ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ຄວາມຮູ້ກ່ຽວກັບລັດ ຂອງ ສປປ ລາວ

 ໂດຍ: ປັນຍາສັກ ແສງອ່ອນແກ້ວ

ຄວາມຮູ້ກ່ຽວກັບລັດ ຂອງ ສປປ ລາວ

 

I.      ການກຳເນີດລັດແຫ່ງ ສປປ.ລາວ

  1.1  ກ່ອນການສ້າງຕັ້ງ ລັດ ສປປ ລາວ

         ລັດແຫ່ງ ສປປ ລາວ ແຕ່ເດີມມີຊື່ເອີ້ນວ່າ : ອານາຈັກລາວລ້ານຊ້າງ ເປັນແຜ່ນດິນໃຫຍ່ມີອານາເຂດກວ້າງໃຫຍ່ໄພສານ, ມີຊັບພະຍາກອນທີ່ອຸດົມສົມບູນມີເຂົ້າໃນນາມີຊັບໃນດິນພຽງພໍໃຫ້ແກ່ປະຊາຊົນລາວເຮົາແຕ່ອະດີດຈົນເຖິງປັດຈຸບັນ, ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມສະຫງົບສຸກ. ຊາດລາວແຕ່ບູ ຮານເປັນຊາດໃຫ່ຍ, ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມສະຫງົບສຸກ.

         ໃນສະຕະວັດທີ XIV ເຈົ້າຟ້າງຸ່ມແຫ່ງອານາຈັກຊຽງທອງຂອງລາວໄດ້ຂະຫຍາຍອານາຈັກດ້ວຍການບັງຄັບຫົວເມືອງໃຫຍ່ນ້ອຍທີ່ໃກ້ຄຽງ  ໃຫ້ມາຂຶ້ນກັບການປົກຄອງຂອງຕົນໂດຍໄດ້ສ້າງຕັ້ງໃຫ້ເປັນລັດໜຶ່ງທີ່ມີຊື່ວ່າ : ''ອານາຈັກລ້ານຊ້າງ''. ເຈົ້າຟ້າງຸ່ມໄດ້ກາຍເປັນມະຫາກະສັດອົງທຳອິດແຫ່ງອານາຈັກລ້ານຊ້າງ ຊຶ່ງເປັນລັດທີ່ເຂັ້ມແຂງ ແລະ ລວມສູນຂອງລະບອບສັກດີນາໄລຍະຕົ້ນ. ເຈົ້າຟ້າງຸ່ມໄດ້ຈັດຕັ້ງຄວາມເປັນລະບຽບ ຮຽບຮ້ອຍພາຍໃນປະເທດ  ໂດຍໄດ້ສ້າງຕັ້ງກົງຈັກລັດ ແລະ ອົງການປົກຄອງຊຶ່ງອີງໃສ່ສາສະໜາພຸດໃນການຄອງອຳນາດຂອງຕົນ, ອານາຈັກລ້ານຊ້າງໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການປົກຄອງຂອງເຈົ້າສາມແສນໄທ ໂອລົດຂອງເຈົ້າຟ້າງຸ່ມໄດ້ດຳເນີນການປະຕິຮູບທາງດ້ານການເມືອງ, ການທະຫານ ແລະ ໄດ້ຈັດແບ່ງຊົນຊັ້ນວັນນະພາຍໃນລາຊະອານາຈັກ.

         ລັດລ້ານຊ້າງໄດ້ຂະຫຍາຍຕົວຂຶ້ນສູ່ລະດັບສູງ ພາຍໃຕ້ການປົກຄອງຂອງເຈົ້າໄຊເສດຖາທິລາດ ແລະ ເຈົ້າສຸລິຍະວົງ ໃນໄລຍະດັ່ງກ່າວໄດ້ມີການສ້າງສາ ແລະ ມີຄວາມຈະເລີນຮຸ່ງເຮືອງທາງດ້ານສີນລະປະວັດທະ ນະທຳຫຼາຍຢ່າງເປັນຕົ້ນແມ່ນ ໄດ້ກໍ່ສ້າງພະທາດເຈດີຂຶ້ນຫຼາຍບ່ອນເຊັ່ນ: ພະທາດສີສອງຮັກ, ພະທາດຫຼວງ ແລະ ປະຕິສັງຂອນ, ເສີມສ້າງທາດສີໂຄດ, ທາດອິງຮັງ ແລະ ອື່ນໆ.

         ນອກຈາກນີ້ຍັງມີຊາວເອີຣົບມາຢ້ຽມຢາມພົວພັນສັນຖະວະໄມຕີເຊັ່ນ : ຄະນະຜູ້ແທນໂຮນລັງ ນຳໂດຍ ທ່ານ ວັນວຸດສະຕົບ ມາຢ້ຽມຢາມໃນປີ 1641 - 1642 ແລະ ຄະນະຜູ້ແທນອີຕາລີ ນຳໂດຍ ທ່ານ ມາຣີນີ ທີ່ໄດ້ມາຢ້ຽມຢາມໃນປີ 1642 - 1647.

         ໃນສະຕະວັດທີ XVIII ລັດລ້ານຊ້າງໄດ້ສູ້ຮົບຕົບຕີກັບລັດໃກ້ຄຽງ ເພື່ອປ້ອງກັນອານາຈັກຂອງຕົນ ຈາກກົນອຸບາຍແຊກແຊງ ແລະ ຍຸແຍ່ຈາກພາຍນອກ ຊຶ່ງໄດ້ພາໃຫ້ມີຄວາມແຕກແຍກຄວາມສາມັກຄີພາຍໃນ, ລັດລ້ານຊ້າງທີ່ເຂັ້ມແຂງຈິ່ງໄດ້ຖືກແຕກແຍກເປັນສາມອານາຈັກພໍໃຜພໍລາວ ຄື : ຫຼວງພະບາງຢູ່ພາກເໜືອ, ວຽງຈັນຢູ່ພາກການງ, ຈຳປາສັກຢູ່ພາກໃຕ້. ຄວາມຂັດແຍ່ງ ແລະສົງຄົມພາຍໃນໄດ້ພາໃຫ້ອານາຈັກລ້ານຊ້າງຕົກເປັນເປົ້າໝາຍຮຸນຮານຂອງອານາຈັກສະຫຍາມ. ເຊິ່ງໃນທີ່ສຸດກໍໄດ້ກາຍເປັນປະເທດຂອງສະຫຍາມເປັນເວລາ 115 ປີ. ຍ້ອນນ້ໍາໃຈຕໍ່ສູ້ບໍ່ຍອມຈໍານົນທີ່ຈະຢູ່ໃຕ້ການຄອບຄອງຂອງຕ່າງຊາດ ວິລະບູລຸດຂອງລາວໄດ້ນຳພາປະຊາຊົນລາວບັນດາເຜົ່າລຸກຮືຂຶ້ນຢ່າງເນື່ອງນິດລຽນຕິດເພື່ອຄວາມເປັນອິດສະຫຼະພາບ ແລະ ເອກະລາດແຫ່ງຊາດ ຊຶ່ງເດັ່ນກວ່າໝູ່ແມ່ນການລຸກຮືຂຶ້ນຂອງເຈົ້າອະນຸວົງ ໃນປີ 1827.

         ການປະທະກັນລະຫວ່າງພວກສັກດີນາ  ແລະ ສົງຄາມລຽນຕິດທີ່ມີຂຶ້ນ ລະຫວ່າງລັດສັກດີນາໃກ້ຄຽງກັບລັດລ້ານຊ້າງ ເຊິ່ງແມ່ນການຍາດຊີງກັນເປັນເຈົ້າແຜ່ນດິນຂອງລະບອບສັກດີນານັ້ນໄດ້ເຮັດໃຫ້ມີການຊຸດໂຊມທາງດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ. ດັ່ງນັ້ນ, ລັດລາວຈຶ່ງໄດ້ຕົກເປັນເຫຍື່ອໃຫ້ແກ່ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງໃນໄລຍະທ້າຍຂອງສະຕະວັດທີ XIX.

         ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຢຶດຄອງເອົາສາມປະເທດອິນດູຈີນ: ຫວຽດນາມ, ລາວ ແລະ ກຳປູ ເຈຍ ເປັນຫົວເມືອງຂຶ້ນຂອງພວກເຂົາ ແລະ ຖືວ່າສາມປະເທດນີ້ເປັນຫົວໜ່ວຍອັນດຽວຊື່ວ່າ: " ສະຫະພັນອິນດູຈີນຝຣັ່ງເສດ "  ທີ່ຂຶ້ນໂດຍກົງກັບຜູ້ສຳເລັດລາຊະການສູງສຸດຂອງຝຣັ່ງ ແລະ ຜູກຂາດທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທຳ, ການທະຫານ ແລະ ການຕ່າງປະເທດ. ນະໂຍບາຍພື້ນຖານຂອງພວກ ຝຣັ່ງຕໍ່ສາມປະທດນີ້ແມ່ນ  " ປາບໃຫ້ສະຫງົບ  " ແລະ ແບ່ງແຍກເພື່ອປົກຄອງ.

         ປະເທດລາວຕົກເປັນຫົວເມືອງຂຶ້ນຂອງຝຣັ່ງຕັ້ງແຕ່ ປີ 1893 - 1954. ຈາກບັນຫາດັ່ງກ່າວໄດ້ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນາທຳຂອງປະຊາຊົນເຮົານັບມື້ນັບທຸກຍາກ  ຫຼ້າຫຼັງໃນທີ່ສຸດປະເທດລາວ ໄດ້ກາຍເປັນປະເທດທີ່ດ້ອຍພັດທະນາທີ່ສຸດໃນໂລກ. ນີ້ຄືຜົນຮ້າຍ ແລະ ເຈັບແສບທີ່ສຸດຊຶ່ງລັດທິລ່າເມືອງຂຶ້ນໄດ້ສ້າງຂຶ້ນແກ່ປະຊາຊົນລາວເຮົາ. ດ້ວຍເຫດນັ້ນປະຊາຊົນລາວບັນດາເຜົ່າຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນຝຣັ່ງຢ່າງເນື່ອງນິດລຽນຕິດ, ໃນຂະບວນການຮັກຊາດເຫຼົ່ານັ້ນໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການປຸກລະດົມ ແລະ ເສີ່ມຂະຫຍາຍຈິດໃຈຮັກຊາດອັນສູງສົ່ງໃນການຕໍ່ສູ້ປົກປັກຮັກສາປິຕິພູມທີ່ແສນຮັກຈົ່ງຂອງຕົນຢ່າງພິລະອາດຫານ.

         ພາຍໃຕ້ແສງສະຫວ່າງຂອງມະຫາປະຕິວັດສັງຄົມນິຍົມ ເດືອນຕຸລາ ຢູ່ລັດເຊຍ ໃນປີ 1917 ໄດ້ມີການປຸກລະດົມຢ່າງໃຫຍ່ຫລວງໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍຊາດ, ໃນປີ 1930  ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ໂດຍທ່ານປະທານໂຮ່ຈີມິນ, ນັກກອມມູນິດຜູ້ກ້າແກ່ນ ນັກປະຕິວັດສາກົນກຳມາຊີບຜູ້ດີເດັ່ນ, ຜູ້ນຳພາຂະບວນການຕໍ່ສູ້ປົດປ່ອຍຢູ່ອິນດູຈິນ ຊຶ່ງເປັນຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວ.

         ໃນປີ 1934 ຄະນະພັກແຄ້ວນລາວໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອນຳພາການປະຕິວັດລາວໂດຍກົງ. ແຕ່ນັ້ນມາກຳລັງປະຕິວັດນັບມື້ນັບຂະຫຍາຍຕົວຢ່າງແຂງແຮງ ທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມສາມາດພຽງພໍໃນການນຳພາປະຊາຊົນບັນດາເຜົ່າຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດ.

         ວັນທີ 22/3/1955 ພັກປະຊາຊົນລາວ (ປັດຈຸບັນແມ່ນພັກປະຊາຊົນປະຕິວັດລາວ) ໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ເປັນຜູ້ຮັບຜິດຊອບຢ່າງສົມບູນຕໍ່ຊາຕາກຳຂອງຊາດ ແລະ ອະນາຄົດຂອງການປະຕິວັດລາວພັກປະຊາຊົນປະຕິວັດລາວກຳເນີດຂຶ້ນ ແມ່ນຂີດໝາຍແຫ່ງການຂະຫຍາຍຕົວຢ່າງກະໂດດຂັ້ນ ແລະ ເປັນບາດລ້ຽວອັນຍິ່ງໃຫຍ່ໃນປະວັດສາດຂອງການປະຕິວັດລາວ, ພັກເຮົາໄດ້ເຕີບໃຫ່ຍເຂັ້ມແຂງເທື່ອລະກ້າວ.

         ໃນທ້າຍປີ 1953 - 1954 ການຕໍ່ສູ້ຂອງປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ໄດ້ຮັບໄຊຊະ ນະອັນໃຫ່ຍຫຼວງ ໃນການຕໍ່ສູ້ກັບຈັກກະພັດຝຣັ່ງ ເຮັດໃຫ້ພວກເຂົາຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນໃນປີ 1954 . ຊຶ່ງສັນຍາດັ່ງກ່າວໄດ້ຮັບຮູ້ເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ 3 ປະເທດຄື :  ລາວ , ຫວຽດນາມ  ແລະ ກຳປູເຈຍ.

         ພາຍຫຼັງເຊັນສັນຍາເຊີແນວ ປີ 1954 ກ່ຽວກັບອິນດູຈີນ, ສະຫະລັດອາເມລິກາ ໄດ້ເຂົ້າມາລາວ ພວກເຂົາໄດ້ແຊກແຊງເຂົ້າໃນກິດຈະການພາຍໃນຂອງລາວ.

         ເຖິງວ່າສະຫະລັດອາເມລິກາ ແລະ ພວກບໍລິວານໄດ້ສືບຕໍ່ປະຕິບັດສົງຄາມພິເສດເພີ່ມທະວີຢູ່ລາວ ແຕ່ອັນນັ້ນກໍບໍ່ສາມາດຈະທຳລາຍຈິດໃຈຂອງປະຊາຊົນລາວໃນການປັບປຸງ ແລະ ປ້ອງກັນເຂດປົດປ່ອຍ  ແລະ ສາມາດຢຸດຕິຄວາມຄືບໜ້າຂອງກຳລັງຮັກຊາດໄປສູ່ໄຊຊະນະໃໝ່.

         ໃນຕົ້ນປີ 1972  ກອງປະຊຸມຄັ້ງທີ II  ຂອງພັກປະຊາຊົນລາວໄດ້ໄຂຂຶ້ນ ແລະ ໄດ້ປ່ຽນຊື່ມາເປັນພັກປະຊາຊົນປະຕິວັດລາວ ຊຶ່ງໃນນັ້ນໄດ້ເລືອກເອົາ  ທ່ານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ກອງປະຊຸມໃຫ່ຍຄັ້ງທີ II ຂອງພັກໄດ້ພິຈາລະນາ ແລະ ສັງເກດຕີລາຄາ ກ່ຽວກັບຂະບວນວິວັດແຫ່ງການຂະຫຍາຍຕົວຂອງສະຖານະການສາກົນ ແລະ ພາຍໃນປະເທດ, ໄດ້ສະຫຼຸບຄືນໝາກຜົນຂອງການຕໍ່ສູ້ໃນໄລຍະຜ່ານມາ ພ້ອມນັ້ນກໍໄດ້ສຳຫຼວດຄືນກ່ຽວກັບຈຸດພິເສດ ແລະ ລັກສະນະຂອງສັງຄົມລາວ, ກອງປະຊຸມໃຫຍ່ຂອງພັກໄດ້ມີການວາງໜ້າທີ່ການເມືອງ, ໄດ້ກຳນົດທິດທາງ ແລະ ຮູບການຕໍ່ສູ້ໃນໄລຍະໃໝ່ຂອງການປະຕິວັດຊາດປະຊາທິປະໄຕ ເພື່ອສ້າງໜໍ່ແໜງໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມໂດຍບໍ່ຜ່ານໄລຍະການຂະຫຍາຍຕົວຂອງລັດທຶນນິຍົມ. ມາຮອດປີ 1973 ກຳລັງປະຕິວັດສາມາດປົດປ່ອຍໄດ້ 4/5 ຂອງເນື້ອທີ່ ແລະ ປະຊາຊົນກວ່າ 1/2 ຂອງທົ່ວປະເທດ. ມາຮອດກາງປີ 1974 ພັກປະຊາຊົນປະຕິວັດລາວໄດ້ວາງໜ້າທີ່ສະເພາະໜ້າຂອງການປະຕິວັດລາວອອກຄື : ຢຶດອຳນາດໃນຂອບເຂດທົ່ວປະເທດດ້ວຍວິທີສົມທົບ ສາມບາດຄ້ອນຍຸດທະສາດ (ການລູກຮືຂຶ້ນຂອງມະຫາຊົນ, ການລຸກຂຶ້ນປະກາດແຍກຕົວຂອງກຳລັງປະກອບອາວຸດໃນກອງທັບແຫ່ງຊາດ ແລະ ການເຄື່ອນໄຫວຂອງກອງທັບປົດປ່ອຍປະຊາຊົນລາວ). ມາໃນວັນທີ 23 ສິງຫາ ປີ 1975 ຢູ່ນະຄອນຫຼວງວຽງຈັນ, ປະຊາຊົນປະມານ 200.000 ກວ່າຄົນໄດ້ໂຮມຊຸມນຸມໃຫຍ່ ເພື່ອໂຄ່ນລົ້ມອຳນາດການປົກຄອງເກົ່າ, ສ້າງຕັ້ງອຳນາດການປົກຄອງໃໝ່ຂຶ້ນໃນທຸກໆແຂວງ ຊຶ່ງພັກປະຊາຊົນປະຕິວັດລາວ ແລະ ແນວລາວຮັກຊາດກໍໄດ້ຮັບໄຊຊະນະ ໃນການຢຶດອຳນາດ ແລະ ໄດ້ກ້າວເຂົ້າສູ່ໄລຍະໃໝ່ໃນການປະຕິບັດຈຸດໝາຍອັນສູງສຸດຂອງການປະຕິວັດຄື: ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ.

         ເລີ່ມແຕ່ຕົ້ນປີ 1975 ມາ ການຕໍ່ສູ້ທາງດ້ານການເມືອງເພື່ອປັບປຸງອົງການອໍານາດລັດປະສົມສູງສຸດ  ເພື່ອປະຕິບັດໂຄງການ ການເມືອງ ແລະ ຂໍ້ກຳນົດກ່ຽວກັບສິດເສລີພາບປະຊາທິປະໄຕ ຂອງພົນລະເມືອງລາວ ໄດ້ສຶບຕໍ່ຂະຫຍາຍຕົວຢ່າງເປັນຂະບວນ. ເອກະສານດັ່ງກ່າວໄດ້ກາຍເປັນສິ່ງປະກອບສຳລັບການປຸກລະດົມມະຫາຊົນໃນການເຄື່ອນໄຫວທາງການເມືອງຕ້ານພວກປະຕິການ, ກຸ່ມອາດຍາສິດຂຸນເສິກເພື່ອອິດສະລະພາບ, ຄວາມເປັນເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງດ້ານສັງຄົມ.

    1.2 ການກຳເນີດລັດ ແຫ່ງ ສປປ ລາວ ປີ 1975

            ໃນວັນທີ 1-2 ທັນວາ ປີ 1975 ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂຶ້ນໂດຍໃຫ້ຮູ້ວ່າການປົກຄອງຂອງພວກລ່າເມືອງຂຶ້ນ ແລະ ສັກດີນາໄດ້ຢຸດຕິລົງຢ່າງສິ້ນເຊີງ, ຮັບຮອງເອົາໃບສະລະບັນລັງຂອງເຈົ້າຊີວິດສີສະຫວ່າງວັດທະນາ, ລົງມະຕິລົບລ້າງ ລະບອບລາຊາທິປະໄຕ ແລ້ວສະຖາປະນາລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ແລະ ສ້າງຕັ້ງສະພາປະຊາຊົນສູງສຸດໂດຍເລືອກຕັ້ງ ສະເດັດ ເຈົ້າສຸພານຸວົງ ເປັນປະທານ ທັງເປັນປະທານປະເທດແຫ່ງ ສປປ ລາວ, ສ້າງຕັ້ງລັດຖະບານແຫ່ງສປປ ລາວ ໂດຍເລືອກຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ ແລະ ທັງເປັນເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ ແລະ ຮັບຮອງເອົາທຸງຊາ (ທຸງວົງເດືອນ), ເພງຊາດລາວ, ພາສາລາວເປັນ ພາສາທາງການ. ຜົນສຳເລັດດັ່ງກ່າວ ໄດ້ໄຂສັງກາດໃໝ່​, ສັງກາດແຫ່ງຄວາມເປັນເອກະລາດ, ອິດສະລະພາບ ແລະ ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໃນການກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນລາວ.

         ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕປະຊາຊົນ, ອຳນາດທັງໝົດເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນຊັ້ນຄົນຢູ່ໃນສັງຄົມໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫຼັກແຫຼ່ງ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບ, ເອກະເລດ, ມິດຕະພາບ ແລະ ການຮ່ວມມືຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບທຸກປະທດ ບົນຫຼັກການຢູ່ຮ່ວມກັໂດຍສັນຕິ, ການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕາງໄດ້ຮັບຜົນປະໂຫຍດ.

         ການປົດປ່ອຍປະເທດຊາດຢ່າງສົມບູນ ໃນວັນທີ 2 ທັນວາ ປີ 1975 ​ແມ່ນໝາກຜົນອັນຍິ່ງໃຫຍ່ທີ່ມາຈາກພລະກິດຕໍ່ສູ້ປົດປ່ອຊາອັນຍາວນານ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ແລະ ວາມເສຍສະລະຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ຮັກຊາດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ຜົນສຳເລັດອັນສະຫງ່າລາສີນີ້ ໄດ້ເປັນບັນຍາກາດແຫ່ງຄວາມຊື່ນຊົມ ຍິນດີຢ່າງສຸດອົກສຸດໃຈຂອງປວງຊົນລາວທັງຊາດ ກໍຄືປະຊາຊົນປະເທດອ້າຍນ້ອງ ແລະ ປະເທດເພື່ອນມິດໃນທົ່ວໂລກ.

II.   ຈຸດພິເສດ ແລະ ລັກສະນະ ຂອງລັດ ສປປ ລາວ

 2.1 ຈຸດພິເສດການກຳເນີດລັດ ສ ປ ປ ລາວ

   - ຈຸດພິເສດທີໜຶ່ງ: ໃນສະໄໝການປະຕິວັດຊາດ ປະຊາທິປະໄຕ, ພວກເຮົາໄດ້ສ້າງເຂດປົດປ່ອຍທີ່ມີລັກສະນະລັດໜຶ່ງ ຊຶ່ງໜ້າທີ່ໃຈກາງແມ່ນນຳພາປະຊາຊົນຕີສັດຕູ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ, ພວກເຮົາຈຶ່ງມີເງື່ອນໄຂສ້າງລັດ ທີ່ເປັນເອກະພາບສົມບູນຂຶ້ນ ຊຶ່ງໜ້າທີ່ໃຈກາງແມ່ນນຳພາທົ່ວປວງຊົນປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ອັນນີ້ຊີ້ໃຫ້ເຫັນວ່າພາລະບົດບາດ ແລະ ໜ້າທີ່ຂອງລັດໄດ້ມີການປ່ຽນແປງຢ່າງເລິກເຊີ່ງ ແລະ ມີຄວາມຫຍຸ້ງຍາກກວ່າເກົ່າ.

         - ຈຸດພິເສດທີສອງ: ພວກເຮົາຫັນຈາກການຄຸ້ມຄອງປະເທດຊາດດ້ວຍລະບອບເກື້ອກູນໄປສູ່ລະບອບໄລ່ລຽງທາງທຸລະກິດ, ລົບລ້າງການເກື້ອກູນແບບລາມປາມ, ຫັນຈາກເສດຖະກິດກຸ້ມຕົນເອງພໍໃຜພໍລາວໄປສູ່ເສດຖະກິດການຄ້າຕາມກົນໄກ​​ຕະຫຼາດທີ່ມີການດັດສົມຂອງລັດ, ອັນນີ້ຊີ້ບອກວ່າພວກເຮົາຕ້ອງເດັດດ່ຽວປ່ຽນແປງຄວາມຊິ້ນເຄີຍ ແລະ ເປັນແຜນໃນການອຳນວຍຄວບຄຸມວຽກງານຂອງລັດຕາມລະບອບເກື້ອກູນທີ່ຕົກທອດມາແຕ່ສະໄໝສົງຄາມ, ຕັ້ງໜ້າຊອກຮູ້ຮຽນບັນດາກົດເກນເສດຖະກິດ-ສັງຄົມ ແລະ ບົດຮຽນກ່ຽວກັບການຄຸ້ມຄອງທີ່ກ້າວໜ້າຂອງໂລກ.

         - ຈຸດພິເສດທີສາມ: ພວກເຮົາຫັນຈາກການສ້າງ​​ເສດຖະກິດທີ່ຖືເອົາກຳມະສິດຂອງລັດແລະ ຂອງລວມໝູ່ທີ່ມີເປັນຕົ້ນຕໍໄປສູ່ການສ້າງໂຄງປະກອບເສດຖະກິດສິນຄ້າທີ່ມີຫຼາຍພາກສ່ວນ, ແນໃສ່ເສີມຂະ ຫຍາຍຄວາມສາມາດ ແລະ ຄຸນປະໂຫຍດອັນຕັ້ງໜ້າຂອງທຸກພາກສ່ວນເສດຖະກິດ ເພື່ອຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ, ພັດທະນາສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

- ຈຸດພິເສດທີສີ່ : ພວກເຮົາຫັນໄປສູ່ການປະຕິບັດແຜນນະໂຍບາຍເປີດກວ້າງການພົວພັນກັບປະ ເທດຕ່າງໆ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ການລົງທຶນຂອງຕ່າງປະເທດຢ່າງກວ້າງຂວາງ, ຮັບເອົາຜົນສຳ ເລັດຂອງຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກນິກ ແລະ ບົດຮຽນໃນການຈັດຕັ້ງຄຸ້ມຄອງເສດຖະກິດຂອງຕ່າງປະເທດ ແນໃສ່ຊຸກຍູ້ການພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວຢ່າງໄວວາ, ອັນນີ້ຊີ້ບອກໃຫ້ພວກເຮົາຕ້ອງເຊີດຊູຈິດໃຈບຸກບືນ ແລະ ເປັນເຈົ້າຕົນເອງເພື່ອສົມທົບກຳລັງແຮງຂອງຊາດກັບກຳລັງແຮງສາກົນ.

    2.2 ລັກສະນະຂອງລັດ ສ ປ ປ ລາວ  

ລັກສະນະຂອງລັດ ສປປ ລາວສະແດງອອກດັ່ງນີ້:

. ລັກສະນະຊົນຊັ້ນຂອງລັດ

             ສະແດງອອກ​​ຢ່າງລວມສູນຢູ່ບ່ອນວ່າ ພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ, ທຸກການເຄື່ອນໄຫວຂອງລັດແມ່ນແນໃສ່ປະຕິບັດແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆຂອງພັກໃຫ້ປາກົດຜົນເປັນຈິງ.

. ລັກສະນະຊາດຂອງລັດ

             ແມ່ນລັດເອກະພາບ​​ຂອງປະຊາຊົນລາວບັນດາເຜົ່າໃນວົງຄະນະຍາດແຫ່ງຊາດລາວ, ປະຕິບັດຄວາມສະເໝີພາບລະຫວ່າງເຜົ່າຕ່າງໆຢ່າງເຖິງຖອງ, ນຳເອົາຄວາມຢູ່ດີກິນດີມາສູ່ປະຊາຊົນແລະ ຄວາມຈະເລີນກ້າວໜ້າມາສູ່ປະເທດຊາດ.

. ລັກສະນະປະຊາທິປະໄຕຂອງລັດ

  ແມ່ນປະຊາທິປະໄຕຂອງຄົນສ່ວນໃຫຍ່, ​ແມ່ນປະຊາທິປະໄຕທີ່ມີການຈັດຕັ້ງ, ມີການນຳພາແລະ ຢູ່ໃນຂອບເຂດຂອງກົດໝາຍ, ທັງທີ່ເປັນຈຸດໝາຍ, ທັງເປັນກຳລັງດັນຂອງລະບອບໃໝ່, ຫາກບໍ່ແມ່ນປະຊາທິປະໄຕຕາມໃຈຊອບແບບເສລີອານາທິປະໄຕ, ລັດຄໍ້າປະກັນສິດເສລີພາບ, ປະຊາທິປະໄຕ ແລະ ສິດ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ພ້ອມກັນນັ້ນພົນລະເມືອງກໍຕ້ອງປະຕິບັດພັນທະຂອງຕົນຢ່າງຄົບຖ້ວນ.

. ລັກສະນະປະຊາຊົນຂອງລັດ

    ສະແດງອອກຢູ່ບ່ອນວ່າ ອຳນາດທັງໝົດຂອງລັດ ແມ່ນອຳນາດຂອງປະຊາຊົນ ແລະ ເພື່ອປະຊາ ຊົນ, ປະຊາຊົນໄດ້ຮັບການສຶກສາອົບຮົມ, ຍົກລະດັບຄວາມຮູ້ເປັນກ້າວໆ ເພື່ອເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດໃນທຸກດ້ານ, ເຂົ້າຮ່ວມການຄຸ້ມຄອງລັດດ້ວຍຄວາມເປັນເຈົ້າການ.

             ນອກຈາກລັກສະນະຊົນຊັ້ນ, ລັກສະນະຊາດ, ລັກສະນະປະຊາທິປະໄຕ, ລັກສະນະປະຊາຊົນແລ້ວລັດເຮົາຍັງມີຫຼາຍລັກສະນະໃນການຮັບໃຊ້ປະຊາຊົນ ເຊັ່ນ: ລັດເຮົາມີລັກສະນະສັງຄົມ, ລັກສະນະການເມືອງ ແລະ ລັກສະນະປົກຄອງດ້ວຍກົດໝາຍ ແລະ ອື່ນໆຊຶ່ງສະແດງອອກໃນການເຄື່ອນໄຫວຂອງອົງການອຳນາດແຫ່ງລັດ.

             ລັກສະນະຊົນຊັ້ນ, ລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະປະຊາທິປະໄຕລັດຂອງເຮົາ ມີການພົວພັນກັນຢ່າງສະໜິດແໜ້ນນຳກັນ. ລັດ ສປປ ລາວ ແມ່ນລັດຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ທຸກອຳນາດລ້ວນແຕ່ຂຶ້ນກັບປະຊາຊົນ, ສິດອຳນາດຂອງກົງຈັກລັດ ແມ່ນປະຊາຊົນມອບໃຫ້ລັດ ໂດຍແມ່ນປະຊາຊົນເລືອກເອົາ ແລະ ສ້າງຕັ້ງຂຶ້ນ, ປະຊາຊົນເປັນຜູ້ຕິດຕາມກວດກາ ແລະ ສະເໜີປົດຜູ້ແທນຂອງຕົນ ຫຼື ຕົວແທນຂອງລັດຖ້າຫາກມີການປະພຶດທີ່ບໍ່ສົມກຽດສັກສີ ຫຼື ຂາດຄວາມໄວ້ວາງໃຈຈາກປະຊາຊົນ, ທຸກການເຄື່ອນໄຫວຂອງລັດ ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ, ຖືເອົາການຮັບໃຊ້ປະຊາຊົນເປັນເປົ້າໝາຍອັນສູງສົ່ງຂອງຕົນ. ປັດຈຸບັນບັນດາອິດທິກຳລັງປໍລະປັກພວມໃຊ້ກົນອຸບາຍທຸກຮູບການເພື່ອທຳລາຍມ້າງເພພວກເຮົາດ້ວຍຖ້ອຍທຳນອງຕ່າງໆ. ພວກເຮົາຕ້ອງຍຶດໝັ້ນໃນຄວາມເປັນທຳເປັນເຈົ້າການກຳແໜ້ນຄັນທຸງເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ສິດທິມະນຸດ ເພື່ອຕຳນິວິຈານທັບມ້າງເລ່ລ່ຽມຕ່າງໆ ໃນກົນອຸບາຍຍຸດທະສາດ ສົງຄາມຫັນປ່ຽນໂດຍສັນຕິ ແລະ ສ້າງຄວາມປັ່ນປ່ວນ.

III. ທາດແທ້ຂອງລັດ ສປປ ລາວ

        ທິດສະດີມາກ - ເລນິນ ໄດ້ຢັ້ງຢືນວ່າ:  ບໍ່ວ່າລະບອບການເມືອງ - ສັງຄົມໃດທີ່ມີຊົນຊັ້ນລ້ວນແຕ່ເປັນອົງການປົກຄອງທາງດ້ານຊົນຊັ້ນ ເປັນຜະລິດຕະພັນສັງຄົມທີ່ມີຊົນຊັ້ນ, ເປັນການສະແດງອອກຂອງຂໍ້ຂັດແຍ່ງທາງຊົນຊັ້ນທີ່ບໍ່ສາມາດລົງລອຍກັນໄດ້; ແມ່ນກົງຈັກຂອງຊົນຊັ້ນນິີ້ເພື່ອປາບປາມຊົນຊັ້ນອື່ນ. ເປັນຜະເດັດການຂອງຊົນຊັ້ນນີ້ກັບຊົນຊັ້ນອື່ນ ຫຼື ເປັນກົງຈັກແຫ່ງອຳນາດຜະເດັດການແບບຮຸນແຮງ ນັ້ນແມ່ນທັດສະນະທີ່ຖືກຕ້ອງທີ່ສຸດ ສ່ອງແສງຢ່າງຊັດເຈນ, ເລິກເຊິ່ງກ່ຽວກັບທາດແທ້ຊົນຊັ້ນຂອງລັດ. ແຕ່ໃນດ້ານໜຶ່ງອັງແກນໄດ້ເວົ້າວ່າ ລັດຍັງແມ່ນ ໂຄງປະກອບຄຸ້ມຄອງດ້ານວິຊາສະເພາະປະເພດໜຶ່ງທີ່ເປັນເອກະລາດຢູ່ເໜືອສັງຄົມ ແລະ ມີການພົວພັນກັບສິດອຳນາດ ສາທາລະນະ ດັ່ງນັ້ນນອກຈາກມີລັກສະນະຊົນຊັ້ນ, ແລ້ວລັດຍັງມີລັກສະນະສັງຄົມອີກ.

        ທາດແທ້ຂອງລັດ ສ ປ ປ ລາວ ສະແດງອອກຢູ່ບ່ອນວ່າ ແມ່ນລັດປະຊາທິປະໄຕປະຊາຊົນ, ອຳນາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ເປັນຫຼັກແຫຼ່ງ. ສິດເປັນເຈົ້າຂອງປະເທດຊາດຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປະຕິບັດ ແລະ ຮັບປະກັນດ້ວຍການເຄື່ອນ ໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວເປັນແກນນຳ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.  ບັນດາກົນໄກ ແລະ ນະໂຍບາຍຕ່າງໆ ຈົນເຖິງບັນດາຫຼັກການ - ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດລ້ວນແຕ່ເຊື່ອມຊຶມແນວຄິດ, ທັດສະນະຂອງຊົນຊັ້ນກຳມະກອນ ແນໃສ່ຮັບໃຊ້ຜົນປະໂຫຍດຂອງຊາດ, ຂອງປະຊາຊົນບັນດາເຜົ່າ. ພາລະກຳປະວັດສາດຂອງລັດ ແມ່ນການຈັດຕັັ້ງເຕົ້າໂຮມທຸກກຳລັງເພື່ອຄຸ້ມຄອງປະເທດຊາດ, ສ້າງສາບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ເຊື່ອມຊຶມທາດແທ້ຂອງຊົນຊັ້ນກຳມະກອນຂອງລັດ ໝາຍຄວາມວ່າຕ້ອງຢຶດໝັ້ນລັດທິມາກ-ເລນິນ, ຢຶດໝັ້ນບົດບາດນຳພາຂອງພັກ, ຢຶດໝັ້ນພາລະກິດປ່ຽນແປງໃໝ່ ແລະ ຢຶດໝັ້ນຕໍ່ເສັ້ນທາງກ້າວຂຶ້ນທີ່ເລືອກໄວ້. ໃນວິວັດທະນາການປ່ຽນແປງໃໝ່ຕ້ອງລະມັດລະວັງ,  ຮອບຄອບຖີ່ຖ້ວນ ແລະ ເດັດດ່ຽວຕໍ່ສູ້ກັບທັດສະນະທີ່ບໍ່ຈະແຈ້ງ, ກ່ຽວກັບຊົນຊັ້ນ, ຕ້ານປາກົດການຜິດເຂຕ່າງໆທີ່ຫັນເຫອອກຈາກແນວທາງຂອງພັກ.

ການເຊື່ອມຊຶມ ຫຼື ເນັ້ນໜັກທາດແທ້ຊົນຊັ້ນຂອງລັດນັ້ນບໍ່ໝາຍຄວາມວ່າ ຈະເປັນການແບ່ງພັກແບ່ງພວກ, ຄັບແຄບໜັກໄປແຕ່ດ້ານຄວາມຮຸນແຮງປາບປາມ,  ລັດ ຊຶ່ງຢູ່ພາຍໃຕ້ການນຳພາຂອງພັກດຳເນີນສອງໜ້າທີ່ຍຸດທະສາດທີ່ໄດ້ກ່າວມາຂ້າງເທິງນັ້ນ ແມ່ນລັດທີ່ເປັນຕົວແທນໃຫ້ແກ່ຊາດ ໃຫ້ແກ່ປະຊາຊົນບັນດາເຜົ່າຢ່າງແທ້ຈິງ; ມີພາລະບົດບາດຜະເດັດການ ຕໍ່ບັນດາອິດທິກຳລັງປໍລະປັກ ທີ່ທໍລະຍົດຕໍ່ປະເທດຊາດ ຕໍ່ປະຊາ ຊົນ, ປະຕິບັດປະຊາທິປະໄຕຕໍ່ປະຊາຊົນ ແລະ ຕໍ່ບັນດາປະເທດທີ່ເປັນພັນທະມິດ. ໜຶ່ງໃນພາລະບົດບາດພື້ນ ຖານແມ່ນຈັດຕັ້ງ ແລະ ກໍ່ສ້າງສັງຄົມໃໝ່ຕາມທິດສັງຄົມນິຍົມ ເພື່ອນຳເອົາຄວາມຢູ່ດີກິນດີມາໃຫ້ແກ່ປະຊາ ຊົນ ແລະ ເຮັດໃຫ້ປະເທດຊາດມີຄວາມເຂັ້ມແຂງ.

ກ.  ລັດຂອງປະຊາຊົນ

      ລັດຂອງປະຊາຊົນ ມີຄວາມໝາຍວ່າ ປະຊາຊົນເປັນຜູ້ສ້າງລັດ, ລັດເກີດມາຈາກໝາກຜົນລວມຍອດຂອງການຕໍ່ສູ້ປົດປ່ອຍຊາດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກນາໆປະການ ແລະ ຄວາມເສຍສະລະອັນໃຫຍ່ຫຼວງນັບທັງດ້ານວັດຖຸກໍຄືເລືອດເນື້ອເຫື່ອແຮງຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນທີ່ມີນໍ້າໃຈຮັກຊາດພາຍໃຕ້ການນຳພາຂອງພັກ. ລັດຂອງພວກເຮົາກຳເນີດມາຈາກຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ອື່ນຊຶ່ງແມ່ນປະຊາຊົນເປັນເຈົ້າການສ້າງຕັ້ງລັດຂອງຕົນຂື້ນໂດຍຜ່ານການປ່ອນບັດຄັດເລືອກເອົາຜູ້ແທນທີ່ໄວ້ເນື້ອເຊື່ອໃຈຂອງຕົນເຂົ້າເປັນສະມາຊິກສະພາແຫ່ງຊາດຢ່າງເສລີ ແລະ ປະຊາທິປະໄຕ.

 

ຂ.   ລັດໂດຍປະຊາຊົນ

ລັດໂດຍປະຊາຊົນ ມີຄວາມໝາຍວ່າ ລັດເຮົາເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ໂດຍແມ່ນ ປະຊາ ຊົນລາວບັນດາເຜົ່າເປັນຜູ້ຕິດຕາມກວດກາດູແລອຸປະຖຳ. ພ້ອມທັງປັບປຸງກໍ່ສ້າງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ປອດໃສ. ສະແດງອອກຢູ່ບ່ອນວ່າ ປະຊາຊົນມອບໝາຍສິດອຳນາດການປົກຄອງຂັ້ນຕ່າງໆບໍລິຫານປະເທດຊາດບ້ານເມືອງ ອັນນີ້ກໍໝາຍເຖິງການເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນ. ຖ້າຫາກວ່າຜູ້ໃດ, ອົງການໃດມີການກະທຳລະເມີດສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນບັນດາ ເຜົ່າຢ່າງຮ້າຍແຮງ, ປະຊາຊົນມີສິດຮ້ອງຟ້ອງບຸກຄົນ ຫຼື ອົງການດັ່ງກ່າວ. ຍິ່ງໄປກວ່ານັ້ນ, ປະຊາຊົນຍັງມີສິດສະເໜີປົດຕົວແທນຂອງຕົນໄດ້ຖ້າຫາກເຫັນວ່າມີການກະທຳ, ການເຄື່ອນໄຫວທີ່ບໍ່ສົມກຽດສັກສີ ແລະ ຂາດຄວາມໄວ້ວາງໃຈຈາກປະຊາຊົນ. ແຕ່ໃນດ້ານອື່ນ, ປະຊາຊົນກໍມີສິດ ໃນການປະຕິບັດພັນທະຕໍ່ລັດຕາມລະ ບຽບກົດໝາຍໄດ້ກຳນົດໄວ້.

 

ຄ.   ລັດເພື່ອປະຊາຊົນ

ລັດເພື່ອປະຊາຊົນ ມີຄວາມໝາຍວ່າ ລັດຂອງພວກເຮົາຍາມໃດກໍໍ ເປັນຜູ້ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ມີຄວາມຊື່ສັດບໍລິສຸດ, ຖືສິດຜົນປະໂຫຍດຂອງປະຊາຊົນ, ລວມໝູ່ ແລະ ສັງຄົມເປັນຈຸດປະສົງເປົ້າໝາຍສູງສົ່ງ. ທຸກການເຄື່ອນໄຫວຂອງລັດແນໃສ່ນຳເອົາຄວາມຢູ່ດີກິນດີ, ຄວາມຮັ່ງມີອີ່ມໜຳສຳລານ, ຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນບັນດາເຜົ່າ.  ພ້ອມກັນນັ້ນ, ກໍຕ້ານພະຍາດອາດຍາສິດ, ຂົ່ມຂູ່, ສໍ້ລາດບັງຫຼວງ ອັນຈະສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນ ແລະ ເຮັດໃຫ້ບົດບາດອິດທິພົນຂອງລັດເຊືອມເສຍ, ຂາດຄວາມໄວ້ວາງໃຈຈາກປະຊາຊົນ.  ລັດບໍ່ມີຜົນປະໂຫຍດອື່ນໃດທີ່ນອກເໜືອຈາກຜົນປະໂຫຍດຂອງປະຊາ ຊົນ. ທຸກວຽກງານ, ທຸກໆກິດຈະການຂອງລັດ ກໍເພື່ອຜົນປະໂຫຍດຂອງປະຊາຊົນ, ລັດເວລາໃດກໍເຄື່ອນໄຫວແທນປະຊາຊົນ ແລະ ປົກປ້ອງສິດຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ລັດວາງກົດໝາຍອອກກໍເພື່ອຜົນປະໂຫຍດຂອງປະຊາຊົນ, ໂດຍນຳເອົາຄຳຄິດເຫັນ, ຄວາມປາຖະໜາ ແລະ ເຈດຈຳນົງຂອງປະຊາຊົນ, ສິດເສລີພາບປະຊາທິປະໄຕ ຂອງປະຊາຊົນ ກຳນົດອອກເປັນກົດໝາຍ.

        ການຮັບໃຊ້ປະຊາຊົນລາວຂອງລັດກໍຕ້ອງສະແດງອອກເປັນຮູບປະທໍາ, ເປັນນິຕິກຳ ທີ່ມີຄວາມສັກສິດຢ່າງໜ້ອຍຕ້ອງສະແດງອອກໃນບັນຫາທີ່ເປັນພື້ນຖານ :ດັ່ງນີ້

-   ອັນ​ທີ​ໜື່ງ : ລັດ​ເປັນ​ຜູ້​ສ້າງ-ຫັນ​ແນວທາງ, ມະຕິ​ຂອງ​ພັກ​ອອກ​ເປັນ​ກົດໝາຍ, ນະ​ໂຍບາຍ​ອັນ​ລະອຽດ ​ໃນແຕ່ລະ​ຂົງ​ເຂດ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ຜົນ​ປະ​ໂຫຍ​ດລວມຂອງ​ປະ​ຊາ​ຊົນ​ທັງ​ຊາດ, ສິ່ງ​ໃດທີ່​ມີ​ຜົນ​ປະ​ໂຫຍ​ດ​ແກ່​ປະຊາຊົນ​ເຖິງ​ຈະ​ຫຍຸ້ງ​ຍາກ​ສ່ຳ​ໃດ​ລັດ​ຕ້ອງ​ເຮັດ​ໃຫ້​ໄດ້ ກົງ​ກັນ​ຂ້າມສິ່ງ​ທີ່​ຈະ​ນຳ​ຜົນ​ເສຍຫາຍ, ​ໄພ​ອັນຕະລາຍ​ໃຫ້​ແກ່ປະຊາຊົນ​ເຖິງ​ຈະ​ງ່າຍດາຍ​ພຽງ​ໃດ​, ລັດ​ຕ້ອງຕ້ານ, ຫຼີກ​ເວັ້ນ ​ແລະ ບໍ່​ເຮັດ​ບໍ່ກະທຳ​ເປັນອັນ​ຂາດ.

 

-   ອັນ​ທີສອງ : ລັດ​ເປັນ​ຜູ້ສ້າງກົດໝາຍ,  ອອກ​ລະ​ບຽບການ, ​ໂດຍ​ຜ່ານ​ອົງການ​ທີ່​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ, ປະຊາຊົນ​ພົນລະ​ເມືອງ​ເປັນ​ຜູ້​ເລີ່ມ​ຂຶ້ນ​ຄື: ສະພາ​ແຫ່ງ​ຊາດ​​ເປັນ​ເຄື່ອງ​ມື, ເພື່ອເປັນບ່ອນ​ອີງ​ໃນ​ການ​ປະ​ຕິ​ບັດ​ສິດ ​ແລະ ພັນທະ​ຂອງ​ປະຊາຊົນ​ ໝາຍຄວາມ​ວ່າ ລັດ​ຈະ​ຕ້ອງ​ກຳນົດ​ເປັນ​ທີ່​ຈະ​ແຈ້ງ​ວ່າ​ອັນ​ໃດ​​ກົດ  ໝາຍອະນຸຍາດ, ສົ່ງ​ເສີມ ​ແລະ ສິ່ງ​ໃດ​​ກົດໝາຍ​ຫ້າມ, ບໍ່​ໃຫ້​ກະທຳ, ບໍ່​ໃຫ້​ລະ​ເມີດ, ຖ້າ​ຫາກ​ມີ​ການລະ​ເມີດ​ຝ່າ​ຝືນ​ຕ້ອງ​ໄດ້​ລົງ​ໂທດ, ປັບ​​ໃໝ​ຢ່າງ​ທັນ​ການ​ເຂັ້ມ​ງວດ ແລະ ສັກສິດ.

IV. ພາລະບົດບາດຂອງ ລັດ ສປປ ລາວ

        ພາລະ​ບົດບາດ​ພື້ນ​ຖານ​ຂອງ​ລັດ ສ ປ ປ ລາວ ​ແມ່ນ​ການ​ປະຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ​ຄື: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທ​ດຊາດ, ຕະຫຼອດ​ໄລຍະ​ຄົງ​ຕົວ 40 ກວ່າ​ປີມາ​ນີ້ ລັດ​ໄດ້​ແບກ​ຫາບ​ພາລະ​ໜ້າ​ທີ່​ອັນ​ໜັກໜ່ວງ ​ໄດ້​ຈັດ​ຕັ້ງ​ຄຸ້ມ​ຄອງ​ປະຊາຊົນບັນດາ​ເຜົ່າ ປະ​ຕິ​ບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​​ໂດຍ​ມີ​ການ​ນຳພາ​ຂອງ​ພັກ, ມີ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ, ລັດ​ໄດ້​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ ​ແລະ ສຳ​ເລັດ​ຜົນ​ອັນ​ໃຫຍ່​ຫຼວງ​ໃນທຸກ​ຂົງ​ເຂດ​ຊິວິດ​ສັງຄົມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ລວມຂອງ​ການ​ປະຕິ​ວັດ.

          ໃນພາລະກິດປ່ຽນແປງ​​ໃໝ່ລັດຍັງສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດແຕ່ຫາກມີເນື້ອໃນໃໝ່ຊຶ່ງສະແດງອອກດັ່ງລຸ່ມນີ້:

    4.1  ພາລະບົດບາດປົກປັກຮັກສາປະເທດຊາດ

     ສືບຕໍ່ປະຕິບັດແນວທາງປ້ອງກັນຊາ, ປ້ອງກັນຄວາມສະຫງົບທົ່ວປວງຊົນແນໃສ່ປົກປັກຮັກສາຄວາມເປັນເອກະລາດ, ອະທິປະໄຕແລະ ຜືນແຜ່ນດິນອັນຄົບຖ້ວນ, ປົກປັກຮັກສາລະບອບໃໝ່, ປົກປັກຮັກສາພັກ, ຮັບປະກັນຄວາມສະຫງົບແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ​ໃນເງື່ອນໄຂທີ່ພວກເຮົາເປີດກວ້າງການພົວພັນກັບຕ່າງປະເທດນີ້ທຸກຂັ້ນທຸກຂະແໜງການແລະ ພະນັກງານທຸກຄົນຕ້ອງມີສະຕິສຳນຶກກ່ຽວກັບການປ້ອງກັນ, ປະສານສົມທົບຢ່າງແໜ້ນແຟ້ນກັບຂະແໜງການ.ການປ້ອງກັນຊາ-ປ້ອງກັນຄວາມສະຫງົບເປັນໜ້າທີ່ຍຸດທະສາດສຳຄັນ, ​ເປັນການສ້າງສະພາບແວດລ້ອມທີ່ອຳນວຍໃນການສ້າງສາພັດ ທະນາປະເທດຊາດດ້ວຍການປະຕິບັດແນວທາງປ້ອງກັນຊາ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ ດ້ານ, ​ເສີ່ມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນລາວ. ໃນສະພາບການໃໝ່ໃນເງື່ອນໄຂສັນຕິພາບທີ່ແທດເໝາະ, ສາມາດສ້າງໃຫ້ທຸກຄົນທຸກພາກສ່ວນລ້ວນແຕ່ພ້ອມກັນເຮັດໜ້າທີ່ປ້ອງກັນຊາ-ປ້ອງກັນຄວາມສະຫງົບ ດ້ວຍການເພີ່ມທະວີການນຳພາໂດຍກົງ, ​ເດັດຂາດຮອບດ້ານຂອງພັກຕໍ່ກຳລັງປະກອບອາວຸດ​​ເປັນຢ່າງດີ ຊຶ່ງສາມາດປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ, ຮັບປະກັນຄວາມສະຫງົບປອດໄພແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໂດຍພື້ນຖານ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນກໍຕ້ອງປະຕິບັດແນວທາງ, ນະໂຍບາຍຂອງພັກຢ່າງຖືກຕ້ອງ ແນໃສ່ສ້າງສະພາບແວດລ້ອມພາຍນອກ ອຳນວຍໃຫ້ແກ່ພາລະກິດສ້າງສາປະເທດຊາດໃນສັນຕິພາບ.

    4.2 ພາລະບົດບາດສ້າງສາປະເທດຊາດ

     ກ່ອນອື່ນໝົດພວກເຮົາຕ້ອງເຂົ້າໃຈແຈ້ງວ່າ ພາລະບົດບາດໃນການສ້າງສາລະບອບໃໝ່ຂອງພວກເຮົາ​​ແມ່ນພາລະບົດບາດອັນສຳຄັນຍິ່ງໃນໄລຍະໃໝ່ເພື່ອນຳເອົາຄວາມຢູ່ດີກິນດີຄວາມອຸດົມຮັ່ງມີມາໃຫ້ແກ່ປະຊາຊົນ, ​ເຮັດໃຫ້ປະເທດຊາດເຂັ້ມແຂງແລະ ມີຄວາມສີວິໄລ. ໃນມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະ ຄັ້ງໄດ້ຊີ້ໃຫ້ເຫັນວ່າ: “ ​ໃນລະບອບປະຊາທິປະໄຕປະຊາຊົນ, ລັດຂອງພວກເຮົາແມ່ນລັດຂອງປະຊາຊົນ, ​ໂດຍປະຊາຊົນແລະເພື່ອຜົນປະ​​ໂຫຍດຂອງປະຊາຊົນທຸກການເຄື່ອນໄຫວອງລັດລ້ວນແຕ່ແນ່ໃສ່ນຳເອົາຄວາມຢູ່ດີກິນດີມາໃຫ້ແກ່ປະຊາຊົນແລະເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ. ດັ່ງນັ້ນ, ພາລະໜ້າທີ່ລວມຂອງບັນດາອົງການລັດແມ່ນຫັນແນວທາງ, ​ແຜນນະໂຍບາຍຂອງພັກໃນທຸກດ້ານໃຫ້ກາຍປັນກົດໝາຍເປັນນະໂຍບາຍລະອຽດ​ ​ແລະ ດຳເນີນການຄຸ້ມຄອງ, ຈັດຕັ້ງປະຕິບັດ, ອຳນວຍຄວບຄຸມທົ່ວສັງຄົມຢ່າງມີປະສິດ ທິພາບຕາມຫຼັກການລວມສູນປະຊາທິປະໄຕ. ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ ທົ່ວປວງຊົນ ໝາຍຄວາມວ່າ ສ້າງເງື່ອນໄຂໃຫ້ສະມາຊິກພັກທຸກຄົນໄດ້ປະຕິບັດສິດຕ່າງໆ ທີ່ໄດ້ກຳນົດໄວ້ໃນກົດລະ ບຽບຂອງພັກຢ່າງຄົບຖ້ວນ, ເປັນຕົ້ນແມ່ນສິດໃນການໄດ້ເຂົ້າຮ່ວມ ແລະ ແລກປ່ຽນທັດສະນະຄວາມຄິດເຫັນ ແລະ ຕົກລົງບັນຫາຕ່າງໆຂອງພັກ ກໍຄືການຮັກສາທັດສະນະຄວາມຄິດຂອງຕົນໄປພ້ອມໆກັບການສ້າງບັນຍາກາດ ແລະ ການປຶກສາຫາລືທີ່ມີປະຊາທິປະໄຕອັນກວ້າງຂວາງຂອງພັກ, ຕິດແໜ້ນກັບການເຊີດຊູນໍ້າໃຈຮັກຊາດ ເສີມຂະຫຍາຍຈິດໃຈເອກະລາດ ເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ດ້ວຍການສ້າງບັນດາເງື່ອນໄຂຈຳເປັນໃຫ້ປະຊາຊົນບັນດາເຜົ່າທີ່ດ້ອຍໂອກາດໄດ້ຮັບການພັດທະນາຕົນເອງ, ເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ປະເທດຊາດ, ລະບອບໃໝ່ນັບມື້ນັບຫຼາຍຂຶ້ນ.

         ເຊີດຊູຄວາມສັກສິດແຫ່ງການຄຸ້ມຄອງລັດດ້ວຍກົດໝາຍ ລັດຕ້ອງສ້າງຄວາມພໍອົກພໍໃຈໃຫ້ແກ່ປະຊາຊົນພົນລະເມືອງໃນການປະຕິບັດສິດ, ພັນທະໜ້າທີ່່ ແລະ ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ, ເປັນລັດທີ່ຍຶດໝັ້ນໃນລະບອບກົດໝາຍ ແລະ ຄຸນນະທຳ, ຮັບປະກັນຄວາມສະເໝີພາບ ແລະ ຄວາມເປັນທຳໃຫ້ແກ່ພົນລະເມືອງ, ສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການຄຸ້ມຄອງຊັບສິນສ່ວນລວມ ຕໍ່ການຄຸ້ມຄອງເສດຖະ ກິດ-ສັງຄົມທີ່ມີປະສິດທິພາບ, ສາມາດຈັດສັນແບ່ງຜົນປະໂຫຍດແກ່ພົນລະເມືອງຢ່າງສົມເຫດສົມຜົນ ແລະ ຍຸຕິທຳເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ; ລັດສະແດງຄວາມສາມາດໃນການປົກປ້ອງເອກະລາດອະທິປະໄຕ ແລະ ຜື່ນແຜ່ນດິນອັນຄົບຖ້ວນຂອງຊາດ; ສາມາດຮັບປະກັນສະເຖຍລະພາບ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ກໍຄືຄວາມປອດໄພໃນຊີວິດຊັບສິນຂອງພົນລະເມືອງ, ສ້າງຄວາມໄວ້ວາງໃຈ, ການສະໜັບສະໜູນຂອງປະຊາຊົນຕໍ່ນະໂຍບາຍ ແລະ ຄຳຮຽກຮ້ອງຂອງລັດ.

         ອີງໃສ່ປະຊາຊົນ ເສີ່ມຂະຫຍາຍກຳລັງແຮງອັນມະຫາສານຂອງປະຊາຊົນໂດຍປະຊາຊົນເປັນເຈົ້າການປະກອບອາຊີບ, ອອກແຮງງານປະດິດສ້າງ ແລະ ທຳມາຫາກິນຕາມລະບຽບກົດໝາຍ, ເປັນເຈົ້າການປະກອບ ສ່ວນສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ, ຮັກສາຄວາມໝັ້ນຄົງຂອງລະບອບການເມືອງ, ສ້າງຄວາມສາມັກຄີເປັນປຶກແຜ່ນ, ເສີ່ມຂະຫຍາຍວັດທະນະທຳອັນເປັນເອກະລັກຂອງເຜົ່າ ແລະ ຂອງຊາດ ເສີມຂະຫຍາຍປະຊາທິປະໄຕໃນຊີວິດສັງຄົມ ແມ່ນການສົ່ງເສີມສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ. ພ້ອມກັນນັ້ນຕ້ອງເສີມຂະຫຍາຍກຳລັງແຮງຂອງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ, ຍາດແຍ່ງເອົາການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກສາກົນຢ່າງມີຫຼັກການ ແມ່ນສິ່ງທີ່ຂາດບໍ່ໄດ້ສຳລັບການພັດທະນາປະເທດຊາດ.

ໂດຍຍຶດໝັ້ນໃນແນວທາງການຕ່າງປະເທດ ແລະ ການທູດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບນາໆຊາດໃນໂລກ, ພາກພື້້ນບົນຫຼັກການຢູ່ຮ່ວມກັນໂດຍສັນຕິ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ໂດຍບໍ່ແຊກແຊງວຽກງານພາຍໃນຂອງກັນ ແລະ ກັນ, ປັດຈຸບັນ ສ ປ ປ ລາວມີການພົວພັນການທູດກັບປະເທດຕ່າງໆໃນໂລກມີຈຳນວນ 144 ກວ່າປະເທດ (ຕາມສະຖິຕິປີ 2019), ມີສະຖານທູດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ຕ່າງປະເທດ 24 ແຫ່ງ, ມີກົງສູນໃຫຍ່ 5 ແຫ່ງຕັ້ງຢູ່    ສປປ ລາວ, ມີການພົວພັນກັບ 100 ກວ່າພັກການເມືອງ. ປັດຈຸບັນບົດບາດ ສປປ ລາວ ນັບມື້ນັບສູງເດັ່ນຂຶ້້ນໃນເວທີພາກພື້ນ ແລະ ສາກົນ, ມາຮອດປັດຈຸບັນ ສປປ ລາວ ໄດ້ເຂົ້າບັນດາອົງການຈັດຕັ້ງສາກົນ, ພາກພື້ນນັບມື້ນັບຫຼາຍຂຶ້ນ ເຊັ່ນ: ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວວຽກງານຂອງອາຊຽນບົນພື້ນຖານຜົນປະໂຫຍດ ລວ, ຊ່ວຍເຫຼືຊຶ່ງກັນແລະ ກັນ ຕາມຫຼັກການພື້ນຖານຂອງອາຊຽນ, ສືບຕໍ່ພົວພັນກັບບັນດາປະເທດພັດ ທະນາແລະ ກຳລັງພັດທະນາ, ຂະບວນການບໍ່ຮ່ວມກຸ່ມ, ກຸ່ມ 77, ກຸ່ມປະເທດທີ່ໃຊ້ພາສາຝຣັ່ງ, ກຸ່ມປະເທດທີ່ກຳລັງພັດທະນາທີ່ບໍ່ຕິດກັບທະເລ, ກອງທຶນສາກົນລະຫວ່າງຊາດ (IMF), ທະນາຄານພັດທະນາອາຊີ (ADD), ລັດຖະສະພາສາກົນ (IPO), ເປັນສະມາຊິກແຫ່ງສັນຍາກ່ຽວກັບຢາເສບຕິດ, ອົງການສິ່ງແວດ ລ້ອມແລະ ບັນດາອົງການຈັດຕັ້ງສາກົນອື່ນໆ, ​ເພີ່ມທະວີການພົວພັນສາມັກຄີ, ການຮ່ວມມືແລະ ການສະໜັບສະໜູນຊຶ່ງກັນແລະ ກັນກັບບັນດາພັກກອມມູນິດ, ພັກກຳມະກອນແລະ ບັນດາພັກຝ່າຍຊ້າຍອື່ນໆ,  ສືບຕໍ່ພົວພັນກັບບັນດາພັກກຳອຳນາດ, ພັກຮ່ວມລັດຖະບານ, ຂະບວນການປະຕິວັດທີ່ກ້າວໜ້າໃນໂລກ.

V.    ກົງຈັກລັດ

        ແມ່ນລະບົບອົງການ ທີ່ນຳໃຊ້ເພື່ອດຳເນີນຈຸດປະສົງ ແລະ ພາລະໜ້າທີ່ຂອງລັດ. ອົງການລັດເປັນຫົວໜ່ວຍເບື່ອງຕົ້ນຂອງກົງຈັກລັດ, ອົງການລັດ ແມ່ນສຳນັກງານ, ອົງການຈັດຕັ້ງທາງດ້ານການເມືອງ, ກະຊວງ ຫຼື ຜູ້ຕາງໜ້າ ໂດຍມີພາລະໜ້າທີ່ຄຸ້ມຄອງລັດ. ກົງຈັກລັດຕ້ອງສອດຄ່ອງກັນສິດຜົນປະໂຫຍດຂອງຊົນຊັ້ນຄອງຄອບ. ການຈັດຕັ້ງກົງຈັກລັດຢູ່ ສປປ ລາວ ໄດ້ກຳນົດໄວ້ຢູ່ໝວດທີ່ຫ້າ, ຫົກ, ເຈັດ, ແປດ, ເກົ້າ, ສິບ ແລະ ໝວດທິສິບເອັດ ຂອງລັດຖະທຳມະນູນ. ກົງຈັກລັດ ສປປ ລາວ ປະກອບດ້ວຍອົງການຈັດຕັ້ງຕົ້ນຕໍ ຄື : ອົງການນິຕິບັນຍັດແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ; ອົງການບໍລິຫານ ມີປະທານປະເທດເປັນປະມຸກລັດ ທັງແມ່ນອົງການບໍລິຫານສູງສຸດ ແລະ ມີລັດຖະບານ, ມີອົງການບໍລິຫານທ້ອງຖິ່ນແມ່ນແຂວງ, ນະຄອນຫຼວງ, ເມືອງ ແລະ ເທດສະບານ, ນະຕອນ,  ອົງການຕຸລາການ ປະກອບດ້ວຍສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ.

     5.1  ສະພາແຫ່ງຊາດ (ອົງການິຕິບັດຍັດ)

           ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການແຫ່ງສິດອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດຮັບຮອງເອົາລັດຖະທຳມະ ນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ.

         ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ມີດັ່ງນີ້ :

1.  ພິຈາລະນາ, ຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ;

2.  ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນການພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ ແລະ ການດັດແກ້ແຜນງົບປະມານແຫ່ງລັດ;

3.  ພິຈາລະນາ, ຮັບຮອງເອົາ ນະໂຍບາຍພື້ນຖານດ້ານການເງີນ, ເງີນຕາ, ອັດຕາສ່ວນການຂາດດຸນງົບປະມານ, ອັດຕາສ່ວນໜີ້ສິນຂອງລັດຖະບານ, ອັດຕາສ່ວນໜີ້ສິນສາທາລະນະ;

4.  ພິຈາລະນາ, ຮັບຮອງເອົາການກຳນົດ, ການປ່ຽນແປງ, ການລົບລ້າງ ຫຼື ການຍົກເວັ້ນອັດຕາພາສີ ແລະ ອາກອນ;

5.  ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງ ການລັດ;

6. ເລືອກຕັ້ງ ຫຼື ປົົດຕຳແໜ່ງ ປະທານ, ຮອງປະທານ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດ;

7. ເລືອກຕັ້ງ ຫຼື ປົດຕຳແໜ່ງ ປະທານປະເທດ ແລະ ຮອງປະທານປະເທດຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ;

8. ເລືອກຕັ້ງ ຫຼື ປົດຕຳແໜ່ງ ນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;

9. ເລືອກຕັ້ງ ຫຼື ປົດຕຳແໜ່ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ແລະ ປະທານອົງການກວດສອບແຫ່ງລັດ ຕາມການສະເໜີຂອງປະທານປະເທດ;

10. ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ປະທານ, ຮອງປະທານກຳມາ ທິການ ແລະ ເລຂາທິການສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ;

11.  ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງນາຍົກລັດຖະມົນຕີ ແລະ ສະມາຊີກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;

12. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ສະມາຊີກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ;

13.  ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກ ຂອງສະພາແຫ່ງຊາດ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າແຍກອອກ ກຳມາທີການ ແລະ ຄະນະເລຂາທິການ ສະພາແຫ່ງຊາດ;

14.  ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກຂອງລັດຖະບານ, ການສ້າງຕັ້ງຍຸບເລີກ, ໂຮມເຂົ້າ, ແຍກອອກ ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ຕາມການສະເໜີຂອງ ນາ ຍົກລັດຖະມົນຕີ;

15.  ພິຈາລະນາ,ຮັບຮອງເອົາເຂດແດນຂອງແຂວງ,ນະຄອນຫຼວງຕາມການສະເໜີຂອງນາຍົກລັດຖະມົນຖະມົນຕີ;

16.  ພິຈາລະນາຍຸບ ສະພາປະຊາຊົນຂັ້ນແຂວງ ໃນກໍລະນີສະພາປະຊາຊົນນັ້ນຫາກໄດ້ສ້າງຄວາມເສຍຫາຍໃຫຍ່ຫຼວງ ຕໍ່່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ;

17.  ພິຈາລະນາ, ຮັບຮອງເອົາການໃຫ້ນິລະໂທດກຳ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ;

18.  ພິຈາລະນາ, ຮັບຮອງເອົາ ການຍົກເລີກລົບລ້າງການເຂົ້າຮ່ວມສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດ  ຕາມການສະເໜີຂອງນາຍົກລັດຖະມົນຕີ;

19.  ພິຈາລະນາ, ຮັບຮອງເອົາບັນຫາສົງຄາມ ຫຼື ສັນຕິພາບ ຕາມການສະເໜີຂອງປະທານປະເທດ;

20.  ຍົກເລີກນິຕິກຳຂອງພາກສ່ວນຕ່າງໆ ທີ່ຂັດກັບລັດຖະທຳມະນູນ ແລະ ກົດໝາຍ, ຍົກເວັ້ນຄຳຕົກລົງກ່ຽວກັບການດຳເນີນຄະດີຂອງໄອຍະການແລະ ສານປະຊາຊົນ;

21.  ມອບສິດໃຫ້ຄະນະປະຈຳສະພາແຫ່ງຊາດ ຕົກລົງວຽກງານທີ່ຈຳເປັນ ແລະ ຮິບດ່ວນແລ້ວລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ.

ສະພາປະຊາຊົນທ້ອງຖິ່ນ :

ສະພາປະຊາຊົນທ້ອງຖິ່ນ ເປັນອົງກນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເປັນອົງການອຳນາດລັດທ້ອງຖິ່ນ, ປະຕິບັດພາລະບົດບາດພິຈາລະນາຮັບຮອງເອົານິຕິກຳທີ່ສຳຄັນ, ຕົກລົງບັນຫາພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການລັດຂັ້ນທ້ອງ ຖິ່ນຕົນ. ສະພາປະຊາຊົນທ້ອງຖິ່ນສ້າງຕັ້ງຂື້ນຕາມຂັ້ນການປົກຄອງທ້ອງຖິ່ນ ຊຶ່ງປະກອບດ້ວຍສະພາປະຊາ ຊົນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ສຳລັບສະພາປະຊາຊົນຂັ້ນເມືອງ ແລະ ຂັ້ນບ້ານອາດສ້າງຕັ້ງຂື້ນຕາມການຕົກລົງຂອງສະພາແຫ່ງຊາດ. ສະພາປະຊາຊົນຂັ້ນແຂວງມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.

5.2 ອົງການບໍລິຫານລັດ

    5.2.1 ປະທານປະເທດ

           ປະທານປະເທດ ເປັນປະມຸກລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເປັນຜູ້ຕາງໜ້າປະຊາຊົນບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນຫົວໜ້າສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຫ່ງຊາດ, ເປັນແມ່ທັບກຳລັງປະກອບອາວຸດເພື່ອຮັບປະກັນຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນສະເຖຍລະພາບ ແລະ ຄວາມໝັ້ນຄົງຂອງປະເທດ. ປະທານປະເທດ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ດ້ວຍຄະແນນສຽງສອງສ່ວນສາມຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.

           ປະທານປະເທດ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍ;

2. ອອກລັດຖະບັນຍັດ ແລະ ລັດຖະດຳລັດ;

3. ຮຽກໂຮມ ແລະ ເປັນປະທານ ກອງປະຊຸມພິເສດຂອງລັດຖະບານ, ເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນກໍລະນີຈຳເປັນ;

4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານພາຍຫຼັງສະພາແຫ່ງຊາດໄດ້ຮັບຮອງເອົາ;

5. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າໄອຍະການປະຊາຊົນສູງສຸດ, ຮອງປະທານກວດສອບແຫ່ງລັດ ຕາມການສະເໜີຂອງປະທານ ຫຼື ຫົວໜ້າອົງການດັ່ງກ່າວ;

6. ຕົກລົງເລື່ອນຊັ້ນ ຫຼື ປົດຊັ້ນນາຍພົນ ຢູ່ໃນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມການສະເໜີຂອງນາຍົກລັດຖະມົນຕີ;

7. ແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕຳແໜ່ງ ຫົວໜ້າຫ້ອງວ່າການປະທານປະເທດຊຶ່ງມີຖານະເທົ່າທຽບເທົ່າລັດຖະມົນຕີ;

8. ແຕ່ງຕັ້ງເອກອັກຄະລັດຖະທູດ   ແລະ ຜູ້ຕາງໜ້າທີ່ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປປະຈຳຢູ່ຕ່າງປະເທດ ຫຼື ຮຽກກັບຄືນປະເທດ ຕາມການສະເໜີຂອງນາຍົກ ລັດຖະມົນຕີ; ຮັບຮອງເອົາຜູ້ຕາງໜ້າທີ່ມີອຳນາດເຕັມຂອງຕ່າງປະເທດ ທີ່ມາປະຈຳຢູ່ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ;

9. ປະກາດການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ, ວັນເລືອກຕັ້ງ, ຈຳນວນຜູ້ສະໝັກຮັບເລືອກຕັ້ງ, ຈຳນວນສະມາຊິກສະພາແຫ່ງຊາດ ແລະ ສະມາຊິສະພາປະຊາຊົນຂັ້ນແຂວງໃນແຕ່ລະເຂດເລືອກຕັ້ງ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ;

10. ປະກາດສົງຄາມ ຫຼື ສັນຕິພາບ ຕາມການຕົກລົງຂອງສະພາແຫ່ງຊາດ, ຕົກລົງລະດົມພົນທົ່ວໄປ ຫຼື ເປັນພາກສ່ວນ, ຕົກລົງພາວະສຸກເສີນໃນທົ່ວປະເທດ ຫຼື ໃນບາງທ້ອງຖິ່ນ;

11. ຕົກລົງມອບ ຫຼື ປະດັບຫຼຽນຄຳແຫ່ງຊາດ, ຫຼຽນກຽດຕິຄຸນ, ຫຼຽນໄຊ, ນາມມະຍົດສູງສຸດແຫ່ງລັດ ແລະ ຕົກລົງໃຫ້ການຍ້ອງຍໍດ້ວຍຮູບການອື່ນ ຕາມການສະເໜີຂອງນາຍົກລັດຖະມົນຕີ;

12. ຕົກລົງໃຫ້ອະໄພຍະໂທດຕາມການສະເໜີຂອງລັດຖະບານ; ປະກາດໃຫ້ນິລະໂທດກຳພາຍຫຼັງການຮັບຮອງຂອງສະພາແຫ່ງຊາດ;

13. ຕົກລົງໃຫ້ລີ້ໄພແກ່ຄົນຕ່າງປະເທດ;

14. ຕົກລົງໃຫ້ເຈລະຈາ ຫຼື ລົງນາມສັນຍາ, ສັນຍາສາກົນໃນນາມລັດ, ປະກາດໃຫ້ສັດຕະຍາ ບັນ, ການເຂົ້າເປັນພາຄີ ຫຼື ການລົບລ້າງສັນຍາ ແລະ ສົນທິສັນຍາສາກົນທີ່ໄດ້ເຊັນກັບຕ່າງປະເທດ.

     5.2.2 ລັດຖະບານ

               ລັດຖະບານ ແມ່ນອົງການບໍລິຫານລັດ ມີພາລະບົດບາດຄຸ້ມຄອງບໍລິຫານລັດ ຢ່າງຮອບດ້ານ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ. ຊຶ່ງຖືກຮັບຮອງເອົາໂດຍກອງປະຊຸມສະພາແຫ່ງຊາດລັດຖະບານ ຮັບຜິດຊອບຕໍ່ສະພາແຫ່ງຊາດ ແລະ ປະທານປະເທດ. ລັດຖະບານປະກອບດ້ວຍ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ຫົວໜ້າອົງການລັດທຽບເທົ່າກະຊວງ ລັດຖະບານ ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ, ສະມາຊິກລັດຖະບານ ດໍາລົງຕຳແໜ່ງຢູ່ບ່ອນເກົ່າ ບໍ່ເກີນສອງສະໄໝຕິດຕໍ່ກັນ.

                      ລັດຖະບານ ມີພາລະບົດບາດຄຸ້ມຄອງບໍລິຫານລັດຢ່າງຮອບດ້ານ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນ ທາງດ້ານການເມືອງ, ການປົກຄອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການຄຸ້ມຄອງລັດ, ການນໍາໃຊ້ຊັບພະຍາກອນທໍາມະ ຊາດໃຫ້ມີຄຸນປະໂຫຍດສູງສຸດ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງ.

            - ລັດຖະບານມີສິດ ແລະໜ້າທີ່ ດັ່ງນີ້:

1.    ປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ, ລັດຖະບັນຍັດ ແລະ ລັດຖະດຳລັດຂອງປະທານປະເທດ;

2.    ສະເໜີຮ່າງກົດໝາຍຕໍ່ສະພາແຫ່ງຊາດ, ຮ່າງລັດຖະບັນຍັດຕໍ່ຄະນະປະຈໍາສະພາແຫ່ງຊາດ ແລະ ຮ່າງລັດຖະດຳລັດຕໍ່ປະທານປະເທດ;

3.    ອອກດຳລັດ, ມະຕິກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ,ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ;

4.    ກຳນົດ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະແຜນເງິນຕາແຫ່ງຊາດແລ້ວສະເໜີຕໍ່ສະພາແຫ່ງຊາດ;

5.    ຄົ້ນຄວ້າ ແລະ ສະເໜີກ່ຽວກັບການກຳນົດ, ການປ່ຽນແປງ, ການລົບລ້າງ ຫຼື ການຍົກເວັ້ນອັດ ຕາພາສີ, ອາກອນ ຕໍ່ສະພາແຫ່ງຊາດ, ຄ່າທຳນຽມ ແລະ ຄ່າບໍລິການຕໍ່ຄະນະປະຈຳສະພາແຫ່ງຊາດ;

6.    ສະເໜີສະພາແຫ່ງຊາດ ຮັບຮອງເອົາການສ້າງ, ໂຮມເຂົ້າ, ແຍກອອກ ຫຼື ຍຸບເລີກກະຊວງ, ແຂວງ, ນະຄອນຫຼວງ ແລະ ການກຳນົດເຂດແດນຂອງແຂວງ, ນະຄອນຫຼວງ.

7.    ຕົກລົງສ້າງຕັ້ງ ຫຼື ຍຸບເລີກທະບວງ, ກົມ ຫຼື ອົງການລັດທຽບເທົ່າກົມ, ເທດສະບານ, ນະຄອນຕາມສະເໜີຂອງເຈົ້າແຂວງ, ເຈົ້ານະຄອນຫຼວງພາຍຫຼັງກອງປະຊຸມສະພາປະຊາຊົນຂັ້ນແຂວງຮັບຮອງເອົາ.

8.    ຕົກລົງສ້າງ ຫຼື ຍຸບເລີກເມືອງ, ເທດສະບານ, ນະຄອນ ແລະ ກຳນົດເຂດແດນຂອງເມືອງ, ເທດສະບານ, ນະຄອນ;

9.    ສ້າງຕັ້ງ ຫຼື ຍຸບເລີກເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ;

10.     ໂຄສະນາ, ເຜີຍແຜ່, ສຶກສາອົບຮົມສະຕິເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ;

11.     ຊີ້ນຳ, ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

12.     ຕົກລົງໃຫ້ສັນຊາດ, ຖອນສັນຊາດ, ປະສັນຊາດ, ໃຫ້ສັນຊາດລາວຄືນ;

13.     ສະເໜີຕໍ່ປະທານປະເທດເພື່ອພິຈາລະນາການໃຫ້ອະໄພຍະໂທດ;

14.     ຄຸ້ມຄອງພົນລະເມືອງຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ; ກຳນົດ ແລະ ນຳໃຊ້ບັນດາມາດຕະການ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ລວມທັງພົນລະເມືອງລາວທີ່ຢູ່ຕ່າງປະເທດ;

15.     ສ້າງ, ເຂົ້າຮ່ວມ, ຕີຄວາມໝາຍ ແລະ ຈັດຕັ້ງປະຕິບັດສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນໃນລະດັບລັດຖະບານ;

16.     ງົດການປະຕິບັດ, ລົບລ້າງ ຫຼື ຍົກເລີກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳຂອງກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການທີ່ຂຶ້ນກັບລັດຖະບານ  ແລະ ອົງການປົກຄອງທ້ອງຖິ່ນທີ່ຂັດກັບກົດໝາຍ ແລະ ນິຕິກຳອື່ນໆ, ຍົກເວັ້ນຄຳຕົກລົງກ່ຽວກັບການດຳເນີນຄະດີຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;

17.     ຈັດຕັ້ງ, ຊີ້ນໍາ ແລະ ກວດກາ ການບໍລິການຮັບໃຊ້ປະຊາຊົນ ແລະ ການແກ້ໄຂຄໍາສະເໜີຂອງປະຊາຊົນ;

18.     ລາຍງານການເຄື່ອນໄຫວຂອງຕົນຕໍ່ ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ປະທານປະເທດ;

19.     ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

 

                - ການປົກຄອງທ້ອງຖິ່ນ

           ອົງການປົກຄອງທ້ອງຖິ່ນ ແມ່ນອົງການບໍລິຫານລັດຂັ້ນທ້ອງຖິ່ນ, ມີພາລະບົດບາດຄຸ້ມຄອງບໍລິຫານລັດຢ່າງຮອບດ້ານ ແລະ ເປັນເອກະພາບໃນຂອບເຂດທ້ອງຖິ່ນຕົນ. ອົງການປົກຄອງທ້ອງຖິ່ນຮັບຜິດຊອບຕໍ່ລັດຖະບານ ແລະ ສະພາປະຊາຊົນທ້ອງຖິ່ນ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງການປົກຄອງທ້ອງຖິ່ນ ອອກເປັນສາມຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ.

               1. ຂັ້ນແຂວງ ມີແຂວງ ແລະ ນະຄອນຫຼວງ;

         2. ຂັ້ນເມືອງ ມີເມືອງ ແລະ ເທດສະບານ, ນະຄອນຫຼວງ

         3. ຂັ້ນບ້ານ ມີບ້ານ.

                   ໃນກໍລະນີທີ່ຈໍາເປັນອາດຈະສ້າງຕັ້ງເຂດພິເສດຂຶ້ນ ຕາມການຕົກລົງຂອງສະພາແຫ່ງຊາດ.

                   ແຂວງ ມີເຈົ້າແຂວງ, ນະຄອນມີເຈົ້າຄອງນະຄອນຫຼວງ, ເມືອງມີເຈົ້າເມືອງ, ເທດສະບານ ມີຫົວໜ້າເທດ ສະບານ, ເຈົ້າຄອງມີເຈົ້ານະຄອນ, ບ້ານມີນາຍບ້ານ.

                   ເຈົ້າແຂວງ ມີຮອງເຈົ້າແຂວງ, ເຈົ້າຄອງຫຼວງນະຄອນຫຼວງມີຮອງເຈົ້າຄອງນະຄອນ, ເຈົ້າເມືອງມີ ຮອງເຈົ້າ ເມືອງ, ຫົວໜ້າເທດສະບານ ມີຮອງຫົວໜ້າເທດສະບານ, ເຈົ້າຄອງນະຄອນມີຮອງເຈົ້າຄອງນະຄອນນາຍບ້ານມີຮອງນາຍບ້ານ ເປັນຜູ້ຊ່ວຍວຽກ.

5.3 ສານປະຊາຊົນ

         ສານປະຊາຊົນ ແມ່ນອົງການຕຸລາການ ມີແຕ່ສານເທົ່ານັ້ນຈຶ່ງມີສິດອຳນາດພິຈາລະນາຕັດສີນ, ພິ ພາກສາຄະດີ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວສານປະຊາຊົນ ຕັດສິນນຄະດີເປັນຂັ້ນຕັ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ.

            ສານປະຊາຊົນ ມີພາລະບົດບາດດຳເນີນການພິຈາລະນາຕັດສີນຄະດີ ແນໃສ່ສຶກສາອົບຮົມພົນລະ ເມືອງໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ອົງການຈັດຕັ້ງພັກ, ອົງ ການຈັດຕັ້ງຂອງລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນຄວາມຍຸຕິທຳ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີນິຕິທຳ, ກຳຈັດ ແລະ ສະກັດກັ້ນການລະເມີດກົດໝາຍ.

   ລະບົບການຈັດຕັ້ງຂອງສານປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະ ກອບດ້ວຍ :  

1.    ສານປະຊາຊົນສູງສຸດ;

2.    ສານປະຊາຊົນພາກ;

3.    ສານປະຊາຊົນແຂວງ, ນະຄອນຫຼວງ ແລະ ສານເດັກ;

4.    ສານປະຊາຊົນເຂດ;

5.    ສານທະຫານ.

   ສານປະຊາຊົນພາກ, ສານປະຊົນຊົນແຂວງ, ນະຄອນຫຼວງ, ສານເດັກ ແລະ ສານປະຊາເຂດ ເອີ້ນວ່າ ສານປະຊາຊົນທ້ອງຖິ່ນ.

    5.4 ອົງການໄອຍະການປະຊາຊົນ

  ອົງການໄອຍະການປະຊາຊົນ ແມ່ນອົງການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ, ປົກປ້ອງສິດຜົນປະໂຫຍດຂອງລັດ, ຂອງສັງຄົມ, ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

   ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ  ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ປະກອບດ້ວຍ :

1.    ອົງການໄອຍະການປະຊາຊົນສູງສຸດ;

2.    ອົງການໄອຍະການປະຊາຊົນພາກ;

3.    ອົງການໄອຍະການປະຊາຊົນແຂວງ, ນະຄອນຫຼວງ;

4.    ອົງການໄອຍະການປະຊາຊົນເຂດ;

5.    ອົງການໄອຍະການທະຫານ.     

VI. ບັນດາຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ ສປປ ລາວ

ກົງຈັກລັດແຫ່ງ ສປປ ລາວ ຈັດຕັ້ງ ແລະ ເຄື່ອນໄຫວບົນພຶ້ນຖານຫຼັກການ ດັ່ງນີ້:

 

1.      ຫຼັກການນຳພາຂອງພັກ

ເປັນຫຼັກການຕັດສີນໃນການກຳນົດທິດທາງແຫ່ງການຈັດຕັ້ງ ແລະການເຄື່ອນໄຫວຂອງກົງຈັກລັດ. ໂດຍຜ່ານອຳນາດລັດ ພັກຈຶ່ງສາມາດປະຕິບັດການນຳພາຂອງຕົນ ຕໍ່ຂະບວນການຂະຫຍາຍຕົວຂອງສັງຄົມ. ສິດເປັນເຈົ້າຂອງປະເທດຊາດຂອງປະຊາຊົນບັນດາເຜົ່າໄດ້ຮັບການປະຕິບັດ ແລະ ຮັບປະກັນດ້ວຍການເຄື່ອນໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວເປັນແກນນຳ.

2.      ຫຼັກການສິດອຳນາດທັງໝົດເປັນຂອງປະຊາຊົນ

 

             ເພື່ອປະກັນໃຫ້ແກ່ປະຊາຊົນປະຕິບັດສິດອຳນາດຂອງຕົນ, ຮັບປະກັນໃຫ້ສິດອຳນາດແຫ່ງລັດ ເປັນຂອງປະຊາຊົນຢ່າງແທ້ຈິງນັ້ນ, ຄວນເອົາໃຈໃສ່ບາງບັນຫາສໍາຄັນດັ່ງນີ້ :

             - ຕ້ອງຮັບປະກັນໃຫ້ສະພາແຫ່ງຊາດເປັນອົງການຕົວແທນ ແລະ ເປັນຄວາມມຸ້ງມາດປາດຖະນາຂອງປະຊາຊົນຢ່າງແທ້ຈິງ.

             - ລັດຕ້ອງຫັນເປັນລະບຽບການອັນລະອຽດ ບັນດາສິດເສລີພາບ, ປະຊາທິປະໄຕຂອງປະຊາຊົນ  ແລະ ຕ້ອງກຳນົດກົນໄກທີ່ຮັບປະກັນໃຫ້ແກ່ປະຕິບັດສິດເຫຼົ່ານັ້ນຢ່າງມີຜົນສັກສິດ ແລະ ແທດເໝາະຕົວຈິງ;

        - ລັດຕ້ອງກຳນົດລະບອບກ່ຽວກັບຄວາມຮັບຜິດຊອບໃນການຮັບໃຊ້ປະຊາຊົນ ຂອງບັນ ດາອົງການລັດ, ພະນັກງານ-ລັດຖະກອນ. ພ້ອມກັນນັ້ນກໍສະກັດກັ້ນ ແລະ ແກ້ໄຂບັນດາການປະພຶດແບບອາດຍາສິດ, ຂາດຄວາມຮັບຜິດຊອບ ແລະ ບັນດາການກະທຳທີ່ແຕະຕ້ອງເຖິງສິດເສລີພາບ ປະຊາທິປະໄຕຂອງປະຊາຊົນ.

3.      ຫຼັກການລວມສູນປະຊາທິປະໄຕ

 

             ຫຼັກການນີ້ສະແດງເຖິງການປະສານສົມທົບຢ່າງກົມກຽວ ລະຫວ່າງ ການຊີ້ນຳ ລວມສູນ ເປັນເອກະ ພາບຂອງບັນດາອົງການຂັ້ນເທິງ ຕໍ່ການເປີດກວ້າງປະຊາທິປະໄຕ ແລະ ເສີມຂະຫຍາຍຄວາມເປັນເຈົ້າການປະດິດສ້າງ ຂອງມະຫາຊົນຂັ້ນລຸ່ມ ເພື່ອແນໃສ່ບັນລຸປະສິດທິຜົນໃນການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມ.

             ເພື່ອຮັບປະກັນການລວມສູນປະຊາທິປະໄຕ ໃນເງື່ອນໄຂປັດຈຸບັນຕ້ອງກຳນົດ ແລະ ແກ້ໄຂບັນ ຫາ ດັ່ງນີ້ :

-   ຈຳແນກໜ້າທີ່ຮັບຜິດຊອບ ຂອງໝູ່ຄະນະໃນອົງການຈັດຕັ້ງລັດ ກັບໜ້າທີ່ຄວາມຮັບຜິດຊອບຂອງບຸກຄົນ ຂອງແຕ່ລະຕຳແໜ່ງງານໃນກົງຈັກລັດ,

-   ກຳນົດລະບຽບການ ຂອງລັດຢ່າງລະອຽດ ເຊັ່ນ: ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ທ້ອງຖິ່ນປະຕິບັດຕາມສູນກາງ, ພະນັກງານ ຕ້ອງປະຕິບັດຕາມຫົວໜ້າ,

-   ສ້າງກົນໄກທີ່ມີປະຊາທິປະໄຕ ຢູ່ໃນບັນດາອົງການລັດ.

-   ປະຕິບັດການກວດກາ, ລາຍງານສ່ອງແສງ ສົ່ງຂ່າວທີ່ກໍານົດໄວ້ຢ່າງເຂັ້ມງວດ ແລະ ທັນການ .

4.      ຫຼັກການນິຕິທຳ

             ແມ່ນການເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ,ໂດຍກົງຈາກອົງ ການຈັດຕັ້ງຂອງພັກ, ຂອງລັດ, ອົງການຈັດຕັ້ງມະຫາຊົນ ແລະ ພົນລະເມືອງທຸກຄົນ.

-   ນິຕິທຳແມ່ນຫຼັກການໜຶ່ງໃນການເຄື່ອນໄຫວ ຂອງລັດປະຊາທິປະໄຕປະຊາຊົນ ແລະ ທັງເປັນເງື່ອນໄຂອັນຈຳເປັນສຳລັບການກໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນ;

-   ເພື່ອຮັບປະກັນໃຫ້ແກ່ການປະຕິບັດຫຼັກການນິຕິທຳກ່ອນອື່ນໝົດລັດຕ້ອງສ້າງລະບົບກົດໝາຍໃຫ້ພຽງພໍ, ທັນການ ແລະ ຄົບຖ້ວນ.

       ພ້ອມກັນນັ້ນ ລັດຕ້ອງຜັນຂະຫຍາຍ ບັນດາຫຼັກການເຄື່ອນໄຫວ ເພື່ອແນໃສ່ ປະຕິບັດກົດໝາຍ, ໂຄສະນາ, ອະທິບາຍ ແລະ ສຶກສາອົບຮົມກົດໝາຍດ້ວຍຫຼາຍຮູບຫຼາຍສີ, ເລິກເຊິ່ງ, ກວ້າງຂວາງ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຊາຊົນຢ່າງທົ່ວເຖິງ  ແລະ ທັນການ.

ດ?

 

 

ความคิดเห็น