ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ການບໍລິຫານຂອງປະເທດກໍາລັງພັດທະນາ

 ໂດຍ: ປັນຍາສັກ ແສງອ່ອນແກ້ວ

ການບໍລິຫານຂອງປະເທດກໍາລັງພັດທະນາ

 

I.    ປະເທດອານານິຄົມ ແລະ ປະເທດເອກະລາດໃນສະໄໝອານານິຄົມ

1.1 ປະເທດອານານິຄົມ

         ຈາກຄວາມຈະເລີນກ້າວໜ້າທາງດ້ານອຸດສາຫະກຳ ແລະ ການຄ້າທາງເຮືອຂອງບັນດາປະເທດໃນທະວີບເອີຣົບ ຈຶ່ງພາໃຫ້ເກີດມີລັດທິການລ່າອານານິຄົມເພື່ອສະແຫວງຫາວັດຖຸດິບແຮງງານລາຄາຖືກສົ່ງກັບໄປໃນບັນດາປະເທດຢູ່ໃນທະວີບເອີຣົບ ແລະ ອາເມລິກາ. ຈະເຫັນໄດ້ວ່າປະເທດກຳລັງພັດທະນາໃນສະໄໝນັ້ນ, ຕ້ອງຕົກເປັນປະເທດອານານິຄົມ ຫຼື ເປັນຫົວເມືອງຂຶ້ນເກືອບທຸກໆປະເທດ, ເມື່ອບັນດາປະເທດເອີຣົບເຂົ້າມາຄອບຄອງປະເທດອານານິຄົມ ອໍານາດທາງດ້ານການປົກຄອງ ແລະ ການບໍລິຫານ ຂຶ້ນຢູ່ກັບຜູ້ປົກຄອງອານານິຄົມ ຊຶ່ງເປັນຕົວແທນ ຂອງປະເທດລ່າຫົວເມືອງຂຶ້ນ. ດັ່ງນັ້ນ, ອໍານາດການຄວບຄຸມທາງດ້ານຕຸລາການ, ການທະຫານ, ການເກັບພາສີ-ອາກອນ, ນະໂຍບາຍທາງດ້ານເສດຖະກິດ ແລະ ການກຳນົດເຂດແດນ ຈຶ່ງຕົກຢູ່ໃນການຄວບຄຸມຂອງຜູ້ປົກຄອງອານານິຄົມທັງໝົດ ໂດຍມີສູນກາງທາງດ້ານການປົກຄອງ, ການບໍລິຫານ ຫຼື ສໍານັກງານໃຫ່ຍ (headquarter) ເປັນສູນກາງການປົກຄອງ ຊຶ່ງປະຊາ ຊົນຊາວພື້ນເມືອງຈະຕ້ອງໄດ້ເຊື່ອຟັງ, ປະຕິບັດຕາມນະໂຍບາຍ ແລະ ຂໍ້ບັງຄັບຕ່າງໆ, ຜູ້ປົກຄອງອານານິຄົມ ຈະຍິນຍອມໃຫ້ປະຊາຊົນຄົນພື້ນເມືອງດຳເນີນກິດຈະການຕ່າງໆ ຕາມປະເພນີຕາມປົກກະຕິ, ຕາບໃດທີ່ປະຊາຊົນເຫຼົ່ານັ້ນຍັງຈ່າຍຄ່າພາສີອາກອນ ແລະ ບໍ່ມີການຂັດແຍ່ງ ຫຼື ຕໍ່ຕ້ານຜູ້ປົກຄອງອານານິຄົມ.

     1.2 ປະເທດເອກະລາດໃນສະໄໝອານານິຄົມ

ໃນຍຸກຂອງການລ່າອານານິຄົມນີ້ ປະເທດປົກຄອງອານານິຄົມ ຫຼື ປະເທດເອກະລາດ ໃນສະໄໝອານານິຄົມ ເປັນຜູ້ນໍາເອົາລະບົບການປົກຄອງ, ການບໍລິຫານຈາກປະເທດຕົນ ມາໃຊ້ໃນປະເທດອານານິຄົມ ເພື່ອເປັນການສ້າງລະ ບົບການປົກຄອງ, ບໍລິຫານທີ່ມີເອກະລາດຂຶ້ນກັບຕົນເອງ ແລະ ຢູ່ໃນນີ້ ຈະມີການຄັດເລືອກເອົາຄົນພື້ນເມືອງມາຮັບລັດຖະການອີກນຳດ້ວຍ.

ໃນການບໍລິຫານ, ການປົກຄອງໃນຍຸກຂອງການລ່າອານານິຄົມນີ້ ປະເທດປົກຄອງອານານິຄົມ ຫຼື ປະເທດເອກະລາດໃນສະໄໝອານານິຄົມ ຈະເປັນຜູ້ກຳນົດຮູບແບບການປົກຄອງທັງໝົດ, ທັງເປັນຜູ້ຜູກຂາດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການທະຫານ ແລະ ການຕ່າງປະເທດ. ສະນັ້ນ, ຈຶ່ງພາໃຫ້ເກີດການພັດທະນາລະບົບລັດຖະການ ແລະ ບຸກຄະລາກອນຢູ່ໃນບັນດາປະເທດອານານິຄົມໃນຮູບການປົກຄອງແບບອານານິຄົມໃນເວລາດຽວກັນ ເຊັ່ນ: ປະເທດກໍາປູເຈຍ, ຫວຽດນາມ, ລາວ ແລະ ປະເທດອື່ນໆ ເປັນປະເທດອານານິຄົມຂອງຝຣັ່ງເສດ.

ໃນຈຳນວນປະເທດດັ່ງກ່າວນີ້, ພວກເຂົາຈະນໍາເອົາບຸກຄົນທີ່ສໍາເລັດລາດຊາການລະດັບສູງຈາກປະເທດທີ່ປົກຄອງອານານິຄົມ ຫຼື ຄັດເລືອກເອົາບຸກຄົນໃນເຄືອຍາດວົງພັນຂອງເຈົ້າຊີວິດ ຫຼື ເຈົ້າກົກ, ເຈົ້າເຫຼົ່າຂອງຊົນເຜົ່າຕ່າງໆ ທີ່ເຄົາລົບນັບຖື ແລະ ເຊື່ອຟັງການບັງຄັບບັນຊາ, ການປົກຄອງຂອງເຂົາເຈົ້າ ເຂົ້າມາຮັບລັດຖະການ ເພື່ອເປັນເຄື່ອງມືຮັບໃຊ້ການປົກຄອງຢູ່ໃນປະເທດອານານິຄົມ ຊຶ່ງໃນສະໄໝນັ້ນ ປະເທດທີ່ມີຫົວເມືອງຂຶ້ນຫຼາຍກວ່າໝູ່ ແມ່ນປະເທດອັງກິດ ແລະ ຕໍ່ມາກໍແມ່ນປະເທດຝຣັ່ງເສດ.

II.     ປະເທດເກີດໃໝ່ ຫຼື ປະເທດກໍາລັງພັດທະນາ (The new nation)

    2.1 ປະເທດເກີດໃໝ່

ພາຍຫຼັງສົງຄາມໂລກຄັ້ງທີສອງໄດ້ສິ້ນສຸດລົງ ເມື່ອປີ 1945 ໄດ້ມີການຍົກເລີກລັດທິການລ່າອານານິຄົມ, ປະເທດກໍາລັງພັດທະນາ ຈຶ່ງໄດ້ມີເອກະລາດ, ອິດສະຫຼະພາບ, ເສລີພາບ ໃນການປົກຄອງ ແລະ ການບໍລິຫານຕົນເອງ. ເພິ່ນເອີ້ນປະເທດເຫຼົ່ານີ້ວ່າ: ປະເທດເກີດໃໝ່ ຊຶ່ງໄດ້ແກ່ບັນດາປະເທດໃນທະວີບອາຊີ, ອາຟຣິກກາເປັນຕົ້ນ, ໜ້າທີ່ສໍາຄັນ ຂອງບັນດາປະເທດເກີດຂຶ້ນໃໝ່ກໍຄື: ການສ້າງຊາດ, ສ້າງຄວາມສໍານຶກ, ຄວາມຜູກພັນ, ຄວາມເປັນຊາດດຽວກັນ ແລະ ການພັດທະນາເສດຖະກິດ - ສັງຄົມໃຫ້ກ້າວໜ້າຄືກັນກັບບັນດາປະເທດໃນທະ ວີບເອີຣົບ, ອາເມລິກາ...

ດັ່ງນັ້ນ, ຄວາມພະຍາຍາມ ທີ່ຈະສ້າງຊາດ ຂອງປະເທດເກີດໃໝ່ ບໍ່ແມ່ນເລື່ອງງ່າຍດາຍ ມີຫຼາຍປະເທດໃນທະວີບອັບຟຣິກກາປະສົບຜົນຮ້າຍຕົກຄ້າງມາຈາກສະໄໝການລ່າອານານິຄົມຊຶ່ງແຕ່ເພີ່ມປະເທດປົກຄອງອານານິຄົມເປັນຜູ້ກຳນົດເຂດແດນຂອງປະເທດອານານິຄົມໂດຍບໍ່ໄດ້ຄຳນຶງເຖິງເຜົ່າພັນ, ວັດທະນະທໍາ, ພາສາ, ປະຫວັດຄວາມເປັນມາຂອງກຸ່ມຄົນໃນປະເທດອານານິຄົມຫຼັງຈາກໄດ້ຮັບເອກະລາດ ຈຶ່ງເຮັດໃຫ້ກຸ່ມຕ່າງໆໃນປະເທດດຽວກັນ ມີການເຄື່ອນໄຫວສະແດງຄວາມຕ້ອງການທີ່ຈະເປັນອິດສະຫຼະ ແລະ ບໍ່ຂຶ້ນຕໍ່ລັດຖະບານປະເທດຂອງຕົນ.

  2.2 ຜົນທີ່ເກີດຂຶ້ນຈາກການຕົກເປັນອານານິຄົມ

         ການຕົກເປັນອານານິຄົມ ຫຼື ຄວາມພະຍາຍາມ ທີ່ຈະຕົກເປັນປະເທດອານານິຄົມມັນພາໃຫ້ປະເທດກໍາລັງພັດທະນາ ໄດ້ມີການປັບປຸງລະບົບຕ່າງໆ ໃນປະເທດເຊັ່ນວ່າ: ການຮັບເອົາລະບົບການບໍລິຫານການພັດທະນາແບບ    ໃໝ່ໆມານໍາໃຊ້ຄື: ລະບົບການບໍລິຫານ, ການຈັດການ, ບັນຫາຄ່ານິຍົມ ທາງດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ຄວາມກ້າວໜ້າຕ່າງໆ ຈາກປະເທດເອີຣົບ, ນອກຈາກນີ້, ຍັງມີກຸ່ມຊັ້ນຄົນຜູ້ນາໍ ຫຼື ບຸກຄົນສໍາຄັນຈາໍນວນໜຶ່ງຊຶ່ງໄດ້ຮັບການສຶກສາມາຈາກປະເທດເອີຣົບກໍມີຄວາມມຸ່ງໝາດປາດຖະຫນາທີ່ຈະສ້າງສາພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ ແລະ ຍືນຢູ່ໃນສະພາວະທີ່ທັນສະໄໝ (Modernization) ຄືກັນກັບເອີຣົບ.

ໃນສະໄໝກອ່ນ ລັດຖະບານມີໜ້າທີ່ໃນຂອບເຂດຈໍາກັດບາງດ້ານ ແຕ່ໃນເມື່ອມີລັດຖະບານໃໝ່ປ່ຽນແທນ ກໍຍິ່ງມີຄວາມຕ້ອງການ ໃຫ້ມີແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຕ້ອງການໃຫ້ມີການຂະຫຍາຍຂອບເຂດອໍານາດ, ໜ້າທີ່ ແລະ ການບໍລິການ ໃຫ້ທົ່ວເຖິງທຸກພື້ນທີ່ໃນທົ່ວປະເທດ, ການຂະຫຍາຍບົດບາດ, ໜ້າທີ່ຂອງລະບົບລັດຖະການ ໄດ້ກໍ່ໃຫ້ເກີດການພັດທະນາລະບົບລັດຖະການ ແລະ ມີການສະເໜີແນະນຳສິ່ງໃໝ່ໆ ໃຫ້ແກ່ປະຊາຊົນເຊັ່ນວ່າ: ວິທີເຮັດວິທີເຮັດການກະສິກຳ, ປູກຝັງ, ລ້ຽງສັດ...ນອກຈາກນັ້ນ, ຍັງມີການກຳນົດການພັດທະນາອຸດສາຫະກາໍ, ຫັດຖະກາໍ ແລະ ເຕັກໂນໂລຊີ ທີ່ໄດ້ຮັບທຶນຊ່ວຍເຫຼືອທາງດ້ານທຶນຮອນ ເພື່ອພັດທະນາປະເທດ ຈາກຕ່າງປະເທດ.

ການພັດທະນາປະເທດ ດ້ວຍການປ່ຽນແປງ, ການຮັບເອົາຄ່ານິຍົມ ແລະ ແນວຄວາມຄິດໃໝ່ໆເຂົ້າມາແທນທີ່ໃນປະເທດກາລັງພັດທະນາ ໂດຍຜ່ານລະບົບການສຶກສາ, ການຝຶກອົບຮົມ, ການແນະນໍາ ຂອງຊ່ຽວຊານຕ່າງປະເທດ ເປັນຂະບວນການພັດທະນາສັງຄົມທີ່ສຳຄັນ ໂດຍປົກກະຕິການປ່ຽນແປງຄ່ານິຍົມ ແລະ ແນວຄວາມຄິດໃໝ່ໆຈະຕ້ອງໃຊເວລາເຖິງ 3 ຊົ່ວອາຍຸຄົນ, ດັ່ງນັ້ນ, ປະເທດໃດໆກໍ່ຕາມຫາກວ່າບໍ່ມີການລວມຊາດໄດ້ໂດຍພື້ນຖານປະເທດນັ້ນ, ຈະບໍ່ສາມາດພັດທະນາທາງດ້ານອຸດສາຫະກາໍໄດ້. ຖ້າຫາກບໍ່ມີການພັດທະນາອຸດສາຫະກຳ, ການມີຄຸນະພາບຊີວິດທີ່ດີຈະເປັນໄປໄດ້ຍາກ ແລະ ຈະບໍ່ມີສ່ວນຮ່ວມທາງດ້ານການເມືອງຂອງສັງຄົມຢ່າງກ້ວາງຂວາງ ແລະ ຖ້າຫາກພາຍໃນປະເທດບໍ່ມີອັດຕາບໍລິໂພກສູງກໍບໍ່ຈໍາເປັນທີ່ຈະຕ້ອງໃຊ້ເຄື່ອງຈັກອັດຕະໂນມັດ.

ຈາກທີ່ໄດ້ເວົ້າມາຂ້າງເທິງນັ້ນ, ສະຫຼຸບໄດ້ວ່າ: ຫາກປະເທດກໍາລັງພັດທະນາມີຄວາມເຊື່ອໝັ້ນໃນແນວທາງພັດທະນາປະເທດຕາມແນວທາງການພັດທະນາເສດຖະກິດຄືກັນກັບປະເທດທີ່ພັດທະນາແລ້ວກໍມີຄວາມຈຳເປັນທີ່ຈະຕ້ອງຫາຄວາມຮ່ວມມືຊ່ວຍເຫຼືອຈາກປະເທດດັ່ງກ່າວເພື່ອໃຫ້ການພັດທະນາໃນຂັ້ນຕອນຕ່າງໆຄື : ຂັ້ນຕອນການສ້າງຄວາມຈະເລີນເຕີບໂຕທາງເສດຖະກິດ, ຂັ້ນຕອນການສ້າງລັດ ແລະ ສະຫວັດດີການໃຫ້ເກີດຂຶ້ນເປັນຕົ້ນ.

III.      ການບໍລິຫານງານໃນປະເທດກໍາລັງພັດທະນາ

     3.1 ລັກສະນະຂອງການບໍລິຫານງານໃນປະເທດກໍາລັງພັດທະນາ

        ການບໍລິຫານງານໃນປະເທດກາລັງພັດທະນາມີລັກສະນະການພັດທະນາທີ່ມີຈຸດມຸ່ງໝາຍອັນຕົ້ນຕໍຂອງການພັດທະນາຄື ເພື່ອເພີ່ມລາຍໄດ້ຂອງປະຊາຊາດຂຶ້ນ, ປົກປ້ອງສະພາບແວດລ້ອມ, ນາໍໃຊ້ຜົນປະໂຫຍດຂອງຊັບພະຍາ ກອນທໍາມະຊາດ ແລະ ໃຊ້ຜົນປະໂຫຍດສູງສຸດຂອງຊັບພະຍາກອນມະນຸດເພື່ອກະຈາຍລາຍໄດ້ຢ່າງເປັນທາໍໃຫ້ແກ່ສັງຄົມ. ການບັນລຸເປົ້າໝາຍທາງສັງຄົມນີ້, ໃນດ້ານອຸດົມການແລ້ວຈະຕ້ອງແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມ. ແຕ່ໃນຕົວແກນສາໍຄັນໃນການກໍ່ໃຫ້ເກີດການປ່ຽນແປງນີ້, ຈະຕ້ອງແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງລັດຖະບານຊຶ່ງມັນໄດ້ປະກອບດ້ວຍຫຼາຍເຫດຜົນ:

­    ລັດຖະບານເທົ່ານັ້ນທີ່ມີອໍານາດໃນການຈັດສັນຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດເພື່ອການພັດທະນາປະເທດ.

­    ການນຳໃຊ້ເຕັກນິກ ແລະ ວິທະຍາສາດໃໝ່ໆມາໃຊ້ຈະເກີດໄດ້ໂດຍການສະໜັບສະໜູນ ຂອງລັດຖະ ບານທັງໃນດ້ານການວິໄຈ ແລະ ຜູ້ຊ່ຽວຊານຈາກຕ່າງປະເທດ.

­    ການປ່ຽນແປງສະຖາບັນຕ່າງໆໃນສັງຄົມຈະເກີດຂຶ້ນໄດ້ຈາກລັດຖະບານ ຫຼື ໄດ້ຮັບການສະໜັບສະໜູນຈາກລັດຖະບານ.

­    ລັດຖະບານເປັນຫຼັກໃນການລົງທຶນດ້ານການພັດທະນາເສດຖະກິດ - ສັງຄົມ ໂດຍການໃຊ້ຈ່າຍເງິນ ຫຼື ການໃຊ້ມາດຕະການທາງດ້ານກົດໝາຍ ແລະ ນະໂຍບາຍອື່ນໆ.

­    ການໃຫ້ການສຶກສາ ແລະ ການຝຶກອົບຮົມໂດຍສະເພາະທາງດ້ານວິທະຍາສາດ, ວິສາວະກອນ, ການຈັດ ການ, ຊ່າງສີມືເພື່ອເປັນປະໂຫຍດຕໍ່ການພັດທະນານີ້ກໍເປັນບັນຫາສຳຄັນທີ່ລັດຖະບານຈະຕ້ອງໄດ້ຮັບຜິດຊອບ.

­    ລັດຖະບານສາມາດຄວບຄຸມການນຳໃຊ້ຊັບພະຍາກອນທໍາມະຊາດຢ່າງເປັນປະໂຫຍດ.

­    ລັດຖະບານຕ້ອງເປັນຜູ້ລິເລີ່ມໃນການເປັນຜູ້ນໍາທາງດ້ານເສດຖະກິດເພາະວ່າບົດບາດຂອງລັດວິສາຫະກິດຈະມີຄວາມສາໍຄັນສູງກວ່າ.

­    ລັດຖະບານຈະເປັນຜູ້ຮັບຜິດຊອບໃນທຸກໆດ້ານກ່ຽວກັບການພັດທະນາປະເທດຊາດ.

     3.2 ບັນຫາຂອງການບໍລິຫານງານໃນປະເທດກໍາລັງພັດທະນາ

­    ໂຄງສ້າງ ຫຼື ໂຄງຮ່າງການຈັດຕັ້ງຂອງອົງການຍັງບໍ່ທັນລະອຽດທີ່ຖ້ວນເທົ່າທີ່ຄວນ ແລະ ຍັງບໍ່ຄົບຖ້ວນເທື່ອທີ່ຈະສະຫນອງໃຫ້ການເຄື່ອນໄຫວວຽກງານໄດ້ສໍາເລັດຢ່າງມີປະສິດທິພາບປະສິດທິຜົນ.

­    ລະບົບລັດຖະການຂາດປະສິດທິພາບເນື່ອງຈາກຄວາມສັບສົນໃນໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງແຕ່ລະກະຊວງ, ກົມ... ການເຮັດວຽກງານຊັບຊ້ອນ ແລະ ຂາດການປະສານງານ.

­    ການຂາດລະບົບບໍລິຫານບຸກຄົນທີ່ມີປະສິດທິພາບ ແລະ ການຂາດຄົນຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ຄວາມຊໍານານໃນການບໍລິຫານໂຄງການ.

­    ການຄໍລັບຊັ້ນ (Corruption) ທີ່ມີຢູ່ໃນລະບົບລັດຖະການ.

­    ລັດຖະກອນເຮັດວຽກງານຂາດຂວັນກໍາລັງໃຈ ແລະ ແຮງຈູງໃຈ.

­    ລະບົບການເຮັດວຽກງານຖືວຽກງານເປັນຫຼັກ.

­    ຂະບວນການ ແລະ ວິທີການກ່ຽວກັບການງົບປະມານທີ່ລ້າສະໄໝ.

­    ລະບົບການເຮັດວຽກງານແບບຄະນະກາໍມະການ.

3.3 ບັນຫາທີ່ເປັນອຸປະສັກຕົ້ນຕໍຂອງບັນດາປະເທດກໍາລັງພັດທະນາ

­    ພົນລະເມືອງ ຫຼື ຄົນຈໍານວນຫຼາຍຍັງດໍາລົງຊີວິດຢູແບບປະຖົມປະຖານ, ທໍາມາຫາກິນຕາມທໍາມະຊາດ, ຍັງມີການເຊື່ອຖືແບບຫງົມງວາຍ ແລະ ບໍ່ໄດ້ຮັບການສຶກສາ ຢ່າງພຽງພໍ, ມີຄວາມຮູ້ຕໍ່ເຫຼົ່ານີ້ໄດ້ກາຍເປັນອຸປະສັກກີດຂວາງຕໍ່ການພັດທະນາເຊັ່ນວ່າ: ການພັດທະນາເຂດພູດອຍຫ່າງໄກຊອກຫຼີກ...

­    ເສດຖະກິດບາງພາກສ່ວນບໍ່ໄດ້ເຂົ້າຢູ່ໃນວົງຈອນເງິນຕາເຊັ່ນ: ພາກສ່ວນເຮັດການຜະລິດເພື່ອລ້ຽງຊີບ ພໍແຕ່ກຸ້ມຢູ່ກຸ້ມກິນໃນແຕ່ລະມື້ແຕ່ລະວັນເທົ່ານັ້ນ.

­    ຄົນຈໍານວນຫຼາຍ ຂາດຄວາມສາມາດຊື້ສິນຄ້າທີ່ຕ້ອງການຢ່າງພຽງພໍ; ໝາຍຄວາມວ່າ: ພວກເຂົາມີຄວາມຕ້ອງການສິນຄ້າ ແລະ ການບໍລິການຫຼາຍໂພດແຕ່ພັດບໍ່ມີເງິນທີ່ຈະຊື້ (ຍ້ອນການຜະລິດຫນ້ອຍແຕ່ຄວາມຕ້ອງການໃນທ້ອງຕະຫຼາດພັດຫຼາຍເຮັດໃຫ້ສິນຄ້າແພງ).

­    ເສດຖະກິດ ຢູ່ພາຍໃນປະເທດຫຼຸດລົງຍ້ອນວ່າ: ຮັບສິນຄ້າເຂົ້າມາຫຼາຍເກີນກວ່າສົ່ງອອກ (ຕ້ອງໄດ້ຈ່າຍເງິນຊື້ຫຼາຍ) ເຮັດໃຫ້ເງິນກີບຕົກຕ່ຳ ແລະ ສຸດທ້າຍກໍກ້າວໄປເຖິງຫນີ້ສິນ.

­    ມີບັນຫາທາງດ້ານສັງຄົມເກີດຂຶ້ນ ເຊັ່ນວ່າ: ເກີດມີໄພຫວ່າງງານ, ການຄ້າຂາຍເຖື່ອນ, ການຄາດຕະກໍາ, ການສໍ້ລາດບັງຫຼວງ, ຂີ້ລັກມັກສົກ (ລັກເລັກຂະໂມຍນ້ອຍ) ແລະ ຄວາມທຸກຈົນເຫຼົ່ານີ້ເປັນ ຕົ້ນ.

­    ການກະຈ່າຍເງິນທຶນງົບປະມານໃສ່ການບໍລິຫານການພັດທະນາບໍ່ທັນທົ່ວເຖິງ (ຍ້ອນ ລັດຖະບານບໍ່ທັນມີທຶນພຽງພໍ).

ເພາະສະນັ້ນ, ຄວາມທຸກຈົນ, ຄວາມດ້ອຍພັດທະນາຈຶ່ງຖືກແກ້ໄຂໄປເທື່ອລະຫນ້ອຍຈົນກ້າວໄປເຖິງ ຈຸດພັດທະນາໃນທີ່ສຸດ, ດັ່ງນັ້ນ, ບັນຫາຕໍ່ໄປແມ່ນຈະສ້າງລາຍໄດ້ແນວໃດ? ການສ້າງລາຍໄດ້ ມີສ່ວນພົວພັນໂດຍກົງຕໍ່ກັບການຜະລິດສິນຄ້າ ແລະ ການບໍລິການອີກໃນຫຼາຍປະເທດແມ່ນອີງໃສ່ເງິນກູ້ ແລະ ການຊ່ວຍເຫຼືອຫຼ້າຈາກປະເທດທີ່ພັດທະນາແລ້ວຫຼາຍກວ່າ ຫຼື ອາໄສແຕ່ພຽງໂຄງການຊ່ວຍເຫຼືອຈາກສາກົນ. ການພັດທະນາໃນແງ່ທີ່ພໍຈະສາມາດປົດປ່ອຍປະເທດໜຶ່ງອອກຈາກການເພິ່ງພາປະເທດອື່ນ ໃນການໃຫ້ທຶນຊ່ວຍເຫຼືອ ແລະ ເຮັດໃຫ້ເສດຖະກິດກ້າວຂຶ້ນຢູ່ໃນລະດັບສູງກວ່າເກົ່າ ຄື:

­  ບາດກ້າວທໍາອິດ: ເຮັດໃຫ້ພາກສ່ວນກະສິກໍາສ້າງຜົນຜະລິດໄດ້ຫຼາຍຂຶ້ນໂດຍໃຊ້ປັດໄຈ ຕ່າງໆເຊັ່ນ : ເຄື່ອງກົນຈັກ, ເຄື່ອງຮູ້ເຮັດຮູ້ທາໍ ແລະ ທຶນ.

­  ບາດກ້າວທີ່ສອງ: ເຊື່ອມໂຍງພາກສ່ວນອຸດສາຫະກຂະຫນາດນ້ອຍເຂົ້າກັບຄວາມຕ້ອງ ການຂອງພາກສ່ວນກະສິກໍາ.

­   ບາດກ້າວທີ່ສາມ: ຈັດຕັ້ງພາກສ່ວນບໍລິການໃຫ້ຊຸກຍູ້ສົ່ງເສີມການພັດທະນາກະສິກໍາ ແລະ ອຸດສາຫະ ກຳຫຼີກເວັ້ນສິ່ງກີດກັ້ນຄວາມກ້າວໜ້າໃນດ້ານຕ່າງໆເປັນຕົ້ນລະບົບລັດຖະການ ທີ່ມີຫຼາຍຂັ້ນຕອນ.

­  ບາດກ້າວທີ່ສີ່: ບາດກ້າວສູ່ຕະຫຼາດໂລກໂດຍນໍາເອົາຜະລິດຕະພັນ ແລະ ການບໍລິການທີ່ເລືອກເຟັ້ນແລ້ວ: ການທ່ອງທ່ຽວ, ການສົ່ງອອກຜະລິດຕະພັນຕ່າງໆທີ່ປະເທດມີຄວາມໄດ້ປຽບໂດຍສົມທຽບ (ຊອກຫາຊ່ອງຫວ່າງສະເພາະໃນຕະຫຼາດ).

­       ບາດກ້າວທີ່ຫ້າ: ໃນເວລາດຽວກັນເພີ່ມທະວີການກຸ່ມຕົນເອງດ້ານສະບຽງອາຫານ, ການຜະລິດມູນຄ່າເພີ່ມທີ່ສູງກວ່າ ແລະ ການແຈກຢາຍສິນຄ້າທີ່ເທົ່າທຽມກັນ.

ດັ່ງນັ້ນ, ປະເທດກໍາລັງພັດທະນາ ຕ້ອງໄດ້ເປີດປະຕູການພົວພັນຮ່ວມມືກັບພາຍນອກຢ່າງ ກວ້າງຂວາງເພື່ອຍາດແຍ່ງເອົາການລົງທຶນການຊ່ວຍເຫຼືອຈາກອົງການສາກົນ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ (ສ້າງເສດຖະກິດຄອບຄົວ, ເຮັດການຜະລິດພາຍໃນບ້ານດ້ວຍການສ້າງຄອບຄົວຕົວແບບ ເພື່ອໃຫ້ເຂົາເຈົ້າມີຢູ່ມີກິນດ້ວຍການປະຍັດມັດຖະຍັດສ່ວນທີ່ເຫຼືອກັນໄປຈໍາຫນ່າຍໃນທ້ອງຕະຫຼາດ ຫຼື ສົ່ງອອກຂາຍຕໍ່ຢູ່ຕ່າງປະເທດ, ທັງນີ້, ກໍເພື່ອສ້າງລາຍໄດ້ໃຫ້ແກ່ຄອບຄົວ ແລະ ປະເທດຊາດ.

     3.4 ປັດໄຈສະພາບແວດລ້ອມທີ່ມີຜົນຕໍ່ການບໍລິຫານງານໃນປະເທດກໍາລັງພັດທະນາ

ນັກບໍລິຫານຫຼາຍໆທ່ານເຊື່ອວ່າບັນຫາ ແລະ ອຸປະສັກດັ່ງກ່າວມາຂ້າງເທິງນັ້ນ, ເປັນບັນຫາ ແລະ ອຸປະສັກທີ່ແທ້ຈິງ ແຕ່ເຫັນວ່າສິ່ງຕ່າງໆ ທີ່ເກີດຂຶ້ນນີ້ມາຈາກປັດໄຈສະພາບແວດລ້ອມຕ່າງໆຫຼາຍກວ່າຊຶ່ງປັດໄຈສະພາບແວດລ້ອມດັ່ງກ່າວທີ່ມີຜົນຕໍ່ການບໍລິຫານງານຢູ່ໃນປະເທດກໍາລັງພັດທະນາ ປະກອບມີຫຼາຍປັດໄຈ ຄື:

3.4.1 ປັດໄຈທາງດ້ານເສດຖະກິດ: ມີລັກສະນະໂຄງສ້າງທາງເສດຖະກິດກະສິກໍາແບບຫຼ້າຫຼັງ ຫຼາຍກວ່າເສດຖະກິດແບບຕະຫຼາດ, ໃນລະບົບເສດຖະກິດສະໄໝໃໝ່ໂດຍປົກກະຕິຊື້ຂາຍໃນລະບົບເສດຖະກິດສະໄໝໃໝ່ຂອງປະເທດທີ່ພັດທະນາແລ້ວຈະຂຶ້ນຢູ່ກັບອຸປະສົງ ແລະ ອຸປະທານ (ການໃຫ້) ການກໍານົດລາຄາສິນຄ້າຂອງລັດຖະ ບານຊຶ່ງຈະເປັນໄປຕາມເຫດຜົນ ແລະ ກົນໄກຂອງລາຄາແຕ່ລະເທດກໍາລັງພັດທະນາຈະມີການແລກປ່ຽນ ແລະ ເພິ່ງພາອາໄສເຊິ່ງກັນ ແລະ ກັນຕາມທີ່ເຄີຍມີບັນຫາທີ່ສໍາຄັນຄື: ປະຊາຊົນບໍ່ມີການປະຍັດ, ອັດຕາການແລກປ່ຽນຕໍ່, ການຂະຫຍາຍຕົວທາງດ້ານການຜະລິດຢູ່ໃນລະດັບຕໍ່າ, ລາຍໄດ້ຕໍ່າ ແລະ ອັດຕາການລົງທຶນຕໍ່າ, ເມື່ອມີການລົງທຶນ ຫຼື ຖ້າການລົງທຶນກໍຈະເປັນໃນເລື່ອງທີ່ດິນ ຫຼື ການຄ້າທີ່ບໍ່ແມ່ນອຸດສາຫະກໍາ ຫຼື ເປັນການປະຍັດເພື່ອເປົ້າໝາຍ ໂດຍສະເພາະເຊັ່ນ: ການປຸກເຮືອນ, ການຊື້ລົດ, ພິທີການແຕ່ງດອງ ແລະ ພິທີປົງສົບສົ່ງ ສະການ.

3.4.2 ປັດໄຈທາງດ້ານສັງຄົມ: ລັກສະນະໂຄງສ້າງທາງສັງຄົມມີລັກສະນະການຍຶດຖືບຸກຄົນໂດຍສະເພາະເຈາະຈົງຫຼາຍກວ່າການລວມຕົວກັນເພື່ອໃຫ້ກຸ່ມຄົນໃດໜຶ່ງ ຫຼື ກຸ່ມຄົນຂອງຕົ້ນກ້າວໄປສູ່ຜົນປະໂຫຍດ. ລັກສະນະໂຄງສ້າງທາງສັງຄົມ ທີ່ມີຜົນຕໍ່ການບໍລິຫານນັ້ນມີຄື: ການຂາດກົດເກນທາງການບໍລິຫານສັງຄົມ ແລະ ເມື່ອລວມຕົວກັນບໍ່ໄດ້ກາກການທີ່ຕົນມີຜົນປະໂຫຍດຮ່ວມກັນຈິ່ງບໍ່ມີກຸ່ມຜົນປະໂຫຍດທີ່ເປັນພະລັງແຮງທາງດ້ານການເມືອງຢ່າງແທ້ຈິງ.

3.4.3 ປັດໄຈທາງດ້ານການເມືອງ: ເປັນທີ່ຍອມຮັບ ແລະ ເຫັນໄດ້ນາໍກັນແລ້ວວ່າ ປັດໄຈທາງດ້ານການ ເມືອງກໍມີຜົນຕໍ່ການບໍລິຫານງານຫຼາຍເຊັ່ນວ່າ: ບົດບາດສຳຄັນໃນການພັດທະນາປະເທດຊາດ ຂອງລັດຖະກອນໂດຍສະເພາະແມ່ນລັດຖະກອນທີ່ຢູ່ໃນບັນດາປະເທດກໍາລັງພັດທະນານັ້ນເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ມີການສຶກສາສູງກວ່າປະຊາຊົນທົ່ວໆໄປ, ຖ້າມາພິຈາລະນາເບິ່ງອຳນາດການບໍລິຫານແລ້ວເຮົາຈະພົບວ່າອໍານາດໃນຖານະທີ່ເປັນສິ່ງນາໍເຂົ້າຈະມີຫຼາຍກວ່າຜົນງານທີ່ປະກົດອອກມາພັດມີນ້ອຍ, ການມີອໍານາດໃນການຕັດສິນໃຈມີຫຼາຍຈຶ່ງກໍ່ໃຫ້ເກີດການມີອິດທິພົນສູງເກີນຂອບເຂດຂຶ້ນມາ, ດັ່ງນັ້ນ, ຈຶ່ງເກີດມີການບໍລິຫານແບບພິທີການຂັ້ນນັ້ນຄືຜົນຂອງອານາດທີ່ໃຊ້ ຫຼື ສິ່ງທີ່ເກີດຂຶ້ນຈຶ່ງແຕກຕ່າງຈາກແບບທີ່ໄດ້ກໍານົດໄວ້.

     3.5 ຈຸດບົກພ່ອງທາງດ້ານການບໍລິຫານຂອງປະເທດກໍາລັງພັດທະນາ

Ferrel Heads ໄດ້ສະຫຼຸບລັກສະນະຈຸດບົກພ່ອງທາງດ້ານການບໍລິຫານຂອງບັນດາປະເທດກໍາລັງພັດທະນາໄວ້ວ່າມີຢູ່ 5 ປະການຄື:

­     ການລອກແບບການບໍລິຫານໂດຍສະເພາະນາໍເອົາລະບົບລັດຖະການແບບຕາເວັນຕົກ ມາໃຊ້ຫຼາຍກວ່າການບໍລິຫານທີ່ເປັນຂອງຕົນເອງ.

­     ລະບົບລັດຖະການຂາດແຄ້ນກາໍລັງຄົນໃນດ້ານຄວາມຮູ້, ຄວາມຊານານງານ.

­     ການບໍລິຫານງານມຸ່ງທີ່ເປົ້າໝາຍອັນອື່ນຫຼາຍກວ່າທີ່ຈະເປັນການມຸ່ງເຖິງປັດໄຈພາຍນອກ (Output) ຫຼື (ຜົນລວມຜະລິດຕະພັນ).

­     ການບໍລິຫານງານຕາມຮູບແບບ (Formalism) ຄື : ການບໍລິຫານງານທີ່ໄດ້ຜົນງານອອກມາຜິດໄປຈາກຮູບແບບທີ່ກໍານົດໄວ້.

­     ການບໍລິຫານງານມີລັກສະນະທີ່ເປັນອິດສະຫຼະຫຼາຍເກີນໄປ.

 

IV. ປະເທດກໍາລັງພັດທະນາກັບການກ້າວສູ່ພາວະຄວາມທັນສະໄໝ

     4.1 ປະເທດກາໍລັງພັດທະນາ

ປະຈຸບັນບັນດາປະເທດກໍາລັງພັດທະນາ ປະຊາກອນທັງໝົດຂອງປະເທດກໍາລັງພັດທະນາ ເທົ່າກັບ 2/3 ຂອງຈໍານວນປະຊາກອນໂລກ ຊຶ່ງເອີ້ນໄດ້ວ່າ ເປັນປະຊາກອນສ່ວນໃຫ່ຍຂອງໂລກ. ເມື່ອພິຈາລະນາເຖິງຄຸນະພາບຊີວິດຂອງປະຊາກອນເຫຼົ່ານີ້ເຫັນວ່າ ຍັງພົບບັນຫາດ້ານ ຄວາມຍາກຈົນ ແລະ ຍັງດ້ອຍໂອກາດ ສ່ວນຫຼາຍດ້ອຍການສຶກສາ (ການບໍ່ໄດ້ຮັບການສຶກສາຢ່າງທົ່ວເຖິງ, ການມີລາຍໄດ້ຕໍ່) ໃນປະເທດພວມພັດທະນາຈໍານວນຜູ້ມີລາຍຮັບສະເລ່ຍບໍ່ເຖິງ 1 ໂດລາອາເມລິກາຕໍ່ມື້ ແລະ ໄດ້ຫຼຸດຈາກ 113 ໃນປີ 1990 ລົງຮອດ 1/4 ໃນ ປີ 1999.

ໃນ 20 ປີຜ່ານມານີ້, ປະຊາກອນຂອງປະເທດພວມພັດທະນາທີ່ໄດ້ລົງຊີວິດຢູ່ໃຕ້ຄວາມທຸກຈົນນັ້ນໄດ້ເພີ່ມຂຶ້ນ 40% ໃນນັ້ນ, ຜູ້ທຸກຈົນທີ່ສຸດໄດ້ລື່ນກາຍ 600 ລ້ານຄົນ, ຈາໍນວນປະເທດທີ່ ສປຊ ຈັດເປັນປະເທດດ້ອຍພັດທະນາເພີ່ມຈາກ 29 ປະເທດໃນເມື່ອກ່ອນ ຂັ້ນຮອດ 49 ປະເທດໃນປັດຈຸບັນ ແລະ ມູນຄ່າຜະລິດຕະພັນຂອງປະເທດທຸກຈົນເຫຼົ່ານັ້ນກວມເອົາຜະລິດຕະພັນທົ່ວໂລກພຽງ 0,6% ເທົ່ານັ້ນ, ແຕ່ຈາໍນວນໜີ້ສິນພັດສູງຂຶ້ນເຖິງ 150 ຕື້ໂດລາອາເມລິກາ, ທົ່ວໂລກມີຜູ້ຂາດທາດບໍາລຸງຈໍານວນ 840 ລ້ານຄົນ, ແຕ່ລະມື້ມີຜູ້ເສຍຊີວິດຈາໍນວນ 25.000 ຄົນຍ້ອນຄວາມອຶດຫິວ, ຂາດເຄື່ອງອຸປະໂພກ, ບໍລິໂພກ ແລະ ການປະສົບໂລກໄພໄຂ້ເຈັບຕ່າງໆ ຂອງເດັກ ແລະ ຜູ້ໃຫ່ຍຕະຫຼອດເຖິງຄົນໄວຊະລາ (ສ່ວນຫຼາຍ ແມ່ນເດັກນ້ອຍ) ນອກນັ້ນ, ຄົນໃນປະເທດກໍາລັງພັດທະນາ ຍັງປະສົບການເພິ່ງພາຕ່າງປະເທດ ແລະ ອື່ນໆ. ສະນັ້ນ, ເພື່ອບໍ່ໃຫ້ຄວາມຮັ່ງມີ ແລະ ຄວາມທຸກຈົນເຫີນຫ່າງຈາກກັນ ຫຼື ລະຫວ່າງປະເທດອຸດສາຫະກຳທີ່ພັດທະນາແລ້ວກັບປະເທດພວມພັດທະນາໄດ້ຢູ່ຮ່ວມກັນໂດຍສັນຕິພາບໂລກ, ປະເທດອຸດສາຫະກຳທີ່ພັດທະນາແລ້ວໄດ້ຍື່ນມື້ເຂົ້າມາຮ່ວມ ແລະ ຊ່ວຍເຫຼືອປະເທດກໍາລັງພັດທະນາໃນລັກສະນະຄວາມຊ່ວຍເຫຼືອເພື່ອພັດທະນາລະຫວ່າງປະເທດ (Bilateral) ແລະ ຄວາມຊ່ວຍເຫຼືອ ເພື່ອການພັດທະນາທີ່ອາໄສຄວາມຮ່ວມມືກັບຫຼາຍປະເທດ ຫຼື ຫຼາຍອົງການດ້ວຍກັນ (Multilateral) ເພື່ອຊ່ວຍເຫຼືອປະເທດກາໍລັງພັດທະນາ.

ຕົກມາຮອດໃນທົດສະວັດທີ່ໜຶ່ງຂອງການພັດທະນາຊຶ່ງກໍານົດໂດຍອົງການສະຫະປະຊາຊາດໃນຊ່ວງປີ 1961-1971 ມີນັກວິຊາການ, ຜູ້ຊ່ຽວຊານ ແລະ ນັກບໍລິຫານລະດັບສູງຂອງບັນດາປະເທດເອີຣົບຕາເວັນຕົກ ແລະ ຕາເວັນອອກມີຄວາມເຊື່ອໝັ້ນວ່າ: ຖ້າຫາກບັນດາປະເທດກໍາລັງພັດທະນາໄດ້ຮັບການຊ່ວຍເຫຼືອທາງດ້ານການເງິນ, ເຕັກໂນໂລຊີ ແລະ ເຄື່ອງມີທາງດ້ານການຈັດອົງການທີ່ເໝາະສົມຈະຊ່ວຍສົ່ງເສີມປະເທດເຫຼົ່ານັ້ນ ປະສົບຜົນສຳເລັດໃນການພັດທະນາທາງດ້ານວັດຖຸຄືກັນກັບປະເທດອຸດສາຫະກຳອື່ນໆໄດ້.

- ປະການທີ 1: ຈະຕ້ອງເຜີຍແຜ່ທາງດ້ານເຕັກນິກ, ວິທີການສະໄໝໃໝ່ (Diffusion of technic know how) ຈາກປະເທດອຸດສາຫະກໍາ ຫຼື ປະເທດທີ່ພັດທະນາແລ້ວ.

- ປະການທີ 2: ຈະຕ້ອງມີການຮັບເອົາແນວຄວາມຄິດການບໍລິຫານການພັດທະນາໄປໃຊ້ໃນການພັດທະນາປະເທດ, ການບໍລິຫານການພັດທະນາຈະຕ້ອງປະກອບດ້ວຍການບໍລິຫານເພື່ອການພັດທະນາ ແລະ ການພັດທະນາການບໍລິຫານຊຶ່ງມີຈຸດເນັ້ນໄປສູ່ຄວາມມີວິຊາຊີບ, ລະບົບລັດຖະການຈະຕ້ອງມີຄວາມເປັນກາງ ແລະ ຕ້ອງມີການພັດທະນາສັກກະຍາພາບ ຫຼື ຂີດຄວາມສາມາດທາງດ້ານເຕັກນິກ ແລະ ໃນການພັດທະ ນາປະເທດຊາດຈະຕ້ອງປະຕິບັດໃຫ້ມີການພັດທະນາໃນລະບົບຕ່າງໆ ເປັນຕົ້ນ ທາງດ້ານເສດຖະກິດ - ສັງຄົມ ແລະ ລະບົບການເມືອງ.

 

     4.2 ແນວຄວາມຄິດໃນການພັດທະນາປະເທດ

   ຕົວແບບແນວຄວາມຄິດທິດສະດີຂອງບັນດາປະເທດກໍາລັງພັດທະນາໃນການພັດທະນາປະເທດຊາດຂອງຕົນມີຫຼາຍປະເດັນສໍາຄັນ ດັ່ງນີ້:

1)        ຈະຕ້ອງສ້າງຄວາມເຕີບໂຕທາງດ້ານເສດຖະກິດ ແລະ ການສ້າງຄວາມຈະເລີນເຕີບໂຕທາງດ້ານເສດຖະກິດນີ້ໝາຍເຖິງການເຮັດໃຫ້ລາຍໄດ້ ຂອງປະຊາຊາດເພີ່ມຂຶ້ນ ແລະ ລວມເຖິງການສ້າງພາວະຄວາມເປັນສັງຄົມ - ການເມືອງ (Urbanization) ອີກດ້ວຍ.

2)        ຕ້ອງມີຄວາມເຊື່ອໝັ້ນວ່າ: ການປ່ຽນແປງທາງດ້ານປະລິມານ (Quantitative) ເປັນຜົນໃຫ້ແກ່ການພັດທະນາທາງດ້ານເສດຖະກິດ (Economic growth), ຈະກໍ່ໃຫ້ເກີດການປ່ຽນແປງທາງດ້ານຄຸນະພາບ (qualitative) ແລະ ເປັນແນວທາງການພັດທະນາທາງດ້ານສັງຄົມໂດຍອັດຕະໂນມັດ, ເຮົາສາມາດເວົ້າໄດ້ວ່າ: ການມີລາຍໄດ້ເພີ່ມຂຶ້ນ ຂອງປະຊາຊົນເຮັດໃຫ້ປະຊາຊົນມີໂອກາດຄວາມສາ ມາດທາງດ້ານການສຶກສາເພີ່ມຫຼາຍຂຶ້ນ, ການໄດ້ຮັບການສຶກສາດີມີຜົນຕໍ່ການເຮັດວຽກງານ ແລະ ມີຄຸນນະພາບຊີວິດທີ່ດີ ເປັນລູກໂສ້ຕໍ່ເນື່ອງກັນເລື້ອຍໆໄປ.

3)        ໃນການພັດທະນາປະເທດຈະຕ້ອງພັດທະນາຈາກຈຸດທີ່ເອີ້ນວ່າ: (take of ) ຊຶ່ງໝາຍເຖິງການສ້າງຄວາມພ້ອມໃນການພັດທະນາປະເທດດ້ວຍການລົງທຶນທາງດ້ານພື້ນຖານຂອງເສດຖະກິດ ແລະ ສັງຄົມເຊັ່ນ: ການຄົມມະນາຄົມ, ໄຟຟ້າ, ນ້ຳປາປາ, ການຕິດຕໍ່ສື່ສານ, ການສຶກສາ, ສາທາລະນະສຸກ .....ເຫຼົ່ານີ້ເປັນຕົ້ນ.

ສະຫຼຸບລວມແລ້ວ, ປັດໄຈທີ່ເຮັດໃຫ້ມີການຖ່າຍທອດຄວາມຈະເລີນ ຫຼື ທິດສະດີຕົວແບບໃນການພັດທະນາຂອງປະເທດກໍາລັງພັດທະນາມີ 2 ປັດໄຈຄື:

­  ປັດໄຈທີ 1: ປັດໄຈພາຍໃນຂອງປະເທດກໍາລັງພັດທະນາເອງທີ່ມີຄວາມຕ້ອງການທີ່ຈະປ່ຽນແປງ, ປັບປຸງການບໍລິຫານຕະຫຼອດເຖິງການພັດທະນາທາງດ້ານເສດຖະກິດ-ສັງຄົມໃຫ້ມີຄວາມທັນສະໄໝ

­  ປັດໄຈທີ 2: ແມ່ນປັດໄຈພາຍນອກຂອງປະເທດຄື : ບັນດາປະເທດອຸດສາຫະກຳ ຫຼື ປະເທດທີ່ພັດທະນາແລ້ວມີຄວາມຕ້ອງການທີ່ຈະຮ່ວມມືໃຫ້ຄວາມຊ່ວຍເຫຼືອປະເທດກໍາລັງພັດທະນາໃນການພັດທະນາປະເທດຊາດ.

     4.3 ບັນຫາຄວາມຍາກຈົນ ແລະ ຄວາມດ້ອຍພັດທະນາຢູ່ບັນດາປະເທດກໍາລັງພັດທະນາ

      ຕໍ່ບັນຫາຄວາມຍາກຈົນ ແລະ ຄວາມດ້ອຍພັດທະນາຢູ່ໃນບັນດາປະເທດກໍາລັງພັດທະນາ ປະຊາຄົມໂລກກາໍລັງພ້ອມກັນທາໍຄວາມພະຍາຍາມເພື່ອລຶບລ້າງຄວາມທຸກຈົນຖືເອົາວັນທີ 17 ຕຸລາ ແມ່ນວັນລຶບລ້າງຄວາມທຸກຈົນສາກົນທີ່ກໍານົດຂຶ້ນໂດຍ ສປຊ ຊຶ່ງທ່ານໂກຟີອານນັ້ນເລຂາທິການໃຫ່ຍ ສປຊ ໄດ້ປະກາດສານຮຽກຮ້ອງໃຫ້ປະຊາຄົມໂລກ ແລະ ລັດຖະບານ ບັນດາປະເທດ ໃຊ້ມາດຕະການຕົວຈິງລຶບລ້າງຄວາມທຸກຈົນ ຊຶ່ງກອງປະຊຸມໃຫ່ຍ ສປຊ ຕົກລົງຮັບເອົາ ໃນປີ 1992.

    ເພື່ອລຶບລ້າງຄວາມທຸກຈົນໃນໂລກ ສປຊ ໄດ້ເສີມຂະຫຍາຍບົດບາດນັບມື້ນັບຫຼາຍຂຶ້ນໃນປີ 2000. ກອງປະຊຸມຂັ້ນສຸດຍອດສະຫັດສະວັດຂອງ ສປຊ ໄດ້ໄຂຂຶ້ນ ໂດຍປະເຊີນໜ້າກັບສະຕະວັດໃໝ່ຜູ້ບັນດາປະເທດໄດ້ໃຫ້ຄໍາໝັ້ນສັນຍາວ່າ: ຈະລຶບລ້າງຄວາມທຸກຈົນກ່ອນປີ 2015 ຍາດແຍ່ງຊ່ວຍເຫຼືອບັນດາປະເທດກາໍລັງພັດທະນາ ເຮັດໃຫ້ຈໍານວນຜູ້ທຸກຈົນຫຼຸດລົງເຄິ່ງໜຶ່ງ, ພ້ອມທັງຫຼຸດ ຫຼື ຍົກເວັ້ນໜີ້ສິນຂອງປະເທດເຫຼົ່ານັ້ນ ແລະ ໃຫ້ການຊ່ວຍເຫຼືອດ້ານເສດຖະກິດ, ເປີດປະຕູໃຫ້ແກ່ຜະລິດຕະພັນຂອງເຂົາເຈົ້າ. ໃນເດືອນ ພຶດສະພາ 2001 ກອງປະຊຸມປະເທດດ້ອຍພັດທະນາຂອງ ສປຊ ໄດ້ໄຂຂຶ້ນຢູ່ ບຣຸກແຊນ ປະເທດແບນຊິກ ໂດຍມີຜູ້ຕາງໜ້າ 6.500 ກວ່າຄົນ ທີ່ມາຈາກ 193 ປະເທດ ແລະ ເຂດແຄ້ວນໃນໂລກເຂົ້າຮ່ວມ. ກອງປະຊຸມໄດ້ຜ່ານຖະແຫຼ່ງການບຣຸກແຊນ ກ່ຽວກັບບັນດາປະເທດດ້ອຍພັດທະນາ ແລະ ໂຄງການດຳເນີນງານກ່ຽວກັບ ການຊ່ວຍເຫຼືອປະເທດດ້ອຍພັດທະນາ ແຕ່ປີ 2001-2010 ເພື່ອລຶບລ້າງຄວາມທຸກຈົນ ແລະ ຫຼຸດຜ່ອນຄວາມຜິດໂຕນກັນລະຫວ່າງເໜືອ ແລະ ໃຕ້ຊຶ່ງແມ່ນຄວາມປາຖະໜາຮ່ວມອັນໃຫ່ຍຫຼວງຂອງຫຼາຍໆປະເທດໃນໂລກປັດຈຸບັນ, ເປົ້າໝາຍທໍາອິດຂອງສະຫະປະຊາຊາດແມ່ນ:

(1) ຕ້ອງລົບລ້າງຄວາມທຸກຈົນ ແລະ ຄວາມດ້ອຍພັດທະນາໃຫ້ສາໍເລັດໃນປີ 2015;

(2) ເປົ້າໝາຍຂອງສະຫັດສະວັດຕ້ອງສິ້ນສຸດຄວາມຍາກຈົນ;

(3) ຕ້ອງກໍາຈັດຄວາມຍາກຈົນໃຫ້ໝົດສິ້ນ;

(4) ໃຫ້ປະເທດທີ່ພັດທະນາແລ້ວ ເຂົ້າມາໃຫ້ຄວາມຊ່ວຍເຫຼືອ ແລະ ລຶບລ້າງໜີ້ສິນປະເທດທີ່ທຸກຍາກ;

(5) ປະເທດກໍາລັງພັດທະນາຕ້ອງສ້າງຊາດຕົນໃຫ້ມີປະຊາທິປະໄຕ, ສິດທິມະນຸດ ແລະ ປົກປ້ອງ ສິ່ງແວດລ້ອມ.

     ການພັດທະນາທີ່ແທ້ຈິງນັ້ນໝາຍເຖິງຫຍັງ ? ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ໃຫ້ຄໍາຕອບວ່າການພັດທະນາທີ່ແທ້ຈິງຄື: ການພັດທະນາຊັບພະຍາກອນມະນຸດ (Human development) ຊຶ່ງໝາຍເຖິງ ຂະບວນການຂະຫຍາຍຄວາມສາມາດຂອງປະຊາຊົນ ການເພີ່ມຄວາມສາມາດຂອງປະຊາຊົນໃນການດໍາລົງຊີວິດຄວນຈະເປັນເລື່ອງສໍາຄັນກວ່າການສ້າງວັດຖຸ. ເມື່ອປະຊາຄົມໂລກ ແລະ ລັດຖະບານຂອງບັນດາປະເທດໄດ້ພະຍາຍາມພ້ອມກັນມາເປັນເວລາຫຼາຍປີວຽກງານການລຶບລ້າງຄວາມທຸກຈົນກໍ່ໄດ້ມີຄວາມຄືບໜ້າຈໍານວນໜຶ່ງພາຍໃນຂອບເຂດທົ່ວໂລກ. ສປປ ລາວເຮົາກໍ່ເປັນໜຶ່ງໃນຈໍານວນປະເທດຂອງບັນດາປະເທດດ້ອຍພັດທະນາໃນໂລກຊຶ່ງຮັບຮູ້ໄດ້ວ່າ: ການພັດທະນາແມ່ນການຫັນປ່ຽນຈາກອັນທີ່ຫຼ້າຫຼັງ, ບໍ່ທັນຂະຫຍາຍຕົວໄປສູ່ອັນທີ່ກ້າວໜ້າທັນສະໄໝມີຄວາມຈະເລີນເຕີບໂຕ ແລະ ຂະຫຍາຍຕົວເຮັດໃຫ້ສະພາບການດໍາລົງຊີວິດຂອງປະຊາຊົນດີຂຶ້ນ. ສະນັ້ນ, ການແກ້ໄຂຄວາມທຸກຈົນ ແລະ ຄວາມດ້ອຍພັດທະນາກໍແມ່ນໜຶ່ງໃນຈໍານວນບຸລິມະສິດ ຂອງລັດຖະບານແຫ່ງສປປລາວຈຸດປະສົງກໍ່ເພື່ອແນໃສ່ເພີ່ມຄວາມສາມັກຄີໃນໝູ່ມະຫາຊົນ, ຄອບຄົວຂອງວົງຄະນະຍາດແຫ່ງຊາດ, ເຮັດໃຫ້ຄວາມແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດ, ຜູ້ມີກັບຜູ້ທຸກຄ່ອຍໆຫຍັບເຂົ້າກັນເທື່ອລະກ້າວ.

4.4 ໂລກາພິວັດ (Globalization)

  ການປະກົດຂຶ້ນແບບວິທີການໃໝ່ຂອງການພັດທະນາລະບົບໂລກທີ່ບໍ່ມີພົມແດນ ຊຶ່ງນັກສັງຄົມສາດເອີ້ນໂລກາພິວັດນີ້ວ່າ: ການແຜ່ກະຈາຍທົ່ວໂລກ, ປະຊາຄົມໂລກມີຄວາມສາມາດຮັບຮູ້ໄດ້ເຖິງການສື່ສານສຳພັນເຊິ່ງກັນ ແລະ ກັນ ຫຼື ໄດ້ຮັບຜົນກະທົບຈາກສິ່ງທີ່ເກີດຂຶ້ນໄດ້ຢ່າງວ່ອງໄວທັນໃຈຊຶ່ງເນື່ອງມາຈາກການພັດທະນາລະບົບສື່ສານ. ໂລກາພິວັດ ຫຼື ໂລກທີ່ບໍ່ມີພົມແດນນັ້ນເປັນໂລກໃໝ່ໃນພະວະຂອງຄວາມທັນສະໄໝເຮັດໃຫ້ເກີດເປັນໂລກແຫ່ງການຕິດຕໍ່ສື່ສານຢ່າງວ່ອງໄວ ແລະ ທົ່ວເຖິງກັນຈາກວິວັດທະນາການການຕິດຕໍ່ສື່ສານເຕັກໂນໂລຊີທີ່ວ່ອງໄວພາຍໃຕ້ສິ່ງແວດລ້ອມແຫ່ງຍຸກໄຮເທັກ (High-Tec Environment) ເຮັດໃຫ້ມີຊີວິດທຢູ່ກັບເຕັກໂນໂລຊີຫຼາຍຂຶ້ນ, ທັງເປັນໂລກແຫ່ງການແຂ່ງຂັນການຄ້າເສລີ ຊຶ່ງເຫັນໄດ້ໃນພຶດຕິກຂອງຜູ້ບໍລິໂພກໄດ້ປ່ຽນໄປຢ່າງໄວວາ ເຊັ່ນ: ມີສິດເລືອກສິນຄ້າ, ການບໍລິການທີ່ມີຄຸນນະພາບ ແລະ ລາຄາທີ່ຍຸຕິທໍາຫຼາຍຂຶ້ນ, ໂລກາພິວັດຈຶ່ງ ເປັນກະແສແຫ່ງຄວາມທັນສະໄໝລູກໃໝ່ທີ່ສໍາຄັນ, ເປັນໂລກຍຸກທີ່ສັງຄົມມະນຸດເຮົາຈະປະເຊີນໜ້າຕໍ່ຄວາມເປັນຈິງທີ່ເປັນແກ່ນສານອັນແນ່ນອນນັບມື້ນັບຫຼາຍຂຶ້ນ.

 

 

 








ความคิดเห็น