ທ່າແຮງ ແລະ ສິ່ງທາ້ທາຍໃນການພັດທະນາ
ຢູ່ ສປປ ລາວ
ການເຊື່ອມໂຍງເສດຖະກິດ ແລະ ການຮ່ວມມືຂອງໂລກ ແລະ ພາກພື້ນໄດ້ມີການເພີ່ມຂື້ນ ແລະ
ຂະຫຍາຍກວ້າງອອກດ້ວຍຫຼາຍຮູບແບບຫຼາຍລະດັບ ແລະ ມີການແຂ່ງຂັນສູງຂຶ້ນ, ມີຫຼາຍປະເທດໄດ້ກາຍເປັນສະມາຊິກຂອງ ອົງການສາກົນຕ່າງໆ
ເປັນຕົ້ນ: ອົງການການຄ້າໂລກ (WTO), ປະຊາຄົມເສດຖະກິດອາຊຽນ (AEC) ແລະ ອື່ນໆ
ຊື່ງຈະເຮັດໃຫ້ການຄ້າ, ການລົງທຶນ ແລະ ການບໍລິການເພີ່ມຂຶ້ນ.
ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ
ຈະສືບຕໍ່ໃຫ້ການຊ່ວຍເຫລືອປະເທດດ້ອຍພັດທະນາ;
ການຄົ້ນຄວ້າ
ແລະ ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີຂອງໂລກຈະຊ່ວຍເຮັດໃຫ້ສະມັດຕະພາບການຜະລິດ ແລະ
ການບໍລິການສູງຂື້ນ; ການລົງທຶນຂອງ ພາກລັດ ແລະ
ພາກເອກກະຊົນຢູ່ບັນດາປະເທດກຳລັງພັດທະນາຈະເພີ່ມຂື້ນຢ່າງຫລວງຫລາຍ ຊຶ່ງຈະເຮັດໃຫ້ເສດຖະກິດ
ຂອງໂລກມີການເຕີບໂຕສູງຂຶ້ນໃນໄລຍະກາງ. ຄາດຄະເນສະເລ່ຍໃນ ໄລຍະ 2014-2019 ເສດຖະກິດຂອງໂລກ ຈະຂະຫຍາຍຕົວໃນ
ລະດັບ 3,1%; ໃນນັ້ນ:
ປະເທດທີ່ມີການຂະຫຍາຍຕົວສູງກວ່າໝູ່ ແມ່ນ ສປ ຈີນ 5,9%, ອິນເດຍ ແລະ ເສດຖະກິດຂອງປະເທດອາຊຽນອື່ນໆ
4,8%.
ສຳລັບສະພາບພາຍໃນປະເທດເຮົາ ໂດຍທົ່ວໄປແລ້ວ ແມ່ນມີຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ປະຊາຊົນ ແລະ ສັງຄົມມີຄວາມສາມັກຄີປອງດອງ.
ການຫັນປ່ຽນເສດຖະກິດຕາມກົນໄກຕະຫລາດຈະເຮັດໃຫ້ເສດຖະກິດ-ສັງຄົມມີການພັດທະນາ ແລະ ມີການຂະຫຍາຍຕົວສູງຂຶ້ນ. ປະເທດເຮົາທ່າແຮງບົມຊ້ອນທາງດ້ານຊັບພະຍາກອນທຳມະຊາດ ເຊັ່ນ: ທີ່ດິນ
, ແຮ່ທາດ, ແຫລ່ງນ້ຳ ແລະ ປ່າໄມ້
ເພື່ອນຳໃຊ້ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ເປັນຕົ້ນ: ການພັດທະນາພະລັງງານໄຟຟ້າ, ການສ້າງຊົນລະກະເສດ,ການຜະລິດກະສິກຳສະອາດ ແລະ
ກະສິກຳປອດສານຜິດ, ການປຸງແຕ່ງແຮ່ທາດ ແລະ
ການພັດທະນາແຫລ່ງທ່ອງທ່ຽວ ຕ່າງໆ; ເສດຖະກິດ ພູມປັນຍາ ຍັງສາມາດເສີມຂະຫຍາຍ, ມີຄວາມໄດ້ປຽບທາງດ້ານທີ່ຕັ້ງໃນການສ້າງເປັນທາງຜ່ານຂົນສົ່ງສິນຄ້າ
ແລະ ການບໍລິການໃນຂົງເຂດລຸ່ມ ແມ່ນໍ້າຂອງ ເຊັ່ນ: ກຳປູເຈຍ, ສປ ຈີນ, ມຽນ ມາ, ໄທ, ຫວຽດນາມ. ນອກຈາກນັ້ນ, ບັນດານິຕິກຳກໍໄດ້ ມີການປັບປຸງ ແລະ ສ້າງຂຶ້ນໃໝ່ເປັນຈຳນວນຫລາຍຊຶ່ງສ້າງເງື່ອນໄຂອໍານວຍຕໍ່ການພັດທະນາເສດຖະກິດ-ສັງຄົມການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ
(WTO) ແລະ ປະຊາຄົມເສດຖະກິດອາຊຽນ
(AEC) ຈະສ້າງກາລະໂອກາດໃຫ້ ສປປ ລາວ ຍາດແຍ່ງເອົາການລົງທຶນ, ການຄ້າ ແລະ ການບໍລິການຫລາຍ ຂຶ້ນ, ນອກຈາກນັ້ນຍັງເປີດໂອກາດໃຫ້ມີການແລກປ່ຽນບົດຮຽນ, ເຕັກໂນໂລຊີ ແລະ ວັດທະນະທຳເຊິ່ງຈະເປັນຜົນດີ
ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະສັ້ນ,
ໄລຍະກາງ
ແລະ ໄລຍະຍາວ.
ແນວໃດກໍ່ຕາມມາເຖິງປະຈຸບັນເຖິງແມ່ນວ່າເສດຖະກິດຂອງໂລກໄດ້ມີສັນຍານການຟື້ນຕົວຈາກວິກິດການດ້ານ
ເສດຖະກິດ ແລະ ການເງິນ ໃນລະດັບໜຶ່ງແລ້ວກໍ່ຕາມ ແຕ່ໃນຊຸມປີຕໍ່ໜ້າຄາດວ່າສະພາບເສດຖະກິດຂອງພາກພື້ນ
ແລະ ຂອງໂລກ ອາດຈະມີການປ່ຽນແປງຢູ່ຕະຫຼອດເວລາ,
ຫຼາຍຂົງເຂດອາດຈະມີ
ບັນຫາ ແລະ ຂໍ້ຂັດແຍ່ງດ້ານການເມືອງອາດ ຈະຍັງ ບໍ່ສາມາດແກ້ໄຂໄດ້ ຊຶ່ງຈະເປັນອຸປະສັກຕໍ່ສະຖຽນລະພາບທາງດ້ານ
ເສດຖະກິດ-ສັງຄົມໃນ ພາກພື້ນ ແລະ ໃນໂລກ. ການເຊື່ອມໂຍງ ແລະ
ການຮ່ວມມືເສດຖະກິດໄດ້ເຮັດໃຫ້ມີການແຂ່ງຂັນຫລາຍຂຶ້ນເປັນຕົ້ນ ການເຂົ້າຮ່ວມການຄ້າເສລີອາຊຽນ
ແລະ ປະຊາຄົມເສດຖະກິດອາຊຽນ. ການປ່ຽນແປງດິນຟ້າອາກາດຂອງໂລກ ອາດຈະເຮັດໃຫ້ເກີດມີໄພພິບັດທາງທໍາມະຊາດຫຼາຍຂຶ້ນ
ເປັນຕົ້ນພະຍຸ, ແຜ່ນດິນໄຫວ, ໄພແຫ້ງແລ້ງ,
ໄພນໍ້າຖ້ວມ
ແລະໄພໜາວ ແລະ ຊຶ່ງຈະເປັນອຸປະສັກໃນການພັດທະນາເສດຖະກິດ-ສັງຄົມໃນທົ່ວໂລກ.
I. ສະພາບແວດລ້ອມສາກົນ, ຈຸດພິເສດ ແລະ ສະພາວະຄວາມເປັນຈິງພາຍໃນປະ ເທດ
2.1 ສະພາບແວດລ້ອມສາກົນ
ກ) ຂໍ້ສະດວກ ແລະ ກາລະໂອກາດ
ໃນໄລຍະ 15 ປີ (2016-2030) ຂ້າງໜ້ານີ້, ຄາດຄະເນວາສະພາບແວດລ້ອມສາກົນ ຈະເປັນກາລະໂອກາດ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ດັ່ງນີ້:
-
ເສດຖະກິດຂອງໂລກໃນຕໍ່ໜ້າ ຈະມີທ່າອ່ຽງຂະຫຍາຍຕົວຄ່ອຍໆດີຂຶ້ນ ເນື່ອງຈາກຄວາມພະຍາຍາມແກ້ໄຂບັນຫາເສດຖະກິດໂລກໃນປັດຈຸບັນຂອງປະເທດຕ່າງໆ ແລະ ສາກົນ; ດັ່ງນັ້ນ, ການຮ່ວມມືສອງຝ່າຍ ແລະ ຫຼາຍ ຝ່າຍຂອງ ສປປ ລາວ ເຮົາໃນຕໍ່ໜ້າ ກໍຈະເພີ່ມຂຶ້ນໄວເມື່ອທຽບໃສ່ຊຸມປີຜ່ານມາ ໂດຍສະເພາະແມ່ນການຮ່ວມມືໃນລະດັບພາກພື້ນ.
- ຕະຫຼາດສາກົນ
ສຳລັບປະເທດເຮົາຈະຂະຫຍາຍກ້ວາງອອກ ເປັນຕົ້ນແມ່ນຕະຫຼາດໃນເຂດການຄ້າເສລີອາຊຽນ, ອາຊຽນ+1 (ສປຈີນ), +2 (ສ ເກົາຫຼີ), +3 (ຍີ່ປຸນ), +6 (ອິນເດຍ, ອົດສະຕຼາລີ, ນິວຊີແລນ).
- ການເປັນສະມາຊິກຂອງອົງການການຄ້າໂລກ ແລະ ເປັນສວນໜຶ່ງຂອງສະມາຄົມເສດຖະກິດອາຊຽນໃນຕໍ່ໜ້າຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນດ້ານການເປັນຖານການຜະລິດຮັບໃຊ້ຕະຫຼາດອາຊຽນເຊິ່ງຈະເຮັດໃຫ້ການລົງທຶນໂດຍກົງຂອງຕ່າງປະເທດມີທ່າອຽງເພີ່ມຂຶ້ນ.
- ຂະບວນການປະຕິວັດດ້ານວິທະຍາສາດ-ເຕັກໂນໂລຊີ ໂດຍສະເພາະແມ່ນເຕັກໂນໂລຊີຂໍ້ມູນຂ່າວສານຈະສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ ແລະ ການຫັນໄປສູ່ເສດຖະກິດສັງຄົມພູມປັນຍາຈະມີທ່າອ່ຽງກ້ວາງຂວາງໃນຂອບເຂດທົ່ວໂລກຫຼາຍຂຶ້ນເຊິ່ງຈະເຮັດໃຫ້
ສປປ ລາວ ສາມາດຍາດແຍງເອົາມານຳໃຊ້ເຂົ້າໃນການພັດທະນາປະເທດໃຫ້ເກີດປະໂຫຍດສູງສຸດໄດ້.
-
ການເຊື່ອມໂຍ່ງດ້ານເສດຖະກິດສາກົນ ໄດ້ເປີດໂອກາດໃຫ້ປະເທດເຮົາສະແດງບົດບາດຂອງຕົນໃນເວທີສາກົນນັບມື້ຫຼາຍຂຶ້ນ, ສ້າງເງື່ອນໄຂໃຫ້
ສປປ ລາວ ສາມາດເຂົ້າຫາກົນໄກການແກ້ໄຂຂໍ້ຂັດແຍງຂອງສາກົນ, ປະກອບສ່ວນເຂົ້າໃນການກຳນົດລະບຽບການຄ້າ ແລະ ການລົງທຶນ ທັງເປັນການປັບປຸງລະບຽບກົດໝາຍພາຍໃນໃຫ້ສອດຄ່ອງກັບມາດຕະຖານຂອງສາກົນ ເພື່ອເປັນປັດໄຈຕົ້ນຕໍໃນການຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ.
ຂ)
ສິ່ງທ້າທາຍ
-
ສະພາບການຂອງໂລກ ຍັງສືບຕໍ່່ຜັນແປຢ່າງສັບສົນ, ການປະທະກັນດ້ວຍກຳລັງອາວຸດ, ການກໍ່ການຮ້າຍທີ່ເກີດຂຶ້ນຢູໃນບາງປະເທດໃນໂລກ ຈະສົ່ງຜົນກະທົບເຖິງເສດຖະກິດຂອງພາກພື້ນ ແລະ
ປະເທດເຮົານັ້ນແມ່ນເປັນສິ່ງທີ່ຫຼີກລຽງໄດ້ຍາກ.
- ຂະບວນການເຊື່ອມໂຍ່ງ
ແລະ ຫັນເປັນສາກົນຕ່າງໆ
ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງໄດມີການຫັນປຽນຢ່າງຕັ້ງໜ້າ ເພື່ອຍາດແຍ່ງໃຫ້ໄດ້ຜົນປະໂຫຍດສູງສຸດ, ຕ້ານ
ແລະ ຮັບມືກັບດ້ານຫຍ້ທໍ້ຕ່າງໆ ຈາກການເຊື່ອມໂຍງເປັນຕົ້ນ ແມ່ນຜົນກະທົບຕໍ່ຄວາມສາມາດການຍາດແຍ່ງແຂ່ງຂັນຂອງທຸລະກິດພາຍໃນປະເທດ, ຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ, ຜົນກະທົບຕໍ່ວັດທະນະທຳ-ສັງຄົມ, ຄວາມສຽງສຳລັບກຸ່ມທີ່ບອບບາງກ່ວາໝູ່ (ໂດຍສະເພາະແມ່ຍິງ ແລະ ໄວໜຸ່ມ) ຈາກການໃຊ້ຄວາມຮຸ້ນແຮງ, ການຄ້າມະນຸດ, ການຂູດຮີດທາງເພດ
ແລະ ປະກົດການຫຍໍ້ທໍ້ອື່ນໆທີ່ຕາມມາຈາກຂະບວນການເຊື່ອມໂຍງດັ່ງກາວ.
-
ການຍາດແຍ່ງແຂ່ງຂັນກັນພັດທະນາ ໂດຍສະເພາະແມ່ນການດຶງດູດການລົງທຶນຂອງຕ່າງປະເທດ, ການຄ້າເສລີຢູໃນຂົງເຂດນີ້ ແລະ ຂົງເຂດອື່ນໆ ຂອງໂລກ ຈະມີລັກສະນະຂ້ຽວຂາດ ແລະ ຊີງດີຊີງເດັ່ນກັນຫຼາຍຂຶ້ນກ່ວາເກົ່າ ເພື່ອຜົນປະໂຫຍດຂອງແຕ່ລະກຸ່ມ ແລະ ພັກຝ່າຍ ໂດຍອີງໃສ່ອຳນາດຕໍ່ລອງທີ່ຕົນເອງມີຢູ່.
-
ການປ່ຽນແປງນະໂຍບາຍທາງເສດຖະກິດ-ການເມືອງຂອງປະເທດມະຫາອຳນາດ ແລະ ວິກິດການທາງດ້ານເສດຖະກິດ-ການເງິນມັກຈະເກີດຂຶ້ນ ຍ້ອນຄວາມບໍ່ສົມດຸນຂອງລະບົບເສດຖະກິດ-ການເງິນໂລກໃນແຕ່ລະໄລຍະຈະສົ່ງຜົນກະທົບ ແລະ ສ້າງຄວາມກົດດັນຕໍ່ເສດຖະກິດຂອງປະເທດເຮົາ (ຕົວຢາງ: ລາຄານ້ຳມັນ, ຄ່າເງິນ, ການອຸດໜູນລາຄາ
ແລະ ກຳແພງກີດຂວາງທີ່ບໍ່ແມ່ນພາສີຕາງໆ ຕໍ່ສິນຄ້າຂອງປະເທດເຮົາ).
-
ການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນແມ່ນອາກາດໂລກຮ້ອນຂຶ້ນ, ອາກາດປົນເປື້ອນດ້ວຍສານພິດ,ໄພນ້າຖ້ວມ, ໄພແຫ້ງແລ້ງ, ແຜ່ນດິນໄຫວ, ລົມພະຍຸຮ້າຍແຮງມັກເກີດຂຶ້ນເລື້ອຍໆ ຢູ່ຫຼາຍປະເທດໃນໂລກ ແລະ ຢູ່ປະເທດເຮົາ ຈະເປັນສິ່ງທ້າທາຍບໍ່ໜ້ອຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຕໍ່ໜ້າ.
1.2 ຈຸດພິເສດ ແລະ ສະພາວະຄວາມເປັນຈິງຢູພາຍໃນປະເທດ
1.2.1 ທ່າແຮງບົ່ມຊ້ອນ ແລະ ຂໍ້ສະດວກ
1) ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບທາງດ້ານສັງຄົມ
ປະເທດເຮົາເປັນປະເທດທີ່ມີພັກການເມືອງດຽວຄື:
ພັກປະຊາຊົນປະຕິວັດລາວ ມີບົດຮຽນຕົວຈິງໃນການ ນຳພາປະເທດຊາດປະຕິບັດພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນໄລຍະກ່ອນ ແລະ
ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍໄຊຊະນະທີ່ຍິ່ງໃຫຍ່ຈົນມາຮອດປັດຈຸບັນ,
ສະພາບການເມືອງຂອງປະເທດເຮົາມີສະຖຽນລະພາບຢ່າງໝັ້ນຄົງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງກັນເປັນປຶກແຜ່ນ, ມີຄວາມຍຸຕິທຳ
ແລະ ເປັນເອກະພາບກັນ.
2) ພື້ນຖານທາງດ້ານເສດຖະກິດ
ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາຢາງຕໍ່ເນື່ອງ, ໂຄງປະກອບເສດຖະກິດແຫ່ງຊາດໄດຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ
ທັນສະໄໝ. ດ້ານກະສິກຳ: ກໍ່ສາມາດຜະລິດໄດ້ ແລະ ຮັບປະກັນໄດ້ທາງດ້ານສະບຽງອາຫານຢ່າງພຽງພໍກັບຄວາມຕ້ອງການພາຍໃນ ແລະ ເລີ່ມມີສ່ວນເຫຼືອໄວ້ເປັນສິນຄ້າສົ່ງອອກຈຳນວນໜຶ່ງ. ດ້ານການຜະລິດອຸດສາຫະກຳ: ກໍສາມາດສ້າງໄດ້ອຸດສາຫະກຳປຸງແຕ່ງຈຳນວນໜຶ່ງ ເຊັ່ນ: ໂຮງງານຊີມັງ, ໂຮງງານຜະລິດເຫຼັກກໍ່ ສ້າງ, ໂຮງງານເບຍ, ໂຮງງານນ້ຳອັດລົມ, ໂຮງງານປຸ່ງແຕ່ງຜະລິດຕະພັນກະສິກຳຈຳນວນໜຶ່ງ...ແລະ ຂະແໜງອຸດສາຫະ
ກຳພະລັງງານ ແລະ ບໍ່ແຮກໍ່ເຊັ່ນກັນ ຄື: ມີໂຮງງານໄຟຟ້າພະລັງນ້ຳ, ໂຮງງານໄຟຟ້າຖານຫີນ ແລະ ລະບົບສາຍສົ່ງໄຟຟ້າທີ່ກ້ວາງຂວາງສົມຄວນ, ມີໂຮງງານປຸງແຕ່ງແຮ່ຄຳ, ທອງແດງ ແລະ
ເກືອໂປຕາສ...ແລະ ດ້ານການບໍລິການ: ກໍໄດ້ຮັບການພັດທະນາຢ່າງວ່ອງໄວຄື: ມີທະນາຄານທຸລະກິດທີ່ທັນສະໄໝ,
ມີລະບົບຕາໜ່າງການຄ້າພາຍໃນ ແລະ ການຄ້າສາກົນກັບຫຼາຍປະເທດໃນໂລກ,
ມີແຫຼ່ງທ່ອງທ່ຽວທີ່ເປັນມໍລະດົກໂລກ ແລະ ເປັນເອກະລັກຂອງຊາດທີ່ມີຊື່ສຽງລະດັບພາກພື້ນ
ແລະ ສາກົນຫຼາຍແຫ່ງ.
ເສດຖະກິດມະຫາພາກມີສະຖຽນລະພາບທີ່ໜັກແໜ້ນ, ສາມາດຜ່ານຜ່າວິກິດການທາງດ້ານເສດຖະກິດ-ການເງິນໃນຂົງເຂດທີ່ເກີດຂຶ້ນໃນປີ 2007-2008 ແລະ ໄພນ້ຳຖ້ວມທີ່ຮ້າຍແຮງໃນແຕ່ລະປີ, ອັດຕາເງິນເຟີ້ກໍສາມາດຮັກສາໄດ້ໃນລະດັບໜຶ່ງຕົວເລກຕາມແຜນການທີ່ໄດ້ກຳນົດໄວ,
ອັດຕາແລກປ່ຽນລະຫວ່າງເງິນກີບທຽບກັບເງິນບາດ ແລະ ເງິນໂດລາໃນໄລຍະ 5 ປີຜ່ານມາກໍມີສະຖຽນລະພາບດີ (ເໜັງຕີງຢູລະຫວ່າງ +5% ແລະ -5%.)
ດ້ານພື້ນຖານໂຄ່ງລ່າງ (ເປັນຕົ້ນແມ່ນຂົວທາງ) ໃນປັດຈຸບັນ (2015) ແມ່ນພວກເຮົາມີເສັ້ນທາງໃນທົ່ວປະເທດຍາວ
ທັງໝົດ 36.831 ກິໂລແມັດ, ເພີ່ມຂຶ້ນ 320,27% ທຽບກັບປີ 1976; ມີເສັ້ນທາງຄົມມະນາຄົມທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນຫາທຸກໆແຂວງໃນທົ່ວປະເທດ, ພິເສດແມ່ນມີເສັ້ນທາງສາຍຂວາງເຊື່ອມຕໍ່ກັບ ສສ ຫວຽດນາມ ແລະ ໄທ ທີ່ເປັນເສັ້ນທາງຜ່ານຂອງພາກພື້ນ GMS, ເປັນຕົ້ນແມ່ນເສັ້ນທາງເລກ 9 ແລະທາງເລກ 3; ມີບັນດາເສັ້ນທາງຫຼວງແຫ່ງຊາດ ຕາມແລວທາງຕາເວັນອອກ-ຕາເວັນຕົກ ຄື: ທາງເລກ 8, ເລກ 12, ເລກ 6, ເລກ 7, ເລກ 15, ເລກ 16 ແລະ ເລກ 18 ເຊື່ອມຕັດກັບເສັ້ນທາງເໜືອ-ໃຕ້
ຄື: ເລກທີ 13 ແລະ ເລກ 1, ແລະ ກຳລັງກໍ່ສ້າງເສັ້ນທາງລົດໄຟອາຊີລະຫວ່າງຄຸນໝິງ-ສິງກະໂປຜ່ານ ສປປ ລາວ (ລະຫ່ວາງນະຄອນຫຼວງວຽງຈັນ-ບໍ່ເຕັນ); ໂຄງການກໍ່ສາງເສັ້ນທາງລົດໄຟລະຫວ່າງຂົວມິດຕະພາບແຫງທີ່ 2
(ເມືອງໄກສອນພົມວິຫານ)-ບ້ານແດນສະຫວັນ (ຊາຍແດນລາວ-ຫວຽດນາມ), ເສັ້ນທາງລົດໄຟດັ່ງກາວນີ້ ເປັນໂຄງລ່າງພື້ນຖານທີ່ສຳຄັນຢາງຍິ່ງສຳລັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ໂດຍສະເພາະແມ່ນເພື່ອເຊື່ອມຕໍ່ ສປປ ລາວ ກັບບັນດາປະເທດອ້ອມຂ້າງ, ພາກພື້ນ
ແລະ ສາກົນ, ແນ່ໃສ່ການຫັນປະເທດຈາກທີ່ຕັ້ງທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດທີ່ມີເສັ້ນທາງເຊື່ອມຕໍ່ກັບທະເລ ແລະ ບັນດາປະເທດຕ່າງໆໃນພາກພື້ນ.
3) ທ່າແຮງໄດ້ປຽບດ້ານທີ່ຕັ້ງຍຸດທະສາດຂອງປະເທດ
ປະເທດເຮົາມີທີ່ຕັ້ງຢູໃຈກາງຂອງອະນຸພາກພື້ນແມ່ນ້ຳຂອງຕອນລຸ່ມ (GMS), ມີຊາຍແດນຕິດຈອດກັບ 5 ປະເທດຄື: ສສ ຫວຽດນາມ, ສປ ຈີນ, ໄທ, ກຳປູເຈຍ
ແລະ ມ້ຽນມາ; ໃນນັ້ນ: ໄທ ແມ່ນຄູ່ການຄ້າຕົ້ນຕໍຂອງປະເທດເຮົາ, ຮອງລົງມາແມ່ນ ສສ ຫວຽດນາມ ແລະ ສປ ຈີນ. ສປປ ລາວ ເປັນປະເທດເຊື່ອມຕໍ່ທາງບົກທີ່ມີໄລຍະທາງສັ້ນທີ່ສຸດລະ ຫວ່າງ ສປ ຈີນ ແລະ ບັນດາປະເທດອາຊຽນ ເປັນຕົ້ນແມ່ນປະເທດໄທ, ກຳປູເຈຍ, ມາເລເຊຍ, ສິງກະໂປ ແລະ ອິນໂດເນເຊຍ. ພວກເຮົາສາມາດພັດທະນາຈຸດພິເສດທາງດ້ານທີ່ຕັ້ງຂອງປະເທດໃຫ້ເປັນປະເທດບໍລິການຜ່ານດ່ານການຄົມມະນາຄົມ-ຂົນສົ່ງທີ່ສະດວກ, ວ່ອງໄວ
ແລະ ປອດໄພລະຫວ່າງບັນດາປະເທດອ້ອມຂ້າງ ແລະ ໄປຍັງປະເທດທີ່ສາມ, ສ້າງໃຫ້ເປັນສູນກາງເສດຖະກິດ ແລະ ເປັນໃຈກາງການບໍລິການຂອງພາກພື້ນໄດ້.
4) ທ່າແຮງບົ່ມຊອນທີ່ໄດ້ປຽບດ້ານຊັບພະຍາກອນທຳມະຊາດ
- ຊັບພະຍາກອນທີ່ດິນ: ສປປ ລາວ ຍັງມີເນື້ອທີ່ດິນກ້ວາງຂວາງພໍສົມຄວນທີ່ຍັງບໍ່ທັນໄດ້ຂຸດຄົ້ນ ແລະນຳໃຊ້ໃຫ້ເປັນປະໂຫຍດທາງດ້ານເສດຖະກິດ-ສັງຄົມ
ເຊິ່ງຍັງສາມາດຮອງຮັບການພັດທະນາຂະແໜງການເສດຖະກິດ-ສັງຄົມຕ່າງໆ ໄດ້ຫຼາຍຕື່ມອີກ. ຈຸດພິເສດຂອງດິນໃນປະເທດເຮົາ, ສ່ວນຫຼາຍແມ່ນຍັງເປັນທີ່ດິນທີ່ມີຄວາມອຸດົມສົມບູນ ແລະ ມີຄຸນນະພາບຕາມທຳມະຊາດ, ຍັງບໍ່ທັນຖືກທຳລາຍຈາກການນຳໃຊ້ເຄມີ ແລະ ການຊະລ້າງຂອງໜ້າດິນຫຼາຍປານໃດ.
-
ຊັບພະຍາກອນປ່າໄມ້: ປະເທດເຮົາມີເນື້ອທີ່ປ່າດົງດິບປົກຫຸ້ມກວມປະມານ 40% (ກະຊວງກະສິກຳ ແລະ ປ່າໄມ້, 2012). ຂອງເນື້ອທີ່ທົ່ວປະເທດ
(2010), ເນື້ອທີ່ປ່າໄມ້ສະເລ່ຍຕໍ່ຫົວຄົນແມ່ນໄດ້ປະມານ 2,65 ເຮັກຕາ ເຊິ່ງຖືວາສູງກ່ວາໝູ່ຢູ່ໃນຂົງເຂດພາກພື້ນນີ້ (ສສ ຫວຽດນາມ 1,57 ເຮັກຕາ; ກຳປູເຈຍ 0,77 ເຮັກຕາ; ອິນໂດເນເຊຍ 0,41 ເຮັກຕາ, ປະເທດໄທ 0,23 ເຮັກຕາ ແລະ ສປຈີນ 0,15 ເຮັກຕາຕໍ່ຄົນ). ນອກນັ້ນ, ສປປ ລາວ ຍັງມີເຂດທີ່ມີທ່າແຮງຟື້ນຟູເປັນປ່າຄືນໄດ້ 34,75%
ຂອງເນື້ອທີ່ທົ່ວປະເທດ.
- ຊັບພະຍາກອນນ້ຳ ແລະ ແຫຼ່ງນ້ຳ: ປະເທດເຮົາມີທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນນ້ຳຢ່າງຫຼວງຫຼາຍ, ໃນນັ້ນ: 32% ຂອງປະລິມານນ້ຳໃນແມ່ນ້ຳຂອງທັງໝົດແມ່ນນ້ຳທີ່ໄຫຼມາຈາກ ສປປ ລາວ. ໃນແຕ່ລະປີແຫຼ່ງນ້ຳທັງໝົດມີ 190 ກິໂລແມັດກ້ອນ (ເທົ່າກັບ
1,7%
ຂອງປະລິມານລວມຂອງທະວີບອາຊີທີບໍ່ນັບລວມເອົາບັນດາປະເທດຕາເວັນອອກກາງ); ສະເລຍຕໍ່ຫົວຄົນແມ່ນເທົ່າກັບ 34.435 ແມັດກ້ອນ (ເກືອບເທົ່າ 10,6 ເທື່ອຂອງລະດັບສະເລ່ຍໃນທະວີບອາຊີ, 10,5 ເທື່ອຂອງປະເທດໄທ, 7,5 ເທື່ອຂອງ
ສສ ຫວຽດນາມ, 3,9 ເທື່ອຂອງກຳປູເຈຍ). ສັງລວມແລ້ວ, ໃນແຕ່ລະປີຊັບພະຍາກອນນ້ຳທີ່ໄດ້ເກີດຂຶ້ນເອງຈາກທຳມະຊາດຢູພາຍໃນປະເທດເຮົາລວມກັບສາຍນ້ຳຈາກປະເທດໃກ້ຄຽງທີ່ໄຫຼເຂົ້າສູປະເທດລາວ ແມ່ນ 334 ກິໂລແມັດກ້ອນ; ສະເລ່ຍໃສ່ຫົວຄົນແມ່ນ 60.318 ແມັດກ້ອນ (ເກືອບເທົ່າ 9,5 ເທື່ອຂອງປະເທດໄທ, 5,4 ເທື່ອຂອງປະເທດ ສສ ຫວຽດນາມ, 1,7 ເທື່ອຂອງປະເທດກຳປູເຈຍ).
ທ່າແຮງດ້ານແຫຼ່ງນ້ຳດັ່ງກ່າວນີ້ ເປັນເງື່ອນໄຂອັນດີ ສຳລັບການກໍ່ສ້າງເຂື່ອນໄຟຟ້ານ້້ຳຕົກຢູຫຼາຍແຫ່ງ, ເຮັດໃຫ້ ສປປ ລາວ ມີຄວາມສາມາດບົ່ມຊ້ອນໃນການກໍ່ສ້າງແຫຼ່ງກຳເນີດໄຟຟ້າພະລັງນ້ຳທັງໝົດໄດ້ະມານ 23.000 ເມກາວັດ; ໃນປັດຈຸບັນພວກເຮົາຫາກໍ່ໄດ້ນຳໃຊ້ພຽງປະມານ 11% ຂອງທ່າແຮງບົ່ມຊ້ອນທັງໝົດທີ່ມີຢູ (ບໍ່ນັບໄຟຟ້າຄວາມຮ້ອນຈາກຖານຫີນ, ໄຟຟ້າພະລັງງານລົມ, ໄຟຟ້າແສງຕາເວັນ ແລະ ອື່ນໆ). ນອກຈາກນັ້ນ, ແຫຼ່ງນ້ຳຍັງມີຄວາມສຳຄັນຫຼາຍສຳລັບການບໍລິໂພກ, ການໃຊ້ສອຍໃນຊີວິດປະຈຳວັນ, ການລ້ຽງສັດ, ການປະມົງ, ການເດີນເຮືອ, ການທ່ອງທ່ຽວ (ແມ່ນ້ຳລຳເຊ, ນ້ຳຕົກຕາດ, ແກງ, ໜອງ, ຄອງ, ບຶງ...) ແລະ ອື່ນໆ.
- ຊັບພະຍາກອນແຮ່ທາດ: ປັດຈຸບັນ, ການສຳຫຼວດແຮ່ທາດຂັ້ນພື້ນຖານຂອງພວກເຮົາແມ່ນຍັງບໍ່ທັນສຳເລັດທົ່ວປະເທດເທື່ອ, ສ່ວນການສຳຫຼວດລະອຽດກໍມີພຽງບາງກິດຈະການແຮ່ທາດທີ່ບໍລິສັດລົງທຶນເປັນຜູ້ສຳຫຼວດເອງເທົ່ານັ້ນ.
ສະນັ້ນ, ຈຶ່ງຍັງບໍ່ທັນສາມາດກຳນົດໄດ້ຢ່າງຄົບຖວນເທື່ອວ່າມີແຫຼ່ງແຮ່ທາດຊະນິດໃດແດ່ຢູ່ໃນພື້ນດິນຂອງປະເທດເຮົາ ແລະ ມີປະລິມານສະສົມຫຼາຍປານໃດ. ຕາມຂໍ້ມູນການສຳຫຼວດທີ່ຜ່ານມາ ໄດ້ພົບເຫັນແຮ່ທາດຈຳນວນໜຶ່ງ ເຊັ່ນ: ຄຳ, ທອງ, ເງິນ, ກົ່ວ, ຊືນ, ສັງກະສີ, ຫີນກາວ, ບົກຊິດ, ໂປຕາສ, ຖານຫີນ, ແກ້ວປະເສີດ, ອັງຕີມອນ, ແຮ່ເຫຼັກ, ເລຕາລິດແລະ ອື່ນໆ... ເຊິ່ງໃນປັດຈຸບັນໄດ້ຂຸດຄົ້ນ ແລະ ປຸ່ງແຕ່ງບາງແຮ່ທາດທີ່ສຳຄັນຈຳນວນໜຶ່ງເທົ່ານັ້ນ. ຮອດທ້າຍປີ 2011, ໄດ້ມີບັນດາບໍລິສັດລົງທຶນດ້ານບໍ່ແຮ່ຈາກພາຍໃນ ແລະ ຕ່າງປະເທດທີ່ມີສັນຍາຂຸດຄົ້ນແຮ່ທາດທີ່ສຳຄັນຕໍ່ເສດຖະກິດແຫ່ງຊາດ ຈຳນວນ 97 ກິດຈະການ (ໂຄງການ), ມີເນື້ອທີ່ຂຸດຄົ້ນທັງໝົດ 2.749 ກິໂລຕາແມັດ, ກວມເອົາ 1,16% ຂອງເນື້ອທີ່ທົ່ວປະເທດ. ບັນດາໂຄງການດັ່ງກາວ ໄດ້ກາຍເປັນແຫຼ່ງການຂະຫຍາຍຕົວທີ່ສຳຄັນຂອງເສດຖະກິດແຫ່ງຊາດ, ເປັນການສ້າງລາຍຮັບເຂົ້າງົບປະມານຂອງລັດຢູໃນອັນດັບຕົ້ນໆ ແລະ ເປັນການສ້າງວຽກເຮັດງານທຳໃຫແກ່ປະຊາຊົນບັນດາເຜົ່າ. ສ່ວນເນື້ອທີ່ຊອກຄົ້ນ, ສຳຫຼວດ
ແລະ ຂຸດຄົ້ນທີ່ລັດຖະບານໄດ້ອະນຸມັດແລວນັ້ນມາຮອດປັດຈຸບັນແມ່ນກວມເອົາປະມານ 28% ຂອງເນື້ອທີ່ທົ່ວປະເທດໂດຍສ່ວນໃຫຍ່ແມ່ນຍັງຢູ່ໃນຂັ້ນຕອນການຊອກຄົ້ນ ແລະ ສໍາຫຼວດ.
5) ທ່າແຮງບົ່ມຊ້ອນດ້ານແຫຼ່ງທ່ອງທ່ຽວ: ປະເທດເຮົາມີທ່າແຮງບົ່ມຊ້ອນທາງຊັບພະຍາກອນທ່ອງທ່ຽວດ້ານ ທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ເຊັ່ນ: ມໍລະດົກໂລກຫຼວງພະບາງ ເຊິ່ງໄດ້ຮັບການຍ້ອງຍໍຈາກນັກທ່ອງທ່ຽວຫຼາຍປະເທດໃນໂລກວ່າເປັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ, ມໍລະດົກໂລກວັດພູຈຳປາສັກ, ທົ່ງໄຫຫີນຊຽງຂວາງ, ວັດວາອາຮາມ, ວັດທະນາທຳຮີດຄອງປະເພນີ ແລະ ວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າ, ນ້ຳຕົກຕາດ, ຖ້ຳ, ປ່າສະຫງວນ, ພູຜາ, ປ່າໄມ້ຂຽວງາມຕະຫຼອດປີ, ອາກາດສົດ ແລະ ອື່ນໆ. ປັດຈຸບັນ, ຊັບພະຍາກອນທ່ອງທ່ຽວຢູປະເທດເຮົາ ຍັງບໍ່ທັນໄດ້ຮັບການພັດທະນາໃຫ້ເປັນລະບົບຄົບຊຸດເທື່ອ ເປັນຕົ້ນແມ່ນການສ້າງສິ່ງອຳນວຍຄວາມສະດວກ, ການບໍລິການທີ່ໄດ້ມາດຕະຖານ ແລະ ການໂຄສະນາ. ການພັດທະນາຂະແໜງປີ່ນອ້ອມການທ່ອງທ່ຽວ ກໍ່ຍັງບໍ່ທັນເປັນລະບົບຄົບຊຸດ, ຍັງມີຊັບພະຍາກອນທ່ອງທ່ຽວຫຼາຍແຫ່ງຢູເຂດຫ່າງໄກສອກຫຼີກ ທີ່ຍັງບໍ່ທັນໄດ້ຮັບການສຳຫຼວດ ແລະ ບຸກເບີກເສັ້ນທາງໄປເຖິງ. ສະນັ້ນ, ຈິ່ງເຫັນວ່າໂອກາດ ແລະ ທ່າແຮງບົ່ມຊ້ອນໃນການພັດທະນາຊັບພະຍາກອນທ່ອງທ່ຽວຂອງລາວເຮົາແມ່ນຍັງມີຫຼວງຫາຼຍ.
6) ທ່າແຮງດ້ານຊັບພະຍາກອນມະນຸດ: ໃນປີ 2015, ພົນລະເມືອງລາວມີປະມານ 6,5 ລ້ານຄົນ ໂດຍສ່ວນໃຫຍ່ແມ່ນເປັນພົນລະເມືອງໜຸ່ມທີ່ມີອາຍຸຕໍ່າກ່ວາ 20 ປີ ກວມເອົາຫຼາຍກ່ວາ 48% ຂອງຈຳນວນພົນລະເມືອງທັງໝົດ; ໃນນັ້ນ, ພົນລະເມືອງໃນກຸ່ມອາຍຸ 0-14 ປີ ມີປະມານ 2,34 ລ້ານຄົນ (ຍິງ 1,1 ລານຄົນ), ກຸ່ມອາຍຸ 15-64 ປີ ປະມານ 4,04 ລ້ານຄົນ (ຍິງ 2,03 ລານຄົນ)
ແລະ ຮອດປີ 2015, ພວກເຮົາຈະມີພົນລະເມືອງໃນກຸ່ມອາຍຸ 0-14 ປີ ຫຼຸດລົງເປັນ 2,32 ລ້ານຄົນ
(ຍິງ 1,15 ລານຄົນ), ກຸ່ມອາຍຸ
15-64 ປີ ເພີ່ມຂຶ້ນເປັນ 4,16 ລ້ານຄົນ (ຍິງ 2,09
ລ້ານຄົນ), ກຸ່ມອາຍຸ 65
ປີ ຂຶ້ນໄປ ເພີ່ມຂຶ້ນເປັນ 253 ພັນຄົນ
(ຍິງ 137 ພັນຄົນ).
ສຳລັບປະຊາກອນໃນເກນອາຍຸອອກແຮງງານ (15-64 ປີ) ມີທ່າອ່ຽງເພີ່ມຂຶ້ນຈາກ
57% ໃນປີ 2005
ແລະ ຈະເພີ່ມຂຶ້ນເປັນ 62% ໃນປີ 2015; ສ່ວນປະຊາກອນອາຍຸ
65 ປີ ຂຶ້ນໄປ ມີປະມານ 4%. ຈາກຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ ປະຊາກອນລາວໃນເກນອາຍຸອອກແຮງງານ (15-64 ປີ) ຈະເປັນກຳລັງແຮງງານທີ່ເຂັ້ມແຂງສຳລັບການພັດທະນາເສດຖະກິດໃນອະນາຄົດ. ນອກຈາກນັ້ນ, ປະຊາກອນໃນປະເທດເຮົາແມ່ນປະກອບດ້ວຍຫຼາຍຊົນເຜົ່າທີ່ມີວັດທະນະທຳຮີດຄອງປະເພນີທີ່ຫຼາກຫຼາຍ ແລະ ແຕກຕ່າງກັນ ເຊິ່ງອັນນີ້ກໍຈະເປັນທ່າແຮງທີ່ສຳຄັນໜຶ່ງຂອງການພັດທະນາປະເທດໃນຕໍ່ໜ້າ.
1.2.2 ສິ່ງທ້າທາຍ ແລະ ຂໍ້ຈຳກັດ
ໄປພ້ອມກັບບັນດາທ່າແຮງບົ່ມຊ້ອນທີ່ພວກເຮົາມີຄືດັ່ງກາວມານັ້ນ, ພວກເຮົາກໍຍັງມີບັນດາຂໍ້ຈຳກັດ ແລະ ສິ່ງທ້າທາຍຕໍ່ການພັດທະນາຈຳນວນໜຶ່ງຄື ດັ່ງນີ້:
1) ຄຸນນະພາບ ແລະ ປະລິມານທາງດ້ານຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຍັງຈຳກັດຢູ ເຊັ່ນ:
ການພັດທະນາຊັບພະຍາກອນມະນຸດໃຫ້ພຽງພໍທັງດ້ານປະລິມານ ແລະ ຄຸນນະພາບ, ແຕ່ແຮງງານລາວສ່ວນໃຫຍ່ (70%
ຂອງແຮງງານທັງໝົດ) ແມ່ນຍັງເຮັດວຽກຢູໃນຂະແໜງກະສິກຳແບບແຮງງານຄອບຄົວກະແຈກກະຈາຍຢູຕາມເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ,
ເຮັດໃຫການສະໜອງແຮງງານ ສຳລັບໂຄງການພັດທະນາຕ່າງໆຍັງຂາດແຄ້ນຫຼາຍ
ເຊິ່ງຈຳເປັນຕ້ອງໄດ້ນຳເຂົ້າແຮງງານຈາກຕ່າງປະເທດເປັນຈຳນວນບໍ່ໜ້ອຍ ໂດຍສະເພາະແມ່ນຈາກ ສສ ຫວຽດນາມ. ປະເທດເຮົາຍັງບໍ່ທັນມີນັກບໍລິຫານ, ນັກວິທະຍາສາດ, ນັກຊ່ຽວຊານ, ກຳມະກອນທີ່ມີສີມື
ແລະ ວິຊາການທີ່ເກັ່ງພຽງພໍ ໂດຍສະເພາະໃນຂົງເຂດການຜະລິດ,
ເຊິ່ງໃນຕົວຈິງແລວແມ່ນຍັງອີງໃສຊ່ຽວຊານຈາກຕ່າງປະເທດຫຼາຍ
ເພື່ອຕອບສະໜອງຄວາມຕ້ອງການຂອງໂຄງການພັດທະນາຕ່າງໆ.
2) ແຫຼ່ງທຶນເພື່ອການພັດທະນາຂອງພວກເຮົາຍັງຈຳກັດ ເຊິ່ງທຶນສ່ວນໃຫຍ່ແມ່ນຍັງອີງໃສ່ທຶນມາຈາກ ຕ່າງປະເທດເປັນຕົ້ນຕໍ ໂດຍສະເພາະແມ່ນການລົງທຶນໂດຍກົງ,
ການກູ້ຢືມ ແລະ ການຊ່ວຍເຫຼືອ້າຈາກຕ່າງປະເທດ. ການອີງໃສແຫຼ່ງທຶນມາຈາກຕ່າງປະເທດຄືດັ່ງກ່າວນັ້ນ ໄດ້ກາຍເປັນສິ່ງທ້າທາຍຕໍ່ພາຍໃນຂອງພວກເຮົາ
ເປັນຕົ້ນແມ່ນບັນຫາຄວາມເປັນເຈົ້າຕົນເອງ, ບັນຫາການຂຶ້ນກັບປັດໄຈພາຍນອກ, ບັນຫາສັງຄົມ, ບັນຫາການຄຸ້ມຄອງ, ບັນຫາຜົນປະໂຫຍດ ແລະ ອື່ນໆ. ພາຍຫຼັງປະເທດເຮົາສາມາດບັນລຸໄດ້ມາດຖານຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ
2020 ແລະ ຂ້າມຜ່ານຈາກປະເທດດ້ອຍພັດທະນາຢ່າງຂາດຕົວ ໃນປີ 2025 ແລ້ວ, ບາງສິດທິພິເສດຂອງຄູ່ຮ່ວມພັດທະນາສາກົນທີ່ໃຫ້ແກ່ປະເທດດ້ອຍພັດທະນາສຳລັບປະເທດເຮົາກໍ່ຈະຄ່ອຍຫຼຸດໜ້ອຍຖອຍລົງເປັນກ້າວໆ.
3) ການພັດທະນາເສດຖະກິດທີ່ຂະຫຍາຍຕົວສູງ
ແລະ ລາຍຮັບຂອງລັດຖະບານໃນໄລຍະຜ່ານມາ ຕົ້ນຕໍ ແມ່ນມາຈາກຊັບພະຍາກອນທຳມະຊາດເປັນຫຼັກ ໂດຍສະເພາະແມ່ນການຂຸດຄົ້ນບໍ່ແຮ
ແລະ ໄຟຟ້າພະລັງນ້ຳ, ແຕ່ລາຍຮັບຕົວຈິງຂອງປະຊາຊົນສ່ວນຫຼາຍພັດຍັງຕໍ່າ ເຊິ່ງສະແດງອອກຄືປະຊາຊົນຫຼາຍກ່ວາ 70% ເອື່ອຍອີງໃສຂະແໜ່ງກະສິກຳ ເພື່ອການທຳມາຫາກິນລ້ຽງຊີບ. ແຕ່ໄລຍະ 15 ປີຜານມານີ້, ຂະແໜງກະສິກຳຂະຫຍາຍຕົວສະເລ່ຍພຽງແຕ່
2,8% ຕໍ່ປີເທົ່ານັ້ນ, ໃນຂະນະທີ່ພົນລະເມືອງລາວເຮົາ ພັດເພີ່ມຂຶ້ນ 2,2% ຕໍ່ປີ ນັ້ນໄດ້ສະແດງໃຫ້ເຮົາເຫັນວ່າລາຍໄດ້ຂອງປະຊາຊົນທີ່ເອື່ອຍອີງນຳຂະແໜງກະສິກຳແມ່ນເພີ່ມຂຶ້ນໃນລະດັບຕໍ່າຫຼາຍ. ການພັດທະນາເສດຖະກິດທີ່ຍັງອາໄສຂະແໜງຊັບພະຍາກອນທໍາມະຊາດເປັນຫຼັກນັ້ນຍັງຈະພົບກັບບັນຫາທີ່ຕິດພັນກັບການພັດທະນາໃຫ້ມີຄວາມຍືນຍົງ ແລະ ສີຂຽວອີກດ້ວຍ.
4) ສະພາບການໄຫຼເຂົ້າຂອງທຶນ ໂດຍສະເພາະແມ່ນຈາກການສົ່ງອອກສິນຄ້າໃນຂະແໜງຊັບພະຍາກອນ ທຳມະຊາດ, ການລົງທຶນໂດຍກົງຈາກຕ່າງປະເທດ ແລະ ເງິນຊວຍເຫຼືອເພື່ອການພັດທະນາເປັນຈຳນວນຫຼວງຫຼາຍອາດຈະມີທ່າອຽງເຮັດໃຫ້ອັດຕາແລກປຽນຕົວຈິງຂອງເງິນກີບແຂງຄ່າຂຶ້ນ, ກົດດັນໃຫ້ມີໄພ້ເງິນເຟີ້ພາຍໃນ ແລະ ເຮັດໃຫ້ຄວາມສາມາດແຂ່ງຂັນຂອງອຸດສາຫະກາຳປຸ່ງແຕ່ງເພື່ອສົ່ງອອກຫຼຸດລົງ. ສະພາບດັ່ງກາວນີ້, ອາດຈະເປັນສິ່ງທ້າທາຍທີ່ຈຳກັດອັດຕາການຂະຫຍາຍຕົວທາງດານເສດຖະກິດຂອງປະເທດໃນອະນາຄົດກໍເປັນໄດ້ (ຖ້າຫາກມູນຄ່າການລົງທຶນຂອງຕ່າງປະເທດ ແລະ ເງິນຊ່ວຍເຫຼືອເພື່ອການພັດທະນາຫາກຫຫຼຸດລົງ 10% ຕໍ່ປີ ຕະຫຼອດໄລຍະແຕ່ ສົກປີ 2015 ຫາ 2020 ຈະເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໂດຍລວມໃນແຕ່ລະປີຫຼຸດລົງສະເລ່ຍ 0,5%)
5) ຂໍ້ຈາກັດ ແລະ ສິ່ງທ້າທາຍອື່ນໆ ເຊັ່ນ: ໂຄ່ງລ່າງພື້ນຖານຍັງບໍ່ທັນພຽງພໍ ແລະ ສະດວກສະບາຍເທື່ອຄ່າຂົນສົ່ງສິນຄ້າອອກ ແລະ ນຳເຂົ້າຈາກປະເທດທີ່ສາມ ແມ່ນສູງຫຼາຍ ເມື່ອທຽບກັບປະເທດຕ່າງໆໃນພາກພື້ນ, ການເຊື່ອມຕໍ່ດ້ານຄົມມະນາຄົມທາງອາກາດໂດຍກົງກັບປະເທດທີ່ສາມຍັງບໍ່ຫຼາຍ ໂດຍສະເພາະແມ່ນຕ້ອງຜ່ານປະເທດໄທ ຫຼື ສສ ຫວຽດນາມ ເປັນສ່ວນໃຫຍ. ກົນໄກການບໍລິຫານຄຸ້ມຄອງຍັງບໍ່ທັນລົ່ງລຽນເທົ່າທີ່ຄວນ, ການກຽມພ້ອມ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນຍັງມີຂໍ້ຈຳກັດ, ຄວາມສາມາດແກ້ງແຍ້ງແຂ່ງຂັນທາງດ້ານການຄ້າກັບບັນດາປະເທດໃນພາກພື້ນ ແລະ ສາກົນຍັງຈຳກັດຫຼາຍ, ສະຕິເຄົາລົບລະບຽບກົດໝາຍຂອງພະນັກງານ
ແລະ ປະຊາຊົນເຮົາຍັງບໍ່ເຂັ້ມງວດເທົ່າທີ່ຄວນ, ປະກົດການຫຍໍ້ທໍ້ດ້ານສັງຄົມຍັງແຜ່ຫຼາຍ, ຄວາມຍຸຕິທຳທາງສັງຄົມຍັງບໍ່ທັນຮັບປະກັນໄດ້ ຢ່າງທົ່ວເຖິງເທົ່າທີ່ຄວນ
ຄືຍັງມີກໍລະນີແມ່ຍິງ ແລະ ເດັກຍິງຖືກຕົວະຍົວະຫຼອກລວງໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ, ພວກເຂົາເຫຼົ່ານັ້ນ ຈຶ່ງຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງ, ການຄ້າມະນຸດ, ການຂູດຮີດທາງເພດ
ແລະ ອື່ນໆ.
II. ສະພາບດ້ານປະຊາກອນ
1) ປະຊາກອນຂອງ
ສປປລາວ ແມ່ນຢູ່ໃນໄລຍະການຂະຫຍາຍຕົວທີ່ສູງ ຈໍານວນປະຊາກອນເພີ່ມຂຶ້ນຈາກ 5,6 ລ້ານຄົນໃນປີ 2005 ມາເປັນ 6,49 ລ້ານຄົນ ໃນປີ 2015. ອັດຕາການຂະຫຍາຍຕົວຂອງປະຊາກອນແບ່ງຕາມກຸ່ມອາຍຸ
ມີຄວາມແຕກໂຕນກັນໂດຍສະເພາະປະຊາກອນໃນກຸ່ມອາຍຸ 5-14 ປີ
ຄາດວ່າຈະຫລຸດລົງ 3,7% ແຕ່ຈໍານວນປະຊາກອນໃນໄວເຮັດວຽກ
ຄາດວ່າຈະເພີ່ມຂຶ້ນ 10,6% ແລະ ຜູ້ສູງອາຍຸ
ຈະເພີ່ມຂຶ້ນ 10,1%. ການປ່ຽນແປງໂຄງສ້າງອາຍຸຂອງປະຊາກອນ ເປັນຕົ້ນການເພີ່ມຂຶ້ນຂອງປະຊາກອນໜຸ່ມຈະຊ່ວຍໃຫ້ປະເທດເຮົາໄດ້ຮັບຜົນປະໂຫຍດທາງດ້ານປະຊາກອນຫລາຍຂຶ້ນ.
2) ສປປລາວ ຍັງຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກການມີປະຊາກອນຫນຸ່ມຊຶ່ງຖືເປັນກຳລັງແຮງຂອງການ
ພັດທະນາ; ຕາມທ່າອ່ຽງເຫັນວ່າອັດຕາການຕາຍຂອງເດັກ ລຸ່ມ 5 ປີ ແມ່ນມີ ທ່າອ່ຽງຫຼຸດລົງ ຈາກ 79 ຄົນຕໍ່
ເດັກນ້ອຍເກີດມີຊີວິດ 1.000 ຄົນ (ໃນປີ 2010-2011) ແລະ ຄາດວ່າຈະສາມາດບັນລຸເປົ້າໝາຍສະຫັດສະຫວັດດ້ານການ ພັດທະນາ
ທີ່ກໍານົດໄວ້ໄດ້ໃນລະ ດັບ 70 ຄົນຕໍ່ເດັກເກີດມີຊີວິດ 1.000 ຄົນ ໃນປີ 2015, ສ່ວນອັດຕາການເກີດກໍ່ມີ
ທ່າອ່ຽງຫລຸດລົງ ເຊັ່ນ ກັນແຕ່ອັດຕາສ່ວນທີ່ລຸດລົງກໍ່ຍັງຕ້ອງໄດ້ເອົາໃຈໃສ່ຕື່ມແຕ່ກໍ່ມີຄວາມຄືບໜ້າພໍສົມຄວນ.
ອັດຕາການເກີດລວມໃນລະຫວ່າງປີ 2008 ຫາ 2011 ແມ່ນ 3,2 ຊຶ່ງຍັງສູງກວ່າລະດັບທົດແທນ 50%.
3) ອີງຕາມໂຄງສ້າງທາງດ້ານອາຍຸປະຊາກອນ
ໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າອັດຕາການເກີດຍັງສູງຫຼາຍ ແລະ
ຈະເຮັດໃຫ້ແຕ່ລະກຸ່ມອາຍຸມີຈໍານວນເພີ່ມຂຶ້ນ; ສິ່ງດັ່ງກ່າວຈະສົ່ງຜົນໃຫ້ຈໍານວນປະຊາກອນລວມຂະຫຍາຍຕົວສູງຂຶ້ນ.
ໂຄງສ້າງອາຍຸຂອງປະຊາກອນທີ່ພວມປ່ຽນແປງນັ້ນ ຈະຊ່ວຍໃຫ້ໄດ້ຮັບ “ຜົນປະໂຫຍດດ້ານປະຊາກອນ” ຫຼາຍຂຶ້ນ,
ຊຶ່ງສັດສ່ວນຂອງປະຊາກອນໃນໄວເຮັດວຽກຈະເພີ່ມຂຶ້ນ, ໃນຂະນະທີ່ ສັດສ່ວນຂອງຜູ້ທີ່ເອື່ອຍອີງຈະຫຼຸດລົງ. ໃນປີ 2015 ອັດຕາການເອື່ອຍອີງ ຈະຫຼຸດລົງມາເປັນ 0,62, ຊຶ່ງຈະຫຼຸດລົງມາເປັນ
0,51 ຮອດປີ 2030 ແລະ
ຈະສືບຕໍ່ຫຼຸດລົງຕື່ມອີກ 0,43 ຈົນຮອດປີ 2045, ອັດຕາດັ່ງກ່າວຈະເລີ່ມເພີ່ມຂຶ້ນອີກຫຼັງປີ 2050. ແຕ່ເຖິງຢ່າງໃດກໍ່ຕາມ,
ປະຊາກອນໃນກຸ່ມອາຍຸສູງຍັງບໍ່ທັນເປັນບັນຫາສໍາລັບ ສປປ ລາວ
ເນື່ອງຈາກສັດສ່ວນຂອງຜູ້ສູງອາຍຸມີພຽງ 3,8% ທຽບໃສ່ບັນດາປະເທດໃກ້ຄຽງແມ່ນຍັງຕໍ່າ
ແຕ່ສັດສ່ວນດັ່ງກ່າວຈະເພີ່ມຂຶ້ນຢ່າງໄວວາພາຍຫຼັງປີ 2020. ຮອດປີ 2050
ອັດຕາສ່ວນປະຊາກອນຜູ້ສູງອາຍຸໃນ ສປປລາວ
ຍັງຕໍ່າກວ່າຈໍານວນປະຊາກອນຜູ້ສູງອາຍຸຂອງປະເທດໄທໃນປະຈຸບັນ.
4) ຄວາມໜາແໜ້ນຂອງປະຊາກອນຢູ່ ສປປ ລາວ ຍັງຕໍ່າຫຼາຍ (ຕໍ່າທີ່ສຸດໃນອາຊຽນ), ຖືເປັນສິ່ງທີ່ດີຖ້າເບິ່ງໃນແງ່ຂອງພູມສັນຖານ ແຕ່ເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ ແລະ ບໍ່ສາມາດເຮັດການປູກຝັງໄດ້. ສະເລ່ຍແລ້ວປະເທດເຮົາມີດິນປູກຝັງເກືອບ 1,1 ຮຕ ຕໍ່ຄົວເຮືອນ ຫຼື ປະມານ 1,7 ຮຕ ຕໍ່ ຄົວເຮືອນທີ່ຢູ່ໃນເຂດຊົນນະບົດ ຊຶ່ງຈໍານວນປະຊາກອນທີ່ອາໄສໃນເຂດດັ່ງກ່າວຈະບໍ່ມີການປ່ຽນແປງຫຼາຍ ໂດຍສະເພາະ ປະຊາກອນທີ່ຢູ່ໃນຂະແໜງກະສິກໍາຈະມີປະມານເທົ່າເດີມ ຍ້ອນມີແຮງງານທີ່ເຄື່ອນຍ້າຍເຂົ້າສູ່ຕົວເມືອງ.
III. ການຫຼຸດພົ້ນຈາກສະຖານະພາບຄວາມດອ້ຍພັດທະນາ
(LDCs)
ການຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາ
ແມ່ນຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020). ເພື່ອບັນລຸໄດ້ບັນດາເງື່ອນໄຂໃນການຫຼຸດພົ້ນ, ມັນຮຽກຮ້ອງໃຫ້ຕ້ອງບັນລຸ 2 ໃນ 3 ເງື່ອນໄຂທີ່ອົງການສະຫະປະຊາຊາດກໍານົດຂຶ້ນຄື :
1) ເງື່ອນໄຂທາງດ້ານລາຍຮັບ, ທີ່ອີງໃສ່ຄ່າສະເລ່ຍໃນໄລຍະສາມປີຂອງລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ. ໃນປີ 2015, ສປປ ລາວ ປະຕິບັດໄດ້ 99% ຂອງເງື່ອນໄຂຫລຸດພົ້ນ (ມາດຖານ 1,242 ໂດລາ, ສປປລາວ
1,232 ໂດລາ);
2) ເງື່ອນທາງດ້ານຊັບພະຍາກອນມະນຸດ, ໂດຍອີງໃສ່ຕົວຊີ້ວັດທາງດ້ານໂພຊະນາການ, ສາທາລະນະສຸກ (ອັດຕາການຕາຍຂອງເດັກ), ອັດຕາການເຂົ້າຮຽນຊັ້ນມັດທະຍົມ ແລະ
ອັດຕາການຮູ້ໜັງສືຂອງຜູ້ໃຫຍ່. ໃນປີ 2015, ສປປລາວ ບັນລຸໄດ້ 92% ຂອງຄາດໝາຍການຫຼຸດພົ້ນໃນດ້ານຊັບພະຍາກອນມະນຸດ (ສປປ ລາວ 60,8%, ມາດຖານສູງກວ່າ 66);
3) ເງື່ອນໄຂທາງດ້ານຄວາມສ່ຽງທາງດ້ານເສດຖະກິດ, ຊຶ່ງອີງໃສ່ຕົວຊີ້ວັດກ່ຽວກັບຜົນກະທົບທາງດ້ານໄພພິບັດທາງທໍາມະຊາດ, ຄວາມສ່ຽງທາງດ້ານການຄ້າ, ຄວາມສ່ຽງຂອງປະຊາຊົນທີ່ອາໄສຢູ່ເຂດດິນຕໍ່າ, ຄວາມສ່ຽງທາງດ້ານເສດຖະກິດທີ່ອີງໃສ່ການຜະລິດທີ່ບໍ່ຫຼາກຫຼາຍ
(ການຜະລິດ ແລະ ການສົ່ງອອກ), ຄວາມສ່ຽງທາງດ້ານໄລຍະທາງ
ແລະ ປະເທດທີ່ມີເນື້ອທີ່ນ້ອຍ. ໃນປີ 2015, ສປປລາວ ປະຕິບັດໄດ້ 88% ຂອງຄາດໝາຍໃນເງື່ອນໄຂທາງດ້ານຄວາມສ່ຽງຂອງເສດຖະກິດ13
(ສປປ ລາວ 36,2, ມາດຖານຕໍ່າກວ່າ 32).
ການສືບຕໍ່ໃຫ້ມີການພັດທະນາທີ່ຍືນຍົງ
ໂດຍອີງໃສ່ໝາກຜົນທີ່ປະຕິບັດໄດ້ໃນໄລຍະຜ່ານມາ ຈະເປັນສິ່ງທີ່ຈໍາເປັນໃນການບັນລຸເງື່ອນໄຂທາງດ້ານລາຍໄດ້ແຫ່ງຊາດຕໍ່ຫົວຄົນ.
ການຊຸກຍູ້ໃຫ້ມີການລົງທຶນໂດຍກົງຈາກຕ່າງປະເທດໃຫ້ຫຼາຍຂຶ້ນແລະມີຄຸນນະພາບສູງຂຶ້ນ
ໂດຍສະເພາະໃນຂະແໜງຊັບພະຍາກອນທໍາມະຊາດນັ້ນ
ຈະເປັນຕົວຂັບເຄື່ອນເສດຖະກິດໃຫ້ມີການເຕີບໂຕສູງຂຶ້ນໄດ້. ນະໂຍບາຍຊຸກຍູ້ຈາກລັດຖະບານເພື່ອສ້າງເສດຖະກິດໃຫ້ມີຄວາມຫຼາກຫຼາຍນອກຈາກການຜະລິດອຸດສາຫະກໍາທີ່ອີງໃສ່
ຫຼື ຂຸດຄົ້ນຊັບພະຍາກອນທໍາມະຊາດ
ແມ່ນມີຄວາມສໍາຄັນຫຼາຍ. ດ້ວຍສາເຫດດັ່ງກ່າວ ຈິ່ງມີຄວາມຈໍາເປັນທີ່ແຜນ 5 ປີ ຄັ້ງທີ VIII ຈະຕ້ອງເອົາໃຈໃສ່ເນັ້ນໜັກຕື່ມບັນດາຂະແໜງທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ
ແລະ ຊຸກຍູ້ສົ່ງເສີມພາກເອກະຊົນໃຫ້ມີການຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນຕື່ມ.
ການສູ້ຊົນບັນລຸເປົ້າໝາຍ MDGs ພາຍໃນປີ 2015 ກໍ່ເປັນຄາດໝາຍໜຶ່ງຂອງລັດຖະບານ ແລະ
ເປັນສ່ວນປະກອບອັນສໍາຄັນຂອງແຜນ 5 ປີ ຄັ້ງທີ VII ໃນການປະຕິບັດຕົວຈິງ, ເຖິງວ່າຈະມີການເພີ່ມງົບປະມານເຂົ້າໃນຂະແໜງສຶກສາທິການ ແລະ
ກິລາ ແລະ ສາທາລະນະສກຸ ກ່ໍຕາມ
ກ່ໍຍັງມີຄວາມຫຍຸ້ງຍາກຫາຼຍປະການໃນການບັນລຸເປົ້າໝາຍ 1 ໂດຍສະເພາະຄາດໝາຍກ່ຽວກັບໂພຊະນາການ, ເປົ້າໝາຍທີ 2 ແລະ 3 ກ່ຽວກັບອັດຕາການເຂົ້າຮຽນຊັ້ນມັດທະຍົມ ແລະ
ຄວາມແຕກໂຕນທາງດ້ານເພດ ແລະ ອັດຕາການຮູ້ໜັງສືຂອງຜູ້ໃຫຍ່. ຢູ່ໃນການປະເມີນສະຖານະຂອງ ສປປ ລາວ
ໃນການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.
ໃນເງື່ອນໄຂທີ່ສາມ, ຄວາມບອບບາງທາງດ້ານເສດຖະກິດຂອງ ສປປ ລາວ
ຖືວ່າຢູ່ໃນລະດັບປານກາງ. ໃນໄລຍະຜ່ານມາໄດ້ສຸມໃສ່ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຢ່າງຫວຼງຫາຼຍ
ລວມທັງການສ້າງສາຍພົວພັນທາງດ້ານການຄ້າກັບບັນດາປະເທດອ້ອມຂ້າງທີ່ເປັນຄູ່ການຄ້າ, ແຕ່ຍັງຂາດການເອົາໃຈໃສ່ພັດທະນາຂະແໜງທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ
ຊຶ່ງມັນເປັນສິ່ງທີ່ຈໍາເປັນໂດຍອົງການ UNCTAD ໄດ້ຊີ້ໃຫ້ເຫັນວ່າບັນຫາດ້ານໂພຊະນາການຂອງເດັກ ແລະ
ເພດຍິງທີ່ຢູ່ໃນໄວຈະເລີນພັນນັ້ນແມ່ນມີຄວາມສໍາຄັນຫຼາຍເຊິ່ງຈະຕ້ອງໄດ້ເອົາໃຈໃສ່ເປັນພິເສດ.
3.1 ຂັ້ນຕອນການປະເມີນ ແລະ ບັນຈຸເອົາປະເທດດ້ອຍພັດທະນາ
ພາຍຫຼັງການປະເມີນດ້ານວິຊາການຂອງຄະນະວິຊາການຈາກ CDP ສຳລັບຊ່ວງໄລຍະ 3 ປີ ຜ່ານມາແລ້ວລວມທັງມາດຖານ ແລະ
ລາຍຊື່ປະເທດທີ່ຈະຖືກບັນຈຸເຂົ້າໃນບັນຊີປະເທດ LDCs ສຳເລັດແລວ, ກົມວຽກງານເສດຖະກິດ-ສັງຄົມຂອງ
ສປຊ (UN
Department of Economic and Social Affairs - DESA) ຈະແຈ້ງໃຫ້ລັດຖະບານຂອງປະເທດທີ່ໄດ້ຮັບການປະເມີນວ່າຈະຖືກຈັດເຂົ້າໃນບັນຊີປະເທດດ້ອຍພັດທະນາຂອງໂລກໂດຍມີໃບປະເມີນດ້ານເສດຖະກິດ-ສັງຄົມຂອງປະເທດຄັດຕິດ.
ຫຼັງຈາກນັ້ນ, ຖ້າປະເທດໃດຫາກມີໜັງສືຮັບຮອງຢ່າງເປັນທາງການກ່ຽວກັບຜົນຂອງການປະເມີນ ຫຼື ບໍ່ມີໜັງສືປະຕິເສດຜົນການປະເມີນ,
CDP ຈະເຮັດລາຍງານຜົນດັ່ງກ່າວລວມທັງບັນຊີລາຍຊື່ປະເທດ LDCs ຕາມການເຫັນດີຫຼືບໍ່ມີການຄັດຄ້ານໄປຍັງ ECOSOC ເພື່ອສືບຕໍ່ຂັ້ນຕອນຮັບຮອງຢ່າງເປັນທາງການຢູ່ກອງປະຊຸມສະມັດຊາໃຫຍ່ຂອງ ສປຊ. ແຕ່ຖ້າຫາກມີປະເທດໃດໄດ້ສົ່ງໜັງສືທີ່ເປັນທາງການຕໍ່ການທີ່ບໍ່ເຫັນດີກັບຜົນຂອງການປະເມີນດັ່ງກາວ FDESA ຈະບັນທຶກໄວ້ ແລະ ຈະບໍ່ບັນຈຸປະເທດດັ່ງກາວເຂົ້າໃນບັນຊີທີ່ນຳສະເໜີໃຫ້ ECOSOC. ຫຼັງຈາກນັ້ນ, ECOSOC ກໍຈະນຳສະເໜີຢູໃນກອງປະຊຸມສະມັດຊາໃຫຍ່ຂອງ ສປຊ ເພື່ອອອກມະຕິຮັບຮອງເອົາ.
ສຳລັບປະເທດທີ່ປະຕິເສດຜົນການປະເມີນຢ່າງເປັນທາງການນັ້ນ, ກໍ່ຈະບໍ່ຖືກຈັດເຂົ້າໃນບັນຊີດັ່ງກ່າວຕົວຢ່າງ: ປະເທດການາ, ປາປົວນິວກີນີ ແລະ ຊິມບັບເວ ໄດ້ປະຕິເສດຜົນການປະເມີນຂອງ CDP. ໃນໄລຍະຜ່ານມາຕົວເລກການປະເມີນຂອງຄະນະກາມະການດັ່ງກາວ ແມ່ນບໍ່ຖືກຕ້ອງຕາມສະພາບຕົວຈິງດ້ານເສດຖະກິດ ແລະ ສັງຄົມຂອງປະເທດດັ່ງ ກ່າວ. ໃນປັດຈຸບັນ, ປະເທດດັ່ງກ່າວບໍ່ໄດ້ຖືກຈັດເຂົ້າໃນບັນຊີປະເທດດ້ອຍພັດທະນາທີ່ສຸດໃນໂລກຕາມການປະເມີນ.
ສຳລັບຂັ້ນຕອນການພິຈາລະນາຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ຫຼື ອອກຈາກບັນຊີປະເທດດ້ອຍພັດທະນາມີ ຄື: ແຕ່ລະ 3 ປີໃດຄະນະກາມະການດ້ານນະໂຍບາຍການພັດທະນາ (CDP) ຂອງອົງການສະຫະປະຊາຊາດ (UN) ຈະມີການປະເມີນຄວາມຄືບໜ້າ ແລະ ພິຈາລະນາການອອກຈາກບັນຊີປະເທດດ້ອຍພັດທະນາເທື່ອໜຶ່ງ. ການຕີລາຄາຄັ້ງສຸດທ້າຍຂອງ CDP ແມ່ນປີ 2015, ຄັ້ງຕໍ່ໄປແມ່ນປີ 2018, 2021 ແລະ
ແຕ່ລະ 3 ປີ ຕໍ່ໆໄປ.
3.2 ຄວາມຄືບໜ້າໃນການປະຕິບັດມາດຖານ ແລະ ເງື່ອນໄຂຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ສຳລັບ ສປປ ລາວ
ອີງຕາມການປະເມີນຄວາມຄືບໜ້າການປະຕິບັດຄາດໝາຍຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາຄັ້ງຫຼ້າສຸດສາລັບ ສປປ ລາວ, ໃນປີ 2015 ເຮົາສາມາດບັນລຸໄດ້
ຄື: GNI ບັນລຸໄດ້ 1.232 ໂດລາ, ເທົ່າກັບ 99%ຂອງເງື່ອນໄຂຫຫຼຸດພົ້ນ, HAI ບັນລຸໄດ້ 60,8 ເທົ່າກັບ 92% ແລະ EVI ບັນລຸໄດ້ 36,2 ເທົ່າກັບ 88% ຂອງເງື່ອນໄຂຫຼຸດພົ້ນ.
ສະນັ້ນປີ 2015
ປະເທດເຮົາຍັງບໍ່ສາມາດບັນລຸໄດ້ຈັກເງື່ອນໄຂເລີຍ.
ເຖິງແນວໃດກໍ່ຕາມ, ຄາດວ່າພວກເຮົາສາມາດບັນລຸໄດ້ 2 ຕົວຊີ້ບອກ ຄື: GNI ແລະ HAI ໃນປີ 2018, ເຊິ່ງຖື ວ່າສາມາດບັນລຸເງື່ອນໄຂຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາຄັ້ງທຳອິດຂອງ ສປປ ລາວ, ແຕ່ CDP ຈະມີການປະເມີນອີກ ໃນປີ 2021, ຖ້າສາມາດບັນລຸເງື່ອນໄຂຫຼຸດພົ້ນໄດ້ອີກ CDP ຈະພິຈາລະນາການຫຼຸດພົ້ນໃຫ້ ສປປ ລາວ ໃນປີ 2024 ບົນພື້ນຖານການສະເໜີຂອງລັດຖະບານ ສປປ ລາວ.
ໃນວັນທີ 16 ມິນາ 2018
ຄະນະກໍາມະການ ວ່າດ້ວຍນະໂຍບາຍເພື່ອການພັດທະນາ, ຊຶ່ງເປັນໜ່ວຍງານສະເພາະກິດໜື່ງ ຂອງ ສະພາເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ຕັ້ງຢູ່ນິວຢອກ
ໄດ້ປະກາດວ່າ ສປປ ລາວ ປະຕິບັດໄດ້ຕາມເງື່ອນໄຂ ແລະ ມາດຕະຖານ ຂອງອົງການສະຫະປະຊາຊາດ
ໃນການຫຼຼຸດພົ້ນອອກຈາກສະຖານະພາບ ຂອງການເປັນປະເທດດ້ອຍພັດທະນາ ຄັ້ງທຳອິດ. ຄະນະກຳມະການ
ດັ່ງກ່າວທົບທວນຄວາມຄືບໜ້າ ເພື່ອຈະຫລຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ
ຂອງແຕ່ລະປະເທດໃນທຼຸກໆສາມປີ. ໃນນັ້ນ ປະເທດທີ່ຈະສາມາດຫຼຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໄດ້
ຕ້ອງໃຫ້ໄດ້ສອງໃນສາມເງື່ອນໄຂ ແລະມາດຕະຖານ ທີ່ວາງໄວ້. ຊຶ່ງການປະເມີນຜົນ ແລະ ທົບທວນ ໃນປີ 2018 ເຫັນວ່າ ສປປ ລາວ ສາມາດບັນລຼຸຕາມເງື່ອນໄຂ ແລະ ເກນມາດຕະຖານ
ຂັ້ນຕໍ່າຂອງ ຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ແລະ ດັດຊະນີຊັບສິນມະນຼຸດ (HAI), ທີ່ເປັນດັດຊະນີປະສົມປະສານ ຂອງການປະເມີນ ຊັບສິນມະນຸດ.
ເຖີງແນວໃດກໍຕາມ, ສປປ ລາວ ກໍ່ຍັງບໍ່ທັນໄດ້ຕາມ
ເກນມາດຕະຖານ ຂອງ ດັດຊະນີຄວາມອອ່ນໄຫວດ້ານເສດຖະກິດ (EVI) ເທື່ອ, ທີ່ເປັນມາດຕະຖານວັດແທກຄວາມກຽມພ້ອມ
ແລະຢືດຢຸນໄດ້ ໃນເວລາເສດຖະກິດບໍ່ມີສະຖຽນລະພາບ ຫລື ຖືກແຮງກົດດັນ. ສະນັ້ນ, ຖ້າຫາກ ສປປ ລາວ ສາມາດຮັກສາໄວ້ໄດ້ ຂີດລະດັບການພັດທະນາ ແລະ
ສາມາດບັນລຸຕາມເງື່ອນໄຂ ແລະ ມາດຕະຖານ ໃນລັກສະນະດັ່ງກ່າວ ໃນປີ 2021, ສປປ ລາວ ກໍ່ຈະຖືກລົບອອກຈາກບັນຊີຂອງການເປັນປະເທດດ້ອຍພັດທະນາຢ່າງເປັນທາງການ
ໃນປີ 2024.
ໂດຍຄະນະກຳມະການ
ວ່າດ້ວຍນະໂຍບາຍເພື່ອການພັດທະນາ ແຈ້ງວ່າ ຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ຂອງ ສປປ ລາວ ແມ່ນ 1,996 ໂດລາສະຫະລັດ ຊຶ່ງຫຼາຍກວ່າ ເກນມາດຕະຖານຂັ້ນຕໍ່າ ຄື 1,230 ໂດລາສະຫະລັດ ຫຼື ສູງກວ່ານັ້ນ ຊຶ່ງແມ່ນເກນມາດຕະຖານທີ່ວາງໄວ້
(1,232
ໂດລາສະຫະລັດ ຊຶ່ງທຽບໃສ່ປະລິມານທີ່ເພີ່ມຂື້ນເລັກນ້ອຍ
1,242
ໂດລາສະຫະລັດ ໃນປີ 2015). ສຳລັບ ດັດຊະນີຊັບສິນມະນຸດ ສາມາດບັນລຸໄດ້ 72.8 ທຽບໃສ່ ເກນມາດຖານທີ່ວາງໄວ້ ຊຶ່ງແມ່ນ 66 ຫຼື ສູງກວ່ານັ້ນ (60.8 ຊຶ່ງຢູ່ໃນລະດັບເດີມໃນປີ 2015) ແລະ ດັດສະນີຄວາມອອ່ນໄຫວດ້ານເສດຖະກິດສາມາດບັນລຸໄດ້ 33.7, ຊຶ່ງມີຄວາມໃກ້ຄຽງກັບເກນມາດຕະຖານ ຄື 32 ຫຼື ຕໍ່າກວ່ານັ້ນ (36.2 ຊຶ່ງຢູ່ໃນລະດັບເດີມໃນປີ 2015).
ຈາກການປະເມີນຂ້າງເທິງນັ້ນ ຮອດປີ 2020 ຍັງເຫັນວ່າ ພວກເຮົາຈະສາມາດບັນລຸໄດ້ພຽງແຕ່ເງື່ອນໄຂ ຈຳນວນໜຶ່ງຂອງການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາເທົ່ານັ້ນ, ຍັງບໍ່ສາມາດຫຼຸດພົ້ນອອກຈາກສະຖານະພາບ ຫຼື ຫຼຸດພົ້ນອອກຈາກບັນຊີປະເທດດ້ອຍພັດທະນາໄດ້ຢາງສົມບູນເທື່ອ
ເນື່ອງຈາກມີຂັ້ນຕອນ ແລະ ຂະບວນການສະເໜີຫຼຸດພົ້ນຢ່າງສົມບູນແກ່ຍາວເປັນເວລາຫຼາຍກ່ວາ 3 ປີ
ພາຍຫຼັງບັນລຸໄດ້ເງື່ອນໄຂຂອງການຫຼຸດພົ້ນເທື່ອທຳອິດ.
ບັນຊີປະເທດຕາມການແບ່ງຂອງທະນາຄານໂລກຕາມລາຍຮັບ
Low-income economies ($1,045 or less) 31
countries |
|||
Afghanistan |
Gambia, The |
Niger |
|
Benin |
Guinea |
Rwanda |
|
Burkina
Faso |
Guinea-Bisau |
Sierra
Leone |
|
Burundi |
Haiti |
Somalia |
|
Cambodia |
Korea, Dem. People's Rep |
South Sudan |
|
Central
African Republic |
Liberia |
Tanzania |
|
Chad |
Madagascar |
Togo |
|
Comoros |
Malawi |
Uganda |
|
Congo, Dem.
Rep |
Mali |
Zimbabwe |
|
Eritrea |
Mozambique |
|
|
Ethiopia |
Nepal |
|
|
Lower-middle-income economies ($1,046 to
$4,125) 51 countries |
|||
Armenia |
Indonesia |
Samoa |
|
Bangladesh |
Kenya |
São Tomé and Principe |
|
Bhutan |
Kiribati |
Senegal |
|
Bolivia |
Kosovo |
Solomon Islands |
|
Cabo Verde |
Kyrgyz Republic |
Sri Lanka |
|
Cameroon |
Lao PDR |
Sudan |
|
Congo, Rep. |
Lesotho |
Swaziland |
|
Côte d'Ivoire |
Mauritania |
Syrian Arab Republic |
|
Djibouti |
Micronesia, Fed. Sts. |
Tajikistan |
|
Egypt, Arab Rep. |
Moldova |
Timor-Leste |
|
El Salvador |
Morocco |
Ukraine |
|
Georgia |
Myanmar |
Uzbekistan |
|
Ghana |
Nicaragua |
Vanuatu |
|
Guatemala |
Nigeria |
Vietnam |
|
Guyana |
Pakistan |
West Bank and Gaza |
|
Honduras |
Papua New Guinea |
Yemen, Rep. |
|
Upper-middle-income economies ($4,126 to $12,735) 53 countries |
|||
Albania |
Fiji |
Namibia |
|
Algeria |
Gabon |
Palau |
|
American Samoa |
Grenada |
Panama |
|
Angola |
Iran, Islamic Rep. |
Paraguay |
|
Azerbaijan |
Iraq |
Peru |
|
Belarus |
Jamaica |
Romania |
|
Belize |
Jordan |
Serbia |
|
Bosnia and Herzegovina |
Kazakhstan |
South Africa |
|
Botswana |
Lebanon |
St. Lucia |
|
Brazil |
Libya |
St. Vincent and the Grenadines |
|
Bulgaria |
Macedonia, FYR |
Suriname |
|
China |
Malaysia |
Thailand |
|
Colombia |
Maldives |
Tonga |
|
Costa Rica |
Marshall Islands |
Tunisia |
|
Cuba |
Mauritius |
Turkey |
|
Dominica |
Mexico |
Turkmenistan |
|
Dominican Republic |
Mongolia |
Tuvalu |
|
Ecuador |
Montenegro |
|
|
High-income economies ($12,736 or more) 80 countries |
|||
Andorra |
Germany |
Poland |
|
Antigua and Barbuda |
Greece |
Portugal |
|
Argentina |
Greenland |
Puerto Rico |
|
Aruba |
Guam |
Qatar |
|
Australia |
Hong Kong SAR, China |
Russian Federation |
|
Austria |
Hungary |
San Marino |
|
Bahamas, The |
Iceland |
Saudi Arabia |
|
Bahrain |
Ireland |
Seychelles |
|
Barbados |
Isle of Man |
Singapore |
|
Belgium |
Israel |
Sint Maarten (Dutch part) |
|
Bermuda |
Italy |
Slovak Republic |
|
Brunei Darussalam |
Japan |
Slovenia |
|
Canada |
Korea, Rep. |
Spain |
|
Cayman Islands |
Kuwait |
St. Kitts and Nevis |
|
Channel Islands |
Latvia |
St. Martin (French part) |
|
Chile |
Liechtenstein |
Sweden |
|
Croatia |
Lithuania |
Switzerland |
|
Curaçao |
Luxembourg |
Taiwan, China |
|
Cyprus |
Macao SAR, China |
Trinidad and Tobago |
|
Czech Republic |
Malta |
Turks and Caicos Islands |
|
Denmark |
Monaco |
United Arab Emirates |
|
Estonia |
Netherlands |
United Kingdom |
|
Equatorial Guinea |
New Caledonia |
United States |
|
Faroe Islands |
New Zealand |
Uruguay |
|
Finland |
Northern Mariana Islands |
Venezuela, RB |
|
France |
Norway |
Virgin Islands (U.S.) |
|
French Polynesia |
Oman |
|
|
ความคิดเห็น
แสดงความคิดเห็น