ບົດທີ 13
ນະໂຍບາຍຂອງພັກ ແລະ ລັດຕໍ່ກັບວຽກງານພະນັກງານ-ລັດຖະກອນ
I. ຄວາມສໍານຶກກ່ຽວກັບວຽກງານພະນັກງານ
ວຽກງານພະນັກງານ
ແມ່ນວຽກງານໜຶ່ງທີ່ກ່ຽວກັບຄົນ, ກຸ່ມຄົນຢູ່ໃນການຈັດຕັ້ງໃດໜຶ່ງຂອງສັງຄົມ ແມ່ນໜຶ່ງ
ໃນບັນດາວຽກງານນຳພາຂອງພັກ, ແມ່ນວຽກໜຶ່ງໃນລະບົບການເມືອງທີ່ມີລັກສະນະຮອບດ້ານ.
ຍ້ອນພະນັກງານເປັນຜູ້ຕັດສິນທຸກໄຊຊະນະຂອງວຽກງານ ແລະ ໜ້າທີ່ການເມືອງຂອງພັກ.
ການຈັດຕັ້ງຈະດີໄດ້ກໍຕ້ອງມີຄົນດີ ແລະ ການຈັດຕັ້ງຈະເຂັ້ມແຂງໄດ້ກໍຕ້ອງມີຄົນທີ່ເຂັ້ມແຂງເຊັ່ນດຽວກັນ.
ດັ່ງຄຳເວົ້າຂອງ ປະທານ ໂຮຈິມິນ ທີ່ວ່າ: “ວຽກງານຈະປະສົບຜົນສຳເລັດ ຫຼື ປະລາໄຊ ແມ່ນມາຈາກພະນັກງານເກັ່ງ
ຫຼື ອ່ອນ” ຄຳເວົ້າດັ່ງກ່າວນີ້ແມ່ນໄດ້ຊີ້ບອກໃຫ້ເຮົາເຫັນວ່າ
ວຽກງານພະນັກງານແມ່ນວຽກງານຂໍກຸນແຈ, ເປັນຕ່ອງໂສ້ທີ່ສຳຄັນ ເພື່ອຮັບປະ ກັນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງຂອງພັກ
ແລະ ນະໂຍບາຍຂອງລັດໃຫ້ປະກົດຜົນເປັນຈິງ. ພັກເຮົາເຄີຍໃຫ້ທັດສະນະຕໍ່ວຽກງານພະນັກງານວ່າ:
“ເປັນວິທະຍາສາດໜຶ່ງທີ່ມີຊີວິດຊີວາ, ແຕ່ສັບສົນຫຍຸ້ງຍາກເພາະແມ່ນວິທະຍາສາດກ່ຽວກັບຄົນ,
ເປັນວຽກທີ່ຕ້ອງໄດ້ ເຮັດຢ່າງຕໍ່ເນື່ອງລຽນຕິດ, ເຮັດຢ່າງມີແຜນການ ແລະ
ມີຈຸດເລັ່ງຢ່າງຈະແຈ້ງ”. ການເຮັດວຽກພະນັກງານຕ້ອງ ເລີ່ມຈາກການຂຶ້ນແຜນກຳນົດພະນັກງານ,
ການເລືອກເຟັ້ນ, ການບຳລຸງ-ກໍ່ສ້າງ, ການຊັບຊ້ອນຈັດວາງ, ການຄຸ້ມຄອງປ້ອງກັນ,
ການຕີລາຄາແບ່ງປະເພດ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ. ບັນດາວຽກງານທີ່ກ່າວມານີ້
ລ້ວນແຕ່ມີການພົວພັນ ແບບກາຍະອິນຊີນຳກັນ ແລະ ບໍ່ສາມາດຕັດແຍກອອກຈາກກັນໄດ້,
ມັນມີສາຍກ່ຽວພັນກະຕຸກຊຸກຍູ້ເຊິ່ງກັນ ແລະ ກັນ. ວຽກງານພະນັກງານເປັນວຽກງານທີ່ລະອຽດອ່ອນ,
ຕ້ອງດຳເນີນຢ່າງມີຫຼັກການ ແລະ ມີຫົວຄິດປະດິດສ້າງ, ບໍ່ມີກົນຈັກຕາຍຕົວ
ຍ້ອນວ່າບັນດາຂໍ້ກຳນົດ ແລະ ກົດລະບຽບຕ່າງໆກ່ຽວກັບວຽກງານພະນັກງານນັ້໊ນ
ມີບາງອັນກໍພຽງແຕ່ໄດ້ຮັບໃຊ້ ໃນສະເພາະໜ້າເທົ່ານັ້ນ,
ອາດຈະບໍ່ສອດຄ່ອງກັບໄລຍະເວລາຍາວນານ. ສະນັ້ນ, ວຽກງານພະນັກງານເວລາໃດກໍຕ້ອງຕິດພັນໜ້າທີ່ການເມືອງ
ແລະ ຕິດພັນກັບຂະບວນການຂອງມະຫາຊົນ. ວຽກງານພະນັກງານເວລາໃດກໍຕ້ອງມີການເຄື່ອນ ເໜັງ ແລະ ມີການປ່ຽນແປງໄປຕາມຄວາມຮຽກຮ້ອງຂອງສະພາບການໃນແຕ່ລະໄລຍະ.
ທ່ານເລນິນ ຊີ້ແຈ້ງວ່າ :
"ໃນປະຫວັດສາດບໍ່ເຄີຍມີຊົນຊັ້ນໃດສາມາດຍາດໄດ້ອຳນາດການປົກຄອງ
ຖ້າບໍ່ສາມາດສ້າງໄດ້ຖັນແຖວຂອງຕົນບັນດາຜູ້ນຳທາງການເມືອງ, ບັນດາຕົວແທນ ທີ່ມີຄວາມສາມາດພຽງພໍໃນການຈັດຕັ້ງ ແລະ
ນຳພາຂະບວນການ ".
ເມື່ອໄດ້ອຳນາດການປົກຄອງແລ້ວ ກ້າວສູ່ວຽກງານກໍ່ສ້າງສັງຄົມໃໝ່
ທ່ານເລນິນໄດ້ຢັ້ງຢືນວ່າ " ຄົ້ນຄວ້າບຸກຄົນເພື່ອຊອກຫາພະນັກງານທີ່ມີຄຸນທາດ
ນີ້ແມ່ນ ບັນຫານ້ຳເບີໜຶ່ງໃນປະຈຸບັນຖ້າບໍ່ ດັ່ງນັ້ນຈະເຮັດໃຫ້ຄຳສັ່ງ, ມະຕິຕົກລົງທັງໝົດເປັນພຽງແຕ່ກອງເຈ້ຍເສດເທົ່ານັ້ນ ".
ບົດຄວາມສໍາຄັນຂອງວຽກງານພະນັກງານ ໃນພາລະກິດປະຕິວັດຢູ່ຫວຽດຍາມປະທ່ານ ໂຮ່ຈິມິນຂຽນ ວ່າ : " ພະນັກງານແມ່ນອັນເປັນກົກຂອງທຸກວຽກງານ "ວຽກງານຈະປະສົບຜົນສໍາເລັດ ຫຼື ປະລາໄຊກໍ່ມາຈາກພະນັກງານດີ ຫຼື ອ່ອນ "
II. ນະໂຍບາຍຂອງພັກຕໍ່ກັບວຽກງານພະນັກງານ-ລັດຖະກອນ
ພັກເຮົາຍາມໃດກໍ່ຖືວ່າວຽກງານ-ພະນັກງານມີບົດບາດສຳຄັນທັງແມ່ນຍຸດທະສາດຂອງການປະຕິບັດ ແລະ ພະນັກງານເປັນຜູ້ຕັດສິນຜົນໄດ້ຜົນເສຍຂອງວຽກງານ
ທັງເປັນທຶນຮອນອັນປະເສີດຂອງປະເທດຊາດ.
ທ່ານ ໄກສອນ ພົມວິຫານ ອາດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ທັດສະນະຕໍ່ວຽກງານພັກ-ພະນັກງານ
ວ່າ: ບັນຫາຂໍກະແຈຕົ້ນຕໍທີ່ມີຄວາມໝາຍຕັດສິນໃນການຈັດຕັ້ງປະຕິບັດທຸກແນວທາງນະໂຍບາຍຂອງພັກຢ່າງມີໄຊນັ້ນແມ່ນພັກຕ້ອງອອກແຮງບຳລຸງ
ແລະ ກໍ່ສ້າງຖັນແຖວພະນັກງານໃຫ້ເຂັ້ມແຂງໜັກແໜ້ນໃນທຸກດ້ານ.
ທ່ານ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກກ່າວຕໍ່ກອງປະຊຸມວຽກງານພັກ
ແລະ ພະນັກງານທົ່ວປະເທດວ່າ :
1. ພັກເຮົາຖືພະນັກງານ ແລະ ວຽກງານພະນັກງານເປັນບັນຫາທີ່ມີລັກສະນະຂໍກຸນແຈ, ເປັນຕ່ອງໂສ້ສຳຄັນຢູ່ໃນທຸກໄລຍະຂອງການປະຕິວັດກໍ່ຄືໃນພາລະກິດປ່ຽນແປງໃໝ່.
2. ມີພະນັກງານດີຈຶ່ງມີການຈັດຕັ້ງເຂັ້ມແຂງ, ຮັບປະກັນຄວາມສາມັກຄີເປັນເອກະພາບພາຍໃນພັກ
ແລະ ຄວາມສາມັກຄີປອງດອງລະຫວ່າງຊັ້ນຄົນ ແລະ ເຜົ່າຕ່າງໆ.
3. ວຽກງານພະນັກງານມີບົດບາດສຳຄັນ ແລະ ເປັນບັນຫາຍຸດທະສາດຂອງການປະຕິວັດ, ເພາະວ່າພະນັກ ງານເປັນຜູ້ຕັດສິນຜົນໄດ້ຜົນເສຍຂອງແນວທາງ, ສະນັ້ນ ພັກຕ້ອງກຳໂດຍກົງຮອບດ້ານ ແລະ ເດັດຂາດຕໍ່ວຽກງານພະນັກງານເລີ່ມແຕ່ຂອດເອົາຄົນເຂົ້າເຖິງເອົາຄົນອອກການຈັດຕັ້ງ.
ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ
IV ຂອງພັກເປັນຕົ້ນມາ ພັກເຮົາໄດ້ກຳນົດກ່ຽວກັບການປ່ຽນແປງໃໝ່ຂອງວຽກງານພະນັກງານ, ເຊິ່ງສະແດງອອກໃນມະຕິກອງປະຊຸມຂອງພັກໃນແຕ່ລະສະໄໝຢ່າງຈະແຈ້ງ. ການປ່ຽນ ແປງໃໝ່ວຽກງານພະນັກງານຕ້ອງເລີ່ມແຕ່ທັດສະນະຈົນເຖິງບັນຫາລະອຽດແຕ່ລະດ້ານຂອງວຽກງານພະນັກງານ
ເຊັ່ນ : ການເລືອກເຟັ້ນ, ການບຳລຸງ-ກໍ່ສ້າງ, ການສັບຊ້ອນຈັດວາງ, ການຄຸ້ມຄອງ, ການປ້ອງກັນ ແລະ ການປະຕິ ບັດນະໂຍບາຍຕໍ່ພະນັກງານ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ VI ໄດ້ກຳນົດວ່າ : ການປ່ຽນແປງໃໝ່ໃນວຽກງານພະນັກງານກ່ອນອື່ນໝົດຕ້ອງປ່ຽນແປງທັດສະນະໃນການຕີລາຄາ, ການເລືອກເຟັ້ນ ແລະ ການສັບຊ້ອນພະນັກ ງານ “ ຫຼັກການໃນການຕີລາຄາ, ເລືອກເຟັ້ນ ແລະ
ການສັບຊ້ອນຈັດວາງພະນັກງານແມ່ນຕ້ອງ ເຮັດເປັນໝູ່ຄະນະ ແລະ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກຂັ້ນຕ່າງໆ”.
ໃນປະເທດເຮົາເມື່ອມີການນຳພາອັນຖືກຕ້ອງ, ບັນຫາສຳຄັນທີ່ຈະຕ້ອງແກ້ໄຂແມ່ນຕ້ອງເສີ່ມຂະຫຍາຍ ບົດບາດຂອງຄົນໃຫ້ສາມາດນຳໃຊ້ສັກກະຍະພາບ
ແລະ ພື້ນຖານເຕັກນິກຢ່າງສອດຄ່ອງກັບນະໂຍບາຍທີ່ພັກໄດ້ກຳນົດໄວ້, ອັນນີ້ແມ່ນໜ້າທີ່ການເມືອງຂອງອົງການຄຸ້ມຄອງພະນັກງານ-ລັດຖະກອນ, ຖ້າຄົນບໍ່ໜັກແໜ້ນເຂັ້ມແຂງຊັບສົມບັດຈະມີຫຼາຍພຽງໃດ, ພື້ນຖານວັດຖຸ-ເຕັກນິກຈະທັນສະໄໝພຽງໃດກໍ່ບໍ່ສາມາດຈະຫັນແນວທາງນະໂຍບາຍຂອງພັກໃຫ້ການເປັນຕົວຈິງໄດ້.
ຍິ່ງໄປກວ່ານັ້ນປັດຈຸບັນພວກອິດທິກຳລັງປໍລະປັກພວມດຳເນີນສົງຄາມຈິດຕະສາດ, ນະໂຍບາຍຫັນປ່ຽນໂດຍສັນຕິ ແລະ ກົນອຸບາຍອັນເລິກແລບ ເພື່ອມ້າງເພຖັນແຖວພະນັກງານ-ລັດຖະກອນຂອງພວກເຮົາ
ສະນັ້ນ, ຄຽງຄູ່ກັບການພັດທະນາຄົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງພວກເຮົາຍັງຈະຕ້ອງຄຸ້ມຄອງຄົນບໍ່ໃຫ້ຕົກເຮ່ຍເສຍຫາຍ.
1.1 ວຽກງານພະນັກງານຕ້ອງຕິດພັນສະໜິດແໜ້ນກັບແນວທາງ ແລະ ໜ້າທີ່ການເມືອງຂອງພັກ
- ແນວທາງໜ້າທີ່ການເມືອງຂອງພັກ ແລະ ພະນັກງານມີສາຍພົວພັນສັດຈະວິພາກນຳກັນ
ມີຖັນແຖວພະ ນັກງານດີ ເປັນຕົ້ນແມ່ນພະນັກງານນຳພາດີ ຈຶ່ງສາມາດວາງແນວທາງ ແລະ
ໜ້າທີ່ການເມືອງອັນຖືກຕ້ອງ ເມື່ອມີແນວທາງ ແລະ ກຳນົດໜ້າທີ່ການເມືອງຢ່າງຖືກຕ້ອງ
ຈຶ່ງສາມາດໃຫ້ກຳເນີດຖັນແຖວພະນັກງານທີ່ດີ.
- ເມື່ອມີແນວທາງຖືກຕ້ອງ ຈຶ່ງສາມາດສ້າງຖັນແຖວພະນັກງານ ໃຫ້ມີທັດສະນະຫຼັກໝັ້ນຊົນຊັ້ນອັນໜັກ
ແໜ້ນຖືກຕ້ອງ; ຈຶ່ງມີທິດທາງ ແລະ ເນື້ອໃນບໍາລຸງສ້າງພະນັກງານອັນຖືກຕ້ອງ ແລະ
ຈຶ່ງມີບ່ອນອີງເພື່ອສັງເກດຕີລາຄາ, ເລືອກເຟັ້ນພະນັກງານຢ່າງຊັດເຈນ, ສະນັ້ນ, ແນວທາງ ແລະ ໜ້າທີ່ການເມືອງຖືກຕ້ອງ ຫຼື ຜິດພາດ ລ້ວນແຕ່ສົ່ງຜົນກະທົບຕັດສິນເຖິງວຽກງານກໍ່ສ້າງ
ແລະ ປະຕິບັດແນວທາງພະນັກງານ.
- ເມື່ອມີຖັນແຖວພະນັກງານທີ່ມີຄຸນສົມບັດທາດແທ້ປະຕິວັດ
ແລະ ມີຄວາມສາມາດທີ່ດີຈຶ່ງສາມາດວາງ ແນວທາງອອກມາຢ່າງຖືກຕ້ອງ, ສາມາດຫັນເປັນລະອຽດ, ເພີ່ມເຕີ່ມບູລະນະແນວທາງໄດ້, ຈາກນັ້ນຈຶ່ງສາມາດຈັດຕັ້ງປະຕິບັດແນວທາງຢ່າງມີໄຊ.
ດັ່ງນັ້ນ, ພະນັກງານມີບົດບາດຕັດສິນຕໍ່ແນວທາງກໍ່ຄືໜ້າທີ່ການເມືອງ, ຕັດສິນຕໍ່ຜົນໄດ້ຜົນເສຍຂອງແນວທາງ.
ເຫັນແຈ້ງສາຍພົວພັນທີ່ກ່າວມາຂ້າງເທິງນັ້ນ ການດຳເນີນວຽກງານພະນັກງານ
ຕ້ອງຕິດພັນຢ່າງສະນິດ ແໜ້ນກັບແນວທາງ, ໜ້າທີ່ການເມືອງຂອງການປະຕິວັດໃນແຕ່ລະໄລຍະ ວຽກງານພະນັກງານຕ້ອງເລີ່ມຈາກແນວທາງ
ແລະ ໜ້າທີ່ການເມືອງ, ແນ່ໃສ່ຮັບໃຊ້ການປະຕິບັດແນວທາງ, ໜ້າທີ່ການເມືອງໃຫ້ໄດ້ຮັບໄຊຊະນະ.ຢາກມີພະນັກງານທີ່ດີ
ຕ້ອງເອົາໃຈໃສ່ສ້າງແນວທາງທີ່ຖືກຕ້ອງ ເມື່ອໜ້າທີ່ການເມືອງປ່ຽນແປງ, ວຽກງານພະນັກ ງານກໍ່ຕ້ອງປ່ຽນແປງໄປຕາມ
ຕົວຢ່າງ : ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຫັນເປັນອຸດສາຫະກຳ
ແລະ ທັນສະໄໝຢູ່ປະເທດເຮົາໃນປັດຈຸບັນ, ໄດ້ກາຍເປັນບ່ອນອີ່ງເພື່ອໃຫ້ພັກວາງມາດຖານພະນັກງານ, ກຳນົດເນື້ອໃນ, ແບບວິທີກໍ່ສ້າງ, ບຳລຸງພະນັກງານ. ການສັງເກດພິຈາລະນາຕີລາຄາ, ຈັດວາງນໍາໃຊ້ພະນັກງານໃນແຕ່ລະທ້ອງຖິ່ນ, ແຕ່ລະຂະແໜງການໃນແຕ່ລະຂັ້ນ.
1.2 ວຽກງານພະນັກງານຕ້ອງຕິດພັນສະໜິດແໜ້ນກັບການຈັດຕັ້ງ
ພະນັກງານ ແມ່ນເປັນປັດໄຈຕົ້ນຕໍ່ ແລະ ເປັນປັດໄຈ "ເໜັງຕີງ" ທີ່ສຸດຂອງການຈັດຕັ້ງ ພະນັກງານເປັນຜູ້ສ້າງກົງຈັກການຈັດຕັ້ງ
ແລະ ບັນຊາກົງຈັກການຈັດຕັ້ງ ດັ່ງນັ້ນ, ການຈັດຕັ້ງເຂັ້ມແຂງ
ຫຼື ບໍ່ ແມ່ນຂຶ້ນກັບຄຸນນະພາບຂອງຖັນແຖວພະນັກງານ, ເປັນຕົ້ນພະນັກງານຫົວຈັກຫັກແຫຼ່ງ (ຫົວໜ້າຂອງແຕ່ລະຂັ້ນ). ເຖິງຢ່າງໃດກໍ່ຕາມ
ພະນັກງານກໍ່ຢູ່ໃນການຄອບງຳ, ຜູ້ມັດຂອງການຈັດຕັ້ງ, ການຈັດຕັ້ງຕັດສິນທິດທາງ ແລະ ການເຄື່ອນໄຫວຂອງພະນັກງານ, ການຈັດຕັ້ງໃຫ້ພະນັກງານຕ້ອງກະທຳຖືກຕາມລະບຽບການ
ແລະ ຢູ່ໃນຂອບເຂດອັນແນນ່ອນ.ຖ້າການຈັດຕັ້ງຈະທະວີຄູນກຳລັງແຮງຂອງພະນັກງານຂຶ້ນຫຼາຍເທົ່າ ພະນັກງານຈະມີກຳລັງແຮງ ຫາກວ່າ
ມັນຕິດພັນກັບການຈັດຕັ້ງ ແລະ ເປັນຕົວແທນໃຫ້ການຈັດຕັ້ງ.
ຖ້າແຍກຕົວອອກຈາກການຈັດຕັ້ງແລ້ວ ພະນັກງານກໍ່ສູນເສຍກຳລັງແຮງແຫ່ງສິດອຳນາດ ແລະ
ປະສິດທິພາບ ທີ່ໜູ່ຄະນະສ້າງໃຫ້.ບົດຮຽນໃຫ້ເຫັນວ່າ ການຈັດຕັ້ງເຂັ້ມ ແຂງຈະເຮັດໃຫ້ແຕ່ລະຄົນເຂັ້ມແຂງ, ແຕ່ລະຄົນເຂັ້ມແຂງການຈັດຕັ້ງກໍ່ເຂັ້ມແຂງ.
ດັ່ງນັ້ນ,
ຢາກມີພະນັກງານທີ່ເຂັ້ມແຂງ
ແມ່ນຕ້ອງເອົາໃຈໃສ່ສ້າງການຈັດຕັ້ງໃຫ້ເຂັ້ມແຂງ ການກໍ່ສ້າງການຈັດຕັ້ງຕ້ອງໄປຄຽງຄູ່ກັບການກໍ່ສ້າງຄົນ. ການກໍ່ສ້ງຄົນຕ້ອງຕິດພັນກັບການຈັດຕັ້ງ, ຕ້ອງເລີ່ມຈາກການຈັດຕັ້ງ
ແລະ ຈາກຄວາມຮຽກຮ້ອງຕ້ອງການຂອງວຽກງານ ເພື່ອດຳເນີນການກໍ່ສ້າງ, ບຳລຸງ, ຊັບຊ້ອນ, ຈັດວາງພະນັກງານ
ຫາກບໍ່ແມ່ນເຮັດໄປຕາມທາງກົງກັນຂ້າມ.
1.3 ວຽກງານພະນັກງານຕ້ອງຕິດພັນສະນິດແໜ້ນກັບຂະບວນການປະຕິວັດຂອງມະຫາຊົນ
ພະນັກງານ ແລະ ຂະບວນການປະຕິວັດມະຫາຊົນມີສາຍພົວພັນສັດຈະວິພາກນຳກັນ, ມີການກະທົບເຊິ່ງກັນ ແລະ ກັນ ແລະ ສ້າງປະຖົມປັດໄຈໃຫ້ແກ່ກັນ.
ຂະບວນການມະຫາຊົນຈະໃຫ້ກຳເນີດແກ່ພະນັກງານທີ່ດີເພາະເປັນບ່ອນບຳລຸງ, ທົດສອບ ແລະ ເລືອກເຟັ້ນພະນັກງານ.
ໃນອີກດ້ານໜຶ່ງພະນັກງານພັດເປັນຜູ້ໂຄສະນາຂົນ ຂວາຍ, ຈັດຕັ້ງນຳພາ, ຮັກສາຂະບວນການປະຕິວັດຂອງມະຫາຊົນ.
ພະນັກງານແນວໃດຂະບວນການກໍ່ເປັນແນວນັ້ນ. ຖ້າບໍ່ສາມາດສ້າງໄດ້ຖັນແຖວພະນັກງານທີ່ດີ, ມີຄຸນສົມບັດທາດແທ້ປະຕິວັດ ແລະ
ຄວາມສາມາດດ້ານພຶດຕິກຳຢ່າງພຽບພ້ອມກໍ່ບໍ່ມີຂະບວນການປະຕິວັດຂອງມະຫາຊົນທີ່ຟົດຟຶ້ນ ແລະ
ຕໍ່ເນື່ອງ. ພຶດຕິກຳຕົວຈິງໃຫ້ເຫັນວ່າ ຢາກມີຖັນແຖວພະນັກງານທີ່ດີ ວຽກງານພະນັກງານກໍ່ຕ້ອງຕິດພັນກັບການກໍ່ສ້າງ, ເສີ່ມຂະຫຍາຍຂະບວນການປະຕິວັດມະຫາຊົນ, ຜ່ານຂະບວນການປະຕິວັດຂອງມະຫາຊົນເພື່ອຕີລາຄາ, ເລືອກເຟັ້ນບຳລຸງ, ສ້າງພະນັກງານ, ພ້ອມກັນນັ້ນກໍ່ຕ້ອງເອົາພະນັກງານ
ທີ່ໄດ້ຜ່ານການກໍ່ສ້າງມາແລ້ວໄປທົດສອບຝຶກຝົນຫຼໍ່ຫຼອມ ໃນຂະບວນການປະຕິວັດຂອງມະຫາຊົນ.
1.4 ເຊື່ອມຊຶມທັດສະນະຊົນຊັ້ນກຳມະກອນຂອງພັກ, ເສີ່ມຂະຫຍາຍມູນເຊື້ອຮັກຊາດ ແລະ
ຄວາມສາມັກຄີປອງດອງຊາດ ໃນວຽກງານພະນັກງານ
ເຊື່ອມຊຶມ ແລະ
ເພີ່ມທະວີທາດແທ້ຊົນຊັ້ນກຳມະກອນຂອງພັກ ເຂົ້າໃນວຽກງານພະນັກງານແມ່ນບັນຫາພຶ້ນຖານ ທີ່ມີລັກສະນະຫຼັກການສອດຫ້ອຍໄປທຸກໆ
ຂອດຂອງວຽກງານພະນັກງານ. ທັດສະນະຊົນຊັ້ນກຳມະ ກອນຕ້ອງສະແດງອອກຢູ່ໃນການເລືອກເຟັ້ນ, ກໍ່ສ້າງ, ບຳລຸງຈົນເຖິງການຄຸ້ມຄອງຕີລາຄາ, ຈັດວາງນຳໃຊ້ ແລະ ປະຕິບັດນະໂຍບາຍຕໍ່ຖັນແຖວພະນັກງານ, ສະແດງອອກໃນການສຶກສາອົບຮົມ, ການຝຶກຝົນຫຼໍ່ຫຼອມທັດສະນະຫຼັກໝັ້ນ, ສະຕິເຄົາລົບການຈັດຕັ້ງ ແລະ ລະບຽບວິໄນຂອງຊົນຊັ້ນກຳມະກອນໃຫ້ຖັນແຖວພະນັກງານ, ເພື່ອໃຫ້ມີຖັນແຖວພະນັກງານທີ່ບໍລິສຸດຊື່ສັດຕໍ່ພາລະກິດຂອງພັກ ເສີ່ມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີປອງດອງເຕົ້າໂຮມພະນັກງານຕ່າງໆ ຢ່າງກວ້າງຂວາງ, ນຳໃຊ້ບຸກຄະລາກອນທີ່ມີຄວາມສາມາດມີພອນສະຫວັນແຕ່ລະດ້ານ, ໂດຍບໍ່ຈຳແນກວ່າ ເປັນສະມາຊິກພັກ ຫຼື ບໍ່ທັນແມ່ນ, ຊົນເຜົ່າ, ສາດສະໜາ, ທັງຄົນລາວທີ່ຢູ່ຕ່າງປະເທດ.
ສືບທອດມູນເຊື້ອອັນດີງາມຂອງຖັນແຖວພະນັກງານປະຕິວັດລຸ້ນອາວຸໂສ
ເພື່ອກໍ່ສ້າງພະນັກງານສືບທອດໃນປະຈຸບັນ ແລະ ຍາວນານ.
1.5 ພັກນຳພາວຽກງານພະນັກງານ ແລະ ຄຸ້ມຄອງຖັນແຖວພະນັກງານຢ່າງເປັນເອກະພາບໂດຍກົງຕາມຫຼັກການລວມສູນປະຊາທິປະໄຕ, ພ້ອມທັງເສີ່ມສ້າງ
ຂະຫຍາຍຄວາມຮັບຜິດຊອບຂອງບັນດາການຈັດຕັ້ງໃນລະບົບການເມືອງ
ພັກກຳອຳນາດຕ້ອງກຳພະນັກງານໂດຍກົງ, ເອົາໃຈໃສ່ກໍ່ສ້າງພະນັກງານຂອງພັກ, ຂອງທັງໝົດລະບົບການເມືອງ ແລະ ໃນທຸກຂົງເຂດຂອງຊີວິດສັງຄົມ. ການເພີ່ມທະວີບົດບາດການນຳພາຂອງຄະນະພັກແຕ່ລະຂັ້ນແມ່ນປັດໄຈຕັດສິນຜົນສຳເລັດຂອງວຽກງານພະນັກງານ. ຕ້ອງແບ່ງຂັ້ນຄຸ້ມຄອງພະນັກງານໃຫ້ແຕ່ລະຂັ້ນ ແລະ
ການຈັດຕັ້ງພັກແຕ່ລະຂະແໜງ, ອົງການ. ການຕົກລົງກ່ຽວກັບພະນັກງານ
ແລະ ວຽກງານພະນັກງານຕ້ອງເປັນມະ ຕິຂອງໝູ່ຄະນະ ແລະ ປະຕິບັດຕາມມະຕິ.
II. ນະໂຍບາຍຂອງລັດກ່ຽວກັບວຽກງານພະນັກງານ
- ລັດຖະກອນ
ລັດ
ຖືເປັນສຳຄັນວຽກງານພະນັກງານ-ລັດຖະກອນ ແລະ ສົ່ງເສີ່ມດ້ວຍການປະຕິບັດນະໂຍບາຍຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ສ້າງທຸກເງື່ອນໄຂໃຫ້ພະນັກງານ-ລັດຖະກອນທຸກເພດ, ທຸກເຜົ່າຕາມຄວາມສາມາດຕົວຈິງ
ໄດ້ຮັບການພັດທະນາທາງດ້ານການເມືອງ, ແນວຄິດ, ຈັນຍາບັນ, ຍົກລະດັບດ້ານວິຊາສະເພາະ, ຄວາມຮູ້, ຄວາມສາມາດ
ເພື່ອເປັນກຳລັງແຮງໃນການປະຕິບັດໜ້າທີ່ໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ
ແລະ ຮັບໃຊ້ປະຊາຊົນ ຢ່າງສຸດກົກສຸດປາຍດ້ວຍຄວາມບໍລິສຸດໃຈ.
ລັດປົກປ້ອງສິດ
ແລະ ຜົນປະໂຫຍດອັນຊອບທຳຂອງພະນັກງານ-ລັດຖະກອນ ເພື່ອເປັນທຶນຮອນອັນປະເສີດ, ເປັນຜູ້ຕັດສິນຜົນໄດ້, ຜົນເສຍຂອງການຈັດຕັ້ງປະຕິບັດວຽກງານພ້ອມທັງເອົາໃຈໃສ່ຍົກລະດັບຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ
ເພື່ອຮັບປະກັນການປະຕິບັດໜ້າທີ່ໃຫ້ສຳເລັດ (ກົດໝາຍວ່າດ້ວຍ
ພະນັກງານ-ລັດຖະກອນ, 2016).
III. ການຄຸ້ມຄອງວຽກງານພະນັກງານ-ລັດຖະກອນ
“ຄຸ້ມຄອງວຽກງານໃດຕ້ອງຄຸ້ມຄອງຄົນໄປພ້ອມ” ພ້ອມກັນນັ້ນກໍ່ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງທີ່ກົມການເມືອງສູນກາງພັກວາງອອກ, ການຄຸ້ມຄອງ ແລະ ປ້ອງກັນພະນັກງານຕ້ອງຕິດພັນກັບການກວດກາ, ການສຶກສາອົບຮົມ, ຊ່ວຍເຫຼືອກໍ່ສ້າງເພື່ອເຮັດໃຫ້ເຂົາເຫັນໄດ້ຈຸດດີອັນເປັນພື້ນຖານທີ່ຈະຕ້ອງໄດ້ເສີ່ມຂະຫຍາຍ ແລະ
ເຫັນໄດ້ຈຸດອ່ອນຂໍ້ຂາດຕົກບົກຜ່ອງຂອງຕົນເພື່ອດັດແປງແກ້ໄຂໃຫ້ທັນເວລາ ແນໃສ່ປົກປັກຮັກສາ
ແລະ ປ້ອງກັນຖັນແຖວພະນັກງານເປັນຢ່າງດີ.
ການຄຸ້ມຄອງຖັນແຖວພະນັກງານຕ້ອງຄຸ້ມຄອງ
ແລະ ກຳແໜ້ນທາງດ້ານຈຳນວນ, ຄຸນນະພາບ, ຈຸດພິ ເສດ, ຄຸນລັກສະນະ, ກຳສະພາບທາງດ້ານການເມືອງແນວຄິດ, ຄວາມສາມາດຂອງຖັນແຖວພະນັກງານ
ແລະ ບຸກຄົນ, ຄຸ້ມຄອງບັນຊີສະຖິຕິ, ຊີວະປະຫວັດພ້ອມການເຄື່ອນໄຫວ, ການພົວພັນສັງຄົມຂອງພະນັກງານໃນອາດີດ ແລະ
ປະຈຸບັນໂດຍມີການວິໄຈໃຫ້ຈະແຈ້ງແລ້ວບັນທຶກແຕ່ລະໄລຍະເຂົ້າໃນສຳເນົາປະຫວັດຂອງພະນັກງານແຕ່ລະຄົນ, ໃນເມື່ອພະນັກງານຖືກຍົກຍ້າຍໜ້າທີ່, ການຈັດຕັ້ງຕ້ອງຍົກຍ້າຍສຳນວນເອກະສານຂອງຜູ້ກ່ຽວໄປໃຫ້ການຈັດຕັ້ງບ່ອນໃໝ່
ແລະ ຕ້ອງຮັກສາຄວາມລັບໃຫ້ໄດ້ດີ. ເກັບກຳ ແລະ
ຂຶ້ນບັນຊີຊັບສົມບັດສ່ວນຕົວທີ່ສຳຄັນ ແລະ ເປັນພື້ນຖານຂອງພະນັກງານນຳພາຄຸ້ມຄອງຂັ້ນຕ່າງໆ
ແລະ ບາງປະເພດພະນັກງານວິຊາການໃນແຕ່ລະໄລ ຍະເພື່ອບັນທຶກ
ເຂົ້າໃນສຳນວນເອກະສານຂອງພະນັກງານແຕ່ລະຄົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
ອັນຮີບດ່ວນໃນຕໍ່ໜ້ານີ້
ແມ່ນຕ້ອງສ້າງໃຫ້ໄດ້ແຜນຍຸດທະສາດກ່ຽວກັບການບຳລຸງສ້າງພະນັກງານໄລຍະຫັນເປັນອຸດສະຫະກຳ
ແລະ ທັນສະໄໝ, ເອົາໃຈໃສ່ການຂຶ້ນແຜນກຳນົດພະນັກງານແຕ່ຮາກຖານຂຶ້ນມາໃຫ້ມີຄວາມຊັດເຈນ
ເພື່ອມີແຫຼ່ງຕອບສະໜອງຄວາມຕ້ອງການໃນແຕ່ລະໄລຍະ ແລະ ແຕ່ລະຂະແໜງການທ້ອງຖິ່ນໃຫ້ທັນການ,
ຕ້ອງຖືວຽກນີ້ເປັນວຽກທີ່ຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ
ເພື່ອເປັນເງື່ອນໄຂກະຕຸກຊຸກຍູ້ພະນັກງານປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບ ແລະ
ມີຜົນສຳເລັດທັງເປັນການສ້າງໂອກາດໃຫ້ເຂົາເຈົ້າໄດ້ຝຶກຝົນຫຼໍ່ຫຼອມ-ທົດສອບ ແລະ
ທຸ້ມເທຄວາມຮູ້ຄວາມສາມາດຂອງຕົນຢ່າງເຕັມສ່ວນ.
ປະຕິບັດຫຼັກການຄຸ້ມຄອງ-ນຳໃຊ້ພະນັກງານໃຫ້ເປັນເອກະພາບ
ແລະ ຖືກຕ້ອງ, ກ່ອນອື່ນໝົດແມ່ນຫຼັກ ການ ພັກນຳພາໂດຍກົງ ແລະ ເປັນເອກະພາບກ່ຽວກັບການຄຸ້ມຄອງ, ຕີລາຄາ, ເລືອກເຟັ້ນພະນັກງານສົມທົບຢ່າງ ແໜ້ນແຟ້ນລະຫວ່າງການຄຸ້ມຄອງລວມສູນກັບການແບ່ງຂັ້ນຄຸ້ມຄອງພະນັກງານໂດຍແມ່ນສູນກາງເປັນຜູ້ວາງແນວ
ທາງ, ກຳນົດທິດນຳ, ມາດຖານ, ຊີ້ນຳການອອກນິຕິກຳ, ລະບອບລະບຽບການ, ກົນໄກ
ແລະ ນະໂຍບາຍກ່ຽວກັບພະນັກງານ, ສ່ວນອົງກອນຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນຕ້ອງປະຕິບັດຢ່າງເຂັ້ມງວດ,
ສືບຕໍ່ປະຕິ ບັດລະບອບການແບ່ງຂັ້ນຄຸ້ມຄອງ ແລະ ລະບອບການຕິດຕາມກວດກາພະນັກງານໃຫ້ຮັດກຸມ
ແລະ ແທດເຖິງຕື່ມອີກ, ຮັບປະກັນໃຫ້ການຄຸ້ມຄອງພະນັກງານດຳເນີນໄປຕາມຫຼັກການລວມສູນປະຊາທິປະໄຕ,
ຄົ້ນຄ້ວາຕົກລົງບັນຫາກ່ຽວກັບພະນັກງານເປັນໝູ່ຄະນະ, ປັບປຸງກົນໄກ ແລະ ລະບຽບການກວດກາ, ຕີລາຄາພະນັກງານໃຫ້ສົມ ບູນຍິ່ງຂຶ້ນເພື່ອຮັບປະກັນໃຫ້ການເລືອກເຟັ້ນ,
ສັບຊ້ອນຈັດວາງ ແລະ
ນໍາໃຊ້ໄປຢ່າງຖືກຕ້ອງທັງເສີ່ມຂະຫຍາຍໄດ້ດ້ານຕັ້ງໜ້າ ກໍຄືຄວາມຮູ້ຄວາມສາມາດຂອງພະນັກງານແຕ່ລະຄົນ,
ປະຕິບັດລະບອບເຄື່ອນຍ້າຍ ແລະ ສັບປ່ຽນບ່ອນປະຈຳການ, ລະບອບຕຳແໜ່ງ,
ອອກລະບຽບການກວດສອບຄວາມຮູ້ຄວາມສາມາດ ແລະ
ທາບທາມຫາງສຽງຕໍ່ພະນັກງານຫຼັກແຫຼ່ງຕິດພັນກັບການເລື່ອນຕຳແໜ່ງ ຫຼື ປົດຕຳແໜ່ງ,
ສະກັດກັ້ນ ແລະ ກຳຈັດທຸກວິທີການເຄື່ອນໄຫວຂອງພະນັກງານ, ສະມາຊິກພັກທີ່ລະເມີດແນວທາງ
ແລະ ກົດໝາຍ ເພື່ອໃຫ້ໄດ້ເລືອນຕຳແໜ່ງ ຫຼື ເພື່ອຊ່ວຍແກ້ໄຂບັນຫາຜິດພາດຂອງພະນັກງານ-ສະມາຊິກພັກ.
ປະຕິບັດລະບອບນະໂຍບາຍຕໍ່ພະນັກງານໃຫ້ເໝາະສົມ ແລະ ສອດຄ່ອງກັບເງື່ອນໄຂໃໝ່ ເປັນຕົ້ນປະຕິບັດນະໂຍບາຍຕໍ່ພະນັກງານປະຕິວັດອາວຸໂສ - ຜູ້ມີຜົນງານຕໍ່ປະເທດຊາດ ແລະ ການປະຕິວັດໃຫ້ສຳເລັດຢ່າງທົ່ວເຖິງ,
ຄົ້ນຄ້ວາປັບປຸງເງິນເດືອນ, ເງິນອຸດໜູນ ເບ້ຍບຳນານ ແລະ ນະໂຍບາຍສົ່ງເສີ່ມອື່ນໆໃຫ້ແກ່ພະນັກງານແຕ່ລະປະເພດ
ແລະ ແຕ່ລະຂະແໜງການ, ຄົ້ນຄ້ວາປັບປຸງລະບອບອຸດໜູນພະນັກງານຂັ້ນບ້ານຕາມທິດທາງໃໝ່
ຈາກການເຮັດທົດລອງ 3 ສ້າງ ແລະ
ເປີດກ້ວາງການຈັດຕັ້ງປະຕິບັດຕາມເງື່ອນໄຂຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ.
IV. ສາຍພົວພັນລະຫວ່າງພະນັກງານກັບແນວທາງນະໂຍບາຍຂອງພັກ
3.1
ສາຍພົວພັນລະຫວ່າງພະນັກງານກັບແນວທາງຂອງພັກ
- ພະນັກງານ ແລະ ວຽກງານພະນັກງານຕ້ອງເລີ່ມຈາກທັດສະນະແນວທາງນະໂຍບາຍຂອງພັກ, ເລີ່ມຈາກສະພາວະຄວາມເປັນຈິງຂອງປະເທດ ແລະ ແຕ່ລະທ້ອງຖິ່ນ.
- ພະນັກງານກໍ່ມີການກະທົບຄືນຕໍ່ແນວທາງນະໂຍບາຍຂອງພັກ ເຊັ່ນ:
ພະນັກງານມີຄຸນສົມບັດດີ,
ມີຄວາມຮູ້ຄວາມສາມາດຈຶ່ງສາມາດຄົ້ນຄວ້າໃນການກຳນົດແນວທາງນະໂຍບາຍຖືກຕ້ອງ,
ສາມາດເຮັດຫຼ້ອນໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ, ພະນັກງານດີ, ມີຫົວຄິດປະດິດສ້າງ
ຈຶ່ງສາມາດເຮັດໃຫ້ແນວທາງນະໂຍບາຍຂອງພັກນັບມື້ນັບໄດ້ຮັບການປັບປຸງໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະຂອງການປ່ຽນແປງ.
3.2 ສາຍພົວພັນລະຫວ່າງພະນັກງານກັບການຈັດຕັ້ງ
- ການຈັດຕັ້ງແມ່ນບົ່ງບອກເຖິງພາລະບົດບາດໜ້າທີ່, ຂອບເຂດສິດ ແລະ ຮູບແບບຂອງກົນໄກຄຸ້ມຄອງ.
- ພະນັກງານເປັນຈຸລັງຂອງການຈັດຕັ້ງ, ເປັນຜູ້ຈັດຕັ້ງປະຕິບັດບົດບາດຂອງການຈັດຕັ້ງ.
- ການຈັດຕັ້ງມີຄວາມໜັກແໜ້ນຈະເຮັດໃຫ້ພະນັກງານມີຄວາມເຕີມໃຫຍ່ຂະຫຍາຍຕົວ, ພະນັກງານ
ກໍ່ຈະເຮັດໃຫ້ການຈັດຕັ້ງເຂັ້ມແຂງ.
- ການກໍານົດພາລະບົດບາດຂອງການຈັດຕັ້ງຖືກຕ້ອງຈະເປັນການເສີ່ມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ, ກໍານົດຕໍາແໜ່ງງານ, ມາດຖານຂອງແຕ່ລະຕໍາແໜ່ງຖືກຕ້ອງຈະເຮັດໃຫ້ການປະຕິບັດວຽກງານ ຫຼື ຄວາມຮັບຜິດຊອບຂອງການຈັດຕັ້ງນັ້ນມີປະສິດທິຜົນສູງ.
-
ເວົ້າລວມແລ້ວພະນັກງານດີ
ຈຶ່ງຈະເສີ່ມຂະຫຍາຍຜົນສັກສິດຂອງການຈັດຕັ້ງໄດ້ ແລະ ການຈັດຕັ້ງທີ່ໜັກແໜ້ນກໍ່ເຮັດໃຫ້ພະນັກງານເຕີບໃຫຍ່ຂະຫຍາຍຕົວດີ.
3.3
ສາຍພົວພັນລະຫວ່າງພະນັກງານກັບຂະບວນການມະຫາຊົນ
- ມະຫາຊົນເປັນຜູ້ສ້າງປະຫວັດສາດ, ພັກເຮົາຍາມໃດກໍ່ຖືເອົາມະຫາຊົນເປັນກົກເປັນກຳລັງແຮງສັງລວມ, ສ່ວນພະນັກງານແມ່ນເປັນຜູ້ສ້າງຂະບວນການ, ເມື່ອມີຂະບວນການຈຶ່ງມີພະນັກງານທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການເພື່ອນໍາມະຫາຊົນຈັດຕັ້ງປະຕິບັດຂະບວນການດັ່ງກ່າວ.
- ພະນັກງານເປັນຜູ້ຈັດຕັ້ງໂຄສະນາຊວນເຊື່ອແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍໃຫ້ແກ່ມະຫາຊົນ, ພ້ອມທັງສ້າງຂະບວນການເພື່ອຈັດຕັ້ງປະຕິບັດແນວທາງນະໂຍບາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ.
ຄຳຖາມທ້າຍບົດ:
1.
ນະໂຍບາຍຂອງພັກຕໍ່ກັບວຽກງານພະນັກງານ-ລັດຖະກອນ
ມີຄືແນວໃດ ?
2. ນະໂຍບາຍຂອງລັດກ່ຽວກັບວຽກງານພະນັກງານ-ລັດຖະກອນ
ມີຄືແນວໃດ ?
3.
ສາຍພົວພັນລະຫວ່າງພະນັກງານກັບແນວທາງຂອງພັກມີສາຍພົວພັນກັນຄືແນວໃດແດ່
?
ความคิดเห็น
แสดงความคิดเห็น