາຍ
ໂດຍສະເພາະ ເປົ້າໝາຍຂອງຄວາມເປັນສະໄໝ
ໃໝ່ໃນການສ້າງຊາດ ແລະ ຄວາມກ້າວໜ້າທາງດ້ານເສດຖະກິດ ແລະ
ກຸ່ມສຸດທ້າຍເບິ່ງການພັດທະນາເປັນການປ່ຽນແປງທີ່ມີການວາງແຜນໄວ້ລ່ວງໜ້າ;
3)
ບັນຫາທາງດ້ານສະພາບແວດລ້ອມ
ສະພາບແວດລ້ອມທາງດ້ານສະຖານທີ່ ແລະ
ເວລາມີຜົນກະທົບຕໍ່ການສຶກສາການບໍລິຫານການພັດທະນາຫຼາຍ
ເນື່ອງຈາກການບໍລິຫານການພັດທະນາເປັນເລື່ອງທີ່ກ່ຽວກັບການປ່ຽນແປງທີ່ມີການວາງແຜນໄວ້ລ່ວງໜ້າ.
ສະນັ້ນ, ການສຶກສາການບໍລິຫານການພັດທະນາ ຈຶ່ງຕ້ອງໄດ້ຄໍານຶງເຖິງຄວາມປ່ຽນແປງຂອງສະພາບແວດລ້ອມອີກດ້ວຍ;
4)
ບັນຫາທາງດ້ານແນວຄວາມຄິດຍຸກທີ 1
ໃນທັດສະນະຄະຕິຂອງໂທມັດ ຄູນ (Thomas
Kuhn) ນັ້ນ ແນວຄວາມຄິດຄືຄວາມສໍາເລັດທາງດ້ານວິທະຍາສາດ ຊຶ່ງກຸ່ມນັກວິທະຍາສາດຍອມຮັບວ່າເປັນຄວາມສຳເລັດທີ່ຈະໃຊ້ເປັນຮາກຖານຂອງການສຶກສາເລື່ອງໃດເລື່ອງໜຶ່ງ
ຄວາມສຳເລັດດັ່ງກ່າວຈະຕ້ອງເປັນຄວາມສຳເລັດທີ່ບໍ່ມີໃຜຄົ້ນພົບມາກ່ອນ ແລະ ເປັນຄວາມສຳເລັດທີ່ບໍ່ມີຄວາມສຳເລັດອື່ນໃດມາຂັດຂວາງໄດ້ໃນຂະນະນັ້ນ;
5)
ບັນຫາທາງດ້ານການວິໄຈ
ບັນຫາທາງດ້ານການວິໄຈກໍມີລັກສະນະຄ້າຍຄືກັນກັບບັນຫາທາງດ້ານແນວຄວາມຄິດ ນັ້ນກໍຄື ຈະເອົາກອບແນວຄວາມຄິດໃດມາເປັນພື້ນຖານໃນການວິໄຈ
(ກອບແນວຄວາມຄິດທິດສະດີປະຖົມນິຍົມ ຫຼື ທັດສະນະນິຍົມ) ຈະເກັບລວບລວມຂໍ້ມູນໂດຍອາໄສການຮັບຮູ້ຂອງປະຊາກອນເປົ້າໝາຍ
ຫຼື ອາໄສຫຼັກການຂອງທິດສະດີຕະເວັນຕົກ ແລະ ຈະວັດຜົນກນວິໄຈແບບປະລິມານ ຫຼື ຄຸນນະພາບ.
ນອກຈາກນີ້, ຜົນການວິໄຈທີ່ເຮັດພາຍໃນປະເທດຕະເວັນຕົກມັກຈະແຕກຕ່າງຈາກຜົນວິໄຈທີ່ເຮັດໃນປະເທດໂລກທີສາມ
ເຖິງວ່າຈະໃຊ້ກອບແນວຄວາມຄິດ ແລະ ລະບຽບວິທີວິໄຈອັນດຽວກັນກໍຕາມ;
6)
ບັນຫາທາງດ້ານການສຶກສາຜົນກະທົບການຖ່າຍທອດເຕັກໂນໂລຊີທີ່ເໝາະສົມເທົ່າທີ່ສຳຫຼວດເບິ່ງເຫັນວ່າ
ເທັກໂນໂລຊີທີ່ໃຊ້ໄດ້ຜົນໃນປະເທດຕາເວັນຕົກ ມັກຈະລົ້ມເຫຼວໃນປະເທດໂລກທີສາມຍົກຕົວຢ່າງ:
ໂຄງການຟື້ນຟູຢູໂຣບທີ່ໃຊ້ເທັກໂນໂລຊີອາເມລິກາຢ່າງໄດ້ຜົນ ແຕ່ພາຍຫຼັງສົງຄາມໂລກຄັ້ງທີສອງ
ກັບປະສົບຄວາມລົ້ມເຫຼວໃນອາຟຣິກກາ, ອາຊີ ແລະ ອາເມລິກາລາຕິນ ເປັນຕົ້ນ. ນອກຈາກນີ້,ໂຄງການ,
ອົງການ ແລະ ຂະບວນການການບໍລິຫານທີ່ປະເທດໂລກທີສາມຫຼອກລຽນແບບເອົາມາຈາກປະເທດຕາເວັນຕົກ ກໍມັກຈະປະສົບຜົນສຳເລັດຕໍ່ການພັດທະນາໃນປະເທດໂລກທີສາມເທົ່າທີ່ຄວນ.
ຂໍ້ມູນນີ້ສະທ້ອນໃຫ້ເຫັນຄວາມຈຳເປັນຂອງການວິໄຈເຊິ່ງແກ້ບັນຫາກ່ຽວກັບກິດຈະກຳການບໍລິຫານການພັດທະນານັ້ນກໍຄື
ການວິໄຈກ່ຽວກັບການບໍລິຫານການພັດທະນາ ຈະຈຳກັດຢູ່ສະເພາະລະດັບສະຕິປັນຍາ ຫຼື
ແນວຄວາມຄິດເທົ່ານີ້ບໍ່ໄດ້ ຈຳເປັນຈະຕ້ອງຢັ້ງລົງໄປເຖິງພຶດຕິກຳ ຫຼື ທັກສະອີກດ້ວຍ.
ความคิดเห็น
แสดงความคิดเห็น