ນັກບໍລິຫານການພັດທະນາ
I. ຄວາມຮັບຮູ້ກ່ຽວກັບນັກບໍລິຫານການພັດທະນາ
1.1 ຄວາມໝາຍຂອງນັກບໍລິຫານການພັດທະນາ
ນັກບໍລິຫານການພັດທະນາ ໝາຍເຖິງ ບຸກຄົນທີ່ເຮັດໜ້າທີ່ບໍລິຫານກິດຈະກຳການພັດທະນາຢູ່ໃນໂຄງການ, ໜ່ວຍງານ ແລະ ອົງການພັດທະນາຕ່າງໆ ຕາມແຜນນະໂຍບາຍຂອງລັດຖະບານ.
ເປັນຫົວໜ້າ ຫຼື ຜູ້ນຳພາ ການປ່ຽນແປງຂະບວນການພັດທະນາ, ຫັນເອົານະໂຍບາຍມາເປັນແຜນ, ແຜນງານ ຫຼື ໂຄງການອັນລະອຽດ ເປັນຕົ້ນ
ແມ່ນການບໍລິຫານທາງດ້ານເສດຖະກິດ, ສັງຄົມ, ການເມືອງ ແລະ ການບໍລິຫານໃນອົງການ.
ມີຄວາມຮັບຜິດຊອບຕໍ່ການດຳເນີນການເຄື່ອນ ໄຫວວຽກງານ, ກິດຈະກຳ ແລະ ຜົນສຳເລັດ ຂອງ ການພັດທະນານັ້ນດ້ວຍດີ. ຄຳວ່າ : ''ນັກບໍລິຫານການພັດທະນາ'' ຈຶ່ງມີຄວາມໝາຍຄືກັນກັບນັກບໍລິຫານທົ່ວໆໄປ
ທີ່ປະຕິບັດງານຢູ່ໃນອົງການ ຫຼື ໜ່ວຍງານພັດທະນາຕ່າງໆ.
ເພື່ອເຮັດໃຫ້ພາລະບົດບາດ
ຂອງນັກບໍລິຫານການພັດທະນາມີຄວາມໜັກແໜ້ນສອດຄ່ອງ ແລະ ເໝາະສົມກັບໜ້າທີ່ວຽກງານ
ເພີ່ນຈຶ່ງມັກໃຊ້ ຄຳວ່າ : ''ຜູ້ບໍລິຫານ'' ຊຶ່ງໝາຍເຖິງ
ຜູ້ທີ່ເຮັດໜ້າທີ່ຊີ້ນຳ, ນໍາພາ, ປະສານງານ, ປະຕິບັດວຽກງານ
ຮ່ວມກັບຜູ້ອື່ນ ດ້ວຍການໃຊ້ລະບຽບ, ຫຼັກການ, ແບບແຜນ ການປະຕິບັດງານທີ່ດີ ປະສານກັບການໃຊ້ຊັບພະ ຍາກອນການບໍລິຫານຕ່າງໆ
ເຮັດໃຫ້ວຽກງານດຳເນີນໄປຢ່າງມີປະສິດທິພາບສູງສຸດ. ເຫດຜົນນີ້, ສະແດງໃຫ້ເຫັນວ່າ: ຜູ້ບໍລິ ຫານ
ສາມາດເປັນໄດ້ທັງຫົວໜ້າໜ່ວຍງານ ຫຼື ນາຍຄົນ ຊຶ່ງເຮັດໜ້າທີ່ເປັນເຈົ້າການ ໃນການຊີ້ນຳອົງການ
ໂດຍອາໄສບຸກຄົນອື່ນ ເປັນຜູ້ເຮັດວຽກແທນຕົນ, ໝັ້ນໃຈຕໍ່ຄວາມຮັບຜິດຊອບຂອງຕົນ ທີ່ ຈະສາມາດສຳເລັດວຽກງານນັ້ນ
ໄປໄດ້ຢ່າງດີນັ້ນເອງ.
ເພາະສະນັ້ນ, ການທີ່ຜູ້ບໍລິຫານ ຈະສາມາດບໍລິຫານງານໃນການພັດທະນາ ຕາມຂະບວນການບໍລິຫານການພັດທະນາ
ໄດ້ຢ່າງມີປະສິດທິພາບ ແລະ ເກີດຜົນສຳເລັດໄດ້ຫຼາຍເທົ່າ ໃດນັ້ນ ຈະຂຶ້ນຢູ່ກັບຄວາມສາມາດທາງດ້ານການບໍລິຫານ
3 ຢ່າງຄື :
- ຄວາມສາມາດໃນການຄິດ
: ນັກບໍລິຫານສາມາດໃຊ້ຄວາມຄິດ ເພື່ອຮູ້ວິເຄາະສະພາບການຕ່າງໆ ໄດ້ຢ່າງຖືກຕ້ອງ, ແຈ່ມແຈ້ງ, ເໝາະສົມ
ແລະ
ມີວິໄສທັດຈົນສາມາດຄົ້ນຄິດຫາຫົນທາງທີຈະໃຊ້ແກ່ບັນຫາໄດ້ຢ່າງມີປະສິດທິພາບປະສິດທິຜົນ.
- ຄວາມສາມາດເຂົ້າກັບຄົນ
: ການຮູ້ເຂົ້າໃຈເຖິງພຶດຕິກຳ ແລະ ຈິດໃຈຂອງຄົນ, ມີຄວາມຊຳນິຊຳນານໃນການຕິດຕໍ່ສືສານ ພ້ອມທັງມີເຕັກນິກຈູງໃຈຄົນ, ມີວິທີການເອົາຊະນະໃຈຄົນ, ຮູ້ຈັກຊ່ວຍຊຸກຍູ້ໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາປະສານງານ ແລະ ອຸ
ທິດຕົນໃຫ້ກັບອົງການ.
- ຄວາມສາມາດໃນວຽກງານ : ມີຄວາມເຂົ້າໃຈໃນວຽກງານ ວິທີເຮັດວຽກ ແລະ ຮູ້ຈັກການແກ້ບັນຫາດ້ານເຕັກນິກຕ່າງໆ ທີ່ກ່ຽວກັບການປະຕິບັດງານໃນອົງການ ເຊິ່ງລວມເຖິງການເຂົ້າໃຈສະພາບການ, ເງື່ອນໄຂຂອງຊັບພະຍາກອນຕ່າງໆ ທີ່ກ່ຽວຂ້ອງກັບການຈັດລະບົບການເຮັດວຽກ ແລະ ຮູ້ຈັກປັບປຸງວິທີເຮັດວຽກໃຫ້ມີປະສິດທິພາບ.
1.2 ຄົນເປັນໃຈກາງຂອງການບໍລິຫານການພັດທະນາ
ໃນການເຄື່ອນໄຫວວຽກງານໃດໜຶ່ງ ໂດຍສະເພາະແມ່ນຢູ່ໃນລະບົບລັດຖະການ ຄົນ ໝາຍເຖິງ
ຊັບພະຍາກອນມະນຸດ ທີ່ມີຊີວິດຈິດໃຈ ຊຶ່ງສາມາດໃຊ້ຊັບພະຍາກອນ ຫຼື ສິ່ງຂອງຕ່າງໆ
ເຂົ້າໃນການປະຕິບັດວຽກງານ. ຄົນ ເປັນປັດໄຈສຳຄັນ ໃນການດຳເນີນການເຄື່ອນໄຫວວຽກງານ
ເຮັດກິດຈະກຳຕ່າງໆ ເປັນຕົ້ນ ຢູ່ໃນຂົງເຂດວຽກງານການບໍລິຫານການພັດທະນາ ຄົນ ໄດ້ກາຍເປັນນັກບໍລິຫານ
ຫຼື ຜູ້ທີ່ເຮັດໜ້າທີ ຊີ້ນຳ-ນຳພາ, ທັງເປັນຫົວໜ້າໜ່ວຍງານ ຫຼື ນາຍຄົນ ຊຶ່ງເຮັດໜ້າທີ່
ເປັນເຈົ້າການ ໃນການຊີ້ນຳອົງການ, ປະສານງານ, ປະຕິບັດວຽກງານ ຮ່ວມກັບຜູ້ອື່ນ, ສາມາດໃຊ້ລະບຽບ, ຫຼັກການ, ແບບແຜນການປະຕິບັດງານ
ບວກກັບການໃຊ້ຊັບພະຍາກອນການບໍລິຫານຕ່າງໆ ເພື່ອໃຫ້ວຽກງານດຳເນີນໄປຢ່າງມີປະສິດທິຜົນ.
ໃນການບໍລິຫານການພັດທະນາ ຄົນ ເປັນຊັບພະຍາກອນມະນຸດ ທີ່ມີພາລະບົດບາດສຳຄັນເປັນພິເສດ
ເພາະວ່າ : ຄົນສາມາດວາງແຜນການ, ສ້າງແຜນການ, ແກ້ໄຂວຽກງານ ແລະ ນຳເອົາວຽກງານນັ້ນ ໄປເຄື່ອນໄຫວປະຕິບັດ
ໃຫ້ເກີດດອກ ອອກຜົນຂຶ້ນໄປເລື້ອຍໆ. ສະນັ້ນ, ການບໍລິຫານການພັດທະນາໃດໜື່ງ ຈະປະສົບຄວາມສຳເລັດລົງໄດ້
ແມ່ນລ້ວນແຕ່ຮຽກຮ້ອງຫາຄົນ ແລະ ອາໄສປັດໄຈຄົນ ເປັນຜູ້ດຳເນີນງານ
ເພື່ອເຮັດໃຫ້ອົງການນັ້ນໆ ໄດ້ບັນລຸເປົ້າໝາຍ.
ດ້ວຍເຫດນີ້, ກ່ອນທີ່ຄົນຜູ້ໜຶ່ງ ຈະກ້າວເປັນນັກບໍລິຫານການພັດທະນາ
ຢູ່ຕາມສຳນັກງານ, ອົງການ ຫຼື
ໜ່ວຍງານການພັດທະນາໃດນຶ່ງນັ້ນ ຈະຕ້ອງມີມາດຖານດັ່ງນີ້ :
-
ເປັນຄົນທີ່ມີຄວາມຮູ້ວິຊາສະເພາະໃດໜື່ງທີ່ແນນ່ອນ.
-
ເປັນຄົນທີ່ມີເຫດຜົນໃນການບໍລິຫານ ໄດ້ແກ່ການຮູ້ຈັກວິທີການ ເພື່ອເຮັດໃຫ້ການພັດທະນາເກີດຜົນປະໂຫຍດ
ສູງສຸດ.
-
ມີຄວາມສາມາດ ໃນການປະດິດຄິດຄົ້ນ, ມີວິທີການປະຕິບັດ ຫຼື ແນວທາງປະຕິບັດໃໝ່ທີ່ດີ, ເໝາະສົມກັບການເປັນຜູ້ນຳການປ່ຽນແປງ ແລະ
ມີນ້ຳໃຈຮັບຜິດຊອບຕໍ່ໝົດທຸກຄົນສູງ.
- ເປັນຄົນດີ, ມີສຸຂະພາບແຂງແຮງ ແລະ ເກັ່ງ ຊຶ່ງສາມາດເຮັດໃຫ້ການດຳເນີນງານ
ໃນການບໍລິຫານການພັດທະນາ ປະສົບຜົນສຳເລັດຕາມເປົ້າໝາຍທີ່ໄດ້ກຳນົດໄວ້.
- ມີເຫດມີຜົນ, ມີອຸປະນິໄສ ອຸ່ນອ່ຽນທຸນທ່ຽງ, ດຸໝັ້ນຂະຫຍັນອົດທົນໃນຕົວ.
- ຮູ້ຈັກສຶກສາຄົ້ນຄ້ວາສັງລວມ, ວິໄຈຊອກຫາເຫດຜົນ.
- ຮູ້ວິທີການຈູງໃຈຄົນ, ຮູ້ຕົນຮູ້ຄົນອື່ນ, ຊາບຊືມ ໃນໜ້າທ່ີວຽກງານ, ມີຄວາມເມດຕາປາດຖະໜາໃຫ້ຄົນອື່ນ ມີຄວາມສຸກ ແລະ
ສົນໃຈຕໍ່ການບໍລິຫານການພັດທະນາໂດຍສະເພາະ.
- ຕ້ອງຮູ້ສຶກສາຕົນເອງ ແລະ ຮູ້ດັດປັບ ໃຫ້ເຂົ້າໃນແບບແຜນ ວິທີເຮັດວຽກງານ, ຮູ້ຈັກວາງ ແຜນຢ່າງວິໄສທັດ, ຮູ້ນຳພາຈັດຕັ້ງປະຕິບັດວຽກງານ ແລະ ຊອກຮູ້ຮ່ຳຮຽນ ເອົາເຕັກນິກວິ ທະຍາສາດອື່ນໆ ເພື່ອປະກອບເຂົ້າກັບໜ້າທີ່ວຽກງານຂອງຕົນ.
II. ມາດຕະຖານຂອງນັກບໍລິຫານການພັດທະນາ
2.1
ຄຸນສົມບັດຂອງນັກບໍລິຫານການພັດທະນາ
Hanh-Been Lee ໄດ້ສະເໜີຄຸນສົມບັດທີນັກບໍລິຫານຄວນມີໄວ້ຄື
:
1. ຄຸນສົມບັດທາງສະຕິປັນຍາ: ມີຄວາມສາມາດວິເຄາະ
ຄວາມຮູ້ກ່ຽວກັບນະໂຍບາຍຕ່າງໆ ຢ່າງກວ້າງຂວາງ ຄວາມຮູ້ກ່ຽວກັບພຶດຕິກຳ ແລະ
ມະນຸດສຳພັນເປັນຕົ້ນ.
2. ຄຸນສົມບັດດ້ານການປະຕິບັດວຽກງານ: ມີຄວາມສາມາດໃນດ້ານອົງການ,
ທັກສະໃນການສືສານ, ທັກສະນະໃນການເປັນຜູ້ປະກອບການ
ເປັນຕົ້ນ.
3. ຄຸນສົມບັດທາງດ້ານທັດສະນະຕໍ່ໂລກ: ມີວິໄສທັດ ເບີ່ງກວ້າງເຫັນໄກ,
ເປັນຜູ້ທີມັກການປ່ຽນແປງ ເປັນຕົ້ນ.
4. ຄຸນສົມບັດດ້ານຈາລິຍະທຳ: ມີຄວາມຮູ້ສຶກຮັບຜິດຊອບຕໍ່ສາທາລະນະ
ແລະ ມີຫຼັກຈະລິຍະທຳ ເປັນຕົ້ນ.
ເມື່ອເບິ່ງຕາມຄຸນສົມບັດ ແລະ ຈາກໜ້າທີ່ ຂອງນັກບໍລິຫານນັ້ນ ຈຶ່ງເຫັນວ່າ : ນັກບໍລິຫານ ເປັນຜູ້ທີ່ມີຄວາມຄິດກ້າວໜ້າ, ມັກການປ່ຽນແປງ, ຜູ້ທີ່ມີຄວາມຮອບຮູ້, ມີຄວາມຊຳນານໃນດ້ານ ຕ່າງໆ ເປັນພິເສດ ສະເພາະດ້ານສາຂາວິຊາດັ່ງທີ່ເອີ້ນກັນວ່າ : ຄວາມຮູ້ທົ່ວໄປຂອງນັກບໍລິຫານ ໄດ້ແກ່: ວິຊາລັດຖະສາດ, ເສດຖະສາດ, ສັງຄົມສາດ ແລະ ຈິດຕະວິທະຍາ ເປັນຕົ້ນ. ສ່ວນຄວາມຮູ້ສະເພາະວິຊາ ໄດ້ແກ່: ການກະສິກໍາ, ການຂົນສົ່ງ, ການສຶກສາ, ສາທາລະນະສຸກເປັນຕົ້ນ. ນອກຈາກນັ້ນ, ຄວນມີຄວາມຮູ້ ທາງດ້ານການວາງແຜນ, ເສດຖະສາດມະຫາພາກ, ການຈັດການທາງດ້ານອຸດສາຫະກຳ, ການເງິນເປັນຕົ້ນ.
2.2 ລັກສະນະຂອງນັກບໍລິຫານການພັດທະນາ
ລັກສະນະຂອງນັກບໍລິຫານການພັດທະນາ
ສະແດງອອກຄື ດັ່ງນີ້:
- ຕ້ອງເປັນຜູ້ທີ່ມີຄວາມຮູ້ທາງດ້ານກົດໝາຍ ແລະ
ລະບຽບຂໍ້ກຳນົດຕ່າງໆ ທາງລັດຖະການເປັນຢ່າງດີ.
- ມີຄວາມຮູ້ ແລະ ເຂົ້າໃຈວິທີການ, ຂະບວນການ ຫຼື ແນວທາງການປະຕິບັດວຽກ ງານເປັນຢ່າງດີ.
- ຕ້ອງເຂົ້າໃຈ
ແລະ ສາມາດກຳນົດຈຸດໝາຍໃນແຕ່ລະໄລຍະ ຄວນຈະເປັນແນວໃດ ແລະ ຕ້ອງເຮັດຫຍັງແດ່ໃນປັດຈຸບັນ
ເພື່ອບັນລຸເປົ້າໝາຍໄລຍະສັ້ນໆ ຫຼື ໄລຍະຍາວ ທີ່ເປັນໄປໄດ້.
- ຕ້ອງມີວິທີການກະຕຸ້ນ ແລະ ຊັກຈູງໃຫ້ຄົນທີ່ກ່ຽວຂ້ອງ
ມາຮ່ວມມືປະຕິບັດວຽກງານຕາມແຜນການ ແລະ ໂຄງການພັດທະນາ.
- ຕ້ອງມີຄວາມຮູ້ກວ້າງຂວາງ, ມີແນວຄິດເບີ່ງກວ້າງເຫັນໄກ, ສາມາດເບີ່ງບັນຫາ ແລະ ວິທີແກ້ໄຂຢ່າງເປັນລະບົບ, ບໍ່ໃຊ້ຄວາມຮູ້ຄວາມຊຳນານພຽງຢ່າງໃດຢ່າງໜື່ງເປັນເຄື່ອງພິຈາລະນາຕັດສິນໃຈ.
- ເປັນຄົນມີເຫດຜົນ ມີຄວາມອຸ່ນອ່ຽນທຸນທ່ຽງ, ດຸໝັ້ນຂະຫຍັນອົດທົນ, ຮູ້ຈັກສຶກ ສາຄົ້ນຄວ້າ-ສັງລວມ, ວິໄຈຊອກຫາເຫດຜົນ, ມີຄວາມເມຕາປາດຖະນາໃຫ້ຄົນອື່ນມີຄວາມສຸກ….
- ເປັນຜູ້ທີ່ມີຄວາມສາມາດໃນການຄົ້ນຄິດປະດິດສ້າງ, ມີວິທີການປະຕິບັດ ຫຼື ແນວທາງປະຕິບັດໃໝ່ໆທີ່ດີ ແລະ ເໝາະສົມ
ເພື່ອເຮັດໃຫ້ວຽກງານໄດ້ຮັບຜົນສຳ ເລັດຫຼາຍຂື້ນ.
- ຕ້ອງເປັນຜູ້ທີ່ມີຄວາມຮູ້ ວິຊາສະເພາະອັນໃດອັນໜື່ງທີ່ແນ່ນອນ
ເພື່ອໃຊ້ເຮັດໃຫ້ ການພັດທະນາເກີດປະໂຫຍດສູງສຸດ.
- ໃນນາມເປັນຜູ້ນຳການປ່ຽນແປງ ຈະຕ້ອງເປັນຜູ້ຮູ້
ແລະ ເຂົ້າໃຈແຜນພັດທະນາປະ ເທດ, ມີຄວາມສາມາດໃນການຈັດລະບົບວຽກງານ ເຊັ່ນ: ການວາງແຜນ, ການ ຈັດສັນຊັບພະຍາກອນ, ການບໍລິຫານເວລາ…..ຄືຕ້ອງຮູ້ບໍລິຫານ ແລະ ດຳເນີນງານດ້ານການພັດທະນາຕ່າງໆ
ໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ.
- ຕ້ອງຮູ້ກ່ຽວກັບພູມສັນຖານ , ເຂດ ຫຼື ຈຸດສຸມ ແລະ ຄວາມຕ້ອງການອັນຈຳເປັນ ຂອງປະຊາຊົນບ່ອນທີ່ຈະໄປພັດທະນານັ້ນເປັນອັນສຳຄັນ ໂດຍອາໄສການຮ່ວມມື ຈາກປະຊາຊົນ, ໜ່ວຍງານພາກລັດ ແລະ ເອກະຊົນ ນັບແຕ່ສູນກາງລົງຮອດທ້ອງ ຖິ່ນ ເພື່ອບັນລຸເປົ້າໝາຍແຫ່ງການພັດທະນາຮ່ວມກັນ.
III. ບົດບາດຂອງນັກບໍລິຫານການພັດທະນາ
ນັກບໍລິຫານການພັດທະນາປະກອບມີ 6 ບົດບາດທີ່ສຳຄັນ ຄື:
1. ບົດບາດທາງການເມືອງ
ນັກບໍລິຫານການພັດທະນາ
ຈະຕ້ອງສາມາດເປັນໄດ້ທັງຜູ້ນຳ, ເປັນຄູ
ແລະ ເປັນທັງຕົວຢ່າງ ເຊິ່ງມີອຳນາດ, ໜ້າທີ່, ບຸກຄະລິກກະພາບ ແລະ
ຄວາມສາມາດໃນການນຳພາປະຊາຊົນໃຫ້ຍອມຮັບສະພາບແວດລ້ອມຂອງສັງຄົມແບບອຸດສາຫະກຳ
ເຕັກນິກວິທະຍາສາດ. ຊີ້ໃຫ້ເຫັນການຍອມຮັບຂອງມະນຸດວ່າ:
ສາມາດຄວບຄຸມ ແລະ ເອົາຊະນະທຳມະຊາດ, ວິວັດທະນາການ
ຫຼື ໂລກລະບາດໄດ້…. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງປ່ຽນວິທີການດຳລົງຊີວິດແບບໃໝ່ຕາມຄວາມເໝາະສົມ.
2. ບົດບາດໃນນາມເປັນຜູ້ໃຊ້ອຳນາດ ແລະ ຜູ້ແຈກຈ່າຍ: ບົດບາດຂອງຜູ້ໃຊ້ອຳນາດ
ນັກບໍລິຫານການພັດທະນາຕ້ອງໄດ້ຊີ້ນຳການເຄື່ອນ ໄຫວຂອງພະນັກງານທີ່ຕົນຮັບຜິດຊອບ, ປະສານງານກັບຜູ້ອື່ນໄດ້ເປັນຢ່າງດີ, ຄັດເລືອກຄົນເຂົ້າໃໝ່ ຫຼື ໄລ່ຄົນບໍ່ດີອອກ, ຕີລາຄາການເຮັດວຽກຂອງພະນັກງານ ສະເໜີເລື່ອນຊັ້ນ, ເລື່ອນຂັ້ນ, ໃຫ້ໃບຍ້ອງຍໍ ແລະ ຂອງຂວັນ… ແກ່ພະນັກງານ. ເປັນຜູ້ທີ່ຈັດສັນ ແລະ ແຈກຈ່າຍຊັບພະຍາກອນຕ່າງໆ ໃຫ້ກັບປະຊາຊົນ
ບົນພື້ນຖານຄວາມສະເໝີພາບ, ຍຸຕິທຳ ແລະ
ສອດຄ່ອງກັບສະພາບເງື່ອນໄຂຂອງປະຊາຊົນໃນແຕ່ລະພື້ນທີ່.
3. ບົດບາດເປັນນັກວາງແຜນ: ນັກບໍລິຫານການພັດທະນາຈະຕ້ອງຮູ້ໜ້າທີ່ການວາງແຜນເປັນອັນສຳຄັນ, ຮູ້ແບ່ງຄວາມພະຍາຍາມ, ຄວາມຮັບຜິດຊອບ ແລະ ຮູ້ການຈັດສັນຊັບພະຍາກອນ ລະຫວ່າງທາງເລືອກຕ່າງໆ ໃນປະເທດ ກຳລັງພັດທະນາມີບັນຫາສຳຄັນ
2 ຢ່າງ ຄື:
- ການໃຊ້ຊັບພະຍາກອນໃນຂອບເຂດຈຳກັດ ເພື່ອຕອບສະໜອງຄວາມຮູ້ສຶກ
ແລະ ວັດຖຸປະສົງຂອງປະຊາຊົນ. ນັກບໍລິຫານຈຶ່ງເນັ້ນວິທີການໃໝ່ ເພື່ອປະຕິບັດໜ້າທີ່ວຽກງານໃຫ້ບັນລຸຈຸດໝາຍເກົ່າ.
- ການໃຊ້ຊັບພະຍາກອນ ເພື່ອປ່ຽນຄວາມຕ້ອງການ,
ວັດຖຸປະສົງ ແລະ ຄວາມຮູ້ສຶກຂອງປະຊາຊົນ ຈາກການທີ່ ເຄີຍປະຕິບັດໃນສິ່ງເກົ່າໆ,
ແບບບູຮານທີ່ຫຼ້າຫຼັງ ແລະ ທັນສະໄໝກວ່າເກົ່າ. ກໍລະນີທີ່ນັກບໍລິຫານການພັດທະນາເປັນຜູ້
ປ່ຽນແປງທາງສັງຄົມ ຈຳເປັນຕ້ອງໄດ້ສ້າງໃຫ້ໄດ້ຄວາມຕ້ອງການອັນໃໝ່, ສ້າງເຕັກໂນໂລຊີ ແລະ ອົງການມາໃໝ່ທີ່ເຫັນວ່າ ມີຄວາມເໝາະສົມ.
ນອກຈາກນີ້ຍັງຕ້ອງແບ່ງປັນຊັບພະຍາກອນຕາມຄວາມສາມາດວ່າ
: ໃຜຈະໄດ້ຂໍ້ສະດວກອັນໃດ? ຂໍ້ສະດວກທີ່ ຈຳເປັນແຕ່ລະວຽກງານນັ້ນມີແນວໃດ?
ງົບປະມານເທົ່າໃດ? ຈະໃຫ້ໃຜພົວພັນກັບໃຜ?
ແລະ ກຳນົດເວລາເທົ່າໃດ? ວັດຖຸ ປະສົງ ແລະ ຄວາມຕ້ອງການອັນຕົ້ນຕໍແມ່ນຫຍັງ?
4. ບົດບາດເປັນຜູ້ນຳສະໄໝໃໝ່: ເປັນຜູ້ທີ່ພະຍາຍາມທີ່ຈະຊ່ວຍໃຫ້ເກີດພາວະທັນສະໄໝຂື້ນ
ໂດຍສະເພາະໃນປະເທດດ້ອຍພັດທະນາ ແລະ ພ້ອມທີ່ຈະສະໜັບສະໜຸນລັດຖະກອນທຸກຂົງເຂດ ແລະ
ປະຊາຊົນທົ່ວໄປ ໃຫ້ເກີດຄວາມຮູ້ສຶກຢາກພັດທະນາໄປສູ່ພາວະຄວາມທັນສະໄໝ. ຈະຕ້ອງເຮັດໜ້າທີ່ເປັນຜູ້ຈັດລະບົບຊັບພະຍາກອນ
ເພື່ອໃຊ້ຕາມເປົ້າໝາຍຂອງ ການພັດທະນາທີ່ກຳນົດໄວ້, ຈະຕ້ອງເຮັດໜ້າທີ່ເປັນຜູ້ເຊື່ອມໂຢ່ງ ຫຼື ປະສານ ລະຫວ່າງ ກຸ່ມຄົນເກົ່າ , ກຸ່ມໄວກາງຄົນ ແລະ ກຸ່ມຄົນສະໄໝໃໝ່ອື່ນໆ
ທີ່ຢູ່ໃນສັງຄົມໃຫ້ເຂົ້າກັນໄດ້, ເປັນຜູ້ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆໃຫ້ກັບຄົນໃນສັງຄົມ
ໂດຍສະເພາະປະໂຫຍດຂອງການພັດທະນາປະເທດຊາດ.
5. ບົດບາດເປັນຜູ້ປະກອບການ: ໃນສັງຄົມດ້ອຍພັດທະນານັ້ນ ອົງການເອກະຊົນ ຈະບໍ່ມີແນວຄິດລິເລີ່ມສ້າງສະຖາບັນການຜະລິດທີ່ເປັນໂຄງການໃນໄລຍະຍາວ.
ດັ່ງນັ້ນ, ນັກບໍລິຫານການພັດທະນາຈະຕ້ອງເປັນຜູ້ລິເລີ່ມ ແລະ ມີບົດບາດໃນການສ້າງໂຄງການພັດທະນາຕ່າງໆຂື້ນມາ, ເປັນຜູ້ທີ່ສາມາດວາງແຜນ ນຳພາໂຄງການພັດ ທະນາຕ່າງໆ ແລະ
ສາມາດປະຕິບັດໂຄງການນັ້ນໄດ້.
6. ບົດບາດເປັນນັກບໍລິຫານທຸລະກິດ: ນັກບໍລິຫານການພັດທະນາ ນອກຈາກຈະເປັນຜູ້ຄວບຄຸມ ດຳເນີນໂຄງການໃຫ້ບັນລຸຜົນສຳເລັດແລ້ວ ຍັງມີບົດບາດເປັນຜູ້ຕິດຕໍ່ຊອກຫາຕະຫຼາດ, ຊອກຫາແຫຼ່ງທຶນ ທັງຢູ່ພາຍໃນ ແລະ ພາຍນອກ ເພື່ອທີ່ຈະດຳເນີນໂຄງການພັດທະນາໃຫ້ປະປະສົບຜົນສຳເລັດສູງສຸດ.
IV. ການບຸກບືນສ້າງຕົນເອງໃຫ້ເປັນນັກບໍລິຫານການພັດທະນາ
ພວກເຮົາຕ້ອງມີສະຕິ ແລະ ມີຄວາມຮັບຜິດຊອບໃນການປະຕິບັດວຽກງານ ເຊິ່ງສະແດງອອກໃນການປະຕິບັດນະໂຍບາຍຂອງພັກ-ລັດ, ໃນເວລາປະຕິບັດລະບຽບ ກົດໝາຍຕ້ອງທ່ຽງທຳ, ມີເຫດຜົນ, ພວກເຮົາຕ້ອງມີຄວາມອົດທົນ, ຄົ້ນຄວ້າຮ່ຳຮຽນໃຫ້ມີຄວາມຊຳນິຊຳນານໃນການປະຕິບັດລະບຽບກົດໝາຍ, ມີນ້ຳໃຈຮັບໃຊ້ປະຊາຊົນ, ພວກເຮົາຕ້ອງສະກັດກັ້ນການຮັບສິນບົນທຸກຮູບການ, ພວກເຮົາຕ້ອງສ້າງໃຫ້ຕົນ ໃຫ້ມີຄວາມຊື່ສັດສຸດຈະລິດ, ມີຄວາມປະພຶດທີ່ດີ ແລະ ມີຄວາມມະນະອົດທົນ.
4.1 ທິດທາງໃນການຝຶກຝົນຫຼ່ໍຫຼອມຕົນເອງ
ການຝຶກຝົນຫຼ່ໍຫຼອມຕົນເອງ
ແມ່ນຄຸນສົມບັດອັນໜື່ງທີ່ສະແດງໃຫ້ເຫັນເຖິງທັດ
ສະນະຫຼັກສິນທຳປະຕິວັດຂອງນັກບໍລິຫານການພັດທະນາ ເຊິ່ງການຝຶກຝົນຕ້ອງສະແດງອອກຕາມແນວທາງ
ດັ່ງນີ້ :
- ຕ້ອງມີຄວາມຕື່ນຕົວດ້ວຍຕົນເອງ, ຊອກຮູ້ຮ່ຳຮຽນ ແລະ ຮັບເອົາຄຳຕຳນິສົ່ງຂ່າວຂອງຜູ້ອື່ນ.
- ຈັດຕັ້ງສຶກສາອົບຮົມທາງດ້ານແນວຄິດ, ຄຸນສົມບັດສິນທຳປະຕິວັດ.
- ສະກັດກັ້ນປະກົດການຫຍໍ້ທໍ້ຂອງສັງຄົມ :
ຕ້ານພະຍາດອາດຍາສິດ, ຕ້ານພະຍາດສວຍໂອກາດ, ຕ້ານພະຍາດອວດອົງ, ຈິດໃຈຄັບແຄບ, ຕ້ານພະຍາດຂາດວຽກ, ຫຼິ້ນກິນຟູມເຟື່ອຍ ແລະ ພະຍາດຂີ້ຄ້ານມັກງ່າຍເຫຼົ່ານີ້
ເປັນຕົ້ນ.
- ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ລະບອບໃໝ່ ແລະ
ພາລະກິດການປ່ຽນແປ່ງໃໝ່ຂອງພັກ, ຮູ້ຈຳແນກມິດ-ສັດຕູ, ຮູ້ຈຳແນກອັນຜິດ ແລະ ອັນຖືກ.
- ມີຈິດໃຈປະຕິວັດ
ເຊື່ອໝັ້ນຕໍ່ການນຳພາຂອງພັກສະເໝີຕົ້ນສະເໝີປາຍ, ມີຄວາມຕັດສິນໃຈສູງ ເດັດດ່ຽວໜຽວ ແໜ້ນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ
ເພື່ອເຮັດສຳເລັດທຸກໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້.
- ມີສະຕິຕໍ່ການຈັດຕັ້ງ ແລະ
ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ເປັນແບບຢ່າງ ໃນການດຳລົງຊີວິດທີ່ປອດໃສຂາວສະອາດ, ບໍ່ກໍ່ຄວາມເສຍຫາຍໃຫ້ແກ່ພັກ-ລັດ ແລະ ປະຊາຊົນ, ບໍ່ສວຍໂອກາດໃຊ້ຖານະຕຳແໜ່ງ ເພື່ອຫາຄວາມລ້ຳລວຍຢ່າງບໍ່ຊອບທຳ.
ຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເປັນການລະເມີດລະບຽບກົດໝາຍ
ລະເມີດສິດເປັນເຈົ້າຂອງປະເທດຊາດ, ສິດເສລີພາບ
ແລະ ປະຊາທິປະໄຕຂອງພົນ ລະເມືອງ.
- ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ບົນພື້ນຖານແນວທາງນະໂຍບາຍ ຂອງພັກ-ລັດ, ບໍ່ແຍກພັກແຍກພວກ, ບໍ່ຈຳແນກຊົນຊາດຊົນເຜົ່າ, ກ້າຕຳນິຕິຊົມຕົນເອງ ແລະ ຕິຊົມເຊີ່ງກັນ ແລະ ກັນ, ກ້າປ່ຽນແປ່ງຈຸດອ່ອນ-ຂໍ້ບົກພ່ອງ ແລະ ເສີມຂະຫຍາຍຈຸດດີ.
4.2 ພວກເຮົາຄວນພັດທະນາຫຍັງແດ່
ການພັດທະນາທີ່ພໍຈະຊີ້ໃຫ້ເຫັນໃນປະຈຸບັນ ກໍຄືການສ້າງຖະໜົນຫົນທາງ, ໄຟຟ້າ, ນ້ຳປະປາ
ຕະຫຼອດເຖິງການສ້າງຕຶກ, ອາຄານ, ໂຮງຮຽນ, ໂຮງໝໍ, ວັດວາອາຮາມ, ບ້ານເຮືອນ, ຍານພາຫະນະ, ລະບົບເຄື່ອງໃຊ້ທີ່ທັນສະໄໝ ແລະ ອື່ນໆ ຫັນປ່ຽນຈາກອັນທີ່ຫຼ້າຫຼັງບໍ່ທັນຂະຫຍາຍຕົວໄປສູ່ອັນທີ່ກ້າວໜ້າ, ມີການເຕີບໂຕ, ຈະຫຍາຍຕົວ ແລະ ທັນສະໄໝຂື້ນໄປເລື້ອຍໆ.
ສິ່ງສຳຄັນອີກປະການໜຶ່ງການຮູ້ຈັກການບໍລິຫານການພັດທະນາ
ເນື່ອງຈາກວ່າ ການພັດທະນາມີຄວາມຈຳເປັນ ແລະ ຂາດບໍ່ໄດ້ສຳລັບສັງຄົມມະນຸດ ໂດສະເພາະ
ແມ່ນສັງຄົມຢູ່ໃນປະເທດກຳລົງພັດທະນາ.
ດັ່ງນັ້ນ, ກ່ອນຈະພັດທະນາສິ່ງອື່ນ ພວກເຮົາຄວນພັດທະນາຕົນເອງ, ການພັດທະນາຄອບຄົວ, ການພັດທະນາການຈັດຕັ້ງ, ການພັດທະນາຊຸມຂົນ (ເສດຖະກິດ-ສັງຄົມ ແລະ ວັດທະນະທຳ, ການສຶກສາ….), ການພັດທະນາສິ່ງແວດລ້ອມ ແລະ ການພັດທະນາປະເທດຊາດ
ເຫຼົ່ານີ້ເປັນຕົ້ນ.
1. ການພັດທະນາຕົນເອງ
ການພັດທະນາຕົນເອງເປັນສິ່ງທີມີຄວາມຈຳເປັນ
ແລະ ຄວນໄດ້ຮູ້ໄວ້ ເພື່ອທີ່ຈະກ້າວໄປເປັນນັກບໍລິຫານ, ເປັນຜູ້ນຳ ແລະ ເປັນພະນັກງານ-ລັດຖະກອນອື່ນໆ
ການຮູ້ຈັກພັດທະນາຕົນເອງ, ຮູ້ຈັກການວາງຕົວ, ການສະແດງບຸກຄະລິກກະພາບ,ການເວົ້າຈາປາໄສສຸພາບອ່ອນນ້ອມ…ເປັນສິ່ງທີ່ມີຄວາມສຳຄັນຢູ່ໃນສັງຄົມ, ການພັດທະນາຕົນເອງເປັນການເຮັດໃຫ້ຕົນເອງມີຄວາມທັນສະໄໝຢູ່ສະເໝີ
ເຊິ່ງລວມໄປເຖິງການພັດທະນາທັງດ້ານອາຊີບ ກໍ່ຄືການພັດທະນາທາງດ້ານອື່ນໆ.
ຢ່າງໃດກໍ່ຕາມກ່ອນອື່ນໝົດ
ການພັດທະນາຕົນເອງຕ້ອງໃຫ້ໄດ້ 2 ດ້ານຄື : ການພັດທະນາດ້ານວັດຖຸ ແລະ ການພັດທະນາທາງດ້ານຈິດໃຈໄປພ້ອມກັນ.
- ການພັດທະນາທາງດ້ານວັດຖຸ: ວັດຖຸເປັນພື້ນຖານ ແລະ
ຂາດບ່ໍໄດ້ສຳລັບການດຳລົງຊີວິດຂອງຄົນເຮົາ ແລະ ເຮົາສາມາດນຳໃຊ້ວັດຖຸຕ່າງໆເຂົ້າໃນການປະຕິບັດວຽກງານໄດ້ຫຼາຍໆດ້ານເຊັ່ນ:
ເປັນເຄື່ອງມືຮັບໃຊ້ການຜະລິດ, ປະກອບເຂົ້າກັບເຕັກນິກວິທະຍາສາດ, ການຄົມ ມະນາຄົມຂົນສົ່ງ…ແຕ່ສິ່ງທີ່ຈຳເປັນສຳລັບຄົນຜູ້ໜື່ງນັ້ນ ຄວນພັດທະນາຕົນເອງໃຫ້ໄດ້ປັດໄຈພື້ນຖານ:
ທີ່ຢູ່ອາໄສ, ເຄື່ອງນຸ່ງຫົມ, ອາຫານ ແລະ ຢາປົວພະຍາດ ເຫຼົ່ານີ້ເປັນຕົ້ນ.
- ການພັດທະນາທາງດ້ານຈິດໃຈ: ແມ່ນການພັດທະນາຈິດໃຈໃຫ້ກາຍເປັນຄົນດີ, ມີຈິດໃຈເບີກບານມ່ວນຊື່ນ, ມີຄວາມຈົ່ງຮັກພັກດີ, ມີແນວຄິດສ້າງຄວາມສາມັກຄີຮັກແພງຈິ່ງໃຈຕໍ່ເພື່ອນມິດ, ບໍ່ອິດສາບໍ່ຢ້ານລືນ, ບໍ່ສ້າງພັກແຍກພວກ ຍາມໃດກໍ່ຕ້ອງບໍລິສຸດໃຈປະພຶດຕົນຢ່າງມີ
ຄຸນສົມບັດ, ມີທັດສະນະມະຫາຂົນ, ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ ແລະ
ຈິ່ງໃຈຮັບໃຊ້ຕໍ່ໜ້າທີ່ວຽກງານ, ປະຊາຊົນກໍ່ຄືປະເທດຊາດ…ການພັດທະນາແນວຄິດຈິດໃຈຂອງມະນຸດ
ແມ່ນເພື່ອເຮັດໃຫ້ຄົນເຮົາຮູ້ຈັກຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທຸກຄົນຕ້ອງຮ່ວມມືກັນ
ເພື່ອເຮັດໃຫ້ປະເທດຊາດຂອງຕົນກາຍເປັນປະເທດທີ່ເຂົ້ມແຂງ…ອຳນາດຂອງຄວາມຄິດທີ່ເກີດຈາກໃຈຄົນ ເປັນເລື່ອງທີ່ສຳຄັນທີ່ສຸດ
ຖ້າຫາກມີຈິດໃຈຄິດຊົ່ວແລ້ວ ຈະເວົ້າ ຫຼື
ຈະເຮັດອັນໃດກໍ່ຈະກໍ່ໃຫ້ເກີດຄວາມບໍ່ດີບໍ່ງາມຕິດຕາມມາ. ອາດຈະບຽດບຽນຜູ້ອື່ນ ຫຼື
ເຮັດໃຫ້ຜູ້ອື່ນໄດ້ຮັບຄວາມເດືອດຮ້ອນ...
ຫຼັກທຳ 4 ຂໍ້ ເພື່ອພັດທະນາຕົນເອງ ຄື :
- ສັຈຈະ: ຄືຄວາມຈິງ
ການທີ່ຈະເປັນບຸກຄົນທີ່ພັດທະນາໄດ້ຈະຕ້ອງເປັນຜູ້ທີ່ເອົາຈິ່ງເອົາຈັງ, ຕັ້ງສັດຈະອັນໃດຂື້ນມາແລ້ວຈະຕ້ອງເຮັດໃຫ້ໄດ້ ບໍ່ຕ້ອງຖໍ້ຖ່ອຍ
ງ່າຍໆ. ຜູ້ບໍ່ຮັກສາສັດຈະ, ຂາດສັດຈະ
ເປັນການຍາກທີ່ຈະພັດທະນາຕົນເອງໄດ້.
- ທະມະ: ຄືຄວາມຂົ່ມໃຈບໍ່ໃຫ້ຕົກຢູ່ໃນການຄອບງຳຂອງອຳນາດ, ສາມາດຢັບຢັ້ງຊັ່ງໃຈ ບໍ່ເຮັດໃນສິ່ງທີ່ບໍ່ຖືກຕ້ອງ.
- ຂັນຕິ: ຄືຄວາມອົດທົນ, ອົດທົນຕໍ່ສິ່ງທີ່ທົນໄດ້ຍາກ, ເມື່ອບຸກຄົນຫາກຂາດຂັນຕິ
ສັດຈະທີ່ຕັ້ງໄວ້ໃນເບື້ອງຕົ້ນກໍ່ຈະຫາຍໄປ ການພັດທະນາກໍ່ບໍ່ປະສົບຜົນສຳ ເລັດ.
ຈຄະ :
ຄືການສະຫຼະ ໃນການພັດທະນາຕົນເອງນັ້ນ ຕ້ອງມີການສະຫຼະຄວາມບໍ່ດີອອກໄປເຊັ່ນ :
ສະຫຼະຄວາມໂລບມາກ, ຄວາມອິດສາບັງບຽດ, ຄວາມກຽດຄ້ານ ຫຼື ກຳຈັດສິ່ງບໍ່ດີອອກໄປໃຫ້ໄດ້ຫຼາຍທີ່ສຸດ, ເຮັດສິ່ງໃດໂດຍບໍ່ຫວັງຜົນຕອບແທນ, ຮູ້ຈັກໃຫ້ອະໄພ, ເປັນຜູ້ທີ່ເບີ່ງໂລກໃນແງ່ດີສະເໝີ, ບໍ່ສ້າງອະຄະຕິໃນຈິດໃຈ.
ສະຫຼຸບລວມແລ້ວ, ການພັດທະນາຕົນເອງ ຕ້ອງພັດທະນາພາຍໃນຈິດໃຈເປັນສິ່ງສຳຄັນ.
ສຳລັບການພັດທະນາກາຍ, ການພັດທະນາພາຍນອກອື່ນໆ
ເປັນເຄື່ອງເສີ່ມໃຫ້ສົມບູນຂຶ້ນ. ການພັດທະນາຕົນນັ້ນເປັນພື້ນຖານຂອງການພັດທະນາທັ້ງມວນ
ດັ່ງຄຳເວົ້າທີ່ວ່າ :''ຈະພັດທະນາຄົນ
ຕ້ອງເລີ່ມຕົ້ນທີ່ຈິດໃຈ ຈະພັດທະນາໃຜ ຕ້ອງພັດທະນາຕົນເອງກ່ອນ''.
2. ການພັດທະນາຄອບຄົວ
- ສ້າງຄອບຄົວໃຫ້ເປັນຄອບຄົວວັດທະນະທຳ
(ຄອບຄົວຕົວແບບ).
- ສ້າງຄອບຄົວໃຫ້ມີຄວາມອົບອຸ່ນ, ມີລາຍຮັບທີ່ຖືກຕ້ອງຕາມກົດໝາຍ.
- ສ້າງໃຫ້ທຸກຄົນໃນຄອບຄົວມີການສຶກສາໃຫ້ສູງຂື້ນເລື້ອຍໆ.
- ສ້າງໃຫ້ເປັນຄອບຄົວທີ່ປອດຄະດີ ແລະ ປອດສິ່ງເສບຕິດຕ່າງໆ.
3. ການພັດທະນາການຈັດຕັ້ງ
ສ້າງໃຫ້ການຈັດຕັ້ງ ມີຄວາມໜັກແໜ້ນເຂັ້ມແຂງ
ຕິດພັນກັບໜ່ວຍພັກແຂງຮູ້ນຳພາດ້ານ, ມີຄວາມສາມັກຄີເປັນເອກະພາບບົນພື້ນຖານແນວທາງນະໂຍບາຍ ແລະ
ຫຼັກການລວມສູນປະຊາທິປະໄຕຂອງພັກ, ໃຫ້ການຈັດຕັ້ງມີລະບຽບວິໄນ, ສ້າງໃຫ້ ມີລາຍຮັບທີ່ຖືກຕ້ອງຕາມກົດໝາຍ.
ຢູ່ໃນການຈັດຕັ້ງ ແລະ
ສາມາຊິກທຸກຄົນໃນການຈັດຕັ້ງຕ້ອງປອດຄະດີ, ຄຸນນະພາບຂອງສະມາຊິກນັບມື້ນັບສູງຂື້ນ.
4. ການພັດທະນາຊຸມຊົນ
ການພັດທະນາຊຸມຂົນ ແມ່ນການພັດທະນາຄົນໃຫ້ຮູ້
ແລະ ເຂົ້າໃຈແບບວິທີການດຳລົງຊີວິດຢູ່ໃນສັງຄົມ. ສ່ວນໜື່ງທີ່ມີຄວາມສຳຄັນຂອງການພັດທະນາຊຸມຊົນ
ໄດ້ເນັ້ນເຖິງຄຸນນະພາບຊີ ວິດຂອງມະນຸດເປັນສ່ວນສຳຄັນຄື : ການຫວ່າງງານ, ຄວາມຍາກຈົນ, ການຕົກຕ່ຳຂອງລາຄາພືດຜົນທາງດ້ານກະສິກຳເປັນຕົ້ນ…ການພັດທະນາຊຸມຊົນຈະຕ້ອງໄດ້ແກ້ໄຂຄວາມຈຳເປັນພື້ນຖານ ຫຼື
ສະໜອງຕອບ ຄວາມຕ້ອງການພື້ນຖານຂອງມະນຸດດັ່ງນີ້:
- ຄວາມຕ້ອງການຂັ້ນຕ່ຳຂອງຄອບຄົວ
ກ່ຽວກັບການບໍລິໂພກ ເຊັ່ນ: ມີອາຫານ, ເສື້ອຜ້າ, ຢາປົວພະຍາດ
ແລະ ທີຢູ່ອາໄສ….
- ບໍລິການຕ່າງໆທີ່ເປັນສິ່ງຈຳເປັນແກ່ຊຸມຊົນເຊັ່ນ
: ນ້ຳດືມ, ໄຟຟ້າ, ຫົນທາງ, ການສຶກສາ, ການຂົນສົ່ງເປັນຕົ້ນໃນລາຄາທີ່ເປັນທຳ….
- ສິດທິພື້ນຖານຂອງມະນຸດ
ຈະຕ້ອງໄດ້ຮັບການຍອມຮັບເຊັ່ນ : ການເຂົ້າໄປມີສ່ວນຮ່ວມໃນກິດຈະກຳຕ່າງໆ
ທາງດ້ານເສດຖະກິດ-ສັງຄົມ ແລະ ການເມືອງ.
- ການມີວຽກເຮັດງານທຳ ເພື່ອມີລາຍໄດ້ສາມາດລ້ຽງຄອບຄົວ.
5. ການພັດທະນາ ຫຼື ການອະນຸລັກສິ່ງແວດລ້ອມ
ພວກເຮົານຳໃຊ້ສິ່ງແວດລ້ອມເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈຳເປັນສຳລັບເງື່ອນໄຂໃນການດຳລົງຊີວິດ
ເປັນຕົ້ນແມ່ນການຂຸດຄົ້ນຊັບພະຍາກອນທຳມະຊາດ
ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດມະຫາພາກ ແລະ ຈຸລະພາກ ຢ່າງກວ້າງຂວາງ ເຊັ່ນວ່າ
: ນຳໃຊ້ປ່າໄມ້, ດິນ, ນ້ຳ, ລົມ, ໄຟ, ແຮ່ທາດ, ພືດພັນ, ພະລັງງານ, ເຂັດເປົ່າຫວ່າງ ແລະ ອື່ນໆ. ການນຳໃຊ້ສິ່ງແວດລ້ອມເປັນຈຳນວນຫຼາຍ
ມັນໄດ້ເຮັດໃຫ້ສິ່ງແວດລ້ອມຖືກທຳ ລາຍ, ເຊື່ອມໂຊມ, ການຫຼຸດໜ້ອຍຖອດລົງຂອງຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມໃນຊົນນະ ບົດ ແລະ ຕົວເມືອງເກີດມີບັນຫາ ເຊັ່ນ :
ການປ່ອຍມົນລະພິດທາງນ້ຳ, ທາງອາ ກາດ, ໜ້າດິນ, ການແອອັດ…ສິ່ງດັ່ງກ່າວໄດ້ເຮັດໃຫ້ສິ່ງແວດລ້ອມຂາດຄວາມສົມດູນ
ເຊິ່ງເປັນຜົນສະທ້ອນຕໍ່ການດຳລົງຊີວິດ, ບັນຫາສຸຂະພາບ ແລະ ອື່ນໆ.
ເພື່ອຢາກຄຸ້ມຄອງຮັກສາສິ່ງແວດລ້ອມ ແລະ ປົກປັກຮັກສາຊັບພະຍາກອນທຳມະ ຊາດ ເຮົາຕ້ອງພັດທະນາ ຄຽງຄຸ່ກັບການພັດທະນາກໍ່ຕ້ອງສຶກສາວິທີອະນຸລັກສິ່ງ ແວດລ້ອມ ເຊັ່ນວ່າ : ໃຊ້ຊັບພະຍາກອນຢ່າງມີປະສິດທິພາບປະສິດທິຜົນ, ຫຼຸດຜ່ອນການສ້າງຄວາມເສຍຫາຍຕໍ່ສິ່ງແວດລ້ອມ…ການຜະລິດຄືນໃໝ່ ໝາຍວ່າ ເອົາວັດຖຸອຸປະກອນທີ່ນຳໃຊ້ແລ້ວມາຜະລິດຄືນ ໃໝ່ ເພື່ອປະຫຍັດພະລັງງານ ແລະ ຫຼຸດຜ່ອນມົນລະພິດລົງ, ສ້າງສິ່ງທົດແທນເປັນຕົ້ນແມ່ນປູກຕົ້ນໄມ້, ນຳໃຊ້ລົມ ຫຼື ພະລັງງານແສງຕາເວັນ, ກຳນົດເຂດອຸດສາຫະກຳເພື່ອບໍ່ໃຫ້ປະຊາຊົນສ່ຽງຕໍ່ມົນລະພິດ ແລະ ວາງລະບຽບກົດໝາຍ,ຢຸດຕິການຖ່າງປ່າເຮັດໄຮ່ ຕິດພັນກັບການປົກປັກຮັກສາປ່າໄມ້, ແຫຼ່ງນ້ຳ ແລະ ການຈັດສັນອາຊີບຄົງທີ່…
6. ການພັດທະນາປະເທດຊາດ
ຕັ້ງຫນ້າປະກອບສ່ວນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ
ຂອງລັດຖະບານ ແລະ ທ້ອງຖີ່ນ
ທີ່ອຳນາດການປົກຄອງວາງອອກ ໃຫ້ປະກົດຜົນເປັນຈິງ. ເປັນເຈົ້າການໃນການປະຕິບັດຫນ້າທີ່ ປົກປັກຮັກສາ ແລະ
ສ້າງສາປະເທດຊາດຕາມ ແນວທາງປ່ຽນແປງແປງໃໝ່ຂອງພັກດ້ວຍຄວາມຫ້າວຫັນຟົດຟື້ນ, ຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ
ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ความคิดเห็น
แสดงความคิดเห็น