ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ການວິໄຈ ປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ສຶກສາກໍລະນີ : ບ້ານນາເລົ່າ ເມືອງສີໂຄດຕະບອງ

 ໂດຍ: ປັນຍາສັກ ແສງອ່ອນແກ້ວ

http://panyasack.blogspot.com


ປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ສຶກສາກໍລະນີ : ບ້ານນາເລົ່າ ເມືອງສີໂຄດຕະບອງ


ບົດຄັດຫຍໍ້

      ການສຶກສາປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ສຶກສາກໍລະນີ : ບ້ານນາເລົ່າ ເມືອງສີໂຄດຕະບອງ ມີຈຸດປະສົງເພື່ອສຶກສາ: 1) ປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານນາເລົ່າ ເມືອງສີໂຄດຕະບອງກາຍ ເປັນບ້ານພັດທະນາ; 2) ບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ. ເຊິ່ງການວິໄຈຄັ້ງນີ້ແມ່ນການວິໄຈແບບຄຸນນະພາບ ໂດຍຈະເກັບກຳຂໍ້ມູນຈາກເອກະສານ ແລະ ການສຳພາດຜູ້ຊີ້ນຳວຽກງານບ້ານພັດທະນາ ແລະ ຜູ້ທີ່ເປັນຕົວແທນໃຫ້ແກ່ບ້ານນາເລົ່າໃນກຸ່ມຕ່າງໆ ຈຳນວນ 8 ຄົນ. ການວິເຄາະຂໍ້ມຸນແມ່ນຈະນຳຂໍ້ມູນທີ່ໄດ້ຈາກການລົງພາກສະໜາມໃນການລົງພື້ນທີ່ຕົວຈິງ ແລະ ຈາກເອກະສານທີ່ກ່ຽວຂ້ອງມາສັງລວມຕາມປະເດັນທີ່ໄດ້ກຳນົດໄວ້ ແລ້ວນຳຂໍ້ມູນມາວິເຄາະເນື້ອຫາ (content analysis), ຫາຂໍ້ສະຫຼຸບການວິໄຈ, ສະຫຼຸບຄວາມຕາມປະເດັ່ນສຳຄັນ.

       ຜົນການວິໄຈພົບວ່າ ປັດໄຈທີ່ມີຄວາມສຳຄັນ ແລະ ເປັນຕົວຊີ້ວັດຄວາມສຳເລັດທີ່ສົ່ງຜົນເຮັດໃຫ້ບ້ານນາເລົ່າກາຍເປັນບ້ານພັດທະນາປະກອບມີ : ປັດໄຈດ້ານຜູ້ນຳຂອງບ້ານເພາະວ່າຜູ້ນຳຂອງບ້ານເປັນຜູ້ທີ່ນຳພາປະຊາຊົນ, ເຕົ້າໂຮມປະຊາຊົນ, ປຸກລະດົມ ແລະ ເຮັດວຽກກັບປະຊາຊົນໂດຍກົງ. ຕໍ່ມາແມ່ນປັດໄຈດ້ານການມີສ່ວນຮ່ວມຂອງປະຊາຊົນ, ປະຊາຊົນມີຈິດໃຈ ແລະຄວາມເຕັມໃຈທີ່ຈະປະກອບສ່ວນ, ຢາກມີສ່ວນຮ່ວມໃນການພັດທະນາບ້ານ. ປັດໄຈຕໍ່ມາແມ່ນໄປໄຈດ້ານວັດທະນະທຳ-ສັງຄົມປະຊາຊົນມີຄວາມສາມັກຄີເປັນຈິດໜື່ງໃຈດຽວ, ມີການປະພຶດປະຕິບັດໄປຕາມລະບຽບຂອງບ້ານເມືອງ, ທີ່ສຳຄັນປະຊາຊົນໄດ້ຮັບການສຶກສາ ແລະ ແຕ່ລະຄອບຄົວມີວຽກເຮັດງານທຳ. ສຸດທ້າຍແມ່ນປັດໄຈດ້ານເສດຖະກິດປະຊາຊົນບ້ານນາເລົ່າປະກອບມີຫຼາຍອາຊີບ, ປະຊາຊົນສ່ວນຫຼາຍມີອາຊີບກຸ້ມຢູ້ກຸ້ມກິນ, ເຮັດໃຫ້ເຂົາເຈົ້າມີເງື່ອນໄຂ ແລະ ມີທ່າແຮງໃນການປະກອບສ່ວນພັດທະນາບ້ານ.

         ສ່ວນບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ ພົບວ່າ : 1. ບຸກຄະລາກອນນຳພາທີ່ມີຄວາມຮູ້ຄວາມສາມາດປະຈຳຫ້ອງການບ້ານແມ່ນບໍ່ພຽງພໍ, ຜູ້ທີ່ມີຄວາມຮູ້ສູງສ່ວນຫຼາຍແມ່ນໄປເຮັດວຽກນຳອົງການຈັດຕັ້ງຂອງລັດ ຫຼື ເອກະຊົນ, ເຮັດໃຫ້ອົງການປົກຄອງບ້ານຂາດຄວາມສາມາດໃນການຍາດແຍງເອົາກໍາລັງແຮງຂອງສັງຄົມເພື່ອມາພັດທະນາບ້ານ; 2.ປະຊາຊົນຈຳນວນໜື່ງຍັງບໍ່ເຂົ້າໃຈຕໍ່ກັບຂະບວນການສ້າງບ້ານພັດ ທະນາ, ຍັງເຂົ້າໃຈວ່າອັນໃດກໍ່ແມ່ນ ພັກ ແລະ ລັດຖະບານ ເປັນຜູ້ມາສ້າງໃຫ້ໝົດເຮັດໃຫ້ພົບຄວາມຫຍຸ້ງໃນການປຸກລະດົມປະຊາຊົນໃຫ້ເຂົ້າມາມີສ່ວນຮ່ວມເຮັດກິດຈະກຳການພັດທະນາຕ່າງໆ;  3. ບໍ່ມີງົບປະມານລົງທຶນໂດຍກົງເຂົ້າໃສ່ການສ້າງບ້ານພັດທະນາ, ສ່ວນຫຼາຍແມ່ນອາໄສການປະກອບສ່ວນເປັນຫຼັກ ເຮັດໃຫ້ບໍ່ເປັນທີ່ດຶງດູດໃຫ້ບຸກ ຄົນທີ່ມີຄວາມຮູ້ຄວາມສາມາດຢາກມາຊ່ວຍ ຫຼື ເປັນຄະນະນຳບ້ານ.

         ຂໍ້ສະເໜີຕໍ່ກັບຕໍ່ປັດໄຈໃນການສ້າງບ້ານພັດທະນາແມ່ນຄວນມີການຈັດຝຶກອົບຮົມວຽກງານການບໍລິຫານ ແລະ ການປົກຄອງ ຕະຫຼອດຮອດເຕັກນິກວິຊາການຕ່າງໆທີ່ຈຳເປັນໃຫ້ແກ່ບຸກຄະລາກອນນຳພາຂອງບ້ານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

ຄຳສຳຄັນ : ບ້ານ, ການພັດທະນາ, ບ້ານພັດທະນາ.


Abstract


Study the Factors affecting Villages become a development Villages A case study: NALAO Village SIKHOTTABONG District. The purpose of study 1) Factor reflection of Nalao village will be development Sikhottabong district. 2) Issues and the complication to develop Nalao village to be developed, this researching study for qualitative by content analysis or data information and interview advisors who are development and representatives from Nalao village group 8 people.

Analysis data collection in the real practice and from a document that relevant to information content analysis find the summary research conclusion by signification, the results of researching found that the factor is an important key to success for Nalao village development and it consists of reflecting the leaders of the villagers how to gathering and motivate people and working with them, the villagers participate and they know how to develop their village. The next factor is the public participation is mentally willing and willing to participate in village development. The next factor is cultural and social the villagers have same ideal and behavior, they have to follow the regulation of the village the most important the leaders of the village have well educated and the families in the village have occupations. The last is the economic factor of the villagers at Nalao village consists of many jobs and most villagers have jobs to take care of families.

Problems and obstacles develop Nalao village become development village found that 1) Leaders management people who have knowledge, skills and well educated they work at Government offices and private sectors, but people who work at village office lack of knowledge and skills how to develop the village.2) The villagers do not understand how processing to develop the village, they only understanding state and Government developing country. It is very difficult to gather people to participate in many activities.3) There is not direct budget to invest or develop the village, mostly refer to everyone who is interested and they have abilities and knowledge. 

Recommendation for factor how to develop the village should have a training course for administration and management, technical advisors for Leaders of the village and regular training.


Keywords: Village, development, development Villages


 

ພາກທີ1

ພາກສະເໜີ

 

1.           ຄວາມເປັນມາ ແລະ ຄວາມສຳຄັນຂອງການສຶກສາ

ພາຍຫຼັງທີ່ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວລຸກຮື້ຂຶ້ນຕໍ່ສູ້ຈົນໄດ້ຮັບໄຊຊະນະ ໃນວັນທີ 2 ທັນວາ 1975, ສະຖາປະນາເປັນ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ກາຍເປັນພັກກຳອຳນາດ ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ພັກໄດ້ນໍາພາປະຊາຊົນລາວທັງຊາດ ປະຕິບັດສອງໜ້າທີ່ຍຸດທະສາດນັ້ນກໍ່ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄປຕາມທິດສັງຄົມນິຍົມ. ແຕ່ຢາກໄປເຖິງຈຸດໝາຍປາຍທາງດັ່ງກ່າວນັ້ນມັນບໍ່ແມ່ນເລື່ອງງ່າຍເພາະໃນເງື່ອນໄຂທີ່ປະເທດເຮົາຍັງຕົກຢູ່ໃນສະພາບຄວາມດ້ອຍພັດທະນາ ປະຊາຊົນຍັງທຸກຍາກຂາດເຂີນປະກອບກັບສະພາບແວດລ້ອມສາກົນຍັງຜັນແປຢ່າງສະຫຼັບສັບຊ້ອນ ແລະ ມີສິ່ງທ້າທາຍທົດສອບຫຼາຍໆປະການ ສະນັ້ນ, ພັກເຮົາກໍ່ມີແຕ່ວິທີດຽວເທົ່ານັ້ນກໍ່ຄືການສ້າງຮາກຖານໃຫ້ມີຄວາມເຂັ້ມແຂງ ແລະ ພັດທະນາຊົນນະບົດທີ່ກວມເອົາອັດຕາສ່ວນໃຫຍ່ຂອງປະເທດເຮົາໃຫ້ຈະເລີນຂຶ້ນ, ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ ພວກເຮົາຈຶ່ງຈະຜ່ານພົ້ນສິ່ງທົດສອບ ແລະ ສິ່ງທ້າທາຍຕ່າງໆໄດ້ ລະບອບປະຊາທິປະໄຕປະຊາຊົນ ຂອງພວກເຮົາຈຶ່ງມີຄວາມໝັ້ນຄົງ ແລະ ກ້າວເດີນຢ່າງໜັກແໜ້ນໄດ້.

ເພື່ອເຮັດໃຫ້ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານບັນລຸຜົນສຳເລັດຕາມຄາດໝາຍຂອງພັກເຮົາໄດ້ກຳນົດໄວ້ ແລະ ເພື່ອເຮັດໃຫ້ລະບົບການເມືອງ ປະຊາທິປະໄຕປະຊາຊົນ ຢູ່ຂັ້ນຮາກຖານໄດ້ຮັບການປັບປຸງໃນທຸກດ້ານ ພັກເຮົາຈຶ່ງໄດ້ອອກຄຳສັ່ງແນະນຳ ເລກທີ 09/ກມສພ, ລົງວັນທີ 08 ມີຖຸນາ 2004 ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ມາເປັນບ່ອນອີງໃນການດໍາເນີນງານ. ຜ່ານການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງແນະນຳດັ່ງກ່າວ ໃນຂອບເຂດທົ່ວປະເທດ ໄລຍະຜ່ານມາກໍ່ຖືວ່າໄດ້ຮັບໝາກຜົນເປັນຢ່າງດີ ແລະ ເພື່ອສືບຕໍ່ເສີມຂະຫຍາຍຜົນໄດ້ຮັບ, ເພື່ອເປັນການປັບປຸງເນື້ອໃນຂອງຄໍາສັ່ງແນະນໍາດັ່ງກ່າວນັ້ນ ໃຫ້ສອດຄ່ອງກັບວຽກງານພັດທະນາຊົນນະບົດໃນເງື່ອນໄຂໃໝ່​​, ສ້າງບາດລ້ຽວໃໝ່ໃນການພັດທະນາສໍາລັບຊຸມປີສະເພາະໜ້າ ແລະ ຍາວນານ ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໄດ້ກໍານົດທິດນໍາກ່ຽວກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮູ້ນຳພາຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະ ນາ ພັກເຮົາໄດ້ອອກຄໍາສັ່ງແນະນໍາ ເລກທີ 03/ກມສພ, ລົງວັນທີ 30 ພຶດສະພາ 2011 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ປ່ຽນແທນຄຳສັ່ງແນະນຳ ເລກທີ 09/ກມສພ, ລົງວັນທີ 08 ມິຖຸນາ 2004 ໂດຍການຖືເອົາການສ້າງບ້ານເປັນຫົວໜ່ວຍພັດທະນາຕາມ 4 ເນື້ອໃນ 4 ຄາດ ໝາຍເປັນວຽກງານຈຸດສຸມໃນການພັດທະນາຊົນນະບົດ ເພາະວ່າການສ້າງບ້ານເປັນຫົວໜ່ວຍພັດທະ ນາ ເປັນການສ້າງຫົວໜ່ວຍການປົກຄອງຂັ້ນລຸ່ມສຸດ ທີ່ເປັນພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ຖ້າບ້ານສ່່ວນຫຼາຍໃນປະເທດເຮົາໄດ້ເປັນບ້ານພັດທະນາ ແລະ ມີຄວາມເຂັ້ມແຂງແລ້ວ ລະບອບ ກໍ່ຄືລັດປະຊາທິປະໄຕ ປະຊາຊົນ ກໍ່ມີຄວາມເຂັ້ມແຂງໝັ້ນຄົງ, ການພັດທະນາກໍ່ມີຄວາມຢືນຍົງ ສະນັ້ນ, ຈຶ່ງຖືໄດ້ວ່າ ການສ້າງບ້ານເປັນຫົວໜ່ວຍພັດທະນາ ແມ່ນໜຶ່ງໃນແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເຮົາ, ແມ່່ນການປະຕິບັດອັນເລິກເຊິ່ງເຖິງຖອງໃນເງື່ອນໄຂໃໝ່ ແມ່ນທິດນຳຍຸດທະສາດທີ່ຖືກຕ້ອງ, ສອດຄ່ອງ ກັບສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດເຮົາ, ແມ່ນໜ້າທີ່ລວມຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ເຊິ່ງຕ້ອງມີການຈັດຕັ້ງຊີ້ນຳ-ນຳພາ ຢ່າງເລິກເຊິ່ງເຖິງຖອງ, ມີການຕິດຕາມຊຸກຍູ້ກວດກາເປັນປະຈຳທັງມີການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນຢ່າງພາວະວິໄສ ແມ່ນຖືກຕ້ອງທີ່ສຸດ.

ສຳລັບໃນຂັ້ນຮາກຖານການຈັດຕັ້ງ ແລະ  ການເຄື່ອນໄຫວຂອງກຸ່ມບ້ານພັດທະນາຍັງບໍ່ເອກະພາບກັນ, ບໍ່ທັນມີຕົວແບບ ແລະ ບາງແຫ່ງມີ່ທ່າອ່ຽງກາຍເປັນຂັ້ນປົກຄອງ, ການໂຮມບ້ານນ້ອຍເປັນບ້ານໃຫຍ່ນັ້ນໃນເຂດທົ່ງພຽງບາງແຫ່ງມີຂະໜາດໃຫຍ່ໂພດ ກົງກັນຂ້າມຢູ່ໃນເຂດພູດອຍເປັນພຽງການໂຮມການຈັດຕັ້ງຂອງຫຼາຍບ້າເຂົ້າກັນເທົ່ານັ້ນແຕ່ວ່າປະຊາຊົນຍັງຢູ່ແບບກະແຈກກະຈາຍເປັນຈຸດເປັນກຸ່ມຫ່າງໄກກັນຄືເກົ່າ ແລະ ບໍ່ທັນສາມາດແກ້ໄຂບັນຫາຈຳເປັນເຊັ່ນ: ການຕອບສະໜອງຂອງການບໍລິການຂອງລັດ ແລະ ການຂຸດຄົ້ນທ່າແຮງຂອງປະຊາຊົນເຂົ້າໃນການພັດທະນາຮ່ວມກັນ, ການແກ້ໄຂບັນຫາການຍົກຍ້າຍຖິ່ນຖານແບບບໍ່ຖືກຕ້ອງຂອງປະຊາຊົນຕິດພັນກັບການຈັດສັນພູມລຳເນົາ ແລະ ບັນດາອາຊີບຄົງທີ່ຍັງຊັກຊ້າ ແລະ ຍັງບໍ່ທັນເປັລະບົບ ນອກຈາກນັ້ນການຄຸ້ມຄອງເຂດເຊື່ອມຕໍ່ລະຫວ່າງແຂວງກັບແຂວງຍັງມີບັນຫາສືບຕໍ່ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ.

ໂດຍອີງຕາມການຜັນຂະຫຍາຍກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກ ແລະ ການສູ້ຊົນບັນລຸຄາດໝາຍທີ່ໄດ້ກຳນົດໄວ້ໃນ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ VII (2011-2015) ໄດ້ຖືເອົາບ້ານ, ກຸ່ມບ້ານ, ການສ້າງບ້ານພັດທະນາ ແລະ ເມືອງທຸກຍາກມາເປັນເປົ້າໝາຍແກ້ໄຂຄວາມທຸກຍາກ ໂດຍປະຕິິບັດຈຸດສຸມ, ສ້າງກຸ່ມບ້ານ ຫຼື ເຂດທີ່ມີເງື່ອນໄຂ ແລະ ມີທ່າແຮງໄດ້ປຽບໃຫ້ເປັນກຳລັງແຮງ ແລະ ຕົວເມືອງທີ່ທັນສະໄໝ ເພື່ອສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ, ໂດຍສະເພາະແມ່່ນ ເອົາໃຈໃສ່ພັດທະນາຂະແໜງການຜະລິດ (ກະ ຊວງແຜນການ ແລະ ການລົງທຶນ, 2011).

      ບ້ານ​ນາ​ເລົ່າເປັນບ້ານໜຶ່ງທີ​ຕັ້ງ​ຢູ່​​ເຂດ​ເທດສະບານ ​ເມືອງ​ສີ​ໂຄດ​ຕະບອງ ຫ່າງ​ຈາກ​ໃຈ​ກາງ​ເມືອງປະມານ 9 Km ຕາ​ມ​ເສັ້ນທາງ​ເລກ​ທີ 13 ​ເໜືອ, ​ເປັນ​ບ້ານ​ໜຶ່ງ​ທີ່​ຂຶ້ນ​ກັບກຸ່ມ​ໜອງໜ້ຽວແລະ ນອນ​ຢູ່​ໃນ 60 ບ້ານ​ຂອງ​ເມືອງ ​ສີ​ໂຄດ​ຕະບອງ​ ນະຄອນຫຼວງວຽງຈັນ. ທ່າ​ແຮງ​ທາງ​ດ້ານ​ເສດຖະກິດ-ສັງຄົມ ແມ່ນ​ການ​ຄ້າ-ບໍລິການ, ສ່ວນ​ການ​ຜະລິດ​ຫັດຖະກຳ-ປູກຝັງ​ລ້ຽງສັດ ​ແມ່ນ​ມີ​ຈຳນວນໜຶ່ງ ພື້ນຖານ​ວັດຖຸ​ເຕັກນິກ​ທາງ​ດ້ານ​ຄົມມະນາຄົມມີ​ທາງ​ປູ​ຢາງ​ເຂົ້າ​ບ້ານ 02 ​ເສັ້ນ ມີ​ຄວາມ​ຍາວ 2  Km, ເສັ້ນທາງພາຍໃນບ້ານ ແລະ ອອກສູ່ບ້ານອ້ອມຂ້າງໄດ້ຮັບການປັບປຸງ ບູລະນະຮັກສາສາມາດນຳໃຊ້ໄປມາຫາສູ່ກັນໄດ້ຕະຫຼອດລະດູການ, ມີຕາຂ່າຍໄຟຟ້າ, ນ້ຳປະປາທີ່ຖາວອນທຸກຄອບຄົວໄດ້ນຳໃຊ້ ການປະກອບອາຊີບແມ່ນແຕກຕ່າງກັນເປັນຕົ້ນ: ພະນັກງານສັງກັດລັດ (ທະຫານ, ຕໍາຫຼວດ, ລັດຖະກອນ) ພະນັກງານ​ອົງການ​ຈັດ​ຕັ້ງ​ສາກົນ, ພະນັກງານ​ລັດ​ວິ​ສາ​ຫະກິດ, ພະນັກງານ​ບໍລິສັດ​ເອກະ​ຊົນ, ກຳມະ ກອນ​ໂຮງງານ, ກຳມະກອນ​ທົ່ວ​ໄປ ​ແລະ ຜູ້​ປະກອບ​ທຸລະ​ກິດ​ຄ້າຂາຍ-ບໍ​ລິ​ການ, ສ່ວນ​ຊາວນາ-ຊາວ​ສວນ​​ແມ່ນ​ມີໜ້ອຍ.

         ບ້ານນາເລົ່າ ມີເສັ້ນທາງຄົມມະນາຄົມໄປມາສະດວກຕະຫຼອດປີ ມີພະນັກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຂອງເມືອງຕາມນະຄອນຫຼວງວຽງຈັນ ເປັນຜູ້ຊີ້ນຳ-ນຳພາຈັດຕັ້ງປະຕິບັດເປັນປະຈຳ ປະຊາຊົນເຜົ່າບັນດາພາຍໃນບ້ານມີຄວາມເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະໄດ້ປະກອບ ສ່ວນຢ່າງຕັ້ງໜ້າຕໍ່ວຽກງານພັດທະນາບ້ານຢ່າງເປັນຂະບວນຟົດຟື້ນ, ຄະນະໜ່ວຍພັກ-ອົງການປົກຄອງບ້ານໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດລົງສູ່ຮາກຖານຢ່າງທົ່ວເຖີງ ແລະ ໄດ້ຮັບຮອງເອົາໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ.

ພາຍຫຼັງການສ້າງເປັນບ້ານພັດທະນາຂອງບ້ານນາເລົ່ານີ້ ດ້ານການເມືອງແນວຄິດເຫັນໄດ້ວ່າປະຊາຊົນພາຍໃນບ້ານມີຄວາມຕື່ນຕົວສູງ ແລະ ມີສະຕິຕໍ່ການຈັດຕັ້ງທຸກຄຳສັ່ງ, ທຸກການຕົກລົງຂອງກອງປະຊຸມບ້ານແມ່ນສາ ມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນ ແລະ ສຳເລັດທຸກໜ້າທີ່ຕາມຄາດໝາຍ ແລະ ທິດທາງຂອງບ້ານທີ່ວາງອອກດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດມາດຮັບປະກັນສະຖຽນລະພາບທາງດ້ານການເມືອງຄວາມສະຫງົບໂດຍພື້ນຖານ ແລະ ສາມາດມ້າງເພກຸ່ມແກ້ງອັນຕະພານ, ຂີ້ລັກງັດແງະ, ຕິດຢາເສບຕິດ, ການພະນັນ ແລະ ຍັງຕິດຕາມຂື້ນບັນຊີກຸ່ມຄົນທີ່ມີຄວາມສ່ຽງເພື່ອນຳມາສືກສາອົບຮົມ ແລະ ສົ່ງໄປດັດສ້າງໄດ້ຈຳນວນໜື່ງດ້ານເສດຖະກິດເຫັນໄດ້ວ່າຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ ຈາກການປະກອບອາຊີບການຜະລິດຂອງປະຊາຊົນ, ຫ້າງຮ້ານນ້ອຍ-ໃຫ່ຍທີ່ນັບມື້ນັບເພີ່ມຂື້ນ, ປະຊາຊົນໄດ້ຮັບການພັດທະນາ ຍົກລະດັບຊີວິດການເປັນຢູ່ທີ່ດີຂື້ນສາມາດແກ້ໄຂຄວາມທຸກຍາກຢ່າງຂາດຕົວດ້ານວັດທະນະທຳ-ສັງຄົມ ກໍ່ຮັບປະກັນໄດ້ຮີດຄອງປະເພນີອັນດີງາມ, ວັດວາອາຮາມເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນ, ຮັບປະກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍໂດຍໃຫ້ໄດ້ຮັບການສັກ ແລະ ຢອດຢາກັນພະຍາດໄດ້ຮ້ອຍສ່ວນຮ້ອຍ, ການສື່ສານຂອງບ້ານກໍ່ມີຄວາມສະດວກສະບາຍໂດຍມີໂທລະໂຄງປະຈຳບ້ານ ແລະ ຫໍຂ່າວສານທີ່ເອື້ອອຳນວຍໃນການສະໜອງຂ່າວສານໃຫ້ແກ່ປະຊາຊົນຮັບປະກັນໃຫ້ຄົນພາຍໃນບ້ານມີວຽກເຮັດງານທໍາ, ສົ່ງເສີມການຫຼີ້ນກິລາຂອງຊາວໜຸ່ມບ້ານໂດຍມີການແຂ່ງຂັນກັບບ້ານອອ້ມຂ້າງເພື່ອສ້າງຄວາມສາມັກຄີລະຫວ່າງບ້ານກັບບ້ານ, ປະຊາຊົນກັບປະຊາຊົນ, ຍາດໄດ້ໃບຍັ້ງຍືນ, ໃບຍ້ອງຍໍ, ຫຼຽນໄຊແຮງງານຂັ້ນສູນກາງ ແລະ ທ້ອງຖິ່ນ. ນີ້ສະແດງໄຫ້ເຫັນວ່າຜ່ານການຈັດຕັ້ງປະຕິບັດ ແລະ ນຳພາຂອງພັກ-ລັດ ບ້ານພັດທະນາ ແມ່ນສາມາດປະກົດຜົນເປັນຈິງ ແລະ ສາມາດເປັນພື້ນຖານໃຫ້ແກ່ການພັດ ທະນາ.

         ເຫັນໄດ້ວ່າຈາການທີ່ບ້ານນາເລົ່າໄດ້ກາຍເປັນບ້ານພັດທະນາ ເຮັດໃຫ້ເກີດມີຂໍ້ສະດວກ ແລະ ຈຸດດີຫຼາຍຢ່າງເປັນຕົ້ນ ແມ່ນການສຶກສາອົບໂຮມວຽກງານແນວຄິດການເມືອງແມ່ນໄດ້ຮັບການໃກ້ຊິດຕິດແທດຈາກຄະນະພັກເມືອງເຮັດໃຫ້ຮູ້ໄດ້ເຖິງເປົ້າໝາຍ ແລະ ສິ່ງຈຳເປັນທີ່ຈະຕ້ອງໄດ້ປະຕິບັດຕ່າງໆ ຍາດໄດ້ກຳລັງແຮງຂອງປະຊາ ຊົນເຂົ້າໃນວຽກງານລວມຂອງບ້ານໄດ້ຫຼາຍຂື້ນ, ສາມາດປັບປຸງກຳລັງ ປກຊ-ປກສ ໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນພາຍໃນບ້ານ, ລາຍຮັບຂອງປະຊາຊົນ ຜູ້ໜື່ງສະເລ່ຍ 1865 ໂດລາ ຕໍ່ຄົນຕໍ່ປີ, ຄອບຄົວກຸ້ມກິນ 39 ຄອບຄົວ, ຄອບຄົວເຫຼືອກິນ 466 ຄອບຄົວ, ມີຫົວໜ່ວຍທຸລະກິດ 136 ຫົວໜ່ວຍ, ແກ້ໄຂຄວາມທຸກຍາກໄດ້ຢ່າງຂາດຕົວ, ການສື່ສານຂອງບ້ານແມ່ນເຂົ້າສູ່ລະບົບເປັນຕົ້ນແມ່ນໄດ້ມີໂທລະໂຄ່ງ, ກະ ດານຂ່າວປະຈຳໜູ່ບ້ານສືບຕໍ່ປະຕິບັດລະບົບການສຶກສາທີ່ມີຢູ່ນັ້ນໂດຍໄດ້ຈັດຊຸດບຳລຸງການສຶກສາຊັ້ນມັດທະຍົມໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໄດ້100% ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານດ້ານສາທາລະນະສຸກ, ດັ່ງນັ້ນຄະນະອົງການປົກຄອງບ້ານຈື່ງໄດ້ສ້າງ ອສບ ປະຈຳບ້ານເພື່ອໃຊ້ໃນວຽກງານໃຫ້ທັນກັບສະພາບຄວາມຕ້ອງການຂອງປະຊາຊົນ ເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດຕ່າງໆ (ບ້ານນາເລົ່າ,2013).

         ຈາກເຫດຜົນດັ່ງກ່າວຜູ້ວິໄຈຈຶ່ງມີຄວາມສົນໃຈທີ່ຈະສຶກສາເຖິງບັນດາປັດໄຈຕ່າງໆທີ່ເຮັດໃຫ້ບ້ານນາເລົ່າ ກາຍເປັນບ້ານພັດທະນາ ເພື່ອເປັນແນວທາງໃຫ້ແກ່ການສ້າງບ້ານເປັນຫົວໜ່ວຍພັດທະນາຢູ່ໃນບ້ານອື່ນໆຕາມທິດນໍາ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະຍາດ ສ້າງບ້ານເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ເກີດດອກອອກຜົນ.

2.           ວັດຖຸປະສົງຂອງການສຶກສາ

 

1)   ເພື່ອສຶກສາເຖິງປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານນາເລົ່າ ເມືອງສີໂຄດຕະບອງກາຍເປັນບ້ານພັດທະນາ.

2)   ເພື່ອສຶກສາເຖິງບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

3.           ຂອບເຂດຂອງການສຶກສາ

         ປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ສຶກສາກໍລະນີ : ບ້ານນາເລົ່າ ເມືອງສີໂຄດນະບອງ

ມີຂອບເຂດຂອງການສຶກສາ ຄື:

1.  ຂອບເຂດດ້ານເນື້ອຫາ

             ການວິໄຈປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ສຶກສາກໍລະນີ : ບ້ານນາເລົ່າ ເມືອງສີໂຄດນະບອງ ນະຄອນຫຼວງວຽງຈັນ ຜູ້ວິໄຈຈະໄດ້ສຶກສາຕາມກອບແນວຄິດປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ປະກອບມີປັດໄຈດ້ານການສະໜັບສະໜູນຈາກໜ່ວຍງານຂອງລັດ, ປັດໄຈດ້ານການມີສ່ວນຮ່ວມ, ປັດໄຈດ້ານວັດທະນະທຳ-ສັງຄົມ, ປັດໄຈທາງດ້ານຊັບພະຍາກອນທຳມະຊາດ, ປັດໄຈທາງດ້ານເສດຖະກິດ, ປັດໄຈກ່ຽວກັບຜູ່ນຳຂອງບ້ານ ແລະ ປັດໄຈທາງດ້ານແນວຄິດຈິດໃຈ ດັ່ງແຜນວາດລຸ່ມນີ້ :



2.  ຂອບເຂດດ້ານປະຊາກອນ

             ປະຊາກອນທີ່ໃຊ້ໃນການສຶກສາຄັ້ງນີ້ປະກອບມີຫົວໜ້າຫ້ອງວ່າການເມືອງສີໂຄດຕະບອງ, ຮອງຫົວໜ້າຫ້ອງການພາຍໃນເມືອງສີໂຄດຕະບອງ, ວິຊາການຫ້ອງການພາຍໃນເມືອງສີໂຄດຕະບອງ, ເລຂາພັກບ້ານນາ ເລົ່າ, ນາຍບ້ານ, ຮອງນາຍບ້ານຜູ້ຮັບຜິດຊອບວຽກງານເສດຖະກິດຂອງບ້ານ, ຮອງນາຍບ້ານຜູ້ຮັບຜິດຊອບວຽກ ງານວັດທະນະທຳ-ສັງຄົມຂອງບ້ານ, ຄະນະສະຫະພັນແມ່ຍິງບ້ານນາເລົ່າ.

4. ຂອບເຂດດ້ານໄລຍະເວລາ

    ການວິໄຈເລື່ອງປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານນາເລົ່າ ເມືອງສີໂຄດຕະບອງ ກາຍເປັນບ້ານພັດທະນາ ແມ່ນສຶກສາໃນຊ່ວງກ່ອນທີ່ບ້ານນາເລົ່າຈະຖືກຮັບຮອງໃຫ້ເປັນບ້ານພັດທະນາ ໃນປີ ຄ. 2009.

5.           ຄາດຄະເນຜົນໄດ້ຮັບ

 

1.  ໄດ້ຮູ້ເຖິງປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານນາເລົ່າ ເມືອງສີໂຄດຕະບອງກາຍເປັນບ້ານພັດທະນາ.

2.  ໄດ້ຮູ້ເຖິງບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

3.  ເພື່ອທີ່ຈະເປັນແນວທາງໃຫ້ແກ່ການສ້າງບ້ານເປັນຫົວໜ່ວຍພັດທະນາຢູ່ໃນບ້ານອື່ນໆ. 

6.           ນິຍາມຄຳສັບສະເພາະ 

         1. ການສະໜັບສະໜູນຈາກໜ່ວຍງານຂອງລັດ ໝາຍເຖິງການສະໜັບສະໜູນຈາກສຳນັກງານປົກຄອງນະຄອນຫຼວງ, ເມືອງສີໂຄດຄະບອງ ໄດ້ມີການສະໜັບສະໜູນບ້ານໄປຕາມແນວທາງນະໂຍບາຍສາມສ້າງ, ມີການຕິດຕໍ່ປະສານງານກັບບ້ານເພື່ອຫາແນວທາງການພັດທະນາບ້ານ, ມີການຖ່າຍທອດຄວາມຮູ້ໃຫ້ແກ່ປະຊາຊົນ, ມີການຜັກດັນ ແລະ ກະຕຸ້ນໃຫ້ປະຊາຊົນພາຍໃນບ້ານດຳເນີນຕາມນະໂຍບາຍສາມສ້າງ.

       2. ການມີສ່ວນຮ່ວມ ໝາຍເຖິງ ການທີ່ປະຊາຊົນພາຍໃນບ້ານເຂົ້າໄປມີສ່ວນຮ່ວມໃນການສຶກສາ ແລະ ຄົ້ນຄວ້າກ່ຽວກັບບັນຫາຂອງບ້ານ, ມີສ່ວນຮ່ວມໃນການວາງແຜນພັດທະນາ, ມີສ່ວນຮ່ວມໃນການດຳເນີນການ ພັດທະນາ ແລະ ມີສ່ວນຮ່ວມໃນການຕິດຕາມປະເມີນຜົນການພັດທະນາບ້ານ.

       3. ວັດທະນະທຳ-ສັງຄົມ ໝາຍເຖິງປະຊາຊົນພາຍໃນບ້ານມີຄວາມສາມັກຄີ, ມີຄວາມຫ່ວງໃຍ,ມີຄວາມ ເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ມີການອະນຸລັກຮີດຄອງປະເພນີອັນດີງາມຂອງບ້ານ.

         4. ຊັບພະຍາກອນທຳມະຊາດ ໝາຍເຖິງ ບ້ານມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນພຽງພໍຕໍການນຳ ມາໃຊ້ໃຫ້ເກີດປະໂຫຍດ ແລະ ບ້ານມີການສົ່ງເສີມສະໜັບສະໜູນໃຫ້ມີການອະນຸລັກຊັບພະຍາກອນທຳມະ ຊາດໃຫ້ມີຄວາມອຸດົມສົມບູນ.

         5. ເສດຖະກິດ ໝາຍເຖິງ ປະຊາຊົນມີລາຍໄດ້ທີ່ເກີດຈາກການປະກອບອາຊີບທີ່ສຸດຈະລິດບົນພື້ນຖານ ຕາມຄວາມສາມາດຂອງຕົນເອງ ມີອາຊີບ ແລະ ລາຍໄດ້ພຽງພໍກັບຄອບຄົວ, ມີການປະກອບອາຊີບຢ່າງສະໝໍ່າສະ   ເໝີ ແລະ ສາມາດເພີ່ງພາຕົນເອງໄດ້.

         6. ຜູ້ນຳຂອງບ້ານ ໝາຍເຖິງ ນາຍບ້ານ ແລະ ຄະນະບ້ານ, ຫົວໜ້າຊາວໜຸມບ້ານ, ຫົວໜ້າແມ່ຍິງບ້ານ, ແນວໂຮມບ້ານ ຕະຫຼອດຮອດຫົວໜ້າໜ່ວຍທີ່ຢູ່ໃນບ້ານນາເລົ່າ ເມືອງສີໂຄດຕະບອງ ໂດຍຜູ້ນຳບ້ານໃຫ້ຄວາມສຳ ຄັນກັບການພັດທະນາບ້ານ, ຜັກດັນໃຫ້ປະຊາຊົນດຳເນີນການພັດທະນາຕາມທິດນຳສາມສ້າງຂອງກົມການເມືອງສູນກາງພັກວາງອອກ, ມີການເປີດໂອກາດໃຫ້ປະຊາຊົນໄດ້ຕັດສິນໄຈ ແລະ ຜູ້ນຳບ້ານມີຄວາມຊື່ສັດ, ມີຄວາມຍຸຕິທຳ.

         7. ຈິດໃຈ ໝາຍເຖິງ ປະຊາຊົນພາຍໃນບ້ານມີຄວາມພາກພູມໃຈໃນຊີວິດຂອງຕົນ, ມີຈິດໃຈທີ່ເຂັ້ມແຂງ ສາມາດຕໍ່ສູ້ກັບບັນຫາອຸປະສັກໄດ້ ຍຶດໝັ້ນໃນແນວທາງຄວາມຍຸຕິທຳ, ເສຍສະຫຼະຕໍ່ສ່ວນລວມ ແລະ ຜູ້ອື່ນ, ສະ ແຫວງຫາຄວາມຮູ້ພັດທະນາຕົນເອງຢູ່ສະເໝີ.

  

ພາກທີ2

ທົບທວນທິດສະດີ ແລະ ເອກະສານທີ່ກ່ຽວຂ້ອງ

 

         ການສຶກສາປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານນາເລົ່າ ເມືອງສີໂຄດຕະບອງ ກາຍເປັນບ້ານພັດທະນາ ຜູ້ວິໄຈໄດ້ທົບທວນທິດສະດີ ແລະ ເອກະສານທີ່ກ່ຽວຂ້ອງປະກອບມີ :

1.  ແນວຄວາມຄິດກ່ຽວກັບການພັດທະນາ

2.  ບົດບາດຂອງການສ້າງບ້ານເປັນຫົວໜ່ວຍພັດທະນາ

3.  ຫຼັກການໃນການສ້າງບ້ານພັດທະນາ

4.  ນະໂຍບາຍຂອງພັກ ແລະ ລັດຕໍ່ການສ້າງບ້ານເປັນຫົວໜ່ວຍພັດທະນາ

5.  ສະພາບການຈັດຕັ້ງປະຕິບັດການພັດທະນາຂອງບ້ານນາເລົ່າເມືອງສີໂຄດຕະບອງ

6.  ບົດຄົ້ນຄວ້າວິທະຍາສາດທີ່ກ່ຽວຂ້ອງ

 

2.1       ແນວຄວາມຄິດກ່ຽວກັບການພັດທະນາ

 

    2.1.1 ຄວາມໝາຍຂອງການພັດທະນາ

             ການພັດທະນາ ມາຈາກພາສາອັງກິດ Development ເຊິ່ງແປວ່າ : ການປ່ຽນແປງເທື່ອລະເລັກເທື່ອລະໜ້ອຍ ໂດຍຜ່ານລໍາດັບຂັ້ນຕອນຕ່າງໆ ໄປສູ່ລະດັບທີ່ຂະຫຍາຍຕົວຂຶ້ນ ແລະ ເໝາະສົມກວ່າເດີມ ຫຼື ອາດຈະກ້າວໜ້າໄປເຖິງຂັ້ນອຸດົມສົມບູນເປັນທີ່ໜ້າພໍ່ໃຈ ຄໍາວ່າ : ການພັດທະນາ ເປັນຄໍາສະເພາະທີ່ໃຊ້ປະກອບກັບຄໍາອື່ນໆໄດ້ເຊັ່ນ: ການພັດທະນາປະເທດ, ການພັດທະນາສັງຄົມ, ການພັດທະນາບ້ານ, ການພັດທະນາບຸກຄົນ ແລະ ອື່ນໆ. ເຊິ່ງມີຊຽ່ວຊານຫຼາຍທ່ານໄດ້ໃຫ້ທັດສະນະໄວ້​​ເຊັ່ນວ່າ :

 

    T. R. Batten (1959) ຜູ່ຊຽວຊານດ້ານການພັດທະນາຊຸມຊົນ ຂອງປະເທດອັງກິດໄດ້ໃຫ້ຄວາມໝາຍວ່າ: ການພັດທະນາ ໝາຍເຖິງການປ່ຽນແປງໃຫ້ດີຂຶ້ນ.

 

    Brookfield (1986) ໄດ້ໃຫ້ຄວາມໝາຍຂອງການພັດທະນາ ໂດຍເນັ້ນທາງດ້ານເສດຖະກິດວ່າ: ໝາຍເຖິງຄວາມກ້າວໜ້າ ທີ່ເອົາໃຈໃສ່​​ໃນການຈັດສັນສະຫວັດດີການ ເປັນຕົ້ນວ່າ: ການລຶບລ້າງຄວາມທຸກຍາກ, ຫຼຸດຜ່ອນການຫວ່າງງານ ແລະ ການຫຼຸດຜ່ອນຄວາມບໍ່ສະເໜີພາບທາງດ້ານເສດຖະກິດ.

 

             ວິທະຍາກອນ ຊຽງກູຣ (ກຸງເທບມະຫານະຄອນ ພ.ສ 2527) ໄດ້ໃຫ້ທັດສະນະວ່າ: ການພັດທະນາທີ່ແທ້ຈິງ ບໍ່ໄດ້ຂຶ້ນຢູ່ກັບການເພີ່ມປະລິມານສິນຄ້າ ຫຼື ການເພີ່ມລາຍຮັບເທົ່ານັ້ນ ມັນລວມໄປເຖິງການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສຸກ, ມີຄວາມສະ ດວກສະບາຍ, ມີຄວາມຢູ່ດີກິນດີ, ມີສະຫງົບ, ມີຄວາມຈະເລີນທາງດ້ານສີລະປະ, ວັດທະນາທໍາ ແລະ ຈິດໃຈ.


    2.2.2  ຄວາມໝາຍຂອງບ້ານ

 

                      ບ້ານແມ່ນເຂດການປົກຄອງທ້ອງຖິ່ນຂັ້ນຮາກຖານທີ່ຂື້ນກັບເມືອງ, ເທດສະບານ, ນະຄອນ, ບ້ານໜຶ່ງປະກອບດ້ວຍຫຼາຍຄອບຄົວ, ມີເຂດນໍ້າແດນດິນທີ່ລັດໄດ້ມອບໃຫ້ປົກປັກຮັກສາ, ນຳໃຊ້ ແລະ ພັດທະນາ (ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ,2016). ບ້ານແມ່ນຮາກຖານໜຶ່ງທີ່ເປັນບໍ່ເກີດກຳລັງແຮງຂອງຊາດ ແລະ ການປະຕິວັດ, ເປັນບ່ອນດຳລົງຊີວິດ ແລະ ທຳມາຫາກິນຂອງປະຊາຊົນ, ເປັນບ່ອນຈັດຕັ້ງປະຕິວັດໂດຍກົງບັນດາແນວທາງນະໂຍບາຍຂອງພັກ ແລະ ລະບຽບຂອງກົດໝາຍລັດ ທັງເປັນບ່ອນປະຕິບັດສິດ ແລະ ພັນທະໂດຍກົງຂອງພົນລະເມືອງໃນວຽກງານ 4 ດ້ານເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານພັດທະນາເສດຖະກິດ, ວຽກງານພັດທະນາວັດທະນາທຳ ສັງຄົມ ແລະ ວຽກງານສ້າງລະບົບປະຊາທິປະໄຕ ຢູ່ຮາກຖານ.

 

    2.1.3  ຄວາມໝາຍກ່ຽວກັບບ້ານພັດທະນາ

 

             ບ້ານແມ່ນອົງການປົກຄອງຂັ້ນຮາກຖານ ໃນລະບົບການປົກຄອງຂອງ ສປປ ລາວ, ເປັນບ່ອນຮັບຜິດ ຊອບ ແລະ ຈັດຕັ້ງປະຕິບັດທຸກແນວທາງ, ແຜນການ, ນະໂຍບາຍ ແລະ ລະບຽບກົດໝາຍ ທີ່ພັກ-ລັດ ກໍໍ່ຄືອຳ ນາດການປົກຄອງຂັ້ນຕ່າງໆວາງອອກ ການສ້າງບ້ານທົ່ວໄປ ຫຼື ສ້າງບ້ານໃຫຍ່ໃຫ້ກາຍເປັນບ້ານພັດທະນາ ແມ່ນການຍົກລະດັບຕື່ມອີກບາດກ້າວໜຶ່ງ ຂອງວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ທັງເປັນການກໍ່ສ້າງໜໍ່ແໜງ ແລະ ປະຖົມປັດໄຈນິຍົມແຕ່ຮາກຖານຂຶ້ນມາ ບ້ານພັດທະນາ ແມ່ນບ້ານທີ່ໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍສະເພາະແມ່່ນຕ້ອງໄດ້ຮັບການພັດທະນາ ໃຫ້ບັນລຸຕາມ 4 ເນື້ອໃນ 4 ຄາດໝາຍຂອງການພັດທະນາທີ່ກົມການເມືອງສູນກາງພັກໄດ້ວາງໄວ້ເຊັ່ນ: ການພັດທະນາທາງດ້ານການເມືອງ, ການພັດທະ ນາທາງດ້ານເສດຖະກິດ, ການພັດທະນາທາງດ້ານວັດທະນະທຳ-ສັງຄົມ ແລະ ການພັດທະນາທາງດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ເຊິ່ງມີມາດຕະຖານຂອງການພັດທະນາຂອງບ້ານ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ທີ່ນາຍົກລັດຖະມົນຕີໄດ້ວາງອອກຄື :

    ບ້ານພັດທະນາແມ່ນບ້ານທີ່ບັນລຸມາດຕະຖານເງື່ອນໄຂໃນການພັດທະນາດັ່ງນີ້ :

         -   ລະບົບການຈັດຕັ້ງບ້ານໜັກແໜ້ນ ແລະ ເຂັ້ມແຂງປະກອບມີທັງຍິງ ແລະ ຊາຍ, ໃນນັ້ນມີໜ່ວຍພັກທີ່ໄດ້ຢັ້ງຢືນເປັນໜ່ວຍພັກແຂງ, ມີອົງການປົກຄອງບ້ານ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວປະຕິບັດໜ້າທີ່ຢ່າງເປັນປົກກະຕິ.

ປະຊາຊົນພາຍໃນບ້ານມີຄວາມຕື່ນຕົວທາງການເມືອງ, ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດ  ໝາຍບ້ານເມືອງດີ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ.

ເປັນບ້ານແບບຢ່າງດ້ານປ້ອງກັນຊາດດີ.

ເປັນບ້ານປ້ອງກັນຄວາມສະຫງົບດີ.

ເປັນບ້ານປອດຄະດີ.

ເປັນບ້ານປອດຢາເສບຕິດ.

ມີກຸ່ມການຜະລິດ ແລະ ການບໍລິການເປັນສິນຄ້າ.

ມີຄັງສະສົມ ຫຼື ກອງທຶນຂອງບ້ານ ຫຼື ສາມາດເຂົ້າເຖິງການບໍລິການດ້ານສິນເຊື່ອ.

ບ້ານມີແຜນຜັງບ້ານທີ່ດີ ແລະ ມີການຈັດຕັ້ງປະຕິບັດຕາມແຜນຜັງ.

ມີການຈັດສັນພູມລຳເນົາຄົງທີ່ ແລະ ບ່ອນທຳມາຫາກິນຖາວອນໃຫ້ແກ່່ປະຊາຊົນ, ມີເສັ້ນທາງຄົມມະ ນາຄົມເຂົ້າເຖິງບ້ານທີ່ສາມາດທຽວໄດ້ຕະຫຼອດປີ.

ມີຕາຂ່າຍໄຟຟ້າໃນລະບົບ.

ເປັນບ້ານແບບຢ່າງທາງດ້ານສາທາລະນະສຸກ.

ເປັນບ້ານສຳເລັດການສຶກສາພາກບັງຄັບ (ຈົບຊັ້ນປະຖົມ).

ເປັນບ້ານວັດທະນະທຳ.

ມີຫ້ອງການ, ສະໂມສອນບ້ານ ແລະ ສູນຂໍ້ມູນຂ່າວສານຂອງບ້ານ.

ເປັນບ້ານທີ່ມີການປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ມີສະຖານທີ່ສາທາລະນະຮັບໃຊ້ກິດຈະການລວມຂອງບ້ານ ຫຼື ການຫຼິ້ນກິລາປະເພດໃດໜຶ່ງ.

 

    2.1.4  ຄວາມໝາຍໃນການສ້າງບ້ານເປັນຫົວໜ່ວຍພັດທະນາ

 

             ການສ້າງບ້ານເປັນຫົວໜ່ວຍພັດທະນາ ແມ່ນການຢຶດໝັ້ນແນວທາງປະຊາຊົນ ອັນເປັນມູນເຊື້ອຂອງພັກເຮົາ ໝາຍເຖິງຂະບວນການວິວັດແຫ່ງການປັບປຸງກໍ່ສ້າງຫົວໜ່ວຍພື້ນຖານຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ມີຄວາມເຂັ້ມແຂງ ດ້ວຍການກໍານົດມາດຕະການຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ເພື່ອແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ບ້ານກາຍເປັນພື້ນຖານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບອັນໝັ້ນຄົງ ຂອງລະບອບ ປະຊາທິປະໄຕ ປະຊາຊົນ ເພາະສະນັ້ນ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ຈຶ່ງກວມເອົາທຸກກິດຈະກໍາການພັດທະນາດ້ານຕ່າງໆ ທີ່ປະຕິບັດຢູ່ບ້ານເຊັ່ນ: ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ສົ່ງເສີມການຜະລິດ ແລະ ການບໍລິການເປັນສິນຄ້າ, ການສ້າງບ້ານວັດທະນະທໍາ, ການສ້າງບ້ານປອດຄະດີ, ບ້ານປອດຢາເສບຕິດ ແລະ ອື່ນໆ ອີກໝາຍຄວາມວ່າທຸກບັນດາກິດຈະກໍາຂອງການພັດທະນາໂຮມເຂົ້າກັນເອີ້ນວ່າ: ຂະບວນການສ້າງບ້ານເປັນຫົວໜ່ວຍພັດທະນາ, ເຊິ່ງຜົນໄດ້ຮັບສຸດທ້າຍແມ່ນບ້ານພັດທະນາທັງນີ້ກໍ່ເພື່ອບັນລຸຈຸດມຸ້ງໝາຍໃນຕໍ່ໜ້າທີ່ວ່າ: ປະຊາຊົນຮັ່ງມີຜາສຸກ ແລະ ປະເທດຊາດຮັ່ງມີເຂັ້ມແຂງ ເຊິ່ງເປັນການສ້າງປະຖົມປັດໄຈພື້ນ ຖານໃຫ້ປະເທດເຮົາຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020.

ສະນັ້ນ, ການສ້າງບ້ານພັດທະນາ ຈຶ່ງເປັນວຽກງານຍຸດທະສາດທີ່ມີລັກສະນະຍາວນານຂອງການສືບຕໍ່ກໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ ສໍາລັບ ສປປ ລາວນັ້ນ ພັກ ແລະ ລັດໄດ້ຖືເອົາການພັດທະນາທາງດ້ານເສດຖະກິດ-ສັງຄົມ ແມ່ນຄວາມຈໍາເປັນອັນດັບໜື່ງ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງປວງຊົນລາວ ເພາະວ່າການພັດທະນາປະສົບຜົນສໍາເລັດສູງເທົ່າໃດ ກໍ່ເປັນການເຊີດຊູບົດບາດ ແລະ ອິດທິພົນຂອງພັກສູງຂຶ້ນເທົ່ານັ້ນ ທັງຮັບປະກັນການກໍາອໍານາດຂອງພັກມີຄວາມໝັ້ນຄົງ, ເສີມຂະຫຍາຍລັກສະນະດີເລີດຂອງລະບອບປະຊາທິປະໄຕ ປະຊາຊົນ ເຮັດໃຫ້ຄວາມປາຖະໜາທີ່ວ່າ: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມີຄວາມມັ່ງຄັ້ງເຂັ້ມແຂງ, ສັງຄົມມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ປະກົດຜົນເປັນຈິງ. ດັ່ງນັ້ນ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ຫຼື ສ້າງບ້ານພັດທະນາແມ່ນການນໍາເອົາແນວທາງນະໂຍ ບາຍ, ມະຕິຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດກໍ່ຄືອຳນາດການປົກຄອງທ້ອງຖິ່ນ, ທັງແມ່ນການຫັນເອົາພະນັກງານ, ວິຊາການ, ເຕັກນິກທຶນຮອນລົງສົມທົບກັບອໍານາດການປົກຄອງບ້ານ, ກຸ່ມບ້ານເພື່ອປຶກສາຫາລື, ໃຫ້ຄໍາເຫັນ, ໃຫ້ຄໍາແນະນໍາແກ່ປະຊົນຊົນເພື່ອຊອກຊ່ອງທາງ ແລະ ວິທີການຈັດຕັ້ງປະຕິບັດ 4 ເນື້ອໃນ 4 ໜ້າວຽກ ໃຫ້ເກີດດອກອອກຜົນຢ່າງແທ້ຈິງຕາມຄາດໝາຍຂອງບ້ານພັດທະນາທີ່ວາງໄວ້.

 

1)  ຄວາມສຳຄັນຕໍ່ການປົກປັກຮັກສາ ຫຼື ການສ້າງຄວາມໝັ້ນຄົງໃຫ້ແກ່ລະບອບປະຊາທິປະໄຕ ປະຊາຊົນ ໂດຍເລີ່ມຈາກຮາກຖານຂຶ້ນມາ

 

 ພວກເຮົາລ້ວນແຕ່ຮູ້ດີວ່າແຕ່ລະລະບອບສັງຄົມ-ການເມືອງ ຕ່າງກໍ່ມີໂຄງສ້າງສະເພາະຂອງຕົນ ເຊິ່ງໃນທິດສະດີມາກ-ເລນິນ ເອີ້ນວ່າ: ໂຄງບົນ ແລະ ໂຄງລ່າງ. ລະບອບການເມືອງໃດກໍ່ຕາມມັນຈະໝັ້ນຄົງຍືນຍົງໄດ້ ຫຼື ບໍ່ນັ້ນລ້ວນແຕ່ຂຶ້ນກັບຄວາມແຂງແກ່ນຂອງໂຄງລ່າງ ຫຼື ໂຄງສ້າງພື້ນຖານທາງດ້ານເສດຖະກິດ, ວັດຖຸ-ເຕັກນິກ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ຖ້າຫາກໂຄງສ້າງພື້ນຖານດັ່ງກ່າວນັ້ນບໍ່ແຂງແກ່ນ ໂຄງບົນກໍ່ຈະເກີດຄວາມຄອນແຄນ-ອ່ອນແອ ແລະ ຍຸບລົງໃນທີ່ສຸດ.

 

ສະນັ້ນ, ກົມການເມືອງຈຶ່ງໄດ້ອອກມະຕິເລກທີ 09 ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ຄຳສັ່ງແນະນຳເລກທີ 03 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ມະຕິເລກທີ 03 ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮູ້ນຳພາຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ເຊິ່ງໃນນັ້ນແມ່ນເອົາການສ້າງບ້ານເປັນຫົວໜ່ວຍພັດທະນາ ເປັນບູລິມາສິດສະເພາະໜ້າ ແລະ ຍາວນານ ທັງນີ້ກໍ່ເພື່ອເປັນການສ້າງໂຄງລ່າງທາງດ້ານເສດຖະກິດ ແລະ ພື້ນຖານວັດຖຸ-ເຕັກນິກ ຂອງລະບອບປະຊາທິປະໄຕ ຢູ່ຂັ້ນຮາກຖານໃຫ້ມີຄວາມແຂງແກ່ນໝັ້ນຄົງ ເພາະວ່າການສ້າງບ້ານເປັນຫົວໜ່ວຍພັດທະນາແມ່ນມີຄວາມສຳຄັນຫຼາຍ ແລະ ແມ່ນວຽກສຳຄັນຕົ້ນຕໍໃນຍຸດທະສາດການກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານເພື່ອສ້າງຫົວໜ່ວຍປົກຄອງລຸ່ມສຸດທີ່ເປັນພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ຖ້າຫາກບ້ານສ່ວນຫຼວງຫຼາຍຢູ່ໃນປະເທດເຮົາໄດ້ເປັນບ້ານພັດທະນາ ແລະ ມີຄວາມເຂັ້ມແຂງລະບອບເຮົາກໍ່ຄືລັດປະຊາທິປະໄຕ ປະຊາຊົນ ກໍ່ມີຄວາມເຂັ້ມແຂງ ແລະ ໜັ້ນຄົງ, ການພັດທະນາກໍ່ມີຄວາມຢືນຍົງ (ພັກປະຊາຊົນປະຕິວັດລາວ, 2011).

 

2)  ຄວາມສຳຄັນຕໍ່ກັບການສ້າງສາພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ສ້າງເງື່ອນໄຂກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ

 

 ການນຳເອົາປະເທດຊາດຂອງພວກເຮົາກ້າວຂຶ້ນສັງຄົມນິຍົມ ແມ່ນອຸດົມການອັນດຽວຂອງພັກເຮົາ. ຢາກກ້າວໄປເຖິງຈຸດນັ້ນ ຕ້ອງໄດ້ນຳເອົາປະເທດຊາດຂອງພວກເຮົາພົ້ນຈາກຄວາມດ້ອຍພັດທະນາເສຍກ່ອນ ສະນັ້ນ, ພັກເຮົາຈຶ່ງໄດ້ວາງຄາດໝາຍຍຸດທະສາດ ເຮັດໃຫ້ປະເທດເຮົາຫຼຸດພົ້ນຈາກຄວາມດ້ອຍພັດທະນາ ໃນປີ 2020 ເຊິ່ງແມ່ນພາລະໜ້າທີ່ອັນສຳຄັນຢ່າງຍິ່ງ ສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ, ພວກເຮົາທຸກຄົນຕ້ອງເຂົ້າຮ່ວມ ດ້ວຍຄວາມຕັດສິນໃຈສູງ ແລະ ເຮັດແທ້ທຳຈິງເພາະ ຖ້າປະເທດເຮົາບໍ່ຫຼຸດພົ້ນຈາກຄວາມດ້ອຍພັດທະນາ ໃນປີ 2020 ລະດັບຄວາມແຕກໂຕນ ດ້ານການພັດທະນາລະຫວ່າງປະເທດເຮົາ ກັບບັນດາປະເທດໃນພາກພື້ນອາຊີອາຄະເນ ແລະ ປະເທດອື່ນໆ ທີ່ພັດທະນາແລ້ວ ຍິ່ງຈະຫ່າງຕື່ມອີກ ປະເທດເຮົາຍິ່ງຈະຈົມເລິກຢູ່ໃນຄວາມຫຼ້າຫຼັງ, ປະຊາຊົນເຮົາຈໍານວນຫຼວງຫຼາຍຍັງຈະຢູ່ໃນສະພາບທຸກຍາກຂາດເຂີນ, ປະເທດເຮົາຈະຢູ່ໃນສະພາບທີ່ອ່ອນນ້ອຍ-ດ້ອຍກຽດສັກສີ ເຊິ່ງໃນທີ່ສຸດປະເທດອື່ນຈະບໍ່ໃຫ້ຄວາມສຳຄັນ ແລະ ກາຍເປັນປະເທດທີ່ຖືກລືມ (ພັກປະຊາຊົນປະຕິວັດລາວ, 2011).

 

ເພື່ອເປັນການນຳເອົາປະເທດຊາດຫຼຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວນັ້ນ, ເຮົາຕ້ອງມີການພັດທະນາໂດຍເລີ່ມຈາກຮາກຖານ, ຖືເອົາການສ້າງບ້ານເປັນຫົວໜ່ວຍພັດທະນາ ເປັນວຽກງານຈຸດສຸມທີ່ສຳຄັນ. ເພາະວ່າ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ແມ່ນການພັດທະນາທຸກກິດຈະກຳຕ່າງໆພາຍໃນບ້ານ ເຊິ່ງມີຄວາມຈຳເປັນຫຼາຍຕໍ່ການພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະກໍ່ຄືການພັດທະ ນາຊີວິດການເປັນຢູ່ຂອງປະຊາຊົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ຖ້າບ້ານທຸກບ້ານກາຍເປັນບ້ານພັດທະນາ, ເມືອງກໍ່ຈະກາຍເປັນເມືອງພັດທະນາ ແລະ ປະເທດຊາດກໍ່ຈະຫຼຸດພົ້ນຈາກຄວາມດ້ອຍພັດທະນາ.

 

2.2   ບົດບາດຂອງການສ້າງບ້ານເປັນຫົວໜ່ວຍພັດທະນາ

ການສ້າງບ້ານເປັນຫົວໜ່ວຍພັດທະນາ ນັບວ່າເປັນວຽກງານຍຸດທະສາດ ໃນຂະບວນວິວັດແຫ່ງການປ່ຽນ ແປງໃໝ່່ຮອບດ້ານ ເຊິ່ງມີບົດບາດສຳຄັນຫຼາຍ ຕໍ່ກັບການພັດທະນາປະ ເທດຊາດຂອງພວກເຮົາໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ໂດຍເລີ່ມຈາກຮາກຖານຂຶ້ນມາ  ເພາະການສ້າງບ້ານເປັນຫົວໜ່່ວຍພັດທະນາ ແມ່ນກວມເອົາໝົດກິດຈະກຳພັດ ທະນາດ້ານຕ່າງໆ ທີ່ປະຕິບັດຢູ່ໃນບ້ານ ມີບົດບາດເຮັດໃຫ້ບ້ານກາຍເປັນບ້ານພັດທະ ນາທີ່ບັນລຸຕາມ 4 ເນື້ອໃນ 4 ໜ້າວຽກຄື:

 

1)  ບົດບາດທາງດ້ານການເມືອງ ແລະ ການພັດທະນາອົງການປົກຄອງບ້ານໃນລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ

 

ເນື່ອງຈາກວ່າການສ້າງບ້ານເປັນຫົວໜ່ວຍພັດທະນາ ໄດ້ຖືເອົາການດໍາເນີນໂຄສະນາສຶກສາອົບຮົມການ ເມືອງ-ແນວຄິດຕິດແໜ້ນກັບການປັບປຸງກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນເຂັ້ມແຂງເປັນອັນຕັດສິນຜົນ ສຳເລັດ. ສະນັ້ນ, ການເຮັດໃຫ້ປະຊາຊົນພາຍໃນບ້ານມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍບ້ານເມືອງດີ, ມີຄວາມສາມັກຄີຮັກແພງຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ຈຶ່ງແມ່ນວຽກຈຳເປັນຂອງການສ້າງບ້ານພັດທະນາ ເຊິ່ງວຽກງານດັ່ງກ່າວນີ້ ຕ້ອງໄດ້້ດຳເນີນເປັນປົກກະຕິ, ດ້ວຍຫຼາຍຮູບຫຼາຍແບບ ແລະ ຫຼາຍວິທີການ ນັບທັງການໂຄສະນາສຶກສາອົບຮົມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍລັດໃຫ້ປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈ ປະກອບກັບການປຸກລະດົມປະຊາຊົນ ໃຫ້ມີຄວາມຕື່ນຕົວ, ເປັນເຈົ້າການທໍາມາຫາກິນແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຢູ່ດີກິນດີ ແກ່ຄອບຄົວ ໂດຍຮັບການແນະນຳຈາກການຈັດຕັ້ງຢ່າງແທດເໝາະກັບລະດັບຄວາມຮູ້ຂອງປະຊາຊົນ.

 

ການສ້າງບ້ານເປັນຫົວໜ່ວຍພັດທະນານັ້ນ ແມ່ນເຮັດໃຫ້ລະບົບການຈັດຕັ້ງບ້ານມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ປະກອບມີທັງຍິງ ແລະ ຊາຍ ໃນນັ້ນມີໜ່ວຍພັກທີ່ໄດ້ຢັ້ງຢືນເປັນໜ່ວຍພັກແຂງ, ມີອົງການປົກຄອງບ້ານ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວປະຕິບັດໜ້າທີ່ຢ່າງເປັນປົກກະຕິ. ເຊິ່ງຕ້ອງມີການປັບປຸງ ແລະ ກໍ່ສ້າງໜ່ວຍພັກ, ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວອົງການແນວລາວສ້າງຊາດ ແລະ ອົງ ການມະຫາຊົນອື່ນໆຢູ່ຂັ້ນບ້ານ, ປະກອບກັບການເພີ່ມຄວາມເອົາໃຈໃສ່​​ຕໍ່ການປັບປຸງ ແລະ  ຍົກລະດັບຄວາມຮູ້, ຄວາມສາມາດດ້ານການຄຸ້ມຄອງ ແລະ ການບໍລິຫານຂັ້ນບ້ານ ໂດຍມີການ​​ຝືກອົບຮົມບໍາລຸງສ້າງບຸກຄະລາກອນທີ່ເປັນນາຍບ້ານ, ຮອງນາຍບ້ານ, ພະນັກງານຂອງບ້ານ, ປັບປຸງລະບອບການອຸດໜູນ ແລະ ນະໂຍບາຍທີ່ຈໍາເປັນອື່ນໆ ໃຫ້ຂັ້ນບ້ານຢ່າງເໝາະສົມ. ເພື່ອຮັບປະກັນໃຫ້ອົງການປົກຄອງບ້ານສາມາດເຄື່ອນໄຫວຕາມພາລະບົດບາດ, ຂອບເຂດສິດ, ໜ້າທີ່ຂອງຕົນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ດໍາລົງບົດບາດຕັດສິນບັນຫາໃຫ້ຖືກຕ້ອງຊັດເຈນ. ໃຫ້ເໝາະສົມກັບອຸດົມຄະຕິຂອງອົງການປົກຄອງບ້ານ​​ທີ່ວ່າ ບໍລິສຸດຕໍ່ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຈິງໃຈ, ອຸດທິດຕົນເພື່ອຄວາມຈະເລີນວັດ ທະນາຂອງຊາດ ແລະ ຄວາມຮັ່ງມີຂອງປະຊາຊົນ (ຄະນະໂຄສະນາອົບຮົມສູນກາງພັກ, 2002).


2)  ບົດບາດໃນການພັດທະນາທາງດ້ານເສດຖະກິດ ແລະ ລົບລ້າງຄວາມທຸກຍາກ

 

ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນເປັນພາລະກໍາຂອງພັກ ເປັນໜ້າທີ່ບູລິມະສິດຂອງລັດ ແລະ ທົ່ວປວງຊົນຖ້າຫາກຄວາມທຸກຍາກບໍ່ໄດ້ຮັບການແກ້ໄຂ ປະເທດເຮົາກໍ່ບໍ່ສາມາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ພວກເຮົາຕ້ອງເຂົ້າໃຈເອກະພາບກັນວ່າ ການແກ້ໄຂຄວາມທຸກຍາກ, ການສ້າງຄວາມພໍຢູ່ພໍກິນ ແລະ ຄວາມຮັ່ງມີຂອງຄອບຄົວນັ້ນແມ່ນວຽກງານໃຈກາງຂອງການພັດທະນາຊົນນະບົດ ​​ເຊີິ່ງໄດ້ສົມທົບຢ່າງກົມກຽວລະຫ່ວາງການແກ້ໄຂຄວາມທຸກຍາກຂອງຄອບຄົວກັບການແກ້ໄຂຄວາມທຸກຍາກຂອງຊຸມຊົນ ແລະ ຂອງບ້ານ”        (ພັກປະຊາຊົນປະຕິວັດລາວ, 2006).

 

ສະນັ້ນ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ແມ່ນການສຸມທຸກກຳລັງ ແລະ ສຸມທຸກການຊີ້ນຳ ເຂົ້າໃສ່ການແກ້ໄຂຄວາມທຸກຍາກ ດ້ວຍການສົ່ງເສີມການຜະລິດ ແລະ ການບໍລິການເປັນສິນຄ້າ, ປັບປຸງຄຸນນະພາບຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍການເອົາໃຈໃສ່ສ້າງເງື່ອນໄຂ ແລະ ປັດໄຈອັນຈຳເປັນຈຳນວນໜຶ່ງເຊັ່ນ: ການກໍ່ສ້າງ ແລະ ຂະ ຫຍາຍພື້ນຖານໂຄງລ່າງ ຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ການສະໜອງທຶນ (ເປັນເງິນ, ສັດລ້ຽງ, ແນວພັນ ຫຼື ວັດຖຸອື່ນໆ) ທີ່ຈໍາເປັນໃຫ້ແກ່ປະຊາຊົນ, ເອົາໃຈໃສ່ຕໍ່ການ ຈັດຕັ້ງຝຶກອົບຮົມ, ມີການຕິດຕາມ, ຊີ້ນຳ ແລະ ຊ່ວຍໜູນ ທາງດ້ານວິຊາການກ່ຽວກັບການປູກຝັງ-ລ້ຽງສັດຂອງປະຊາຊົນໃຫ້ມີປະສິດທິຜົນ, ມີຕະຫຼາດຊື້-ຂາຍ ຮອງຮັບ ແລະ ມີການປຸງແຕ່ງຍິ່ງເປັນການດີ, ມີຄັງສະສົມ ຫຼື ກອງທຶນຂອງບ້ານ ທີ່ຊາວບ້ານສາມາດເຂົ້າເຖິງການບໍລິການດ້ານສິນເຊື່ອນັ້ນໄດ້, ມີການຈັດສັນພູມລຳເນົາຄົງທີ່ ແລະ ບ່ອນທຳມາຫາກິນຖາວອນໃຫ້ແກ່່ປະຊາຊົນ, ຈັດຕັ້ງກຸ່ມຜູ່ຜະລິດ, ກຸ່ມລ້ຽງສັດ, ກຸ່ມຫັດຖະກໍາ, ກຸ່ມຜູ່ຜະ ລິດເຂົ້າ-ພືດພັກປອດສານພິດ ແລະ ອື່ນໆ ເຊິ່ງວຽກງານເຫຼົ່ານີ້ເປັນວຽກງານພື້ນຖານ ໃນການພັດທະນາເສດຖະ ກິດແຫ່ງຊາດເວົ້າລວມ, ເວົ້າສະເພາະແມ່ນການພັດທະນາເສດຖະກິດຂອງຄອບຄົວກໍ່ຄືບ້ານ ແລະ ລົບລ້າງຄວາມ ທຸກຍາກຂອງປະຊາຊົນຢ່າງແທ້ຈິງ.

 

3)   ບົດບາດໃນການປົກປັກຮັກສາວັດທະນະທຳ ແລະ ການພັດທະນາສັງຄົມ

 

          ບ້ານ ແມ່ນບ່ອນດຳລົງຊີວິດ ແລະ ທຳມາຫາກິນ ເປັນປະຈຳໃນແຕ່ລະວັນຂອງປະຊາຊົນ ສະນັ້ນ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ຕ້ອງເຮັດໃຫ້ບ້ານມີການພັດທະນາທາງດ້ານວັດທະນະທຳ-ສັງຄົມ ທີ່ສົມຄູ່ກັບເສດຖະກິດ ເພື່ອເຮັດໃຫ້ບ້ານເປັນບ່ອນຢູ່ອາໄສ ທີ່ມີຊີວິດຊີວາ ແລະ ມີພື້ນຖານແຫ່ງການພັດທະນາແບບຍືນຍົງ ໂດຍການອະນຸລັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອວັດທະນະທຳ-ປະເພນີ ຂອງປະຊາຊົນບັນດາເຜົ່າໃນແຕ່ລະບ້ານ, ມີການຈັດ ງານເທດສະການ ຫຼື ກິດຈະກຳສົ່ງເສີມວັດທະນະທຳຂອງເຜົ່າຕ່າງໆຢ່າງເປັນປະຈຳຕາມມູນ ເຊື້ອ ແລະ ປະເພນີ, ຢູ່ແຕ່ລະບ້ານມີການຈັດຕັ້ງການຮຽນໜັງສື ເພື່ອລົບລ້າງການກືກໜັງສື, ຈັດຕັ້ງໂຄສະນາສຸຂະສຶກສາເປັນປົກກະຕິ, ປ້ອງກັນ ແລະ ເຝົ້າລະວັງການເກີດພະ ຍາດ ແລະ ໄດ້ຮັບການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ, ມີການເກີດລູກຢູ່ສຸກສາ ລາ ຫຼື ໂຮງໝໍ ເຊິ່ງວຽກງານຕ່າງໆເລົ່ານີ້ ລ້ວນແລ້ວແຕ່ເປັນພື້ນຖານໃນການພັດທະນາວັດ ທະນະທຳ-ສັງຄົມ.ສະນັ້ນ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ຈຶ່ງໄດ້ກວມເອົາການສ້າງບ້ານໃຫ້ເປັນເປັນບ້ານວັດທະນະທຳ, ບ້ານແບບຢ່າງທາງດ້ານສາທາລະນະສຸກ, ເປັນບ້ານສຳເລັດການສຶກສາພາກບັງຄັບ (ຈົບຊັ້ນປະຖົມ), ເປັນບ້ານທີ່ມີການປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ມີຫ້ອງການ, ມີສະໂມ ສອນບ້ານ ແລະ ສູນຂໍ້ມູນຂ່າວສານຂອງບ້ານ ເພື່ອເປັນການສ້າງເງື່ອນໄຂໃຫ້ແກ່ການບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາອັນໜັກແໜ້ນໃນຂັ້ນຕໍ່ໄປ.

 

 

4)  ບົດບາດໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງປະເທດຊາດ ໂດຍເລີ່ມຈາກຂັ້ນຮາກຖານ

 

ເພື່ອເຮັດໃຫ້ບ້ານມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເປັນບ້ານປອດຢາເສບຕິດ, ເປັນບ້ານປອດຄະດີ ໂດຍມີຊາວບ້ານເອງເຂົ້າຮ່ວມເປັນກຳລັງຕົ້ນຕໍໃນໜ່ວຍກອງຫຼອນ ແລະ ໜ່ວຍປ້ອງກັນຄວາມສະຫງົບ ໃນການສ້າງບ້ານເປັນຫົວໜ່ວຍພັດທະນາ ຈະຕ້ອງມີການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຢູ່ຮາກຖານບ້ານ ແລະ ກຸ່ມບ້ານຢ່າງເປັນລະບົບຕໍ່ເນື່ອງປົກກະຕິ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມບ້ານສູ້ຮົບຕິດລ່ຽນໃນບັນດາເຂດ ແລະ ບໍລິເວນຈຸດສຸມ, ແກ້ໄຂໃຫ້ໄດ້ໜໍ່ແໜງ ແລະ ປັດໄຈຂອງຄວາມບໍ່ສະຫງົບປອດໄພ. ໂດຍການຈັດຕັ້ງໜ່ວຍກອງຫຼອນ ແລະ ໜ່ວຍປ້ອງກັນຄວາມສະຫງົບຂອງບ້ານ ແລະ ກຸ່ມບ້ານໂດຍມີການຫັດແອບ, ຝຶກຊ້ອມເປັນປົກກະຕິ, ມີການປະກອບອາວຸດຢ່າງເໝາະສົມ, ມີການກຳນົດລະ ບຽບການເຄື່ອນໄຫວ, ປະສານສົມທົບ ແລະ ກຳນົດຂອບເຂດຄວາມຮັບຜິດຊອບໃຫ້ຈະແຈ້ງລະຫວ່າງກຳລັງຕ່າງໆ, ທັງມີການປະຕິບັດລະບອບນະໂຍບາຍທີ່ເໝາະສົມ, ກຳນົດລະບຽບການຄຸ້ມຄອງພົນລະເມືອງ ແລະ ລະ ບຽບການຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ, ລວມທັງລະບຽບການເສຍຄ່າທຳນຽມຕ່າງໆ ສຳລັບພົນລະເມືອງຢູ່ຂັ້ນບ້ານ ໃຫ້ເປັນລະບົບເອກະພາບ, ຕັ້ງໜ້າກຳຈັດ ແລະ ແກ້ໄຂ້ການປູກຝິ່ນ, ບັນຫາຢາເສບຕິດ, ບັນຫາການພະນັນ ແລະ ປະກົດການຫຍໍ້ທໍ້ອື່ນໆ ໃນສັງຄົມຢ່າງຈິງຈັງ ດ້ວຍກຳລັງແຮງສັງລວມ ທີ່ມີຢູ່ໃນແຕ່ລະຮາກຖານບ້ານ ເພື່ອເຮັດໃຫ້ບ້ານເປັນບ້ານແບບຢ່າງດ້ານປ້ອງກັນຊາດດີ, ເປັນບ້ານປ້ອງກັນຄວາມສະຫງົບດີເປັນບ້ານປອດຢາເສບຕິດ, ເປັນບ້ານປອດຄະດີ.

 

2.3  ຫຼັກການໃນການສ້າງບ້ານພັດທະນາ

 

 ບ້ານພັດທະນາຕ້ອງບັນລຸໄດ້ 4 ຄາດໝາຍດັ່ງນີ້ (ກົມການເມືອງສູນກາງພັກ, 2011) :

 

1) ບ້ານມີລະບົບການເມືອງທີ່ເຂັ້ມແຂງ: ໃນນັ້ນມີຫົວໜ່ວຍພັກທີ່ໄດ້ຮັບການກໍ່ສ້າງ ແລະ ຢັ້ງຢືນເປັນໜ່ວຍພັກແຂວງ, ມີອົງການປົກຄອງບ້ານ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ທີ່ເຄື່ອນໄຫວຕາມພາລະໜ້າທີ່ຢ່າງເປັນປົກກະຕິ ສາມາດເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາຊັ້ນຄົນ, ບັນດາເຜົ່າໃນບ້ານ, ທັງປຸກລະດົມ ແລະ ຈັດຕັ້ງນຳພາຊາວບ້ານເປັນກຳລັງແຮງ ໃນການສ້າງສາພັດທະນາບ້ານຊ່ອງ.

2) ຊາວບ້ານໄດ້ຮັບການສຶກສາອົບຮົມດ້ານການເມືອງແນວຄິດ, ມີຄວາມຕື່ນຕົວການເມືອງ ແລະ ມີຄວາມຫ້າວຫັນ ເປັນເຈົ້າການເຂົ້າຮ່ວມໃນວຽກງານ ລວມບ້ານ ກໍຄື ການທຳມາຫາກິນ ແກ້ໄຂຄວາມທຸກຍາກ, ສ້າງຄວາມຢູ່ດີກິນດີ ແລະ ຄວາມຮັ່ງມີແກ່ຄອບຄົວ, ທັງມີຄວາມສາມັກຄີປອງດອງ ແລະ ນ້ຳໃຈເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນຊຸມຊົນທີ່ມີການຄຸ້ມຄອງກັນແໜ້ນ, ຮູ້ໄກ່ເກ່ຍ ແກ້ໄຂບັນຫານຳກັນຢ່າຖືກຕ້ອງ ເປັນທຳ.

3) ບ້ານມີພື້ນຖານໂຄງລ່າງ ຫຼື ພື້ນຖານວັດຖຸເຕັກນິກ ຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ ໃນລະດັບທີ່ສາມາດຮັບປະກັນໃຫ້ຊາວບ້ານໄດ້ດຳເນີນການຜະລິດ ແລະ ການບໍລິການເປັນສິນຄ້າ ສ້າງລາຍໄດ້ເຂົ້າຄອບຄົວເປັນປົກກະຕິ; ພາຍໃນບໍ່ມີຄອບຄົວທຸກຍາກ, ທຸກຄອບຄົວລ້ວນແຕ່ມີພໍກິນພໍໃຊ້ ແລະ ມີຊີວິດການເປັນຢູ່ປົກກະຕິດີ; ເດັກໃນເກນອາຍຸໄດ້ເຂົ້າຮຽນໜັງສືບໍ່ຫຼຸດ 98%, ຜູ່ໃຫຍ່ທີ່ມີອາຍຸ 15 ປີຂຶ້ນໄປ ຕ້ອງມີລະດັບການສຶກສາຈົບປະຖົມບຳລຸງ ແລະ ມີແຜນຍົກລະດັບສູງຂຶ້ນເລື້ອຍໆ. ບ້ານໄດ້ຮັບການຢັ້ງຢືນເປັນບ້ານແບບຢ່າງສາທາລະນະສຸກ, ທຸກຄອບຄົວຢູ່ກິນມີສຸຂະອະນາໄມ ມີນ້ຳສະອາດໃຊ້ ແລະ ມີວິດຖ່າຍ, ເດັກໃນບ້ານໄດ້ຮັບການສັກຢາ ແລະ ຢອດຢາກັນພະຍາດບໍ່ຫຼຸດ 95%; ອັດຕາການຕາຍຂອງເດັກ ແລະ ຂອງແມ່ ຕ້ອງຕໍ່າກວ່າຄາດ ໝາຍລວມທີ່ລັດວາງອອກໃນແຕ່ລະໄລຍະ, ເປັນບ້ານທີ່ເປັນລະບຽບຈົບງາມ ແລະ ມີສິ່ງແວດລ້ອມທີ່ດີ.

4) ບ້ານມີຄວາມສະຫງົບ, ເປັນລະບຽບຮຽບຮ້ອບ ເປັນບ້ານປອດຢາເສບຕິດ, ເປັນບ້ານປອດຄະດີ ໂດຍມີຊາວບ້ານເອງເຂົ້າຮ່ວມເປັນກຳລັງໃຈຕົ້ນຕໍໃນໜ່ວຍກອງຫຼອນ ແລະ ໜ່ວຍປ້ອງກັນຄວາມສະຫງົບບ້ານ.

 

                ມາດຕະຖານການສ້າງບ້ານເປັນຫົວໜ່ວຍພັດທະນາ

ບ້ານພັດທະນາ ແມ່ນບ້ານທີ່ບັນລຸມາດຕະຖານເງື່ອນໄຂໃນການພັດທະນາ (ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, 2012) ດັ່ງນີ້ :

 

1) ລະບົບການຈັດຕັ້ງບ້ານໜັກແໜ້ນ ແລະ ເຂັ້ມແຂງ ປະກອບມີທັງຍິງ ແລະ ຊາຍໃນນັ້ນ ມີໜ່ວຍພັກໄດ້ຍັ້ງຍືນເປັນໜ່ວຍພັກແຂວງ, ມີອົງການປົກຄອງບ້ານ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວປະຕິບັດໜ້າທີ່ ຢ່າງເປັນປົກກະຕິ.

2) ປະຊາຊົນພາຍໃນບ້ານມີຄວາມຕື່ນຕົວການເມືອງ, ມີສະຕິເຄົາລົບ ແລະ ປະຕິ ບັດລະບຽບກົດໝາຍບ້ານເມືອງດີ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ  ແລະ ກັນຢ່າງແໜ້ນແຟ້ນ.

3) ຈໍານວນຄອບຄົວພັດທະນາ ກວມຫຼາຍກວ່າ 85% ຂອງຈໍານວນຄອບຄົວທັງໝົດຢູ່ພາຍໃນບ້ານ.

4) ເປັນບ້ານແບບຢ່າງດ້ານປ້ອງກັນຊາດດີ.

5) ເປັນບ້ານປ້ອງກັນຄວາມສະຫງົບດີ.

6) ເປັນບ້ານປອດຄະດີ.

7) ເປັນບ້ານປອດຢາເສບຕິດ.

8) ມີກຸ່ມການຜະລິດ ແລະ ບໍລິການສິນຄ້າ.

9) ມີຄັງສະສົມ ຫຼື ກອງທຶນຂອງບ້ານ ຫຼື ສາມາດເຂົ້າເຖິງບໍລິການດ້ານສິນເຊື່ອ.

10) ບ້ານມີແຜນຜັງບ້ານທີ່ດີ ແລະ ມີການຈັດຕັ້ງປະຕິບັດແຜນຜັງ.

11) ບ້ານມີການຈັດສັນພູມລຳເນົາຄົງທີ່ ແລະ ບ່ອນທຳມາຫາກິນຖາວອນໃຫ້ປະຊາຊົນ.

12) ມີເສັ້ນທາງຄົມມະນາຄົມເຂົ້າເຖິງບ້ານທຽວໄດ້ຕະຫຼອດປີ.

13) ມີຕາຂ່າຍໄຟຟ້າໃນລະບົບ.

14) ເປັນບ້ານແບບຢ່າງທາງດ້ານສາທາລະນະສຸກ.

15) ເປັນບ້ານສຳເລັດການສຶກສາພາກບັງຄັບ (ຈົບຊັ້ນປະຖົມ).

16) ເປັນບ້ານວັດທະນະທຳ.

17) ມີຫ້ອງການ, ສະໂມສອນບ້ານ ແລະ ສູນຂໍ້ມູນຂ່າວສານຂອງບ້ານ.

18) ເປັນບ້ານທີ່ມີການປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປັດສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

19) ມີສະຖານທີ່ສາທາລະນະຮັບໃຊ້ກິດຈະການລວມຂອງບ້ານ ຫຼື ການຫຼີ້ນກິລາປະເພດໃດໜຶ່ງ.

 

 

         ມາດຕະຖານການສ້າງບ້ານເປັນຫົວໜ່ວຍພັດທະນາ

 

1)  ມາດຕະຖານດ້ານການເມືອງ

             - ຕ້ອງມີລະບົບການເມືອງທີ່ເຂັ້ມແຂງ.

             - ປະຊາຊົນຊັ້ນຄົນຕ່າງໆ ໄດ້ຮັບການສືກສາອົບຮົມ ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຢ່າງເປັນປົກກະຕິ, ເຮັດໃຫ້ທຸກຄົນມີລະດັບການເມືອງສູງຂື້ນເລື້ອຍໆ.

             - ມີສະຕິຕື່ນຕົວຕໍ່ກົນອຸບາຍມ້າງເພຂອງສັດຕູ ແລະ ຄົນບໍ່ດີ.

             - ມີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ບໍ່ຈໍາແນກຊົນເຜົ່າ, ເຊື້ອຊາດ, ສາສະໜາ ແລະ ເພດໄວພາຍໃນບ້ານ.

 

2)  ມາດຖານດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

             - ບ້ານຄວາມສະຫງົບ, ມີກົດລະບຽບບ້ານ, ມີການຄຸ້ມຄອງສໍາມະໂນຄົວດີ, ບໍ່ມີການເຄື່ອນໄຫວຂອງພວກຄົນບໍ່ດີ, ປະຊາຊົນດຳລົງຊີວິດ ແລະ ທໍາມາຫາກີນດ້ວຍຄວາມສະຫງົບປອດໄພ.

             - ການຈັດຕັ້ງກອງຫຼອນ ແລະ ປກສ ບ້ານມີຄວາມໜັກແໜ້ນເຂັ້ມແຂງ, ເປັນຫຼັກແຫຼ່ງ.

             - ກົດລະບຽບຂອງບ້ານ ໃນກຸ່ມບ້ານໄດ້ຮັບການຈັດຕັ້ງປະຕິບ້ານຢ່າງເຂັ້ມງວດ.

             - ໄດ້ຮັບການສ້າງເປັນກຸ່ມບ້ານສູ້ຮົບລຽນຕິດ ຕາມແຜນການສ້າງທ່າສະໜາມ 3 ຂັ້ນ.

             - ມີການຈັດຕັ້ງກອງຫຼອນ, ກໍາລັງປ້ອງກັນຄວາມສະຫງົບ ກຸ່ມບ້ານທີ່ເຮັດໜ້າທີ່ປ້ອງກັນ ແລະຮັກສາຄວາມສະຫງົບກຸ່ມບ້ານຢ່າງເຂັ້ມແຂງ ແລະ ກໍາລັງດັ່ງກ່າວໄດ້ຮັບການຝຶກແອບຢ່າງເປັນປົກກະຕິ.

             - ມີການຈັດຕັ້ງບັນຊາຢ່າງແທດເຖິງ.

             - ມີບ້ານເຮັດວຽກປ້ອງກັນຄວາມສະຫງົບດີ ກວມເຄີ່ງໜື່ງຂອງຈໍານວນບ້ານ ພາຍໃນກຸ່ມ.

3)  ມາດຖານດ້ານເສດຖະກິດ

             - ມີການຈັດສັນເຂດປຸກສ້າງ ແລະ ເຂດຜະລິດທີ່ສອດຄ່ອງກັບສະພາບຕົວຈິງ ແລະ ທິດທາງໃນການພັດທະນາກຸ່ມບ້ານ.

             - ໄດ້ແກ້ໄຂຄອບຄົວທີ່ທຸກຍາກສໍາເລັດພາຍໃນກຸ່ມບ້ານ.

             - ມີການຜະລິດສີນຄ້າບໍ່ຕໍ່າກວ່າ 1 ຊະນິດ.

             - ມີກຸ່ມການຜະລິດ ຕາມທິດສ້າງເສດຖະກິດຮວ່ມມື ລະຫວ່າງປະຊາຊົນ ກັບ ປະຊາຊົນພາຍໃນກຸ່ມ ແລະ ນອກກຸ່ມ;

             - ມີຕະຫຼາດຊື້ຂາຍຂອງກຸ່ມ.

             - ມີເສັ້ນທາງ ແລະ ຂົວລະຫວ່າງບ້ານຕໍ່ບ້ານພາຍໃນກຸ່ມ ແລະ ຫາເມືອງໂດຍທຽວໄດ້ 2 ລະດູ;

             - ມີກອງທືນພັດທະນາຂອງກຸ່ມ.

4)  ມາດຖານດ້ານວັດຖະນະທຳ-ສັງຄົມ

             - ມີຫ້ອງອ່ານໜັງສື-ຂ່າວສານຂອງກຸ່ມບ້ານ.

             - ມີບ້ານວັດທະນະທໍາຫຼາຍກວ່າເຄີ່ງໜື່ງ ຂອງຈໍານວນບ້ານພາຍໃນກຸ່ມ.

             - ມີບ້ານແບບຢ່າງດ້ານສາທາລະນະສຸກຫຼາຍກວ່າເຄີ່ງໜື່ງຢູ່ພາຍໃນກຸ່ມ.

             - ມີໂຮງໝໍນ້ອຍຂອງກຸ່ມບ້ານ.

             - ມີໂຮງຮຽນມັດທະຍົມຕົ້ນຂອງກຸ່ມບ້ານ, ທຸກໆບ້ານທີ່ຂື້ນກັບມີໂຮງຮຽນປະຖົມ (ບ້ານທີ່ຫ່າງໄກກັນ) (ຫ້ອງວ່າການນະຄອນຫຼວງວຽງຈັນ, 2006).

 

         ເງື່ອນໄຂການສ້າງ, ຂັ້ນຕອນການສະເໜີ ແລະ ການປະຕິບັດພາຍຫຼັງບ້ານບໍ່ສາມາດເຮັດຄົບມາດຕະຖານຂອງການເປັນບ້ານພັດທະນາ.

 

         ກ. ເງື່ອນໄຂຂອງການສ້າງບ້ານພັດທະນາ

 

1) ເງື່ອນໄຂໃນການສ້າງບ້ານພັດທະນານັ້ນ ປະກອບມີດັ່ງນີ້:1) ກ່ອນອື່ນຕ້ອງໄດ້ສ້າງບ້ານໃຫ້ເປັນບ້ານແບບຢ່າງທາງດ້ານສາທາລະນະສຸກຂື້ນກ່ອນໂດຍມີພະນັກງານກໍ່ສ້າງຮາກຖານການເມືອງຮອບດ້ານນະຄອນຫຼວງ, ພະນັກງານຫ້ອງການພັດທະນາຊົນນະບົດເມືອງ, ພະນັກງານວິຊາການແພດ, ພະແນກສາທາລະນະສຸກນະຄອນ ຫຼວງ ສົມທົບກັບ ພະນັກງານວິຊາການປ້ອງກັນສາທາລະນະສຸກເມຶືອງ, ຄະນະພັກປົກຄອງບ້ານ, ໜ່ວຍງານ ອສບ ບ້ານ ລົງກວດກາປະເມີນຜົນຕາມມາດຖານຂອງກະຊວງສາທາລະນະສຸກໄດ້ວາງອອກ.

2) ບ້ານປອດຄະດີ (ມາຈາກພະແນກຍຸຕິທຳນະຄອນຫຼວງ), ຫ້ອງການຍຸຕິທໍາເມືອງສົມທົບກັບຄະນະ ປົກຄອງບ້້ານ, ຄະນະແນວລາວສ້າງຊາດບ້ານ, ຄະນະພັດທະນາຊົນນະບົດເມືອງ ລົງປະເມີນຜົນຕາມມາດຖານ.

3) ບ້ານປອດຢາເສບຕິິດ ຄະນະພັດທະນາຊົນນະບົດເມືອງ, ພະແນກປາບປາມ ແລະ ຕ້ານຢາເສບຕິດນະຄອນຫຼວງ ສົມທົບກັບໜ່ວຍງານປາບປາມຢາເສບຕິດເມືອງ, ຄະນະພັກ, ຄະນະປົກຄອງບ້ານ, ຕຳຫຼວດກຸ່ມບ້ານ ລົງຕິດຕາມກວດກາ ປະເມີນຜົນແຕ່ລະຄອບຄົວຕາມມາດຖານທີ່ຂັ້ນເທີງໄດ້ກຳນົດອອກ.

4) ບ້ານວັດທະນະທຳ ພະແນກວັດທະນະທຳນະຄອນຫຼວງ  ສົມທົບກັບ ຫ້ອງການວັດທະນະທຳເມືອງ ກັບ ພັດທະນາຊົນນະບົດ ສົມທົບກັບ ຄະນະພັກ, ຄະນະປົກຄອງບ້ານ ລົງກວດກາປະເມີນຜົນຕາມມາດຖານ.

5) ບ້ານພັດທະນາ ແມ່ນພາຍຫຼັງທີ່ສຳເລັດໃນການສ້າງບັນດາການພັດທະນາຂອງບ້ານແລ້ວ ໃນຂັ້ນຕອນຕໍ່ໄປ ແມ່ນການສ້າງບ້ານພັດທະນາຮອບດ້ານ ເຊີ່ງອີງຕາມມາດຕະຖານຂອງການສ້າງບ້ານພັດທະນາ.

 

ຂ. ຂັ້ນຕອນຂອງການສະເໜີໃຫ້ເປັນບ້ານພັດທະນາ

 

         1) ຄະນະຮັບຜິດຊອບຂັ້ນເມືອງ ສົມທົບກັບເປົ້າໝາຍການສ້າງບ້ານພັດທະນາ, ພ້ອມກັນກວດກາຕີລາຄາ ປະເມີນຜົນຕາມມາດຖານ 19 ມາດຖານຂອງການສ້າງບ້ານພັດທະນາ.

2) ບ້ານເຮັດໃບສະເໜີແຈ້ງຫາເຈົ້າເມືອງ ເພື່ອອະນຸມັດຂໍ້ຕົກລົງບ້ານພັດທະນາ ໂດຍຜ່ານຫ້ອງການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກເມືອງ.

3) ອອກຂໍ້ຕົກລົງຂອງທ່ານເຈົ້າເມືອງໃນການຮັບຮອງເອົາເປັນບ້ານພັດທະນາ.

4) ຫ້ອງການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກເມືອງ ຮ່າງໃບສະເໜີຂອງທ່ານເຈົ້າເມືອງ ສະເໜີທ່ານເຈົ້າແຂວງ ຫຼື ເຈົ້າຄອງ ພິຈາລະນາອະນຸມັດ ບ້ານພັດທະນາໂດຍຜ່ານຫ້ອງການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກນະຄອນຫຼວງວຽງຈັນ.

5) ທ່ານເຈົ້າແຂວງ ຫຼື ເຈົ້າຄອງນະຄອນ ອອກຂໍ້່ຕົກລົງໃບຮັບຮອງເອົາບ້ານພັດທະນາ;

6) ຈັດພິທີປະກາດເປັນບ້ານພັດທະນາ.

ຄ. ການປະຕິບັດພາຍຫຼັງບ້ານບໍ່ສາມາດເຮັດຄົບມາດຕະຖານຂອງການເປັນບ້ານພັດທະ ນາ

ໂດຍການປະຕິບັດຂອງຫ້ອງວ່າການປົກຄອງເມືອງ (ຫ້ອງການພັດທະນາຊົນນະບົດ ແລະ ລືບລ້າງຄວາມ ທຸກຍາກ)

ພາຍຫຼັງທີ່ໄດ້ປະກາດເປັນບ້ານພັດທະນາແລ້ວ ບໍ່ສາມາດເຮັດໄດ້ຕາມ 19 ມາດຖານແມ່ນຈະບໍ່ສາ ມາດໄດ້ຮັບນາມມະຍົດເປັນບ້ານພັດທະນາ.

ທາງຄະນະຮັບຜິດຊອບກໍ່ຄືຫ້ອງການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຈະໃຫ້ເວລາໃຫ້ບ້ານໄດ້ປັບປຸງດ້ານທີ່ບົກຜ່ອງເປັນເວລາ 1ປີ.

- ຖ້າຫາກວ່າບ້ານຍັງບໍ່ສາມາດປັບປຸງແກ້ໄຂດ້ານທີ່ບົກຜ່ອງຂອງຕົນໄດ້ແລ້ວຄະນະຮັບຜິດຊອບວຽກງານກວດກາປະເມີນຜົນບ້ານພັດທະນາຂັ້ນເມືອງ (ຫ້ອງການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ) ແມ່ນຈະໄດ້ສົມທົບກັບພາກສວ່ນທີ່ກ່ຽວຂ້ອງ ກໍ່ຄືພາກສ່ວນຮັບຜິດຊອບໃນດ້ານທີ່ບ້ານບໍ່ສາມາດເຮັດໄດ້ນັ້ນລົງຕິດຕາມກວດກາ, ປັບປຸງຄືນໃຫ້ໄດ້ຄົບຕາມມາດຕະຖານທີ່ມີຢູ່ແລ້ວຈຶ່ງຮັບຮອງເອົາຄືນໃໝ່.

 

2.4   ນະໂຍບາຍຂອງພັກ ແລະ ລັດຕໍ່ການສ້າງບ້ານເປັນຫົວໜ່ວຍພັດທະນາ

 

      2.4.1  ນະໂຍບາຍຂອງພັກຕໍ່ການສ້າງບ້ານເປັນຫົວໜ່ວຍພັດທະນາ

 

               ພັກເຮົາຍາມໃດກໍ່ຢຶດໝັ້ນທັດສະນະທີ່ວ່າ: ການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະ ບົດຮອບດ້ານ ແມ່ນການສະແດງອອກເຖິງທາດແທ້ຂອງພັກ ແລະ ລັດເຮົາ ທີ່ເປັນຂອງປະຊາຊົນ, ໂດຍປະຊາຊົົນ ແລະ ເພື່ອປະຊາຊົນ ເພາະວ່າພັກ ແລະ ລັດເຮົາລ້ວນແຕ່ກຳເນີດຂຶ້ນພ້ອມທັງເຕີບໃຫຍ່ຂະຫຍາຍຕົວມາຈາກຮາກຖານ ກໍ່ຄືຂະບວນການຕໍ່ສູ້ເສຍສະຫຼະຂອງປະຊາຊົນບັນດາເຜົ່າ”( ຫ້ອງວ່າການລັດຖະບານ, 2016). ສະນັ້ນ, ການພັດທະນາຊົນນະບົດ, ເຮັດໃຫ້ຊົນນະ ບົດຫຼຸດພົ້ນອອກຈາກຄວາມທຸກຍາກ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ ຈຶ່ງແມ່ນການສະແດງອອກເຖິງຄວາມຈົງຮັກພັກດີຂອງພັກ ແລະ ລັດ ຕໍ່ປະຊາຊົນພວກເຮົາ ເພື່ອເປັນການເຮັດໃຫ້ທັດສະນະຈິດໃຈຂອງພັກເຮົາ ປະກົດຜົນເປັນຈິງ ໃນປີ 2004 ພັກເຮົາກໍ່ໄດ້ປະຕິບັດໃຫ້ເປັນຮູບເປັນຮ່າງຂຶ້ນ ໂດຍການອອກຄຳສັ່ງແນະນຳ ເລກທີ 09 ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ, ຜ່ານການຈັດຕັ້ງປະຕິບັດກໍ່ໄດ້ ຮັບໝາກຜົນເປັນຢ່າງດີ. ແລະ ເພື່ອສືບຕໍ່ຜົນໄດ້ຮັບ ພັກເຮົາໄດ້ມີການປັບປຸງເນື້ອໃນຂອງຄໍາສັ່ງແນະນໍາດັ່ງກ່າວ ໃຫ້ສອດຄ່ອງກັບເງື່ອນໄຂໃໝ່ ຂອງວຽກງານພັດທະນາຊົນນະບົດ, ສ້າງບາດລ້ຽວໃໝ່ໃນການພັດທະນາສຳລັບຊຸມປີສະເພາະໜ້າ ແລະ ຍາວນາມ, ກອງປະຊຸມໃຫຍ່ຄັ້ງທີ່ IX ໄດ້ກໍານົດທິດນໍາກ່ຽວກັບ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮູ້ນຳພາຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ຫຼື ວຽກ 3 ສ້າງເປັນວຽກບູລິມາສິດໃນສະເພາະໜ້າ ແລະ ຍາວນານ. ໂດຍການຖືເອົາການສ້າງບ້ານເປັນຫົວໜ່ວຍພັດທະນາ ເປັນວຽກງານຈຸດສຸມໃນການພັດທະນາຊົນນະບົດ ເຊິ່ງອະດີດເລຂາ ທິການໃຫຍ່ ຂອງພັກປະຊາຊົນປະຕິວັດລາວ ທ່ານ ຈູມມະລີ ໄຊຍະສອນ ໄດ້ໃຫ້ທັດສະນະຕໍ່ວຽກງານດັ່ງກ່າວວ່າ: ແມ່່ນການປະຕິບັດອັນເລິກເຊິ່ງເຖິງຖອງໃນເງື່ອນໄຂໃໝ່, ແມ່ນທິດນຳຍຸດທະສາດທີ່ຖືກຕ້ອງ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດເຮົາ, ແມ່ນໜ້າທີ່ລວມຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາ ຊຶ່ງຕ້ອງມີການຈັດຕັ້ງຊີ້ນຳ-ນຳພາຢ່າງເລິກເຊິ່ງເຖິງຖອງ ແລະ ມີການຕິດຕາມຊຸກຍູ້ ແລະ ກວດກາເປັນປະຈຳ, ທັງມີການສະຫຼຸບຕີລາຄາ-ຖອດຖອນບົດຮຽນຢ່າງພາວະວິໄສ ແມ່ນຖືກຕ້ອງທີ່ສຸດ (ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ, 2014 )

               ຈາກທັດສະນະດັ່ງກ່າວ ເປັນການຢືນຢັນວ່າ ພັກເຮົາໄດ້ຖືເອົາການສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ກໍ່ຄືການສ້າງບ້ານ ແລະ ກຸ່ມບ້ານເປັນຫົວໜ່ວຍພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ເປັນມາດຕະການແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນວຽກງານທີ່ສຳຄັນທີ່ເຮັດໃຫ້ບ້ານມີຄວາມຈະເລີນຂຶ້ນ ແລະ ປະເທດຊາດກໍ່ຈະພັດທະນາຂຶ້ນ.

 

    2.4.2 ນະໂຍບາຍຂອງລັດຕໍ່ການສ້າງບ້ານເປັນຫົວໜ່ວຍພັດທະນາ

1) ນະໂຍບາຍທາງດ້ານແຜນການ

             ຄວາມທຸກຍາກຂອງປະຊາຊົນ ການພັດທະນາຊົນນະບົດ ແລະ ການຜ່ານພົ້ນຈາກຄວາມດ້ອຍພັດ ທະນາເປັນບັນຫາພື້ນຖານທາງດ້ານເສດຖະກິດ-ສັງຄົມ ແລະ ການເມືອງ ທັງໃນປັດຈຸບັນ ແລະ ອາດສົ່ງຜົນກະທົບໃນໄລຍະຍາວຕໍ່ປະເທດເຮົາ, ເຊິ່ງມະຕິກອງປະຊຸມໃຫຍ່ຂອງພັກຫຼາຍຄັ້ງ, ພ້ອມທັງມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໄດ້ຖືເປັນໜ້າທີ່ການເມືອງໃຫຍ່ອັນໜື່ງຂອງພັກ ແລະ ລັດຖະບານ ສະນັ້ນ, ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີຄັ້ງທີ VII ທີ່ຜ່ານມາ ຈຶ່ງໄດ້ຖືເອົາການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະ ບົດເປັນເປົ້າໝາຍ ແລະ ໜ້າທີ່ບູລິມະສິດອັນດັບໜື່ງ ເຊິ່ງໃນນັ້ນໄດ້ກໍານົດທິດທາງ, ຄາດໝາຍຕົ້ນຕໍ, ແຜນງານໂຄງການຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດຢ່າງລະອຽດ ເພື່ອສ້າງເງື່ອນໄຂພື້ນຖານອັນຈຳເປັນ ໃນການນຳເອົາປະເທດເຮົາ ຫຼຸດພົ້ນຈາກຄວາມດ້ອຍພັດທະນາໃນປີ 2020 ແລະ ສືບຕໍ່ກ້າວຢ່າງໜັກແໜ້ນສູ່ຈຸດໝາຍສັງຄົມນິຍົມ.

             ແຜນງານ ແລະ ໂຄງການຈຸດສຸມຂອງລັດຖະບານ

 

             ແຜນພັດທະນາເສດຖະກິດ-ສັງຄົມທີຜ່ານມາ ລັດຖະບານກໍ່ໄດ້ມີນະໂຍບາຍໃນການກໍານົດແຜນງານ ແລະ ໂຄງການ ກ່ຽວການກັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຕະຫຼອດມາ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII ກໍ່ໄດ້ມີການກໍານົດ ແຜນງານ ແລະ ໂຄງການຈຸດສຸມໃນກນພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ຫຼຸດຜ່ອນຄວາມດ້ວຍພັດທະນາ ຕິດພັນກັບການສ້າງບ້ານພັດທະນາຄື ( ກະຊວງແຜນການ ແລະ ການລົງທຶນ, 2011):

- ໂຄງການຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຄົງທີ່ຖາວອນໃຫ້ປະຊາຊົນ.

- ໂຄງການສ້າງຊົນນະບົດສີຂຽວ.

- ໂຄງການຊຸກຍູ້-ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການ.

- ສົ່ງເສີມການຜະລິດກະສິກໍາຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ

- ພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ.

- ສ້າງອາຊີບ ໃນໄລຍະບໍ່ມີການເກັບກ່ຽວ.

- ປັບປຸງຄຸນນະພາບການບໍລິການ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາ ແລະ

       ສາທາລະນະສຸກຢູ່ຊົນນະບົດ.

- ໂຄງການສ້າງຕົວແບບບ້ານ ແລະ ກຸ່ມບ້ານດ້ານພັດທະນາ.

- ໂຄງການປັບປຸງຄວາມສາມາດຂອງອົງການປົກຄອງຂັ້ນຮາກຖານ.

- ໂຄງການສ້າງ ແລະ ພັດທະນາຂໍ້ມູນຂ່າວສານ, ປັບປຸງລະບົບສະຖິຕິຄວາມທຸກຍາກທົ່ວປະເທດ.

- ໂຄງການຝຶກສີມືແຮງງານໃຫ້ແກ່ແຮງງານໝຸ່ມຢູ່ຊົນນະບົດ ແລະ ເຂດຕົວເມືອງ.

 

2) ນະໂຍບາຍທາງດ້ານນິຕິກຳ

 

             ພາຍຫຼັງມີມະຕິ ເລກທີ 03/ກມສພ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ປ່ຽນແທນມະຕິເລກທີ 09/ກມສພ ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ກໍ່ຄືບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໄດ້ຫັນເນື້ອໃນຈິດໃຈມະຕິດັ່ງກ່າວໃຫ້ເປັນນິຕິກຳຕ່າງໆຢ່າງລະອຽດ ແລະ ຄົບຊຸດສົມຄວນ ເຊິ່ງເປັນພື້ນຖານສຳຄັນໃນການຜັນຂະຫຍາຍມະຕິດັ່ງກ່າວເຂົ້າສູ່ລວງເລິກໄດ້ຢ່າງວ່ອງໄວ ພ້ອມກັນນັ້ນ, ກໍ່ໄດ້ມີການຈັດຕັ້ງຊີ້ນໍາ-ນຳພາ ໃນການຈັດຕັ້ງປະຕິບັດຕົວຈິງຢ່າງມີຈຸດສຸມ ແລະ ເປັນຂະບວນການຟົດຟື້ນໃນທົ່ວປະເທດ ຄື:

 

- ກົມການເມືອງ ແລະ ເລຂາທິການສູນກາງພັກ ໄດ້ອອກມະຕິຄຳສັ່ງແນະນຳລະອຽດຈຳນວນໜຶ່ງເຊັ່ນ: ມະຕິຕົກລົງ ເລກທີ 08/ກມສພ, ຄໍາສັ່ງແນະນໍາ ເລກທີ 11, 21 ແລະ 07 ຂອງຄະນະເລຂາທິການສູນກາງພັກ, ເຊິ່ງໄດ້ແນະນໍາວິທີການ ແລະ ມາດຕະການຈັດຕັ້ງປະຕິບັດຕົວຈິງຢ່າງເປັນລະບົບຄົບຊຸດ.

- ຄະນະປະຈຳສະພາແຫ່ງຊາດ ໄດ້ອອກມະຕິຕົກລົງ ເລກທີ 50/ສພຊ, ລົງວັນທີ 13/6/2012 ວ່າດ້ວຍການອະນຸມັດໃຫ້ເຮັດທົດລອງ 3 ສ້າງ.

- ລັດຖະບານກໍ່ໄດ້ອອກຄຳສັ່ງ ແລະ ຂໍ້ຕົກລົງເລກທີ 16 ແລະ 99/ນຍ ເພື່ອເປັນບອນອີ່ງໃຫ້ບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫຼວງ ແລະ ທ້ອງຖິ່ນຮາກຖານຕ່າງໆຈັດຕັ້ງປະຕິບັດໃນຜ່ານມາ.

 

             ບັນດາກະຊວງ-ອົງການ, ນະຄອນຫຼວງ ແລະ ແຂວງຕ່າງໆ ໄດ້ເປັນເຈົ້າການຫັນເອົາບັນດາມະຕິ, ຄຳສັ່ງ ແລະ ຂໍ້ຕົກລົງດັ່ງກ່າວ ອອກເປັນນິຕິກຳ ແລະ ຫັນເປັນແຜນການ, ໂຄງການລະອຽດຂອງຕົນ, ອັນພົ້ນເດັ່ນແມ່ນກະຊວງແຜນການ ແລະ ການລົງທຶນ, ກະຊວງການເງີນ, ກະຊວງຍຸຕິທຳ, ກະຊວງສາທາລະນະສຸກ ແລະ ກະຊວງອື່ນໆ ຈຳນວນໜຶ່ງໄດ້ແບ່ງຜົນປະໂຫຍດ, ກໍ່ຄືການຄຸ້ມຄອງບໍລິຫານໃຫ້ທ້ອງຖິ່ນຮາກຖານຢ່າງຂາດຕົວ, ພ້ອມກັນນັ້ນກໍ່ຍັງໄດ້ລົງເລິກຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດຕົວຈິງຢ່າງເປັນເຈົ້າການ.

 

 

2.5       ສະພາບການຈັດຕັ້ງປະຕິບັດການພັດທະນາຂອງບ້ານນາເລົ່າ ເມືອງສີໂຄດຕະບອງ

2.5.1    ປະຫວັດຄວາມເປັນມາ, ທີ່ຕັ້ງຂອງບ້ານນາເລົ່າ

 

               ​​ໃນເມື່ອກ່ອນບ້ານນາເລົ່າ ເປັນເຂດທີ່ມີປ່າດົງ ປ່າຫຍ້າຄາ, ມີທົ່ງນາກວ້າງ,  ມີໜອງນໍ້າ, ມີໂພນປວກເຊີ່ງເປັນບ່ອນທຳມາຫາກິນຂອງຊາວບ້ານ ແລະ ເປັນ​​ເລື່ອງເລົ່າກັນມາວ່າ: ປ່າເລົ່າ ໃນປີ 1966 ປະຊາຊົນກໍ່ໄດ້ເລີ່ເຂົ້າມາສ້າງບ້ານແປງເຮືອນ, ຕັ້ງໜ້າທຳມາຫາກິນດ້ວຍການເຮັດນາ, ປູກຝັງ, ລ້ຽງສັດ ພາຍຫຼັງປົດປ່ອຍປີ 1975 ພັກ-ລັດຖະບານເຮົາໄດ້ມີນະໂຍບາຍໃຫ້ພໍ່ແມ່ປະຊາຊົນສາມາດຈັບຈອງທີ່ດິນເພື່ອ​​ເປັນບ່ອນທີ່ຢູ່ອາໄສ ແລະ ເປັນບ່ອນທຳມາຫາກິນ (ສິດນຳໃຊ້) ແລະ ສ້າງຕັ້ງບ້ານນາເລົ່າຂື້ນນັບແຕ່ນັ້ນມາ. ໃນໄລຍະຕໍ່ມາກໍ່ເລີ່ມມີຫຼາຍຄອບຄົວເຂົ້າມາຕັ້ງຖິ່ນຖານຢູ່ບ້ານນີ້, ໄດ້ບຸກເບີກເປັນທີ່ຢູ່ອາໄສ່ ຍັງແຕ່ສ່ວນໜຶ່ງທີ່ເປັນທົ່ງນາເຊິ່ງເປັນທີ່ທຳມາຫາກິນຂອງປະຊາ ຊົນພາຍໃນບ້ານຈຳນວນໜຶ່ງ.

 

               ບ້ານນາເລົ່າຕັ້ງຢູ່​​ເຂດເທດສະບານ ເມືອງສີໂຄດຕະບອງ ຫ່າງຈາກໃຈກາງເມືອງປະມານ 9 Km ຕາແມັດເສັ້ນທາງເລກທີ່ 13 ເໜືອ,  ເປັນບ້ານໜຶ່ງທີ່ຂຶ້ນກັບ ກຸ່ມໜອງໜ້ຽວແລະ ນອນຢູ່ໃນ 60 ບ້ານຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທິດເໜືອຕິດກັບບ້ານໜອງໜ້ຽວ, ທິດໃຕ້ຕິດກັບບ້ານທົ່ງປົ່ງ, ທິດຕາເວັນອອກຕິດກັບຫົວເດີນບີນສາກົນວັດ​​ໄຕ, ທິດຕາເວັນຕົກຕິດກັບບ້ານໂພນສະຫວາດເໜືອ, ເນື້ອທີ່ບ້ານທັງໝົດມີ 620,000 ຕາແມັດ. ມູນເຊື້ອ ແລະ ທ່າແຮງທາງດ້ານເສດຖະກິດ-ສັງຄົມ ແມ່ນການຄ້າ-ບໍລິການ, ສ່ວນການຜະລິດຫັດຖະກຳ- ປູກຝັງລ້ຽງສັດ ແມ່ນມີຈຳນວນໜຶ່ງ.ພື້ນຖານວັດຖຸເຕັກນິກທາງດ້ານຄົມມະນາຄົມ ມີທາງປູຢາງເຂົ້າບ້ານ 02 ເສັ້ນ ມີຄວາມຍາວ 2  Km, ເສັ້ນທາງພາຍໃນບ້ານ ແລະ ອອກສູ່ບ້ານອ້ອມຂ້າງ ໄດ້ຮັບການປັບປຸງ ບູລະນະຮັກສາ ສາມາດນຳໃຊ້ໄປມາຫາສູ່ກັນໄດ້ຕະຫຼອດລະດູການ, ມີຕາຂ່າຍໄຟຟ້າ, ນ້ຳປະປາທີ່ຖາວອນທຸກຄອບຄົວໄດ້ນຳໃຊ້ ພາຍໃນບ້ານມີ 45 ໜ່ວຍ, 545 ຫຼັງຄາເຮືອນ, 485 ຄອບຄົວ, ມີພົນລະເມືອງທັງໝົດ 2,754 ຄົນ ຍີງ 1412 ຄົນ, ເຜົ່າລາວລຸ່ມມີ 2569 ຄົນ ຍີງ 1323 ຄົນ, ເຜົ່າມົ້ງມີ 151 ຄົນຍີງ 68 ຄົນ, ເຜົ່າຂະມຸມີ  557 ຄົນ ຍິງ 16 ຄົນ, ການປະກອບອາຊີບແມ່ນແຕກຕ່າງກັນເປັນຕົ້ນ: ພະນັກງານສັງກັດລັດ (ທະຫານ, ຕໍາຫຼວດ, ລັດຖະກອນ) ພະນັກງານອົງການຈັດຕັ້ງສາກົນ, ພະນັກງານລັດວິສາຫະກິດ, ພະນັກງານບໍລິສັດເອກະຊົນ, ກຳມະກອນໂຮງງານ, ກຳມະກອນທົ່ວໄປ ແລະ ຜູ້ປະກອບທຸລະກິດຄ້າຂາຍ-ບໍລິການ, ສ່ວນຊາວນາ-ຊາວສວນ​​ແມ່ນມີໜ້ອຍ.

 

2.5.2    ການຈັດຕັ້ງປະຕິບັດວຽກງານສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ

 

ໂດຍອີງຕາມຂໍ້ມູນໃນການກວດກາປະເມີນຜົນວຽກງານສ້າງບ້ານ ແລະ ກຸ່ມບ້ານພັດທະນາຂອງຄະ ນະກຳມະການເມືອງສີໂຄດຕະບອງ ຄັ້ງວັນທີ 2 ກັນຍາ 2008 ເຖິງວັນທີ 13 ກຸມພາ 2009 ແລະ ອີງຕາມຜົນ ງານການຈັດຕັ້ງປະຕິບັດຕົວຈິງວຽກງານດັ່ງກ່າວແຕ່ປີ 2006-2008 ຂອງບ້ານນາເລົ່າ ສະນັ້ນແຕ່ລະກຸ່ມວຽກ ຈຶ່ງໄດ້ມີຜົນສຳເລັດທີ່ພົ້ນເດັ່ນດັ່ງນີ້ :

1.ກຸ່ມການເມືອງ

ມີ 2 ແຜນງານ, ມີ 8 ໂຄງການ, 32 ກິດຈະກຳ, ມູນຄ່າຂອງໂຄງການ 10.560.000 ກີບ, ຕີລາຄາລວມປະຕິບັດໄດ້ 93,12% ສະແດງອອກດັ່ງນີ້ :

ການສຶກສາອົບຮົມການເມືອງແນວຄິດ

ຄະນະໜ່ວຍພັກ, ສະມາຊິກພັກ, ອໍານາດການປົກຄອງ, ອົງການແນວລາວສ້າງຊາດ, ອົງການ ຈັດຕັ້ງມະຫາຊົນຕ່າງໆ ແມ່ນໄດ້ນຳເອົາເອກະສານຕ່າງໆຈາກຂັ້ນເທິງມາເຜີຍແຜ່ຮໍ່າຮຽນໃຫ້ພໍ່ແມ່ປະຊາຊົນບັນດາ ເຜົ່າພາຍໃນບ້ານ ໃຫ້ຮັບຮູ້ ແລະ ເຊື່ອມເຊື່ມບັນດາແນວທາງນະໂຍບາຍຂອງພັກ, ກົດລະບຽບຂອງລັດເປັນຕົ້ນ ແມ່ນບັນດາມະຕິຄຳສັ່ງ, ແຈ້ງການ, ກົດລະບຽບບ້ານ, ຂໍ້ກຳນົດກົດໝາຍ, ລັດຖະທຳມະນູນ, ເອກະສານຄູ່ມືສຳ ລັບປະຊາຊົນ ແລະ ອື່ນໆ ເຊິ່ງໄດ້ຈັດຕັ້ງດ້ວຍ 2 ຮູບການຄື : ຈັດຕັ້ງຄະນະປະຖະກະຖາລົງເຜີຍແຜ່ກັບທີ່ຢູ່ໜ່ວຍ 10 ຫຼັງຄາເຮືອນ ແລະ ເຕົ້າໂຮມປະຊາຊົນແຕ່ລະຄອບຄົວເຂົ້າຮັບຟັງການເຜີຍແຜ່ຈາກຂັ້ນເທິງຢູ່ສາລາໂຮງທໍາວັດ  ບ້ານນາເລົ່າ ລວມທັງໝົດມີ 7 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 2.772 ເທື່ອຄົນ, ເປັນຍິງ 1.663 ຄົນ ເທື່ອຄົນ.

ຜ່ານການສຶກສາອົບຮົມປະຊາຊົນພາຍໃນບ້ານເຫັນວ່າມີແນວຄິດຮັບຮູ້ ແລະ ເຊື່ອມຊື່ມຕໍ່ແນວ ທາງນະໂຍບາຍຂອງພັກ-ລັດສູງສົມຄວນ ເຊິ່ງສະແດງອອກຄືປະຊາຊົນພາຍໃນບ້ານມີຄວາມສາມັກຄິ, ມີແນວຄິດ ຕື່ນຕົວປະກອບສ່ວນເຂົ້າຮ່ວມວຽກງານລວມຂອງບ້ານ ດັ່ງນັ້ນ, ຈຶ່ງເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂື້ນເປັນກ້າວໆ ປະກົດ ການຫຍໍ້ທໍ້ຕ່າງໆພາຍໃນບ້ານຫຼຸດລົງຢ່າງຈະແຈ້ງ.

ການປັບປຸງຈັດຕັ້ງໃນລະບົບການເມືອງ

ວຽກງານອົງການຈັດຕັ້ງພັກ ພາຍຫຼັງມີການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ, ໜ່ວຍ ພັກແມ່ນໄດ້ປັບປຸງການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຄືນໃໝ່ ເຊິ່ງໄດ້ເຄື່ອນໄຫວວຽກງານຕາມຫຼັກການ ລວມສູນປະຊາທິປະໄຕ ແລະ ລະບຽບວິໄນພັກຢ່າງເຂັ້ມງວດ ເຊັ່ນ: ການເຂົ້າຮ່ວມຊີວິດພັກ ແລະ ເສຍເງິນສະຕິ 1 ຄັ້ງ/ເດືອນ ເຊິ່ງໄດ້ກໍານົດເອົາວັນທີ 22 ຂອງທຸກໆເດືອນ, ໄດ້ຈັດຕັ້ງແບ່ງງານໃຫ້ສະມາຊິກພັກ 1 ສະຫາຍຮັບ ຜິດຊອບ 3 ໜ່ວຍ 10 ຫຼັງຄາເຮືອນ ແລະ ໄດ້ຊັບຊ້ອນສະມາຊິກພັກເຂົ້າອົງການຈັດຕັ້ງສັງຄົມຕ່າງໆຂອງບ້ານ ເພື່ອຊີ້ນຳ-ນຳພາ. ້ເຊິ່ງໜ່ວຍພັກບ້ານນາເລົ່າມີສະມາຊິກທັງໝົດ 16 ສະຫາຍ, ເປັນຍິງ 3 ສະຫາຍ, ມີສະມາຊິກ ພັກສົມບູນ 16 ສະຫາຍ, ຍິງ 3 ສະຫາຍມີຄະນະໜ່ວຍພັກ 3 ສະຫາຍ, ເລຂາໜ່ວຍພັກ 1 ສະຫາຍ, ຮອງເລ ຂາ 1 ສະຫາຍ ແລະ ຫົວໜ້າກວດກາ 1 ສະຫາຍ ໂດຍໄດ້ແບ່ງປະເພດສະມາຊິກພັກເຂັ້ມແຂງ 11 ສະຫາຍ, ເປັນຍິງ 1 ສະຫາຍ, ປະເພດແຂງ 4 ສະຫາຍ, ເປັນຍິງ 1 ສະຫາຍ, ບໍ່ໄດ້ຈັດປະເພດ 1 ສະຫາຍ, ເປັນຍິງ 1 ສະ ຫາຍ ຍ້ອນວ່າມີອາຍຸກະສຽນສູງ, ຕີລາຄາລວມໜ່ວຍພັກໄດ້ 93,12% ປະເພດໜ່ວຍພັກເຂັ້ມແຂງ-ຮູ້ນຳພາ ຮອບ ດ້ານ. ຜ່ານມາໜ່ວຍພັກຂອງບ້ານນາເລົ່າໄດ້ຮັບນາມມະຍົດເປັນ ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ III  ສະ ໄໝ.

ວຽກງານອົງການປົກຄອງບ້ານ ແບບແຜນວິທີເຮັດວຽກຂອງຄະນະປົກຄອງບ້ານແມ່ນມີຄວາມໜັກແໜ້ນໄດ້ມີຫ້ອງການບໍລິຫານບ້ານ, ມີຂາເຂົ້າ-ຂາອອກ ຄືກັນກັບຫ້ອງການລັດຖະການອື່ນໆ ມີການປະຈຳ ການເປັນປົກກະຕິແຕ່ວັນຈັນຫາສຸກ, ພາຍໃຕ້ການຊີ້ນຳ-ນຳພາ ຂອງໜ່ວຍພັກບ້ານຕາມຫຼັກການລວມສູນປະຊາ ທິປະໄຕ, ແບ່ງໃຫ້ບຸກຄົນຮັບຜິດຊອບ ແລະ ປະຕິບັດຕາມກົດໝາຍປົກຄອງທ້ອງຖິ່ນ. ຜ່ານການກວດກາປະເມີນ ຜົນການສ້າງບ້ານພັດທະນາຊູດນີ້ສະແດງອອກຄື : ບ້ານນາເລົ່າມີ 452 ຄອບຄົວ, ເປັນຄອບຄົວພັດທະນາຮອບ ດ້ານ 420 ຄອບຄົວ, ພັດທະນາດ້ານໃດໜື່ງ 30 ຄອບຄົວ ແລະ ກຳລັງພັດທະນາ 2 ຄອບຄົວ, ມີ 44 ໜ່ວຍ, 10 ຫຼັງຄາເຮືອນ, ເປັນຫົວໜ່ວຍພັດທະນາຮອບດ້ານມີ 40 ໜ່ວຍ, ພັດທະນາດ້ານໃດດ້ານໜື່ງມີ 4 ໜ່ວຍ. ເຊິ່ງຄະນະປົກຄອງບ້ານນາເລົ່າມີທັງໝົດ 9 ທ່ານ, ຍິງ 1 ທ່ານ ເຊິ່ງຈັດປະເພດເຂັ້ມແຂງ 3 ທ່ານ, ປະເພດແຂງ 6 ທ່ານ.

ວຽກງານອົງການຈັດຕັ້ງແນວລາວສ້າງຊາດໄດ້ເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດພ້ອມທັງໄກ່ເກ່ຍ ບັນຫາຕ່າງໆທີ່ ເກີດຂື້ນພາຍໃນບ້ານຕາມລະບຽບກົດໝາຍ ເຊິ່ງວຽກງານນີ້ແມ່ນມີຄະນະທັງໝົດ 7 ທ່ານ,ເປັນຍິງ 1 ທ່ານ ຈັດປະເພດເຂັ້ມແຂງມີ 4 ທ່ານ ແລະ ປະເພດແຂງມີ 3 ທ່ານ, ເປັນຍິງ 1 ທ່ານ ຕີລາຄາລວມອົງການແນວລາວສ້າງ ຊາດບ້ານປະຕິບັດໄດ້ 98,9% ຈັດ ເປັນປະເພດເຂັ້ມແຂງ.

ວຽກງານອົງການຈັດຕັ້ງສະຫະພັນແມ່ຍິງບ້ານແມ່ນໄດ້ ຈັດຕັ້ງປະຕິບັດຄຳຂວັນ 3 ດີຢ່າງເປັນຂະບວນການ, ຜ່ານການກວດກາສ້າງເປັນພົນລະເມືອງດີ, ພັດທະນາດີສ້າງຄອບຄົວໃຫ້ມີຄວາມຜາສຸກກວມເອົາ 95%, ມີຄະນະທັງໝົດ 7 ທ່ານ ຈັດເປັນປະເພດເຂັ້ມແຂງ 3 ທ່ານ, ປະເພດແຂງ 4 ທ່ານ ມີສະມາຊິກທັງໝົດ 172 ທ່ານ ໃນນັ້ນຂະຫຍາຍໃໝ່ໄດ້ 12 ທ່ານ.

ວຽກງານອົງການຈັດຕັ້ງສະຫະພັນນັກຮົບເກົ່າ ໄດ້ເຮັດໜ້າທີ່ສຶກສາອົບຮົມມູນເຊື້ອອັນພິລະອາດຫານຂອງບັນດາ ນັກຮົບວິລະຊົນໃຫ້ພໍ່ແມ່ນປະຊາຊົນທັງເຕົ້າຄວາມສາມັກຄີປະຊາ ຊົນບັນດາເຜົ່າ ເຊິ່ງຄະນະຈັດຕັ້ງນຳພາວຽກງານ ສະຫະພັນນັກຮົບເກົ່າຂອງບ້ານປະກອບມີ 3 ທ່ານ, ເປັນຍິງ 2 ສະຫາຍ,  ຈັດເປັນເພດເຂັ້ມ ແຂງ 3 ທ່ານ, ເປັນຍິງ 2 ທ່ານ, ມີສະມາຊິກທັງໝົດ 30 ທ່ານ, ຍິງ 16 ທ່ານ.

ວຽກງານອົງການຈັດຕັ້ງຊາວໜຸ່ມແມ່ນໄດ້ຈັດຕັ້ງປະຕິບັດຄຳຂວັນ 2 ສາມັກຄີ 3 ດີ 4 ພັດທະນາ, ຜ່ານການກວດກາສາມາດປະຕິບັດໄດ້ 92% ເຊິ່ງປະກອບມີຄະນະທັງໝົດ 5 ທ່ານ, ເປັນຍິງ 2 ທ່ານ, ຈັດເປັນປະເພດແຂງ 5 ທ່ານ, ເປັນຍິງ 2 ທ່ານມີສະມາຊິກທັງໝົດ 23 ທ່ານ, ຍິງ 15 ທ່ານ, ໃນນັ້ນຂະຫຍາຍສະມາຊິກ ໃໝ່ໄດ້ 21 ທ່ານ, ຍິງ 13 ທ່ານ.

 

2.ກຸ່ມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

 

ມີ 1 ແຜນງານ, 1 ໂຄງການ, ມີ 15 ກິດຈະກຳ, ມູນຄ່າໂຄງການ 38.976.000 ກີບ, ຕີລາຄາ ລວມປະຕິບັດໄດ້ 91,33% ເຊິ່ງສາມາດສະຫຼຸບໄດ້ດັ່ງນີ້ :

ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໄດ້ປັບປຸງກຳລັງ ປກຊ-ປກສ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງເປັນຕົ້ນໄດ້ບໍາລຸງສິດ ແລະ ໜ້າທີ່ແບບແຜນວິທີເຮັດວຽກໃຫ້ກອງຫຼອນ ແລະ ປກສ ບ້ານຢູ່ ຂັ້ນບ້ານ, ໃນນັ້ນໄດ້ຈັດຕັ້ງບຳລຸງສິດ ແລະ ໜ້າທີ່ໃຫ້ ປກສ ໜ່ວຍ 10 ຫຼັງຄາເຮືອນຢ່າງທົ່ວເຖິງກັນ, ເຊິ່ງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງບ້ານແມ່ນປະກອບມີ ຄະນະໜວດ ປກສ 01 ໝວດມີ 9 ທ່ານ ຈັດເປັນປະເພດເຂັ້ມແຂງ 4 ທ່ານ, ປະເພດ ແຂງ 5 ທ່ານ, ຕີລາຄາລວມແລ້ວຄະນະຂອງໜວດ ປກສ ບ້ານຈັດເປັນປະເພດເຂັ້ມແຂງ, ຜ່ານມາຄະນະໜ່ວຍ ພັກ, ສະມາຊິກພັກ ແລະ ອຳນາດການປົກຄອງບ້ານແມ່ນໄດ້ເອົາໃຈ ໃສ່ໃນການສຶກສາອົບຮົມປະຊາຊົນເພື່ອເຮັດ ໃຫ້ວຽກງານປ້ອງກັນຊາດ-ປ້ອງຄວາມສະຫງົບເປັນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນ.

ຕໍ່ກັບການແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານ ຜ່ານມາມີເປົ້າໝາຍທັງໝົດ 28 ຄົນ, ຍິງ 1 ຄົນ ໃນນີ້ປະເພດ1 : ມີ 7 ຄົນ, ປະເພດ2 ມີ 13 ຄົນ, ຍິງ 1 ຄົນ, ປະເພດ3 ມີ 8 ຄົນ ຄະນະໜ່ວຍພັກ, ສະມາຊິກ ພັກ ແລະ ອຳນາດການປົກຄອງໄດ້ພ້ອມກັນສຸ່ມໃສ່ເຮັດວຽກງານສຶກສາອົບຮົມແນວຄິດກັບທີ່, ເຮັດສັນຍາຊ່ອງ ໜ້າກັບຜູ້ປົກຄອງຂອງກຸ່ມເປົ້າໝາຍ ແລະ ກຸ່ມສ່ຽງ ຜ່ານການຈັດຕັ້ງປະຕິບັດເຫັນວ່າກຸ່ມເປົ້າໝາຍ ແລະ ກຸ່ມສ່ຽງ ດັ່ງກ່າວໄດ້ມີການປ່ຽນແປງເປັນພົນລະເມືອງດີຂອງບ້ານ, ເຮັດໃຫ້ປະກົດການຫຍໍ້ທໍ້ພາຍໃນບ້ານໄດ້ຮັບການແກ້ ໄຂໂດຍພື້ນຖານ, ປະຈຸບັນແມ່ນຫຍັງເຫຼືອພຽງ 4 ຄົນຢູ່ກຸ່ມສ່ຽງທາງອຳນາດການປົກຄອງໄດ້ສຶກສາອົບຮົມເຮັດ ບົດບັນທຶກສັນຍາກັບຜູ້ປົກຄອງເຫັນວ່າການເຄື່ອນໄຫວຂອງພວກກ່ຽວຫຼຸດລົງ ນອກນັ້ນບ້ານນາເລົ່າໄດ້ຈັດຕັ້ງ ຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດຂອງບ້ານເພື່ອຈັດຕັ້ງປະຕິບັດໃນການສ້າງບ້ານປອດຄະດີ ປອດຢາເສບຕິດ ຜ່ານການກວດກາມີຄອບຄົວປອດຄະດີ 450 ຄອບຄົວ, ເຊິ່ງກວມເອົາເຖິງ 99,56% ແມ່ນ ໄດ້ຮັບຮອງເປັນບ້ານປອດຄະດີ. ມີຄອບຄົວປອດຢາເສບຕິດ 448 ຄອບຄົວເຊິ່ງກວມເອົາ 99,12% ເປັນໄດ້ ຮັບຮອງເປັນບ້ານປອດຢາເສບຕິດ. ຕໍ່ກັບການຄຸ້ມຄອງສຳມະໂນຄົວຢູ່ບ້ານແມ່ນ ບຸກຄົນບໍ່ໄດ້ຂື້ນສຳມະໂນຄົວມີ 248 ຄົນ, ຍິງ 124 ຄົນ, ໃນນັ້ນເປັນຄອບຄົວ 16 ຄອບຄົວ, ມີ 80 ຄົນ, ເປັນບຸກຄົນ 168 ຄົຍ, ຍິງ 79 ຄົນ, ທັງໝົດແມ່ນໄດ້ແກ້ໄຂສຳເລັດແລ້ວ, ກວດກາສະຖິຕິ, ຄົນຫຼຸດ, ຄົນເພີ່ມ, ຄົນມາພັກເຊົາ, ມີເຮືອນເຊົ່າ 31 ຫຼັງ, ໃນນັ້ນມີຫ້ອງແຖວ 10 ຫຼັງ, 53 ຫ້ອງ, ມີຄົນພັກເຊົາທັງໝົດ 188 ຄົນ, ຍິງ 90 ຄົນ.

 

3.ກຸ່ມເສດຖະກິດ

 

ມີ 4 ແຜນງານ, 5 ໂຄງການ, 33 ກິດຈະກຳ, ມູນຄ່າທັງໝົດ 37.432.000 ກີບ, ຕີລາຄາລວມແມ່ນປະຕິບັດໄດ້ລື່ນຄາດໝາຍ 106,86 % ເຊິ່ງຢູ່ໃນບ້ານນາເລົ່າມີ 5 ກຸ່ມການຜະລິດຄື: 1. ກຸ່ມປູກເຫັດ ມີ 21 ຄອບຄົວ, ສ້າງລາຍຮັບເຂົ້າຄອບຄົວຜູ້ປູກເຫັດສະເລ່ນໄດ້ 2.043.600 ກີບ/ເດືອນ ໃນນັ້ນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວມີ 8 ຄອບຄົວ; ກຸ່ມທີ່ສອງແມ່ນກຸ່ມຕໍ່າຫູກ ມີ 12 ຄອບຄົວ, ສາມາດສ້າງລາຍຮັບເຂົ້າ ຄອບຄົວສະເລ່ຍໄດ້ 3.5000.000 ກີບ/ເດືອນ, ຈັດເປັນຄອບຄົວຕົວແບບໄດ້ 1 ຄອບຄົວ; ກຸ່ມທີ່3ແມ່ນກຸ່ມທີ່ເຮັດນາ ມີ 10 ຄອບຄົວ, ໂດຍສາມາດສ້າງລາຍຮັບເຂົ້າຄອບຄົວ ສະເລ່ຍໄດ້ 5.4000.000 ກີບ/ປີ, ສະມັດຕະພາບ 04 ໂຕນຕໍ່ເຮັກຕາ, ຈັດເປັນຄອບຄົວຕົວແບບໄດ້ 3 ຄອບຄົວ; ກຸ່ມທີ່ສີ່ແມ່ນກຸ່ມການຄ້າ ແລະ ບໍລິການ ມີ 42 ຫົວໜ່ວຍ, ສາມາດສ້າງລາຍຮັບໄດ້ສະເລ່ຍ 6.056.000 ກີບ/ເດືອນ, ຄັດເລືອກເປັນຫົວໜ່ວຍຕົວແບບໃນ ການປະຕິບັດພັນທະໄດ້ 37 ຫົວໜ່ວຍ; ສຸດທ້າຍແມ່ນສາມາດສ້າງກອງທຶນພັດທະນາບ້ານເຊິ່ງມີສະມາຊິກທັງ ໝົດ 132 ຄົນ, ມີເງີນຝາກທັງໝົດ 80.000.000 ກີບ, ປ່ອຍໃຫ້ສະມາຊິກກູ້ຢືມ 78.000.000 ກີບ, ດອກ ເບ້ຍຄິດໄລ່ 3%/ເດືອນ , ເຊິ່ງໄດ້ສະຫຼຸບ ແລະ ແບ່ງປັນໃຫ້ສະມາຊິກແລ້ວ 2 ຄັ້ງ, ເຫັນໄດ້ວ່າບ້ານນາເລົາເອງແມ່ນສາມາດແກ້ໄຂຄອບຄົວທຸກຍາກໄດ້ຢ່າງຂາດຕົວ, ສະເລ່ຍລາຍຮັບຂອງປະຊາຊົນຜູ້ໜື່ງ 1.200 ໂດລາສະຫະລັດຕໍ່ປີ (ຂໍ້ມູນໃນສົກປີ 2008-2009), ຄອບຄົວເຫຼືອກິນມີ 298 ຄອບຄົວ ແລະ ຄອບຄົວກຸ້ມກິນມີ 154 ຄອບຄົວ. ໄດ້ປະກອບສ່ວນໃນການບູລະນະສ້ອມແປງເສັ້ນທາງຮ່ອມເຂົ້າບ້ານມີຄວາມຍາວ 3 ກິໂລແມັດ ດ້ວຍທືນທັງໝົດ 46.500.000 ກີບ ດ້ວຍທືນຂອງປະຊາຊົນເອງ ແລະ ນອກນັ້ນຍັງໄດ້ສ້າງສະໂມສອນບ້ານສຳເລັດ 15% ໃຊ້ທືນໃນການກໍ່ສ້າງແລ້ວ 14.700.000 ກີບ, ວຽກງານການເງິນໄດ້ເກັບພາສີທີ່ດິນສະເພາະປີ 2008-2009 (6ເດືອນຕົ້ນປີ)ໄດ້ແລ້ວ 35.200.000 ກີບ, ຖອກໃຫ້ເມືອງແລ້ວ ຖ້າທຽບໃສ່ແຜນການປະຕິ ບັດໄດ້ 80%, ເກັບອາກອນຮ້ານຄ້າສົກປີ 2008-2009 (6ເດືອນຕົ້ນປີ)ໄດ້ 6.745.000 ກີບ, ໄດ້ຖອກເຂົ້າ ເມືອງແລ້ວ, ຖ້າທຽບໃສ່ແຜນການປະຕິບັດໄດ້ 73,57%.

 

4.ກຸ່ມວັດທະນະທຳ-ສັງຄົມ

 

ມີ 2 ແຜນງານ, 2 ໂຄງການ, 9 ກິດຈະກຳ, ມູນຄ່າໂຄງການ 7.800.000 ກີບ ສາມາດຕີລາຄາ ປະຕິບັດໄດ້ 95% ເຊິ່ງສະຫຼຸບແຕ່ລະວຽກງານໄດ້ດັ່ງນີ້ :

                   ດ້ານການສຶກສາແມ່ນບ້ານນາເລົາໄດ້ສາມາດລົບລ້າງການກືກໜັງສື ແລ້ວໃນປີ 1998, ມາຮອດ ປີ2008ນີ້ ໄດ້ເປີດຊຸດບຳລຸງໃຫ້ບຸກຄົນໃນເກນອາຍຸ 15-45 ປີ ທີ່ຍັງບໍ່ທັນຈົບຊັ້ນປະຖົມໃຫ້ເຂົ້າໂຮງຮຽນບຳລຸງ ມີຈຳນວນ 20 ຄົນ, ຍິງ 16 ຄົນ, ທັງໝົດນີ້ແມ່ນໄດ້ຈົບຫຼັກສູດແລ້ວ ແລະ ໄດ້ຮັບໃບຢັ້ງຢືນຈົບຊັ້ນປະຖົມໝົດ ທຸກຄົນ, ເດັກນ້ອຍຢູ່ໃນເກນອາຍຸແມ່ນໄດ້ເຂົ້າ ຮຽນ 100%, ບ້ານນາເລົ່າມີໂຮງຮຽນປະຖົມສົມບູນ 1 ແຫ່ງເປັນ ອາຄານຖາວອນ, ມີ 5 ຫ້ອງຮຽນ, ມີນັກຮຽນທັງໝົດ 201 ຄົນ, ເປັນຍິງ 114 ຄົນ, ປະກອບມີຄູອາຈານທັງໝົດ 8 ຄົນ, ເປັນຍິງ 8 ຄົນ ແລະ ມີຫ້ອງສະໝຸດ 1 ຫ້ອງ.

                   ວຽກງານສາທາລະນະສຸກ ບ້ານາເລົ່າໄດ້ປະກາດເປັນບ້ານສາທາລະນະສຸກຂັ້ນຕົ້ນໃນວັນທີ 22 ທັນວາ 2004, ການສັກຢາ-ຢອດຢາກັນພະຍາດໃຫ້ແມ່ຍິງ ແລະ ເດັກນ້ອຍແມ່ນຄົບຖ້ວນ, ປະຊາຊົນໄດ້ດື່ມນໍ້າສະອາດໝົດຄອບຄົວ, ໃຊ້ນໍ້າປະປາ 416 ຄອບຄົວ, ໃຊ້ນຳສ້າງ 30 ຄອບຄົວ ແລະ ໃຊ້ນໍ້າບາດານ 6 ຄອບຄົວ, ປະຊາຊົນມີວິດຖ່າຍເປັນຂອງຕົນເອງ 100%, ການກຳຈັດຂີ້ເຫຍື້ອແມ່ນໄດ້ເຮັດສັນຍາຖີ້ມຂີ້ເຫຍື້ອກັບໜ່ວຍງານ ອພສ ທິດລະ 1 ຄັ້ງ, ມີ 385 ຄອບຄົວ ເທົ່າກັບ 85% ຂອງຈຳນວນຄອບຄົວທັ່ງໝົດ, ມີ ອສບ ຂອງບ້ານເປັນຜູ້ ກວດກາໜອນນໍ້າແຕ່ລະຄອບຄົວເປັນປະຈຳ, ວຽກງານອະນາໄມແມ່ນໄດ້ເຮັດຄວາມສະອາດຢ່າງຕໍ່ເນື່ອງຕາມ ເຮືອນຊານບ້ານຊ່ອງຂອງແຕ່ລະຄອບຄົວ, ວັດວາອາຮາມ ແລະ ຖະໜົນຫົນທາງ, ມີຄອບຄົວຕົວແບບທາງ ດ້ານສາທາລະນະສຸກມີປ້າຍແດງ 407 ຄອບຄົວ, ປ້າຍ ຂຽວ 41 ຄອບຄົວ ແລະ ປ້າຍສີຟ້າ 4 ຄອບຄົວ.

                   ວຽກງານຖະແຫຼ່ງຂ່າວວັດທະນະທຳ ບ້ານນາເລົ່າໄດ້ຮັບຮອງເປັນບ້ານວັດທະນະທຳໃນປີ 2009 ເປັນແຫ່ງທີ 5 ຂອງເມືອງສີໂຄດຕະບອງ ແລະ ແຫ່ງທີ່ 36 ຂອງນະຄອນຫຼວງວຽງຈັນ, ໄດ້ຮັບໃບຢັ້ງຢືນສ້າງຄອບຄົວວັດທະນະທຳໃໝ່ 448 ຄອບຄົວ ເທົ່າກັບ 99,11%, ຂອງຈໍານວນ 452 ຄອບຄົວ, ການສື່ສານຕ່າງໆ ຂອງພໍ່ແມ່ປະຊາຊົນພາຍໃນບ້ານນາເລົ່າແມ່ນໄດ້ຕິດຕາມການອ່ານໜັງສືພີມ, ເບີ່ງໂທລະພາບ, ຟັງວິທະຍຸ ແລະ ຟັງໂທລະໂຄ່ງ, ປະຊາຊົນພາຍໃນບ້ານສ່ວນໃຫຍ່ນັບຖືສາດສະໜາພຸດກວດເຖິງ 98%, ໄດ້ປົກປັກຮັກສາຮີດ ຄອງປະເພນີມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ພາຍໃນບ້ານນາເລົ່າມີວັດ 1 ແຫ່ງ, ມີພະສົງສຳມະເນນທັງ ໝົດ 21 ອົງ, ມີສາລາໂຮງທຳ 1 ຫຼັງ, ກຸດຕິສົງ 3 ຫຼັງ, ພັດທະສີມມາ 1 ຫຼັງ ເຊິ່ງໄດ້ລົງມືກໍ່ສ້າງແລ້ວປະມານ 15% ເຊິ່ງໃຊ້ງົບປະມານທັງໝົດ 111.250.000 ກີບ.

                    ວຽກງານ ສະຫວັດດີການ-ສັງຄົມແມ່ນໄດ້ມີກອງທຶນສົງເຄາະ ( ເງິນສະມາຄົມການເສຍຊີວິດ) ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາມີການເສຍຊີວິດເກີດຂື້ນ, ພົນລະເມືອງ ຢູ່ໃນເກນອາຍຸອອກແຮງງານ ຫຼື ປະກອບອາຊີບມີທັງໝົດ 1.527 ຄົນ, ໄດ້ຊຸກຍູ້ໃຫ້ແຕ່ລະຄອບຄົວມີວຽກເຮັດ ງານທຳສາມາດແກ້ໄຂຊີວິດການເປັນຢູ່ຂອງຕົນເອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໂດຍພື້ນຖານ, ທຸກຄົນມີວຽກເຮັດງານທຳ.

                   ວຽກງານກິລາ ແມ່ນໄດ້ສົ່ງເສີ່ມ ແລະ ອຳນວຍຄວາມສະດວກໃຫ້ແກ່ໜ່ວຍງານກິລາໂຮງຮຽນ ປະຖົມບ້ານນາເລົ່າ, ໄດ້ຈັດຕັ້ງກິລາປະເພດບານສົ່ງຈຳນວນ 2 ທີມ, ປະເພດກະຕໍ້ຫວາຍ 4 ທີມ ແລະ ບານເຕະ 1 ທີມ, ໄດ້ອອກເຄື່ອນໄຫວແຂງຂັນສ້າງຄວາມສາມັກຄີກັບບ້ານໃກ້ຄຽງເປັນປົກກະຕິ.

                   ຜົນງານທີ່ໄດ້ຮັບຜ່ານມາປະກອບມີ : ບ້ານໄດ້ຮັບຫຼຽນໄຊແຮງງານຊັ້ນ3 ໜື່ງໜ່ວຍ, ໃບຍ້ອງຍໍ ຈາກລັດຖະບານ, ຈາກສະພາແຫ່ງຊາດ, ຈາກນະຄອນຫຼວງວຽງຈັນ ແລະ ເມືອງສີໂຄດຕະບອດ. ນອກນັ້ນໜ່ວຍ ພັກໄດ້ຮັບນາມມະຍົດເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານໃນສະໄໝທີ3 ເລີ່ມແຕ່ປີ 2003-ປະຈຸບັນ(2008).

                   ຕີລາຄາລວມ

1.  ຈຸດດີ

                   ຜ່ານການຈັດຕັ້ງປະຕິບັດ 9 ແຜນງານ, 16 ໂຄງການ, 89 ກິດຈະກຳໃນການສ້າງບ້ານນາເລົ່າ ໃຫ້ກາຍເປັນບ້ານພັດທະນາຮອບດ້ານນັ້ນເຫັນວ່າປະຊາຊົນພາຍໃນບ້ານໄດ້ມີຄວາມຕື່ນຕົວທາງດ້ານການເມືອງ ສູງສົມຄວນສະແດງອອກປະຊາຊົນບັນດາເຜົ່າມີຄວາມສາມັກຄີ ຕັ້ງໜ້າປະກອບສ່ວນໃນວຽກງານລວມຂອງບ້ານ, ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະ ຊາຊົນນັບມື້ນັບດີຂື້ນ, ສະແດງອອກມີຫຼາຍຄອບຄົບເປັນຕົວແບບໃນການທຳມາຫາກິນຖືກຕ້ອງຕາມລະບຽບກົດ ໝາຍ ແລະ ຕັ້ງໜ້າໃນການພັດທະນາຄອບຄົວ, ບ້ານຂອງຕົນໃຫ້ສະອາດສວຍງາມ.

                   ສາເຫດທີ່ພາໃຫ້ມີຈຸດດີ ແມ່ນຍ້ອນການຊີ້ນຳ-ນຳພາຂອງຄະນະພັກຂັ້ນເທິງ, ຄະນະປະຈຳພັກ ເມືອງ, ຄະນະພັກກຸ່ມ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ, ຍ້ອນມີການຕັດສິນໃຈສູງ, ມີຄວາມເສຍສະຫຼະ, ມີຄວາມ ສາມັກຄີພາຍໃນຄະນະພັກ, ສະມາຊິກພັກ ແລະ ອຳນາດການປົກຄອງ, ອົງການແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມພາຍໃນບ້ານ, ຍ້ອນມີກຳລັງແຮງຂອງປະຊາຊົນບັນດາເຜົ່າພາຍໃນບ້ານ ເປັນເອກະພາບກັບແນວທາງນະໂຍບາຍ.

 

2.  ຈຸດອ່ອນ

                   ປະຊາຊົນຈຳນວນໜື່ງຍັງບໍ່ທັນເຊື່ອມຊື່ມ ແລະ ເອົາໃຈໃສ່ຕໍ່ແນວທາງນະໂຍບາຍຂອງພັກເປັນ ຕົ້ນແມ່ນການປະຕິບັດແຜນງານໃນ 4 ກຸ່ມວຽກ, ຊຶ່ງບາງຄອບຄົວຍັງຖືເບົາບໍ່ຮັບຜິດຊອບຊ່ວຍກັນ, ເປັນຜົນຕໍ່ບາງ ໂຄງການ ແລະ ກິດຈະກໍາບໍ່ສາມາດປະຕິບັດໄດ້ 100%.

                   ສາເຫດທີ່ພາໃຫ້ມີຈຸດອ່ອນຍ້ອນຄວາມຮູ້ຄວາມສາມາດຂອງອຳນາດການປົກຄອງເພື່ອຈັດຕັ້ງ ປະຕິບັດແຜນງານ, ບັນດາໂຄງການ ແລະ ກິດຈະກຳຕ່າງໆຍັງຈຳກັດ ແລະ ບໍ່ມີປະສົບການ, ການຊີ້ນຳຂອງຂະ ແໜງການທີ່ກ່ຽວຂ້ອງບໍ່ທັນເປັນລະບົບຕໍ່ເນື່ອງ, ການຍາດແຍ່ງກຳລັງແຮງສັງລວມຂອງທົ່ວສັງຄົມກໍ່ຄືປະຊາຊົນ ເຂົ້າມາມີສ່ວນຮ່ວມໃນການພັດທະນາບ້ານຍັງບໍ່ທັນໄດ້ດີ, ການຄົ້ນຄວ້າ ແລະ ຈັດສັນໂຄງການ ແລະ ກິດຈະກຳ ຈຳນວນໜື່ງຍັງບໍ່ທັນແທດເໝາະກັບເງື່ອນໄຂ ແລະ ມາດຕະຖານທີ່ຕ້ອງຂຸດຄົ້ນທ່າແຮງກັບທີ່ເພື່ອການພັດທະນາ ບ້ານ.

 

 

 

    2.5.3 ການຈັດຕັ້ງປະຕິບັດຂອງບ້ານນາເລົາພາຍຫຼັງເປັນບ້ານພັດທະນາ

 

         1. ທິດທາງ ແລະ ໜ້າທີຂອງບ້ານນາເລົ່າພາຍຫຼັງ​ເປັນ​ບ້ານ​ພັດທະນາ​ແລ້ວ

 

             - ສ້າງ​​ໃຫ້ບ້ານມີ​ຄວາມ​ເຂັ້ມ​ແຂງ, ມີ​ບົດບາດ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ, ມີ​ການ​ພັດທະນາ​ເສດຖະກິດ, ວັດທະນະທໍາ-ສັງຄົມ​ທີ່​ດີ, ມີ​ການ​ປົກ​ປັກ​ຮັກສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະບຽບຮຽບຮ້ອຍ, ປົກ​ປັກ​ຮັກສາ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ພາຍ​ໃນ​ບ້ານ​ຂອງ​ຕົນ​ໃຫ້​ຢືນ​ຍົງ.

             - ສ້າງ​​ໃຫ້ບ້ານມີ​ຄວາມ​ເຂັ້ມ​ແຂງ, ປອດ​ໃສໜັກ​ແໜ້ນທາງ​ດ້ານ​ການ​ເມືອງ.

             - ຕັ້ງໜ້າສູ້​ຊົນ​ປະຕິບັດໜ້າທີ່​ໃນ​ແຕ່​ລະ​ດ້ານ​ຂອງ​ອົງການ​ປົກຄ​ອງ​ໃຫ້​ມີ​ປະສິດທິ​ຜົນ​ສູງ.

 

         2. ວິທີການຈັດຕັ້ງປະຕິບັດ

 

             - ກ່ອນອື່ນໝົົດອໍານາດການປົກຄອງອົງການຈັດຕັ້ງຕ່າງໆ ສະມາຊິກພັກ, ພະນັກງານລົງກໍ່ສ້າງຮາກຖານທຸກຂະແໜງການຕະຫຼອດຮອດພໍ່ແມ່ປະຊາຊົນທຸກຊັ້ນຄົນຕ້ອງເຊື່ອມຊື່ມກຳແໜ້ນແນວທາງນະໂຍບາຍຂອງພັກ ທິດທາງແຜນການຄາດໝາຍສູ້ຊົນຂອງລັດຖະບານຢ່າງເລິກເຊີ່ງ, ໜ້ຽວແໜ້ນ ແລະ ນຳໄປຈັດຕັ້ງຜັນຂະ ຫຍາຍໃນພຶດຕິກຳຕົວຈິງຢ່າງເຂັ້ມງວດ.

             - ເພີ່ມທະວີຄວາມສາມັກຄີ, ປະຊາທິປະໄຕ ແລະ ອົງການປົກຄອງມີການວາງແຜນເປັນໝູ່ຄະນະ, ອົງການຈັດຕັ້ງຂອງບ້ານທຸກຂັ້ນຕ້ອງຫ້າວຫັນເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ, ໃກ້ຊິດຕິດແທດຢ່າງສະໜິດສະໜົມ, ເປັນກັນເອງກັບປະຊາຊົນພາຍໃນບ້ານເພື່ອນຳເອົາແນວທາງ, ມະຕິຄຳສັ່ງຕ່າງໆຂອງຂັ້ນເທີງລົງໄປເຜີຍແຜ່ໃຫ້ເຂົ້າໃຈເລີກເຊີງໂດຍກົງ.

             - ປັບປຸງວິທີີການເຮັດວຽກ ວິທີການເຄື່ອນໄຫວຊີ້ີນໍາ-ນຳພາປະຕິບັດຢ່າງເຂັ້ມງວດ ແລະ ເຄັ່ງຄັດຕໍ່ລະບອບການສ່ອງແສງລາຍງານຕໍ່ຂັ້ນເທີງຢ່າງເປັນປົກກະຕິ ເພື່ອເປັນການຂໍທິດຊີ້ນຳ ແລະ ວິທີການແກ້ໄຂນຳຂັ້ນເທີງ.

             - ປັບປຸງໜ່ວຍພັກ, ອໍານາດການປົກຄອງ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຕ້ອງມີຄວາມສາມັກຄີພ້ອມພຽງຮຽງໜ້າເປັນຈິດໜື່ງໃຈດຽວກັນ ພ້ອມກັນຈັດຕັ້ງບັນດາແຜນການ ແລະ ເປົ້າໝາຍຕ່າງໆໃນວຽກງານການສ້າງບ້ານພັດທະນາ.

             - ຫັນເອົາແຜນການດັ່ງກ່າວ ເປັນໂຄງການ ມີຈຸດສຸມບາດກ້າວໃນການຈັດຕັ້ງປະຕິບັດຢ່າງລະອຽດຈະແຈ້ງ, ມີການສະຫຼຸບປະເມີນຜົນ ແລະ ຖອກຖອນບົດຮຽນໃນແຕ່ລະໄລຍະ.

 

3.    ມາດຕະການໃນການຈັດຕັ້ງປະຕິບັດ

             - ເດັດດ່ຽວພ້ອມ​ກັນ​ສ້າງ​ບ້ານພັດທະນາ ​ເປັນ​ຫົວໜ່ວຍ​ພັດທະນາດ້ວຍຄວາມຮັບຜິດຊອບ​ຂອງ​ຄະ ນະໜ່ວຍພັກ, ສາມະຊິກ​ພັກ, ອົງການປົກຄອ​ງບ້ານ ​ແລະ ອົງການ​ຈັດ​ຕັ້ງ​ທຸກ​ຂັ້ນ​ຂອງ​ບ້ານ.

             - ສະມາຊິກ​ພັກ, ​ພະນັກງານ, ອົງການ​ປົກຄອງ​ບ້ານ ​ແລະ ອົງການ​ປົກຄອງ​ຂັ້ນ​ບ້ານ​ຕ້ອງ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​​ເປັນ​ເອກະ​ພາບ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ຄຸ້ມ​ຄອງ​ບໍລິຫານ​ດ້ວຍແຜນການ-​ແຜນ​ງານ.

             - ​ເດັດດ່ຽວຕິດຕາມ​, ກວດກາ ຕັກ​ເຕືອນ ແກ້​ໄຂຕໍ່ຜູ້​ລະ​ເມີດ​ກົດ​ລະບຽບ ​ແລະ ຊູ້​ຊົນ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້ໃຫ້​ໄດ້​ຢ່າງ​ຂາດ​ຕົວ.

             - ​ເພີ່ມ​ທະວີ​ວຽກງານ​ສຶກສາ​ອົບຮົມ ​ໃຫ້​ປະຊາຊົນ ​ແລະ ຜູ້​ປະກອບ​ການ​ຕ່າງໆພາຍ​ໃນ​ຂອບ​ເຂດ​ຄຸ້ມ​ຄອງ​ຂອງ​ບ້ານ ​ໃຫ້​ເປັນ​ເຈົ້າ​ການ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ຕັ້ງໜ້າ.

             - ປະຕິບັດ​ການ​ຍ້ອງຍໍ ຕໍ່ຜູ້​ທີ່​ເຮັດ​ວຽກ​ແທ້​ທຳ​ຈິງ​ເດັດດ່ຽວປະຕິບັດ​ຢ່າງ​ເຂັ້ມ​ງວດ​ຕໍ່ຜູ້​ລະ​ເມີ​ດ, ຜູ້​ສວຍ​ໂອກາດ​ແອບ​ແຝງ​ທີ່​ຜິດ​ຕໍ່ລະບຽບກົດໝາຍ.

 

 

4.  ວຽກງານດ້ານການເມືອງແນວຄິດ

 

             ໄດ້ຈັດຕັ້ງຮໍ່າຮຽນ ເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ ແລະ ບັນດາເອກະສານສຳຄັນຕ່າງໆ ຂອງພັກ-ລັດ ໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານ ເອກະສານທີ່ນຳມາເຜີຍແຜ່ເຊັ່ນ:

             - ເອກະສານມະຕິ IX ຂອງພັກ, ຂໍ້ກຳນົດ ແລະ ນິຕິກຳຕ່າງໆ ຂອງພັກ.

             - ເອກະສານ ມູນເຊື້ອກອງທັບ.

             - ເອກະສານ ມູນເຊື້ອແຫ່ງການກຳເນີດ, ເຕີບໃຫ່ຍຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກຳລັງ.

             - ເອກະສານ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ.

             - ເອກະສານ ມູນເຊື້ອ 12 ຕຸລາ ຕິດພັນວັນຊາດ 2 ທັນວາ ແລະ ໜ້າທີ່ຈຸດສຸມ ຂອງນະຄອນຫຼວງວຽງຈັນ.

             - ເອກະສານ ຂໍ້ມູນພື້ນຖານ ຂອງກອງ ປະຊຸມ ASEP-7 ແລະ ASEM-9.

             - ເອກະສານ ຄຳສັ່ງຂອງເຈົ້າຄອງນະຄອນຫຼວງ ເລກທີ 01, 02, 03

             - ເອກະສານ ວັນເກີດທ່ານຜູ້ນຳ ແລະ ອື່ນໆ.

             ການຈັດຕັ້ງເຜີຍແຜ່, ເຊື່ອມຊື່ມ ຄຽງຄູ່ກັບການສຶກສາອົບຮົມແຕ່ລະຄັ້ງ ແມ່ນໄດ້ແຕ່ງຕັ້ງຄະນະປະທະກະຖາ ລົງເຜີຍແຜ່ຢູ່ໜ່ວຍ 10 ລັງຄາເຮືອນ, ເຕົ້າໂຮມປະຊາຊົນບັນດາເຜົ່າຜູ້ທີ່ມີອາຍຸແຕ່ 15 ປີຂຶ້ນໄປໄດ້ເຂົ້າຮ່ວມຮັບຟັງ ແລະ ເຊື່ອມຊື່ມ ພະນັກງານ ແລະ ສະມາຊິກພັກ ໃນທຸກຂະແໜງການຈັດຕັ້ງ ຕະຫຼອດຮອດປະຊາ ຊົນບັນດາເຜົ່າ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເຊີ່ງມັນສະແດງອອກຄື: ສະມາ ຊິກພັກ- ພະນັກງານ, ອົງການປົກຄອງ ແລະ ການຈັດຕັ້ງແຕ່ລະຂະແໜງການ ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ປະຊາຊົນບັນດາເຜົ່າມີສ່ວນຮ່ວມ, ໜ່ວຍງານລວມຂອງບ້ານ, ມີຄວາມສາມັກຄີບັນດາເຜົ່າ ການປະຕິບັດສິດ ແລະ ພັນທະຂອງຕົນຢ່າງຖືກຕ້ອງເຮັດໃຫ້ການຄຸ້ມຄອງບໍລິຫານ, ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ສອດຄອງກັບຈຸດພິເສດ ແລະ ທ່າແຮງຂອງບ້ານ, ການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃນຂົງເຂດປົກຄອງບ້ານໃຫ້ຢືນຢົງ, ໃນໄລຍະ ການສ້າງບ້ານພັດທະນາທີ່ຜ່ານມາສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ-ເຂັ້ມແຂງ.

 

 

5.  ວຽກງານ​ດ້ານ​ປ້ອງ​ກັນຊາດ-ປ້ອງກັນຄວາມ​ສະ​ຫງົບ

 

             ຄະນະໜ່ວຍພັກ, ອົງການ​ປົກຄອງ​ບ້ານ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ສັງຄົມ​ຂອງ​ບ້ານ​ແມ່ນ​ໄດ້​ນຳພາ​ສ້າງ​ບ້ານ ​ແລະ ກຸ່ມ​ບ້ານ​ປ້ອມໝັ້ນ, ການ​ປັບປຸງ​ກຳລັງ​ປ້ອງກັນຊາ​ດ-ປ້ອງກັນຄວາມ​ສະ​ຫງົ​ບໃຫ້​ເຂັ້ມ​ແຂງ ອົງການ​ປົກຄອງ​ບ້ານ​ແມ່ນ​ຊີ້​ນຳ​ໂດຍ​ກົງ ​ແລະ ​ໄດ້​ນຳ​ເອົາ​ແນວທາງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ລົງ​ເຜີຍ​ແຜ່ ​ແລະ ສຶກສາ​ອົບຮົມ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ໄດ້​ຮັບ​ຮູ້​ພັນທະໜ້າທີ່​ຂອງ​ຕົນ, ນຳພາ​ສ້າງ​ແຜນ​ວາດ, ກຳນົດ​ຈຸດຫຼໍ່​ແຫຼມ, ຈຸດ​ສຳຮອງ ​ເພື່ອດຳ​ເນີນ​ກວດກາ ​ແລ​ະ ບັນຈຸ​ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມ​ສະຫງົ​ບ ​ເຂົ້າ​ໃສ່​ເປັນ​ຕົ້ນ: ສຳນັກງານ​ຫ້ອງການສູນ ETL, ທາງຊອຍ, ທາງແຍກ, ເສັ້ນທາງຫຼວງແຫ່ງຊາດໃນຂອບເຂດຄວາມຮັບຜິດ ຊອບຂອງບ້ານຕົນ ໃຫ້ມີຄວາມປອດໄພ, ໄປຄຽງຄູ່ກັບກັບວຽກງານຄຸ້ມຄອງສຳມະ​ໂນ​ຄົວ ​ແມ່ນ​ໄດ້​ເອົາ​ໃຈ​ໃສ່​ກວດ​ກາ, ​ເກັບ​ກຳ​ຄົນ​ພັກ​ເຊົ່າ, ​ເຂົ້າ-ອອກ, ​ເຮືອນ​ໃຫ້​ເຊົ່າ​ເຮືອນ​ຫ້ອງ​ແຖວ​ເປັນ​ປົກ​ກະຕິ, ສ້າງ​ຄອບຄົວ​ບ້ານ​ປອດ​ຄະດີ​​ ໃນ​ວັນ​ທີ່ 26/05/2009, ບ້ານ​ປອດ​ຢາ​ເສບ​ຕິດ​ ໃນ​ວັນ​ທີ 02/07/2009, ຄອບຄົວ ​ແລະ ບ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບດີ ​ໃນ​ວັນ​ທີ 17/08/2011.

             ຕໍ່ວຽກປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະ​ຫງົ​ບ ອົງການ​ປົກຄອງ​ບ້ານ​ສາມາດ​ນຳພາ​ເຮັດ​ວຽກປ້ອງ​ກັນ​ເວນຍາມ​ບ້ານໃນວັນສຳຄັນ​ຕ່າງໆຂອງ​ຊາດ​ຂອງ​ພັກ​ໃຫ້​ມີ​ຄວາມ​ສະ​ຫງົບປອດ​ໄພ 100%. ​ໄດ້​ຈັດ​ຕັ້ງ​ປັບປຸງ​ກຳລັງ ປກຊ-ປກສ ​ໃຫ້​ມີ​ຄວມໜັກ​ແໜ້ນ ​ແລະ ​ເຂັ້ມ​ແຂງ ທາງ​ດ້ານ​ການ​ເມືອງ​ແນວ​ຄິດ​ເຂັ້​ມ​ແຂງທາງ​ດ້ານວິຊາ​ສະ​ເພາະ, ​ເຝິກ​ແອບ​ຮໍ່າຮຽນຍຸດ​ທະວິ​ທີ ​ແລະ ໜ້າທີ່​ຂອງ​ກຳລັງ ປກຊ-ປກສ ​ເຄື່ອນ​ທີ່, ປັບປຸງ​ກຳລັງ ປກຊ-ປກສ ປະຈຳທີ່ໜ່ວຍ 10 ຫຼັງຄາ​ເຮືອນ​ເຮັດ​ໃຫ້ໜ້າທີ່​ກວດກາ​ ແລະ ປະສານ​ສົມທົບກຳລັງ ປກຊ-ປກສ ​ເຄື່ອນ​ທີ່, ຈຳນວນ​ກຳລັງ ປກຊ-ປກສ ​ເຄື່ອນ​ທີ່​ທັງໝົດ 17 ສະຫາຍ, ຈັດ​ປະ​ເພດ​ເຂັ້ມ​ແຂງ 12 ສະຫາຍ, ​ແຂງ 5 ສະຫາຍ, ວຽກງານ ປກຊ-ປກສ ບ້ານຈັດ​ປະ​ເພດ​ເຂັ້ມ​ແຂງ ​ແລະ ​ໄດ້​ຮັບ​ໃບ​ຢັ້ງຢືນ ​ເປັນ​ບ້ານ​ປ້ອງກັນ​ຄວາມ​ສະ​ຫງົ​ບດີ ຄັ້ງວັນ​ທີ 17/08/2011.

             ວຽກງານ​ການ​ຄຸ້ມຄອງ​ສຳມະ​ໂນ​ຄົວ ໄດ້ກວດກາ ​ແລະ ​ເກັບ​ກຳຄົນ​ພັກ​ເຊົ່າ, ​ເຂົ້າ-ອອກ, ກວດກາ​ເຮືອນ​ໃຫ້​ເຊົ່າ, ​ເຮືອນ​ຫ້ອງແຖວ ຢ່າງ​ເປັນປົກກະຕິ, ວຽກງານ​ແກ້​ໄຂ​ປະກົດ​ການ​ຫ​ຍໍ້ທໍ້ ຕໍ່ກຸ່ມ​ເປົ້າໝາຍ ​ແລະ ກຸ່ມ​ສ່ຽງ ທີ່​ຍັງ​ຄ້າງ​ຄາ​ຜ່ານ​ມາ ກໍ່​ໄດ້​ສຶກສາ​ອົບຮົມ​ເຮັດ​ບົດ​ບັນທຶກ​ຊ່ອງໜ້າຜູ້​ປົກຄອງ, ສົ່ງ​ໄປ​ດັດ​ສ້າງ​ຍາວ​ນານ ​ແລະ ສົ່ງ​ໄປ​ບຳບັດ​ໄລຍະ​ສັ້ນ.

 

6.  ວຽກງານ​ດ້ານ​ເສດຖະກິດ​​​

 

             ໂດຍປະຕິດ​ບັດ​ຕາມ​ແຜນ​ພັດທະນາ​ເສດຖະກິດ, ວັດທະນະທຳສັງຄົມ​ຂອງ​ບ້ານ​ກໍ່ຄືມະຕິກອງ​ປະ ຊຸມ ໃຫ່ຍຂອງ​ໜ່ວຍພັກ​​ໄດ້​ວາງ​ອອກ ສະນັ້ນ, ອົງການ​ປົກຄ​ອງບ້ານ​ຈຶ່ງ​ໄດ້​ຫັນ​ເອົາ​ມະຕິ​ດັ່ງກ່າວ​ມາ​ເປັນ​ແຜນການ​ຈັດ​ຕັ້ງ​ປະຕິບັດ ​ແລະ ​ເຮັດໜ້າທີ່​ວິຊາ​ສະ​ເພາະ, ​ໄດ້​ກະຕຸກ​ຊຸກຍູ້ ​ແລະ​ສົ່ງ​ເສີມ​ບັນດາ​ຄອບຄົວ, ບຸກຄົນ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ, ມີ​ອາຊີບໝັ້ນຄົງ, ມີ​ລາຍ​ຮັບ​ເປັນ​ປົກກະຕິ, ຕັ້ງໜ້າທຳ​ມາ​ຫາ​ກິນ​ດ້ວຍ​ຄວາມ​ຊື່ສັດ​ບໍລິສຸດ ​ແລະ ຊອບ​ທຳ, ຮູ້ຈັກ​ປະຢັດ​ມັດ​ທະຢັດສາມາດ​ບັນລຸ​ຜົນ( ບ້ານນາເລົ່າ, 2013) ໄດ້​ດັ່ງ​ນີ້ :

 

             - ແກ້​ໄຂ​ຄວາມທຸກ​ຍາກ​ຢ່າງ​ຂາດ​ຕົວ, ລາຍ​ຮັບ​ປະຊົນ​ຜູ້ໜຶ່ງສ​ະເລ່ຍ 1,865​ ໂດ​ລາຕໍ່ປີ ມີ​ຄອບຄົວ​ເຫຼືອກິນ 466 ຄອບຄົວ, ຄອບຄົວ​ກຸ້ມ​ກິນ 39 ຄອບຄົວ.

             - ອໍານວຍ​ຄວາມ​ສະດວກໃຫ້​ແກ່​ການ​ຈັດຕັ້ງ​ປະຕິບັດ​ໂຄງ​ການ ກິດຈະກຳ​ການ​ຜະລິດ, ທຸລະ​ກິດ​ການ​ຄ້າ, ການ​ບໍລິການຕ່າງໆຂອງ​ພາກ​ລັດ-​ເອກະ​ຊົນ ທີ່​ໄດ້​ຮັບ​ອະນຸຍາດ​ຖືກຕ້ອງ​ຢູ່​ໃນເຂດຄຸ້ມຄອງ​ບ້ານ​ຂອງ​ຕົນ.

             - ດ້ານ​ທຸລະ​ກິດ ການ​ຄ້າ-ບໍລິການ​: ມີ​ຮ້ານ​ຂາຍ​ເຄື່ອງກໍ່ສ້າງ, ຮ້ານ​ຂາຍ​ເຫຼັກ​ຮູບ​ປະພັນ, ຮ້ານ​ຂາຍ​ໄມ້, ຮ້ານ​ຂາຍ​ອາ​ໄຫຼ່ລົດ, ຮ້ານ​ແປງ​ລົດ, ຮ້ານ​ຂາຍ​ລົດ, ຮ້ານ​ຂາຍ​ເຄື່ອງ​ຍ່ອຍ, ຄີຣີນິກປິ່ນປົວ​ພະຍາດ, ການ​ເງິນ​ຈຸ​ລະ​ພາກ, ຮ້ານ​ບໍລິການ​ອາຫານ, ​ເຄື່ອງ​ດື່ມ ລວມມີ 136 ຫົວໜ່ວຍ.

             - ດ້ານ​ການ​ຜະລິດ: ​ມີ​ຄອບຄົວ​ປູກ​ເຫັດ, ຕໍ່າຫູກ, ​ເພາະ​ພັນ​ລູກ​ກົບ ທີ່​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ​ບໍ່ຕໍ່າກ່ວາ 50 ລ້ານກີບ​ຕໍ່ປີ, ມີ​ຄອບຄົວ​ປູກຝັງ​ລ້ຽງສັດ​ແລະ ​ເຮັດນາ, ມີ​ໂຮງພິມ 01 ​ແຫ່ງ.

             - ມີ​ກອງ​ທຶນ​ພັດທະນາບ້ານ: ​ເຊິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2007, ​ແຕ່ລະ​ປີ​ໄດ້​ສະຫຼຸບ ​ແລະ ​ແບ່ງປັນ​ຜົນ​ໃຫ້​ກັບ​ສະມາຊິກ, ​ໃນ​ປັດຈຸບັນ​ຍັງ​ມີ​ສະມາຊິກ 94 ຄົນ.

             - ການ​ພັດທະນາ​ໂຄງ​ລ່າງ​ພື້ນຖານ ວັດຖຸ-​ເຕັກ​ນິກ ພາຍ​ໃນ​ບ້ານ​ໄດ້​ສຳ​ເລັດ​ການກໍ່ສ້າງ​ໂຄງການ​ຕ່າງໆ​ເຊັ່ນ: ​ໂຄງການ​ກໍ່ສ້າງ​ປູ​ທາງ​ຢາງ 02 ​ເສັ້ນ​ເຂົ້າ​ບ້ານມີ​ຄວາມ​ຍາວ 2 Km, ​ໂຄງການ​ກໍ່ສ້າງ​ສະ​ໂມ​ສອນຫ້ອງ​ການ​ປົກຄອງ​ບ້ານຫຼັງ​ໃໝ່ ໃນ​ນີ້​ມີ​ທຶນ​ລັດ​ສົມທົບກັບ​ທືນຂອງ​ປະຊາຊົນ, ​ໂຄງການ​ກໍ່ສ້າງ​ພັດທະ​ສິມ​ມາ (ສິມ) ວັດ​ບ້ານ​ນາ​ເລົ່າ.

             - ວຽກງານ​ການ​ເງິນ​ຂອງ​ບ້ານ: ​ໃນ​ແຕ່ລະ​ປີ​ສາມາດ​ປະຕິບັດໜ້າທີ່ ວິຊາ​ສະ​ເພາະ​ເ​ກັບ​ຄ່າ​ທະນຽມນຳ​ໃຊ້​ທີ່​ດິນ, ອາກອນ​ຮ້ານຄ້າ ​ເຊີ່ີງ​ປະຕິ​ບັດ​ໄດ້​ຕາມ​ຕົວ​ເລກ​ຄາດໝາຍຂອງ​ເມືອງ ​ແລະ ຖອກ​ເຂົ້າ​ຄັງ​ເມືອງ 100%.

 

              ກ. ພາກ​ລາຍ​ຮັບ

-   ລາຍ​ຮັບ​ຈາກ​ການ​ເກັບ​ຄ່າ​ບໍລິການ​ຜ່ານ​ເອກະສານ.

-   ລາຍ​ຮັບ​ເງິນ​ພັນທະ​ປ້ອງ​ກັນ.

-   ລາຍ​ຮັບ​ຈາກ​ປະຊາຊົນ.

-   ລາຍ​ຮັບ​ຈາກ​ການ​ອຸປະຖຳ​ຊ່ວຍ​ເຫຼືອ.

-   ລາຍ​ຮັບ​ຈາກ​ງານ​ຕ່າງໆ.

ຂ. ພາກ​ລາຍ​ຈ່າຍ

-   ຈ່າຍ​ວຽກງານ​ບໍລິຫານ​ການ​ປົກຄອງ.

-   ຈ່າຍ​ວຽກການ​ປະຊຸມ​ສ່ອງ​ແສງ.

-   ຈ່າຍ​ຄ່າ​ໂທລະສັບ​, ໄຟຟ້າ, ນໍ້າ​ປະປາ, ໜັງສື​ພິມ.

-   ຈ່າຍ​ຄ່າ​ຊື້​ເຄື່ອງ​ໃຊ້​ໃນ​ຫ້ອງການ.

-   ຈ່າຍ​ຄ່າ​ແຮງ​ງານ​ຜູ້​ບໍລິຫານ.

-   ຈ່າຍ​ຄ່າ​ແຮງ​ງານໜ່ວຍ​ປ້ອງ​ກັນ.

-   ຈ່າຍ​ຊຸກຍູ້​ວຽກທາງ​ການ.

-   ຈ່າຍ​ໂຄງການ​ກໍ່ສ້າງ.

 

      7. ວຽກງານ​ດ້ານ​ວັດທະນະທຳ-​ສັງຄົມ

             - ຂະ​ແໜງສຶກສາ : ພາຍ​ໃນ​ບ້ານ​ມີ​ໂຮງຮຽນປະຖົມ​ສົມບູນ 01 ຫຼັງ, ມີ​ຄູ​ອາຈານ​ເປັນ​ຍິງ 05 ຄົນ, ລົບ​ລ້າງ​ການ​ກືກໜັງສື​ໃນ​ປີ 1998 ສໍາ​ເລັດ​ສຸດ​ບຳລຸງ​ຊັ້ນ​ປະຖົມ​​ໃນປີ 2008 ຈໍານວນ 20 ຄົນ ຍິງ 16 ຄົນ ​ແລະ​ ສໍາ​ເລັດ​ຊຸດ​ບຳລຸງ​ຈົບ​ຊັ້ນ​ມໍ​ຕົ້ນໃນປີ 2012 ຈໍານວນ 39 ຄົນ ຍິງ 26 ຄົນ. ​ໄດ້​ປຸກລະດົມ​ຊຸກຍູ້​ຜູ້​ປົກຄອງ​ຂອງ​ນັກຮຽນບໍ່​ໃຫ້​ລູກຫຼານປະລະ​ການ​ຮຽນ ​ເດັກ​ອາຍຸ 6 ປີ ​ໄດ້​ເຂົ້າ​ໂຮງຮຽນ 100%.

             - ຂະ​ແໜງສາທາລະນະ​ສຸກ: ​ໄດ້​ບຳລຸງ​ສ້າງໜ່ວຍງານ ອສບ ບ້ານ ​ເຮັດໜ້າທີ່​ວິຊາ​ສະ​ເພາະປະສານ​ສົມທົບ​ກັບ​ຫ້ອງການ​ສາທາລະນະ​ສຸກ​ເມືອງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຮັດໜ້າ​ທີ່ປ້ອງ​ກັນ​ສຸຂະພາບ​ເປັນ​ຕົ້ນ: ສັກ​ຢາ​ຢອດ​ຢາ ​ໃຫ້​ແມ່ຍິງ ​ແລະ ​ເດັກນ້ອຍ​ໃນ​ເກນ​ອາຍຸ​ຢ່າງ​ຄົບ​ຖ້ວນ, ກວດການອນນ້ຳ​ຍຸງ​ລາຍ, ​ໂຄສະນາ​ຕ້ານ ​ແລະ ສະກັດ​ກັ້ນ​ການລະບາດ​ຂອງ​ພະຍາດ​ຍຸງ​ລາຍ(​ໄຂ້​ເລືອດ​ອອກ) ​ແລະ ​ເຝົ້າລະວັງ​ພິຍາດ​ໄຂ້ຫວັດ (H7N9), ກວດກາບ້ານ​ແບບຢ່າງ​ສາທາລະນະ​ສຸກ, ກວດກາ​ຄອບຄົວ​ທີ່​ໄດ້​ປ້າຍ​ອະນາ​ໄມ, ນຳພາ​ສ້າງ​ຂະ​ບວນການ​ອອກ​ແຮງ​ງານ​ວັນ​ເສົາ​ແດງເປັນ​ປະຈຳ, ມີ​ການ​ກຳ​ຈັດ​ຂີ້​ເຫຍື້ອມີ​ລົດ​ມາ​ເກັບຂອງ​ອົງການ ອສບ ນະຄອນຫຼວງ ທິດ​ລະ​ຄັ້ງ.

             - ວັດທະນະທໍາ​-ສັງຄົມ: ​ໄດ້​ນຳພາ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ຮີດຄອງ​ປະ​ເພນີ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ຂອງ​ບັນດາ​ເຜົ່າ ກໍຄື​ທ້ອງ​ຖິ່ນ​ຂອງ​ຕົນ​ສະກັດ​ກັ້ນ​ສິ່ງ​ຫຍໍ້ທໍ້ ​ແລະ ການ​ເຊື່ອ​ຖື​ງົມງວາຍ, ປະຊາຊົນ​ສ່ວນ​ໃຫ່ຍນັບຖື​ສາສະໜາພຸດ​ກວມ 98%, ມີ​ວັດ 01 ​ແຫ່ງ, ມີທີ່​ພັກອາ​ໄສ ​ແລ​ະ ບ່ອນ​ກິດຈະກຳ​ຂອງ​ສົງ ມີ​ສາລາ​ໂຮງ​ທຳ (ຫໍ​ແຈກ) ມີ​ສິມ, ມີ​ຄອບຄົວ​ວັດທະນະທຳ 468 ຄອບຄົວ ​ເທົ່າ​ກັບ 96,3% ​ປະກາດ ​ແລະ ຮັບຮອງ​ເປັນ​ບ້ານ​ວັດທະນະທຳ ​ໃນ​ປີ 2009 ​ເປັນ​ບ້ານ ​ແຫ່ງ​ທີ່ 05 ຂອງ​ເມືອງ​ສີ​ໂຄດ ​ແລະ ​ແຫ່ງ​ທີ່ 36 ຂອງ​ນະ​ຄອນຫຼວງວຽງຈັນ, ປະກາດຮັບຮອງ​ເປັນ​ບ້ານ​ພັດທະ​ນາຮອບດ້ານ​ໃນວັນທີ 30 ພຶດສະພາ ​ປີ 2009 ​ເປັນ​ບ້ານ​ແຫ່ງ​ທີ່ 1 ຂອງ​ເມືອງ​ສີ​ໂຄດຕະບອງ ​ແລະ ​ແຫ່ງ​ທີ່ 10 ຂອງ​ນະຄອນຫຼວງວຽງຈັນ.

             - ວຽກງານ​ຖະ​ແຫຼງຂ່າວ​: ​ໄດ້​ປັບປຸງ​ວຽກງານ​ຂ່າວສານ-ສື່ສານ​ພາຍ​ໃນ​ບ້ານ​ຂອງ​ຕົນ​ໃຫ້​ເຂົ້າ​ສູ່​ລະບົບ​ເປັນ​ຕົ້ນ: ​ໂທລະ​ໂຄ່ງ​ ກະ​ດານ​ຂ່າວ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ​ໂຄສະນາ,​ແຈ້ງ​ການ​ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ຕິດຕາມ​ສະພາບ​ການ​ຕ່າງໆຈາກ​ວິທະຍຸ, ຂ່າວສານ, ໜັງສື​ພິມ ​ແລະໂທລະພາບ​ທີ່​ອອກ​ອາກາດ​ປະຈຳ​ວັນ.

             - ວຽກງານ​ສະ​ຫວັດ​ດີກາ​ນ: ​ໄດ້​ຊຸກຍູ້ ​ແລະ ສົ່ງ​ເສີມ​ບຸກຄົນ​ທີ່​ວ່າງ​ງານ​ເພື່ອ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳມີ​ອາຊີບ​ທີ່​ຖາວອນ ​ແລະ ລາຍ​​ໄດ້​ໃຫ້​ແກ່​ຕົນ​ເອງ ​ແລະ ຄອບຄົວ, ​ໄດ້​ຈັດ​ຕັ້ງ​ເກັບ​ເງິນ​ສົງ​ເຄາະ (​ເງິນ​ສະມາຄົມ​ເສຍ​ຊີວິດ) ​ເພື່ອ​ຊ່ວຍ​ເຫຼືອ​ເຊີງ​ກັນ ​ແລະ ກັນ​ໃນ​ເວລາ​ເສຍ​ຊີວິດ.

             - ວຽກງານ​ກິລາກາຍຍະກຳ: ​ໄດ້​ສົ່ງ​ເສີມ​ທີ​ມບານ​​ເຕະ​ຂອງ​ຊາວໜຸ່ມບ້ານ ​ແລະ ​ໄດ້​ເຄື່ອນ​ໄຫວ​ແຂ່ງ

ຂັນ​ເຕະບານ​ລະຫວ່າງ​ທີ​ມບານ​ເຕະ​ລະຫວ່າງ​ບ້ານ​ອ້ອມຂ້າງ, ​ເອື້ອອຳນວຍ​ຄວາມ​ສະດວກ​ໃຫ້​ເຍົາວະ​ຊົນ​ໂຮງຮຽນປະຖົມ​ຈັດ​ຕັ້ງ ກິລາກາຍຍະກຳ​ເພື່ອ​ເຄື່ອນ​ໄຫວ​ກິລາ​ກັບ​ບັນດາ​ໂຮງຮຽນບ້ານ​ອ້ອມ​ຂ້າງ​ເປັນ​ຕົ້ນ​ກະຕໍ້​ຫວາຍ, ບານ​ສົ່ງ.

             - ໄດ້​ຮັບ​ການ​ຢັ້ງຢືນ ​ແລະ ຍ້ອງຍໍ: ​ໃນ​ໄລຍະ​ຜ່ານ​ມາ​ອົງການ​ປົກຄອງ​ບ້ານ​ໃນ​ແຕ່​ລະສະ​​​ໄໝ​ໄດ້​ຕັ້ງໜ້າ

ປະຕິບັດໜ້າ​ທີ່​ໃນ​ຂອບ​ເຂດ​ສິດ​ຂອງ​ຕົນ​ພາຍ​ໃຕ້​ການ​ຊີ້​ນຳ​ພາ​ຂອງໜ່ວຍພັກ​ບ້ານ, ​ເຮັດ​ໃຫ້​ບ້ານ​ຂອງ​​ໄດ້​ຮັບ​ການ​ຢັ້ງຢືນ ​ແລະ ຍ້ອງຍໍ​ຂັ້ນ​ເທິ່ງຄື​:

1)  ໃບ​ຢັງ​ຢືນ ໜ່ວຍພັກ​ເຂັ້ມ​ແຂງ-ຮູ້​ນຳພາ​ຮອບດ້ານ 4 ສະ​ໄໝຕໍ່​ເນື່ອງ.

2)  ​ໃບ​ຢັ້ງຢືນ ​ບ້ານ​ແບບຢ່າງ​ສາທາລະ​ນະ​ສຸກ.

3)  ​ໃບ​ຢັງ​ຢືນ ​ບ້ານ​ວັດທະນະ​ທຳ.

4)  ​ໃບ​ຢັ້ງຢືນ ບ້ານ​ປອດ​ຄະດີ.

5)  ​ໃບ​ຢັ້ງຢືນ ບ້ານ​ພັດທະນາ​ຮອບດ້ານ​.

6)  ​ໃບ​ຢັງ​ຢືນ ບ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ.

7)  ​ໃບ​ຢັ້ງຢືນ ບ້ານ 3 ດີ.

8)  ​ໃບ​ຢັ້ງຢືນ ການ​ປະຕິບັດ 6 ສໍດີ​ເດັ່ນ​.

9)  ​ໃບ​ຢັ້ງຢືນ ບ້ານ​ປອດ​ຢາ​ເສບ​ຕິດ.

10)  ການ​ຍ້ອງຍໍ​ປະ​ເພດ​ຕ່າງໆດັ່ງ​ລຸ່ມ​ນີ້:

ກ. ຫຼຽນ​ໄຊ​ແຮງ​ງານ​ຊັ້ນ I  1 ໜ່ວຍ.

ຂ. ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II  1 ໜ່ວຍ.

ຄ. ຫຼຽນ​ໄຊກາ​ແຮງ​ງານ  3 ໜ່ວຍ.

ງ. ໃບ​ຍ້ອງຍໍ​ຈາກລັດຖະບານ, ຈາກ​ສະພາ, ຈາກ​ນະຄອນຫຼວງ​ ​ແລະ ​ເມືອງ​ສີ​ໂຄດ​ຕະບອງ.

 

      8. ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ

             ຂໍ້ສະດວກ

1)   ບ້ານນາເລົ່າ ແມ່ນຕັ້ງຢູ່ເຂດຕົວເມືອງ ມີເສັ້ນທາງຄົມມະນາຄົມໄປມາສະດວກຕະຫຼອດປີ.

2)  ມີພະນັກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຂອງເມືອງຕາມນະຄອນຫຼວງວຽງຈັນເປັນຜູ້ຊີ້ນຳ ນຳພາຈັດຕັ້ງປະຕິບັດເປັນປະຈຳ.

3)  ປະຊາຊົນເຜົ່າບັນດາພາຍໃນບ້ານມີຄວາມເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະໄດ້ປະກອບສ່ວນຢ່າງຕັ້ງໜ້າຕໍ່ວຽກງານພັດທະນາບ້ານຢ່າງເປັນຂະບວນຟົດຟື້ນ.

4)  ຄະນະໜ່ວຍພັກ-ອົງການປົກຄອງບ້ານໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ-ກົດໝາຍຂອງລັດລົງສູ່ຮາກຖານຢ່າງທົ່ວເຖິງ ແລະ ໄດ້ຮັບຮອງເອົາໜ່ວຍພັກເຂັ້ມແຂງຮູ້ນຳພາຮອບ ດ້ານ.

             ຂໍ້ຫຍຸ້ງຍາກ

1)  ງົບປະມານມີຈຳນວນຈຳກັດ ບໍ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການຂອງວຽກງານ.

2)  ປະຊາຊົນຈຳນວນໜຶ່ງ ມີລະດັບການສຶກສາຍັງຕໍ່າ ເຮັດໃຫ້ຄວາມຮັບຮູ້ຕໍ່ແນວທາງຂອງພັກ-ກົດ ໝາຍຂອງລັດຍັງຈຳກັດ.

 

             ຂໍ້ຄົງຄ້າງ

ກ. ດ້ານການເມືອງ

                 ຜ່່ານການສັງເກດຕີລາຄາລວມແລ້ວ ການຄຸ້ມຄອງ-ການບໍລິຫານບ້ານ, ການປະຕິບັດໜ້າທີ່ຂອງອົງການປົກຄອງບ້ານ ໄດ້ເຮັດເອົາຈິງເອົາຈັງ ເຮັດໃຫ້ວຽກງານໃນຫຼາຍໆດ້ານມີອັນພົ່ນເດັ່ນເມື່ອສົມທຽບໃສ່ວຽກງານບໍລິຫານບ້ານກັບການປະຕິບັດໜ້າທີ່ ຂອງພະນັກງານທີ່ຊ່ວຍວຽກບ້ານສ່ວນໜື່ງ ຍັງເຫັນວ່າບໍ່ທັນໜັກແໜ້ນທາງດ້ານແບບແຜນວິທີເຮັດວຽກ, ຄວາມສາມາດຍາດແຍງເອົາກໍາລັງແຮງສັງລວມໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາບ້ານຍັງບໍ່ໄດ້ດີເທົ່າທີ່ຄວນ ຍັງມີປະຊາຊົນບາງຄອບຄົວບໍ່ຢາກເຂົ້າຮໍ່າຮຽນເອກະສານການເມືອງກັບໜ່ວຍພັກ, ກໍາມະການບໍລິຫານບ້ານສວ່ນໜື່ງຍັງຖືເບົາ, ບໍ່ຕັ້ງໜ້າປະຕິບັດຕາມວິຊາສະເພາະຂອງຕົນຢ່າງເຕັມເມັດເຕັມໜ່ວຍ.

 

             ຂ. ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

                 ຜ່ານການປະຕິບັດວຽກງານພາຍຫຼັງເປັນບ້ານພັດທະນາ ຖືວ່າຂົງເຂດພາຍໃນບ້ານມີຄວາມສະ ຫງົບດີໂດຍຂັ້ນພື້ນຖານ ແຕ່ກໍ່ຍັງມີກຸ່ມເປົ້າໝາຍ ທີ່ອົງການປົກຄອງບ້ານສົມທົບກັບກຳລັງ ປກສ ແລະ ກອງຫຼອນບ້ານຕິດຕາມ ແລະ ກຳນົດເປົ້າໝາຍກຸ່ມສ່ຽງໄດ້ເຖິງ 6 ຄົນ ກ່ຽວກັບການພົວພັນເຖີງຢາເສບຕິດ, ການຊື້-ຂາຍຢາເສບຕິດລາຍຍ່ອຍ ແລະ ການຫຼີ້ນການພະ

ນັນເປັນຕົ້ນ.

             ຄ. ດ້ານເສດຖະກິດ

                 ເຖິງແມ່ນວ່າ ເສດຖະກິດໂດຍລວມຂອງບ້ານນາເລົ່າຈະມີຄວາມຈະເລີນກ້າວໜ້າແຕ່ກໍ່ປາສະຈາກບໍ່ໄດ້ເຖິງຂໍໍ້ຂາດຕົກບົກຜ່ອງໂດຍເຫັນໄດ້ດັ່ງນີ້ :

                   - ຍັງມີພໍ່ຄ້າຊາວຂາຍ ແລະ ຮ້ານຂາຍເຄື່ອງຍ່ອຍບາງຮ້ານທີ່ຍັງບໍ່ຈິງໃຈໃນການເສຍອາກອນເຮັດໃຫ້ລາຍຮັບເຂົ້າຫງົບປະມານພົບຄວາມຫຍຸ້ງຍາກ.

                   -  ຍັງມີໜີ້ສິນກ່ຽວກັບການກໍ່ສ້າງທາງປູຢາງເຂົ້າບ້ານທັງໝົດ: 50,865,000 ກີບ.

                   -  ໜີ້ສີນຄ່າຕິດຕັ້ງໄຟຟ້າສະໂມສອນ-ຫ້ອງການບ້ານຫຼັງໃໝ່: 6,288,000 ກີບ.

 

 

         ງ. ດ້ານວັດທະນະທຳ-ສັງຄົມ

                 ຍັງມີບາງຄອບຄົວຍັງຖືເບົາບໍ່ປະກອບສ່ວນເຂົ້າໃນວຽກງານການພັດທະນາບ້ານ ແລະ ມີຫຼັງຄາເຮືອນທີ່ຍັງບໍ່ທັນໄດ້ຕິດປ້າຍເປັນຄອບຄົວອານາໄມເນື່ອງຈາກວ່າເປັນຄອບຄົວມາຢູ່ໃໝ່ ແລະ ເປັນເຮືອນທີ່ເປົ່າຫວ່າງ, ມີບາງຄອບຄົວທີ່ຍັງຖືເບົາ ແລະ ເຫັນແກ່ຕົວບໍ່ເຮັດສັນຍາຖີ້ມຂີ້ເຫຍື້ອກັບ ອພບ ແຕ່ລັກເອົາຂີ້ເຫຍື້ອໄປຖີ້ມຊະຊາຍ ແລະ ຍັງມີປະຊາຊົນຈໍານວນໜື່ງທີ່ຍັງເຊື່ອຖືງົມງວາຍຢູ່.

 

             ການປຽບທຽບກ່ອນ ແລະ ຫຼັງການເປັນບ້ານພັດທະນາ

 

 

ກ່ອນການເປັນບ້ານພັດທະນາ

ພາຍຫຼັງເປັນບ້ານພັດທະນາ

-   ການສຶກສາອົບໂຮມວຽກງານແນວຄິດການເມືອງຍັງບໍ່ຈະແຈ້ງກຳບໍ່ໄດ້ເປົ້າໝາຍ

- ການໃຫ້ຄວາມສົນໃຈໃນການເຂົ້າຮ່ວມຮັບຟັງເອກະສານຕ່າງໆຂອງພັກຍັງບໍ່ທັນມີຫຼາຍເທົ່າທີ່ຄວນ

- ກໍາລັງ ປກຊ-ປກສ ແມ່ນມີຈຳນວນໜ້ອຍເຮັດໃຫ້ການປະຕິບັດວຽກງານໄດ້ບໍ່ເຕັມເມັດເຕັມໜ່ວຍ

-   ລາຍຮັບຂອງປະຊາຊົນ ຜູ້ໜື່ງສະເລ່ຍ 754 ໂດລາ ຕໍ່ຄົນຕໍ່ປີ

-   ຄອບຄົວກຸ້ມກິນ 388 ຄອບຄົວ

-   ຄອບຄົວເຫຼືອກິນ 78 ຄອບຄົວ

-   ມີຫົວໜ່ວຍທຸລະກິດ 43 ຫົວໜ່ວຍ

-   ຂາດອຸປະກອນສື່ສານຂອງບ້ານເຮັດໃຫ້ວຽກງານທີ່ມີຄວາມຈຳເປັນນັ້ນຫຼ້າຊ້າ

-   ລະບົບການສຶກສາແມ່ນສາມາດຈັດຊຸດບຳລຸງການສຶກສາຈົບຂັ້ນປະຖົມໃຫ້ປະຊາຊົນພາຍໃນບ້ານໄດ້100%

-   ການປະຕິບັດວຽກງານສາທາລະນະສຸກຢູ່ບ້ານຍັງຂາດປະສິດທິຜົນ ແລະ ສັກຊ້າ

-   ການສຶກສາອົບໂຮມວຽກງານແນວຄິດການເມືອງແມ່ນໄດ້ຮັບການໃກ້ຊິດຕິດແທດຈາກຄະນະພັກເມືອງເຮັດໃຫ້ຮູ້ໄດ້ເຖິງເປົ້າໝາຍ ແລະ ສິ່ງຈຳເປັນທີ່ຈະຕ້ອງໄດ້ປະຕິບັດຕ່າງໆ

-   ຍາດໄດ້ກຳລັງແຮງຂອງປະຊາຊົນເຂົ້າໃນວຽກງານລວມຂອງບ້ານໄດ້ຫຼາຍຂື້ນ

-   ສາມາດປັບປຸງກຳລັງ ປກຊ-ປກສ ໃຫ້ຕອບສະ   ໜອງ ກັບຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາ ຊົນພາຍໃນບ້ານ

-   ລາຍຮັບຂອງປະຊາຊົນ ຜູ້ໜື່ງສະເລ່ຍ 1865 ໂດລາ ຕໍ່ຄົນຕໍ່ປີ

-   ຄອບຄົວກຸ້ມກິນ 39 ຄອບຄົວ

-   ຄອບຄົວເຫຼືອກິນ 466 ຄອບຄົວ

-   ມີຫົວໜ່ວຍທຸລະກິດ 136 ຫົວໜ່ວຍ

-   ແກ້ໄຂຄວາມທຸກຍາກໄດ້ຢ່າງຂາດຕົວ

-   ການສື່ສານຂອງບ້ານແມ່ນເຂົ້າສູ່ລະບົບເປັນຕົ້ນແມ່ນໄດ້ມີໂທລະໂຄງ, ກະດານຂ່າວປະຈຳໜູ່ບ້ານ

-   ສືບຕໍ່ປະຕິບັດລະບົບການສຶກສາທີ່ມີຢູ່ນັ້ນໂດຍໄດ້ຈັດຊຸດບຳລຸງການສຶກສາຊັ້ນມັດທະຍົມໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໄດ້100%

-   ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານດ້ານສາທາລະນະສຸກຄືດັ່ງນັນຄະນະອົງການປົກຄອງບ້ານຈື່ງໄດ້ສ້າງ ອສບ ປະຈຳບ້ານເພື່ອໃຊ້ໃນວຽກງານໃຫ້ທັນກັບສະພາບຄວາມຕ້ອງການຂອງປະຊາຊົນ ເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດຕ່າງໆ

 

 

2.5.4  ທິດທາງ ແລະ ແຜນພັດທະນາຂອງບ້ານນາເລົ່າໃນຕໍ່ໜ້າ

 

              ທິດທາງ, ແຜນພັດທະນາເຊີ່ງໄດ້ອີງໃສ່ສະພາບຈຸດພິເສດ, ເງື່ຶອນໄຂຕົວຈີງເພື່ອການພັດທະນາໃຫ້ມີຄວາມເຂັ້ມແຂງຕາມແນວທາງນະໂຍບາຍຂອງພັກ-ລັດ ຕ້ອງໄດ້ສູ້ຊົນໃນແຕ່ລະດ້ານດັ່ງລຸ່ມນີ້:

 

             ກ. ດ້ານ​ການ​ເມືອງ​ແນວ​ຄິດ

 

             - ສືບຕໍ່​ເພີ່ມ​ທະວີຄວາມ​ຮັບຜິດຊອບ​ຕໍ່ການ​ຮໍ່າຮຽນ​ເຊື່ອມ​ຊຶມ ບັນດາ​ເອກະສານ​ຕ່າງໆ​ເປັນ​ຕົ້ນ: ​ແນວ ທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ, ກົດໝາຍ, ມະຕິ, ຄຳ​ສັ່ງ, ກົດ​ລະບຽບທີ່​ລັດວາງ​ອອກ.

             - ຕັ້ງໜ້າສຶກສາ​ອົບຮົມພະນັກງານ, ສະມາຊິກ​ພັກ, ອົງການ​ປົກຄອງ​ບ້ານ, ອົງການ​ຈັດ​ຕັ້ງ ​ແລະປະຊາ ຊົນ​ບັນດາ​ເຜົ່າ​ໃຫ້​ມີ​ແນວ​ຄິດ​ຈົງ​ຮັກ​ພັກດີ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ມີ​ສະຕິ​ຕໍ່ການຈັດ​ຕັ້ງ ​ແລະ ລະບຽບວິ​ໄນ​ສູງ, ມີ​ຄວາມ​ບໍລິສຸດ​ປອດ​ໃສ​ຈິງ​ໃຈ ​ເຊື່ອໝັ້ນຕໍ່ກັນ. ​

             - ເພີ່ມ​ທະວີ​ການ​ຊີ້​ນຳ-​ນຳພາ​ຂອງ​ພັກ​ບົນຫຼັກການ​ລວມສູນ​ປະຊາທິປະ​ໄຕ​ຢ່າງ​ເຂັ້ມ​ງວດ, ຕັ້ງໜ້າປະຕິ ບັດ​ກົດ​ລະບຽບ ຂອງ​ອົງການ​ປົກຄອງ​ບ້ານ​ວາງ​ອອກ ​ໃນ​ແຕ່ລະ​ໄລຍະ, ຍົກ​ສູງ​ຄວາມ​ຕື່ນ​ຕົວ​ຂອງ​ທົ່ວ​ປວງ​ຊົນ, ການ​ເຂົ້າ​ຮ່ວມ​ວຽກງານ​ລວມຂອງ​ບ້ານ, ​ເປັນ​ເຈົ້າ​ການ​ພັດ​ທະນາ​ເສດຖະກິດ, ວັດທະນະທຳ-ສັງຄົມຂອງ​ບ້ານ, ປົກ​ປັກຮັກສາ​ຄວາມ​ສະ​ຫງົ​ບ ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ໃຫ້​ທົ່ວ​ສັງ​ຄົມ​ຂອງ​ບ້ານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ.

 

             ຂ. ດ້ານ​ວຽກງານ​ປ້ອງ​ກັນ​ຊາດ-ປ້ອງຄວາມ​ສະ​ຫົງ​ບ

 

             - ສືບຕໍ່ຕັ້ງໜ້າປັບປຸງ​ກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົ​ບເຄື່ອນທີ່​ ແລະ ປະຈໍາ​ທີ່​ໃຫ້​ມີ​ຄວາມໜັກ​ແໜ້ນທາງ​ດ້ານ​ການ​ເມືອງ​ແນວ​ຄິດ, ​ເຂັ້ມ​ແຂງ​ທາງ​ດ້ານ​ຍຸດທະວິທີ ​ແລະ ວິຊາສະ​ເພາະ, ຕັ້ງໜ້າຕໍ່ວຽກງານ​ປະຈຳການ ​ແລະ ອອກ​ເຄື່ອນ​ໄຫວ​ກວດກາ​ລາດຕະ​ເວັນ ​ໃຫ້​ມີ​ຄວາມ​ສະ​ຫງົ​ບປອດ​ໄພ​ທາງ​ດ້ານ​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ

             - ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ເປົ້າໝາຍ ​ແລະ ໜໍ່​ແໜງຂອງ​ກຸ່ມ​ສ່ຽງບໍ່​ໃຫ້​ເຄື່ອນ​ໄຫວ ​ແລະ ​ແກ້​ໄຂ​ປະກົດ​ການ​ຫ​ຍໍ້ທໍ້​ຕ່າງໆພາຍ​ໃນ​ບ້ານ​ໃຫ້ໝົດ​ໄປ.

             - ​ເອົາ​ໃຈ​ໃສ່​ວຽກງານຄຸ້ມ​ຄອງ​ສຳມະ​ໂນ​ຄົວ, ກວດກາ​ຄົນ​ພັກ​ເຊົ່າ, ​ເຂົ້າ-​ອອກ ​ໃຫ້​ເປັນ​ປົກກະຕິ​ກວດກາ​ຈຳນວນ​ພົນ, ຄົນຫຼຸດ ຄົນ​ເພີ່ມ ​ແລະ ກວດກາ​ເຮືອນ​ຫ້ອງ​ແຖວ-​ເຮືອນ​ໃຫ້​ເຊົ່າ​ຢ່າງ​ເຂັ້ມ​ງວດ.

 

             ຄ. ດ້ານ​ເສດຖະກິດ

 

             - ສືບຕໍ່ຊຸກຍູ້ສົ່ງເ​ສີມ ​ແລະ ​ເອື້ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຄອບຄົວ​ຫົວໜ່ວຍ​ເສດຖະກິດ-ບໍລິ ການ​ຂົງ​ເຂດ​ບ້ານ​ຄຸ້ມ​ຄອງທີ່​ເປັນ​ທ່າ​ແຮງ​ບົ່ມ​ຊ້ອນ​ຕໍ່ການ​ສ້າງ​ລາຍ​ຮັບ​ເຂົ້າ​ງົບປະມານ​ຂອງ​ລັດໃຫ້​ມີ​ການ​ຂະຫຍາຍ ຕົວ, ຊຸກຍູ້​ການ​ປະຕິບັດ​ພັນທະ​ເສຍ​ພາສີ​ອາກອນລວມທັງ​ຄ່າ​ທຳນຽມນຳ​ໃຊ້​ທີ່​ດິນ ​ໃຫ້​ຄົບ​ຖ້ວນ ​ແລະ ທັນ​ເວລາ.

             - ຊຸກຍູ້​ກອງ​ທຶນ​ພັດທະນາ​ບ້ານ​ໃຫ້​ມີ​ການ​ຂະຫຍາຍຕົວ​, ປັບປຸງ​ແກ້​ໄຂ​ບັນຫາ​ອັດຕາ​ດອກ​ເບ້ຍ​​ເງິນ​ກູ້​ໃຫ້​ແທດ​ເໝາະ.

             - ຕັ້ງໜ້າປຸກລະດົມ​ຂົນຂວາຍ​ທຶນຮອນ​ເພື່ອ​ການ​ພັດທະນາ​ກໍ່ສ້າງ​ໂຄງ​ລ່າງວັດຖຸ-​ເຕັກນິກ​ພາຍ​ບ້ານ​ຂອງ​ຕົນ​ທີ່​ຍັງ​ຄ້າງ​ຄາ​ເປັນ​ຕົ້ນ : ກໍ່ສ້າງ​ທາງ​ຮ່ອມ​ທາງ​ຊອຍ​ພາຍ​ໃນ​ບ້ານ, ສ້ອມ​ແປງ​ຫ້ອງການ​ປົກຄອງ​ບ້ານຫຼັງ​ເກົ່າ, ສືບຕໍ່ກໍ່ສ້າງ​ສິມ​ໃຫ້​ສຳ​ເລັດ.

             ງ. ດ້ານ​ວັດທະນະທຳ-ສັງຄົມ

 

             - ສູ້​ຊົນ​ສ້າງ​ໂຮງຮຽນ​ໃຫ້​ກາຍ​ເປັນ​ໂຮງຮຽນສີຂຽວປອດ​ຢາ​ເສບ​ຕິດ, ສ້າງ​ໂອກາດ​ໃຫ້​ລູກຫຼານຂອງ​ປະຊາຊົນ​ໄດ້​ເຂົ້າ​ເຖິງ​ການ​ສຶກສາ​ທີ​ມີ​ຄຸນ​ນະພາ​ບ, ​ເດັກ​ອາຍຸ 6 ປີ​ໃຫ້​ໄດ້​ເຂົ້າ​​ໂຮງຮຽນ 100%. ສືບຕໍ່ປັບປຸງ ​ແລະ ພັດທະນາ ​ອສບ ບ້ານ​ໃຫ້​ມີ​ຄວມ​ຮູ້​ພື້ນຖານ​ໃນ​ການ​ເຮັດໜ້າທີ່ປ້ອງ​ກັນ​ສຸຂະ​ພາບ, ກວດກາ​ແຫຼ່ງ​ເພາະ​ພັນ ​ແລະ ທຳລາຍໜອນນ້ຳ​ຍຸງ​ລາຍ, ອະນາ​ໄມ​ອອກ​ແຮງ​ງານ​ວັນ​ເສົາ​ແດງ​ເປັນ​ປະຈຳ​ ​ໃຫ້​ເປັນ​ປະຈຳ.

             - ຕັ້ງໜ້າປົກ​ປັກ​ຮັກສາ, ສົ່ງ​ເສີມ​ວັດທະນາທຳຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ​ໃຫ້​ຢືນ​ຢົງ, ສູ້​ຊົນ​ແກ້​ໄຂ​ປະກົດ​ການ​ຫ​ຍໍ້ທໍ້​ພາຍ​ໃນ​ວັດ​ໃຫ້​ຍຸດຕິ​ໂດຍ​ພື້ນຖານ.

             - ບໍາລຸງ​ສ້າງ​ນັກ​ກະທະ​ປະ​ຖາ​ເພື່ອ​ເຮັດ​ວຽກງານ​ໂຄສະນາ, ປັບປຸງ​ລະບົບ​ໂທລະ​ໂຄ່ງ​ໃຫ້​ນຳ​ໃຊ້​ຢ່າງ​ເປັນ​ປົກກະຕິ.

             - ຕັ້ງໜ້າກະຕຸກ​ຊຸກຍູ້​ບຸກຄົນ​ໃນ​ເກນ​ອາຍຸ​ອອກ​ແຮງ​ງານ​ທີ່​ວ່າງ​ງານ​ໃຫ້​ຊອກ​ວຽກ​ເຮັດງງານ​ທຳ, ປັບປຸງ​ການ​ເກັບ​ເງິນ​ສະມາຄົມ ​ເພື່ອ​ຊ່ວຍ​ເຫຼືອ​ເຊິ​ງກັນ ​ແລະ ກັນ​ໃນ​ເວລາ​ເສຍ​ຊີວິດ​ໃຫ້​ຄົບ​ຖ້ວນ ​ແລະ ວ່ອງ​ໄວ​ຕື່ມ, ສົ່ງ​​ເສີ່ມ​ກິລາກາຍຍະ​ກຳ​ປະ​ເພດບານ​ເຕະ, ສົ່ງເສີມ​ສິນລະປະ​ວັນນະຄະດີ ​ໃຫ້​ນັກຮຽນ, ​ເຍົາວະ​ຊົນ ​ແລະ ຊາວໜຸ່ມບ້ານ​ໄດ້​ເຄື່ອນໄຫວແຂ່ງຂັນ (ບ້ານນາເລົ່າ, 2013).

 

2.5       ບົດຄົ້ນຄວ້າວິທະຍາສາດທີ່ກ່ຽວຂ້ອງ

 

         ນິຊະລາ ໃຈຊື່ (2012) ໄດ້ສຶກສາປັດໄຈທີ່ມີວາມສຳພັນກັບຄວາມສຳເລັດໃນການເປັນໝູ່ບ້ານເສດຖະ ກິດພໍພຽງ. ຈຸດປະສົງຂອງການສຶກສາແມ່ນ: 1). ສຶກສາລະດັບຄວາມສຳເລັດຂອງການເປັນໝູ່ບ້ານເສດຖະກິດພໍພຽງ 2). ສຶກສາປັດໄຈທີ່ມີຄວາມສຳພັນກັບຄວາມສຳເລັດໃນການເປັນໝູ່ບ້ານເສດຖະກິດພໍພຽງ 3). ບັນຫາ ແລະ ອຸປະສັກໃນການພັດທະນາໝູ່ບ້ານເສດຖະກິດພໍພຽງ ແລະ 4). ແນວທາງໃນການພັດທະນາໝູ່ບ້ານເສດຖະ ກິດພໍພຽງ, ປະຊາກອນທີ່ໃຊ້ໃນການສຶກສາຄື ສະມາຊິກໃນໝູ່ບ້ານ ຈຳນວນ 534 ຄົນ ກຸ່ມຕົວຢ່າງ 226  ໂດຍເກັບຂໍ້ມູນໂດຍການໃຊ້ແບບສອບຖາມ. ຜົນການວິໄຈພົບວ່າ : ປັດໄຈທີ່ມີຄວາມສຳພັນກັບຄວາມສຳເລັດໃນ ການເປັນໝູ່ບ້ານເສດຖະກິດພໍພຽງຂອງໝູ່ບ້ານສາລາສັກ ແລະ ໝູ່ບ້ານໂຄກ ມີ 8 ປັດໄຈຄືກັນ ໄດ້ແກ່ ປັດໄຈ ດ້ານເຕັກໂນໂລຢີ, ດ້ານເສດຖະກິດ, ດ້ານຊັບພະຍາກອນທຳມະຊາດ, ດ້ານຈິດໄຈ, ດ້ານວັດທະນະທຳ-ສັງຄົມ, ດ້ານການມີສ່ວນ, ດ້ານຜູ້ນຳໝູ່ບ້ານ ແລະ ດ້ານການສະໜັບສະໜູນຈາກໜ່ວຍງານລັດ ໂດຍສະເພາະທັງ 8 ປັດ ໄຈມີຄວາມສຳພັນກັບຄວາມສຳເລັດໃນການເປັນໝູ່ບ້ານເສດຖະກິດພໍພຽງຢູ່ໃນລະດັບຄ່າສະຖິຕິ 0.01 ແລະ 0.05. ໃນການພັດທະນາໝູ່ບ້ານເສດຖະກິດພໍພຽງໃຫ້ມີຄວາມກ້າວໜ້າຄວນຕ້ອງມີຄວາມຮ່ວມມືກັນລະຫວ່າງ ໜ່ວຍງານພາກລັດ ແລະ ໝູ່ບ້ານເສດຖະກິດພໍພຽງ ຕະຫຼອດຮອດຝ່າຍຈັດການຄື : ຜູ້ນຳຂອງໝູ່ບ້ານເຊິ່ງມີສ່ວນ ຜັກດັນ ແລະ ສະໜັບສະໜູນໃຫ້ສະມາຊິກໃນໝູ່ບ້ານດຳເນີນຊີວິດຕາມຫຼັກເສດຖະກິດພໍພຽງ ແລະ ສະມາຊິກ ໃນໝູ່ບ້ານເສດຖະກິດພໍພຽງພໍກໍ່ຕ້ອງມີສ່ວນຮ່ວມໃນການສຶກສາ ແລະ ຄົ້ນຫາບັນຫາຂອງໝູ່ບ້ານ, ມີສ່ວນຮ່ວມ ໃນການວິເຄາະ ແລະ ຈັດລຳດັບຄວາມສຳຄັນຂອງບັນຫາຂອງໝູ່ບ້ານ, ມີສ່ວນຮ່ວມໃນການວາງແຜນພັດທະນາ ໝູ່ບ້ານ, ມີສ່ວນຮ່ວມໃນການດຳເນີນການພັດທະນາ ແລະ ມີສ່ວນຮ່ວມໃນການຕິດຕາມປະເມີນຜົນການພັດທະ ນາໝູ່ບ້ານຢ່າງຕໍ່ເນື່ອງ ດັ່ງນັ້ນ, ສະມາຊິກໝູ່ບ້ານເປັນສ່ວນສຳຄັນຫຼາຍທີ່ຈະຜັກດັນໃຫ້ໝູ່ບ້ານປະສົບຄວາມສຳ ເລັດ ແລະ ຈາກຄວາມຮ່ວມມືຂອງທຸກຝ່າຍເປັນແຮງຜັກດັນສຳຄັນທີ່ຈະພັດທະນາໃຫ້ເປັນໝູ່ບ້ານເສດຖະກິດພໍ ພຽງຢ່າງ.

 

         ສຸພາສະນົກ ເຫຼັກກ້າ (2012) ໄດ້ສຶກສາການມີສ່ວນຮ່ວມຂອງປະຊາຊົນໃນການບໍລິຫານຈັດການກອງທຶນບ້ານ ແລະ ຊຸມຊົນເມືອງ ຕຳບົນລາດຊະວາຍ ເມືອງລຳລູກກາ ແຂວງປະທຸມທານີ, ຜົນການວິໄຈພົບວ່າສະມາ ຊິກກອງທຶນມີສ່ວນຮ່ວມໃນການບໍລິຫານຈັດການກອງທຶນບ້ານຢູ່ໃນລະດັບຫຼາຍ ໃນດ້ານການໄດ້ຮັບຜົນປະ ໂຫຍດ, ດ້ານການດຳເນີນກິດຈະກໍາ, ດ້ານການປະເມີນຜົນ ແລະ ດ້ານການຕັດສິນໄຈ ຕາມລຳດັບ ຈາກຂໍ້ສົມມຸດຕິຖານພົບວ່າ ສະມາຊິກກອງທຶນບ້ານທີ່ມີເພດ ສະຖານະພາບການແຕ່ງງານ ແລະ ອາຊີບຫຼັກແຕກຕ່າງກັນ ມີສ່ວນຮ່ວມໃນການບໍລິຫານຈັດການກອງທຶນບ້ານແຕກຕ່າງກັນທີ່ມີຄວາມສຳຄັນໃນທາງສະຖິຕິໃນລະດັບ 0.05 ສ່ວນສະມາຊິກກອງທຶນບ້ານທີ່ມີອາຍຸ, ລະດັບການສຶກສາ, ລາຍໄດ້, ການກູ້ຢືມ ຕ່າງກັນມີສ່ວນຮ່ວມໃນການບໍລິ ຫານຈັດການກອງທຶນບ້ານບໍ່ແຕກຕ່າງກັນ.

 

         ພັນນິໄລ ນິຕິໂລດ (2013) ໄດ້ສຶກສາການສ່ວນຮ່ວມຂອງປະຊາຊົນໃນການພັດທະນາຊຸມຊົນຂອງກຸງເທບມະຫານະຄອນ ສຶກສາສະເພາະກໍລະນີການຈັດທຳແຜນຊຸມຊົນເພິ່ງຕົນເອງເຂດວັງທອງຫຼວງ, ໂດຍໃຊ້ວິ ທີການວິໄຈແບບຄຸນນະພາບ ດ້ວຍວິທີການຮວບຮວມເອກະສານ, ການສຳພາດເຈາະເລິກ ແລະ ສຳພາດກຸ່ມ ຜູ້ບໍ ລິຫານ ແລະ ຄະນະເຮັດວຽກຝ່າຍພັດທະນາຊຸມຊົນ ແລະ ສະຫວັດດີການສັງຄົມ ສຳນັກງານເຂດວັງທອງຫຼວງ ແລະ ຜູ້ນຳຊຸມຊົນ ກ່ຽວກັບບັນຫາ ແລະ ອຸປະສັກທີ່ເກີດຂື້ນໃນຂະບວນການມີສ່ວນຮ່ວມຂອງປະຊາຊົນໃນການ ວາງແຜນຊຸມຊົນເພິ່ງຕົນເອງຂອງເຂດວັງທອງຫຼວງ, ຜົນການວິໄຈພົບວ່າ ໂດຍລວມພົບວ່າການມີສ່ວນຮ່ວມຂອງ ປະຊົນໃນຂັ້ນຕອນການວາງແຜນ ແລະ ການປະເມີນຜົນການດຳເນີນວຽກງານຕາມຊຸມຊົນເພີ່ງຕົນເອງຕາມຫຼັກ ປັດຊະຍາເສດຖະກິດພໍພຽງນັ້ນບໍ່ໄດ້ເກີດຂື້ນເນື່ອງຈາກເປັນແຜນທີ່ໄດ້ກຳນົດມາແລ້ວຈາກກຸງເທບມະຫານະຄອນ ໂດຍການວາງແຜນໂຄງການໂດຍສຳນັກພັດທະນາສັງຄົມກຸງເທບມະຫານະຄອນ ແລະ ສົ່ງມາໃຫ້ສຳນັກງານເຂດ ທັງ 50 ເຂດດຳເນີນການຕາມແຜນ ເຊິ່ງຖືວ່າເປັນການກຳນົດນະໂຍບາຍ ຫຼື ໂຄງການໂດຍລັດເປັນແບບເທິງລົງ ລຸ່ມ (Top-Down Policy Formulation)  ແລະ ການປະເມີນກໍ່ເປັນການປະເມີນດ້ານດຽວເຊັ່ນກັນ ແຕ່ການມີສ່ວນຮ່ວມຂອງປະຊາຊົນໃນຂັ້ນຕອນການປະຕິບັດ ຫຼື ດຳເນີນການຕາມແຜນຊຸມຊົນເພິ່ງຕົນເອງຕາມ ຫຼັກປັດຊະຍາພໍພຽງ ຕັ້ງແຕ່ຂັ້ນຕອນການຄັດເລືອກຜູ້ນຳຊຸມຊົນ ແລະ ຝຶກອົບຮົມວິທະຍາກອນ, ຂັ້ນຕອນຂອງ ການຈັດສຳມະນາການຮຽນຮູ້ ແລະ ສ້າງຄວາມເຂົ້າໃຈຂັ້ນຕອນການສຳຫຼວດຂໍ້ມູນ ແລະ ວິເຄາະຂໍ້ມູນຂັ້ນຕອນ ການສ້າງແຜນຊູມຊົນເພີ່ງຕົນເອງຕາມຫຼັກປັດຊະຍາເສດຖະກິດພໍພຽງ ຂັ້ນຕອນການສຳມະນາການເພື່ອພິຈາລະນາ ຈົນເຖິງຂັ້ນຕອນການນຳສະເໜີແຜນຊຸມຊົນເພິ່ງຕົນເອງຕາມຫຼັກປັດຊະຍາເສດຖະກິດພໍພຽງພໍຕໍ່ສຳນັກງານເຂດ ນັ້ນພົບວ່າ ມີບັນຫາ ແລະ ອຸປະສັກຫຼາຍໃນສ່ວນຂອງພາກລັດກໍ່ຄືຝ່າຍພັດທະນາຊຸມຊົນເອງ ຫຼື ໃນສ່ວນຂອງ ປະຊຊາຊົນເອງ ເກີດຂື້ນຫຼານເຊັ່ນ: ການຝຶກອົບຮົມຄະນະເຮັດວຽກສ້າງແຜນຊຸມຊົນເພິ່ງຕົນເອງຕາມຫຼັກປັດຊະ ຍາເສດຖະກິດພໍພຽງຍັງບໍ່ມີປະສິດທິພາບ ແລະ ປະສິດທິຜົນໃນການສ້າງຄວາມຮູ້ຄວາມເຂົ້າໃຈເທົ່າທີ່ຄວນໃນ ການສ້າງຂະບວນການໄດ້ ແລະ ຂັ້ນຕອນທີ່ຈະເຮັດໃຫ້ຜູ້ເຂົ້າມາຮັບການຝຶກອົບຮົມວິທະຍາກອນຂະບວນການ ເກີດຄວາມຮູ້ຄວາມເຂົ້າໃຈຍັງບໍ່ມີປະສິດທິພາບເທົ່າທີ່ຄວນທີ່ຈະດຳເນີນການໃນຂັ້ນຕໍ່ໄປ.


 

ພາກທີ 3

ວິທີການສຶກສາ

 

         ການສຶກສາຄັ້ງນີ້ແມ່ນການວິໄຈແບບຄຸນນະພາບ (Qualitative Research) ໂດຍໃນການວິໄຈແບບຄຸນນະພາບ ຈະເກັບກຳຂໍ້ມູນຈາກເອກະສານ ແລະ ການສຳພາດ ເຊິ່ງມີລາຍລະອຽດກ່ຽວກັບການດຳເນີນການວິໄຈດັ່ງນີ້ :

 

3.1       ປະຊາກອນ ແລະ ກຸ່ມຕົວຢ່າງ

 

                   ໃນການວິໄຈຄັ້ງນີ້ຜູ້ວິໄຈໄດ້ກຳນົດລະບຽບວິທີການວິໄຈ ຫຼື ຂະບວນການວິໄຈ ເຊິ່ງປະກອບໄປດ້ວຍ ຂະບວນການສຶກສາ ແລະ ວິເຄາະຂໍ້ມຸນຈາກເອກະສານ ຫຼື ການວິໄຈເອກະສານ(documentary research) ແລະ ຂະບວນການສຳພາດເຈາະລຶກ (in-depth interview) ດັ່ງນີ້ :

           1. ການວິໄຈເອກະສານ (documentary research) ໂດຍການໃຊ້ຂະບວນການວິໄຈແບບຄຸນນະພາບດ້ວຍຂະບວນການສຶກສາ ແລະ ວິເຄາະຂໍ້ມູນຈາກເອກະສານ ຫຼື ງານວິໄຈທີ່ກ່ຽວຂ້ອງ ໂດຍການທົບ ທວນແນວຄິດ, ທິດສະດີ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ຄຳສັ່ງວ່າດ້ວຍການທົດລອງການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງບ້ານເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ, ຄໍາສັ່ງແນະນໍາວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ມະຕິຂອງກົມການເມືອງວ່າດ້ວຍວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການວ່າດ້ວຍການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ ສ້າງບ້ານເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ບັນດາ ເອກະສານອື່ນໆທີ່ກ່ຽວກັບການສ້າງບ້ານພັດທະນາ.

           2. ການສຳພາດເຈາະເລິກ (in-depth interview) ເຊິ່ງຜູ້ໃຫ້ຂໍ້ມູນສຳຄັນ (Key- informants) ໃນການສຳພາດໄດ້ແກ່ຜູ້ຊີ້ນຳວຽກງານບ້ານພັດທະນາ ແລະ ຜູ້ທີ່ເປັນຕົວແທນໃຫ້ແກ່ບ້ານນາເລົ່າໃນກຸ່ມຕ່າງໆ ຈຳນວນ 8 ຄົນ ດັ່ງລຸ່ມນີ້ :

 

ຫົວໜ້າຫ້ອງວ່າການປົກຄອງເມືອງໂຄດຕະບອງ ນະຄອນຫຼວງວຽງຈັນ         

ຈຳນວນ 1 ທ່ານ

ຫ້ອງການພາຍໃນເມືອງໂຄດຕະບອງ ນະຄອນຫຼວງວຽງຈັນ         

ຈຳນວນ 2 ທ່ານ

ເລຂາພັກບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

ຈຳນວນ 1 ທ່ານ

ນາຍບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

ຈຳນວນ 1 ທ່ານ

ຮອງນາຍບ້ານນາເລົ່າ ຮັບຜິດຊອບວຽກງານວັດທະນະທຳ-ສັງຄົມຂອງບ້ານ

ຈຳນວນ 1 ທ່ານ

ຮອງນາຍບ້ານນາເລົ່າ ຮັບຜິດຊອບວຽກງານເສດຖະກິດຂອງບ້ານ

ຈຳນວນ 1 ທ່ານ

ຜູ້ຮັບຜິດຊອບວຽກງານອົງການຈັດຕັ້ງແມ່ຍິງຂອງບ້ານນາເລົ່າ

ຈຳນວນ 1 ທ່ານ

 

3.2       ເຄື່ອງມືທີ່ໃຊ້ໃນການເກັບກຳຂໍ້ມູນ

ເຄື່ອງທີ່ໃຊ້ການເກັບຮວບຮວມຂໍ້ມູນໃນຄັ້ງນີ້ໄດ້ໃຊ້ການສຳພາດແບບມີໂຄງສ້າງເປັນແບບສຳພາດໂດຍ ໃຊ້ຄຳຖາມຄືກັນໝົດທຸກຄົນ ແລະ ການສຶກສາຈາກຂໍ້ມູນທີ່ມີຜູ້ບັນທຶກ, ສະຫຼຸບໂດຍອົງການຈັດຕັ້ງຂອງລັດໃນຮູບແບບບົດສະຫຼຸບປະຈຳປີ, ແຜນພັດທະນາຕ່າງໆ ໂດຍແບງອອກເປັນສອງສ່ວນດັ່ງນີ້ :

1.  ຜູ້ວິໄຈໃຊ້ວິທີການຮວບຮວມຂໍ້ມູນຈາກການວິໄຈພາກສະໜາມ ໂດຍການໃຊ້ແບບສຳພາດແບບເຈາະລຶກ ຈາກກຸ່ມຕົວຢ່າງທີ່ເຮັດວຽກປະຈຳ ແລະ ຜູ້ຮັບຜິດຊອບວຽກງານໃນໜ່ວຍງານຂອງບ້ານ, ຄອບຄົວຕົວແບບທີ່ອາໄສຢູ່ໃນບ້ານນາເລົາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີການຕິດຕໍ່ປະສານງານເພື່ອນັດເວລາກ່ອນການສຳພາດກຸ່ມປະຊາກອນເປົ້າໝາຍ ເພື່ອເຮັດໃຫ້ການສຳພາດເປັນໄປຢ່າງຮຽບຮ້ອຍ ແລະ ເກີດປະສິດຕິຜົນການສຳພາດແບບເຈາະລຶກຈຶ່ງໄດ້ມີການກຳນົດປະເດັ່ນຄໍາຖາມໄວ້ ແລະ ເປີດໂອກາດໃຫ້ຜູ້ຖືກສຳພາດໄດ້ສະແດງຄຳຄິດຄຳເຫັນ ແລະ ແນວທາງການແກ້ໄຂບັນຫາຢ່າງມີອິດສະຫຼະຕາມລັກສະຕົວຈິງ.

 

2.  ຜູ້ວິໄຈໄດ້ເກັບສັງລວມຂໍ້ມູນຈາກໜັງສື, ຕຳລາ, ວາລະສານ, ເອກະສານທາງວິຊາການຕ່າງໆ ແລະ ສືບຄົ້ນຂໍ້ມູນຈາກອິນເຕີເນັດ ທີ່ກ່ຽວຂ້ອງກັບບ້ານພັດທະນາ ຕະຫຼອດຮອດແນວຄິດ, ທິດສະດີ ແລະ ຜົນງານ ການຄົ້ນຄວ້າວິທະຍາສາດທີ່ກ່ຽວຂ້ອງກັບການສ້າງບ້ານພັດທະນາວ່າມີປັດໄຈໃດແດ່ທີ່ເຮັດໃຫ້ບ້ານກາຍເປັນບ້ານ ພັດທະນາ.

 

3.3       ການສ້າງເຄື່ອງມືໃນການວິໄຈ

 

ສຳລັບຂະບວນການສ້າງເຄື່ອງມີໃນການວິໄຈຄັ້ງນີ້ ໄດ້ກຳນົດໃຊ້ວິທີການສຳພາດເຈາະເລິກແບບມີໂຄງ ສ້າງ ທັງນີ້ໄດ້ນຳເອົາແບບສຳພາດດັ່ງກ່າວມາດຳເນີນຂະບວນການກວດສອບຄວາມຖືກຕ້ອງຊັດເຈນໃນເນື້ອຫາ ໃຫ້ສອດຄ້ອງກັບປະເດັ່ນ, ສະພາບຈຸດພິເສດຂອງບ້ານ ແລະ ຈຸດປະສົງຂອງການວິໄຈ ຈາກຜູ້ຊົງຄຸນວຸດທິ ແລະ ນັກວິຊາການຕະຫຼອດຮອດຄະນະນຳຫ້ອງວ່າການປົກຄອງເມືອງສີໂຄດຕະບອງ ແລະ ຫ້ອງການພາຍໃນເມືອງ ສີໂຄດຕະບອງ ຜູ້ຊີ້ນຳວຽກງານປົກຄອງ, ວຽກງານການພັດທະນາບ້ານ ເພື່ອນຳເອົາແນວຄິດ ຫຼື ຂໍ້ສະເໜີແນະຕ່າງໆມາປັບປຸງຄຳຖາມສຳພາດໃຫ້ເໝາະສົມກັບສະພາບຈຸດພິເສດຂອງບ້ານນາເລົ່າ ເພື່ອໃຫ້ໄດ້ມາເຊິ່ງຂໍ້ມູນທີ່ຖືກຕ້ອງກັບຄວາມເປັນຈິງ.

 

    ໂດຍຄຳຖາມທີ່ໃຊ້ໃນການສຳພາດນີ້ໄດ້ມີການກຳນົດຕາມກອບແນວຄວາມຄິດ ໂດຍແບ່ງອອກເປັນ 3 ຕອນ ດັ່ງນີ້ :

 

ຕອນທີ1 : ປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານນາເລົ່າ ເມືອງສີໂຄດຕະບອງກາຍເປັນບ້ານພັດທະນາ

ກຸ່ມເປົ້າໝາຍ

ເຄື່ອງມື/ວິທີການ

1.    ການສະໜັບສະໜູນຈາກໜ່ວຍງານຂອງລັດ

ຄະນະຫ້ອງວ່າການປົກຄອງ

 ແລະ ຫ້ອງການພາຍໃນເມືອງສີໂຄດຕະບອງ,

ຄະນະນຳກຸ່ມວຽກຕ່າງໆຂອງບ້ານນາເລົ່າ

ສຳພາດ

2.    ການມີສ່ວນຮ່ວມຂອງປະຊາຊົນພາຍໃນບ້ານ

ສຳພາດ

3.    ວັດທະນະທຳ-ສັງຄົມ

ສຳພາດ

4.    ຊັບພະຍາກອນທຳມະຊາດ

ສຳພາດ

5.    ເສດຖະກິດ

ສຳພາດ

6.    ຜູ້ນຳຂອງບ້ານ

ສຳພາດ

7.    ແນວຄິດຈິດໃຈຂອງປະຊາຊົນ

ສຳພາດ

ຕອນທີ2 : ບັນຫາ ແລະ ຂໍ້ຫຍຸ້ງຍາກໃນພັດທະນາບ້ານນາເລົ່າ ເມືອງສີໂຄດຕະບອງ.

 

 

ຕອນທີ3 : ຂໍສະເໜີແນະ

 

 

 

3.4   ການເກັບສັງລວມຂໍ້ມູນ

 

                ຜູ້ວິໄຈໄດ້ດຳເນີນການສັງລວມຂໍ້ມູນ ການວິໄຈແບບຄຸນນະພາບ (Qualitative Research) ໂດຍການດຳເນີນຕາມຂັ້ນຕອນດັ່ງນີ້ :

         3.3.1 ຂໍເອກະສານໃບສະເໜີແນະນຳຕົນເອງຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລ ແຫ່ງຊາດໄປຍັງຫ້ອງວ່າການເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອຂໍຄວາມຮ່ວມມືໃນການສຳພາດ.

         3.3.2 ນຳເອກະສານໃບສະເໜີແນະນຳຕົນເອງໄປສະເໜີເພື່ອຂໍສຳພາດ ຫົວໜ້າຫ້ອງວ່າການ ແລະ ຫ້ອງ ການພາຍໃນເມືອງສີໂຄດຕະບອງ ຜູ້ຮັບຜິດຊອບວຽກງານສາມສ້າງ ແລະ ບ້ານພັດທະນາ, ສຳພາດບັນດາຄະນະນຳຂອງບ້ານ ແລະ ອົງການຈັດຕັ້ງມະຫາຊົນຂອງບ້ານ ດ້ວຍການຈົດບັນທຶກ ແລະ ໃຊ້ເຄື່ອງບັນທຶກສຽງໃນເວລາສຳພາດ.

         3.3.3 ບັນທຶກຂໍ້ມູນຈາກການສຳພາດດ້ວຍຕົນເອງ.

 

3.5   ການວິເຄາະຂໍ້ມູນ

 

         ການວິໄຈໃນຄັ້ງນີ້ຈະນຳຂໍ້ມູນທີ່ໄດ້ຈາກການລົງພາກສະໜາມໃນການລົງພື້ນທີ່ຕົວຈິງ ແລະ ຈາກເອກະ ສານ ທີ່ກ່ຽວຂ້ອງມາສັງລວມຕາມປະເດັນທີ່ໄດ້ກຳນົດໄວ້ ຫຼັງຈາກນັ້ນ :

         - ນຳຂໍ້ມູນມາວິເຄາະເນື້ອຫາ (content analysis)

         - ຫາຂໍ້ສະຫຼຸບການວິໄຈ, ສະຫຼຸບຄວາມຕາມປະເດັ່ນສຳຄັນ.

         - ເມື່ອປະມວນຂໍ້ມູນສຳເລັດແລ້ວ ຈະນຳຂໍ້ມູນມາຂຽນລາຍງານຜົນການສຶກສາໃນລັກສະນະຂອງການ ບັນຍາຍ, ສະຫຼຸບ ແລະ ນຳສະເໜີຂໍ້ມູນໃນຮູບແບບລຽງຄວາມຕາມວັດຖຸປະສົງ.

                     

ພາກທີ 4

ຜົນການວິເຄາະຂໍ້ມູນ

 

         ການສຶກສາປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ສຶກສາກໍລະນີ : ບ້ານນາເລົ່າ ເມືອງສີໂຄດຕະບອງ ຜູ້ວິໄຈໄດ້ວິເຄາະຂໍ້ມູນຈາກການສຳພາດຜູ້ຊີ້ນຳວຽກງານບ້ານພັດທະນາ ແລະ ຜູ້ທີ່ເປັນຕົວແທນໃຫ້ແກ່ບ້ານນາເລົ່າໃນກຸ່ມຕ່າງໆ ຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈຳນວນ 8 ທ່ານ ເຊິ່ງຈະສະເໜີຜົນການວິໄຈຕາມລຳດັບດັ່ງນີ້ :

 

         4.1 ສະພາບການຈັດຕັ້ງປະຕິບັດການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາໄລຍະທີ່ຜ່ານມາ

         4.2     ປັດໄຈດ້ານການສະໜັບສະໜູນຈາກໜ່ວຍງານຂອງລັດຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານ

               ພັດທະນາ.

         4.3     ປັດໄຈດ້ານການມີສ່ວນຮ່ວມຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

         4.4     ປັດໄຈດ້ານວັດທະນະທຳ-ສັງຄົມ ຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

         4.5     ປັດໄຈດ້ານຊັບພະຍາກອນທຳມະຊາດຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

         4.6     ປັດໄຈດ້ານເສດຖະກິດຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

         4.7     ປັດໄຈດ້ານຜູ້ນຳຂອງບ້ານຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

         4.8     ປັດໄຈດ້ານແນວຄິດຈິດໃຈຂອງປະຊາຊົນຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

         4.9 ບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ.

 

 

4.1   ສະພາບການຈັດຕັ້ງປະຕິບັດການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະ ນາໄລຍະທີ່ຜ່ານມາ

 

                   ການສ້າງບ້ານພັດທະນາແມ່ນເຫັນວ່າເປັນນະໂຍບາຍຂອງພັກ ແລະ ລັດຖະບານ ທີ່ບັນດາທຸກໆບ້ານແມ່ນຈະຕ້ອງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ກາຍເປັນບ້ານພັດທະນາ, ສຳລັບເມືອງສີໂຄດຕະບອງຂອງພວກເຮົາປະຈຸບັນນີ້ແມ່ນມີຢູ່ 60 ບ້ານ, ປະກາດເປັນບ້ານພັດທະນາແລ້ວແມ່ນມີຢູ່ 57 ບ້ານ, ການສ້າງບ້ານພັດທະນາແມ່ນພວກເຮົາກໍ່ໄດ້ອີງໃສ່ຂໍ້ກໍານົດກ່ຽວກັບມາດຕະຖານໃນການຮັບຮອງເປັນບ້ານພັດທະນາເຊິ່ງປະກອບດ້ວຍເງື່ອນໄຂຕ່າງໆ ທີ່ສຳຄັນກໍ່ຕ້ອງມີບຸກຄະລາກອນຂອງບ້ານ (ຜູ້ໃຫ້ສຳພາດທ່ານທີ່ໜື່ງ). ກ່ອນບ້ານນາເລົ່າຂອງພວກເຮົາຈະເປັນບ້ານພັດທະນາເບື້ອງຕົ້ນກໍ່ແມ່ນອີງໃສ່ທິດທາງນະໂຍບາຍຂອງພັກ ແລະ ລັດ, ອີ່ງໃສ່ມະຕິຂອງກົມການເມືອງສູນກາງພັກ, ຄຳສັ່ງຂອງເຈົ້າຄອງນະຄອນຫຼວງ, ສະນັ້ນມາຮອດບ້ານຂອງພວກເຮົາກໍ່ໄດ້ມີການຈັດຕັ້ງປະຕິບັດ, ຫຼາຍຂະ ແໜງການເປັນຕົ້ນວ່າກ່ອນຈະເປັນບ້ານພັດທະນານີ້ແມ່ນກ່ອນອື່ນໝົດອົງການຈັດຕັ້ງບ້ານຕ້ອງຄົບຊຸດ ແລະ ມີ ຄວວາມເຂັ້ມແຂງ, ມີການປະຈຳການເປັນປົກກະຕິ, ນອກນັ້ນກໍ່ຕ້ອງເປັນບ້ານສາທາລະນະສຸກຂັ້ນຕົ້ນ, ເປັນບ້ານໜ່ວຍພັກແຂງຮູ້ນຳພາຮອບດ້ານ, ປະກອບມີອົງການຈັດຕັ້ງມະຫາຊົນຄົບຊຸດທີ່ສຳຄັນກໍ່ຕ້ອງໄດ້ມາປະຈຳການເປັນປົກກະຕິ, ຕໍ່ມາກໍ່ຕ້ອງເປັນບ້ານວັດທະນະທຳ ແລະ ຕ້ອງຄົບຕາມ 19 ມາດຕະຖານຂອງບ້ານພັດທະນາທີ່ສຳຄັນປະຊາຊົນພາຍໃນ ບ້ານແມ່ນມີຄວາມເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ, ມີຄວາມເຂັ້ມແຂງຈຶ່ງຈະສາມາດເຮັດໄດ້, ຖ້າປະຊາຊົນບໍ່ພ້ອມກໍ່ບໍ່ສາມາດຈັດຕັ້ງປະຕິບັດບ້ານພັດທະນາໄດ້, ເຊິ່ງກ່ອນຈະເປັນບ້ານພັດທະນານັ້ນໄດ້ພວກເຮົາກໍ່ແມ່ນໄດ້ມີການລົງພົບປະພໍ່ແມ່ປະຊາຊົນແຕ່ລະຄອບຄົວ (ຜູ້ໃຫ້ສຳພາດທ່ານທີ່ສີ່). 

 

          ຕໍ່ມາຜູ້ໃຫ້ສຳພາດທ່ານທີ່ແປດໄດ້ໃຫ້ສຳພາດວ່າ: ເບື້ອງຕົ້ນກ່ອນບ້ານນາເລົາຈະກາຍເປັນບ້ານພັດທະນາທຳອິດກໍ່ແມ່ນອີງໃສ່ ແນວທາງນະໂຍບາຍຂອງພັກ ແລະ ລັດ ພາຍຫຼັງໄດ້ມີການລົງກໍ່ສ້າງຮາກຖານ ເມື່ອກ່ອນບ້ານນາເລົາຂອງພວກເຮົາແມ່ນຍັງບໍ່ທັນມີຫຍັງ ໄລຍະທຳອິດການສ້ງບ້ານພັດທະນາເມືອງສີໂຄດນີ້ແມ່ນເພີ່ນເລັ່ງໃສບ້ານສີໃຄ ແຕ່ຜ່ານການຈັດຕັ້ງປະຕິບັດແມ່ນບໍ່ສາມາດເປັນບ້ານພັດທະນາໄດ້ ຕໍ່ມາຈຶ່ງຫັນທິດມາຫາບ້ານນາເລົາ, ເຊິ່ງເຫັນໄດ້ວ່າການຈັດຕັ້ງບ້ານແມ່ນມີຄວາມເຂັ້ມແຂງ ໄປຕິດພັນການການສ້າງບ້ານພັດທະນາແມ່ນຕ້ອງປະ ກອບມີເງື່ອນໄຂມາດຖານຕ່າງໆ ເປັນຕົ້ນແມ່ນກ່ອນຈະເປັນບ້ານພັດທະນາໄດ້ກໍ່ຕ້ອງເປັນບ້ານວັດທະນະທຳ, ໂດຍເລີ່ມຈາກຄອບຄົວພັດທະນາ, ຄອບຄົວປອດຄະດີ ໂດຍສົບທົບກັບພາກສ່ວນຕ່າງໆບໍ່ວ່າຈະເປັນສານ, ໄອຍະການ, ຕຳຫຼວດ ລົງຊຸກຍູ້ຢ່າງໃກ້ຊິດ, ລົງກວດກາປະເມີນຜົນ, ລົງເກັບຂໍ້ມູນແຕ່ລະຄອບຄົວບວກກັບການເອົາໃຈ ໃສ່ລົງໃກ້ຊິດຕິດແທດຊີ້ນຳ-ນຳພາຂອງຄະນະນຳຂອງບ້ານໃນແຕ່ລະຄອບຄົວຈຶ່ງຈະກາຍເປັນບ້ານພັດທະນາໄດ້ ປັດໄຈທີ່ເຮັດໃຫ້ບ້ານນາເລົາກາຍເປັນບ້ານພັດທະນານີ້ແມ່ນທ່ານເຈົ້າເມືອງສີໂຄດຕະບອງເບີ່ງເຫັນວ່າການຈັດຕັ້ງບ້ານນາເລົາຂອງພວກເຮົາແມ່ນມີຄວາມເຂັ້ມແຂງ, ມີການພັດທະນາຫ້ອງການ, ເພາະເຫັນໄດ້ວ່າການຈະພັດທະນາໄດ້ນັ້ນບຸກຄະລາກອນແມ່ນມີຄວາມສຳຄັນສຳລັບບ້ານນາເລົາຂອງພວກເຮົາແມ່ນຄະນະນຳຂອງບ້ານແມ່ນໄດ້ຜ່ານການຝຶກອົບຮົມທາງດ້ານທິດສະດີ ແລະ ກົດໝາຍຂັ້ນຕົ້ນ ເຫັນໄດ້ວ່າຄະນະບ້ານ ມີຜູ້ຈົບການສຶກສາລະດັບປະ ລິນຍາໂທຈາກຕ່າງປະເທດ ຖ້າບຸກຄະລາກອນມີຄວາມຮູ້ແລ້ວຈຶ່ງຈະສາມາດນຳພາປະຊາຊົນໄດ້ອັນຖືວ່າເປັນໄປໄຈຫຼັກ, ການຈັດຕັ້ງມີຄວາມສາມັກຄີກັນ ແລະ ປະຊາຊົນມີສ່ວນຮ່ວມນຳ ເພາະວ່າຖ້າປະຊາຊົນບໍ່ເຮັດພວກເຮົາກໍ່ເຮັດບໍ່ໄດ້ ທີ່ສຳຄັນແມ່ນຍ້ອນການຈັດຕັ້ງຂອງບ້ານນາເລົາແມ່ນມີຄວາມເຂັ້ມແຂງ, ຄົບຊຸດ ແລະ ໄດ້ເຄື່ອນໄຫວປະຕິບັດວຽກງານຢ່າງເປັນປົກກະຕິ ນອກຈາກນັ້ນ ປະຊາຊົນພາຍໃນບ້ານນາເລົາເອງແມ່ນໄດ້ມີຄວາມຕື່ນຕົວທາງດ້ານການເມືອງເປັນຢ່າງດີ (ຜູ້ໃຫ້ສຳພາດທ່ານທີ່ສີ່).

 

         ເວົ້າລວມແລ້ວການສ້າງບ້ານນາເລົາໃຫ້ກາຍເປັນບ້ານພັດທະນານີ້ ກໍ່ແມ່ນຍ້ອນແນວທາງນະໂຍບາຍຂອງພັກ, ມະຕິຄຳສັງຂອງກົມການເມືອງສຸນກາງພັກວ່າດ້ວຍການສ້າງບ້ານພັດທະນາ ເຊິ່ງແຕ່ລະພາກສ່ວນກໍ່ໄດ້ຫັນລົງສູ່ຮາກຖານຕົວຈິງ ໂດຍສະເພາະອົງການຈັດຕັ້ງບ້ານນາເລົານີ້ກໍ່ເປັນຜູ້ຜັນຂະຫຍາຍແນວທາງນະໂຍບາຍນີ້ໃຫ້ເກີດດອກອອກຜົນເພາະເປັນຂອດສຸດທ້າຍໃນການປະຕິບັດ, ໃນເວລານັ້ນນະຄອນຫຼວງວຽງຈັນກໍ່ໄດ້ມີການລົງກໍ່ສ້າງຮາກຖານພັດທະນາຊົນນະບົດ, ລົງມາຫາເມືອງ ແລະ ສຸດທ້າຍກໍ່ໄດ້ລົງມາຫາບ້ານນາເລົາຂອງພວກເຮົາ, ປະກອບດ້ວຍບັນດາເອກະສານນິຕິກຳຕ່າງໆເພື່ອປະຕິບັດຕາມທິດທາງ ແລະ ໃຫ້ປະຊາຊົນເຂົ້າໃຈເຖິງແນວທາງນະໂຍ ບາຍກໍ່ຄືການສ້ງບ້ານພັດທະນານີ້, ເຮົາຈະເລີ່ມເຮັດອັນໃດ, ຈະລົງມືອັນໃດກ່ອນ ເບື້ອງຕົ້ນກໍ່ໄດ້ມີການສຳຫຼວດຄືນເບີ່ງມາດຕະຖານຂອງປະຊາຊົນກໍ່ຄືຂອງບ້ານວ່າໄດ້ອັນໃດແດ່ ເພາະວ່າ ການສ້າງບ້ານພັດທະນາປະກອບໄປດ້ວຍຕ້ອງເປັນບ້ານວັດທະນະທຳ, ບ້ານປອດຄະດີ, ບ້ານສາທາລະນະສຸກ ແລະ ອື່ນໆ ສະນັ້ນອຳນາດການປົກ ຄອງພາຍໃນບ້ານນາເລົາກໍ່ໄດ້ເລີ່ມຕົ້ນສ້າງບ້ານໃຫ້ໄປຕາມມາດຕະຖານເງື່ອນໄຂດັ່ງກ່າວ, ໂດຍເລີ່ມຈາກວຽກງານສາທາລະນະສຸກ, ຕໍ່ມາກໍ່ໄດ້ເນັ້ນໃສ່ວຽກງານບ້ານປອດຄະດີ, ປອດຢາເສບຕິດ ແລະ ບ້ານວັດທະນະທຳ ຈຶ່ງກ່າວໄປສູ່ບ້ານພັດທະນາ ໄປໄຈພື້ນຖານແມ່ນພວກເຮົາມີການແຂງຂັນລະຫວ່າງບ້ານ ກັບບ້ານ ພາຍຫຼັງທີ່ຂັ້ນເທິງໄດ້ລົງມາຊີ້ນຳ, ນຳພາເຮັດ, ເຮັດແນວນີ້ມັນຖືກຕ້ອງກວດກາແນວນີ້ຈຶ່ງໄດ້ ຈົນມາຮອດ ປິ 2009 ບ້ານນາເລົ່າຂອງພວກເຮົາຈຶ່ງໄດ້ປະກາດເປັນບ້ານພັດທະນາໄດ້ ສັງເກດໄດ້ວ່າເມືອກ່ອນບ້ານນາເລົ່າຍັງ ມີຖະໜົນຫົນທາງທີ່ເປັນດິນແດງ ແຕ່ຍ້ອນປະຊາຊົນເຂົ້າໃຈເຖິງແນວທາງນະໂຍບາຍໄປຕິດພັນກັບການເປີດກວ້າງຂອງສັງຄົມກໍ່ຄືການຕື່ນຕົວຂອງປະຊາຊົນພາຍໃນບ້ານເອງ, ສຳເລັດການປະເມີນຜ່ານບັ້ນການລົບລ້າງຄອບຄົວທຸກຍາກ ການສ້າງບ້ານພັດທະນາແມ່ນຕ້ອງອີ່ງໃສ່ຄວາມເຂົ້າໃຈຂອງປະຊາຊົນທີ່ເປັນຍາຊົນທີ່ມີຄວາມຮູ້ຄວາມສາມາດກວມຫຼາຍເປີເຊັນຈຶ່ງສາມາດເຮັດໄດ້, ແນວໃດກໍ່ຕາມຍັງເຫັນໄດ້ວ່າປະຊາຊົນເຮົາຈຳນວນໜື່ງຍັງເຂົ້າໃຈວ່າອັນໃດກໍ່ແມ່ນ ພັກ ແລະ ລັດ ເປັນຜູ້ມາສ້າງໃຫ້ພວກເຮົາໝົດ, ນັບແຕ່ຖະນົນຫົນທາງ ເຊິ່ງຄວາມເປັນຈິ່ງແມ່ນປະຊາຊົນກໍ່ຕ້ອງມີສ່ວນຮ່ວມ ເຊິ່ງໄລຍະຜ່ານມານີ້ການສ້າງບ້ານພັດທະນານີ້ພວກເຮົາກໍ່ໄດ້ມີການລະດົມປະຊົນຊົນຈາກທາງທີ່ເປັນຂີ່ຊາຍລະດູ ຝົນນີ້ໄປຍາກ ພວກເຮົາກໍ່ໄດ້ມີການລະດົມປະຊາຊົນນີ້ປະກອບສ່ວນປູທາງດ້ວຍດິນແດງໃນ ຮອບທຳອິດ, ເບື້ອງຕົ້ນແມ່ນແກ້ພາຍໃນຄອບຄົວໃຜລາວກ່ອນ, ຫຼັງຈາກນັ້ນຈຶ່ງມາແກ້ອັນລວມ, ໂດຍການລະດົມ ທຶນທັງໝົດໄດ້ 40-50 ລ້ານແລ້ວມາເຮັດທາງດິນແດງ, ເຮັດຮ່ອງລະບາຍນໍ້າ, ນອກນັ້ນຕ່າຂ່າຍໄຟຟ້າຕະຫຼອດຮອດນໍ້າປະປາ ກໍ່ແມ່ນປະຊາຊົນເປັນຜູອອກເງິນກ່ອນ ອັນນີ້ກໍ່ສະແດງເຖິງການມີສ່ວນຮ່ວມໃນການພັດທະນາບ້ານ ເຫັນໄດ້ວ່າປະຊາ ຊົນເປັນຫຼັກໃນການມີສ່ວນຮ່ວມກ່ອນ, ນໍ້າໃຊ້ກ່ອນຕໍ່ມາຈຶ່ງແມ່ນພາກສ່ວນທີ່ກ່ຽວຂ້ອງຈຶ່ງຄຸ້ມຄອງການຳໃຊ້ (ຜູ້ໃຫ້ສຳພາດທ່ານທີ່ຫ້າ). 

 

ນອກນັ້ນຜູ້ໃຫ້ສຳພາດທ່ານທີ່ໜື່ງໄດ້ໃຫ້ສຳພາດວ່າ : ສະຫຼຸບແລ້ວເຫັນໄດ້ວ່າປັດໄຈທີ່ມີຄວາມສຳຄັນໃນການເຮັດໃຫ້ບ້ານນາເລົ່າກາຍເປັນບ້ານພັດທະນາ ແມ່ນ 4 ປັດໄຈພື້ນຖານເຊັນວ່າ : ປັດໄຈດ້ານດ້ານແນວຄິດການເມືອງ, ການຊີ້ນຳ-ນຳພາພໍ່ແມ່ປະຊາຊົນໄດ້, ບ້ານມີຄວາມສະຫງົບ, ເຮັດໃຫ້ປະຊາຊົນມີສ່ວນຮ່ວມ, ລົງເຜີຍແຜ່ໃຫ້ປະຊາຊົນມີຄວາມເຂົ້າໃຈຢ່າງແທ້ຈິງບໍ່ແມ່ນການເຜີຍແຜ່ຕາມຮູບການເພາະວ່າການເຜີຍແຜ່ຕ້ອງຮັບ ປະກັນວ່າປະຊາຊົນພາຍໃນບ້ານແມ່ນຮູ້ ແລະ ເຂົ້າໃຈແຈ້ງເຂົາຈຶ່ງຈະສາມາດເຮັດ ແລະ ປະຕິບັດຕາມແນວທາງນະໂຍບາຍໄດ້ດີ ຕໍ່ມາແມ່ນວຽກງານເສດຖະກິດເນື່ອງຈາກບ້ານນາເລົ່າແມ່ນມີຫົວໜ່ວຍທຸລະກິດຫຼາກຫຼາຍອັນນັ້ນກໍ່ແມ່ນສິ່ງທີ່ສ້າງໃຫ້ປະຊາຊົນມີອາຊີບມີລາຍໄດ້ເພີ່ມຂື້ນສາມາດພັດທະນາຕົນເອງກໍ່ຄືການປະກອບສ່ວນໃຫ້ບ້ານໄດ້ຮັບການພັດທະນາໄດ້, ບໍ່ວ່າຈະເປັນພັນທະໃນເລື່ອງ ພາສີ-ອາກອນ ກໍ່ຍັງມີການປະກອບສ່ວນໃນຫຼາຍຮູບແບບເພາະວ່າຍາມໃດເຮົາ ກໍ່ເອົາວຽກງານແນວຄິດສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈໃນເລື່ອງການພັດທະນາ ແລະ ຊຸກຍູປະກອບສ່ວນໃຫ້ບ້ານກໍ່ຄືທາງອົງການຈັດຕັ້ງ ພັກ-ລັດ, ສະນັ້ນ, ຜ່ານມາເຮົາລະດົມປະຊາຊົນເຂົາກໍ່ມີຈິດໃຈປະກອບສ່ວນຢ່າງເຕັມທີ່, ຕໍ່ມາກໍ່ແມ່ນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບກໍ່ຕ້ອງຮັບປະກັນໃຫ້ໄດ້ ໂດຍສະເພາະຈຸດລໍ່ແຫຼມເຮົາກໍ່ຕ້ອງວາງກຳລັງຮັກສາຄວາມສະຫງົບ, ນອກນັ້ນດ້ານວັດທະນະທຳສັງຄົມກໍ່ຖືວ່າມີຄວາມສຳຄັນໂດຍສະເພາະໃນ ເລື່ອງການເຄົາ ແລະ ປະຕິບັດຮີດຄອງປະເພນີ, ການສ້າງໃຫ້ປະຊາຊົນໄດ້ເຂົ້າຮຽນ, ມີໂຮງຮຽນ, ໂຮງໝໍທີ່ທັນສະໄໝກໍ່ຈະເປັນການພັດທະນາຄົນໃນບ້ານໃຫ້ມີຄວາມຮູ້ຄວາມສາມາດຈຶ່ງຈະກັນພັດທະນາໄດ້.

 

ຈາກບົດລາຍງານການປະກາດ ແລະ ຮັບຮອງບ້ານນາເລົ່າເປັນບ້ານພັດທະນາຮອບດ້ານຄັ້ງວັນທີ 9 ພຶດ ສະພາ 2009 ໄດ້ສະຫຼຸບການກວດກາປະເມີນຜົນການສ້າງບ້ານພັດທະນາຄື : ບ້ານນາເລົ່າມີ 452 ຄອບຄົວ, ເປັນຄອບຄົວພັດທະນາຮອບດ້ານ 420 ຄອບຄົວ, ພັດທະນາດ້ານໃດໜື່ງ 30 ຄອບຄົວ ແລະ ກຳລັງພັດທະນາ 2 ຄອບຄົວ, ມີ 44 ໜ່ວຍ, 10 ຫຼັງຄາເຮືອນ, ເປັນໜ່ວຍພັດທະນາຮອບດ້ານມີ 40 ໜ່ວຍ, ພັດທະນາດ້ານໃດໜື່ງ ມີ 4 ໜ່ວຍ, ຄະນະປົກຄອງບ້ານທັງໝົດ 9 ທ່ານ, ຍິງ 1 ທ່ານ ເຊິ່ງຈັດປະເພດເຂັ້ມແຂງ 3 ທ່ານ, ປະເພດແຂງ 6 ທ່ານ.

 

 

4.2   ປັດໄຈດ້ານການສະໜັບສະໜູນຈາກໜ່ວຍງານຂອງລັດຕໍ່ກັບການສ້າງບ້ານ ນາເລົ່າໃຫ້ກາຍເປັນບ້ານພັດທະນາ

 

         ການສະໜັບສະໜູນຈາກພາກສ່ວນລັດນັ້ນແມ່ນເບື້ອງຕົ້ນເພິນໄດ້ໃຫ້ທິດທາງແນວທາງ, ຕະຫຼອດຮອດນິຕິກຳຕ່າງໆເພື່ອໃຫ້ບ້ານໄປຖືກຕາມແນວທາງ ແລະ ເພື່ອຄວາມເປັນເອກະພາບໃນທົ່ວປະເທດ, ຕໍ່ມາກໍ່ໄດ້ສະໜັບສະໜູນການປັບປຸງກໍ່ສ້າງຫ້ອງການບ້ານນາເລົ່າໂດຍສະການມຸ້ງຫຼັງຄາຫ້ອງການໃຫ້ , ຕໍ່ມາກໍ່ແມ່ນການປັບປຸງການກໍ່ສ້າງເສັ້ນທາງປູຢາງດ້ວຍທຶນລັດ 90% ແລະ ຈາກການປະກອບສ່ວນຈາກປະຊາຊົນ 10% (ຜູ້ໃຫ້ສຳພາດທ່ານທີ່ຫ້າ). ແນວໃດກໍ່ຕາມການຈະສ້າງບ້ານພັດທະນາໄດ້ແມ່ນສິ່ງສຳຄັນພວກຕ້ອງປະຕິບັດໄປຕາມເງື່ອນໄຂ ແລະ ມາດຖານຮອບດ້ານທີ່ໄດ້ກຳນົດໄວ້ ເປັນຕົ້ນແມ່ນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານວຽກງານເສດຖະກິດ ທີ່ສຳຄັນພັກ ແລະ ລັດ ກໍ່ເປັນຜູ້ຊຸກຍູ້ຜັກດັນສົ່ງເສີ່ມ ໂດຍພະຍາຍາມສ້າງຂໍ້ແຂງຂັນກັນໃຫ້ກາຍ ເປັນບ້ານພັດທະນາ ຍົກໃຫ້ເຫັນວ່າຖ້າເປັນບ້ານພັດທະນາແລ້ວແມ່ນຈະໄດ້ຍັງ, ຈະໄດ້ຮັບຜົນປະໂຫຍດຕະຫຼອດຮອດການອຳນວຍຄວາມສະດວກໃນດ້ານຕ່າງໆ ບໍ່ວ່າຈະເປັນຂະບວນການສ້າງຄອບຄົວຕົວແບບ, ບ້ານວັດທະນາທຳ, ບ້ານປອດຄະດີ , ບ້ານປ້ອງກັນຄວາມສະຫງົບດີເຫຼົ່ານີ້ເປັນຕົ້ນ ເຊິ່ງແຕ່ລະຢ່າງກໍ່ຈະມີມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້, ດັ່ງນັ້ນເຫັນໄດ້ວ່າ ການສະໜັບສະໜູນຂອງໜ່ວຍງານລັດນີ້ ແມ່ນພວກເຮົາໄດ້ນຳເອົາມາດຖານ ແລະ ເງື່ອນໄຂທີ່ກຳນົດໄວ້ລົງໄປປະຕິບັດໄປພ້ອມກັບຂະບວນສົ່ງເສີ່ມ ແລະ ການສ້າງຂໍ້ແຂງຂັນໃນແຕ່ລະຄອບ ຄົວກໍ່ຄືບ້ານ, ສົມທຽບເອົາບັນດາບ້ານທີ່ໄດ້ຮັບຮອງເປັນບ້ານພັດທະນາແລ້ວ ແລະ ຍົກໃຫ້ເຫັນບ້ານທີ່ຍັງບໍ່ໄດ້ຮັບການຮັບຮອງເປັນເປັນບ້ານພັດທະນາ, ເປັນຫຍັງບ້ານເຫຼົ່ານັ້ນຈຶ່ງເຮັດໄດ້ ເພື່ອສ້າງໃຫ້ແຕ່ລະບ້ານທີ່ຍັງບໍ່ໄດ້ຮັບ ຮອງເປັນບ້ານພັດທະນາເກີດແນວຄິດຢາກພັດທະນາຂື້ນ, ເປັນການປຸກລະດົມຈິດໃຈໂດຍແມ່ນພະນັກງານຂອງພວກເຮົາກໍ່ມີສ່ວນສຳຄັນໃນການປຸກລະດົມແນວຄິດຈິດໃຈຂອງປະຊາຊົນ ໂດຍຈາກການເຮັດທົດລອງບ້ານໜື່ງກ່ອນຈາກນັ້ນຈຶ່ງເອົາຫຼາຍບ້ານມາປະຕິບັດໃນແຕ່ລະດ້ານເຊັນວ່າບ້ານວັດທະນະທຳ, ບ້ານປອດຄະດີ, ບ້ານປ້ອງກັນຄວາມສະຫງົບດີເຫຼົ່ານີ້ເປັນຕົ້ນ ເມື່ອຄົບຕາມເງື່ອນໄຂແລ້ວຈຶ່ງຄ່ອຍປະກາດເປັນບ້ານພັດທະນາ, ແນວໃດກໍ່ຕາມການສະໜັບສະໜູນຂອງລັດແມ່ນພວກເຮົາໄດ້ພະຍາຍາມຫັນສ້າງໃຫ້ພະນັກງານລົງກໍ່ສ້າງຮາກຖານ ທີ່ສຳຄັນພັກ ແລະ ລັດ ພວກເຮົາກໍ່ໄດ້ມີງົບປະມານບາງສ່ວນໃຫ້ແກ່ພະນັກງານທີ່ລົງກໍ່ສ້າງຮາກຖານເພື່ອໃຫ້ເຂົາເຈົ້າເປັນຜູ້ນຳພາປະຊາຊົນ, ກະຕຸກຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານເຂົ້າໃຈແນວທາງນະໂຍບາຍ, ເຂົ້າໃຈຕໍ່ກັບການພັດທະ ນາໃນແຕ່ລະໄລຍະຕາມເງື່ອນໄຂ ແລະ ມາດຖານຕ່າງໆ ເວົ້າລວມແລ້ວຍ້ອນການຈັດຕັ້ງມີຄວາມເຂັ້ມແຂງຈຶ່ງສາມາດນຳພາປະຊາຊົນ ໃຫ້ເກີດການພັດທະນາໄດ້, ເຮັດວຽກແນວຄິດນຳພາປະຊາຊົນກໍ່ໄດ້ (ຜູ້ໃຫ້ສຳພາດທ່ານທີ່ໜື່ງ). ບວກກັບການລົງຊຸກຍູ້ສົ່ງເສີ່ມໃຫ້ບ້ານກາຍເປັນບ້ານພັດທະນາ ເຊິ່ງໄລຍະຜ່ານມານີ້ອົງປົກຄອງເມືອງຂອງພວກເຮົາແມ່ນໄດ້ເອົາໃຈໃສ່ສົ່ງເສີມ, ຕິດຕາມກວດກາ ໂດຍສະເພາະການແກ້ໄຂບັນຫາຢາເສບຕິດ, ຫຼື ບັນຫາ ແລະ ປະກົດການຫຍໍ້ທໍ້ອື່ນໆຖ້າບັນໄດ້ໃດທີ່ບ້ານສາມາດແກ້ໄຂພວກເຮົາກໍ່ຕິດຕາມຊູກຍູ້ ຖ້າບັນຫາໃດ ແກ້ຢາກເມືອງພວກເຮົາກໍ່ໄດ້ສົ່ງພະນັກງານລົງໄປແກ້ໄຂຕາມຂະບວນການ (ຜູ້ໃຫ້ສຳພາດທ່ານທີ່ສອງ). 

 

         ເຫັນໄດ້ວ່າຜ່ານມາກ່ອນການສ້າງຕັ້ງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນານີ້ພວກເຮົາກໍ່ແມ່ນໄດ້ຮັບການສະໜັບຈາກຂັ້ນເທິງກໍຄື ພັກ ແລະ ລັດຖະບານ ເຊິ່ງສະແດງອອກຄືການສະໜັບສະໜູນຊ່ວຍເຫຼືອການປັບປຸງຫ້ອງການບ້ານນາເລົາໃຫ້ມີຄວາມສະດວກ ແລະ ຮັບປະກັນ ເພື່ອຈະເປັນແບບຢ່າງໃນການສ້າງບ້ານພັດທະນາ, ນອກຈາກນັ້ນກໍ່ຍັງໄດ້ປະກອບສ່ວນສ້າງຖະໜົນຫົນທາງ ຄືພາກລັດແມ່ນ 90% ແລະ ປະຊາຊົນ 10%. ນອກ ຈາກນັ້ນກໍ່ຍັງມີໃນດ້ານການລົງມາແນະນຳທາງດ້ານວິຊາການໃຫ້ປະຊາຊົນ ໂດຍສະເພາະ ແມ່ນເລື່ອງການບໍລິຫານການປົກຄອງຂອງບ້ານ ແລະ ວຽກງານການສົ່ງເສີ່ມກະສິກຳຕ່າງໆ (ຜູ້ໃຫ້ສຳພາດທ່ານທີ່ສີ່), ເວົ້າລວມແລ້ວຖ້າເວົ້າເຖິງການສະໜັບສະໜູນຂອງຈາກພາກລັດແລ້ວແມ່ນນອກຈາກມີແນວທາງນະໂຍບາຍໃນການຊຸກຍູ້ສົ່ງເສີ່ມແລ້ວ ໃນດ້ານການຈັດຕັ້ງປະຕິບັດຕົວຈິງແມ່ນຍັງບໍ່ມີງົບປະມານລົງທຶນໃສ່ການພັດທະນາບ້ານ ສ່ວນໃຫຍ່ແມ່ນຂອງປະຊາຊົນປະກອບສ່ວນເອງ, ເຫັນໄດ້ວ່າ 60 ບ້ານ ຂອງເມືອງສີໂຄດແມ່ນບໍ່ມີບ້ານໃດທີ່ມີງົບປະມານລົງທຶນໃສ່ການພັດທະນາບ້ານໂດຍກົງ ໂດຍສະເພາະການສ້າງບ້ານພັດທະນານີ້ແມ່ນຕ້ອງຈັດຕັ້ງກຸ່ມຜະລິດແລ້ວມີງົບປະມານມາໃຫ້ແມ່ນບໍ່ມີ, ຖ້າມີກຸ່ມການຜະລິດກໍ່ມີແຕ່ບ້ານເຮັດ, ບໍ່ມີຄອບຄົວຕົວແບບກໍ່ແມ່ນບ້ານເປັນຜູ້ຈັດຕັ້ງກັນເຮັດ, ໂດຍປະຊາຊົນເອງເປັນຜູ້ກູ້ຢືມເງີນມາເຮັດເອງ ເພື່ອໃຫ້ໄດ້ຄອບຄົວຕົວແບບ. ແນວໃດກໍ່ຕາມສຳລັບການປະກອບ ສ່ວນຊຸກຍູ້ບ້ານນາເລົາກ່ອນເປັນບ້ານພັດທະນາ ນີ້ແມ່ນດ້ານທຶນຮອນກໍ່ຈະເປັນການປະກອບສ່ວນໃນການປັບປຸງສຳນັກງານຫ້ອງການບ້ານໃນປະຈຸບັນທີ່ໄດ້ມາ ຈາກການປະກອບສ່ວນຂອງພາກລັດຮ່ວມກັບປະຊາຊົນ (ຜູ້ໃຫ້ສຳພາດທ່ານທີ່ແປດ).

 

         ແນວໃດກໍ່ຕາມຜູ້ໃຫ້ສຳພາດທ່ານທີ່ສາມໄດ້ໃຫ້ສຳພາດວ່າ: ໃນນາມຂ້າພະເຈົ້າເອງກໍ່ເປັນຜູ້ໜື່ງທີ່ອາໄສຢູ່ບ້ານນາເລົາ ເຂົ້າໃຈວ່າບ້ານນາເລົານີ້ເປັນບ້ານທຳອິດທີ່ໄດ້ຖືກຮັບຮອງໃຫ້ເປັນບ້ານພັດທະນາຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງກ່ອນຈະໄດ້ຮັບເປັນບ້ານພັດທະນານັ້ນແມ່ນບ້ານນາເລົາເອງກໍ່ຕ້ອງປະຕິບັດໃຫ້ໄດ້ຕາມ 19 ມາດຕະຖານບ້ານພັດທະນາທີ່ກຳນົດໄວ້. ກ່ອນການຖືກຮັບຮອງເປັນບ້ານພັດທະນາ ບ້ານນາເລົ່າເອງແມ່ນໄດ້ເອົາໃຈໃສ່ປະກອບສ່ວນສ້າງຖະນົນຫົນທາງໄດ້ ໂດຍສະເພາະການປະກອບສ່ວນດ້ານງົບປະມານຈາກປະຊາຊົນຮ່ວມກັບພາກລັດ, ຫຼັງຈາກບ້ານນາເລົາໄດ້ຮັບການຮັບຮອງເປັນບ້ານພັດທະນາແລ້ວກໍ່ກາຍເປັນຕົວວັດ ແທກເຮັດໃຫ້ປະຊາຊົນບ້ານອື່ນໆມີຄວາມຕື່ນຕົວໃນການປະກອບສ່ວນພັດທະນາບ້ານຕົນເອງ ເຖິງວ່າລັດຖະ ບານຈະບໍ່ມີທຶນ ແລະ ງົບປະມານພຽງພໍແຕ່ກໍ່ສະແດງໃຫ້ເຫັນເຖິງການສະໜັບສະໜູນໃນດ້ານໂຄງສ້າງ, ການອອກແບບຕະຫຼອດຮອດການສະໜັບສະໜູນແນວຄວາມຄິດປະດິດສ້າງຕ່າງໆ ໃຫ້ໄດ້ຫຼາຍໆບ້ານກໍ່ໄດ້ມີການປະກອບສ່ວນພັດທະນາດ້ວຍທຶນຮອນຂອງປະຊາຊົນເອງ.

 

          ສະຫຼຸບແລ້ວໜ່ວຍງານຂອງລັດກໍ່ແມ່ນເລັ່ງເຫັນໄດ້ເຖິງຄວາມສຳຄັນ ສະແດງອອກການລົງໃກ້ຊິດຕິດ ແທດ, ຊີ້ນຳບໍ່ວ່າຈະເປັນດ້ານທິດສະດີ ເປັນຕົ້ນແມ່ນແບບແຜນ ແລະ ການຈັດຕັ້ງປະຕິບັດ ໂດຍສະເພາະການລົງເຜີຍແຜ່, ລົງຕິດຕາມຊຸກຍູ້ການວາງແຜນຢູ່ໃນອົງການປົກຄອງບ້ານນາເລົ່າຢ່າງເປັນປົກກະຕິ ຖືວ່າມີສ່ວນຮ່ວມຫຼາຍ (ຜູ້ໃຫ້ສຳພາດທ່ານທີ່ຫົກ ແລະ ຜູ້ໃຫ້ສຳພາດທ່ານທີ່ເຈັດ).

          

4.3   ປັດໄຈດ້ານການມີສ່ວນຮ່ວມຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ

          

         ການມີສ່ວນຮ່ວມນີ້ຖືໄດ້ວ່າມີຄວາມສຳຄັນຫຼາຍທີ່ສຸດໃນການຈະສ້າງບ້ານພັດທະນານີ້ໄດ້ ໂດຍສະເພາະການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນຖ້າທຸກສິ່ງທຸກຢ່າງປະຊາຊົນພາຍໃນບ້ານບໍ່ໃຫ້ການຮ່ວມມືແລ້ວກໍ່ບໍ່ສາມາດດຳເນີນການໃດໆໄດ້ ທີ່ສຳຄັນບ້ານນັ້ນກໍ່ບໍ່ມີຄວາມເຂັ້ມແຂງ, ການຈັດຕັ້ງກໍ່ບໍ່ເຂັ້ມແຂງເພາະວ່າເຖິງພວກເຮົາຊິມີແນວທາງ ແລະ ງົບປະມານຫຼາຍສໍ່າໃດກໍ່ຕາມ ຖ້າປະຊາຊົນບໍ່ເຮັດນຳບໍ່ປະຕິບັດກໍ່ບໍ່ມີຄວາມໝາຍຫຍັງ ໂດຍສະເພາະໃນການທີ່ປະເທດເຮົາມີງົບປະມານທີ່ຈຳກັດຢູ່ແລ້ວຍິ່ງຕ້ອງການການປະກອບສ່ວນຈາກປະຊາຊົນຫຼາຍບໍ່ວ່າຈະເປັນງົບປະມານ, ກຳລັງແຮງ, ຄວາມສາມາມັກຄີ. ໄລຍະທີ່ຜ່ານມາກໍ່ຍັງມີຫຼາຍບັນຫາທີ່ປະຊົນຍັງບໍ່ມີສ່ວນຮ່ວມໂດຍສະເພາະຄວາມເຂົ້າໃຈ, ຄວາມເປັນເຈົ້າການໃນການພັດທະນາບ້ານຕົນເອງ ບາງຄັ້ງບາງໂຄງການເຮົາດຳເນີນຢືມງົບປະມານໄປພັດທະນາກ່ອນ ຖ້າປະຊາຊົນບໍ່ເຂົ້າໃຈກໍ່ຢາກທີ່ຈະດຳເນີນການພັດທະນາໄດ້ ຖ້າປະຊາ ຊົນບໍ່ມີສ່ວນຮ່ວມແລ້ວເຮັດຫຍັງກໍ່ບໍ່ເກີດ.ຖ້າປະຊາຊົນເຂົ້າໃຈ ແລະ ມີສ່ວນຮ່ວມໃນເວລາເກັບເງິນລະດົມທຶນຕ່າງໆກໍ່ມີຄວາມເຕັມໃຈເຕັມທີ່ໃນການປະກອບສ່ວນ (ຜູ້ໃຫ້ສໍາພາດທ່ານທີ່ໜື່ງ), ເພາະວ່າການມີສ່ວນຮ່ວມແມ່ນສາມາດເບີ່ງໄດ້ຫຼາຍແບບເພາະການມີສ່ວນຮ່ວມແມ່ນເວົ້າເຖິງການມີສ່ວນຮ່ວມຂອງທຸກພາກສ່ວນ, ທຸກຂະແໜງການທີ່ສຳຄັນການມີສ່ວນຮ່ວມໃນການກໍ່ໃຫ້ເກີດເປັນບ້ານພັດທະນາໄດ້ນັ້ນ ການຈັດຕັ້ງບ້ານກໍ່ຕ້ອງເປັນຫົວຈັກຫຼັກແຫຼ່ງການເປັນເຈົ້າການພາຍໃນບ້ານຂອງຕົນເອງ, ຖ້າວ່າອົງການຈັດຕັ້ງບ້ານນັ້ນຫາກມີຄວາມສາມັກຄີກັນດີກໍ່ເຮັດໃຫ້ປະຊາຊົນນັ້ນມີຄວາມເຊື່ອໝັ້ນແລະມີຄວາມຈິງໃຈໃນການເຂົ້າຮ່ວມກິດຈະກຳການພັດທະນາ ຖ້າການຈັດຕັ້ງບໍ່ດີບໍ່ສາມັກຄີກັນແລ້ວປະຊາຊົນກໍ່ບໍ່ຢາກເຂົ້າມາຮ່ວມ, ແນວໃດກໍ່ຕາມມາສັງເກດເບີ່ງແລ້ວເຫັນວ່າບ້ານນາເລົ່ານີ້ແມ່ນປະຊາຊົນແມ່ນມີສ່ວນຮ່ວມນຳຫຼາຍ ໂດຍສະເພາະການມອບໝາຍຈາກການຈັດຕັ້ງຂັ້ນເທິງກ່ຽວກັບການພັດທະນາຕ່າງໆ ເປັນຕົ້ນເລື່ອງຖະໜົນຫົນທາງ, ການອະນາໄມລວມ ກໍ່ຖືວ່າປະຊົນມີສ່ວນຮ່ວມຫຼາຍ, ດັ່ງນັ້ນທາງເມືອງເຮົາເຫັນວ່າຖ້າຈະສ້າງບ້ານທົດລອງສາມສ້າງໃນຕໍ່ໜ້ານີ້ກໍ່ຄິດວ່າຢາກແນໃສ່ບ້ານນາເລົານີ້ເປັນແຫ່ງທຳອິດກ່ອນ, ວຽກກ່ຽວກັບເທດສະບານກໍ່ຢາກແນ່ໃສບ້ານນາເລົານີ້ກ່ອນ ເພາະເຫັນວ່າມາດຕະຖານແລະ ເງື່ອນໄຂໄດ້ທີ່ສຳຄັນປະຊາຊົນເປັນເຈົ້າການໃນການມີສ່ວນຮ່ວມຫຼາຍ (ຜູ້ໃຫ້ສຳພາດທ່ານທີ່ສອງ).

 

         ເຫັນໄດ້ວ່າການມີສ່ວນຮ່ວມນີ້ແມ່ນມີຫຼາຍພາກສ່ວນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພາະການຈະສ້າງບ້ານພັດທະນາໄດ້ນັ້ນຕ້ອງຄົບຕາມ 19 ມາດຕະຖານ ເຊິ່ງກໍ່ຈະພົວພັນກັບຫຼາຍຂະແໜງການ ເປັນຕົ້ນແມ່ນ ປກສ-ປກຊ, ພາກສ່ວນຍຸຕິທຳເຫຼົ່ານີ້ເປັນຕົ້ນ ໃນການສ້າງບ້ານພັດທະນາຂອງບ້ານນາເລົານີ້ເຫັນໄດ້ວ່າປະຊາຊົນນີ້ຖືໄດ້ວ່າມີສ່ວນຮ່ວມນຳຫຼາຍໂດຍສະເພາະແມ່ນສະແດງອອກວ່າມີການເຕົ້າໂຮມປະຊາຊົນກໍ່ຈະເຂົ້າຮ່ວມເປັນຈຳ ນວນຫຼວງຫຼາຍ 80-90%, ສະແດງໃຫ້ເຫັນວ່າປະຊາຊົນມີຈິດໃຈທີ່ຢາກພັດທະນາຮ່ວມກັນ ພາຍໃຕ້ການຊີ້ນຳ-ນຳພາ ແລະ ຜັກດັນຢ່າງໃກ້ຊິດຂອງຄະນະນຳບ້ານນາເລົ່າ ຍົກໃຫ້ເຫັນເຖິງຄວາມສຳຄັນໃນການພັດທະນາບ້ານ ແລະ ຜົນທີ່ຈະໄດ້ຮັບພາຍຫຼັງເປັນບ້ານພັດທະນາ ສະແດງອອກໄລຍະຜ່ານມາປະຊາຊົນໄດ້ປະກອບສ່ວນທາງ ດ້ານວັດຖຸ ແລະ ການມີສ່ວນຮ່ວມໃນການເຂົ້າຮ່ວມກອງປະຊຸມບ້ານ, ເຂົ້າຮ່ວມຂະບວນການພັດທະນາຕ່າງໆ ຕະຫຼອດຮອດວຽກງານປ້ອງກັນຊາດປ້ອງກັນຄວາມສະຫົງບ (ຜູ້ໃຫ້ສຳພາດທ່ານທີ່ແປດ).

 

           ເວົ້າລວມແລ້ວປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆ ແມ່ນມີຄວາມສຳຄັນຫຼາຍໃນການມີສ່ວນຮ່ວມເຮັດໃຫ້ບ້ານນາເລົ່າກາຍເປັນບ້ານພັດທະນາຫຼາຍ 90% ຂື້ນໄປ, ໂດຍສະເພາະພາກສ່ວນທີ່ສຳຄັນກວ່າໝູ່ກໍ່ຄືປະ ຊາຊົນ, ຖ້າປະຊາຊົນບໍ່ມີສ່ວນຮ່ວມແລ້ວການສ້າງບ້ານພັດທະນາກໍ່ບໍ່ເກີດ (ຜູ້ໃຫ້ສຳພາດທ່ານທີ່ສີ່), ການຈະກໍ່ໃຫ້ ເກີດເປັນບ້ານພັດທະນາໄດ້ອັນສຳຄັນແມ່ນຂັ້ນເທິງທີ່ມີສ່ວນຜັກດັນໃຫ້ເກີດໄດ້ ແລະ ມີ ຄວາມເອົາໃຈໃສ່ລົງໃກ້ ຊິດຕິດແທດ ໂດຍການຫັນພະນັກງານລົງຮາກຖານຕາມແຕ່ລະຂະແໜງການ ນອກນັ້ນປະຊາຊົນກໍ່ຕ້ອງມີສ່ວນຮ່ວມ, ມີການຕັດສິນໃຈທີ່ຈະເຮັດຈະພັດທະນາຮ່ວມກັນ, ໃນເມື່ອຂັ້ນເທິງເພິນວາງອອກມາໃຫ້ແລ້ວພວກເຮົາກໍ່ໄດ້ມາເຕົ້າໂຮມກັນ, ປຶກສາຫາລືກັນວ່າພວກເຮົາຢາກເປັນບ້ານພັດທະນາບໍ່, ຖ້າເປັນແລ້ວບ້ານຂອງພວກເຮົາຈະໄດ້ຫຍັງ? ອັນສຳຄັນພວກເຮົາຕ້ອງພ້ອມກັນພັດທະນາຄົນ, ພັດທະນາຄອບຄົວ, ພັດທະນາບ້ານ ເພາະຖ້າການຮັບເອົາແນວທາງການສ້າງບ້ານພັດທະນານັ້ນແມ່ນງ່າຍແຕ່ການສ້າງ ແລະ ການຮັກສາແມ່ນຍາກຖ້າປະຊາຊົນໃນບ້ານບໍ່ຮ່ວມແຮງຮ່ວມໃຈກັນ. ສຳລັບໄລຍະຜ່ານມາປະຊາຊົນບ້ານນາເລົ່າຂອງພວກເຮົາແມ່ນໄດ້ມີສ່ວນຮ່ວມໃນການພັດທະນາບ້ານໂດຍສະເພາະການປະກອບສ່ວນສ້າງພື້ນຖານໂຄ່ງລ່າງຖະໜົນຫົນທາງ, ການມີສ່ວນຮ່ວມແມ່ນມີຫຼາຍດ້ານບໍ່ວ່າຈະເປັນດ້ານວັດຖຸ, ຈິດໃຈ ແລະ ຄວາມສາມັກຄີ ເຊິ່ງຈາກບົດລາຍງານການປະກາດ ແລະ ຮັບຮອງບ້ານນາເລົ່າເປັນບ້ານພັດທະນາຮອບດ້ານ ຄັ້ງວັນທີ 9 ພຶດ ສະພາ 2009 ໄດ້ສະຫຼຸບໃຫ້ເຫັນວ່າ ປະຊາຊົນໄດ້ປະກອບສ່ວນໃນການບູລະນະສ້ອມແປງເສັ້ນທາງຮ່ອມເຂົ້າບ້ານມີຄວາມຍາວ 3 ກິໂລແມັດ ດ້ວຍທືນທັງໝົດ 46.500.000 ກີບ ດ້ວຍທືນຂອງປະຊາຊົນເອງ ແລະ ນອກນັ້ນຍັງໄດ້ສ້າງສະໂມສອນບ້ານສຳເລັດ 15% ໃຊ້ທືນໃນການກໍ່ສ້າງແລ້ວ 14.700.000 ກີບ, ຖ້າທຽບໃສ່ບ້ານອື່ນໆນີ້ເຫັນວ່າປະຊາຊົນບ້ານນາເລົ່າພວກເຮົານີ້ສາມາດເຮັດໄດ້ໃນເລື່ອງການມີສ່ວນຮ່ວມ ແລະ ການປະກອບສ່ວນມັນສະແດງອອກໃນເວລາບ້ານຂອງພວກເຮົາມີການລະດົມທຶນມາພັດທະນາບ້ານປະຊາຊົນສ່ວນຫຼາຍກໍ່ຈະມີສ່ວນຮ່ວມ ແລະ ຊ່ວຍກັນປະກອບສ່ວນບົນພື້ນຖານຄວາມເຂົ້າໃຈ ແລະ ສາມັກຄີກັນເພາະປະຊາຊົນເຂົາເຫັນໄດ້ວ່າສິ່ງທີ່ປະຊາຊົນມາປະກອບສ່ວນນັ້ນແມ່ນມາຊ່ວຍພັດທະນາບ້ານຂອງພວກເຮົາແທ້ ກໍ່ຄືມາພັດທະນາປະຊາຊົນພາຍ ໃນບ້ານນັ້ນເອງ ເວົ້າລວມແລ້ວກໍ່ແມ່ນເຮົາຕ້ອງເຮັດໃຫ້ເຂົາເຫັນ, ເຂົ້າເຊື່ອ, ປະຊາຊົນຈຶ່ງຢາກປະກອບສ່ວນນຳ ຕົວຢ່າງ: ການສ້າງຫ້ອງນຳກ່ອນອື່ນໝົດເຮົາຕ້ອງລົງມືເຮັດໂຄ້ງສ້າງ ຖ້າບໍ່ພໍເທົ່າໃດເຮົາກໍ່ສາມາດລະດົມປະຊາຊົນເຮົາຕ້ອງການສ່ວນໃດ ຫຼື ຍັງຂາດໃນສ່ວນໃດ ສິ່ງເຫຼົ່ານີ້ຈະເປັນການສ້າງຄວາມເຊື່ອຖື, ເຊື່ອໝັ້ນຈາກປະຊາຊົນວ່າພວກເຮົາໄດ້ມາເຮັດມາພັດທະນາແທ້.

 

           ສັງລວມແລ້ວການມີສ່ວນຮ່ວມນີ້ແມ່ນມາຈາກປະຊາຊົນແຕ່ລະຄອບຄົວ, ບັນດາຫ້າງຮ້ານຕ່າງໆ ຖືວ່າເປັນຕົວເລກທີ່ຫຼາຍກວ່າໝູ່ໃນການປະກອບສ່ວນດ້ານທຶນຮອນຖ້າທຽບໃສ່ແຕ່ລະຄອບຄົບ ເພາະວ່າກ່ອນຈະເກີດເປັນບ້ານພັດທະນາໄດ້ນີ້ ບ້ານນາເລົ່າແມ່ນໄດ້ລົງເກັບກຳຂໍ້ມູນ, ສະຖິຕິ ແລະ ແບບຟອມຂອງວຽກງານພັດທະນາລ້ວນແລ້ວແຕ່ແມ່ນປະຊາຊົນ ແລະ ອົງການຈັດຕັ້ງທຸກພາກສ່ວນພາຍໃຕ້ການຊີ້ນຳຮອບດ້ານຂອງໜ່ວຍພັກ ແລະ ອົງການປົກຄອງບ້ານາເລົາ (ຜູ້ໃຫ້ສຳພາດທ່ານທີ່ຫ້າ ແລະ ຜູ້ໃຫ້ສຳພາດທ່ານທີ່ຫົກ) ໂດຍສອດຄ້ອງກັບຜູ້ໃຫ້ສຳພາດທ່ານທີ່ເຈັດໄດ້ກ່າວວ່າ : ປະຊາຊົນຖືວ່າເປັນປັດໄຈຫຼັກໃນການເຂົ້າຮ່ວມຂະບວນການ ຕ່າງໆໃນການສ້າງບ້ານນາເລົາ ໂດຍສະເພາະການຕັດສິນໃຈປະກອບສ່ວນທາງດ້ານເຫືອແຮງ ແລະ ດ້ານວັດຖຸ ເຂົ້າໃນການພັດ ທະນາບ້ານເປັນຕົ້ນແມ່ນເສັ້ນທາງ, ການປັບປຸງຫ້ອງການບ້ານ ຕະຫຼອດຮອດການປະກອບທາງດ້ານເຫື່ອແຮງໃນກິດຈະກຳຕ່າງໆຂອງບ້ານນາເລົາເຮົາ.

 

4.4   ປັດໄຈດ້ານວັດທະນະທຳ-ສັງຄົມ ຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ

 

         ຖ້າເວົ້າເຖິງວັດທະນະທຳ-ສັງຄົມກໍ່ຖືໄດ້ວ່າເປັນມາດຖານ ໜື່ງຢູ່ແລ້ວໃນການຈະກາຍເປັນບ້ານພັດທະນາໄດ້ ດັ່ງນັ້ນ, ການສ້າງບ້ານໃຫ້ເປັນບ້ານວັດທະນະທຳສັງຄົມຈຶ່ງເປັນສ່ວນສຳຄັນ ແລະ ມີບົດບາດສຳຄັນໃນການສ້າງຂະບວນການພັດທະນາກິດຈະກຳຕ່າງໆ ເພາະວ່າຖ້າເຮົາມີວັດທະນະທຳດີ, ເປັນຈິດໜື່ງໃຈດຽວ, ມີການປະ ພຶດປະຕິບັດໄປຕາມລະບຽບຂອງບ້ານເມືອງ, ທີ່ສຳຄັນປະຊາຊົນໄດ້ຮັບການສຶກສາດີກໍ່ເປັນສິ່ງກະຕຸ້ນ ແລະ ຊຸກຍູ້ໃຫ້ບ້ານໄດ້ຮັບການພັດທະນາໄດ້ ເຊິ່ງໃນແຕ່ລະປີແມ່ນພວກເຮົາ ສົບທົບກັບພາກສ່ວນທີ່ກ້ຽວກໍ່ຈະໄດ້ມີການສຳຫຼວດກວດກາຄືນກ່ຽວກັບຄອບຄົວວັດທະນະທຳດີ, ການສ້າງຄອບຄົວຕົວແບບ ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນໄປໃຈໃນການສ້າງຄວາມເຂັ້ມແຂງໃນການພັດທະນາບ້ານ (ຜູ້ໃຫ້ສຳພາດທ່ານທີ່ໜື່ງ), ຖ້າເຮົາເບີ່ງໃນດ້ານວັດທະນະ ທຳ-ສັງຄົມໂດຍສະເພາະບ້ານນາເລົາຂອງພວກເຮົານີ້ສ່ວນຫຼາຍກໍ່ແມ່ນອີ່ງໃສ່ວັດ, ໂຮງຮຽນເປັນບ່ອນສຶກສາຮໍ່າຮຽນຂອງລູກຫຼານ, ຖືເອົາການປະຕິບັດໃຫ້ໄປຕາມຕາມຮີດຄອງປະເພນີອັນດີງາມຂອງລາວເຮົາ ບໍ່ວ່າຈະເປັນການນຸ່ງຖື, ການພັດທະນາວັດວາອາຮາມ ໃຫ້ເປັນບ່ອນເພິ່ງພາທາງຈິດໃຈຂອງປະຊາຊົນພາຍໃນບ້ານ (ຜູ້ໃຫ້ສຳພາດທ່ານທີ່ສອງ).

 

         ເຫັນໄດ້ວ່າວັດທະນະທຳສັງຄົມ ແມ່ນມີສ່ວນສຳຄັນໃນການສ້າງໃຫ້ບ້ານກາຍເປັນບ້ານພັດທະນາ ໂດຍສະເພາະຖ້າປະຊາຊົນມີຄວາມເຊື່ອຖື, ມີການປະພຶດປະຕິບັດຮ່ວມ ກັນຢູ່ພາຍໃນບ້ານຢ່າງເປັນເອກະພາບກັນມັນກໍ່ຈະສະດວກໃນການລະດົມແນວຄິດຈິດໃຈ ຕົວຢ່າງປະຊາຊົນມີຄວາມສັດທາຮ່ວມກັນມາເຂົ້າວັດກໍ່ຈະເປັນບໍ່ເກີດແຫ່ງຄວາມສາມັກຄີ, ປະຊາຊົນໄດ້ແລກປ່ຽນໄດ້ໂອ້ລົມກັນ, ຖ້າປະຊາຊົນມີຈິດໃຈທີ່ດີກໍ່ຈະເຮັດໃຫ້ເກີດການຮ່ວມມືການປະຕິບັດ, ຄວາມຢາກມີສ່ວນຮ່ວມກໍ່ຫຼາຍຂື້ນ, ໃນດ້ານການສຶກສານີ້ກໍ່ເຫັນວ່າເປັນສິ່ງທີດີແລະສຳຄັນ ເພາະການສຶກສາແມ່ນເຮັດໃຫ້ເຮົາໄດ້ຮຽນຮູ້ສິ່ງໃໝ່ ແລະ ມາພັດທະນາໄດ້, ທີ່ສຳຄັນປະຊາຊົນເອງແມ່ນຮູ້ຈັກຄິດໄລ່ຮູ້ຈັກທຳມາຫາກິນເພື່ອພັດທະນາສ້າງສ້າງຕົນເອງໄດ້ ຫຼາຍຮູບຫຼາຍແບບຕາມລະບຽບກົດໝາຍ, ຄວາມຕ້ອງການພັດທະນາຕໍ່ຍອດກໍ່ຈະຫຼາຍຂື້ນ ຕ່າງຈາກຄົນທີ່ບໍ່ໄດ້ຮັບການສຶກສາແມ່ນເຮັດພໍກຸ້ມຢູ່ກຸ້ມກິນບໍ່ມີການພັດທະນາຕໍ່ຍອດ (ຜູ້ໃຫ້ສຳພາດທ່ານທີ່ສາມ) ສອດຄ້ອງກັບຜູ້ໃຫ້ສຳພາດທ່ານທີ່ສີ່ໄດ້ໃຫ້ສຳພາດວ່າ: ວັດທະ ນະທຳ-ສັງຄົມ ມີສ່ວນຫຼາຍ ເນື່ອງຈາກວັດທະນະທຳ-ສັງຄົມ ແມ່ນສິ່ງສຳຄັນຂອງປະຊາຊົນ ແລະ ເປັນຈຸດສູນ ລວມຈິດໃຈ, ເປັນສູນກາງຂອງປະຊາຊົນໃນກາງດຳລົງຊິວິດທີ່ຕິດພັນກັບການດຳລົງຊີວິດຕາມປະເພນີ ແລະ ວັດທະນະທຳ , ການສ້າງບ້ານພັດທະນານີ້ເຫັນວ່າມັນຕິດພັນກັບການດຳລົງຊີວິດຢູ່ແລ້ວ ດັ່ງນັ້ນ, ວັດທະນະທຳ-ສັງຄົມ ຈຶ່ງເປັນມາດຕະຖານ ແລະ ເງື່ອນໄຂໜື່ງໃນການຈະສ້າງບ້ານພັດທະນາໄດ້ ເພາະວັດທະນະທຳເປັນສ່ວນ ລວມທາງດ້ານຈິດໃຈ ເປັນບ່ອນເຕົ້າໂຮມຄວາມສາມັກຄີ.

 

         ໃນນັ້ນຜູ້ໃຫ້ສຳພາດທ່ານທີ່ແປດໄດ້ໃຫ້ສຳພາດວ່າ : ທາງດ້ານວັດທະນະທຳ-ສັງຄົມ ຖືໄດ້ວ່າເປັນປັດໄຈພື້ນຖານໃນ ການສ້າງບ້ານພັດທະນາ ເພາະໃນເງື່ອນໄຂມາດຖານແມ່ນໄດ້ກຳນົດໄວ້ວ່າຈະສ້າງບ້ານພັດທະນາໄດ້ນັ້ນບ້ານນາ ເລົາຂອງພວກເຮົາກໍ່ໄດ້ຮັບຮອງເປັນບ້ານວັດທະນະທຳ, ເຊິ່ງກ່ອນຈະເປັນບ້ານວັດທະນະທຳກໍ່ຕ້ອງມີຄອບຄົວອະນາໄມ, ບ້ານອະນາໄມ, ຄອບຄົວສາທາລະນະສຸກ, ຄອບຄົວສະຫງົບເຫຼົ່ານີ້ເປັນຕົ້ນ ຈຶ່ງຈະກາຍເປັນບ້ານວັດທະນະທຳ, ເນື່ອງຈາກປະຊາຊົນບ້ານໜື່ງອາດປະກອບມີຫຼາຍຊົນເຜົ່າ ບາງຄັ້ງແນວຄິດຈິດໃຈກໍ່ອາດຈະແຕກຕ່າງກັນ, ຄວາມເຊື່ອຖືກໍ່ມີຫຼາຍສາສະໜາການເຊື່ອຖື ແຕ່ຈຸດພິເສດບ້ານນາເລົາຂອງພວກເຮົານີ້ຄະນະນຳຂອງບ້ານໄດ້ເອົາໃຈໃສ່ເຕົ້າຮ່ວມຄວາມສາມາມັກຄີໄດ້ດີ, ການແບ່ງແຍກຊົນເຜົ່າກໍ່ບໍ່ເຄີຍມີ, ເຜົ່າໃດເຮັດບຸນສິນກິນທານປະຊາຊົນກໍ່ຈະພາກັນເຂົ້າຮ່ວມເຮັດນຳກັນ, ການອະນຸລັດວັດທະນະທຳການນຸ່ງຖືຂອງແຕ່ລະຊົນເຜົ່າກໍ່ຍັງຮັກສາໄດ້ດີ ເປັນຕົ້ນວ່າພາຍຫຼັງເຮົາປະກາດເປັນບ້ານວັດທະນະທຳ ແລະ ບ້ານພັດທະນາປະຊາຊົນຈຳນວນຫຼາຍກໍ່ຍັງຮັກສາການວັດທະນະທຳໃຫ້ຄົງຢູ່, ການສິດສອນລູກຫຼານຖືວ່າບ້ານນາເລົາສາມາດລົບລ້າງການກືກໜັງສືມາແລ້ວ, ມີໂຮງຮຽນປະຖົມສົນບູນ 1 ແຫ່ງ, ວັດ 1 ແຫ່ງ (ຜູ້ໃຫ້ສຳພາດທ່ານທີ່ຫ້າ), ປະຊາຊົນແມ່ນມີແນວຄິດຈິດໃຈຮັກສາມູນເຊື້ອ, ຮັກສາຮີດຄອງປະເພນີອັນດີງາມ ເປັນບໍ່ເກີດແຫ່ງຄວາມສາມັກຄີກັນ, ສະແດງອອກໃນເວລາບຸນປະເພນີຕ່າງໆກໍ່ໄດ້ມີການເຕົ້າໂຮມກັນ, ປະກອບບູລະນະສາສ້າງສາວັດວາອາຮາມ ເປັນຕົ້ນ (ຜູ້ໃຫ້ສຳ ພາດທ່ານທີ່ເຈັດ).

 

         ໂດຍຜູ້ໃຫ້ສຳພາດທ່ານທີ່ສອງໄດ້ໃຫ້ສຳພາດວ່າ : ປັດໄຈສຳຄັນໃນການສ້າງບ້ານພັດທະນານີ້ທີ່ສຳຄັນເຮົາຕ້ອງເລັ່ງໃສ່ສີ່ກຸ່ມວຽກຖ້າຂາດວຽກໃດວຽກໜື່ງມັນກໍ່ຍາກໃນການຈະພັດທະນາໄດ້ ແນວໃດກໍ່ຕາມປັດໄຈຕົ້ນຕໍນັ້ນ ກ່ອນອື່ນໝົດແມ່ນຕ້ອງເລັ່ງໃສ່ດ້ານວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດປ້ອງກັນຄວາມສະ ຫງົບເພາະວ່າຖ້າປະຊາຊົນເຮົາຜູ້ໜຸ່ມນ້ອຍຖ້າຍັງມີການພົວພັນ ແລະ ຕິດຢາເສບຕິດມັນກໍ່ຈະກໍ່ໃຫ້ເກີດປະກົດການຫຍໍ້ຖໍ້ໃນສັງຄົມການພັດທະນາດ້ານອື່ນໆກໍ່ພັດທະນາຍາກ ເຊິ່ງຈາກບົດລາຍງານການປະກາດ ແລະ ຮັບຮອງບ້ານນາເລົາເປັນບ້ານພັດທະນາຮອບດ້ານ ຄັ້ງວັນທີ 9 ພຶດ ສະພາ 2009 ໄດ້ສະຫຼຸບໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານວັດທະນະທຳ-ສັງຄົມຄື: ໃນດ້ານການສຶກ ສາແມ່ນບ້ານນາເລົາໄດ້ສາມາດລົບລ້າງ ການກືກໜັງສື ແລ້ວໃນປີ 1998, ເດັກນ້ອຍຢູ່ໃນເກນອາຍຸແມ່ນໄດ້ເຂົ້າ ຮຽນ 100%, ດ້ານສາທາລະນະສຸກບ້ານນາເລົ່າໄດ້ ປະ ກາດເປັນບ້ານສາທາລະນະສຸກຂັ້ນຕົ້ນໃນປີ 2004, ປະຊາຊົນໄດ້ດື່ມນໍ້າສະອາດໝົດຄອບຄົວ, ປະຊາຊົນມີວິດ ຖ່າຍເປັນຂອງຕົນເອງ 100% , ມີຄອບຄົວຕົວແບບທາງ ດ້ານສາທາລະນະສຸກມີປ້າຍແດງ 407 ຄອບຄົວ, ປ້າຍ ຂຽວ 41 ຄອບຄົວ ແລະ ປ້າຍສີຟ້າ 4 ຄອບຄົວ. ວຽກງານຖະແຫຼ່ງຂ່າວວັດທະນະທຳບ້ານນາເລົ່າໄດ້ຮັບຮອງ ເປັນບ້ານວັດທະນະທຳໃນປີ 2009, ໄດ້ຮັບໃບຢັ້ງຢືນສ້າງຄອບຄົວວັດທະນະທຳໃໝ່ 448 ຄອບຄົວ. ວຽກງານ ສະຫວັດດີການ-ສັງຄົມແມ່ນໄດ້ມີກອງທຶນສົງເຄາະ ( ເງິນສະມາຄົມການເສຍຊີວິດ) ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາມີການເສຍຊີວິດເກີດຂື້ນ, ພົນລະເມືອງ ຢູ່ໃນເກນອາຍຸອອກແຮງງານ ຫຼື ປະກອບອາຊີບມີທັງໝົດ 1.527 ຄົນ, ໄດ້ຊຸກຍູ້ໃຫ້ແຕ່ລະຄອບຄົວມີວຽກເຮັດ ງານທຳສາມາດແກ້ໄຂຊີວິດການເປັນຢູ່ຂອງຕົນເອງໃຫ້ຫຼຸດ ພົ້ນອອກຈາກຄວາມທຸກຍາກໄດ້ໂດຍພື້ນຖານ ທຸກຄົນມີວຽກເຮັດງານທຳ.

 

         ເວົ້າລວມແລ້ວສະເພາະວຽກງານວັດທະນະທຳ-ສັງຄົມນີ້ແມ່ນໜ່ວຍງານຫຼັກທີ່ຕິດພັນກັບການດຳລົງຊີວິດຂອງແຕ່ລະຄົນ, ແຕ່ລະຄອບຄົວມັນຈະຄ່ອຍຄວບຄຸມຮອບດ້ານຂອງວຽກງານທົ່ວໄປເຊັ່ນ: ວັດວາອາຮາມ, ໂຮງ ຮຽນ, ໂຮງໝໍ, ການອອກແຮງງານລວມ, ການໄກ່ເກ່ຍ ແລະ ອື່ນໆ ທີ່ມີການພົວພັນກັບວຽກງານ ວັດທະນະທຳສັງຄົມ (ຜູ້ໃຫ້ສຳພາດທ່ານທີ່ຫົກ).

 

4.5   ປັດໄຈດ້ານຊັບພະຍາກອນທຳມະຊາດຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍ ເປັນບ້ານພັດທະນາ

 

         ບ້ານນາເລົ່າເອງເປັນບ້ານໜື່ງທີ່ມີຂອບເຂດກວ້າງຂວາງ, ດິນດອນຕອນຫຍ້າເໝາະແກ່ການທີ່ຈະສົ່ງເສີ່ມກະສິກຳທີ່ຜັກດັນໃຫ້ເປັນບ້ານພັດທະນານັ້ນກໍ່ເໝາະສົມດີ, ນອກນັ້ນບັນດາຫ້າງຮ້ານຫົວໜ່ວຍທຸລະກິດກໍ່ແມ່ນມີ ຄວາມສົນໃຈຫຼາຍໃນການເຂົ້າມາລົງທຶນໃນບ້ານນາເລົານີ້ (ຜູ້ໃຫ້ສຳພາດທ່ານທີ່ສອງ). ເຊິ່ງບ້ານນາເລົາເອງປະຊາ ຊົນສ່ວນຫຼາຍແມ່ນຈະປະກອບອາຊີບພະນັກງານບໍ່ວ່າຈະເປັນພະນັກງານຂອງລັດ, ເອກະຊົນ ສະນັ້ນເມື່ອເວົ້າເຖິງຊັບພະຍາກອນທາງທຳມະຊາດຂອງບ້ານນາເລົານັ້ນກໍ່ບໍ່ມີຫຍັງຫຼວງຫຼາຍ, ອາຊີບທີ່ເປັນທ່າແຮງອີກຢ່າງໜື່ງກໍ່ຄືການປູກເຫັດ ແລະ ລ້ຽງກົບ ເພາະວ່າເຮົາບໍ່ໄດ້ອາໄສທີ່ດິນຫຼາຍແຕ່ນຳເອົາວິທະຍາສາດເຂົ້າມາຊ່ວຍ, ຖືໄດ້ວ່າໄດ້ສ້າງລາຍຮັບໃຫ້ແກ່ປະຊາຊົນໂດຍສະເພາະປະຊາຊົນໃນເຂດທົງນາ, ສ່ວນປະຊາຊົນທີ່ຢູ່ເຂດຊຸມຊົນເມືອງມາແດ່ນອກຈາກພະນັກງານລັດກໍ່ຈະມີຢູ່ຕາມໂຮງຈັກໂຮງງານ, ເຫັນໄດ້ວ່າກຸ່ມຄົນເຫຼົ່ານີ້ນອກຈາກເຮັດວຽກປະຈຳແລ້ວກໍ່ຍັງຊອກຫາອາຊີບເສີມເພື່ອສ້າງລາຍໄດ້ພາຍໃນຄອບຄົວ, ບາງຄອບຄົວກໍ່ປູກຝັງລ້ຽງສັດ, ບາງຄອບຄົວກໍ່ເຮັດທຸລະກິດສ່ວນຕົວ (ຜູ້ໃຫ້ສຳພາດທ່ານທີ່ສາມ).

 

         ຕໍ່ມາຜູ້ໃຫ້ສຳພາດທ່ານທີ່ສີ່ໄດ້ໃຫ້ສຳພາດວ່າ : ເມື່ອເວົ້າເຖິງຊັບພະຍາກອນທໍາມະຊາດແມ່ນບ້ານນາເລົ່າຂອງພວກເຮົາແມ່ນບໍ່ມີຫຍັງຫຼາຍ ເພາະວ່າຂອບເຂດເນື້ອທີ່ບ້ານສ່ວນໃຫຍ່ກໍ່ຈະປະກອບເປັນທີ່ຢູ່ອາໄສຂອງປະຊາຊົນເປັນຫຼັກ ແຕ່ອາດຈະມີຂໍ້ໄດ້ປຽບໃນເລື່ອງທີ່ຕັ້ງພູມສັນຖານທີ່ເໝາະສົມການການເຮັດການບໍລິການ ແລະ ຄ້າຂາຍ. ເຊິ່ງສອດຄ້ອງກັບຜູ້ໃຫ້ສຳພາດທ່ານທີ່ແປດໄດ້ໃຫ້ສຳພາດວ່າ : ດ້ານຊັບພະຍາກອນທຳມະຊາດແມ່ນບ້ານນາເລົາຂອງພວກເຮົາ ແມ່ນບໍ່ມີຊັບພະຍາກອນທາງທຳມະຊາດ ສ່ວນໃຫຍ່ແມ່ນອີງໃສ່ທີ່ຕັ້ງພູມສັນ ຖານທີ່ເອື້ອອຳນວຍໃນການເຮັດທຸລະກິດ ແລະ ຄ້າຂາຍ ເປັນທາງຜ່ານຂອງເສັ້ນທາງເລກທີ 13 ເໜືອຜ່ານ, ໃກ້ຕົວເມືອງ, ໃກ້ໂຮງໝໍ ເຮັດໃຫ້ມີເງື່ອນໄຂໃນການພັດທະນາບ້ານ. ໃນນັ້ນຜູ້ໃຫ້ສຳພາດທ່ານທີ່ຫ້າໄດ້ກ່າວວ່າ : ສະເພາະຊັບພະຍາກອນ ທຳມະຊາດນີ້ບ້ານນາເລົາແມ່ນຄ້ອນຂ້າງບໍ່ມີຫຍັງ ເພາະຂອບເຂດບ້ານກໍ່ມີພຽງແຕ່ 62 ເຮັກຕາສ່ວນໃຫຍ່ກໍ່ແມ່ນບ້ານເຮືອນປະຊາຊົນກວມໝົດເລີຍ, ມີດິນຫວ່າງສຳລັບເຮັດນາປະມານ 2 ເຮັກຕາ ເທົ່ານັ້ນ.

 

 

 

 

 

4.6   ປັດໄຈດ້ານເສດຖະກິດຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະ ນາ

 

           ທາງດ້ານເສດຖະກິດທາງເມືອງສີໂຄດຕະບອງພວກເຮົາກໍ່ໄດ້ມີການສົ່ງເສີ່ມຫຼາຍຮູບແບບຖ້າວ່າເວົ້າເຖິງການປູກຝັງລ້ຽງສັດພວກເຮົາກໍ່ຈະມີຫ້ອງການກະສິກຳ ແລະ ປ່າໄມ້ເປັນຫຼັກໃນດ້ານວິຊາການສົ່ງເສີ່ມ, ກະຕຸກຊຸກຍູ້ ແລະ ຝຶກອົບຮົມການເພາະປູກເພາະພັນເປັນປະຈຳຢູ່ແລ້ວ ບາງຄັ້ງປະຊາຊົນ ກໍ່ເປັນຜູ້ສະເໜີຄວາມຕ້ອງ ການພວກເຮົາກໍ່ມີການຄົ້ນຕອບສະໜອງການຝຶກອົບຮົມໃນແຕ່ລະລະດູການທີ່ປະຊາຊົນມີຄວາມຕ້ອງການ (ຜູ້ໃຫ້ສຳພາດທ່ານທີ່ໜື່ງ), ບວກກັບປະຊາຊົນພາຍໃນບ້ານນາເລົ່າເອງແມ່ນໄດ້ພະຍາຍາມສ້າງເສດຖະກິດດ້ວຍຕົນເອງ ນອກຈາກປະກອບອາຊີບປະຈຳແລ້ວກໍ່ຍັງຫາເວລາສ້າງລາຍໄດ້ເສີ່ມໂດຍສະເພາະການປູກເຫັດ, ຫຼືການປະກອບທຸລະກິດຕ່າງໆ ເນື່ອງຈາກວ່າປະຊາຊົນມີຄວາມຮູ້ມີຄວາມເຂົ້າໃຈ ຖ້າພວກເຮົາມີການສົ່ງເສີ່ມກໍ່ຈະງ່າຍໃນການພັດທະນາ ເພາະປະຊາຊົນເອງຮູ້ຈັກວິທີການ, ຮູ້ວິທີ່ການຕໍ່ຍອດ ແລະ ຊອກຫາຜົນກຳໄລດ້ວຍຫຼາຍຊ່ອງທາງເພື່ອມາພັດທະນາຕົນເອງ , ເວລາທາງການຈັດຕັ້ງເຮົາຈັດການຝຶກອົບຮົມການສິດສອນ ຕ່າງໆກໍ່ແມ່ນເຮັດໄດ້ໄວ, ພັດທະນາໄວ (ຜູ້ໃຫ້ສຳພາດທ່ານທີ່ສອງ), ໂດຍລວມແລ້ວປະຊາຊົນພາຍໃນບ້ານນາເລົາເອງແມ່ນໄດ້ມີອາຊີບມີການທຳມາຫາກິນຢູ່ໃນລະດັບກຸ້ມຢູ່ກຸ້ມກິນອາຊີບສ່ວນໃຫຍ່ແມ່ນກຳມະກອນ ແລະ ພະນັກງານ ຢູ່ອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ (ຜູ້ໃຫ້ສຳພາດທ່ານທີ່ສີ່).

 

         ໃນນັ້ນຜູ້ໃຫ້ສຳພາດທ່ານທີ່ແປດໄດ້ກ່າວວ່າ : ດ້ານເສດຖະກິດແມ່ນໄດ້ມີການຈັດຕັ້ງການສົ່ງເສີ່ມອາຊີບທີ່ມີຢູ່ແລ້ວໃນແຕ່ລະຄອບຄົວ ເປັນຕົ້ນແມ່ນການປູກເຫັດເຊິ່ງເປັນອາຊີບທີ່ປະຊາຊົນຊົນເຮັດຢູ່ແລ້ວພາກສ່ວນກ່ຽວຂ້ອງກໍ່ຈະລົງມາຕິດຕາມຊຸກຍູ້ຕື່ມ, ແຕ່ວ່າທຶນຮອນແມ່ນບໍ່ມີ, ການຊຸກຍູ້ນີ້ກໍ່ຈະເປັນການໂຄສະນາໃຫ້ ໂດຍສະເພາະການໂຄສະນາທາງໂທລະພາບ. ສຳລັບລາຍໄດ້ ແລະ ອາຊີບຫຼັກຂອງປະຊົນແມ່ນກຳມະກອນ, ພະນັກ ງານອົງການຈັດຕັ້ງຕ່າງໆ ແລະ ຄ້າຂາຍຈຳນວນໜື່ງ. ເວົ້າລວມແລ້ວດ້ານເສດຖະກິດຖືວ່າເປັນປັດໄຈສຳຄັນໜື່ງຖ້າມີແຕ່ທິດສະດີແຕ່ບໍ່ມີເງິນນີ້ກໍ່ແມ່ນເຮັດບໍ່ໄດ້, ຜ່ານມາປະຊາຊົນບ້ານນາເລົ່ານີ້ຖືໄດ້ວ່າມີອາຊີບກຸ້ມຢູ້ກຸ້ມກິນ, ມີຫຼາຍອາຊີບໃນການສ້າງລາຍຮັບໃນຄອບຄົວ ເຮັດໃຫ້ມີຄວາມສາມາດໃນການປະກອບສ່ວນພັດທະນາບ້ານ. ເຊິ່ງອາຊີບສ່ວນໃຫ້ແມ່ນກຳມະກອນ, ພະນັກງານລັດ ແລະ ເອກະຊົນ ແລະ ຄ້າຂາຍຈຳນວນໜື່ງ (ຜູ້ໃຫ້ສຳພາດທ່ານທີ່ຫ້າ), ເຊິ່ງຈາກບົດລາຍງານການປະກາດ ແລະ ຮັບຮອງບ້ານນາເລົ່າເປັນບ້ານພັດທະນາຮອບດ້ານ ຄັ້ງວັນທີ 9 ພຶດ ສະພາ 2009 ໄດ້ສະຫຼຸບໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານທາງດ້ານເສດຖະກິດທີ່ບ້ານສາມາດປະຕິບັດໄດ້ມີ 4 ແຜນງານ, 5 ໂຄງການ, 33 ກິດຈະກຳ,​ ມູນຄ່າທັງໝົດ 37.432.000 ກີບ, ຕີລາຄາລວມແມ່ນປະຕິບັດໄດ້ລື່ນຄາດໝາຍ 106,86 % ເຊິ່ງຢູ່ໃນບ້ານນາເລົ່າມີ 5 ກຸ່ມການຜະລິດຄື: 1. ກຸ່ມປູກເຫັດ ມີ 21 ຄອບຄົວ, ສ້າງລາຍຮັບເຂົ້າຄອບຄົວຜູ້ປູກເຫັດສະເລ່ນໄດ້ 2.043.600 ກີບ/ເດືອນ ໃນນັ້ນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວມີ 8 ຄອບຄົວ; ກຸ່ມທີ່ສອງແມ່ນກຸ່ມຕໍ່າຫູກ ມີ 12 ຄອບຄົວ, ສາມາດສ້າງລາຍຮັບເຂົ້າ ຄອບຄົວສະເລ່ຍໄດ້ 3.5000.000 ກີບ/ເດືອນ, ຈັດເປັນຄອບຄົວຕົວແບບໄດ້ 1 ຄອບຄົວ; ກຸ່ມທີ່3ແມ່ນກຸ່ມທີ່ເຮັດນາ ມີ 10 ຄອບຄົວ, ໂດຍສາມາດສ້າງລາຍຮັບເຂົ້າຄອບຄົວ ສະເລ່ຍໄດ້ 5.4000.000 ກີບ/ປີ, ສະມັດຕະ ພາບ 04 ໂຕນຕໍ່ເຮັກຕາ, ຈັດເປັນຄອບຄົວຕົວແບບໄດ້ 3 ຄອບຄົວ; ກຸ່ມທີ່ສີ່ແມ່ນກຸ່ມການຄ້າ ແລະ ບໍລິການ ມີ 42 ຫົວໜ່ວຍ, ສາມາດສ້າງລາຍຮັບໄດ້ສະເລ່ຍ 6.056.000 ກີບ/ເດືອນ, ຄັດເລືອກເປັນຫົວໜ່ວຍຕົວແບບໃນ ການປະຕິບັດພັນທະໄດ້ 37 ຫົວໜ່ວຍ; ສຸດທ້າຍແມ່ນສາມາດສ້າງກອງທຶນພັດທະນາບ້ານເຊິ່ງມີສະມາຊິກທັງ ໝົດ 132 ຄົນ, ມີເງີນຝາກທັງໝົດ 80.000.000 ກີບ, ປ່ອຍໃຫ້ສະມາຊິກກູ້ຢືມ 78.000.000 ກີບ, ດອກ ເບ້ຍຄິດໄລ່ 3%/ເດືອນ , ເຊິ່ງໄດ້ສະຫຼຸບ ແລະ ແບ່ງປັນໃຫ້ສະມາຊິກແລ້ວ 2 ຄັ້ງ. ເຫັນໄດ້ວ່າບ້ານນາເລົາເອງແມ່ນສາມາດແກ້ໄຂຄອບຄົວທຸກຍາກໄດ້ຢ່າງຂາດຕົວ, ສະເລ່ຍລາຍຮັບຂອງປະຊາຊົນຜູ້ໜື່ງ 1.200 ໂດລາສະຫະລັດຕໍ່ປີ (ຂໍ້ມູນໃນສົກປີ 2008-2009), ຄອບຄົວເຫຼືອກິນມີ 298 ຄອບຄົວ ແລະ ຄອບຄົວກຸ້ມກິນມີ 154 ຄອບຄົວ.

 

         ເມື່ອປະຊາຊົນພາຍໃນບ້ານນາເລົ່າໄດ້ມີການປະກອບອາຊີບທີ່ຫຼາກຫຼາຍ, ມີອາຊີບເສີ່ມສາມາດສ້າງລາຍໄດ້ພໍກຸ້ມຢູ່ກຸ້ມກິນກໍ່ເຮັດໃຫ້ເຂົາເຈົ້າມີທ່າແຮງໃນການປະກອບສ່ວນພັດທະນາບ້ານ (ຜູ້ໃຫ້ສຳພາດທ່ານທີ່ເຈັດ). ເຫັນໄດ້ວ່າປະຈຸບັນປະຊາຊົນຢູ່ໃນບ້ານແມ່ນບໍ່ມີຜູ້ທຸກຍາກມີກຸ່ມການຜະລິດ, ເຊິ່ງໄລຍະກ່ອນການສ້າງບ້ານນາເລົາໃຫ້ເປັນ ບ້ານພັດທະນານັ້ນບ້ານພວກເຮົາກໍ່ໄດ້ສ້າງຕັ້ງກຸ່ມຜະລິດ ເປັນຕົ້ນແມ່ນການເພາະພັນສັດນໍ້າ, ການລ້ຽງຈິ່ງລີດ, ປູກເຫັດ, ສຳລັບປູກເຫັດປະຈຸບັນນີ້ແມ່ນສືບຕໍ່ບໍ່ໄດ້ເພາະບໍ່ມີຂີ້ເລື່ອຍ (ຜູ້ໃຫ້ສຳພາດທ່ານທີ່ແປດ).

 

          

4.7   ປັດໄຈດ້ານຜູ້ນຳຂອງບ້ານຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດ ທະນາ

 

         ຜູ້ນຳບ້ານແມ່ນມີຄວາມສຳຄັນຫຼາຍ ເພາະການເອົາບຸກຄະລາກອນໄປບໍລິຫານບ້ານນັ້ນແມ່ນກໍ່ຕ້ອງໄປຕາມມາດຕະຖານເປັນຕົ້ນແມ່ນຜູ້ທີ່ຈະເປັນນາຍບ້ານຕ້ອງດຳລົງຊີວິດອາໄສຢູ່ບ້ານນັ້ນແຕ່ສອງປີຂື້ນໄປ , ມີຄວາມຮູ້ຄວາມສາມາດທາງດ້ານທິດສະດີຢ່າງໜ້ອຍກໍ່ຕ້ອງໃຫ້ໄດ້ທິດສະດີຊັ້ນຕົ້ນ, ຕ້ອງຈົບມັດທະຍົມຕອນປາຍຂື້ນໄປ ເພາະວ່າຈຶ່ງສາມາດນຳພາປະຊາຊົນໃນບ້ານນັ້ນໄດ້, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນເຊື່ອຟັງ, ເຊິ່ງໄລຍະທີ່ຜ່ານມານີ້ຖ້າວ່າມັນຫຍຸ້ງຍາກຫຼາຍເມືອງຂອງເຮົາກໍ່ໄດ້ເອົາພະນັກລົງໄປເປັນນາຍບ້ານເພື່ອນຳພາປະຊາຊົນ ແລະ ພັດທະ ນາບ້ານ ເພາະວ່າຜູ້ນຳຂອງບ້ານແມ່ນຂອດສຳຄັນໃນການຈັດຕັ້ງປະຕິບັດແຕ່ຂັ້ນຮາກຖານ, ຖ້າຮາກຖານເຂັ້ມ ແຂງປະເທດຊາດກໍ່ເຂັ້ມແຂງ, ການຈັດຕັ້ງມີຄວາມເຂັ້ມແຂງຈຶ່ງສາມາດນຳພາປະຊາຊົນ ໃຫ້ເກີດການພັດທະນາໄດ້. ສະນັ້ນ, ໄລຍະຜ່ານມາກໍ່ແມ່ນໄດ້ເອົາໃຈໃສ່ກໍ່ສ້າງພະນັກງານຂັ້ນບ້ານໃຫ້ເຂັ້ມແຂງ, ເພື່ອຈະສາມາດທີ່ນຳພາປະຊາຊົນໃນບ້ານຂອງຕົນເອງໃຫ້ກາຍເປັນບ້ານພັດທະນາຕາມແນວທາງນະໂຍບາຍຂອງຂອງພັກ ແລະ ລັດຖະ ບານ ສປປ ລາວ (ຜູ້ໃຫ້ສຳພາດທ່ານທີ່ໜື່ງ), ການຈະພັດທະນາບ້ານໄດ້ນັ້ນຕ້ອງປະກອບດ້ວຍການມີສ່ວນຮ່ວມຂອງອົງການຈັດຕັ້ງບ້ານຈຶ່ງຈະເປັນບ້ານພັດທະນາໂດຍອີ່ງໃສ່ນາຍບ້ານ, ເລຂາພັກບ້ານເປັນສ່ວນສຳຄັນໃນການ ພັດທະນາ ເນື່ອງຈາກຜູ້ນຳຂອງບ້ານເຫຼົ່ານີ້ລ້ວນແຕ່ມີພື້ນຖານມາຈາກບ້ານ, ເຕີບໃຫຍ່ ແລະ ອາໄສຢູ່ບ້ານມາດົນ ນານ, ຮູ້ຈັກຈຸດພິເສດລັກສະນະຕະຫຼອດຮອດວັດທະນະທຳຮີດຄອງປະເພນີ ສະນັ້ນ, ການພັດທະນາຕ່າງໆກໍ່ ແມ່ນສາມາດເຮັດໄດ້ງ່າຍສອດຄ້ອງ ແລະ ປະຊາຊົນເອງກໍ່ຈະຍອມຮັບໄດ້ເພາະວ່າຜູ້ນຳຂອງບ້ານເອງນັ້ນເພິນເກັບກຳສະພາບຕາງໆບ້ານຂອງຕົນເອງໄດ້, ເພາະວ່າການບໍລິຫານນີ້ຖ້າເຮົາກຳສະພາບຈຸດພິເສດໄດ້ແລ້ວ ການລົງເຮັດວຽກຊີ້ນຳ-ນຳພາກໍ່ສະດວກ, ເຮັດໄດ້ງ່າຍວ່ອງໄວ ແລະ ສະດວກ (ຜູ້ໃຫ້ສຳພາດທ່ານທີ່ສອງ).

 

         ນອກນັ້ນຜູ້ໃຫ້ສຳພາດທ່ານທີ່ສີ່ໄດ້ໃຫ້ສຳພາດວ່າ : ການນຳຂອງບ້ານ ຫຼື ຄະນະບ້ານລ້ວນແລ້ວແຕ່ມີສ່ວນສຳຄັນຫຼາຍໃນການເຮັດໃຫ້ບ້ານນາເລົ່າກາຍເປັນບ້ານພັດທະນາ ຫຼາຍກວ່າ 95% ຂື້ນໄປ ຍ້ອນວ່າຄະນະນຳບ້ານລ້ວນແລ້ວ ແຕ່ແມ່ນຜູ້ທີ່ເສຍສະຫຼະທຸກຢ່າງເພື່ອສ່ວນລວມ, ເປັນຄົນມີນຳ້ໃຈຮັກຊາດຮັກບ້ານເກີດເມືອງນອນ.ປັດໄຈອັນສຳຄັນກວ່າໝູ່ໃນການການຈະສ້າງບ້ານພັດທະນາໄດ້ນັ້ນສິ່ງສຳຄັນຕ້ອງປະກອບດ້ວຍບຸກຄະລາກອນທີ່ມີຄວາມເຂັ້ມແຂງຮອບດ້ານ ໂດຍສະເພາະກໍ່ແມ່ນນາຍບ້ານ ແລະ ຄະນະບ້ານໃນກຸ່ມວຽກງານຕ່າງໆ ກໍ່ຕ້ອງມີຄວາມພ້ອມ ເພາະບຸກຄົນເຫຼົ່ານີ້ແມ່ນເປັນຜູ້ວາງແຜນ, ເປັນຫົວຈັກຫຼັກແຫຼ່ງຕົ້ນຕໍ່ໃນການເປັນແບບຢ່າງການຈັດ ຕັ້ງປະຕິບັດ, ມີຄວາມເສຍສະຫຼະສູງ ສະແດງອອກໃນໄລຍະທີ່ຜ່ານມາແມ່ນເຫັນວ່າຄະນະບ້ານນາເລົ່າແມ່ນໄດ້ ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ການຕັດສິນໃຈສູງ ໃນການຳພາປະຊາຊົນ, ເຕົ້າໂຮມປະຊາຊົນ ເຊິ່ງຄະນະ ບ້ານພວກເຮົາກໍ່ໄດ້ເຮັດຫຼາຍຮູບຫຼາຍແບບໃນການປຸກລະດົມ, ເພື່ອເຮັດໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມ, ສ້າງ ຄວາມເຊື່ອມັນ, ເຊື່ອໃຈວ່າຈະພັດທະນາໄດ້ ໂດຍການພະຍາຍາມຈັດແບ່ງຄະນະນຳບ້ານລົງໃກ້ຊິດຕິດແທດກັບ ຄົວເຮືອນເພື່ອເກັບກຳຂໍ້ມູນ, ຊຸກຍູ້ສົ່ງເສີ່ມເຂົາເຈົ້າຢ່າງເປັນປົກກະຕິ ຈຶ່ງເຮັດປະຊາຊົນເກີດຄວາມເຂົ້າໃຈຕໍ່ກັບ ແນວທາງນະໂຍບານຂອງພັກ ແລະ ລັດ ສະແດງໃຫ້ເຫັນເຖິງການປະຕິບັດວຽກງານຕົວຈິງຢູ່ໃນບ້ານກໍ່ຄືຄະນະ ນຳຂອງບ້ານນາເລົາເປັນຫົວລ້ຽວຫົວຕໍ່ທີ່ສຳຄັນເພາະເປັນຜູ້ທີ່ເຮັດວຽກກັບປະຊາຊົນໂດຍກົງ, ເປັນຜູ້ທີ່ມີຄວາມເຂົ້າໃຈເຖິງປະຊາຊົນທີ່ຢູ່ໃນບ້ານຂອງຕົນເອງ, ເຖິງວ່າໃນໄລຍະທີ່ຜ່ານມາບ້ານຈະບໍ່ມີງົບປະມານໃຫ້ຄະນະນໍາຂອງບ້ານ, ແຕ່ຄະນະບ້ານນາເລົາຂອງພວກເຮົາກໍ່ເຮັດດ້ວຍຄວາມຈິງໃຈ ແລະ ຢາກພັດທະນາບ້ານເກີດເມືອງນອນຂອງຕົນເອງ.

 

         ຕໍ່ມາຜູ້ໃຫ້ສຳພາດທ່ານທີ່ແປດໄດ້ໃຫ້ສຳພາດວ່າ : ບໍ່ວ່າແຕ່ຂັ້ນໃດຜູ້ນຳແມ່ນມີຄວາມສຳຫຼາຍ, ສຳລັບການສ້າງບ້ານນາເລົ່ານີ້ເຫັນໄດ້ວ່າ ຄະນະນຳຂອງບ້ານແມ່ນໄດ້ມີຈິດໃຈທີ່ເສຍສະຫຼະເພື່ອສ່ວນລວມ, ມີຄວາມມັກຮັກໃນການປະກອບສ່ວນເຮັດວຽກເພື່ອສ່ວນລວມກໍ່ຄືການຈັດຕັ້ງ, ມີຄວາມຊື່ສັດຕໍ່ໝູ່, ຕໍ່ວຽກງານ ແລະ ຕໍ່ກັບປະຊາຊົນ ໄປຕິດພັນກັບຄວາມເປັນແບບຢ່າງຈຶ່ງສາມາດນຳພາປະຊາຊົນເຂົາໄດ້. ຜ່ານມາຄະນະບ້ານໄດ້ນຳໃຊ້ວິທີການລວມ ສູນປະຊາທິປະໄຕ, ບຸກຄົນຮັບຜິດຊອບ, ມີຄວາມຊື່ສັດ ເພາະວ່າການມາເຮັດວຽກຢູ່ບ້ານນີ້ແມ່ນບໍ່ມີເງິນເດືອນ ອາໄສການເກັບຄ່າຜ່ານເອງກະສານການຢັ້ງຢືນຈາກບ້ານ ແລະ ການປະກອບສ່ວນຈາກສັງຄົມມານຳໃຊ້ບໍລິຫານວຽກງານຂອງບ້ານ ຖ້າຄະນະນຳບ້ານເກັ່ງທາງດ້ານການບໍລິຫານ, ສາມາດຢາດແຍ່ງການປະກອບສ່ວນ ແລະ ການລະດົມທຶນຈາກສັງຄົມກໍ່ຈະເຮັດໃຫ້ບ້ານພັດທະນາໄດ້ ເພາະຂັ້ນບ້ານບໍ່ມີງົບປະມານຕອບສະໜອງຈາກພາກລັດໃຫ້, ແນວໃດກໍ່ຕາມເມື່ອລະດົມມາໄດ້ກໍ່ຕ້ອງຕັ້ງຢູ່ບົນພື້ນຖານຄວາມເປັນເອກະພາບ ແລະ ຄວາມສັດຊື່ເປັນຫຼັກໂດຍສະເພາະຄະນະນຳບ້ານຕ້ອງມີຄວາມເປັນເອກະພາບກັນສູງ.

 

         ເນື່ອງຈາກວ່າອົງການປົກຄອງບ້ານກໍ່ຄືຄະນະນຳຂອງບ້ານເປັນຜູ້ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດ ລົງສູ່ຮາກຖານປະຊາຊົນຕົວຈິງ, ເປັນຜູ້ເອົາຈິງເອົາຈັງທຸກຄັ້ງ ຄະນະນຳຂອງບ້ານຕ້ອງມີຄວາມອົດ ທົນສູງ, ເສຍສະຫຼະສູງ ເພາະວ່າປະຊາຊົນສ່ວນໃຫຍ່ເຮັດວຽກ ແລະ ປະຕິບັດໜ້າທີ່ ຕອນສວຍ ສະນັ້ນການລົງເຮັດວຽກຂອງບ້ານບາງຄັ້ງຕ້ອງໄດ້ລົງເຮັດວຽກຕອນຄໍ່າ, ເຊິ່ງພວກເຮົາມີການດຳເນີນວຽກງານສັງເກດເມື່ອເຮົາລະດົມປະຊົນກໍ່ແມ່ນມີຄວາມພ້ອມພຽງຮຽງໜ້າກັນດີ ມາຊ່ວງປະຈຸບັນແມ່ນບໍ່ຄ່ອຍ ພ້ອມພຽງກັນປານໃດ ຍ້ອນວ່າປະຊາຊົນນີ້ຕອນສວຍໄປວຽກໝົດ ຫຼື ບໍ່ກໍ່ຕອນຄໍ່າກໍ່ເມື່ອຍຈາກການເຮັດວຽກມາ ຕະຫຼອດຮອດບາງຄົນກໍ່ເຮັດວຽກຕອນກາງຄືນ ສະນັ້ນ, ປະຊາຊົນຈຳນວນໜື່ງກໍ່ເອົາແຕ່ເດັກນ້ອຍມາຟັງເອົາແຕ່ຮູບການ ແລະ ບໍ່ໄດ້ຮັບຜົນປານໃດ ດັ່ງນັ້ນ, ຄະນະນຳບ້ານນາເລົ່າພວກເຮົາຈຶ່ງໄດ້ຫັນວິທີແບ່ງອອກເປັນ 9 ຈຸງານ, ຈຸງານລະ 5 ໜ່ວຍ ເຊິ່ງລ້ວນແລ້ວແຕ່ແມ່ນຄະນະນຳບ້ານນາເລົາຂອງພວກເຮົານີ້ເປັນຫົວໜ້າຈຸງານ ເມື່ອມີວຽກກໍ່ແມ່ນມອບໃຫ້ຈຸງານເຮັດວຽກຕາມຄວາມຮັບຜິດຊອບ. ສະນັ້ນການເຮັດວຽກແມ່ນພວກເຮົາຈະເຮັດວຽກເປັນໜ່ວຍໆໄປ ແຕ່ລະມື້ເອົາໜ່ວຍໜື່ງ ຖ້າເຮົາລົງໜ່ວຍຢ່າງໃກ້ຊິດແບບນັ້ນແຕ່ລະຄອບກໍ່ແມ່ນຈະມີຫົວໜ້າຄອບຄົວເຂົ້າຮ່ວມບໍ່ໄດ້ເອົາເດັກນ້ອຍມາ  ແລະ ທີ່ສຳຄັນຄວາມສັບສົນເຮົາກໍ່ບໍ່ຫຼາຍ, ປະຊາຊົນກໍ່ມີຄວາມສົນໃຈກ້າທີ່ຈະຖາມ ແລະ ສະແດງຄຳຄິດຄຳເຫັນ ເຮັດໃຫ້ແກ້ບັນຫາກໍ່ງ່າຍ, ເພາະວ່າ 9 ຈຸງານນີ້ເຮົາສາມາດລົງເຮັດໄດ້ພ້ອມກັນບາດດຽວດີກວ່າຈະລົງແຕ່ລະໜ່ວຍໄປເຊິ່ງຕ້ອງໃຊ້ເວລາ. ເຫັນວ່າການເປັນຄະນະບ້ານນີ້ວຽກກໍ່ໜັກທັງກາງເວັນ ແລະ ກາງຄືນ, ທັງວຽກງານປ້ອງກັນ, ວຽກວັດທະນະທຳ-ສັງຄົມບ້ານເຫຼົ່ານີ້ເປັນຕົ້ນ ເຮັດໃຫ້ຕ້ອງໄດ້ປະຈຳການຕະຫຼອດ, ຄະນະນຳບ້ານກໍ່ໄດ້ຜັດປ່ຽນກັນເປັນຫົວໜ້າຈຸຜັດປ່ຽນກັນຍາມ (ຜູ້ໃຫ້ສຳພາດທ່ານທີ່ຫ້າ).

 

         ຈາກບົດລາຍງານການປະກາດ ແລະ ຮັບຮອງບ້ານນາເລົ່າເປັນບ້ານພັດທະນາຮອບດ້ານ ຄັ້ງວັນທີ 9 ພຶດ ສະພາ 2009 ໄດ້ສະຫຼຸບໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານການປົກຄອງບ້ານເຫັນໄດ້ວ່າແບບແຜນ ວິທີເຮັດວຽກຂອງຄະນະປົກຄອງບ້ານແມ່ນມີຄວາມໜັກແໜ້ນໄດ້ມີຫ້ອງການບໍລິຫານບ້ານ, ມີຂາເຂົ້າ-ຂາອອກ ຄືກັນກັບຫ້ອງການລັດຖະການອື່ນໆ ມີການປະຈຳການເປັນປົກກະຕິແຕ່ວັນຈັນຫາສຸກ, ພາຍໃຕ້ການຊີ້ນຳ-ນຳພາ ຂອງໜ່ວຍພັກບ້ານຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງໃຫ້ບຸກຄົນຮັບຜິດຊອບ ແລະ ປະຕິບັດຕາມກົດ ໝາຍປົກຄອງທ້ອງຖິ່ນ ເຊິ່ງຄະນະປົກຄອງບ້ານນາເລົ່າມີທັງໝົດ 9 ທ່ານ, ຍິງ 1 ທ່ານ ເຊິ່ງຈັດປະເພດເຂັ້ມແຂງ 3 ທ່ານ, ປະເພດແຂງ 6 ທ່ານ.ວຽກງານອົງການຈັດຕັ້ງແນວລາວສ້າງຊາດໄດ້ເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດພ້ອມທັງໄກ່ເກ່ຍ ບັນຫາຕ່າງໆທີ່ ເກີດຂື້ນພາຍໃນບ້ານຕາມລະບຽບກົດໝາຍ ເຊິ່ງວຽກງານນີ້ແມ່ນມີຄະນະທັງໝົດ 7 ທ່ານ ຈັດປະ ເພດເຂັ້ມແຂງມີ 4 ທ່ານ ແລະ ປະເພດແຂງມີ 3 ທ່ານ. ວຽກງານອົງການຈັດຕັ້ງສະຫະພັນແມ່ຍິງບ້ານແມ່ນໄດ້ ຈັດຕັ້ງປະຕິບັດຄຳຂວັນ 3 ດີຢ່າງເປັນຂະບວນການ, ຜ່ານການກວດກາສ້າງເປັນພົນລະເມືອງດີ, ພັດທະນາດີສ້າງ ຄອບຄົວໃຫ້ມີຄວາມຜາສຸກກວມເອົາ 95%, ວຽກງານອົງການຈັດຕັ້ງສະຫະພັນນັກຮົບເກົ່າໄດ້ເຮັດໜ້າທີ່ສຶກສາອົບຮົມມູນເຊື້ອອັນພິລະອາດຫານຂອງບັນດາ ນັກຮົບວິລະຊົນໃຫ້ພໍ່ແມ່ນປະຊາຊົນທັງເຕົ້າຄວາມສາມັກຄີປະຊາ ຊົນບັນດາເຜົ່າ ເຊິ່ງຄະນະຈັດຕັ້ງນຳພາວຽກງານ ສະຫະພັນນັກຮົບເກົ່າຂອງບ້ານປະກອບມີ 3 ທ່ານ, ຈັດເປັນເພດເຂັ້ມແຂງ 3 ທ່ານ. ນອກນັ້ນວຽກງານອົງການຈັດຕັ້ງຊາວໜຸ່ມແມ່ນໄດ້ຈັດຕັ້ງປະຕິບັດຄຳຂວັນ 2 ສາມັກຄີ 3 ດີ 4 ພັດທະນາ, ຜ່ານການກວດກາສາມາດປະຕິບັດໄດ້ 92% ເຊິ່ງປະກອບມີຄະນະທັງໝົດ 5 ທ່ານ, ຈັດເປັນປະ ເພດແຂງ 5 ທ່ານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໄດ້ປັບປຸງກຳລັງ ປກຊ-ປກສ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງເປັນຕົ້ນໄດ້ບໍາລຸງສິດ ແລະ ໜ້າທີ່ແບບແຜນວິທີເຮັດວຽກໃຫ້ກອງຫຼອນ ແລະ ປກສ ບ້ານຢູ່ ຂັ້ນບ້ານ, ໃນນັ້ນໄດ້ຈັດຕັ້ງບຳລຸງສິດ ແລະ ໜ້າທີ່ໃຫ້ ປກສ ໜ່ວຍ 10 ຫຼັງຄາເຮືອນຢ່າງທົ່ວເຖິງກັນ, ເຊິ່ງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງບ້ານແມ່ນປະກອບມີ ຄະນະໜວດ ປກສ 01 ໝວດມີ 9 ທ່ານ ຈັດເປັນປະເພດເຂັ້ມແຂງ 4 ທ່ານ, ປະເພດແຂງ 5 ທ່ານ, ຕີລາຄາລວມແລ້ວຄະນະຂອງໜວດ ປກສ ບ້ານຈັດເປັນປະເພດເຂັ້ມແຂງ, ຜ່ານມາຄະນະໜ່ວຍພັກ, ສະມາຊິກພັກ ແລະ ອຳນາດການປົກຄອງບ້ານແມ່ນໄດ້ເອົາໃຈ ໃສ່ໃນການສຶກສາອົບຮົມປະຊາຊົນເພື່ອເຮັດ ໃຫ້ວຽກງານປ້ອງກັນຊາດ-ປ້ອງຄວາມສະຫງົບເປັນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນ.

 

         ສະຫຼຸບລວມແລ້ວເວົ້າສະເພາະບ້ານນາເລົ່າຈະກາຍເປັນບ້ານພັດທະນາໄດ້ກໍ່ຍ້ອນມີການຊີ້ນຳ-ນຳພາໂດຍກົງຈາກໜ່ວຍພັກ ແລະ ອົງການປົກຄອງບ້ານນາເລົ່າ ເພາະວ່າເປັນຜູ້ນຳພາປະຊາຊົນເຮັດໂດຍກົງ, ເປັນຜູ້ທີ່ໃກ້ຊິດ ຕິດແທດກັບປະຊາຊົນ, ເປັນຜູ້ເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ (ຜູ້ໃຫ້ສຳພາດທ່ານທີ່ຫົກ ແລະ ຜູ້ໃຫ້ສຳພາດທ່ານທີ່ເຈັດ).

 

4.8   ປັດໄຈດ້ານແນວຄິດຈິດໃຈຂອງປະຊາຊົນຕໍ່ກັບການສ້າງບ້ານນາເລົ່າໃຫ້ກາຍ ເປັນບ້ານພັດທະນາ

        

         ການຈະພັດທະນາ ຫຼື ຈະສ້າງບ້ານພັດທະນາໄດ້ນັ້ນທີ່ສຳຄັນຕ້ອງຕັ້ງຢູ່ ບັນພື້ນຖານແນວຄິດຈິດໃຈ, ການຕັດສິນໃຈຂອງທຸກພາກສ່ວນໃນການຮ່ວມກັນພັດທະນາ, ຈຶ່ງຈະສາມາດເຮັດໄດ້ ແລະ ພັດທະນາໄດ້ ໂດຍສະ ເພາະ ແມ່ນການຕັດສິນໃຈຂອງຂັ້ນເທິງ ກໍ່ຄືແນວທາງນະໂຍບາຍທີ່ຈະສ້າງບ້ານພັດທະນາ, ນອກນັ້ນປະຊາຊົນກໍ່ຕ້ອງມີຄວາມພ້ອມພຽງກັນ, ຕັດສິນໃຈຮ່ວມກັນໃນການພັດທະນາເລີ່ມຕັ້ງແຕ່ການພັດທະນາຕົນເອງ, ພັດທະນາຄອບຄົວ ຕະຫຼອດຮອດການພັດທະນາບ້ານ ສັງເກດໄດ້ວ່າຜ່ານມາປະຊາຊົນພາຍໃນບ້ານນາເລົ່າຂອງພວກເຮົາແມ່ນໄດ້ມີແນວຄິດຈິດໃຈຍາກພັດທະນາ ນອກຈາກມີແນວທາງນະໂຍບາຍ ແລະ ການສົ່ງເສີ່ມຈາກຂັ້ນເທິງກໍ່ຄືພາກສ່ວນຕ່າງໆແລ້ວ ປະຈຸບັນພວກເຮົາມີການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ຈຶ່ງເຫັນໄດ້ການພັດທະນາໃນຫຼາຍຮູບແບບ, ຫຼາຍວິທີ , ມີຫຼາຍຊ່ອງທາງໃນການປະກອບອາຊີບເພື່ອພັດທະນາ ຕົນເອງກໍ່ຄືຄອບຄົວຍ້ອນແນວນັ້ນຈຶ່ງເຮັດໃຫ້ປະຊາຊົນມີຄວາມຕື່ນຕົວໃນການພັດທະນາຕົນເອງຢູ່ຕະຫຼອດ, ຖ້າປະຊາຊົນມີຄວາມຕື່ນຕົວສູງຢາກພັດທະນາ ບວກກັບແນວທາງອັນຖືກຕ້ອງໄປພ້ອມກັບການສົ່ງເສີ່ມການມີສ່ວນຮ່ວມທຸກພາກສ່ວນຈຶ່ງເຮັດໃຫ້ບ້ານໄດ້ຮັບການປະກາດເປັນບ້ານພັດທະນາຕາມເງື່ອນໄຂມາດຖານຕ່າງໆໄດ້ (ຜູ້ໃຫ້ສຳພາດທ່ານທີ່ສີ່).

 

 

         ໂດຍຜູ້ໃຫ້ສຳພາດທ່ານທີ່ແປດໄດ້ໃຫ້ສຳພາດວ່າ : ຈຸດພິເສດປະຊາຊົນບ້ານາເລົ່າຂອງເຮົາແມ່ນບໍ່ມີແນວຄິດໂຄ່ນລົ້ມ ໂຈມຕີ, ມີຄວາມສາມັກຄີກັນດີ, ຢາກພັດທະນາບ້ານເກີດເມືອງນອນຂອງຕົນ ເພາະວ່າການຈັດຕັ້ງບ້ານພວກເຮົາກໍ່ມີຄວາມເຂັ້ມແຂງ, ເປັນແບບຢ່າງໃນການຈັດຕັ້ງນຳພາປະຊາຊົນໄດ້,ຄະນະນຳບ້ານກໍ່ຮັກສາໄດ້ຄວາມສາມາກຄີໃນນັ້ນຜູ້ໃຫ້ສຳພາດທ່ານທີ່ຫົກໄດ້ໃຫ້ສຳພາດວ່າ : ສ່ວນຫຼາຍແມ່ນປະຊາຊົນໄດ້ເຫັນຄວາມສຳຄັນຕໍ່ກັບແນວທາງນະໂຍບາຍອັນໃໝ່ໆ ເຮັດໃຫ້ປະຊາຊົນມີຄວາມຕື່ນຕົວສູງໃນການຢາກເຂົ້າມາມີສ່ວນຮ່ວມ ແລະ ມີຄວາມຄິດຢາກປະກອບສ່ວນເຂົ້າໃນການພັດທະນາບ້ານ ເຊິ່ງຈາກບົດລາຍງານການປະກາດ ແລະ ຮັບຮອງບ້ານນາເລົາເປັນບ້ານພັດທະນາຮອບດ້ານ ຄັ້ງວັນທີ 9 ພຶດສະພາ 2009 ໄດ້ສະຫຼຸບໃຫ້ເຫັນວ່າຜ່ານການສຶກສາອົບຮົມ, ຮໍ່າຮຽນ ແລະ ເຊື່ອມຊືມແນວທາງນະໂຍບາຍຂອງ ພັກ ແລະ ລັດ ເຫັນໄດ້ວ່າປະຊາຊົນພາຍໃນບ້ານມີແນວຄິດຮັບຮູ້ ແລະ ເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດສູງສົມຄວນ ເຊິ່ງສະແດງອອກໃນການກະທຳເປັນຕົ້ນແມ່ນປະຊາຊົນພາຍໃນບ້ານມີຄວາມສາມັກຄີດີ, ມີແນວຄິດຕື່ນຕົວປະກອບສ່ວນເຂົ້າຮ່ວມໃນວຽກງານລວມຂອງບ້ານ ດັ່ງນັ້ນ, ຈຶ່ງເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂື້ນເປັນກ້າວໆ ປະກົດການຫຍໍ້ທໍ້ຕ່າງໆ ພາຍໃນບ້ານແມ່ນຫຼຸດລົງຢ່າງຈະແຈ້ງ.

 

         ເວົ້າລວມແລ້ວດ້ານແນວຄິດຈິດໃຈນີ້ກໍ່ມີຄວາມສຳຄັນເພາະວ່າມັນຕິດພັນກັບຄວາມເຂົ້າໃຈຂອງປະຊາ ຊົນ, ຄວາມເຂົ້າໃຈຂອງປະຊາຊົນຕໍ່ກັບແນວທາງນະໂຍບາຍຂອງພັກ ແລະ ລັດ, ເຮັດໃຫ້ປະຊາຊົນຢ່າງມີສ່ວນຮ່ວມມີຈິດໃຈຢ່າງປະກອບສ່ວນ, ຖ້າມີແຕ່ເງິນແຕ່ບໍ່ເຂົ້າໃຈຕໍ່ກັບແນວທາງແລ້ວປະຊາຊົນກໍ່ບໍ່ຢ່າງປະກອບສ່ວນ (ຜູ້ໃຫ້ສຳພາດທ່ານທີ່ຫ້າ), ໄລຍະຜ່ານມາແນວຄິດຈິດໃຈຂອງປະຊາຊົນໃນການຢາກພັດທະນາບ້ານນາເລົ່າ ຂອງຕົນເອງຖືວ່າສູງ ຍ້ອນປະຊາຊົນເຫັນໄດ້ເຖິງຄວາສຳຄັນຂອງແນວທາງນະໂຍບາຍຕໍ່ກັບການພັດທະນາບ້ານ ແລະ ປະຊາຊົນກໍ່ຢາກພັດທະນາໃຫ້ທັນກັບບັນດາບ້ານອື່ນໆ (ຜູ້ໃຫ້ສຳພາດທ່ານທີ່ເຈັດ).

4.9   ບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົາໃຫ້ກາຍເປັນບ້ານພັດ ທະນາ

        1. ບຸກຄະລາກອນນຳພາທີ່ມີຄວາມຮູ້ຄວາມສາມາດປະຈຳຫ້ອງການບ້ານແມ່ນບໍ່ພຽງພໍ

 

             ໄລຍະຜ່ານມາແມ່ນພວກເຮົາຊອກບຸກຄະລາກອນທີ່ຈະໄປເປັນນາຍບ້ານນັ້ນຍາກ ໂດຍສະເພາະຜູ້ທີ່ມີຄວາມຮູ້ຄວາມສາມາດ ທີ່ຈະໄປນຳພາພໍ່ແມ່ປະຊາຊົນ, ລະດົມແນວຄິດຈິດໃຈຂອງປະຊາຊົນພາຍໃນບ້ານເປັນຜູ້ປະສານງານລະຫວ່າງປະຊາຊົນພາຍໃນບ້ານກັບອົງການຈັດຕັ້ງຂອງເມືອງແມ່ນຍັງມີຈຳກັດ ແລະ ຊອກຍາກ, ຖ້າຊອກໄດ້ພວກເຮົາກໍ່ ຍັງຂາດງົບປະມານໃນການກະຕຸກຊູກຍູ້ທີ່ຈະເອົາພະນັກງານ ຫຼື ຄົນມີຄວາມຮູ້ຄວາມສາມາດນັ້ນລົງໄປຢູ່ບ້ານ ເວົ້າງ່າຍໆກໍ່ຄືຢາກໄປເຮັດແຕ່ບໍ່ມີງົບປະມານສົ່ງເສີ່ມ, ຈຳເປັນຕ້ອງໄດ້ໄປຢືມເພື່ອມາພັດທະນາແຕ່ວ່າເຮັດຕົວຈິງໄປແລ້ວແມ່ນບໍ່ສາມາດທົດແທນເງິນຄືນໄດ້(ຜູ້ໃຫ້ສຳພາດທ່ານທີ່ໜື່ງ), ເຊິ່ງຈາກການທົບທວນເອກະສານເຫັນໄດ້ຂໍ້ຫຍຸ້ງຍາກຕໍ່ກັບບ້ານແມ່ນຄວາມຮູ້ຄວາມສາມາດຂອງນາຍບ້ານ, ຮອງນາຍບ້ານ ຕະຫຼອດຮອດກຳມະການຊ່ວຍວຽກບ້ານຍັງຢູ່ໃນລະດັບຕໍ່າ, ບາງທ່ານທີ່ມີຄວາມຮູ້ສູງ ແຕ່ຂາດປະສົບການ ແລະ ຄວາມຮູ້ພື້ນຖານໃນການບໍລິຫານບ້ານ ນອກນັ້ນຜູ້ທີ່ມີຄວາມຮູ້ສູງສ່ວນຫຼາຍແມ່ນ ໄປເຮັດວຽກ ນຳອົງການຈັດຕັ້ງຂອງລັດ ຫຼື ເອກະຊົນ ເຮັດໃຫ້ລະດັບຄວາມຮູ້ຄວາມສາມາດຂອງອົງການປົກຄອງບ້ານບໍ່ພຽງພໍ, ເຮັດໃຫ້ບາງຄັ້ງຍັງບໍ່ທັນກັບສະພາບການໃນປະຈຸບັນ ເຊິ່ງຕ້ອງໄດ້ມີການພັດທະນາຢູ່ເລື້ອຍໆ , ການກວດຜ່ານເອກະສານບາງຄັ້ງຍັງບໍ່ທັນລະອຽດຖີ່ຖ້ວນ ເນື່ອງຈາກຂໍ້ຈຳກັດດ້ານເວລາ ໂດຍສະເພາະແມ່ນເອກະສານທີ່ມີເນື້ອໃນລະອຽດ, ມີຈຳນວນຫຼາຍ ເຊັ່ນ: ການໂອນກຳມະສິດທີ່ ດິນ, ເອກະສານຊື້-ຂາຍ, ສິນເຊື່ອ, ສັນຍາຕ່າງໆ ເຊິ່ງຕ້ອງມີຄວາມລະອຽດຮອບຄອບ ເຮັດໃຫ້ບໍ່ຖ່ວງຖັນກັບຄວາມຕ້ອງການອັນຮີບດ່ວນຂອງຜູ້ມາໃຊ້ບໍລິການ, ເອກະສານຫຼາຍເອກະສານຍັງມີຈຳໜ່າຍຕາມຮ້ານອັດເອກະສານທົ່ວໄປ ເຊິ່ງຮູບແບບເອກະສານແມ່ນຍັງບໍ່ຖືກ ຕ້ອງຕາມລະບຽບການ, ເນື້ອໃນບໍ່ທັນລະອຽດຮັດກຸມ, ການຮ່າງເອກະສານແມ່ນຍັງເຮັດຕາມຄວາມເຂົ້າໃຈພໍໃຜພໍລາວ, ເຮັດໃຫ້ບໍ່ມີຄວາມເປັນເອກະພາບ ທັງທາງດ້ານເນື້ຶອໃນ ແລະ ຮູບແບບເອກະສານເຊັ່ນ: ໃບຢັ້ງຢືນທີ່ຢູ່, ໃບຮັບປະກັນ ( ຫ້ອງການພາຍໃນເມືອງສີໂຄດຕະບອງ, 2016). ໂດຍຜູ້ໃຫ້ສຳພາດທ່ານທີ່ສີ່ໄດ້ໃຫ້ສຳພາດວ່າ : ຂໍ້ຈຳກັດອີກຢ່າງໜື່ງກໍ່ຄືລະດັບການປົກຄອງໃນຂັ້ນບ້ານແມ່ນບໍ່ມີງົບປະມານ ທີ່ຈະຊ່ວຍສະໜັບສະໜູນໃຫ້ແກ່ຄະນະນຳຂອງບ້ານໃນການມາປະຈຳການເຮັດວຽກ, ຫຼື ການລົງປະຕິບັດໜ້າທີ່ຕ່າງໆເຮັດໃຫ້ບໍ່ມີຄວາມດຶງດູດໃຫ້ບຸກຄົນຢາກມາຊ່ວຍ ຫຼື ເປັນຄະນະບ້ານເປັນເຫດໃຫ້ຂາດບຸກຄະລາກອນ ໂດຍສະເພາະຜູ້ມີຄວາມຮູ້ຄວາມສາມາດ, ເມື່ອຂາດບຸກລາກອນ ຫຼື ມີກໍ່ມີໜ້ອຍກໍ່ພົບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຕ່າງໆ. ນອກນັ້ນພະນັກງານທີ່ຊ່ວຍວຽກບ້ານສ່ວນໜື່ງ ຍັງເຫັນວ່າບໍ່ທັນໜັກແໜ້ນທາງດ້ານແບບແຜນວິທີເຮັດວຽກ, ຄວາມສາມາດຍາດແຍງເອົາກໍາລັງແຮງສັງລວມໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາບ້ານຍັງບໍ່ໄດ້ດີເທົ່າທີ່ຄວນ ຍັງມີປະຊາຊົນບາງຄອບຄົວບໍ່ຢາກເຂົ້າຮໍ່າຮຽນເອກະສານການເມືອງກັບໜ່ວຍພັກ, ກໍາມະການບໍລິຫານບ້ານສວ່ນໜື່ງຍັງຖືເບົາ, ບໍ່ຕັ້ງໜ້າປະຕິບັດຕາມວິຊາສະເພາະຂອງຕົນຢ່າງເຕັມເມັດເຕັມໜ່ວຍ.

         2. ປະຊາຊົນຈຳນວນໜື່ງຍັງບໍ່ເຂົ້າໃຈຕໍ່ກັບຂະບວນການສ້າງບ້ານພັດທະນາ

 

             ການສ້າງບ້ານພັດທະນາແມ່ນຕ້ອງອີ່ງໃສ່ຄວາມເຂົ້າໃຈຂອງປະຊາ ຊົນທີ່ເປັນຍາຊົນທີ່ມີຄວາມຮູ້ຄວາມສາມາດກວມຫຼາຍເປີເຊັນຈຶ່ງສາມາດເຮັດໄດ້, ເຊິ່ງຜ່ານມາເຫັນໄດ້ວ່າຂໍ້ຫຍຸ້ງຍາກແມ່ນປະຊາຊົນເຮົາຈຳນວນໜື່ງຍັງເຂົ້າໃຈວ່າອັນໃດກໍ່ແມ່ນ ພັກ ແລະ ລັດ ເປັນຜູ້ມາສ້າງໃຫ້ພວກເຮົາໝົດ, ນັບແຕ່ຖະນົນຫົນທາງ ເຊິ່ງຄວາມເປັນຈິ່ງແມ່ນປະຊາຊົນກໍ່ຕ້ອງມີສ່ວນຮ່ວມ (ຜູ້ໃຫ້ສຳພາດທ່ານທີ່ຫ້າ), ນອກນັ້ນໃນການສ້າງບ້ານນາເລົ່າໃຫ້ກາຍ ເປັນບ້ານພັດທະນາໃນໄລຍະທີ່ຜ່ານມານັ້ນແມ່ນເບື້ອງຕົ້ນພື້ນຖານໂຄ່ງລ່າງຂອງບ້ານຍັງບໍ່ທັນສະດວກສະບາຍເຮັດໃຫ້ການພັດທະນາຍາກ, ບໍ່ເປັນທີ່ສົນໃຈຂອງຜູ້ປະກອບການໃນການລົງທຶນຕ່າງໆ ນອກນັ້ນປະຊາຊົນຈຳນວນໜື່ງກໍ່ຍັງບໍ່ທັນມີຄວາມເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ ແລະ ລັດ ສະແດງອອກໃນການປະກອບສ່ວນຕ່າງໆກໍ່ຍັງບໍ່ເປັນເຈົ້າການ, ປະຊາຊົນຈຳນວນໜື່ງຍັງຄິດວ່າການປະກອບສ່ວນຕ່າງໆນັ້ນແມ່ນເຮັດເພື່ອໃຜ, ເຮັດໄປແລ້ວໄດ້ຫຍັງ, ຈຶ່ງເປັນບັນຫາ ແລະ ມີຄວາມຫຍຸ້ງໃນການປຸກລະດົມປະຊາຊົນໃນການເຂົ້າມາມີສ່ວນຮ່ວມກິດຈະກຳຕ່າງໆ ປະຊາຊົນບໍ່ຍາກປະກອບສ່ວນ ເນື່ອງຍັງມີຈຳນວນໜື່ງເຂົ້າໃຈວ່າການພັດທະນາບ້ານແມ່ນໜ້າທີ່ຂອງພັກ ແລະ ລັດຂັ້ນເທິງແຕ່ຝ່າຍດຽວ (ຜູ້ໃຫ້ສຳພາດທ່ານທີ່ສີ່).

 

           ໃນນັ້ນຜູ້ໃຫ້ສຳພາດທ່ານທີ່ຫົກໄດ້ໃຫ້ສຳພາດວ່າ : ປະຊາຊົນບາງຈໍານວນຍັງບໍ່ທັນມີຄວາມເຂົ້າໃຈຕໍ່ກັບການວຽກງານການສ້າງພັດທະນາ ໂດຍສະເພາະໃນໄລຍະທຳອິດທີ່ມີການລົງໂຄສະນາ ແລະ ເຜີຍແຜ່ວຽກງານການສ້າງບ້ານພັດທະນາ, ຫຼາຍຄົນຍັງບໍ່ເຂົ້າໃຈວ່າຈະໄດ້ຫຍັງ ແລະ ຕ້ອງເລີ່ມເຮັດອັນໃດກ່ອນ, ເຊິ່ງສອດຄ້ອງກັບຜູ້ໃຫ້ສຳພາດທ່ານທີ່ຫ້າໄດ້ໃຫ້ສຳພາດເນັ້ນຕື່ມວ່າ : ໃນໄລຍະການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນານັ້ນບັນຫາ ແລະ ຂໍ້ຫຍຸ້ງຍາກນັ້ນແມ່ນປະຊາຊົນຈຳນວນໜື່ງຍັງບໍ່ທັນມີຄວາມເຂົ້າໃຈ, ຄວາມເຂົ້າໃຈຂອງປະຊາຊົນຍັງຖືວ່າ ພັກ ແລະ ລັດ ເປັນຜູ້ມາສ້າງສາໃຫ້ປະຊາຊົນທັງໝົດ, ປະຊາຊົນບາງຈຳນວນກໍ່ຍັງບໍ່ທັນເຫັນຄວາມສຳຄັນຕໍ່ ກັບສ້າງເປັນບ້ານພັດທະນາ, ຮັບເອົາການສ້າງບ້ານພັດທະນາແລ້ວໄດ້ຫຍັງ?, ເພາະອັນໃດກໍ່ຍັງບໍ່ມີການພັດທະນາ. ເຊິ່ງສອດກັບການສະຫຼຸບການຈັດຕັ້ງການເຄື່ອນໄຫວວຽກງານບໍລິຫານການປົກຄອງ ການສ້າງບ້ານ ແລະ ກຸ່ມບ້ານ ພັດທະນາບ້ານນາເລົ່າໄລຍະໜື່ງປີຜ່ານມາ ແລະ ແຜນການແຕ່ປີ 2008-2010 ໄດ້ສະຫຼຸບໃຫ້ເຫັນວ່າ : ຄວາມ ຮັບຮູ້ຂອງປະຊາຊົນຕໍ່ແນວທາງນະໂຍບາຍ, ກົດໝາຍກໍ່ຄືແຜນການພັດທະນາບ້ານບໍ່ທັນສູງ, ຄວາມເຂົ້າໃຈຕໍ່ກັບ ການຈັດຕັ້ງປະຕິບັດໂຄງການຕ່າງໆບໍ່ຟົດຟື້ນ, ນອກນັ້ນການປະກອບສ່ວນກໍ່ຍັງບໍ່ມີລັກສະນະຕັ້ງໜ້າເຂົ້າຮ່ວມ ເຊັ່ນ: ການປະຊຸມບ້ານ, ການອອກແຮງງານອະນາໄມລວມ , ປະຊາຊົນຈຳນວນໜື່ງຍັງບໍ່ທັນເອົາໃຈໃສ່ໃນການ ເປັນເຈົ້າການໃນການອະນາໄມຕາມເຮືອນຊານຂອງຕົນເອງ ແລະ ຕາມເສັ້ນທາງຍັງບໍ່ໄດ້ດີ, ຍັງມີບາງກຸ່ມບຸກຄົນ ຖີ້ມຂີ້ເຫຍື້ອ, ຖົມດິນຊະຊາຍ, ປ່ອຍນໍ້າໃສ່ທາງ ແລະ ບໍ່ເຮັດສັນຍາຖີ້ມຂີ້ເຫຍື້ອເປັນຜົນກະທົບຕໍ່ປະຊາຊົນຢູ່ຂ້າງ ຄຽງ ແລະ ຕໍ່ສະພາບແວດລ້ອມ.

 

         3. ງົບປະມານລົງທຶນໂດຍກົງເຂົ້າໃສ່ການສ້າງບ້ານພັດທະນາແມ່ນຍັງບໍ່ມີ

 

         ສະເພາະບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົາໃຫ້ ກາຍເປັນບ້ານພັດທະນານີ້ແມ່ນງົບປະມານລົງທຶນໃນການສຸມໃສພັດທະນາແທ້ໆແມ່ນບໍ່ມີສ່ວນຫຼວງຫຼາຍແມ່ນ ອາໄສການປະກອບສ່ວນເປັນຫຼັກ, ນອກນັ້ນປະຊາຊົນຈຳນວນໜື່ງແມ່ນຍັງເຂົ້າໃຈວ່າການພັດທະນາແມ່ນໜ້າວຽກຂອງຂັ້ນເທິງເປັນຜູ້ເຮັດຜູ້ປະຕິບັດທັງໝົດ ບວກກັບພະນັງານລົງກໍ່ສ້າງຮາກຖານຈຳນວນໜື່ງກໍ່ຍັງເອື່ອຍອີ່ງງົບປະມານຫຼາຍໂພດ, ຕິແຕ່ບໍ່ມີງົບປະມານ, ບາງຄັ້ງກໍ່ມີແຕ່ສະເໜີວິທີການນັ້ນ, ເຮັດແນວນີ້ແຕ່ພາກປະຕິບັດຍັງເຮັດບໍ່ໄດ້, ພະນັກງານບາງຈຳນວນຍັງຂາດຄວາມຮັບຜິດຊອບໃນການເຮັດຢ່າງຈິງຈັງເມື່ອເວລາລົງເຮັດວຽກກັບປະຊາຊົນສ່ວນໃຫຍ່ເຮັດໄປຕາມຂະບວນການ (ຜູ້ໃຫ້ສຳພາດທ່ານທີ່ແປດ), ນອກນັ້ນຂໍ້ຈຳກັດອີກຢ່າງໜື່ງກໍ່ຄືລະດັບການປົກຄອງໃນຂັ້ນບ້ານແມ່ນບໍ່ມີງົບປະມານ ທີ່ຈະຊ່ວຍສະໜັບສະໜູນໃຫ້ແກ່ຄະນະນຳຂອງບ້ານໃນການມາປະຈຳການເຮັດວຽກ, ຫຼື ການລົງປະຕິບັດໜ້າທີ່ ຕ່າງໆ ເຮັດໃຫ້ບໍ່ມີຄວາມດຶງດູດໃຫ້ບຸກຄົນຢາກມາຊ່ວຍ ຫຼື ເປັນຄະນະບ້ານ ເປັນເຫດໃຫ້ຂາດບຸກຄະລາກອນ ໂດຍສະເພາະຜູ້ມີຄວາມຮູ້ຄວາມສາມາດ, ເມື່ອຂາດບຸກລາກອນ ຫຼື ມີກໍ່ມີໜ້ອຍກໍ່ພົບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຕ່າງໆ. (ຜູ້ໃຫ້ສຳພາດທ່ານທີ່ສີ່). ນອກນັ້ນຂໍ້ຫຍຸ້ງຍາກຕໍ່ກັບການສ້າງບ້ານພັດທະນາໃນໄລຍະນັ້ນກໍ່ຄືພື້ນຖານ ໂຄ່ງລາງໂດຍສະເພາະຖະນົນຫົນທາງຂອງບ້ານນາເລົ່ານີ້ກໍ່ຍັງເປັນທາງດິນແດງ, ນອກນັ້ນປະຊາຊົນຈຳນວນໜື່ງຍັງ ບໍ່ເຂົ້າໃຈກໍ່ກັບການປະກອບສ່ວນ ໂດຍສະເພາະການລະດົມທຶນຕ່າງໆຍັງເຂົ້າໃຈວ່າເກັບໄປເຮັດຫຍັງ (ຜູ້ໃຫ້ສຳພາດທ່ານທີ່ເຈັດ), ໂດຍສອດຄ້ອງກັບຜູ້ໃຫ້ສຳພາດທ່ານທີ່ສາມໄດ້ໃຫ້ສຳພາດວ່າ : ເມື່ອເວົ້າເຖິງບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານໃຫ້ກາຍເປັນບ້ານພັດທະນານີ້ກໍ່ຈະເປັນໃນເລື່ອງຂອງງົບປະມານຖ້າຂາດງົບປະມານແລ້ວປະຊາຊົນກໍ່ບໍ່ຢາກມີສ່ວນຮ່ວມນໍາ, ບໍ່ຢາກເຮັດນຳຖ້າເຮົາມີງົບປະມານເຮັດໃຫ້ເຂົາເຫັນ, ເຂົ້າເບີ່ງປະຊາຊົນເອງກໍ່ຢາກທີ່ຈະມີສ່ວນຮ່ວມຢາກປະກອບສ່ວນນຳ.

 

 

ພາກທີ 5

ສະຫຼຸບຜົນການວິໄຈ, ອະທິບາຍຜົນ ແລະ ຂໍ້ສະເໜີແນະ

 

        ການສຶກສາປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ສຶກສາກໍລະນີ : ບ້ານນາເລົ່າ ເມືອງສີໂຄດຕະບອງ ມີຈຸດປະສົງເພື່ອສຶກສາ: 1). ປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານນາເລົ່າ ເມືອງສີໂຄດຕະບອງກາຍເປັນບ້ານພັດທະນາ 2). ບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ ທັງນີ້ເພື່ອເປັນແນວ ທາງໃຫ້ແກ່ການສ້າງບ້ານເປັນຫົວໜ່ວຍພັດທະນາຢູ່ໃນບ້ານອື່ນໆຕາມທິດນໍາ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະຍາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວ ໜ່ວຍພັດທະນາໃຫ້ເກີດດອກອອກຜົນ, ເຊິ່ງການວິໄຈຄັ້ງນີ້ແມ່ນການວິໄຈແບບຄຸນນະພາບ (Qualitative- Research) ໂດຍຈະເກັບກຳຂໍ້ມູນຈາກເອກະສານ ແລະ ການສຳພາດຜູ້ຊີ້ນຳວຽກງານບ້ານພັດທະນາ ແລະ ຜູ້ທີ່ເປັນຕົວແທນໃຫ້ແກ່ບ້ານນາເລົ່າໃນກຸ່ມຕ່າງໆ ຈຳນວນ 8 ຄົນ. ການວິເຄາະຂໍ້ມຸນແມ່ນຈະນຳຂໍ້ມູນທີ່ໄດ້ຈາກການລົງພາກສະໜາມໃນການລົງພື້ນທີ່ຕົວຈິງ ແລະ ຈາກເອກະສານ ທີ່ກ່ຽວຂ້ອງມາສັງລວມຕາມປະເດັນທີ່ໄດ້ກຳນົດໄວ້ ແລ້ວນຳຂໍ້ມູນມາວິເຄາະເນື້ອຫາ (content analysis), ຫາຂໍ້ສະຫຼຸບການວິໄຈ, ສະຫຼຸບຄວາມຕາມປະເດັ່ນສຳຄັນ ດັ່ງລາຍລະອຽດລຸ່ມນີ້ :

 

5.1   ສະຫຼຸບຜົນ

        ປັດໄຈທີ່ສົ່ງຜົນໃຫ້ໃຫ້ບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ 

         ປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານນາເລົ່າກາຍເປັນບ້ານພັດທະນາ ປະກອບມີຫຼາຍປັດໄຈ ເຊິ່ງ ຈາກການທົບທວນບັນດາເອກະສານທີ່ກ່ຽວຂ້ອງ ແລະ ຈາກການສຳພາດຄົນສ່ວນຫຼາຍໄດ້ຍົກໃຫ້ເຫັນປັດໄຈທີ່ມີຄວາມສຳຄັນ ແລະ ຖືໄດ້ວ່າເປັນຕົວຊີ້ວັດຄວາມສຳເລັດໃນການສ້າງບ້ານນາເລົ່າໃຫ້ກາຍ ເປັນບ້ານພັດທະນາໄດ້ນັ້ນແມ່ນພົບວ່າມີປັດໄຈ :

1.  ປັດໄຈດ້ານຜູ້ນຳຂອງບ້ານແມ່ນມີຄວາມສຳຄັນຫຼາຍເພາະວ່າຜູ້ນຳຂອງບ້ານແມ່ນຂອດສຳຄັນໃນການຈັດຕັ້ງປະຕິບັດແຕ່ຂັ້ນຮາກຖານ, ການຈັດຕັ້ງມີຄວາມເຂັ້ມແຂງຈຶ່ງສາມາດນຳພາປະຊາຊົນໃຫ້ເກີດການພັດທະນາໄດ້ ໂດຍສະເພາະກໍ່ແມ່ນນາຍບ້ານ ແລະ ຄະນະນໍຳບ້ານໃນກຸ່ມວຽກງານຕ່າງໆ ກໍ່ຕ້ອງມີຄວາມພ້ອມ ເພາະບຸກຄົນເຫຼົ່ານີ້ແມ່ນເປັນຜູ້ວາງແຜນ, ເປັນຫົວຈັກຫຼັກແຫຼ່ງຕົ້ນຕໍ່ໃນການເປັນແບບຢ່າງການຈັດຕັ້ງປະຕິບັດ, ມີຄວາມເສຍສະຫຼະສູງ ສະແດງອອກໃນໄລຍະທີ່ຜ່ານມາແມ່ນເຫັນວ່າຄະນະບ້ານແມ່ນໄດ້ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ການຕັດສິນໃຈສູງໃນການຳພາປະຊາຊົນ, ເຕົ້າໂຮມປະຊາຊົນ, ໄດ້ເຮັດຫຼາຍຮູບຫຼາຍແບບໃນການປຸກລະດົມ, ເພື່ອເຮັດໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມ, ເປັນຜູ້ສ້າງຄວາມເຊື່ອໝັ້ນ, ເຊື່ອໃຈວ່າຈະພັດທະນາໄດ້, ເປັນຫົວລ້ຽວຫົວຕໍ່ທີ່ສຳຄັນເພາະເປັນຜູ້ທີ່ເຮັດວຽກກັບປະຊາຊົນໂດຍກົງ, ເປັນຜູ້ທີ່ມີຄວາມເຂົ້າໃຈເຖິງປະຊາຊົນທີ່ຢູ່ໃນບ້ານຂອງຕົນເອງ, ເຖິງວ່າໃນໄລຍະທີ່ຜ່ານມາບ້ານຈະບໍ່ມີງົບປະມານໃຫ້ຄະນະນຳຂອງບ້ານແຕ່ຄະນະບ້ານນາເລົ່າກໍ່ເຮັດດ້ວຍຄວາມຈຶ່ງໃຈ, ມີຄວາມອົດທົນ, ເສຍສະຫຼະສູງ, ການລົງເຮັດວຽກຂອງບ້ານບາງຄັ້ງຕ້ອງໄດ້ລົງເຮັດວຽກຕອນຄໍ່າ, ທີ່ສຳຄັນຖ້າຄະນະນຳບ້ານເກັ່ງທາງດ້ານການບໍລິຫານ, ກໍ່ຈະສາມາດຍາດແຍ່ງການປະກອບສ່ວນ ແລະ ການລະດົມທຶນຈາກສັງຄົມກໍ່ຈະເຮັດໃຫ້ບ້ານພັດທະນາໄດ້ໄວ.

2.  ຕໍ່ມາແມ່ນປັດໄຈດ້ານການມີສ່ວນຮ່ວມຂອງປະຊາຊົນ ເພາະວ່າທຸກຢ່າງຖ້າປະຊາຊົນພາຍໃນບ້ານບໍ່ໃຫ້ການຮ່ວມມືແລ້ວກໍ່ບໍ່ສາມາດດຳເນີນການໃດໆໄດ້ ສະແດງອອກ ເມື່ອເວລາບ້ານນາເລົ່າຕ້ອງການທີ່ຈະເຕົ້າໂຮມປະຊາຊົນແລ້ວ ປະຊາຊົນພາຍໃນບ້ານກໍ່ຈະພາກັນເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ທີ່ສຳຄັນແມ່ນມີສ່ວນຮ່ວມໃນເວລາເກັບເງິນລະດົມທຶນຕ່າງໆກໍ່ມີຄວາມເຕັມໃຈເຕັມໃນການປະກອບສ່ວນ ເປັນຕົ້ນແມ່ນປະ ກອບສ່ວນໃນການບູລະນະສ້ອມແປງເສັ້ນທາງຮ່ອມເຂົ້າບ້ານນາເລົ່າດ້ວຍການປະກອບສ່ວນທືນຂອງປະຊາຊົນແລະ ອື່ນໆ, ເຫັນໄດ້ວ່າປະຊາຊົນມີຈິດໃຈທີ່ຢາກພັດທະນາຮ່ວມກັນຖ້າທຽບໃສ່ບ້ານອື່ນນີ້ເຫັນວ່າປະຊາຊົນບ້ານນາເລົາພວກເຮົານີ້ສາມາດເຮັດໄດ້ໃນເລື່ອງການມີສ່ວນຮ່ວມ ແລະ ການປະກອບສ່ວນບໍ່ວ່າຈະເປັນການມີສ່ວນຮ່ວມໃນການປະກອບສ່ວນດ້ານວັດຖຸ ແລະ ເຫື່ອແຮງບົນພື້ນຖານຄວາມເຂົ້າໃຈ ແລະ ສາມັກຄີກັນ.

3.  ນອກນັ້ນປັດໄຈສຳຄັນຕໍ່ມາແມ່ນດ້ານວັດທະນະທຳ-ສັງຄົມ ຖ້າເຮົາມີວັດທະນະທຳດີ, ເປັນຈິດໜື່ງໃຈດຽວ, ມີການປະພຶດປະຕິບັດໄປຕາມລະບຽບຂອງບ້ານເມືອງ, ທີ່ສຳຄັນປະຊາຊົນໄດ້ຮັບການສຶກສາດີກໍ່ເປັນສິ່ງກະຕຸ້ນ ແລະ ຊຸກຍູ້ໃຫ້ບ້ານໄດ້ຮັບການພັດທະນາ. ສະແດງອອກໃນໄລຍະຜ່ານມາບ້ານນາເລົ່າໄດ້ສາມາດລົບລ້າງການກືກໜັງສືແລ້ວໃນປີ 1998, ເດັກນ້ອຍຢູ່ໃນເກນອາຍຸແມ່ນໄດ້ເຂົ້າຮຽນ 100%, ບ້ານນາເລົ່າໄດ້ປະກາດເປັນບ້ານສາທາລະນະສຸກຂັ້ນຕົ້ນໃນປີ 2004, ມີຄອບຄົວຕົວແບບທາງດ້ານສາທາລະນະສຸກ, ໄດ້ຮັບຮອງເປັນບ້ານວັດທະນະທຳໃນປີ 2009,ໄດ້ຮັບໃບຢັ້ງຢືນສ້າງຄອບຄົວວັດທະນະທຳໃໝ່, ໄດ້ມີກອງທຶນ ສົງເຄາະເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທີ່ສຳຄັນແຕ່ລະຄອບຄົວມີວຽກເຮັດງານທຳສາມາດແກ້ໄຂຊີວິດການເປັນຢູ່ຂອງຕົນເອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໂດຍພື້ນຖານທຸກຄົນມີວຽກເຮັດງານທຳ ເຫັນໄດ້ວ່າການສຶກສາແມ່ນເຮັດໃຫ້ເຮົາໄດ້ຮຽນຮູ້ສິ່ງໃໝ່ ແລະ ມາພັດທະນາໄດ້, ທີ່ສຳຄັນປະຊາຊົນເອງແມ່ນຮູ້ຈັກຄິດໄລ່ຮູ້ຈັກທຳມາຫາກິນເພື່ອພັດທະນາຕົນເອງໄດ້ຫຼາຍຮູບຫຼາຍແບບຕາມລະບຽບການຂອງກົດໝາຍ, ຮູ້ຈັກການພັດທະນາຕໍ່ຍອດ

4.  ສຸດທ້າຍແມ່ນປັດໄຈດ້ານເສດຖະກິດ ຖ້າມີແຕ່ທິດສະດີແຕ່ບໍ່ມີເງິນກໍ່ແມ່ນບໍ່ສາມາດເຮັດໄດ້, ຜ່ານມາປະຊາຊົນບ້ານນາເລົ່ານີ້ຖືໄດ້ວ່າມາມີອາຊີບກຸ້ມຢູ້ກຸ້ມກິນ, ມີຫຼາຍອາຊີບ, ສະແດງອອກຄືສ່ວນຫຼາຍປະຊາຊົນພາຍໃນບ້ານນາເລົ່າເອງແມ່ນໄດ້ພະຍາຍາມສ້າງເສດຖະກິດດ້ວຍຕົນເອງ ນອກຈາກປະກອບອາຊີບປະຈຳແລ້ວກໍ່ຍັງຫາເວລາສ້າງລາຍໄດ້ເສີ່ມ ເຊິ່ງໄລຍະຜ່ານມາບ້ານນາເລົ່າສາມາດປະຕິບັດໄດ້ມີ 4 ແຜນງານ, 5 ໂຄງການ, 33 ກິດຈະກຳ,​ ຕີລາຄາລວມແມ່ນປະຕິບັດໄດ້ລື່ນຄາດໝາຍ 106,86 % ໃນນັ້ນບ້ານນາເລົ່າປະກອບມີ 5 ກຸ່ມການຜະລິດຄື: ກຸ່ມປູກເຫັດ, ກຸ່ມຕໍ່າຫູກ, ກຸ່ມເຮັດນາ, ກຸ່ມການຄ້າ ແລະ ບໍລິການ ແລະ ສຸດທ້າຍແມ່ນສາມາດສ້າງກອງທຶນພັດທະນາບ້ານເຊິ່ງໄດ້ປ່ອຍໃຫ້ສະມາຊິກກູ້ຢືມ ແລະ ໄດ້ແບ່ງປັນຜົນໃຫ້ສະມາຊິກ, ເຫັນໄດ້ວ່າບ້ານນາເລົ່າເອງແມ່ນສາມາດແກ້ໄຂຄອບຄົວທຸກຍາກໄດ້ຢ່າງຂາດຕົວ, ມີຄອບຄົວເຫຼືອກິນ 298 ຄອບຄົວ ແລະ ຄອບ ຄົວກຸ້ມກິນມີ 154 ຄອບຄົວ ດັ່ງນັ້ນ, ເມື່ອປະຊາຊົນພາຍໃນບ້ານນາເລົ່າໄດ້ມີການປະກອບອາຊີບທີ່ຫຼາກຫຼາຍ, ມີອາຊີບເສີ່ມ ສາມາດສ້າງລາຍໄດ້ພໍກຸ້ມຢູ່ກຸ້ມກິນແລ້ວ ກໍ່ເຮັດໃຫ້ເຂົາເຈົ້າມີເງື່ອນໄຂ ແລະ ມີທ່າແຮງໃນການປະ ກອບສ່ວນພັດທະນາບ້ານ.

         ບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ

1. ບຸກຄະລາກອນນຳພາທີ່ມີຄວາມຮູ້ຄວາມສາມາດປະຈຳຫ້ອງການບ້ານແມ່ນບໍ່ພຽງພໍ, ການຊອກບຸກຄະລາກອນທີ່ຈະໄປເປັນນາຍບ້ານນັ້ນຍາກ ໂດຍສະເພາະຜູ້ທີ່ມີຄວາມຮູ້ຄວາມສາມາດ ທີ່ຈະໄປນຳພາພໍ່ແມ່ປະຊາ ຊົນ, ລະດົມແນວຄິດຈິດໃຈຂອງປະຊາຊົນພາຍໃນບ້ານ, ເປັນຜູ້ປະສານງານລະຫວ່າງປະຊາຊົນພາຍໃນບ້ານກັບອົງການຈັດຕັ້ງຂອງເມືອງແມ່ນຍັງມີຈຳກັດ, ຜູ້ທີ່ມີຄວາມຮູ້ສູງສ່ວນຫຼາຍແມ່ນໄປເຮັດວຽກນຳອົງການຈັດຕັ້ງຂອງລັດ ຫຼື ເອກະຊົນ, ເຮັດໃຫ້ຄວາມສາມາດຍາດແຍງເອົາກໍາລັງແຮງສັງລວມໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະ ນາບ້ານຍັງບໍ່ໄດ້ດີເທົ່າທີ່ຄວນ ເຮັດໃຫ້ປະຊາຊົນບໍ່ຢາກມາມີສ່ວນຮ່ວມນຳ.

2. ປະຊາຊົນຈຳນວນໜື່ງຍັງບໍ່ເຂົ້າໃຈຕໍ່ກັບຂະບວນການສ້າງບ້ານພັດທະນາ, ຍັງເຂົ້າໃຈວ່າອັນໃດກໍ່ແມ່ນ ພັກ ແລະ ລັດຖະບານ ເປັນຜູ້ມາສ້າງໃຫ້ໝົດ, ເຊິ່ງສະແດງອອກໃນການປະກອບສ່ວນຕ່າງໆກໍ່ຍັງບໍ່ເປັນເຈົ້າການ, ຍັງຄິດວ່າການປະກອບສ່ວນຕ່າງໆນັ້ນແມ່ນເຮັດເພື່ອໃຜ, ເຮັດໄປແລ້ວໄດ້ຫຍັງ?, ຈຶ່ງເປັນບັນຫາ ແລະ ມີຄວາມຫຍຸ້ງໃນການປຸກລະດົມປະຊາຊົນໃນການເຂົ້າມາມີສ່ວນຮ່ວມກິດຈະກຳຕ່າງໆ ແລະ ປະຊາຊົນບໍ່ຍາກປະກອບ ສ່ວນ.

          3. ບໍ່ມີງົບປະມານລົງທຶນໂດຍກົງເຂົ້າໃສ່ການສ້າງບ້ານພັດທະນາສ່ວນຫຼາຍແມ່ນອາໄສການປະກອບ ສ່ວນເປັນຫຼັກ, ພະນັງານຈຳນວນໜື່ງເວລາລົງກໍ່ສ້າງຮາກຖານກໍ່ຍັງມີແນວຄິດເອື່ອຍອີ່ງງົບປະມານຫຼາຍໂພດ, ຕິແຕ່ບໍ່ມີງົບປະມານ, ເມື່ອອົງການປົກຄອງບ້ານບໍ່ມີງົບປະມານ ທີ່ຈະຊ່ວຍສະໜັບສະໜູນໃຫ້ແກ່ຄະນະນຳຂອງບ້ານໃນການມາປະຈຳການເຮັດວຽກ ຫຼື ການລົງປະຕິບັດໜ້າທີ່ຕ່າງໆ ເຮັດໃຫ້ບໍ່ມີຄວາມດຶງດູດໃຫ້ບຸກຄົນຢາກມາຊ່ວຍ ຫຼື ເປັນຄະນະນຳບ້ານ.

5.2       ອະທິບາຍຜົນ 

1.  ປັດໄຈດ້ານຜູ້ນຳຂອງບ້ານແມ່ນມີຄວາມສຳຄັນຫຼາຍເພາະວ່າຜູ້ນຳຂອງບ້ານແມ່ນຂອດສຳຄັນໃນການ ຈັດຕັ້ງປະຕິບັດແຕ່ຂັ້ນຮາກຖານ, ການຈັດຕັ້ງມີຄວາມເຂັ້ມແຂງຈຶ່ງສາມາດນຳພາປະຊາຊົນໃຫ້ເກີດການພັດທະນາໄດ້. ໂດຍສະເພາະກໍ່ແມ່ນນາຍບ້ານ ແລະ ຄະນະບ້ານໃນກຸ່ມວຽກງານຕ່າງໆ ກໍ່ຕ້ອງມີຄວາມພ້ອມ ເພາະບຸກຄົນເຫຼົ່ານີ້ແມ່ນເປັນຜູ້ວາງແຜນ, ເປັນຫົວຈັກຫຼັກແຫຼ່ງຕົ້ນຕໍ່ໃນການເປັນແບບຢ່າງການຈັດຕັ້ງປະຕິບັດ, ມີຄວາມເສຍສະຫຼະສູງ ສະແດງອອກໃນໄລຍະທີ່ຜ່ານມາແມ່ນເຫັນວ່າຄະນະບ້ານແມ່ນໄດ້ເຮັດໜ້າທີ່ດ້ວຍຄວາມຮັບຜິດ ຊອບສູງ, ການຕັດສິນໃຈສູງໃນການຳພາປະຊາຊົນ, ເຕົ້າໂຮມປະຊາຊົນ ເຊິ່ງຄະນະບ້ານພວກເຮົາກໍ່ໄດ້ເຮັດຫຼາຍຮູບຫຼາຍແບບໃນການປຸກລະດົມ, ເພື່ອເຮັດໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມ, ສ້າງຄວາມເຊື່ອມັນ, ເຊື່ອໃຈວ່າຈະພັດທະນາໄດ້ ໂດຍການພະຍາຍາມຈັດແບ່ງຄະນະນຳບ້ານລົງໃກ້ຊິດຕິດແທດກັບຄົວເຮືອນ ເພື່ອເກັບກຳຂໍ້ມູນ, ຊຸກຍູ້ສົ່ງເສີ່ມເຂົາເຈົ້າຢ່າງເປັນປົກກະຕິ ຈຶ່ງເຮັດປະຊາຊົນເກີດຄວາມເຂົ້າໃຈຕໍ່ກັບ ແນວທາງນະໂຍບານຂອງພັກ ແລະ ລັດ ສະແດງໃຫ້ເຫັນເຖິງການປະຕິບັດວຽກງານຕົວຈິງຢູ່ໃນບ້ານກໍ່ຄືຄະນະນຳຂອງບ້ານເປັນຫົວລ້ຽວຫົວຕໍ່ທີ່ສຳຄັນເພາະເປັນຜູ້ທີ່ເຮັດວຽກກັບປະຊາຊົນໂດຍກົງ, ເປັນຜູ້ທີ່ມີຄວາມເຂົ້າໃຈເຖິງປະຊາຊົນທີ່ຢູ່ໃນບ້ານຂອງຕົນເອງ, ເຖິງວ່າໃນໄລຍະທີ່ຜ່ານມາບ້ານຈະບໍ່ມີງົບປະມານໃຫ້ຄະນະນໍາຂອງບ້ານແຕ່ຄະນະບ້ານນາເລົ່າຂອງເຮົາກໍ່ເຮັດດ້ວຍຄວາມຈຶ່ງໃຈ ແລະ ຢາກພັດທະນາບ້ານເກີດເມືອງນອນຂອງຕົນເອງ. ນອກນັ້ນການມາເຮັດວຽກຢູ່ບ້ານເຖິງວ່າບໍ່ມີເງິນເດືອນ, ແຕ່ກໍ່ສາມາດອາໄສການເກັບຄ່າຜ່ານເອງກະສານການຢັ້ງຢືນຈາກບ້ານ ແລະ ການປະກອບ ສ່ວນຈາກສັງຄົມມາໝູນໃຊ້ເຂົ້າໃນການບໍລິຫານວຽກງານຂອງບ້ານ. ດັ່ງນັ້ນ, ຖ້າຄະນະນຳບ້ານເກັ່ງທາງດ້ານການບໍລິຫານ, ກໍ່ຈະສາມາດຢາດແຍ່ງການປະກອບສ່ວນ ແລະ ການລະດົມທຶນຈາກສັງຄົມກໍ່ຈະເຮັດໃຫ້ບ້ານພັດທະ ນາໄດ້ໄວ ເພາະຂັ້ນບ້ານບໍ່ມີງົບປະມານຕອບສະໜອງຈາກພາກລັດ ດັ່ງນັ້ນ, ຄະນະນຳຂອງບ້ານຕ້ອງມີຄວາມອົດ ທົນສູງ, ເສຍສະຫຼະສູງເພາະວ່າປະຊາຊົນສ່ວນຫຼາຍເຮັດວຽກ ແລະ ປະຕິບັດໜ້າທີ່ຕອນກາງເວັນ ສະນັ້ນ,ການລົງເຮັດວຽກຂອງບ້ານບາງຄັ້ງຕ້ອງໄດ້ລົງເຮັດວຽກຕອນຄໍ່າ, ຍ້ອນວ່າປະຊາຊົນຈຳນວນໜື່ງຕອນກາງເວັນໄປວຽກໝົດ ຫຼື ບໍ່ກໍ່ຕອນຄໍ່າກໍ່ເມື່ອຍຈາກການເຮັດວຽກມາ ຕະຫຼອດຮອດບາງຄົນກໍ່ເຮັດວຽກຕອນກາງຄືນ ສະນັ້ນ, ປະຊາຊົນຈຳນວນໜື່ງກໍ່ເອົາແຕ່ເດັກນ້ອຍມາຟັງເອົາແຕ່ຮູບການ ແລະ ບໍ່ໄດ້ຮັບຜົນປານໃດ ດັ່ງນັ້ນ, ຄະນະນຳບ້ານພວກເຮົາຈຶ່ງໄດ້ຫັນວິທີແບ່ງເປັນຈຸງານເຊິ່ງລ້ວນແລ້ວ ແຕ່ແມ່ນຄະນະນໍາບ້ານນາເລົ່າຂອງພວກເຮົານີ້ເປັນຫົວໜ້າຈຸງານ ເມື່ອມີວຽກກໍ່ແມ່ນມອບໃຫ້ຈຸງານເຮັດວຽກຕາມຄວາມຮັບຜິດຊອບ ເຊິ່ງການປະຕິບັດແບບນີ້ແມ່ນສາມາດເຂົ້າເຖິງປະຊາຊົນແຕ່ລະຄອບຄົວໄດ້, ທີ່ສຳຄັນແມ່ນເຮົາເຂົ້າໃຈເຖິງຄວາມຕ້ອງການຂອງປະຊາຊົນ ແລະ ປະຊາ ຊົນເອງກໍ່ກ້າທີ່ຈະສະແດງຄຳຄິດຄຳເຫັນ, ເຮັດໃຫ້ສາມາດລະດົມແນວຄວາມຄິດ, ສ້າງເຊື່ອໝັ້ນເຊື່ອໃຈ ຕະຫຼອດຮອດການປະກອບສ່ວນຕ່າງໆໃນການພັດທະນາບ້ານກໍ່ເຮັດໄດ້ງ່າຍຂື້ນ.

2.  ປັດໄຈດ້ານການມີສ່ວນຮ່ວມຂອງປະຊາຊົນ ທຸກຢ່າງຖ້າປະຊາຊົນພາຍໃນບ້ານບໍ່ໃຫ້ການຮ່ວມມືແລ້ວກໍ່ບໍ່ສາມາດດຳເນີນການໃດໆໄດ້ ສະແດງອອກວ່າມີການເຕົ້າໂຮມປະຊາຊົນຂອງບ້ານນາເລົາກໍ່ຈະເຂົ້າຮ່ວມຫຼາຍ ແລະ ມີສ່ວນຮ່ວມໃນເວລາເກັບເງິນລະດົມທຶນຕ່າງໆກໍ່ມີຄວາມເຕັມໃຈເຕັມທີ່ໃນການປະກອບສ່ວນ ເຫັນໄດ້ວ່າປະຊາຊົນມີຈິດໃຈທີ່ຢາກພັດທະນາຮ່ວມກັນ ຖ້າທຽບໃສ່ບ້ານອື່ນນີ້ເຫັນ ວ່າປະຊາຊົນບ້ານນາເລົ່າພວກເຮົານີ້ສາມາດເຮັດໄດ້ໃນເລື່ອງການມີສ່ວນຮ່ວມ ແລະ ການປະກອບສ່ວນ ບໍ່ວ່າຈະເປັນການມີສ່ວນຮ່ວມໃນການປະກອບສ່ວນດ້ານວັດຖຸ ແລະ ເຫື່ອແຮງບົນພື້ນຖານຄວາມເຂົ້າໃຈ ແລະ ສາມັກຄີກັນເພາະປະຊາຊົນ, ເຫັນໄດ້ວ່າສິ່ງທີ່ປະຊາຊົນມາປະກອບສ່ວນນັ້ນແມ່ນມາຊ່ວຍພັດທະນາບ້ານຂອງພວກເຮົາແທ້ ສິ່ງສຳຄັນຢາກໃຫ້ປະຊາຊົນມີສ່ວນຮ່ວມນຳຫຼາຍພວກເຮົາກໍ່ຕ້ອງໄດ້ພະຍາຍາມເຮັດໃຫ້ເຂົາເຫັນ, ເຂົາເຊື່ອ, ປະຊາຊົນຈຶ່ງຢາກປະກອບສ່ວນນຳ ຕົວຢ່າງ: ການສ້າງຫ້ອງນຳກ່ອນອື່ນໝົດເຮົາຕ້ອງລົງມືເຮັດໂຄ້ງສ້າງ, ຖ້າບໍ່ພໍເທົ່າໃດເຮົາກໍ່ສາມາດລະດົມປະຊາຊົນເຮົາຕ້ອງການສ່ວນໃດ ຫຼື ຍັງຂາດໃນສ່ວນໃດ ສິ່ງເຫຼົານີ້ຈະເປັນການສ້າງຄວາມເຊື່ອຖື, ເຊື່ອໝັ້ນຈາກປະຊາຊົນວ່າພວກເຮົາໄດ້ມາເຮັດມາພັດທະນາແທ້.

3.  ປັດໄຈດ້ານວັດທະນະທຳ-ສັງຄົມ ກໍ່ປັດໄຈໃນການພັດທະນາຊັບພະຍາກອນມະນຸດ  ແລະ ການອະ ນຸລັກຮັກສາມູນເຊື້ອ ຕະຫຼອດຮອດຮີດຄອງປະເພນີອັນດີງາມ ເຊິ່ງການສ້າງບ້ານພັດທະນາກ່ອນອື່ນໝົດແມ່ນຕ້ອງເລັ່ງໃສ່ດ້ານວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເພາະວ່າຖ້າປະຊາຊົນເຮົາຜູ້ໜຸ່ມນ້ອຍຖ້າຍັງມີການພົວພັນ ແລະ ຕິດຢາເສບຕິດມັນກໍ່ຈະກໍ່ໃຫ້ເກີດປະກົດການຫຍໍ້ຖໍ້ໃນສັງຄົມການພັດທະນາດ້ານອື່ນໆກໍ່ພັດທະນາຍາກ, ການສ້າງບ້ານໃຫ້ເປັນບ້ານວັດທະນະທຳສັງຄົມຈຶ່ງເປັນສ່ວນສຳຄັນ ແລະ ມີບົດບາດສຳຄັນໃນການສ້າງຂະບວນການພັດທະນາກິດຈະກຳຕ່າງໆ ເພາະວ່າຖ້າເຮົາມີວັດທະນະທຳດີ, ເປັນຈິດໜື່ງໃຈດຽວມີການປະພຶດປະຕິບັດໄປຕາມລະບຽບຂອງບ້ານເມືອງ, ທີ່ສຳຄັນປະຊາຊົນໄດ້ຮັບການສຶກສາດີກໍ່ເປັນສິ່ງກະຕຸ້ນ ແລະ ຊຸກຍູ້ໃຫ້ບ້ານໄດ້ຮັບການພັດທະນາ ເພາະການສຶກສາແມ່ນເຮັດໃຫ້ເຮົາໄດ້ຮຽນຮູ້ສິ່ງໃໝ່ ແລະ ມາພັດທະນາໄດ້, ທີ່ສຳຄັນປະຊາຊົນເອງແມ່ນຮູ້ຈັກຄິດໄລ່ຮູ້ຈັກທຳມາຫາກິນເພື່ອພັດທະນາ ຕົນເອງໄດ້ຫຼາຍຮູບຫຼາຍແບບຕາມລະບຽບການຂອງກົດໝາຍ, ການພັດທະນາຕໍ່ຍອດກໍ່ຈະຫຼາຍຂື້ນ ເຊິ່ງຕ່າງຈາກຄົນທີ່ບໍ່ໄດ້ຮັບການສຶກສາແມ່ນເຮັດພໍກຸ້ມຢູ່ກຸ້ມກິນບໍ່ມີການພັດທະນາຕໍ່ຍອດ ເຊິ່ງແຕ່ລະປີບ້ານນາເລົ່າໄດ້ມີການສຳຫຼວດກວດກາຄືນກ່ຽວກັບຄອບຄົວວັດທະນະທຳດີ, ການສ້າງຄອບຄົວຕົວແບບ ເຊິ່ງຈຸດພິເສດບ້ານນາເລົ່າຂອງພວກເຮົານີ້ຄະນະນຳຂອງບ້ານໄດ້ເອົາໃຈໃສ່ເຕົ້າຮ່ວມຄວາມສາມາມັກຄີໄດ້ດີ, ການແບ່ງແຍກຊົນເຜົ່າກໍ່ບໍ່ເຄີຍມີ, ເຜົ່າໃດເຮັດບຸນສິນກິນທານປະຊາຊົນກໍ່ຈະເຂົ້າຮ່ວມເຮັດນຳກັນ, ການອະນຸລັດວັດທະນະທຳການນຸ່ງຖືຂອງແຕ່ລະຊົນເຜົ່າກໍ່ຍັງຮັກສາໄດ້ດີ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນໄປໃຈໃນການສ້າງຄວາມເຂັ້ມແຂງໃນການພັດທະນາບ້ານ. ຖ້າປະຊາຊົນມີຄວາມເຊື່ອຖື, ມີການປະພຶດປະຕິບັດຮ່ວມກັນຢູ່ພາຍໃນບ້ານຢ່າງເປັນເອກະພາບກັນມັນກໍ່ຈະສະດວກໃນການລະດົມແນວຄິດຈິດໃຈ ຕົວຢ່າງ ປະຊາຊົນມີຄວາມສັດທາຮ່ວມກັນມາເຂົ້າວັດກໍ່ຈະເປັນບໍ່ເກີດແຫ່ງຄວາມສາມັກຄີ, ປະຊາຊົນໄດ້ແລກປ່ຽນໄດ້ໂອ້ລົມກັນ, ຖ້າປະຊາຊົນມີຈິດໃຈທີ່ດີກໍ່ຈະເຮັດໃຫ້ເກີດການຮ່ວມມືການປະຕິບັດ, ຄວາມຢາກມີສ່ວນຮ່ວມກໍ່ຫຼາຍຂື້ນ.

4.  ປັດໄຈທາງດ້ານເສດຖະກິດ ເປັນກຸນແຈໃນການແກ້ໄຂຄວາມທຸກຍາກໃຫ້ພໍ່ແມ່ນປະຊາຊົນບັນດາ ເຜົ່າ, ຖ້າມີແຕ່ທິດສະດີແຕ່ ບໍ່ມີເງິນນີ້ກໍ່ແມ່ນເຮັດບໍ່ໄດ້, ຜ່ານມາປະຊາຊົນບ້ານນາເລົ່ານີ້ຖືໄດ້ມາມີອາຊີບກຸ້ມຢູ້ກຸ້ມກິນ, ມີຫຼາຍອາຊີບໃນການສ້າງລາຍຮັບໃນຄອບຄົວເຮັດໃຫ້ມີຄວາມສາມາດໃນການປະກອບສ່ວນພັດທະນາບ້ານ. ສະແດງອອກຄືສ່ວນຫຼາຍປະຊາຊົນພາຍໃນບ້ານນາເລົ່າເອງແມ່ນໄດ້ພະຍາຍາມສ້າງເສດຖະກິດດ້ວຍຕົນເອງ ນອກຈາກປະກອບອາຊີບປະຈຳແລ້ວກໍ່ຍັງຫາເວລາສ້າງລາຍໄດ້ເສີ່ມໂດຍສະເພາະການປູກເຫັດ, ຫຼື ການປະກອບທຸລະກິດຕ່າງໆ  ໄລຍະຜ່ານມາໄດ້ມີຈັດຕັ້ງການສົ່ງເສີ່ມອາຊີບທີ່ມີຢູ່ແລ້ວໃນແຕ່ລະຄອບຄົວ ເປັນຕົ້ນແມ່ນການປູກເຫັດເຊິ່ງເປັນອາຊີບທີ່ປະຊາຊົນຊົນເຮັດຢູ່ແລ້ວ ພາກສ່ວນກ່ຽວຂ້ອງກໍ່ຈະລົງມາຕິດຕາມຊຸກຍູ້ຕື່ມ, ໂດຍການຊຸກຍູ້ນີ້ກໍ່ຈະເປັນການໂຄສະນາໃຫ້ ໂດຍສະເພາະການ ໂຄສະນາທາງໂທລະພາບ. ເມື່ອປະຊາຊົນພາຍໃນບ້ານນາເລົ່າໄດ້ມີການປະກອບອາຊີບທີ່ຫຼາກຫຼາຍ, ມີອາຊີບເສີ່ມສາມາດສ້າງລາຍໄດ້ພໍກຸ້ມຢູ່ກຸ້ມກິນ ກໍ່ເຮັດໃຫ້ເຂົາເຈົ້າມີທ່າແຮງໃນການປະກອບສ່ວນພັດທະນາບ້ານປະຈຸບັນປະຊາຊົນຢູ່ໃນບ້ານແມ່ນບໍ່ມີຜູ້ທຸກຍາກມີກຸ່ມການຜະລິດ, ເຊິ່ງໄລຍະນັ້ນບ້ານພວກເຮົາກໍ່ໄດ້ສ້າງຕັ້ງກຸ່ມຜະລິດເປັນຕົ້ນແມ່ນການເພາະພັນສັດນໍ້າ, ການລ້ຽງຈິ່ງລີດ, ປູກເຫັດ

 

         ບັນຫາ ແລະ ຂໍ້ຫຍຸ້ງຍາກໃນການສ້າງບ້ານນາເລົ່າໃຫ້ກາຍເປັນບ້ານພັດທະນາ

1. ບຸກຄະລາກອນນຳພາທີ່ມີຄວາມຮູ້ຄວາມສາມາດປະຈຳຫ້ອງການບ້ານແມ່ນບໍ່ພຽງພໍ ໄລຍະຜ່ານມາແມ່ນພວກເຮົາຊອກບຸກຄະລາກອນທີ່ຈະໄປເປັນນາຍບ້ານນັ້ນຍາກ ໂດຍສະເພາະຜູ້ທີ່ມີຄວາມຮູ້ຄວາມສາມາດ ທີ່ຈະໄປນຳພາພໍ່ແມ່ປະຊາຊົນ, ລະດົມແນວຄິດຈິດໃຈຂອງປະຊາຊົນພາຍໃນບ້ານເປັນຜູ້ປະສານງານລະຫວ່າງປະຊາ ຊົນພາຍໃນບ້ານກັບອົງການຈັດຕັ້ງຂອງເມືອງແມ່ນຍັງມີຈຳກັດ ແລະ ຊອກຍາກ, ຜູ້ທີ່ມີຄວາມຮູ້ສູງສ່ວນຫຼາຍແມ່ນໄປເຮັດວຽກນຳອົງການຈັດຕັ້ງຂອງລັດ ຫຼື ເອກະຊົນ ເຮັດໃຫ້ລະດັບຄວາມຮູ້ຄວາມສາມາດຂອງອົງການປົກຄອງບ້ານບໍ່ພຽງພໍ, ເຮັດໃຫ້ບາງຄັ້ງຍັງບໍ່ທັນກັບສະພາບການໃນປະຈຸບັນ ເຊິ່ງຕ້ອງໄດ້ມີການພັດທະນາຢູ່ເລື້ອຍໆ ການກວດຜ່ານເອກະສານບາງຄັ້ງຍັງບໍ່ທັນລະອຽດຖີ່ຖ້ວນ ເນື່ອງຈາກຂໍ້ຈຳກັດດ້ານເວລາ ແລະ ຄວາມຮູ້ ຄວາມສາມາດໂດຍສະເພາະແມ່ນເອກະສານທີ່ມີເນື້ອໃນລະອຽດ, ເຊິ່ງຕ້ອງມີຄວາມລະອຽດຮອບຄອບເຮັດໃຫ້ບໍ່ຖ່ວງຖັນກັບຄວາມຕ້ອງການອັນຮີບດ່ວນຂອງຜູ້ມາໃຊ້ບໍລິການ, ເອກະສານຫຼາຍເອກະສານຍັງມີຈຳໜ່າຍຕາມຮ້ານອັດເອກະສານທົ່ວໄປ ເຊິ່ງຮູບແບບເອກະສານແມ່ນຍັງບໍ່ຖືກຕ້ອງຕາມລະບຽບການ, ເນື້ອໃນບໍ່ທັນລະອຽດຮັດກຸມ, ການຮ່າງເອກະສານແມ່ນຍັງເຮັດຕາມຄວາມເຂົ້າໃຈພໍໃຜພໍລາວ, ເຮັດໃຫ້ບໍ່ມີຄວາມເປັນເອກະພາບທັງທາງດ້ານເນື້ຶອໃນ ແລະ ຮູບແບບເອກະສານ, ຂໍ້ຈໍາກັດອີກຢ່າງໜື່ງກໍ່ຄືລະດັບການປົກຄອງໃນຂັ້ນບ້ານແມ່ນບໍ່ມີງົບປະມານທີ່ຈະຊ່ວຍສະໜັບສະໜູນໃຫ້ແກ່ຄະນະນຳຂອງບ້ານໃນການມາປະຈຳການເຮັດວຽກ ຫຼື ການລົງປະຕິ ບັດໜ້າທີ່ຕ່າງໆເຮັດໃຫ້ບໍ່ມີຄວາມດຶງດູດໃຫ້ບຸກຄົນຢາກມາຊ່ວຍ ຫຼື ເປັນຄະນະບ້ານເປັນເຫດໃຫ້ຂາດບຸກຄະລາກອນ ໂດຍສະເພາະຜູ້ມີຄວາມຮູ້ຄວາມສາມາດ, ເມື່ອຂາດບຸກລາກອນ ຫຼື ມີກໍ່ມີໜ້ອຍເຮັດໃຫ້ພົບຄວາມຫຍຸ້ງ ຍາກໃນການປະຕິບັດໜ້າທີ່ຕ່າງໆ ນອກນັ້ນພະນັກງານທີ່ຊ່ວຍວຽກບ້ານສ່ວນໜື່ງຍັງເຫັນວ່າບໍ່ທັນໜັກແໜ້ນທາງດ້ານແບບແຜນວິທີເຮັດວຽກ, ຄວາມຮູ້ຂອງອຳນາດການປົກຄອງເພື່ອຈັດຕັ້ງປະຕິບັດແຜນງານ, ບັນດາໂຄງການ ແລະ ກິດຈະກຳຕ່າງໆຍັງຈຳກັດ ແລະ ຍັງບໍ່ມີປະສົບການ, ການຊີ້ນຳຂອງຂະແໜງການທີ່ກ່ຽວຂ້ອງບໍ່ທັນເປັນລະບົບຕໍ່ເນື່ອງ , ສົ່ງຜົນຕໍ່ປະສິດທິພາບຄວາມສາມາດຍາດແຍງເອົາກໍາລັງແຮງສັງລວມຂອງທົ່ວສັງຄົມກໍ່ຄືພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາບ້ານບໍ່ທັນຫຼາກຫຼາຍເທົ່າທີຄວນ.

2. ປະຊາຊົນຈຳນວນໜື່ງຍັງບໍ່ເຂົ້າໃຈຕໍ່ກັບຂະບວນການສ້າງບ້ານພັດທະນາ ເນື່ອງຈາກວ່າປະຊາຊົນ ຈໍານວນໜື່ງຍັງເຂົ້າໃຈວ່າອັນໃດກໍ່ແມ່ນ ພັກ ແລະ ລັດຖະບານ ເປັນຜູ້ມາສ້າງໃຫ້ພວກເຮົາໝົດ, ນັບແຕ່ຖະນົນຫົນ ທາງ, ຄວາມເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານກໍ່ຍັງບໍ່ທັນສູງ ເຊິ່ງສະແດງອອກໃນການປະກອບສ່ວນຕ່າງໆກໍ່ຍັງບໍ່ເປັນເຈົ້າການ, ຍັງຄິດວ່າການປະກອບສ່ວນຕ່າງໆນັ້ນແມ່ນເຮັດເພື່ອໃຜ, ເຮັດໄປແລ້ວໄດ້ຫຍັງ, ຈຶ່ງເປັນບັນຫາ ແລະ ມີຄວາມຫຍຸ້ງໃນການປຸກລະດົມປະຊາຊົນໃນການເຂົ້າມາມີສ່ວນຮ່ວມກິດຈະກຳຕ່າງໆ ເຮັດໃຫ້ປະຊາຊົນບໍ່ຍາກປະກອບສ່ວນ, ການປະກອບສ່ວນກໍ່ຍັງບໍ່ມີລັກສະນະຕັ້ງໜ້າເຂົ້າຮ່ວມ ເຊັ່ນ: ການປະຊຸມບ້ານ, ການອອກແຮງງານອະນາໄມລວມ, ປະຊາຊົນຈຳນວນໜື່ງຍັງບໍ່ທັນເອົາໃຈໃສ່ໃນການເປັນເຈົ້າການໃນການອະນາໄມຕາມເຮືອນຊານຂອງຕົນເອງ ແລະ ຕາມເສັ້ນທາງຍັງບໍ່ໄດ້ດີ, ຍັງມີບາງກຸ່ມບຸກຄົນຖີ້ມຂີ້ເຫຍື້ອ, ຖົມດິນຊະຊາຍ, ປ່ອຍນໍ້າໃສ່ທາງ ແລະ ບໍ່ເຮັດສັນຍາຖີ້ມຂີ້ເຫຍື້ອເປັນຜົນກະທົບຕໍ່ປະຊາຊົນຢູ່ຂ້າງ ຄຽງ ແລະ ຕໍ່ສະພາບແວດລ້ອມ ດັ່ງນັ້ນ, ອົງການປົກຄອງບ້ານ,​ ອົງການປົກຄອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ພໍ່ແມ່ປະຊາຊົນຕ້ອງໄດ້ເຊື່ອມຊື່ມກຳແໜ້ນແນວທາງນະໂບບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນງານ ແລະ ໂຄງການຂອງບ້ານວາງອອກຢ່າງເລິກເຊິ່ງ ເປັນເຈົ້າການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ເສີ່ມຂະ ຫຍາຍຄວາມສາມັກຄີເປັນເອກະພາບຂອງອົງການປົກຄອງ ແລະ ປະຊາຊົນພາຍໃນບ້ານຢ່າງເລິກເຊິງ.

          3. ບໍ່ມີງົບປະມານລົງທຶນໂດຍກົງເຂົ້າໃສ່ການສ້າງບ້ານພັດທະນາສ່ວນຫຼາຍແມ່ນອາໄສການປະກອບ ສ່ວນເປັນຫຼັກ, ເຮັດໃຫ້ພະນັງານລົງກໍ່ສ້າງຮາກຖານຈຳນວນໜື່ງກໍ່ຍັງເອື່ອຍອີ່ງງົບປະມານຫຼາຍໂພດ, ຕິແຕ່ບໍ່ມີງົບປະມານ, ເພາະວ່າລະດັບການປົກຄອງໃນຂັ້ນບ້ານແມ່ນບໍ່ມີງົບປະມານ ທີ່ຈະຊ່ວຍສະໜັບສະໜູນໃຫ້ແກ່ຄະນະນຳຂອງບ້ານໃນການມາປະຈຳການເຮັດວຽກ, ຫຼື ການລົງປະຕິບັດໜ້າທີ່ ຕ່າງໆ ເຮັດໃຫ້ບໍ່ມີຄວາມດຶງດູດໃຫ້ບຸກຄົນຢາກມາຊ່ວຍ ຫຼື ເປັນຄະນະບ້ານ, ໄປພ້ອມກັບການພັດທະນານີ້ຖ້າຂາດງົບປະມານແລ້ວປະຊາຊົນກໍ່ບໍ່ຢາກມີສ່ວນຮ່ວມນໍາ, ບໍ່ຢາກເຮັດນຳຖ້າເຮົາມີງົບປະມານເຮັດໃຫ້ເຂົາເຫັນ, ເຂົ້າເບີ່ງປະຊາຊົນເອງກໍ່ຢາກທີ່ຈະມີສ່ວນຮ່ວມຢາກປະກອບສ່ວນນຳ.      

 

5.3       ຂໍ້ສະເໜີແນະ

ຂໍ້ສະເໜີຕໍ່ການສ້າງບ້ານພັດທະນາ

-     ຄວນມີການປັບປຸງບຸກຄະລາກອນຂອງບ້ານ, ໂດຍການເນັ້ນການຝຶກອົບຮົມໃຫ້ພະນັກງານຂັ້ນບ້ານ  ເພາະວ່າຜູ້ທີ່ມີຄວາມຮູ້ຄວາມສາມາດແມ່ນສ່ວນໃຫຍ່ຈະໄປປະກອບອາຊີບອື່ນໆ ທີ່ໄດ້ເງິນດີກວ່າການມາເຮັດວຽກຢູ່ບ້ານ ເພາະການເຮັດວຽກຢູ່ບ້ານນັ້ນບໍ່ເປັນສິ່ງດຶງດູດໃຫ້ຜູ້ມີຄວາມຮູ້ຄວາມສາມາດຢາກມາເຮັດເນື່ອງຈາກບໍ່ມີເງີນເດືອນ ແລະ ເງິນອຸດໜູນກໍ່ໜ້ອຍ ສະນັ້ນ, ການຝຶກອົບຮົມໃຫ້ບຸກຄະລາກອນຂອງບ້ານຈຶ່ງເປັນສິ່ງສຳຄັນ, ບໍ່ວ່າຈະເປັນແບບແຜນການເຮັດວຽກ, ວິຊາການເຕັກນິກຕ່າງໆ ທີ່ຈຳເປັນໃນການພັດທະນາ.

-     ຄວນປ່ອຍໃຫ້ບ້ານໄດ້ມີສ່ວນຮັບຜິດຊອບການເກັບຄ່າບໍລິການຈາກບັນດາຫ້າງຮ້ານທຸລະກິດ ເພາະຈະສາມາດນຳເອົາງົບປະມານເຫຼົ່ານີ້ມາພັດທະນາບ້ານໄດ້ ທີ່ຜ່ານມາມີແຕ່ເກັບມາ ແລະ ໃຫ້ເມືອງ ແລະ ນະຄອນ ຫຼວງໝົດ.

-     ຄວນມີການຈັດງົບປະມານເຂົ້າໃສ່ໂດຍກົງໃນການພັດທະນາຈຸດສຸມ ຫຼື ກຸ່ມການຜະລິດຕົ້ນຕໍທີ່ຈະ ສ້າງທ່າແຮງທາງດ້ານເສດຖະກິດໃຫ້ປະຊາຊົນພາຍໃນບ້ານ ໄປຕິດພັນກັບການຈັດສັນງົບປະມານຊຸກຍູ້ນັກວິຊາ ລົງມາສົ່ງເສີ່ມ ແລະ ພັດທະນາບ້ານ

ຂໍ້ສະເໜີໃນການວິໄຈຄັ້ງຕໍ່ໄປ

          ການສຶກສາປັດໄຈທີ່ສົ່ງຜົນເຮັດໃຫ້ບ້ານກາຍເປັນບ້ານພັດທະນາ ສຶກສາກໍລະນີ : ບ້ານນາເລົ່າເມືອງສີໂຄດຕະບອງ ຄັ້ງຕໍ່ໄປຄວນມີການສຶກສາລົງເລິກເຖິງຄວາມພຶງພໍໃຈຂອງປະຊາຊົນ ພາຍຫຼັງໄດ້ຮັບການສ້າງເປັນ ບ້ານພັດທະນາ.        

 

 

ເອກະສານອ້າງອີງ

 

ກົມການເມືອງສູນກາງພັກ.(2014). ມະຕິກົມການເມືອງສູນກາງພັກວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງບ້ານເປັນຫົວໜ່ວຍເຂັ້ມແຂວງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ເລກທີ25/ກມສພ.

ກົມການເມືອງສູນກາງພັກ.(2012). ມະຕິກົມການເມືອງສູນກາງພັກວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງບ້ານເປັນຫົວໜ່ວຍເຂັ້ມແຂວງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ເລກທີ03/ກມສພ.

ກົມການເມືອງສູນກາງພັກ.(2011). ຄຳສັ່ງແນະນຳ ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາສ້າງບ້ານໃຫ່່ຍໃຫ້ກາຍເປັນຕົວເມືອງໃນຊົນນະບົດ ສະບັບເລກທີ 03/ກມສພ.

ກະຊວງແຜນການແລະການລົງທຶນ.(2011).ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VII (2011-2015).

ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.(2015). ຄູ່ມືແນະນໍາການກວດກາ, ການປະເມີນ ຄວາມທຸກຍາກ ແລະ ການພັດທະນາທົ່ວປະເທດ.

ຄະນະໂຄສະນາອົບຮົມສູນກາງພັກ.( 2002).ປຶ້ມອ່ານໃຫ້ໝົດເຂົ້າໃຈໃຫ້ເຖິງຈັດຕັ້ງປະຕິບັດໃຫ້ເກີດຜົນ, ຈັດພີມໂດຍຄະນະໂຄສະນາອົບຮົມສູນກາງພັກ.

ສະພາແຫ່ງຊາດ.(2016). ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງ.

ສຸພາສະນົກ ເຫຼັກກ້າ.(2012).ການມີສ່ວນຮ່ວມຂອງປະຊາຊົນໃນການບໍລິຫານຈັດການກອງທຶນໝູ່ບ້ານ ແລະ ຊຸມ

          ຊົນເມືອງ ຕຳບົນລາດຊະວາຍ ເມືອງລຳລູກກາ ແຂວງປະທຸມທານີ. ວິທະຍານິພົນສິນລະປະສາດ ມະຫາບັນດິດ ສາຂາພັດທະນາສັງຄົມສາດ ມະຫາວິທະຍາໄລກະເສດສາດ.

ນິຊະລາ ໃຈຊື່.(2012). ປັດໄຈທີ່ມີວາມສຳພັນກັບຄວາມສຳເລັດໃນການ ເປັນໝູ່ບ້ານເສດຖະກິດພໍພຽງ, ລາຍງານ

         ວິໄຈໄດ້ຮັບທຶນສະໜັບສະໜູນຈາກມະຫາວິທຍາໄລທຸລະກິດບັນດິດ.

ບ້ານາເລົ່າ.(2005). ບົດສະຫຼຸບວຽກງານບໍລິຫານບ້ານໃນໄລຍະປີ 2002-2005 ແລະ ແຜນການ 2005-2008.

ບ້ານນາເລົ່າ.(2010). ບົດສະຫຼຸບການເຄື່ອນໄຫວວຽກງານບໍລິຫານການປົກຄອງການສ້າງບ້ານ ແລະ ກຸ່ມບ້ານພັດ ທະນາບ້ານນາເລົ່າ ໄລຍະ 1 ປີ ຜ່ານມາ ແລະ ແຜນການແຕ່ປີ 2008-20010.

ບ້ານນາເລົ່າ.(2009). ບົດລາຍງານການປະກາດ ແລະ ຮັບຮອງເອົາບ້ານນາເລົ່າ ເປັນບ້ານພັດທະນາຮອບດ້ານ.

ບ້ານນາເລົ່າ.(2013). ບົດສະຫຼຸບວຽກງານຮອບດ້ານຂອງອົງການປົກຄອງບ້ານນາເລົ່າ.

ບ້ານນາເລົ່າ.(2016). ບົດສະຫຼຸບວຽກງານຮອບດ້ານຂອງອົງການປົກຄອງບ້ານນາເລົ່າ.

ພັກປະຊາຊົນປະຕິວັດລາວ.(2011). ເອກະສານກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ່IX.

ພັກປະຊາຊົນປະຕິວັດລາວ.(2006). ເອກະສານກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ່VIII.

ພັນນິໄລ ນິຕິໂລດ.(2013).ການມີສ່ວນຮ່ວມຂອງປະຊາຊົນໃນການພັດທະນາຊຸມຊົນຂອງກຸງເທບມະຫານະຄອນ

         ສຶກສາສະເພາະກໍລະນີການຈັດທຳແຜນຊຸມຊົນເພິ່ງຕົນເອງເຂດວັງທອງຫຼວງ.ວິທະຍານິພົນສິນລະປະສາດ

         ມະຫາບັນດິດ (ກົດໝາຍແລະການຈັດການ) ຄະນະນິຕິສາດ ສະຖາບັນພັດທະນາບໍລິຫານສາດ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.(2016). ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງບ້ານເປັນຫົວໜ່ວຍເຂັ້ມແຂວງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ເລກທີ 34/ນຍ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.(2012). ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງບ້ານເປັນຫົວໜ່ວຍເຂັ້ມແຂວງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ເລກທີ 16/ນຍ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.(2012). ດຳລັດວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ ໄລຍະ 2012-2015 ສະບັບເລກທີ 201/ລບ.

ຫ້ອງການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ.(2011). ແນວທາງການເຮັດວຽກງານກໍ່ສ້າງຮາກຖານ

         ການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຖືເອົາວຽກງານກໍ່ສ້າງຮາກຖານຄືສະໜາມຮົບ.

ຫ້ອງວ່າການນະຄອນຫຼວງວຽງຈັນ.(2006). ມະຕິຂອງຄະນະປະຈຳພັກວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດ

         ທະນາ ແຕ່ປີ 2006-2010 ຂອງນະຄອນຫຼວງວຽງຈັນ.

ຫ້ອງການພາຍໃນ.(2016). ບົດສະຫຼຸບການຈັດຕັ້ງປະຕິບັດກິດຈະກຳໂຄງການສ້າງຄວາມເຂັ້ມແຂງໃຫ້ອົງການ

         ປົກຄອງຂັ້ນບ້ານເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ເອກະສານກອງປະຊຸມທົ່ວປະເທດ.( 2014). ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະ

         ນາ, ຊຸກຍູ້ວຽກງານ 3 ສ້າງ ຄັ້ງວັນວັນທີ 14 ພະຈິກ ປີ 2014.

  

 

 

 


ความคิดเห็น