ໂດຍ:
ປັນຍາສັກ ແສງອ່ອນແກ້ວ
I. ຄວາມຮູ້ກ່ຽວກັບລັດທີ່ມີທ່າອຽງສັງຄົມນິຍົມ
1.1 ການກຳເນີດຂອງລັດທີ່ມີທ່າອຽງສັງຄົມນິຍົມ
ມະຫາປະຕິວັດເດືອນຕຸລາ 1917 ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງໃສ່ຂະບວນປົດປ່ອຍຊາດທີ່ຕົກເປັນຫົວເມືອງຂຶ້ນ. ຂະບວນປົດປ່ອຍຊາດດັ່ງກ່າວໄດ້ເຕີບໃຫຍ່ຂຶ້ນ ພາຍຫຼັງຄົງຄາມໂລກຄັ້ງທີ
II ຊຶ່ງເປັນເວລາແຫ່ງວິກິດການລວມຂອງລະບອບທຶນນິຍົມ, ຍ້ອນການປະຕິວັດປົດປ່ອຍຊາດລະບອບລ່າຫົວເມືອງຂຶ້ນຂອງທຶນນິຍົມຈຶ່ງໄດ້ພັງທະລາຍລົງ, ລັດໃໝ່ແຫ່ງຊາດໄດ້ປາກົດຕົວຂຶ້ນ, ຜົນສຳເລັດຂອງການປະຕິວັດປົດປ່ອຍຊາດ ໄດ້ມາຈາກການສະໜັບສະໜູນຂອງບັນດາປະເທດສັງຄົມນິຍົມ.
ການໄດ້ຮັບເອກະລາດ, ການກໍ່ສ້າງລັດໃໝ່ທີ່ມີອະທິປະໄຕນັ້ນໄດ້ເປັນຫຼາຍເສັ້ນທາງ. ໃນບາງກໍລະນີມັນໄດ້ເປັນໄປພາຍຫຼັງການຕໍ່ສູ່ດ້ວຍການປະກອບອາວຸດອັນຍືດເຍືອຍາວນານ
(ທະວີບອາຟຣິກກາ, ອານເຊຣີ, ອັງໂກລາ, ເຢແມນ).
ບັນດາລັດທີ່ມີທ່າອຽງສັງຄົມນິຍົມ ຊຶ່ງໄດ້ປົດປ່ອຍຕົນເອງອອກຈາກລະບອບລ່າເມືອງຂຶ້ນ
ແລະ ຍັງບໍ່ທັນເປັນປະເທດສັງຄົມນິຍົມ ໂດຍເຂົາເຈົ້າປະຕິເສດເສັ້ນທາງແຫ່ງການຂະຫຍາຍຕົວຂອງນາຍທຶນດຳເນີນການຫັນປ່ຽນຮາກຖານທາງດ້ານສັງຄົມ
ເພື່ອເລັ່ງລັດກ້າວຂຶ້ນສັງຄົມນິຍົມ. ໃນຈຳນວນປະເທດດັ່ງກ່າວມີ: ປະເທດອານເຊຣີ, ອັງໂກລາ, ເອທີໂອປີ, ມາດາກາສະກາ, ອັບການິສະຖານ
ແລະ ປະເທດອື່ນໆ.
ທາດແທ້ທາງດ້ານຊົນຊັ້ນຂອງລັດໃໝ່ ແລະ ເສັ້ນທາງແຫ່ງການຂະຫຍາຍຕົວຂອງມັນຂຶ້ນກັບວ່າຊົນຊັ້ນໃດມີບົດບາດນຳພາໃນຂະບວນ
ປະຕິວັດປົດປ່ອຍຊາດ. ຖ້າແມ່ນຊົນຊັ້ນກຳມະກອນ ແລະ ພັກຂອງຊົນຊັ້ນດັ່ງກ່າວນຳພາການປະຕິວັດປົດປ່ອຍຊາດ
ການປະຕິວັດດັ່ງກ່າວນັ້ນແມ່ນໄປຄຽງຄູ່ກັບການປະຕິວັດສັງ ຄົມນິຍົມ, ພ້ອມດຽວກັນນັ້ນກໍມີການສ້າງຕັ້ງລັດ
ປະເພດສັງຄົມນິຍົມ (ລາວ, ຫວຽດນາມ, ກູບາ ).
ໃນບັນດາປະເທດທີ່ມີທ່າອຽງສັງຄົມນິຍົມນັ້ນແມ່ນລັດປະຊາທິປະໄຕປະຊາຊົນເກີດຂຶ້ນ.
ຕາມທາດແທ້ທາງດ້ານຊົນຊັ້ນ ລັດດັ່ງກ່າວເປັນລັດຂ້າມຜ່ານໄປສູ່ລັດປະເພດສັງຄົມນິຍົມ,ໃນນີ້ອຳນາດເປັນຂອງກຸ່ມກຳ
ລັງຮັກຊາດ ປະຊາທິປະໄຕຕ່າງໆ, ກຸ່ມດັ່ງກ່າວເຕົ້າໂຮມຊົນຊັ້ນກຳມະກອນ, ຊາວນາ, ພາກສ່ວນນາຍທຶນແຫ່ງຊາດທີ່ກ້າວໜ້າ
ແລະ ປັນຍາຊົນ. ບັນດາປະເທດທີ່ມີທ່າອຽງສັງຄົມນິຍົມຍັງບໍ່ທັນມີປັດໄຈອັນຈຳເປັນ ເພື່ອດຳເນີນໂດຍກົງກ່ຽວກັບການປະຕິວັດສັງຄົມນິຍົມ
ແລະການກໍ່ສ້າງສັງຄົມນິຍົມໃນປະເທດເຫຼົ່ານີ້ພຽງແຕ່ມີການດຳເນີນມາດຕະການປະຊາທິປະໄຕລວມ
ແລະ ສາມາດສັງເກດເຫັນໄດ້ວ່າມີພຽງແຕ່ບາງບາດກ້າວເທົ່ານັ້ນໄປສູ່ສັງຄົມນິຍົມ.
ຢູ່ໃນຂົງເຂດການເມືອງນັ້ນ
ລັດທີ່ມີທ່າອຽງສັງຄົມນິຍົມໄດ້ສະແດງອອກຢູ່ບ່ອນວ່າ ນາຍທຶນແຫ່ງຊາດ ແລະ
ສັກດີນາບໍ່ຜູກຂາດອຳນາດ, ອຳນາດໄດ້ຕົກຢູ່ໃນກຳມືຂອງກຳລັງທີ່ກ້າວໜ້າ, ກົງຈັກໃໝ່ຂອງລັດໄດ້ຖືກສ້າງຕັ້ງຂຶ້ນ ເພື່ອຕໍ່ສູ້ກັບການຕ້ານການປະຕິວັດ, ເພື່ອມອບສິດ
ແລະ ເສລີພາບ ປະຊາທິປະໄຕໃຫ້ແກ່ຊາວຜູ້ອອກແຮງງານ.
ກ່ຽວກັບວຽກງານເສດຖະກິດ ມີພາກສ່ວນສ້າງຕັ້ງເສດຖະກິດຂອງລັດ, ມີການປະຕິຮູບທີ່ດິນ,
ການຫັນເປັນສະຫະກອນກະເສດ, ການວາງລະບຽບຂອງລັດໃສ່ພາກສ່ວນເສດຖະກິດຂອງເອກະຊົນ, ການນຳເອົາທຶນຕ່າງປະເທດມາເປັນຂອງລັດ
ຫຼື ດຳເນີນການກວດກາການເຄື່ອນໄຫວທາງດ້ານສັງຄົມເພື່ອຜົນປະ ໂຫຍດຂອງຊາວຜູ້ອອກແຮງງານ.
ໃນວຽກງານການພົວພັນການຕ່າງປະເທດ
ບັນດາລັດທີ່ມີທ່າອຽງສັງຄົມນິຍົມ ດຳເນີນນະໂຍບາຍບໍ່ຮ່ວມກຸ່ມ, ບໍ່ເຂົ້າຮ່ວມກຸ່ມທະຫານໃດໜື່ງ
ເພື່ອປ້ອງກັນຜົນປະໂຫຍດແຫ່ງຊາດຂອງຕົນ, ດຳເນີນນະໂຍບາຍເອກະລາດທາງດ້ານເສດຖະກິດ ແລະ ການເມືອງ.
ລະບອບການເມືອງຂອງບັນດາລັດທີ່ມີທ່າອຽງສັງຄົມນິຍົມ
ເຖິງວ່າຈະມີຄວາມແຕກຕ່າງກັນກໍຕາມ ແຕ່ກໍມີຈຸດລວມທີ່ຄ້າຍຄືກັນເຊັ່ນ: ມີພັກແຫ່ງຊາດປະຕິວັດນຳພາ
ແລະ ມີອົງການຈັດຕັ້ງສັງຄົມ ຂອງຊາວຜູ້ອອກແຮງງານ, ພັກດັ່ງກ່າວສ່ອງແສງເຖິງຜົນປະໂຫຍດຂອງຊັ້ນຄົນຢ່າງກວ້າງຂວາງເປັນຕົ້ນແມ່ນຊາວຜູ້ອອກແຮງງານ, ຊາວນາ. ນອກຈາກນີ້ຍັງມີຜົນປະໂຫຍດໃຫ້ແກ່ຊັ້ນຄົນລະຫວ່າງກາງເຊັ່ນ:ນາຍທຶນນ້ອຍ
ແລະ ປັນຍາຊົນ.
2.1 ທາດແທ້ຂອງລັດທີ່ເດີນຕາມສັງຄົມນິຍົມ
ລັດໃນຮູບແບບສັງຄົມນິຍົມ ແມ່ນລັດແບບໃໝ່ຍ້ອນແນວນັ້ນຈຶ່ງມີທາດແທ້ແຕກຕ່າງກັນກັບທາດແທ້ຂອງບັນດາລັດຂູດຮີດ.
ລັດສັງຄົມນິຍົມ ແມ່ນເຄື່ອງມືເພື່ອໃຫ້ປະຊາຊົນຊາວຜູ້ອອກແຮງງານປະຕິບັດສິດອຳນາດຂອງຕົນ.
ທ່ານ ເລນິນ ໄດ້ຊີ້ແຈ້ງຄວາມແຕກຕ່າງລະຫວ່າງລັດສັງຄົມນິຍົມ ແລະ ລັດຂູດຮີດຢູ່ບ່ອນວ່າລັດສັງຄົມນິຍົມ
ປະຕິບັດປະຊາທິປະໄຕໃນການຈັດຕັ້ງການເຄື່ອນໄຫວຂອງຕົນແມ່ນອົງການຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ
ແລະ ສິດອຳນາດຂອງປະຊາຊົນຜູ້ອອກແຮງງານ. ທ່ານ ເລນິນ ໄດ້ຂຽນວ່າ: ອຳນາດການປົກຄອງໃໝ່ ແມ່ນຜະເດັດການຂອງຄົນຈຳນວນຫຼາຍຕໍ່ຄົນຈຳນວນໜ້ອຍໂດຍອີງໃສ່ຄວາມເຊື່ອຖື
(ຄວາມໄວ້ວາງໃຈ) ຂອງປະຊາຊົນທັງໝົດທີ່ມີເສລີພາບຢ່າງກ້ວາງຂວາງເຂົ້າຮ່ວມອຳນາດການປົກຄອງ.
ນັ້ນແມ່ນອຳນາດການປົກຄອງທີ່ເປີດເຜີຍຕໍ່ທຸກຄົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ ແລະ ກຳເນີດເກີດມາຈາກປະ ຊາຊົນໂດຍກົງແມ່ນອົງການທີ່ເປັນຕົວແທນໃຫ້ແກ່ປະຊາຊົນໂດຍກົງ.
ລັດສັງຄົມນິຍົມ ແມ່ນການຈັດຕັ້ງທີ່ສະແດງເຖິງການນຳພາຂອງພັກ ແລະ
ສິດເປັນເຈົ້າຂອງປະຊາ ຊົນຢ່າງເປັນເອກະພາບ. ລັດສັງຄົມນິຍົມໄດ້ປະຕິບັດປະຊາທິປະໄຕສັງຄົມນິຍົມໃໝ່, ສ້າງກຳລັງແຮງໃນການປະຕິບັດແນວທາງນະໂຍບາຍຂອງພັກເຮັດໃຫ້ທາດແທ້ຊົນຊັ້ນຂອງລັດນັບມື້ນັບເລີກເຊິ່ງ.
ກົງກັນຂ້າມມີແຕ່ພາຍໃຕ້ການນຳພາຂອງພັກ ແລະ ການຈັດຕັ້ງການເຄື່ອນໄຫວຂອງລັດປະຊາຊົນຊາວຜູ້ອອກແຮງງານຈຶ່ງຈະສາມາດປະຕິບັດສິດເປັນເຈົ້າຂອງຕົນໄດ້,
ຖ້າບໍ່ຮູ້ແຈ້ງວ່າລັດສັງຄົມນິຍົມ ແມ່ນລັດໂດຍຊົນຊັ້ນກຳມະກອນນຳພາຈັດຕັ້ງເຄື່ອນໄຫວຕາມແນວທາງການເມືອງຂອງຊົນຊັ້ນກຳມະກອນ.
ຖ້າມີແຕ່ເວົ້າ ປະຊາທິປະໄຕແບບ ລວມໆ ເວລານັ້ນທາດແທ້ຊົນຊັ້ນຂອງລັດຈະບໍ່ຈະແຈ້ງຊັດເຈນ ແລະ
ຈະບໍ່ບັນລຸໄດ້ທາດແທ້ປະຊາທິປະໄຕທີ່ແທ້ຈິງ, ອີກດ້ານໜຶ່ງຖ້າບໍ່ເຫັນແຈ້ງຄວາມເປັນເອກະພາບລະຫວ່າງທາດແທ້ຊົນຊັ້ນກັບທາດແທ້ປະຊາທິ
ປະໄຕຂອງລັດສັງຄົມນິຍົມກໍຈະຜິດພາດຢ່າງຮ້າຍແຮງ, ເຮັດໃຫ້ເສຍອຳນາດຂອງລັດສັງຄົມນິຍົມ.
ປະຊາທິປະໄຕທີ່ແທ້ຈິງ ແມ່ນທາດແທ້ຂອງລັດສັງຄົມນິຍົມ.
ລັດສັງຄົມນິຍົມ ແມ່ນການຈັດຕັ້ງຂອງປະຊາຊົນຜູ້ອອກແຮງງານແນໃສ່ປະຕິບັດສິດເປັນເຈົ້າຂອງຕົນເອງໃນການປົກປ້ອງໝາກຜົນຂອງການປະຕິວັດ
ແລະ ການຈັດຕັ້ງກໍ່ສ້າງສັງຄົມໃໝ່. ດັ່ງນັ້ນ, ລັດຕ້ອງມີກົນໄກທີ່ສອດຄ່ອງເພື່ອຮັບປະກັນໃຫ້ປະ ຊາຊົນເຂົ້າຮ່ວມໃນການຄຸ້ມຄອງລັດທີ່ແທ້ຈິງ, ມີສິດເລືອກເອົາຜູ້ແທນຂອງຕົນຢ່າງສົມກຽດເຂົ້າໃນສະພາ (ເຂົ້າໃນອົງການອຳນາດລັດສູງສຸດ)
ມີສິດ,
ມີຄວາມສາມາດ ແລະ ມີເງື່ອນໄຂຕົວຈິງເພື່ອກວດກາຕຳນິຕິຊົມບັນດາພະນັກງານ
ແລະ ອົງການລັດ, ປົດສິດຜູ້ແທນຂອງຕົນຖ້າເຫັນວ່າມີການປະພຶດທີ່ບໍ່ເໝາະສົມ.
ທາດແທ້ຂອງລັດສັງຄົມນິຍົມ ອີກມຸມໜຶ່ງແມ່ນ ມັນເປັນເຄື່ອງມືຈັດຕັ້ງ ແລະ ກໍ່ສ້າງສັງຄົມໃໝ່.
ເມື່ອໄດ້ກາຍເປັນຊົນຊັ້ນປົກຄອງທາງດາ້ນການເມືອງ, ຊົນຊັ້ນກຳມະກອນບໍ່ມີຈຸດປະສົງນຳໃຊ້ລັດເພື່ອກົດໜ່ວງການປົກຄອງຂອງຕົນ
ແຕ່ຫາກແມ່ນການກໍ່ສ້າງລັດນັ້ນໃຫ້ກາຍປັນເຄື່ອງມືຂອງປະຊາຊົນຜູ້ອອກແຮງງານເພື່ອປັບປຸງບຸລະນະສັງຄົມເກົ່າ, ສ້າງສັງຄົມໃໝ່, ລົບລ້າງການກົດຂີ່ຂູດຮີດ ແລະ ຄວາມບໍ່ສະເໝີພາບໃນສັງຄົມ.
ສະນັ້ນ, ລັດສັງຄົມນິຍົມບໍ່ພຽງແຕ່ເປັນກົງຈັກບໍລິຫານ
ແຕ່ມັນຍັງເປັນກົງຈັກທີ່ມີບົດບາດຈັດຕັ້ງ, ຄຸ້ມຄອງເສດຖະກິດ, ວັດທະນະທຳສັງຄົມ.
ຮູບການປົກຄອງຂອງລັດທີ່ມີທ່າອຽງສັງຄົມນິຍົມ ແມ່ນແບບສາທາລະນະລັດ ແລະ ຮູບແບບໂຄງສ້າງສ່ວນຫຼາຍ
ແມ່ນແບບເອກະລັດ ແລະ ລະບອບການເມືອງແມ່ນລະບອບປະຊາທິປະໄຕປະຊາຊົນ.
II. ພາລະໜ້າທີ່ຂອງບັນດາປະເທດທີ່ມີທ່າອຽງສັງຄົມນິຍົມ
ພາລະໜ້າທີ່ຂອງລັດທີ່ມີທ່າອຽງສັງຄົມນິຍົມແມ່ນ
ບັນດາທັດສະນະແຫ່ງການເຄື່ອນໄຫວຕົ້ນຕໍ ຂອງລັດ, ສະແດງເຖິງທາດແທ້ຈຸດປະສົງ,
ໜ້າທີ່ຊຶ່ງໄດ້ກຳນົດດ້ວຍເງື່ອນໄຂຕົວຈິງພາວະວິໄສ ຂອງສະພາບການເມືອງ,
ເສດຖະກິດສັງຄົມພາຍໃນ ແລະ ຕ່າງປະເທດໃນແຕ່ລະໄລຍະຂອງການປະຕິວັດ.
ລັດສັງຄົມນິຍົມ
ແມ່ນເຄື່ອງມືຕົ້ນຕໍໃນການຈັດຕັ້ງ ແລະ ຄຸ້ມຄອງຊີວິດສັງຄົມໃນທຸກຂົງເຂດການ ເມືອງ,
ເສດຖະກິດ, ວັດທະນະທຳ-ສັງຄົມ,
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ເພື່ອ ປະຕິບັດໜ້າທີ່ການຈັດຕັ້ງເພື່ອຄຸ້ມຄອງທັງໝົດນັ້ນ, ລັດສັງຄົມນິຍົມຕ້ອງປະຕິບັດຫຼາຍພາລະບົດບາດ ແຕ່ ລະພາລະບົດບາດຂອງລັດມີຈຸດປະສົງແຕກຕ່າງກັນ
ແຕ່ບັນດາພາລະບົດບາດເຫຼົ່ານັ້ນລ້ວນແຕ່ມີສາຍພົວພັນ ນຳກັນຢ່າງສະໜິດແໜ້ນ ແລະ ກະທົບຊຶ່ງກັນ
ແລະ ກັນ. ອີງໃສ່ຂອບເຂດການເຄື່ອນໄຫວຂອງລັດສາມາດແບ່ງອອກເປັນ
2 ພາລະບົດບາດ ຄື: ພາລະໜ້າທີ່ພາຍໃນ
ແລະ ພາລະໜ້າທີ່ພາຍນອກ.
2.1 ພາລະໜ້າທີ່ພາຍໃນ
ແມ່ນພາລະໜ້າທີ່ປາບປາມການຕ້ານຄືນຂອງກຸ່ມປະຕິການ (ສັກດີນາ, ນາຍທຶນ, ທຶນນິຍົມຈັກກະ ພັດ, ເຈົ້າກົກ, ເຈົ້າເຫຼົ່າ). ພາລະໜ້າທີ່ທາງດ້ານເສດຖະກິດ
(ກໍ່ສ້າງ ແລະ ນຳພາຂົງເຂດເສດຖະກິດຂອງລັດ, ການປະຕິຮູບທີ່ດິນ,
ການຫັນເປັນສະຫະກອນ, ການວາງລະບຽບໃສ່ການເຄື່ອນໄຫວຂອງພວກນາຍທຶນແຫ່ງຊາດ
ແລະ ນາຍທຶນຕ່າງປະເທດ ແລະ ອື່ນໆ), ພາລະໜ້າທີ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ນິຕິທຳ,
ສິດ
ແລະ ຜົນປະໂຫຍດຂອງພົນລະເມືອງ, ພາລະໜ້າທີ່ທາງດ້ານວັດທະນະທຳ
ແລະ ສຶກສາອົບຮົມ, ພາລະໜ້າທີ່ກວດກາອັດຕາສ່ວນແຮງງານ ແລະ ການຊົມໃຊ້.
1) ປົກປ້ອງສະຖຽນລະພາບທາງດ້ານການເມືອງ ແລະ ຄວາມປອດໄພໃນທົ່ວສັງຄົມ
ຢາກດຳເນີນການກໍ່ສ້າງສັງຄົມນິຍົມ,
ລັດຕ້ອງຮັບປະກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພໃນທົ່ວປະເທດ.
ລັດສັງຄົມນິຍົມຕ້ອງມີກຳລັງແຮງເພື່ອທັບມ້າງກົນອຸບາຍຂອງຊົນຊັ້ນຂູດຮີດທີ່ສົມທົບກັບພວກຈັກກະພັດ
ແລະ ປະຕິການສາກົນ. ລັດສັງຄົມນິຍົມປະຕິບັດພາລະບົດບາດ
ນີ້ ຍ້ອນວ່າຊົນຊັ້ນຂູດຮີດທີ່ຖືກໂຄ່ນລົ້ມໄປແລ້ວ, ແຕ່ບໍ່ທັນຍອມຈຳນົນ, ພວກເຂົາອອກແຮງຊອກຫາທຸກວິທີທາງຕໍ່ຕ້ານຄືນດ້ວຍວິທີຢຶດເຍືອຍາວນານ,
ໂສຕາຍ ເພື່ອຍາດເອົາອຳນາດທີ່ສູນເສຍ. ທ່ານ ເລນິນ ໄດ້ສັ່ງສອນວ່າ:
ບາດກ້າວຂ້າມຜ່ານຈາກທຶນນິຍົມກ້າວຂຶ້ນສັງຄົມນິຍົມ ແມ່ນໄລຍະປະວັດສາດຍາວນານ
ໃນນັ້ນຂະບວນການຕໍ້ສູ້ຊົນຊັ້ນຍັງສືບຕໍ່ຢ່າງດຸເດືອດ. ອີກດ້ານໜຶ່ງພວກຈັກກະພັດ
ແລະ ບັນດາອິດທິພົນກຳລັງປໍລະປັກສາກົນຍັງຊອກຫາທຸກວິທີທາງຕ້ານ ແລະ ເຮັດໃຫ້ສັງຄົມນິຍົມອ່ອນເພຍລົງ
ພວກເຂົາລ້ຽງເກືອ ແລະ ສົ່ງເສີມພວກຕ້ານການປະຕິວັດດຳເນີນການເຄື່ອນໄຫວທຳລາຍ ແລະ ກີດກັ້ນຂະບວນການກໍ່ສ້າງສັງຄົມ,
ເຮັດໃຫ້ຄວາມສະຫງົບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນທົ່ວສັງຄົມມີຄວາມຫຍຸ້ງ
ຍາກສັບສົນ. ລັດທິຈັກກະພັດ ແລະ ບັນດາອິດທິກຳລັງປະຕິການສາກົນຍັງມີເລ່ລ່ຽມກົນອຸບາຍທີ່ໂຫດຮ້າຍ ເພື່ອທຳລາຍການປະຕິວັດຂອງປະເທດເຮົາ ພວກເຂົາພວມຂຸ້ນຂ້ຽວ ດຳເນີນການຕໍ່ສູ້ທາງດ້ານຈິດຕະສາດ,
ທັງລ້ຽງເກືອພວກປະຕິການພັດຖິ່ນ ແລະ ພວກປະຕິການພາຍໃນ, ພວກເຂົາເພີ່ມທະວີເລລ່ຽມປິດລ້ອມ,
ມ້າງເພທາງດ້ານເສດຖະກິດການເມືອງ, ການຕ່າງປະເທດ,
ວັດທະນະທຳ ແລະ ແນວຄິດ. ພ້ອມກັນນັ້ນ,
ຂຸ້ນຂ້ຽວປະຕິບັດ “ ການຫັນປ່ຽນໂດຍສັນຕິ” ຢ່າງໂຫດຫ້ຽມ. ດັ່ງນັ້ນ, ຢູ່ປະເທດເຮົາປັດຈຸບັນການເພີ່ມທະວີປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ,
ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມແມ່ນຄວາມຈຳເປັນພາວະວິໄສ ແລະ
ຮີບດ່ວນ, ແນໃສ່ປົກປັກຮັກສາອຳນາດການປົກຄອງ, ປົກປັກຮັກສາ ໝາກຜົນຂອງການປະຕິວັດເປັນການສ້າງເງື່ອນໄຂທີ່ຈຳເປັນໃຫ້ແກ່ຂະບວນການປ່ຽນແປງໃໝ່ໃນທຸກຂົງເຂດໃນຊີວິດສັງຄົມ
ເປັນຕົ້ນແມ່ນການປ່ຽນແປງໃໝ່ທາງດ້ານເສດຖະກິດເພື່ອຍາດເອົາໄຊຊະນະໃນການປ່ຽນແປງໃໝ່ຂົງເຂດອື່ນເປັນແຕ່ລະກ້າວ.
ການປະຕິບັດພາລະບົດບາດປົກປັກຮັກສາລະບອບສັງຄົມນິຍົມ,
ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ,
ກ່ອນອື່ນໝົດລັດຕ້ອງເອົາໃຈໃສ່ກໍ່ສ້າງບັນດາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,
ບັນດາອົງການປົກປ້ອງກົດໝາຍ (ຕໍາຫຼວດ, ສານປະຊາຊົນ, ອົງການໄອຍະການປະຊາຊົນ...)
ໃຫ້ກາຍເປັນເຄື່ອງມືທີ່ແຫຼມຄົມ, ມີຄວາມຈົງຮັກພັກດີຕໍ່ພາລະກິດປະຕິວັດຂອງພັກ
ແລະ ປະຊາຊົນ. ຕ້ອງປັບປຸງການຈັດຕັ້ງ, ແບບວິທີການເຄື່ອນໄຫວ ແລະ
ປະສານສົມທົບການເຄື່ອນໄຫວລະຫວ່າງບັນດາກຳລັງດັ່ງກ່າວຢ່າງກົມກຽວ.
2)
ປົກປ້ອງ ແລະ ເສີມຂະຫຍາຍບັນດາສິດເສລີພາບ, ປະຊາທິປະໄຕປະຊາຊົນ
ລະບອບສັງຄົມນິຍົມ ແມ່ນລະບອບຂອງປະຊາຊົນຜູ້ອອກແຮງງານເປັນເຈົ້າຂອງ,
ສະນັ້ນການປະຕິວັດ ແລະ ການປົກປ້ອງສິດເສລີພາບ,
ປະຊາທິປະໄຕຂອງປະຊາຊົນຈະເປັນການສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມຊີວິດການເມືອງ,
ເສດຖະກິດ, ວັດທະນະທຳ ແລະ ສັງຄົມຂອງປະເທດຊາດຢ່າງຫ້າວຫັນ.
ການປະຕິບັດພາລະໜ້າທີ່ນີ້,
ກ່ອນອື່ນໝົດລັດຕ້ອງຫັນບັນດາສິດເສລີພາບ,
ປະຊາທິປະໄຕປະຊາຊົນອອກເປັນລະບຽບການໃນແຕ່ລະຂົງເຂດໃນຊີວິດສັງຄົມ
ແລະ ບັນຫາສຳຄັນກວ່າໝູ່ແມ່ນ ສ້າງໃຫ້ໄດ້ລະບອບກົດໝາຍທີ່ມີຄວາມສັກສິດ,
ຮັບປະກັນການປະຕິບັດບັນດາສິດເສລີພາບ,
ປະຊາທິປະໄຕເຫຼົ່ານີ້ໃນພຶດຕິກຳຕົວຈິງ.
3)
ປົກປ້ອງຄວາມເປັນລະບຽບຮຽບຮ້ອຍທາງດ້ານກົດໝາຍ,
ເພີ່ມທະວີນິຕິທຳສັງຄົມນິຍົມ
ການປົກປ້ອງຄວາມເປັນລະບຽບຮຽບຮ້ອຍດ້ານກົດໝາຍ,
ເພີ່ມທະວີນິຕິທຳສັງຄົມນິຍົມ ແມ່ນການ
ເຄື່ອນໄຫວຢ່າງເປັນປະຈຳມີຄວາມໝາຍຕັດສິນຕໍ່ກັບຄວາມສັກສິດ,
ປະສິດທິພາບໃນການຄຸ້ມຄອງຂອງລັດ.
ຈຸດປະສົງຂອງພາລະບົດບາດນີ້ ແມ່ນແນໃສ່ຮັບປະກັນໃຫ້ກົດໝາຍໄດ້ຮັບການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ
ແລະ ເປັນເອກະພາບ, ປະຕິບັດການຄຸ້ມຄອງທຸກຂົງເຂດຂອງຊີວິດສັງຄົມດ້ວຍກົດໝາຍ.
4)
ຈັດຕັ້ງ ແລະ ຄຸ້ມຄອງເສດຖະກິດ, ພື້ນຖານເສດຖະກິດ-ສັງຄົມ,
ພື້ນຖານກົດໝາຍເພື່ອໃຫ້ລັດສັງຄົມນິຍົມມີບົດບາດ, ໜ້າທີ່ຈັດຕັ້ງ,
ຄຸ້ມຄອງເສດຖະກິດຊຶ່ງສະແດງອອກຢູ່ບ່ອນວ່າ: ລັດສັງຄົມນິຍົມແມ່ນຜູ້ຕາງໜ້າເຈດຈຳນົງ
ແລະ
ສິດອຳນາດຂອງປະຊາຊົນຜູ້ອອກແຮງງານແມ່ນຜູ້ເປັນເຈົ້າຂອງຕາງໜ້າໃຫ້ແກ່ກຳມະສິດທົ່ວປວງຊົນຕໍ່ກັບບັນດາພາຫະນະການຜະລິດທີ່ສຳຄັນຕົ້ນຕໍ,
ເປັນຜູ້ກຳບັນດາເຄື່ອງມື, ພາຫະນະຄຸ້ມຄອງ (ນະໂຍບາຍ, ແຜນການ, ກົດໝາຍ,
ການເງິນ, ທະນາຄານ...) ແລະ ຄຸ້ມຄອງກວດກາການນຳໃຊ້ຊັບສົມບັດແຫ່ງຊາດ.
5) ຈັດຕັ້ງ ແລະ ຄຸ້ມຄອງວັດທະນະທຳ, ວິທະຍາສາດ,
ການສຶກສາ
ການຈັດຕັ້ງ ແລະ ຄຸ້ມຄອງວັດທະນະທຳ, ວິທະຍາສາດ,
ການສຶກສາ
ກ່ອນອື່ນໝົດແມ່ນແນໃສ່ປະຕິບັດບັນດາໜ້າທີ່ເສດຖະກິດ-ສັງຄົມ,
ທັງກະກຽມໃຫ້ແກ່ການກ້າວເຂົ້າສູ່ໄລຍະການຂະຫຍາຍຕົວຂອງປະເທດໃນອະນາຄົດ,
ເຊື່ອມໂຍງກັບການພັດທະນາ ແລະ ຄວາມສີວິໄລຂອງໂລກ.
ນອກຈາກ ພາລະບົດບາດພື້ນຖານພາຍໃນທີ່ໄດ້ຍົກມາຂ້າງເທິງ,
ລັດສັງຄົມນິຍົມຍັງມີບາງພາລະບົດບາດທີ່ສຳຄັນອື່ນໆອີກຊື່ງຫັນເປັນອັນລະອຽດຈາກພາລະບົດບາດພື້ນຖານ.
ຕົວຢ່າງ: ໃນພາລະບົດບາດຈັດຕັ້ງ ແລະ
ຄຸ້ມຄອງເສດຖະກິດໄດ້ຫັນເປັນພາລະບົດບາດເຊັ່ນ:
ພາລະບົດບາດປົກປ້ອງກຳມະສິດ, ປົກປ້ອງຊັບສົມບັດ, ພາລະບົດບາດດັດປັບ
ແລະ ກວດກາມາດຕະຖານການອອກແຮງງານ ແລະ ສະພາບຂອງສັງຄົມ.
2.2 ພາລະໜ້າທີ່ພາຍນອກ
ພາລະໜ້າທີ່ພາຍນອກ ແມ່ນພາລະໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບ
, ຕໍ່ສູ້ເພື່ອສັນຕິພາບ
ແລະ ການຢູ່ຮ່ວມກັນໂດຍສັນຕິ, ຕ້ານລະບອບລ່າເມືອງຂຶ້ນແບບໃໝ່.
ລັດທີ່ມີທ່າອຽງສັງຄົມນິຍົມ
ປະຕິບັດບັນດາພາລະບົດບາດພາຍນອກແນໃສ່ຍາດແຍ່ງເອົາການສະ ໜັບສະໜູນ ແລະ ການຊ່ວຍເຫຼືອຂອງບັນດາປະເທດ
ແລະ ປະຊາຊົນໃນໂລກ, ສ້າງເງື່ອນໄຂສະດວກໃຫ້ ແກ່ພາລະກິດກໍ່ສ້າງ ແລະ
ປົກປັກຮັກສາປະເທດຊາດ, ພ້ອມກັນນັ້ນປະຕິບັດພັນທະສາກົນໃນການສະໜັບສະໜູນຂະບວນການປະຕິວັດໃນໂລກ, ປະກອບສ່ວນຕໍ່ສູ້ເພືອສັນຕິພາບ, ເອກະລາດ ແລະ ຄວາມກ້າວໜ້າຂອງສັງຄົມຢ່າງແຂງແຮງ.
1)
ການປົກປັກຮັກສາປະເທດຊາດ
ພາລະບົດບາດພາຍນອກຂອງລັດທັງໝົດຈະປະຕິບັດໄດ້ກໍຕໍ່ເມື່ອປະເທດຊາດມີຄວາມໝັ້ນຄົງ.
ດ້ວຍເຫດນັ້ນ, ການປົກປັກຮັກສາປະເທດຊາດຈຶ່ງແມ່ນພາລະບົດບາດທີ່ຈຳເປັນ
ມີລັກສະນະເປັນຕາຍຂອງລັດ ແມ່ນບັນຫາທີ່ມີລັກສະນະກົດເກນໃນຕະຫຼອດໄລຍະຂ້າມຜ່ານຈາກລັດທິທຶນນິຍົມກ້າວຂຶ້ນສູ່ສັງຄົມນິຍົມ.
ນີ້ແມ່ນໜ້າທີ່ຍຸດທະສາດຂອງການປະຕິວັດສັງຄົມນິຍົມ ແນໃສ່ໝາກຜົນການປະຕິວັດ,
ປົກປ້ອງພາລະກິດສ້າງສັນຕິພາບຂອງປະຊາຊົນຜູ້ອອກແຮງງານ,
ສ້າງສະພາບແວດລ້ອມພາຍນອກທີ່ອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ
ແລະ ປະເທດຊາດ.
2)
ການຮ່ວມມືສາກົນ
-
ເພີ່ມທະວີມິດຕະພາບ ແລະ ການພົວພັນຮ່ວມມືທີ່ມີມູນເຊື້ອກັບບັນດາປະເທດສັງຄົມນິຍົມ,
ພ້ອມກັນນັ້ນກໍເປີດກ້ວາງກັບບັນດາປະເທດຕ່າງໆ ຕາມຫຼັກການເຄົາລົບເອກະລາດ,
ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ,
ສະເໝີພາບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມກັນຄົງຕົວຢ່າງສັນຕິພາບ,
ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ກັນ, ບໍ່ຂົ່ມຂູ່,
ບໍ່ໃຊ້ກຳລັງຮຸນແຮງຕໍ່ກັນ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆລະຫວ່າງປະເທດດ້ວຍສັນຕິວິທີ.
-
ສະໜັບສະໜູນຂະບວນການປົດປ່ອຍຊາດ,
ຂະບວນການປະຕິວັດຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານຢູ່ບັນດາປະເທດທຶນນິຍົມ,
ຕ້ານລັດທິຈັກກະພັດ, ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່,
ຕ້ານລັດທິຈຳແນກເຊື້ອຊາດ, ຕ້ານນະໂຍບາຍການຊ່ວງເສັງປະກອບອາວຸດ,
ປະກອບສ່ວນເຂົ້າໃນການຕໍ່ສູ້ຂອງປະຊາຊາດເພື່ອສັນຕິພາບ,
ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
III. ລະບົບກົດໝາຍຂອງບັນດາປະເທດທີ່ມີທ່າອຽງສັງຄົມນິຍົມ
ອີງຕາມໂຄງຮ່າງ ແລະ ເນື້ອໃນນັ້ນ ລະບົບກົດໝາຍມີຫຼາຍຮູບຫຼາຍແບບ. ການກຳເນີດຂອງກົດ ໝາຍແຫ່ງຊາດນີ້ ແມ່ນຂະບວນວິວັດທີ່ຍາວນານ ແລະ ສະຫຼັບສັບຊ້ອນ
ຊຶ່ງຂຶ້ນກັບລັກສະນະຂອງການປະຕິວັດປົດປ່ອຍຊາດ.
ຂຶ້ນກັບສາຍພົວພັນກັບປະເທດລ່າເມືອງຂຶ້ນແບບເກົ່າ, ຂຶ້ນກັບເງື່ອນໄຂທາງດ້ານສັງ
ຄົມ - ເສດຖະກິດຂອງປະເທດ, ການຊັ່ງຊາກຳລັງການເມືອງໃນປະເທດ, ເສັ້ນທາງແຫ່ງການຂະຫຍາຍຕົວ
ແລະ ອື່ນໆ .
ຈຸດພິເສດຂອງກົດໝາຍຂອງລັດທີ່ມີທ່າອຽງສັງຄົມນິຍົມ ມີດັ່ງນີ້
:
- ມີເສດເຫຼືອຂອງກົດໝາຍລ່າເມືອງຂຶ້ນ
ທີ່ບໍ່ຂັດແຍ່ງກັບລະບຽບການໃໝ່;
- ມີການຮັກສາໃນລະດັບທີ່ແນ່ນອນ
ກົດໝາຍຮີດຄອງ, ກົດໝາຍສາສະໜາ ຊຶ່ງນຳໃຊ້ຢູ່ໃນຂົງເຂດສາຍພົວພັນຄອບຄົວ
ແລະ ການແຕ່ງດອງ, ການສຶບທອດມູນມໍລະດົກ, ການເປັນເຈົ້າກຳມະສິດທີ່ດິນ
ຖ້າຫາກບໍ່ຂັດແຍ່ງກັບກົດໝາຍໃໝ່. ໃນບັນດາປະເທດທີ່ເຊື່ອຖືສາດສະໜາອິສະລາມ ກ່ອນອື່ນໝົດ ແມ່ນບັນດາປະເທດອາຣັບ
ກົດໝາຍອິສະລາມມີທີ່ຕັ້ງອັນແຂງແກ່ນ;
- ແນ່ນອນວ່ານິຕິບັນຍັດໃໝ່
ກໍ່ມີຄວາມໝາຍສຳຄັນອັນແນ່ນອນ ມັນສ່ອງແສງເຖິງໝາກຜົນຂອງຄວາມເປັນເອກະລາດເປັນເຈົ້າຂອງປະເທດຊາດ.
ກົດໝາຍຂອງບັນດາປະເທດທີ່ມ່ີທ່າອຽງສັງຄົມນິຍົມມີທາດແທ້ ແລະ ເນື້ອໃນທີ່ສ່ອງແສງໃຫ້ເຫັນລັກສະນະຂ້າມຜ່ານຂອງມັນ.
ທາດແທ້ຂອງກົດໝາຍດັ່ງກ່າວ ສ່ອງແສງເຖິງເຈດຈຳນົງຂອງກຸ່ມກຳລັງຕ່າງໆ ຂອງສັງຄົມທີ່ເຕົ້າໂຮມກັນ
ເພື່ອປະຕິບັດພາລະໜ້າທີ່ການຂະຫຍາຍຕົວຂອງຊາດ ແລະ ປະຊາທິປະ ໄຕ. ບັນດາຫຼັກການທີ່ສຳຄັນຂອງກົດໝາຍດັ່ງກ່າວ
ມີຄື :
1. ການວາງອຳນາດຂອງປະຊາຊົນ
ທີ່ມີລັກສະນະປະຊາທິປະໄຕທົ່ວໄປ;
2.
ການຂະຫຍາຍຕົວ,
ການປັບປຸງ
ແລະ ການປົກປັກຮັກສາກຳມະສິດຂອງສັງຄົມ;
3.
ການຈຳກັດການຂູດຮີດຄົນດ້ວຍກັນ;
4.
ຄວາມສະເໝີພາບລະຫວ່າງເຊື້ອຊາດ-ຊົນຊາດ ແລະ ຮູບການອື່ນຂອງຄວາມສະເໝີພາບ;
5.
ການກໍ່ສ້າງລະບອບປະຊາທິປະໄຕແຫ່ງຊາດ, ການກຳນົດສິດ ແລະ ເສລິພາບທາງດ້ານການ
ເມືອງ ແລະ ສັງຄົມ, ສ້າງສີ່ງຮັບປະກັນ
ແລະ ສິດເສລີພາບ.
IV. ສະຫຼຸບລັກສະນະຂອງລັດທີ່ມີທ່າອຽງສັງຄົມນິຍົມ
1. ໃນດ້ານເສດຖະກິດ
:
-
ການລົບລ້າງຄວາມກົດດັນຂອງນາຍທຶນຜູກຂາດຈັກກະພັດ, ການບຸກເຂົ້າສູ່ທີ່ຕັ້ງຂອງນາຍທຶນທ້ອງຖິ່ນຂະໜາດໃຫຍ່
ແລະ ຂະໜາດກາງ;
- ການໂອນເອົາພາຫະນະການຜະລິດພື້ນຖານເປັນຂອງລັດ
ແລະ ສ້າງຕັ້ງພາກ ສ່ວນເສດຖະກິດແຫ່ງລັດອັນເຂັ້ມແຂງທີ່ມີທິດທາງຕ້ານການກົດຂີ່ຂູດຮີດ;
- ການດຳເນີນການປະຕິຮູບທີ່ດິນແບບເຈົ້າທີ່ດິນແບ່ງປັນທີ່ດິນໃຫ້ແກ່ຊາວນາ
ແລະ ເຕົ້າໂຮມຊາວນາເຂົ້າໃນສະຫະກອນບົນພື້ນຖານປະຊາທິປະໄຕ.
2. ໃນດ້ານສັງຄົມ
:
-
ການຈຳກັດການກົດຂີ່ຂູດຮີດ ແລະ ລົບລ້າງມັນໃນຂັ້ນຕໍ່ໄປ;
-
ການຈັດວາງການພົວພັນການຜະລິດທີ່ອີງໃສ່ຮູບແບບກຳມະສິດລວມໝູ່;
-
ການປັບປຸງເງື່ອນໄຂຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານໃຫ້ດີຂື້ນ;
-
ການຍົກລະດັບການສຶກສາ, ວັດທະນະທຳຂອງເຂົາເຈົ້າໃຫ້ສູງຂື້ນ.
3. ທາງດ້ານການເມືອງ:
ແມ່ນການສ້າງເງື່ອນໄຂໃຫ້ແກ່ການເຮັດໃຫ້ກົງຈັກລັດມີລັກສະນະປະຊາທິປະໄຕ
ດຶງດູດເອົາຊາວຜູ້ອອກແຮງງານເຂົ້າຮ່ວມໃນອົງການອົງການລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ມອບສິດ ແລະ ເສລີພາບໃຫ້ແກ່ປະຊາຊົນ.
4. ທາງດ້ານແນວຄິດ:
ຊຸກຍູ້ສະຕິຕື່ນຕົວສັງຄົມນິຍົມໃຫ້ໝູ່ມະຫາຊົນ, ຫັນເອົາກຳລັງນຳໜ້າຂອງມະຫາຊົນນັ້ນໃຫ້ກ້າວໄປສູ່ຫຼັກໝັ້ນຂອງລັດທິສັງຄົມນິຍົມວິທະຍາສາດ.
5. ທາງດ້ານສາກົນ:
ຊຸກຍູ້ການປົດປ່ອຍຫົວເມືອງຂື້ນເກົ່າອອກຈາກລະບົບເສດຖະກິດໂລກທຶນນິຍົມ
ຫຍັບເຂົ້າຫາບັນດາປະເທດໃນວົງຄະນາຍາດສັງຄົມນິຍົມ, ເພີ່ມທະວີການພົວພັນລະຫວ່າງບັນດາພັກ
ແລະ ອົງການຈັດຕັ້ງປະຕິ ວັດປະຊາທິປະໄຕ ກັບບັນດາພັກກຳມະກອນ.
ດັ່ງນັ້ນ, ທ່າອຽງສັງຄົມນິຍົມນັ້ນຍັງບໍ່ທັນແມ່ນການຂະຫຍາຍຕົວແບບສັງຄົມນິຍົມ ແຕ່ແນ່ນອນມັນກໍບໍ່ແມ່ນການຂະຫຍາຍຕົວທີ່ກຳນົດໂດຍການພົວພັນແບບຂູດຮີດແລ້ວ.
- ທ່າອຽງສັງຄົມນິຍົມແມ່ນໜື່ງໃນບັນດາຮູບການຂ້າມຜ່ານອັນມີລັກສະນະປະຊາທິປະໄຕໃນຄວາມກ້າວໜ້າໄປຫາການປະຕິວັດສັງຄົມນິຍົມ.
- ມັນມີລັກສະນະປະຊາທິປະໄຕເພາະວ່າກຳລັງການປະຕິວັດໄດ້ດຳເນີນການປ່ຽນແປງໃຫ້ສ່ອດຄ່ອງກັບຜົນປະໂຫຍດຂອງພົນລະເມືອງ ແລະ
ຂອງມວນຊົນຊາວຜູ່ອອກແຮງງານສ່ວນຫຼວງຫຼາຍ.
1.1 ການກຳເນີດຂອງລັດທີ່ມີທ່າອຽງສັງຄົມນິຍົມ
ມະຫາປະຕິວັດເດືອນຕຸລາ 1917 ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງໃສ່ຂະບວນປົດປ່ອຍຊາດທີ່ຕົກເປັນຫົວເມືອງຂຶ້ນ. ຂະບວນປົດປ່ອຍຊາດດັ່ງກ່າວໄດ້ເຕີບໃຫຍ່ຂຶ້ນ ພາຍຫຼັງຄົງຄາມໂລກຄັ້ງທີ
II ຊຶ່ງເປັນເວລາແຫ່ງວິກິດການລວມຂອງລະບອບທຶນນິຍົມ, ຍ້ອນການປະຕິວັດປົດປ່ອຍຊາດລະບອບລ່າຫົວເມືອງຂຶ້ນຂອງທຶນນິຍົມຈຶ່ງໄດ້ພັງທະລາຍລົງ, ລັດໃໝ່ແຫ່ງຊາດໄດ້ປາກົດຕົວຂຶ້ນ, ຜົນສຳເລັດຂອງການປະຕິວັດປົດປ່ອຍຊາດ ໄດ້ມາຈາກການສະໜັບສະໜູນຂອງບັນດາປະເທດສັງຄົມນິຍົມ.
ການໄດ້ຮັບເອກະລາດ, ການກໍ່ສ້າງລັດໃໝ່ທີ່ມີອະທິປະໄຕນັ້ນໄດ້ເປັນຫຼາຍເສັ້ນທາງ. ໃນບາງກໍລະນີມັນໄດ້ເປັນໄປພາຍຫຼັງການຕໍ່ສູ່ດ້ວຍການປະກອບອາວຸດອັນຍືດເຍືອຍາວນານ
(ທະວີບອາຟຣິກກາ, ອານເຊຣີ, ອັງໂກລາ, ເຢແມນ).
ບັນດາລັດທີ່ມີທ່າອຽງສັງຄົມນິຍົມ ຊຶ່ງໄດ້ປົດປ່ອຍຕົນເອງອອກຈາກລະບອບລ່າເມືອງຂຶ້ນ
ແລະ ຍັງບໍ່ທັນເປັນປະເທດສັງຄົມນິຍົມ ໂດຍເຂົາເຈົ້າປະຕິເສດເສັ້ນທາງແຫ່ງການຂະຫຍາຍຕົວຂອງນາຍທຶນດຳເນີນການຫັນປ່ຽນຮາກຖານທາງດ້ານສັງຄົມ
ເພື່ອເລັ່ງລັດກ້າວຂຶ້ນສັງຄົມນິຍົມ. ໃນຈຳນວນປະເທດດັ່ງກ່າວມີ: ປະເທດອານເຊຣີ, ອັງໂກລາ, ເອທີໂອປີ, ມາດາກາສະກາ, ອັບການິສະຖານ
ແລະ ປະເທດອື່ນໆ.
ທາດແທ້ທາງດ້ານຊົນຊັ້ນຂອງລັດໃໝ່ ແລະ ເສັ້ນທາງແຫ່ງການຂະຫຍາຍຕົວຂອງມັນຂຶ້ນກັບວ່າຊົນຊັ້ນໃດມີບົດບາດນຳພາໃນຂະບວນ
ປະຕິວັດປົດປ່ອຍຊາດ. ຖ້າແມ່ນຊົນຊັ້ນກຳມະກອນ ແລະ ພັກຂອງຊົນຊັ້ນດັ່ງກ່າວນຳພາການປະຕິວັດປົດປ່ອຍຊາດ
ການປະຕິວັດດັ່ງກ່າວນັ້ນແມ່ນໄປຄຽງຄູ່ກັບການປະຕິວັດສັງ ຄົມນິຍົມ, ພ້ອມດຽວກັນນັ້ນກໍມີການສ້າງຕັ້ງລັດ
ປະເພດສັງຄົມນິຍົມ (ລາວ, ຫວຽດນາມ, ກູບາ ).
ໃນບັນດາປະເທດທີ່ມີທ່າອຽງສັງຄົມນິຍົມນັ້ນແມ່ນລັດປະຊາທິປະໄຕປະຊາຊົນເກີດຂຶ້ນ.
ຕາມທາດແທ້ທາງດ້ານຊົນຊັ້ນ ລັດດັ່ງກ່າວເປັນລັດຂ້າມຜ່ານໄປສູ່ລັດປະເພດສັງຄົມນິຍົມ,ໃນນີ້ອຳນາດເປັນຂອງກຸ່ມກຳ
ລັງຮັກຊາດ ປະຊາທິປະໄຕຕ່າງໆ, ກຸ່ມດັ່ງກ່າວເຕົ້າໂຮມຊົນຊັ້ນກຳມະກອນ, ຊາວນາ, ພາກສ່ວນນາຍທຶນແຫ່ງຊາດທີ່ກ້າວໜ້າ
ແລະ ປັນຍາຊົນ. ບັນດາປະເທດທີ່ມີທ່າອຽງສັງຄົມນິຍົມຍັງບໍ່ທັນມີປັດໄຈອັນຈຳເປັນ ເພື່ອດຳເນີນໂດຍກົງກ່ຽວກັບການປະຕິວັດສັງຄົມນິຍົມ
ແລະການກໍ່ສ້າງສັງຄົມນິຍົມໃນປະເທດເຫຼົ່ານີ້ພຽງແຕ່ມີການດຳເນີນມາດຕະການປະຊາທິປະໄຕລວມ
ແລະ ສາມາດສັງເກດເຫັນໄດ້ວ່າມີພຽງແຕ່ບາງບາດກ້າວເທົ່ານັ້ນໄປສູ່ສັງຄົມນິຍົມ.
ຢູ່ໃນຂົງເຂດການເມືອງນັ້ນ
ລັດທີ່ມີທ່າອຽງສັງຄົມນິຍົມໄດ້ສະແດງອອກຢູ່ບ່ອນວ່າ ນາຍທຶນແຫ່ງຊາດ ແລະ
ສັກດີນາບໍ່ຜູກຂາດອຳນາດ, ອຳນາດໄດ້ຕົກຢູ່ໃນກຳມືຂອງກຳລັງທີ່ກ້າວໜ້າ, ກົງຈັກໃໝ່ຂອງລັດໄດ້ຖືກສ້າງຕັ້ງຂຶ້ນ ເພື່ອຕໍ່ສູ້ກັບການຕ້ານການປະຕິວັດ, ເພື່ອມອບສິດ
ແລະ ເສລີພາບ ປະຊາທິປະໄຕໃຫ້ແກ່ຊາວຜູ້ອອກແຮງງານ.
ກ່ຽວກັບວຽກງານເສດຖະກິດ ມີພາກສ່ວນສ້າງຕັ້ງເສດຖະກິດຂອງລັດ, ມີການປະຕິຮູບທີ່ດິນ,
ການຫັນເປັນສະຫະກອນກະເສດ, ການວາງລະບຽບຂອງລັດໃສ່ພາກສ່ວນເສດຖະກິດຂອງເອກະຊົນ, ການນຳເອົາທຶນຕ່າງປະເທດມາເປັນຂອງລັດ
ຫຼື ດຳເນີນການກວດກາການເຄື່ອນໄຫວທາງດ້ານສັງຄົມເພື່ອຜົນປະ ໂຫຍດຂອງຊາວຜູ້ອອກແຮງງານ.
ໃນວຽກງານການພົວພັນການຕ່າງປະເທດ
ບັນດາລັດທີ່ມີທ່າອຽງສັງຄົມນິຍົມ ດຳເນີນນະໂຍບາຍບໍ່ຮ່ວມກຸ່ມ, ບໍ່ເຂົ້າຮ່ວມກຸ່ມທະຫານໃດໜື່ງ
ເພື່ອປ້ອງກັນຜົນປະໂຫຍດແຫ່ງຊາດຂອງຕົນ, ດຳເນີນນະໂຍບາຍເອກະລາດທາງດ້ານເສດຖະກິດ ແລະ ການເມືອງ.
ລະບອບການເມືອງຂອງບັນດາລັດທີ່ມີທ່າອຽງສັງຄົມນິຍົມ ເຖິງວ່າຈະມີຄວາມແຕກຕ່າງກັນກໍຕາມ ແຕ່ກໍມີຈຸດລວມທີ່ຄ້າຍຄືກັນເຊັ່ນ: ມີພັກແຫ່ງຊາດປະຕິວັດນຳພາ ແລະ ມີອົງການຈັດຕັ້ງສັງຄົມ ຂອງຊາວຜູ້ອອກແຮງງານ, ພັກດັ່ງກ່າວສ່ອງແສງເຖິງຜົນປະໂຫຍດຂອງຊັ້ນຄົນຢ່າງກວ້າງຂວາງເປັນຕົ້ນແມ່ນຊາວຜູ້ອອກແຮງງານ, ຊາວນາ. ນອກຈາກນີ້ຍັງມີຜົນປະໂຫຍດໃຫ້ແກ່ຊັ້ນຄົນລະຫວ່າງກາງເຊັ່ນ:ນາຍທຶນນ້ອຍ ແລະ ປັນຍາຊົນ.
2.1 ທາດແທ້ຂອງລັດທີ່ເດີນຕາມສັງຄົມນິຍົມ
ລັດໃນຮູບແບບສັງຄົມນິຍົມ ແມ່ນລັດແບບໃໝ່ຍ້ອນແນວນັ້ນຈຶ່ງມີທາດແທ້ແຕກຕ່າງກັນກັບທາດແທ້ຂອງບັນດາລັດຂູດຮີດ.
ລັດສັງຄົມນິຍົມ ແມ່ນເຄື່ອງມືເພື່ອໃຫ້ປະຊາຊົນຊາວຜູ້ອອກແຮງງານປະຕິບັດສິດອຳນາດຂອງຕົນ.
ທ່ານ ເລນິນ ໄດ້ຊີ້ແຈ້ງຄວາມແຕກຕ່າງລະຫວ່າງລັດສັງຄົມນິຍົມ ແລະ ລັດຂູດຮີດຢູ່ບ່ອນວ່າລັດສັງຄົມນິຍົມ
ປະຕິບັດປະຊາທິປະໄຕໃນການຈັດຕັ້ງການເຄື່ອນໄຫວຂອງຕົນແມ່ນອົງການຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ
ແລະ ສິດອຳນາດຂອງປະຊາຊົນຜູ້ອອກແຮງງານ. ທ່ານ ເລນິນ ໄດ້ຂຽນວ່າ: ອຳນາດການປົກຄອງໃໝ່ ແມ່ນຜະເດັດການຂອງຄົນຈຳນວນຫຼາຍຕໍ່ຄົນຈຳນວນໜ້ອຍໂດຍອີງໃສ່ຄວາມເຊື່ອຖື
(ຄວາມໄວ້ວາງໃຈ) ຂອງປະຊາຊົນທັງໝົດທີ່ມີເສລີພາບຢ່າງກ້ວາງຂວາງເຂົ້າຮ່ວມອຳນາດການປົກຄອງ.
ນັ້ນແມ່ນອຳນາດການປົກຄອງທີ່ເປີດເຜີຍຕໍ່ທຸກຄົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ ແລະ ກຳເນີດເກີດມາຈາກປະ ຊາຊົນໂດຍກົງແມ່ນອົງການທີ່ເປັນຕົວແທນໃຫ້ແກ່ປະຊາຊົນໂດຍກົງ.
ລັດສັງຄົມນິຍົມ ແມ່ນການຈັດຕັ້ງທີ່ສະແດງເຖິງການນຳພາຂອງພັກ ແລະ
ສິດເປັນເຈົ້າຂອງປະຊາ ຊົນຢ່າງເປັນເອກະພາບ. ລັດສັງຄົມນິຍົມໄດ້ປະຕິບັດປະຊາທິປະໄຕສັງຄົມນິຍົມໃໝ່, ສ້າງກຳລັງແຮງໃນການປະຕິບັດແນວທາງນະໂຍບາຍຂອງພັກເຮັດໃຫ້ທາດແທ້ຊົນຊັ້ນຂອງລັດນັບມື້ນັບເລີກເຊິ່ງ.
ກົງກັນຂ້າມມີແຕ່ພາຍໃຕ້ການນຳພາຂອງພັກ ແລະ ການຈັດຕັ້ງການເຄື່ອນໄຫວຂອງລັດປະຊາຊົນຊາວຜູ້ອອກແຮງງານຈຶ່ງຈະສາມາດປະຕິບັດສິດເປັນເຈົ້າຂອງຕົນໄດ້,
ຖ້າບໍ່ຮູ້ແຈ້ງວ່າລັດສັງຄົມນິຍົມ ແມ່ນລັດໂດຍຊົນຊັ້ນກຳມະກອນນຳພາຈັດຕັ້ງເຄື່ອນໄຫວຕາມແນວທາງການເມືອງຂອງຊົນຊັ້ນກຳມະກອນ.
ຖ້າມີແຕ່ເວົ້າ ປະຊາທິປະໄຕແບບ ລວມໆ ເວລານັ້ນທາດແທ້ຊົນຊັ້ນຂອງລັດຈະບໍ່ຈະແຈ້ງຊັດເຈນ ແລະ
ຈະບໍ່ບັນລຸໄດ້ທາດແທ້ປະຊາທິປະໄຕທີ່ແທ້ຈິງ, ອີກດ້ານໜຶ່ງຖ້າບໍ່ເຫັນແຈ້ງຄວາມເປັນເອກະພາບລະຫວ່າງທາດແທ້ຊົນຊັ້ນກັບທາດແທ້ປະຊາທິ
ປະໄຕຂອງລັດສັງຄົມນິຍົມກໍຈະຜິດພາດຢ່າງຮ້າຍແຮງ, ເຮັດໃຫ້ເສຍອຳນາດຂອງລັດສັງຄົມນິຍົມ.
ປະຊາທິປະໄຕທີ່ແທ້ຈິງ ແມ່ນທາດແທ້ຂອງລັດສັງຄົມນິຍົມ.
ລັດສັງຄົມນິຍົມ ແມ່ນການຈັດຕັ້ງຂອງປະຊາຊົນຜູ້ອອກແຮງງານແນໃສ່ປະຕິບັດສິດເປັນເຈົ້າຂອງຕົນເອງໃນການປົກປ້ອງໝາກຜົນຂອງການປະຕິວັດ
ແລະ ການຈັດຕັ້ງກໍ່ສ້າງສັງຄົມໃໝ່. ດັ່ງນັ້ນ, ລັດຕ້ອງມີກົນໄກທີ່ສອດຄ່ອງເພື່ອຮັບປະກັນໃຫ້ປະ ຊາຊົນເຂົ້າຮ່ວມໃນການຄຸ້ມຄອງລັດທີ່ແທ້ຈິງ, ມີສິດເລືອກເອົາຜູ້ແທນຂອງຕົນຢ່າງສົມກຽດເຂົ້າໃນສະພາ (ເຂົ້າໃນອົງການອຳນາດລັດສູງສຸດ)
ມີສິດ,
ມີຄວາມສາມາດ ແລະ ມີເງື່ອນໄຂຕົວຈິງເພື່ອກວດກາຕຳນິຕິຊົມບັນດາພະນັກງານ
ແລະ ອົງການລັດ, ປົດສິດຜູ້ແທນຂອງຕົນຖ້າເຫັນວ່າມີການປະພຶດທີ່ບໍ່ເໝາະສົມ.
ທາດແທ້ຂອງລັດສັງຄົມນິຍົມ ອີກມຸມໜຶ່ງແມ່ນ ມັນເປັນເຄື່ອງມືຈັດຕັ້ງ ແລະ ກໍ່ສ້າງສັງຄົມໃໝ່.
ເມື່ອໄດ້ກາຍເປັນຊົນຊັ້ນປົກຄອງທາງດາ້ນການເມືອງ, ຊົນຊັ້ນກຳມະກອນບໍ່ມີຈຸດປະສົງນຳໃຊ້ລັດເພື່ອກົດໜ່ວງການປົກຄອງຂອງຕົນ
ແຕ່ຫາກແມ່ນການກໍ່ສ້າງລັດນັ້ນໃຫ້ກາຍປັນເຄື່ອງມືຂອງປະຊາຊົນຜູ້ອອກແຮງງານເພື່ອປັບປຸງບຸລະນະສັງຄົມເກົ່າ, ສ້າງສັງຄົມໃໝ່, ລົບລ້າງການກົດຂີ່ຂູດຮີດ ແລະ ຄວາມບໍ່ສະເໝີພາບໃນສັງຄົມ.
ສະນັ້ນ, ລັດສັງຄົມນິຍົມບໍ່ພຽງແຕ່ເປັນກົງຈັກບໍລິຫານ
ແຕ່ມັນຍັງເປັນກົງຈັກທີ່ມີບົດບາດຈັດຕັ້ງ, ຄຸ້ມຄອງເສດຖະກິດ, ວັດທະນະທຳສັງຄົມ.
ຮູບການປົກຄອງຂອງລັດທີ່ມີທ່າອຽງສັງຄົມນິຍົມ ແມ່ນແບບສາທາລະນະລັດ ແລະ ຮູບແບບໂຄງສ້າງສ່ວນຫຼາຍ
ແມ່ນແບບເອກະລັດ ແລະ ລະບອບການເມືອງແມ່ນລະບອບປະຊາທິປະໄຕປະຊາຊົນ.
II. ພາລະໜ້າທີ່ຂອງບັນດາປະເທດທີ່ມີທ່າອຽງສັງຄົມນິຍົມ
ພາລະໜ້າທີ່ຂອງລັດທີ່ມີທ່າອຽງສັງຄົມນິຍົມແມ່ນ
ບັນດາທັດສະນະແຫ່ງການເຄື່ອນໄຫວຕົ້ນຕໍ ຂອງລັດ, ສະແດງເຖິງທາດແທ້ຈຸດປະສົງ,
ໜ້າທີ່ຊຶ່ງໄດ້ກຳນົດດ້ວຍເງື່ອນໄຂຕົວຈິງພາວະວິໄສ ຂອງສະພາບການເມືອງ,
ເສດຖະກິດສັງຄົມພາຍໃນ ແລະ ຕ່າງປະເທດໃນແຕ່ລະໄລຍະຂອງການປະຕິວັດ.
ລັດສັງຄົມນິຍົມ ແມ່ນເຄື່ອງມືຕົ້ນຕໍໃນການຈັດຕັ້ງ ແລະ ຄຸ້ມຄອງຊີວິດສັງຄົມໃນທຸກຂົງເຂດການ ເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ເພື່ອ ປະຕິບັດໜ້າທີ່ການຈັດຕັ້ງເພື່ອຄຸ້ມຄອງທັງໝົດນັ້ນ, ລັດສັງຄົມນິຍົມຕ້ອງປະຕິບັດຫຼາຍພາລະບົດບາດ ແຕ່ ລະພາລະບົດບາດຂອງລັດມີຈຸດປະສົງແຕກຕ່າງກັນ ແຕ່ບັນດາພາລະບົດບາດເຫຼົ່ານັ້ນລ້ວນແຕ່ມີສາຍພົວພັນ ນຳກັນຢ່າງສະໜິດແໜ້ນ ແລະ ກະທົບຊຶ່ງກັນ ແລະ ກັນ. ອີງໃສ່ຂອບເຂດການເຄື່ອນໄຫວຂອງລັດສາມາດແບ່ງອອກເປັນ 2 ພາລະບົດບາດ ຄື: ພາລະໜ້າທີ່ພາຍໃນ ແລະ ພາລະໜ້າທີ່ພາຍນອກ.
2.1 ພາລະໜ້າທີ່ພາຍໃນ
ແມ່ນພາລະໜ້າທີ່ປາບປາມການຕ້ານຄືນຂອງກຸ່ມປະຕິການ (ສັກດີນາ, ນາຍທຶນ, ທຶນນິຍົມຈັກກະ ພັດ, ເຈົ້າກົກ, ເຈົ້າເຫຼົ່າ). ພາລະໜ້າທີ່ທາງດ້ານເສດຖະກິດ (ກໍ່ສ້າງ ແລະ ນຳພາຂົງເຂດເສດຖະກິດຂອງລັດ, ການປະຕິຮູບທີ່ດິນ, ການຫັນເປັນສະຫະກອນ, ການວາງລະບຽບໃສ່ການເຄື່ອນໄຫວຂອງພວກນາຍທຶນແຫ່ງຊາດ ແລະ ນາຍທຶນຕ່າງປະເທດ ແລະ ອື່ນໆ), ພາລະໜ້າທີ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ນິຕິທຳ, ສິດ ແລະ ຜົນປະໂຫຍດຂອງພົນລະເມືອງ, ພາລະໜ້າທີ່ທາງດ້ານວັດທະນະທຳ ແລະ ສຶກສາອົບຮົມ, ພາລະໜ້າທີ່ກວດກາອັດຕາສ່ວນແຮງງານ ແລະ ການຊົມໃຊ້.
1) ປົກປ້ອງສະຖຽນລະພາບທາງດ້ານການເມືອງ ແລະ ຄວາມປອດໄພໃນທົ່ວສັງຄົມ
ຢາກດຳເນີນການກໍ່ສ້າງສັງຄົມນິຍົມ,
ລັດຕ້ອງຮັບປະກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພໃນທົ່ວປະເທດ.
ລັດສັງຄົມນິຍົມຕ້ອງມີກຳລັງແຮງເພື່ອທັບມ້າງກົນອຸບາຍຂອງຊົນຊັ້ນຂູດຮີດທີ່ສົມທົບກັບພວກຈັກກະພັດ
ແລະ ປະຕິການສາກົນ. ລັດສັງຄົມນິຍົມປະຕິບັດພາລະບົດບາດ
ນີ້ ຍ້ອນວ່າຊົນຊັ້ນຂູດຮີດທີ່ຖືກໂຄ່ນລົ້ມໄປແລ້ວ, ແຕ່ບໍ່ທັນຍອມຈຳນົນ, ພວກເຂົາອອກແຮງຊອກຫາທຸກວິທີທາງຕໍ່ຕ້ານຄືນດ້ວຍວິທີຢຶດເຍືອຍາວນານ,
ໂສຕາຍ ເພື່ອຍາດເອົາອຳນາດທີ່ສູນເສຍ. ທ່ານ ເລນິນ ໄດ້ສັ່ງສອນວ່າ:
ບາດກ້າວຂ້າມຜ່ານຈາກທຶນນິຍົມກ້າວຂຶ້ນສັງຄົມນິຍົມ ແມ່ນໄລຍະປະວັດສາດຍາວນານ
ໃນນັ້ນຂະບວນການຕໍ້ສູ້ຊົນຊັ້ນຍັງສືບຕໍ່ຢ່າງດຸເດືອດ. ອີກດ້ານໜຶ່ງພວກຈັກກະພັດ
ແລະ ບັນດາອິດທິພົນກຳລັງປໍລະປັກສາກົນຍັງຊອກຫາທຸກວິທີທາງຕ້ານ ແລະ ເຮັດໃຫ້ສັງຄົມນິຍົມອ່ອນເພຍລົງ
ພວກເຂົາລ້ຽງເກືອ ແລະ ສົ່ງເສີມພວກຕ້ານການປະຕິວັດດຳເນີນການເຄື່ອນໄຫວທຳລາຍ ແລະ ກີດກັ້ນຂະບວນການກໍ່ສ້າງສັງຄົມ,
ເຮັດໃຫ້ຄວາມສະຫງົບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນທົ່ວສັງຄົມມີຄວາມຫຍຸ້ງ
ຍາກສັບສົນ. ລັດທິຈັກກະພັດ ແລະ ບັນດາອິດທິກຳລັງປະຕິການສາກົນຍັງມີເລ່ລ່ຽມກົນອຸບາຍທີ່ໂຫດຮ້າຍ ເພື່ອທຳລາຍການປະຕິວັດຂອງປະເທດເຮົາ ພວກເຂົາພວມຂຸ້ນຂ້ຽວ ດຳເນີນການຕໍ່ສູ້ທາງດ້ານຈິດຕະສາດ,
ທັງລ້ຽງເກືອພວກປະຕິການພັດຖິ່ນ ແລະ ພວກປະຕິການພາຍໃນ, ພວກເຂົາເພີ່ມທະວີເລລ່ຽມປິດລ້ອມ,
ມ້າງເພທາງດ້ານເສດຖະກິດການເມືອງ, ການຕ່າງປະເທດ,
ວັດທະນະທຳ ແລະ ແນວຄິດ. ພ້ອມກັນນັ້ນ,
ຂຸ້ນຂ້ຽວປະຕິບັດ “ ການຫັນປ່ຽນໂດຍສັນຕິ” ຢ່າງໂຫດຫ້ຽມ. ດັ່ງນັ້ນ, ຢູ່ປະເທດເຮົາປັດຈຸບັນການເພີ່ມທະວີປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ,
ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມແມ່ນຄວາມຈຳເປັນພາວະວິໄສ ແລະ
ຮີບດ່ວນ, ແນໃສ່ປົກປັກຮັກສາອຳນາດການປົກຄອງ, ປົກປັກຮັກສາ ໝາກຜົນຂອງການປະຕິວັດເປັນການສ້າງເງື່ອນໄຂທີ່ຈຳເປັນໃຫ້ແກ່ຂະບວນການປ່ຽນແປງໃໝ່ໃນທຸກຂົງເຂດໃນຊີວິດສັງຄົມ
ເປັນຕົ້ນແມ່ນການປ່ຽນແປງໃໝ່ທາງດ້ານເສດຖະກິດເພື່ອຍາດເອົາໄຊຊະນະໃນການປ່ຽນແປງໃໝ່ຂົງເຂດອື່ນເປັນແຕ່ລະກ້າວ.
ການປະຕິບັດພາລະບົດບາດປົກປັກຮັກສາລະບອບສັງຄົມນິຍົມ,
ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ,
ກ່ອນອື່ນໝົດລັດຕ້ອງເອົາໃຈໃສ່ກໍ່ສ້າງບັນດາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,
ບັນດາອົງການປົກປ້ອງກົດໝາຍ (ຕໍາຫຼວດ, ສານປະຊາຊົນ, ອົງການໄອຍະການປະຊາຊົນ...)
ໃຫ້ກາຍເປັນເຄື່ອງມືທີ່ແຫຼມຄົມ, ມີຄວາມຈົງຮັກພັກດີຕໍ່ພາລະກິດປະຕິວັດຂອງພັກ
ແລະ ປະຊາຊົນ. ຕ້ອງປັບປຸງການຈັດຕັ້ງ, ແບບວິທີການເຄື່ອນໄຫວ ແລະ
ປະສານສົມທົບການເຄື່ອນໄຫວລະຫວ່າງບັນດາກຳລັງດັ່ງກ່າວຢ່າງກົມກຽວ.
2)
ປົກປ້ອງ ແລະ ເສີມຂະຫຍາຍບັນດາສິດເສລີພາບ, ປະຊາທິປະໄຕປະຊາຊົນ
ລະບອບສັງຄົມນິຍົມ ແມ່ນລະບອບຂອງປະຊາຊົນຜູ້ອອກແຮງງານເປັນເຈົ້າຂອງ,
ສະນັ້ນການປະຕິວັດ ແລະ ການປົກປ້ອງສິດເສລີພາບ,
ປະຊາທິປະໄຕຂອງປະຊາຊົນຈະເປັນການສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມຊີວິດການເມືອງ,
ເສດຖະກິດ, ວັດທະນະທຳ ແລະ ສັງຄົມຂອງປະເທດຊາດຢ່າງຫ້າວຫັນ.
ການປະຕິບັດພາລະໜ້າທີ່ນີ້,
ກ່ອນອື່ນໝົດລັດຕ້ອງຫັນບັນດາສິດເສລີພາບ,
ປະຊາທິປະໄຕປະຊາຊົນອອກເປັນລະບຽບການໃນແຕ່ລະຂົງເຂດໃນຊີວິດສັງຄົມ
ແລະ ບັນຫາສຳຄັນກວ່າໝູ່ແມ່ນ ສ້າງໃຫ້ໄດ້ລະບອບກົດໝາຍທີ່ມີຄວາມສັກສິດ,
ຮັບປະກັນການປະຕິບັດບັນດາສິດເສລີພາບ,
ປະຊາທິປະໄຕເຫຼົ່ານີ້ໃນພຶດຕິກຳຕົວຈິງ.
3)
ປົກປ້ອງຄວາມເປັນລະບຽບຮຽບຮ້ອຍທາງດ້ານກົດໝາຍ,
ເພີ່ມທະວີນິຕິທຳສັງຄົມນິຍົມ
ການປົກປ້ອງຄວາມເປັນລະບຽບຮຽບຮ້ອຍດ້ານກົດໝາຍ,
ເພີ່ມທະວີນິຕິທຳສັງຄົມນິຍົມ ແມ່ນການ
ເຄື່ອນໄຫວຢ່າງເປັນປະຈຳມີຄວາມໝາຍຕັດສິນຕໍ່ກັບຄວາມສັກສິດ,
ປະສິດທິພາບໃນການຄຸ້ມຄອງຂອງລັດ.
ຈຸດປະສົງຂອງພາລະບົດບາດນີ້ ແມ່ນແນໃສ່ຮັບປະກັນໃຫ້ກົດໝາຍໄດ້ຮັບການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ
ແລະ ເປັນເອກະພາບ, ປະຕິບັດການຄຸ້ມຄອງທຸກຂົງເຂດຂອງຊີວິດສັງຄົມດ້ວຍກົດໝາຍ.
4) ຈັດຕັ້ງ ແລະ ຄຸ້ມຄອງເສດຖະກິດ, ພື້ນຖານເສດຖະກິດ-ສັງຄົມ, ພື້ນຖານກົດໝາຍເພື່ອໃຫ້ລັດສັງຄົມນິຍົມມີບົດບາດ, ໜ້າທີ່ຈັດຕັ້ງ, ຄຸ້ມຄອງເສດຖະກິດຊຶ່ງສະແດງອອກຢູ່ບ່ອນວ່າ: ລັດສັງຄົມນິຍົມແມ່ນຜູ້ຕາງໜ້າເຈດຈຳນົງ ແລະ ສິດອຳນາດຂອງປະຊາຊົນຜູ້ອອກແຮງງານແມ່ນຜູ້ເປັນເຈົ້າຂອງຕາງໜ້າໃຫ້ແກ່ກຳມະສິດທົ່ວປວງຊົນຕໍ່ກັບບັນດາພາຫະນະການຜະລິດທີ່ສຳຄັນຕົ້ນຕໍ, ເປັນຜູ້ກຳບັນດາເຄື່ອງມື, ພາຫະນະຄຸ້ມຄອງ (ນະໂຍບາຍ, ແຜນການ, ກົດໝາຍ, ການເງິນ, ທະນາຄານ...) ແລະ ຄຸ້ມຄອງກວດກາການນຳໃຊ້ຊັບສົມບັດແຫ່ງຊາດ.
5) ຈັດຕັ້ງ ແລະ ຄຸ້ມຄອງວັດທະນະທຳ, ວິທະຍາສາດ, ການສຶກສາ
ການຈັດຕັ້ງ ແລະ ຄຸ້ມຄອງວັດທະນະທຳ, ວິທະຍາສາດ,
ການສຶກສາ
ກ່ອນອື່ນໝົດແມ່ນແນໃສ່ປະຕິບັດບັນດາໜ້າທີ່ເສດຖະກິດ-ສັງຄົມ,
ທັງກະກຽມໃຫ້ແກ່ການກ້າວເຂົ້າສູ່ໄລຍະການຂະຫຍາຍຕົວຂອງປະເທດໃນອະນາຄົດ,
ເຊື່ອມໂຍງກັບການພັດທະນາ ແລະ ຄວາມສີວິໄລຂອງໂລກ.
ນອກຈາກ ພາລະບົດບາດພື້ນຖານພາຍໃນທີ່ໄດ້ຍົກມາຂ້າງເທິງ,
ລັດສັງຄົມນິຍົມຍັງມີບາງພາລະບົດບາດທີ່ສຳຄັນອື່ນໆອີກຊື່ງຫັນເປັນອັນລະອຽດຈາກພາລະບົດບາດພື້ນຖານ.
ຕົວຢ່າງ: ໃນພາລະບົດບາດຈັດຕັ້ງ ແລະ ຄຸ້ມຄອງເສດຖະກິດໄດ້ຫັນເປັນພາລະບົດບາດເຊັ່ນ: ພາລະບົດບາດປົກປ້ອງກຳມະສິດ, ປົກປ້ອງຊັບສົມບັດ, ພາລະບົດບາດດັດປັບ ແລະ ກວດກາມາດຕະຖານການອອກແຮງງານ ແລະ ສະພາບຂອງສັງຄົມ.
2.2 ພາລະໜ້າທີ່ພາຍນອກ
ພາລະໜ້າທີ່ພາຍນອກ ແມ່ນພາລະໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບ
, ຕໍ່ສູ້ເພື່ອສັນຕິພາບ
ແລະ ການຢູ່ຮ່ວມກັນໂດຍສັນຕິ, ຕ້ານລະບອບລ່າເມືອງຂຶ້ນແບບໃໝ່.
ລັດທີ່ມີທ່າອຽງສັງຄົມນິຍົມ
ປະຕິບັດບັນດາພາລະບົດບາດພາຍນອກແນໃສ່ຍາດແຍ່ງເອົາການສະ ໜັບສະໜູນ ແລະ ການຊ່ວຍເຫຼືອຂອງບັນດາປະເທດ
ແລະ ປະຊາຊົນໃນໂລກ, ສ້າງເງື່ອນໄຂສະດວກໃຫ້ ແກ່ພາລະກິດກໍ່ສ້າງ ແລະ
ປົກປັກຮັກສາປະເທດຊາດ, ພ້ອມກັນນັ້ນປະຕິບັດພັນທະສາກົນໃນການສະໜັບສະໜູນຂະບວນການປະຕິວັດໃນໂລກ, ປະກອບສ່ວນຕໍ່ສູ້ເພືອສັນຕິພາບ, ເອກະລາດ ແລະ ຄວາມກ້າວໜ້າຂອງສັງຄົມຢ່າງແຂງແຮງ.
1)
ການປົກປັກຮັກສາປະເທດຊາດ
ພາລະບົດບາດພາຍນອກຂອງລັດທັງໝົດຈະປະຕິບັດໄດ້ກໍຕໍ່ເມື່ອປະເທດຊາດມີຄວາມໝັ້ນຄົງ.
ດ້ວຍເຫດນັ້ນ, ການປົກປັກຮັກສາປະເທດຊາດຈຶ່ງແມ່ນພາລະບົດບາດທີ່ຈຳເປັນ
ມີລັກສະນະເປັນຕາຍຂອງລັດ ແມ່ນບັນຫາທີ່ມີລັກສະນະກົດເກນໃນຕະຫຼອດໄລຍະຂ້າມຜ່ານຈາກລັດທິທຶນນິຍົມກ້າວຂຶ້ນສູ່ສັງຄົມນິຍົມ.
ນີ້ແມ່ນໜ້າທີ່ຍຸດທະສາດຂອງການປະຕິວັດສັງຄົມນິຍົມ ແນໃສ່ໝາກຜົນການປະຕິວັດ,
ປົກປ້ອງພາລະກິດສ້າງສັນຕິພາບຂອງປະຊາຊົນຜູ້ອອກແຮງງານ,
ສ້າງສະພາບແວດລ້ອມພາຍນອກທີ່ອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ
ແລະ ປະເທດຊາດ.
2)
ການຮ່ວມມືສາກົນ
-
ເພີ່ມທະວີມິດຕະພາບ ແລະ ການພົວພັນຮ່ວມມືທີ່ມີມູນເຊື້ອກັບບັນດາປະເທດສັງຄົມນິຍົມ,
ພ້ອມກັນນັ້ນກໍເປີດກ້ວາງກັບບັນດາປະເທດຕ່າງໆ ຕາມຫຼັກການເຄົາລົບເອກະລາດ,
ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ,
ສະເໝີພາບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມກັນຄົງຕົວຢ່າງສັນຕິພາບ,
ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ກັນ, ບໍ່ຂົ່ມຂູ່,
ບໍ່ໃຊ້ກຳລັງຮຸນແຮງຕໍ່ກັນ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆລະຫວ່າງປະເທດດ້ວຍສັນຕິວິທີ.
-
ສະໜັບສະໜູນຂະບວນການປົດປ່ອຍຊາດ,
ຂະບວນການປະຕິວັດຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານຢູ່ບັນດາປະເທດທຶນນິຍົມ,
ຕ້ານລັດທິຈັກກະພັດ, ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່,
ຕ້ານລັດທິຈຳແນກເຊື້ອຊາດ, ຕ້ານນະໂຍບາຍການຊ່ວງເສັງປະກອບອາວຸດ,
ປະກອບສ່ວນເຂົ້າໃນການຕໍ່ສູ້ຂອງປະຊາຊາດເພື່ອສັນຕິພາບ,
ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
III. ລະບົບກົດໝາຍຂອງບັນດາປະເທດທີ່ມີທ່າອຽງສັງຄົມນິຍົມ
ອີງຕາມໂຄງຮ່າງ ແລະ ເນື້ອໃນນັ້ນ ລະບົບກົດໝາຍມີຫຼາຍຮູບຫຼາຍແບບ. ການກຳເນີດຂອງກົດ ໝາຍແຫ່ງຊາດນີ້ ແມ່ນຂະບວນວິວັດທີ່ຍາວນານ ແລະ ສະຫຼັບສັບຊ້ອນ
ຊຶ່ງຂຶ້ນກັບລັກສະນະຂອງການປະຕິວັດປົດປ່ອຍຊາດ.
ຂຶ້ນກັບສາຍພົວພັນກັບປະເທດລ່າເມືອງຂຶ້ນແບບເກົ່າ, ຂຶ້ນກັບເງື່ອນໄຂທາງດ້ານສັງ
ຄົມ - ເສດຖະກິດຂອງປະເທດ, ການຊັ່ງຊາກຳລັງການເມືອງໃນປະເທດ, ເສັ້ນທາງແຫ່ງການຂະຫຍາຍຕົວ
ແລະ ອື່ນໆ .
ຈຸດພິເສດຂອງກົດໝາຍຂອງລັດທີ່ມີທ່າອຽງສັງຄົມນິຍົມ ມີດັ່ງນີ້
:
- ມີເສດເຫຼືອຂອງກົດໝາຍລ່າເມືອງຂຶ້ນ
ທີ່ບໍ່ຂັດແຍ່ງກັບລະບຽບການໃໝ່;
- ມີການຮັກສາໃນລະດັບທີ່ແນ່ນອນ
ກົດໝາຍຮີດຄອງ, ກົດໝາຍສາສະໜາ ຊຶ່ງນຳໃຊ້ຢູ່ໃນຂົງເຂດສາຍພົວພັນຄອບຄົວ
ແລະ ການແຕ່ງດອງ, ການສຶບທອດມູນມໍລະດົກ, ການເປັນເຈົ້າກຳມະສິດທີ່ດິນ
ຖ້າຫາກບໍ່ຂັດແຍ່ງກັບກົດໝາຍໃໝ່. ໃນບັນດາປະເທດທີ່ເຊື່ອຖືສາດສະໜາອິສະລາມ ກ່ອນອື່ນໝົດ ແມ່ນບັນດາປະເທດອາຣັບ
ກົດໝາຍອິສະລາມມີທີ່ຕັ້ງອັນແຂງແກ່ນ;
- ແນ່ນອນວ່ານິຕິບັນຍັດໃໝ່
ກໍ່ມີຄວາມໝາຍສຳຄັນອັນແນ່ນອນ ມັນສ່ອງແສງເຖິງໝາກຜົນຂອງຄວາມເປັນເອກະລາດເປັນເຈົ້າຂອງປະເທດຊາດ.
ກົດໝາຍຂອງບັນດາປະເທດທີ່ມ່ີທ່າອຽງສັງຄົມນິຍົມມີທາດແທ້ ແລະ ເນື້ອໃນທີ່ສ່ອງແສງໃຫ້ເຫັນລັກສະນະຂ້າມຜ່ານຂອງມັນ.
ທາດແທ້ຂອງກົດໝາຍດັ່ງກ່າວ ສ່ອງແສງເຖິງເຈດຈຳນົງຂອງກຸ່ມກຳລັງຕ່າງໆ ຂອງສັງຄົມທີ່ເຕົ້າໂຮມກັນ
ເພື່ອປະຕິບັດພາລະໜ້າທີ່ການຂະຫຍາຍຕົວຂອງຊາດ ແລະ ປະຊາທິປະ ໄຕ. ບັນດາຫຼັກການທີ່ສຳຄັນຂອງກົດໝາຍດັ່ງກ່າວ
ມີຄື :
1. ການວາງອຳນາດຂອງປະຊາຊົນ
ທີ່ມີລັກສະນະປະຊາທິປະໄຕທົ່ວໄປ;
2.
ການຂະຫຍາຍຕົວ,
ການປັບປຸງ
ແລະ ການປົກປັກຮັກສາກຳມະສິດຂອງສັງຄົມ;
3.
ການຈຳກັດການຂູດຮີດຄົນດ້ວຍກັນ;
4.
ຄວາມສະເໝີພາບລະຫວ່າງເຊື້ອຊາດ-ຊົນຊາດ ແລະ ຮູບການອື່ນຂອງຄວາມສະເໝີພາບ;
5.
ການກໍ່ສ້າງລະບອບປະຊາທິປະໄຕແຫ່ງຊາດ, ການກຳນົດສິດ ແລະ ເສລິພາບທາງດ້ານການ
ເມືອງ ແລະ ສັງຄົມ, ສ້າງສີ່ງຮັບປະກັນ
ແລະ ສິດເສລີພາບ.
IV. ສະຫຼຸບລັກສະນະຂອງລັດທີ່ມີທ່າອຽງສັງຄົມນິຍົມ
1. ໃນດ້ານເສດຖະກິດ :
-
ການລົບລ້າງຄວາມກົດດັນຂອງນາຍທຶນຜູກຂາດຈັກກະພັດ, ການບຸກເຂົ້າສູ່ທີ່ຕັ້ງຂອງນາຍທຶນທ້ອງຖິ່ນຂະໜາດໃຫຍ່
ແລະ ຂະໜາດກາງ;
- ການໂອນເອົາພາຫະນະການຜະລິດພື້ນຖານເປັນຂອງລັດ
ແລະ ສ້າງຕັ້ງພາກ ສ່ວນເສດຖະກິດແຫ່ງລັດອັນເຂັ້ມແຂງທີ່ມີທິດທາງຕ້ານການກົດຂີ່ຂູດຮີດ;
- ການດຳເນີນການປະຕິຮູບທີ່ດິນແບບເຈົ້າທີ່ດິນແບ່ງປັນທີ່ດິນໃຫ້ແກ່ຊາວນາ ແລະ ເຕົ້າໂຮມຊາວນາເຂົ້າໃນສະຫະກອນບົນພື້ນຖານປະຊາທິປະໄຕ.
2. ໃນດ້ານສັງຄົມ :
-
ການຈຳກັດການກົດຂີ່ຂູດຮີດ ແລະ ລົບລ້າງມັນໃນຂັ້ນຕໍ່ໄປ;
-
ການຈັດວາງການພົວພັນການຜະລິດທີ່ອີງໃສ່ຮູບແບບກຳມະສິດລວມໝູ່;
-
ການປັບປຸງເງື່ອນໄຂຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານໃຫ້ດີຂື້ນ;
- ການຍົກລະດັບການສຶກສາ, ວັດທະນະທຳຂອງເຂົາເຈົ້າໃຫ້ສູງຂື້ນ.
3. ທາງດ້ານການເມືອງ:
ແມ່ນການສ້າງເງື່ອນໄຂໃຫ້ແກ່ການເຮັດໃຫ້ກົງຈັກລັດມີລັກສະນະປະຊາທິປະໄຕ ດຶງດູດເອົາຊາວຜູ້ອອກແຮງງານເຂົ້າຮ່ວມໃນອົງການອົງການລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ມອບສິດ ແລະ ເສລີພາບໃຫ້ແກ່ປະຊາຊົນ.
4. ທາງດ້ານແນວຄິດ:
ຊຸກຍູ້ສະຕິຕື່ນຕົວສັງຄົມນິຍົມໃຫ້ໝູ່ມະຫາຊົນ, ຫັນເອົາກຳລັງນຳໜ້າຂອງມະຫາຊົນນັ້ນໃຫ້ກ້າວໄປສູ່ຫຼັກໝັ້ນຂອງລັດທິສັງຄົມນິຍົມວິທະຍາສາດ.
5. ທາງດ້ານສາກົນ:
ຊຸກຍູ້ການປົດປ່ອຍຫົວເມືອງຂື້ນເກົ່າອອກຈາກລະບົບເສດຖະກິດໂລກທຶນນິຍົມ ຫຍັບເຂົ້າຫາບັນດາປະເທດໃນວົງຄະນາຍາດສັງຄົມນິຍົມ, ເພີ່ມທະວີການພົວພັນລະຫວ່າງບັນດາພັກ ແລະ ອົງການຈັດຕັ້ງປະຕິ ວັດປະຊາທິປະໄຕ ກັບບັນດາພັກກຳມະກອນ.
ດັ່ງນັ້ນ, ທ່າອຽງສັງຄົມນິຍົມນັ້ນຍັງບໍ່ທັນແມ່ນການຂະຫຍາຍຕົວແບບສັງຄົມນິຍົມ ແຕ່ແນ່ນອນມັນກໍບໍ່ແມ່ນການຂະຫຍາຍຕົວທີ່ກຳນົດໂດຍການພົວພັນແບບຂູດຮີດແລ້ວ.
- ທ່າອຽງສັງຄົມນິຍົມແມ່ນໜື່ງໃນບັນດາຮູບການຂ້າມຜ່ານອັນມີລັກສະນະປະຊາທິປະໄຕໃນຄວາມກ້າວໜ້າໄປຫາການປະຕິວັດສັງຄົມນິຍົມ.
- ມັນມີລັກສະນະປະຊາທິປະໄຕເພາະວ່າກຳລັງການປະຕິວັດໄດ້ດຳເນີນການປ່ຽນແປງໃຫ້ສ່ອດຄ່ອງກັບຜົນປະໂຫຍດຂອງພົນລະເມືອງ ແລະ
ຂອງມວນຊົນຊາວຜູ່ອອກແຮງງານສ່ວນຫຼວງຫຼາຍ.
ความคิดเห็น
แสดงความคิดเห็น