ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ
ຜ່ານການພັດທະນາເສດຖະກິດ-ສັງຄົມ
ໃນໄລຍະ 15 ປີ ຜ່ານມາ (2001-2015) ພວກເຮົາໄດມີຜົນສຳເລັດເປັນທີ່ໜ້າເພິ່ງພໍໃຈໃນຫຼາຍດ້ານ. ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີສິ່ງຄົງຄ້າງຈຳນວນໜຶ່ງທີ່ຍັງຈະຕ້ອງໄດ້ສືບຕໍ່ປັບປຸ່ງແກ້ໄຂ. ຜົນສຳເລັດ ແລະ ສິ່ງຄົງຄ້າງນັ້ນ ໄດກາຍເປັນບົດຮຽນອັນລໍ້າຄ່າ ແລະ ເປັນບ່ອນອີງພື້ນຖານໃຫ້ແກ່ການສ້າງ ແລະ
ຈັດຕັ້ງປະຕິບັດຍຸດທະສາດພັດທະນາ (2016-2025) ໃຫ້ມີຜົນສຳເລັດທີ່ຍິ່ງໃຫຍ່ກ່ວາເກົ່າ. ດັ່ງນັ້ນ, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ນີ້ຈຶ່ງເປັນແຜນສືບຕໍ່ຜັນຂະຫຍາຍໝາກຜົນທີ່ຍາດມາໄດ້ ແລະ ປັບປຸງແກໄຂສິ່ງທີ່ຄົງຄ້າງ ໃນໄລຍະ 15 ປີ ຜ່ານມາ, ມີບົດບາດສຳຄັນໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກໃຫ້ເປັນແຜນຍຸດທະສາດການພັດທະນາຂອງລັດຖະບານ, ເປັນບ່ອນອີງໃຫ້ແກ່ການຜັນຂະຫຍາຍເປັນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ IX ໃຫ້ມີການຫັນປຽນໃໝ່ທັງທາງປະລິມານ ແລະ
ຄຸນນະພາບຕາມທິດ 4 ບຸກທະລຸທີ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກໄດ້ກຳນົດໄວ້, ແນ່ໃສ່ສ້າງບາດກ້າວ ແລະ ພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ທີ່ໜັກແໜນ ເພື່ອບັນລຸໃຫ້ໄດ້ບັນດາຄາດໝາຍສູ້ຊົນ ສຳລັບໄລຍະ 2016-2020, 2021-2025 ແລະ ວິໄສທັດຮອດປີ 2030.
I. ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ
ໄລຍະ 10 ປີ (2016-2025)
ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແມ່ນຍຸດທະສາດບຸກທະລຸເພື່ອພັດທະນາປະເທດໃຫ້ຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາໃນປີ 2020 ແລະ ສືບຕໍ່ສູຊົນຂ້າມຜ່ານຈາກສະຖານະພາບດັ່ງກາວໃຫ້ໄດ້ຢ່າງຂາດຕົວໃນປີ 2025 ເຊິ່ງຍຸດທະສາດນີ້ໄດ້ກຳນົດທິດທາງລວມ, ເປົ້າໝາຍ ແລະ ຄາດ ໝາຍລວມ ແລະ ບັນດາຍຸດທະສາດລະດັບຊາດທີ່ເປັນບຸລິມະສິດໄວດັ່ງຕໍ່ ໄປນີ້:
1.1 ທິດທາງລວມ
1) ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ XI ຂອງພັກ
ໃຫ້ເປັນແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມຕາມທິດສ້າງບາດກ້າວບຸກທະລຸທັງ 4 ດ້ານໃຫ້ເຂັ້ມແຂງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໝັ້ນຄົງໜັກແໜ້ນ, ສັງຄົມມີຄວາມສະຫງບສຸກ, ມີປະຊາທິປະໄຕ, ສີວິໄລ
ແລະ ຍຸຕິທໍາ.
2) ຕັ້ງໜ້າ ແລະ ສູ້ຊົນປະຕິບັດບັນດາຄາດໝາຍຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ໃນປີ2020 (LDCs), ສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ເພື່ອຫຼີກລ່ຽງຂຸມປະເທດທີ່ມີລາຍຮັບປານກາງ, ປະຕິບັດບັນດາເປົ້າໝາຍການພັດທະນາ
ຕາມທິດສີຂຽວ ແລະ ຍືນຍົງ (SDGs).
3) ພັດທະນາຢ່າງສົມສ່ວນລະຫວ່າງການພັດທະນາເສດຖະກິດ, ວັດທະນາທໍາ-ສັງຄົມ, ພັດທະນາຊັບພະຍາ ກອນມະນຸດ ແລະ
ປົກປັກຮັກສາສິ່ງແວດລ້ອມ, ໂດຍຖືເອົາ:
·
ການພັດທະນາເສດຖະກິດເປັນໃຈກາງ: ໂດຍຊຸກຍູ້ໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງເນື່ອງໝັ້ນທ່ຽງ, ມີຄຸນນະພາບຕາມທິດສີຂຽວ ແລະ ຍືນຍົງ; ຫັນປຽນໂຄງປະກອບເສດຖະກິດໃຫ້ໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ
ໂດຍເນັ້ນໃສ່ການຜະລິດກະສິກຳ ເພື່ອຄຳ້ປະກັນສະບຽງອາຫານ, ການພັດທະນາຂະແໜ່ງການ ແລະ ການຜະລິດທີ່ມີມູນຄ່າເພີ່ມສູງຂຶ້ນຕິດພັນກັບອຸດສາຫະກຳ ແລະ
ການບໍລິການ ໂດຍສະເພາະອຸດສາຫະກຳໄຟຟ້າ ແລະ ປຸງແຕ່ງ, ບໍລິການທີ່ປິ່ນອ້ອມການທ່ອງທ່ຽວ, ຫັນເປັນເສດຖະກິດສັງຄົມພູມປັນຍາ; ຊຸກຍູ້ການພັດທະນາ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີທີ່ກ້າວໜ້າ ແລະ ເປັນມິດກັບສິ່ງແວດລ້ອມເຂົ້າສູ່ການຜະລິດ; ນຳໃຊ້ທ່າແຮງບົ່ມຊ້ອນທີ່ໄດ້ປຽບຂອງປະເທດ, ຂະແໜງການ ແລະ ເຂດແຄ້ວນຕິດພັນກັບກາລະໂອກາດຂອງພາກພື້ນແລະ ສາກົນ ໃຫ້ມີປະສິດທິຜົນສູງສຸດ; ຕິດຕາມ ແລະ ຄຸ້ມຄ້ອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ,
ເພີ່ມທະວີຄວາມສາມາດແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ-ກາງ ແລະ ສົ່ງເສີມການສ້າງ ແລະ
ພັດທະນາຜູ້ປະກອບການໃໝ່; ສົ່ງເສີມການລະດົມແຫຼ່ງທຶນຈາກທຸກພາກສ່ວນເສດຖະກິດເຂົ້າສູ່ການພັດທະນາ.
·
ການພັດທະນາວັດທະນາທຳ-ສັງຄົມເປັນເປົ້າໝາຍຂອງການພັດທະນາ:
ໂດຍສຸ່ມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ປົກປັກຮັກສາ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງຊາດສົມທົບກັບວັດທະນາທຳອັນຍອດຍິ່ງຂອງສາກົນ; ພັດທະນາຊັບພະຍາກອນມະນຸດໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ໂດຍສຸມໃສ່ພັດທະນາຂະແໜງການສຶກສາ,
ສາທາລະນະສຸກ ແລະ ແຮງງານ ເພື່ອແນ່ໃສ່ສ້າງນັກວິທະຍາສາດ, ນັກຄົ້ນຄວ້າ, ນັກຊຽວຊານ,
ນັກວິຊາການ ແລະ ແຮງງານທີ່ມີສີມືໃນດ້ານຕ່າງໆ; ຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກນອຍ, ຍົກລະດັບອາຍຸຍືນສະເລ່ຍຂອງປະຊາຊົນໃຫ້ສູງຂຶ້ນ ດ້ວຍການພັດທະນາຂະແໜງສະຫວັດດີການສັງຄົມໃຫ້ດີຂຶ້ນ,
ຂະຫຍາຍລະບົບປົກປ້ອງທາງສັງຄົມໃຫກ້ວາງຂວາງກ່ວາເກົ່າ, ເພີ່ມທະວີຄວາມຍຸຕິທຳຂອງສັງຄົມ, ຄວາມສະເໝີພາບບົດບາດຍິງ-ຊາຍ ແລະ
ປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ.
·
ການປົກປັກຮັກສາສະພາບແວດລ້ອມເປັນສິ່ງຈຳເປັນ: ໂດຍສຸ່ມໃສ່ປົກປັກຮັກສາ ແລະ
ຟື້ນຟູສະພາບແວດລ້ອມທຳມະຊາດໃຫ້ມີຄວາມຍືນຍົງ ແລະ
ເປັນສີຂຽວ, ພັດທະນາກົນໄກຮັບມືກັບການປຽນແປງຂອງດິນຟ້າອາກາດ, ຮັບປະກັນການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດປະໂຫຍດສູງສຸດ, ມີຄວາມໝັ້ນຄົງ-ຍືນຍົງ.
4) ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,
ພັດທະນາການປົກຄອງ ແລະລະບອບລະບຽບການບໍລິຫານລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ; ຫັນບັນດາກະຊວງ-ອົງການຂັ້ນສູນກາງ ໃຫ້ປະຕິບັດພາລະບົດບາດຄຸ້ມຄອງມະຫາພາກເປັນຕົ້ນຕໍ່
ແລະ ເພີ່ມຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນຫຼາຍຂຶ້ນຕາມທິດ 3 ສ້າງ ໃຫ້ມີຄວາມເຂັ້ມແຂງ,
ໜັກແໜນ ແລະ ຍືນຍົງ-ຕໍ່ເນື່ອງ.
5) ເພີ່ມທະວີການຮວມມື, ການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ
ສາກົນ, ຫັນປະເທດໃຫ້ເປັນໃຈກາງເຊື່ອມຕໍ່ ແລະ ການບໍລິການຜ່ານຂອງພາກພື້ນໃຫ້ມີປະສິດທິຜົນສູງສຸດ,
ເຂົ້າຮ່ວມຂະບວນການເຄື່ອນໄຫວຂອງສາກົນຢ່າງເປັນເຈົ້າການຕາມແນວທາງການຕ່າງປະເທດຂອງພັກ
ແລະ ນະໂຍບາຍຂອງລັດຖະບານ, ເພີ່ມທະວີຄວາມສາມາດແກ້ງແຍ່ງແຂ່ງຂັນ, ໝູນໃຊ້ກາລະໂອກາດຂອງຕະຫຼາດປະເທດອ້ອມຂາງ.
1.2 ເປົ້າໝາຍ ແລະ
ຄາດໝາຍລວມຂອງຍຸດທະສາດຮອດປີ 2025
1) ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນບົນພື້ນຖານການສືບຕໍ່ປັບປຸງບູລະນະລະບອບປະຊາທິປະໄຕປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວເປັນແກ່ນນຳໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ມີປະຊາທິປະໄຕ; ມີຄວາມສາມັກຄີປອງດອງເປັນປຶກແຜ່ນພາຍໃນຊາດຢ່າງໜັກແໜ້ນ; ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮອຍ ແລະ ຍຸຕິທຳ;
2) ພັດທະນາປະເທດສຳລັບໄລຍະຂ້າມຜ່ານການຫຼູດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃຫ້ໄດ້ ຢ່າງໜັກແໜ້ນໃນປີ 2025 (LDCs); ສູ້ຊົນປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ມີຄວາມຄືບໜາ ເພື່ອສາມາດບັນລຸໄດ້ໃນປີ 2030;
3) ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7,5% ຕໍ່ປີ, ຮອດປີ 2025 ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃຫ້ບັນລຸໄດ້ຫຼາຍກ່ວາ 2 ເທົ່າຕົວທຽບກັບປີ 2015;
4) ຫຼູດຜ່ອນອັດຕາຄວາມທຸກຍາກຂອງປະຊາຊົນໃຫ້ຢູໃນລະດັບບໍ່ເກີນ 5%; ສ້າງຄອບຄົວພັດທະນາໃຫ້ໄດ້ຫຼາຍກ່ວາ 60% ຂອງຈຳນວນຄອບຄົວທັງໝົດ; ສ້າງບ້ານພັດທະນາໃຫ້ໄດ້ຫຼາຍກ່ວາ 70% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ;
5) ຊັບພະຍາກອນມະນຸດໄດ້ຮັບການພັດທະນາດີຂຶ້ນ 9 ພົນລະເມືອງລາວໃນເກນອາຍຸໄດ້ຮັບການສຶກສາພື້ນຖານຂັ້ນມັດທະຍົມຕົ້ນ. ປະຊາຊົນໄດຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖີງ
ແລະ ມີອາຍຸຍືນສະເລ່ຍສູງກ່ວາ 73 ປີ. ວຽກງານກິລາ ໄດ້ຮັບການພັດທະນາກ້າວສູ່ລະດັບສາກົນ ແລະ
ຫັນບາງປະເພດກິລາທີ່ມີທ່າແຮງໃຫ້ເປັນກິລາອາຊີບ. ພົນລະເມືອງລາວໄດ້ເຂົ້າຮ່ວມໃນລະບົບການປົກປ້ອງທາງສັງຄົມຢ່າງກ້ວາງຂວາງ, ກຳລັງແຮງງານໄດຮັບການພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານ. ສ້າງນັກຄົ້ນຄວາວິທະຍາສາດໃຫ້ໄດ້ຫຼາຍກ່ວາ 11 ຄົນຕໍ່ປະຊາກອນ 10 ພັນຄົນ, ສ້າງໃຫ້ໄດ້ບັນດາສະຖາບັນຄົ້ນຄ້ວາ, ສູນຝຶກອົບຮົມ, ສູນຖ່າຍຖອດເຕັກໂນໂລຊີ, ສູນບໍລິການວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຫ້ອງທົດລອງທີ່ເຫັນວາມີຄວາມຈຳເປັນ;
6) ປົກປັກຮັກສາ
ແລະ ຟື້ນຟູເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ຢູໃນລະດັບບໍ່ຫຼຸດ 70% ຂອງເນື້ອທີ່ທົ່ວປະເທດ (ນັບທັງພື້ນທີ່ປູກຕົ້ນໄມ້ອຸດສາຫະກຳຍາວນານ);
7) ສປປ ລາວ
ມີເພື່ອນມິດສາກົນຢ່າງກ້ວາງຂວາງ, ມີຄວາມສາມາດແກ້ງແຍ່ງແຂງຂັນ ໃນເຄື່ອຂ່າຍການຜະລິດ ແລະ
ສາມາດເຂົ້າຮ່ວມໃນຂະບວນວິວັດແຫ່ງການເຊື່ອມໂຍງເສດຖະກິດຂອງພາກພື້ນ ແລະ ສາກົນຢາງຕັ້ງ ໜ້າ; ເປັນເຈົ້າການປະກອບສ່ວນໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ.
II. ຍຸດທະສາດການພັດທະນາເສດຖະກິດຢາງຕໍ່ເນື່ອງຕາມທິດທີ່ມີຄຸນນະພາບ,
ສົມດຸນ, ຍືນຍົງ ແລະ ສີຂຽວ
2.1. ເປົ້າໝາຍ
1) ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງດ້ວຍຈັງຫວະສະເລຍ 7,5% ຕໍ່ປີ;
2) ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ມີຄວາມໝັ້ນທ່ຽງ;
3) ຄວາມທຸກຍາກສືບຕໍ່ຫຼຸດລົງ, ຊີວິດການເປັນຢູຂອງປະຊາຊົນໃຫດີຂຶ້ນ;
4) ສາມາດຮັບປະກັນການຜະລິດສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການພາຍໃນ ແລະ ເປັນສິນຄ້າສົ່ງອອກຈຳນວນໜຶ່ງ;
5) ມີການຈັດສັນເຂດການພັດທະນາດ້ານຕ່າງໆ ຢ່າງເປັນລະບົບ.
2.2 ວຽກງານຈຸດສຸມ
1) ສຸ່ມໃສ່ການຄຸ້ມຄອງ ແລະ ນຳໃຊ້ນະໂຍບາຍເສດຖະກິດມະຫາພາກຢ່າງເໝາະສົມ ເພື່ອຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ,
ສາງສະພາບແວດລ້ອມທີ່ດີຕໍ່ການຜະລິດ ແລະ ດຳເນີນທຸລະກິດ;
2) ສຸມໃສ່ພັດທະນາຂະແໜ່ງທີ່ມີທ່າແຮງບົ່ມຊ້ອນ ແລະ ກາລະໂອກາດໄດ້ປຽບຢູພາຍໃນ, ພາກພື້ນ ແລະສາກົນ ດ້ວຍການຊຸກຍູ້ການລົງທຶນຂອງທຸກພາກສວນເສດຖະກິດເຂົ້າໃນການກໍ່ສ້າງໂຄງການໃຫຍ່ລະດັບຊາດຈຳນວນໜຶ່ງ ເພື່ອເປັນເສົາຄ້ຳ ແລະ ເປັນຕົວຂັບເຄື່ອນເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວໄວ, ໃຫ້ສາມາດສ້າງລ່າຍຮັບງົບປະມານພາຍໃນໄດ້ຫຼາຍຂຶ້ນ ເປັນຕົ້ນແມ່ນສຸ່ມໃສ່ພັດທະນາບັນດາໂຄງການເຂື່ອນໄຟຟ້າ, ໂຄງການທາງລົດໄຟ, ໂຄງການພັດທະນາເຂດອຸດສາຫະກຳ, ເຂດເສດຖະກິດພິເສດ ແລະ ສະເພາະ. ພ້ອມກັນນັ້ນ, ກໍຊຸກຍູ້ສົ່ງເສີມການພັດທະນາຂະແໜງການທີ່ຂະຫຍາຍຕົວປານກາງ ແລະ ຕໍ່າໃຫ້ມີຄວາມຍືນຍົງໄປພ້ອມໆກັນ ເປັນຕົ້ນແມ່ນການບໍລິການທ່ອງທ່ຽວ, ການບໍລິການຜ່ານຂອງພາກພື້ນ ແລະ ການຜະລິດກະສິກຳໃຫ້ມີມູນຄ່າເພີ່ມສູງຂຶ້ນ ໂດຍຜ່ານການຊຸກຍູ້ສົ່ງເສີມທຸກພາກສວນເສດຖະກິດ ໂດຍສະເພາະບັນດາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ແລະ ການຜະລິດຂອງປະຊາຊົນ. ຮັບປະກັນການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງຮອບຄອບ,ມີປະສິດທິພາບ ແລະ ປະສິດທິຜົນ, ມີຄວາມໝັ້ນຄົງ-ຍືນຍົງ
ແລະ ຍຸຕິທຳ ເພື່ອໃຫເກີດຜົນປະໂຫຍດສູງສຸດແກ່ປະເທດຊາດ;
3) ກຳນົດໂຄງການຜະລິດທີ່ເປັນບູລິມະສິດ, ຈັດສັນເຂດການຜະລິດຕາມເຂດແຄ້ວນຢ່າງຈະແຈ້ງ, ມີຈຸດສຸມ ແລະ ມີຄວາມສົມສ່ວນ, ສອດຄ່ອງກັບຈຸດພິເສດ
ແລະ ທ່າແຮງຂອງແຕລະບ່ອນ ເພື່ອເປັນບ່ອນທຳມາຫາກິນ ແລະ ເປັນເຂດການຜະລິດທີ່ຍືນຍົງຂອງປະຊາຊົນ;
4) ສຸ່ມໃສ່ການພັດທະນາຊົນນະບົດຮອບດ້ານ ແລະ ສ້າງກົນໄກເຮັດໃຫ້ປະຊາຊົນມີສ່ວນຮ່ວມຢ່າງທົ່ວເຖິງໃນການພັດທະນາ ເພື່ອຮັບປະກັນຜົນປະໂຫຍດຂອງການຂະຫຍາຍຕົວຂອງເສດຖະກິດເຂົ້າສູ່ປະຊາຊົນຢ່າງທົ່ວເຖິງ.
5) ສຸ່ມໃສ່ລະດົມ ແລະ ພັດທະນາບັນດາປັດໄຈສະໜັບສະໜູນທີ່ຈຳເປັນ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາ
ເປັນຕົ້ນແມ່ນແຫຼ່ງທຶນ, ແຮງງານ
ແລະ ເຕັກໂນໂລຊີ; ຍົກສູງປະສິດທິພາບຂອງການຜະລິດ ແລະ
ຄຸນນະພາບຂອງຜົນຜະລິດໃຫ້ສູງຂຶ້ນ ເພື່ອຮັບປະກັນການຄ້ຳປະກັນສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການ ແລະ ມີ ສ່ວນເຫຼືອໄວ້ເປັນສິນຄ້າ.
6) ສຸ່ມໃສ່ຈັດສັນເຂດການພັດທະນາໃຫ້ມີຄວາມສົມສ່ວນ ແລະ ເປັນລະບົບ ເປັນຕົ້ນແມນ: ເຂດກະສິກຳ, ເຂດປ່າໄມ້ປະເພດຕ່າງໆ, ເຂດແຫຼ່ງນ້ຳ, ເຂດອຸດສາຫະກຳ,
ເຂດຕົວເມືອງທີ່ພັກອາໃສ, ໂຄງລ່າງພື້ນຖານ ແລະ ເຂດອື່ນໆ ຕາມຄວາມເໝາະສົມ.
III.ຍຸດທະສາດເພື່ອບັນລຸບັນດາເປົ້າໝາຍຫດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາ (LDCs) ໃນປີ 2020 ແລະ
ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs)
3.1 ເປົ້າໝາຍ
1) ສຸ່ມໃສ່ປະຕິບັດເປົ້າໝາຍຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາ (LDCs) ໂດຍສະເພາະແມ່ນເປົ້າໝາຍລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI), ດັດຊະນີຊັບສິນມະນຸດ
(HAI) ແລະ ດັດຊະນີຄວາມບອບບາງຂອງເສດຖະກິດ (EVI).
2) ສຸ່ມໃສ່ປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) 10 ໃຫ້ມີຄວາມຄືບໜ້າ.
3.2 ວຽກງານຈຸດສຸມ
1) ສຸ່ມໃສ່ປະຕິບັດບັນດາເງື່ອນໄຂເພື່ອບັນລຸເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ (LDCs) ໂດຍສຸມໃສ່ຈັດຕັ້ງຜັນຂະຫຍາຍ ແລະ
ປະຕິບັດຖະແຫຼ່ງການ ແລະ ແຜນງານອິສແຕນບູນ ສຳລັບປະເທດດ້ອຍພັດທະນາໃນໄລຍະ 2016-2020 ໂດຍສຸ່ມໃສ່ 8 ວຽກບູລິມະສິດ ຄື:
- ສຸ່ມໃສ່ພັດທະນາຄວາມສາມາດ
ເພື່ອຍົກສູງສະມັດຕະພາບ ເປັນຕົ້ນແມນໂຄງລ່າງພື້ນຖານ, ພະລັງງານ, ວິທະຍາສາດ-ເຕັກໂນໂລຊີ
ແລະ ນະວັດຕະກຳ, ການພັດທະນາພາກເອກະຊົນ;
- ພັດທະນາຂະແໜງກະສິກຳ, ການຄ້ຳປະກັນສະບຽງອາຫານ
ແລະ ການພັດທະນາຊົນນະບົດ;
- ພັດທະນາການຄ້າຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນ;
- ຜະລິດສິນຄ້າ ແລະ ການບໍລິການໃຫ້ມີຄວາມຫຼາກຫຼາຍຂຶ້ນ;
- ພັດທະນາຂະແໜງສັງຄົມ ແລະ ຊັບພະຍາກອນມະນຸດ
ໂດຍສະເພາະການສຶກສາ, ການຝຶກອົບຮົມ,ປະຊາ
ກອນຊາວໜຸ່ມ, ບົດບາດຍິງ-ຊາຍ,
ແມ່ຍິງ, ການປະກັນສັງຄົມ
ແລະ ການກິນດື່ມສະອາດ ໂດຍສະເພະ ແມ່ນນ້ຳກິນ -ນ້ຳໃຊ້ຖືກຫຼັກອະນາໄມ;
- ແກ້ໄຂບັນຫາວິກິດການ
ແລະ ສິ່ງທ້າທາຍຕ່າງໆ
ເປັນຕົ້ນແມ່ນວິກິດການທາງດ້ານເສດຖະກິດແບບກະທັນ ຫັນ, ການປຽນແປງດິນຟ້າອາກາດ ແລະ ໄພພິບັດທາງທາມະຊາດ;
- ການຈັດຫາແຫຼ່ງທຶນສຳລັບການພັດທະນາ ແລະ ການຝຶກອົບຮົມຍົກລະດັບຂີດຄວາມສາມາດ;
- ສ້າງຄວາມເຂັ້ມແຂງລະບົບການບໍລິຫານ-ການປົກຄອງໃນທຸກລະດັບ.
2) ສຸ່ມໃສ່ ແລະ ໃຫ້ບູລິມະສິດແກ່ວຽກງານການພັດທະນາຂອງຂະແໜ່ງການຕ່າງໆ ທີ່ກຽວຂ້ອງກັບການປະຕິບັດທຸກເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍສະເພາະແມນເປົ້າໝາຍທີ 2, 3 ແລະ4 ທີ່ໄດ້ເຊື່ອມສານເອົາເປົ້າ ໝາຍ MDGs ທີ່ເຮົາບໍ່ສາມາດບັນລຸໄດ້
ໃນປີ 2015 ເຂົ້າໄວ້ນຳ ເຊັ່ນ: ເປົ້າໝາຍທີ່ກຽວຂ້ອງກັບການຂາດສານອາຫານ, ອັດຕາການເຂົ້າຮຽນຊັ້ນປະຖົມສຸດທິ,
ອັດຕາການຕາຍຂອງແມ່ ແລະ
ອັດຕາການຕາຍຂອງເດັກອາຍຸຕໍ່າກ່ວາ 5 ປີ ເປັນຕົ້ນ. ນອກຈາກນີ້, ຍັງສືບຕ່ປະຕິບັດເປົ້າໝາຍ MDGs
ອື່ນໆ ທີ່ຍັງບໍ່ທັນບັນລຸ ເຊັ່ນ:
ອັດຕາສ່ວນເນື້ອທີ່ການເກັບກູລະເບີດທີ່ຍັງບໍ່ທັນແຕກ ເປັນຕົ້ນ.
3) ສຸ່ມໃສ່ລະດົມບັນດາແຫຼ່ງທຶນ ແລະ ເພີ່ມທະວີການຮ່ວມມືກັບຄູຮ່ວມພັດທະນາ ເພື່ອຈັດຕັ້ງປະຕິບັດບັນດາໂຄງການບຸລິມະສິດທີ່ກຽວຂ້ອງກັບການບັນລຸໄດ້ບັນດາເປົ້າໝາຍດັ່ງກາວ.
3.3 ເປົ້າໝາຍການພັດທະນາແບບຍືນຍົງ (SDGs)
ໃນວັນທີ 25 ເດືອນກັນຍາ 2015,
ຜູ້ຕາງໜ້າຈາກ
193 ປະເທດຂອງສະມັດຊາໃຫຍ່ສະຫະປະຊາຊາດ ລວມທັງສປປ ລາວ
ໄດ້ຮັບຮອງເອົາວາລະການພັດທະນາຮອດປີ 2030 ເຊິ່ງມີຫົວຂໍ້ວ່າ “ປ່ຽນແປງໂລກຂອງພວກເຮົາ: ວາລະປີ 2030 ເພື່ອການພັດທະນາແບບຍືນຍົງ, ເຊິ່ງລວມມີ 17 ເປົ້າໝາຍ (169 ຄາດໝາຍຍ່ອຍ) ສໍາລັບ ສປປ ລາວ ໄດ້ສະເໜີເປົ້າໝາຍ MDG 9 ທີ່ຍັງບໍ່ທັນສາມາດປະຕິບັດສໍາເລັດໃນປີ 2015 ເຂົ້າຕື່ມເປັນເປົ້າໝາຍການພັດທະນາແບບຍືນຍົງທີ 18 ດັ່ງນີ້:
ເປົ້າໝາຍທີ 1: ລຶບລ້າງຄວາມທຸກຍາກທຸກຮູບແບບໃນທຸກໆບ່ອນ;
ເປົ້າໝາຍທີ 2: ລຶບລ້າງຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ ແລະ ການມີສານອາຫານທີ່ໄດ້ຮັບການປັບປຸງ ແລະ
ສົ່ງເສີມກະສິກໍາແບບຍືນຍົງ;
ເປົ້າໝາຍທີ 3: ຮັບປະກັນຊີວິດທີ່ມີສຸຂະພາບດີ ແລະ
ສົ່ງເສີມການເປັນຢູ່ທີ່ດີ ສໍາລັບຄົນທຸກເກນອາຍຸ;
ເປົ້າໝາຍທີ 4: ຮັບປະກັນການສຶກສາທີ່ມີຄຸນນະພາບທີ່ມີລັກສະນະມີສ່ວນຮ່ວມ
ແລະ ມີຄວາມສະ ເໝີພາບແລະ ສົ່ງເສີມໂອກາດການຮຽນຮູ້ຕະຫຼອດໄລຍະຂອງຊີວິດ ສໍາລັບໝົດທຸກຄົນ;
ເປົ້າໝາຍທີ 5: ບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ໃຫ້ອໍານາດແກ່ແມ່ຍິງ
ແລະ ເດັກນ້ອຍຍິງ;
ເປົ້າໝາຍທີ 6: ຮັບປະກັນການສະໜອງ ແລະ ການບໍລິຫານນໍ້າ ແລະ
ສຸຂະນາໄມແບບຍືນຍົງໃຫ້ແກ່ໝົດທຸກຄົນ;
ເປົ້າໝາຍທີ 7: ຮັບປະກັນການເຂົ້າເຖິງພະລັງງານທີ່ສາມາດຊື້ໄດ້, ໄວ້ໃຈໄດ້, ຍືນຍົງ ແລະ ທັນສະໄໝສໍາ
ລັບໝົດທຸກຄົນ;
ເປົ້າໝາຍທີ 8: ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດທີ່ຕໍ່ເນື່ອງ, ມີສ່ວນຮ່ວມ ແລະ ຍືນຍົງ,
ການຈ້າງງານທີ່ເຕັມທີ່
ແລະ ມີຜະລິດຕະພາບ ແລະ ວຽກທີ່ມີຄຸນຄ່າໃຫ້ແກ່ທຸກຄົນ;
ເປົ້າໝາຍທີ 9: ສ້າງພື້ນຖານໂຄງລ່າງທີ່ສາມາດຟື້ນໂຕໄວເມື່ອພົບພໍ້ວິກິດ, ສົ່ງເສີມການຫັນເປັນອຸດສາຫະກໍາແບບມີສ່ວນຮ່ວມ ແລະ ຍືນຍົງ ແລະ
ສົ່ງເສີມການມີຫົວຄິດປະດິດສ້າງ;
ເປົ້າໝາຍທີ 10: ຫຼຸດຜ່ອນຄວາມບໍ່ເທົ່າທຽມກັນພາຍໃນ ແລະ ລະຫວ່າງປະເທດ
ເປົ້າໝາຍທີ 11: ສ້າງໃຫ້ບັນດາເມືອງ ແລະ
ການຕັ້ງຖິ່ນຖານຂອງມະນຸດມີສ່ວນຮ່ວມ,
ປອດໄພ, ສາມາດຟື້ນໂຕໄວແລະ ຍືນຍົງ;
ເປົ້າໝາຍທີ 12: ຮັບປະກັນຮູບແບບການຊົມໃຊ້ ແລະ ການຜະລິດທີ່ຍືນຍົງ;
ເປົ້າໝາຍທີ 13: ປະຕິບັດມາດຕະການອັນຮີບດ່ວນເພື່ອຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດ
ແລະ ຜົນກະທົບຂອງມັນ;
ເປົ້າໝາຍທີ 14: ອະນຸລັກ ແລະ ນໍາໃຊ້ມະຫາສະມຸດ, ທະເລ ແລະ
ຊັບພະຍາກອນທາງທະເລແບບຍືນຍົງເພື່ອການພັດທະນາແບບຍືນຍົງ;
ເປົ້າໝາຍທີ 15: ປົກປ້ອງ,
ຟື້ນຟູ
ແລະ ສົ່ງເສີມການນໍາໃຊ້ລະບົບນິເວດເທິງໂລກແບບຍືນຍົງ, ຄຸ້ມຄອງປ່າແບບຍືນຍົງ, ຕໍ່ສູ້ກັບການເຮັດໃຫ້ທີ່ດິນກາຍເປັນທະເລຊາຍ
ແລະ ຫຼຸດການເຮັດໃຫ້ດິນເຊື່ອມສະພາບລົງເຄິ່ງໜຶ່ງພ້ອມທັງຟື້ນຟູສະພາບດິນຄືນ ແລະ ຫຼຸດການສູນເສຍຊີວະນາໆພັນລົງເຄິ່ງໜຶ່ງ;
ເປົ້າໝາຍທີ 16: ສົ່ງເສີມສັງຄົມທີ່ສະຫງົບສຸກ ແລະ ມີສ່ວນຮ່ວມເພື່ອການພັດທະນາແບບຍືນຍົງ, ສະ ໜອງການເຂົ້າເຖິງຄວາມຍຸຕິທໍາສໍາລັບທຸກຄົນ ແລະ ສ້າງສະຖາບັນທີ່ມີປະສິດທິຜົນ, ມີຄວາມຮັບຜິດຊອບສູງ ແລະ ມີສ່ວນຮ່ວມໃນທຸກໆຂັ້ນ;
ເປົ້າໝາຍທີ 17: ສ້າງຄວາມເຂັ້ມແຂງໃຫ້ແກ້ວິທີທາງການຈັດຕັ້ງປະຕິບັດ
ແລະ ຄືນຊີວິດໃຫ້ແກ່ການຮ່ວມມືລະດັບສາກົນເພື່ອການພັດທະນາແບບຍືນຍົງ;
ເປົ້າໝາຍທີ18: ຫຼຸດຜ່ອນຜົນກະທົບຈາກລະເບີດທີ່ບໍ່ທັນແຕກ ໃນ ສປປ ລາວ.
IV. ຍຸດທະສາດວ່າດ້ວຍການພັດທະນາຊັບພະຍາກອນມະນຸດ
4.1 ເປົ້າໝາຍ
ສຸ່ມໃສ່ພັດທະນາຊັບພະຍາກອນມະນຸດ ເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ
ໂດຍເລັງໃສ່ 3 ດ້ານ ຄື:
1) ດ້ານຄຸນສົມບັດສິນທຳປະຕິວັດ:
ມີຄຸນທາດການເມືອງດີ, ເປັນຄົນຊື່ສັດບໍລິສຸດ, ມີຄວາມມານະອົດທົນສູງມີກິລິຍາມາລະຍາດດີ,
ມີຄວາມສາມັກຄີ, ມີນ້ຳໃຈເສຍສະຫຼະ, ມີແບບແຜນການດຳລົງຊີວິດຢ່າງປະຢັດມັດທະຍັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດບ້ານເມືອງ ແລະ
ມີອຸດົມການສັງຄົມນິຍົມ.
2) ດ້ານສະຕິປັນຍາ ແລະ ທັກສະ:
ເປັນຄົນສະຫຼາດ, ຫຼັກແຫຼມ, ມີຫົວຄິດປະດິດສ້າງ ແລະ ວິທະຍາສາດ, ມິພິກໄຫວດີ,
ມີຄວາມຮູ້, ຄວາມສາມາດ ແລະ
ສີມືແຮງງານທີ່ສອດຄ່ອງກັບການພັດທະນາ, ຮັກການຮຽນຮູ້ຕະຫຼອດຊີວິດ, ມີຄວາມຮັບຜິດຊອບສູງ ແລະ ລະບຽບວິໄນໃນການອອກແຮງງານ.
3) ດ້ານສຸຂະພາບ ແລະ ຮ່າງກາຍ: ເປັນຄົນມີສຸຂະພາບ
ແລະ ພະລານາໄມດີ, ມີໂພຊະນາການດີ, ຮ່າງກາຍສົມບູນ ແລະ
ອາຍຸຍືນຍາວ.
4.2 ວຽກງານຈຸດສຸມ
ເພື່ອບັນລຸເປົ້າໝາຍດັ່ງກ່າວ ຍຸດທະສາດພັດທະນາຊັບພະຍາກອນມະນຸດສຸ່ມໃສ່:
(1) ການສຶກສາອົບຮົມດ້ານການເມືອງ-ແນວຄິດ ແລະ ດ້ານຄຸນສົມບັດສິນທຳປະຕິວັດໃຫ້ແກ່ປະຊາຊົນຮັບຮູ້, ເຂົ້າໃຈ ແລະ ນຳໄປປະຕິບັດໃນວິຖີການດໍາລົງຊີວິດຂອງຕົນຢ່າງເຄັ່ງຄັດ ເພື່ອໃຫ້ເຂົາເຈົ້າກາຍເປັນຄົນດີ, ມີຄຸນນະທຳ, ຈົ່ງຮັກພັກດີຕໍ່ປະເທດຊາດບ້ານເມືອງ, ມີອຸດົມການສັງຄົມນິຍົມ;
(2) ເພີ່ມທະວີການກໍ່ສ້າງ ແລະ ຄຸ້ມຄອງພະນັກງານ, ຍົກລະດັບຄວາມສາມາດຂອງພະນັກງານນຳພາຄຸ້ມຄອງຕາມສາຍຕຳແໜ່ງບໍລິຫານ ແລະ ພະນັກງານບລິຫານໃຫ້ມີປະສິດທິພາບ ແລະ
ປະສິດທິຜົນສູງ ແລະ ປັບປຸງລະບົບຄ່າຕອບແທນ, ນະໂຍບາຍ ແລະ ສະຫວັດດີການຕ່າງໆຕໍ່ພະນັກງານ-ລັດຖະກອນຢ່າງເໝາະສົມ;
(3) ປັບປຸງ ແລະ
ປະຕິຮູບລະບົບການສຶກສາເນັ້ນໃສ່ການປັບປຸງຫຼັກສູດການຮຽນການສອນ, ການພັດທະນາສີມືແຮງງານທີ່ມີສວນຮ່ວມຂອງຜູ້ປະກອບການ, ຂະແໜງການເສດຖະກິດຕ່າງໆ ແລະ ສະຖາບັນການສຶກສາໃນພາກພື້ນ, ສະໜອງພື້ນຖານໂຄງລ່າງທີ່ຈຳເປັນ ເພື່ອຮັບໃຊ້ການຮຽນ-ການສອນ; ຂະຫຍາຍອັດຕາການປົກຄຸ້ມຂອງຕາໜ່າງການສຶກສາ ແລະ
ການພັດທະນາສີມືແຮງງານ ໂດຍເລັ່ງໃສ່ໄວໜຸ່ມ, ແມ່ຍິງ ແລະ
ປະຊາຊົນບັນດາເຜົ່າຜູ້ດ້ອຍໂອກາດ ແລະ
ຂະຫຍາຍການສຶກສາຂອງເດັກກ່ອນໄວຮຽນ ໃຫ້ກ້ວາງຂວາງ ແລະ
ມີປະສິດທິຜົນສູງ; ເອົາໃຈໃສ່ພິເສດການລົງທຶນໃສ່ເດັກຜູ້ດ້ອຍໂອກາດຢູ່ຊົນນະບົດ ແລະ ເດັກນ້ອຍທີ່ມີພອນສະຫວັນຈາກກຸ່ມປະຊາກອນທີ່ດ້ອຍໂອກາດ;
(4) ສົ່ງເສີມສຸຂະພາບ ແລະ
ພະລານາໄມສົມບູນໃຫ້ທົ່ວປວງຊົນ ໂດຍສຸ່ມໃສ່ການປຸກລະດົມການເຂົ້າຮ່ວມໃນວຽກງານຮັກສາສຸຂະພາບເພື່ອເຮັດໃຫ້ວຽກງານດັ່ງກາວເປັນວຽກງານຂອງປວງຊົນ, ເອົາໃຈໃສ່ວຽກງານໂພຊະນາການ ເພື່ອແກ້ບັນຫາການຂອດ ແລະ
ການຂາດສານອາຫານຂອງເດັກນອຍ; ປັບປຸງໂຄງລ່າງດ້ານການບໍລິການສາທາລະນະສຸກ; ສ້າງ ແລະ ຍົກລະດັບພະນັກງານ
ແລະ ຊ່ຽວຊານຂອງວຽກງານຮັກສາສຸຂະພາບ; ສົ່ງເສີມການຫຼີ້ນກິລາເພື່ອສຸຂະພາບ;
(5) ສ້າງສີມືແຮງງານ, ດຸນດ່ຽງແຮງງານຕາມກົນໄກຕະຫຼາດ
ແລະ ຍົກປະສິດທິພາບຂອງແຮງງານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບຄວາມຕ້ອງການຂອງຜູ້ໃຊ້ແຮງງານ;
(6) ສຸ່ມໃສ່ເຜີຍແຜ, ສົ່ງເສີມ ແລະ ຍົກສູງຄຸນຄ່າທາງດ້ານວັດທະນະທຳໃຫ້ແກ່ປະຊາຊົນ.
ນອກຈາກນີ້, ຕ້ອງສຸ່ມໃສ່ພັດທະນາຊັບພະຍາກອນມະນຸດໃນດ້ານອື່ນໆ ທີ່ພົວພັນກັບຫຼາຍຂະແໜງການ ເຊັ່ນ: ການປົກປ້ອງປະຊາກອນຈາກຄວາມສ່ຽງທີ່ຮ້າຍແຮງຕ່າງໆ, ການສ້າງຄວາມສະເໝີພາບບົດບາດຍິງ-ຊາຍ, ການປະຕິບັດພັນທະຕ່າງໆ ໃນກອບການຮ່ວມມືກັບພາກພື້ນ ແລະ
ສາກົນ.
V. ຍຸດທະສາດການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ, ມີປະສິດທິຜົນ ແລະ
ຕາມທິດຫັນເປັນສີຂຽວ
5.1 ເປົ້າໝາຍ
1) ພັດທະນາ ແລະ
ປົກປັກຮັກສາແຫຼ່ງຊັບພະຍາກອນທຳມະຊາດ ເປັນຕົ້ນແມນ: ທີ່ດິນ, ປ່າໄມ້, ແຮ່ທາດ, ແຫຼ່ງນ້້ຳ, ອາກາດ ໃຫ້ມີການນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ມີຄວາມຍືນຍົງ,
ໝັ້ນຄົງ, ຍຸຕິທຳ ແລະ ໄປຕາມທິດສີຂຽວ;
2) ຮັບປະກັນການບັນເທົາ,
ຮັບມື
ແລະ ປັບຕົວເຂົ້າກັບສະພາບການປຽນແປງຂອງດິນຟ້າອາກາດທີ່ສູງຂຶ້ນ.
5.2 ວຽກງານຈຸດສຸມ
1) ສຸ່ມໃສ່ຄົ້ນຄ້ວາບັນດານິຕິກຳ ແລະ ແຜນແມ່ບົດທີ່ຈຳເປັນກ່ຽວກັບການປົກປັກຮັກສາ ແລະ
ນຳໃຊ້ຊັບພະຍາກອນທຳມະຊາດຂອງຊາດທີ່ກ່ຽວຂອງກັບທີ່ດິນ, ປ່າໄມ້, ແຮ່ທາດ, ແຫຼ່ງນ້ຳ ແລະ ອາກາດ ເປັນຕົ້ນແມ່ນນິຕິກຳ ແລະ ແຜນແມ່ບົດກ່ຽວກັບການນຳໃຊທີ່ດິນກະສິກຳ, ການນຳໃຊ້ແຫຼ່ງນ້ຳແບບປອດສານພິດ, ເປັນມິດກັບສິ່ງແວດລ້ອມ, ການຮັກສາອາກາດໃຫ້ສົດຊື່ນ ແລະ ສະອາດ
ເຫຼົ່ານີ້ເປັນຕົ້ນ;
2) ພັດທະນາອຸດສາຫະກຳປຸງແຕ່ງວັດຖຸດິບຈາກຊັບພະຍາກອນທຳມະຊາດ ເພື່ອສ້າງມູນຄ່າເພີ່ມໃຫ້ໄດ້ຫຼາຍຂຶ້ນ ເປັນຕົ້ນແມນອຸດສາຫະກຳປຸງແຕງໄມ້, ປຸ່ງແຕ່ງແຮ່ທາດ, ປຸ່ງແຕ່ງນ້້ຳສະອາດ ເພື່ອເປັນສິນຄ້າສຳລັບຊົມໃຊ້ພາຍໃນ ແລະ ສົ່ງອອກ.
3) ພັດທະນາ ແລະ ນຳໃຊ້ພະລັງງານທົດແທນ, ສຸ່ມໃສ່ສ້າງຄວາມຫຼາກຫຼາຍໃຫ້ແກ່ການພັດທະນາຂະແໜງການເສດຖະກິດທີ່ນຳໃຊ້ຊັບພະຍາກອນທຳມະຊາດໜ້ອຍທີ່ສຸດ ເພື່ອສ້າງແຫຼ່ງລາຍໄດ້ທົດແທນຈາກຂະແໜ່ງຊັບພະຍາກອນທຳມະຊາດທີ່ນັບມື້ຈະບົກແຫ້ງໄປ ເປັນຕົ້ນແມ່ນສົ່ງເສີມການປູກ ແລະນຳໃຊ້ໄມປູກແທນໄມ້ທຳມະຊາດ, ພັດທະນາກະສິກຳປອດສານພິດ, ພັດທະນາຂະແໜງບໍລິການ ເປັນຕົ້ນແມ່ນທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມການທ່ອງທ່ຽວໃຫ້ກວມອັດຕາສ່ວນຢູໃນລວມຍອດຜະລິດຕະພັນພາຍໃນຫຼາຍຂຶ້ນ.
4) ສ້າງລະບົບການຄຸ້ມຄອງ, ກວດກາ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໃຫ້ມີຄວາມເຂັ້ມແຂງ;
5) ປັບປຸງກົງຈັກການຈັດຕັ້ງ, ເຄືອຂ່າຍການປະສານງານ ແລະ
ຂີດຄວາມສາມາດຂອງໜ່ວຍງານຄຸ້ມຄອງໄພພິບັດແຫ່ງຊາດ.
VI.ຍຸດທະສາດວ່າດ້ວຍການເພີ່ມທະວີຄວາມສັກສິດຂອງລະບົບການປົກຄອງດ້ວຍກົດໝາຍຂອງລັດປະຊາທິປະໄຕປະຊາຊົນ
6.1 ເປົ້າໝາຍ
1) ປັບປຸງ
ແລະ ພັດທະນາລະບົບກົງຈັກການປົກຄອງ, ການບໍລິຫານລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນແມ່ນອົງການນິຕິບັດຍັດ,
ອົງການບໍລິຫານ, ອົງການຕຸລາການໃຫ້ເຂັ້ມແຂງ ແລະ
ມີປະສິດທິພາບສູງຂຶ້ນ;
2) ປັບປຸງບັນດາອົງການໃນລະບົບອຳນາດລັດໃຫ້ສົມບູນຕາມທິດ 3 ສ້າງ,
ສອດຄ່ອງກັບຍຸດທະສາດການປົກຄອງຂອງປະເທດ;
3) ປັບປຸງບັນດານິຕິກຳ, ນະໂຍບາຍ ແລະ ລະບຽບການຕ່າງໆໃຫ້ຄົບຖວນ, ຮັດກຸມ ແລະ ຈະແຈ້ງ;
4) ກົນໄກການປະສານງານລະຫ່ວາງສາຍຂວາງ ແລະ ສາຍຕັ້ງໄດ້ຮັບການປັບປຸງໃຫ້ກົມກຽວກັນ.
6.2 ວຽກງານຈຸດສຸມ
1) ສຸ່ມໃສ່ຄົ້ນຄ້ວາສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຫ້ຄົບຖ້ວນ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດ ທັງສາມາດນຳໃຊ້ໄດ້ຢ່າງມີຜົນສັກສິດສູງ, ສ້າງ ແລະ ປັບປຸງລະບອບລະບຽບການບໍລິຫານລັດໃຫ້ສະດວກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ;
2) ກຳນົດພາລະບົດບາດຂອງແຕ່ລະອົງການລັດໃຫ້ຈະແຈ້ງ ແລະ ຊັດເຈນໄປພ້ອມກັບການເພີ່ມທະວີຄວາມສັກສິດ, ຄວາມມີປະສິດທິພາບ
ແລະ ມີຄວາມໂປ່ງໃສໃນການຄຸມຄອງບໍລິຫານລັດ, ແບງຂັ້ນຄຸ້ມຄອງລະຫ່ວາງສູນກາງກັບທອງຖິ່ນຕາມທິດ 3 ສ້າງໃຫ້ເປັນລະບົບຫຼາຍຂຶ້ນ ແລະ ເສີ່ມຂະຫຍາຍຄວາມຮັບຜິດຊອບ,
ຄວາມຕັ້ງໜ້າເປັນເຈົ້າການຂອງທ້ອງຖິ່ນ;
3) ເຊີດຊູບົດບາດຂອງສະພາແຫ່ງຊາດ ໃນຖານະເປັນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ຕົກລົງບັນດາບັນຫາພື້ນຖານຂອງປະເທດຊາດໃຫ້ສູງຂຶ້ນຕື່ມ, ສ້າງຕັ້ງ
ແລະ ເສີ່ມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງສະພາປະຊາຊົນທ້ອງຖິ່ນໃຫ້ສູງຂຶ້ນ, ເພີ່ມຄວາມເອົາໃຈໃສຕໍ່ການແກ້ໄຂຜົນຂອງການຕິດຕາມກວດກາໃນພາກຕົວຈິງຕື່ມອີກ; ປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດໃຫ້ສົມຄູ່ກັບທີ່ຕັ້ງ ແລະ ພາລະບົດບາດຂອງຕົນຕື່ມອີກ;
4) ປັບປຸງວຽກງານຄຸ້ມຄອງລັດຖະກອນໃຫ້ສອດຄ່ອງ; ສ້າງ ແລະ
ປະຕິບັດຍຸດທະສາດພັດທະນາລັດຖະກອນໃນທົ່ວປະເທດ;
5) ປັບປຸງອົງການຕຸລາການ ເປັນຕົ້ນແມ່ນ
ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ກະຊວງຍຸຕິທຳ ແລະ ປັບປຸງອົງການກວດສອບແຫ່ງລັດໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ,
ໜັກແໜ້ນທາງດ້ານບຸກຄະລາກອນ ແລະ ມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝ ເພື່ອສາມາດປະຕິບັດພາລະບົດບາດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ມີຄວາມສັກສິດ,
ທັງສອດຄ່ອງກັບລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່;
6) ກໍ່ສ້າງ, ບຳລຸງຖັນແຖວພະນັກງານ-ລັດຖະກອນໃຫ້ມີຄວາມຮູ້-ຄວາມສາມາດສູງມີຄຸນສົມບັດ ແລະ ຈັນຍາບັນໃນການປະຕິບັດໜ້າທີ່ຂອງລັດຖະກອນ ແລະ ປັບປຸງລະບົບລັດຖະກອນໃຫ້ຄົບຖ້ວນ;
7) ສ້າງ ແລະ ປັບປຸງການແບ່ງງານ, ກົນໄກປະສານງານລະຫ່ວາງສູນກາງກັບສູນກາງ, ສູນກາງກັບທ້ອງຖິ່ນຕາມທິດແບ່ງວຽກ, ແບ່ງສິດ ແລະ ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ, ເສີ່ມຂະຫຍາຍຄວາມເປັນເຈົ້າການ, ຄວາມຮັບຜິດຊອບຂອງທ້ອງຖິ່ນໄປພ້ອມກັບການເພີ່ມທະວີການກວດກາຂອງສູນກາງ ແລະ ຂະແໜງການສາຍຕັ້ງໃຫ້ຫຼາຍຂຶ້ນ.
VII. ຍຸດທະສາດການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ
ສາກົນ
7.1 ເປົ້າໝາຍ
1) ມີເພື່ອນມິດສາກົນຢາງກ້ວາງຂວາງ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍນັບມື້ນັບຫຼາຍຂຶ້ນ;
2) ສາມາດເຂົ້າຮ່ວມໃນຂະບວນວິວັດແຫ່ງການເຊື່ອມໂຍ່ງເສດຖະກິດຂອງພາກພື້ນ
ແລະ ສາກົນ ຢາງມີປະສິດທິຜົນ ແລະ
ເປັນເຈົ້າການຫຼາຍກວາເກົ່າ;
3) ມີຄວາມສາມາດແຂງຂັນ ແລະ ເຂົ້າຮ່ວມໃນເຄື່ອຂ່າຍການຜະລິດຂອງພາກພື້ນ
ແລະ ສາກົນຫຼາຍຂຶ້ນເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ປະເທດ.
7.2 ວຽກງານຈຸດສຸມ
1) ສືບຕໍ່ຍຶດໝັ້ນໃນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືຢາງສະເໝີຕົ້ນສະເໝີປາຍ ແລະ
ເປີດກ້ວາງການພົວພັນກັບບັນດາປະເທດ, ເຂດແຄ້ວນແບບຫຼາຍທິດ-ຫຼາຍຝ່າຍ ແລະ ຫຼາຍລະດັບບົນພື້ນຖານຍຶດໝັ້ນຜົນປະໂຫຍດຂອງຊາດ; ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການ ຮ່ວມມືກັບບັນດາປະເທດສັງຄົມນິຍົມ, ໃນນັ້ນ: ສືບຕໍ່ເພີ່ມທະວີຄວາມສາມັກຄີແບບພິເສດ
ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ, ເສີ່ມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອກັບ ສປ ຈີນ ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນມິດທີ່ດີ ແລະ ເປັນຄູ່ຮ່ວມມືທີ່ໄວ້ໃຈໄດ້; ເສີ່ມຂະຫຍາຍການພົວພັນທີ່ດີກັບປະເທດອ້າຍນ້ອງອື່ນໆ, ຮັດແໜ້ນການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງທີ່ມີຊາຍແດນຮ່ວມກັນ, ສືບຕໍ່ພົວພັນກັບບັນດາປະເທດພັດທະນາແລ້ວ ແລະ ບັນດາປະເທດທີ່ກຳລັງພັດທະນາ, ຂະບວນການບໍ່ຮ່ວມກຸ່ມ, ກຸ່ມ 77, ກຸ່ມປະເທດທີ່ໃຊ້ພາສາຝຣັ່ງ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ຕິດກັບທະເລ
ແລະ ກັບບັນດາອົງການຈັດຕັ້ງສາກົນອື່ນໆ ໂດຍແນ່ໃສ່ເຮັດໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງສາກົນກາຍເປັນຄູຮ່ວມມືທີ່ເຂັ້ມແຂງ, ໝັ້ນຄົງ ແລະ ຍາວນານ;
2) ຍົກສູງຄວາມຮັບຜິດຊອບໃນການປະຕິບັດບັນດາພັນທະຕ່າງໆຂອງສາກົນໃຫ້ມີຜົນສັກສິດ ແລະ ເປັນປະໂຫຍດຕໍ່ປະເທດຊາດ; ຍົກສູງບົດບາດທາງດ້ານການເມືອງ ແລະ
ເສດຖະກິດຂອງປະເທດໃນເວທີສາກົນໃຫ້ສູງຂຶ້ນ, ມີທາ່ບຸກໃນການດຶງດູດການລົງທຶນຕ່າງປະເທດໂດຍກົງ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື, ຂົນຂວາຍ ແລະ ຍາດແຍ່ງທຶນຊ່ວຍເຫຼືອທາງການເພື່ອການພັດທະນາໂດຍຜ່ານຂະບວນການໂຕະມົນຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ ເພື່ອປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ
ໂດຍສະເພາະແມ່ນເລັ່ງລະດົມທຶນຈາກຄູຮ່ວມພັດທະນາທີ່ສຳຄັນ;
3) ເປັນເຈົ້າການເຂົ້າຮ່ວມໃນຂະບວນການເຊື່ອມໂຍງກັບພາກພື້ນ
ແລະ ສາກົນຢາງຕັ້ງໜ້າ
ໂດຍສະເພາະປະຊາຄົມເສດຖະກິດອາຊຽນ (AEC), ອາຊຽນ+6 (ຈີນ,
ເກົາຫຼີ, ຍີ່ປຸນ, ນີວເຊແລນ, ອົດສຕຣາລີ,ອິນເດຍ), ອະນຸພາກພື້ນແມ່ນ້້ຳຂອງ (GMS) ແລະ ອົງການການຄ້າໂລກ (WTO). ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ ແລະ ດຳເນີນທຸລະກິດພາຍໃນໃຫ້ເຂັ້ມແຂງ, ມີການເລືອກເຟັ້ນການດຶງດູດໂຄງການລົງທຶນຕ່າງປະເທດທີ່ມີຄຸນນະພາບ, ມີຄວາມຊ່ຽວຊານ, ມີການຖ່າຍທອດ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ
ແລະ ມີຄວາມສາມາດຂະຫຍາຍຕະຫຼາດສົ່ງອອກໄດ້. ພ້ອມດຽວກັນ, ຄວນເອົາໃຈໃສພັດທະນາວິສາຫະກິດພາຍໃນ ໃຫ້ສາມາດເຂົ້າຮ່ວມໃນເຄື່ອຂ່າຍການຜະລິດພາກພື້ນ ແລະ
ສາກົນ ຢ່າງຕັ້ງໜ້າ;
4) ສືບຕໍ່ຍົກລະດັບ ແລະ
ພັດທະນາພື້ນຖານໂຄງລ່າງທາງລົດ, ທາງລົດໄຟ, ທາງອາກາດ
ເພື່ອເຊື່ອມຈອດກັບບັນດາປະເທດອ້ອມຂ້າງ, ພາກພື້ນ ແລະ ສາກົນ;
ປັບປຸງລະບົບບໍລິການຂົນສົ່ງ Logistics ໃຫ້ມີຄວາມສະດວກ, ປອດໄພ ແລະ ທັນສະໄໝຫຼາຍຂຶ້ນ.
VIII. ຍຸດທະສາດຫັນເປັນອຸດສາຫະກາ ແລະ ທັນສະໄໝ
8.1 ເປົ້າໝາຍ
1) ຍົກສູງປະສິດທິພາບ
ແລະ ປະສິດທິຜົນຂອງການຜະລິດໃນໂຄງປະກອບເສດຖະກິດແຫ່ງຊາດ;
2) ມີການນຳໃຊ້ ແລະ ພັດທະນາເຕັກໂນໂລຊີທີ່ທັນສະໄໝ,
ສະອາດເປັນມິດກັບສິ່ງແວດລ້ອມ;
3) ມີໂຄງລ່າງພື້ນຖານທີ່ເຂັ້ມແຂງ,
ທັນສະໄໝ, ສາມາດຮອງຮັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ສຳລັບຂະແໜງການຕ່າງໆ, ການເຊື່ອມຈອດກັບເຄື່ອຂ່າຍການຜະລິດທີ່ມີມູນຄ່າເພີ່ມສູງຂອງພາກພື້ນ
ແລະ ສາກົນ;
4) ຫັນເປັນຕົວເມືອງ, ຫັນເປັນທັນສະໄໝດ້ານຮູບແບບຂອງການດຳລົງຊີວິດ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫດີຂຶ້ນ.
8.2 ວຽກງານຈຸດສຸມ
1) ໃຫ້ບູລິມະສິດແກ່ການພັດທະນາ ແລະ
ຍົກສູງປະສິດທິພາບ, ປະສິດທິຜົນຂອງການຜະລິດທີ່ເປັນມິດກັບສິ່ງແວດລ້ອມ ໃນບັນດາອຸດສາຫະກຳເສົາຄ້ຳຕ່າງໆ ເຊັ່ນ: ອຸດສາຫະກຳໄຟຟ້າ ເປັນເສົາຄ້ຳດ້ານການສະໜອງພະລັງງານຮັບໃຊ້ການຜະລິດຂອງອຸດສາຫະກາພາຍໃນ ແລະ ສົ່ງອອກ; ອຸດສາຫະກຳທ່ອງທ່ຽວ ແລະ ປຸງແຕ່ງກະສິກຳ/ອາຫານ ເປັນເສົາຄ້້ຳດ້ານການສ້າງລ່າຍຮັບທີ່ຕິດພັນກັບປະຊາກອນເປັນສ່ວນໃຫຍ່; ອຸດສາຫະກໍາປຸ່ງແຕ່ງອື່ນໆ (ເຊັ່ນ:
ອີເລັກໂຕຣນິກ, ເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງ, ປຸ່ງແຕ່ງແຮ່ທາດ ແລະ ອື່ນໆ)
ເປັນເສົາຄ້ຳດ້ານການຜະລິດທີ່ຕິດພັນກັບເຄື່ອຂ່າຍການຜະລິດຂອງພາກພື້ນ ແລະ ສາກົນ;
2) ເອົາໃຈໃສພັດທະນາ, ຍົກສູງປະສິດທິພາບ, ປະສິດທິຜົນ ແລະ ຫັນເປັນທັນສະໄໝໃນຂະແໜງການຕ່າງໆ ເພື່ອສະໜອງວັດຖຸດິບ, ແຫຼ່ງທຶນ, ໂຄ່ງລ່າງ ແລະ ການບໍລິການທີ່ຈຳເປັນສຳລັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ
ເປັນຕົ້ນແມ່ນຂະແໜ່ງກະສິກຳ-ປ່າໄມ້ ໃຫ້ສາມາດຮັບປະກັນທາງດ້ານສະບຽງອາຫານ ແລະ ສະໜອງໃຫ້ແກ່ການຜະລິດຂອງອຸດສາຫະກຳປຸງແຕ່ງກະສິກຳ; ຂະແໜ່ງທະນາຄານໃຫ້ສາມາດສະໜັບສະໜູນທາງດ້ານແຫຼ່ງທຶນ ແລະ
ເປັນຕົວກາງໃນການຊຳລະສະສາງທຸລະກິດເຊື່ອມຈອດການຜະລິດ
ແລະ ການຕະຫຼາດທັງພາຍໃນ ແລະ ພາກພື້ນ; ຂະແໜງໂທລະຄົມແລະ
ການສື່ສານ ເພື່ອອຳນວຍຄວາມສະດວກດ້ານການຕິດຕໍ່ສື່ສານ, ການດຳເນີນທຸລະກິດ-ການຜະລິດ ແລະຂະແໜງຂົນສົ່ງ
ແລະ ບໍລິການຜ່ານ
ເພື່ອຮອງຮັບການບໍລິການຜ່ານຂອງພາກພື້ນ;
3) ສືບຕໍ່ຫັນເປັນທັນສະໄໝໃນຂະແໜ່ງບໍລິການຕ່າງໆ ເຊັ່ນ: ຂະແໜ່ງການເງິນ-ງົບປະມານ, ສຶກສາ, ສາທາລະນະສຸກ,
ຖະແຫຼ່ງຂ່າວວັດທະນະທຳ, ການປົກຄອງ-ການບໍລິຫານລັດ, ການບໍລິການສາທາລະນະ
ແລະ ອື່ນໆ ໃຫ້ມີຄວາມສະດວກ, ທັນສະໄໝ ແນ່ໃສເຮັດໃຫ້ການເຄື່ອນໄຫວຂອງຂະແໜງການດັ່ງກາວ
ມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ແລະ ຊຸກຍູ້ສົ່ງເສີມການຫັນເປັນອຸດສາຫະກຳ ແລະ
ທັນສະໄໝໂດຍລວມ;
4) ພັດທະນາເຂດຈຸດສຸມຕ່າງໆ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໂດຍກຳນົດເປັນເຂດການຜະລິດຕາມເຂດແຄ້ວນ. ພາກເໜືອ ສຸ່ມໃສ່ອຸດສາຫະກຳທ່ອງທ່ຽວ
ແລະ ອຸດສາຫະກຳໜັກ; ພາກກາງ
ສຸ່ມໃສ່ການບໍລິການ,
ປຸ່ງແຕ່ງສະບຽງອາຫານ ແລະ ອຸດສາຫະກຳເບົາອື່ນໆ ເຊັ່ນ: ອຸດສາຫະກຳຜະລິດຊິ້ນສ່ວນ ແລະ ປະກອບເຄື່ອງເອເລັກໂຕນິກ, ຍານພາຫະນະ ແລະ
ອື່ນໆ; ສຳລັບພາກໃຕ້ສຸ່ມໃສ່ການຜະລິດກະສິກຳ ແລະ ອຸດສາຫະກຳປຸ່ງແຕ່ງກະສິກຳ ເຊັ່ນ: ອຸດສາຫະກຳປຸ່ງແຕ່ງກາເຟ, ປຸ່ງແຕ່ງໄມ້, ປຸ່ງແຕ່ງຢາງພາລາ ແລະ ອື່ນໆ;
5) ປັບປຸງ ແລະ ລະດົມການລົງທຶນ ແລະ ການພັດທະນາເຂົ້າໃນເຂດເສດຖະກິດພິເສດ ແລະ
ເຂດເສດຖະກິດສະເພາະທີ່ລັດຖະບານ ໄດ້ຮັບຮອງແລວ, ເລັ່ງໃສ່ອຸດສາຫະກຳຕ່າງໆ ທີ່ຕິດພັນກັບເຄື່ອຂາຍການຜະລິດຂອງພາກພື້ນ ແລະ ສາກົນ;
6) ສ້າງ ແລະ ພັດທະນາແຮງງານໃຫ້ມີຄວາມຮູ້,
ຄວາມສາມາດ ແລະ ສີມືສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ;
7) ນຳໃຊ້ ແລະ
ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກາທີ່ກ້າວໜ້າ, ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມເຂົ້າໃນການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ;
8) ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ ແລະ ມີປະສິດທິຜົນດ້ານການຄົມມະນາຄົມຂົນສົ່ງ
ແລະ ການບໍລິການ ຜ່ານຂອງພາກພື້ນ;
9) ສຶກສາຄົ້ນຄວາ, ກຳນົດເຂດ ແລະ ສ້າງແຜນພັດທະນາ
ເພື່ອຫັນເປັນຕົວເມືອງນ້ອຍ, ຕົວເມືອງໃຫຍ່, ນະຄອນ
ແລະ ເຂດການຜະລິດຕ່າງໆ ເພື່ອສ້າງຄວາມໜາແໜ້ນ ແລະ ຄວາມພຽງພໍທາງດ້ານກຳລັງແຮງງານ, ໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ສຳລັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
ນອກຈາກນີ້, ຕ້ອງເອົາໃຈໃສ່ປະຕິບັດບັນດານະໂຍບາຍສະໜັບສະໜູນການຫັນເປັນອຸດສາຫະກຳ ແລະທັນສະໄໝຕ່າງໆ ເຊັ່ນ: ນະໂຍບາຍສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດຂອງວິສາຫະກິດຕ່າງໆ
ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຄຸມຄ້ອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສົ່ງເສີມການເຂົ້າເຖິງການນຳໃຊ້ ແລະ ພັດທະນາເຕັກໂນໂລຊີ (ນະວັດຕະກຳ), ສົ່ງເສີມການເຂົ້າເຖິງແຫຼ່ງທຶນ, ປະຕິບັດ ແລະ ບັງຄັບໃຊ້ບັນດາກົດໝາຍ ແລະ ນິຕິກຳ, ພັດທະນາຊັບພະຍາກອນມະນຸດ, ຈັດສັນ ແລະ ພັດທະນາທີ່ດິນ, ນະໂຍບາຍສົ່ງເສີມການປະຢັດ
ແລະ ການອ້ອມ.
IX. ວິໄສທັດຮອດປີ
2030
ໂດຍອີງໃສ່ສະພາບແວດລ້ອມສາກົນ, ຈຸດພິເສດ, ສະພາວະຄວາມເປັນຈິງ ແລະ
ແນວທາງຍຸດທະສາດຂອງການພັດທະນາ ສປປ ລາວ ເຮົາ. ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດວາງວິໄສທັດຂອງການພັດທະນາປະເທດຮອດປີ
2030 ໄວ້ດັ່ງນີ້:
ຮອດປີ 2030, ສປປ ລາວ ສ້າງໄດ້ບາດລ້ຽວໃໝ່ໃນການພັດທະນາໃຫ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດເສດຖະກິດ-ສັງຄົມພູມປັນຍາ, ສີຂຽວ ແລະ ຍືນຍົງ, (ລວມຍອດລາຍຮັບປະຊາຊາດຕໍ່ຫົວຄົນ (GNI ຄິດໄລ່ແບບ Atlas) ຕ້ອງຢູ່ໃນລະຫວ່າງ 5.800-18.000 ໂດລາ ຕາມມາດຖານຂອງປະເທດລ່າຍຮັບປານກາງສູງ ຊຶ່ງຄາດຄະເນແລ້ວ ຮອດປີ 2030 GNI ຂອງປະເທດເຮົາສະເລ່ຍຕໍ່ຫົວຄົນຢ່າງໜ້ອຍຕ້ອງບັນລຸໄດ້ປະມານ 7.000 ໂດລາສະຫະລັດ, ເພີ່ມຂຶ້ນປະມານ 4,5 ເທົ່າ GNI ໃນປີ 2015). ລ່າຍໄດ້ແຫ່ງຊາດສະເລຍຕໍ່ຫົວຄົນເພີ່ມຂຶ້ນຫຼາຍກ່ວາ 4 ເທົ່າຂອງປີ 2015, ມີອຸດສາຫະກຳເສົາຄ້ຳ ແລະ ໂຄງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ ສຳລັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ຮັບການຈັດຕັ້ງປະຕິບັດຢາງເປັນລະບົບຫຼາຍຂຶ້ນ; ສັງຄົມມີຄວາມສະຫງົບສຸກ, ຍຸຕິທຳ, ມີປະຊາທິປະໄຕ ແລະ ສີວິໄລ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜນ, ຄວາມແຕກໂຕນກັນດ້ານການພັດທະນາລະຫ່ວາງຕົວເມືອງ ແລະ ຊົນນະບົດ, ຊັ້ນຄົນຕ່າງໆໃນສັງຄົມຖືກຫຍັບໃກ້ເຂົ້າຫາກັນ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບສູງຂຶ້ນ, ຊັບພະຍາກອນມະນຸດໄດ້ຮັບການພັດທະນາມີຄຸນນະພາບດີຂື້ນ, ປະຊາຊົນສາມາດເຂົ້າເຖິງການບໍລິການສັງຄົມທີ່ມີຄຸນນະພາບຢ່າງທົ່ວເຖິງ, ສິດທິຂອງພົນລະເມືອງມີການຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ລະບອບການປົກຄອງຕາມທິດ 3 ສ້າງມີຄວາມເຂັ້ມແຂງ; ສິ່ງແວດລ້ອມທຳມະຊາດໄດ້ຮັບການປົກປັກຮັກສາ ແລະ ນຳໃຊ້ຢ່າງມີປະສິດທິພາບ ແລະ ຍືນຍົງ; ລະບົບການເມືອງການປົກຄອງມີສະຖຽນລະພາບ ແລະ ເຂັ້ມແຂງ; ມີຄວາມສາມາດເຊື່ອມໂຍງ ແລະ ເຊື່ອມຈອດຢ່າງກ້ວາງຂວາງ ແລະ ເລິກເຊິ່ງກັບພາກພື້ນ ແລະ ສາກົນ.
ບາງເປົ້າໝາຍສູ້ຊົນຂອງຍຸດທະສາດຮອດ ປີ 2030
ເປົ້າໝາຍ |
2014/15 |
2020 |
2025 |
2030 |
GDP ລາຄາໃນປີ
(ຕື້ກີບ) |
102,320 |
187,931 |
344,339 |
630,922 |
GDP ຕໍ່ຫົວຄົນ (USD) |
1,970 |
3,197 |
5,257 |
8,922 |
GNI ຕໍ່ຫົວຄົນ (USD) (Atlas Method) |
1,554 |
2,522 |
4,146 |
7,037 |
ປະຊາກອນ (ລ້ານຄົນ) |
6.49 |
7.08 |
7.67 |
8.15 |
ອັດຕາຄວາມທຸກຍາກຂອງປະຊາຊົນ (%
ຂອງປະຊາກອນ) |
23.2 (2013) |
|
≤5 |
|
ອາຍຸຍືນສະເລ່ຍ (ປີ) |
66.9 |
72 |
> 73 |
|
ຈຳນວນນັກວິທະຍາສາດ (ຕໍ່ປະຊາກອນ 10.000 ຄົນ) |
1.1 |
|
11 |
|
ອັດຕາການປົກຫຸ້ມຂອງປ່າ (%ຂອງເນື້ອທີ່ທັງໝົດ) |
40.3 (2012) |
|
≥70 |
|
ຈຳນວນບ້ານພັດທະນາ (% ຂອງຈຳນວນບ້ານທັງໝົດ) |
27.7%(2014) |
|
> 70 |
|
ອັດຕາການເຊື່ອມໂຍງທາງການຄ້າ (ມູນຄ່າການນຳເຂົ້າ ແລະສົ່ງອອກທຽບ GDP) |
|
ບໍ່ຫຼຸດ 70% |
ບໍ່ຫຼຸດ 95% |
ຫຼາຍກວ່າ 100% |
ການຂະຫຍາຍຕົວຂອງປະລິມານເງິນ M2 |
23.25% (2001-15) |
ບໍ່ເກີນ 24% |
|
|
ລາຍຮັບ(ຕື້ກີບ) |
24,6% GDP (2011-15) |
18-20% GDP |
19-21% GDP |
|
ລາຍຈ່າຍ |
29,3% GDP (2011-15) |
ບໍ່ໃຫ້ເກີນ 25% GDP |
ບໍ່ໃຫ້ເກີນ 26% GDP |
|
X. ນະໂຍບາຍ, ກົນໄກ ແລະ
ມາດຕະການຈັດຕັ້ງປະຕິບັດ
10.1 ນະໂຍບາຍ
ເພື່ອຈັດຕັ້ງປະຕິບັດຍຸດທະສາດ ແລະ
ແຜນການບູລິມະສິດດັ່ງກາວໃຫ້ມີປະສິດທິຜົນ
ແລະ ບັນລຸຜົນຕາມເປົ້າໝາຍ ແລະ ຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້ນັ້ນ ແມ່ນຕ້ອງສຸ່ມໃສ່ຄົ້ນຄ້ວາປະຕິບັດບັນດານະໂຍບາຍຕົ້ນຕໍຈຳນວນໜຶ່ງ ຄື:
1) ຫັນປຽນຮູບແບບການພັດທະນາເສດຖະກິດຈາກທາງກ້ວາງໄປສູ່ທາງເລິກ, ຫັນຈາກການເນັ້ນໜັກແຕ່ທາງດ້ານປະລິມານໄປສູ່ການຍົກສູງສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນເປັນຕົ້ນຕໍ, ຍົກສູງປະສິດທິຜົນການລົງທຶນ, ການນຳໃຊ້ຊັບພະຍາກອນຢ່າງສົມເຫດສົມຜົນ ແລະ ຄຸ້ມຄ່າ ລວມທັງການປະຢັດວັດຖຸດິບ, ປະຢັດພະລັງງານ ແລະ ຫຼຸດຜ່ອນມົນລະພິດ, ສົ່ງເສີມການປະດິດສ້າງໃໝ່ ແລະ ການນຳໃຊ້ວິທະຍາການໃໝ່ທີ່ເປັນມິດກັບສີ່ງແວດລ້ອມ ແລະ ສັງຄົມ;
2) ເອົາໃຈໃສ່ດຸນດຽງບັນຫາພື້ນຖານໃນລະບົບເສດຖະກິດແຫ່ງຊາດ
ເປັນຕົ້ນແມ່ນການດຸນດຽງລະຫ່ວາງການລົງທຶນກັບການຂະຫຍາຍຕົວ ແລະ ສະຖຽນລະພາບດ້ານມະຫາພາກ, ການດຸນດຽງລະຫ່ວາງເສດຖະກິດກັບສັງຄົມ ແລະ
ສິ່ງແວດລ້ອມກໍຄືລະຫວ່າງການຜະລິດກັບການນຳໃຊ້ແຫຼ່ງຊັບພະຍາກອນ, ລະຫວ່າງການລົງທຶນກັບການສະໜອງ ແລະ ຄວາມຕ້ອງການແຮງງານ, ລະຫວ່າງການໃຊ້ສອຍກັບການສະສົມ ແລະ ອື່ນໆ;
3) ປະຕິບັດນະໂຍບາຍ 3 ສ້າງໃຫ້ມີຜົນສຳເລັດ ແລະ ຜັນຂະຫຍາຍໄປສູ່ເຂດອື່ນໆ ທີ່ມີເງື່ອນໄຂໃນທົ່ວປະເທດ, ສ້າງບັນດານະໂຍບາຍ ທີ່ມີລັກສະນະກະຕຸກຊຸກຍູ້ການພັດທະນາ, ຮັບປະກັນການພັດທະນາທີ່ສະເໝີພາບ, ມີຄວາມຍືນຍົງ ແລະ
ໄປຕາມທິດສີຂຽວໃຫ້ຄົບຖ້ວນຫຼາຍຂຶ້ນ
ເປັນຕົ້ນແມ່ນນະໂຍບາຍສົ່ງເສີມການລົງທຶນ ແລະ ຊຸກຍູ້ການຜະລິດ, ນະໂຍບາຍຄຸ້ມຄອງເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ນະໂຍບາຍພັດທະນາຊັບພະຍາກອນມະນຸດ, ນະໂຍບາຍເຄື່ອນຍ້າຍແຮງງານພາຍໃນ ແລະ ລະຫວ່າງປະເທດ, ນະໂຍບາຍພັດທະນາເຂດແຄ້ວນ, ນະໂຍບາຍດ້ານສິ່ງແວດລ້ອມ, ນະໂຍບາຍຕ່າງໆທີ່ກ່ຽວຂ້ອງກັບການຄ້າພາຍໃນ ແລະ ຕ່າງປະເທດ, ນະໂຍບາຍດ້ານການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແລະ ນະໂຍບາຍອື່ນໆ ທີ່ເຫັນວ່າມີຄວາມຈຳເປັນ;
4) ປະຕິບັດແຜນນະໂຍບາຍເປີດກວ້າງການຮ່ວມມື ແລະ ເຊື່ອມໂຍ່ງກັບພາກພື້ນ
ແລະ ສາກົນຢາງສະເໝີຕົ້ນສະ ເໝີປາຍຕໍ່ໄປຢ່າງຍາວນານ, ສົ່ງເສີ່ມການລົງທຶນໂດຍກົງຂອງຕ່າງປະເທດ ເພື່ອນຳເອົາຄວາມຮູ້, ວິທະຍາສາດ ແລະ
ເຕັກໂນໂລຊີເຂົ້າມານຳໃຊ້; ຍາດແຍງເອົາການຊ່ວຍເຫຼືອເພື່ອການພັດທະນາຈາກເພື່ອນມິດສາກົນຢ່າງຕັ້ງໜ້າ;
5) ສ້າງບັນດາປະຖົມປັດໄຈຮອງຮັບອັນຈຳເປັນໃຫ້ໄດ້ໂດຍພື້ນຖານ ເປັນຕົ້ນແມ່ນທຶນຮອນ, ວັດຖຸ-ເຕັກນິກແລະ
ວິທະຍາສາດ, ຂໍ້ມູນຂ່າວສານ, ບຸກຄະລາກອນ, ຜູ້ປະກອບການ ແລະ ກຳລັງແຮງງານ;
6) ເລັ່ງລັດດຳເນີນໂຄງການຂະໜາດໃຫຍ່ດ້ານພະລັງງານ, ທາງລົດໄຟ, ທາງດ່ວນ, ສະໜາມບິນ, ລະບົບການບໍລິການຂົນສົ່ງ ແລະ ຄຽນຖາຍສິນຄ້າ ແລະ ອື່ນໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
10.2 ກົນໄກຈັດຕັ້ງປະຕິບັດ
ກົນໄກຈັດຕັ້ງປະຕິບັດຍຸດທະສາດ
ແລະ ແຜນງານບຸລິມະສິດແມ່ນສຸ່ມໃສ່ປະຕິບັດກົນໄກແຜນການຕິດພັນກັບກົນໄກຕະຫຼາດ
ແລະ ກົນໄກປະສານງານຢ່າງກົມກ້ຽວກັນ ດັ່ງນີ້:
ກ. ນຳໃຊ້ກົນໄກແຜນການຢ່າງເປັນລະບົບ ແລະ ກຳນົດບົດບາດຂອງລັດໃຫ້ຈະແຈ້ງ
ລັດຖະບານຈັດຕັ້ງຜັນຂະຫຍາຍຍຸດທະສາດນີ້ໃຫ້ເປັນແຜນງານ, ແຜນການ 5 ປີ, ແຜນການປະຈຳປີ ແລະ ໂຄງການຂອງຂະແໜງການ
ແລະ ທອງຖິ່ນໃຫ້ເປັນລະອຽດ; ເພີ່ມຂີດຄວາມສາມາດ ແລະ
ປະສິດທິພາບຂອງການຄຸ້ມ ຄອງລັດຕໍ່ເສດຖະກິດ, ປັບປຸງລະບອບລະບຽບການ ແລະ
ກົນໄກຄຸ້ມຄອງເສດຖະກິດໃຫ້ມີລັກສະນະສົ່ງເສີມຢາງຕັ້ງໜ້າຄື:
1) ສຸ່ມໃສ່ປະຕິບັດບົດບາດຄຸ້ມຄອງມະຫາພາກດ້ວຍກົດໝາຍ, ນະໂຍບາຍ ແລະ ມາດຕະການອື່ນເພື່ອອຳນວຍຄວບຄຸມເສດຖະກິດໃຫ້ມີການຂະຫຍາຍຕົວຢາງໝັ້ນທ່ຽງ;
2) ສຸ່ມໃສ່ດັດສົມ, ສົ່ງເສີມ ແລະ ຄຸ້ມຄອງກົນໄກຕະຫຼາດ, ນຳໃຊ້ດ້ານຕັ້ງໜ້າຂອງກົນໄກຕະຫຼາດໃຫ້ເກີດປະໂຫຍດສູງສຸດ; ເຮັດໃຫ້ຕະຫຼາດມີບົດບາດເປັນຕົວກຳນົດການນຳໃຊ້ທຶນຮອນ, ແຫຼ່ງວັດຖຸດິບໃຫ້ເກີດປະໂຫຍດສູງສຸດ, ທັງກະຕຸກຊຸກຍູ້ຜູ້ປະກອບການໃຫ້ມີຄວາມຫ້າວຫັນປະດິດສ້າງ, ນຳໃຊ້ວິທະຍາສາດ-ວິທະຍາການໃໝ່ເຂົ້າສູ່ການຜະລິດທຸລະກິດ ແລະ ການບໍລິການດ້ວຍການປັບປຸງລະບອບລະບຽບຕາມການກົນໄກໃຫເອື້ອອຳນວຍ ແລະ ຮັດກຸມຕື່ມອີກ; ເດັດດຽວແກ້ໄຂຂອດທີ່ກົດໜ່ວງ-ອັດຕັນໃຫ້ທະລຸໂລງໂປ່ງໃສຍິ່ງຂຶ້ນ. ຄຽງຄູ່ນັ້ນ, ຕ້ອງເອົາໃຈໃສ່ຈຳກັດດ້ານ ຫຍໍ້ທໍ້ຂອງຕະຫຼາດ
ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວໄປຢ່າງຖືກທິດຖືກທາງ ແລະ ມີຄວາມສົມດຸນໃນດ້ານຕ່າງໆ ທັງສອດຄ່ອງກັບຈຸດໝາຍແຫ່ງການພັດທະນາປະເທດຊາດ
ທັງເສີ່ມສ້າງໄດ້ຄວາມສະເໝີພາບ
ແລະ ຄວາມຍຸຕິທຳໃນສັງຄົມ, ບໍ່ໃຫ້ມີລະດັບການພັດທະນາທີ່ແຕກໂຕນກັນຫຼາຍລະຫວ່າງບໍລິເວນເຂດແຄ້ວນຕ່າງໆ ຂອງປະເທດ ແລະ ບໍ່ໃຫ້ເກີດມີການແຍກຂົ້ວທຸກ-ຂົ້ວຮັ່ງທີ່ແຕກໂຕນກັນເກີນໄປໃນສັງຄົມ;
3) ຄຸ້ມຄອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໂດຍນຳໃຊ້ລະບົບການແຈກຢາຍລາຍໄດ້ໃຫ້ສົມເຫດສົມຜົນຕາມທິດຕອບສະໜອງຜົນປະໂຫຍດຂອງຜູ້ອອກແຮງງານ, ຂອງຜູ້ປະກອບການ, ຂອງລັດ ແລະ ລວມໝູ່ຢາງເປັນທຳ ແລະ ກົມກຽວກັນ;
4) ເອົາໃຈໃສ່ຈັດສັນລາຍຮັບທີ່ໄດ້ຈາກການຂຸດຄົ້ນຊັບພະຍາກອນທຳມະຊາດໃຫ້ສົມເຫດສົມຜົນ ແລະ ຍຸຕິ ທຳຕື່ມອີກ; ຈັດສັນຢ່າງເໝາະສົມໃຫ້ແກ່ທ້ອງຖິ່ນ ແລະ
ຮາກຖານຊຸມຊົນທີ່ຕິດພັນກັບໂຄງການ; ຈັດສັນໃຫ້ແກ່ການຟື້ນຟູບູລະນະຊັບພະຍາກອນທຳມະຊາດ ແລະ ການພັດທະນາຊັບພະຍາກອນມະນຸດໃຫ້ຫຼາຍຂຶ້ນກວາເກົ່າ;
5) ບັນດາກະຊວງອົງການລັດຂັ້ນສູນກາງ
ຕ້ອງປະຕິບັດພາລະບົດບາດຄຸ້ມຄອງມະຫາພາກຢ່າງຄົບຖ້ວນແລະ ຮັດກຸມໂດຍສຸ່ມໃສ່ການສ້າງແຜນການຜັນຂະຫຍາຍການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ແຜນຍຸດທະສາດແຫ່ງການພັດທະນາທີ່ຂຶ້ນກັບຄວາມຮັບຜິດຊອບຂອງຂະແໜງການຕົນໃຫ້ວ່ອງໄວທັນການ ແລະ ຊີ້ນຳການຈັດຕັ້ງປະຕິບັດໃຫ້ເປັນຈິງ; ສຸ່ມໃສ່ຄົ້ນຄວ້າປັບປຸງ ຫຼື ອອກນະໂຍບາຍ ແລະ ກົດໝາຍ ສຳລັບການຄຸ້ມຄອງຂະແໜງ ການໃຫ້ຄົບຖ້ວນສົມບູນ; ສຸ່ມໃສ່ຂຶ້ນແຜນກຳນົດ ແລະ ຈັດຕັ້ງປະຕິບັດການກໍ່ສ້າງບຳລຸງຍົກລະດັບພະນັກງານໃຫ້ທົ່ວທຸກຂະແໜງການ; ສຸ່ມໃສ່ຄົ້ນຄວ້າວິທະຍາສາດ ແລະ ເຜີຍແຜ່ແນະນຳການນຳໃຊ້ວິທະຍາສາດ ແລະວິທະຍາການໃໝ່; ສຸ່ມໃສ່ຕິດຕາມ, ກວດກາ, ປະເມີນຜົນ ແລະ ຊ່ວຍຍູ້ໜູນທ້ອງຖິ່ນ ແລະ ຫົວໜ່ວຍຈຸນລະພາກໃນການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ວຽກງານຕ່າງໆ ຂອງຂະແໜງການຕົນໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ;
6) ກຳນົດໃຫ້ຈະແຈ້ງກ່ຽວກັບຂອບເຂດສິດ, ໜ້າທີ່ ແລະ
ຄວາມຮັບຜິດຊອບລະຫວ່າງອົງການຄຸ້ມຄອງຂັ້ນສູນກາງກັບທ້ອງຖິ່ນ, ປັບປຸງກົນໄກການປະສານສົມທົບລະຫວ່າງສາຍຕັ້ງກັບສາຍຂວາງ, ລະຫວ່າງການລວມສູນກັບການແບ່ງຂັ້ນຄຸມຄອງ, ແບ່ງຄວາມຮັບຜິດຊອບຄຸ້ມຄອງໃຫ້ມີຄວາມກົມກຽວ;
7) ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດວິໄນແຜນການ
ແລະ ວິໄນການເງິນ, ມີໄຫວພິບໃນການປະຕິບັດນະໂຍບາຍການເງິນ-ເງິນຕາ, ເພີ່ມລັກສະນະຕັ້ງໜ້າໃນການປະຕິບັດນະໂຍບາຍການເງິນ-ເງິນຕາ
ເພື່ອສົ່ງເສີ່ມຢ່າງແຂງແຮງ ຂະແໜງການຜະລິດ ແລະ ການບໍລິການທີ່ພວກເຮົາມີທ່າແຮງ, ລວມທັງສົ່ງເສີ່ມຫົວໜ່ວຍທຸລະກິດຂະໜາດ ນ້ອຍ-ຂະໜາດກາງໄປຄວບຄູ່ກັບໂຄງການລົງທຶນຂະໜາດໃຫຍ່ທີ່ເປັນບູລິມະສິດເພື່ອສ້າງຖານການຂະຫຍາຍຕົວທີ່ໝັ້ນຄົງ;
8) ປະຕິບັດບັນດາແຜນງານ, ໂຄງການຮ່ວມມື ແລະ ການເຊື່ອມໂຍ່ງໃນອະນຸພາກພື້ນແມນ້ຳຂອງ, ອາຊຽນ ແລະ ສາກົນດວຍຄວາມເປັນເຈົ້າການສູງ; ຄົ້ນຄວ້າໃຫ້ເລິກເຊິ່ງ ແລະ ສ້າງໂຄງການອັນຈະແຈ້ງເພື່ອຂົນຂວາຍ, ຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາເຂົ້າໃນການຂຸດຄົ້ນ
ແລະ ເສີ່ມຂະຫຍາຍທ່າແຮງຂອງປະເທດເຮົາ; ປັບປຸງ ແລະ ຍົກສູງຂີດຄວາມສາມາດຂອງປະເທດເຮົາໃນທຸກດ້ານ, ຊ່ວຍຍູ້ໜູນເຊິ່ງກັນ ແລະ ກັນລະຫວ່າງພາກລັດກັບພາກທຸລະກິດ
ເພື່ອເປີດກ້ວາງການຮ່ວມມືໃນຫຼາຍລະດັບ, ຫຼາຍທິດ, ຫຼາຍຮູບການທັງແບບສອງຝ່າຍ ແລະ ຫຼາຍຝ່າຍ
ເພື່ອຕອບສະໜອງຜົນປະໂຫຍດຂອງກັນ ແລະ ກັນຢາງເໝາະສົມ ທັງໃນສະເພາະໜ້າ ແລະ ຍາວນານ;
9) ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມກົດໝາຍ, ຮັບປະກັນໃຫ້ທົ່ວສັງຄົມດຳລົງຊີວິດຢູ່ພາຍໃຕ້ລັດຖະທາມະນູນ ແລະ ກົດໝາຍຢາງເຂັ້ມງວດ ເປັນຕົ້ນແມ່ນພະນັກງານ-ລັດຖະກອນທຸກຄົນຕ້ອງເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍ, ເປັນແບບຢ່າງໃນການພັດທະນາ ແລະ ການດຳລົງຊີວິດທີ່ປອດໃສຂາວສະອາດພາຍໃຕ້ລັດຖະທຳມະນູນ ແລະ
ລະບົບກົດໝາຍຂອງຊາດ; ເອົາໃຈໃສ່ປົກປ້ອງ ແລະ ເສີ່ມຂະຫຍາຍສິດປະຊາທິປະໄຕກໍຄືຜົນປະໂຫຍດອັນຊອບທຳຂອງພົນລະເມືອງຢ່າງແທ້ຈິງ.
ຂ. ນຳໃຊ້ກົນໄກຕະຫຼາດທີ່ມີການດັດສົມຂອງລັດ, ຊຸກຍູ້ສົ່ງເສີ່ມກຳລັງແຮງສັງລວມຂອງຊາດ ແລະ ຂອງທຸກພາກສ່ວນເສດຖະກິດເຂົ້າໃນການພັດທະນາຢ່າງແຂງແຮງ:
1) ສ້າງເງື່ອນໄຂ ແລະ ກົນໄກເອື້ອອຳນວຍໃຫ້ທຸກພາກສວນເສດຖະກິດຂະຫຍາຍຕົວ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງແຂງແຮງ
ເພື່ອຫັນປຽນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ ແລະ ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນຍິ່ງໆ ຂຶ້ນ;
2) ປະຕິບັດນະໂຍບາຍສະເໝີພາບຕໍ່ບັນດາພາກສ່ວນເສດຖະກິດຢ່າງສະເໝີຕົ້ນສະເໝີປາຍ, ປັບປຸງລະບົບນິຕິກຳໃຫ້ສອດຄ່ອງເໝາະສົມຕື່ມອີກ ເພື່ອຮັບປະກັນໃຫບັນດາພາກສ່ວນເສດຖະກິດສາມາດເຄື່ອນໄຫວຢ່າງມີຄວາມສະ ເໝີພາບຕໍ່ໜ້າກົດໝາຍຢ່າງແທ້ຈິງ, ທັງມີສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ບັນດາພາກສ່ວນເສດຖະກິດເຫຼົ່ານັ້ນ ສາມາດເຄື່ອນໄຫວຕາມກົນໄກຕະຫຼາດໄດ້ຢ່າງຄ່ອງຕົວ
ເພື່ອໃຫ້ທຸກພາກສ່ວນເສດຖະກິດສາມາດປະກອບສວນເຂົ້າໃນການຂະຫຍາຍກຳລັງການຜະລິດ, ສ້າງສາພັດທະນາປະເທດຊາດໄດ້ຢ່າງເໝາະສົມ, ທັງມີຄວາມສາມາດ ແຂ່ງຂັນເພີ່ມຂຶ້ນໃນຂະບວນວິວັດແຫງການເຊື່ອມໂຍ່ງກັບພາກພື້ນ
ແລະ ສາກົນ;
3) ປັບປຸງກໍ່ສ້າງພາກສ່ວນເສດຖະກິດຂອງລັດໃຫ້ມີຄວາມເຂັ້ມແຂງ
ເພື່ອເປັນກຳລັງແຮງຮ່ວມກັບພາກສ່ວນເສດຖະກິດອື່ນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ; ປັບປຸງລັດວິສາຫະກິດໃຫ້ມີປະສິດທິຜົນ ແລະ ທັນສະໄໝດ້ວຍມາດຕະການຕ່າງໆ ທີ່ເໝາະສົມ ລວມທັງການຫັນໄປສູວິສາຫະກິດປະສົມ ຫຼື ຮຸ້ນສ່ວນ; ຄົ້ນຄວ້າສ້າງຕັ້ງລັດວິສາຫະກິດໃໝ່ຂຶ້ນໃນບາງຂະແໜ່ງການທີ່ເຫັນວ່າມີຄວາມຈຳເປັນ ແລະ
ມີເງື່ອນໄຂຄວາມສາມາດດຳເນີນງານຢ່າງມີປະສິດທິຜົນສູງ
ເປັນຕົ້ນແມ່ນໃນຂະແໜງການທີ່ມີຄວາມສຳຄັນ ສຳລັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂະແໜງການທີ່ຊ່ວຍສ້າງການສົມທົບທຶນໄດ້ ແລະ ຂະແໜງການທີ່ຊ່ວຍໃຫ້ລັດສາມາດສະໜອງການບໍລິການສາທາລະນະປະໂຫຍດໃຫແກ່ປະຊາຊົນພົນລະເມືອງໄດ້ຢ່າງກ້ວາງຂ້ວາງ ແລະ ທົ່ວເຖິງກ່ວາເກົ່າ ເຊິ່ງພາກສ່ວນເສດຖະກິດອື່ນບໍ່ໃຫ້ຄວາມສົນໃຈ ຫຼື ບໍ່ສາມາດເຮັດໄດ້;
4) ສົ່ງເສີ່ມພາກສ່ວນເສດຖະກິດຮ່ວມມືຂອງປະຊາຊົນດ້ວຍຫຼາຍຮູບການທີ່ເໝາະສົມ ລວມທັງເສດຖະກິດຄອບຄົວ, ເສດຖະກິດຄອບຄົວແບບເປີດກ້ວາງ ແລະ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງໃຫ້ເຂັ້ມແຂງກ່ວາເກົ່າ; ວາງນະໂຍບາຍສົ່ງເສີມທີ່ເປັນລະບົບຄົບຊຸດ ເປັນຕົ້ນແມ່ນນະໂຍບາຍດ້ານການສະໜອງທຶນ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີໃໝ່ ລວມທັງດ້ານວິຊາການ ແລະ ການຕະຫຼາດທີ່ໝັ້ນທຽງເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພາກສ່ວນເສດຖະກິດດັ່ງກ່າວສາມາດເຄື່ອນໄຫວໄດ້ຢ່າງມີຊີວິດຊີວາຢູໃນພື້ນຖານເສດຖະກິດແຫ່ງຊາດ;
5) ປະຕິບັດນະໂຍບາຍສົ່ງເສີ່ມພາກສວນເສດຖະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ມີການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ສືບຕໍ່ສົ່ງເສີມການລົງທຶນໂດຍກົງຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢາງມີຈຸດສຸມ. ພອມກັນນັ້ນ, ກໍຕ້ອງດຳເນີນການປັບປຸງສະພາບແວດລ້ອມ ສຳລັບການດຳເນີນການທຸລະກິດຂອງພາກສວນເສດຖະກິດດັ່ງກ່າວໃນຂົງເຂດກະສິກຳ, ອຸດສາຫະກຳໃຫ້ດີຂຶ້ນຕື່ມອີກ ເປັນຕົ້ນແມ່ນອຸດສາຫະກຳປຸ່ງແຕ່ງກະສິກຳ ແລະ ການບໍລິການເພື່ອເຮັດໃຫ້ພື້ນຖານເສດຖະກິດແຫ່ງຊາດຂອງພວກເຮົາມີກຳລັງແຮງ ແລະ ມີຄວາມສາມາດແຂງຂັນສູງຂຶ້ນ.
ຄ. ປັບປຸງ ແລະ ພັດທະນາກົນໄກປະສານງານລະຫວ່າງລັດກັບລັດ, ລັດກັບພາກທຸລະກິດ, ລັດກັບເອກະຊົນໃຫ້ເຂົ້າສູລະບົບທີ່ມີປະສິດທິພາບສູງ, ມີຄວາມໂລງລຽນ, ສະດວກສະບາຍ ແລະ ວອງໄວ
1) ປັບປຸງບັນດາອົງການໃນລະບົບອຳນາດລັດໃຫ້ກະທັດຮັດ, ໜັກແໜນ, ເຂັ້ມແຂງ; ກຳນົດພາລະບົດບາດ, ຂອບເຂດສິດ, ໜ້າທີ່ ແລະ
ຄວາມຮັບຜິດຊອບຂອງອົງການລັດຕ່າງໆ ຢູ່ໃນຂັ້ນສູນກາງ ແລະ
ທ້ອງຖິ່ນໃຫ້ຈະແຈ້ງ; ແບ່ງຂັ້ນຄຸ້ມຄອງລະຫວ່າງອົງການຂັ້ນສູນກາງກັບທ້ອງຖິ່ນໃຫ້ຊັດເຈນ;
2) ອອກນິຕິກຳສຳລັບການປະສານງານ ແລະ ການສະໜອງຂໍ້ມູນລະຫວ່າງສູນກາງກັບສູນກາງ, ສູນກາງກັບທ້ອງຖິ່ນ, ສາຍຕັ້ງກັບສາຍຂວາງ ພ້ອມທັງແບ່ງຄວາມຮັບຜິດຊອບໃນການຄຸ້ມຄ້ອງ ແລະ ປະສານງານໃຫ້ມີຄວາມກົມກຽວກັນ.
3) ນໍາໃຊ້ສື່ສານມ່ວນຊົນ ແລະ
ສື່ສັງຄົມອອນໄລ ເພື່ອໂຄສະນາເຜີຍແຜ່ ແລະ ສົນທະນາແລກປ່ຽນຄຳຄິດຄຳເຫັນສາທາລະນະ, ຈັດກອງປະຊຸມສຳມະນາປຶກສາຫາລືຮ່ວມລະຫວ່າງພາກລັດ ແລະ
ທຸລະກິດເອກະຊົນເປັນປະຈຳເປັນຕົ້ນແມ່ນເວທີນັກທຸລະກິດໜຸ່ມ, ນັກທຸລະກິດຍິງ, ສະມາຄົມທຸລະກິດຕ່າງໆ ແລະ ອື່ນໆ.
10.3 ມາດຕະການຈັດຕັ້ງປະຕິບັດ
ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ໃຫ້ມີຜົນ ສຳເລັດດີນັ້ນແມ່ນໜ້າທີ່ຂອງທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ
ທົ່ວປວງຊົນ; ແມ່ນຂອງທຸກຂັ້ນ, ທຸກຂະແໜ່ງການນັບແຕ່ສູນກາງລົງຮອດທ້ອງຖິ່ນ. ມາດຕະການຈັດຕັ້ງປະຕິບັດຍຸດທະສາດນີ້ໃຫ້ເປັນຮູບປະທຳແມ່ນລວມມີກົນໄກໃນການສ້າງຄວາມເປັນເອກະພາບໃນການຮັບຮູ້ເຊື່ອມຊຶມ, ການຫັນເປັນແຜນວຽກ, ແຜນຄົນ ແລະ ແຜນເງິນດັ່ງຕໍ່ໄປນີ້:
ກ. ມາດຕະການດ້ານການຈັດຕັ້ງ
1) ການນຳຂັ້ນລັດຖະບານ, ກະຊວງ, ອົງການທຽບເທົ່າ, ນະຄອນຫຼວງ ແລະ
ແຂວງຈັດຕັ້ງການເຊື່ອມຊຶມເນື້ອໃນຍຸດທະສາດໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນໃຫເລິກເຊິ່ງ ທັງຊີ້ນຳການຈັດຕັ້ງຜັນຂະຫຍາຍໃຫ້ເປັນຍຸດທະສາດການພັດທະນາ
ໄລຍະ 10 ປີ (2016-2025) ຂອງຂະແໜງການ ແລະ ທ້ອງຖິ່ນຂອງຕົນ
ໂດຍຜັນຂະຫຍາຍອອກເປັນແຜນງານ, ແຜນການ ແລະ ໂຄງການທີ່ສາມາດຈັດຕັ້ງປະຕິໄດ້ຕົວຈິງຢູໃນຂະແໜງການຕົນ; ສ້າງເປັນບົດສຶກສາຄົ້ນຄວ້າລົງເລິກລະອຽດ ສຳລັບຂະແໜງການພ້ອມທັງກຳນົດວຽກງານບຸລິມະສິດ
ເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍງເອົາການຊ່ວຍເຫຼືອທາງການເພື່ອການພັດທະນາ.
2) ເສີ່ມຂະຫຍາຍພາລະບົດບາດຂອງທຸກອົງການຈັດຕັ້ງທັງພາກລັດ
ແລະ ເອກະຊົນ, ແນວໂຮມ, ບັນດາອົງການຈັດຕັ້ງມະຫາຊົນ, ປະຊາຊົນ, ບັນດາການຈັດຕັ້ງສັງຄົມ, ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດນີ້ໃຫ້ເປັນຮູບປະທຳ.
3) ມອບໃຫ້ຫ້ອງວ່າການລັດຖະບານອອກດຳລັດຈັດຕັ້ງປະຕິບັດ, ມອບໃຫ້ກະຊວງແຜນການ ແລະ
ການລົງທຶນເປັນໃຈກາງປະສານງານລະຫວ່າງບັນດາຂະແໜງການອ້ອມຂ້າງຂັ້ນສູນກາງ ແລະ ທ້ອງຖິ່ນ
ໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດນີ້ໃຫເປັນອັນລະອຽດ, ມີປະສິດທິພາບ ແລະ
ມີປະສິດທິຜົນສູງສຸດ.
ຂ. ມາດຕະການດ້ານການເງິນ ແລະ
ແຫຼ່ງທຶນພັດທະນາ
1) ລະດົມ, ຂຸດຄົ້ນ ແລະ ນຳໃຊ້ແຫຼ່ງທຶນຈາກທຸກພາກສ່ວນເສດຖະກິດເຂົ້າໃສ່ການພັດທະນາຢ່າງມີຈຸດສຸ່ມເປັນຕົ້ນແມ່ນ: ງົບປະມານຂອງລັດ; ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ; ການລົງທຶນຂອງເອກະຊົນພາຍໃນ
ແລະ ຕ່າງປະເທດ; ສິນເຊື່ອທະນາຄານ, ສະຫະກອນອອມຊັບ ແລະ
ສະຖາບັນການເງິນຈຸນລະພາກ ແລະ ທຶນຂອງປະຊາຊົນເອງ,
2) ຍົກສູງປະສິດທິຜົນ ແລະ
ຄຸນນະພາບຂອງທຶນ, ຫຼຸດຜ່ອນການຮົ່ວໄຫຼ ແລະ
ການຟູມເຟືອຍໃນການລົງທຶນຂອງລັດ. ການລົງທຶນຂອງລັດ ຕ້ອງຮັບໃຊ້ເປົ້າໝາຍຍຸດທະສາດຂອງລັດ, ລົງທຶນເຂົ້າໃນອຸດສາຫະກຳ ແລະ ຂົງເຂດທີ່ສຳຄັນຕໍ່ຄວາມໝັ້ນຄົງຂອງຊາດ
ແລະ ເປັນສາຍເລືອດຂອງເສດຖະກິດໃຫ້ຫຼາຍຂຶ້ນ.
ຄ. ມາດຕະການດ້ານການຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດຍຸດທະສາດ
1) ສ້າງກົນໄກ ແລະ ແຜນການ ສຳລັບການຕິດຕາມ, ກວດກາ, ປະເມີນຜົນ ແລະ
ຕີລາຄາສະພາບການຈັດຕັ້ງຜັນຂະຫຍາຍຍຸດທະສາດນີ້ໃຫ້ເປັນປົກກະຕິ. ຖ້າຫາກມີບັນຫາໃໝ່ເກີດຂຶ້ນໃນໄລຍະການຈັດຕັ້ງປະຕິບັດຍຸດທະສາດນີ້ແມ່ນຕ້ອງໄດ້ມີການປັບປຸງໃຫ້ສອດຄ່ອງກັບສະພາບການໃໝ່ພາຍໃຕ້ທິດຊີ້ນຳຂອງກົມການເມືອງສູນກາງພັກ.
2) ປັບປຸງລະບົບ ແລະ
ເຄື່ອງມືໃນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງຜັນຂະຫຍາຍຍຸດທະສາດນີ້ໃຫ້ເປັນລະບົບຄົບຊຸດ.
ความคิดเห็น
แสดงความคิดเห็น