ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ການບໍລິຫານເພື່ອການພັດທະນາ

ໂດຍ: ປັນຍາສັກ ແສງອ່ອນແກ້ວ

ການບໍລິຫານເພື່ອການພັດທະນາ

 

   ການບໍລິຫານເພື່ອການພັດທະນາມີອົງປະກອບ 8 ດ້ານດັ່ງນີ້:

I.             ການພັດທະນາເສດຖະກິດ

 

ການພັດທະນາເສດຖະກິດໄດ້ຮັບການເນັ້ນໜັກຫຼາຍທີ່ສຸດຂອງການບໍລິການພັດທະນາ ສະນັ້ນເມື່ອເວົ້າເຖິງການພັດທະນາເມື່ອໃດກໍມັກຈະເຂົ້າໃຈກັນວ່າໝາຍເຖິງການພັດທະນາເສດຖະກິດເປັນສ່ວນໃຫຍ່ ຫຼື ເວົ້າອີກຢ່າງໜຶ່ງວ່າ ນັກວິຊາການ ແລະ ນັກປະຕິບັດການພັດທະນາໃນລະຫວ່າງໄລຍະເວລາດັ່ງກ່າວນີ້ ຈະຫາຍໃຈເຂົ້າອອກເປັນການພັດທະນາເສດຖະກິດໄປເກືອບທັງໝົດ ຍັງບໍ່ໄດ້ມີການແບ່ງແຍກໃຫ້ເຫັນເປັນເອກະເທດທີ່ມີຄວາມແຕກຕ່າງລະຫວ່າງການພັດທະນາເສດຖະກິດ ແລະ ການພັດທະນາດ້ານອື່ນໆ ເຊັ່ນ: ການພັດທະນາທາງການເມືອງ, ການພັດທະນາສັງຄົມ, ການພັດທະນາເມືອງ, ການພັດທະນາຊົນນະບົດເປັນຕົ້ນ.

        ຄວາມໝາຍຂອງການພັດທະນາເສດຖະກິດ ຫາກພິຈາລະນາແລ້ວຈະເຫັນວ່າ ການພັດທະນາເສດຖະກິດນັ້ນເປັນແນວຄວາມຄິດທີ່ຢູ່ເຄິ່ງກາງລະຫວ່າງແນວຄວາມຄິດພັດທະນາ ແລະ ຄວາມຈະເລີນເຕີບໂຕທາງເສດຖະກິດ ຫຼື ເວົ້າອີກຢ່າງໜຶ່ງໄດ້ວ່າ ການພັດທະນາເສດຖະກິດເປັນອົງປະກອບຂອງການພັດທະນາ ໃນທຳນອງດຽວກັນ ຄວາມຈະເລີນເຕີບໂຕທາງເສດຖະກິດ ກໍເປັນອົງປະກອບຮອງລົງມາຂອງການພັດທະນາເສດຖະກິດ ເຊິ່ງການພັດທະນາເສດຖະກິດນັ້ນມີຜູ້ຮູ້ໄດ້ໃຫ້ຄວາມໝາຍໄວ້ຫຼາຍຄວາມໝາຍດ້ວຍກັນ ດັ່ງລຸ່ມນີ້:

1)   ການພັດທະນາເສດຖະກິດ ໝາຍເຖິງ ການປັບປຸງທົ່ວໆໄປຂອງການຢູ່ດີກິນດີທັງທາງດ້ານວັດຖຸ ແລະ ສັງຄົມຂອງປະຊາຊົນໃນປະເທດໃດປະເທດໜຶ່ງ ແລະ ການປັບປຸງດັ່ງກ່າວນີ້ ນອກຈາກຈະຄວບຄຸມເຖິງລາຍໄດ້ຕໍ່ຫົວຄົນ (ຄວາມຈະເລີນເຕີບໂຕທາງເສດຖະກິດ) ແລ້ວ ຍັງລວມເຖິງການປະຕິຮູບດ້ານຕ່າງໆ. ທັງນີ້ກໍເພື່ອໃຫ້ປະຊາຊົນມີໂອກາດທີ່ຈະເຂົ້າໄປໃຊ້ເຄື່ອງອຳນວຍຄວາມສະດວກທາງດ້ານການສຶກສາ, ສາທາລະນະສຸກ ແລະ ສະຫວັດດີການ ມີສ່ວນຮ່ວມທາງການເມືອງໃນຂະບວນການຕັດສິນໃຈເຊິ່ງຈະມີຜົນກະທົບຕໍ່ປະເທດຊາດ ແລະ ມີການກະຈາຍຜົນຂອງຄວາມກ້າວໜ້າຢ່າງສະເໜີພາບ ໂດຍການວາງແຜນເສດຖະກິດ; (Rostow, 1976.pp.4-11).

2)   ການພັດທະນາເສດຖະກິດ ໝາຍເຖິງ ຂະບວນການທີ່ເກື້ອໜູນລາຍໄດ້ໃຫ້ປະຊາຊາດທີ່ແທ້ຈິງເພີ່ມຂຶ້ນໃນຊ່ວງໄລຍະເວລາອັນຍາວນານ ແລະ ຖ້າອັດຕາການພັດທະນາສູງກວ່າອັດຕາການເພີ່ມຂຶ້ນຂອງປະຊາກອນແລ້ວຈະເຮັດໃຫ້ລາຍໄດ້ຕໍ່ຫົວຄົນສູງຂຶ້ນເປັນເງົາຕາມຕົວດ້ວຍ; (Meir and Baldwin,1957.p2).

3)   ການພັດທະນາເສດຖະກິດ ໝາຍເຖິງ ອັດຕາການເພີ່ມຂຶ້ນຂອງຜະລິດຕະພັນ ໃນໄລຍະເວລາທີ່ແຕກຕ່າງກັນໃນລະຫວ່າງການຈ້າງງານຢ່າງເຕັມທີ່ ແລະ ຜະລິດຕະພັນດັ່ງກ່າວນີ້ພິຈາລະນາຈາກຜົນຜະລິດຂອງສິນຄ້າ ແລະ ບໍລິການຕໍ່ໜ່ວຍຂອງປັດໄຈການຜະລິດທີ່ໃຊ້; (Henry H. Villard,1962.pp.12-13). 

4)   ການພັດທະນາເສດຖະກິດ ໝາຍເຖິງ ການຜະລິດລວມຂອງຊາດເພີ່ມຂຶ້ນ ລາຍໄດ້ລະເລ່ຍຕໍ່ຫົວຄົນສູງຂຶ້ນ ແລະ ການກະຈາຍລາຍໄດ້ທີ່ເປັນໄປໄດ້ຢ່າງສະເໝີພາບ ແລະ ເປັນທຳ; (James W. Davies,1970.p.266). 

5)   ການພັດທະນາເສດຖະກິດ ໝາຍເຖິງ 3 ຢ່າງນໍາກັນ ຄື: (Jonh Kenneh Galbraith,1964.p4).   ປະການທໍາອິດ ການພັດທະນາເສດຖະກິດ  ໝາຍເຖິງ ການພັດທະນາສິ່ງທີ່ເປັນສັນຍາລັກຂອງຄວາມເປັນສະໄໝໃໝ່ ເຊັ່ນ: ສະໝາມບິນ, ອຸດສະຫະກຳເຫຼັກ ແລະ ສິ່ງກາຍະພາບອື່ນໆ; ປະການທີສອງ ການພັດທະນາເສດຖະກິດ ໝາຍເຖິງ ການເພີ່ມຄວາມຈະເລີນເຕີບໂຕທາງເສດຖະກິດ ເຊັ່ນ: ການເພີ່ມລາຍໄດ້ສະເລ່ຍຕໍ່ຫົວຄົນ ແລະ ການເພີ່ມຜົນຜະລິດທາງດ້ານກະສິກຳ, ອຸດສະຫະກຳ ແລະ ບໍລິການ ແລະ ປະການສຸດທ້າຍ ການພັດທະນາເສດຖະກິດ ໝາຍເຖິງ ຄວາມຈະເລີນເຕີບໂຕໃນບາງດ້ານ ຫຼື ບາງພາກ ທີ່ສຳຄັນ ຊຶ່ງໄດ້ຮັບການເນັ້ນ ຫຼື ຄັດເລືອກໄວ້ຕາມຄວາມຈຳເປັນກ່ອນຫຼັງເປັນຕົ້ນ;

6)   ການພັດທະນາເສດຖະກິດ ໝາຍເຖິງການເຮັດໃຫ້ລາຍໄດ້ປະຊາຊາດຕໍ່ຫົວເພີ່ມສູງຂຶ້ນ, ການຈ້າງງານສູງຂຶ້ນ, ລະດັບລາຄາສິນຄ້າ ແລະ ບໍລິການມີສະຖຽນນະພາບ, ດຸນການຊໍາລະເງິນລະຫວ່າງປະເທດມີລັກສະນະສົມດຸນ, ການລົດຄວາມແຕກຕ່າງຂອງລາຍໄດ້ຂອງປະຊາກອນທີ່ອາໄສຢູ່ໃນເມືອງ ແລະ ຊົນນະບົດ, ການແຜ່ລາມ ຫຼື ການສະເລ່ຍຄວາມຈະເລີນຂອງທ້ອງຖິ່ນໃຫ້ເທົ່າທຽມກັນ ແລະ ການປະກອບການທາງເສດຖະກິດຫຼາຍໆ ຊະນິດ ແລະ ຄົບວົງຈອນ.

        ສະຫຼຸບແລ້ວ ການພັດທະນາເສດຖະກິດ ໝາຍເຖິງ ຄວາມພະຍາຍາມທີ່ຈະໃຫ້ມີຄວາມຈະເລີນເຕີບໂຕທາງເສດຖະກິດ ໂດຍການວາງແຜນພັດທະນາເພື່ອໃຫ້ປະຊາຊົນມີລາຍໄດ້ຕໍ່ຫົວຄົນສູງຂຶ້ນ. ນອກຈາກນີ້, ການພັດທະນາເສດຖະກິດ ຍັງລວມເຖິງການແບ່ງປັນຄວາມສຸກ ແລະ ຄວາມທຸກທີ່ເກີດຈາກການພັດທະນາໃຫ້ເທົ່າທຽມກັນ ແລະ ເປີດໂອກາດໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມທາງການເມືອງໃນຂະບວນການຕັດສິນໃຈ ກຳນົດຊາຕາກຳຂອງປະເທດຊາດ ພ້ອມທັງສົ່ງເສີມສັກສີຄວາມເປັນມະນຸດ ສິດທິມະນຸດ ແລະ ຄຸນນະພາບຊີວິດໃຫ້ດີຂຶ້ນ ໂດຍສະເພາະຢ່າງຍິ່ງໃນສ່ວນທີ່ກ່ຽວກັບການຫຼຸດ ຫຼື ການຈຳກັດຄວາມຍາກຈົນ ຄວາມບໍ່ຮູ້, ຄວາມເຈັບໄຂ້ໄດ້ປ່ວຍ ແລະ ຄວາມອຶດຫິວໃຫ້ໜ້ອຍລົງ ຫຼື ໝົດໄປ. ການພັດທະນາເສດຖະກິດນອກຈາກຈະພະຍາຍາມເພີ່ມຄວາມຈະເລີນເຕີບໂຕໃນທາງເສດຖະກິດແລ້ວ ຍັງຕ້ອງດຳເນີນການໃນເລື່ອງຕ່າງໆນຳອີກດ້ວຍ.

 

II.          ການພັດທະນາສັງຄົມ

 

ການປ່ຽນແປງຈຸດເນັ້ນຂອງການພັດທະນາຈາກການມຸ່ງພັດທະນາທາງດ້ານເສດຖະກິດມາເປັນການພັດທະນາສັງຄົມ ເພື່ອຕອບສະໜອງຄວາມຕ້ອງການພື້ນຖານຂອງມະນຸດເຮັດໃຫ້ປັດໄຈສັງຄົມມີບົດບາດກວ້າງຂວາງຫຼາຍຂຶ້ນ ແນວໃດກໍຕາມ ການພັດທະນາສັງຄົມນັ້ນອາດຈະມີຜູ້ໃຫ້ນິຍາມທີ່ແຕກຕ່າງກັນອອກໄປ ດັ່ງລຸ່ມນີ້:

1)    ການພັດທະນາສັງຄົມ ໝາຍເຖິງ ການພັດທະນາອົງການທາງສັງຄົມ ແລະ ບຸກຄົນ ສະເພາະຢ່າງຍິ່ງໃນສ່ວນທີ່ກ່ຽວຂ້ອງກັບໂອກາດ ແລະ ຄວາມສາມາດໃນການສ້າງໂອກາດນັ້ນໆ;

2)    ການພັດທະນາສັງຄົມ ໝາຍເຖິງ ການປ່ຽນແປງທາງສັງຄົມ ທັງນີ້ລວມເຖິງຄວາມເປັນເມືອງ, ການປົກຄອງ, ແລະ ຄອບຄົວ;

3)    ການພັດທະນາສັງຄົມ ໝາຍເຖິງ ການພັດທະນາຄຸນນະພາບຊີວິດໃນຄອບຄົວ ຄວາມສໍານຶກໃນປະໂຫຍດສ່ວນລວມ, ການມີສ່ວນຮ່ວມໃນການແກ້ໄຂ ແລະ ພັດທະນາຊຸມຊົນ ແລະ ຄວາມນິຍົມໃນປະຊາທິປະໄຕ;

4)    ການພັດທະນາສັງຄົມ ໝາຍເຖິງ ການປັບປຸງຄວາມເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍວັດໄດ້ຈາກລະດັບສະຫວັດດີການທີ່ປະຊາຊົນໄດ້ຮັບ (ການຫຼຸດອັດຕາຄວາມເຈັບປ່ວຍ, ການສົ່ງເສີມສຸຂະພາບທາງກາຍ, ໃຈ ແລະ ສັງຄົມ) ລະດັບຄວາມເປັນຢູ່ ແລະ ລະດັບຄວາມເພິ່ງພໍໃຈທີ່ປະຊາຊົນມີຕໍ່ ສິນຄ້າ ແລະ ບໍລິການທີ່ໄດ້ຮັບຈາກລັດ (ປະເທດທີ່ມີລາຍໄດ້ສະເລ່ຍຕໍ່ຫົວຄົນ ແຕ່ມີການກະຈາຍຄວາມໝັ້ນຄົງ ແລະ ລາຍໄດ້ ຕະຫຼອດຈົນຄວາມທຸກຍາກຢ່າງສະເໜີພາບ ແລະ ເປັນທຳ ອາດຈະຖືວ່າມີການພັດທະນາສັງຄົມສູງກວ່າປະເທດທີ່ມີລາຍໄດ້ສະເລ່ຍຕໍ່ຫົວສູງແຕ່ມີການກະຈາຍຄວາມໝັ້ນຄົງ ແລະ ລາຍໄດ້ຕະຫຼອດຈົນຄວາມທຸກຈົນ) ແລະ ການຍອມໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມໃນການພັດທະນາ;

5)   ການພັດທະນາສັງຄົມ ໝາຍເຖິງ ການປ່ຽນແປງທີ່ເກີດຂຶ້ນໃນໂຄງສ້າງ ແລະ ໜ້າທີ່ຂອງລະບົບສັງຄົມ; (ສະຖຽນ ເຊຍປະທັບ,1988.p.14).

6)   ການພັດທະນາສັງຄົມ ໝາຍເຖິງ ການມຸ່ງເນັ້ນເພື່ອພັດທະນາຄຸນນະພາບຂອງຄົນເພື່ອໃຫ້ສາມາດພັດທະນາຄົນໃຫ້ກ້າວໜ້າ, ມີຄວາມສຸກ, ເກີດຄວາມເປັນທຳ ແລະ ສະໜັບສະໜູນການພັດທະນາປະເທດພ້ອມໆກັບການສ້າງຄວາມເປັນເອກະລັກຂອງຊາດ, ວັດທະນະທຳ, ຄ່ານິຍົມອັນດີ ແລະ ຍົກລະດັບມາດຕະຖານຄຸນນະພາບຊີວິດຂອງຄົນໃນຊົນນະບົດ ແລະ ໃນເມືອງໃຫ້ໄດ້ຕາມເກນຄວາມຈຳເປັນພື້ນຖານ;

7)   ການພັດທະນາສັງຄົມ ໝາຍເຖິງ ການເຮັດໃຫ້ສົງຄົມມີອົງປະກອບທີ່ສຳຄັນ 2 ປະການຄື ຄົນ ແລະ ສະພາບແວດລ້ອມ ມີການປ່ຽນແປງທີ່ດີຂຶ້ນ ມີຄວາມຈະເລີນກ້າວໜ້າຍິ່ງຂຶ້ນ.

        ສະຫຼຸບລວມແລ້ວ ການພັດທະນາສັງຄົມ ໝາຍເຖິງ ການປັບປຸງຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ ເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ຄວາມບໍ່ຮູ້, ຄວາມເຈັບໄຂ້ໄດ້ປ່ວຍ ແລະ ຄວາມອຶດຫິວ ຕະຫຼອດຈົນມຸ່ງທີ່ຈະໃຫ້ປະຊາຊົນຮັບຮູ້ເຖິງຄວາມສາມາດບົ່ມຊ້ອນ, ຄວາມໄຝ່ຝັນ ແລະ ຄວາມເພິ່ງພໍໃຈໃນຊີວິດຂອງຕົນນຳດ້ວຍ ຫຼື ເວົ້າອີກຢ່າງໜຶ່ງໄດ້ວ່າ ການພັດທະນາສັງຄົມໄດ້ແກ່ ການປັບປຸງຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ ເພື່ອໃຫ້ສາມາດດຳລົງຊີວິດຢູ່ໄດ້, ຍ້ອງຍໍຕົນເອງ ແລະ ເປັນອິດສະຫຼະຈາກການຕົກເປັນທາດ.

III.      ການພັດທະນາທາງດ້ານການເມືອງ

       ຫາກພິຈາລະນະຕາມລັກສະນທົ່ວໄປ ແລະ ສະເພາະເຈາະຈົງ (most general most particular dimensions) ແລ້ວ ການພັດທະນາທາງດ້ານການເມືອງເປັນແນວຄວາມຄິດໜຶ່ງໃນບັນດາແນວຄວາມຄິດອື່ນທີ່ກ່ຽວກັບການເມືອງ ຖ້າພິຈາລະນາຈາກລັກສະນະທົ່ວໄປ ແລະ ສະເພາະເຈາະຈົ່ງແລ້ວ ແນວຄວາມຄິດທີ່ກ່ຽວກັບການເມືອງ ແລະ ແນວຄວາມຄິດທີ່ກ່ຽວຂ້ອງມີຢູ່ 4 ແນວຄວາມຄິດດ້ວຍກັນຄື: ການປ່ຽນແປງທາງການເມືອງ (political change), ຄວາມຈະເລີນເຕີບໂຕທາງດ້ານການເມືອງ (political growth), ການພັດທະນາທາງການເມືອງ (political development) ແລະ ຄວາມເປັນສະໄໝໃໝ່ທາງດ້ານການເມືອງ (political modernization) ເຊິງໃນນີ້ຈະຂໍພິຈາລະນາແນວຄິດເລົ່ານີ້ ແລະ ຈະເນັ້ນຍ້ຳຄວາມໝາຍຂອງການພັດທະນາທາງການເມືອງ ແລະ ຄວາມເປັນສະໄໝໃໝ່ທາງການເມືອງເປັນພິເສດ ເພາະທັງສອງມີຄວາມໃກ້ຄຽງກັນຫຼາຍທີ່ສຸດ.

IV.      ການພັດທະນາເມືອງ

 

        ການພັດທະນາເມືອງ ສາມາດພິຈາລະນາແຍກອອກໄດ້ເປັນ 2 ປະເດັນ ຄື:

 

        - ປະເດັນທີໜຶ່ງ ໝາຍເຖິງການພັດທະນາ ຫຼື ວິວັດທະນາການ ຂອງເມືອງທີ່ເກີດຂຶ້ນໂດຍທຳມະຊາດປາສະ ຈາກການແຊກແຊງຂອງລັດ ນັ້ນກໍຄື ເມືອງມີການພັດທະນາ ຫຼື ວິວັດທະນາການທີ່ເປັນຜົນຂອງການປ່ຽນແປງ ແລະ ປັບຕົວຂອງສັງຄົມ ທີ່ເກີດຈາກກົນໄກທາງເສດຖະກິດ, ຕະຫຼາດ ແລະ ສັງຄົມ ເພື່ອປະເຊີນກັບຄວາມບໍ່ແນ່ນອນອັນເປັນຜົນຂອງຂະບວນການການເປັນເມືອງ.

 

        - ປະເດັນທີສອງ ການພັດທະນາເມືອງ ໝາຍເຖິງ ຄວາມພະຍາມຂອງມະນຸດ ຫຼື ລັດຖະບານທີ່ສຶກສາບັນຫາທີ່ເກີດຂຶ້ນໃນສະພາບແວດລ້ອມ ແລະ ບັນຫາທີ່ເກີດຂຶ້ນໃນເມືອງ ພ້ອມກັນນັ້ນກໍພະຍາຍາມຊອກຫາວິທີແກ້ໄຂບັນຫາເຫຼົ່ານີ້. ສໍາລັບໃນຕໍາລາເຫຼັ້ມນີ້ຈະເນັ້ນຄວາມໝາຍຂອງການພັດທະນາເມືອງໃນປະເດັນທີສອງເປັນສ່ວນໃຫຍ່ ໂດຍຈະໃຫ້ຄວາມໝາຍຂອງການພັດທະນາເມືອງໄວ້ວ່າ ເປັນຄວາມພະຍາຍາມທີ່ຈະປ່ຽນແປງປັບປຸງ ແລະ ແກ້ໄຂສະພາບແວດລ້ອມທາງດ້ານກາຍະພາບ ແລະ ຈິດຕະວິທະຍາ, ໂຄງສ້າງ, ຂະບວນການຕະຫຼອດຈົນພຶດຕິກໍາທາງດ້ານການເມືອງ ເສດຖະກິດ ແລະ ສັງຄົມຂອງເມືອງ ແລະ ຊາວເມືອງເພື່ອໃຫ້ເມືອງ ແລະ ຊາວເມືອງມີສະຖຽນລະພາບໃນການປະຕິບັດພາລະກິດຂອງເມືອງ ແລະ ເພື່ອຮັກສາຄວາມສຳພັນກັບສັງຄົມພາຍນອກເຊັ່ນ: ສັງຄົມຊົນນະບົດ, ສັງຄົມຊາວໄຮ່ຊາວນາ ແລະ ສັງຄົມໂລກ ຊຶ່ງຈະນຳໄປສູ່ຄວາມຢູ່ດີກິນດີຂອງຊາວເມືອງ.

 

V.   ການພັດທະນາຊົນນະບົດ

ນັກວິຊາກາຍນຫຼາຍທ່ານ ທີ່ສົນໃຈຕໍ່ການພັດທະນາຊົນນະບົດ ໄດ້ໃຫ້ທັດສະນະກ່ຽວກັບການພັດທະນາຊົນນະບົດໄວ້ຫຼາຍຢ່າງ ດັ່ງນີ້:

ການພັດທະນາຊົນນະບົດ ໝາຍເຖິງ ການທີ່ປະຊາຊົນ ແລະ ລັດຖະບານ ຮ່ວມມືກັນປັບປຸງ ໃຫ້ເກີດສິ່ງທີ່ດີ ເຮັດໃຫ້ຊົນນະບົດຈະເລີນຂື້ນໃນທຸກໆດ້ານ ລວມທັງດ້ານເສດຖະກິດ ແລະ ສັງຄົມ.

ການພັດທະນາຊົນນະບົດ ໝາຍເຖິງກາານພັດທະນາຂະບວນການ ແລະ ວິທີການ ທາງດ້ານເສດຖະກິດ - ສັງຄົມ, ການເມືອງ-ການປົກຄອງໄປພ້ອມໆກັນເພື່ອບັນລຸຈຸດປະສົງໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນໃນຊົນນະບົດເປັນສ່ວນໃຫ່ຍ. ສະນັ້ນ, ການພັດທະນາຊົນນະບົດຈິ່ງໝາຍເຖິງການພັດທະນາໃນທຸກໆດ້ານ ( Total rural development ) ຂອງປັດໃຈ ທີ່ມີຜົນກະທົບຕໍ່ ຄວາມຈະເລີນກ້າວໜ້າ ແລະ ຄວາມໝັ້ນຄົງຂອງສັງຄົມຊົນນະບົດ.

ການພັດທະນາຊົນນະບົດ ໝາຍເຖິງຍຸດທະສາດທີ່ກຳນົດຂື້ນເພື່ອປັບປຸງວິຖີຊີວິດການເປັນຢູ່ຂອງກຸ່ມບຸກຄົນທີ່ທຸກຍາກຢູ່ຊົນນະບົດ ທັງດ້ານເສດຖະກິດ, ສັງຄົມ ແລະ ລວມເຖິງການກະຈ່າຍຜົນປະໂຫຍດທີ່ໄດ້ຮັບຈາກການພັດທະນາ ໃຫ້ເຖິງມືກຸ່ມຄົນ ຫຼື ປະຊາຊົນ ທີ່ຍາກຈົນທີ່ສຸດຢູາຊົນນະບົດ.

ການພັດທະນາຊົນນະບົດ ໝາຍເຖິງ ຂະບວນການປ່ຽນແປງລະບົບ ແລະ ໂຄງສ້າງທາງດ້ານເສດ ຖະກິດ - ສັງຄົມ ໃນຊົນນະບົດ ເພື່ອໃຫ້ວິຖີຊີວິດການເປັນຢູ່ຂອງຄົນໃນຊົນນະບົດ ປ່ຽນໄປສູ່ສະພາບການເປັນຢູ່ດີຂື້ນ.

ການພັດທະນາຊົນນະບົດໝາຍເຖິງ ຂະບວນວິວັດ ເພື່ອຊອກຊ່ອງທາງ ທີ່ຈະຫຼຸດພົ້ນອອກຈາກຄວາມທຸກຍາກ, ຄວາມໂງ່ຈ້າຫຼ້າຫຼັງ ແລະ ອຸປະສັກ ທີ່ເກີດຂື້ນໃນຊົນນະບົດເຊັ່ນ: ການປັບປຸງພື້ນຖານໂຄງລ່າງ, ການກໍ່ສ້າງໂຮງຮຽນ, ການບໍລິການສາທາລະນະສຸກຂັ້ນພື້ນຖານ, ການຜະລິດກະສິກຳເປັນສິນຄ້າ ແລະ ອື່ນໆ. ສ່ວນໜຶ່ງຂອງການພັດທະນາຊົນນະບົດ ໄດ້ເນັ້ນເຖິງຄຸນນະພາບຊີວິດ ຂອງມະນຸດ ( qualty of life ) ເປັນສຳຄັນຄື: ຄວາມຍາກຈົນ, ລາຍໄດ້, ການຫວ່າງງານ, ການຕົກຕ່ຳຂອງລາຄາພືດຜົນ... ແລະ ການສະໜອງຕອບຄວາມຕ້ອງການພື້ນຖານ ( basic needs approach ) ຂອງມະນຸດໄດ້ດັ່ງນີ້:

­  ຄວາມຕ້ອງການຂັ້ນຕ່ຳ ຂອງຄອບຄົວ ກ່ຽວກັບການບໍລິໂພກຈຳນວນໜຶ່ງເຊັ່ນ: ການມີອາຫານ, ເສື້ອ ຜ້າ, ຢາປົວພະຍາດ ແລະ ທີ່ຢູ່ອາໄສ.

­  ບໍລິການຕ່າງໆ ທີ່ເປັນສິ່ງຈຳເປັນແກ່ຊຸມຊົນເຊັ່ນ: ນ້ຳດື່ມ, ໄຟຟ້າ, ຫົນທາງ, ການສຶກສາ, ການຂົນສົ່ງເປັນຕົ້ນໃນລາຄາທີ່ເປັນທຳ.

­  ສິດທິພື້ນຖານຂອງມະນຸດ ຈະຕ້ອງໄດ້ຮັບການຍອມຮັບເຊັ່ນ: ການເຂົ້າໄປມີສ່ວນຮ່ວມ ໃນກິດຈະກຳຕ່າາງໆ ທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງ.

­  ການມີວຽກເຮັດງານທຳ ເພື່ອມີລາຍໄດ້ສາມາດສ້າງຄອບຄົວ.

ການພັດທະນາຊົນນະບົດ ໝາຍເຖິງການຮ່ວມແຮງຮ່ວມໃຈກັນ ລະຫວ່າງອົງການຂອງລັດ, ອົງການລະຫວ່າງປະເທດ, ອົງການທີ່ບໍ່ຫວັງຜົນກຳໄລ ແລະ ຊາວຊົນນະບົດ ເພື່ອປັບປຸງຄຸນນະພາບຊີວິດ ຂອງຊາວຊົນນະບົດໃຫ້ດີຂື້ນ ລວມທັງດ້ານການເມືອງ, ເສດຖະກິດ, ສັງຄົມ ໂດຍເນັ້ນໃສ່ການເພິ່ງຕົນເອງ. ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຕອບສະໜອງຄວາມຈຳເປັນພື້ນຖານ ແລະ ການມີສ່ວນຮ່ວມຢ່າງແທ້ຈິງ ຂອງຊາວຊົນນະບົດ; ລວມເຖິງການປ່ຽນແປງປັບປຸງສະພາບແວດລ້ອມ, ໂຄງສ້າງ ແລະ ຂະບວນການພຶດຕິກຳຢູ່ຊົນນະບົດ ແລະ ເຮັດໃຫ້ຊາວຊົນນະບົດ ມີວຽກເຮັດງານທຳທີ່ຍືນຍົງ ທັງສາມາດລ້ຽງກຸ້ມຕົນເອງໄດ້.

ການພັດທະນາຊົນນະບົດ ໝາຍເຖິງ ຂະບວນການໃດໆກໍຕາມ ທີ່ເຮັດດ້ວຍຄວາມຕັ້ງໃຈໃຫ້ເກີດຄວາມປ່ຽນແປງເພືjອບັນລຸຈຸດປະສົງໃນປັບປຸງຄຸນນະພາບຊີວິດຂອງຊາວຊົນນະບົດສ່ວນໃຫ່ຍ. ຈາກຄວາມໝາຍຂອງການພັດທະນາຊົນນະບົດນີ້ ຈະເຫັນໄດ້ວ່າແນວຄວາມຄິດທີ່ສຳຄັນຄື: ການປັບປຸງຄຸນນະພາບຊີວິດຂອງປະຊາຊົນຊົນນະບົດ ແລະ ຄຸນນະພາບຊີວິດດັ່ງກ່າວນີ້ອາດຈະພິຈະພິຈາລະນາໄດ້ຫຼາຍແງ່ມຸມຄື: ຈາກແງ່ມຸມຂອງຝ່າຍບ້ານເມືອງ ແລະ ຈາກແງ່ມຸມຂອງຊາວຊົນນະບົດເອງ ຄຸນນະພາບຊີວິດຈາກແງ່ມຸມຂອງຝ່າຍບ້ານເມືອງນັ້ນອາດຈະລວມເຖິງການຈຳກັດຄວາມທຸຸກຍາກ, ຄວາມບໍ່ຮູ້, ໂລກໄພໄຂ້ເຈັບ ແລະ ຄວາມຂີ້ຄ້ານ. ສ່ວນຄຸນນະພາບຊີວິດຈາກແງ່ມູມຂອງຊາວຊົນບົດນັ້ນເອງ ນອກຈາກການຈຳກັດຄວາມທຸກຍາກ ຄວາມບໍ່່ຮູ້, ໂລກໄພໄຂ້ເຈັບ ແລະ ຄວາມຂີ້ຄ້ານແລ້ວ ອາດຈະລວມໄປເຖິງລັກສະນະຄວາມຕ້ອງການທາງຂອງສັງຄົມ ແລະ ຕ້ອງການຜູ້ປົກຄອງທີ່ມາເບິ່ງແຍງຊົນນະບົດ ແລະ ຄວາມເປັນຢູ່ຂອງພວດເຂົາດ້ວຍ. ຍົກຕົວຢ່າງເຊັ່ນ ລັກສະນະຄວາມຕ້ອງການຂອງຂອງຊາວຕາເວັນອອກສ່ຽງເໜືອນັ້ນອາດຈະລວມເຖິງສັງຄົມທີ່ມີຜູ້ນຳພຽງຄົນດຽວ, ສັງຄົມທີ່ອຸດົມໄປດ້ວຍຊັບພະຍາກອນມີຄ່າ, ມີເງິນມີທອງ, ນັກປາດ, ພົນລະເມືອງມີຄຸນນະພາບສູງ, ມີແມ່ນໍາ້ລໍາຄອງ, ສັງຄົມທີ່ມີຜູ້ນໍາມີຄວາມສາມັກຄີກັນ ແລະເປັນສັງຄົມທີ່ມີລັກສະນະອຸດົມຄະຕິ, ມີພົນລະເມືອງມີສຸຂະພາບດີ, ອາຍຸຍືນ, ພົນລະເມືອງເຕັມດ້ວຍສິນນະທໍາ ແລະ ມີຄວາມຊື່ສັດ. ສ່ວນລັກສະນະຄວາມຕ້ອງການຂອງຜູ້ປົກຄອງນັ້ນ ອາດຈະລວມເຖິງການໃຫ້ຄວາມສຳຄັນແກ່ປະຊາຊົນ, ຮັກ ແລະ ຫ່ວງໃຍປະຊາຊົນ, ມີຄວາມຮູ້ ແລະ ປັນຍາດີ, ປົກຄອງແຜ່ນດິນດ້ວຍຄວາມຍຸຕິທໍາ, ບໍ່ເຫັນແກ່ການໃຫ້ສິນບົນ, ປາສະຈາກອະຄະຕິລຳອຽງ, ບໍ່ເຫັນແກ່ຍາດຕິພີ່ນ້ອງ, ມີນະໂຍບາຍທີ່ເໝາະສົມແກ່ການປົກຄອງ, ມີມະນຸດສໍາພັນທີ່ດີກັບປະຊາຊົນ, ຮູ້ຈັກເລືອກຄົນດີ, ມີຄວາມຮູ້ ເຂົ້າຮັບລັດຖະການ ແລະ ບໍ່ຂົ່ມເຫັງປະຊາຊົນ. ແນວໃດກໍຕາມ ໃນການພັດທະນາຊົນນະບົດນັ້ນ ເຮົາຈຳເປັນຈະຕ້ອງຍຶດຖືເອົາຄຸນນະພາບຊີວິດຂອງປະຊາຊົນຊົນນະບົດເປັນຫຼັກ. ດັ່ງນັ້ນ, ເປົ້າໝາຍຂອງການພັດທະນາຊົນນະບົດ ກໍຄືການປ່ຽນແປງ, ປ່ຽນແປງຫຍັງ? ປ່ຽນແປງຄຸນນະພາບຊີວິດ. ຄຸນນະພາບຊີວິດຂອງໃຜ? ຂອງປະຊາຊົນສ່ວນໃຫ່ຍທີ່ທຸກຍາກ, ຄຸນນະພາບຊີວິດໃຫ້ເຖິງລະດັບໃດ? ຢ່າງໜ້ອຍໃຫ້ໄດ້ມາດຕາຖານຂັ້ນຈໍາເປັນຕໍ່ການດຳລົງຊີວິດ  ແລະ ຍົກລະດັບດັ່ງກ່າວໃຫ້ສູງຂຶ້ນເລື້ອຍໆ ໂດຍບໍ່ຢຸດຢັ້ງ. (ປັດຊະຍາ ເວສາຣັດ, 1986.p.6).

    ການພັດທະນາຊົນນະບົດ ໝາຍເຖິງ ຍຸດທະສາດທີ່ກຳນົດຂຶ້ນເພື່ອປັບປຸງວິຖີຊີວິດຂອງກຸ່ມບຸກຄົນທຸກຍາກໃນຊົນນະບົດ, ທັງທາງດ້ານເສດຖະກິດ-ສັງຄົມ ແລະ ໝາຍລວມເຖິງການກະຈາຍຜົນ ແລະ ປະໂຫຍດທີ່ໄດ້ຮັບຈາກການພັດທະນາໃຫ້ເຖິງກຸ່ມຄົນທີ່ທຸກຍາກທີ່ສຸດໃນຊົນນະບົດ, ກຸ່ມບຸກຄົນດັ່ງກ່າວລວມທັງຊາວນາທີ່ມີທີ່ດິນທໍາກິໜ້ອຍ, ຜູ້ເຊົ່ານາ ແລະ ຜູ້ທີ່ບໍ່ມີທີ່ດິນທຳກິນ. ນອກຈາກນີ້ ຍັງໝາຍເຖິງ ບຸກຄົນທີ່ອາໄສຢູ່ໃນພື້ນທີ່ນອກເຂດຕົວເມືອງ ເຊິ່ງມີອາຊີບທາງການກະສິກຳໄດ້ແກ່ ການປູກຝັງ ແລະ ລ້ຽງສັດ. ສ່ວນອາຊີບອື່ນເປັນອາຊີບສໍາຮອງ. ປັດໄຈທີ່ສໍາຄັນທີ່ສຸດຂອງປະຊາຊົນໃນຊົນນະບົດໄດ້ແກ່ທີ່ດິນ ແລະ ຈຸດມຸ່ງໝາຍຂອງການພັດທະນາຊົນນະບົດກໍຄື ການພັດທະນາຄຸນນະພາບຊີວິດຂອງຜູ້ທີ່ປະກອບອາຊີບດ້ານກະສິກຳ ໂດຍສະເພາະຢ່າງຍິ່ງ ການກະສິກຳທີ່ທຸກຍາກໃຫ້ດີຂຶ້ນ. (ທະວັດ ມາກອນພົງ, 1988.p.4).

        ການພັດທະນາຊົນນະບົດ ເປັນເປົ້າໝາຍທີ່ສໍາຄັນຂອງແຜນພັດທະນາຊາດທີ່ເປັນຂະບວນການທີ່ພະຍາຍາມຈະປັບປຸງມາດຕະຖານການຄອງຊີບຂອງປະຊາຊົນ ແລະ ເຮັດໃຫ້ຂະບວນການນັ້ນສາມາດລ້ຽງຕົວເອງໄດ້. ການພັດທະນາຊົນນະບົດເລີ່ມຕົ້ນດ້ວຍແນວຄວາມຄິດທີ່ແຄບໆ ຂອງການພັດທະນາການກະສິກຳໃນລະຫວ່າງທົດສັດຕະວັດ 1950 ແລະ 1960 ແຕ່ເມື່ອເຖິງທົດສັດຕະວັດ 1970 ແນວຄວາມຄິດການພັດທະນາຊົນນະບົດໄດ້ຂະຫຍາຍອອກໄປຄວບຄຸບເຖິງຄວາມຕ້ອງ ການອາຫານ, ລາຍໄດ້ໃນຊົນນະບົດ, ການແຈກຢາຍຊັບພະຍາກອນ ແລະ ການເມືອງຂອງຊົນນະບົດ ນອກເໜືອໄປຈາກການເພີ່ມຜົນຜະລິດທາງການກະສິກຳທີ່ເຄີຍໄດ້ຮັບການເນັ້ນໃນອາດີດ. (Coralie Bryant and Louise G. White,1984.p2).

        ສະຫຼຸບແລ້ວ ການພັດທະນາຊົນນະບົດ ໝາຍເຖິງ ຄວາມຮ່ວມແຮງຮ່ວມໃຈຂອງເຈົ້າໜ້າທີ່ຂອງລັດຖະບານ, ອົງການລະຫວ່າງປະເທດ, ອົງການທີ່ບໍ່ຫວັງຜົນກໍາໄລ ແລະ ຂອງປະຊາຊົນໃນຊົນນະບົດໃນອັນທີ່ຈະປັບປຸງຄຸນນະພາບຊີວິດຂອງປະຊາຊົນໃນຊົນນະບົດໃຫ້ດີຂຶ້ນທັງທາງດ້ານການເມືອງ, ເສດຖະກິດ, ສັງຄົມ ໂດຍເນັ້ນການເພິ່ງຕົນເອງ, ການຕອບສະໜອງຄວາມຈໍາເປັນພື້ນຖານ ແລະ ການມີສ່ວນຮ່ວມຢ່າງແທ້ຈິງຂອງປະຊາຊົນໃນຊົນນະບົດ ໂດຍໝາຍລວມທັງການປ່ຽນແປງປັບປຸງສະພາບແວດລ້ອມ, ໂຄງສ້າງ ແລະ ຂະບວນການຕະຫຼອດຈົນພຶດຕິກໍາທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ປະຊາຊົນໃນຊົນນະບົດ ແລະ ຊາວຊົນນະບົດສາມາດກໍານົດຊາຕາກໍາ ແລະ ຢືນຢູ່ດ້ວຍຂາຂອງຕົນເອງໄດ້ຢ່າງພາກພູມສົມກັບທີ່ເກີດມາເປັນມະນຸດໃນສັງຄົມ.

VI.   ການພັດທະນາລັດວິສາຫະກິດ

        ການພັດທະນາລັດວິສາຫະກິດ ໝາຍເຖິງ ການປັບປຸງ, ປ່ຽນແປງ ແລະ ແກ້ໄຂ ກິດຈະການທີ່ເປັນຂອງລັດ ແຕ່ການບໍລິຫານງານແບບທຸລະກິດ ເພື່ອໃຫ້ບັນລຸເປົ້າໝາຍຂອງການບໍລິຫານການພັດທະນາ ແລະ ການບໍລິຫານການພັດທະນາລັດວິສາຫະກິດນີ້ ໝາຍຄວາມລວມເຖິງ, ການແປຮູບ ແລະ ວິທີການອື່ນໆ ທີ່ຈະຊ່ວຍໃຫ້ຫຼຸດພາວະທາງດ້ານການເງິນຂອງລັດຖະບານ ແລະ ລັດວິສາຫະກິດເອງກໍຈະສາມາດລ້ຽງຕົວເອງໄດ້ (ໃນກໍລະນີຂອງລັດວິສາຫະກິດທີ່ເປັນສາທາລະນູນປະໂພກ ຫຼື ຜູກຂາດ) ຫຼື ສາມາດເຮັດກໍາໄລໃຫ້ກັບລັດຖະບານ (ໃນກໍລະນີຂອງລັດວິສາຫະກິດທີ່ມີການແຂ່ງຂັນໃນທ້ອງຕະຫຼາດ).

VII.   ການພັດທະນາຄວາມຊ່ວຍເຫຼືອຈາກຕ່າງປະເທດ

 

ຄວາມຊ່ວຍເຫຼືອຈາກຕ່າງປະເທດປະກອບດ້ວຍ 2 ສ່ວນດ້ວຍກັນ ຄື:

- ສ່ວນທີໜຶ່ງໄດ້ແກ່ຄວາມຊ່ວຍເຫຼືອທາງດ້ານເສດຖະກິດ ເປັນຕົ້ນແມ່ນ ຄວາມຊ່ວຍເຫຼືອທາງດ້ານເສດຖະກິດປະກອບດ້ວຍເງິນຊ່ວຍເຫຼືອຫຼ້າ ຫຼື ເງິນໃຫ້ຟຣີ, ຂອງຂວັນ ແລະ ເງິນກູ້ ທີ່ມີເງື່ອນໄຂທີ່ດີ ເຊັ່ນ: ມີອັດຕາດອກເບ້ຍຕ່ຳ, ໄລຍະປົດໜີ້ ແລະ ໄລຍະການຊຳລະເງິນຕົ້ນເປັນເວລາຍາວນານ, ຕະຫຼອດຈົນຮອດເງື່ອນໄຂສະກຸນເງິນຕາທີ່ຈະໃຊ້ໜີ້ (ຖ້າໃຊ້ເງິນກູ້ດ້ວຍສະກຸນເງິນຕາຂອງປະເທດຜູ້ກູ້ຖືວ່າເປັນເງື່ອນໄຂການຊຳລະໜີ້ທີ່ດີ ເພາະຈະໄດ້ບໍ່ຕ້ອງສ່ຽງກັບອັດຕາແລກປ່ຽນທີ່ຂຶ້ນລົງຢູ່ສະເໝີ). (George F. Gant, 1970.pp.274-275).  

- ສ່ວນທີສອງໄດ້ແກ່: ຄວາມຊ່ວຍເຫຼືອທາງດ້ານວິຊາການ ເປັນຕົ້ນແມ່ນ ຄວາມຊ່ວຍເຫຼືອທາງວິຊາການນັ້ນ ລວມເຖິງການໃຫ້ຄວາມຊ່ວຍເຫຼືອໃນຮູບຂອງຜູ້ຊ່ຽວຊານ, ອຸປະກອນ, ການສ້າງສູນຝຶກອົບຮົມ (ຫຼື ເອີ້ນວ່າສະຖາບັນສ້າງຊາດ), ການໃຫ້ທຶນການສຶກສາ ແລະ ໄປແລກປ່ຽນບົດຮຽນແກ່ຂອງພະນັກງານຂອງປະເທດຜູ້ໃຫ້ຄວາມຊ່ວຍ ເຫຼືອນັ້ນ.

ແນວໃດກໍຕາມ ນອກຈາກຄວາມຊ່ວຍເຫຼືອຈາກຕ່າງປະເທດໃນຮູບແບບຂອງການຊ່ວຍເຫຼືອທາງດ້ານເສດຖະກິດ ແລະ ທາງວິຊາການແລ້ວ. ຄວາມຊ່ວຍເຫຼືອທາງດ້ານການທະຫານ, ຄວາມຮ່ວມມືທາງດ້ານການຄ້າ ແລະ ການລົງທຶນກໍດີ ແລະ ຈົນກະທັ້ງຄວາມຊ່ວຍເຫຼືອທາງດ້ານໄພພິບັດກໍດີ ຈະຖືວ່າເປັນ ຄວາມຊ່ວຍເຫຼືອຈາກຕ່າງປະເທດ ຫຼື ບໍ ນັ້ນ?  ແຕ່ໃນທີ່ນີ້ຜູ້ຂຽນຈະຂໍໄດ້ຍົກເອົາຄວາມຊ່ວຍເຫຼືອຈາກຕ່າງປະເທດສະເພາະໃນຮູບແບບຂອງຄວາມຊ່ວຍເຫຼືອທາງດ້ານເສດຖະກິດ ແລະ ຄວາມຊ່ວຍເຫຼືອທາງດ້ານວິິຊາການເທົ່ານັ້ນ.

ສຳລັບການພັດທະນາຄວາມຊ່ວຍເຫຼືອຈາກຕ່າງປະເທດນັ້ນ ໝາຍເຖິງ ຄວາມພະຍາຍາມທີ່ຈະພັດທະນາຄວາມສຳພັນກັບປະເທດເພື່ອນມິດທຸກໆ ປະເທດ ຫຼື ສ່ວນໃຫຍ່ ພ້ອມທັງສະແຫວງຫາຄວາມຊ່ວຍເຫຼືອຈາກປະເທດນັ້ນໆ ທັງໃນຮູບແບບຂອງຄວາມຊ່ວຍເຫຼືອທາງດ້ານເສດຖະກິດ ແລະ ຄວາມຊ່ວຍເຫຼືອທາງວິຊາການ ແຕ່ບໍ່ລວມເຖິງຄວາມຊ່ວຍເຫຼືອທາງການທະຫານ, ການໄດ້ຮັບສິດທິພິເສດທາງດ້ານການຄ້າ ແລະ ການລົງທຶນ ຕະຫຼອດຈົນຄວາມຊ່ວຍເຫຼືອທາງດ້ານໄພພິບັດ.

VIII.       ການພັດທະນາໂຄງການພັດທະນາ

1.  ຄວາມໝາຍໂຄງການພັດທະນາ

   ການບໍລິຫານໂຄງການພັດທະນານັ້ນ ມີຜູ້ໃຫ້ຄວາມໝາຍໄວ້ຫຼາຍຢ່າງດ້ວຍກັນ ເຊັ່ນ:

           ການບໍລິຫານໂຄງການພັດທະນາ ໝາຍເຖິງການຈັດການກ່ຽວກັບພາລະກິດ ຫຼື ວຽກງານທີ່ເພີ່ມຫຼາຍຂຶ້ນທາງດ້ານຂະໜາດ, ຄວາມສະຫຼັບສັບຊ້ອນ ແລະ ຄວາມຈຳເປັນອື່ນໆ ທີ່ອອກມາໃນຮູບຂອງໂຄງການສະເພາະທີ່ຄວບຄູ່ໄປກັບການບໍລິຫານກິດຈະກຳປະຈຳວັນອື່ນໆ ການບໍລິຫານໂຄງການພັດທະນາດັ່ງກ່າວນີ້ປະກອບດ້ວຍສອງສ່ວນດ້ວຍກັນຄື:

-  ການກະກຽມໃນເລື່ອງການຈັດການ ເຊິ່ງໝາຍເຖິງ ການກຽມການປະສານງານໂດຍການຈັດອົງປະກອບໄວ້ຮອງຮັບ ແລະ ການຈັດອົງປະກອບ ໝາຍເຖິງ ການແບ່ງແຍກໜ້າທີ່ກັນເຮັດໃຫ້ເປັນສັດສ່ວນແຕ່ໃນຄະນະດຽວກັນກໍຕ້ອງມີການປະສານລະຫວ່າງໜ້າທີ່ທີ່ແບ່ງແຍກໄປແລ້ວໃຫ້ກົມກືນກັນດ້ວຍ;

-  ການກະກຽມດ້ານເຕັກນິກການບໍລິຫານ ອັນໄດ້ແກ່ການກຳນົດປະເພດຂອງວຽກ, ການສຳຫຼວດຄວາມຕ້ອງການຊັບພະຍາກອນທີ່ຈະໃຊ້, ການກຳນົດຕາຕະລາງເວລາການປະຕິບັດວຽກງານ, ການກຳນົດປະເພດຂອງສິນຄ້າ ແລະ ການບໍລິການທີ່ຈະຜະລິດ, ການໂຄສະນາສິນຄ້າ ແລະ ບໍລິການ ແລະ ການວັດຜົນໂຄງການພັດທະນາ.

·         ການບໍລິຫານໂຄງການ ໝາຍເຖິງ ການກຽມຕົວ ແລະ ການລົງມືດໍາເນີນວຽກງານທີ່ກໍານົດໄວ້ຢ່າງເປັນຂັ້ນຕອນ ເພື່ອໃຫ້ເກີດການປ່ຽນແປງໃນທາງທີ່ດີຂຶ້ນ ແລະ ເປັນໄປຕາມວັດຖຸປະສົງທີ່ວາງໄວ້.

·         ການບໍລິຫານໂຄງການພັດທະນາ ໝາຍເຖິງ ການດໍາເນີີນວຽກງານທີ່ນອກເໜືອໄປຈາກວຽກປະຈຳວັນທີ່ເຮັດເປັນປົກກະຕິ, ການບໍລິຫານໂຄງການພັດທະນາ ຈະມີລັກສະນະທີ່ບໍ່ຊ້ຳຊາກເປັນໜຶ່ງດຽວ ແລະ ຕາມປົກກະຕິຈະມີວັດຖຸປະສົງກ່ຽວກັບຜົນງານ, ມີໄລຍະເວລາການເງິນ  ແລະ ເຕັກນິກທີ່ແຍກອອກມາຕ່າງຫາກ.

·         ການບໍລິຫານໂຄງການພັດທະນາ ໝາຍເຖິງ ການກໍານົດ ແລະການນໍາເອົາໂຄງການພັດທະນາໄປປະຕິບັດ,ມີການຕິດຕາມປະເມີນຜົນ ແລະ ໂຄງການພັດທະນາ ໝາຍເຖິງ ກິດຈະກຳພື້ນຖານທີ່ກຳນົດຂຶ້ນເພື່ອໃຫ້ເກີດການປ່ຽນ ແປງໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນທາງດ້ານເສດຖະກິດ, ສັງຄົມ ແລະການເມືອງ ໂດຍກິດຈະກຳພື້ນ ຖານນີ້ ມີໄລຍະເວລາກຳນົດໄວ້ຢ່າງແນ່ນອນ.(ສຸກພະໄຊ ເຍົາວະປະພາດແລະໄຕລັດ ໂພກພະລາກອນ, 1987. p.8).

             ຈາກຄວາມໝາຍຂອງການບໍລິຫານໂຄງການທີ່ກ່າວມາຂ້າງເທິງນັ້ນ ຈະເຫັນໄດ້ວ່າ ການບໍລິຫານໂຄງການພັດທະນານັ້ນເປັນວຽກງານໃໝ່ ຊຶ່ງມີວັດຖຸປະສົງ, ໂຄງສ້າງ, ຂະບວນການ ແລະ ພຶດຕິກຳທີ່ແຕກຕ່າງໄປຈາກວຽກປະຈຳໂດຍທົ່ວໆໄປ ແລະ ໂດຍສະຫຼຸບໄດ້ວ່າ ການບໍລິຫານໂຄງການພັດທະນາ ໝາຍເຖິງ ການກຳນົດ, ປັບປຸງ ແລະ ນຳເອົານະໂຍບາຍ, ແຜນ, ແຜນງານ, ໂຄງການ ແລະ ກິດຈະກຳການພັດທະນາໄປປະຕິບັດ, ມີການຕິດຕາມ ແລະ ປະເມີນຜົນການປະຕິບັດງານນັ້ນໆດ້ວຍ.

2. ປະເພດ, ສະພາບແວດລ້ອມ ແລະ ຂັ້ນຕອນ

1)    ປະເພດຂອງໂຄງການພັດທະນາ.

2)    ສະພາບແວດລ້ອມຂອງການບໍລິຫານໂຄງການພັດນາ.

3)   ການກຽມ ແລະ ປັບ (ວິເຄາະ) ໂຄງການພັດທະນາ.

4)   ການ​ນຳ​ເອົາໂຄງ​ການ​ພັດ​ທະ​ນາ​ໄປ​ປະ​ຕິ​ບັດ.

5)   ກ​ານ​ປະ​ເມີນ​ຜົນ​ໂຄງ​ການ​ພັດ​ທະ​ນາ ແລະ ຜົນ​ກະ​ທົບ​ຂອງ​ໂຄງ​ການ​ພັດ​ທະ​ນາ ​ ລາຍ​ລະ​ອຽດມີ​ດັ່ງ ​ລຸ່ມີ້:

         1.2​.1​ ປະເພດ​ຂອງ​ໂຄງ​ການ​ພັດ​ທະ​ນາ

              ປະເພດຂອງໂຄງການພັດທະນາ ໂຄງ​ກາ​ນ​ພັດ​ທະ​ນາ​ອາດ​ຈະ​ແບ່ງ​ອອກ​ໄດ້​ເປັນຫຼາຍ​ປະ​ເພດ ຕາມ​ມິ​ຕິ​ຕ່າງໆ​ດັ່ງ​ຕໍ່​ໄປ​ນີ້:

1)   ໂຄງການພັດທະນາແບ່ງຕາມມິຕິລະດັບຂອງໜ່ວຍງານທີ່ຮັບຜິດຊອບເຊັ່ນ: ໂຄງການພັດທະນາລະດັບ  າດ, ລະດັບພື້ນທີ່ ແລະ ລະດັບທ້ອງຖິ່ນ;

2)   ໂຄງການພັດທະນາ ແບ່ງຕາມ​​ໄລຍະເວລາການດຳເນີນງານ ເຊັ່ນ: ໂຄງການພັດທະນາໄລຍະສັ້ນ, ໂຄງການພັດທະນາໄລຍະກາງ ແລະ ໂຄງການພັດທະນາໄລບະຍາວ;

3)   ໂຄງການພັດທະນາ ແບ່ງຕາມ​​ພື້ນທີ່ ທີ່ດຳເນີນງານເຊັ່ນ: ໂຄງການພັດທະາໃນເຂດເມືອງ, ໂຄງການພັດທະນາໃນເຂດຊົນນະບົດ;

4)   ໂຄງ​ການ​ພັດ​ທະ​ນ​າ​ ແບ່ງ​ຕາມ​ຂະ​ແໜງ​ການຂ​ອງ​ການ​ພັດ​ທະ​ນາ ເຊັ່ນ:ໂຄງ​ການ​ພັດ​ທະ​ນ​າຂະ​ແໜງການ​ກະ​ເສດ, ຂະແໜງອຸດສະຫະກຳ ແລະ ໂຄງການພັດທະາຂະແໜງການບໍລິໂພກ ເປັນຕົ້ນ

5)   ໂຄງການພັດທະນາແບ່ງຕາມ​​ວັດຖຸປະສົງ ເຊັ່ນ: ໂຄງການພັດທະນາທີ່ເນັ້ນໄປສູ່ວັດຖຸ ຫຼື ໂຄງການພັດທະນາທີ່ເນັ້ນໄປທີ່ຕົວຄົນ ຫຼື ຈິດໃຈ. ນອກຈາກນີ້, ໂຄງການພັດທະນາທີ່ ແບ່ງຕາມ​​ວັດຖຸປະສົງ ຍັງສາມາດແບ່ງຍ່ອຍອອກໄປໄດ້ອີກດັ່ງນີ້:

    ກ) ໂຄງກາທົດລອງ (experiment project) ໂຄງການທົລອງມີຂະໜາດນ້ອຍບໍ່ຫວັງຜົນທັນທີ່ທັນໃດ ເນັ້ນທີ່ຈະກຳນົດບັນຫາ ແລະ ວິທີແກ້ໄຂບັນຫາໃຫ້ບັນລຸເປົ້າໝາຍທີ່ວາງໄວ້;

ຂ) ໂຄງການທົດລອງ (pilot project)  ເປັນໂຄງການທີ່ເນັ້ນທົດລອງວິທີການດຳເນີນງານໃຫ້ເໝາະສົມກັບ ທ້ອງຖິ່ນ;

      ຄ) ໂຄງການສາທິດ (demonstration project) ເປັນໂຄງການທີ່ສະແດງໃຫ້ເຫັນວ່າວິທີການໃໝ່ດີກວ່າວິທີການເກົ່າ ແລະ ໜ້າຈະນຳມາໃຊ້;

      ງ) ໂຄງການຜະລິດຊ້ໍາເພື່ອນໍາມາໃຊ້ (replication project) ຈະເຫັນໄດ້ວ່າໂຄງການພັດທະນາມີຢູ່ຫຼາຍປະເພດດ້ວຍກັນ ບັນຫາຈຶ່ງມີຢູ່ວ່າເຮົາຈະມີຫຼັກເກນ ແລະ ແນວທາງໃນການເລືອກໂຄງການພັດທະນາເຫຼົ່ານີ້ແນວໃດ ໂດຍອາດພິຈາລະນາຫຼັກເກນຕ່າງໆເຊັ່ນ: ການແກ້ໄຂບັນຫາຕາມຄວາມສຳຄັນກ່ອນຫຼັງ, ເປັນໂຄງການທີ່ມີຄວາມຈຳເປັນຫຼາຍທີ່ສຸດ ໃຊ້ເຕັກນິກງ່າຍໆ ສອດຄ່ອງປະສົມປະສານກັບທ້ອງຖິ່ນທີ່ປາສະຈາກຄວາມຊັບຊ້ອນ ຍຶດຖືເອົາປະໂຫຍດຂອງປະຊາຊົນເປັນທີ່ຕັ້ງ, ລົງທຶນໜ້ອຍທີ່ສຸດແຕ່ໄດ້ຜົນປະໂຫຍດຫຼາຍທີ່ສຸດ ແລະ ຍຶດຫຼັກຄວາມຮ່ວມມື ແລະ ເພິ່ງຕົນເອງ.

1.2.2 ສະພາບແວດລ້ອມຂອງການບໍລິຫານໂຄງການພັດທະນາ

                   ການບໍລິຫານໂຄງການພັດທະນາ ບໍ່ໄດ້ດຳເນີນໄປພາຍໃຕ້ສະພາບແວດລ້ອມທາງການເມືອງເສດຖະກິດ ແລະ ສັງຄົມທັງຈາກພາຍນອກປະເທດ ແລະ ພາຍໃນປະເທດເຊັ່ນດຽວກັນກັບອົງປະກອບອື່ນໆ ຂອງການບໍລິຫານເພື່ອການພັດທະນາ ແລະ ການບໍລິຫານການພັດທະນາ ໃນທາງກົງກັນຂ້າມ ການບໍລິຫານໂຄງການພັດທະນາທີ່ປະສົບຄວາມສຳເລັດ ຫຼື ລົ້ມເຫຼວ ກໍອາດສົ່ງຜົນກະທົບຕໍ່ສະພາບແວດລ້ອມນີ້ດ້ວຍ.

          1.2.3 ການກຽມ ແລະ ການປັບ (ວິເຄາະ)

               ໂຄງການພັດທະນາ ການນຳເອົາໂຄງການພັດທະນາໄປປະຕິບັດ, ການປະເມີນຜົນໂຄງການພັດທະນາ ແລະ ຜົນກະທົບຂອງໂຄງການພັດທະນາການກຽມ ແລະ ປັບ (ວິເຄາະ) ໂຄງການພັດທະນາ ການນຳເອົາໂຄງການພັດທະນາໄປປະຕິບັດການປະເມີນຜົນໂຄງການພັດທະນາ ແລະ ຜົນກະທົບຂອງໂຄງການພັດທະນາ 

          ເນື້ອໃນຂອງການບໍລິຫານໂຄງການທັງສາມປະເດັນໄດ້ ດັ່ງນີ້:

1.      ການກຽມ ແລະ ປັບ (ວິເຄາະ) ໂຄງການພັດທະນາ ເນື້ອໃນຂອງການບໍລິຫານໂຄງການພັດທະນາໃນປະເດັນນີ້ ລວມເຖິງການວາງແຜນ ແລະ ການປັບ/ວິເຄາະໂຄງການພັດທະນາ ຕະຫຼອດຈົນເຈລະຈາຕໍ່ລອງກັບເຈົ້າຂອງເງິນຊ່ວຍເຫຼືອ (ຫາກໄດ້ໃຊ້ເງິນງົບປະມານແຫ່ງລັດ) ການວາງແຜນໂຄງການພັດທະນລວມເຖິງການຮ່າງແຜນໂຄງການພັດທະນາ, ສ່ວນການປັບ/ວິເຄາະໂຄງການພັດທະນາ ລວມເຖິງການປັບ ແລະ ວິເຄາະທາງດ້ານເຕັກນິກ ສະຖາບັນ ຫຼື ໜ່ວຍງານເສດຖະກິດ ແລະ ການເງິນ ຊຶ່ງອາດຈະຍຶດຫຼັກການຢ່າງໃດຢ່າງໜຶ່ງ ຫຼື ທັງສອງຢ່າງດັ່ງນີ້ຄື: ໜ່ວຍງານຈະສຳຫຼວດເບິ່ງວ່າຕົນຕ້ອງການຈະເຮັດຫຍັງ ແລ້ວຄ່ອຍຈັດຫາຊັບພະຍາກອນມາສະໜັບສະໜູນ ແລະ ໜ່ວຍງານຈະສຳຫຼວດເບິ່ງວ່າຕົນມີຊັບພະຍາກອນຫຍັງແດ່ ແລ້ວຈຶ່ງຄ່ອຍຈັດເຮັດໂຄງການຕາມກຳລັງຄວາມສາມາດຊັບພະຍາກອນທີ່ມີຢູ່. ສ່ວນການເຈລະຈາຕໍ່ລອງກັບເຈົ້າຂອງເງິນຊ່ວຍເຫຼືອອາດຈະເຮັດໄດ້ທັງພາຍໃນ ແລະ ພາຍນອກປະເທດ ການເຈລະຈາຕໍ່ລອງກັບມູນລະນິທີເພື່ອການກຸສົນ ແລະ ອົງການເອກະຊົນອື່ນໆ ແລະ ເຮັດໃຫ້ຜູ້ອ່ານໄດ້ເຫັນພາບລວມຂອງການຽມ ແລະ ການປັບ/ວິເຄາະໂຄງການພັດທະນາຢ່າງຊັດເຈນຍິ່ງຂຶ້ນ.

          1.2.4     ການນຳເອົາໂຄງການພັດທະນາໄປປະຕິບັດ

               ການນຳເອົາໂຄງການພັດທະນາໄປປະຕິບັດນັ້ນມີຜູ້ໃຫ້ຄວາມໝາຍໄວ້ຫຼາຍຕົວຢ່າງເຊັ່ນ:

               ການນຳເອົາໂຄງການພັດທະນາໄປປະຕິບັດ ໝາຍເຖິງ ການກະທຳທີ່ການປ່ຽນແຜນອອກມາເປັນກິດຈະກຳ ແລະ ການນຳເອົາກິດຈະກຳນັ້ນໆ ມາປະຕິບັດ ທັງນີ້ໝາຍເຖິງການບັນທຶກຄວາມກ້າວໜ້າ ການປ່ຽນແປງລຳດັບຄວາມສຳຄັນກ່ອນຫຼັງ ການມີວິກິດການເກີດຂຶ້ນ ແລະ ການປະສານງານໃນບັນດາຜູ້ທີ່ກ່ຽວຂ້ອງຈະເຫັນໄດ້ວ່າຄຳນິຍາມມີພື້ນຖານຢູ່ບົນພື້ນຖານຂໍ້ສົມມຸດຖານຂອງແນວຄວາມຄິດທາງການບໍລິຫານ ວ່າມີປັດໄຈຫຍັງແດ່ ທີ່ມີຜົນກະທົບຕໍ່ການນຳເອົາໂຄງການພັດທະນາໄປປະຕິບັດ ຊຶ່ງຕາມທັດສະນະຂອງ ແອນ ເອັມ. ເກິແນດ (Anne M. Gurnach) ແລະ ແຊຣອນ ເອສ. ຮາຕີ້ (Sharon S. harty) ຫັນວ່າປັດໄຈທີ່ມີຜົນຕໍ່ການຳເອົາໂຄງການພັດທະນາໄປປະຕິບັດນັ້ນໄດ້ແກ່ ການຕິດຕໍ່ສື່ສານ, ຊັບພະຍາກອນ, ຈິດໃຈ ຫຼື ທັດສະນະຄະຕິ ແລະ ໂຄງສ້າງລະບົບລັດຖະການ         

    ຈະເຫັນໄດ້ວ່າ ການນຳເອົາໂຄງການພັດທະນາໄປປະຕິບັດນັ້ນ ເປັນຜົນຂອງສາເຫດທັງສີ່ປະການດັ່ງກ່າວມາແລ້ວ ແລະ ສາເຫດທັງສີ່ຕ່າງກໍມີປະຕິກິລິຍາໂຕ້ຕອບເຊິ່ງກັນ ແລະ ກັນດ້ວຍ.

     ຍູຢືນ ບາຣ໌ແດຊ (Eugene Bardash) ໄດ້ໃຫ້ຄວາມໝາຍການນຳເອົາໂຄງການພັດທະນາໄປປະຕິບັດວ່າ   ໝາຍເຖິງ ການລວບລວມ ແລະ ການຈັດອົງການກ່ຽວກັບອົງປະກອບຂອງແຜນເຮັດວຽກຕ່າງໆ ທີ່ຢູ່ໃນຄວາມຄວບຄຸບດູແລຂອງບຸກຄະລາກອນຕ່າງໆ. ຊຶ່ງບາຣ໌ແດຊ  ໄດ້ລະບຸໄວ້ວ່າ ມີຢູ່ທັງໝົດ 20 ວິທີການຈະເຫັນໄດ້ວ່າຄຳນິຍາມນີ້ມີພື້ນຖານຕັ້ງຢູ່ຂໍ້ສົມມຸດຖານຂອງແນວຄວາມຄິດທາງການເມືອງທີ່ມີການເຈລະຈາຕໍ່ລອງ ແລກປ່ຽນຜົນປະໂຫຍດເຊິ່ງກັນ ແລະ ກັນ ແລະ ສອດຄ່ອງກັບແນວຄວາມຄິດຂອງ ໂຣເບີດ ທີ ນາຄາມູຣະ ແລະ ແຟຣງ ສະມໍວູດ  (Robert T. nakamura and Frank Smallwood) ເຊິ່ງເຫັນວ່າຄວາມກົດດັນ ແລະ ການບີບຄັ້ນທາງດ້ານການເມືອງ ມີອິດທິພົນເໜືອຂະບວນການການກຳນົດນະໂຍບາຍໂຄງການພັດທະນາ ການນຳນະໂຍບາຍໂຄງການພັດະນາໄປປະຕິບັດ ແລະ ການປະເມີນຜົນ ແລະ ຜົນກະທົບຂອງໂຄງການພັດທະນາດ້ວຍ.

ຈອຣ ຮໍນາເດລ ແລະ ຣູດີ້ ເຄລົາສ໌ (George Honadale and Rudi Klauss) ໄດ້ໃຫ້ນິຍາມຂອງການນຳເອົາໂຄງການພັດທະນາໄປປະຕິບັດວ່າ ໝາຍເຖິງ ຂະບວນການທີ່ປ່ຽນສະພາບຊັບພະຍາກອນ (ເຊັ່ນ: ວັດຖຸ, ເຕັກໂນໂລຢີ ແລະ ທຶນ) ໃຫ້ການເປັນສິນຄ້າ ແລະ ບໍລິການເຊິ່ງມີຜົນກະທົບຕໍ່ພຶດຕິກໍາຂອງຜູ້ທີ່ໄດ້ຮັບຜົນປະໂຫຍດ ຈະເຫັນໄດ້ວ່າ ຄຳນິຍາມນີ້ມີພື້ນຖານຕັ້ງຢູ່ຂໍ້ສົມມຸດຖານຂອງແນວຄວາມຄິດ ຄານ ອີ ແວນ ຮອນ (Carn E. Van Horn) ຊຶ່ງເນັ້ນວ່າມີຕົວແປຢູ່ 3 ຊຸດ ທີ່ມີອິດທິພົນເໜືອການນໍາໂຄງການພັດທະນາໄປປະຕິບັດ ຕົວແປເຫຼັ່ານີ້ໄດ້ແກ່:

1)   ມາດຕະຖານໂຄງການພັດທະນາ ແລະ ຊັບພະຍາກອນເຊັ່ນ: ການມີເງິນພຽງພໍ, ຄວາມຊັດເຈນຂອງນະໂຍບາຍ, ຄວາມຂັດແຍ່ງຂອງນະໂຍບາຍເປັນຕົ້ນ;

2)   ສະພາບແວດລ້ອມຂອງໂຄງການພັດທະນາຂອງຊາດ ເຊັ່ນ ການຕິດຕໍ່ສື່ສານ, ການປ່ຽນແປງ ນະໂຍບາຍ ເປັນຕົ້ນ;

3)    ສະພາບແວດລ້ອມຂອງໂຄງການພັດທະນາຂອງທ້ອງຖິ່ນເຊັ່ນ: ທັດສະນະຄະຕິ  ລັກສະນະຂອງໜ່ວຍງານທີ່ນຳເອົາໂຄງການໄປປະຕິບັດ ແລະ ສະພາບເສດຖະກິດ ແລະ ສັງຄົມຂອງທ້ອງຖິ່ນ ເປັນຕົ້ນ.

          1.2.5 ການປະເມີນຜົນໂຄງການພັດທະນາ ແລະ ຜົນກະທົບຂອງໂຄງການພັດທະນາ

   ການປະເມີນຜົນໂຄງການພັດທະນາ  ເຖິງແມ່ນວ່າ ໜ່ວຍງານຈະມີການກຽມ ແລະ ມີການປັບໂຄງການພັດທະນາ ຫຼື ການນຳເອົາໂຄງການພັດທະນາໄປປະຕິບັດແລ້ວກໍຕາມ ແຕ່ຖ້າບໍ່ມີການປະເມີນຜົນໂຄງການພັດທະນາຢ່າງມີປະສິດທິພາບແລ້ວ ການບໍລິຫານໂຄງການພັດທະນາກໍຍາກທີ່ຈະປະສົບຜົນສຳເລັດ ທັງນີ້ເພາະວ່າ ນອກຈາກການປະເມີນຜົນໂຄງການພັດທະນາຈະເຮັດໃຫ້ເຮົາຮູ້ວ່າ ໃນເວລານີ້ເຮົາມາເຖິງຈຸດໃດແລ້ວ ຍັງເປັນເຄື່ອງມືທີ່ຈະຊ່ວຍໃຫ້ຜູ້ບໍລິຫານ ຫຼື ຜູ້ປະຕິບັດການໃນການວາງແຜນ ແລະ ປັບກິດຈະກຳຕ່າງໆ ເພື່ອໃຫ້ໂຄງການພັດທະນາໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

          ການປະເມີນຜົນໂຄງການອາດຈະເຮັດໄດ້ຫຼາຍວິທີເຊັ່ນ: ການປະເມີນສິ່ງທີ່ປ້ອນເຂົ້າໄປ ຍົກຕົວຢ່າງເຊັ່ນ ເງິນເດືອນຄູ ຫຼື ການປະເມີນຜົນທີ່ອອກມາເຊັ່ນ: ຈໍານວນຜູ້ທີ່ຈົບການສຶກສາ ຫຼື ຄຸນນະພາບ ເຊັ່ນ ສັດສ່ວນລະຫວ່າງຄູ ແລະ ນັກຮຽນເປັນຕົ້ນ ແລະ ດັດຊະນີທີ່ໃຊ້ໃນການປະເມີນຜົນຜະລິດ (productivity) ຂອງລັດຖະບານ ກໍຄືຜົນທີ່ອອກມາຕໍ່ຊົ່ວໂມງ/ຄົນ.

ໂດຍການປະເມີນຜົນໂຄງການເລີ່ມໄດ້ຮັບຄວາມສົນໃຈມາດົນແລ້ວ ເລີ່ມຕັ້ງແຕ່ ຊຸມປີ 1960 ເມື່ອມີໂຄງ ການພັດທະນາສັງຄົມເກີດຂຶ້ນເປັນຈຳນວນຫຼວງຫຼາຍເຊັ່ນ: ການສຶກສາ, ການສາທາລະນະສຸກ, ການຄວບຄຸມອາດຊະ ຍາກຳ, ຢາເສບຕິດ, ທີ່ຢູ່ອາໄສ ແລະ ການຄວບຄຸບການປະພຶດເປັນຕົ້ນ. ສາເຫດທີ່ຄົນເລີ່ມໃຫ້ຄວາມສຳຄັນໃນການປະເມີນຜົນໂຄງການພັດທະນາເຫຼົ່ານີ້ ກໍເນື່ອງຈາກການຮັບຮູ້ກັນວ່າ ການທີ່ລັດຖະບານທຸ່ມເທເງິນຈຳນວນມະຫາສານສຳລັບໂຄງການພັດທະນາເຫຼົ່ານີ້ ບໍ່ແມ່ນເປັນຫຼັກປະກັນວ່າເຮົາຈະສາມາດແກ້ບັນຫາສັງຄົມຕ່າງໆໄດ້ທັງໝົດ ສະນັ້ນ ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງມີແຜນງານທີ່ໄດ້ຮັບການພິຈາລະນາ ແລະ ການນຳໄປປະຕິບັດໄດ້ເປັນຢ່າງດີ ແລະ ມີການນຳໄປປະຕິບັດຢ່າງໄດ້ຜົນ ຫຼື ບໍ ຂຶ້ນຢູ່ກັບການປະເມີນຜົນໂຄງການພັດທະນາເຫຼົ່ານັ້ນເອງ ດ້ວຍເຫດນີ້ ການປະເມີນຜົນໂຄງການພັດທະນາຈຶ່ງໄດ້ເລີ່ມແພ່ຫຼາຍດັ່ງທີ່ເຫັນຢູ່ໃນປັດຈຸບັນ ຊຶ່ງໜ່ວຍງານຕ່າງໆ ຕ້ອງໃຊ້ຈ່າຍເງິນເປັນຈຳນວນຫຼາຍໃນວຽກງານນີ້.

ເພື່ອໃຫ້ນັກສຶກສາເຫັນຜົນກະທົບຂອງໂຄງການພັດທະນາທີ່ຊັດເຈນຍິ່ງຂຶ້ນ ຈະຂໍຍົກຕົວຢ່າງປະກອບ ດັ່ງນີ້: ສົມມຸດວ່າ ລັດຖະບານມີໂຄງການພັດທະນາທີ່ຈະກະຈາຍຄວາມໝັ້ນຄົງ ແລະ ລາຍໄດ້ຂອງປະຊາຊົນໃຫ້ມີຄວາມສະ ເໝີພາບ ແລະ ເປັນທຳ ໂດຍຈະຈ່າຍເງິນໃຫ້ປະຊາຊົນຄົນລະ 25000 ກີບຕໍ່ເດືອນ ຜົນກະທົບ ປະການທຳອິດກໍຄື ຜົນກະທົບຕໍ່ລັດຖະກອນທີ່ຈະຕ້ອງກຽມຮ່າງລະບຽບກົດເກນໃນການຈ່າຍເງິນຈຳນວນ ຕະຫຼອດຈົນດຳເນີນການຈ່າຍເງິນໃຫ້ປະຊາຊົນ ຜົນກະທົບປະການທີສອງ ກໍຄື ເມື່ອປະຊາຊົນໄດ້ນຮັບເງິນ 25000 ກີບແລ້ວ ເຂົາຈະນຳໄປເຮັດຫຍັງ? ນຳໄປຊື້ເຂົ້າໃຫ້ລູກກິນ ຫຼື ຊື້ເຫຼົ້າສຳລັບຕົວເອງ ສ່ວນຜົນກະທົບປະການທີສາມ ກໍຄື ເມື່ອປະຊາຊົນໄດ້ຈ່າຍເງິນຈຳນວນນີ້ອອກໄປແລ້ວ ຈະມີຜົນກະທົບຕໍ່ລາຄາອາຫານ ແລະ ເຫຼົ້າ ຕະຫຼອດຈົນບ້ານເຊົ່າຫຼາຍໜ້ອຍສໍ່າໃດ ສ່ວນຜົນກະທົບປະການສຸດທ້າຍ ກໍຄືລາຄາສິນຄ້າ ແລະ ບ້ານເຊົ່າດັ່ງກ່າວນີ້ ອາດຈະມີຜົນກະທົບພາວະເງິນເຟີ້  ແລະ ກຳລັງຊື້ຂອງປະຊາຊົນໃນໄລຍະເວລາຕໍ່ມາ ເປັນຕົ້ນ.

3.     ແນວທາງການບໍລິຫານໂຄງການພັດທະນາ

        ແນວການບໍລິຫານໂຄງການພັດທະນາ ມັກຈະປ່ຽນແປງໄປຕາມກາລະເທສະ ແຕ່ໂດຍສ່ວນລວມແລ້ວ ການບໍລິຫານໂຄງການພັດທະນາ ມັກຈະເນັ້ນໃນເລື່ອງຕ່າງໆ ທີ່ເປັນອົງປະກອບຂອງການບໍລິຫານພັດທະນາ ຄື ການພັດທະນາເສດຖະກິດ, ການເມືອງ, ສັງຄົມ. ການພັດທະນາເມືອງ, ການພັດທະນາຊົນນະບົດ, ການພັດທະນາລັດວິສາຫະກິດ ແລະ ເນັ້ນແຕ່ການພັດທະນຊ່ວຍເຫຼືອຈາກຕ່າງປະເທດ ແນວທາງການບໍລິຫານໂຄງການພັດທະນານີ້ ໄດ້ກ່າວມາແລ້ວໃນບົດຕ່າງໆ ຊຶ່ງຈະໄດ້ກ່າວລາຍລະອຽດອີກຕໍ່ໄປ.

4.       ບັນຫາຂອງໂຄງການບໍລິຫານພັດທະນາ

    ການບໍລິຫານໂຄງການພັດທະນາ ເປັນວຽກງານທີ່ມີບັນຫາຫຍຸ້ງຍາກ ສະຫຼັບສັບຊ້ອນຢູ່ຫຼາຍ ໂດຍເພາະຢ່າງຍິ່ງສ່ການບໍລິຫານໂຄງການພັດທະນາຂອງປະເທດທີ່ກຳລັງພັດທະນາ ແຕ່ເມື່ອພິຈາລະນາໂດຍທົ່ວໄປແລ້ວ ນັກວິຊາການ ແລະ ນັກປະຕິບັດການພະຍາຍາມຄົ້ນຫາບັນຫາເຫຼົ່ານີ້ ແລະ ສະເໜີແນະນຳວິທີການແກ້ໄຂ ໂດຍຈະຂໍພິຈາລະນາເຖິງປບັນຫາຂອງການບໍລິຫານໂຄງການພັດທະນາເປັນອັນດັບຕົ້ນ ຕໍ່ຈາກນັ້ນ ຈື່ງພະຍາຍາມສະເໜີວິທີການແກ້ໄຂບັນຫາ.

           ບັນຫາຂອງການບໍລິຫານໂຄງການພັດທະນາ ອາດພິຈາລະນາໄດ້ທັງໃນພາບລວມ ແລະ ສະເພາະດ້ານ ດັ່ງຕໍ່ໄປນິີ້:

          4.1 ບັນຫາຂອງການບໍລິຫານໂຄງການພັດທະນາໃນພາບລວມ

              ໃນພາບລວມນັ້ນການບໍລິຫານໂຄງການພັດທະນາມີບັນຫາຫຼາຍປະການ ດັ່ງນີ້:

- ບັນຫາທີ່ເກີດຈາກສະພາບລວມຈາກຕ່າງປະເທດ ຊຶ່ງປະກອບດ້ວຍສະພາບແວດລ້ອມທາງການເມືອງ, ເສດຖະກິດ ແລະ ສັງຄົມຂອງໂລກ ຍົກຕົວຢ່າງ ເຊ່ັ່ນ: ການເຮັດສົງຄາມລະຫວ່າງອີຣັກ ແລະ ອີຣານ ຫຼື ອີຣັກ ແລະ ຄູເວດ, ມີຜົນກະທົບຕໍ່ປະລິມານ ແລະ ລາຄາຂອງນ້ຳມັນຂອງໂລກ, ຄວາມປັ່ນປ່ວນຂອງລາຄາສິນຄ້າທາງດ້ານກະສຳກຳມີຜົນກະທົບເຖິງປະເທດທີ່ກຳລັງພັດທະນາ ແລະ ການເນັ້ນເລື່ອງສິດທິມະນຸດເຮັດໃຫ້ປະເທດທີ່ປົກຄອງດ້ວຍລະບອບຜະເດັດການໄດ້ຮັບການຕຳນິ ຊຶ່ງສົ່ງຜົນກະທົບຕໍ່ການບໍລິຫານໂຄງການພັດທະນາທີ່ໄດ້ຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດດ້ວຍ;

- ບັນຫາທີ່ເກີດຈາກສະພາບແວດລ້ອມພາຍໃນປະເທດ ແລະ ພາຍນອກໜ່ວຍງານ ການທີ່ປະເທດຂາດສະຖຽນນະພາບທາງດ້ານການເມືອງກໍດີ, ການທີ່ເສດຖະກິດມີອັດຕາການຈະເລີນເຕີບໂຕຕ່ຳກໍດີ ແລະ ການທີ່ສັງຄົມເກີດຄວາມຜິດປົກກະຕິກໍດີ ເຫຼົ່ານີລ້ວນແຕ່ມີຜົນກະທົບຕໍ່ຊັບພະຍາກອນທີ່ຈະນຳມາພັດທະນາປະເທດ ແລະ ຄົງຈະມີຜົນກະທົບຕໍ່ການບໍລິຫານໂຄງການພັດທະນາຢ່າງບໍ່ຕ້ອງສົງໃສ. ສຳລັບສະພາບແວດລ້ອມໃນຂໍ້ 1) ແລະ 2) ນີ້ຜູ້ຂຽນໄດ້ສະເໜີໄວ້ແລ້ວໃນບົດທີ 3 ຈຶ່ງບໍ່ໄດ້ນໍາມາສະເໜີຊ້ໍາອີກໃນບົດນີ້;

- ບັນຫາທີ່ເກີດຂຶ້ນຈາກການກໍານົດນະໂຍບາຍການພັດທະນາປະເທດທີ່ບໍ່ແນ່ນອນ, ບໍ່ຕໍ່ເນື່ອງ ແລະ ຜິດ ພາດ ການກຳນົດນະໂຍບາຍການພັດທະນາປະເທດເປັນການເນັ້ນຜູກພັນຄົນ, ເງິນ, ວັດຖຸ ແລະ ວິທີຈັດການ ເພື່ອດຳເນີນການໃຫ້ປະເທດເນັ້ນໄປໃນທິດທາງໃດທິດທາງໜຶ່ງ ສະນັ້ນ ຫາກນະໂຍບາຍການພັດທະນາປະເທດຂາດຄວາມແນ່ນອນ, ບໍ່ຕໍ່ເນື່ອງ ຫຼື ຜິດພາດ ຍ່ອມຈະມີຜົນກະທົບຕໍ່ການບໍລິຫານໂຄງການພັດທະນາຢ່າງແນ່ນອນ;

- ບັນຫາທີ່ເກີດຈາກໂຄງສ້າງການບໍລິຫານໂຄງການພັດທະນາ ການບໍລິຫານໂຄງການພັດທະນາ ຈະຕ້ອງມີລັກສະນະພິເສດແຕກຕ່າງໄປຈາກໂຄງສ້າງຂອງລະບົບລັດຖະການທີ່ປະຕິບັດໜ້າທີ່ປະຈຳ ແລະ ຈາກຜົນວິໄຈໂດຍໃຊ້ຂໍ້ມູນອິນເດຍ ເຫັນວ່າ ໂຄງສ້າງລະບົບລັດຖະການບໍ່ອຳນວຍຕໍ່ການພັດທະນາປະເທດ ໂດຍມີຜົນສະທ້ອນສຳຄັນທາງສະຖິຕິ ສະນັ້ນໂຄງສ້າງການບໍລິຫານໂຄງການພັດທະນາອາດຈະມີການແບ່ງແຍກວຽກກັນເຮັດຢ່າງແນ່ນອນ ແລະ ຈະມີການສອດປະສານງານກັນທັງແນວຕັ້ງ ແລະ ແນວນອນ ຕະຫຼອດຈົນມີຂັ້ນຕອນສາຍການບັງຄັບບັນຊາໜ້ອຍ ແລະ ສາຍການບັງຄັບບັນຊາເອງຈະຕ້ອງມີພື້ນຖານຄວາມຮອບຮູ້ສະເພາະດ້ານ (expertise) ກ່ຽວກັບໂຄງການພັດທະນານັ້ນໆ ຫຼາຍກວ່າການບັງຄັບບັນຊາຕາມລະບົບລັດຖະການຕາມປົກກະຕິ ຫຼື ເວົ້າອີກຢ່າງຄືຜົນສະທ້ອນໜຶ່ງວ່າໂຄງສ້າງການບໍລິຫານແບບລັດຖະການຂັດຂວາງການບໍລິຫານໂຄງການພັດທະນາ;

- ບັນຫາທີ່ເກີດຈາກຂະບວນການບໍລິຫານໂຄງການພັດທະນາ ແລະ ເຕັກໂນໂລຊີ ຂະບວນການບໍລິຫານໂຄງການພັດທະນາມີຄວາມສຳພັນກັບໂຄງສ້າງການບໍລິຫານການພັດທະນາທີ່ບໍສາມາດຕັດແຍກກັນໄດ້ ນັ້ນກໍຄື ໂຄງສ້າງການບໍລິຫານໂຄງການພັດທະນາມີຂັ້ນຕອນໜ້ອຍລົງເທົ່າໃດ ກໍຍິ່ງເຮັດໃຫ້ຂະບວນການບໍລິຫານໂຄງການພັດທະນາສັ້ນລົງ ແລະ ປະຢັດຊັບພະຍາກອນຫຼາຍຂຶ້ນເທົ່ານັ້ນ ຂະບວນການການບໍລິຫານໂຄງການພັດທະນາທີ່ເຮັດໃຫ້ວຽກຜ່ານຫຼາຍໆຈຸດຂອງໂຄງສ້າງການບໍລິຫານໂຄງການພັດທະນາ ຈຶ່ງເປັນອຸປະກອນຕໍ່ການບໍລິຫານໂຄງການພັດທະນາເປັນຢ່າງຫຼາຍ ສຳລັບເຕັກໂນໂລຊີທີ່ນຳມາໃຊ້ໃນການບໍລິຫານໂຄງການພັດທະນານັ້ນ ເຕັກໂນໂລຊີແບບລະບົບສາຍພານທີ່ວຽກຕ້ອງເດີນໄປຕາມຫຼາຍໆຈຸດເຊັ່ນ: ລະບົບການປະກອບລົດຍົນ (long-linked technology) ແລະ ເຕັກໂນໂລຊີທີ່ເປັນສູນກາງໃຫ້ທັງສອງຝ່າຍມາເຈລະຈາຕໍ່ລອງເຊິ່ງກັນ ແລະ ກັນ ເຊັ່ນ: ເຄື່ອງເບີກເງິນອັດຕະໂນ ມັດຂອງທະນາຄານ (mediating technology) ຈະເປັນອຸປະສັກ ຕໍ່ການບໍລິຫານໂຄງການພັດທະນາຫຼາຍກວ່າເຕັກໂນໂລຊີທີ່ນຳເອົາເຄື່ອງໄມ້ເຄື່ອງມືມາໄວ້ບ່ອນດຽວກັນ (intensive technology);

- ບັນຫາທີ່ເກີດຈາກພຶດຕິກໍາ ພຶດຕິກໍາຂອງບຸກຄະລາກອນທີ່ກ່ຽວຂ້ອງກັບການບໍລິຫານໂຄງການພັດທະນາທີ່ບໍ່ອຳນວຍຕໍ່ການບໍລິຫານໂຄງການພັດທະນານັ້ນ ເປັນປັດໄຈທີ່ເປັນອຸປະສັກຫຼາຍທີ່ສຸດເພາະແທ້ຈິງແລ້ວ ຫົວໃຈຂອງການບໍລິຫານການພັດທະນາ ແລະ ການບໍລິຫານໂຄງການພັດທະນາ ຢູ່ທີ່ທັດສະນະຄະຕິຄວາມເຊື່ອ ແລະ ຄ່ານິຍົມ ຫຼື ຄວາມມຸ່ງໝັ້ນໃນການພັດທະນາ (Development-orienteers) ຂອງບຸກຄະລາກອນວ່າມີຫຼາຍໜ້ອຍພຽງໃດ ຊຶ່ງຈາກທັດສະນະໜຶ່ງນັ້ນ ຄວາມມຸ່ງມັ້ນທີ່ເອື້ອອຳນວຍຕໍ່ການພັດທະນານັ້ນ ປະກອບດ້ວຍຄວາມມຸ່ງໝັ້ນທີ່ເອື້ອອຳນວຍຕໍ່ກາ່ນປ່ຽນແປງ ການຍອມໃຫ້ຜູ້ອື່ນເຂົ້າມາມີສ່ວນຮ່ວມໃນການຕັດສິນໃຈ, ຄວາມອົດກັ້ນ, ຄວາມເທົ່າທຽມກັນ, ການພັດທະນາເສດຖະກິດ, ຄວາມຫ່ວງໃຍໃນຊາດ, ຄວາມເສຍສະຫຼະ, ຄວາມກ້າສ່ຽງຄວາມຜູກພັນໃນວຽກງານ ແລະ ການປະຕິບັດວຽກໃຫ້ມີປະສິດທິຜົນ ແລະ ຈາກຜົນວິໄຈທີ່ເຮັດໃຫ້ອິນເດຍ ພົບວ່າ ບຸກຄະລາກອນມີທັງທີ່ເອື້ອອຳນວຍ ແລະ ຂັດຂວາງການບໍລິຫານການພັດທະນາ ແລະ ການບໍລິຫານໂຄງການພັດທະນາ.

           4.2 ບັນຫາຂອງການບໍລິຫານໂຄງການພັດທະນາສະເພາະດ້ານ

               ບັນຫາຂອງການບໍລິຫານໂຄງການພັດທະນາສະເພາະດ້ານອາດຈະມີຢູ່ຫຼາຍ ແຕ່ໃນທີ່ນີ້ຈະນຳມາສະເໜີພຽງແຕ່ສອງປະການເທົ່ານັ້ນຄື: ບັນຫາຂອງການບໍລິຫານໂຄງການພັດທະນາສະເພາະດ້ານໃນສ່ວນທີ່ກ່ຽວກັບການນຳເອົາໂຄງການພັດທະໄປປະຕິບັດ ແລະ ໃນສ່ວນທີ່ກ່ຽວກັບການປະເມີນຜົນໂຄງການພັດທະນາ.

               - ບັນ​ຫາ​ຂອງ​ການ​ບໍ​ລິ​ຫານ​ໂຄງ​ການ​ພັດ​ທະ​ນ​າສະ​ເພາະ​ດ້ານ: ການ​ນຳ​ເອົາ​ໂຄງ​ການ​ພັດ​ທະ​ນາ​ສະ​ເພາະ​ດ້ານ​ໄປ​ປະ​ຕິ​ບັດການ​ຮ່າງ​ແຜນ​ໂຄງ​ການ​ພັດ​ທະ​ນ​ເປັນ​ເລື່ອງ​ທີ່​ເຮັດໄດ້​ຍາກ ໂດຍສະ​ເພາະ​ຢ່າງ​ຍິ່ງ ​ເມື່ອ​ຜູ້​ຮ່າງ​ຈະ​ຕ້ອງ​ຮ່າງ​ໂດຍ​ໃຊ້​ຄຳ​ສັບທີ່ອ່ອນຫວານ ເພື່ອ​ເປັນ​ທີ່​ຖືກ​ອົກ​ຖືກ​ໃຈ​ຂອງ​ນັກ​ກາ​ນ​ເມືອງ ແລະ ລູກ​ຄ້າ​ຂອງ​ໜ່ວຍ​ງານ​ລັດຖະການ ແຕ່​ສ່ວນ​ທີ່​ຍາກ​ໄປ​ກວ່ານັ້ນ​ກໍ​ຄື ການ​ທີ່ຈະນ​ຳ​ເອົາ​ໂຄງ​ການ​ພັດ​ທະ​ນາ​ໄປ​ປະ​ຕິ​ບັດ​ໃຫ້​ໄດ້​ຜົນຈົນ​ເປັນ​ທີ່ພໍ​ໃຈ​ຂ​ອງ​ທຸກ​ຝ່າຍ ທັງ​ນີ້​ລວມ​ເຖິງ​ຜູ້​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ວຍ ສາ​ເຫດ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ​ກໍ​ສືບ​ເນື່ອງ​ມາ​ຈາກ​ການ​ທີ່​ໜ່ວຍ​ງານ​ຈະ​ຕ້ອງ​ປະ​ເຊີນ​ກັບ​ຄວາມບໍ່​ແນ່ນ​ອນ ແລະ ປະ​ຕິ​ກິ​ລິ​ຍາ​ໂຕ້​ຕອບ​ທີ່​ສະຫຼັບ​ສັບ​ຊ້ອນ​ລ​ະ​ຫວ່າງ​ປະ​ກົດ​ການ​ທາງ​ສັງ​ຄົມ ແລະ ເຕັກ​ໂນ​ໂລ​ຊີ ​ຊຶ່ງຍ​າກ​ຕໍ່ການ​ພະ​ຍາ​ກອນ ຍິ່ງໄປກວ່ານັ້ນ ການ​ນຳ​ເອົາ​ໂຄງ​ການ​ພັດ​ທະ​ນາ​ໄປ​ປະ​ຕິ​ບັດ​ຍັງ​ຕ້ອງ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ອີກ​ປະ​ການ​ໜຶ່ງຄື ປັດ​ຊະ​ຍາ​ການ​ບໍ​ລິ​ຫານ​ການ​ພັດ​ທະ​ນາ​ມັກ​ປ່ຽ​ນ​ແປງ​ຢູ່​ສະ​ເໝີ ເຮ​ັດ​ໃຫ້​ຂາດ​ຄວາມ​ຕໍ່​ເນື່ອງ​ຂອງ​ແນວ​ຄວາມ​ຄິດ ແລະ ແນວ​ທາງ​ປະ​ຕິ​ບັດ​ຊຶ່ງ​ຈະ​ຕ້ອງ​ໄດ້​ພິ​ຈາ​ລະ​ນາ​ທັງ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ, ສ​ະ​ພາບ​ແວດ​ລ້ອມໂຄງ​ສ້າງ, ຂະ​ບວນ​ການ ແລະ ພຶດ​ຕິ​ກຳ​ຂອງ​ຜູ້​ປະ​ຕິ​ບັດ​ງານ​ຄືນ​ໃໝ່​ ຄວາມ​ປ່ຽນ​ແປງ​ປັດ​ຊະ​ຍາ​ການ​ບໍ​ລິ​ຫານ​ການ​ພັດ​ທະ​ນາ​ດັ່ງ​ກ່າວນີ້ ພໍ​ຈະ​ແບ່ງ​ອອກ​​ເປັນໄລ​ຍະ ​ດັ່ງ​ນີ້​ຄື:

                 ກ. ໃນ​ທົດ​ສັດ​ຕະ​ວັດ 1950 ປັດ​ຊະ​ຍາ​ຂອງ​ການ​ບໍ​ລິ​ຫານ​ພັດ​ທະ​ນາ​ເນັ້ນ​ເພີ່ມ​ຄວາມ​ຈະ​ເລີນ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ ໂດຍ​ການ​ພັດ​ທະ​ນາ​ອຸດ​ສະ​ຫະ​ກຳ​ຂອງ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ແລະ ເປັນ​ທີ່ຄາດ​ຫວັງ​ກັນ​ວ່າ​ຜົນ​ປະ​ໂຫຍດ​ຂອງ​ຄວາມ​ຈະ​ເລີນ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ນີ້​ຈະ​ຊ່ວຍ​ສົ່ງ​ຜົນ​ກະ​ຕຸ້​ນ​ ໃຫ້​ຄົນ​ສ່ວນ​ໃຫ​ຍ່​ເຂົ້າ​ມາ​ຢູ່​ໃນ​ກິດ​ຈະ​ກຳ​ເສດ​ຖະ​ກິດ​ຢ່າງ​ໄດ້​ຜົນ ໂດຍບໍ່​​ໃຫ​້​ຄວາມ​ສົນ​ໃຈ​ກັບ​ການ​ກະ​ຈາຍການ​ພັດ​ທະ​ນາຫຼ​າຍ​ປານ​ໃດ.

                 ຂ. ໃນ​ທົດ​ສັດ​ຕະ​ວັດ​ 1970 ປ​ັດ​ຊະ​ຍາ​ການ​ບໍ​ລິ​ຫານ​ການ​ພັດ​ທະ​ນາ​ເນັ້ນ​ຄວາມ​ຈະ​ເລີນ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິ​ດ​ໄປ​ພ້ອມໆ​ກັບ​ຄວາມ​ສະ​ເໜີ​ພາບ​, ເນັ້ນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ແບບ​ປະ​ສົມ​ປະ​ສານ, ການ​ຕອບ​ສະ​ໜອງ  ຄວາ​ມ​ຕ້ອງ​ການ​ພື້ນ​ຖານ​ຂອງ​ມະ​ນຸດ ແລະ ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ຄົນ​ຍາກ​ຈົນ​ເປັນພິ​ເສດ.

- ບັນ​ຫາ​ຂ​ອງ​ການ​ບໍ​ລິ​ຫານ​ໂຄງ​ການ​ສະ​ເພາ​ະ​ດ້ານ: ການ​ປະ​ເມີນ​ຜົນ​ໂຄງ​ການ​ພັດ​ທະ​ນາ ບັນ​ຫາ​ຂອງ​ການ​ປະ​ເມີນ​ຜົນ​ໂຄງ​ການ​ພັດ​ທະ​ນາ ສືບ​ເນື່ອງ​ມາ​ຈາກ​ປັດ​ໄຈ​ດັ່ງ​ຕໍ່​ໄປ​ນີ້:

ກ. ໂຄງ​ການ​ພັດ​ທະ​ນາ​ອາດ​ຈະ​ມີ​ຈຸດ​ປະ​ສົງ​ທີ່​ບໍ່​ຊັດ​ເຈນ ຫຼື ກຳ​ກວມ ເມື່ອ​ນຳ​ໄປ​ປະ​ຕິ​ບັດ​ຊຶ່ງ​ອາດ​ຈະ​ວັດ ຫຼື ປະ​ເມີນ​ຜົນ​ອອກ​ມາ​ເປັນ​ຕົວ​ເລກ​ໄດ້​ຍາກ;

ຂ. ໂຄງ​ການ​ພັດ​ທະ​ນາ​ອາດ​ຈະ​ຂາດ​ທິດ​ສະ​ດີ ຫຼື ຂໍ້​ສົມ​ມຸດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ລະ​ຫວ່າງ​ການ​ກະ​ທຳ ແລະ ການ​ດຳ​ເນີນ​ການ​ໃຫ້​ບັນລຸ​ເປົ້າ​ໝາຍ​ຂອງ​ໂຄງ​ການ ສ​ະ​ນັ້ນ ຜູ້​ປະ​ຕິ​ບັດ​ວຽກງານ​ທີ່​ເຮັດ​ວຽ​ກ​ຢູ່​ໃນ​ໂຄງ​ການ​ດຽວ​ກັ​ນ ຈະ​ມີ​ທິດ​ສະ​ດີ ຫຼື ຂໍ້​ສົມ​ມຸດຖານ​ກ່ຽ​ວ​ກັບ​ຄວາມ​ສຳ​ພັນ​ລະ​ຫວ່າງ​ການ​ກະ​ທຳ ແລະ ການ​ດຳ​ເນີນ​ການ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ໂຄງ​ການ​ທີ່​ມີ​ແບບ​ຢ່າງດຽວ​ກັນ ບໍ່​ແມ່ນ​ຕ່າງ​ຄົນ​ຕ່າງ​ຄິດ ຫຼື ຕ່າງ​ຄົນ​ຕ່າງ​ເຮັດ​ເພາະ​ຂາດ​ພື້ນ​ຖານ​ທາງ​ດ້ານ​ທິດ​ສະ​ດີ​ເປັນ​ເຄື່ອງ​ຊ່ວຍ​ການ​ຕັດ​ສິນ​ໃຈ;

ຄ. ໂຄງ​ການ​ພັດ​ທະ​ນາ​ອາດ​ຂາດ​ການ​ຈັດ​ການ​ທີ່​ດີ ນັ້ນ​ກໍ​ຄ​ື ຜູ້​ບໍ​ລິ​ຫານ​ໂຄງ​ການ​ບໍ່​ຄ່ອຍ​ໄດ້​ໃຊ້​ການ​ປະ​ເມີນ​ຜົນ​ໂຄງ​ການ​ພັດ​ທະ​ນາ​ເປັນ​ເຄື່ອງ​ມື​ໃນ​ການ​ບໍ​ລິ​ຫານນັ້ນ​ເອງ.

          4.3 ວິທີການແກ້ໄຂການບໍລິຫານໂຄງກາພັດທະນາ

            ເຖິງແມ່ນວ່າການບໍລິຫານໂຄງການພັດທະນາ ຈະມີບັນຫາຫຼາຍ ທັງບັນຫາໃນພາບລວມ ແລະ ສະເພາະດ້ານດັ່ງໄດ້ກ່າວມາແລ້ວ ແຕ່ກໍມີທ່ານຜູ້ຮູ້ໄດ້ສະເໜີແນະນຳວິທີການແກ້ໄຂບັນຫາເຫຼົ່ານີ້ຂ້ອນຂ້າງຫຼາເຊັ່ນດຽວກັນ.

            ດັບບຼິວ. ແອເລນ ແຣນດອບ ແລະ ແບຣີ ແຊດ. ໂພສ ເນີຣ໌ (W. Alan Randolph and Barry Z. Posner) ໄດ້ສະເໜີວິທີແກ້ບັນຫາການບໍລິຫານໂຄງການພັດທະນາໃຫ້ປະສົບຜົນສຳເລັດໂດຍການອາໄສ ບັນຍັດສິບປະການ ຫຼື ທີບຸກຄົນທັງສອງເອີ້ນວ່າ GO-CARTS DRIVER ຄຳຫຍໍ້ເຫຼົ່ານີ້ມາຈາກພະຍັນສະນະຕົວທຳອິດ (ພະຍັນສະນະຂີດເສັ້ນລຸ່ມ) ຂອງແນວຄວາມຄິດຫຼັກແຕ່ລະປະເດັນຂອງການຕມ ແລະ ການປັບ (ວິເຄາະ) ໂຄງການພັດທະນາເຊິ່ງເປັນສ່ວນຂອງ GO-CARTS ໃນບັນຍັດ 4 ຂໍ້ທໍາອິດ ແລະ ການນຳເອົາໂຄງການພັດທະນາໄປປະຕິບັດ ຊຶ່ງເປັນສ່ວນຂອງ DRIVER ໃນບັນຍັດ 6 ຂໍ້ ດັ່ງລາຍລະອຽດຄື:  

1)   ການວາງເປົ້າໝາຍໂຄງການພັດທະນາໃຫ້ຊັດເຈນ (Set a clear project Goal) ນັ້ນກໍຄື ທ່ານມີຈຸດປະສົງຈະໃຊ້ໂຄງການພັດທະນານີ້ເພື່ອເປົ້າໝາຍຫຍັງ;

2)   ກຳນົດຈຸດປະສົງຂອງໂຄງການ (Determine the project Objectives) ນັ້້ນກໍຄື ທ່ານຈະຊີ້ໃຫ້ເຫັນບໍວ່າ ໂຄງການພັດທະນາຂອງທ່ານມີຂໍ້ຈຳກັດ ແລະ ແນວທາງຫຍັງແດ່;

3) ກຳນົດຈຸດກວດສອບ, ກິດຈະກຳ, ຄວາມສຳພັນ ແລະ ຄາດເດົາກ່ຽວກັບເວລາທີ່ຈະໃຊ້ໃນໂຄງການພັດທະນາ (Establish Checkpoints, Activities, Relationship and Time estimates)  ນັ້ນກໍຄື ໂຄງການພັດທະນາຂອງທ່ານສາມາດຈະແບ່ງອອກເປັນສັດສ່ວນພໍທີ່ຈະນໍາມາປະຕິບັດໄດ້ ຫຼຶ ບໍ;

4) ລະບຸຈຸດໝາຍກຳນົດການກ່ຽວກັບການປະຕິບັດຕາມໂຄງການພັດທະນາ (Draw a picture of the project Schedule) ນັ້ນກໍຄື ທ່ານມີຈຸດໝາຍກຳນົດກ່ຽວກັບການດຳເນີນງານຕາມໂຄງການພັດທະນາໄວ້ເປັນລາຍລັກອັກສອນແລ້ວ ຫຼື ບໍ;

5)  ອຳນວຍການໃຫ້ຜູ້ປະຕິບັດງານແຕ່ລະຄົນ ແລະ ທີມໃນໂຄງການພັດທະນາ ໄດ້ຮູ້ວ່າຈະຕ້ອງເຮັດຫຍັງແດ່ (Direct people individually and as a project team) ນັ້ນກໍຄື ທ່ານຖາມເຖິງພູມຫຼັງ ແລະ ຄວາມຮູ້ສຶກນຶກຄິດຂອງຜູ້ທີ່ຈະມາຮ່ວມທີມກັບທ່ານແລ້ວ ຫຼື ບໍ່;

6) ເສີມກຳລັງຄວາມຜູກພັນ ແລະ ຄວາມຕື່ນເຕັ້ນ ຂອງທີມໂຄງການພັດທະນາ (Reinforce the commitment and excitement of the project team) ນັ້ນກໍຄື ທີມຂອງທ່ານມີຄວາມຜູກພັນ ແລະ ການສະຖາປານາຈະບໍລິຫານໂຄງການພັດທະນາໃຫ້ປະສົບຄວາມສຳເລັດຫຼາຍໜ້ອຍພຽງໃດ;

7)   ແຈ້ງຂໍ້ມູນຕ່າງໆ ໃຫ້ຜູ້ທີ່ກ່ຽວຂ້ອງກັບໂຄງການພັດທະນາໄດ້ຮັບຮູ້ (Keep everyone connected with the project Informed) ນັ້ນກໍຄື ທ່ານຟັງຄົນອື່ນຫຼາຍກວ່າເວົ້າເອງ ຫຼື ບໍ;

8)   ສ້າງຄວາມຖືກຕ້ອງປອງດອງກັນເພື່ອກະຕຸ້ນສະມາຊິກຂອງໂຄງການພັດທະນາ (Build  greements that Vitalize team members) ນັ້ນກໍຄື ຫາກມີຄວາມຂັດແຍ່ງເກີດຂຶ້ນ ທ່ານສາມາດຫາທາງຈັດການໄດ້ ຫຼື ບໍ;

9)   ເຮັດໃຫ້ຕົວທ່ານເອງ ແລະ ຜູ້ອື່ນໃນທີມໂຄງການພັດທະນາມີອຳນາດ (Empower yourself and others on the project team) ນັ້ນກໍຄື ສະມາຊິກຄົນອື່ນໆ ໃນໂຄງການພັດທະນາຍອມເຮັດຕາມຄຳຮ້ອງຂໍຂອງທ່ານດ້ວຍຄວາມສະໝັກໃຈ ຫຼື ບໍ;

10)  ກະຕຸ້ນໃຫ້ຜູ້ທີ່ກ່ຽວຂ້ອງກັບໂຄງການພັດທະນາກ້າສ່ຽງ ແລະ ມີຄວາມຄິດສ້າງສັນ (Encourage Risk taking and creativity) ນັ້ນກໍຄື ທ່ານສາມາດຈະໂນ້ມນ້າວສມາທິໃຫ້ມີຈິນຕະນາການ ແລະ ຄວາມຄິດສ້າງສັນໄດ້ຫຼາຍໜ້ອຍພຽງໃດ.

ດັບບຼິວ.ເຈ.ເທເຣີ ແລະ ທີ. ເອັຟ. ວັສລິງ (W. J. Taylor and T. F. Watling)ໄດ້ສະເໜີວິທີແກ້ໄຂບັນຫາການບໍລິຫານໂຄງການພັດທະນາ ຫຼື ບຸກຄົນທັງສອງເອີ້ນວ່າ ກົດທອງ (Golden Rules) ເຊັ່ນດຽວກັບ ແຣນຄອຟ ແລະ ພອສເນີ ກົດທອງດັ່ງກ່າວນີ້ມີຢູ່ 10 ຂໍ້ເຊັ່ນດຽວກັນ ຄື:

1)   ທຳຄວາມເຂົ້າໃຈກ່າວກັບເປົ້າໝາຍຂອງໂຄງການພັດທະນາໃຫ້ຊັດເຈນ;

2)   ກຳນົດຄວາມຕ້ອງການ (ຄວາມຈໍາເປັນ) ຂອງໂຄງການພັດທະນາ;

3)   ຫາກຄວາມຕ້ອງການ (ຄວາມຈໍາເປັນ)ຂອງໂຄງການພັດທະນາປ່ຽນແປງໄປ ຈົ່ງຄວບຄຸມດູແລຢ່າງໃກ້ຊິດ;

4)   ວາງແຜນໃຫ້ຮອບຄອບ;

5)   ກຳນົດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນໄວ້ໃຫ້ຊັດເຈນ;

6)   ຕ້ອງຕິດຕາມເບິ່ງວ່າ ຜູ້ທີ່ກ່ຽວຂ້ອງໄດ້ຮັບຮູ້ຂ່າວສານ ແລະ ຂໍ້ມູນຢ່າງຖືກຕ້ອງ ປາສະຈາກການອຸດຕັນ;

7)   ລະບຸ ແລະ ເນັ້ນສະເພາະລາຍການທີ່ມີຄວາມສຳຄັນຫຼາຍ ໂດຍດຳເນີນການຕາມ ກົດ 80:20 ນັ້ນກໍຄື ຮ້ອຍລະ 80 ຂອງບັນຫາຕ່າງໆ ມັກເກີດຈາກກິດຈະກໍາ ຫຼື ປັດໄຈພຽງຮ້ອຍລະ 20 ເທົ່ານັ້ນ;

8)   ຈົ່ງຄັດເລືອກຜູ້ປະມູນວຽກລາຍຍ່ອຍດ້ວຍຄວາມລະມັດລະວັງ;

9)   ຈົ່ງຄິດເຖິງຄວາມຈຳເປັນທີ່ຈະຕ້ອງມີການແລກປ່ຽນກັນໃນລາຍການບາງລາຍການທີ່ຈຳເປັນ;

10)    ຈົ່ງຫຼີກລຽງການສ່ຽງທີ່ບໍ່ຈໍາເປັນ.

                ສັງເກດໄດ້ວ່າ ກົດທອງ ຂອງເທເລີ ແລະ ວັສລິງ ມີລັກສະນະໃກ້ຄຽງກັບ GO-CARTS DRIVER ຂອງແຣນຄອຟ ແລະ ພອສເນີ ຢູ່ຫຼາຍຢ່າງ ແນວໃດກໍຕາມ ໃນການບໍລິຫານໂຄງການພັດທະນາແທ້ຈິງແລ້ວ ທັງໃນຂັ້ນຕອນການກຽມ ແລະ ການປັບ (ວິເຄາະ) ແລະ ການນໍາເອົາໂຄງການພັດທະນາໄປປະຕິບັດນັ້ນ ອາດຈະມີການແກ້ໄຂບັນຫາເພີ່ມເຕີມ ຫຼື ຕັດປະເດັນບາງປະເດັນຂອງບັນຍັດສິບປະການ ແລະ ກົດທອງ ເຫຼົ່ານີ້ລົງຄືກັນ ເພາະອາດບໍ່ມີຜູ້ບໍລິຫານໂຄງການພັດທະນາຄົນໃດທີ່ເປັນຄົນຊື່ສັດໂດຍປະຕິບັດຕາມຂໍ້ບັນຍັດ ແລະ ກົດເຫຼົ່ານີ້ທຸກຂັ້ນຕອນ ເພາະໂຄງການພັດທະນາອາດມີສະພາບແວດລ້ອມທາງດ້ານກາລະເທສະທີ່ແຕກຕ່າງກັນ ແລະ ນີ້ຄື ໜ້າທີ່ຄວາມຮັບຜິດຊອບຂອງຜູ້ຈັດການ ຫຼື ຜູ້ບໍລິຫານທີ່ຈະຕ້ອງກະທຳ ບໍ່ວ່າຄົນເຫຼົ່ານັ້ນຈະຢູ່ບ່ອນໃດຂອງໂລກກໍຕາມ.

                ໂຄສິດ ປັ້ນປຽມລັດ ສະເໜີວ່າ ການທີ່ຈະບໍລິຫານໂຄງການພັດທະນາໃຫ້ບັນລຸເປົ້າໝາຍ ແລະ ປະສົບຄວາມສຳເລັດນັ້ນ ຈຳເປັນຕ້ອງຄຳນຶງເຖິງປັດໄຈຫຼາຍປະການເຊັ່ນ: ການປະຊຸມ, ການເຮັດວຽກເປັນກຸ່ມ, ການແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ຊັດເຈນ, ການຕັດສິນໃຈທີ່ດີ, ການຈົດບັນທຶກ ແລະ ການເກັບກຳຂໍ້ມູນສະແດງໃນຮູບລຸ່ມນີ້: (ໂຄສິດ ປັ້ນປຽມລັດ,1978.p.21).

ປັດໄຈທີ່ເອື້ອອຳນວຍຕໍ່ການນຳເອົາໂຄງການພັດທະນາໄປປະຕິບັດຕາມທັດສະນະຂອງ ຮໍນາເດລ ແລະ ເຄຣົາສ໌ ມີດັ່ງຕໍ່ໄປນີ້ຄື:

1)  ໂຄງການພັດທະນາໃຊ້ເຕັກໂນໂລຊີທີ່ເໝາະສົມ ຫຼື ບໍ;

2)ໂຄງການພັດທະນາມີການປະເມີນຄວາມເໝາະສົມຂອງເຕັກໂນໂລຊີ ໂດຍການພິຈາລະນາເບິ່ງຈາກຄວາມປ່ຽນແປງທາງພຶດຕິກຳຂອງຜູ້ທີ່ໃຊ້ເຕັກໂນໂລຢີນັ້ນໆ ຫຼື ບໍ;

3)ໂຄງການພັດທະນາສາມາດສ້າງອົງການທ້ອງຖິ່ນທີມີພາລະກິດທີ່ແນ່ນອນ ແລະ ປະຕິບັດວຽກງານຢ່າງມີປະສິດທີຜົນ ຫຼື ບໍ;

4)ໂຄງການພັດທະນາເປີດໂອກາດໃຫ້ຊາວພື້ນເມືອງໄດ້ເຂົ້າມາມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບຊາຕາກຳຂອງຕົນເອງ ຫຼື ບໍ;

5)ໂຄງການພັດທະນາມີການວາງແຜນໂຄງການພັດທະນາຢ່າງເຂັ້ມແຂງ ມີລະບົບການຈັດການທີ່ດີ ແລະ  ສາມາດປະເມີນຜົນການປະຕິບັດງານຕາມຈຸດປະສົງຂອງໂຄງການພັດທະນາຢ່າງໄດ້ຜົນ ຫຼື ບໍ;

      ສຳລັບ ເພສແມນ ແລະ ວິວດັຟກີ້ ມີຄວາມເຫັນວ່າການນໍາເອົາໂຄງການພັດທະນາໄປປະຕິບັດຈະປະສົບຄວາມສຳເລັດຫຼາຍໜ້ອຍເທົ່າໃດ ຫຼື ບໍນັ້ນ ຈະຂຶ້ນກັບເງື່ອນໄຂທີ່ວ່າໂຄງການພັດທະນານັ້ນມີຄວາມລຽບງ່າຍເທົ່າໃດ ມີຂັ້ນຕອນຫຼາຍໜ້ອຍເທົ່າໃດ ແລະ ເນັ້ນໄປທີ່ກຸ່ມເປົ້າໝາຍເທົ່າໃດ ໂດຍ ເພສແມນ ແລະ ວິວດັຟກີ້ ໄດ້ຂຽນເງື່ອນໄຂເຫຼົ່ານີ້ອອກມາໃນຮູບແບບຂໍ້ສົມມຸດຕິຖານ ດັ່ງນີ້:

1)ຖ້າໂຄງການພັດທະນາມີຄວາມລຽບງ່າຍເທົ່າໃດ ກໍຍິ່ງມີໂອກາດທີ່ຈະໄດ້ຮັບການນຳໄປປະຕິບັດຫຼາຍຂຶ້ນເທົ່ານັ້ນ;

2)ຖ້າໂຄງການພັດທະນາມີຂັ້ນຕອນໃນການປະຕິບັດງານໜ້ອຍລົງເທົ່າໃດ ກໍຈະໄດ້ຮັບການນຳໄປປະຕິບັດຫຼາຍຂຶ້ນເທົ່ານັ້ນ;

3)ຖ້າໂຄງການພັດທະນາເນັ້ນໄປທີ່ກຸ່ມເປົ້າໝາຍຫຼາຍຂຶ້ນເທົ່າໃດ ກໍມີໂອກາດທີ່ຈະໄດ້ຮັບການນຳໄປປະຕິບັດຫຼາຍຂື້້ນເທົ່ານັ້ນ;

      ສຳລັບ ໄນໂກຼ ນັ້ນ ໄດ້ສະເໜີວ່າ ໜ່ວຍງານລັດຖະການອາດຈະປັບປຸງການປະເມີນຜົນໂຄງການພັດທະນາໃຫ້ຫຼາຍຂຶ້ນ ໂດຍຍຶດຫຼັກການຕ່າງໆ ດັ່ງຕໍ່ໄປນີ້ຄື:

1)ການປະເມີນຜົນໂຄງການພັດທະນາ ຈະຕ້ອງຖືວ່າເປັນຄວາມຮັບປິດຊອບທີ່ຕໍ່ເນື່ອງຂອງທຸກໆໜ່ວຍງານ ພ້ອມທັງມີເງິນ ແລະ ບຸກຄະລາກອນ ຢ່າງຄົບຖ້ວນ;

2) ທຸກໜ່ວຍງານຄວນຈະພັດທະນາ ຫຼື ປັບປຸງແຜນການປະເມີນຜົນໂຄງການພັດທະນາຢູ່ສະເໜີຢ່າງໜ້ອຍທີສຸດປີລະໜຶ່ງຄັ້ງ;

3)ຄວນມີແຜນການເຊື່ອມໂຍງລະຫວ່າງການປະເມີນຜົນໂຄງການພັດທະນາກັບຂະບວນການຕັດສິນໃຈກ່ຽວກັບງົບປະມານ ເພື່ອຈະປັບ ຫຼື ດຳເນິີນການຕາມໂຄງການພັດທະນາໃຫ້ທັນຕາມໂຄງການ;

4)ເຖິງວ່າການຕັັດສິນໃຈຂອງລັດຖະບານທີ່ກ່ຽວຂ້ອງກັບໂຄງການພັດທະນາ ຈະຕ້ອງນຳເອົາປັດໄຈທາງການເມືອງມາພິຈາລະນາດ້ວຍກໍຕາມ ແຕ່ຜູ້ທີ່ກ່ຽວຂ້ອງຄວນໃຊ້ຂໍ້ມູນຈາກການປະເມີນຜົນຂອງໂຄງການພັດທະນາມາຊັ່ງຊາເບິ່ງຂໍ້ດີຂໍ້ເສຍກ່ອນ ກ່ອນທີ່ຈະຕັດສິນໃຈດຳເນີນການຕໍ່ໄປ;

5)ເຖິງວ່າໜ່ວຍງານຈະບໍ່ສາມາດທົດສອບໂຄງການການທົດລອງຕ່າງໆ ໄດ້ທັງໝົດກໍຕາມ ແຕ່ໜ່ວຍງານກໍອາດຈະຕ້ອງເຮັດການທົດລອງກ່ຽວກັບໂຄງການເຫຼົ່ານີ້ເສຍກ່ອນ ກ່ອນທີ່ຈະນຳໄປປະຕິບັດຈິງໆໃນວົງກວ້າງ;

6)ໜ່ວຍງານຄວນເຮັດການປະເມີນຜົນໂຄງການພັດທະນາສະເພາະທີ່ສາມາດປະເມີນໄດ້ເທົ່ານັ້ນ ສຳລັບເກນທີຈະພິຈາລະນາວ່າ ໂຄງການໃຜທີ່ສາມາດປະເມີນຜົນໄດ້ ຫຼື ບໍ່ໄດ້ນັ້ນ ອາດຈະພິຈາລະນາຈາກປັດໄຈຕ່າງໆເຊັ່ນ: ໂຄງການພັດທະນາມີຈຸດປະສົງທີ່ຊັດເຈນ ຫຼື ບໍ່, ຜົນທີ່ເກີດຈາກໂຄງການພັດທະນາສາມາດວັດໄດ້ ຫຼື ບໍ່, ທິດສະດີ ຫຼື ຂໍ້ສົມມຸດຕິຖານທາງທິດສະດີທີເຊື່ອມໂຍງລະຫວ່າງກິດຈະກຳກັບການດຳເນີນການໃຫ້ບັນລຸຕາມເປົ້າໝາຍຊັດເຈນ ຫຼື ບໍ່, ຜູ້ບໍລິຫານມີຂໍ້ຈໍາກັດຫຼາຍນ້ອຍເທົ່າໃດ ທີ່ຈະດໍາເນີນການຕາມຜົນຂອງການປະເມີນໂຄງການພັດທະນາ, ມີທາງອື່ນເພື່ອເລືອກອີກບໍ່ ທີ່ຈະປະຕິບັດຕາມຜົນການປະເມີນໂຄງການພັດທະນາຕາມປະເດັນຕ່າງໆ ທີ່ຄົ້ນພົບ;

7) ຝ່າຍບໍລິຫານ ແລະ ຝ່າຍຊ່ວຍອຳນວຍການຂອງແຜນງານຕ່າງໆ ຄວນຈະເປັນຜູ້ກຳນົດຈຸດປະສົງຂອງແຜນງານ ແລະ ເກນການປະເມີນຜົນເອງຫຼາຍກວ່າໃຫ້ຜູ້ຮັບຈ້າງພາຍນອກເປັນຜູ້ດຳເນີນການ;

8)ການປະເມີນຜົນໂຄງການພັດທະນາຄວນຈະເຮັດໄວ້ດົນໆ ກ່ອນທີ່ກຸ່ມຜົນປະໂຫຍດຕ່າງໆ ຈະເຂົ້າມາມີອິດທິພົນຄອບງຳໂຄງການພັດທະນາເຫຼົ່ານັ້ນ ຈົນບໍ່ສາມາດເຮັດການປ່ຽນແປງໄດ້ຕາມຜົນຂອງການປະເມີນ;

9)ການປະເມີນຜົນຄວນເປັນຂະບວນການຂອງການດຳເນີນງານຕາມໂຄງການພັດທະນາຫຼາຍກວ່າການປະເມີນຜົນກະທົບ ເພາະຈະຊ່ວຍໃຫ້ສາມາດພິຈາລະນາຫາວິທີແກ້ໄຂປັບປຸງໃຫ້ດີຂຶ້ນໄດ້;

10) ຄວນມີການອອກແບບ ແບບປະເມີນໂຄງການພັດທະນາທີມີກໍາລັງຫຼາຍໆ ແທນທີ່ຈະໃຊ້ການປະເມີນຜົນແບບເກົົ່າ;

11)ໃນການປະເມີນຜົນການປັບປຸງໂຄງການພັດທະນານັ້ນ ຄວນຈະໃຫ້ບຸກຄະລາກອນຂອງແຜນງານນັ້ນ ເຂົ້າມາມີສ່ວນຮ່ວມເພື່ອໃຫ້ພວກເຂົາມີຄວາມເຂົ້າໃຈ ແລະ ຫັນມາສະໜັບສະໜູນການປະເມີນຜົນໂຄງການ;

12)ຫຼັງຈາກການປະເມີນຜົນໂຄງການພັດທະນາສໍາເລັດແລ້ວ ຄວນຈະມີການເຜີຍແພ່ໃຫ້ຜູ້ທີ່ກ່ຽວຂ້ອງໄດ້ຮັບຮູ້ ເພື່ອຈະໃຊ້ຂໍ້ມູນເຫຼົ່ານັ້ນໄປປັບປຸງແຜນງານໃຫ້ດີຂຶ້ນຕໍ່ໄປ.

 

 

 

           

 



ความคิดเห็น