ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ
I.
ຄວາມຮັບຮູ້ກ່ຽວກັບການພັດທະນາຊົນນະບົດໄນໄລຍະຜ່ານມາ
ນັບແຕ່ປີ 1996 ເປັນຕົ້ນມາ ພັກ ແລະ ລັດຖະບານແຫ່ງ ສ ປ ປ ລາວ ໄດ້ມີແນວທາງນະໂຍບາຍ ອັນລະອຽດ ກ່ຽວກັບການພັດທະນາຊົນນະບົດ ເພື່ີອສ້າງໃຫ້ປະຊາຊົນໃນທົ່ວປະເທດ ໂດຍສະເພາະ ແມ່ນເຂດຫ່າງໄກສອກຫຼີກ ໄດ້ມີຄວາມຢູ່ດີກິນດີ ທຽບເທົ່າກັບປະຊາຊົນ ທີ່ຢູ່ໃນຕົວເມືອງຕ່າງໆ ແລະ ໄດ້ກຳນົດແນວທາງນະໂຍບາຍອອກມາຢ່າງຊັດເຈນ ໂດຍຊີ້ໃຫ້ເຫັນວ່າ: ການພັດທະນາຊົນນະບົດ ແມ່ນຂະບວນວິວັດ ເພື່ອຊອກຫາຊ່ອງທາງທທີ່ຈະຫຼຸດພົ້ນອອກຈາກຄວາມທຸກຈົນ, ຄວາມໂງ່ຈ້າຫຼ້າຫຼັງ ແລະ ອຸປະສັກ ທີ່ເກີຂື້ນໃນຊົນນະບົດເຊັ່ນ: ການປັບປຸງພື້ນຖານໂຄງລ່າງ, ການກໍ່ສ້າງໂຮງຮຽນ, ການບໍລິການສາທາລະນະສຸກຂັ້ນພື້ນຖານ, ການຜະລິດນສິລະປະກຳທີ່ເປັນສິນຄ້າ ແລະ ອື່ນໆ ໂດຍມີຈຸດປະສົງຫຼັກ ໃນການຫັນປ່ຽນຊີວິດການເປັນຢູ່ແບບດັ້ງເດີມ, ຍົກລະດັບຊີວິດການດເປັນຢູ່ ຂອງປະຊາຊົນ ຂອງປະຊາຊົນໃຫ້ດີຂື້ນກວ່າເກົ່າ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ແນໃສ່ສ້າງໃຫ້ປະຊາຊົນ ມີຄວາມຮູ້ຄວາມສາມາດ, ມີຄວາມສາມັກຄີເປັນເຈົ້າຕົນເອງ ແລະປະເທດຊາດ, ສ້າງຜົນຜະລິດໃຫ້ກາຍເປັນສິນຄ້າ ເພື່ອເຮັດໃຫ້ລາຍຮັບເພີ່ມຂື້ນ ແລະ ສ້າງໃຫ້ມີຄວາມສະຫງົບສຸກໃນເຂດຕ່າງໆ. ເຖິງຢ່າງໃດກໍດີ,ໃນວຽກງານດັ່ງ ກ່າວ ຕ້ອງດຳເນີນຢ່າງຈະແຈ້ງໂດຍສົມທົບກັບວຽກງານຕ່າງໆຄື: ກະສິກຳ - ປ່າໄມ້, ເສດຖະກິດ - ວັດທະນະທໍາ, ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ດ້ວນເຫດນີ້, ຈຶ່ງຕ້ອງມີການເລືອຫເຟັ້ນເອົາບັນດາເຂດຕ່າງໆ ກຳນົດເປັນເຂດຈຸດສຸມ ເພື່ອການພັດທະນາ ໂດຍອີງໃສ່ເງື່ອນໄຂຄື: ຕ້ອງເປັນເຂດຫ່າງໄກສອກຫຼີກ, ເຂດດທີ່ທຸກຈົນຫຼາຍທີ່ສຸດ ແລະ ເປັນເຂດທີ່ມີເງື່ອນໄຂສະດວກ ເຊິ່ງສາມາດຮັບເອົາການພັດທະນາໄດ້. ທັງນີ້, ກໍເພື່ອໃຫ້ສັງຄົມ ຊົນນະບົດໃນຂົງເຂດເຫຼົ່ານີ້ ໄດ້ມີສ່ວນຮ່ວມຢ່າງຫຼວງຫຼາຍ ແລະ ຈິງຈັງ ເພື່ອແກ້ໄຂຫັນຫາຂອງຕົນ ແລະ ຊົນນະບົດໃຫ້ຫຼາຍຂື້ນ. ພ້ອມນີ້, ເພື່ອຫຼຸດຜ່ອນບົດບາດ ແລະ ກິດຈະກຳຂອງລັດລົງ ໃນຊ່ວຍທີ່ປະຊາຊົນ ສາມາດດຳເນີນການ ແລະ ຊ່ວຍຕົນເອງໄດ້.
ໂດຍກຳແໜ້ນສະພາບຈຸດພິເສດ
ຂອງປະເທດຊາດ, ພັກເຮົາໄດ້ຖືຊົນນະບົດ ເປັນບັນຫາຍຸດທະສາດ,
ຖືຊາວໄຮ່ນາເປັນກຳລັງການຜະລິດ, ເປັນກຳລັງປະຕິວັດອັນໃຫ່ຍຫຼວງໃນສັງຄົມ ແລະ
ໄດ້ວາງແຜນນະໂຍບາຍກ່ຽວກັບການສ້າງຊົນນະບົດໃໝ່ ຕິດພັນກັບການຜະລິດແບບທຳມິຊາດ
ໄປສູ່ການຜະລິດສິນຄ້າ ແລະ ຕິດພັນກັບການປະຕິບັດນະໂຍບາຍເຜົ່າຊົນຂອງພັກ.
ປະຕິບັດແຜນນະໂຍບາຍດັ່ງກ່າວ ພວກເຮົາໄດ້ສຸທຶນຮອນ ເປັນຈຳນວນບໍ່ໜ້ອຍ
ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢູ່ໃນຊຢນນະບົດ ໃຫ້ມີບາດກ້າວໃໝ່
ເປັນຕົ້ນແມ່ນໄດ້ສຸມໃສ່ ການກໍ່ສ້າງພື້ນຖານ - ວັດຖຸເຕັກນິກ, ລະບົບໂຄງລ່າງເສດຖະກິດ
ແລະ ວັດທະນະທໍາ - ສັງຄົມເຊັ່ນ: ລະບົບຊົນລະປະທານ ໂດຍສະເພາະແມ່ນຊົນລະປະທານຂະໜາດກາງ
ແລະ ຂະໜາດນ້ອຍທີ່ສ້າງຂື້ນດ້ວຍການສົມທົບລະຫວ່າງລັດກັບປະຊາຊົນ, ເສັ້ນມາງຄົມມະນາຄົວ
ແລະ ໄຟຟ້າ ໄປສູ່ຊົນນະບົດ, ໂຮງຮຽນ, ໂຮງໝໍ, ສຸກສະລາດ ນ້ຳບາດານ ແລະ
ກິດຈະການສາທາລະນະປະໂຫຍດອື່ນໆອີກ.
ດ້ວຍຈິດໃຈເພິ່ງຕົນເອງ ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພວກເຮົາໄດ້ຕັດສິນໃຈສ້າງເຂດເສດຖະກິດ - ວັດທະນະທໍາໃນເຂດຊົນນະບົດ
ພູດອຍດ້ວຍການຂຸດຄົ້ນ ແລະ ນໍາໃຊ້ຄວາມອາດສາມາດພາຍໃນຂອງຕົນເອງ
ເຂົ້າໃນກາ່ນພັດທະນາເຂດແຄ້ວນຂອງປະເທດ, ເຊິ່ງໄດ້ເປັນແບບຢ່າງໃນການພັດທະນາ
ແບບຄົບຊຸດຮອບດ້ານ ພ້ອມດຽວກັນນັ້ນ, ກໍຍາດແຍ່ງເອົາການຊ່ວຍເຫຼືອ ແລະ ກູ້ຢືມຈາກພາຍນອກ
ໄດ້ເປັນຈຳນວນບໍ່ໜ້ອຍ ເພື່ອໃຊ້ເຂົ້າໃນໂຄງການພັດທະນາຊົນນະບົດ. ຢູ່ໃນຫຼາຍທ້ອງຖິ່ນ,
ການດຳເນີນວຽກງານກໍ່ສ້າງຮາກຖານ ຕິດພັນກັບການພັດທະນາຊົນນະບົດ
ໄດ້ກໍ່ໃຫ້ເກີດປັດໄຈໃໝ່ຫຼາຍຢ່າງ ທີ່ຄວນໄດ້ຮັບການສົ່ງເສີມເຊັ່ນ:
ການປັບປຸງກໍ່ສ້າງໜ່ວຍພັກ ແລະ ອຳນາດການປົກຄອງ, ການເສີມ ຂະຫຍາຍສິດເປັນເຈົ້າຂອງປະຊາຊົນ
ຕິດພັນກັບການປັບປຸງຄຸນນະພາບຊີວິດ ດ້ວຍການຊຸກຍູ້ ແລະ ສົ່ງເສີມ ການຜະລິດເປັນສິນຄ້າ
ປັບປຸງການສຶກສາ, ວັດທະນະທຳ, ສາທາລພະນະສຸກ ແລະ ຄວາມສະຫງົບພາຍໃນບ້ານຊ່ອງ. ຄະນະພັກ
ອຳນາດການປົກຄອງຫຼາຍບ່ອນ ໄດ້ມີຄວາມພະຍາຍາມອັນໃຫ່ຍຫຼວງ
ໃນການຈັດສັນບ່ອນທຳມາຫາກິນຄົງທີ່ ໃຫ້ພີ່ນ້ອງເຜົ່າຕ່າງໆ, ເຫັນເຂົາເຈົ້າຈາກການເຮັດໄຮ່
ທີ່ເປັນການທຳລາຍປ່າໄມ້ ແລະ ສະພາບແວດລ້ອມ ມາເຮັດນາ ຫຼື
ການປະກອບອາຊີບອື່ນທີ່ມີປະສິດທິຜົນກວ່າ. ຄະນະພັກ, ອຳນາດການປົກຄອງ ທ້ອງຖິ່ນຫຼາຍບ່ອນ
ໄດ້ຈັດຕັ້ງໜ່ວຍງານ ຮັບຜິດຊອບວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຂື້ນ,
ຊື່ງສະແດງອອກ ເຖິງຄວາມພະຍາຍາມໃນການຊຸກຍູ້, ອຳນວຍຄວບຄຸມຊະບວນວິວັດ
ຂອງການພັດທະນາຊົນນະບົດ ໃຫ້ດຳເນີນໄປຢ່າງມີປະສິດທິພາບ ແລະ
ຕິດພັນກັບວຽກກໍ່ສ້າງຮາກຖານການເມືອງ ມີພະນັກງານຈຳນວນບໍ່ໜ້ອຍ ຈາກອົງການ, ຂະແໜງການ
ແລະ ຫຼາຍທ້ອງຖິ່ນ ໄດ້ປະຕິບັດໜ້າທີ່ຕິດພັນກັບຮາກຖານປະຊາຊົນ ດ້ວຍນ້ຳໃຈຮັບຜິດຊອບ,
ອຸທິດຄວາມຮູ້ຄວາມສາມາດຂອງຕົນ ເພື່ອຜົນປະໂຫຍດຂອງປະຊາຊົນເຜົ່າຕ່າງໆ ເຮັດໃຫ້ຫຼາຍຄົນ
ໄດ້ເຝັກຝົນເຕີບໃຫ່ຍຂື້ນໃນຂະບວນການວຽກງານຕົວຈິງ,
ການເປັນພະນັກງານຫຼັກແຫຼ່ງນຳພາຢູ່ໃນທ້ອງຖິ່ນຕ່າງໆ.
ໄປຄຽງຄູ່ກັບການພັດທະນາຊົນນະບົດຂະໜາດໃຫຍ່ ແບບເປັນລະບົບຄົບຊຸດ, ການພັດທະນາຊົນນະບົດຂະໜາດນ້ອຍ ( ການພັດທະນາຊຸມຊົນ ) ກໍພວມດຳເນີນໄປຢ່າງກວ້າງຂວາງພໍສົມຄວນ ຢູ່ໃນຫຼາຍທ້ອງຖິ່ນໂດຍນຳໃຊ້ທຶນຮອນຈາກຫຼາຍແຫ່ງ. ການພັດທະນາຂະໜາດນ້ອຍ ທີ່ເລີ່ມຈາກຄອບຄົວຊາວຊົນນະບົດນີ້ ໄດ້ດຶງດູດເອົາປະຊາຊົນເຂົ້າຮ່ວມນັບມື້ນັບຫຼາຍຂື້ນ, ເຮັດໃຫ້ຊາວບ້ານເກີດຄວາມຕ້ອງການຢາກພັດທະນາ ແລະ ແກ້ໄຂບັນຫາຕ່າງໆ ດ້ວຍກຳລັງແຮງຄວາມສາມັກຄີຂອງຊາວບ້ານນັ້ນເອງເຊັ່ນ: ການຈັດຕັ້ງທະນາຄານເຂົ້າ, ທະນາຄານສັດ, ການສົມທົບທຶນກໍ່ສ້າງ, ບູລະນະໂຮງຮຽນ, ສຸກສາລາ, ການຈັດລະບຽບອະນາໄມບ້ານ, ແລະ ອື່ນໆອີກ. ຢູ່ບາງບ້ານ ໄດ້ມີອາສາສະໝັກພັດທະນາ ( ພັດທະນາກອນ ), ມີນັກຮົບອະນາໄມ, ສັດຕະວະແພດປະຈຳບ້ານ ຕະຫຼອດເຖິງຄອບຄົວຕົວແບບ, ກຸ່ມເຕັກນິກ - ວິຊາຊີບ ແລະ ກຸ່ມການຜະລິດອື່ນໆທີ່ເກີດຂຶ້ນ ໂດຍອີງຕາມ ທ່າແຮງ ແລະ ມູນເຊື້ອທາງດ້ານການຜະລິດຂອງຊາວບ້ານ ທັງໝົດນີ້, ສະແດງໃຫ້ເຫັນວ່າ ການພັດທະນາຊົນນະບົດ ໃນທົ່ວປະເທດກໍມີບາດກ້າວໃໝ່ ເຮັດໃຫ້ບ້ານຈຳນວນບໍ່ໜ້ອຍ ມີໃບໜ້າ ແລະ ຊີວິດການເປັນຢູ່ ຂອງຊາວຊົນນະບົດເຜົ່າຕ່າງໆ ຄ່ອຍໆໄດ້ຮັບການປັບປຸງດີຂື້ນເປັນກ້າວໆ, ຄວາມເຊື່ອໝັ້ນ ແລະ ຄວາມສະໜິດຕິດພັນ ຂອງປະຊາຊົນກັບພັກ ໄດ້ຖືກປັບປຸງໃຫ້ໜາແໜ້ນຕື່ມອີກ.
II. ຈຸດປະສົງ ລະດັບຄາດໝາຍ ແລະ
ທິດທາງໃນການພັດທະນາຊົນນະບົດ
2.1 ຈຸດປະສົງ ແລະ ລະດັບຄາດໝາຍ ຂອງການພັດທະນາຊົນນະບົດ
ການພັດທະນາຊົນນະບົດຢູ່ໃນປະເທດເຮົາ
ແມ່ນການຂຸດຄົ້ນ ແລະ ນຳໃຊ້ທ່າແຮງດ້ານທຳມະຊາດ ແລະ ສັງຄົມຂອງເຂດຊົນນະບົດ,
ປຸກລະດົມສະຕິເປັນເຈົ້າຂອງປະຊາຊົນບັນດາເຜົ່າ
ເພື່ອຫັນປ່ຽນການດຳລົງຊີວິດແບບດັ້ງເດີມແບບທຳມະຊາດ ໄປສູ່ອັນໃໝ່ ຕາມແນວທາງຂອງພັກ,
ປັບປຸງ, ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊົນໃຫ້ດີຂື້ນ,
ເຮັດໃຫ້ຊົນນະບົດໄດ້ຮັບການພັດທະນາ, ເປັນພື້ນຖານອັນໜັກແໜ້ນ
ໃຫ້ແກ່ພາລະກິດການປົກປັກຮັກສາ ແລະ ສ້າງສາລະບອບໃໝ່.
ການພັດທະນາຊົນນະບົດຕ້ອງບັນລຸເປົ້າໝາຍຈຳນວນໜຶ່ງດັ່ງນີ້:
1.1
ບັນຫາກົກ: ເຮັດໃຫ້ປະຊາຊົນຊາວຊົນນະບົດ ມີຄວາມຮູ້ ແລະ
ຄວາມຕື່ນຕົວ ທາງດ້ານການເມືອງ,ໃຫ້ເຂົາເຈົ້າເຂົ້າໃຈ ເສີມຂະຫຍາຍສິດເປັນເຈົ້າປະເທດຊາດ,
ສາມັກຄີ, ເອື້ອເຟື້ອຊ່ວຍເຫຼືອກັນ, ພັ້ມພຽງຮຽງໜ້າກັນ ສ້າງສາພັດທະນາບ້ານຊ່ອງ.
1.2
ບັນຫາໃຈກາງ: ຍູ້ແຮງການຜະລິດຢູ່ຊົນນະບົດ, ເປັນຕົ້ນ ແມ່ນເຮັດການຜະລິດກະສິກຳ-ປ່າໄມ້ເປັນການຜະລິດສິນຄ້າດ
ເຮັດໃຫ້ປະຊາຊົນມີຄຸນນະພາບຊີວິດດີຂື້ນເລື້ອຍໆ.
1.3
ບັນຫາພື້ນຖານ: ເຮັດໃຫ້ປະຊາຊົນມີຄວາມສະຫງົບ ແລະ
ເປັນລະບຽບຮຽບຮ້ອຍ, ປຸກລະ ດົມຊາວບ້ານ
ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ຢູ່ໃນທ້ອງຖິ່ນຂອງຕົນ.
1.4
ບັນຫາຕັດສິນ: ປັບປຸງ ແລະ ສ້າງພັກ,
ອຳນາດການປົກຄອງໃຫ້ເຂັ້ມແຂງ, ສ້າງພະນັກງານກັບທີ່,
ປັບປຸງເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງມະຫາຊົນພາຍໃນບ້ານ.
2.2
ທິດທາງວຽກງານ
ກ່ຽວກັບການພັດທະນາຊົນນະບົດ
1) ປັບປຸງໜ່ວຍພັກ
ແລະ ອໍານາດການປົກຄອງບ້ານ ເພື່ອປະຕິບັດພາລະບົດບາດເປັນຜູ້ນໍາພາ, ຊີ້ນຳ ປຸກລະດົມຂົນຂວາຍຊາວບ້ານ
ໃຫ້ຮ່ວມແຮງຮ່ວມໃຈ, ຮ່ວມທຶນ, ປຸ້ມລຸມສາມັກຄີປົກປັກຮັກສາ ແລະ ສ້າງສາບ້ານຊ່ອງຂອງຕົນ,
ພ້ອມເປັນຜູ້ນຳໂຄສະນາສຶກສາອົບຮົມຊາວບ້ານ ໃຫ້ເຊື່ອມຊືມແນວທາງນະໂຍບາຍ ຂອງພັກ ແລະ
ກົດໝາຍຂອງລັດ.
2) ຊຸກຍູ້ຜົນຜະລິດກະສິກໍາຮອບດ້ານເປັນສິນຄ້າ,
ນໍາເອົາການຜະລິດທີ່ກ້າວໜ້າ ແລະ ມີປະສິດທິຜົນ ມາເຜີຍແຜ່ ແນະນຳໃຫ້ປະຊາຊົນຮູ້ ແລະ
ພາເຂົາເຈົ້າເຮັດເຊັ່ນ: ການເຮັດກະເສດສຸມ, ການລ້ຽງສັດ, ການປູກພືດອຸດສະຫະກຳ ແລະ
ພືດອື່ນໆ ເປັນສິນຄ້າ ສົ່ງເສີມຂະແໜງການຜະລິດ ແລະ
ວິຊາອາຊີບອັນເປັນມູນເຊື້ອຂອງປະຊາຊົນເຜົ່າຕ່າງໆເຊັ່ນ: ການຫັດຖະກຳຕ່ຳແຜ່, ຈັກສານ,
ການປັ້ນ, ການຄວັດ...
- ຊຸກຍູ້ສົ່ງເສີມ
ໃຫ້ມີການປຸງແຕ່ງຜະລິດຕະພັນກະສິກໍາ ສໍາລັບຕອບສະໜອງຄວາມຕ້ອງການພາຍໃນ,
ໃຫ້ປະຊາຊົນໄດ້ກິນໄດ້ໃຊ້ອັນທີິ່ເຮົາຜະລິດເອງ ຫຼື ເຮັດເປັນຂາອອກ.
- ສ້າງເຂດຈຸດສຸມພັດທະນາຕ່າງໆ
ໃຫ້ເກີດເປັນຕົວເປັນຕົນເຊັ່ນ: ເຂດຈຸດສຸມທາງດ້ານການພັດທະນາປູກເຂົ້າ ແລະ ພືດທັນຍາຫານ.
ເຂດຈຸດສຸມການພັດທະນາລ້ຽງສັດ: ເປັນຈຸດສຸມພັດທະນາດ້ານການປູກພືດ ແລະ ຕົ້ນໄມ້ອຸດສະຫະກຳ
(ກາເຟ, ພືດ, ຖົ່ວ, ຍານ, ຝ້າຍ...), ເຂດຈຸດສຸມພັດທະນາ ດ້ານການຈັດສັນພູມລຳເນົາ ແລະ
ອາຊີບຄົງທີ່; ເຂດຈຸດສຸມພັດທະນາ ຕາມບໍລິເວນຊາຍແດນ
ໂດຍສອດຄ່ອງກັບຈຸດພິເສດຂອງແຕ່ລະພື້ນທີ່.
+ ເຂດຈຸດສຸມທົ່ງພຽງຜະລິດເຂົ້າ ແລະ
ພືດທັນຍາຫານອື່ນໆ (6 ທົ່ງພຽງ ແລະ ທົ່ງພຽງນ້ອຍອື່ນໆ ຂອງປະເທດ
ໂດຍມີໂຄງການຄັກແນ່ ). ການພັດທະນາເຂດດັ່ງກ່າວ ໄປຕາມທິດເຮັດກະເສດສຸມ, ຂະຫຍາຍ
ກະສິກຳຮອບດ້ານ ຫຼື ແບບປະສົມປະສານ ດ້ວຍມາດຕະການສົ່ງເສີມທີ່ກ້າວໜ້າ.
+ ເຂດທົ່ງພຽງຊົນນະບົດ ອ້ອມແອ້ມນະຄອນຫຼວງ
ແລະ ຕົວເມືອງໃຫ່ຍຂອງປະເທດ ເປັນເຂດທີ່ມີຄວາມສາມາດພັດທະນາໃນຫຼາຍດ້ານ
ເປັນຕົ້ນແມ່ນດ້ານພື້ນຖານໂຄງລ່າງ ແລະ ຕະຫຼາດຈຳໜ່າຍ ຕ້ອງສົ່ງ
ເສີມຢ່າງແຂງແຮງການປູກຝັງ - ລ້ຽງສັດຂອງປະຊາຊົນ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດ
ໃຫ້ພຽງພໍເຊັ່ນ: ຜັກ, ໝາກໄມ້ຊະນິດດຕ່າງໆ, ຊີ້ນປາອາຫານ ຕິດພັນກັບການຫັດຖະກຳ,
ອຸດສະຫະກຳປຸງແຕ່ງໄມ້ ແລະ ການບໍລິການ ເພື່ອຕອບສະໜອງຄວາມຕ້ອງການຂອງຕົວເມືອງ ຫຼຸດຜ່ອນ
ແລະ ບໍ່ເອົາຂອງຕ່າງປະເທດເຂົ້າມາ.
+ ເຂດຈຸດສຸມປູກພືດ ແລະ ຕົ້ນໄມ້ອຸດສະຫະກຳເຊັ່ນ:
ຝ້າຍ, ພືດຖົ່ວ, ພືດໃຫ້ນ້ຳມັນ, ຍານ, ກາເຟ, ແລະ ຕົ້ນໄມ້ກິນໝາກອື່ນໆ ການພັດທະນາເຂດຈຸດສຸມດັ່ງກ່າວນີ້
ເລັງໃສ່ປັບປຸງແນວພັນ, ເຝິກອົບຮົມ ຫຼື ບຳລຸງວິທີ ແລະ ເຕັກການປູກຝັງໃຫ້ຊາວກະສິກອນ
ຕະຫຼອດເຖິງການເກັບຮັກສາ ແລະ ປຸງແຕ່ງຂັ້ນຕົ້ນ. ບ່ອນໃດມີເງື່ອນໄຂ ຄວນສົ່ງເສີມ
ໃຫ້ມີການສ້າງອຸດສະຫະກຳປຸງແຕ່ງຂື້ນ ເພື່ອຜະລິດຕະພັນສຳເລັດຮຸບຕອບສະໜອງຄວາມຕ້ອງການພາຍໃນ
ແລະ ສົ່ງອອກນອກ.
+
ເຂດຈຸມສຸມລ້ຽງສັດ (ເປັນຕົ້ນແມ່ນງົວ),
ການພັດທະນາໃນເຂດດັ່ງກ່າວ ຈະຕ້ອງສຸມໃສ່ຟື້ນຟູບູລະນະ ແລະ
ນຳໃຊ້ບັນດາທ່າແຮງຂອງທົ່ງຫຍ້າ ແລະ ມູນເຊື້ອຂອງປະຊາຊົນເຜົ່າຕ່າງໆ ໃນການລ້ຽງສັດ
ເອົາໃຈໃສ່ຕໍ່ການຈັດສັນເຂດທົ່ງລ້ຽງສັດ, ປັບປຸງທົ່ງຫຍ້າ, ສົ່ງເສີມການລ້ຽງແບບຄອບຄົວເປັນຕົ້ນຕໍ.
ຕິິດພັນກັບການ ຂະຫຍາຍຕານ່າງສັດຕະວະແພດໃຫ້ທົ່ວເຖິງ ໂດຍຖືເອົາການເມືອງເປັນຫຼັກ,
ເອົາແຂວງເປັນໜ່ວຍປະສານງານ ແລະ ຖືເອົາການສ້າງສັດຕະວະແພດປະຈຳບ້ານເປັນວຽກສຳຄັນໃຈກາງ.
+ ເຂດຈຸດສຸມພັດທະນາ ເພື່ອຈັດສັນພູມລຳເນົາ
ແລະ ອາຊີບຄົງທີ່, ຫັນເອົາປະຊາຊົນເຜົ່າຕ່າງໆຢູ່ເຂດພູດອຍ
ທີ່ທຳມາຫາກິນດ້ວຍການຖາງປ່າເຮັດໄຮ່ແບບເຄື່ອນຍ້າຍ ໃຫ້ຕັ້ງຖິ່ນຖານຄົງທີ່ ແລະ
ປະກອບອາຊີບປູກຝັງ - ລ້ຽງສັດ, ປູກໄມ້ເປັນສິນຄ້າ. ຮີບຮ້ອນຈັດສັນຫາພື້ນທີ່
ເພື່ອເປັນບ່ອນຕັ້ງບ້ານ ແລະ ທໍາມາຫາກິນ ໃຫ້ປະຊາຊົນ
ໃນບ່ອນທີ່ຈຳເປັນຕ້ອງໄດ້ເຄື່ອນຍ້າຍ ເປັນຕັ້ນແມ່ນ ຈາກເຂດຍອດນ້ຳ, ລຳເຊທີ່ສຳຄັນ,
ເຂດປ່າສະຫງວນ ແລະ ປ່າດົງດິບໃນທົ່ວປະເທດ; ພ້ອມກັນນັ້ນ,
ກໍແອບເຂົາເຈົ້າໃຫ້ທຳມາຫາກິນຕາມເງື່ອນໄຂເໝາະສົມຂອງແຕ່ລະບ່ອນ, ຊຶ່ງອາດຈະແມ່ນເຮັດນາ,
ເຮັດສວນປູກຕົ້ນໄມກິນໝາກ, ພືດອຸດສະຫະກຳ ຫຼື ເຮັດແຕ່ລະອາຊີບປປປູກປ່າ
(ປູກຕົ້ນໄມ້ໃຫ່ຍໄວ້ເປັນສິນຄ້າ), ລ້ຽງສັດ ແລະ ປະກອບອາຊີບອື່ນໆ ທີ່ມີປະສິດທິຜົນ
ຊອກວິທີແກ້ໄຂເຂ່້ົາກິນໃຫ້ຊາວພູດອຍດ້ວຍການເຮັດອາຊີບອື່ນ
ປ່ຽນແທນການຖາງປ່າເຮັດໄຮ່ປູກເຂົ້າ ໂດຍມີການລົງທຶນຂອງລັດ.
- ເຂດຈຸດສຸມພັດທະນາແຖບຊາຍແດນ ກຳນົດພື້ນທີ່ໃນແຖບຊາຍແດນພາກເໝືອ
ແລະ ພາກຕາເວັນອອກ ເປັນເຂດຮ່ວມມືພັດທະນາກັບບັນດາປະເທດອ້ານນ້ອງ ເພື່ອຈຸດຄົ້ນບັນດາທ່າແຮງບົ່ມຊ້ອນທີ່ຢູ່
ບົນຫຼັກການຕ່າງຝ້າຍຕ່າງມີຜົນປະໂຫຍດ. ພ້ອມກັນນັ້ນ,
ກໍຕ້ອງເອົາໃຈໃສ້ບາງບໍລິເວນຈຸດສຸມເບື້ອງຊາຍແດນຕາເວັນຕົກ ເພື່ອພັດທະນາ
ໃຫ້ຄວາມໜາແໜ້ນໃນທຸກດ້ານ ສມທົບກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
3)
ສ້າງພື້ນຖານໂຄງລ່າງ ( ພື້ນຖານວັດຖຸ
- ເຕັກນິກ ) ເຊັ່ນ: ຫົນທາງ, ຝາຍກັນນໍ້າ, ຊົນລະປະທານ, ໄຟຟ້າຊົນນະບົດ (
ລວມທັງໄຟຟ້າຂະນ້ອຍ ທີ່ຊາວບ້ານເຮັດເອງ ), ນ້ຳບາດານ, ນ້ຳລິນ, ຂຸດສະ - ໜອງ... ດ້ວຍທຶນ
ແລະ ແຮງງານຂອງປະຊາຊົນ ໂດຍມີການຊ່ອຍເຫຼືອດ້ານວິຊາການຂອງລັດ ຫຼື
ດ້ວຍການສົມທົບທຶນລະຫວ່າງເອກະຊົນກັບລັດ
4) ພັດທະນາພູດອຍຊົນເຜົ່າ,
ຈຸດສຸມຈໍານວນໜຶ່ງ ດ້ວຍການລົງທຶນຂອງລັດ ເປັນສ່ວນໃຫ່ຍ ( ເພາະເຂດນີ້,
ປະຊາຊົນບໍ່ມີທຶນສົມທົບ ຍ້ອນຄວາມທຸກຍາກຂາດເຂີນ ), ເປັນຕົ້ນແມ່ນເຂດທີ່ໝັ້ນເກົ່າ,
ເຂດຈຸດສຸມ ດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
5)
ຂະຫຍາຍວຽກງານສົງຄົມ ແລະ ວັດທະນະທຳຢູ່ຊົນນະບົດ
- ດ້ານການສຶກສາ
ເອົໃຈໃສ່ຕໍ່ຄູ ທີ່ປະຕິບັດໜ້າທີ່ຢູ່ຊົນນະບົດ ດ້ວຍການແກ້ໄຂບັນຫາເງິນເດືອນ,
ອຸປະກອນການສິດສອນ, ອັດຕາສ່ວນຄູກັບນັກຮຽນ, ຄຸນນະພາບຂອງຄູ
ເພື່ອຍົກລະດັບຄຸນະພາບຂອງນັກຮຽນ ເຮັດໃຫ້ຄູເປັນຜູ້ມີບົດບາດສຳຄັນ
ໃນການພັດທະນາການສຶກສາຢູ່ຊົນນະບົດ. ປັບປຸງບູລະນະ ແລະ ສ້າງໂຮງຮຽນຢູ່ຊົນນະບົດ
ໃຫ້ຢູ່ໃນສະພາບທີ່ເໝາະສົມ ( ອາດຈະອະນຸຍາດໄມ້ໃຫ້ປະຊາຊົນ ຜູ້ເປັນເລື່ອຍ, ລັດເປັນຕະປູ,
ສັງກະສີ, ຊີມັງ...), ປັບປຸງ ແລະ ສ້າງໂຮງຮຽນກິນນອນ ສຳລັບລູກຫຼານພີ່ນ້ອງຊົນເຜົ່າ
ໃຫ້ເກີດແທ້ ໃນບ່ອນທີ່ມີເງື່ອນໄຂສະດວກ ຂອງແຕ່ລະເຂດ
ທັງຮັບປະກັນການເຄື່ອນໄຫວອັນເປັນປົກກະຕິ.
- ດ້ານສະທາລະນະສຸກ ແກ້ໄຂບັນຫາພະຍາດທີ່ແຜ່ຫຼາຍ
ດ້ວຍການປຸກລະດົມຂົນຂວາຍຍູ້ອານາໄມສາມສະອາດ, ສ້າງຕູຢາ, ຖົງຢາປະຈຳບ້ານ, ຟື້ນຟູ ແລະ
ສ້າງສຸກສະລາ ໃນເຂດຊົນນະບົດ ທີ່ມີຊຸມຊົນໜັກແໜ້ນ, ສ້າງນັກຮົບອະນາໄມ, ນາຍໝໍປະຈຳບ້ານ
ເພື່ອຮັບປະກັນພະຍາບານຂັ້ນພື້ນຖານ.
- ດ້ານວັດທະນະທໍາ ຊຸກຍູ້ການເຄື່ອນໄຫວດ້ານສິລະປະວັນນະຄະດີ
ເພື່ອສ້າງບັນຍາກາດສາ ມັກຄີມ່ວນຊື່ນພາຍໃນບ້ານ, ເອົາໃຈໃສ່ຟື້ນຟູ
ເສີມຂະຫຍາຍສິນລະປະວັນນະຄີທ້ອງຖິ່ນຂອງເຜົ່າຕ່າງໆ;
ຈັດຕັ້ງໜ່ວຍໂຄສະນາເຜີຍແຜ່ຄວາມຮູ້ຢູ່ຊົນນະບົດ ເປັນຕົ້ນແມ່ນບົດຮຽນການເຮັດກະເສດສຸມ,
ປູກຝັງ, ລ້ຽງສັດ, ສັດຕະວະແພດ ແລະ ອື່ນໆ . ປົກປັກຮັກສາ ແລະ
ສົ່ງເສີມມູນເຊື້ອວັດທະນະທໍາຂອງທ້ອງຖິານ ທີ່ກ້າວໜ້າກໍຄືຂອງຊາດ;
ຄ່ອຍໆລົບລ້າງຮີດຄອງອັນຫຼ້າຫຼັງ ໄປພ້ອມກັບການສະກັດກັ້ນກັບການແຊກຊືມ ຂອງສິ່ງເສີມສ້າງ
ຈາກວັດທະນະທຳຈາກພາຍນອກ.
6) ຊຸກຍູ້ ແລະ
ສົ່ງເສີມພາກສ່ວນເສດຖະກິດຕ່າງໆ ປະກອບສ່ວນເຂົ້າໃນວຽກງານພັດທະນາຊົນນະບົດ
ດ້ວຍການກຳນົກເງື່ອນໄຂ ແລະ ໃຫ້ບູລິມະສິດບາງຢ່າງ ເປັນຕົ້ນແມ່ນດ້ານພາສີ, ອາກອນ,
ດ້ານສິນເຊື່ອເພື່ອເປີດກວ້າງໃຫ້ເຂົາເຈົ້າເຄື່ອນໄຫວດ້ານການຜະລິດ - ເຮັດທຸລະກິດ
ໃນເຂດຊົນນະບົດ ໂດຍສະເພາະແມ່ນການເຮັດບໍລິການ ສອງສົ້ນແກ່ຊາວກະສິກອນ.
7) ວາງກົດລະບຽບບ້ານ
ເປັນຕົ້ນແມ່ນກົດລະບຽບກ່ຽວກັບການຮັກສາຄວາມສະຫງົບ, ປົກປັກຮັກສາດິນດອນ, ປ່າໄມ້,
ຫ້ວຍນ້ຳວັງປາ, ກ່ຽວກັບການຄຸ້ມຄອງ ແລະ ການປະກອບສ່ວນໃນການປຸກສ້າງ,
ບູລະນະສິ່ງສາທາລະນະປະໂຫຍດຂອງບ້ານເຊັ່ນ: ໂຮງຮຽນ, ສຸກສະລາ, ເໝືອງຝາຍ, ເສັ້ນທາງ,
ການຮັກສາອະນາໄມ, ຄວາມສະອາດ ແລະ ອື່ນໆ. ກ່ຽວກັບການປະກອບສ່ວນ ເປັນກອງຫຼອນ,
ຊ່ວຍກອງຫຼອນ ເພື່ອປົກປັກຮັກສາຄວາມສະຫງົບພາຍໃນບ້ານ.
8) ຍາດແຍ່ງ ແລະ ນໍາໃຊ້ການຊ່ວຍເຫຼືອຈາກພາຍນອກ ເຂົ້າໃນການພັດທະນາຢ່າງມີປະສິດທິຜົນ ໂດຍມີການປະສານສົມທົບຢ່າງກົມກຽວ ລະຫວ່າງອົງການ, ຂະແໜງການສູນກາງ ທີ່ກ່ຽວຂ້ອງດ້ວຍກັນ, ລະຫວ່າງສູນກາງກັບທ້ອງຖິ່ນ. ຮັບປະກັນຫຼັກການລວມສູນເປັນເອກະພາບ ຕາມພາລະບົດບາດຂອງໃຜລາວ, ຮັບປະກັນແຕ່ລະໂຄງການໃຫ້ມີຜູ້ຮັບຜິດຊອບຢ່າງຈະແຈ້ງ ( ສູນກາງ ຫຼື ທ້ອງຖິ່ນ ) ຕາມທິດທາງທີ່ວ່າຈະເຮັດໂຄງການໃດ ຢູ່ບ່ອນໃດກໍຕາມຕ້ອງໃຫ້ຄະນະພັກອຳນາດການປົກຄອງທ້ອງຖິ່ນນັ້ນ ຮູ້ເນື້ອໃນ ຈຸດປະສົງອັນລະອຽດ ແລະ ມີຄວາມຮັບຜິດຊອບອັນຈະແຈ້ງ; ແຕ່ໂດຍທົ່ວໄປ ຄວນມອບໃຫ້ທ້ອງຖິ່ນ ຮາກຖານເປັນເຈົ້າການ ແລະ ຮັບຜິດຊອບຄັກແນ່. ທັງນີ້, ກໍເພື່ອນຳໃຊ້ທຶນຊ່ວຍເຫຼືອ ເຂົ້າໃນແຕ່ລະໂຄງການ ໃຫ້ເກີດໝາກຜົນເປັນຈິງ. ສະກັດກັ້ນ, ກົນອຸບາຍຂອງສັດຕູ ທີ່ຫວັງຈະມ້າງເພ ທຳລາຍລະບອບໃໝ່ຂອງພວກເຮົາ.
III. ການຈັດຕັ້ງປະຕິບັດ ກ່ຽວກັບວຽກງານການພັດທະນາຊົນນະບົດ
3.1 ທັດສະນະຊີ້ນຳ
ທີ່ຕ້ອງກຳແໜ້ນການໃນການຈັດຕັ້ງປະຕິບັດ
1)
ການພັດທະນາຊົນນະບົດ ແມ່ນການດຳເນີນວຽກງານຮອບດ້ານທີ່ຕ້ອງມີຂະບວນການ,
ມີກຳລັງເຮັດຕົວຈິງ, ຢ່າງມີຈຸດໝັກ, ມີການກຳນົດຈຸດປະສົງລະດັບຄາດໝາຍ ແລະ ວິທີຈະແຈ້ງ.
ການພັດທະນາຊົນນະບົດຕ້ອງຕິດພັນກັບ:
ການຂະຫຍາຍກະສິກຳປ່າໄມ້ເປັນສິນຄ້າເຊັ່ນ:
ການເຮັດກະເສດສຸມ, ປູກຝັງ, ລ້ຽງສັດ, ປູກຕົ້ນໄມ້, ບູລະນະປ່າໄມ້.
ການສ້າງໃຈກາງເສດຖະກິດ,
ວັດທະນະທຳ - ສັງຄົມ ໃນແຕ່ລະບໍລິເວນເຊັ່ນ: ສ້າງຕະຫຼາດ, ສູນທົດລອງ,
ສູນຜະລິດແນວພັນ, ໜ່ວຍບໍລິການເຕັກນິກ, ການປຸງແຕ່ງ, ບໍລິການສອງສົ້ນ, ໂຮງຮຽນ, ໂຮງໝໍ,
ສ້າງຫໍວັດທະນະທຳໃນບາງທ້ອງຖິ່ນທີ່ມີເງື່ອນໄຂ.
ການຂະຫຍາຍເສດຖະກິດຄອບຄົວຂອງຊາວກະສິກອນ
ສົ່ງເສີມການຂະຫຍາຍສິນຄ້າຂອງປະຊາຊົນໃນແຕ່ລະຄອບຄົວດ
ສ້າງຄອບຄົວແບບຢ່າງ ທີ່ຮູ້ຊື້ - ຮູ້ຂາຍ, ຮູ້ຄິດໄລ່ລາຍຮັບ - ລາຍຈ່າຍ,
ຮູ້ນຳໃຊ້ເຕັກນິກ ວິຊາການໃໝ່.
ການພັດທະນາຊັບພະຍາກອນມະນຸດຢູ່ຊົນນະບົດ
ເປັນຕົ້ນແມ່ນສຶກສາອົບຮົມໃຫ້ປະຊາຊົນໃຫ້ມີຄວາມຕື່ນຕົວ
ເປັນເຈົ້າປະເທດຊາດ ເພີ່ມຄວາມຮູ້ຄວາມສາມາດໃນດ້ານຕ່າງໆ ໃຫ້ຊາວຊົນນະບົດ
ນັບຕັ້ງແຕ່ໃຫ້ຮູ້ໜັງສື ເຖິງຄວາມຮຮູ້ພື້ນຖານຈຳນວນໜຶ່ງ ໃນການປູກຝັງ - ລ້ຽງສັດ,
ສັດຕະວະແພດ ແລະ ການປະກອບອາຊີບເພີ່ມ; ນັບທັງການໃຫ້ຄວາມຮູ້ດ້ານການຮັກສາສຸຂະພາບ,
ການກັນພະຍາດ ແລະ ໂລກລະບາດຕ່າງໆ; ສ້າງແບບແຜນດຳລົງຊີວິດ ແລະ ຄວາມຊິນເຄີຍ
ໃນການກິນຢູ່ທີ່ຖືກຫຼັກອະນາໄມ, ການລ້ຽງດູບົວລະບັດລູກ... ສົ່ງເສີມວັດທະນະທຳ, ສິລະປະ
ແລະ ຮິີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າ, ຂອງແຕ່ທ້ອງຖິ່ນໃຫ້ຄົງຢູ່
ແລະ ຊົນເຜົ່າຕ່າງໆ ມີໂອກາດ ແລະ ມີເງື່ອນໄຂໄດ້ຮຽນໜັງສື ມີວິຊາຄວາມຮູ້, ມີປັນຍາຊົນ,
ມີນັກຮຽນຂອງຕົນໃຫ້ເຂົາເຈົ້າ ສາມາດເສີມຂະຫຍາຍຄວາມຮູ້ ແລະ ຄວາມອາດສາມາດ
ທາງດ້ານສະຕິປັນຍາຂອງຕົນຢ່າງເໝາະສົມ.
ການປັບປຸງລະບົບການເມືອງ
ແລະ ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານຊ່ອງ.
2)
ການພັດທະນາຊົນນະບົດ ຕ້ອງດຳເນີນເປັນແຕ່ລະບາດກ້າວ,
ເລີ່ມຕັ້ງການການສຶກສາເກັບກຳສະພາບຄວາມເປັນຈິງຂອງທ້ອງຖິ່ນ,
ກຳນົດບ່ອນພັດທະນາເປັນຈຸດທົດລອງ, ຂື້ນໂຄງການຈັດຕັ້ງ ປະຕິບັດ ເຮັດທົດລອງ,
ຖອດຖອນບົດຮຽນແລ້ວຈິ່ງຂະຫຍາຍກວ້າງອອກ.
3)
ການພັດທະນາຊົນນະບົດ ເປັນວຽກຂອງປວງຊົນ ແມ່ນໂຄງການຮ່ວມມືລະຫວ່າງລັດກັບເອກະຊົນ
ໂດຍມີການເຂົ້າຮ່ວມຫຼາຍຂະແໜງການ ແລະ ອົງການຈັດຕັ້ງສັງຄົມຕ່າງໆ. ສະ ນັ້ນ,
ຕ້ອງເສີມຂະຫຍາຍຄວາມຕື່ນຕົວ ເປັນເຈົ້າການຂອງຊາວບ້ານ
ເຂົ້າໃນການພັດທະນາສ້າງສາບ້ານຊ່ອງ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງແຜນການ,
ອົງການຈັດຕັ້ງຕ່າງໆ ເຂົ້າໃນວຽກງານດັ່ງກ່າວ ເຮັດໃຫ້ທິດນຳລັດ ແລະ
ປະຊາຊົນພ້ອມກັນເຮັດ. ໄດ້ຮັບການຈັດຕັ້ງຢ່າງມີຊີວິດຊີວາ, ຫຼາຍຮູບຫຼາຍສີໃນພາກຕົວຈິງ.
3.2 ວິທີການຈັດຕັ້ງປະຕິບັດການພັດທະນາຊົນນະບົດ
1) ສຶືບຕໍ່ລົງຮາກຖານເຮັດວຽກຮອບດ້ານ
ສຶກສາອົບຮົມ, ປຸູກລະດົມປະຊາຊົນໃຫ້ຕື່ນຕົວ
ປະຕິບັດໜ້າທີ່ຂອງການປະຕິວັດດ ປົດປ່ອຍເຂົາເຈົ້າຈາກຄວາມນຶກຄິດ ແລະ
ແບບວິທີການຜະລິດເກົ່າກ ຊ່ວຍໃຫ້ເຂົາເຈົ້າຮູ້ທຳມາຫາກິນດ້ວຍວິທີໃໝ່ ທີ່ມີປະສິດທິຜົນ,
ຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກ ຫຼ້າຫຼັງ,
ຮູ້ສ້າງຄວາມຮັ່ງມີຜາສຸກໃຫ້ແກ່ຄອບຄົວຂອງຕົນ ແລະ ປະກອບສ່ວນພັດທະນາບ້ານຊ່ອງ.
ກໍ່ສ້າງພະນັກງານໃຫ້ຮາກຖານ,
ຊອກເຫັນ ແລະ ບຳລຸງສ້າງຜູ້ທີ່ເປັນຫຼັກແຫຼ່ງ,
ຫ້າວຫັນເພື່ອນຳພາຊາວບ້ານປະຕິບັດວຽກງານຕ່າງໆຂອງບ້ານ.
ປັບປຸງການຈັດຕັ້ງພັກ,
ອຳນາດການປົກຄອງ ແລະ ອົງການຈັດຕັ້ງມະຫາຊົນ.
ຮັບປະກັນຄວາມສະຫງົບພາຍໃນບ້ານຊ່ອງ.
2) ຕ້ອງຂື້ນແຜນພັດທະນາຊົນນະບົດແຫ່ງຊາດ
ໂດຍເລີ່ມຈາກທ້ອງຖີ່ນຮາກຖານຂື້ນມາດ
ຮັບປະກັນໃຫ້ດັ່ງກ່າວ ແທດເໝາະກັບສະພາວະຄວາມເປັນຈິງ ແລະ
ຄວາມຮຽກຮ້ອງຕ້ອງການຂອງທົ່ວປະເທດ ກໍຄືແຕ່ລະທ້ອງຖິ່ນ, ທັງສອດຄ່ອງກັບແຜນພັດທະນາເສດຖະກິດ
- ສັງຄົມ ແລະ ຄວາມອາດສາມາດດ້ານທຶນຮອນ. ຕ້ອງເຊີດຊູສະຕິຊາດ ເອກະລາດເປັນເຈົ້າຕົນເອງ,
ສ້າງຄວາມເຂັ້ມແຂງ ແລະ ພັດທະນາດ້ວຍຕົນເອງ ບໍ່ຕ້ອງເອື່ອຍອີງ, ຕ້ອງບືນຂື້ນເຮັດເອງ,
ໃຫ້ແທດເໝາະກັບຄວາມເປັນຈິງຂອງບ້ານເຮົາ.
3)
ຈັດສັນແຫຼ່ງທຶນຈາກງົບປະມານໃຫ້ຈະແຈ້ງເພື່ອນຳໃຊ້ເຂົ້າໃນການພັດທະນາຊົນນະບົດ
ສືບຕໍ່ຍາດແບ່ງ ແລະ ແລະ ນຳໃຊ້ທຶນຈາກແຫຼ່ງຕ່າງໆ ຢ່າງມີຈຸດສຸມ
ແລະ ມີປະສິດທິຜົນ.
ແກ້ໄຂບັນຫາການອະນຸລັກແຫຼ່ງທຶນພາຍໃນ
ແບບກະແຈກກະຈາຍ ຂາດຈຸດສຸມ ສຳລັບໂຄງການຕ່າງໆ ພິຈາລະນາ ແລະ ອະນຸມັດແຫຼ່ງທຶນ
ຈາກງົບປະມານຂອງລັດ ເຂົ້າໃນການພັດທະນາຊົນນະບົດ ຢ່າງມີຈຸດສຸມ ຕໍ່ບົດວິພາກຂອງໂຄງການ
ສືບຕໍ່ຍາດແຍ່ງເອົາການຊ່ວຍເຫຼືອລ້າ
ແລະ ການກູ້ຢືມໄລຍະຍາວ ດ້ວຍດອກເບ້ບຕ່ຳຈາກຕ່າງປະເທດ ແລະ ອົງການການເງິນສາກົນ
ເພື່ອໃຊ້ເຂົ້າໃນໂຄງການພັດທະນາຊົນນະບົດ ຈຸດສຸມຂະໜາດໃຫ່ຍແບບຄົບຊຸດ
ຍາດແຍ່ງເອົາການຊ່ວຍເຫຼືອລ້າຈາກອົງການສາກົຍຕ່າງໆ
ລວມທັງອົງການທີ່ບໍ່ຂື້ນກັບລັດຖະບານຕ່າງປະເທດ ( NGO ) ເພື່ອໃຊ້ເຂົ້າໃນການດຳເນີນໂຄງການຂະໜາດກາງ
ແລະ ຂະໜາດນ້ອຍ.
ຮັບປະກັນການຕອບສະໜອງທຶນສົມທົບພາຍໃນ
ສຳລັບໂຄງການຕ່າງໆ ທີ່ລົດຖະບານ ໄດ້ເຫັນດີລົງນາມໄປແລ້ວ,
ເພື່ອໃຫ້ໂຄງການດຳເນີນໄປຢ່າງເປັນປົກກະຕິ ແລະ ເພື່ອສ້າງຄວາມເຂົ້າໃຈອັນດີຂອງຄູ່ຮ່ວມມື
ຕໍ່ປະເທດເຮົາ.
ສົ່ງເສີມການເຂົ້າຮ່ວມຂອງທະນາຄານທຸລະກິດຕ່າງໆ
ແລະ ທະນາຄານສົ່ງເສີມກະສິກຳ ໃນການພັດທະນາຊົນນະບົດຢ່າງກວ້າງຂວາງ
ເປັນຕົ້ນແມ່ນປ່ອຍສິນເຊື່ອໃຫ້ຊາວກະສິກອນ ເພື່ອຜະລິດເປັນສິນຄ້າ.
4)
ສ້າງຕັ້ງຄະນະຮັບຜິດຊອບຊີ້ນຳວຽກງານພັດທະນາຊົນນະບົດຂັ້ນສູນກາງ
ແລະ ທ້ອງຖິ່ນ
ກ. ຂັ້ນສູນກາງ, ໃຫ້ຈັດຕັ້ງຄະນະຮັບຜິດຊອບ
ຊີ້ນຳພັດທະນາຊົນນເະບົດຂື້ນ ໂດຍມີກຳມະການກົມການເມືອງ ເປັນຫົວໜ້າ ແລະ
ພະນັກງານຂັ້ນສູງຈຳນວນໜຶ່ງເປັນຄະນະ, ມີພະນັກງານຊ່ວຍຈຳນວນໜຶ່ງ
ທີ່ປະຈຳຢູ່ຫ້ອງວ່າການສູນກາງພັກ. ແຕ່ລະກະຊວງ ແລະ ຄະນະກຳມະການ
ກໍໃຫ້ແຕ່ງຕັ້ງຄະນະັຮບຜິດຊອບວຽກງານພັດທະນາຊົນນະບົດ.
ຂ. ຢູ່ຂັ້ນແຂວງ,
ໃຫ້ຈັດຕັ້ງຄະນະຮັບຜິດຊອບຂື້ນ ໂດຍມີຄະນະປະຈໍາພັກແຂວງເປັນຫົວໜ້າ ແລະ ມີຄະນະພັກ,
ຄະນະປົກຄອງຈໍານວນໜຶ່ງ ທີ່ເປັນຄະນະ, ໃຫ້ເອົາຫົວໜ່ວຍທີ່ເຮັດວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດທີ່ຂື້ນກັບຫ້ອງວ່າການແຂວງ
ເປັນກົງຈັກຊ່ວຍວຽກໃຫ້ຄະນະ.
ຕ້ອງເສີມຂະຫຍາຍບົດບາດ
ແລະ ຄວາມເປັນເຈົ້າການຂອງຄະນະພັກແຂວງ, ເມືອງ ແລະ ຮາກຖານ ໃນການກໍ່ສ້າງວຽກງານຮາກຖານ
ແລະ ພັດທະນາຊົນນະບົດຕື່ມອີກ.
ແກ້ໄຂສະພາບຂະແໜງການສູນກາງ
ສົ່ງພະນັກງານລົງຮາກຖານແບບທຽວຂື້ນທຽວລົງ
ດ້ວຍການເພີ່ມພະນັກງານລົງເຮັດວຽກຍາວນານຢູ່ຮາກຖານຊົນນະບົດຕ່າງມໆ ໂດຍໃຫ້ຄະນະພັກ,
ອຳນາດການປົກຄອງທ້ອງຖິ່ນ ເປັນຜູ້ຄຸ້ມຄອງນຳໃຊ້
ຕິດພັນກັບການປະຕິບັດນະໂຍບາຍອັນເໝາະສັມຕໍ່ພະນັກງານດັ່ງກ່າວ,
ເປັນຕົ້ນແມ່ນການຍົກລະດັບດ້ານຄວາມຮູ້ຄວາມສາມາດຂອງເຂົາເຈົ້າຢ່າງເປັນປະຈຳ.
ແກ້ໄຂສະພາບການຂະແໜງການສູນກາງຜູກຂາດ
ແລະ ຄຸມໂຄງການ, ກິດຈະການພັດທະນາຕ່າງໆ ຢູ່ທ້ອງຖິ່ນຮາກຖານ ດ້ວຍການກຳນົດໃຫ້ຈະແຈ້ງຂາດຕົວວ່າ
ໂຄງການຂະໜາດໃດແມ່ນສູນກາງຄຸ້ມຄອງ (ໂຄງການຂະໜາດໃຫ່ຍທີ່ເຫຼືອບ່າກວ່າແຮງຂອງທ້ອງຖິ່ນ,
ຕ້ອງການການປະສານງານລະຫວ່າງຫຼາຍຂະແໜງ ການ), ອັນໃດ ແມ່ນມອບໃຫ້ທ້ອງຖິ່ນ
ທິດນຳຢູ່ໃນນີ້, ອັນທີ່ທ້ອງຖິ່ນສາມາດເຮັດໄດ້
ແມ່ນມອບໃຫ້ທ້ອງຖິ່ນເປັນຜູ້ຄຸ້ມຄອງໂດຍກົງ, ຂະ ແໜງການສູນກາງ ມີແຕ່ເຮັດໜ້າທີ່ຊີ້ນຳ
ແລະ ຄຸ້ມຄອງມະຫາພາກ.
ການພັດທະນາຊົນນະບົດ
ແມ່ນແຜນນະໂຍບາຍໃຫ່ຍ, ມີລັັກສະນະຍາວນານ ແລະ ຫຍຸ້ງຍາກ ພວກເຮົາກໍບໍ່ທັນມີບົດຮຽນ ແລະ
ປະສົບການຫຼາຍໃນດ້ານນີ້ ສະນັ້ນ, ຈິ່ງມີຄວາມຈຳເປັນຕ້ອງຮຽນຮູ້ຂອງປະເທດຕ່າງໆ
ເພື່ອມານຳໃຊ້ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຈຸດພິເສດຂອງບ້ານເຮົາ,
ແຕ່ຕ້ອງຫຼີກການນຳໃຊ້ບົດ ຮຽນແບບກົນຈັກ. ຕ້ອງຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ,
ເສີມຂະຫຍາຍເປັນເຈົ້າການປະດິດສ້າງ, ບໍ່ຄອງຄອຍເອື່ອຍອິງແຕ່ການຊ່ວຍເຫຼືອຈາກພາຍນອກ,
ຂຸດຄົ້ນແຮ່ທາດ ແລະ ຄວາມອາດສາມາດ ທີ່ຢູ່ໃນປະ ເທດ ເພື່ອພັດທະນາຊົນນະບົດຂອງພວກເຮົາໃຫ້ມີໃບໜ້າໃໝ່.
ການພັດທະນາຊົນນະບົດ ແມ່ນນອນໃນມາດຕະການຍຸດທະສາດ
ຫັັນລົງກໍ່ສ້າງຮາກຖານໃຫ້ໜັກແໜ້ນໃນທຸກດ້ານ.
ການພັດທະນາຊົນນະບົດ
ແມ່ນການຂົນຂວາຍປະຕິວັດອັນກວ້າງໃຫ່ຍ ແລະ ເລິກເຊິ່ງ ໃນນັ້ນ,
ເປົ້າໝາຍຕົ້ນຕໍຈຸດໜັກແມ່ນ:
ການຂົນຂວາຍຊາວກະສິກອນ
ເຊິ່ງກວມ 90% ຂອງຈໍານວນພົນລະເມືອງໃນທົ່ວປະເທດ.
ສຸມໃສ່ເປົ້າອັນສຳຄັນອື່ນໆ
ເປັນຕົ້ນແມ່ນພາກສ່ວນເສດຖະກິດຕ່າງໆ ເພື່ອເປັນກຳລັງແຮງໃນການຂະຫຍາຍກະສິກຳ - ປ່າໄມ້
ຫັນເສດຖະກິດແບບກຸ້ມຕົນເອງ ພໍໃຜພໍລາວ ເປັນເສດຖະກິດສິນຄ້າ
ເຊີິ່ງຈະເປັນພື້ນຖານໃນການຂະຫຍາຍເສດຖະກິດຂະແໜງອື່ນໆ.
ເພື່ອເຮັດໃຫ້ວຽກງານ
ການພັດທະນາຊົນນະບົດໄດ້ຮັບການປະຕິບັດຢ່າງມີປະສິດທິຜົນນັ້ນ ການພັດທະນາຊົນນະບົດ
ຈຶ່ງມີວິທີ່ການສຳຄັນຄືດັ່ງນີ້:
ການພັດທະນາຊົນນະບົດ
ຕ້ອງເລີ່ມພັດທະນາໂດຍປະຊາຊົນ, ປະຊາຊົນເປັນຜູ້ຄິດລິເລີ່ມ ແລະ ສະ ເໜີລັດຖະບານ ໃຫ້ນຳໄປປະຕິບັດ:
ບ້ານເປັນຜູ້ຄົ້ນຄິດໂຄງການຕ່າງໆ ກ່ຽວກັບການສ້າງວຽກງານທຳຢູ່ຊົນນະບັດ ແລະ ສະເໜີເມືອງ,
ເມືອງນຳສະເໜີແຂວງ ແລະ ແຂວງສະເໜີລັດຖະບານ ເພື່ອປະຕິບັດ.
ການພັດທະນາຊົນນະບົດ
ທີ່ລິເລີ່ມໂດຍລັດຖະບານແລ້ວ ໃຫ້ປະຊາຊົນນຳໄປປະຕິບັດເຊັ່ນ: ໂຄງ ການຈັດສັນອາຊີບຄົງທີ່,
ໂຄງການຜະລິດສະບຽງອາຫານ, ໂຄງການລົບລ້າງຄວາມບໍ່ຮູ້ໜັງສື ແລະ ອື່ນໆ.
ການພັດທະນາຊົນນະບົດ
ຕ້ອງລິເລີ່ມຈາກການສ້າງພື້ນຖານໂຄງລ່າງ ຂອງຊົນນະບົດເຊັ່ນ: ຫົນທາງ, ໄຟຟ້າ, ນ້ຳປະປາ,
ໂທລະສັບ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ.
ການພັດທະນາຊົນນະບົດ
ດ້ວຍການເພີ່ມຜະລິດຜົນທາງກະສິກຳ, ເພີ່ມປະລິມານອາຫານ ແລະ ສິນ ຄ້າທີ່ຜະລິດ
ໂດຍຊາວບ້ານອອກໄປຂາຍຢູ່ນອກບ້ານ.
ການພັດທະນາຊົນນະບົດ
ໂດຍການພັດທະນາຄົນ ເພາະຖືວ່າການພັດທະນາຄົນ ເປັນຫົວໃຈທຸກດ້ານຂອງການພັດທະນາ.
ການພັດທະນາຊົນນະບົດ
ໂດຍອາໄສການຊ່ວຍເຫຼືອຈາກອົງການລະຫວ່ງປະເທດ ອົງການເອກະຊົນທີ່ບໍ່ຫວັງຜົນກຳໄລ.
ການພັດທະນາຊົນນະບົດ
ໂດຍການຖືເອົາວັດ ແລະ ຄະນະກຳມະການວັດ ເປັນບ່ອນສ້າງເງື່ອນໄຂພັດທະນາຊົນນະບົດໄດ້ຫຼາຍວິທີ່ເຊັ່ນ:
ເປັນສະທີ່ການສຶກສາ, ສະຖານທີ່ສົ່ງເຄາະ, ສະຖານທີ່ພະຍາບານ, ທີ່ພັກການເດີນທາງ,
ສະຖານທີ່ປະຊາຊົນພົບກັນ, ບ່ອນປະຊຸມບ້ານ ແລະ ອື່ນໆ.
ເພາະສະນັ້ນ, ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນວຽກງານນີ້; ຂະແໜງການສູນກາງ ຕ້ອງປະຕິບັດພາລະບົດບາດ ດ້ານມະຫາພາກເປັນຢ່າງດີ, ໂດຍສະເພາະຕ້ອງຊີ້ນຳ, ກວດກາ, ຊຸກຍູ້ຊ່ວຍເຫຼື້ອທ້ອງຖິ່ນ, ຖືອັນນັ້ນ, ເປັນໜ້າທີ່ອັນດັບໜຶ່ງຂອງຕົນ. ທຸກຂັ້ນ, ທຸກຂະ ແໜງການ, ທຸກອົງການ ລ້ວນແຕ່ມີສ່ວນຮັບຜິດຊອບ ໃນການພັດທພະນາຊົນນະບົດ, ຖືອັນນັ້ນເປັນການປະ ກອບສ່ວນເຂົ້າໃນການສ້າງພື້ນຖານ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ແໜ້ນໜາຖາວອນຍິ່ງຂື້ນ, ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ກ້າວໜ້າຂະຫຍາຍຕົວ ແລະ ເຂັ້ມແຂງ, ໃຫ້ປະຊາຊົນເຜົ່າຕ່າງໆ ຢູ່ດີກິນດີ ແລະ ສົມບູນຜາສຸກ.
IV. ບັນຫາຄົງຄ້າງໃນການະພັດທະນາຊົນນະບົດ
ຄວາມພະຍາຍາມຂອງພວກເຮົາໃນຫຼາຍປີຜ່ານມາ
ເພື່ອສ້າງຊົນນະບົດ ໃຫ້ເກີດການຫັນປ່ຽນທີ່ຕັ້ງໜ້ານັ້ນ ຍັງມີບັນຫານທີ່ຄົງຄ້າງ ແລະ
ຂໍ້ຂາດຕົກບົກພ່ອງຫຼາຍປະການ ການພັດທະນາຊົນນະບົດໃນໄລຍະຜ່ານມາຍັງເຮັດໄປແບບກະແຈກກະຈາຍ
ຂາດແຜນການລວມ ແລະ ໂຄງການລາຍລະອຽດ, ຂາດການຈັດຕັ້ງ ແລະ ພະນັກງານຮັບຜິດຊອບຕົວຈິງ ສ່ວນໜຶ່ງ
ຍັງບໍ່ທັນປະສານໄປກັບການປັບປຸງ, ກໍ່ສ້າງຮາກຖານການເມືອງ ແລະ ການປ້ອງກັນຊາດ
ປ້ອງກັນຄວາມສະຫງົບ ນອກນັ້ນ, ຍັງມີທັດສະນະຜິດເຊັ່ນ:
-
ຢາກພັດທະນາ ແຕ່ສໍາພັດຂາດມະນະຈິດບຸກບືນ, ບໍ່ທັນຕັ້ງໜ້າເສີມຂະຫຍາຍທ່າແຮງ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ;
- ຍາກເຮັດໃຫ່ຍ
ແລະ ເຮັດຕາມບົດຮຽນຂອງປະເທດອື່ນ ໂດຍບໍ່ຄຳນຶງເຖິງຈຸດພິເສດ ແລະ ຄວາມສາມາດຂອງຕົນເອງ;
-
ມີໂຄງການຈໍານວນໜຶ່ງວາງອອກ ບໍ່ແທດເໝາະກັບເງື່ອນໄຂ ແລະ ຄວາມສາມາດປະຕິບັດ,
ສ່ວນໃຫ່ຍແມ່ນຂາດມູນເຊື້ອບົດວິພາກເສດຖະກີິດ - ເຕັກນິກ;
-
ຍັງບໍ່ທັນເປັນເຈົ້າການ ໃນການຄົ້ນຄວ້າຂື້ນໂຄງການ, ເອື່ອຍອີງແຕ່ ຜູ້ຊ່ຽວຊານຕ່າງປະເທດ;
-
ການຂື້ນໂຄງການຈໍານວນໜຶ່ງ ບໍ່ທັນເລີ່ມຈາກທ້ອງຖິ່ນຮາກຖານ; ຂາດການສົມທົບ, ປຶກສາຫາລື
ກັບຄະນະພັກ ແລະ ອຳນາດການປົກຄອງບ່ອນທີ່ກ່ຽວຂ້ອງ ເມື່ອນຳໄປປະຕິບັດ
ຈຶ່ງປະສົບກັບບັນຫາຫຼາຍຢ່າງ ສິ້ນເປືອງຫຼາຍ ເຮັດການດຳເນີນໂຄງການຊັກຊ້າແກ່ຍາວ ແລະ
ບໍ່ໄດ້ຮັບປະສິດທິຜົນເທົ່າທີ່ຄວນ.
-
ການຕິດຕາມ ຄຸ້ມຄອງກວດກາ ເຮັດຍັງບໍ່ໄດ້ເລິກ; ຢູ່ໃນຫຼາ່ຍທ້ອງຖິ່ນໄດ້ເກີດມີໜໍ່ແໜງ ແລະ
ປັດໄຈຫຼາຍຢ່າງ ດ້ານການພັດທະນາຊົນນະບົດ ແຕ່ການທະວີຄູນ ໃຫ້ມັນຫຼາຍຂື້ນນັ້ນ
ຍັງເຮັດຊັກຊ້າ ຫຼື ຍິ່ງກວ່ານັ້ນ ແມ່ນຂາດການສົ່ງເສີມ;
-
ຄວາມສາມາດປະກອບທຶນສົມທົບ ຈາກພາຍໃນ ເຂົ້າໃສ່ໂຄງການຮ່ວມມືດ້ານການພັດທະນາ ຍັງມີຈາກັດ,
ເຮັດໃຫ້ການດຳເນີນໂຄງການບໍ່ປົກກະຕິ. ຢູ່ໃນຫຼາຍທ້ງຖິ່ນ, ຫຼາຍບ້ານການປະຕິບັດທິດນຳ ລັດ
ແລະ ປະຊາຊົນພ້ອມກັນເຮັດ ” ພົບກັບອຸປະສັກ
ຍ້ອນປະຊາຊົນ ຍັງຂາດເຂີນຫຼາຍ ເປັນຕົ້ນແມ່ນເຂດພູດອຍຊົນເຜົ່າ.
- ສູນກາງໄດ້ມີມະຕິແຕ່ດົນແລ້ວ
ກ່ຽວກັບການຈັດຕັ້ງ ອົງການຮັບຜິດຊອບວຽກງານ ການພັດທະນາຊົນນະບົດ,
ແຕ່ກໍຍັງບໍ່ທັນໄດ້ສ້າງຕັ້ງອົງການດັ່ງກ່າວຂື້ນ ເຖິງວ່າຢູ່ອົງການ ແລະ ກະຊວງຈໍານວນໜຶ່ງ
ໄດ້ຈັດຕັ້ງກົມ ແລະ ໄດ້ແຕ່ງຕັ້ງບຸກຄົນຮັບຜິດຊອບວຽກງານນີ້ຂື້ນ
ແຕ່ກໍບໍ່ສາມາດເຮັດພາລະລບົດບາດ ເປັນໃຈກາງປະສານງານ ແລະ ອຳນວນຄວບຄຸມໄດ້ດີເທື່ອ .
-
ການປະຕິບັດມາດຕະການຍຸດທະສາດຫັນລົງຮາກຖານ, ຢູ່ຫຼາຍບ່ອນ
ຍັງມີລັກສະນະເປັນໄປຕາມຂະບວນການລວມ ໜັກໄປທາງການປັບປຸງລະບອບການເມືອງ ແລະ
ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສ່ວນວຽກງານຊຸກຍູ້ສົ່ງເສີມການຜະລິດ,
ປັບປຸງວິຖິຊີວິດການເປັນຢູ່ຂອງປະຊາຊົນ ຫຼື ວຽກງານການພັດທະນາຍັງເຮັດໄດ້ໜ້ອຍ.
ຢູ່ບາງບ່ອນການລົງຮາກຖານ ຍັງມີລັກສະນະເປັນບັ້ນ, ເປັນຂະບວນຊົ່ວຄາວ
ດ້ວຍການຈັດຕັ້ງເອົາພະນັກງານຈາກຫຼາຍພາກສ່ວນລົງໄປເຮັດ; ເຮັດບໍ່ໍຕໍ່ເນື່ອງດ້ວຍກິດຈະກຳພັດທະນາຕ່າງໆ
ທີ່ນຳເອົາຜົນປະໂຫຍດມາໃຫ້ຊາວບ້ານ.
- ການຈັດເອົາພະນັກງານ
ໄປເຮັດວຽກປະຈຳ ໂຄງການພັດທະນາຕ່າງໆຢູ່ຮາກຖານ ຍັງຖືເບົາດ້ານຄຸນສົມບັດ ແລະ ຄວາມສາມາດ;
ຜູ້ທີ່ເຮັດວຽກຢູ່ຮາກຖານ ຍັງບໍ່ທັນໄດ້ຮັບການເອົາໃຈໃສ່ ແລະ
ເບິ່ງແຍງທາງດ້ານຜົນປະໂຫຍດຕາມຄວາມເໝາະສົມ. ສະນັ້ນ ຈຶ່ງບໍ່ສາມາດເສີ່ມຈະຫຍາຍຄວາມຫ້າວຫັນປະດິດສ້າງ
ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າຢ່າງເຕັມເມັດເຕັມໜ່ວຍ.
-
ຍັງບໍ່ທັນມີລະບຽບການ ແລະ ຂໍ້ກໍານົດອັນຈະແຈ້ງ ທີ່ມີລັກສະນະທົ່ວໄປ ສໍາລັບພະນັກງານ
ຕ້ອງລົງເຮັດວຽກປະຈຳການຢູ່ຮາກຖານປະຊາຊົນ (ເມືອງ, ບ້ານ ) ແຖບຊົນນະບົດ.
-
ການປະສານສົມທົບ ລະຫວ່າງສາຍຕັ້ງກັບສາຍຂວາງ ຍັງບໍ່ທັນເຂົ້າແກັບເຂົ້າເກຍ
ການແຕ່ງໃຫ້ພະນັກງານທີ່ຂື້ນກັບສາຍຕັ້ງ ໄປເຮັດວຽກຢູ່ຮາກຖານ ໄດ້ພົບຄວາມຫຍູ້ງເຫຍິງ.
- ຜູ້ທີ່ເຮັດວຽກທ້ອງຖິ່ນ, ຮາກຖານບໍ່ມີໂອກາດໄດ້ຮໍ່າຮຽນບຍົກລະດັບ, ເຮັດວຽກຫຍູ້ງຍາກ ຍ້ອນຂາດພາຫະນະ ແລະ ເຄື່ອງມືອັນຈຳເປັນ, ຊີວິດການເປັນຢູ່ຂື້ນກັບເຄືອງ, ຖານະໃນສັງຄົມ ກໍບໍ່ແຕກຕ່າງ ກັບຊາວບ້ານທົ່ວໄປ; ຈາກນັ້ນ, ມີຈຳນວນໜຶ່ງກໍໄດ້ລາອອກຈາກລັດຖະການ ຫຼື ກໍບໍ່ເຮັດວຽກ ພໍແລ້ວມື້ແລ້ວວັນໄປ, ການສ້າງພະນັກງານໃຫ້ຮາກຖານ ໂດຍສະເພາະ ແມ່ນພະນັກງານຊົນເຜົ່າື ຍັງເຮັດໄດ້ໜ້ອຍທີ່ສຸດ.
ນອກນັ້ນການພັດທະນາຊົນນະບົດ
ຍັງມີຫຼາຍບັນຫາທີ່ສະຫຼັບສັບຊ້ອນ ດັ່ງນີ້:
-
ບັນຫາການກຳນົດປະຊາກອນເປົ້າໝາຍ ແລະ ຄວາມຕ້ອງການ ຂອງປະຊາກອນ ກຸ່ມເປົ້າໝາຍ;
(ເປົ້າໝາຍມີໃຜ ? ເປົ້າໝາຍດເຫຼົ່ານັ້ນ
ຕ້ອງການອັນໃດ ? ເຊັ່ນ: ອົງການຂອງລັດ ສ້າງພະລັງງານໄຟຟ້າໃນຊົນນະບົດ
ແຕ່ຊາວຊົນນະບົດໃນເຂດນັ້ນ ພັດມີຄວາມຕ້ອງການອາຫານ, ຢາປົວພະຍາດ ແລະ ນ້ຳດື່ມເປັນຕົ້ນ).
-
ນະໂຍບານການພັດທະນາຊົນນະບົດ ເປັນທີ່ຍອມຮັບຂອງທຸກຝ່າຍແລ້ວ
ຈົນຮູ້ເຖິງເປົ້າໝາຍນັ້ນມີໃຜ ? ແລະ ແຕ່ລະເປົ້າໝາຍຕ້ອງການອັນໃດ ? ແຕ່ກໍຍັງເກີດບັນຫາຂອດຈັດຕັ້ງປະຕິບັດ
ທີ່ຂາດການ ຕໍ່ເນື່ອງ ແລະ ຜົນໄດ້ຮັບຫຼຸດຈາກຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້.
-
ການມອບຄວາມຮັບຜິດຊອບ ລະຫວ່າງອົງການຂັ້ນສູນກາງ ແລະ ທ້ອງຖິ່ນ
ວຽກງານໃດ ແມ່ນສູນກາງ, ເມືອງ ແລະ ບ້ານຮັບຜິດຊອບ. ຕາມຫຼັກທົ່ວໄປແລ້ວ
ການແບ່ງຄວາມຮັບຜິດຊອບ ໃນການພັດທະນາຊົນນະບົດ ແມ່ນຈະແບ່ງຂັ້ນທ້ອງຖິ່ນ
ເປັນຜູ້ທີ່ມີຄວາມຮັບຜິດຊອບຫຼາຍກວ່າ ສ່ວນສູນກາງ ຈະລົງເລິກເລື່ອງການຄຸ້ມຄອງມະຫາພາກເປັນຕົ້ນຕໍ.
-
ການປະສານງານ ອັນເນື່ອງມາຈາກຫຼັກການ ແລະ ວິທີປະຕິບັດການ
ຂອງໜ່ວຍງານລັດຖະການບໍ່ລະອຽດ, ຂາດການຕໍ່ເນື່ອງ ຈຶ່ງມີການປະສານງານ
ທີ່ເນັ້ນແຕ່ການປະສານງານຕາມສາຍຕັ້ງຫຼາຍກວ່າ ສ່ວນການປະສານງານ ລະຫວ່າງກະຊວງ, ທະບວງ,
ກົມ ທີ່ມີສ່ວນກ່ຽວຂ້ອງຄ່ອນຂ້າງຫຍຸ້ງບາກ.
-
ຂາດການເຂົ້າຮ່ວມການພັດທະນາຊົນນະບົດ ຂອງຄົນທຸກອາຊີບ,
ການພັດທະນາບ້ານ ຂາດເປົ້າໝາຍ, ຂາດຂັ້ນຕອນທີ່ແນ່ນອນ ແລະ
ຂາດການສ້າງສະຖາບັນດ້ານວິຊາການ ໃຫ້ພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງເປັນລະບົບ.
ເຖິງວ່າພວກເຮົາໄດ້ເອົາໃຈໃສ່ ແລະ ໃຊ້ຄວາມພະຍາຍາມຫຼາຍສົມຄວນ ຕໍ່ການພັດທະນາຊົນນະບົດ, ແຕ່ຜົນສຳເລັດຕ່າງໆທີ່ບັນລຸໄດ້ນັ້ນ ຍັງບໍ່ທັນໄດ້ສົມກັບເຫື່ອແຮງ ແລະ ທຶນຮອນ ທີ່ໄດ້ໃຊ້ໄປ; ຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຊົນນະບົດ ຍັງຫຍູ້ງຍາກຂາດເຂີນຫຼາຍປະການ. ໃບໜ້າຂອງຊົນນະບົດ ເປັນຕົ້ນແມ່ນເຂດພູດອຍຊົນເຜົ່າ ( ນັບທັງເຂດພືຶ້ນຖານທີ່ໝັ້ນຂອງການປະຕິວັດເກົ່າ ) ຂອງພວກເຮົາ ຍັງບໍ່ທັນໄດ້ມີການປ່ຽນແປງພໍເທົ່າໃດ. ສະນັ້ນ, ມີຄວາມຈຳເປັນອັນຮີບດ່ວນ ທີ່ຈະຕ້ອງປັບປຸງຄືນວຽກງານທີ່ຜ່ານມາ, ພ້ອມທັງກຳນົດທັດສະນະທິດທາງວຽກງານໃນໄລຍະຕໍ່ໜ້າ ເພື່ອເປັນພື້ນຖານ ເຮັດໃຫ້ການພັດທະນາຊົນນະບົດຢູ່ປະເທດເຮົາ ມີຄວາມກ້າວໜ້າອັນຈະແຈ້ງ.
V. ຍຸດທະສາດກ່ຽວກັບການພັດທະນາຊົນນະບົດເຂດຈຸດສຸມ
5.1 ເງື່ອນໄຂໃນການເລືອກເອົາເຂດຈຸດສຸມ
1)
ເປັນເຂດຫ່າງໄກສອກຫຼີກທຸກຈົນຫຼານທີ່ສຸດ ພື້ນຖານທີ່ໂດດດ່ຽວ,
ຫ່າງໄກສອກຫຼີກ, ໄກຈາກຕົວເມືອງ ບໍ່ເຄີຍໄດເ້ຮັບການຊ່ວຍເຫຼືອຈາກສາກົນ;
ເປັນເຂດມັກເກີດອຸທົບກະໄພໃນລະດູຝົນ, ຂາດນ້ຳດື່ມ, ລະດູແລ້ງມັກເກີດການລະບາດຖອກທ້ອງ, ໄຂ້ຍຸງ
ແລະ ພະຍາດຜິວໜັງເປັນຕົ້ນ; ເຂດທີ່ດຳລົງຊີວິດ ຕິດພັນກັບທຳມະຊາດເປັນສ່ວນໃຫ່ຍ,
ບໍ່ມີຕະຫຼາດ, ເປັນເຂດທີ່ພົບຄວາມຫຍຸ້ງຍາກດ້ານການຄົມມະນາຄົມ,
ສາມາດເດີນທາງໄດ້ພຽງແຕ່ລະດູແລ້ງເທົ່ານັ້ນ;
ເປັນພື້ນທີ່ປະຊາຊົນບັນດາເຜົ່າສ່ວນໃຫ່ຍ
ດຳລົງຊີວິດແບບດັ້ງເດີມ ແລະ ບໍ່ທັນໄດ້ຮັບການພັດທະນາ;
ເປັນເຂດຊົນເຜົ່າທີ່ຫ່າງໄກສອກຫຼີກທີ່ສຸດ ແລະ ມີຊາຍແດນຕິດກັບປະເທດເພື່ອບ້ານໄກ້ຄຽງ.
2)
ເປັນເຂດທີ່ມີເງື່ອນໄຂ ແລະ ຄວາມສາມາດທີ່ຈະໄດ້ຮັບການພັດທະນາ ມີຄວາມສາມາດໃນການຜະລິດສິນຄ້າກະສິກຳ
ແລະ ປ່າໄມ້ໄດ້; ສາມາດກໍ່ສ້າງເສັ້ນທາງ
ທີ່ເປັນປັດໃຈຊຸກຍູ້ໃຫ້ເສດຖະກິດຕະຫຼາດຂະຫຍາຍຕົວໄວ; ເປັນເຂດອຸດົມສົມບູນດ້ວຍແຫຼ່ງຊັບ ພະຍາ
ກອນທຳມະຊາດ; ເປັນເຂດທີ່ເໝາະສົມສຳລັບກາພັດທະນາການກະສິກຳ, ປ່າໄມ້, ດ້ານຫັດ ຖະກຳ,
ດ້ານບໍລິການ, ຄົມມະນາຄົມ ແລະ ທ່ອງທ່ຽວ; ເປັນພື້ນທີ່ສາມາດຈັດສັນແຫຼ່ງນ້ຳ, ກຳຈັດ ແລະ
ກ້າວໄປເຖິງຍຸຕິການຖາງປ່າເຮັດໄຮ່.
3)
ສາມາດຫຼຸູດຜ່ອນ ແລະ ກ້າວໄປເຖິງການຍຸຕິການຖາງປ່າເຮັດໄຮ່ ເປັນເຂດທີ່ສາມາດຂະຫຍາຍ
ແລະ ບຸກເບີກເນື້ອທີ່ທຳການຜະລິດໄດ້, ສາມາດສ້າງຊົນລະປະທານ, ປະຊາ ຊົນສ່ວນໃຫ່ຍເຮັດໄຮ່
ເປັນເຂດອຸດົມສົມບູນ ດ້ວຍແຫຼ່ງຊັບພະຍາກອນທຳມະຊາດ; ເປັນບ່ອນຖືກທຳລາຍທາງສະພາບແວດລ້ອມ
ແລະ ຊັບພະຍາກອນທຳມະຊາດຢ່າງໜັກໜ່ວງ; ເປັນເຂດປະຊາຊົນບັນດາເຜົ່າ
ເຮັດໄຮ່ບໍລິເວນເນີນສູງ ສາມາດເຄື່ອນໄຫວລົງມາເຮັດການຜະ ລິດຢູ່ເຂດທົ່ງພຽງ;
ເປັຍເຂດທີ່ປະຊາຊົນບັັນດາເຜົ່າດຳລົງຊີວິດແບບດັ້ງເດີມ ແລະ ຕິດພັນກັບທຳມະຊາດ;
ທຳລາຍປ່າໄມ້ຫຼາຍ ສາມາດຈັດສັນ ສ້າງອາຊີບ ແລະ ພູມລຳເນົາຄົງທີ່ ຕາມບໍລິ ເວນທີ່ໂຄງການຈັດສັນໃຫ້.
4)
ປະຊາຊົນມີເງື່ອນໄຂ ແລະ ສາມາດເຂົ້າຮ່ວມ
ໃນວຽກງານພັດທະນາຊົນນະບົດ ເປັນເຂດທີ່ໝັ້ນໃນການປະຕິວັດໃນເມື່ອກ່ອນ; ເປັນພື້ນທີ່ ທີ່ປະຊາຊົນມີຄວາມຮູ້ຄວາມສາ
ມາດ, ຄວາມຕື່ນຕົວສູງ ແຕ່ພັດເປັນເຂດຫຍຸ້ງຍາກຫຼາຍດ້ານ.
5)
ເປັນເຂດທີ່ສາມາດປ້ອງກັນ ແລະ ຮັກສາຄວາມສະຫງົບໄດ້ດີ
ເປັນພື້ນທີ່ໂດດດ່ຽວ
ຫ່າງໄກຈາກຕົວເມືອງ ເພື່ອຮັບປະກັນຄວາມສະຫງົບຕາມຊາຍແດນ
ເພື່ອແນໃສ່ຮັບປະກັນໃຫ້ແກ່ການປ້ອງຄວາມສະຫງົບໃນເຂດທີ່ຍັງບໍ່ປອດໄພເທື່ອ
ເປັນພື້ນທີ່ຕັ້ງຢູ່ແຄມທາງຫຼວງ
ແຕ່ຍັງບໍ່ໄດ້ຮັບຄວາມປອດໄພໄດ້ຢ່າງພຽງພໍໍ
ເປົ້າໝາຍຂອງການພັດທະນາຊົນນະບົດ
- ເຂດຈຸດສຸມ ແມ່ນເລັງໃສ່ພັດທະນາເຂດຈຸດສຸມຕ່າງໆ ໃຫ້ມີຄວາມເຂັ້ມແຂງຮອບດ້ານ. ລວມທັງການປະຕິບັດກິດຈະກຳຕ່າງໆ
ໃນເຂດຈຸດສຸມ ເປັນຕົ້ນ ການປັບປຸງພື້ນ ຖານໂຄ່ງລ່າງ; ການສ້າງຖະໜົນຫົນທາງ
(ທາງເຂົ້າບ້ານ), ກໍ່ສ້າງໂຮງຮຽນບໍລິການດ້ານການສຶກສາ, ສາທາລະນະສຸກຂັ້ນພື້ນຖານ,
ການຜະລິດກະສິກໍາເປັນພື້ນຖານ ແລະ ອື່ນໆ. ສຸມທຸກກໍາລັງແຮງງານໃສ່ ເພື່ອໃຫ້ເກີດຜົນກະທົບໃນທາງບວກ
ແກ່ຄອບຄົວຊາວໄຮ່ນາ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າໃຫ້ດີຂື້ນ.
ກ. ແຂວງ ຈະເປັນຜູ້ສ້າງ
ແຜນຍຸດທະສາດ ແລະ ງົບປະມານໄລຍະ 5 ປີ ໃຫ້ແກ່ຕົນເອງ ທີ່ສອດ ຄ່ອງກັບແຜນພັດທະນາເສດຖະກິດ
- ສັງຄົມ 5 ປີ ຂອງປະເທດ ແຜນລືບລ້າງຄວາມຫຍຸ້ງຍາກແຫ່ງຊາດ ແລະ
ງົບປະມານປະຈຳປີ.
ຂ. ເມືອງ ຜູ້ຮັບຜິດຊອບ
ໃນການເສີມຂະຫຍາຍ, ຈັດຕັ້ງປະຕິບັດ ແລະ ປະເມີນຜົນວຽກງານ ແລະ
ງົບປະມານຂອງຕົນເອງໂດຍອີງໃສ່ 5 ປີ ແຜນພັດທະນາເສດຖະກິດ - ສັງຄົມຂອງປະເທດ,
ແຂວງ ແລະ ງົບປະມານປະຈຳປີ.
ຄ. ບ້ານ
ເປັນຜູ້ຮັບຜິດຊອບຕໍ່ແຜນຈັດເກັບ ບົນພື້ນຖານແຜນການຜະລິດ
ບ້ານຍັງເກັບກຳຕົວເລກສະຖິຕິເສດຖະກິດ - ສັງຄົມ ແລະ ຈໍາແນກພົນລະເມືອງໃນກຸ່ມບ້ານ 3 ປະເພດດັ່ງນີ້: ຮັ່ງມີ,
ພໍຢູ່ພໍກິນ ແລະ ທຸກຍາກ.
ນອກຈາກນີ້,
ຍັງຕ້ອງກວດກາຜົນກະທົບຂອງການພັດທະນາ ທີ່ມີການປັບປຸງລາຍໄດ້ ຂອງຄົວເຮືອນ ແລະ ລືບລ້າງຄວາມທຸກຍາກອີກດ້ວຍ.
ຄຳສັ່ງແນະນຳສະບັບເລກທີ 010/ນຍ
ໄດ້ອະທິບາຍຈະແຈ້ງກ່ຽວກັບນະໂຍບາຍ ແລະ ຍຸດທະສາດສຳຄັນ ໃນການສ້າງແຜນລືບລ້າງ
ໂດຍກຳນົດເປົ້າໝາຍດັ່ງນີ້:
ຄົວເຮືອນທຸກ ຫຼື ຄົວເຮືອນທີ່ຖືວ່າທຸກຍາກ
ແມ່ນຄອບຄົວທີ່ມີ (ລາຍໄດ້ບໍ່ພຽງພໍ ທີ່ຈະຮັບປະກັນລະດັບການບໍລິໂພກຂັ້່ນຕ່ຳ 2.000ກາລໍຣີ/ຄົນ/ມື້,
ມີລາຍໄດ້ທັງໝົດ ( ຫຼື ເປັນວັດຖຸທີ່ມີຄຸນຄ່າທຽບເທົ່າ) ຕ່ຳກວ່າ 85.000ກີບ/ຄົນ/ເດືອນ )
; ສຳລັບຕົວເມືອງແມ່ນ 100.000 ກີບ ແລະ ຊົນນະບົດແມ່ນ 82.000
ກີບຕໍ່ຄົນຕໍ່ເດືອນ ( ປີ 2001 ). ເງິນຈໍານວນດັ່ງກ່າວນີ້,
ສາມາດຊື້ເຂົ້າສານອາຫານແຫ້ງໄດ້ພຽງແຕ່ປະມານ 16 ກິໂລກຣາມຕໍ່ຄົນຕໍ່ເດືອນ
ແລະ ບໍ່ສາ ມາດດຸນດ່ຽງສິ່ງຈຳເປັນອື່ນໆໄດ້ເຊັ່ນ: ເຄື່ອງນຸ່ງຮົ່ມ, ທີ່ຢູ່ອາໄສ,
ຄ່າໃຊ້ຈ່າຍເຂົ້າໂຮງຮຽນ ແລະ ຢາປົວພະຍາດ.
ບ້ານທຸກຍາກ ບ້ານທີ່ມີຈຳນວນຄອບຄົວທຸກຍາກຫຼາຍກວ່າ
50% ຂື້ນໄປ ຂອງຈໍານວນທັງໝົດ ແມ່ນຖືວ່າທຸກ. ບໍ່ໄດ້ຮັບການບໍລິການການສຶກສາ (
ບໍ່ມີໂຮງຮຽນປະຈຳ ຫຼື ໂຮງຮຽນໄກ້ບ້ານ ແລະ ສາມາດໄປເຂົ້າເຮືອນໄດ້); ບໍ່ມີສຸກສະລາ (
ສະຖານີອະນາໄມ ) ໝໍຢາພື້ນເມືອງ ຫຼື ໃຊ້ເວລາເດີນທາງ ເພື່ອໄປຍັງໂຮງໝໍຫຼາຍກວ່າ 6 ກິໂລແມັດຂື້ນໄປ,
ຂາດນ້ຳສະອາດໃຊ້ທີ່ພຽງພໍ ແລະ ບໍ່ມີເສັ່້ນທາງເຂົ້າເຖິງ.
ເມືອງທີ່ທຸກ ແມ່ນເມືອງທີ່ມີກຸ່ມບ້ານກວມເອົາ 51% ຂື້ນໄປ,
ເມືອງໃດທີ່ມີກຸ່ມບ້ານກວມເອົາຫຼາຍກວ່າ 40% ຂື້ນໄປ ບໍ່່ໄດ້ເຂົ້າເຖິງການບໍລິການການສຶກສາ
(ບໍ່ມີໂຮງຮຽນຖາວອນ ຫຼື ໄກ້ບ້ານ), ບໍ່ມີສຸກສະລາ ແລະ ຮ້ານຂາຍຢາ,
ບໍ່ມີນ້ຳສະອາດໃຊ້ທີ່ພຽງພໍ ແລະ ເມືອງໃດທີ່ມີກຸ່ມບ້ານກວມເອົາຫຼາຍກວ່າ 60%
ຂື້ນໄປບໍ່ມີເສັ້ນທາງເຂົ້າເຖິງ.
5.2 ວິທີການພັດທະນາເຂດຈຸດສຸມ
1)
ການພັດທະນາເຂດຈຸດສຸມ
ແມ່ນຕັ້ງເປົ້າໝາຍໃສ່ທັງເຂດທີ່ຫ່າງໄກສອກຫຼີກ ທີ່ສະພາບທຸກຍາກຢູ່ທົ່ວໄປ ແລະ ເຂດທີ່ມີທ່າແຮງໃນການຂະຫຍາຍຕົວ ແລະ ການພັດທະນາ. ວິທີການນີ້, ໄດ້ອຳນວນຄວາມສະດວກໃຫ້ແກ່ການພັດ ທະນາໃນຮູບແບບລັກສະນະເຊື່ອມຕົວ ໂດຍການເປີດກວ້າງໃຫ້ເຂົ້າເຖິງເຂດທີ່ຫ່າງໄກສອກຫຼີກ, ການຍຸດຕິການຖາງປ່າເຮັດໄຮ່ ໂດຍການອຳນວຍຄວາມສະດວກ ໃຫ້ແກ່ກິດຈະກຳ ທາງເສດຖະກິດໄປຕາມກົນໄກຕະ ຫຼາດຫຼາຍຂື້ນ, ການປັບປຸງຊີວິດການເປັນຢູ່ ໂດຍການເຂົ້າເຖິງ ການບໍລິການສາທາລະນະ ແລະ ຄວາມພະຍາ ຍາມ ທີ່ເຊື່ອມໂຍງທຸກໆພາກສ່ວນຂອງປະເທດ ເຂົ້າໃນລະບົບເສດຖະກິດແຫ່ງຊາດ ທີ່ມີການຂະຫຍາຍຕົວ. ວິທີການພັດທະນາເຂດສຸມ ເປັນສິ່ງອຳນວຍໃຫ້ແກ່ຍຸດທະສາດການພັດທະນາຊົນນະບົດ ທີ່ສັບຊ້ອນທີ່ເນັ້ນໜັກໃສ່ການພັດທະນາຊົນນະບົດ ໃນຂັ້ນເຂດກຸ່ມບ້ານ. ໃນນັ້ນ, ທຸກໆກິດຈະກໍາໃນການພັດທະນາຊົນນະບົດ ທີ່ເໝາະສົມໃນຂະແໜງກະສິກຳ, ບໍລິການ, ການປັບປຸງສະພາບການປົກຄອງລະດັບທ້ອງຖິ່ນ ແລະ ການເຂົ້າເຖິງໝູ່ບ້ານ ແລະ ຕະຫຼາດ ແມ່ນໄດ້ຮັບການປະຕິບັດ ຢ່າງຈູດຈ້າວຫ້າວຫັນ ເພື່ອເພີ່ມລາຍໄດ້ໃຫ້ແກ່ຄອບຄົວ ແລະ ສາມາດລືບລ້າງຄວາມທຸກຍາກ.
2) ຄາດໝາຍສູ້ຊົນສຳລັບເຂດຈຸດສຸມພັດທະນາ ໃນ (ປີ 2020) ມີດັ່ງນີ້:
- ອັດຕາຄວາມທຸກຍາກໃຫ້ຫລຸດລົງຕ່ໍາກວ່າ 10% ໃນປີ 2020.
- ອັດຕາຄອບຄົວທຸກຍາກຍັງເຫືຼອບໍ່ເກີນ 5% ໃນປີ 2020.
- ບ້ານທຸຸກຍາກຍັງເຫືຼອບໍ່ເກີນ 10%.
- ເມືອງທຸກຍາກຍັງເຫືຼອບໍ່ເກີນ 10% ຂອງຈໍານວນເມືອງທັງໝົດ.
- ສ້າງຄອບຄົວພັດທະນາໃຫ້ໄດ້ຫຼາຍກວ່າ 50% ຂອງຈໍານວນຄອບຄົວທັງໝົດ.
- ສ້າງບ້ານພັດທະນາໃຫ້ໄດ້ຫຼາຍກວ່າ 50% ຂອງຈໍານວນບ້ານທັງໝົດໃນທົ່ວປະເທດ.
- ສ້າງບ້ານໃຫຍ່ໃຫກາຍເປັນຕົວເມືອງນ້ອຍໃນຊົນນະບົດເມືອງໜຶ່ງໃຫ້ໄດ້ຫຼາຍກວ່າ 3 ແຫ່ງ.
- ລຶບລ້າງເມືອງທຸກຍາກໃຫ້ໄດ້ເຄິ່ງໜຶ່ງຂອງຈຳນວນເມືອງທຸກຍາກທັງໝົດທົ່ວປະເທດ.
- ສ້າງເມືອງພັດທະນາໃຫ້ໄດ້ຫຼາຍກວ່າ 10%.
- ແກ້ໄຂການເ ຄື່ອນຍ້າຍຂອງປະຊາຊົນໃຫ້ໄດ້ຢ່າງເດັດຂາດ.
- ສູ້ຊົນຈຳນວນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຈາກ 45 ຄົນຕ່ໍປີ ໃນປີ 2014 ໃຫ້ ເຫືຼອຕໍ່າກ່ວາ 40 ຄົນຕ່ໍປີໃນປີ 2020.
- ຮັບປະກັນການປິ່ນປົວທາງການແພດ ແລະ ການຟຶ້ນຟູສຸຂະພາບຂອງຜູ້ລອດຊິວິດຈາກກອຸປະຕິເຫດລະເບີດບໍ່ທແຕກອອກຈາກເນື້ອທີ່ບູລິມະສິດຮັບໃຊ້ການທຳມາຫາກິນຂອງປະຊາຊົນ ບັນດາເຜົ່າ ແລະ ໂຄງການພັດທະນາເສດຖະກິດ ຂອງລັດຖະບານໃຫ້ໄດ້ 30.000 ເຮັກຕາ ໃນປີ 2020.
- ສຳເລັດການສຳຫຼວດທີ່ບໍ່ແມ່ນດ້ານວິຊາການເພື່ອເກັບກໍຳຂໍ້ມູນພື້ນຖານລູກລະເບີດບໍ່ທັນແຕກຕົກຄ້າງ ຢູ່ໃນ 9 ແຂວງທີ່ມີລູກລະເບີດບໍ່ທັນແຕກຕົກຄ້າງ ໂດຍສອດຄ່ອງກັບມາດຕະຖານການສໍາຫລວດແຫ່ງຊາດຂອງ ສປປລາວ ຕາມກໍາລັງ, ເຄື່ອງມື, ທຶນຮອນ ແລະ ຄວາມສາມາດທີ່ມີ ໂດຍຮອດປີ 2020 ເພີ່ມຂຶ້ນໃຫ້ໄດ້ 5.238 ບ້ານ ໃນ 9 ແຂວງ (ອັດຕະປຶ, ຈໍາປາສັກ, ຫົວພັນ, ຄໍາມ່ວນ, ຫລວງພະບາງ, ສາລະວັນ, ສະຫວັນນະເຂດ, ເຊກອງ ແລະ ຊຽງຂວາງ).
- ສໍາເລັດການສໍາຫລວດດ້ານວິຊາການເພື່ອຊອກຫາຈຸດຫລັກຖານ ລບຕ ຕົກຄ້າງຢູ່ຈຸດສຸມພັດທະນາຕ່າງໆຮອດປີ 2020 ໃຫ້ໄດ້ 124 ຈຸດສຸມພັດທະນາຢູ່ໃນ 9 ແຂວງທີ່ມີ ລບຕ ຕົກຄ້າງ.
- ຊ່ວຍເຫລືອຜູ້ຖືກເຄາະຮ້າຍ (ຜູ້ລອດຊີວິດ) ຈາກລະເບີດບໍທັນແຕກ ໃຫ້ໄດ້ 1.500 ຄົນໃນປີ 2020.
5.3
ທິດທາງແຜນພັດທະນາເສດຖະກິດ - ສັງຄົມຕໍ່ເຂດຈຸດສຸມປີ 2015- 2020
1. ທິດທາງລວມ
ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ 17 ໂດຍການປັບປຸງ ແລະ ສ້າງຮາກຖານການເມືອງໃຫ້ມີ
ຄວາມຫນັກແຫນ້ນ ແລະ ພັດທະນາຊົນນະບົດຢ່າງຮອບດ້ານຕິດພັນ ກັບ ການສ້າງບ້ານພັດທະນາຕາມ 4 ເນື້ອ ໃນ 4 ຄາດໝາຍຄື:
ພັດທະນາເສດຖະກິດເປັນໃຈກາງ ໄປ ຄຽງຄູ່ກັບການພັດທະນາ ດ້ານສັງຄົມ-ວັດທະນະທໍາ ແລະ ການປົກປັກຮັກສາສິ່ງແວດລ້ອມ;
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສະຖຽນລະພາບ ດ້ານການເມືອງ;
ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດຕິດພັນກັບການຈັດວາງການຜະລິດຕາມເຂດແຄ້ວນ;
ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ໃຫ້ແກ່ປະຊາຊົນຢ່າງມີຈຸດສຸມ;
ສືບຕ່ໍແກ້ໄຂຄວາມທກຸຍາກຂອງປະຊາຊົນ
ດ້ວຍການສງົ່ເສມີການຜະລິດເປັນສິນຄ້າ ແລະ ການບໍລິການຕາມທ່າແຮງຂອງທ້ອງຖິນຕົນ;
ສືບຕໍ່ແກ້ໄຂບັນຫາລູກລະເບີດບໍ່ທັນແຕກທີ່ເປັນໄພຂົ່ມຂູ່ຊີວິດຂອງປະຊາຊົນ
ແລະ ເສດຖະກິດ-ສັງຄົມ ດ້ວຍມາດຕະການຫັນເອົາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກເຊື່ອມເຂົ້າໃນແຜນພັດທະນາຂອງຊາດ,
ຂະແໜງການ, ທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມ ພ້ອມທັງຄູ່ຮ່ວມພັດທະນາ
ດ້ວຍຄວາມຮັບຜີດຊອບສູງ ເປັນຕົ້ນ;
ສຸມໃສ່ແກ້ໄຂບັນຫາລະເບີດບໍ່ທັນແຕກອອກຈາກເຂດພື້ນທີ່ໂຄງການພັດທະນາ, ແຫລ່ງທ່ອງທ່ຽວ, ເຂດການຜະລິດກະສິກໍາ
, ເຂດລ້ຽງສັດ ແລະ ເຂດທີ່ຢູ່ອາໄສຂອງປະຊາຊົນ.ພ້ອມກັນນັ້ນ,
ເອົາໃຈໃສ່ປິ່ນປົວ, ຟື້ນຟູສຸຂະພາບ ແລະ ຊ່ວຍເຫລືອຜູ້ທີ່ເກີດອຸບັດຕິເຫດຈາກລູກລະເບີດບໍ່ທັນແຕກ;
ສືບຕໍ່ຈັດຕັ້ງປະຕິບັດວຽກງານສາມສ້າງໂດຍປັບປຸງກໍ່ສ້າງ
ແລະ ຍົກລະດັບຄວາມສາມາດນໍາພາຂອງອົງຄະນະພັກແຂວງ,ອົງຄະນະພັກເມືອງ ແລະ ຮາກຖານພັກບ້ານໃຫ້ມີຄວາມເຂັ້ມແຂງ, ປອດໃສ ແລະ ມີລັກສະນະນໍາໜ້າສູງຂຶ້ນ;
ເສີມຂະຫຍາຍສິດເປັນເຈົ້າ
ເສີມສ້າງຄວາມປອງດອງ ແລະ ຄວາມເປັນປຶກແຜ່ນລະຫວ່າງເຜົ່າ-ລະຫວ່າງຊັ້ນຄົນພາຍໃນທ້ອງຖິ່ນໃຫ້ໜັກແໜ້ນ.
2. ວຽກງານລະອຽດແຕ່ລະດ້ານ
(1) ວຽກງານດ້ານການເມືອງແນວຄິດ:
ຈັດຕັ້ງເຜີຍແຜ່ເອກະສານ ທີ່ແທດເໝາະກັບສະພາບການແຕ່ລະໄລຍະຕາມການແນະນຳ
ຂອງຄະນະໂຄສະນາອົບຮົມ; ບົວລະບັດຮັກສາອະນຸສອນ ສະຖານນັກ ຮົບແຂ່ງຂັນຢູ່ແຕ່ລະເຂດຕ້ອງມີການໄຫວ້ອາໄລ,
ວາງດອກໄມ້ ຫຼື ຟັງເລົ່າມູນເຊື້ອ
ຖືເອົາສະຖານທີ່ດັ່ງກ່າວເປັນສິ່ງສຶກສາອົບຮົມແນວຄິດຮັກຊາດ, ຄຽດແຄ້ນສັດຕູ ແລະ
ຄວາມເສຍສະຫຼະທີ່ອົງອາດກ້າຫານ ເພື່ອປະເທດຊາດ, ເຮັດໃຫ້ຄົນຮຸ່ນໃໝ່ຮູ້ບຸນຄຸນ ແລະ ເຄົາລົບນັບຖືຕໍ່ບັນພະບູລຸດຂອງຕົນ.
(2) ວຽກງານດ້ານເສດຖະກິດ, ວັດທະນະທໍາ - ສັງຄົມ
+ ວຽກງານດ້ານກະສິກຳ: ຫັັນພະນັກງານ
ວິຊາການລົງຮາກຖານຢ່າງແຂງແຮງເລັ່ງໃສ່: ກວດກາຄືນການຈັດສັນທີ່ດິນ-ມອບດິນ-ມອບປ່າ
ເພື່ອຈັດແບ່ງຄືນໃໝ່ຕາມການສະເໜີ ຂອງອຳນາດ ການປົດກຄອງ ບ້ານເຫັນວ່າ:
ບາງຄອບຄົວໄດ້ຫຼາຍໂພດ ແຕ່ບໍ່ນຳໃຊ້ທຳການຜະລິດ, ບາງຄອບຄົວ ພັດບໍ່ມີເນື້ອທີ່
ທຳການຜະລິດດ ຈັດຕັ້ງກຸມການຜະລິດ ແລະ ຈັດຕັ້ງການຝຶກອົບຮົມ, ການແລກປ່ຽນບົດຮຽນ
ໃຫ້ແຕ່ລະກຸ່ມເປົ້າໝາຍໃຫ້ສອດຄ່ອງ ຕອບສະໜອງຂໍ້ມູນຂ່າວສານ ກ່ຽວກັັບການປູກຝັງ -
ລ້ຽງສັດ - ສັດຕະວະແພດ ໃຫ້ແກ່ປະຊາຊົນດ້ວຍຮູບການຕ່າງໆ ທີ່ເຂົາເຈົ້າສາມາດຮັບຮູ້ -
ເຂົ້າໃຈ ແລະ ນຳໄປປະຕິບັດຕົວຈິງໄດ້; ສ້າງຕົວແບບໃນການຜະລິດເຂົ້າ ຍົກສະມັດຕະພາບເຂົ້ານາປີຈາກ
2,27ໂຕນ/1 ເຮັກຕາ, ເປັນ 3-3,5 ໂຕນ/ເຮັກຕາ,
ສ້າງຕົວແບບການລ້ຽງສັດໃດໜຶ່ງ ໃຫ້ກາຍເປັນສິນຄ້າດ້ວຍການນຳໃຊ້ທຸກທ່າແຮງ
ເປັນຕົ້ນເຕັກນິກ, ວິທະຍາສາດ ແລະ ພູມປັນຍາຊາວບ້ານ ແຕ່ລະຈຸດສຸມສ້າງໃຫ້ໄດ້ 2 ຕົວແບບຕໍ່ປີ;
ຈັດຕັ້ງກຸ່ມຜູ້ນຳໃຊ້ນ້ຳຊົນລະປະທານ, ສຶກສາອົບຮົມເຂົາເຈົ້າໃຫ້ຮູ້ຄວາມໝາຍ, ຄຸນຄ່າ,
ຮູ້ປົກປັກຮັກສາ ແລະ ນຳໃຊ້ນ້ຳຊົນລະປະທານຢ່າງຖືກຕ້ອງ.
ເອົາໃຈໃສ່ເປັນພິເສດ ໃນການແກ້ໄຂຄອບຄົວທຸກຍາກ ໃຫ້ແທດເໝາະກັບວລສະພາບຄົວຈິງ ຂອງແຕ່ລະຄອບຄົວ: ກວດຄືນຈຳນວນຄອບຄົວ ໃນສະຖິຕິຍັງບອກວ່າເຮັດໄຮ່, ຖ້າແມ່ນເປັນໄຮ່ຄົງຄ້າງທີ່ຕ້ອງ ເພີ່ມທະວີການນຳພາການຜະລິດ ໃຫ້ມີປະສິດທິຜົນ ພ້ອມນີ້, ສະກັດກັ້ນ ຍຸດຕິການຖາງປ່າ-ເຮັດໄຮ່ຢ່າງສິ້ນເຊິງໃນປີ 2002; ສົ່ງເສີມ ແລະ ຊີ້ນຳເຮັດສວນຄົວຊີວະພາບທົ່ວເຖິງ ແຕ່ລະຄອບຄົວ ເພື່ອໃຫ້ມີອາຫານຄົບຖ້ວນ ພ້ອມນີ້, ກໍຕີຖອຍ ແນວຄິດຂີ່້ຄ້ານມັກງ່າຍ ມີແຕ່ຊື້ຈາກບ່ອນອື່ນມາກິນ ຫຼື ບໍ່ມີກິຍເລີຍ.
+ ວຽກງານດ້ານຫັດຖະກຳ-ອຸດສະຫະກຳ
-
ລົງເກັບກຳສະຖິຕິ ແລະ ສະພາບການ ຕ່ຳຫູກ,ທໍໄໝ, ຖັກແສ່ວ ແລະ ຈັກສານ
ຄືນລະອຽດຕື່ມ ຈາກນັ້ນ, ຈັດຕັ້ງເປັນກຸ່ມທີ່ມີລະບົບລະບຽບ, ຫຼັກການຄັກແນ ທັງນີ້,
ກໍເພື່ອແນໃສ່ເຮັດໃຫ້ດເຂົາເຈົ້າ ໄດ້ຮ່ວມກັນຊອກຫາທາງອອກ ເປັນຕົ້ນດ້ານທຶນຮອນ,
ການຕະຫຼາດ ທີ່ດີກວ່າເກົ່າ ພ້ອມທັງຈະໄດ້ຮັບການສົ່ງເສີມ ແລະ
ເອື້ອອຳນວຍຈາກການຈັດຕັ້ງຂອງພັກ-ລັດ ແລະ ເອກະຊົນສະດວກກວ່າເກົ່າ.
- ສະເໜີງົບປະມານ
ເພື່ອເອົາໄຟຟ້າເຂົ້າບ້ານ ໃນເຂດຈຸດສຸມ ທີ່ບໍ່ມີໄຟຟ້າໃຊ້.
+ ວຽກງານດ້ານຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ:
ໄປຄຽງຄູ່ກັບການລົງທຶນຂອງລັດ, ຕ້ອງປຸກລະດົມປະຊາຊົນປະກອບສ່ວນທາງດ້ານເຫື່ອແຮງ ແລະ
ຊັບສິນເຂົ້າໃນການກໍ່ສ້າງ, ສ້ອມແປງ ແລະ ປົກປັກຮັກສາເສັ້ນທາງ ໃຫ້ມີຄຸນຄ່າ ແລະ
ໃຊ້ໄດ້ດົນ; ຄາດວ່າແຕ່ນີ້ເຖິງ 2005 ຕ້ອງສູ້ຊົນເຮັດໃຫ້ເສັ້ນທາງ ລະຫວ່າງບ້ານຕໍ່ບ້ານທົ່ວເຂດຈຸດສຸມ
ເປັນເສັ້ນທາງທຽວໄດ້ 2 ລະດູທັງໝົດ;
ປົກປັກຮັກສາເສັ້ນທາງຊົນນະບົດ ໂດຍສະເພາະເມືອງ ທີ່ມີລົດແກ່ໄມ້ທ່ອນທຽວຫຼາຍ,
ຄວນງົດການຂົນສົ່ງໜັກໃນລະດູຝົນ ເພື່ອປົກປັກຮັກສາເສັ້້ນທາງໃຫ້ເປັນປະໂຫຍດ
ແກ່ປະຊາຊົນໃນທ້ອງຖິ່ນໃຫ້ໃຊ້ໄດ້ຕະຫຼອດປີ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ
ເພື່ອສ້າງຜັງບ້ານໃນເຂດຈຸດສຸມ ເພື່ອໃຫ້ການພັດທະນາເປັນໄປຕາມແຜນຜັງ
ທີ່ກຳນົດອອກຢ່າງຈົບງາມໃນອະນາຄົດ.
+
ວຽກງານດ້ານການຄ້າ - ການເງິນ: ສົ່ງເສີມການຜະລິດສິນຄ້າເຊັ່ນ:
ປູກອ້ອຍປ້ອນໂຮງງານນ້ຳຕານ, ປູກຢາສູບ, ປູກມັນຕົ້ນ ແລະ ພືດລົ້ມລຸກ. ເພື່ອສົ່ງຂາຍ,
ກ່ອນອື່ນໝົດສົ່ງເສີມຜະລິດຕະພັນມີຄຸນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ, ສ້າງຕັ້ງກຸ່ມທ້ອນເງິນ
ໃຫ້ໄດ້ຈຸດສຸມລະ 5 ບ້ານຂື້ນໄປ; ຂໍງົບປະມານມາຈາກລັດ
ເພື່ອເປັນທຶນໝູນວຽນຜະລິດເປັນສິນຄ້າ ໃນເຂດຈຸດສຸມ
ທີ່ມີເງື່ນໄຂທາງດ້ານການປູກຝັງ-ລ້ຽງສັດ ເຊັ່ນ: ປູກອ້ອຍ, ສາລີ, ພືດລົ້ມລຸກ...
ກູ້ຢືມຕ່ຳຫູກ-ແສ່ວດີ້ງ ແລະ ບາງເຂດກູ້ຢືມ ເພື່ອລ້ຽງສັດໃຫ່ຍ-ລ້ຽງປາ.
+ ວຽກງານດ້ານການສຶກສາ: ປຸກລະດົມທົ່ວສັງຄົມເຂົ້າຮ່ວມ
ວຽກງານການສຶກສາດ້ວຍຫຼາຍຮູບຫຼາຍສີ ເຮັດໃຫ້ໂຮງຮຽນເປ່ເພຊຸດໂຊມ ໄດ້ຮັັບການປຸກສ້າງ ,
ປົວແປງ ເຮັດໃຫ້ຊີວິດການເປັນຢູ່ທີ່ຫຍຸ້ງຍາກ
ຂອງຄູຊົນນະບົດໄດ້ຮັບການເບິ່ງແຍງຊ່ວຍເຫຼືອ
ແນໃສ່ເພື່ອຍົກຄຸນະພາບຊີວິດການເປັນຢູ່ໃຫ້ດີຂື້ນກວ່າເກົ່າ;
ລົງເລິກສຶກສາຄົ້ນຄວ້າເປົ້າໝາຍ, ເດັກປະລະການຮຽນ, ເດັກໄວຮຽນບໍ່ໄດ້ຮຽນ ແລະ
ຜູ້ກືກໜັງສື ເພື່ອຊອກວິທີແກ້ໄຂແຕ່ລະກຸ່ມເປົ້າໝາຍ ໃຫ້ສຳເລັດໃນປີ 2005 ແລະ
ສະກັດກັ້ນການເກີດບັນຫາເຫຼົ່ານີ້ຂື້ນໃໝ່. ເອົາໃຈໃສ່ເປັນພິເສດຕໍ່ຜູ້ທີ່ທຸກຍາກ
ບໍ່ໃຫ້ເຂົາເຈົ້າສືບຕໍ່ເປັນຜູ້ທີ່ດ້ອຍໂອກາດ ໃນການສຶກສາຕໍ່່ໄປ; ສ້າງຂະບວນການສິລະປະ -
ກິລາກາຍຍະກໍາ, ໂຮງຮຽນໃນຂົງເຂດຈຸດສຸມໃຫ້ທົ່ວເຖິງ ແລະ
ມີການແຂ່ງຂັນລະຫວ່າງເຂດເປັນປະຈຳ ແຕ່ລະສົກຮຽນ; ຈັດຕັ້ງການຝຶກອົບຮົມ
ຍົກລະດັບຄວາມສາມາດ ແລະ ຈັນຍາບັນຄູ ໃຫ້ແກ່ບັນດາຄູ, ອາຈານໃນຂົງເຂດຈຸດສຸມປີລະໜຶ່ງຄັ້ງ,
ຈັດຕັ້ງໂຄງການຕ້ານຢາເສບຕິດໃນໂຮງຮຽນດ້ວຍຫຼາຍຮູບຫຼາຍສີ ແລະ ເຮັດເປັນຂະບວນ.
ການຂະຫຍາຍໂອກາດການເຂົ້າຮຽນສຳລັບເມືອງຈຸດສຸມ
ຈຸດປະສົງໄລຍະຍາວ 1 |
ບັນລຸເປົ້າໝາຍ ການສຶກສາເພື່ອທຸກຄົນ ໃນປີ 2015 |
ຈຸດປະສົງໄລຍະສັ້ນ 1
|
- ເພີ່ມອັດຕາຮຽນຈົບຊັ້ນປະຖົມສຶກສາ ໂດຍສະເພານແມ່ນໃນ 47
ເມືອງທີ່ທຸກທີ່ສຸດ: ສົ່ງເສີມການສອນຫ້ອງຄວບ, ຊຸກຍູ້ການສົ່ງເສີມເຂົ້າຮຽນຕາມເກນອາຍຸ,
ການເຂົ້າຮຽນຂອງແມ່ຍິງ ແລະ ຊົນເຜົ່າ. ສະໜອງການຝຶກອົບຮົມສະເພາະ
ໃຫ້ແກ່ຄູສອນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດຊົນເຜົ່າ. |
ຈຸດປະສົງໄລຍະສັ້ນ 2 |
- ຫຼຸດຜ່ອນອັດຕາການບໍ່ຮູ້ໜັງສື ໂດຍສະເພາະແມ່ນແມ່ຍິງ ແລະ
ສົ່ງເສີມການຝຶກອົບຮົມດ້ານສີມືແຮງງານ: ນຳໃຊ້ການສອນໃນລະບົບ ແລະ ນອກລະບົບໂຮງຮຽນ
ພ້ອມທັງປັບປຸງສູນການສຶກສາຊຸມຊົນໃຫ້ດີຂື້ນ. |
ຈຸດປະສົງໄລຍະຍາວ 2 |
ພັດທະນາການເຕີບໂຕທາງດ້ານເສດຖະກິດ,
ຫຼຸດຜ່ອນຄວາມແຕກຕ່າງລະຫວ່າງທ້ອງຖິ່ນ
ແລະ ການລຶບລ້າງຄວາມທຸກຍາກ |
ຈຸດປະສົງໄລຍະສັ້ນ 1 |
- ເພີ່ມອັດຕາຮຽນຈົບຊັ້ນປະຖົມສຶກສາ ໂດຍສະເພານແມ່ນໃນ 47
ເມືອງທີ່ທຸກທີ່ສຸດ: ຍົກສູງປະສິດທິພາບພາຍໃນ ໂດຍການຫຼຸດຜ່ອນອັດຕາການຄ້າງຫ້ອງ ແລະ
ປະລະການຮຽນ; ສ້າງຫ້ອງຮຽນເພີ່ມຢູ່ບາງໂຮງຮຽນທີ່ຕ້ອງການ. |
ຈຸດປະສົງໄລຍະສັ່້ນ 2 |
- ຫຼຸດຜ່ອນຄວາມແຕກຕ່າງໂຕນຕາມຕົວຊີ້ບອກຕົ້ນຕໍ ລະຫວ່າງ 47
ເມືອງທຸກທີ່ສຸດ ແລະ ສະເລ່ຍທົ່ວປະເທດ. |
ຈຸດປະສົງໄລຍະສັ້ນ 3 |
- ຂະຫຍາຍການເຂົ້າຮຽນຕໍ່ຊັ້ນປະຖົມສຶກສາ:
ພັດທະນາກຸ່ມໂຮງຮຽນປະຖົມ ແລະ ມັດທະຍົມຕົ້ນ; ສ້າງຕັ້ງໂຮງຮຽນອາຊີວະສຶກສາ
ຢູ່ແຕ່ລະພາກ ແລະ ແຂວງທຸກຍາກ; ຊຸກຍູ້ການສຶກສາພາກເອກະຊົນ. |
ການປັບປຸງຄຸນະພາບ
ແລະ ຄວາມສອດຄ່ອງຂອງການສຶກສາສຳລັບເມືອງຈຸດສຸມ
ຈຸດປະສົງໄລຍະຍາວ 1 |
ຍົກຄຸນະພາບການສຶກສາ ໃຫ້ບັນລຸໄດ້ຕາມມາດຕະຖານສາກົນ
ໃນທຸກຊັ້ນຮຽນ |
ຈຸດປະສົງໄລຍະສັ້ນ 1 |
- ຮັບປະກັນຄູສອນທີ່ມີຄຸນະພາບ ໄປສອນຢູ່ເມືອງ ແລະ
ບ້ານທຸກຍາກ; ສະໜອງວິທີຶ ການສອນພາສາລາວ ສຳລັບເດັກຊົນເຜົ່າຊັ້ນປະຖົມ (ປ1).
ພ້ອມດຽວກັນນັ້ນ, ກໍຈັດການ ເຝິກອົບຮົມການສອນຫ້ອງຄວບ. |
ຈຸດປະສົງໄລຍະສັ້ນ 2 |
- ປັບປຸງສະພາບແວດລ້ອມຂອງໂຮງຮຽນ ແລະ ການເຂົ້າເຖິງການບໍລິການດ້ານອຸປະກອນຕ່າງໆ.
ຮັບປະກັນການສ້ອມແປງຄືນ ແລະ ການສະໜອງປື້ມແບບຮຽນ ໃຫ້ໂຮງຮຽນ
ຮັບປະກັນດ້ານເນື້ອໃນຂອງການສອນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງທຸກຄົນ.
ເອົາໃຈໃສ່ປັບປຸງຫຼັກສູດການສອນ ທີ່ເຫັນວ່າມີຄວາມຫຍຸ້ງຍາກ
ເພື່ອໃຫ້ໄດ້ຮັບຜົນປະໂຫຍດທີ່ແຕກຕ່າງກັນໄປ. ສະໜອງອຸປະກອນຮັບໃຊ້ການຮຽນ-ການສອນ
ທີ່ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນ ເຮັດໃຫ້ການສຶກສາ
ມີສາຍກ່ຽວພັນກັບຄວາມຕ້ອງການຕຄົວຈິງ ຂອງຕະຫຼາດແຮງງານ. |
ຈຸດປະສົງໄລຍະສັ້ນ 3 |
- ປັບປຸງລະບຽບຫຼັກການ ແລະ ຍົກລະດັບວຽກງານການກວດກາ:
ປະກອບພະນັກງານ ໃຫ້ແກ່ໂຮງຮຽນດ້ວຍການພັດທະນາ ແລະ
ສ້າງຮູບແບບການຈັດຕັ້່ງພາຍໃນໂຮງຮຽນໃໝ່ ເພື່ຶອປະກອບຄູເພີ່ມໃຫ້ແກ່ໂຮງຮຽນນ້ອຍ ແລະ
ໂຮງຮຽນບໍ່ສົມບູນ. ປະຕິຮູບລະບົບການຕິດຕາມກວດກາ ເພື່ອສາມາດໃຫ້ການສະໜັບສະໜູນ
ແກ່ໂຮງຮຽນຢ່າງເປັນລະບົບ. |
ຈຸດປະສົງໄລຍະສັ້ນ 4 |
- ປັບປຸງ ແລະ ສ້າງຄວາມເຂັ້ມແຂງ
ໃຫ້ແກ່ລະບົບການສອນຂອງຊັ້ນປະຖົມ ແລະ ມັດທະຍົມສຶກສາ: ໃຫ້ການຊ່ວຍເຫຼືອແກ່ການສ້າງຄູ
ແລະ ການເຝິກອົບຮົມຄູປະຈຳການ. ປະຕິຮູບລະບົບການສຶກສາຄູ.
ພັດທະນາຫຼັກສູດການສອນ-ການຮຽນ ສະເພາະການສອນພາສາລາວ ໃຫ້ແກ່ເດັກຊົນເຜົ່າ ແລະ
ແຈກແຢາຍຕຳລາການສອນພາສາລາວ ໃຫ້ແກ່ຄູສອນ. |
ສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງການສຶກສາສຳລັບເມືອງຈຸດສຸມ
ຈຸດປະສົງໄລຍະຍາວ 1 |
ພັດທະນາສະຖາບັນ ຕາມນະໂຍບາຍ ເລັ່ງໃສ່ການແບ່ງຄວາມທຸກຍາກ ແລະ ການແບ່ງຂັ້ນຄຸ້ມຄອງ. |
ຈຸດປະສົງໄລບະສັ້ນ 1 |
- ປັບປຸງການຄຸ້ມຄອງລະດັບສູນກາງ ແລະ ລະດັບພາກ ແລະ
ການຄຸ້ມຄອງ ຕາມສາຍຂະແໜງການສຶກສາ. ສ້າງຄວາມສາມາດໃຫ້ແກ່ການສ້າງແຜນການ ໃນທຸກລະດັບ
ແລະ ການຄຸ້ມຄອງການສຶກສາໃຫ້ເຂັ້ມແຂງ (EMIS) |
ຈຸດປະສົງໄລບະສັ້ນ 2 |
- ແຕ່ງຕັ້ງຜູ້ທີ່ມີປະສົບການດ້ານການເຝິກອົບຮົມ
ໃຫ້ເປັນຜູ້ບໍລິຫານ ແລະ ຜູ້ອຳນວຍການໂຮງຮຽນ ແລະພ ສະຖາບັນ.
ຈັດຕັ້ງການເຝິກອົບຮົມດ້ານການຄຸ້ມຄອງ. |
ຈຸດປະສົງໄລຍະສັ້ນ 3 |
- ປັບປຸງການນຳໃຊ້ຄູສອນ: ປັບປຸງການຄັດເລືອກຄູ
ເພື່ອເຝິກອົບຮົມ ແລະ ຈັດຄູສອນປະຈຳ ແລະຶ ຄູສັນຍາຈ້າງໃຫ້ດີຂື້ນ.
ຄົ້ນຄວ້າຂື້ນລະບົບໂກຕາໃນປັດຈຸບັນເພື່ອຈັດແບ່ງຄູສອນໃຫ້ແຂວງ, ເມືອງ ແລະ ໂຮງຮຽນ. |
ຈຸດປະສົງໄລຍະສັ້ນ 4 |
- ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ເຂົ້າໃນວຽກງານຂອງໂຮງຮຽນ:
ສົ່ງເສີມການຈັດຕັ້ງວສາມະຄົມພໍ່ແມ່-ນັກຮຽນໃນທຸກຊັ້ນຮຽນ. |
ຈຸດປະສົງໄລຍະຍາວ 2 |
ຈັດສັນຊັບພະຍາກອນຢ່າງມີປະສິດທິພາບ
ເພື່ອຮັບປະກັນຜົນສຳເລັດ ຕາມຈຸດປະສົງໄລຍະຍາວ |
ຈຸດປະສົງໄລບະສັ້ນ 1 |
- ປັບປຸງການນຳໃຊ້ຊັບພະຍາກອນຂອງຂະແໜງການສຶກສາ,
ດຸ່ນດ່ຽງລາຍຈ່າຍບໍລິຫານ, ການລົງທຶນສ້າງແຜນງານ ແລະ ໂຄງການຊ່ວຍເຫຼືອຂອງຄຕ່າງປະເທດ.
ໃຫ້ສອດຄ່ອງກັບທຸກຂະແໜງການ ເຝິກອົບຮົມການວິໄຈຈາກຂໍ້ມູນຂ່າວສານ.
ຈັດຕ້ັງການປະຕິລບັດການແບ່ງການຄຸ້ມຄອງພາຍໃນຂະແໜງການສຶກສາ. ສະໜອງການເຝິກອົບຮົມ
ເພື່ອສ້າງຄວາມເຂັ້ມແຂງ. |
ຈຸດປະສົງໄລບະສັ້ນ 2 |
- ປັບປຸງການສະໜອງທຶນໃຫ້ແກ່ໂຮງຮຽນ ແລະ ສະຖາບັນ.
ປັບປຸງການຄຸ້ມຄອງດ້ານການເງິນຂອງພະແນກສຶກສາແຂວງ (PES) ແລະ
ຫ້ອງການສຶກສາເມືອງ (DEB) ໃຫ້ດີຂື້ນ. ສ້າງກອງທຶນພັດທະນາການສຶກສາ. |
+
ວຽກງານດ້ານສາທາລະນະສຸກ: ປຸກລະດົມຂະບວນອານາໄມສຸຂະພາບ
ແລະ ຮັກສາສະພາບແວດລ້ອມ ຕີຖອຍແນວຄິດເຊື່ອຖືງົມງວາຍ; ນຳພາແກ້ໄຂບັນຫາເບື້ອງຕົ້ນຕໍຄື:
ປຸກລະດົມປະຊາຊົນ ຈຳນວນທີ່ບໍ່ມີວິດຖ່າຍ ເຮັດວິດຖ່າຍໃຫ້ສຳເລັດໃນປີ 2003; ຈັດຫານ້ຳບາດານ,
ນ້ຳສ້າງໃຫ້ແກ່ບ່ອນທີ່ຈຳເປັນ ປີລະ 20 ໜ່ວຍຕໍ່1ຈຸດສຸມ; ປຸກລະດົມປະຊາຊົນທີ່ຍັງດື່ມນ້ຳດິບ ໃຫ້ມາດື່ມນ້ຳຕົ້ມ;
ລະດົມຂົນຂວາຍ ປະຊາຊົນ ທີ່ເຊື່ອຖືງົມງວາຍ ແລະ ບັນດາໝໍດູ
ໃຫ້ພ້ອມກັນຫັນມາເຊື່ອຖືແບບວິທະຍາສາດ ເຈັບເປັນຕ້ອງໄປໂຮງໝໍ;
ໃຫ້ບໍລິດການປ້ອງກັນສັກຢາແກ່ແມ່ຍິງ-ເດັກນ້ອຍໃຫ້ທົ່ວເຖິງ; ສົມທົມກັບພາກສ່ວນວັດທະນະທຳ
ສ້າງບ້ານຕົວແບບດ້ານສາທາ ແລະ ວັດທະນະທຳ ໃຫ້ໄດ້ເຂດລະ 1ບ້ານຕໍ່ປີ; ປັບປຸງສຸກສາລາເພື່ອໃຫ້ບໍລິການແກ່ປະຊາຊົນໃຫ້ໄດ້ດີ,
ເປັນບ່ອນໃຫ້ຄຳປຶກສາດ້ານສຸຂະພາບແກ່ປະຊາຊົນ-ໃຫ້ຄຳແນະນຳກ່ອນແຕງງານ
ແກ່ການສ້າງຄອບຄົວໃໝ່ ແລະ ອື່ນໆ.
+ ວຽກງານດ້ານຖະແຫຼງຂ່າວ - ວັດທະນະທຳ: ຈັດຕັ້ງເຝິກອົບຮົມ,
ໂຄສະນາເຜີຍແຜ່ວັດທະນະທຳ - ປະເພນີອັນດີງາມຂອງຊາດ,
ຕີຖອຍແນວຄິດນິຍົົມຊາດອື່ນສູງກວ່າຊາດຕົນ; ສ້າງຕາໜ່າງເຜີຍແຜ່ຂໍ້ມູນຢູ່ຂັ້ນບ້ານ
ເຮັດໃຫ້ປະຊາຊົນໄດ້ຟັງວິທະຍຸ, ໄດ້ເບິ່ງໂທລະພາບ ແລະ ອ່ານສິ່ງພິມຕ່າງໆຂອງລາວ,
ສ້າງຫໍຂ່າວ ລື້ ຫ້ອງອ່ານຂ່າວປະຈຳບ້ານ, ຕິດຕັ້ງໂທລະໂຄ່ງໃສ່ຊຸມຊົນ;
ສົມທົບກັບພາກສ່ວນການສຶກສາ ສ້າງໜ່ວຍສິລະປະແບບມວນຊົນປະຈຳບ້ານ ແລະ
ໂຮງຮຽນທີ່ມີເງື່ອນໄຂ ແຕ່ລະເຂດໃຫ້ໄດ້ສິລະປະ 1 ໜ່ວຍ, ກິລາ 1 ໜ່ວຍຕໍ່ປີ; ສົມທົບກັບພາກສ່ວນສາທາລະນະສຸກ ສ້າງບ້ານຕົວແບບວັດທະນະທຳ -
ສາທາລະນະສຸກ ໃຫ້ໄດ້ເຂດລະ 1 ບ້ານຕໍ່ປີ, ຕ້ານ ແລະ ສະກັດກັ້ນ ການນຳສິ່ງສາມົກເຂົ້າມາຂາຍ -
ມາໃຊ້ຕີຖອຍການຫຼິ້ນກິນຟຸມເຟືອຍ; ສົມທົບກັບພາກສ່ວນກະສິກຳ - ສາທາລະນະສຸກ
ຈັດຕັ້ງປູກຕົ້ນໄມ້ປະດັບ ຢູ່ແຕ່ລະບ້ານ, ແຕ່ລະໂຮງຮຽນເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ເລີ່ມແຕ່ວັນທີ
1/6/2002
ເປັນຕົ້ນໄປ.
+ ວຽກງານດ້ານແຮງງານ - ສະຫວັດດີການສັງຄົມ: ຈັດຕັ້ງການເຝິກອົບຮົມວິຊາຊີບ
ແບບເເຄື່ອນທີ່ໃຫ້ແກ່ຊາວໜຸ່ມ ທີ່ບໍ່ທັມີວິຊາອາຊີບຕົ້ນຕໍ
ແນໃສ່ໃນການເສີມສ້າງທັກສະໃນການປູກຝັງ-ລ້ຽງສັດ, ເປັນຊ່າງສ້ອມແປງ, ຊ່າງກໍ່ສ້າງ,
ຊ່າງປຸງແຕ່ງອາຫານເຫຼົ່ານີ້ເປັນຕົ້ນ ໂດຍເລີ່ມຈາກການເກັບກຳຂໍ້ມູນດ້ານຈຳນວນ
ຄວາມສົນໃຈຢາກຮຽນຮູ້ ແລະ ຄວາມຕ້ອງການຂອງຊາວໜຸ່ມ; ສ້າງຕາໜ່າງທີ່ເປັນການເອົາໃຈໃສ່
ເບິ່ງແຍງດູແລສະຫວັດດີການແກ່ຜູ້ອາວຸໂສ, ພະນັກງານບຳນານຢູ່ແຕ່ລະເຂດ,
ດ້ວຍວິທີໃຫ້ເຖົ້າແກ່ອາວຸໂສ ໄດ້ພົບພໍ້ກັນ ແລະ ໄດ້ຮັບຄວາມອົບອຸ່ນຈາກການຈັດຕັ້ງຂອງພັກ
ແລະ ລັດ ພ້ອມດຽວກັນນີ້, ປຸກລະດົມສັງຄົມເຂົ້າຮ່ວມວຽກງານດ້ານນີ້ ໃຫ້ກວ້າງຂວາງ.
3.2.3 ວຽກງານດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ
( ປກຊ - ປກສ ): ປັບປຸງດ້ານປະລິມານ ແລະ ຄຸນະພາບ ປກສ, ກອງຫຼອນ ໃຫ້ໄດ້ດີກວ່າເກົ່າ
ດ້ວຍການຈັດຕັ້ງເຝິກອົບຮົມດ້ານການເມືອງແນວຄິດ, ກົດໝາຍ, ສີລະປະຍຸດທະວິທີ
ໃນການຮັກສາຄວາມປອດໄພ ແລະ ແກ້ໄຂບັນຫາປີລະ 1 ຄັ່ງ; ປຸກລະດົມປະຊາຊົນໃຫ້ເຂົ້າໃຈຄວາມສຳຄັນວຽກງານດ້ານນີ້ ແລະ
ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ເພື່ອພ້ອມກັນສະກັດກັ້ນ ແລະ
ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນຢູ່ໃນບ້ານຂອງຕົນໃຫ້ທັນເວລາ ແລະ ໄດ້ຜົນດິີ;
ສ້າງບ້ານປອດຄະດີໃຫ້ໄດ້ 01
ບ້ານຕໍ່ 01
ປີ / 01
ເຂດຈຸດສຸມ.
3.2.4 ວຽກງານດ້ານການປັບປຸງລະບົບການເມືອງປະຊາທິປະໄຕ: ເອົາໃຈໃສ່ໃກ້ຊິດຕິດແທດ, ນຳພາ ແລະ ກວດກາການເຄື່ອນໄຫວຂອງອົງການຈັດຕັ້ງຕ່າງໆຂັ້ນບ້ານ ໃນການພັດທະນາຊົນນະບົດ, ສິດໜ້າທີ່ຊອງເຂົາເຈົ້າ, ເປັນຕົ້ນແມ່ນການນຳພາດຳເນີນຊີວິດຢ່າງເປັນລະບົບ, ມີເນື້ອໃນກະທັດຮັດມີລັກສະນະຕົວຈິງ ແລະ ພັດທະນາ; ໜ່ວຍພັກໜຶ່ງຢ່າງໜ້ອຍ ຂະຫຍາຍສະມາຊິກພັກໃຫ້ໄດ້ 2 ສະຫາຍຕໍ່ປີ, ລົບລ້ງບ້ານຂາວ ທີ່ຍັງເຫຼືອຢູ່ 1 ບ້ານ ໃຫ້ສຳເລັດໃນປີ 2003, ສ້າງໜ່ວຍພັກແຂງຮູ້ນໍາພາ ຮອບດ້ານໃຫ້ໄດ້ 100% ໃນປີ 2004; ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບແຜນວິທີເຮັດວຽກແຕ່ລະສາຍການຈັດຕັ້ງປີລະ 1 ຄັ້ງ; ສ້າງອາສາສະໝັກປະຈຳບ້ານບ້ານລະ 2 ຄົນ, ໂດຍເອົາຊາວໜຸ່ມຍິງ ແລະ ຊາຍຜູ້ທີ່ຫ້າວຫັນ, ມີພອນສະຫວັນເພື່ອກໍ່ສ້້າງ ແລະ ເຝິກແອບພວກເຂົາໃຫ້ກາຍເປັນຜູ້ສືບທອດແກ່ການນຳຂອງບ້ານ ໃນອະນາຄົດ ໂດຍເລີ່ມຈາກການເປັນຜູ້ຊ່ວຍວຽກ ແກ່ພະນັກງານກໍ່ສ້າງຮາກຖານ ແລະ ອຳນາດການປົກຄອງບ້ານ.
5.4 ຄາດໝາຍສູ້ຊົນເຖິງປີ 2020
(1)
ຕ້ອງຫຼຸດລະດັບຄວາມທຸກຍາກ ໃຫ້ໄດ້ເຄິ່ງໜຶ່ງເຖິງປີ 2005 ແລະ
ລືບລ້າງຄວາມທຸກຍາກໃຫ້ໄດ້ຂັ້ນພື້ນຖານ ເຖິງປີ 2010; ຕ້ອງຍຸດຕິການປູກຝິ່ນເຖິງປີ 2006 ແລະ ປູກພືດອື່ນທົດແທນເຖິງປີ 2010; ປັບປຸງ ແລະ ກໍ່ສ້າງພື້ນຖານເສດຖະກິດ ໃຫ້ຂະຫາຍຕົວ
ດ້ວຍບາດກ້າວທີ່ໜັກແໜ້ນ ແລະ ໝັ້ນຄົງ ເຊັ່ນ: ການຜະລິດກະສິກຳ,
ຍຸດຕິການຖາງປ່າເຮັດໄຮ່ປູກເຂົ້າຢ່າງຂາດດຕົວ; ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ສຳເລັດ,
ກໍ່ສ້າງໜໍ່ແໜງອຸດສະຫະກຳອັນພື້ນຖານ; ຊັບພະຍາກອນມະນຸດ ມີຈຳນວນ ແລະ ຄຸນະພາບພຽງພໍ;
ກ້າວສູ່ພັດທະນາອຸດສະຫະກຳ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ແລະ ສ້າງໃຫ້ປະເທດເຮົາ
ເປັນໃຈກາງຂອງການບໍລິການຜ່ານໃຫ້ໄດ້ໂດຍພື້ນຖານ.
(2) ໃນປີ 2015 ບັນລຸເປົ້າໝາຍການສຶກສາເພື່ອທຸກຄົນ ໂດຍສະເພາະແມ່ນໃນ 47 ເມືອງທີ່ທຸກຍາກທີ່ສຸດ; 1990 ຫາ 2015 ສັດສ່ວນຄວາມອຶດຫິວຈະຫຼຸດລົງເຄິ່ງໜຶ່ງ, ຫຼຸດຜ່ອນອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ ລົງມາໃຫ້ໄດ້ 2/3, ຫຼຸດຜ່ອນອັດຕາການຕາຍຂອງແມ່ລົງໃຫ້ໄດ້ 3/4, ຈໍາກັດ ການແຜ່ຂະຫຍາຍຂອງເຊື້ອເອດໄອວີ/ໂລກເອດສ໌, ຈຳກັດການລະບາດຂອງໄຂ້ຍຸງ ແລະ ພະຍາດຕິດຕໍ່ອື່ນໆ ແລະ ຫຼຸດສັດສ່ວນຂອງປະຊາຊົນ ທີ່ຍັງບໍ່ທັນມີນ້ຳສະອາດໃຊ້ລົງໄດ້ເຄິ່ງໜຶ່ງ. ຮອດປີ 2020: ເຮັດໃຫ້ປະເທດເຮົາ ຫຼຸດພົ້ນອອກຈາກສະພາວະຄວາມດ້ອຍພັດທະນາ; ເສດຖະກິດ - ສັງຄົມ ມີຄວາມພັດທະນາ ດ້ວຍຈັງຫວະປານກາງ; ການຜະລິດກະສິກໍາ, ອຸດສະຫະກໍາ ແລະ ການບໍລິການ ມີການຂະຫຍາຍຕົວໜັກແໜ້ນ ແລະ ທັນສະໄໝ; ຮັບປະກັນໃຫ້ປະຊາຊົນມີວຽກເຮັດງານທຳ, ມີລາຍໄດ້ສະເລ່ຍຕໍ່ຫົວຄົນປະມານ 1200 – 1500 ໂດລດາສະຫາລັດ, ເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດຍືນຍົງ ຢ່າງສະເໝີພາບ ໃນອັດຕາສະເລ່ຍປະມານ 7% ຕໍ່ປີ, ເຮັດໃຫ້ລາຍໄດ້ ຕໍ່ຫົວຄົນຂອງປະຊາຊົນບັນດາເຜົ່າຢູ່ລາວເພີ່ມຂື້ນໃຫ້ໄດ້ 3 ເທົ່າ. ຄວາມຮູ້ໜັງສືຂອງປະຊາຊົນອາຍຸແຕ່ 15 ປີ ຂື້ນໄປກວມ 90%, ອາຍຸຍືນສະເລ່ຍ 70 ປີ, ຕານ່າງໂຄງລ່າງພື້ນຖານ ໄດ້ຮັບການພັດທະນາໃນທົ່ວປະເທດ, ຊີວິີດການເປັນຢູ່ ຂອງປະຊາຊົນ ໄດ້ຍົກລະດັບ ໃຫ້ມີຄຸນະພາບສູງຂື້ນເລື້ອຍໆ.
5.5 ວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ
(ແຕ່ປີ 2016- 2025)
ແມ່ນແຜນຍຸດທະສາດພັດທະນາທີ່ສືບຕໍ່ຈາກຍຸດທະສາດພັດທະນາຮອດປີ
2020 ເຊິ່ງໄດຮັບຮອງເອົາຢູ່ໃນ ກອງປະຊຸມໃຫຍd ຄັ້ງທີ VII ຂອງພັກ (2001),
ເປັນການສືບຕໍ່ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່
ຄັ້ງທີ IX, ແລະ ເພື່ອກະກຽມເນື້ອໃນໃຫ້ແກ່ກອງປະຊຸມໃຫຍ່
ຄັ້ງທີ X ແລະ XI ຂອງພັກໃນຕໍ່ໜ້າ, ທັງເປັນແຜນຍຸດທະສາດບຸກທະລຸ ເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມ
ມີການຂະຫຍາຍຕົວຢາງຕໍ່ເນື່ອງ, ມີຄວາມໝັ້ນຄົງຕາມທິດຍືນຍົງ
ແລະ ສີຂຽວ, ແນໃສ່ພັດທະນາປະເທດຊາດໃຫ້ບັນລຸເງື່ອນໄຂຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ2020 ແລະ ສືບຕໍ່ໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຢາງສົມບູນໃນປີ
2025, ສ້າງພື້ນຖານຫັນເປັນອຸດສາຫະກໍາ ແລະ ທັນສະໄໝອີກກ້າວໜຶ່ງ
ເພື່ອກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງໃນປີ 2030. ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນເທື່ອລະກ້າວ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍດີ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜນແໜ້ນໜາ, ປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸດຕິທໍາ ແລະ ສິວິໄລ ຕາມທິດກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ຜ່ານການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 15 ປີຜ່ານມາ (2001-2015) ພວກເຮົາໄດ້ມີຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈໃນຫຼາຍດ້ານ. ແຕ່ຄ່ຽງຄູ່ກັນນັ້ນ, ກໍຍັງມີສິ່ງຄົງຄ້າງຈໍານວນໜຶ່ງທີ່ຍັງຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ.
ຜົນສໍາເລັດ ແລະ ສິ່ງຄົງຄ້າງນັ້ນ ໄດ້ກາຍເປັນບົດຮຽນອັນລໍ້າຄ່າ ແລະ ເປັນບ່ອນອີງພື້ນຖານໃຫ້ແກ່ການສ້າງ
ແລະ ຈັດຕັ້ງປະຕິບັດຍຸດທະສາດພັດທະນາ (2016-2025) ໃຫ້ມີຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ. ດັ່ງນັ້ນ, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10
ປີ (2016-2025) ນີ້ ຈຶ່ງເປັນແຜນສືບຕໍ່ຜັນຂະຫຍາຍໝາກຜົນທີ່ຍາດມາໄດ້ ແລະ ປັບປຸງແກ້ໄຂສິ່ງທີ່ຄົງຄ້າງ
ໃນໄລຍະ 15 ປີຜ່ານມາ, ມີບົດບາດສໍາຄັນໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກໃຫ້ເປັນແຜນຍຸດທະສາດການພັດທະນາຂອງລັດຖະບານ, ເປັນບ່ອນອີງໃຫ້ແກ່ການຜັນຂະຫຍາຍເປັນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
5 ປີຄັ້ງທີ VIII ແລະ IX ໃຫ້ມີການຫັນປ່ຽນໃໝ່ທັງທາງປະລິມານ ແລະ ຄຸນນະພາບຕາມທິດ 4 ບຸກທະລຸທີ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໄດ້ກໍານົດໄວ້, ແນໃສ່ ສ້າງບາດກ້າວ ແລະ ພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມທີ່ໜັກແໜ້ນ
ເພື່ອບັນລຸໃຫ້ໄດ້ບັນດາຄາດ ໝາຍສູ້ຊົນ ສໍາລັບໄລຍະ
2016-2020,
2021-2025 ແລະ ວິໄສທັດຮອດປີ2030. ຄຸນລັກສະນະສະເພາະຂອງວິໄສທັດຮອດ ປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແມ່ນເອກະສານກໍານົດເປົ້າໝາຍໃຫຍ່ໆຂອງການພັດທະນາເສດຖະກິດ-ສັງຄົມຮອດປີ
2030, ກໍານົດທິດທາງ, ຄາດ ໝາຍສູ້ຊົນ ແລະ ຍຸດທະສາດບຸລິມະສິດແຫ່ງຊາດຮອດປີ 2025 ເພື່ອເປັນບ່ອນອີງສໍາລັບການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ VIII ແລະ IX, ກໍຄືຍຸດທະສາດ ແລະ ແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນ.
ການກໍານົດວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ໄດ້ອີງໃສ່ຜົນຂອງການສະຫຼຸບຕີລາຄາວຽກງານທີ່ໄດປະຕິບັດໃນໄລຍະຜ່ານມາ, ຜົນການສຶກສາຄົ້ນຄວ້າກ່ຽວກັບຈຸດພິເສດ, ສະພາວະຄວາມເປັນຈິງ, ທ່າແຮງບົ່ມຊ້ອນທີ່ໄດປຽບ, ກາລະໂອກາດ, ສິ່ງທ້າທາຍ, ຂໍ້ຈໍາກັດ, ທ່າອ່ຽງຂອງຍຸກສະໄໝຢູ່ພາຍໃນປະເທດ, ຂົງເຂດ ແລະ ສາກົນ, ທ່າອ່ຽງລວມຂອງຂະບວນການໂລກາພິວັດ, ການຫັນເປັນພາກພື້ນ ແລະ ຫັນເປັນສາກົນ ໃນປັດຈຸບັນ ແລະ
ອະນາຄົດ ໂດຍສະເພາະແມ່ນທ່າອ່ຽງຂອງການປ່ຽນແປງ ແລະ ການຂະຫຍາຍຕົວທາງດ້ານການເມືອງ, ສັງຄົມ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີຢູ່ໃນພາກພື້ນ ແລະ ສາກົນ, ການປ່ຽນແປງສິ່ງແວດລ້ອມທໍາມະຊາດຂອງໂລກ, ບົດຮຽນຕົວຈິງຂອງການພັດທະນາປະເທດ ໃນໄລຍະຜ່ານມາ, ບົດຮຽນຂອງພາກພື້ນ ແລະ ສາກົນ ເຊິ່ງລວມທັງບົດຮຽນທີ່ມີຜົນສໍາເລັດ
ແລະ ບົດຮຽນທີ່ລົ້ມເຫຼວ, ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດເຮົາໃນໄລຍະໃໝ່, ຄວາມເປັນໄປໄດ້ ແລະ ບັນດາທາງເລືອກທີ່ດີທີ່ສຸດຂອງການພັດທະນາ, ຜົນຂອງກອງປະຊຸມສໍາມະນາວິທະຍາສາດ, ຄໍາຄິດເຫັນຂອງພາກລັດ, ພາກເອກະຊົນ, ຄູ່ຮ່ວມພັດທະນາ ແລະ ທິດຊີ້ນໍາຂອງລັດຖະບານ ແລະ
ກົມການເມືອງສູນກາງພັກ ເປັນຂໍ້ມູນ ແລະ ແນວຄວາມຄິດ ສໍາລັບການສ້າງວິໄສທັດ ແລະ
ຍຸດທະສາດສະບັບນີ້. ຍຸດທະສາດພັດທະນາເສດຖະກິດ-ສັງຄົມ
ໄລຍະ 10 ປີ (2016-2025) ໄດ້ກໍານົດທາງເລືອກ ແລະ
ທິດທາງໃນການພັດທະນາແບບມີຄວາມສົມດຸນລະຫວ່າງການພັດທະນາເສດຖະກິດ, ການພັດທະນາວັດທະນະທໍາ-ສັງຄົມ, ການປົກປັກຮັກສາ ແລະ ຟື້ນຟູສະພາບແວດລ້ອມໃຫ້ມີຄວາມຍືນຍົງ ແລະ
ເປັນສີຂຽວ ໂດຍຖືເອົາການພັດທະນາເສດຖະກິດເປັນໃຈກາງ, ວັດທະນາທໍາສັງຄົມເປັນເປົ້າໝາຍສູງສຸດ ແລະ ສິ່ງແວດລ້ອມເປັນສິ່ງຈໍາເປັນ; ສ້າງ ແລະ ບູລະນະລະບອບການປົກຄອງຕາມທິດສ້າງລັດທີ່ມີການຄຸຄຸ້ມຄອງດ້ວຍກົດໝາຍໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ, ເປັນເຈົ້າການຮັບມືກັບການປຽນແປງຂອງດິນຟ້າອາກາດ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບທາງດ້ານສັງຄົມ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ, ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງ ສປປ ລາວ ໃຫ້ໜັກແໜ້ນ
ແລະ ໜັ້ນຄົງ, ໂດຍສຸມໃສ່ປະຕິບັດ 7 ຍຸດທະສາດບຸລິມະສິດແຫ່ງຊາດ ຄື:
1. ຍຸດທະສາດການພັດທະນາເສດຖະກິດຕາມທິດທີ່ມີຄຸນນະພາບ, ສົມດຸນ, ຕໍ່ເນື່ອງ, ຍືນຍົງ ແລະ ເປັນ ສີຂຽວ;
2. ຍຸດທະສາດເພື່ອເປົ້າໝາຍຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ
(LDCs) ໃນປີ 2020 ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs);
3. ຍຸດທະສາດວ່າດ້ວຍການພັດທະນາຊັບພະຍາກອນມະນຸດ;
4. ຍຸດທະສາດການປົກປັກຮັກສາ
ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ມີປະສິດທິຜົນ ແລະ ຕາມທິດຫັນເປັນສີຂຽວ;
5. ຍຸດທະສາດວ່າດ້ວຍການເພີ່ມທະວີຄວາມສັກສິດຂອງລະບົບການປົກຄອງປະຊາທິປະໄຕປະຊາຊົນ
ແລະ ເພີ່ມຄວາມສັກສິດໃນການປົກຄອງຕາມກົດໝາຍ;
6. ຍຸດທະສາດການເຊື່ອມໂຍງ
ແລະ ເຊື່ອມຕິດກັບພາກພື້ນ ແລະ ສາກົນ;
7. ຍຸດທະສາດຫັນເປັນອຸດສາຫະກໍາ
ແລະ ທັນສະໄໝ.
ຈຸດພິເສດ ແລະ ບັນຫາໃໝ່ຂອງວິໄສທັດຮອດປີ
2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ
ໄລຍະ 10 ປີ (2016-2025) ໄດ້ຍົກໃຫເຫັນແຈ້ງກ່ຽວກັບຍຸດທະສາດ ເພື່ອບັນລຸເງື່ອນໄຂຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາໃນປີ
2020 ແລະ ຂ້າມຜ່ານຈາກປະເທດດ້ອຍພັດທະນາໃຫ້ໄດ້ສົມບູນໃນປີ 2025 ຕາມທິດສີຂຽວ ແລະ ຍືນຍົງ. ອັນໃໝ່ພິເສດຢູ່ໃນຍຸດທະສາດນີ້ ແມ່ນໄດ້ຍົກໃຫ້ເຫັນແຈ້ງກ່ຽວກັບມາດຕະຖານ
ແລະ ເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ
2020 ເປັນຕົ້ນແມ່ນມາດຕະຖານລາຍໄດ້ແຫ່ງຊາດຕໍ່ຫົວຄົນ (Gross National Income: GNI), ດັດຊະນີຊັບສິນມະນຸດ (Human Asset Index: HAI), ດັດຊະນີຄວາມບອບບາງ ຫຼື ຄວາມສ່ຽງທາງດ້ານເສດຖະກິດ (Economic Vulnerability Index: EVI) ແລະ ໄດ້ຍົກໃຫ້ເຫັນບັນດາທັດສະນະການພັດທະນາສີຂຽວ ແລະ ຍືນຍົງ
(SDGs) ເປັນມາດຖານການພັດທະນາສໍາລັບບັນດາປະເທດຕ່າງໆໃນໂລກທີ່ສາກົນໄດ້ກໍານົດ
ເຊິ່ງປະເທດພວກເຮົາຈະຕ້ອງໄດສ້າງຍຸດທະສາດ ແລະ ກໍານົດມາດຕະການໃຫ້ສອດຄ່ອງ ເພື່ອໃຫ້ບັນລຸໄດ້ມາດຖານດັ່ງກ່າວ.
ສໍາລັບມາດຕະການ ແລະ ກົນໄກຈັດຕັ້ງປະຕິບັດ ນັ້ນແມ່ນໄດ້ເນັ້ນໃສ່ການເພີ່ມທະວີການຈັດຕັ້ງປະຕິບັດ
4 ບຸກທະລຸທີ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ກໍານົດໄວ້ໃຫ້ເປັນຮູບປະທໍາ, ສືບຕໍ່ປ່ຽນແປງໃໝ່ທາງດ້ານເສດຖະກິດຢ່າງຮອບດ້ານ ແລະ ຄົບຊຸດ, ເຂັ້ມງວດໃນການປະຕິບັດນິຕິກໍາຕ່າງໆທີ່ມີຢູ່ ແລ້ວ ແລະ ເອົາໃຈໃສສືບຕໍ່ສ້າງຕື່ມໃຫ້ຄົບຖ້ວນສົມບູນ
ເພື່ອອໍານວຍຄວາມສະດວກ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຍຸດທະສາດນີ້ໃຫ້ເປັນຮູບປະທໍາ
ແລະ ມີຄຸນນະພາບ ເປັນຕົ້ນແມ່ນເນັ້ນໃສ່ການສ້າງຄວາມເຂັ້ມແຂງຂອງກົນໄກແຜນການຕິດພັນກັບກົນໄກຕະຫຼາດ
ແລະ ກົນໄກການປະສານງານໃຫ້ມີຄວາມກົມກຽວກັນຢ່າງເປັນລະບົບ.
ວິໄສທັດຮອດປີ 2030
ແລະ ຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025)
“ສູຊົນພັດທະນາປະເທດໃຫຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ
2020 ກ້າວໄປສູ່ປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງສູງ
ຕາມທິດການພັດທະນາສີຂຽວ
ແລະ ຍືນຍົງໃນປີ 2030”.
VI. ການແກ້ໄຂຄວາມທຸກຈົນ
ໄລຍະທີ່ຜ່ານມາ ລັດຖະບານໄດ້ສຸ່ມໃສ່ວຽກງານ ການແກ້ໄຂຄວາມທຸກຈົນ
ດ້ວຍວິທີການວາງແຜນ ແລະ ດຳເນີນໂຄງການຕ່າງໆ ເພື່ອພັດທະນາທາງດ້ານເສດຖະກິດ-ສັງຄົມ ເພື່ອກຳຈັດຄວາມທຸກຍາກ
ແລະ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.ອອກລະບຽບການທາງດ້ານກົດໝາຍຕ່າງໆ
ກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາ.ການແກ້ໄຂຄວາມທຸກຈົນຕົ້ນຕໍແມ່ນ :
ເພື່ອແນ່ໃສ່ເພີ່ມຄວາມສາມັກຄີໃນໝູ່ມະຫາຊົນ, ຄອບຄົວ……ສິ່ງສຳຄັນແມ່ນພະຍາຍາມ ຫຼຸດຊ່ອງວ່າງຄວາມແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດ
(ຜູ້ຮັ່ງກັບຜູ້ທຸກຄ່ອຍໆຫຍັບເຂົ້າກັນເທືອລະກ້າວ ) ໂດຍຖືເອົາ 3 ໜ້າວຽກທີ່ຈຳເປັນ
: ຖືເອົາວຽກງານການສຶກສາອົບຮົມເປັນຫຼັກ, ວຽກງານຄຸ້ມຄອງນຳພາ
ແລະ ການຄຸ້ມຄອງແບບບໍລິຫານ.
5.1 ຖືເອົາວຽກງານການສຶກສາອົບຮົມເປັນຫຼັກ
ເພື່ອເຮັດໃຫ້ປະຊາຊົນກຳແໜ້ນແນວທາງນະໂຍບາຍຂອງພັກ, ມີຄວາມເປັນເຈົ້າຕົນເອງ
ແລະ ເຂົ້າໃຈວ່າ ຄວາມທຸກຍາກເປັນໄພສັງຄົມ.ວຽກງານສຶກສາອົບຮົບຕ້ອງເລີ່ມຈາກຄອບຄົວ
ເປັນບ່ອນແກ້ໄຂຄອບຄົວຂອງຕົນເອງກ່ອນ,
ສ້າງນິໄສເພິ່ງຕົນເອງ
ແລະ ສ້າງຄວາມຮັ່ງມີເຂັ້ມແຂງດ້ວຍຕົນເອງ. ແກ້ໄຂແນວຄິດ ແບບແຜນການດຳລົງຊີວິດຢູ່ກິນຕາມທຳມະຊາດ.ປະລະແນວຄິດພື້ນເມືອງຫຼ້າຫຼັງ, ຮີດຄອງປະເພນີຫຼ້າສະໄໝ
ເພື່ອແກ້ໄຂຄວາມທຸກຈົນ ຢ່າງຖືກຕ້ອງ ແລະ ເຂົ້າໃຈ, ສ້າງຈິດສຳນຶກ ໃຫ້ປະຊາຊົນມີແນວຄິດມັດຖະຢັດ
ສ້າງຄວາມສາມັກຄີຮັກແພງເຊີ່ງກັນ ແລະ ກັນ.
5.2 ວຽກງານຄຸ້ມຄອງນຳພາ
- ສ້າງເປັນແຜນການ, ເປັນແຜນງານ,
ເປັນໂຄງການອັນລະອຽດ ໂດຍອີງຕາມທ່າແຮງຂອງທ້ອງຖິ່ນ.
- ແຜນປະຕິບັດງານຕ້ອງດຳເນີນເປັນແຕ່ລະບາດກ້າວ, ເປັນແຕ່ລະຂັ້ນຕອນ ແລະ ວິທີທາງຈະປະຕິບັດໃນແຕ່ລະໄລຍະ.
- ວາງຈຸດໝາຍ
ຄວາມຕ້ອງການຢ່າງຈະແຈ້ງເຊັ່ນວ່າ : ເຮັດຢູ່ໃສ່ ? ຍາມໃດ
? ເຮັດແນວໃດ ?
ແມ່ນໃຜເປັນຜູ້ເຮັດ ? ໃຫ້ບຸລິມະສິດແນວໃດ
? ຕ້ອງການຄວາມຊ່ວຍເຫຼືອແນວໃດ ?...
- ໂດຍອີງໃສ່ກຳລັງແຮງຂອງທ້ອງຖິ່ນວ່າມີຫຍັງພໍທີ່ຈະສ້າງເປັນລາຍຮັບແກ່ຄອບຄົວ, ບ້ານ,
ເມືອງ ເຊັ່ນ : ຖະໜົນຫົນທາງ, ຊົນລະປະທານ, ໄຟຟ້າ,
ຕະຫຼາດ ແລະ ນຳພາເຮັດກິດຈະກຳອື່ນໆ. ຊ່ວຍໃຫ້ເຂົາເຈົ້າຮຽນຮູ້ການສະສົມທຶນ ແລະ ການໃຊ້ເງິນເປັນຢ່າງດີ
ເພື່ອພັດທະນາຕົນເອງເທືອລະກ້າວ ແລະ ເພື່ອເຮັດໃຫ້ລາຍຮັບຂອງຄອບຄົວເພີ່ມຂື້ນເລື້ອຍໆ.
- ສ້າງກອງທຶນເພື່ອແກ້ໄຂຄວາມທຸກຍາກ
(ຈາກງົບປະມານຂອງລັດ,
ການປະກອບ ສ່ວນຂອງສັງຄົມ, ການກູ້ຢືມ, ການຊ່ວຍເຫຼືອ……..
5.3
ການຄຸ້ມຄອງແບບບໍລິຫານ
- ໃນການສ້າງສາພັດທະນາປະເທດຊາດເວລາໃດນັກບໍລິຫານ
ຫຼື ນັກພັດທະນາ ກໍຕ້ອງໄດ້ຊອກຮູ້ ແລະ
ສ້າງຄວາມເຂົ້າໃຈກ່ຽວກັບວິທີການຄຸ້ມຄອງບໍລິຫານຢູ່ສະເໝີ.
- ຖ້າມີການຄຸ້ມຄອງບໍລິຫານທີ່ດີແນ່ນອນວ່າວຽກງານຈະຕ້ອງສຳເລັດລຸລ່ວງໄປດ້ວຍດີ
ສະນັ້ນຜູ້ບໍລິຫານຈະຕ້ອງປະຕິບັດຄື :
- ຕ້ອງກຳນົດພາລະບົດບາດ
ການຄຸ້ມຄອງຢ່າງຈະແຈ້ງ, ສ້າງແຜນການ, ສ້າງລະບຽບຫຼັກການແຕ່ສູນກາງ
ລົງຮອດທ້ອງຖິ່ນຢ່າງໜັກແໜ້ນ.
- ຫັນລະບຽບຫຼັກການຢ່າງເປັນລະບົບ, ຮັບປະກັນຄວາມປອດໃສ, ມອບໃຫ້ແຕ່ລະພາກສ່ວນຮັບຜິດຊອບເຜີຍແຜ່.
- ສ້າງພະນັກງານ, ບຸກຄະລາກອນ,
ຊັບພະຍາກອນມະນຸດ ໃຫ້ມີຄວາມຊຳນິຊຳນານເປັນພິເສດ.
- ສະໜອງການຝຶກອົບຮົມຢູ່ກັບໜ້າວຽກ
ເພື່ອຮັກສາປະສິດທິພາຍຂອງກຳລັງແຮງງານ ແລະ
ອາດສົ່ງເສີ່ມໃຫ້ພະນັກງານມີໂອກາດໄປຝຶກອົບຮົມຢູ່ພາຍນອກ
ເພື່ອຕອບສະໜອງຄວາມຕ້ອງການຂອງປະເທດຊາດ.
ความคิดเห็น
แสดงความคิดเห็น