ທາດແທ້, ຄຸນປະໂຫຍດ ແລະ ຮູບການຂອງກົດໝາຍ
I. ຄວາມໝາຍຂອງກົດໝາຍ
ໃນສະໄໝກາງນັ້ນກົດໝາຍແມ່ນກົດຂອງພະເຈົ້າ ຊຶ່ງກຳນົດໄວ້ໃນຄຳພີໄບເບິນ
ແລະ ກົດໝາຍຂອງພະເຈົ້ານັ້ນຈະປ່ຽນແປງແກ້ໄຂບໍ່ໄດ້ຈົນມາເຖິງສະໄໝໃໝ່ ນັບຕັ້ງແຕ່ຄຣິດສະຕະວັດທີ
XIX ເປັນຕົ້ນມາ ກົດໝາຍແມ່ນເຈດຕະນາລົມຂອງປະຊາຊົນຜູ່ເປັນເຈົ້າຂອງອຳນາດອະທິປະໄຕ ຊຶ່ງປະຊາຊົນເປັນຜູ່ກຳນົດຂຶ້ນເອງເພື່ອຮັກສາຜົນປະໂຫຍດຂອງຕົນ.
ອາຣີດສະໂຕເຕິນ (Aristotle) ໄດ້ອະທິບາຍວ່າ: ກົດໝາຍແມ່ນຂໍ້ບັງຄັບຊຶ່ງປະກອບດ້ວຍເຫດຜົນຂອງຊຸມຊົນ
ໂດຍມີລັກສະນະທີ່ຈະເຮັດໃຫ້ສິ່ງຕ່າງໆທີ່ມີຄວາມຂັດແຍ່ງກັນສາມາດຢູ່ຮ່ວມກັນໄດ້ ແລະກໍ່ໃຫ້ເກີດສັນຕິສຸກໃນສັງຄົມນັ້ນ.
ຈອນອອດສະຕິນ (John Austin) ໄດ້ໃຫ້ຄຳນິຍາມຂອງຄຳວ່າ: “ກົດໝາຍ” ໄວ້ວ່າກົດໝາຍແມ່ນມະຕິຄຳສັ່ງຂອງລັດຖະສະພາ, ຖ້າຜູ້ໃດຝ່າຝືນບໍ່ປະຕິບັດຕາມຄຳສັ່ງທີ່ກຳນົດໄວ້ກໍຕ້ອງໄດ້ຖືກລົງໂທດຈອນອອດສະຕິນ ໄດ້ສະແດງໃຫ້ເຫັນວ່າ ເພິ່ນເປັນຜູ້ທີ່ມີຄວາມຮູ້ທາງກົດໝາຍປົກຄອງ ໂດຍໃຫ້ຄວາມເຫັນວ່າການປະຕິບັດກົດໝາຍຕ້ອງປະຕິບັດຕາມກົດລະບຽບທິ່ວາງອອກຢ່າງເຄັ່ງຄັດ ໂດຍສະເພາະຢ່າງຍິ່ງຈະຕ້ອງເບິ່ງບົດນິຍາມຄຳສັບຂອງກົດໝາຍ ທັ໊ງນີ້ເພື່ອເຮັດໃຫ້ກົດໝາຍມີຂໍ້ບັງຄັບແນ່ນອນຕາຍຕົວເພື່ອຈະໄດ້ເປັນຫຼັກປະກັນສິດ ແລະ ເສລີພາບຂອງປະຊາຊົນຊຶ່ງປະກອບກິດຈະການຕ່າງໆທີ່ຈະໄດ້ຮູ້ລ່ວງໜ້າວ່າກິດຈະການຂອງຕົນໃນກົດໝາຍເປັນແນວໃດ.
ໃນປັດຈຸບັນໄດ້ມີການໃຫ້ຄວາມໝາຍຂອງກົດໝາຍໄວ້ວ່າ
: ກົດໝາຍແມ່ນກົດບັງຄັບຂອງລັດ ຊຶ່ງອົງການນິຕິບັນຍັດໄດ້ສ້າງຂຶ້ນເປັນກົດເກນທົ່ວໄປເພື່ອໃຊ້ໃນການຄວບຄຸມການປະພຶດຂອງສະມາຊິກຊຸມຊົນມີລັກສະນະໃຊ້ບັງຄັບທົ່ວໄປ
ແລະ ຜູ້ບໍ່ປະຕິບັດຕາມຈະໄດ້ຮັບໂທດຕາມ ທີ່ບັນຍັດໄວ້ໃນຕົວກົດໝາຍ.
ຈະເວົ້າແນວໃດກໍຕາມ ກົດໝາຍກໍແມ່ນຂໍ້ກຳນົດທີ່ມີຜົນບັງຄັບທົ່ວໄປ, ມີຄວາມຊັດເຈນທາງດ້ານຮູບການ, ຮັບປະກັນໂດຍລັດ,
ສ່ອງແສງເຖິງເຈດຈຳນົງຂອງລັດ ຂອງຊົນຊັ້ນທີ່ຄອບຄອງທາງດ້ານເສດຖະກິດ ຊຶ່ງນຳມາເປັນກົດໝາຍ
ແລະ ເປັນສິ່ງດັດປັບສາຍພົວພັນໃນສັງຄົມ.
ຢູ່ ສປປ ລາວ ກົດໝາຍແມ່ນນິຕິກຳຂອງສະພາແຫ່ງຊາດ
ຊຶ່ງກຳນົດຫຼັກການ, ນະໂຍບາຍ, ລະບຽບການ ແລະ ມາດຕະການແນໃສ່ດັບປັບສາຍພົວ ພັນສັງຄົມໃນຂົງເຂດໃດໜຶ່ງທີ່ສຳຄັນ, ມີຜົນບັງຄັບໃນຂອບເຂດທົ່ວປະເທດ
ແລະ ນຳໃຊ້ຍາວນານ. ກົດໝາຍແມ່ນສະພາແຫ່ງຊາດເປັນຜູ້ຮັບຮອງເອົາ ດ້ວຍຄະແນນສຽງສ່ວນຫຼາຍຂອງຈຳນວນສະມາຊິກສະພາແຫ່ງຊາດ
ທີ່ເຂົ້າຮ່ວມກອງປະຊຸມ.
ສະຫຼຸບແລ້ວກົດໝາຍແມ່ນ
ລະບົບຂໍ້ກຳນົດທີ່ມີຜົນບັງຄັບທົ່ວໄປ
ມີຄວາມຊັດເຈນທາງດ້ານຮູບການຮັບປະກັນໂດຍລັດ, ສ່ອງແສງເຖິງເຈດຈຳນົງລັດ
ຂອງຊົນຊັ້ນທີ່ຄອບຄອງທາງດ້ານເສດຖະກິດຊຶ່ງຍົກຂຶ້ນເປັນກົດໝາຍ ແລະ ເປັນສິ່ງດັດປັບທີ່ມີຊົນຊັ້ນຂອງສາຍພົວພັນສັງຄົມ.
II. ການກໍານົດລະບຽບ ແລະ ກົດໝາຍໃສ່ສັງຄົມໃນລະບອບເສດຖະກິດຂອງສັງຄົມທີ່ບໍ່ມີຊົນຊັ້ນ
ທຸກໆສັງຄົມ ບໍ່ພຽງແຕ່ຕ້ອງການໃຫ້ມີລະບົບອັນແນ່ນອນ
ຂອງການຢູ່ໃຕ້ອຳນາດເທົ່ານັ້ນ (ອຳນາດສັງຄົມ), ແຕ່ພ້ອມດຽວກັນນັ້ນກໍຕ້ອງໃຫ້ສາຍພົວພັນສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ
ໝາຍຄວາມວ່າຕ້ອງການໃຫ້ມີການວາງລະບຽບໃສ່ສັງຄົມ. ການວາງລະບຽບໃສ່ສາຍພົວພັນສັງຄົມສາມາດດຳເນີນໄປແຕ່ລະຄັ້ງສຳລັບແຕ່ລະກໍລະນີ.
ແຕ່ຮູບການອັນສຳຄັນກວ່າໝູ່ ເພື່ອຮັບປະກັນໃຫ້ສາຍພົວພັນສັງຄົມມີຄວາມເປັນລະບຽບຮຽບຮ້ອຍນັ້ນ
ແມ່ນວາງລະບຽບຂໍ້ກຳນົດຂອງສັງຄົມ
ໝາຍຄວາມວ່າລະບຽບການປະພຶດທີ່ມີລັກສະນະທົ່ວໄປທີ່ກ່ຽວພັນກັບຂົງເຂດຕ່າງໆ
ຂອງສາຍພົວພັນສັງຄົມ ແລະ ມີເນື້ອໃນທີ່ສອດຄ່ອງກັບສາສະໜາ (ຂໍ້ກຳນົດຂອງສາສະໜາ), ເຕັກນິກ (ຂໍ້ກຳນົດທາງດ້ານເຕັກນິກ)
ແລະ ອື່ນໆ.
ໃນສັງຄົມທີ່ມີຊົນຊັ້ນ ກົດໝາຍມີທີ່ຕັ້ງອັນດັບໜຶ່ງ ໃນການວາງລະບຽບໃສ່ສັງຄົມ, ກົດໝາຍແມ່ນສິ່ງທີ່ຈຳເປັນ
ແລະ ຫຼີກລ້ຽງບໍ່ໄດ້ແຫ່ງລະບອບເສດຖະກິດຂອງສັງຄົມທີ່ມີຊົນຊັ້ນ. ຖ້າປາສະຈາກກົດໝາຍ ແລ້ວ
ຊົນຊັ້ນຄອບຄອງກໍ່ຈະບໍ່ສາມາດປົກປັກຮັກສາ ແລະ ເພີ່ມທະວີການຄອບຄອງຂອງຕົນໄດ້,
ກົດໝາຍອຳນວຍຄວາມສະດວກ ໃນການວາງສາຍພົວພັນທີ່ຄອບງຳທາງດ້ານກຳມະສິດ,
ເປັນພື້ນຖານຕົ້ນຕໍ ຂອງລະບອບສັງຄົມທີ່ກ່ຽວຂ້ອງ, ຮັບປະກັນການປົກປັກຮັກສາສາຍພົວພັນສັງຄົມ ທີ່ສອດຄ່ອງກັບຜົນປະ
ໂຫຍດຂອງຊົນຊັ້ນຄອບຄອງ ແລະ ຍົກເອົາສາຍພົວພັນທັງໝົດເຫຼົ່ານີ້ ຂຶ້ນເປັນສາຍພົວພັນທີ່ແຕະຕ້ອງບໍ່ໄດ້. ຊົນຊັ້ນຄອບຄອງນຳໃຊ້ກົດໝາຍ ເພື່ອເຮັດໃຫ້ເຈດຈຳນົງຂອງລັດ
ມີຜົນບັງຄັບລວມ ແລະ ນຳເອົາເຈດຈຳນົງດັ່ງກ່າວນີ້ໄປສູ່ປວງຊົນທັງໝົດ.
ການຮັບປະກັນທີ່ສໍາຄັນກວ່າໝູ່ ເພື່ອເຮັດໃຫ້ສາຍພົວພັນສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມເປັນເອກະພາບນັ້ນ ແມ່ນການວາງລະບຽບ ແລະ ຂໍ້ກຳນົດຂອງສັງຄົມ (ຂໍ້ກຳນົດທີ່ພົວພັນກັບຂົງເຂດຕ່າງໆຂອງສາຍພົວພັນສັງຄົມ) ດັ່ງນັ້ນ, ກົດໝາຍແມ່ນມີທີ່ຕັ້ງອັນດັບໝຶ່ງໃນການວາງລະບຽບໃສ່ສັງຄົມໃນລະບອບສັງຄົມທີ່ມີຊົນຊັ້ນ.
III. ທາດແທ້ຂອງກົດໝາຍ
ທາດແທ້ຂອງກົດໝາຍ ສ່ອງແສງໃຫ້ເຫັນໃນການມີຊົນຊັ້ນຂອງມັນ.
ກົດໝາຍແມ່ນສິ່ງດັດປັບ ທີ່ມີຊົນຊັ້ນສາຍພົວພັນສັງຄົມ, ມັນມີກຳລັງແຮງອັນໃຫຍ່ຫຼວງຂອງຊົນຊັ້ນ, ຕາມທາດແທ້ຂອງມັນນັ້ນກົດໝາຍແມ່ນເຈດຈຳນົງຂອງຊົນຊັ້ນຄອບຄອງ
ທີ່ຖືກສ້າງຂຶ້ນເປັນກົດໝາຍ, ເນື້ອໃນຂອງເຈດຈຳນົງນີ້ຖືກກຳນົດໂດຍເງື່ອນໄຂທາງດ້ານວັດຖຸແຫ່ງຊີວິດຂອງຊົນຊັ້ນຄອບຄອງ. ທ່ານ ກ. ມາກ ແລະ ຟ. ອັງແກນ
ໄດ້ຂຽນກ່ຽວກັບກົດໝາຍທຶນນິຍົມວ່າ: "ກົດໝາຍຂອງພວກເຈົ້າ ແມ່ນພຽງແຕ່ເຈດຈຳນົງຂອງຊົນຊັ້ນພວກເຈົ້າທີ່ຍົກຂຶ້ນເປັນກົດໝາຍ
ເນື້ອໃນຂອງເຈດຈຳນົງ ດັ່ງກ່າວຖືກກຳນົດໂດຍເງື່ອນໄຂ ທາງດ້ານວັດຖຸແຫ່ງຊີວິດຂອງຊົນຊັ້ນພວກເຈົ້າ".
ຂໍ້ບັນຍັດຂອງກົດໝາຍໃນສັງຄົມຂ້າທາດ ແລະ ສັກດີນາ ສະແດງໃຫ້ເຫັນການມີຊົນຊັ້ນ ຂອງມັນຢ່າງຈະແຈ້ງ, ນັ້ນແມ່ນການຮັບໃຊ້ຜົນປະໂຫຍດຂອງຊົນຊັ້ນຄອບຄອງ. ສ່ວນກົດໝາຍທຶນນິຍົມໃນສະໄໝປັດຈຸບັນນີ້ພະຍາຍາມປົກປິດການມີຊົນຊັ້ນຂອງກົດໝາຍຕົນ.
IV. ເຄື່ອງໝາຍສະເພາະຂອງກົດໝາຍ
ເຄື່ອງໝາຍສະເພາະຂອງກົດໝາຍ ທີ່ສ່ອງແສງເຖິງຈຸດພິເສດຂອງມັນໃນຖານະປັນເຈດຈຳນົງທີ່ຍົກຂຶ້ນເປັນກົດໝາຍມີດັ່ງຕໍ່ໄປນີ້
:
1. ກົດໝາຍປະກອບດ້ວຍຂໍ້ບັນຍັດ ໝາຍຄວາມວ່າລະບຽບການປະພຶດ
ທີ່ມີລັກສະນະທົ່ວໄປ.
2. ກົດໝາຍປະກອບດ້ວຍຂໍ້ບັນຍັດ
ທີ່ມີຜົນບັງຄັບທົ່ວໄປ ແລະ ສ່ອງແສງເຖິງເຈດຈຳນົງຂອງລັດ, ຂໍ້ບັນຍັດຂອງກົດໝາຍ
ມີຜົນບັງຄັບສຳລັບໝົດທຸກຄົນທີ່ກ່ຽວຂ້ອງ.
3. ກົດໝາຍແມ່ນລະບົບຂໍ້ບັນຍັດ, ຂໍ້ບັນຍັດຂອງກົດໝາຍມີສາຍພົວພັນຊຶ່ງກັນ
ແລະ ກັນ, ມັນມີຜົນສັກ ສິດຢ່າງເປັນເອກະພາບ, ເປັນລະບົບ.
4. ກົດໝາຍແມ່ນລະບົບຂໍ້ບັນຍັດ
ທີ່ມີຄວາມຊັດເຈນທາງດ້ານຮູບການ.
5. ກົດໝາຍຖືກຮັບປະກັນໂດຍລັດ ລັດໃຊ້ກຳລັງບັງຄັບຂອງຕົນ ເພື່ອຮັບປະກັນຄວາມສັກສິດຂອງກົດໝາຍ.
V. ຄວາມແຕກຕ່າງ ແລະ ຄ້າຍຄືກັນຂອງກົດໝາຍ ແລະ
ຂໍ້ບັນຍັດອື່ນຂອງ
ສັງຄົມ
ກົດໝາຍເມື່ອສະພາແຫ່ງຊາດຮັບຮອງ ແລະ ປະກາດໃຊ້ເມື່ອໃດນັ້ນ ປະຊາຊົນທຸກຄົນເມື່ອກະທຳຜິດສິ່ງໃດສິ່ງໜຶ່ງທີ່ແຕະຕ້ອງເຖິງກົດໝາຍແລ້ວ ກໍຈະບໍ່ສາມາດປະຕິເສດຄວາມຜິດດັ່ງກ່າວໄດ້ ໂດຍອ້າງວ່າບໍ່ຮັບຮູ້ວ່າມີກົດໝາຍສະບັບນີ້ ແຕ່ຕ້ອງໄດ້ຖືກມາດຕະການຕາມທີ່ໄດ້ກຳນົດໄວ້ໃນກົດໝາຍນັ້ນ. ກົງກັນຂ້າມກັບຂໍ້ບັນຍັດ ຖ້າເປັນຂໍ້ບັນຍັດຂອງທ້ອງຖິ່ນນັ້ນອາດຈະມີຜົນບັງຄັບໃຊ້ໃນບາງທ້ອງຖິ່ນໃດທ້ອງຖິ່ນໜື່ງເທົ່ານັ້ນ ເພາະວ່າ ປະເພນີ, ຄວາມເຊື່ອຖືຂອງແຕ່ລະບ່ອນຈະມີບໍ່ຄືກັນ ດັ່ງນັ້ນ, ກົດໝາຍ ແລະ ຂໍ້ກໍານົດອື່ນໆໃນ ສັງຄົມຈຶ່ງມີຄວາມແຕກຕ່າງກັນ ແລະ ຄ້າຍຄືກັນ ເປັນຕົ້ນແມ່ນ ກົດໝາຍກັບສາສະໜາ, ກົດໝາຍກັບສິນທໍາ ແລະ ກົດໝາຍກັບຮີດຄອງປະເພນີມີການພົວພັນກັນແນວໃດ.
ສາສະໜາ ແມ່ນກົດຂໍ້ບັງຄັບທີ່ສາສະໜາຕ່າງໆໄດ້ກໍານົດຂື້ນ
ເພື່ອໃຫ້ມະນຸດປະພຶດແຕ່ໃນສິ່ງທີ່ເປັນຄຸນງາມຄວາມດີ, ສາສະໜາຈື່ງເປັນເລື່ອງຂອງຄວາມເຊື່ອ
ບາງສາສະໜາໄດ້ສອນວ່າມີພະຜູ້ເປັນເຈົ້າທີ່ຈະໃຫ້ລາງວັນ ຫຼື
ທີ່ຈະລົງໂທດມະນຸດຢູ່ໃນໂລກຊາດໜ້າເຊັ່ນວ່າ ສາສະໜາໄດ້ສັ່ງສອນດັ່ງທີ່ກ່າວມາ ແລະ ອື່ນໆ.
ສ່ວນສາສະໜາພຸດໄດ້ສັ່ງສອນວ່າ ກຳຄືການກະທຳຂອງມະນຸດ ແມ່ນເຮັດໃຫ້ເກີດຜົນດີ ແລະ ຜົນຮ້າຍຢູ່ໃນປັດຈຸບັນ
ແລະ ຢູ່ໃນອະນາຄົດພາຍໜ້າ.
ສໍາລັບການປຽບທຽບລະຫວ່າງກົດໝາຍກັບສາສະໜານັ້ນ,
ກົດໝາຍ ແລະ ສາສະໜາ ໄດ້ມີອັນຄ້າຍຄືກັນ ແລະ ມີອັນແຕກຕ່າງກັນດັ່ງຕໍ່ໄປນີ້:
1.1 ຄວາມຄ້າຍຄືກັນລະຫວ່າງກົດໝາຍ ແລະ ສາສະໜາ
ສາດສະໜາ ແລະ
ກົດໝາຍມີອັນຄ້າຍຄືກັນຄື ທັງສາສະໜາ ແລະ ກົດໝາຍຕ່າງກໍກຳນົດການປະພືດຂອງມະນຸດ ແລະ
ຕ່າງກໍກຳນົດວ່າຖ້າມະນຸດຫາກຝ່າຝືນກົດຂໍ້ບັງຄັບແລ້ວກໍຈະໄດ້ຮັບໂທດ ແລະ ໃຊ້ແທນຜົນເສຍຫາຍ.
1.2 ຄວາມແຕກຕ່າງລະຫວ່າງສາສະໜາ ແລະ ກົດໝາຍ
ກົດໝາຍ ແລະ ສາສະໜາ ມີຄວາມແຕກຕ່າງກັນຄືກົດໝາຍນັ້ນຫາກມີການຝ່າຝືນກໍຈະມີສະພາບບັງຄັບ (Compulsory) ຢ່າງຈິງຈັງຢູ່ໃນປັດຈຸບັນເຊັ່ນວ່າ ລັດຈະເອົາຕົວບຸກຄົນທີ່ຝ່າຝືນກົດໝາຍນັ້ນໄປລົງໂທດດ້ວຍການຈຳຄຸກ ຫຼື ບັງຄັບໃຫ້ຊົດໃຊ້ຄ່າເສຍຫາຍໃນທາງແພ່ງ ຫຼື ບັງຄັບໃຫ້ກະທຳ ຫຼື ບໍ່ກະ ທຳແນວໃດແນວໜື່ງ ແລະ ອື່ນໆ. ແຕ່ສຳລັບສາສະໜານັ້ນສະພາບບັງຄັບຈະຢູ່ໃນຊາດໜ້າ ຫຼື ຢູ່ໃນໂລກໜ້າ, ຈື່ງມີຜົນບັງຄັບສະເພາະທີ່ນັບຖື ແລະ ເຊື່ອຟັງສາສະໜາເທົ່ານັ້ນ ແຕ່ຜູ້ທີ່ເຊື່ອຖືສາສະໜາເອງບາງຄັ້ງກໍຍອມຝ່າຝືນຂໍ້ບັງຄັງຂອງສາສະໜາ ເພາະຮູ້ສືກວ່າສະພາບບັງຄັບຍັງຢູ່ຫ່າງໄກຄືຢູ່ໄກເຖີງຊາດໜ້າ ຫຼື ໂລກໜ້າພຸ້ນ.
ຄຳວ່າ “ ສິນທຳ “ ນັ້ນໝາຍຄວາມວ່າແນວໃດ, ຄຳຕອບກໍຄືວ່າ “ ສິນທຳ “ ແມ່ນຄວາມຮູ້ສຶກສຳ
ນຶກຄິດຂອງມະນຸດທີ່ວ່າ ແມ່ນການກະທຳແນວໃດຈື່ງເປັນການກະທໍາທີ່ຖືກຕ້ອງ ແລະ
ແມ່ນການກະທໍາແນວໃດຈຶ່ງຖືວ່າເປັນການກະທຳທີ່ຜິດ ແລະ ບໍ່ຖືກຕ້ອງ.
ຖ້າເຮົາຈະປຽບທຽບລະຫວ່າງກົດໝາຍກັບສິນທໍານັ້ນໄດ້ມີອັນຄ້າຍຄືກັນ
ແລະ ມີອັນແຕກຕ່າງກັນດັ່ງລຸ່ມນີ້:
2.1
ຄວາມຄ້າຍຄືກັນລະຫວ່າງກົດໝາຍກັບສິນທຳ
ກົດໝາຍ ແລະ ສິນທຳຄ້າຍຄືກັນຢູ່ບ່ອນວ່າ ທັງກົດໝາຍ
ແລະ ສິນທຳກໍແມ່ນມະນຸດເປັນຜູ້ກຳນົດກົດເກນແຫ່ງຂໍ້ບັງຄັບຕ່າງໆກ່ຽວກັບການປະພຶດທັງໝົດ
ຫຼື ເວົ້າອີກແນວໜຶ່ງກໍຄືທັງສິນທຳ ແລະ ກົດໝາຍລ້ວນແຕ່ແມ່ນມະນຸດເປັນຜູ້ສ້າງຂຶ້ນ.
2.2
ຄວາມແຕກຕ່າງລະຫວ່າງກົດໝາຍກັບສິນທຳ
ກົດໝາຍ ແລະ ສິນທຳມີຄວາມແຕກຕ່າງກັນ ຄື:
1.
ກົດໝາຍເປັນຂໍ້ບັງຄັບຂອງລັດ, ແຕ່ສິນທຳນັ້ນເກີດຈາກຄວາມຮູ້ສຶກພາຍໃນຂອງຄົນ.
2.
ກົດໝາຍເປັນຂໍ້ບັງຄັບທີ່ກຳນົດການປະພຶດທາງພາຍນອກຂອງຄົນ, ຊຶ່ງຄົນໄດ້ສະແດງອອກມາ
ຢູ່ໃນຮູບຂອງການກະທຳທີ່ກົດໝາຍໄດ້ກຳນົດຫ້າມ
ຫຼື ກຳນົດໃຫ້ມີການຍົກເວັ້ນບໍ່ໃຫ້ກະທຳ ໃນການທີ່ຄົນເຮົາພຽງຄິດຢູ່ໃນໃຈນັ້ນ ກົດໝາຍກໍຍັງບໍ່ທັນເຂົ້າໄປກ່ຽວຂ້ອງໃດໆ.
ແຕ່ສຳລັບສິນທຳນັ້ນ, ພຽງແຕ່ຄົນເຮົາຄິດຊົ່ວໆ ແລະ ຄິດແບບບໍ່ຖືກຕ້ອງກໍຜິດກັບສິນທຳແລ້ວ.
3.
ຂໍ້ບັນຍັດຂອງກົດໝາຍສ່ວນຫຼວງຫຼາຍຈະກຳນົດ
ຫຼື ບັນຍັດເປັນລາຍລັກອັກສອນ ແຕ່ສຳລັບສິນທຳນັ້ນສ່ວນຫຼາຍບໍ່ໄດ້ກຳນົດເປັນລາຍລັກອັກສອນ.
4.
ກົດໝາຍກຳນົດຂໍ້ບັງຄັບຕ່າງໆໄວ້ເພື່ອຈຸດປະສົງເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ
ແລະ ປະຊາຊົນມີຄວາມສະຫງົບສຸກ ແຕ່ສິນທຳມີຈຸດມຸ່ງໝາຍທີ່ຈະເຮັດໃຫ້ຄົນເຮົາພຽບພ້ອມໄປດ້ວຍຄວາມດີທັງຮ່າງກາຍ
ແລະ ຈິດໃຈ. ດ້ວຍເຫດນີ້ເອງສິນທຳຈຶ່ງມີຈຸດມຸ່ງໝາຍທີ່ສູງກວ່າກົດໝາຍ.
5. ສຳລັບຜູ້ທີ່ຝ່າຝືນ ຫຼື ບໍ່ປະຕິບັດຕາມກົດໝາຍນັ້ນຈະຖືກລົງໂທດໂດຍລັດ ແລະ ມີລັດເທົ່ານັ້ນຈື່ງມີສິດກຳນົດ ແລະ ວາງໂທດໃສ່ຜູ້ກະທຳຜິດ ສ່ວນສິນທຳນັ້ນຄົນເຮົາຈະປະຕິບັດ ຫຼື ບໍ່ປະຕິບັດນັ້ນແມ່ນຂື້ນກັບຄວາມຮູ້ສືກນຶກຄິດຂອງແຕ່ລະຄົນ, ການຝ່າຝືນສິນທຳນັ້ນຈະມີຜົນກະທົບກະເທືອນຈິດໃຈຂອງບຸກຄົນທີຝ່າຝືນຈະໜ້ອຍ ຫຼື ຫຼາຍນັ້ນ ແມ່ນຂຶ້ນຢູ່ກັບຄວາມຮູ້ສຶກຕໍ່ສິນທຳຂອງແຕ່ລະຄົນ.
ປະເພນີ ແມ່ນສິ່ງທີ່ມະນຸດເຮົາປະຕິບັດຕໍ່ເນື່ອງກັນມາ
ມີຈຸດມຸ່ງໝາຍເຖີງສິ່ງພາຍນອກຂອງມະນຸດເທົ່ານັ້ນ ເປັນຕົ້ນແມ່ນການແຕ່ງຕົວ, ວີທີເວົ້າ
ແລະ ວີທີຕິດຕໍ່ພົວພັນກັບບຸກຄົນອື່ນລວມທັງວັດທະນະທຳອີກດ້ວຍ. ປະເພນີອາດຈະມີຄວາມແຕກຕ່າງກັນຕາມກາລະເທສະ
ດ້ວຍເຫດນີ້ເອງຈື່ງເຫັນໄດ້ວ່າ ເຖີງແມ່ນວ່າຊົນຊາດຊົນເຜົ່າອັນດຽວກັນກໍຍັງມີປະເພນີທີ່ແຕກຕ່າງກັນ ເພາະວ່າ ຢູ່ຄົນລະຫົນແຫ່ງປະເພນີມີວັດຖຸປະສົງຈະໃຫ້ມະນຸດເຮົາມີການຕິດຕໍ່ພົວພັນຊຶ່ງກັນ
ແລະ ກັນສະດວກ ແລະ ລະອຽດຍິ່ງຂື້ນ.
ການປຽບທຽບລະຫວ່າງປະເພນີ
ແລະ ກົດໝາຍມີອັນຄ້າຍຄືກັນ ແລະ
ມີອັນແຕກຕ່າງກັນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:
ທັງປະເພນີ
ແລະ ກົດໝາຍປະເພນີຕ່າງກໍໄດ້ຈັດວາງຂໍ້ບັງຄັບກຳນົດການປະພຶດພາຍນອກຂອງມະນຸດ ເພື່ອເປັນການໃຫ້ມະນຸດຈະໄດ້ດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສະຫງົບ.
ປະເພນີ ກັບ ກົດໝາຍມີຄວາມແຕກຕ່າງກັນຄື:
1.
ກົດໝາຍນັ້ນລັດເປັນຜູ້ກຳນົດ
ຫຼື ບັນຍັດ ຫຼື ຢ່າງໜ້ອຍກໍຍອມຮັບບັງຄັບໃຫ້ເປັນໄປຕາມຂໍ້ບັງຄັບນັ້ນໆ ຊື່ງພວກເຮົາເອີ້ນວ່າ
ກົດໝາຍປະເພນີ. ແຕ່ປະເພນີນັ້ນ ເປັນຂໍ້ບັງຄັບຂອງສັງຄົມ ຫຼື ຈະກ່າວໃຫ້ຊັດເຈນຂື້ນກໍຄືເປັນຂໍ້ບັງຄັບຂອງຊັ້ນຄົນ,
ຂອງປະຊາຊົນ ຫຼື ຂອງບຸກຄົນຢູ່ໃນອາຊີບໃດອາຊີບໝຶ່ງ.
2.
ກົດໝາຍນັ້ນວາງຂໍ້ບັງຄັບສຳລັບການປະພຶດຂອງມະນຸດພຽງບາງຢ່າງເທົ່ານັ້ນ ແຕ່ປະເພນີນັ້ນຈະປົກຄຸມການດຳລົງຊີວິດຂອງມະນຸດເກືອບທັງໝົດ.
3. ການເຮັດຜິດກົດໝາຍ ກໍຈະຖືກລົງໂທດຢ່າງມີຜົນຢ່າງຮ້າຍແຮງ ຫຼື ມີມາດຕາການອື່ນເຂົ້າມາກ່ຽວຂ້ອງ, ແຕ່ການເຮັດຜິດປະເພນີນັ້ນຜົນຂອງມັນກໍຄືຈະໄດ້ຮັບການຕຳນິວິຈານ ຫຼື ເຢາະເຢີ້ຍ ຫຼື ປະຕິ ເສດການເຄື່ອນໄຫວວຽກງານໃດໜື່ງກັບຜູ້ລະເມີດ.
VI. ລະບົບກົດໝາຍ
ລະບົບກົດໝາຍ
ແມ່ນກົດໝາຍ ໃນລະດັບທົ່ວປະເທດ ແລະ ການເຄື່ອນໄຫວຂອງບັນດາອົງການກົດ
ໝາຍເຊັ່ນ: ອົງການກົດໝາຍ (ສ້າງ ແລະ ຮັບຮອງເອົາຂໍ້ບັນຍັດຂອງກົດໝາຍ) ແລະ ອົງການປົກປ້ອງກົດ ໝາຍ (ຮັບປະກັນເຮັດໃຫ້ ຂໍ້ບັນຍັດກົດໝາຍປະກົດຜົນເປັນຈິງ). ດັ່ງນັ້ນ, ລະບົບກົດໝາຍແມ່ນຄວາມຮູ້ກວ້າງຂວາງ; ນອກຈາກກົດໝາຍແລ້ວ ມັນຍັງກວມເອົາປະກົດການອື່ນໆທາງດ້ານກົດໝາຍອີກ, ໂດຍສະ ເພາະທີ່ກວມເອົາການເຄື່ອນໄຫວຂອງບັນດາອົງການອອກກົດໝາຍ ແລະ ອົງການປົກປ້ອງກົດໝາຍ. ເຖິງຢ່າງໃດກໍຕາມຕ້ອງຈົດຈຳເລື້ອຍໆ ວ່າກົດໝາຍໃນຖານະເປັນລະບົບຂໍ້ບັນຍັດຂອງກົດໝາຍນັ້ນແມ່ນແກ່ນ ສານ, ແມ່ນໃຈກາງຂອງລະບົບກົດໝາຍຂອງປະເທດໃດໜຶ່ງ.
ຕາມການສືກສາຄົ້ນຄວ້າຂອງນັກກົດໝາຍ ໄດ້ມີການຊີ້ແຈງໃຫ້ເຫັນວ່າ ກົດໝາຍທີ່ເຮົານຳໃຊ້ປັດຈຸບັນໃນໂລກເຮົາມີສອງລະບົບກົດໝາຍຕົ້ນຕໍຄື: ກົດໝາຍແພ່ງ (Civil Law) ແລະ ກົດໝາຍປະເພນີສານ (Common Law).
6.1 ກົດໝາຍແພ່ງ
(Civil Law) ເປັນລະບົບກົດໝາຍທີ່ເປັນລາຍລັກອັກສອນ
ຫຼື ເວົ້າຢ່າງໜຶ່ງວ່າລະບົບກົດໝາຍທີ່ມີຮາກຖານມາຈາກກົດໝາຍໂຣມັນ ແລະ
ໄດ້ຮັບການຟື້ນຟູພັດທະນາໂດຍກົດໝາຍບັນດາປະເທດຢູໂຣບຕັ້ງແຕ່ ສະຕະວັດທີ XIII ເປັນຕົ້ນມາ. ລະບົບກົດໝາຍແພ່ງ (Civil Law) ເປັນລະບົບທີ່ໃຫ້ຄວາມສຳຄັນກັບຕົວບົດກົດໝາຍ
ທີ່ເປັນລາຍລັກອັກສອນກວ່າໝູ່ເພາະຖືວ່າ ສິ່ງນີ້ໄດ້ຜ່ານການປຸງແຕ່ງດ້ວຍເຫດ ຜົນຂອງນັກກົດໝາຍມາເປັນຢ່າງດີແລ້ວ.
ປະເທດພາກພື້ນຢູໂຣບມີການນຳເອົາລະບົບກົດໝາຍໂຣມັນມາໃຊ້
ໂດຍສະແມ່ນປະເທດຝຮັ່ງເສດໄດ້ຈັດທຳປະມວນກົດໝາຍ ໂດຍນຳເອົາແນວຄວາມຄິດ ແລະ
ສາລະປະມວນກົດໝາຍ ພຣະເຈົ້າຈັດສະຕີນຽນມາສ້າງເປັນກົດໝາຍແພ່ງຂອງຝຣັ່ງເສດໃນປີ 1804 (ສະໄໝນະໂປເລອົງທີໜຶ່ງ) ຕໍ່ມາປະເທດພາກພື້ນຢູໂຣບເຊັ່ນ:
ເຢຢລະມັນ, ອິຕາລີ , ສະເປນ, ສະວິດເຊີເລນ, ປອກຕຸຍການ, ເກຣັກ ເຫຼົ່ານີ້ເປັນຕົ້ນ ໄດ້ຮ່າງປະມວນກົດໝາຍຂຶ້ນໂດຍໄດ້ນຳໃຊ້ຫຼັກການຕ່າງໆໃນກົດໝາຍໂຣມັນມານຳໃຊ້.
ສ່ວນປະເທດໃນທະວີບອາຊີ
ທີ່ໃຊ້ກົດໝາຍນີ້ໃນລະບົບນີ້ໄດ້ແກ່ປະເທດຢີ່ປຸ່ນ, ໄທ, ຟີລິບປີນ, ອິນໂດເນເຊຍ, ລາວ,
ຫວຽດນາມ, ກຳປູເຈຍ ນອກຈາກນີ້ຍັງມີບັນດາປະເທດໃນອາເມຣິກາລາຕິນອີກດ້ວຍ.
ລັກສະນະທີ່ສຳຄັນຂອງ
ລະບົບກົດໝາຍແພ່ງ (Civil Law) ມີດັ່ງນີ້:
ກ. ຍຶດຖືກົດໝາຍທີ່ເປັນລາຍລັກອັກສອນເປັນສິ່ງສໍາຄັນອັນດັບໜຶ່ງ;
ຂ.
ຄໍາພິພາກສາຂອງສານຈະບໍ່ຖືໄດ້ວ່າເປັນແຫຼ່ງຂອງກົດໝາຍ;
ຄ. ການຮຽນ,
ການສອນກົດໝາຍຂອງລະບົບນີ້ຈະສຶກສາຈາກຕົວບົດກົດໝາຍ ທີ່ເປັນລາຍລັກອັກສອນເທົ່ານັ້ນ.
ບັນດາປະເທດເຫຼົ່ານີ້ຈຶ່ງຖືກັນວ່າ ພື້ນຖານຂອງກົດໝາຍແມ່ນການຮຽບຮຽງ ທີ່ມີການກໍ່ສ້າງເປັນລາຍລັກອັກສອນ ແລະ ທັດສະນະດັ່ງກ່າວໄດ້ນຳໄປສູ່ການ ປະກາດໃຊ້ປະມວນກົດໝາຍເຊັ່ນ : ປະມວນກົດ ໝາຍແພ່ງ. ທັດສະນະພື້ນຖານ ຂອງລະບົບກົດໝາຍນີ້ ຖືປະເພນີສານ ເປັນພຽງແຕ່ສິ່ງເພີ່ມເຕີມໃຫ້ແກ່ກົດໝາຍທີ່ສ້າງຂື້ນໃນທາງລາຍລັກອັກສອນໃຫ້ສົມບູນຂຶ້ນຕື່ມ.
6.2 ກົດໝາຍປະເພນີສານ
(Common Law): ລະບົບກົດໝາຍນີ້
ອາດຈະເວົ້າໄດ້ວ່າເປັນລະບົບກົດໝາຍທີ່ໃຊ້ຮີດຄອງປະເພນີເປັນຫຼັກ ຫຼື ເວົ້າອີກແບບໜຶ່ງວ່າ:
ເປັນລະບົບກົດໝາຍທີ່ບໍ່ເປັນລາຍລັກອັກສອນ ກົດໝາຍລະບົບນີ້ເກີດຂື້່ນມາຈາກການພັດທະນາທາງດ້ານປະວັດສາດຂອງປະເທດອັງກິດ
ໂດຍຖືວ່າຄຳພິພາກສາຂອງສານນັ້ນເປັນແຫຼ່ງກຳເນີດໂດຍກົງຂອງກົດໝາຍລະບົບນີ້ ຫຼື
ອາດຈະເອີ້ນວ່າຕົວຜູ້ພິພາກສານັ້ນເອງເປັນຜູ້ສ້າງກົດໝາຍ ເປັນຫຼັກກົດໝາຍ ແລະ ພາຍຫຼັງຕໍ່ມາສານກໍຖືເອົາຕາມນັ້ນເປັນບັນທັດຖານໃນການຕັດສີນຄະດີ.
ເຖິງຢ່າງໃດກໍຕາມແຫຼ່ງຂອງກົດໝາຍລະບົບ
(Common
Law) ຄືຮີດຄອງປະເພນີຂອງທ້ອງຖິ່ນທີ່ເຄີຍໃຊ້
ແລະ ເປັນທີ່ຍອມຮັບຮູ້ນຳກັນໂດຍທົ່ວໄປ, ສານໄດ້ນຳເອົາຮີດຄອງປະເພນີດັ່ງກ່າວ ມານຳໃຊ້ໃນການພິຈາລະນາຄະດີ.
ໃນປັດຈຸບັນອັງກິດໄດ້ມີການສ້າງກົດໝາຍລາຍລັກອັກສອນຂື້ນ ໂດຍຫຼັກການທີ່ເອີ້ນວ່າ statute law ອັນໄດ້ແກ່ກົດໝາຍທີ່ເປັນລາຍລັກອັກສອນຕ່າງທີ່ຖືວ່າເປັນກົດໝາຍພິເສດທີ່ສານໃຊ້ໃນການພິຈາລະນາສະເພາະເລື່ອງນັ້ນເພືອຫາທາງແກ້ໄຂລະບົບກົດໝາຍຄອມມອນລໍ ແຕ່ຕາມທັດສະນະຂອງຜູ້ພິພາກສານັ້ນກໍຍັງເຫັນວ່າ statute law ມິຖານະຕໍ່າກວ່າກົດໝາຍທີ່ຜູ້ພິພາກສາໄດ້ວາງອອກມາ.
ລັກສະນະທີ່ສຳຄັນຂອງກົດໝາຍລະບົບ Common law :
- ມີທີ່ຕັ້ງສຳຄັນອັນເນື່ອງມາຈາກຮີດຄອງປະເພນີເປັນແຫຼ່ງຂອງກົດໝາຍ;
- ຖືຮີດຄອງປະເພນີເປັນແຫຼ່ງພື້ນຖານຂອງກົດໝາຍ;
- ຖືວ່າຄຳພິພາກສາຂອງສານເປັນແຫຼ່ງທີ່ສຳຄັນຂອງກົດໝາຍ;
- ສ່ວນກົດໝາຍທີ່ກຳນົດຂື້ນເປັນລາຍລັກອັກສອນເປັນພຽງແຕ່ອັນເພີ່ມເຕີ່ມເທົ່ານັ້ນ;
- ການສຶກສາກົດໝາຍໃຫ້ຄວາມສໍາຄັນແກ່ຄໍາພິພາກສາຂອງສານເປັນຢ່າງຍິ່ງ.
ໝາຍຄວາມວ່າ : ແນວຄິດຂອງ ລະບົບກົດໝາຍປະເພນີສານ (Common Law) ມີຢູ່ບ່ອນວ່າຫຼັກການຂອງກົດໝາຍຖືກວາງອອກໂດຍປະເພນີສານ, ສ່ວນກົດໝາຍລາຍລັກອັກສອນເປັນພຽງແຕ່ສິ່ງເພີ່ມເຕີມ ຫຼືດັດແປງ ຈາກປະເພນີສານເທົ່ານັ້ນ.
VII. ຄຸນປະໂຫຍດທາງດ້ານສັງຄົມຂອງກົດໝາຍ
ກົດໝາຍ ແມ່ນເປັນສິ່ງດັດປັບສາຍພົວພັນສັງຄົມເພື່ອຜົນປະໂຫຍດຂອງຊົນຊັ້ນຄອບຄອງຮັບປະກັນ
ທາງດ້ານການຈັດຕັ້ງ, ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດສັງຄົມ. ກົດໝາຍແນໃສ່ຮັບປະກັນການຂະຫຍາຍຕົວ
ແລະ ການເຄື່ອນໄຫວຂອງທັງໝົດຮ່າງກາຍຂອງສັງຄົມໂດຍສອດຄ່ອງກັບກົດເກນເສດຖະກິດ. ນອກນັ້ນຄຸນປະໂຫຍດທາງດ້ານສັງຄົມຂອງກົດໝາຍນັ້ນຍັງສະແດງອອກຢູ່ໃນພາລະໜ້າທີ່ຂອງມັນ.
ຄຸນປະໂຫຍດຂອງກົດໝາຍ ສະແດງອອກຢ່າງລວມສູນໃນດ້ານຕ່າງໆ ດັ່ງນີ້:
1. ກົດໝາຍເປັນພາຫະນະຫັນແນວທາງນະໂຍບາຍຂອງພັກເປັນອັນລະອຽດ
ການນໍາພາຂອງພັກ ກ່ອນອື່ນໝົດສະແດງອອກໃນການວາງແນວທາງນະໂຍບາຍ
ແລະ ນະໂຍ ບາຍໃຫຍ່ໆ ໃນແຕ່ລະຂົງເຂດທັງພາຍໃນ ແລະ ຕ່າງປະເທດ, ພ້ອມນັ້ນຍັງນໍາໃຊ້ຮູບການ
ແລະ ວິທີການທີ່ແຕກຕ່າງກັນເພື່ອປະຕິບັດນະໂຍບາຍດັ່ງກ່າວເຂົ້າໃນຊີວິດຕົວຈິງ. ການຫັນບັນດາແນວທາງ
ແລະ ແຜນນະ ໂຍບາຍເປັນອັນລະອຽດ, ເປັນກົດໝາຍແມ່ນວິທີການໜຶ່ງ
ໃນການນໍາໃຊ້ກົດໝາຍໂດຍຜ່ານລັດ ຈຶ່ງເຮັດໃຫ້ແນວທາງແຜນນະໂຍບາຍຂອງພັກກາຍເປັນບັນດາຫຼັກການລວມຂອງທຸກຄົນໃນສັງຄົມ.
ຍ້ອນກົດໝາຍຫັນແນວທາງ ແລະ ແຜນນະໂຍບາຍອອກເປັນອັນລະອຽດ, ເປັນກົດໝາຍສະເພາະ ແນວທາງ ແລະ ແຜນນະໂຍບາຍຈຶ່ງກາຍເປັນຄໍາສັ່ງ, ຄໍາແນະນໍາ ມີລັກສະນະອໍານາດລັດ
ແລະ ໄດ້ຮັບການປະຕິບັດໂດຍກົງ, ຊັດເຈນ ແລະ ເອກະພາບໃນທົ່ວປະເທດ.
ໂດຍຜ່ານຂອດການຫັນເປັນອັນລະອຽດ ຈຶ່ງເຮັດໃຫ້ປະຊາຊົນຮັບຮູ້ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດນັບມື້ນັບເລິກເຊິ່ງເຖິງຖອງຍິ່ງຂຶ້ນ.
2. ກົດໝາຍເປັນພາຫະນະຄຸ້ມຄອງຂອງລັດ
ບໍ່ວ່າລັດຂອງສັງຄົມໃດກໍລ້ວນແຕ່ມີຄວາມຕ້ອງການເຖິງກົດໝາຍ. ດ້ວຍເຫດນັ້ນ, ຄຸນປະໂຫຍດບົດບາດຂອງກົດໝາຍໃນຖານະທີ່ເປັນພາຫະນະຄຸ້ມຄອງລັດຄຸ້ມຄອງສັງຄົມ
ບໍ່ຄວນເນັ້ນແຕ່ການລົງໂທດປາບປາມເທົ່ານັ້ນ. ສິ່ງສໍາຄັນແມ່ນການຈັດຕັ້ງ, ການຄຸ້ມຄອງ, ການດັດປັບສາຍພົວພັນສັງຄົມ
ໂດຍຜ່ານການເຄື່ອນໄຫວ, ການປະພຶດ ແລະ ການກະທໍາຂອງຄົນເຮົາ.
ກົດໝາຍເປັນພາຫະນະຄຸ້ມຄອງລັດ ເພື່ອດັດປັບສາຍພົວພັນສັງຄົມ, ອໍານວຍຄວບຄຸມໃນຂົງເຂດເສດຖະກິດສັງຄົມ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແນໃສ່ຮັກສາໃຫ້ສັງຄົມມີສະເຖຍລະພາບ,
ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຊຸກຍູ້ໃຫ້ສັງຄົມຂະຫຍາຍຕົວໄປຕາມກົດເກນພາວະວິໄສ.
ກົດໝາຍຍັງເປັນພາຫະນະຄຸ້ມຄອງຂອງບັນດາອົງການຄຸ້ມຄອງລັດ. ໂດຍຜ່ານກົດໝາຍບັນດາອົງການຄຸ້ມຄອງລັດ ຈຶ່ງກໍານົດລະບຽບຫຼັກການຕ່າງໆກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ພັນທະ, ແບບແຜນການດໍາເນີນງານຂອງຕົນ ແລະ ລະບຽບການຂອງພະນັກງານ-ລັດຖະກອນເພື່ອຮັບປະ ກັນໃຫ້ກົງຈັກລັດໄດ້ຮັບການຈັດຕັ້ງທີ່ແທດເໝາະກະທັດຮັດ ແລະ ມີປະສິດທິພາບສູງທັງສອດຄ່ອງກັບກົນໄກໃໝ່ໃນການຄຸ້ມຄອງເສດຖະກິດສິນ ຄ້າຫຼາຍພາກສ່ວນທີ່ມີການດັດສົມຂອງລັດຕາມທິດສັງຄົມນິຍົມ.
3. ກົດໝາຍຫັນສິດເປັນເຈົ້າຂອງປະຊາຊົນຊາວຜູ້ອອກແຮງງານເປັນອັນລະອຽດ
ຕາມທັດສະນະຂອງພັກເຮົາ "ປະຊາທິປະໄຕຕ້ອງຮັບປະກັນດ້ວຍລັດຖະທໍາມະນູນ
ແລະ ກົດ ໝາຍ" ແນໃສ່ເຮັດໃຫ້ສັງຄົມມີສະເຖຍລະພາບທາງດ້ານການເມືອງ, ເປັນລະບຽບຮຽບຮ້ອຍທັງເສີມຂະຫຍາຍໄດ້ຄວາມສາມາດປະດິດສ້າງຂອງທຸກຄົນ,
ທົ່ວປວງຊົນ ທັງເພີ່ມທະວີຄວາມສາມັກຄີເປັນເອກະພາບແຫ່ງຊາດ.
ການເສີມຂະຫຍາຍ,
ເປີດກວ້າງປະຊາທິປະໄຕ
ແລະ ສິດເປັນເຈົ້າຂອງປະຊາຊົນຍາມໃດກໍຕິດພັນຢ່າງສະໜິດແໜ້ນກັບການຮັບປະກັນຜົນປະໂຫຍດ ແລະ
ການປະຕິບັນພັນທະຢ່າງຄົບຖ້ວນຂອງພົນລະ ເມືອງທຸກຄົນ.
ຄໍາວ່າກົດໝາຍຫັນສິດເປັນເຈົ້າຂອງປະຊາຊົນເປັນອັນລະອຽດແນ່ນອນນັ້ນມີຄວາມໝາຍວ່າ
ເຮັດໃຫ້ຖານະເປັນຜູ້ຄຸ້ມຄອງລັດ ຄຸ້ມຄອງສັງຄົມ
ຂອງປະຊາຊົນໄດ້ຮັບການປະຕິບັດ, ຄໍ້າປະກັນຄວາມສັກສິດ, ສະເໝີພາບລະຫວ່າງພົນລະເມືອງກັບລັດ
ແລະ ລະຫວ່າງພົນລະເມືອງດ້ວຍກັນກໍໃຫ້ມີຄວາມສະ ເໝີພາບຕໍ່ໜ້າກົດໝາຍ.
ສິດທິຂອງພົນລະເມືອງ,
ສິດທິມະນຸດ
ແລະ ສິດເສລີພາບສ່ວນບຸກຄົນຕ້ອງໄດ້ຮັບປະກັນດ້ວຍກົດໝາຍ ແລະ ຕ້ອງປະຕິບັດຢູ່ໃນຂົງເຂດທີ່ກົດໝາຍໄດ້ກໍານົດໄວ້.
ສັງລວມແລ້ວ,
ຄຸນປະໂຫຍດ
ແລະ ບົດບາດສໍາຄັນຂອງກົດໝາຍໃນການຫັນສິດເປັນເຈົ້າຂອງປະ ຊາຊົນອອກເປັນອັນລະອຽດນັ້ນ ຕ້ອງສະແດງອອກຢູ່ບ່ອນວ່າ:
+ ກົດໝາຍ ໄດ້ກໍານົດບັນດາເງື່ອນໄຂທາງດ້ານວັດຖຸ ແລະ ຈິດໃຈ, ພັນທະ ແລະ ຄວາມຮັບ
ຜິດຊອບຂອງລັດໃນການແນະນໍາຊ່ວຍເຫຼືອ,
ຈັດຕັ້ງໃຫ້ປະຊາຊົນປະຕິບັດສິດ ແລະ ພັນທະຂອງພົນລະ
ເມືອງທຸກຄົນຢ່າງຖືກຕ້ອງ.
+ ກົດໝາຍ ຍັງໄດ້ກໍານົດບັນດາມາດຕະການແນໃສ່ສະກັດກັ້ນ ແລະ ລົງໂທດພຶດຕິກໍາທີ່ແຕະ ຕ້ອງເຖິງສິດເສລີພາບປະຊາທິປະໄຕຂອງພົນລະເມືອງ ແລະ ການກະທໍາທີ່ເປັນການຫຼົບຫຼີກຈາກພັນທະທີ່ກົດໝາຍໄດ້ກໍານົດອອກ.
VIII. ພາລະໜ້າທີ່ຂອງກົດໝາຍ
ກົດໝາຍ ມີພາລະໜ້າທີ່ວາງລະບຽບແນໃສ່ການກະທົບອັນຕັ້ງໜ້າ
(ໃນທາງບວກ), ໝາຍຄວາມວ່າ ແນໃສ່ເຮັດໃຫ້ສາຍພົວພັນສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ, ນຳເອົາສາຍພົວພັນສັງຄົມເຂົ້າສູ່ຂອບເຂດອັນແນ່ນອນ
ສົ່ງເສີມການຂະຫຍາຍຕົວຂອງມັນ, ພ້ອມດຽວກັນນັ້ນ ໃນຂະບວນວິວັດແຫ່ງການວາງລະບຽບນັ້ນກົດໝາຍຍັງມີພາລະໜ້າທີ່ອື່ນອີກ
ຊຶ່ງແມ່ນການປົກປັກຮັກສາສາຍພົວພັນສັງຄົມ. ໃນເວລາດຳ ເນີນພາລະໜ້າທີ່ປົກປັກຮັກສາສາຍພົວພັນສັງຄົມນັ້ນ
ເພີ່ນນຳເອົາສາຍພົວພັນທີ່ບໍ່ແມ່ນຂອງສັງຄົມທີ່ກ່ຽວ ຂ້ອງອອກ, ທຳການຕໍ່ສູ້ກັບການຟຶ້ນຊີບທີ່ອາດເປັນໄປໄດ້ຂອງມັນ.
ພາລະໜ້າທີ່ຂອງກົດໝາຍແບ່ງອອກເປັນສອງຢ່າງດັ່ງນີ້:
1. ພາລະໜ້າທີ່ທາງດ້ານເສດຖະກິດ
ພາລະໜ້າທີ່ທາງດ້ານເສດຖະກິດແມ່ນພາລະໜ້າທີ່ອັນຕົ້ນຕໍ ຂອງກົດໝາຍຊຶ່ງໄດ້ມີການວາງຂໍ້ຫ້າມໃສ່ບຸກຄົນໃດໜຶ່ງເຊັ່ນ:
ບໍ່ໃຫ້ລັກຂອງຜູ້ອື່ນ ຫຼື ບໍ່ກະທຳສິ່ງໃດໜຶ່ງໝາຍຄວາມວ່າບຸກຄົນຜູ້ນັ້ນ ຈຳຕ້ອງມີພັນທະໃນການຢັບຢັ້ງການເຄື່ອນໄຫວຂອງຕົນໃດໜຶ່ງຕາມຂໍ້ຫ້າມນັ້ນ.
2. ພາລະໜ້າທີ່ເສີ່ມຂະຫຍາຍ
ແມ່ນຖືກນຳມາປະຕິບັດດ້ວຍພາຫະນະອື່ນໆຂອງກົດໝາຍເຊັ່ນ: ບຸກຄົນມີພັນທະໃນການເຄ່ື່ອນ
ໄຫວຢ່າງຕັ້ງໜ້າຄື: ການສືບທອດມູນມໍຣະດົກຕ້ອງໄດ້ປະຕິບັດຕາມກົດໝາຍວ່າດ້ວຍມູນມໍຣະດົກ ແລະ ພື້ນຖານການສືບທອດມູນມໍຣະດົກ ແລະ ອື່ນໆ.
IX. ຮູບການສະແດງອອກຂອງກົດໝາຍ
ແຫຼ່ງຂອງກົດໝາຍມີສາຍພົວພັນກັບການເຄື່ອນໄຫວຂອງລັດໃນການຍົກເອົາເຈດຈຳນົງຂອງລັດຂຶ້ນມາເປັນກົດໝາຍຊຶ່ງສະແດງອອກຢູ່ສາມຢ່າງພຶ້ນຖານ
9.1 ນິຕິກຳ
ແມ່ນເອກະສານທາງດ້ານກົດໝາຍທີ່ບັນຈຸຂໍ້ກໍານົດກົດໝາຍ ຊຶ່ງອັນທີ່ຈັດເປັນນິຕິກຳນັ້ນປະກອບມີກົດໝາຍ, ນິຕິກຳຂອງລັດຖະບານ, ກະຊວງ, ທະບວງ ໃນຂອບເຂດຂອງລັດວາງອອກໂດຍອົງການລັດ.
ຕົວຢ່າງ : ລະບົບນິຕິກໍາຂອງ ສ ປປ ລາວ ປະກອບດ້ວຍ
:
-
ລັດຖະທຳມະນູນ;
-
ກົດໝາຍ;
-
ມະຕິຕົກລົງຂອງສະພາແຫ່ງຊາດ;
-
ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ;
-
ລັດຖະບັນຍັດຂອງປະທານປະເທດ./ ລັດຖະດຳລັດຂອງປະທານປະເທດ.
-
ດຳລັດຂອງລັດຖະບານ;
-
ມະຕິຕົກລົງຂອງລັດຖະບານ;
-
ຄຳສັ່ງ, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ;
-
ຄຳສັ່ງ, ຂໍ້ຕົກລົງ, ຄຳແນະນຳຂອງລັດຖະມົນຕີ, ຫົວໜ້າອົງການທີ່ຂື້ນກັບລັດຖະບານ;
-
ຄຳສັ່ງ, ຂໍ້ຕົກລົງ, ຄໍາແນະນໍາຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
-
ຄຳສັ່ງ, ຂໍ້ຕົກລົງ, ຄໍາແນະນໍາຂອງເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້າຄອງນະຄອນ;
- ກົດລະບຽບບ້ານ.
9.2 ຮີດຄອງກົດໝາຍ
ແມ່ນຮີດຄອງຊຶ່ງລັດເຮັດໃຫ້ມີຜົນບັງຄັບລວມ
ແລະ ຮັບປະກັນການເຄົາລົບດ້ວຍ ກຳລັງບັງຄັບຂອງຕົນ. ລັດມີວິທີການຫຼາຍຢ່າງໃນການຮັບປະກັນໃຫ້ພົນລະເມືອງຕ້ອງປະຕິບັດຕາມກົດໝາຍ.
ລັດໄດ້ຍົກລະດັບຄວາມຕື່ນຕົວໃຫ້ປະຊາຊົນ ກ່ຽວກັບເນື້ອໃນຂອງກົດໝາຍ ແລະ ພະຍາຍາມຊຸກຍູ້ໃຫ້ສັງຄົມສະໜັບສະໜູນການຈັດຕັ້ງປະຕິບັດກົດໝາຍ
ແລະ ລະບຽບການລັດນຳໃຊ້ກຳລັງຕຳຫຼວດເພື່ອດຳເນີນການສືບສວນ-ສອບສວນຄະດີ ແລະ ຈັບກຸ້ມຜູ່ກະທຳຜິດ.ລັດໃຫ້ສິດແກ່ສານໃນການດຳເນີນການຕັດສີນຕໍ່ຜູ້ກະທຳຄວາມຜິດ.
ຍັງມີອົງການອື່ນທີ່ທຳການຕ້ານ ແລະ ສະກັດກັ້ນບໍ່ໃຫ້ມີການກະທຳຜິດ.
ລັດໃຊ້ຄວາມພະຍາຍາມໃນການສຶກສາອົບຮົມ ແລະ ສັ່ງສອນປະຊາຊົນຜູ້ທີ່ໄດ້ລະເມີດກົດໝາຍ ວິທີດັ່ງກ່າວເປັນວິທີການທີ່ມີປະສິດທິຜົນທີ່ສຸດໃນການບັງຄັບປະຕິບັດກົດໝາຍ.
9.3 ປະເພນີສານ ແລະ ປະເພນີປົກຄອງ
ແມ່ນຄຳຊີ້ຂາດຂອງສານ ຫຼື ອຳນາດການປົກຄອງກ່ຽວກັບຄະດີ
ຫຼື ບັນຫາໃດໜຶ່ງ ແລະ ຄຳຊີ້ຂາດດັ່ງກ່າວນັ້ນຖືວ່າມີຜົນບັງຄັບລວມ, ພ້ອມດຽວກັນນັ້ນ ການພິຈາລະນາຄະດີທີ່ຄ້າຍຄືກັນ
ກໍຕ້ອງດຳເນີນໄປຕາມທິດທາງດຽວກັນ ທີ່ເຄີຍໄດ້ຊີ້ຂາດມາແລ້ວ.
ความคิดเห็น
แสดงความคิดเห็น