ອຳນາດທີ່ສຳຄັນໃນທາງກົດໝາຍລັດຖະທຳມະນູນ
ໂດຍ: ປັນຍາສັກ ແສງອ່ອນແກ້ວ
ການສຶກສາກົດໝາຍລັດຖະທຳມະນູນຫົວໃຈສຳຄັນປະການໜື່ງໃນການທີ່ຈະເຂົ້າໃຈກ່ຽວກັບລັກສະນະຂອງລັດຖະທຳມະນູນນັ້ນວ່າມີປະຊາທິປະໄຕຫຼາຍໜ້ອຍສຳໃດນັ້ນ ສິ່ງໜື່ງທີ່ຕ້ອງຄຳນຶງເຖິງຄື
ອຳນາດທີ່ສຳຄັນໃນທາງກົດໝາຍລັດຖະທຳມະນູນ
ເພາະອຳນາດເຫຼົ່ານີ້ຈະມີບົດບາດສຳຄັນ ຫຼື ອິດທິພົນຕໍ່ການນຳໃຊ້ລັດຖະທຳ ມະນູນຂອງປະເທດນັ້ນໆ
ໂດຍທົ່ວໄປການສຶກສາອຳນາດທີ່ສຳຄັນໃນທາງກົດໝາຍລັດຖະທຳມະນູນນັ້ນຄວນສຶກສາປະເດັ່ນສຳຄັນດັ່ງນີ້:
1. ອຳນາດໃນການຈັດໃຫ້ມີລັດຖະທຳມະນູນ
ໝາຍເຖິງ ອຳນາດທາງການເມືອງຂອງບຸກຄົນ ຫຼື ຄະນະບຸກຄົນທີ່ຢູ່ໃນຖານະສູງສຸດ ທີ່ສາມາດຈະບັນດາໃຫ້ມີລັດຖະທຳມະນູນຂື້ນໄດ້ສຳເລັດ.
ໃນນີ້ຜູ້ທີ່ມີອຳນາດຈັດໃຫ້ມີລັດຖະທຳມະນູນຈຶ່ງໝາຍເຖິງເຈົ້າຂອງອຳນາດອະທິປະໄຕ ຫຼື ຜູ້ທີ່ຢູ່ໃນຖານະຢ່າງລັດຖາທິປັດ.
ໂດຍສ່ວນໃຫຍ່ແລ້ວຜູ້ທີ່ມີອຳນາດໃນການຈັດໃຫ້ມີລັດຖະທຳມະນູນອາດປະກອບໄປດ້ວຍ :
u ປະມຸກຂອງລັດເປັນຜູ້ຈັດໃຫ້ມີ.
v ຜູ້ກໍ່ການປະຕິວັດ ແລະ ລັດຖະປະຫານຈັດໃຫ້ມີ.
w ປະຊາຊົນເປັນຜູ້ຈັດໃຫ້ມີ.
x ປະມຸກຂອງລັດ, ຄະນະປະຕິວັດ ແລະ ປະຊາຊົນໃນຖານະຜູ້ມີອຳນາດຈັດໃຫ້ມີຮ່ວມກັນ.
y ຜູ້ມີອຳນາດຈາກອົງການພາຍນອກໃນຖານະຜູ້ມີອຳນາດຈັດໃຫ້ມີ.
2. ອຳນາດໃນການສ້າງລັດຖະທຳມະນູນ
ໃນທາງທິດສະດີກົດໝາຍລັດຖະທຳມະນູນໄດ້ເຂົ້າໃຈວ່າ
ອຳນາດໃນການສ້າງລັດຖະທຳມະນູນແຕກຕ່າງຈາກອຳນາດໃນການຈັດໃຫ້ມີລັດຖະທຳມະນູນ
ແຕ່ເປັນສິ່ງທີ່ຕ້ອງຄວບຄູ່ກັນ.
ຜູ້ມີອຳນາດໃນການສ້າງລັດຖະທຳມະນູນຈຶ່ງໄດ້ແກ່ຜູ້ທີ່ໄດ້ຮັບມອບໝາຍຈາກລັດຖາທິປັດ
ຫຼື ຜູ້ທີ່ມີອຳນາດໃນການຈັດໃຫ້ມີລັດຖະທຳມະນູນ ໃຫ້ພິຈາລະນາຮ່າງ
ບົດບັນຍັດແຫ່ງລັດຖະທຳມະນູນຂື້ນມາ.
ຍົກເວັ້ນໃນບາງກໍລະນີຄືຜູ້ມີອຳນາດຈັດໃຫ້ມີຄຽງຄູ່ກັບອຳນາດຜູ້ສ້າງອາດຈະເປັນ
ບຸກຄົນຄົນດຽວກັນ. ຕົວຢ່າງ : ຜູ້ເຮັດການປະຕິວັດ ຫຼື ລັດຖະປະຫານໄດ້ສຳເລັດ ອາດໄດ້ນຳເອົາລັດຖະທຳມະນູນທີ່ຕົນຮ່າງກຽມໄວ້ແລ້ວປະກາດໃຊ້.
ຜູ້ມີອຳນາດໃນການສ້າງລັດຖະທຳມະນູນອາດປະກອບໄປດ້ວຍຫຼາຍກໍລະນີເຊັນ :
2.1 ການສ້າງລັດຖະທຳມະນູນໂດຍບຸກຄົນຄົນດຽວ
ກໍລະນີບຸກຄົນຄົນດຽວເປັນຜູ້ຈັດສ້າງລັດຖະທຳມະນູນມັກຈະເກີດຂື້ນຫຼັງຈາກທີ່ມີການປະຕິວັດ
ຫຼື ລັດຖະປະຫານເຊິ່ງຜູ້ເຮັດການປະຕິວັດໄດ້ຈັດຮ່າງລັດຖະທຳມະນູນກຽມໄວ້ກ່ອນແລ້ວ.
ຮ່າງລັດຖະທຳມະນູນໃນລັກສະນະນີ້ມັກມີຂໍ້ຄວາມສັ້ນໆ
ຫຼື ເປັນລັດຖະທຳມະນູນທີ່ບໍ່ຄ່ອຍມີຫຼັກປະກັນສິດເສລີພາບຂອງປະຊາຊົນ ແລະ
ມຸ່ງໝາຍຈະໃຫ້ເປັນລັດຖະທຳມະນູນສະບັບຊົ່ວຄາວ.
2.2 ການສ້າງລັດຖະທຳມະນູນໂດຍຄະນະບຸກຄົນ
ກໍລະນີຄະນະບຸກຄົນເປັນຜູ້ສ້າງລັດຖະທຳມະນູນ
ເປັນກໍລະນີທີ່ລັດໄດ້ຕັ້ງຄະ ນະບຸກຄົນຂື້ນມາຄະນະໜື່ງ ເອີ້ນວ່າ :
ຄະນະກຳມະທິການເພື່ອຮ່າງ ແລະ ພິຈາ ລະນາຮ່າງລັດຖະທຳມະນູນ.
ຄະນະກຳມະທິການອາດມີຈຳນວນ 10-20 ຄົນ ໂດຍຄັດເລືອກມາຈາກຜູ້ຊົງ
ຄຸນວຸດທິໃນສາຂາວິຊາຕ່າງໆ ສ່ວນຫຼາຍເປັນປະເທດທີ່ຫາກໍ່ຜ່ານພົ້ນການປ່ຽນ
ແປງລະບອບການປົກຄອງໃໝ່ໆ ຫຼື ຫາກໍ່ໄດ້ຮັບເອກະລາດໃໝ່ໆມັກຈະສ້າງລັດ
ຖະທຳມະນູນໃນລັກສະນະນີ້.
2.3 ການສ້າງລັດຖະທຳມະນູນໂດຍສະພານິຕິບັດຍັດ
ກໍລະນີທີ່ສະພານິຕິບັດຍັດເປັນຜູ້ສ້າງລັດຖະທຳມະນູນ
ໄດ້ແກ່ກໍລະນີທີ່ປະ ເທດທີ່ຕ້ອງການຍົກຮ່າງລັດຖະທຳມະນູນໃໝ່
ເພື່ອລົບລ້າງລັດຖະທຳມະນູນເກົ່າ ທັງໝົດສະບັບ.
ການໃຫ້ສະພານິຕິຍັດເປັນຜູ້ສ້າງຂື້ນເອງຍ່ອມເປັນການປະຫຍັດຄ່າໃຊ້ຈ່າຍ
ແຕ່ອາດຈະມີການຊັກຊ້າເພາະຈະຕ້ອງປະຕິບັດໜ້າທີ່ໃນທາງນິຕິບັດຍັດໃນເວລາດຽວກັນ.
2.4 ການສ້າງລັດຖະທຳມະນູນໂດຍສະພາຮ່າງລັດຖະທຳມະນູນ
ສະພາຮ່າງລັດຖະທຳມະນູນ
ໝາຍເຖິງ ສະພາຮ່າງລັດຖະທຳມະນູນຂອງປະເທດ ທີ່ມີການປົກຄອງໃນລະບອບປະຊາທິປະໄຕ
ສະພາຮ່າງລັດຖະທຳມະນູນຖືເປັນຕົວແທນຂອງປະຊາຊົນຢ່າງແທ້ຈິງ
ຄືປະກອບໄປດ້ວຍສະມາຊິກທີ່ປະຊາຊົນທົ່ວປະເທດໄດ້ອອກສຽງເລືອກຕັ້ງເຂົ້າມາເຮັດໜ້າທີ່.
ໃນກໍລະນີນີ້ຜູ້ສ້າງລັດຖະທຳມະນູນມັກຈະເກີດຂື້ນເມື່ອມີການປະກາດໃຊ້ລັດ ຖະທຳມະນູນສະບັບຊົ່ວຄາວໄປແລ້ວ ຫຼື ບໍ່ດັງນັ້ນກໍ່ຕ້ອງການທີ່ຈະປະສານປະໂຫຍດຈາກທຸກຄົນທຸກຝ່າຍ ເພື່ອໃຫ້ໄດ້ລັດຖະທຳມະນູນສະບັບສົມບູນ ແລະ ຖືກຕ້ອງຕາມຈຸດປະສົງຂອງບຸກຄົນທຸກຝ່າຍໃຫ້ຫຼາຍທີ່ສຸດ
ການຮ່າງລັດຖະທຳມະນູນໂດຍສະພາກໍ່ຄືກັບການຮ່າງລັດຖະທຳມະນູນໂດຍກຳມະທິການ ພຽງແຕ່ຈຳນວນບຸກຄົນຜູ້ຮ່າງຫຼາຍກວ່າຄະນະກຳມະການເທົ່ານັ້ນ.
3. ອຳນາດທີ່ໄດ້ຮັບມາຈາກລັດຖະທຳມະນູນ
ອຳນາດທີ່ໄດ້ຮັບມາຈາກລັດຖະທຳມະນູນ ໝາຍເຖິງບັນດາອຳນາດຂອງອົງກອນ, ສະຖາບັນ ຫຼື ບຸກຄົນທັງຫຼາຍ ທີ່ໄດ້ກໍ່ຕັ້ງຂື້ນຕາມລັດຖະທຳມະນູນ ອຳນາດທີ່ວ່ານີ້ເປັນອຳນາດທີມີຂອບເຂດ ແລະ ເງື່ອນໄຂຕ່າງໆຕາມລັດຖະທຳມະນູນໄດ້ກຳນົດໄວ້.
3.1 ອຳນາດຂອງຝ່າຍນິຕິບັດຍັດ
ສະຖາບັນຝ່າຍນິຕິບັນຍັດ
ເປັນກົນໄກອັນສຳຄັນປະການໜຶ່ງໃນການບໍລິຫານ ແລະ ການປົກຄອງປະເທດ ໂດຍສະເພາະຢ່າງຍິ່ງໃນປະເທດທີ່ປົກຄອງໂດຍລະບອບປະຊາທິປະໄຕ.
ສະຖາບັນຝ່າຍນິຕິບັດຍັດເປັນທີ່ມາແຫ່ງກົດໝາຍ
ແລະ ນະໂຍບາຍທີ່ຈະໃຊ້ບໍລິ ຫານປະເທດຕໍ່ໄປ.
ສະຖາບັນຝ່າຍນິຕິບັນຍັດທີ່ວ່ານີ້ ຄື : “ ລັດຖະສະພາ ” ລັດຖະສະພານີ້ອາດຈະເອີ້ນຊື່ແຕກຕ່າງກັນອອກໄປໃນແຕ່ລະປະເທດ, ແຕ່ສິ່ງທີ່ຄືກັນກໍ່ຄື : ບົດບາດ ແລະ ໜ້າທີ່ຂອງສະຖາບັນຝ່າຍນິຕິບັດຍັດ.
ຮູບແບບຂອງສະຖາບັນຝ່າຍນິຕິບັດຍັດ
ຫຼື ລັດຖະສະພາທີ່ປະກົດເຫັນໃນປະເທດຕ່າງໆມີ 2 ແບບ ຄື :
1) ລະບົບສະພາດ່ຽວ
ລັກສະນະສຳຄັນຂອງລະບົບສະພາດ່ຽວຄື : ລັດຖະສະພາປະກອບໄປດ້ວຍສະພາເຊິ່ງເຮັດໜ້າທີ່ທາງດ້ານນິຕິບັນຍັດພຽງສະພາດຽວ
2) ລະບົບສະພາຄູ່ ຫຼື ສອງສະພາ
ລະບົບສອງສະພາ ໝາຍເຖິງລັດຖະສະພາທີ່ປະກອບໄປດ້ວຍສະພາ 2
ປະເພດ ເຮັດໜ້າທີ່ຮ່ວມກັນຄື :
- ສະພາສູງ.
- ສະພາຕ່ຳ.
3.2 ອຳນາດຝ່າຍບໍລິຫານ
ສະຖາບັນຝ່າຍບໍລິຫານກໍ່ຄືລັດຖະບານ.
ລັດຖະບານເປັນສະຖາບັນທີ່ມີບົດບາດສຳຄັນທີ່ສຸດ ໃນການໃຊ້ອຳນາດທາງການເມືອງ ເຊິ່ງໝາຍເຖິງຄະນະບຸກຄົນທີ່ມີໜ້າທີ່ຫຼັກຄື : ການເອົາກົດໝາຍໄປໃຊ້ ຫຼື ຮັບຜິດຊອບໃນງານ ສ່ວນການປົກຄອງປະເທດແມ່ນດຳເນີນໄປຕາມນະໂຍບາຍ ແລະ ກົດໝາຍທີ່ກຳນົດໄວ້.
ປະຈຸບັນ ຝ່າຍບໍລິຫານບໍ່ແມ່ນຈະມີບົດບາດສະເພາະສ່ວນຂອງການໃຊ້ກົດໝາຍ ຫຼື
ປົກຄອງເທົ່ານັ້ນ,
ແຕ່ຍັງເຂົ້າໄປມີສ່ວນຮ່ວມໃນຂະບວນການອອກກົດໝາຍ.
ຮູບແບບຂອງຄະນະລັດຖະບານ
ເຊິ່ງຮັບຜິດຊອບໃນການບໍລິຫານປະເທດ ໂດຍສະເພາະປະເທດປະຊາທິປະໄຕ ຈະມີ 3
ລະບົບ ຄື :
- ລະບົບລັດຖະສະພາ.
- ລະບົບປະທານາທິບໍດີ.
- ລະບົບເຄິ່ງປະທານາທິບໍດີ.
3.3 ອຳນາດຝ່າຍຕຸລາການ
ສະຖາບັນທີ່ມີໜ້າທີ່ໃຊ້ອຳນາດຕຸລາການ
ຄື : ສານ ໂດຍມີໜ້າທີ່ພິພາກສາ ຫຼື ຕັດ ສິນຄະດີຕ່າງໆຕາມບົດບັນຍັດແຫ່ງກົດໝາຍ.
ຝ່າຍຕຸລາການ ຫຼື
ສານມີໜ້າທີ່ສຳຄັນຕໍ່ຄວາມຮັບຜິດຊອບໃນການຮັກສາເສລີພາບຂອງບຸກຄົນ, ປົກປ້ອງຄຸ້ມຄອງ, ແກ້ໄຂບໍ່ໃຫ້ເອກະຊົນຜູ້ໃດມາລ່ວງລໍ້າເສລີພາບຕໍ່ກັນ.
ເປັນສະຖາບັນຄວບຄຸມໃຫ້ເຈົ້າໜ້າທີ່ຂອງລັດຖະບານ
ບໍ່ໃຫ້ໃຊ້ອຳນາດເກີນຂອບເຂດ.
ສານປະຕິບັດໜ້າທີ່ບົນພື້ນຖານແຫ່ງຄວາມຍຸຕິທຳໂດຍຫຼັກການທີ່ວ່າ
: ທຸກຄົນລ້ວນເທົ່າທຽມກັນພາຍໃຕ້ກົດໝາຍ.
ດັ່ງນັ້ນ, ເພື່ອໃຫ້ສານສາມາດເຮັດໜ້າທີ່ຢ່າງຍຸຕິທຳ
ການດຳເນີນງານຂອງສານຈຶ່ງຕ້ອງເປັນໄປໂດຍອິດສະ ຫຼະບໍ່ໃຫ້ອຳນາດນິຕິຍັດ ແລະ
ອຳນາດບໍລິຫານມາລ່ວງລ້ຳໃນອຳນາດສານ
ເຊິ່ງຄວາມເປັນອິດສະຫຼະນີ້ໄດ້ຮັບຫຼັກປະກັນໂດຍລັດຖະທຳມະນູນ.
ຄຳຖາມທີ່ຕ້ອງສຶກສາຕໍ່ໄປຄື : ເປັນຫຍັງບັນດາອຳນາດຂອງປະມຸກລັດ, ອຳນາດຂອງຝ່າຍນິຕິບັນຍັດ, ອຳນາດຂອງຝ່າຍບໍລິຫານ,ອຳນາດຂອງຝ່າຍຕຸລາການ…..............ບັນດາອຳນາດເຫຼົ່ານີ້ຈຶ່ງມີຄວາມຈຳເປັນຕ້ອງໄປກຳນົດໄວ້ຢູ່ໃນລັດຖະທຳມະນູນ?
ຕາມຄວາມຄິດຂອງຫຼານແມ່ນ: ບັນດາອຳນາດຂອງປະມຸກລັດ, ອຳນາດຂອງຝ່າຍນິຕິບັນຍັດ, ຝ່າຍບໍລິຫານ, ຝ່າຍຕຸລາການ ແລະຝ່າຍອື່ນໆ ຈຳເປັນຕ້ອງຖືກບັນທຶກ ກຳນົດໄວ້ໃນລັດຖະທຳມະນູນຍ້ອນວ່າ: ເພື່ອເປັນການກຳນົດຂອບເຂດສິດ-ອຳນາດ ຂອງຜູ້ມີອຳນາດໃຫ້ຢູ່ໃນຂອບເຂດທີ່ເໝາະສົມ ເພື່ອບໍ່ໃຫ້ຜູ້ມີອຳນາດຕ່າງໆນັ້ນ ໃຊ້ອຳນາດເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ໃຊ້ອຳນາດໄປໃນທາງທີ່ບໍ່ຊອບທຳ, ນອກຈາກນັ້ນ, ກໍເປັນການຮັບປະກັນວ່າບັນດາຜູ້ມີອຳນາດ ຈະນຳໃຊ້, ອຸທິດອໍານາດທີ່ຕົນໄດ້ຮັບເຂົ້າຮັບໃຊ້ສັງຄົມ ແລະ ປະເທດຊາດ ໃຊ້ອຳນາດໃນທາງທີ່ຊອບທຳກໍຄືການເຮັດເພື່ອປະຊາຊົນ ແລະ ການພັດທະນາປະເທດຊາດ. ການກຳນົດອຳນາດໄວ້ໃນລັດຖະທຳມະນູນ ຍັງເປັນການບົ່ງບອກເຖິງແນວທາງພາລະໜ້າທີ່ຂອງຜູ້ມີອຳນາດທີ່ຕ້ອງປະຕິບັດຕໍ່ປະຊາຊົນ, ສັງຄົມ ແລະ ປະເທດຊາດໃນຂະນະທີ່ຍັງຄົງອຳນາດ ເພື່ອບໍ່ໃຫ້ຜູ້ມີອຳນາດຫຼົງລືມໜ້າທີ່ຂອງຕົນ ແລະ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຢ່າງຈະແຈ້ງເຖິງສິດອຳນາດ ພາລະບົດບາດ ຂອງຜູ້ມີອຳນາດ ເພື່ອປະຊາຊົນຈະໄດ້ຕິດຕາມກວດກາການດຳເນີນງານໃຫ້ເປັນໄປຕາມທີ່ກຳນົດໄວ້ ແລະ ເພື່ອປະຊາຊົນຈະໄດ້ປົກປ້ອງສິດຂອງຕົນທີ່ອາດຖືກຜູ້ມີອຳນາດທີ່ບໍ່ຫວັງດີລ່ວງລະເມີດ. ການບັນຍັດຂອບເຂດອໍານາດຂອງຜູ້ມີອຳນາດໃນຂົງເຂດຕ່າງໆໄວ້ໃນລັດຖະທຳມະນູນ ສາມາດເຮັດໃຫ້ເກີດຫຼາຍໆຢ່າງຂຶ້ນໄດ້ ກໍຍ້ອນວ່າລັດຖະທຳມະນູນເປັນກົດໝາຍຫຼັກປຽບດັ່ງກົດເຫຼັກທີ່ມີອຳນາດສູງສຸດໃນປະເທດໜຶ່ງໆ ອັນບໍ່ສາມາດລ່ວງລະເມີດ ຫຼື ຝ່າຝືນໄດ້ ເຊິ່ງໃນການຮ່າງລັດຖະທຳມະນູນຂອງແຕ່ລະປະເທດນັ້ນແມ່ນມີຂະບວນການທີ່ແຕກຕ່າງກັນ ແຕ່ເມື່ອຮ່າງມາແລ້ວກໍຈະກາຍເປັນກົດໝາຍສູງສຸດທີ່ບໍ່ອາດລ່ວງລະເມີດໄດ້ ສະນັ້ນ, ການບັນຍັດຂອບເຂດສິດອຳນາດພາລະບົດບາດ ຂອງຜູ້ມີອຳນາດບໍ່ວ່າຈະເປັນປະມຸກລັດ, ນິຕິບັນຍັດ, ບໍລິຫານ, ຕຸລາການ...ກໍເປັນການຮັບປະກັນວ່າກຸ່ມອຳນາດເຫຼົ່ານັ້ນຈະປະຕິບັດໜ້າທີ່ຂອງຕົນຢ່າງຊອບທຳພາຍໃຕ້ການບັນຍັດຂອງລັດຖະທຳມະນູນຢ່າງບໍ່ມີຂໍ້ກັງຂາ.
ตอบลบຕາມຄວາມຄິດຂອງຫຼານໆຄິດວ່າອໍານາດຂອງປະມຸກລັດ,ອໍານາດຂອງຝາ່ຍນິຕິບັນຍັດ,ອໍານາດບໍລິຫານແລະຕຸລາການໄດ້ກໍານົດໄວ້ໃນລັດຖະທໍາມະນູນຍ້ອນວາ່:ແຕ່ລະອໍານາດຈະມີສິດແລະໜ້າທີ່,ຂອບເຂດ,ເງື່ອນໄຂໃນດ້ານການເມືອງ,ການປົກຄອງ,ການປົກປັກຮັກສາ,ສາ້ງສາປະເທດສາດ, ການອອກກົດໝາຍ,ນໍາໃຊ້ກົດໝາຍແລະລັດຖະທໍາມະນູນນເປັນກົດໝາຍທສູງສຸດຂອງປະເທດ.ທຸກໆອໍານາດເຫຼົ່ານີ້ລ້ວນແຕ່ເປັນອໍານາດທີມີບົດບາດສູງໃນການນໍາພາປະເທດຊາດໃຫ້ໝັ້ນຄົງ
ลบຍ້ອນວ່າ ລັດຖະທໍາມະນູນແລະບັນດາອໍານາດຕ່າງໆຕ້ອງໄດ້ຄຽງຄູ່ກັບລັດຖະທໍາມະນູນຢູ່ແລ້ວເພາະວ່າເປັນການກໍານົດສິດແລະອໍານາດໃຫ້ຢູ່ໃນຂອບເຂດທີ່ເຫມາະສົມເພື່ອບໍ່ໃຫ້ມີຜູ້ລະເມີດສິດແລະອໍານາດທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະບັດດາອໍານາດຕ່າງໆ.ປະມານນີ້ .
ตอบลบຍ້ອນລັດຖະທໍາມະນູນແມ່ນກົດໝາຍສູງສຸດ ເຊິ່ງກຳນົດສິດ_ພາລະບົດບາດຂອງທຸກກົງຈັກອໍານາດແຫ່ງລັດ ໃຫ້ຈັດຕັ້ງແລະປະຕິບັດຕາມລັດຖະທໍາມະນູນກຳນົດໄວ້.
ตอบลบຍ້ອນວ່າບັນດາອຳນາດເຫຼົ່ານີ້ແມ່ນໄດ້ກໍ່ຕັ້ງຂື້ນຕາມລັດຖະທຳມະນູນອຳນາດເຫຼົ່ານີ້ມັນມີຂອບເຂດ ແລະ ເງືອນໄຂຕ່າງໆຕາມລັດຖະທຳມະນູນໄດ້ກຳນົດໄວ້.
ตอบลบຕົວຢ່າງ:
1. ອຳນາດຝ່າຍນິຕິບັນຍັດ ເປັນທີ່ມາຂອງກົດໝາຍ ແລະ ນະໂຍບາຍທີ່ຈະໃຊ້ບໍລິຫານ ແລະ ປົກຄອງປະເທດ.
2. ອຳນາດຝ່າຍບໍລິຫານ ກໍຄືລັດຖະບານມີບົດບາດ ແລະ ໜ້າທີ່ໃນການເອົາກົດໝາຍໄປໃຊ້, ດຳເນີນນະໂຍບາຍການປົກຄອງປະເທດຕາມກົດໝາຍກຳນົດໄວ້ ແລະ ຍັງມີສ່ວນຮ່ວມໃນຂະບວນການອອກກົດໝາຍ
3. ອຳນາດໃນຝ່າຍຕຸລາການ ກໍຄືສານມີໜ້າທີພິພາກສາ ຫຼື ຕັດສິນຄະດີຕ່າງໆຕາມບົດບັນຍັດແຫ່ງກົດໝາຍ.
ດັ່ງທີ່ເຮົາຮູ້ກັນແລ້ວວ່າລັດຖະທຳມະນູນແມ່ນກົດໝາຍແມ່, ແມ່ນກົດໝາຍສູງສຸດ ແລະ ເຮົາກະເຫັນແລ້ວວ່າບັນດາອຳນາດເຫຼົ່ານີ້ແມ່ນມີຄວາມກ່ຽວພັນກ່ຽວຂ້ອງກັບການສ້າງ ແລະ ລ້ວນແລ້ວແຕ່ມີໜ້າທີ່ໃນການນຳໃຊ້ກົດໝາຍ ຫຼື ລັດຖະທຳມະນູນໃນການພັດທະນາປະເທດທັ່ງນັ້ນ.ແລະ ເປັນການຍືນຍັນວ່າບັນດາອຳນາດຕ່າງໆເຫຼົ່ານີ້ຈະປະຕິບັດໜ້າທີ່ຂອງຕົນເອງຢ່າງຊອບທຳ ແລະ ເປັນທຳທີ່ສຸດຢ່່າງບໍ່ມີຂໍ້ກາງຂາໃດໆ ສະນັ້ນ,ຈຶງຈຳເປັນຕ້ອງກຳນົດບັນດາອຳນາດເຫຼົ່ານີ້ໄວ້ໃນລັດຖະທຳມະນູນ
ຍ້ອນວ່າອຳນາດດັ່ງກ່າວທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນລວ້ນແລ້ວແຕ່ເປັນອົງປະກອບແລະມີການພົວພັນກັບລັດຖະທຳມະນູນຢ່າງສະໜິດແໜ້ນເພາະອຳນາດດັ່ງກ່າວລ້ວນແຕ່ເປັນອົງປະກອບໃນການກໍ່ຕັ້ງລັດຖະທຳມະນູນຂື້ນມາເພື່ອຮັບໃຊ້ຢູ່ໃນສັງຄົມຫຼືປະເທດໃດໜື່ງ. ລັດຖະທຳມະນູນແມ່ນເປັນກົດໝາຍສູງສຸດໃນການປົກຄອງປະເທດ.
ตอบลบຫຼືເຮົາສາມາດເວົ້າໄດ້ອີກວ່າ : ລັດເປັນຜູ້ສ້າງລັດຖະທຳມະນູນຂື້ນມາເພື່ອເປັນເຄື່ອງມືໃນການປົກຄອງປະເທດ.
ອຳນາດລັດປະກອບມີ 3 ອຳນາດຄື :
1. ອຳນາດນິຕິບັນຍັດແມ່ນໝາຍເຖີງອຳນາດຂອງສະພາ , ສະພາຄືຕົວແທນຂອງປະຊາຊົນ.
2. ອຳນາດບໍລິຫານແມ່ນອຳນາດລັດຖະບານເປັນຕົວແທນແຫ່ງການຈັດຕັ້ງ.
3. ອຳນາດຕຸລາການແມ່ນສານໄອຍະການສາມາດນຳເອົາຂໍ້ກຳນົດລະບຽບກົດໝາຍຕ່າງໆມາປັບໃຊ້ແລະມີຜົນບັງຄັບໃຊ້ສຳຫຼັບທັງໝົດທຸກຄົນພາຍໃນລັດຫຼືປະເທດຂອງຕົນໄດ້.
ດວ້ຍເຫດຜົນນີ້ອຳນາດດັ່ງກ່າວຈື່ງໄດ້ຖືກກຳນົດໄວ້ໃນລັດຖະທຳມະນູນເພາະມັນເປັນອົງປະກອບສຳຄັນໃນການສ້າງຕັ້ງລັດຖະທຳມະນູນເພື່ອປົກຄອງປະເທດ.
ຕາມຄວາມເຂົ້າໃຈຂອງຫຼານ : ເພຶ່ອບໍ່ໃຫ້ທຸກຄົນທຸກຊັ້ນຄົນລະເມີດຈຶ່ງຈຳເປັນຕ້ອງກຳນົດໄວໃນລັດຖະທຳມະນູນຢ່າງລະອຽດຈະ ເເຈ້ງເພຶ່ອເປັນບ່ອນອີງຫຼືເວົ້າລວມ ເວົ້າສະເພາະກໍ່ແມ່ນທຸກຂົງເຂດ ທຸກນິຕິກຳຕ້ອງແມ່ນຢູ່ລຸ່ມກົດຫມາຍແລະລັດຖະທຳມະນູນ.
ตอบลบຍ້ອນ5ອຳນາດດັ່ງກ່າວນີ້:ມີຄວາມໜາຍແລະຄວາມສຳຄັນທີ່ສຸດໃຫ້ແກ່ການປົກຄອງປະເທດໃນລະບົບ.ການເມືອງ.ສັງຄົມ.ເສດຖະກິດແລະການກຳນົດນະໂຍບາຍຕ່າງໆທີ່ນອນຢູ່ໃນຂອບເຂດອຳນາດຂອງລັດຖະທຳມະນູນ ແລ້ວຍັງປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ.ນອກນີ້ລັດຖະທຳມະນູນຍັງເປັນແນວທາງ ແລະຂໍ້ກຳນົດໃຫ້ປະຊາຊົນທຸກຄົນຕ້ອງໄດ້ເຄົາລົບສິດເສລີພາບເຊີ່ງກັນແລະກັນເພາະລັດຖະທຳມະນູນເປັນກົດໜາຍແລະມີອຳນາດສູງສຸດໃນການຄຸ້ມຄອງປະເທດໃຫ້ມີຄວາມສະຫງົບສຸກແລະຄວາມຈະເລີນກ້າວໜ້າຢ່າງກ້ວາງຂວາງ.
ตอบลบຍ້ອນວ່າບັນດາອໍານາດຂອງປະມຸກລັດ,ອໍານາດຂອງຝ່າຍນິຕິບັນຍັດ,ອໍານາດຂອງຝ່າຍບໍລິຫານ,ອໍານາດຂອງຝ່າຍຕຸລາການ,...ລ້ວນແຕ່ປະກອບໄປດ້ວຍບຸກຄົນຫຼືຄະນະບຸກຄົນທີ່ມີອໍານາດໃນການສ້າງລັດຖະທໍາມະນູນ ເຊິ່ງໃນນີ້ລັດຖະທໍາມະນູນກໍຄືຜູ້ສ້າງໃຫ້ມີລັດຖະທໍາມະນູນມີຈຸດປະສົງຮ່ວມກັນໃນການປົກຄອງລັດຫຼືປະເທດນັ້ນໆແລະເພື່ອເປັນການກະຈາຍອໍານາດແລະໜ້າທີ່ຕາມຄວາມສາມາດສະເພາະດ້ານຂອງບັນດາອໍານາດຕ່າງໆເພື່ອໃຫ້ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ຢູ່ໃນຂອບເຂດແລະບໍ່ໃຫ້ມີການນໍາໃຊ້ອໍານາດຂອງຕົນເກີນຂອບເຂດທີ່ລັດຖະທໍາມະນູນກໍານົດໄວ້ແຕ່ຖ້າຫາກມີການໃຊ້ອໍານາດນັ້ນບໍ່ຖືກຕ້ອງຫຼືວ່າເກີນຂອບເຂດຂອງຕົນນັ້ນໝາຍຄວາມວ່າຂັດກັບລັດຖະທໍາມະນູນແລະຜູ້ທີ່ໃຊ້ອໍານາດເກີນຂອບເຂດນັ້ນກໍຕ້ອງມີຄວາມຜິດຕາມກົດໝາຍຕ່າງໆທີ່ມີການກໍານົດໄວ້
ตอบลบຍ້ອນວ່າ ແມ່ນອຳນາດທີ່ປາກົດຕົວຢູ່ໃນລັດຖະທຳມະນູນນັ້ນ ເຊັ່ນ: ອຳນາດຂອງປະມຸກລັດໃນການສ້າງກົດຫມາຍ,ອຳນາດຂອງລັດຖະສະພາໃນການອອກກົດຫມາຍ,ອຳນາດຂອງລັດຖະສະພາໃນການຄວບຄຸມການເຄື່ອນໄຫວຂອງລັດຖະບານ...
ตอบลบ#ອ ຳນາດລັດປະກອບມີ 3 ອຳນາດຄື :
1. ອຳນາດນິຕິບັນຍັດແມ່ນໝາຍເຖີງອຳນາດຂອງສະພາ , ສະພາຄືຕົວແທນຂອງປະຊາຊົນ.
2. ອຳນາດບໍລິຫານແມ່ນອຳນາດລັດຖະບານເປັນຕົວແທນແຫ່ງການຈັດຕັ້ງ.
3. ອຳນາດຕຸລາການແມ່ນສານໄອຍະການສາມາດນຳເອົາຂໍ້ກຳນົດລະບຽບກົດໝາຍຕ່າງໆມາປັບໃຊ້ແລະມີຜົນບັງຄັບໃຊ້ສຳຫຼັບທັງໝົດທຸກຄົນພາຍໃນລັດຫຼືປະເທດຂອງຕົນໄດ້.
ດວ້ຍເຫດຜົນນີ້ອຳນາດດັ່ງກ່າວຈື່ງໄດ້ຖືກກຳນົດໄວ້ໃນລັດຖະທຳມະນູນເພາະມັນເປັນອົງປະກອບສຳຄັນໃນການສ້າງຕັ້ງລັດຖະທຳມະນູນເພື່ອປົກຄອງປະເທດ.
ແຕ່ລະອຳນາດຈະມີພາລະໜ້າທີ່ ຂອງແຕ່ອຳນາດ ບຫນດາອຳນາງນາດຕ່າງໆ ເພື່ອໃຫ້ປະຕິບັດໜ້າທີ່ ທີ່ໄດ້ຮັບ ມີຂໍ້ຈຳກັດ ມີຂອບເຂດຢູ່ ບໍ່ສາມາດນຳໃຊ້ອຳນາດເກີນຂອບເຂດທີ່ລັດຖະທພມະນູນກຳນົດໄວ້. ເພາະວ່າອຳນາດນີ້ມີຄວາມສຳຄັນໃນ ການຈັດຕັ້ງຕ່າງໆຂອງການປົກຄອງປະເທດ ເພື່ອຄວາມເປັນເອກະລາດ,ຄວາມສະເຫມີພາບ,ຂອງສັງຄົມ.
ການກໍານົດບັນດາອໍານາດຂອງປະມຸກລັດ, ນິຕິບັນຍັດ, ບໍລິຫານ ແລະ ຕຸລາການ ໄວ້ໃນລັດຖະທໍາມະນູນ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນ ເພາະວ່າ ເຫດຜົນທີໜຶ່ງ ແມ່ນສ່ອງແສງໃຫ້ເຫັນເຖິງການການກະຈາຍອໍານາດ ຫຼື ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດ ແລະ ຄວາມຮັບຜິດຊອບລະຫວ່າງບັນດາອໍານາດດັ່ງກ່າວ ໝາຍຄວາມວ່າ ໃນເງື່ອນໄຂຂອງການປົກຄອງແບບປະຊາທິປະໄຕ ຈະຕ້ອງໄດ້ມີການອໍານາດໄປເປັນ 3 ອໍານາດຫຼັກໆ ຄື: ນິຕິບັນຍັດ, ບໍລິຫານ ແລະ ຕຸລາການ. ເຫດຜົນອັນທີສອງ, ການກໍານົດ ອໍານາດຂອງປະມຸກລັດ, ນິຕິບັນຍັດ,ບໍລິຫານ ແລະ ຕຸລາການ ໄວ້ໃນລັດຖະທໍາມະນູນນ ກໍເພາະວ່າ ລັດຖະທໍາມະນູນແມ່ນກົດ ໝາຍພື້ນຖານຂອງຊາດ ທີ່ກໍານົດຂອບເຂດສິດ ແລະ ອໍານາດ ໃຫ້ອົງການຈັດຕັ້ງຂອງລັດ, ຖ້າບໍ່ກໍານົດ ໄວ້ ອາດເຮັດໃຫ້ມີການໃຊ້ອໍານາດໄປໃນທາງທີ່ບໍ່ຖືກຕ້ອງ, ມີການກ້າວກ່າຍອໍານາດຊຶ່ງກັນ ແລະ ກັນ ແລະ ເຮັດໃຫ້ເກີດຜົນເສຍ ແກ່ລັດໄດ້. ດ້ວຍເຫດນັ້ນ, ການກໍານົດອໍານາດໄເໃນລັດຖະທໍາມະນູນ ກໍຄືການມອບໝາຍໃຫ້ເຮັດໃນສິ່ງທີ່ເຮັດໄດ້ ແລະ ຫ້າມໃນສິ່ງທີ່ບໍ່ສາມາດເຮັດໄດ້.
ตอบลบບັນດາອຳນາດເຫຼົ່ານີ້ແມ່ນມີໜ້າທີ່ ທີ່ແຕກຕ່າງກັນໄປໃນປະຕິບັດ ຕົວຢ່າງກໍຄື ອຳນາດຝ່າຍນິຕິບັນຍັດ ເຮັດຫນ້າທີ່ບໍລິຫານ ແລະ ປົກຄອງປະເທດ , ອຳນາດຝ່າຍບໍລິຫານ ເຮັດໜ້າທີ່ ໃນການນຳເອົາກົດໝາຍມານຳໃຊ້.., ອຳນາດຝ່າຍຕຸລາການ ກໍເຮັດໜ້າທີ່ ພິພາກສາ ຫຼື ຕັດສິນຄະດີ. ເວົ້າລວມແລ້ວກໍຄື ທຸກໆອຳນາດນັ້ນກໍຈະປະຕິບັດອີງຕາມກົດໝາຍທັງນັ້ນ, ເຖິງໜ້າທີ່ຈະມີຄວາມແຕກຕ່າງກັນ ແຕ່ກໍມີເປົ້າໝາຍດຽວກັນ. ດັ່ງນັ້ນ, ອຳນາດເຫຼົ່ານີ້ຈຶ່ງຈຳເປັນຕ້ອງໄດ້ກຳນົດໄວ້ໃນລັດຖະທຳມະນູນ ເພາະລັດຖະທຳມະນູນ ແມ່ນກົດໝາຍແມ່, ກົດໝາຍສູງສຸດ ເຊິ່ງໄດ້ກຳນົດຂອບເຂດເພື່ອໃຫ້ມີຄວາມສອດຄ່ອງ ໃນການນຳໃຊ້ ແລະ ປະຕິບັດກົດໝາຍ ຢ່າງເປັນຂັ້ນຕອນ ແລະ ລະອຽດ ນັ້ນກໍເພາະບໍ່ຢາກໃຫ້ມີຄວາມຊັບສົນເກີດຂຶ້ນ.
ตอบลบເພື່ອຈຳກັດອຳນາດຂອງຜູ້ທີ່ມີອຳນາດບໍ່ໃຫ້ໃຊ້ອຳນາດຂອງຕົນເກີນຂອບເຂດທີ່ກຳນົດໄວ້ ແນ່ນອນວ່າເພື່ອບໍ່ໃຫ້ມີການເອົາລັດເອົາປຽບກັນໃນສັງຄົມ. ພ້ອມນີ້ຍັງເປັນການບັນຍັດວຽກງານສະເພາະອົງກອນໄວ້ເພື່ອກຳນົດແນວທາງແລະຂອບເຂດຂອງການເຮັດວຽກຂອງອຳນາດເຫຼົ່ານັ້ນໃຫ້ປະຕິບັດວຽກໃນຂົງເຂດໃຜມັນບໍ່ໃຫ້ມີການຊັບປົນກັນ
ตอบลบການທີ່ອໍານາດຂອງປະມຸກລັດ ແລະ ອໍານາດລັດທັງ 3 ຝ່າຍນັ້ນຕ້ອງຢູ້ໃຕ້ ຫລືຂອບຂອງລັດຖະທໍາມະນູນນັ້ນກໍຍ້ອນວ່າ: ລັດຖະທໍາມະນູນແມ່ນກົດໝາຍໃຫຍ່ສຸດ ທີ່ໄດ້ມອບອໍານາດໃຫ້ແຕ່ລະຝ່າຍມີສິດ ແລະ ໜ້າທີ່ໃນການພັດທະນາປະເທດຊາດທີ່ແຕກຕ່າງກັນໄປ, ແລະການໃຊ້ສິດອໍານາດນັ້ນແມ່ນຕ້ອງຢູ່ພາຍໃຕ້ລັດຖະທໍາມະນູນ ໂດຍມີການກໍານົດຂອບເຂດການໃຊ້ສິດອໍານາດຂອງແຕ່ລະຝ່າຍບໍ່ໃຫ້ເກີນໜ້າທີ່ ທີ່ລັດຖະທໍາມະນູນກໍານົດໄວ້ ທັງນີ້ກໍເພື່ອໃຫ້ເກີດຄວາມເປັນທໍາໃນການໃຊ້ສິດອໍານາດໃນການບໍລິຫານປະເທດໃຫ້ເກີດຄວາມເປັນທໍາທີ່ສຸດ ແລະ ອໍານາດລັດທັງ 3 ຝ່າຍນີ້ຍັງໄດ້ມີການຖ່ວງດຸນ ເພື່ອສາມາດກວດສອບຄວາມຮຽບຮ້ອຍ ແລະ ການໃຊ້ອໍານາດໃນການບໍລິຫານປະເທດຂອງແຕ່ລະຝ່າຍໄດ້.
ตอบลบບັນດາອຳນາດຂອງປະມຸກລັດ, ອຳນາດຂອງຝ່າຍນິຕິບັນຍັດ, ຝ່າຍບໍລິຫານ, ຝ່າຍຕຸລາການ ຖືກກຳນົດໄວ້ໃນລັດຖະທຳມະນູນຍ້ອນວ່າ: ອຳນາດດັ່ງກ່າວທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ເພາະລັດຖະທຳມະນູນ ແມ່ນກົດໝາຍແມ່, ກົດໝາຍສູງສຸດ ເຊິ່ງໄດ້ກຳນົດຂອບເຂດເພື່ອໃຫ້ມີຄວາມສອດຄ່ອງ ໃນການນຳໃຊ້ ແລະ ປະຕິບັດກົດໝາຍນັ້ນແມ່ນຕ້ອງຢູ່ພາຍໃຕ້ລັດຖະທໍາມະນູນ ໂດຍມີການກໍານົດຂອບເຂດການໃຊ້ສິດອໍານາດຂອງແຕ່ລະຝ່າຍບໍ່ໃຫ້ເກີນໜ້າທີ່. ອຳນາດທີ່ໄດ້ຮັບມາຈາກລັດຖະທຳມະນູນ ໝາຍເຖິງບັນດາອຳນາດຂອງອົງກອນ, ສະຖາບັນ ຫຼື ບຸກຄົນທັງຫຼາຍ ທີ່ໄດ້ກໍ່ຕັ້ງຂື້ນຕາມລັດຖະທຳມະນູນ ອຳນາດທີ່ວ່ານີ້ເປັນອຳນາດທີມີຂອບເຂດ ແລະ ເງື່ອນໄຂຕ່າງໆຕາມລັດຖະທຳມະນູນໄດ້ກຳນົດໄວ້.
ลบນ ອາລິຍາ ພົມມະຈັນ
ເພາະວ່າອຳນາດເຫຼົ່ານີ້ເປັນອຳນາດຫຼັກໆຂອງການບໍລິຫານ ຫຼື ປົກຄອງປະເທດ ແນ່ນອນວ່າຈຳເປັນທີ່ສຸດຕ້ອງໄດ້ບັນຍັດໄວ້ໃນລັດຖະທຳມະນູນທີ່ມີອຳນາດສູງສຸດໃນປະເທດໜຶ່ງໆ ເພື່ອການປົກຄອງທີ່ດີ. ແລະ ຕ້ອງໄດ້ບັນຍັດໄວ້ເພາະອຳນາເຫຼົ່ານີ້ເປັນສິ່ງທີ່ກຽ່ວພັນ ແລະ ມີບົດບາດສຳຄັນ,ຈຳເປັນທີ່ສຸດ.
ตอบลบບັນດາອຳນາດຂອງປະມຸກລັດ,ອຳນາດຂອງຟ່ານນິຕິບັນຍັດ,ອຳນາດຂອງຟ່າຍບໍລິຫານ,ອຳນາດຂອງຟ່າຍຕຸລາການ ຍ້ອນວ່າເພື່ອເປັນການຈັດຕັ້ງແລະກຳນົດຂອບເຂດສິດແລະຫນ້າທີ່ຮັບຜິດຊອບເຂົ້າໃນຂອບເຂດທີ່ເໝາະສົມແກ່ການໃຊ້ອຳນາດເພື່ອບໍ່ໃຫ້ຜູ້ທີ່ມີອຳນາດຫຼືສິດຕ່າງໆນັ້ນໃຊ້ອຳນາດເພື່ອສະແຫວງຫາຜົນປະໂຫຍດຂອງປະຊາຊົນແລະຜົນປະໂຫຍດສ່ວນຕົວ ສະນັ້ນລັດຖະທຳມະນູນແລະອົງການຈັດຕັ້ງຕ່າງໆຕ້ອງໄດ້ຄຽງຄູ່ກັນຖ້າຫາກຂາດອົງການຈັດຕັ້ງໃດໜຶ່ງການຈັດຕັ້ງຫຼືການນຳພາກໍ່ຈະມີຄວາມຂັດແຍງໃນການຈັດຕັ້ງຕ່າງໆດັ່ງນັ້ນບັນດາອຳນາດເຫຼົ່ານີ້ຈື່ງມີຄວາມຈຳເປັນຕ້ອງໄດ້ກຳນົດໄວ້ໃນລັດຖະທຳມະນູນ
ตอบลบບັນດາອຳນາດຂອງປະມຸກລັດ, ອຳນາດຂອງຝ່າຍນິຕິບັນຍັດ, ອຳນາດຂອງຝ່າຍບໍລິຫານ, ອຳນາດຂອງຝ່າຍຕຸລາການ; ບັນດາອຳນາດເຫຼົ່ານີ້ມີຄວາມຈຳເປັນຕ້ອງໄປກຳນົດຢູ່ໃນລັດຖະທຳມະນູນເພາະວ່າ: " ລັດຖະທຳມະນູນ " ເປັນກົດໝາຍສູງສຸດທີ່ໃຊ້ໃນການປົກຄອງປະເທດ ແລະ ປົກປັກຮັກສາສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ. ການທີ່ບັນດາອຳນາດຕ່າງໆເຫຼົ່ານີ້ກຳນົດໄວ້ຢູ່ໃນລັດຖະທຳມະນູນນັ້ນຖືກຕ້ອງແລ້ວ ເພາະວ່າມັນ ເປັນອຳນາດທີ່ມີຂອບເຂດ ແລະ ເງື່ອນໄຂຕ່າງໆຕາມລັດຖະທຳມະນູນກຳນົດໄວ້. ທຸກໆອຳນາດລ້ວນແລ້ວແຕ່ມີຂອບເຂດ ແລະ ໜ້າທີ່ຂອງໃຜມັນ.
ตอบลบຕົວຢ່າງ:
1. ອຳນາດຂອງຝ່າຍນິຕິບັນຍັດໄດ້ແກ່ສະພາ ເຊິ່ງເຮັດໜ້າທີ່ອອກກົດໝາຍ ແລະ ນະໂຍບາຍຕ່າງໆທີ່ຈະໃຊ້ໃນການປົກຄອງ ແລະ ບໍລິຫານປະເທດ.
2. ອຳນາດຂອງຝ່າຍບໍລິຫານໄດ້ແກ່ລັດຖະບານ ເຊິ່ງເຮັດໜ້າທີ່ເອົາກົດໝາຍໄປໃຊ້ ແລະ ບໍລິຫານປະເທດ.
3. ອຳນາດຂອງຝ່າຍຕຸລາການໄດ້ແກ່ສານ ເຊິ່ງເຮັດໜ້າທີ່ພິພາກສາ ຫຼື ຕັດສິນຄະດີ.
ເຖິງແມ່ນວ່າ 3 ອຳນາດທີ່ກ່າວມາຂ້າງເທິງນັ້ນຈະເຮັດໜ້າທີ່ແຕກຕ່າງກັນ, ແຕ່ກໍມີຈຸດປະສົງອັັນດຽວກັນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ເພ່າະວ່າ:ລັດຖະທຳມະນູນແມ່ນກົດທີ່ສ້າງຂຶ້ນເພື່ອປົກປ້ອງສິດແລະຜົນປະໂຫຍດຂອງປະຊາຊົນ,ເພື່ອບໍ່ໃຫ້ຜູ້ທີ່ມີອຳນາດ ນັ້ນສະແຫວງຫາຜົນປະໂຫຍດນຳປະຊາຊົນຫລືວ່າໄຊ້ອຳນາດໄນທາງທີ່ຜິດ , ກຳນົດສິດແລະອຳນາດຂອງທຸກຄົນໃຫ້ຢູ່ໄນຄວາມເຫມາະສົມບໍ່ໄຫ້ໃຜລະເມີດສິດແລະອຳນາດທີ່ຢູ່ໄນລັດຖະທຳມະນູນ
ลบເພາະວ່າເເຕ່ລະອຳນາດໃຫ້ຄວາມສຳຄັນໃນດ້ານວຽກງານທີ່ເເຕກຕ່າງກັນ. ສະນັ້ນ, ລັດຖະທຳມະນູນໃຫ້ຄວາມສຳຄັນໃນການປົກປ້ອງສິດແລະຜົນປະໂຫຍດຂອງໃຜລາວບໍ່ໃຫ້ລະເມີດສິດເເກ່ກັນ.
ตอบลบອຳນາດຂອງປະມຸກລັດ, ອຳນາດຝ່ນນິຕິບັນຍັດ, ອຳນາດຝ່າຍບໍລິຫານ ແລະ ອຳນາກຝ່າຍຕຸລາການມີຄວາມຈໍາເປັນທີ່ກຳນົດໄວ້ໃນລັດຖະທຳມະນູນເພາະວ່າ ລັດຖະທຳມະນູນເປັນຜູ້ມອບສິດ ແລະ ໜ້າທີ່ໃຫ້ແກ່ແຕ່ລະຝ່າຍທີ່ແຕກຕ່າງກັນ ແລະ ເພື່ອປ້ອງກັນການສະແຫວງຫາຜົນປະໂຫຍດເຂົ້າຕົນເອງລັດຖະທຳມະນູນເລີຍຈັດແບ່ງສິດ ແລະ ໜ້າທີ່ໃຫ້ເພື່ອບໍ່ໃຫ້ລຸກລ້ຳອຳນາດຂອງຝ່າຍໃດຝ່າຍໜຶ່ງຕາມທີ່ລັດຖະທຳມະນູນກຳນົດໄວ້ ແລະ ໃຊ້ອຳນາດຂອງຕົນໃຫ້ມີຄວາມເປັນທຳທີ່ສຸດ. ອຳນາດຂອງ 3 ຝ່າຍແຕກຕ່າງກັນຄື:
ตอบลบ- ອຳນາດຝ່າຍນິຕິບັນຍັດ ເຮັດໜ້າທີ່ອອກກົດໝາຍ ແລະ ນະໂຍບາຍທີ່ຈະໃຊ້ບໍລິຫານປະເທດ.
- ອຳນາດຝ່າຍບໍລິຫານ ກໍຄືເອົາກົດໝາຍອອກໄປນໍາໃຊ້ ແລະ ຮັບຜິດຊອບໃນງານສ່ວນການປົກຄອງປະເທດ ແມ່ນດຳເນີນໄປຕາມນະໂຍບາຍຍ ແລະ ກົດໝາຍກຳນົດໄວ້.
- ອຳນາດຝ່າຍຕຸລາການ ແມ່ນມີໜ້າທີ່ພິພາກສາ ແລະ ມີໜ້າທີ່ສຳຄັນໃນງານສ່ວນການປົກຄອງປະເທດ ແລະ ແກ້ໄຂບໍ່ໃຫ້ຝ່າຍໃດຝ່າຍໜຶ່ງມາລ່ວງລ້ຳສິດເສລີພາບຂອງກັນ ແລະ ກັນ.
ທັງ 3 ຝ່າຍລ້ວນແຕ່ເປັນຝ່າຍທີ່ມີບົດບາດສູງ ແລະ ມີໜ້າທີ່ອັນສຳຄັນທີ່ຈະນຳພາໃຫ້ປະເທດຊາດມີຄວາມໝັ້ນຄົງ ແລະ ກ້າວໜ້າຂຶ້ນ.
ຕາມຄວາມຕິດຂອງນ່ອງແມ່ນ ແຕ່ລະອຳນາດດັ່ງກ່າວລ້ວນແຕ່ມີຄວາມສຳຄັນ ມີສິດ-ໜ້າທີ່ ແລະ ມີອຳນາດໃນການປະຕິບັດໜ້າທີ່ຂອງຕົນ ແລະ ເພື່ອຖ່ວງດຸນກວດສອບແຕ່ລະອຳນາດ ພ້ອມທັງຮັບປະກັນວ່າແຕ່ລະອຳນາດດັ່ງກ່າວຈະບໍ່ໃຊ້ອຳນາດຂອງຕົນຢ່າງອິດສະຫຼະຈຶ່ງຕ້ອງມີອຳນາດສູງສຸດທີ່ເໜືອກວ່າມາກຳນົດຂອບເຂດຂອງອຳນາດນັ້ນໆ ດັ່ງນັ້ນຈຶ່ງຈໍາເປັນທີ່ສູດທີ່ຕ້ອງໄປກຳນົດໄວ້ໃນລັດຖະທຳມະນູນອັນເປັນກົດໝາຍສູງສຸດ ແລະ ກໍບໍ່ມີອຳນາດໃດສາມາດຂັດຕໍລັດຖະທຳມະນູນໄດ້; ທັງໝົດກໍເພື່ອປ້ອງກັນການໃຊ້ອຳນາດໃນທາງທີ່ບໍ່ຊອບ, ເພື່ອຈັດລະບຽບ ແລະ ກໍເພື່ອປົກປ້ອງສິດຜົນປະໂຫຍດສູງສຸດຂອງປະຊາຊົນ.
ตอบลบພາກກົດໝາຍທຸລະກິດປີ1 ຂ
ตอบลบລໍາດັບທີ່11
ນ ພັດສະລິນ ອ່ອນສີສະເຫຼີມ
ຍ້ອນວ່າເພື່ອຄວບຄຸມກຳນົດຂອບເຂດໜ້າທີ່ຂອງວຽກງານຂອງຕົນເອງເພື່ອບໍ່ໃຫ້ຜູ້ມີອໍານາດຕ່າງໆນໍາໃຊ້ເກີນຄວາມຂອບເຂດຂອງຕົນແລະເພື່ອບໍ່ໃຫ້ສະແຫວງຫາຜົນປະໂກຍດຂອງຕົນ
ເພາະວ່າ ເພື່ອເປັນການແບ່ງແຍກອຳນາດຂອງແຕ່ລະຝ່າຍອອກຈາກກັນ, ເພື່ອກຳນົດຂອບເຂດສິດ ແລະ ພາລະໜ້າທີໃນການເຮັດວຽກຂອງແຕ່ລະຝ່າຍຢ່າງເໝາະສົມ, ເພື່ອຖ່ວງດຸນອຳນາດເຊິ່ງກັນ ແລະ ກັນ ບໍ່ໃຫ້ຝ່າຍໃດໜຶ່ງໃຊ້ອຳນາດເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ຕົນ ແລະ ເພື່ອຮັບປະກັນສິດເສລີພາບຂອງປະຊາຊົນ.
ตอบลบ👉👍 ລຳດັບທີ 39 CL ກ.
*ແກ້ໄຂ 👉👍 ລຳດັບທີ 29 CL ກ.
ลบເພື່ອເຮັດໃຫ້ປະຊາຊົນໄດ້ມີສິດ ແລະ ອຳນາດຢ່າງມີຂອບເຂດເພື່ອແກ້ໄຂຂໍ້ຂັດແຍ່ງຕ່າງໆ ເພື່ອໃຫ້ມີຄວາມຍຸຕຶທຳໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ການພັດທະນາຂອງປະເທດຊາດທາງດ້ານລະບອບການເມືອງ, ເສດຖະກິດ ສັງຄົມ
ตอบลบຕາມຄວາມຄິດເຫັນຂອງນ້ອງແລ້ວ ບັນດາບັນດາອຳນາດດັ່ງກ່າວແມ່ນໄດ້ຖືກສ້າງຕັ້ງຂຶ້ນມາເພື່ອຄຽງຄູ່ກັບລັດຖະທຳມະນູນ ເຊິ່ງໄດ້ຖືກກຳນົດຂອບເຂດການໃຊ້ສິດແລະອຳນາດ ໃຫ້ເຫມາະສົມ ແລະ ເພື່ອບໍ່ໃຫ້ຜູ້ທີ່ມີອຳນາດໃຊ້ສິດຫລາຍເກີນໄປແລະໃນແຕ່ລະອຳນາດມີຄວາມຈຳເປັນຕໍ່ລັດຖະທຳມະນູນຄື:
ตอบลบ-ອຳນາດຂອງຝ່າຍນິຕິບັນຍັດຫລືເອີ້ນອີກຢ່າງວ່າລັດຖະສະພາ ເຊິ່ງແມ່ນການບໍລິຫານແລະການປົກຄອງ ເຊິ່ງເປັນທີ່ມາແຫ່ງກົດຫມາຍແລະນະໂຍບາຍທີ່ໃຊ້ບໍລິຫານປະເທດ
-ອຳນາດຂອງຝ່າຍບໍລິຫານຫລື ລັດຖະບານ ແມ່ນມີບົດບາດສຳຄັນທີ່ສຸດໂດຍການເອົາກົດຫມາຍໄປບັງຄັບໃຊ້ຕໍ່ປະຊາຊົນ ແລະ ຮັບຜິດຊອບໃນງານສ່ວນການປົກຄອງ
-ອຳນາດຝ່າຍຕຸລະການ ກໍ່ຄືສານມີຫນ້າທີ່ພິພາກສາ ແລະ ຕັດສິນຄະດີຕາມບົດບັນຍັດແຫ່ງກົດຫມາຍ ມີຫນ້າທີ່ຮັບຜິດຊອບຕໍ່ເສລີພາບ ປົກປ້ອງຄຸ້ມຄອງສິດຂອງບຸກຄົນ
ລຳດັບ 17 BL ຂ
ຍ້ອນວ່າບັນດາອຳນາດຂອງແຕ່ລະຝ່າຍນັ້ນກໍ່ເຮັດໜ້າທີ່ທີ່ແຕກຕ່າງແລະເພື່ອໃຫ້ອຳນາດກະຈາຍຕົວບໍ່ພາຍໃຕ້ຂອງຊົ້ນຊັ້ນໃດໜຶ່ງ
ตอบลบ08, BL D11 ຂ
ບັນດາອຳນາດເຫຼົ່ານັ້ນກຳນົດໄວ້ຢູ່ໃນລັດຖະທຳມະນູນກໍຍ້ອນວ່າ: ລັດຖະທຳມະນູນເປັນກົດໝາຍແມ່ ແລະ ກົດໜາຍສຸງສຸດແຕ່ລະອຳນາດເຫຼົ່ານີ້ກໍເປັນອົງປະກອບທີ່ສຳຄັນຂອງກົດໝາຍທີ່ຢູ່ພາຍໃຕ້ລັດຖະທຳມະນູນທີ່ມິຂອບເຂດ ແລະ ເງື່ອນໄຂຕ່າງໆຕາມລັດຖະທຳມະນູນໄດ້ກຳນົດໄວ້; ຝ່າຍນິຕິບັນຍັດທີ່ເຮັດໜ້າທີ່ບໍລິຫານ ແລະ ການປົກຄອງປະເທດ ,ຝ່າຍບໍລິຫານເຮັດໜ້າທີ່ການໃຊ້ອຳນາດທາງການເມືອງ ແລະ ການນຳເອົາກົດໝາຍອອກມາໃຊ້,ຝ່າຍຕຸລາການກໍຄືສານໂດຍມີໜ້າທີ່ພິພາກສາຫຼືຕັດສິນຄະດີຕ່າງໆຕາມບັດຍັດແຫ່ງກົດໝາຍເຮັດໜ້າທີ່ສຳຄັນຕໍ່ຄວາມຮັບຜິດຊອບໃນການຮັກສາເສລີພາບປົກປ້ອງຄຸ້ມຄອງບຸກຄົນບໍ່ໃຫ້ຜູ້ໃດມາລ່ວງລໍ້າເສລີພາບຕໍ່ກັນ; ເວົ້າລວມເເລ້ວທັງສາມອຳນາດເຫຼົ່ານີ້ລ້ວນແຕ່ມີເຮັດໜ້າທີ່ທີ່ແຕກຕ່າງກັນແຕ່ກໍມີເປົ້າໜາຍດຽວກັນຄືຢູ່ພາຍໃຕ້ກົດໜາຍ.
ตอบลบ(ລຳດັບ25 ນາງ ສຸດທິດາ ໄຊຍະລິນ ຫ້ອງ ກ c10)
ຕາມຄວາມຄິດຂອງນ້ອງບັນດາອຳນາດເຫລົ່ານັ້ນມີຄວາມຈຳເປັນຕ້ອງກຳນົດໄວໃນລັດຖະທຳມະນູນເພື່ອກຳນົດຂອບເຂດສິດອຳນາດຂອງຜູ້ມີອຳນາດໃຫ້ຢູ່ໃນຂອບເຂດທີ່ເໝາະສົມທາງການການເມືອງ,ການປົກຄອງ(ຫ້ອງ ຂ BLລຳດັບ01)
ตอบลบຍ້ອນວ່າລັດຖະທຳມະນູນເປັນກົດຫມາຍສູງສຸດໃນການປົກຄອງປະເທດ ສະນັ້ນເພື່ອໃຫ້ການບໍລິການແລະປົກຄອງປະເທດນັ້ນມີປະສິດທິພາບຫລາຍຂື້ນຄວນກຳນົດຂອບເຂດສິດພາລະຫນ້າທີ່ຂອງບັນດາອຳນາດຕ່າງໆໄວ້ໃນລັດຖະທຳມະນູນເພື່ອບໍໃຫ້ມີຄວາມຫຍຸ້ງຍາກ ແລະແບ່ງແຍກການປະຕິບັດຫນ້າທີ່ຂອງແຕ່ລະອຳນາດໃຫ້ສອດຄ່ອງຖືກຕ້ອງແລະວ່ອງໄວຫລາຍຂື້ນ.
(ຫ້ອງ ກ .ນ ແກ້ວມະນີ ຊົ່ງມີໄຊ)
ບັນດາອຳນາດຂອງປະມຸກລັດ,ອຳນາດຝ່າຍນິຕິບັນຍັດ,ອຳນາດຝ່າຍບໍລິຫານ,ອຳນາດຝ່າຍຕຸລາການຈຳເປັນຕ້ອງໄດ້ບັດຍັດໄວ້ໃນລັດຖະທຳມະນູນກໍເພື່ອກຳນົດພາລະບົດບາດສິດແລະໜ້າທີ່ຂອງແຕ່ລະຝ່າຍຢ່າງຊັດເຈນເພື່ອປະຕິບັດໜ້າທີ່ຂອງແຕ່ລະຝ່າຍຢ່າງຖືກຕ້ອງແລະເປັນທຳເພື່ອບໍ່ໃຫ້ລະເມີດສິດແລະໜ້າທີ່ຂອງແຕ່ລະຝ່າຍຕ່າງຝ່າຍກໍປະຕິບັດໜ້າທີ່ເພື່ອໃຫ້ເປັນປະໂຫຍດແກ່ປະເທດຊາດແລະມີການພົວພັນກັນໃນວຽກງານການເມືອງ.ພ້ອມກັນນັ້ນກໍເປັນການຮັບປະກັນໃຫ້ຜູ້ທີ່ມີອຳນາດປະຕິບັດໜ້າທີ່ຕາມຫຼັກນິຕິທຳໂດຍອີງໃສ່ສິດແລະຜົນປະໂຫຍດຂອງປະຊາຊົນເພາະເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າໃນການປົກຄອງບໍລິຫານປະເທດ,ດັ່ງນັ້ນຈຶ່ງໄດ້ກຳນົດໄວ້ໃນລັດຖະທຳມະນູນເພື່ອບົ່ງບອກພາລະໜ້າທີ່ທີ່ຕ້ອງປະຕິບັດໃຫ້ປະຊາຊົນຮັບຮູ້ແລະເຂົ້າໃຈເຖິງພາລະບົດບາດຂອງຜູ້ມີອຳນາດແລະປະຕິບັດຕາມຄຳສັ່ງແລະລັດຖະທຳມະນູນຢ່າງເຂັ້ມງວດເຊິ່ງພາກສ່ວນດັ່ງກ່າວນີ້ຕ້ອງປະຕິບັດເປັນແບບຢ່າງທີ່ດີໃຫ້ແກ້ປະຊາຊົນເພື່ອໃຫ້ລະບົບການປົກຄອງປະເທດມີຄວາມເປັນລະບຽບຮຽບຮ້ອຍແລະມີຄວາມສະຫງົບ.
ตอบลบความคิดเห็นนี้ถูกผู้เขียนลบ
ตอบลบ