ການປັບປຸງອຳນາດລັດ ໃນໄລຍະຜ່ານມາ
ໂດຍ:
ປັນຍາສັກ ແສງອ່ອນແກ້ວ
ການປັບປຸງອຳນາດລັດ ໃນໄລຍະຜ່ານມາ
ການປັບປຸງອຳນາດລັດ
ສປປ ລາວ ແບ່ງອອກເປັນ 3 ໄລຍະໃຫຍ່ ຄື:
1. ໄລຍະແຕ່ປີ
1975-1990 (ໄລຍະກ່ອນມີລັດຖະທຳມະນູນ)
2. ໄລຍະແຕ່ປີ
1991-2015 (ໄລຍະມີລັດຖະທຳມະນູນ ແລະ ກົດໝາຍ)
3. ໄລຍະແຕ່ປີ
2016 ເຖິງປະຈຸບັນ
1. ໄລຍະແຕ່ປີ 1975-1990
ໃນໄລຍະປີ
1975-1985 ການປັບປຸງລະບົບກົງຈັກການປົກຄອງ ໄດ້ດໍາເນີນຕາມຮູບແບບ
"ອຳນາດລັດສັງຄົມນິຍົມ ໃນສະໄໝຂ້າມຜ່ານ" ບົນພື້ນຖານອີງໃສ່ມະຕິກອງປະຊຸມໃຫຍ່
ຄັ້ງທີ II ແລະ III ຂອງພັກປະຊາຊົນ ປະຕິວັດລາວ. ຊຶ່ງເນື້ອໃນການປັບປຸງໄດ້ດຳເນີນຢ່າງເປັນລະບົບທັງໃນ 04
ດ້ານຄື:
1. ການປັບປຸງທີ່ຕັ້ງ, ພາລະບົດບາດ, ສິດ-ໜ້າທີ່
ແລະ ໂຄງປະກອບກົງຈັກການຈັດຕັ້ງ;
2. ການປັບປຸງນິຕິກຳ, ລະບອບ-ລະບຽບການຕ່າງໆ;
3. ການປັບປຸງວຽກງານຄຸ້ມຄອງລັດຖະກອນ;
4. ການພົວພັນລະຫວ່າງສູນກາງ ແລະ ທ້ອງຖິ່ນ.
ການສ້າງຕັ້ງກົງຈັກບໍລິຫານໄລຍະນີ້ ຂຶ້ນຫຼາຍພໍສົມຄວນ ຢູ່ສູນກາງຈຳນວນກະຊວງ-ອົງການໄດ້ເພີ່ມຂຶ້ນເປັນ
25 ກະຊວງ ແລະ ອົງການທຽບເທົ່າ ຊຶ່ງເປັນກົງຈັກໃຫຍ່ໂຕພໍສົມຄວນ ແລະ ໃນປີ 1978
ກົງຈັກລັດຖະບານ ໄດ້ປັບປຸງ ແລະ ປ່ຽນຊື່ມາເປັນ ສະພາລັດຖະມົນຕີ.
ໃນປີ 1986
ການປັບປຸງກົງຈັກ ແມ່ນໄດ້ປັບປຸງໄປຕາມທິດກະທັດຮັດ, ເບົາບາງ, ເຂັ້ມແຂງ
ແລະ ມີປະສິດທິຜົນ
ຊຶ່ງໄດ້ມີການປັບປຸງໂຄງປະກອບກົງຈັກທີ່ໃຫຍ່ໂຕໃນເມື່ອກ່ອນ ຄືນໃໝ່
ໃຫ້ກະທັດຮັດລົງຕື່ມ ໂດຍໄດ້ມີການໂຮມ ກະຊວງຈໍານວນໜຶ່ງເຂົ້າກັນ, ຍຸບຂັ້ນກົມ
ແລະ ຍຸບ ຫຼື ຫັນລັດວິສາຫະກິດຈຳນວນໜຶ່ງ ທີ່ບໍ່ມີປະສິດທິຜົນ ໄປເປັນກຳມະສິດອື່ນ
ເຮັດໃຫ້ໂຄງປະກອບກົງຈັກ ຂອງລັດຖະບານ ແລະ ກົງຈັກ ຂອງກະຊວງ-ອົງການ
ຫຼຸດລົງຫຼາຍໃນໄລຍະນີ້.
ລະບົບການປົກຄອງ ໄດ້ແບ່ງເປັນ 5 ຂັ້ນຄື:
1. ຂັ້ນສູນກາງ;
2. ຂັ້ນແຂວງ; 3. ຂັ້ນເມືອງ; 4. ຂັ້ນຕາແສງ
ແລະ 5. ຂັ້ນບ້ານ;
ໃນແຕ່ລະຂັ້ນ ແມ່ນມີສະພາປະຊາຊົນຂັ້ນ ຂອງຕົນ ຍົກເວັ້ນຂັ້ນບ້ານ.
2. ໄລຍະແຕ່ປີ 1991-2015 (ໄລຍະມີລັດຖະທຳມະນູນ
ແລະ ກົດໝາຍ)
ໃນໄລຍະນີ້ແມ່ນໄລຍະແຫ່ງການປ່ຽນແປງໃໝ່
ລະບົບການເມືອງ ຊຶ່ງເນື້ອແທ້ແມ່ນການປັບປຸງພາລະບົດບາດ, ໜ້າທີ່, ກົງຈັກການຈັດຕັ້ງ ແລະ
ລະບອບແບບແຜນວິທີເຮັດວຽກ ຢ່າງເປັນລະບົບ. ສະພາລັດຖະມົນຕີ ໄດ້ຖືກປັບປຸງ ແລະ
ປ່ຽນມາເປັນ ລັດຖະບານ ຄືນ ແລະ ປະຕິບັດພາລະບົດບາດຄຸ້ມຄອງບໍລິຫານລັດ
ດ້ານມະຫາພາກເປັນຕົ້ນຕໍ.
ໂຄງປະກອບກົງຈັກ ຂອງລັດຖະບານ
ໄດ້ຖືກປັບປຸງ, ສັບຊ້ອນໃຫ້ກະທັດຮັດ, ສົມເຫດສົມຜົນ,
ເຄື່ອນໄຫວມີປະສິດທິຜົນສູງຂຶ້ນກວ່າເກົ່າ ຊຶ່ງມີ ກະຊວງ-ອົງການ
ທຽບເທົ່າ ຈໍານວນ 18 ກະຊວງ ແລະ 3
ອົງການທຽບເທົ່າກະຊວງ ແລະ ຍັງໄດ້ຫັນເອົາພະນັກງານຈຳນວນໜຶ່ງ ລົງໃຫ້ທ້ອງຖິ່ນ
ເພື່ອປະຕິບັດຕາມທິດນຳ ຫັນກະຊວງ-ອົງການຂັ້ນສູນກາງ
ໄປສູ່ການຄຸ້ມຄອງມະຫາພາກ, ຫັນຂອດວຽກງານປະຕິບັດຕົວຈິງ
ໄປໃຫ້ທ້ອງຖິ່ນ ແລະ ຫົວໜ່ວຍຮາກຖານ.
ລະບົບການປົກຄອງໃນໄລຍະນີ້ ໄດ້ແບ່ງການປົກຄອງອອກເປັນ 04 ຂັ້ນຄື: (1) ຂັ້ນສູນກາງ; (2) ຂັ້ນແຂວງ; (3) ຂັ້ນເມືອງ ແລະ (4) ຂັ້ນບ້ານ. ສ່ວນຂັ້ນຕາແສງ ໄດ້ຖືກລົບລ້າງ ໂດຍລັດຖະທຳມະນູນ ສະບັບປີ 1991.
ຢູ່ຂັ້ນທ້ອງຖິ່ນ, ໄດ້ຍຸຸບເລີກສະພາປະຊາຊົນຂັ້ນແຂວງ, ຂັ້ນເມືອງ ແລະ
ລົບລ້າງລະບອບຄະນະກຳມະການປົກຄອງ.
ໃນໄລຍະປີ 2011 ຂອງກົມການເມືອງສູນກາງພັກ ໄດ້ອອກມະຕິສະບັບເລກທີ 03/ກມສພ, ລົງວັນທີ 15 ກຸມພາ 2012 ວ່າດ້ວຍສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ
ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານ ເປັນຫົວໜ່ວຍພັດທະນາ;
ເນື້ອແທ້ ຂອງມະຕິ 3 ສ້າງ
ແມ່ນການແບ່ງຄວາມຮັບຜິດຊອບຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນລະບົບຕາມທິດຫັນ
ກະຊວງ-ອົງການ ຂັ້ນສູນກາງ ປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ, ເພີ່ມສິດ
ແລະ ເພີ່ມຄວາມຮັບຜິດຊອບໃຫ້ແກ່ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ
ໃຫ້ມີສິດເປັນເຈົ້າການຫຼາຍຂຶ້ນ ແລະ ມີຄວາມຮັບຜິດຊອບເພີ່ມຂຶ້ນ
ຕິດພັນກັບການໄດ້ຮັບຜົນປະໂຫຍດຢ່າງເໝາະສົມ.
ໄດ້ກຳນົດເອົາ 15 ກະຊວງ, ນະຄອນຫຼວງວຽງຈັນ
ແລະ ທຸກໆແຂວງໃນຂອບເຂດທົ່ວປະເທດ ເປັນເປົ້າໝາຍເຮັດທົດລອງ 3 ສ້າງ,
ໃນທົ່ວປະເທດແມ່ນກຳນົດ ໄດ້
51 ເມືອງ ແລະ ໃນ 109 ບ້ານເປົ້າໝາຍເຮັດທົດລອງ.
3.
ໄລຍະແຕ່ປີ 2016-ປະຈຸບັນ
ແມ່ນໄລຍະຜັນຂະຫຍາຍວຽກງານ 3 ສ້າງ
ໃຫ້ກວ້າງອອກ ໃນຂອບເຂດທົ່ວປະເທດ;
ລັດຖະບານໄດ້ມອບໃຫ້ກະຊວງພາຍໃນ ເປັນເສນາທິການ ໃຫ້ແກ່ລັດຖະບານ
ໃນການຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍວຽກງານ 3
ສ້າງໃນທົ່ວປະເທດ;
ໃນໄລຍະນີ້ ບັນດານິຕິກຳຕ່າງໆ
ຂອງບັນດາກະຊວງ-ອົງການໄດ້ຮັບການປັບປຸງ ເພື່ອໃຫ້ສອດຄ່ອງຕາມເນື້ອໃນ
ຂອງມະຕິກົມການເມືອງສູນກາງພັກເລກທີ 03/ກມສພ, ໂດຍສະເພາະແມ່ນ
ປັບປຸງລັດຖະທໍາມະນູນ, ບັນດາກົດໝາຍ ຂອງຂະແໜງການ
ຕ່າງໆໄດ້ຮັບການປັບປຸງ ແລະ ສ້າງໃຫມ່ ເຊັ່ນ: ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
ນອກຈາກນີ້, ຍັງມີນິຕິກຳອື່ນໆ
ທີ່ກ່ຽວຂ້ອງກັບການແບ່ງຂັ້ນຄຸ້ມຄອງ ຂອງຂະແໜງການຕ່າງໆ.
ສຳລັບການປັບປຸງລະບົບກົງຈັກລັດ
ໂດຍສະເພາະ ໄດ້ມີການປັບປຸງການຈັດຕັ້ງ ຂອງລັດ ແຕ່ຂັ້ນ ສູນກາງ ລົງສູ່ທ້ອງຖິ່ນ
ໂດຍສືບຕໍ່ຮັກສາ 18 ກະຊວງ 3 ອົງການທຽບ
ເທົ່າຄືເກົ່າ (2016-2020);
ໄດ້ສັບຊ້ອນກົງຈັກການຈັດຕັ້ງບາງຫົວໜ່ວຍ
ທີ່ຂຶ້ນກັບຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ບາງກະຊວງຄືນໃໝ່
ພ້ອມທັງປັບປຸງບັນດາພາລະບົດບາດ, ກົນໄກການບໍລິຫານ
ຂອງບັນດາກະຊວງ-ອົງການ ໃຫ້ໄປຕາມທິດຄຸ້ມຄອງມະຫາພາກ;
ສຳລັບຂັ້ນທ້ອງຖິ່ນ
ກໍ່ສືບຕໍ່ແບ່ງຄວາມຮັບຜິດຊອບໃຫ້ແກ່ອົງການປົກຄອງທ້ອງຖິ່ນຫຼາຍຂຶ້ນ
ເພື່ອເຮັດແນວໃດຈະສາມາດສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ ໃນ 7
ດ້ານ ; ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ໃນ 5 ດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍພັດທະນາ ໃນ 4 ດ້ານ
ຕາມທີ່ໄດ້ກຳນົດໄວ້ໃນມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 25/ກມສພ, 24 ທັນວາ 2014;
ປັບປຸງລະບົບການເມືອງ
ຢູ່ຮາກຖານບ້ານ ໂດຍໄດ້ປັບປຸງໃຫ້ມີ 05 ໜ່ວຍງານ ຄື:
1. ໜ່ວຍງານບໍລິຫານ ແລະ ການປົກຄອງ;
2. ໜ່ວຍງານພັກ ແລະ ອົງການຈັດຕັ້ງມະຫາຊົນ;
3. ໜ່ວຍງານເສດຖະກິດ-ການເງິນ;
4. ໜ່ວຍງານວັດທະນະທຳ-ສັງຄົມ;
5. ໜ່ວຍງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ສະຫຼຸບລວມແລ້ວ
ການປະຕິບັດວຽກງານ 3 ສ້າງແມ່ນການຜັນຂະຫຍາຍເນື້ອໃນຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກເຂົ້າສູ່ຕົວຈິງ;
ສາມສ້າງແມ່ນການເສີມຂະຫຍາຍສິດເປັນເຈົ້າໃຫ້ແກ່ທ້ອງຖິ່ນ-ຮາກຖານ.
ອັນນີ້ໝາຍຄວາມວ່າ ເນື້ອໃນສໍາຄັນຂອງ 3 ສ້າງນັ້ນ ແມ່ນການແບ່ງຂັ້ນຄຸ້ມຄອງ
ລະຫວ່າງກະຊວງ-ອົງການອ້ອມຂ້າງສູນກາງກັບຄະນະພັກ-ອົງການປົກຄອງທ້ອງຖິ່ນ (ແຂວງ, ເມືອງ, ບ້ານ)
ໃຫ້ຈະແຈ້ງຕື່ມອີກ ແລະ ມີລັກສະນະຂາດຕົວ, ຕາມທິດເພີ່ມສິດ
ເພີ່ມຄວາມຮັບຜິດຊອບໃຫ້ແກ່ທ້ອງຖິ່ນ
ຕິດພັນກັບການແບ່ງຜົນປະໂຫຍດໃຫ້ແກ່ທ້ອງຖິ່ນຢ່າງເໝາະສົມ;
ສາມສ້າງແມ່ນການຊຸກຍູ້ການພັດທະນາສູ່ບາດລ້ຽວໃໝ່ ຊຶ່ງເປັນຂະບວນການຊຸກຍູ້ການສ້າງສາພັດທະນາຢູ່ແຕ່ລະທ້ອງຖິ່ນຮາກຖານໃຫ້ມີການຫັນປ່ຽນອັນຕັ້ງໜ້າ, ມີປັດໄຈໃໝ່, ມີຜົນສໍາເລັດໃໝ່ ທີ່ເດັ່ນຊັດຍິ່ງຂຶ້ນ;
ທີ່ມາ: ກົມການປົກຄອງທ້ອງຖິ່ນ, ກະຊວງພາຍໃນ (ສຳມະນາຄັ້ງວັນທີ 2 ສິງຫາ 2022)
ความคิดเห็น
แสดงความคิดเห็น