ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ທາດແທ້, ພາລະໜ້າທີ່ ແລະ ຮູບແບບຂອງລັດ

 ໂດຍ: ປັນຍາສັກ ແສງອ່ອນແກ້ວ

ທາດແທ້, ພາລະໜ້າທີ່ ແລະ ຮູບແບບຂອງລັດ

 

I.    ຄວາມໝາຍຂອງລັດ

ຄຳວ່າ ລັດ ມີຄວາມໝາຍໃກ້ຄຽງກັບປະເທດ, ຊາດ ຊຶ່ງໃນບາງຄັ້ງສາມຄຳສັບດັ່ງກ່າວນີ້ກໍມີການໃຊ້ປົນເປກັນຢູ່ ຕ່າງແຕ່ວ່າຈະໃຊ້ໃນກໍລະນີໃດທີ່ເໝາະສົມ. ບາງທັດສະນະຂອງນັກການເມືອງໄດ້ໃຫ້ຄຳນິຍາມວ່າ: ລັດຄືຊາດ ທີ່ມີຖານະເປັນສັງຄົມການເມືອງ. ລັດເປັນທີ່ລວມຂອງລະບົບການເມືອງ, ເສດຖະກິດ, ກົດໝາຍ ແລະ ເນື້ອໃນສຳຄັນອື່ນໆ ຂອງຊາດພາຍໃຕ້ລະບອບການປົກຄອງ, ລັດເປັນອົງກອນແຫ່ງສັງຄົມ ຊື່ງປະກອບດ້ອຍເນື້ອໃນສໍາຄັນທາງດ້ານການບໍລິຫານສາທາລະນະທັງໝົດ.

ທິດສະດີມາກ-ເລນິນໄດ້ໃຫ້ 3 ທັດສະນະກ່ຽວກັບນິຍາມຂອງລັດ ວ່າ :

- ຄວາມໝາຍຂອງລັດໃນທັດສະນະຊົນຊັ້ນ: ລັດແມ່ນອົງການຈັດຕັ້ງການ ເມືອງຂອງຊົນຊັ້ນໜຶ່ງເພື່ອປົກຄອງຊົນຊັ້ນອື່ນ: ຄົນຈຳນວນສ່ວນໜ້ອຍປົກຄອງຄົນຈຳນວນສ່ວນຫຼາຍຊຶ່ງທາດແທ້ຂອງມັນບົ່ງບອກເຖິງຜະເດັດການທາງດ້ານເສດຖະກິດ ແລະ ການເມືອງຂອງຊົນຊັ້ນປົກຄອງ.

- ຄວາມໝາຍຂອງລັດໃນທັດສະນະລວມຂອງສັງຄົມ: " ລັດ ແມ່ນອົງການຈັດຕັ້ງສະມາຄົມການເມືອງຊຶ່ງບັນສະມາຊິກເຕົ້າໂຮມກັນຢູ່ໃນຄວາມເປັນເອກະພາບອັນໜຶ່ງອັນດຽວ ໃນສາຍພົວພັນອຳນາດບໍລິຫານ ແລະ ໂຄງປະກອບ; ເປັນພາຫະນະເພື່ອບັນລຸຄວາມເປັນເອກະພາບລະຫວ່າງພວກມັນ".

- ລັດແມ່ນການເຕົ້າໂຮມປະຊາຊົນຢູ່ພາຍໃຕ້ກົດໝາຍ.

ສັງລວມແລ້ວ ລັດແມ່ນການຈັດຕັ້ງພິເສດອຳນາດການເມືອງຂອງຊົນຊັ້ນທີ່ຄອບຄອງທາງດ້ານເສດຖະກິດ ( ຂອງຊາວຜູ້ອອກແຮງງານ ໂດຍມີຊົນຊັ້ນກຳມະກອນເປັນຜູ້ນຳໜ້າ - ໃນສັງຄົມສັງຄົມນິຍົມ ), ມີກົງຈັກພິເສດ ແລະ ສາມາດເຮັດໃຫ້ລະບຽບຂອງຕົນມີຜົນບັງຄັບສຳລັບປະຊາຊົນທັງໝົດປະເທດ.

II.   ອຳນາດການເມືອງ ແລະ ລັດໃນລະບອບເສດຖະກິດຂອງສັງຄົມທີ່ມີຊົນຊັ້ນ

 ອໍານາດການເມືອງ ແມ່ນຂຶ້ນກັບຊົນຊັ້ນ ແລະ ການຈັດຕັ້ງທີ່ສ່ອງແສງໃຫ້ເຫັນການສອດຄ່ອງທາງດ້ານຊົນຊັ້ນ ແລະ ຮັບປະກັນການຄອບຄອງດັ່ງກ່າວດ້ວຍກຳລັງທາງດ້ານການຈັດຕັ້ງ. ທ່ານ ມາກ ແລະ ອັງແກນໄດ້ຂຽນວ່າ: ອຳນາດການເມືອງຕາມຄວາມໝາຍຂອງສັບນັ້ນ ແມ່ນຄວາມຮຸນແຮງທີ່ມີການຈັດຕັ້ງຂອງຊົນຊັ້ນໜຶ່ງ ເພື່ອປາບປາມຊົນຊັ້ນອື່ນ.

 ຄວາມຈໍາເປັນໃຫ້ມີອໍານາດການເມືອງ ແມ່ນຖືກກໍານົດ ໂດຍລະບອບເສດຖະກິດຂອງສັງຄົມທີ່ມີຊົນຊັ້ນ ແລະ ໂຄງປະກອບທາງດ້ານສັງຄົມຂອງມັນ. ຊົນຊັ້ນທີ່ຖືກກົດຂີ່ (ບໍ່ໄດ້ຄອບຄອງ) ພະຍາຍາມປ່ຽນແປງຖານະຂອງຕົນ ຕ້ອງທຳການຕໍ່ສູ້ຢ່າງດຸເດືອດ ແລະ ບໍ່ປະນີປະນອມກັບຊົນຊັ້ນຄອບຄອງທາງດ້ານເສດຖະກິດ.  ສ່ວນຊົນຊັ້ນທີ່ຄອບຄອງທາງດດ້ານເສດຖະກິດນັ້ນກໍພະຍາຍາມຮັບປະກັນການເຄື່ອນໄຫວຂອງເສດຖະກິດ, ປົກປັກຮັກສາ ແລະ ເພີ່ມທະວີຖານະຄອບຄອງຂອງຕົນ ຈຶ່ງເຮັດໃຫ້ມີການຈັດຕັ້ງ ແລະ ອຳນາດທາງດ້ານການເມືອງທີ່ພາໃຫ້ຕົນໄດ້ຄອບຄອງທາງດ້ານການເມືອງເໝືອນກັນ. ດັ່ງນັ້ນ, ອຳນາດການເມືອງ ຈຶ່ງແມ່ນຜົນທີ່ເປັນກົດເກນແຫ່ງລະບອບເສດຖະກິດຂອງສັງຄົມທີ່ມີຊົນຊັ້ນ ແລະ ໂຄງປະກອບທາງດ້ານສັງຄົມ.

ລັດແມ່ນການສ່ອງແສງ ແລະ ເປັນເຄື່ອງມືອັນຕົ້ນຕໍຂອງອໍານາດການເມືອງ ທີ່ຖືກກໍານົດໂດຍຄວາມຮຽກ ຮ້ອງຂອງໂຄງລ່າງເສດຖະກິດໃນສັງຄົມ. ສະນັ້ນ, ລັດຈຶ່ງແມ່ນການຈັດຕັ້ງອຳນາດການເມືອງຂອງຊົນຊັ້ນຄອບຄອງທາງດ້ານເສດຖະກິດ ລັດມີການເຕົ້າໂຮມເອົາກຳລັງທີ່ມີການຈັດຕັ້ງ ຊຶ່ງມີຄວາມຈຳເປັນ ເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງທາງດ້ານເສດຖະເສດຂອງຊົນຊັ້ນຄອບຄອງ ແລະ ອຳນາດການເມືອງຂອງພວກເຂົາ ທ່ານ ຟ. ອັງແກນໄດ້ຂຽນວ່າ: ເຈດຈຳນົງຂອງລັດໄດ້ຖືກກຳນົດໂດຍທົ່ວໄປ ແລະ ສ່ວນລວມໂດຍຄວາມຮຽກຮ້ອງຕ້ອງການທີ່ປ່ຽນແປງຂອງສັງຄົມໂດຍຊົນຊັ້ນນີ້ ຫຼື ຊົນຊັ້ນອື່ນ.

III. ທາດແທ້ຂອງລັດ

ລັດ ໃນຖານະເປັນເຄື່ອງມືຂອງອຳນາດການເມືອງ ຂອງສັງຄົມທີ່ມີຊົນຊັ້ນອຳນວຍ ຄວາມສະດວກໃຫ້ແກ່ການກຳນົດທາດແທ້ຂອງມັນ, ທາດແທ້ແມ່ນອັນຕົ້ນຕໍໃນລັດ, ອັນຕັດສິນຊີ້ຂາດໃນເນື້ອໃນ, ການເຄື່ອນໄຫວ ແລະ ຄຸນປະໂຫຍດຂອງລັດ.

ຕາມທາດແທ້ຂອງມັນນັ້ນ ລັດແມ່ນເຄື່ອງມື, ກົນຈັກຜະເດັດການຂອງຊົນຊັ້ນ. ທ່ານ ວ.ອ.ເລນິນ ໄດ້ຊີ້ບອກວ່າ : " ລັດແມ່ນການຈັດຕັ້ງພິເສດຂອງກຳລັງ, ແມ່ນການຈັດຕັ້ງຄວາມຮຸນແຮງເພື່ອປາບປາມຊົນຊັ້ນໃດໜຶ່ງ ". ເພີ່ນຍັງ ໄດ້ເນັ້ນຕື່ມອີກວ່າ: " ລັດແມ່ນກົນຈັກເພື່ອຮັກສາການຄອບຄອງຂອງຊົນຊັ້ນໜຶ່ງເໜືອຊົນຊັ້ນອື່ນ " ຄຳວ່າ  " ກົນຈັກ" ພວກເຮົາຈັດເຂົ້າໃສ່ທາດແທ້ທາງດ້ານຊົນຊັ້ນຂອງລັດ ຊຶ່ງເປັນການຊ່ວຍອະທິບາຍບໍ່ພຽງແຕ່ລັດມີ ຄວາມສະຫຼັບສັບຊ້ອນທາງດ້ານໂຄງຮ່າງ  ແລະ ມີການປະກອບດ້ວຍຫຼາຍພາກສ່ວນ (ອົງການ) ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນອີກວ່າລັດເໝືອນດັ່ງກົນຈັກທຸກອັນ ແມ່ນເຄື່ອງມືທີ່ເພີ່ມທະວີກຳລັງແຮງຂອງຊົນຊັ້ນຄອບຄອງທາງດ້ານເສດຖະກິດ.

ໃນລະບອບສັງຄົມນິຍົມ ລັດໄດ້ເຊົາເປັນອົງການຄອບຄອງທາງດ້ານຊົນຊັ້ນ, ແຕ່ໃນນີ້ລັດກໍຍັງເປັນເຄື່ອງມື ອຳນາດການເມືອງຂອງຊາວຜູ້ອອກແຮງງານພາຍໃຕ້ການນຳພາຂອງພັກຂອງຊົນຊັ້ນກຳມະກອນ. ຍ້ອນວ່າມັນ ເປັນເຄື່ອງມືຜະເດັດການຂອງຊົນຊັ້ນຄອບຄອງ ລັດຍັງປະຕິບັດພາລະກິດລວມທີ່ເນື່ອງມາຈາກທຳມະຊາດຂອງ ທຸກສັງຄົມ .

ດັ່ງນັ້ນ, ລັດແມ່ນປາກົດການທີ່ມີຫຼາຍດ້ານ ແລະ ຄວາມໝາຍຂອງມັນກໍມີຫຼາຍດ້ານເໝືອນກັນ. ໃນສັງ ຄົມທີ່ມີຊົນຊັ້ນ ລັດຊຶ່ງເປັນເຄື່ອງມືແຫ່ງການຄອບຄອງທາງດ້ານຊົນຊັ້ນ, ໃນເວລາດຽວກັນນັ້ນກໍເປັນກົງຈັກປົກ ຄອງສັງຄົມລວມ, ເປັນອຳນາດສາທາລະນະ  ຊຶ່ງຮັບຜິດຊອບປະຕິບັດກິດຈະການລວມຈຳນວນໜຶ່ງ ທີ່ສອດ ຄ່ອງກັບຈຸດພິເສດຂອງພື້ນຖານເສດຖະກິດທີ່່ກ່ຽວຂ້ອງກັບຄວາມຮຽກຮ້ອງຕ້ອງການຂອງເງື່ອນໄຂເສດຖະກິດຂອງສັງຄົມ.

IV. ເຄື່ອງໝາຍສະເພາະຂອງລັດ

ລັດ ແມ່ນການຈັດຕັ້ງພິເສດອຳນາດການເມືອງ (ຜະເດັດການຂອງຊົນຊັ້ນຄອບຄອງ) ມັນມີຄວາມແຕກຕ່າງກັບອົງການຈັດຕັ້ງ ແລະ ສຳນັກງານອື່ນໆ ຂອງສັງຄົມທີ່ມີຊົນຊັ້ນຍ້ອນວ່າມັນແມ່ນ :

1. ການຈັດຕັ້ງເອກະພາບທາງດ້ານການເມືອງ, ມີດິນແດນຂອງອໍານາດການເມືອງໃນຂອບເຂດທົ່ວປະ ເທດ. ລັດຕິດພັນກັບດິນແດນອັນແນ່ນອນ ຊຶ່ງອຳນາດຂອງມັນກວມເອົາ.

2. ການຈັດຕັ້ງອຳນາດການເມືອງ ສາທາລະນະ.  ອຳນາດການເມືອງສາທາລະນະແມ່ນ ເຄື່ອງໝາຍທີ່ຕັດ ສິນຊີ້ຂາດຂອງລັດ.  ເຄື່ອງໝາຍນີ້ມີຄວາມໝາຍວ່າ ລັດແມ່ນອຳນາດ ຊຶ່ງບໍ່ປົນເຈືອກັບສັງຄົມແຕ່ຢູ່ເໜືອສັງ ຄົມ; ອໍານາດລັດທີ່ສະແດງອອກມາພາຍນອກ ແລະ ທີ່ເປັນທາງການນັ້ນແມ່ນຕາງໜ້າໃຫ້ທັງໝົດສັງຄົມ, ເປັນ ອົງການພິເສດເພື່ອປົກຄອງສັງຄົມ.

3. ການຈັດຕັ້ງອໍານາດ ຊຶ່ງມີກົງຈັກບັງຄັບພິເສດເປັນພື້ນຖານ, ການບັງຄັບຂອງລັດນັ້ນບໍ່ແມ່ນການບັງ ຄັບລວມ (ມີທຸກສັງຄົມ, ຄອບຄົວ ...)  ແຕ່ແມ່ນການບັງຄັບພິເສດ, ທີ່ດຳເນີນໂດຍຄົນຈຳນວນໜຶ່ງ ຊຶ່ງຖືກ ຈັດຕັ້ງຂຶ້ນສະເພາະ  ແລະ ມີພາຫະນະທາງດ້ານວັດຖຸເພື່ອປາບປາມຢ່າງເປັນລະບົບ.

4. ການຈັດຕັ້ງອໍານາດທີ່ສາມາດເຮັດໃຫ້ລະບຽບການຂອງຕົນມີຜົນບັງຄັບສໍາລັບປະຊາຊົນທັງໝົດປະ ເທດ

5. ການຈັດຕັ້ງອໍານາດທີ່ມີອະທິປະໄຕ.  ອະທິປະໄຕຂອງລັດແມ່ນ ເຄື່ອງໝາຍທາງດ້ານການເມືອງ. ກົດໝາຍຂອງອຳນາດລັດ ທີ່ສ່ອງແສງເຖິງຄວາມເປັນເອກະລາດຂອງມັນຈາກທຸກອຳນາດຢູ່ພາຍໃນ ແລະ ນອກ ຊາຍແດນຂອງປະເທດ, ອະທິປະໄຕຂອງລັດນີ້ແມ່ນມີຄວາມໝາຍ ຢູ່ບ່ອນວ່າ ລັດມີສິດແກ້ໄຂບັນຫາຂອງຕົວເອງ ແລະ ຢ່າງມີອິດສະຫຼະ.

V.  ອົງປະກອບຂອງລັດ

ໃນການສຶກສາເລື່ອງອົງປະກອບຂອງຄວາມເປັນລັດ, ຈໍາເປັນຕ້ອງສຶກສາໃຫ້ເຂົ້າໃຈເຖິງລັກລະນະຂອງຄວາມເປັນລັດທີ່ຈະຕ້ອງມີອົງປະກອບຂອງຄວາມເປັນລັດຢ່າງຄົບຖ້ວນ 4 ປະການຈິ່ງຈະເປັນລັດໄດ້ຢ່າງສົມບູນຄື: ມີປະຊາກອນຢ່າງຖາວອນ, ມີດິນແດນທີ່ແນ່ນອນ, ມີລັດຖະບານ (ອຳນາດອະທິປະໄຕເປັນຂອງຕົນ) ແລະ ຄວາມສາມາດໃນການດຳເນີນຄວາມສຳພັນລະຫວ່າງປະເທດ.

1.        ມີປະຊາກອນຖາວອນ

         ປະຊາກອນ (ພົນລະເມືອງ) ເປັນປັດໄຈສຳຄັນທີ່ເຮັດໃຫ້ເກີດເປັນລັດ. ປະຊາກອນໃດໜຶ່ງຈະມີຫຼາຍໜ້ອຍເທົ່າໃດກໍບໍ່ເປັນເກນມາດຕະຖານ ເຊັ່ນ : ແອນດໍຣາ ມີປະຊາກອນປະມານ 5.000 ຄົນ, ລັດວາຕີກັນມີປະຊາກອນປະມານ 1.000 ຄົນ.

2.        ມີດິນແດນທີ່ແນ່ນອນ

         ດິນແດນໝາຍເຖິງພື້ນທີ່ຊຶ່ງມີອານາເຂດແນ່ນອນ, ພື້ນທີ່ນັ້ນອາດຈະປະກອບໄປດ້ວຍພື້ນດິນ, ນ່ານນ້ຳ, ນ່ານຟ້າ ຕາມສິດ ແລະ ຂອບເຂດທີ່ກຳນົດໄວ້. ດິນແດນຂອງລັດຈະກວ້າງໃຫຍ່ໄພສານພຽງໃດ ຫຼື ນ້ອຍພຽງໃດກໍບໍ່ມີການກຳນົດຂະໜາດໄວ້ເປັນມາດຕະຖານ ເຊັ່ນ : ສາທາລະນະລັດແອນດໍຣາ (Andorra) ຊຶ່ງມີຊາຍແດນລະຫວ່າງຝຣັງ ກັບສະເປນມີເນື້ອທີ່ພຽງແຕ່ 350 ກິໂລຕາແມັດ  ຖ້າທຽບໃສ່ປະເທດອື່ນທີ່ມີພື້ນທີ່ໃຫຍ່ ເຊັ່ນ : ສະຫະລັດອາເມລິກາ, ອິນເດຍ, ຈີນ ແລະ ປະເທດອື່ນໆ.

3.        ລັດຖະບານ, ອຳນາດອະທິປະໄຕ.

         ລັດຖະບານ ໝາຍເຖິງສະຖາບັນ ຫຼື ອົງການຕ່າງໆ ທີ່ມີອຳນາດໜ້າທີ່ໃນທາງການເມືອງ-ການປົກຄອງ,ດິນແດນ ແລະ ປະຊາກອນໃນດິນແດນຕະຫຼອດເຖິງການໃຊ້ ອຳນາດອະທິປະໄຕແທນປະຊາກອນໃນດິນແດນ.

         ອຳນາດອະທິປະໄຕ ຄືອຳນາດສູງສຸດໃນການປົກຄອງລັດ ຜູ້ທີ່ມີອຳນາດນີ້ ຫຼື ຜູ້ທີ່ເປັນເຈົ້າຂອງອຳນາດອະທິປະໄຕ ຈຶ່ງເປັນຜູ້ທີ່ມີອຳນາດສູງສຸດໃນການທີ່ຈະສັ່ງການດຳເນີນການ ຫຼື ບັງຄັບໃຫ້ມີການປະຕິບັດຕາມກົດເກນ ແລະ ຂໍ້ບັງຄັບທີ່ໄດ້ກຳນົດຂື້ນ.

    4. ຄວາມສາມາດໃນການດຳເນີນຄວາມສຳພັນກັບຕ່າງປະເທດ

        ຈະບໍ່ສາມາດເປັນລັດໄດ້ ຖ້າບໍ່ມີຄວາມສາມາດປະຕິບັດສາຍພົວພັນກົບສາກົນ, ຕະຫຼອດເຖິງລັດອື່ນໆ.

VI.  ລັດຢູ່ໃນລະບົບໂຄງບົນຂອງສັງຄົມທີ່ມີຊົນຊັ້ນ

ລັດ ຂຶ້ນກັບພາກສ່ວນໜຶ່ງຂອງໂຄງບົນ, ໂຄງບົນດັ່ງກ່າວນີ້ປະກອບດ້ວຍອົງການຈັດຕັ້ງຕ່າງໆ ຊຶ່ງໃນນັ້ນລັດມີທີ່ຕັ້ງໃຈກາງ. ໃນຖານະເປັນພາກສ່ວນໜຶ່ງຂອງໂຄງບົນ ລັດຖືກກຳນົດໂດຍໂຄງລ່າງເສດຖະກິດ, ໂດຍເສດ ຖະກິດ ລັດຂຶ້ນ ກັບຄວາມຮຽກຮ້ອງຕ້ອງການພາວະວິໄສ ຂອງໂຄງລ່າງເສດຖະກິດ. ເຖິງຢ່າງໃດກໍ່ຕາມການຂຶ້ນກັບຂອງລັດນີ້ກໍບໍ່ ແມ່ນການຂຶ້ນແບບກົນຈັກ, ການຂຶ້ນທີ່ເດັດຂາດ.

ລັດດັ່ງດຽວກັນກັບທັງໝົດໂຄງບົນເວົ້າລວມ, ຖືກກໍານົດໂດຍເສດຖະກິດໃນບັ້ນທ້າຍ ໝາຍຄວາມວ່າລັດຄື ກັນກັບພາກສ່ວນອື່ນຂອງໂຄງບົນ ມີຄວາມເປັນເອກະລາດແບບທຽບຖານ ຊຶ່ງສະແດງອອກໂດຍສະເພາະຢູ່ ໃນໄລຍະເວລາອັນແນ່ນອນ ສາມາດຫຼີກອອກຈາກຄວາມຮຽກຮ້ອງຕ້ອງການ ຂອງໂຄງລ່າງ ແລ້ວຂຶ້ນກັບປັດໄຈອື່ນອີກໃນການຂະຫຍາຍຕົວຂອງຕົນ. ການສ່ອງແສງອັນຕົ້ນຕໍແຫ່ງຄວາມເປັນເອກະລາດ ແບບທຽບຖານຂອງລັດນັ້ນ ແມ່ນບົດບາດອັນຫ້າວຫັນຂອງລັດຕໍ່ໂຄງລ່າງ, ພ້ອມໆກັນກັບພາກສ່ວນອື່ນໆ ຂອງໂຄງບົນ ລັດຮັບໃຊ້ໂຄງລ່າງ, ສາມາດ ຫຼື ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ, ຖ່ວງດຶງການຂະຫຍາຍຕົວດັ່ງກ່າວ ຫຼື ເຄື່ອນໄຫວໃນທິດທາງນີ້ ແລະ ທິດທາງອື່ນໄປພ້ອມໆກັນ.

VII.  ລັດຢູ່ໃນລະບົບການເມືອງຂອງສັງຄົມ

ລະບົບການເມືອງຂອງສັງຄົມ ແມ່ນການສັງລວມ ຢ່າງມີຄວາມເປັນເອກະພາບ ການກະທົບຊຶ່ງກັນ ແລະ ກັນ ຂອງລັດ, ບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ບໍ່ແມ່ນລັດຊຶ່ງປະຕິບັດອຳນາດການເມືອງ ສົ່ງຜົນສະ ທ້ອນໃສ່ການປະຕິບັດອຳນາດການເມືອງ . ທຸກການຈັດຕັ້ງ ແລະ ສຳນັກງານ ຊຶ່ງເປັນຜູ້ເຂົ້າຮ່ວມຊີວິດການ ເມືອງ (ລັດ, ພັກການເມືອງ , ອົງການຈັດຕັ້ງສັງຄົມ) ແມ່ນຈັດເຂົ້າຢູ່ໃນລະບົບການເມືອງຂອງສັງຄົມ.

ລັດມີທີ່ຕັ້ງໃຈກາງໃນລະບົບການເມືອງ ຍ້ອນວ່າລັດແມ່ນການຈັດຕັ້ງການເມືອງ-ດິນແດນ, ແມ່ນອົງການອຳນາດສາທາລະນະ ທີ່ຂະຫຍາຍໄປສູ່ຜູ້ຄົນທັງໝົດຂອງປະເທດ. ລັດແມ່ນເຄື່ອງມືທີ່ເຂັ້ມແຂງກວ່າໝູ່ແຫ່ງ ການຄອບຄອງທາງດ້ານການເມືອງຍ້ອນວ່າຢູ່ໃນກຳມືຂອງຕົນນັ້ນລັດເຕົ້າໂຮມເອົາກຳລັງທີ່ມີການຈັດຕັ້ງ, ສະນັ້ນ ມັນຈຶ່ງສາມາດແກ້ໄຂບັນຫາການເມືອງ (ປາບປາມສັດຕູທາງດ້ານຊົນຊັ້ນ, ດຳເນີນການບັງຄັບຢ່າງເປັນລະບົບຈັດຕັ້ງຊີວິດຂອງສັງຄົມໃນຂອບເຂດທົ່ວປະເທດ).  ລັດແມ່ນອົງການການເມືອງ ທີ່ມີຄວາມເປັນເອກະລາດ, ປະ ຕິບັດພາລະໜ້າທີ່ຂອງຕົນໂດຍບໍ່ຂຶ້ນກັບອຳນາດອື່ນໃດ.

ທີ່ຕັ້ງ ແລະ ພາລະບົດບາດຂອງລັດ ຢູ່ໃນລະບົບການເມືອງຂອງສັງຄົມ ເຮັດໃຫ້ພວກເຮົາຮູ້ເຖິງ ຄວາມ  ໝາຍຂອງມັນ ໃນຖານະເປັນໃຈກາງແຫ່ງຊີວິດການເມືອງຂອງປະເທດ. ສີ່ງທີ່ມີບົດບາດນຳພາໃນລະບົບການ ເມືອງຂອງສັງຄົມທີ່ມີຊົນຊັ້ນ ຂະຫຍາຍຕົວນັ້ນແມ່ນພັກການເມືອງ.  

ພັກການເມືອງ ແມ່ນການເຕົ້າໂຮມຊົນຊັ້ນທີ່ສ່ອງແສງໂດຍກົງ ເຖິງຜົນປະໂຫຍດຂອງຊົນຊັ້ນທີ່ກ່ຽວຂ້ອງ   ປະກອບດ້ວຍຜູ້ຕາງໜ້າທີ່ຫ້າວຫັນກວ່າໝູ່ ຮູ້ຈັກຜົນປະໂຫຍດອັນນີ້ ແລະ ທຳການຕໍ່ສູ້ເພື່ອໃຫ້ມັນປາກົດຜົນ ເປັນຈິງເພື່ອໄດ້ອຳນາດລັດມາຢູ່ໃນກຳມື ຫຼື ເພື່ອປົກປັກຮັກສາມັນ ພັກການເມືອງທີ່ມີອຳນາດໄດ້ສ້າງນະໂຍ ບາຍຂອງຕົນຂຶ້ນນະໂຍບາຍອັນນີ້ເປັນສີ່ງກຳນົດການເຄື່ອນໄຫວຂອງລັດ. ພັກເປັນຜູ້ກວດກາ ແລະ ນຳພາການເຄື່ອນໄຫວທາງດ້ານການເມືອງຂອງຕົນ ຕະຫຼອດທັງສະມາຊິກທີ່ຢູ່ໃນອົງການນຳ ແລະ ຍ້ອນແນວນີ້ກໍແມ່ນ ກວດການຳພາການເຄື່ອນໄຫວຂອງລັດ, ນະໂຍບາຍຂອງລັດ .

ໃນລະບົບການເມືອງຂອງສັງຄົມ ຍັງມີອົງການຈັດຕັ້ງຂອງສັງຄົມອື່ນໆອີກ (ກຳມະບານ ລວມໝູ່..) ຊຶ່ງປະຕິບັດພາລະໜ້າທີ່ ທາງດ້ານການເມືອງໃດໜຶ່ງ ແລະ ເຄື່ອນໄຫວພາຍໃຕ້ການນຳພາຂອງພັກການເມືອງ, ຖ້າວ່າ ອົງການຈັດຕັ້ງສັງຄົມຫາກຂຶ້ນກັບພັກທີ່ຄອບຄອງ, ໃນເວລານັ້ນອົງການຈັດຕັ້ງສັງຄົມດັ່ງກ່າວ ກໍສາມາດມີສາຍພົວພັນກັບອົງການຂອງລັດ ດ້ວຍການຊຸກຍູ້ຊຶ່ງກັນ ແລະ ກັນ ອຳນວຍຄວາມສະດວກແກ່ການເຄື່ອນໄຫວຂອງອົງການລັດ.

ອີງຕາມການຂະຫຍາຍຕົວຂອງສາຍພົວພັນ ທາງດ້ານຊົນຊັ້ນນັ້ນລະບົບການເມືອງໃນສັງຄົມທີ່ມີຊົນຊັ້ນປໍລະປັກກັນອາດມີຄວາມສະຫຼັບສັບຊ້ອນ ແລະ ມີຄວາມຂັດແຍ່ງພາຍໃນ.

 ລະບົບການເມືອງປະກອບດ້ວຍ :

 ກ. ກົງຈັກຜະເດັດການຂອງຊົນຊັ້ນນາຍທຶນ, ລັດ ແລະ ບັນດາອົງການຈັດຕັ້ງອື່ນ ຊຶ່ງເປັນເຄື່ອງມືແຫ່ງ ຄວາມຮຸນແຮງ ຂອງຊົນຊັ້ນຄອບຄອງ ເໜືອພວກຖືກກົດຂີ່ຂູດຮີດ ;

 ຂ. ບັນດາອົງການຈັດຕັ້ງຂອງຊົນຊັ້ນທີ່ຖືກກົດຂີ່ ແມ່ນເຄື່ອງມືຂອງການຕ້ານຄືນຂອງຊົນຊັ້ນ, ຂອງການ ຕໍ່ສູ້ທາງດ້ານການເມືອງ ເພື່ອໄດ້ອຳນາດມາໃນກຳມື.

 ດັ່ງນັ້ນ, ທັດສະນະຂອງພະນັກງານ ແລະ ອົງການຈັດຕັ້ງການເມືອງ ຕໍ່ການດຳເນີນອຳນາດການເມືອງ ໃນສັງຄົມທີ່ມີຊົນຊັ້ນປໍລະປັກກັນ ຈຶ່ງມີຄວາມແຕກຕ່າງກັນ ຈຳພວກໜຶ່ງແນໃສ່ຮັບປະກັນການຄອບຄອງທາງດ້ານການເມືອງສ່ວນພວກອື່ນນັ້ນເປັນກຳລັງກົງກັນຂ້າມທາງດ້ານການເມືອງ .

ຈຸດພິເສດຂອງລະບົບການເມືອງໃນບັນດາປະເທດສັງຄົມນິຍົມນັ້ນແມ່ນມີຄວາມເປັນປຶກແຜ່ນແໜ້ນໜາ,

ຄວາມເປັນເອກະພາບ, ບໍ່ມີພາກສ່ວນໃດຈະກົງກັນຂ້າມ.

VIII. ພາລະໜ້າທີ່ຂອງລັດ

        ພາລະໜ້າທີ່ພື້ນຖານ ແມ່ນທິດທາງອັນຕົ້ນຕໍ ແຫ່ງການເຄື່ອນໄຫວຂອງລັດ ຊຶ່ງສ່ອງແສງໃຫ້ເຫັນທາດແທ້ທາງດ້ານຊົນຊັ້ນ ແລະ ຄຸນປະໂຫຍດຂອງລັດຢູ່ໃນສັງຄົມ. ຊຶ່ງພາລະໜ້າທີ່ພື້ນຖານຂອງລັດ ແບ່ງອອກເປັນ 2 ຢ່າງຄື:

1. ພາລະໜ້າທີ່ພາຍໃນ:  ແມ່ນທິດທາງແຫ່ງການເຄື່ອນໄຫວຂອງລັດ ຊຶ່ງສ່ວນຫຼາຍສະແດງອອກໃນການດຳເນີນອຳນາດການເມືອງຢູ່ພາຍໃນປະເທດ ແລະ ໃນສັງຄົມທີ່ມີຊົນຊັ້ນປໍລະປັກກັນມັນສະແດງອອກໃນການດຳເນີນຜະເດັດການທາງດ້ານຊົນຊັ້ນ, ໃນການຈັດຕັ້ງການປາບປາມສັດຕູທາງດ້ານຊົນຊັ້ນ. ພາລະໜ້າທີ່ພາຍໃນມີໜ້າທີ່ປາບປາມສັດຕູທາງດ້ານຊົນຊັ້ນ, ພາລະໜ້າທີ່ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພາລະໜ້າທີ່ທາງດ້ານເສດຖະກິດ ແລະ ອື່ນໆພາຍໃນລັດຂອງຕົນ.

2. ພາລະໜ້າທີ່ພາຍນອກ:   ແມ່ນທິດທາງແຫ່ງການເຄື່ອນໄຫວຂອງລັດ ທີ່ສ່ອງແສງໃຫ້ເຫັນນະ ໂຍບາຍພາຍນອກ ແລະ ພົວພັນກັບບັນດາລັດອື່ນ, ກັບຊີວິດຂອງສາກົນ (ການປ້ອງກັນປະເທດການບຸກໂຈມຕີຈາກພາຍນອກ, ການຈັດຕັ້ງຮ່ວມມືກັບປະເທດອຶ່ນໆ).

ໃນບັນດາພາລະໜ້າທີ່ນີ້ ພາລະໜ້າທີ່ພາຍໃນ ມີບົດບາດຕັດສິນຊີ້ຂາດ, ສ່ອງແສງໂດຍກົງເຖິງ ທາດແທ້ທາງດ້ານຊົນຊັ້ນຂອງລັດບົດບາດຂອງລັດໃນຖານະເປັນເຄື່ອງມືຂອງອຳນາດການເມືອງ ສາທາລະນະພ້ອມດຽວກັນນັ້ນ ພາລະໜ້າທີ່ທັງໝົດຂອງລັດ  ກໍມີສາຍພົວພັນຊຶ່ງກັນ ແລະ ກັນ. ນອກຈາກນັ້ນລັດກໍຍັງປະຕິບັດພາລະໜ້າທີ່ ຊຶ່ງບໍ່ແມ່ນພາລະໜ້າທີ່ພື້ນຖານ ຕົວຢ່າງ: ວຽກງານສື່ສານ, ໄປສະນີ, ສະຖິຕິ ...

ພາລະໜ້າທີ່ຂອງລັດ ຖືກດຳເນີນໃນຮູບການ ແລະ ດ້ວຍວິທີການອັນແນ່ນອນ. ຮູບການດໍາເນີນສ່ອງແສງໃຫ້ເຫັນສາຍພົວພັນລະຫວ່າງລັດກັບກົດໝາຍຊຶ່ງແມ່ນໜຶ່ງໃນບັນດາພາຫະນະພື້ນຖານຂອງການຄອບຄອງອຳນາດ. ລັດນຳໃຊ້ກົດໝາຍເພື່ອເຮັດໃຫ້ບັນດາພາລະໜ້າທີ່, ຄາດໝາຍທາງດ້ານເສດຖະກິດ - ການເມືອງ, ອຸ ດົມການປາກົດຜົນເປັນຈິງ, ຮັບປະກັນ  ແລະ ປົກປັກຮັກສາລັດຂອງຕົນໃຫ້ມີຄວາມສະຫງົບ. ດັ່ງທີ່ໄດ້ກ່າວມາຂ້າງເທີງນີ້ ເພີ່ນແບ່ງການດຳເນີນພາລະໜ້າທີ່ຂອງລັດເປັນສາມຮູບການພື້ນຖານດັ່ງນີ້:

          1. ພາລະໜ້າທີ່ອອກກົດໝາຍ ແມ່ນການເຄື່ອນໄຫວຂອງລັດທີ່ສະແດງອອກໃນການສ້າງ ແລະ ຮັບ ຮອງເອົາຂໍ້ບັນຍັດຂອງກົດໝາຍ ຊຶ່ງຢູ່ໃນນັ້ນ ໄດ້ວາງໂຄງການເຄື່ອນໄຫວຂອງຄົນ;

          2. ພາລະໜ້າທ່ີ່ປະຕິບັດກົດໝາຍແມ່ນ ການເຄື່ອນໄຫວຂອງລັດທີ່ສະແດງອອກໃນການເອົາມາດຕະ ການແນໃສ່ປະຕິບັດຂໍ້ບັນຍັດຂອງກົດໝາຍ;

          3. ພາລະໜ້າທີ່ປັກປັກຮັກສາກົດໝາຍ ແມ່ນການເຄື່ອນໄຫວຂອງລັດໃນສ່ວນທີ່ສະແດງອອກໃນການຕິດຕາມກວດການເຄົາລົບ ແລະ ປະຕິບັດຂໍ້ບັນຍັດ, ໃນການນຳໃຊ້ມາດຕະການບັງຄັບຕໍ່ຜູ້ລະເມີດ.

IX.   ກົງຈັກລັດ

  ກົງຈັກລັດ ແມ່ນລະບົບອົງການທີ່ນຳໃຊ້ເພື່ອດຳເນີນຈຸດປະສົງ ແລະ ພາລະໜ້າທີ່ຂອງລັດ.  ອົງການລັດ

 ເປັນຫົວໜ່ວຍເບື້ອງຕົ້ນ ຂອງກົງຈັກລັດ, ອົງການລັດແມ່ນສຳນັກງານ, ອົງການຈັດຕັ້ງທາງດ້ານການເມືອງ, ກະ ຊວງ ຫຼື ຜູ້ຕາງໜ້າ ຊຶ່ງມີພາລະໜ້າທີ່ຄຸ້ມຄອງລັດ. ໃນບັນດາລັດທີ່ມີກົງຈັກຂະຫຍາຍຕົວນັ້ນອົງການໃດໜຶ່ງ ມີໂຄງປະກອບພາຍໃນອັນແນ່ນອນຊຶ່ງປະກອບດ້ວຍລັດຖະກອນ ໝາຍຄວາມວ່າ ບຸກຄົນທີ່ປະຕິບັດວຽກງານການປົກຄອງຢູ່ພາຍໃຕ້ລະບຽບວິໄນ, ມີຄວາມຮັບຜິດຊອບ ແລະ ພ້ອມດຽວກັນນັ້ນກໍສິດ ແລະ ພັນທະໃນການດຳເນີນວຽກງານ.

ຈຸດພິເສດຂອງອົງການລັດ ແມ່ນການມີພາລະໜ້າທີ່ຄອບຄອງ, ມີຄວາມສາມາດອອກລະບຽບການ, ບັງຄັບໃຫ້ປະຕິບັດລະບຽບການຂອງຕົນຢ່າງເຂັ້ມງວດ.

ພາລະໜ້າທີ່ຄອບຄອງຂອງອົງການລັດ ສະແດງອອກໃນສິດອຳນາດຂອງມັນ ໝາຍຄວາມວ່າ ໃນບໍລິມາດ ສິດ ແລະ ພັນທະຂອງມັນຊຶ່ງບົ່ງໄວ້ໃນກົດໝາຍ.  ພາຍໃຕ້ລະບຽບອັນເຄັ່ງຄັດ ຂອງນິຕິທໍາອົງການລັດມີສິດດຳເນີນພາລະໜ້າທີ່ຂອງຕົນ ແຕ່ໃນຂອບເຂດທີ່ລະບຽບການໄດ້ບົ່ງໄວ້

ອີງຕາມເນື້ອໃນ ແລະ ຮູບການເຄື່ອນໄຫວອົງການລັດ ແບ່ງອອກເປັນ ດັ່ງນີ້:

1. ອົງການທີ່ສ່ອງແສງໂດຍກົງເຖິງອຳນາດລັດ (ອົງການນິຕິບັນຍັດ);

2. ອົງການປະຕິບັດ ແລະ ອອກຄຳສັ່ງ (ອົງການບໍລິຫານ);

3. ອົງການຕຸລາ(ການປອົງການຕັດສິນ).

X.   ຮູບແບບຂອງລັດ

ລັດມີຮູບແບບອັນແນ່ນອນ ຊຶ່ງສາມາດແບ່ງໄດ້ ດັ່ງນີ້:

1.        ຮູບການປົກຄອງ

         ຮູບເເບບການປົກຄອງຂອງລັດເເມ່ນ ການຈັດຕັ້ງອຳນາດສູງສຸດຢູ່ໃນລັດ. ຮູບການປົກຄອງພື້ນຖານມີສອງຢ່າງງຄື: ການປົກຄອງເເບບລາຊາທິປະໄຕ ແລະ ການປົກຄອງເເບບສາທາລະນະລັດ. ການປົກຄອງເເບບລາ ຊາທິປະໄຕ ແມ່ນຮູບການປົກຄອງຊຶ່ງໃນນັ້ນອຳນາດສູງສຸດຖືກດຳເນີນໄປໂດຍບຸກຄົນຜູ້ດຽວທີ່ມາຈາກຕະກຸນປົກຄອງ. ສ່ວນໃນການປົກຄອງເເບບສາທາລະນະລັດ ນັ້ນອຳນາດລັດສູງສຸດ ຖືກດຳເນີນໂດຍບັນດາອົງການທີ່ຖືກເລືອກຕັ້ງຂຶ້ນໃນກຳນົດເວລາອັນແນ່ນອນໂດຍພົນລະເມືອງ.

        1.1 ຮູບເເບບລາຊາທິປະໄຕ

             ການປົກຄອງເເບບລາຊາທິປະໄຕເເມ່ນ ອໍານາດລັດທັງໝົດ ຫຼື ສ່ວນໃຫຍ່ຕົກຢູ່ ໃນກຳມືຂອງບຸກຄົນທີ່ເປັນຫົວໜ້າສຸງສຸດ ຂອງລັດຕາມການສືບທອດຂອງວົງຕະກຸນ (ພໍ່ມອບໃຫ້ລຸກສືບເເທນ...).

             ລາຊາທິປະໄຕເປັນຮູບເເບບການປົກຄອງທີ່ຕຳເເໜ່ງປະມຸກລັດ ໂດຍປົກກະຕິເເມ່ນຖືວ່າສ່ວນຫຼວງ ຫຼາຍມັກຈະໄດ້ອຳນາດໂດຍການສືບທອດລາຊະສົມບັດ ເເລະ ມັກໃຫ້ເເກ່ພະລົມມະວົງສານຸວົງເເຫ່ງລາຊະວົງ ຊຶ່ງໄດ້ປົກຄອງມາກ່ອນຢ່າງເປັນທາງການ.

             ຮູບເເບບການປົກຄອງລາຊາທິປະໄຕ ໃນເເຕ່ລະຍຸຸກເເຕ່ລະສະໄໝຈະມີຄວາມເເຕກຕ່າງກັນ ເເລະ ມີລັກສະນະສະເພາະຂອງໃຜມັນທາງດ້ານຮູບການຕ່າງໆເຊັ່ນ: ເຈົ້າຊິວິດ, ກະສັດ ເເລະ ອື່ນໆ.

             ໂດຍພື້ນຖານເເລ້ວ, ການປົກຄອງເເບບລາຊາທິປະໄຕໄດ້ເເບ່ງອອກເປັນ 2 ຢ່າງຄື:

 

1.    ລາຊາທິປະໄຕສົມບູນສິດທິລາດ (ລາຊາທິປະໄຕເດັດຖານ) : ໃນລາຊາທິປະໄຕເດັດຖານ, ຜູ້ນໍາໜ້າລັດມີສິດອໍານາດຢ່າງບໍ່ມີຂອບເຂດ, ເປັນລະບອບການປົກຄອງທີ່ມີເຈົ້າຊີວິດເປັນຜູ້ປົກຄອງ ແລະ ມີສິດເດັດຂາດໃນການບໍລິຫານປະເທດ. ໃນລະບອບການປົກຄອງນີ້ເຈົ້າຊີວິດກໍຄືກົດໝາຍ, ເປັນທີ່ມາຂອງກົດໝາຍ ໝາຍຄວາມວ່າ ຄຳສັ່ງຂອງເຈົ້າຊີວິດເປັນກົດໝາຍ ຄືທີ່ມາຂອງກົດໝາຍທັງປວງຢູ່ທີ່ເຈົ້າຊີວິດ. ຄໍາສັ່ງ,ຄວາມຕອ້ງການຕ່າງໆລ້ວນມີຜົນເປັນກົດໝາຍ ເຈົ້າຊີວິດມີອຳນາດໃນການປົກຄອງແຜ່ນດິນ ແລະ ພົນລະເມືອງໂດຍອິດສະ ຫຼະໂດຍບໍ່ມີກົດໝາຍ ຫຼື ອົງການຕາມກົດໝາຍໃດຈະຫ້າມປາມໄດ້ ແມ້ແຕ່ອົງການທາງສາສະໜາກໍບໍ່ອາດຈະຄັດ ຄ້ານເຈົ້າຊີວິດໃນການທຳບາງຢ່າງ ແລະ ອຳນາດອະທິປະໄຕນັ້ນຈະຖືກຄາດຫວັງວ່າຈະປະຕິບັດຕາມຮີດຄອງ ແຕ່ໃນລະບອບສົມບູນອາຍາສິດທິລາດນັ້ນບໍ່ມີລັດຖະທຳມະນູນ ຫຼື ກົດໝາຍໃດໆທີ່ຈະຢູ່ເໜືອກວ່າຄຳຊີ້ຂາດຂອງອຳນາດອະທິປະໄຕ (ເຈົ້າຊີວິດ). ຕາມຄໍາເຫັນຂອງພົນລະເມືອງນັ້ນລະບອບສົມບູນອາດຍາສິດທິລາດມອບອຳນາດ ຫຼື ຄວາມໄວ້ວາງໃຈທັງໝົດໃຫ້ແກ່ເຈົ້າຊີວິດ (ເຈົ້າແຜ່ນດິນ) ທີ່ດີພ້ອມທາງສາຍເລືອດ ແລະ ໄດ້ຮັບການລຽ້ງດູ, ຝຶກຝົນມາເປັນຢ່າງດີຕັ້ງແຕ່ເກີດ.

    ໃນທິດສະດີເຈົ້າຊີວິດໃນລະບອບສົມບຸນອາຍາສິດທິລາດ ຈະມີອຳນາດທັງໝົດເໜືອປະຊາຊົນ   ແລະ ແຜ່ນດິນລວມທັງເໜືອ "ອະພິຊົນ" (ຄົນຜູ້ສືບສາຍເລືອດຈາກຕະກຸນສູງ) ແລະ ບາງຄັ້ງກໍເໜືອພະສົງອີກດ້ວຍ ສ່ວນໃນທາງປະຕິບັດເຈົ້າຊີວິດໃນລະບອບສົມບຸນອາຍາສິດທິລາດມັກຈະຖຶກຈຳກັດຈາກອຳນາດໂດຍກຸ່ມທີ່ກ່າວມາ ຫຼື ກຸ່ມອຶ່ນໆອິກ, ແຕ່ເຈົ້າຊີວິດບາງພະອົງ ເຊັ່ນ:ຈັກກະພັດເຢຍລະມັນແຕ່ ຄ.1871-1918 ມີລັດ ຖະສະພາທີ່ມີອຳນາດ ຫຼື ເປັນພຽງສັນຍາລັກ ແລະ ມີຄະນະບໍລິຫານອື່ນໆທີ່ເຈົ້າຊີວິດສາມາດປ່ຽງແປງ ຫຼື ສັ່ງຍຸບເລີກໄດ້ຕາມທີ່ຕອ້ງການ ເຖິງວ່າຈະມີຜົນເທົ່າກັບລະບອບສົມບຸນອາຍາສິດທິລາດແຕ່ໂດຍທາງປະຕິບັດແລ້ວ ລາຊາທິປະໄຕສົມບຸນພາຍໃຕ້ລັດຖະທຳມະນູນເນື່ອງຈາກມີການກຳນົດໄວ້ລັດຖະທຳມະນູນ ແລະ ກົດໝາຍພື້ນຖານຂອງປະເທດ.

ໃນປັດຈຸບັນຍັງມີບາງປະເທດທີ່ນຳໃຊ້ຮູບແບບການປົກຄອງແບບສົມບູນສິດທິລາດເຊັ່ນ: ປະທດບູໄນ, ປະເທດຊາອຸດິອາຣະເບຍ, ປະເທດໂອມານ, ປະເທດກາຕາ.

2.ລາຊາທິປະໄຕຈຳກັດ (ໃຕ້ລັດຖະທຳມະນູນ): ການປົກຄອງໃນຮູບແບບນີ້ເປັນການປົກຄອງແບບມີພະມະຫາກະສັດ ຫຼື ເຈົ້າຊີວິດເປັນປະມຸກແຫ່ງລັດ, ພະມະຫາກະສັດ ຫຼື ເຈົ້າຊີວິດທີ່ດຳລົງຕຳແໜ່ງໃນຖານະເປັນເຈົ້າແຜ່ນດິນຜູ້ໃດຈະລະເມີດບໍ່ໄດ້ ແລະ ຜູ້ໃດຈະກ່າວຫາ ຫຼື ຮ້ອງຟ້ອງພະມະຫາກະສັດ ຫຼື ເຈົ້າຊີວິດໃນທາງເສຍຫາຍໃດໆບໍ່ໄດ້. ພະມະຫາກະສັດ ຫຼື ເຈົ້າຊີວິດເອງນັ້ນຈະບໍ່ມີບົດບາດທາງການເມືອງ ແລະ ມີສິດອຳ ນາດຢູ່ພາຍໄຕ້ຂອບເຂດຂອງລັດຖະທຳມະນູນບໍ່ວ່າຈະເປັນລາຍລັກອັກສອນ ຫຼື ບໍ່ເປັນລາຍລັກອັກສອນກໍຕາມ ແລະ ພະມະຫາກະສັດ ຫຼື ເຈົ້າຊີວິດເອງຈະບໍ່ກຳນົດນະໂຍບາຍສາທາລະນະ ແລະ ເລືອກຜູ້ນຳທາງການເມືອງ.     

ມີພຽງແຕ່ລັດຖະບານ ແລະ ສະພາເທົ່ານັ້ນທີ່ບໍລິຫານ ແລະ ດໍາເນີນງານແຕ່ເມື່ອລັດຖະບານບໍ່ໄດ້ຮັບຄວາມໄວ້ວາງໃຈຈາກສະພານັ້ນຕ້ອງໄດ້ລາອອກ.

ມີນັກລັດຖະສາດຊາວອັງກິດໄດ້ໃຫ້ນິຍາມພະມະຫາກະສັດ ຫຼື ເຈົ້າຊີວິດພາຍໃຕ້ລັດຖະທຳມະນູນວ່າ: "ອົງອະທິປັດທີ່ປົກເກົ້າແຕ່ບໍ່ປົກຄອງ"(A sovereign who reigns but does not rule).

ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນບາງທີອາດຈະເອີ້ນວ່າ ປິລະມິດຕາຍາສິດທິລາດ (limited

monarchy) ຫຼື ສາທາລະນະລັດອັນມີພະມະຫາກະສັດຊົງເປັນປະມຸກ (crowned republic) ແລະ ລາຊາທິປະໄຕແບບມີລັດຖະສະພາ (parliamentary monarchy).

ນອກຈາກເປັນບ່ອນລວມໃຈຂອງຄົນໃນຊາດແລ້ວພະມະຫາກະສັດ ຫຼື ເຈົ້າຊີວິດ ພາຍໃຕ້ລັດຖະທຳມະນູນອາດຈະມີພະອຳນາດບາງຢ່າງທີ່ເປັນທາງການເຊັ່ນ: ຍຸບສະພານິຕິບັນຍັດ ຫຼື ອະນຸມັດກົດໝາຍ ແຕ່ສ່ວນໃຫຍ່ເປັນພະອຳນາດທາງພິທີການບໍ່ແມ່ນເປັນຊ່ອງວ່າງໃຫ້ພະມະຫາກະສັດມີສ່ວນໃນການເມືອງໄດ້ໂດຍພະລະການ. ມີນັກທິດສະດີຄົນອັງກິດໄດ້ຂຽນໄວ້ວ່າ: ພະມະຫາກະສັດພາຍໃຕ້ລັດຖະທຳມະນູນມີສິດ 3 ປະການເທົ່ານັ້ນທີ່ໃຊ້ໄດ້ຕາມໃຈຄື: ສະແຫວງຫາຄຳປຶກສາ, ປະທານຄຳປຶກສາ ແລະ ປະທານຄຳຕັກເຕືອນ.

ໃນປັດຈຸບັນນີ້ປະເທດທີ່ໃຊ້ລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນທີ່ໂດດເດັ່ນໃນໂລກເຮົາມີ: ສະຫະລາຊະອານາຈັກ (ອັງກິດ) ແລະ ອະດີດເມືອງຂຶ້ນທັງ 15 ປະເທດ ຊຶ່ງລ້ວນແຕ່ໃຊ້ການປົກຄອງທີ່ເອີ້ນວ່າ: ລະບົບເວສມິນສເຕີ (Westminster system) , ສ່ວນລັດສາມແຫ່ງຄື: ກໍາປູເຈຍ, ມາເລເຊຍ ແລະ ສັດຕະສຳນັກ ຫຼື ບາງຕຳລາເອີ້ນວ່າ: ອານາຈັກອັນສັກສິດ (ອີຕາລີ) ໃຊ້ລາຊາທິປະໄຕແບບເລືອກຕັ້ງໂດຍໃຫ້ອະພິຊົນກຸ່ມນ້ອຍໆເປັນຄະນະຜູ້ເລືອກຕັ້ງພະມະຫາກະສັດ ຫຼື ເຈົ້າຊີວິດຂຶ້ນມາເປັນໄລຍະ.

1.2 ການປົກຄອງເເບບສາທາລະນະລັດ

ສາທາລະນະລັດ ເເມ່ນລະບົບການປົກຄອງທີ່ດຳເນີນຜ່ານອົງການທີ່ເປັນຕົວແທນ, ມີວາລະ, ມີສະ ໄໝດຳລົງຕຳແໜ່ງ ຊຶ່ງຜູ້ປົກຄອງ ເເລະ ຕຳເເໜ່ງ ໜ້າທີ່ຂອງລັດໄດ້ຮັບເລືອກເເຕ່ງຕັ້ງໂດຍກົງ ຫຼື ໂດຍທາງອ້ອມ.

             ສາທາລະນະລັດສະໄໝໃໝ່ ເເລະ ສະໄໝບູຮານ ມີຄວາມເເຕກຕ່າງກັນຫຼາຍທັງໃນອຸດົມການ ເເລະ ການປົກຄອງໃນສະໄໝເເຕ່ກ່ອນ. ຕົ້ນເເບບຂອງທຸກໆສາທາລະນະລັດຄື: ສາທາລະນະລັດໂຣມັນໝາຍເຖິງກຸງໂຣໃນລະຫວ່າງສະໄໝທີ່ມີພະມະຫາກະສັດ ກັບ ສະໄໝທີ່ີມີຈັກກະພັດ, ປະເພນີການເມືອງສະໄໝກາງ ເເລະ   ໄໝຟື້ນຟູສີລະປະວິທະຍາ. ໃນສາທາລະນະລັດສະໄໝໃໝ່ ຝ່າຍບໍລິຫານມີຄວາມຊອບທຳທັງໂດຍລັດຖະທຳມະນູນ ເເລະ ການອອກສຽງເລືອກຕັ້ງ ຊຶ່ງປະຊາຊົນທຸກຄົນມີສ່ວນຮ່ວມໃນການປົກຄອງ.

    ຮູບການປົກຄອງເເບບສາທາລະນະລັດ ເເບ່ງເປັນ 2 ຮູບເເບບຄື:

1.    ສາທາລະນະລັດປະຊາທິປະໄຕ: ຕໍ່ກັບລັດຖະບານທີ່ມີຮູບການຈັດຕັ້ງການປົກຄອງ ເເບບສາທາ ລະນະລັດປະຊາທິປະໄຕປະຊາຊົນ ຊຶ່ງວ່າທຸກຊັ້ນຄົນ ເເລະ ປະຊາຊົນຊາວຜູ້ອອກເເຮງງານ ມີສິດເຂົ້າຮ່ວມໃນການເລືອກຕັ້ງ ເພື່ອສ້າງອົງການທີ່ເປັນຕົວເເທນເປັນອຳນາດຂອງລັດ. ລັດສາທາລະນະລັດ ປະຊາທິປະໄຕ ທີ່ເເທ້ຈິງເປັນສັນຍາລັກໃຫ້ເເກ່ການປະກອບການຢ່າງກວ້າງຂວາງ ເລິກເຊິ່ງ ຂອງປະຊາຊົນຊາວຜູ້ອອກເເຮງງານເຂົ້າຮ່ວມໃນການສ້າງຕັ້ງອົງການທີ່ເປັນຕົວເເທນສິດອຳນາດຂອງລັດ.

2.    ສາທາລະນະລັດຂຸນນາງ: ຢູ່ໃນບັນດາລັດທີ່ມີຮູບເເບບການປົກຄອງເເບບສາທາ ລະນະລັດຂຸນນາງ, ຜູ້ທີ່ມີສິດປ່ອນບັດເລືອກຕັ້ງມີເເຕ່ໄດ້ກຳນົດສະເພາະໃຫ້ບັນດາຄົນທີ່ມີຊັ້ນຄົນເທົ່ານັ້ນ, ສ່ວນປະຊາຊົນຊາວຜູ້ອອກເເຮງງານສາມັນບໍ່ມີສິດເຂົ້າຮ່ວມການເລືອກຕັ້ງ ຂຸນນາງອາດຈະເກິດມາຈາກສາມັນຊົນທົ່ວໄປ ຫຼື ອາດຈະເກີດມາຈາກຄອບຄົວຊັ້ນສູງ ຫຼື ຊັ້ນຕ່ຳ ສັງຄົມທົ່ວໄປກໍໄດ້ ເເລະ ໄດ້ເກີດຈາກການໃຊ້ອຳນາດຂອງກະສັດ ຊຶ່ງໄດ້ຮັບໂອກາດຖວາຍຕົວຮັບລາຊະການກັບກະສັດ.

        1.3 ຮູບແບບໂຄງຮ່າງຂອງລັດ

             ແມ່ນໂຄງຮ່າງການຈັດຕັ້ງທາງດ້ານດິນແດນຂອງລັດ. ໃນນີ້ລັດແບ່ງອອກເປັນສາມແບບ ຄື:

1.    ເອກະລັດ: ເເມ່ນເປັນລັດໜຶ່ງລັດດຽວ ເເລະ ເປັນຮູບການຈັດຕັ້ງອັນໜຶ່ງ ຊຶ່ງໃນນັ້ນລັດເເບ່ງ ອອກເປັນບັນດາໜ່ວຍບໍລິຫານເຂດເເດນ, ພື້ນທີ່ຊຶ່ງສາມາດໃຊ້ອຳນາດໄດ້ສະເພາະໃນວຽກງານທີ່ລັດຖະບານມອບໝາຍໃຫ້ເປັນຕົວເເທນເທົ່ານັ້ນເຊັ່ນ: ນະຄອນຫຼວງ, ເເຂວງ, ເມືອງ, ບ້ານ ເເລະ ຍັງມີບັນດາອໍານາດລັດສູງສຸດ, ອົງການຄຸ້ມຄອງບໍລິຫານສູງສຸດ ເເລະ ບັນດາອົງການພິພາກສາສູງສຸດ.

ໃນລັດດ່ຽວລັດຖະບານກາງ ອາດຈະຈັດຕັ້ງ ຫຼື ຍຸບໜ່ວຍງານບໍລິຫານລະດັບຍ່ອຍຂອງລັດ ເເລະ ອຳນາດຂອງໜ່ວຍງານເຫຼົ່ານີ້ອາດຈະຖືກຂະຫຍາຍເພິ່ມເຕິມ ຫຼື ຫຍໍ້ລົງໄດ້. ລັດຖະບານກາງຈື່ງເປັນອົງການດຽວທີ່ມີອຳນາດຢ່າງເເທ້ຈິງ. ບັນຫາທີ່ຄວນເຂົ້າໃຈ ເເມ່ນລັດດ່ຽວເເບບສາທາລະນະລັດນີ້ບໍ່ຈຳເປັນຕັ້ງດິນເເດນໃນຜືນດຽວກັນສະເໝີ, ອາດຈະມີດິນເເດນເເຍກອອກຈາກກັນເປັນສອງສ່ວນ ຫຼື ຫຼາຍສ່ວນໂດຍມີດິນເເດນຂອງລັດອື່ນ ຫຼື ທະເລຂັ້ນກາງຢູ່ກໍໄດ້, ຄວາມສຳຄັນຢູ່ດິນເເດນເຫຼົ່ານີ້ກໍຄືຢູ່ພາຍໃຕ້ລັດຖະດຳລັດ ເເລະ ອຳນາດອະທິ ປະໄຕດຽວກັນ ເຊັ່ນ: ປະເທດປະກີສະຕັງຕາເວັນຕົກ ມີປະເທດອິນເດຍຂັ້ນກາງ ປະເພດລັດດ່ຽວປະກອບມີຫຼາຍປະເທດໃນປັດຈຸບັນເຊັ່ນ: ສສ ຫວຽດນາມ, ສ ປປ ລາວ.

2.    ລັດແບບສະຫະພັນທະລັດ: ແມ່ນການລວມຕົວກັນລະຫວ່າງລັດຕ່າງໆ ນັບເເຕ່ສອງລັດຂື້ນໄປໂດຍຕົກລົງໃຫ້ມີລັດຖະທຳມະນູນສະບັບດຽວກັນ ເເລະ ລະຫວ່າງລັດເຫຼົ່ານີ້ເປັນໄປຕາມບົດບັນຍັດຂອງລັດຖະທຳມະນູນ ບໍ່ເເມ່ນເກີດມາຈາກການເຮັດສົນທິສັນຍາໃດໆ. ຮູບການປົກຄອງຈະເເບ່ງອອກເປັນສອງລະດັບຄື: ມີລັດຖະບານກາງ ຂອງສະຫະພັນທະລັດ ເເລະ ລັດຖະບານທ້ອງຖີ່ນຂອງເເຕ່ລະລັດ. ລະບົບລັດຖະບານທັງສອງລະດັບນີ້ໄດ້ເເຍກອຳນາດໜ້າທີ່ເປັນອິດສະຫຼະຕໍ່ກັນຕາມບົດບັນຍັດຂອງລັດຖະທຳມະນຸດ. ເເຕ່ລະລັດມີສະພາ, ມີີອົງກອນຝ່າຍບໍລິຫານ ເເລະ ມີລະບົບຂອງຕົນເອງເພື່ອເຮັດໜ້າກ່ຽວກັບກິດຈະການພາຍໃນເເຕ່ລະລັດເຊັ່ນ: ອອກກົດໝາຍປົກຄອງ, ຮັກສາກົດໝາຍ, ບັງຄັບໃຫ້ເປັນໄປຕາມກົດໝາຍຂອງລັດ, ຈັດລະບົບການສຶກສາ, ລະ ບົບສາລະນະສຸກ, ລະບົບຈາລະຈອນ, ຈັດຕັ້ງລະບົບພາສີ ເເລະ ອື່ນໆ.

3.    ລັດແບບສຳພັນທະລັດ :  ເເມ່ນລັດທີ່ເຕົ້າໂຮມເຂົ້າກັນຫຼາຍໆລັດ ເພື່ອຈຸດປະສົງໃດໜຶ່ງທີ່ເເນ່ນອນ ເຊັ່ນ: ທາງດ້ານການເມືອງ, ເສດຖະກິດ, ປ້ອງກັນຊາດ ເເລະ ອື່ນໆ. ສໍາພັນທະລັດ ເເມ່ນຮູບເເບບລັດຊຶ່ງໃນນັ້ນ, ສາຍພົວພັນລະຫວ່າງບັນດາອົງການສູງສຸດຂອງລັດສຳພັນທະລັດກັບບັນດາລັດທີ່ເປັນສະມາຊິກບໍ່ຮັດກຸມ. ສິດອຳນາດອະທິປະໄຕຂອງບັນດາລັດສະມາຊິກທີ່ຢູ່ໃນສຳພັນທະລັດສູງກວ່າ, ນັ້ນຖືວ່າມີອຳນາດອະທິ ປະໄຕບາງສ່ວນ ເເລະ ກໍຍັງມີອຳນາດສະເພາະທີ່ລັດຖະບານກາງບໍ່ສາມາດໃຊ້ໄດ້ ສ່ວນລັດຖະບານກາງກໍຈະມີອຳນາດໃນການບໍລິຫານລະບົບລາຊະການ. ລະບົບລາຊະການສ່ວມລວມ ຊຶ່ງລວມໄປເຖິງການຄ້າ, ການສື່ສານ ເເລະ ການທະຫານ ຊຶ່ງເປັນອຳນາດທີ່ລັດຖະບານທ້ອງຖິ່ນບໍ່ມີອຳນາດຄອບຄອງ.

ຕົວຢ່າງ: ກຸ່ມປະເທດອາຊຽນ, ກຸ່ມປະເທດເອີຣົບ, ກຸ່ມປະເທດວາກໂຊວີ (ໃນເມື່ອກ່ອນ) ລ້ວນເເຕ່ຢູ່ໃນຮູບເເບບສໍາພັນທະລັດ. 

    2.   ລະບອບການເມືອງ

ລະບອບການເມືອງແມ່ນບັນດາພາຫະນະ ແລະ ວິທີການດຳເນີນອຳນາດການເມືອງ ທີ່ສ່ອງແສງເຖິງເນື້ອໃນ ແລະ ລັກສະນະຂອງອຳນາດການເມືອງ, ຕົວຢ່າງລະບອບການເມືອງ ປະຊາທິປະໄຕທຶນນິຍົມ, ປະຊາ ທິປະໄຕສັງຄົມນິຍົມ.

ລະບອບການເມືອງມີການກ່ຽວພັນ ກັບຊີວິດການເມືອງຂອງສັງຄົມໂດຍທົ່ວໄປ ແລະ ມີການພົວພັນ ຢ່າງຕັດແຍກອອກຈາກກັນບໍ່ໄດ້ ກັບລະບົບການເມືອງຂອງສັງຄົມ. ລະບອບການເມືອງແບ່ງອອກເປັນສອງກຸ່ມໃຫຍ່ຄື :

      ກ. ລະບອບປະຊາທິປະໄຕ

ເເມ່ນລະບອບການປົກຄອງເເບບໜື່ງ ຊຶ່ງການບໍລິຫານອໍານາດລັດມາຈາກສຽງສ່ວນຫຼາຍຂອງພົນລະ ເມືອງ. ຜູ້ເປັນເຈົ້າຂອງອຳນາດອະທິປະໄຕແມ່ນພົນລະເມືອງທີ່ດໍາເນີນດ້ວຍຕົນເອງ ຫຼື ຜ່ານຜູ້ເເທນທີ່ເລືອກເພຶ່ອໃຫ້ໃຊ້ອຳນາດເເທນກໍໄດ້. ປະຊາທິປະໄຕຍັງເປັນອຸດົມຄະຕິທີ່ວ່າພົນລະເມືອງທຸກຄົນໃນຊາດຮ່ວມກັນພິຈາລະ ນາກົດໝາຍ ເເລະ ການປະຕິບັດຂອງລັດ ເເລະ ກຳນົດໃຫ້ພົນລະເມືອງທຸກຄົນມີໂອກາດໄດ້ສະເເດງຄວາມເຫັນດີ ເເລະ ເຈດຕະນາຂອງຕົນຢ່າງເທົ່າທຽມກັນ.

      ຂ. ລະບອບຜະເດັດການ (ບໍ່ມີປະຊາທິປະໄຕ)

         ໝາຍເຖິງຮູບເເບບການປົກຄອງເເບບອັດຕາທິປະໄຕ ຊຶ່ງລັດຖະບານຢູ່ພາຍໃຕ້ການບໍລິຫານຂອງບຸກຄົນພຽງຄົນດຽວ ຫຼື ຜູ້ຜະເດັດການໂດຍບໍ່ມີການສືບທອດຕຳເເໜ່ງຕາມສາຍເລືອດ.




ความคิดเห็น