ບົດທີ
2
ປັດຊະຍາ ແລະ ແນວຄວາມຄິດກ່ຽວກັບການບໍລິຫານບຸກຄະລາກອນ
I. ປະຫວັດຄວາມເປັນມາຂອງການບໍລິຫານບຸກຄະລາກອນ
ການບໍລິຫານບຸກຄະລາກອນ ຕະຫຼອດຈົນຮອດປັດຊະຍາ ແລະ
ວິທີປະຕິບັດຕ່າງໆໄດ້ມີການວິວັດ ທະນາການເກີດຂື້ນຈາກເຫດການທີ່ສຳຄັນກ່ຽວເນຶ່ອງກັນ ຕັ້ງແຕ່ໄລຍະທຳອິດຂອງການປະຕິວັດອຸດສາຫະກຳ
ການບໍລິຫານງານບຸກຄົນທີ່ມີມາເປັນລຳດັບຈາກສະໄໝດັ່ງເດີມນັ້ນມີການປ່ຽນແປງເພາະເປັນຜົນສືບເນຶ່ອງມາຈາກມີການລວມຕົວກັນເຮັດວຽກເປັນກຸ່ມ,
ການປ່ຽນແປງທາງດ້ານການສຶກສາ ແລະ ການເກີດຂອງສະພາບແຮງງານຕ່າງໆ.
ນອກຈາກນີ້ຜົນທີ່ສຶບເນຶ່ອງມາຈາກຄວາມສົນໃຈຂອງຜູ້ປະຕິບັດໃນວິຊາຊີບການຂະຫຍາຍຕົວຂອງໂຮງງານອຸດສາຫະກຳ
ຫຼື ອົງການຂະໜາດໃຫຍ່ ແລະ ຄວາມກ້າວໜ້າທາງວິຊາການທີ່ກ່ຽວກັບການຜະລິດ ຕະຫຼອດຈົນຄວາມເປັນຢູ່ຕ່າງໆຂອງສະພາບສັງຄົມ
ແລະ ເສດຖະກິດ ແລະ ວິວັດທະນາການທາງດ້ານການເມືອງທີ່ປ່ຽນແປງຕໍ່ເນື່ອງກັນນັ້ນລ້ວນແລ້ວແຕ່ມີຜົນໂດຍກົງ
ຕໍ່ການບໍລິຫານບຸກຄະລາກອນ ໂດຍສະເພາະຢ່າງຍິ່ງປັດໄຈຕ່າງໆເຫຼົ່ານີ້ໄດ້ມີອິດທິພົນໂດຍກົງຕໍ່ການປ່ຽນແປງໃນໂຕພະນັກງານ
ໃນຂະນະດຽວກັນນາຍຈ້າງເຊິ່ງເປັນຜູ້ໃຊ້ແຮງງານໃນການຜະລິດ ແລະ
ຕ້ອງມີການແຂ່ງກັນໃນການສ້າງປະສິດທິພາບໃຫ້ຫລາຍ ກໍຈຳຕ້ອງຫັນມາໃຫ້ຄວາມສົນໃຈທາງດ້ານການບໍລິຫານບຸກຄະລາກອນໃຫ້ຫຼາຍຂື້ນ
ສາເຫດຕ່າງໆເຫຼົ່ານີ້ລ້ວນມີສ່ວນສຳຄັນທີ່ເຮັດໃຫ້ວິຊາການທາງດ້ານນີ້ຕ້ອງກ້າວໜ້າ ແລະ
ຈະຕ້ອງພັດທະນາວິທີການໃຫ້ມີປະສິດທິພາບເພິ່ມຂື້ນເປັນລຳດັບໃນທີ່ນີ້ຈະໄດ້ມີການກ່າວເຖິງສະເພາະຄວາມເປັນມາໃນການບໍລິຫານບຸກຄະລາກອນແຕ່ພຽງຫຍໍ້ໆ
ເພຶ່ອຈະໄດ້ເປັນຄວາມຮັບຮູ້ເປັນພື້ນຖານສຳລັບຄວາມເຂົ້າໃຈ ແລະ ສຶກສາຕໍ່ໄປ.
1.1
ການບໍລິຫານບຸກຄະລາກອນໃນໄລຍະທຳອິດ
ການບໍລິຫານບຸກຄະລາກອນໄດ້ເກີດຂື້ນຂ້ອນຂ້າງຊັດເຈນໃນຊ່ວງທີ່ມີການປະຕິວັດອຸດສາຫະກຳໃນໄລຍະຕອນປາຍສະຕະວັດທີ
17 ແລະ ຕົ້ນສະຕະວັດທີ 18 ໃນຍຸກຂອງການປະຕິວັດອຸດສາຫະກຳນັ້ນ ສິ່ງປ່ຽນແປງທີ່ສຳຄັນກໍຄື
ໄດ້ມີການນຳເອົາເຄຶ່ອງຈັກເຂົ້າມາໃຊ້ ເຊິ່ງມີຜົນເຮັດໃຫ້
ໂຮງງານອຸດສາຫະກຳຕ່າງໆເກີດຂື້ນຢ່າງຫຼວງຫຼາຍ ຄວາມຈຳເປັນທີ່ຈະຕ້ອງຈ້າງຄົນເປັນກຸ່ມກ້ອນຂະໜາດໃຫຍ່ໄດ້ມີຜົນໂດຍກົງທີ່ເຮັດໃຫ້ເກີດການໃຊ້ແຮງງານມະນຸດເພຶ່ອການຜະລິດຫຼາຍຂື້ນກ່ວາເກົ່າ,
ໃນສະໄໝນັ້ນມີສິ່ງໜຶ່ງທີ່ປະກົດຂື້ນຄວບຄູ່ກັນກໍຄື ໄດ້ມີການແບ່ງແຍກແຮງງານກັນເຮັດໃນທາງການຜະລິດໂດຍເຫດທີ່ມີການໃຊ້ພະນັກງານເຂົ້າມາເຮັດວຽກຕາມສະພາບຕ່າງໆ
ທີ່ໄດ້ແບ່ງອອກດັ່ງກ່າວ ສະພາບຈຶ່ງປ່ຽນແປງເປັນລັກສະນະເຊິ່ງຜູ້ປະຕິບັດງານຈະຕ້ອງມີຄວາມສາມາດຫຼາຍຂື້ນ
ບໍ່ແມ່ນເຮັດແຕ່ວຽກງ່າຍໆ ຫາກແຕ່ຕ້ອງຂື້ນຢູ່ກັບເງື່ອນໄຂຂອງເຄື່ອງຈັກທີ່ມີຄວາມຊັບຊ້ອນຫຼາຍຂື້ນ
ນອກຈາກນີ້ຍັງຈະຕ້ອງເຮັດຢ່າງວ່ອງໄວຕາມຂັ້ນຕອນຕ່າງໆຂອງລະບົບ, ພະນັກ ງານສ່ວນຫຼາຍຈຶ່ງຕ້ອງມີການຝຶກຝົນໃຫ້ເກີດຄວາມຊຳນານໃນດ້ານຕ່າງໆຫຼາຍຂື້ນພ້ອມກັນດ້ວຍ,
ໂດຍທີ່ມີໂຮງງານອຸດສາຫະກຳເກີດຂື້ນຫຼາຍ ແລະ ມີພະນັກງານຈຳນວນຫຼາຍເຂົ້າມາຮ່ວມເຮັດວຽກນຳກັນ,
ເງຶ່ອນໄຂການປະຕິບັດວຽກງານຈະຕ້ອງມີການກຳນົດເວລາທີ່ແນ່ນອນຂອງການເລິ່ມຕົ້ນເຂົ້າເຮັດວຽກຕະຫຼອດຮອດ
ການປະຕິບັດຕາມລະບຽບກົດເກນທີ່ກຳນົດໄວ້ ແລະ ຕ້ອງມີການປະສານງານຕາມລຳດັບຄວາມຮັບຜິດຊອບ,
ຄວາມສຳພັນຂອງພະນັກງານທີ່ປະຕິບັດຮ່ວມກັນເປັນກຸ່ມກ້ອນຈຶ່ງມີຄວາມສຳພັນທີ່ສະຫຼັບຊັບຊ້ອນຫຼາຍຂື້ນ.
ນອກຈາກນີ້ສະພາບການທົ່ວໄປພາຍໃນໂຮງງານກໍມີລັກສະນະທີ່ບໍ່ເໝາະສົມ ແລະ
ມີບັນຫາໃນເລຶ່ອງອຸນນະ ພູມ, ຝຸ່ນລະອອງ, ຕະຫຼອດຈົນຮອດສຽງ ຫຼື ຄວາມບໍ່ສະດວກອື່ນໆ,
ຊຶ່ງກໍ່ໃຫ້ເກີດເປັນບັນຫາສຳລັບຜູ້ເຮັດວຽກພ້ອມກັນໄປດ້ວຍ; ໃນສະພາບການດັ່ງກ່າວ
ໂດຍທີ່ແຮງງານໄດ້ເກີດຂື້ນໃນໄລຍະເລິ່ມຕົ້ນ ແລະ ອຸດສາ ຫະກຳໄດ້ຮັບການຂະຫຍາຍຕົວຢ່າງວ່ອງໄວ,
ການວ່າຈ້າງຕະຫຼອດຈົນການໃຊ້ແຮງງານຕ່າງໆ ຈຶ່ງນັບເປັນບັນ ຫາທີ່ກໍ່ໃຫ້ເກີດສະພາບຄວາມບໍ່ເໝາະສົມຫຼາຍປະການ
ແລະ ເປັນການບັນທອນຄຸນນະພາບຊີວິດຂອງຜູ້ຄົນທີ່ເປັນຜູ້ໃຊ້ແຮງງານຈົນປະກົດເຫັນໄດ້ຊັດເຈນ.
ດ້ວຍເຫດນັ້ນຜູ້ໃຊ້ແຮງງານໃນສະໄໝນັ້ນຈຶ່ງໄດ້ລວມຕົວກັນເປັນກຸ່ມກ້ອນໃນລັກສະນະຂອງສະ
ພາບແຮງງານ ທັງນີ້ກໍເພຶ່ອປົກປ້ອງຜົນປະໂຫຍດ ແລະ ພະຍາຍາມໃຫ້ຊີວິດການເປັນຢູ່
ຕະຫຼອດຈົນສະພາບການເຮັດວຽກດີຂື້ນ, ການຮຽກຮ້ອງເພຶ່ອໃຫ້ມີການປັບປຸງສະພາບການເຮັດວຽກຈຶ່ງໄດ້ຮັບຄວາມສົນໃຈຈາກຜູ້ຮັບຜິດຊອບ
ຕະຫຼອດຮອດຈາກສັງຄົມໂດຍສ່ວນລວມຈົນໃນທີ່ສຸດໄດ້ມີຜົນເຮັດໃຫ້ມີການອອກກົດໝາຍກ່ຽວກັບແຮງງານຫຼາຍປະການ,
ກົດໝາຍເຫຼົ່ານີ້ກໍ່ເພື່ອທີ່ຈະໃຫ້ມີການປ້ອງກັນຜູ້ໃຊ້ແຮງງານໃຫ້ມີສະຫວັດດີພາບດີຂື້ນໂດຍມີການກຳນົດຊົ່ວໂມງເຮັດວຽກສຳລັບແຮງງານ
ແລະ ຕະຫຼອດຈົນຕ້ອງມີການຄວບຄຸມດູແລສະພາບການເຮັດວຽກໃຫ້ມີຜົນກະທົບຕໍ່ສຸຂະພາບຄວາມປອດໄພໜ້ອຍທີ່ສຸດ
ລວມເຖິງການເລິ່ມຕົ້ນການພິຈາລະນາກ່ຽວກັບຄວາມເໝາະສົມຂອງການຈ່າຍຄ່າຈ້າງຕ່າງໆ ແລະ
ການຈ່າຍຄ່າຕອບແທນຊົດເຊີຍອຸບັດຕິເຫດທີ່ເກີດຈາກການເຮັດວຽກ,
ກົດໝາຍຕ່າງໆເຫຼົ່ານີ້ທີ່ຈາກການຮຽກຮ້ອງຂອງກຸ່ມແຮງງານໄດ້ມີສ່ວນຢ່າງສຳຄັນໃນການປັບປຸງສະພາບເງື່ອນໄຂຂອງການຈ້າງງານຕ່າງໆ
ແລະ ມີຜົນເຮັດໃຫ້ການບໍລິຫານບຸກຄະລາກອນເປັນສິ່ງຈຳເປັນທີ່ຫຼີກລ່ຽງບໍ່ໄດ້ຂອງຝ່າຍຜູ້ຜະລິດເຊິ່ງເປັນຜູ້ຈ້າງແຮງງານມາໃຊ້
(ທົງໄຊ ສັນຕິວົງ, 1996.p.13-14).
1.2 ວິວັດທະນາການຂອງຈິດຕະວິທະຍາອຸດສາຫະກຳ
ຈິດຕະວິທະຍາອຸດສາຫະກຳໃນໄລຍະທຳອິດ
ນອກຈາກໄດ້ມີການພະຍາຍາມສຶກສາເພື່ອປັບປຸງເຕັກນິກ-ວິທີການຕ່າງໆ ໃຫ້ດີຂຶ້ນ
ນັກວິໄຈຈິດຕະວິທະຍາອຸດສາຫະກຳ ກໍ່ໄດ້ມີຄວາມສົນໃຈທີ່ຈະຫາວິທີປັບປຸງພະນັກງານໃຫ້ມີຄວາມຮູ້ຄວາມສາມາດເໝາະສົມກັບວຽກງານຕະຫຼອດເວລາ
ໃນປີ 1913 Hugo Munsterberg ໄດ້ຂຽນໜັງສືຊື່ວ່າ: Psychology and industrial Efficiency ສະແດງຄວາມຄິດເຫັນໃຫ້ຮັບຮູ້ທົ່ວກັນວ່າ
ພະນັກງານປະເພດທີ່ມີຄຸນສົມບັດສະເພາະບາງຢ່າງ ຈະມີຄວາມເໝາະສົມວຽກຢ່າງໃດຢ່າງໜຶ່ງຫຼາຍກວ່າພະນັກງານທີ່ມີຄຸນສົມບັດຢ່າງອື່ນ
ເຊິ່ງການສຶກສາໄດມີການດຳເນີນການຫຼາຍວີທີໂດຍສະເພາະກ່ຽວກັບການໃຊ້ວິທີທົດສອບຕ່າງໆໃນການວ່າຈ້າງ,
ການໃຊ້ຈິດຕະວິທະຍາເຂົ້າຊ່ວຍໃນການຝຶກອົບຮົມ ແລະ
ການແກ້ໄຂໃນວິທີຈິດຕະວິທະຍາເພື່ອປັບປຸງການຜະລິດໃນມຸມມອງຕ່າງໆເຫຼົ່ານັ້ນ
ນັບວ່າໄດ້ມີສ່ວນຊ່ວຍຢ່າງສຳຄັນທີ່ເຮັດໃຫ້ປະເດັ່ນຄວາມສົນໃຈທີ່ຈະພະຍາຍາມສຶກສາເລື່ອງຄົນມີຫຼາຍຂຶ້ນກ່ວາເກົ່າ
ແລະ ໃຫ້ຄວາມຮູ້ຄວາມເຂົ້າໃຈຫຼາຍຂຶ້ນ ຊຶ່ງເປັນຜົນເຮັດໃຫ້ການບໍລິຫານບຸກຄະລາກອນມີຫຼາຍຂຶ້ນກ່ວາເກົ່າ
ແລະ ໄດ້ມີການສຶກສາຈາກອີກແງ່ມຸມໜຶ່ງພ້ອມກັນ.
1.3 ການເກີດມີຜູ້ຊຳນານການດ້ານການບໍລິຫານບຸກຄະລາກອນ
ໃນໄລຍະທຳອິດ ໜ້າທີ່ຂອງການບໍລິຫານບຸກຄະລາກອນຈະຈຳກັດຢູ່ສະເພາະໃນຂອບເຂດແຕ່ພຽງໜ້າທີ່ໃນການຈ້າງຄົນ, ການໄລ່ຄົນອອກ ແລະ ການຮັກສາເວລາເຮັດວຽກຂອງພະນັກງານເທົ່ານັ້ນ
ເຊິ່ງສ່ວນຫຼາຍກໍມັກປະຕິບັດໂດຍຫົວໜ້າຜູ້ຄວບຄຸມວຽກງານທີ່ຢູ່ໃນສາຍງານຕ່າງໆ
ທີ່ຈະລົງມືເຮັດສິ່ງເຫຼົ່ານັ້ນດ້ວຍຕົນເອງ ຕໍ່ມາເມື່ອມີວິທີການຜະລິດຕ່າງໆກໍມີຄວາມຫຍຸ້ງຍາກຂຶ້ນ
ແລະ ຜູ້ບໍລິຫານງານເຫຼົົ່ານັ້ນມີພາລະໜ້າທີ່ວຽກງານປະຈຳຫຼາຍກ່ວາແຕ່ກ່ອນ
ຫົວໜ້າໜ່ວຍງານທັງຫຼາຍຈຶ່ງຖືກຈຳກັດດ້ວຍເວລາ ເຫຼື່ອສະເພາະການເຮັດວຽກກ່ຽວກັບການເກັບປະຫວັດພະນັກງານ
ແລະ ການຈ່າຍຄ່າຈ້າງເທົ່ານັ້ນ ດ້ວຍເຫດຜົນດັ່ງກ່າວ ພາລະຄວາມຮັບຜິດຊອບໃນເລື່ອງຕ່າງໆເບື່ອງຕົ້ນຈຶ່ງໄດ້ຖືກມອບໝາຍໃຫ້ໜ່ວຍງານພະນັກງານໃນພະແນກ
ເຊິ່ງຖືໄດ້ວ່າເປັນຜູ້ຊຳນານການດ້ານພະນັກງານກຸ່ມທຳອິດທີ່ໄດ້ເກີດໃນສະໄໝນັ້ນ ໜ້າທີ່ຂອງບຸກຄົນດັ່ງກ່າວທີ່ຖືກມອບໝາຍມັກຈະເປັນເລື່ອງກ່ຽວກັບຄວາມຮັບຜິດຊອບໃນດ້ານການຈ້າງຄົນງານ
ແລະ ວຽກດ້ານອື່ນໆໃນທີ່ສຸດກໍ່ກາຍມາເປັນວຽກທາງດ້ານການບໍລິຫານບຸກຄະລາກອນໃນພາຍຫຼັງ.
ຕໍ່ມາເມື່ອປະລິມານວຽກໄດ້ຫຼາຍຂຶ້ນ ມີການຂະຫຍາຍຕົວ ແລະ ມີການເຕີບໂຕ ແລະ ຈຳນວນພະນັກງານເພີ່ມຂຶ້ນຕະຫຼອດເວລາ, ຄວາມສົມບູນຂອງໜ້າທີ່ວຽກງານທາງດ້ານການບໍລິຫານບຸກຄະລາກອນຈຶ່ງຖືກເສີ່ມເຂົ້າຢ່າງຫຼວງຫຼາຍກ່ວາເກົ່າ. ຈົນເກີດມີການມອບໝາຍໃຫ້ມີຜູ້ຮັບຜິດຊອບກ່ຽວກັບການຈ້າງຄົນງານ ຫຼື ເລຂານຸການມາຄວບຄຸມດູແລຮັກສາຜົນປະໂຫຍດກ່ຽວກັບສະຫວັດດີການຕ່າງໆ ຕໍ່ມາໄດ້ມີພະນັກ ງານຜູ້ຄິດຄຳນວນຄ່າຈ້າງຂອງພະແນກ ເພື່ອທີ່ຈະກຳນົດອັດຕາຄ່າຈ້າງໃຫ້ສອດຄ່ອງ ແລະ ມີວິທີການ, ມີການສຶກສາກ່ຽວກັບເລື່ອງເວລາ ແລະ ການເຄື່ອນໄຫວໃນການເຮັດວຽກໃນເວລາດຽວກັນ, ການຮັບປະກັນດ້ານຄວາມປອດໄພໃນການເຮັດວຽກກໍ່ໄດ້ເກີດຂຶ້ນ ຕະຫຼອດໄປເຖິງການມີຜູ້ຊຳນານການທີ່ເປັນຜູ້ປະສານງານ ແລະ ຈັດວິທີການອົບຮົມໃຫ້ມີປະສິດທິພາບກໍ່ປະກົດຂຶ້ນ ຈົນໃນທີ່ສຸດຄວາມສົມບູນຂອງຕຳແໜ່ງໜ້າທີ່ຕ່າງໆ ທີ່ກ່ຽວຂ້ອງກັບກິດຈະການທາງດ້ານການບໍລິຫານບຸກຄະລາກອນ ໄດ້ກາຍເປັນກຸ່ມກ້ອນຂອງຕຳແໜ່ງທີ່ມີຂຶ້ນ ເພື່ອຮັບຜິດຊອບພາລະໜ້າທີ່ການບໍລິຫານບຸກຄະລາກອນ ດັ່ງທີ່ເຮົາໄດ້ເຫັນໃນປັດຈຸບັນ (ທົງໄຊ ສັນຕິວົງ, 1996.p.15-16).
1.4 ການເຄື່ອນໄຫວຂອງກຸ່ມມະນຸດສຳພັນ
ຈາກການສຶກສາຂອງ Elton Mayo ທີ່ໂຮງງານ Hawthorne ໃນສະຫະລັດອາເມລິກາໄດ້ຊີ້ໃຫ້ເຫັນເຖິງຄວາມສຳພັນຂອງກຸ່ມຄົນ
ແລະ ພຶດຕິກຳຂອງມະນຸດທີ່ກ່ຽວຂ້ອງກັບຜົນຜະລິດ ແລະ ຂັວນກຳລັງໃຈຂອງພະນັກງານ, ການເຄື່ອນໄຫວຂອງກຸ່ມມະນຸດສຳພັນດັ່ງກ່າວນັບວ່າເປັນວິວັດທະນາການຈຸດເລີ່ມຕົ້ນ
ແລະ ເຮັດໃຫ້ເລື່ອງລາວຂອງການບໍລິຫານບຸກຄະລາກອນໄດ້ຮັບຄວາມສົນໃຈເພີ່ມຂຶ້ນເປັນຢ່າງຫຼວງຫຼາຍ
ຈາກການທີ່ນັກບໍລິຫານໄດ້ມີຄວາມເຂົ້າໃຈເຖິງປັດໄຈທີ່ກ່ຽວຂ້ອງກັບບຸກຄົນຢ່າງຖືກຕ້ອງເປັນຄັ້ງທຳອິດ.
ໃນເລື່ອງຂອງມະນຸດສຳພັນທີ່ມີສ່ວນຕໍ່ກັບການບໍລິຫານບຸກຄະລາກອນນັ້ນ ຄວາມຈະເລີນກ້າວໜ້າທີ່ມີຫຼາຍຂຶ້ນເນື່ອງມາຈາກຄວາມຮູ້ຄວາມເຂົ້າໃຈກ່ຽວກັບສາດທີ່ສຳຄັນຄື: ພຶດຕິກຳສາດ (Behavioral -Science) ຊຶ່ງເປັນສາດທີ່ກ່ຽວກັບຈິດຕະວິທະຍາ, ສັງຄົມວິທະຍາ ແລະ ມະນຸດວິທະຍາ ທີ່ນຳມາເຊື່ອມໂຍງ ລວມກັນເພື່ອສຶກສາເລື່ອງລາວທີ່ກ່ຽວກັບພຶດຕິກຳທີ່ມີຜົນຕໍ່ຄວາມເຂົ້າໃຈກ່ຽວກັບການບໍລິຫານບຸກຄະລາກອນ ຕະຫຼອດຮອດເລື່ຶອງລາວການຈູງໃຈທີ່ຈະເພີ່ມຜົນຜະລິດໃຫ້ສູງຂຶ້ນ, ສີນລະປະການຈັດການເຊິ່ງໄດ້ປ່ຽນແປງໄປຍ່າງຫຼວງຫຼາຍຈາກຄວາມຮູ້ຂອງພຶດຕິກຳວິທະຍາສາດດັ່ງກ່າວ, ເຮັດໃຫ້ຜູ້ບໍລິຫານໄດ້ເຂົ້າໃຈຢ່າງຖືກຕ້ອງໃນວິທີການຈັດການວ່າ ຄວາມສຳເລັດຂອງວຽກທັງຫຼາຍຍ່ອມຂຶ້ນກັບສິນລະປະໃນການຮູ້ຈັກແຮງຈູງໃຈ ຕະຫຼອດຈົນຮອດການສ້າງຄວາມກົມກ້ຽວຂອງກຸ່ມ ແລະ ການປະສານງານລະຫວ່າງກຸ່ມເພື່ອຜົນຜະລິດຂອງພຶດຕິກຳຂອງອົງການ ແລະ ຂອງພະນັກງານໂດຍລວມ ທີ່ຈະມີຜົນຢ່າງຫຼວງຫຼາຍຕໍ່ຜົນຜະລິດຂອງອົງການ (ທົງໄຊ ສັນຕິວົງ, 1996.p.16).
1.5 ຄວາມກ້າວໜ້າຂອງພຶດຕິກຳສາດ
ຄຸນນະພາບ ແລະ ຄວາມກ້າວໜ້າໃນວິຊາຊີບຂອງການບໍລິຫານບຸກຄະລາກອນຕໍ່ຄວາມສົນໃຈຂອງກຸ່ມມະນຸດສຳພັນກໍຄືການຈະເລີນເຕີບໂຕຂອງພຶດຕິກຳສາດ
(Behavioral Science) ທີ່ມີການສຶກສາດ້ວຍວິທະຍາສາດຫຼາຍໆ ຂະແໜງ
ເພື່ອການປັບປຸ່ງການບໍລິຫານບຸກຄະລາກອນ ແລະ ອົງການໃຫ້ດີຂຶ້ນກ່ວາເກົ່າ ຈຸດສົນໃຈທີ່ມີການສຶກສາ ແລະ ວິໄຈຄົ້ນຄ້ວາຄື: ຜົນກະທົບຂອງການຈ່າຍຕອບແທນທີ່ແຕກຕ່າງກັນຈະມີຕໍ່ຜົນງານຂອງແຕ່ລະບຸກຄົນ,
ຜົນກະທົບຂອງແບບຜູ້ນຳທີ່ແຕກຕ່າງກັນ ທີ່ຖືປັດຊະຍາຕ່າງກັນຈະມີຕໍ່ຜົນງານຂອງອົງການໂດຍສ່ວນລວມ
ແລະ ເລື່ອງຂອງການອອກແບບວຽກ ແລະ ຄວາມສຳພັນ ຈະມີຕໍ່ຄວາມພໍໃຈຂອງບຸກຄົນທີ່ເຮັດວຽກ,
ຜົນຂອງລະບົບປະເມີນຜົນທີ່ແຕກຕ່າງກັນ ແລະ ວິທີການຕ່າງໆທີ່ໃຊ້ສຳລັບການປັບປຸງຜົນງານຂອງອົງການເຫຼົ່ານັ້ັນລ້ວນແຕ່ເປັນຄວາມກ້າວໜ້າຂອງການສຶກສາ ແລະ ການວິໄຈຄົ້ນຄ້ວາທາງບໍລິຫານບຸກຄະລາກອນໃນປັດຈຸບັນ.
ຄຸນປະໂຫຍດ ຫຼື ຂໍ້ດີຂອງພຶດຕິກຳສາດທີ່ມີຕໍ່ການບໍລິຫານບຸກຄະລາກອນຈະມີຫຼາຍເທົ່ານັ້ນ
ອາດຈະພິຈາລະນາຈາກຄຸນລັກສະນະສຳຄັນຂອງພຶດຕິກຳສາດຫຼາຍປະການ ດັ່ງນີ້:
- ພຶດຕິກຳສາດເປັນວິທະຍາສາດປະຍຸກ;
- ພິດຕິກຳສາດທີ່ສົນໃຈທີ່ຈະສ້າງຮູບແບບທີ່ມີຄຸນຄ່າສຳລັບການໃຊ້ງານ;
- ພິດຕິກຳສາດເປັນວິຊາທີ່ກ່ຽວຂ້ອງກັບເລື່ອງຂອງຄົນແລະການເນັ້ນການສົ່ງເສີ່ມໄປໃນທາງທີ່ດີຕ່າງໆ;
- ພິດຕິກຳສາດມີຈຸດເນັ້ນເຂົ້າສູ່ວັດຖຸປະສົງທາງເສດຖະກິດ;
- ພິດຕິກຳສາດຄວບຄຸມເຖິງການບັນຍາກາດ
ຫຼື ສະພາບແວດລ້ອມທັງໝົດ;
- ພິດຕິກຳສາດເນັ້່ນເຖິງການໃຊ້ປະໂຫຍດກຸ່ມຕ່າງໆ;
- ພິດຕິກຳສາດຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການມີສ່ວນຮ່ວມ;
- ພິດຕິກຳສາດສົນໃຈ ແລະ
ຄຳນຶງເຖິງການພັດທະນາຄວາມຮູ້ ແລະ ຄວາມສາມາດຂອງບຸກຄົນ;
- ພິດຕິກຳສາດຂອງອົງການໃນແງ່ທີ່ເປັນລະບົບທີ່ເປັນອັນລວມ;
- ພິດຕິກຳສາດເປັນຂະບວນການຕໍ່ເນື່ອງໃນການບໍລິຫານການປ່ຽນແປງ.
II. ການບໍລິຫານບຸກຄະລາກອນໃນປັດຈຸບັນ
ການບໍລິຫານໃນປັດຈຸບັນ ໄດ້ວິວັດທະນາການມາຈາກແນວຄວາມຄິດແບບເກົ່າ ແລະ ມີການປ່ຽນ ແປງມາເລື້ອຍໆ ຈາກທີ່ຝ່າຍຫົວໜ້າເປັນຜູ້ອອກຄຳສັ່ງແຕ່ຝ່າຍດຽວ ຈົນມາຮອດໃຫ້ພະນັກງານມີສ່ວນຮ່ວມໃນການສະແດງຄວາມຄິດເຫັນ. ການປ່ຽນແປງຕ່າງໆເຫຼົ່ານັ້ນແມ່ນຍ້ອນນັກສຶກສາ, ນັກຂຽນ, ນັກວິໄຈ, ນັກອຸດສາຫະກຳ, ລັດຖະບານ ແລະ ກົດໝາຍ ແລະ ຜູ້ຊ່ຽວຊານທາງດ້ານການບໍລິຫານບຸກຄະລາກອນໃນປັດຈຸ
ບັນທີ່ມີລັກສະນະຕໍ່ໄປນີ້ : (ນິສິດ ແກ້ວປັນຍາ, 2008.p.37-41)
1.
ການບໍລິຫານຕາມຫຼັກວິທະຍາສາດ (Scientific Management) ຜູ້ລິ່ເລີ່ມນໍາເອົາວິທີການທາງວິທະຍາສາດມາໃຊ້ເປັນຄົນທຳອິດແມ່ນທ່ານ
Frederick W.
Taylor ເຊິ່ງລາວໄດ້ເຮັດການທົດລອງຄົ້ນ ຄ້ວາຫາວິທີເຮັດວຽກ, ເວລາທີ່ໃຊ້ໃນການເຮັດວຽກ, ໜ້າທີ່, ເຄື່ອງມື, ລະບົບອັດຕາຄ່າຈ້າງ ແລະ ອື່ນໆ
ເພື່ອສ້າງຫຼັກເກນທີ່ດີທີ່ສຸດທີ່ຈະນຳມາໃຊ້ໃນການເຮັດວຽກເພື່ອໃຫ້ມີປະສິດທິພາບສູງສຸດ. ການບໍລິຫານວຽກຕາມຫຼັກວິທະຍາສາດມີບົດບາດສຳຄັນຕໍ່ວຽກງານສະໄໝໃໝ່ການດຳເນີນວຽກຕ້ອງມີການວາງແຜນ, ມີລະບົບວຽກ ແລະ ກຳນົດວິທີການຢ່າງຮອບຄອບ ແລະ ຮັດກຸມໂດຍນຳເອົາຄວາມຮູ້ທາງດ້ານວິທະຍາສາດມາໃຊ້ເພື່ອກຳນົດລະບົບການຜະລິດທີ່ເໝາະສົມ, ການວັດຜົນການປະຕິບັດງານລະບົບຄ່າຈ້າງຈະຕ້ອງມີຫຼັກເກນທີ່ແນ່ນອນ, ມີການປະເມີນສະມັດຕະພາບຂອງຄົນງານ. ສະຫຼຸບແລ້ວວິທີການທາງດ້ານວິທະຍາສາດກໍຄືວຽກທຸກຢ່າງຈະຕ້ອງອາໄສຫຼັກວິຊາການທີ່ຖືກຕ້ອງ, ມີຂໍ້ພິສູດບໍ່ແມ່ນເກີດຈາກຄວາມຄິດເຫັນລອຍໆໂດຍບໍ່ມີຫຼັກຖານສະໜັບສະໜູນ.
2.
ວຽກທາງດ້ານສະຫັວດດີການ (Welfare Movement) ຄວາມຄິດຄວາມເຫັນທາງດ້ານສະ
ຫວັດດີການ ເລີ່ມຂຶ້ນແຕ່ ຄ.ສ ປີ 1800 ເປັນຕົ້ນມາ ຊຶ່ງເລີ່ມຈາກນາຍຈ້າງປະກອບກັບກົດໝາຍ ແລະ
ການຮຽກຮ້ອງຈາກຝ່າຍຄົນງານ, ການທີ່ນາຍຈ້າງໃຫ້ຄວາມສົນໃຈແກ່ຄົນງານເກີດຂຶ້ນຈາກຂະໜາດຂອງທຸລະກິດທີ່ຂະຫຍາຍຕົວ
ຈົນເຮັດໃຫ້ຄວາມສຳພັນລະຫວ່າງຝ່າຍບໍລິຫານ ກັບຝ່າຍຄົນງານຫ່າງເຫີນກັນ. ໃນໄລຍະທຳອິດ ການໃຫ້ສະຫວັດດີການຂອງນາຍຈ້າງແມ່ນເພື່ອຊົດເຊີຍການໃຫ້ຄ່າຈ້າງຕໍ່ເວລາເຮັດວຽກຕໍ່ວັນທີ່ຍາວ
ແລະ ສະພາບການເຮັດວຽກທີ່ບໍ່ດີ, ແຕ່ວິທີການດັ່ງກ່າວແມ່ນຢູ່ໄດ້ບໍ່ດົນ ເມື່ອຄົນງານຮູ້ວ່າການຊ່ວຍເຫຼືອບໍ່ໄດ້ເຮັດຢ່າງຈິງໃຈ
ແລະ ຜົນຜະລິດກໍ່ບໍ່ໄດ້ສູງຂຶ້ນ. ການຊ່ວຍເຫຼືອທາງດ້ານສະຫັວດດີການປະກອບມີ:
ສຸຂະອະນາໄມທາງສັງຄົມ ແລະ ສະພາບການເຮັດວຽກ ເພື່ອເຮັດໃຫ້ຄົນງານຕັ້ງໃຈເຮັດວຽກ.
ນອກຈາກນັ້ນ, ກໍ່ສາ ມາດດຶງເອົາຄວາມສຳພັນລະຫວ່າງຝ່າຍນາຍຈ້າງ ແລະ ຄົນງານໃຫ້ໃກ້ສິດກັນ.
3.
ການບໍລິຫານການຈ້າງງານ (Employment
Management) ໃນໄລຍະຜ່ານມາ, ການຈ້າງແຮງງານ ຂຶ້ນຢູ່ກັບພະແນກຄວບຄຸມເປັນຕົ້ນແມ່ນ
ການຮັບຄົນເຂົ້າເຮັດວຽກ ແລະ ການໄລ່ອອກຈາກວຽກເປັນໜ້າທີ່ຂອງຫົວໜ້າຄົນງານ. ສັງເກດເຫັນວ່າວຽກງານດັ່ງກ່າວທີ່ມອບໃຫ້ຫົວໜ້າຄົນງານເປັນຜູ້ຮັບຜິດ
ຊອບນັ້ນແມ່ນບໍ່ເໝາະສົມ ໂດຍອີງຕາມຫຼັກການວິທະຍາສາດທີ່ເນັ້ນເຖິງຄວາມສຳຄັນ ໃນການຄັດເລືອກ
ແລະ ບັນຈຸຄົນເຂົ້າເຮັດວຽກໃຫ້ເໝາະສົມກັບຕຳແໜ່ງງານ. ດັ່ງນັ້ນ, ເຫັນວ່າວຽກງານການວ່າຈ້າງ
ແລະ ການປົດຄົນອອກຈາກວຽກແມ່ນຜູ້ບໍລິຫານລະດັບທີ່ສູງກ່ວາເປັນຜູ້ຮັບຜິດຊອບ, ໃນທີ່ສຸດພະແນກການຈ້າງແຮງງານຈຶ່ງຈັດຕັ້ງຂຶ້ນເປັນໜ່ວຍງານໜຶ່ງ
ໃນບໍລິສັດທີ່ເຮັດໜ້າທີ່ຮັບຄົນງານ, ເລືອກຄົນງານ, ບັນຈຸຄົນງານ, ແຕ່ງ ຕັ້ງ, ເກັບກຳບັນທຶກກ່ຽວກັບຄົນງານ,
ການຝຶກອົບຮົມ ແລະ ສະຫັວດດີການ ຊຶ່ງຖືວ່າເປັນວຽກທີ່ສຳຄັນ ແລະ ຕ້ອງອາໄສຄວາມຮູ້ສະເພາະຫຼາຍກ່ວາທີ່ຫົວໜ້າຄົນງານຈະເຂົ້າໃຈ
ຫຼື ເຮັດໄດ້ຢ່າງຖືກຕ້ອງທັງໝົດຂອງການບໍລິຫານວຽກໃນປັດຈຸບັນ.
4.
ຈິດຕະວິທະຍາໃນປັດຈຸບັນ
(Industrial Psychology) ຜູ້ທີ່ນໍາເອົາຄວາມຮູ້ທາງດ້ານຈິດຕະວິທະຍາ
ເຂົ້າມາໃຊ້ກັບວຽກງານບໍລິຫານບຸກຄະລາກອນໃນວຽກງານອຸດສະຫະກຳແມ່ນ ທ່ານ Hugo Musterberg ນັກຈິດຕະວິທະຍາຄົນເຢຍລະມັນ
ຜູ້ທີ່ມີຊື່ວ່າ ບິດາແຫ່ງຈິດຕະວິທະຍາທາງອຸດສະຫະກໍາວິ ຊານີ້ມີຄວາມສຳຄັນໃນການສຶກສາພຶດຕິກຳຂອງແຕ່ລະຄົນ,
ທຳມະຊາດຂອງຄົນ ແລະ ການຊູກຍູ້ໃຫ້ຄົນເຮັດວຽກຕາມຄວາມສາມາດຂອງຕົນ. ໃນປັດຈຸບັນ ອົງການຈະໜາດໃຫຍ່ໄດ້ຄຳນຶງເຖິງຄວາມສຳຄັນຂອງວິຊານີ້
ແລະ ອາໄສນັກຈິດຕະວິທະຍາເຮັດການທົດລອງຄົ້ນຄ້ວາທາງດ້ານຈິດຕະວິທະຍາ ເພື່ອສົ່ງເສີມ ແລະ
ປັບປຸງປະສິດທິພາບຂອງຄົນເຮັດວຽກໃນທຸລະກິດຫຼາຍຂຶ້ນ ແລະ ປະສົບຜົນສຳເລັດເປັນຢ່າງດີ.
5.
ສຸຂະພາບ ແລະ ຄວາມປອດໄພ (Health and Safety) ການຈັດໃຫ້ມີການປະກັນສັງຄົມດ້ານສຸຂະພາບ
ແລະ ຄວາມປອດໄພຂອງຄົນງານເກີດຂຶ້ນຈາກກົດໝາຍຂອງລັດ
ໃນປະເທດອາເມລີກາມີກົດໝາຍເລື່ອງນີ້ປະມານ ປີ 1910-1930
ຄວາມສໍາຄັນກໍ່ຄື ໃຫ້ນາຍຈ້າງຈ່າຍເງິນຊົດເຊີຍໃຫ້ແກ່ຄົນງານທີ່ຮັບບາດເຈັບ ຫຼື ໄດ້ຮັບອຸປະຕິເຫດຈາກການເຮັດວຽກຄື
ໃຫ້ຄົນງານມີປະກັນອຸປະຕິເຫດໄດ້ຮັບການຮັກສາເມື່ອໄດ້ຮັບບາດເຈັບ,
ໄດ້ມີລາຍໄດ້ລ້ຽງຕົນເອງໃນຂະນະທີ່ໄດ້ຮັບການຮັກສາ ແລະ ບໍ່ສາມາດເຮັດວຽກໄດ້.
ກົດໝາຍດັ່ງກ່າວໄດ້ເຮັດໃຫ້ນາຍຈ້າງໃຫ້ຄວາມສົນໃຈ ໃນເລື່ອງຂອງຄວາມປອດໄພຂອງຄົນງານ,
ພາຍໃນໂຮງງານຈະຕ້ອງມີສິ່ງປ້ອງກັນອຸປະຕິເຫດໃນຂະນະເຮັດວຽກ,
ຈັດໃຫ້ມີຫ້ອງປະຖົມພະຍາບານໃຫ້ຄົນງານ, ມີໜ່ວຍງານຮັກສາຄວາມປອດໄພໃຫ້ຄົນງານ ແລະ
ເຄື່ອງມືຕ່າງໆທີ່ຈະຫຼຸດຜ່ອນອັນຕະລາຍຈາກການເຮັດວຽກ.
6.
ລະບົບສະຫະພາບແຮງງານ (Unionism) : ການຮ່ວມກຸ່ມຂອງຝ່າຍຄົນງານໃນຮູບຂອງສະ ມາຄົມແຮງງານມີຈຸດປະສົງທີ່ສຳຄັນ
ເພື່ອກໍ່ໃຫ້ເກີດມີອຳນາດຕໍລອງກັບນາຍຈ້າງ ຕາມລັກສະນະທາງດ້ານເສດຖະກິດ
ນາຍຈ້າງມີອຳນາດຕໍ່ລອງຫຼາຍກ່ວາລູກຈ້າງ ໃນດ້ານການຈ້າງຊົ່ວໂມງເຮັດວຽກ,
ສະພາບການເຮັດວຽກ ແລະ ເງື່ອນໄຂອື່ນໆ. ການລວມອຳນາດຕໍ່ລອງຂອງຄົນງານໃນຮູບແບບສະມາຄົມແຮງງານ ຈຶ່ງເປັນການປ່ຽນແປງຖານະຂອງນາຍຈ້າງ
ແລະ ລູກຈ້າງໃຫ້ເທົ່າທຽມກັນ. ຖ້າເກີດຂໍ້ຂັດແຍ່ງກັນຂຶ້ນ,
ນາຍຈ້າງບໍ່ສາມາດໄລ່ລູກຈ້າງອອກຈາກການເຮັດວຽກໄດ້ຕາມໃຈ ເພາະສະມາຄົມແຮງງານຈະເຂົ້າມາມີໜ້າທີ່ຮ່ວມຕົກລົງເພື່ອໃຫ້ມີຄວາມຍຸຕິທຳທັງສອງຝ່າຍ.
7.
ການບໍລິຫານຄ່າຈ້າງ
ແລະ ເງິນເດືອນ (Wage and Salary
Administration) ໃນເມື່ອກ່ອນການກຳນົດອັດຕາຄ່າຈ້າງແຮງງານຂຶ້ນຢູ່ກັບລັກສະນະຂອງລູກຈ້າງແຕ່ລະຄົນ
ແລະ ໂດຍຄວາມເຫັນດີຂອງນາຍຈ້າງ, ຖ້າລູກຈ້າງມີຮ່າງກາຍແຂງແຮງກໍ່ຈະໄດ້ຄ່າຈ້າງສູງ,
ສ່ວນຜູ້ທີ່ມີທ່າທາງບໍ່ແຂງແຮງກໍ່ຈະໄດ້ຄ່າຈ້າງຕໍ່າ,
ສຳລັບການພິຈາລະນາຂຶ້ນອັດຕາຄ່າຈ້າງໃນເມື່ອເຮັດວຽກໄດ້ໄລຍະໜຶ່ງກໍ່ຂຶ້ນກັບຄວາມຄິດເຫັນ
ແລະ ຄວາມສຳຄັນຂອງຄົນງານ. ໃນປັດຈຸບັນ ການບໍລິຫານຄ່າຈ້າງ ແລະ
ເງິນເດືອນເປັນລະບົບທີ່ດີ ແລະ ເຊື່ອຖືໄດ້. ອັດຕາຄ່າຈ້າງ
ບໍ່ໄດ້ຂຶ້ນກັບອິດທິພົນຢ່າງໃດຢ່າງໜຶ່ງພຽງແຕ່ຢ່າງດຽວ, ແຕ່ອາໄສປັດໄຈຫຼາຍໆຢ່າງເຊັ່ນ: ຄ່າຄອງຊີບ, ລັກສະນະວຽກ, ຄວາມຮູ້, ຄວາມສາມາດຂອງຜູ້ຈ້າງແຮງງານ
ແລະ ລະດັບຄ່າຈ້າງທົ່ວໆໄປໃນຕະຫຼາດແຮງງານ ເຮັດໃຫ້ລູກຈ້າງຮູ້ ໄດ້ລ່ວງໜ້າວ່າໂຄງສ້າງຂອງການວ່າຈ້າງ
ແລະ ເງິນເດືອນເປັນແນວໃດ, ຖ້າເຂົ້າເຮັດວຽກດີມີຄວາມສາມາດເຂົາຈະໄດ້ຄ່າຈ້າງເທົ່າໃດໃນຕໍ່ໜ້າ.
8.
ການພັດທະນາ ແລະ ການຝຶກອົບຮົມ (Development
and Training) ການຝຶກອົບຮົມໃນອົງການຈັດຕັ້ງທຸລະກິດໃນໄລນະຕົ້ນ
ຈະມີການຝຶກອົບຮົບໃນໜ່ວຍງານ ທີ່ເຮັດໜ້າທີ່ຜະລິດທັງຄົນງານ ແລະ ຫົວໜ້າ
ເນື່ອງຈາກວ່າບັນດາຄົນງານບໍ່ໄດ້ຮຽນຮູ້ວຽກໃໝ່ໆ, ວິທີການໃໝ່ໆ, ຄວາມຮູ້ຄວາມຊຳນານ
ແມ່ນໄດ້ມາຈາກປະສົບການ ຫຼື ຄວາມຜິດພາດທີ່ເກີດຂຶ້ນໃນອາດີດມາເປັນບົດຮຽນ ຈຶ່ງຄວນຈະມີການຈັດຫຼັກສູດ
ຫຼື ໂຄງການຝຶກອົບຮົມຂຶ້ນມາ ຊຶ່ງເສຍເວລາ ແລະ
ຄ່າໃຊ້ຈ່າຍຄຸ້ມຄ່າກັບຜົນເສຍທີ່ອາດຈະເກີດຂຶ້ນ ແຕ່ສຳລັບໜ່ວຍງານທີ່ເຮັດໜ້າທີ່ຜະລິດເທົ່ານັ້ນ,
ໜ່ວຍງານທຸກໆປະເພດແມ່ນຈະໄດ້ຮັບການຝຶກອົບຮົມທັງລະດັບຜູ້ປະຕິບັດ ແລະ ຜູ້ບໍລິຫານ
ຈຶ່ງອາດເວົ້າໄດ້ວ່າຖ້າອົງການໃດບໍ່ມີການຝຶກອົບຮົມອົງການນັ້ນກໍ່ຈະລ້າ ສະໄໝ ແລະ
ກ້າວບໍ່ທັນກັບສະພາບການໃໝ່ໆ.
9.
ແຮງງານສໍາພັນ (Labor Relation) ໃນປັດຈຸບັນອົງການຈັດຕັ້ງທີ່ມີຂະໜາດໃຫຍ່ຂຶ້ນກັບນາຍຈ້າງ,
ລູກຈ້າງ ແລະ ບັນຫາຕ່າງໆກ່ຽວກັບການຈ້າງແຮງງານອາດຈະເກີດຂຶ້ນນາຍຈ້າງກັບລູກຈ້າງ.
ການບໍລິຫານບຸກຄະລາກອນໃນປັດຈຸບັນ ຈະຕ້ອງມີຜູ້ຮັບຜິດຊອບທີ່ມີຄວາມຮູ້,
ຄວາມເຂົ້າໃຈທາງດ້ານກົດໝາຍ, ການເຈລະຈາຕໍ່ລອງ ຫຼື ການຮຽກຮ້ອງໃຫ້ມີການປະຕິບັດຕາມສັນຍາ
ເພື່ອເຮັດໜ້າທີ່ນີ້ໂດຍສະເພາະ.
ສະຫຼຸບແລ້ວເຫັນວ່າ ວິຊາການບໍລິຫານບຸກຄະລາກອນຫາກໍຂຶ້ນພາຍຫຼັງວິຊາການອື່ນໆນັ້ນ
ແມ່ນຍ້ອນຄວາມຮູ້ຄວາມເຂົ້າໃຈໃນເລື່ອງຄົນມີຫຼາຍຂຶ້ນ, ການສຶກສາຂອງຄົນສູງຂຶ້ນ ແລະ
ທັດສະນະຕ່າງໆທີ່ກ່ຽວກັບການເຮັດວຽກປ່ຽນແປງໄປຈາກແຕ່ກ່ອນ.
ທຸກວຽກງານຈະຕ້ອງພົວພັນກັບຄົນບໍ່ວ່າວຽກນ້ອຍ ຫຼື ວຽກໃຫຍ່ ແລະ ຄວາມສຳເລັດຂອງວຽກງານທີ່ສ່ວນໜຶ່ງເກີດຈາກຄົນ.
ການບໍລິຫານບຸກຄະລາກອນເປັນວຽກກ່ຽວກັບການແກ້ໄຂບັນຫາຂອງບຸກຄົນ, ບັນຫາຄວາມສຳພັນລະຫວ່າງຄົນກັບອົງການຈັດຕັ້ງ.
ຄວາມໝາຍຂອງການບໍລິຫານບຸກຄະລາກອນ ຈຶ່ງແມ່ນຂະບວນການທີ່ກ່ຽວຂ້ອງກັບການຈັດຫາຄົນເຂົ້າມາເຮັດວຽກ,
ການຝຶກອົບຮົມ, ການຊູກຍູ້ສົ່ງເສີມຄົນໃຫ້ເຮັດວຽກໃຫ້ມີປະສິດທີພາບສູງສຸດ,
ການບຳລຸງຮັກສາຄົນຢູ່ໃນການຈັດຕັ້ງ, ການຮັກສາລະບຽບວິໄນການເຮັດວຽກ ແລະ
ການໃຫ້ສິ່ງຕອບແທນໃນການເຮັດວຽກ.
ຄວາມສຳພັນລະຫວ່າງນາຍຈ້າງ ແລະ ລູກຈ້າງເຫັນວ່າເປັນບັນຫາທີ່ສຳຄັນທີ່ເຮັດໃຫ້ຕ້ອງມີການບໍລິຫານບຸກຄະລາກອນ,
ລັກສະນະຂອງຄວາມສຳຄັນດັ່ງກ່າວຈຶ່ງຂຶ້ນກັບລະບົບການເຮັດວຽກທີ່ມີການປ່ຽນ ແປງມາຕະຫຼອດຕັ້ງແຕ່ຍຸກຜ່ານມາເຖິງປັດຈຸບັນ. ໃນການເຮັດວຽກສະໄໝຕົ້ນໆ ຄວາມສຳພັນລະຫວ່າງນາຍຈ້າງ
ແລະ ລູກຈ້າງມີຄວາມແຕກຕ່າງກັນ ຝ່າຍນາຍຈ້າງໄດ້ປຽບລູກຈ້າງທຸກຢ່າງຈົນມາເຖິງປັດຈຸບັນ.
ຄວາມແຕກຕ່າງດັ່ງກ່າວໄດ້ນັບມື້ນັບຫຼຸດລົງຈົນເຖິງເທົ່າທຽມກັນ.
ວິວັດທະນາການຂອງການບໍລິຫານບຸກຄະລາກອນສະໄໝໃໝ່ເກີດຂຶ້ນ
ພາຍຫຼັງຈາກການປະຕິວັດອຸດສາຫະກຳ ຊຶ່ງເຮັດໃຫ້ຕ້ອງມີການປ່ຽນແປງລະບົບຂອງໂຮງ ງານ,
ຜົນຂອງລະບົບຂອງໂຮງງານ ເຮັດໃຫ້ມີການປ່ຽນແປງການເຮັດວຽກໃນ 3 ລັກສະນະຄື:
ການແບ່ງວຽກກັນເຮັດ, ການໃຊ້ແຮງງານເດັກ ແລະ ສະພາບການເຮັດວຽກທີ່ບໍ່ດີ.
ການລວມໂຕຂອງຝ່າຍແຮງງານເປັນຜົນເຮັດໃຫ້ມີປະກົດການໃໝ່ໆເຊັ່ນ: ການນັດຢຸດວຽກ,
ການຍອມຮັບໃຫ້ມີສະຫະພາບ ຫຼື ສະມາຄົມແຮງງານ, ການຄຸ້ມຄອງແຮງງານ,
ການໃຫ້ສະຫວັດດີການແກ່ລູກຈ້າງຈົນເຖິງແນວຄວາມຄິດຂອງການບໍລິຫານບຸກຄະລາກອນສະໄໝໃໝ່
ຊຶ່ງມີສ່ວນສຳຄັນສະຫຼຸບໄດ້ 5 ປະການຄື: ການເບິ່ງຄົນໃນແງ່ບວກ, ການໃຊ້ປະ ໂຫຍດຈາກຄຸນສົມບັດຂອງຄົນທີ່ມີຄວາມແຕກຕ່າງກັນ,
ການໃຫ້ບຸກຄະລາກອນຄວບຄຸມຕົນເອງແທນການຄວບຄຸມຈາກພາຍນອກ, ການໃຫ້ມີຄວາມຈິງໃຈຕໍ່ກັນຫຼາຍຂຶ້ນ
ແລະ ການພິຈາລະນາປັດໄຈຢ່າງອື່ນແທນທີ່ຈະພິຈາລະນາແຕ່ຜົນງານແຕ່ຢ່າງດຽວ.
ການທີ່ຜູ້ບໍລິຫານໃຫ້ຄວາມສົນໃຈ ແລະ
ເຫັນຄວາມສຳຄັນ ຂອງການບໍລິຫານບຸກຄະລາກອນແມ່ນຍ້ອນປັດໄຈສຳຄັນ 7 ປະການຄື :
ການແຂ່ງຂັນກັນລະຫວ່າງອົງການທີ່ຕ້ອງການລູກຈ້າງເຂົ້າມາເຮັດວຽກ,
ລັດໄດ້ກຳນົດກົດເກນໃນການເຮັດວຽກຫຼາຍຢ່າງ ທີ່ເຮັດໃຫ້ນາຍຈ້າງບໍ່ອາດຕັ້ງກົດເກນຂຶ້ນເອງໄດ້ຕາມໃຈ,
ບັນຫາຫຍຸ້ງຍາກ ແລະ ສະລັບຊັບຊ້ອນທາງດ້ານເຕັກໂນໂລຊີ ທີ່ມີການປ່ຽນແປງຢູ່ຕະຫຼອດເວລາ,
ການເກີດຂຶ້ນຂອງສະຫະພາບແຮງງານ ເຮັດໃຫ້ເຂົ້າມາມີບົດບາດແຊກແຊງນາຍຈ້າງ,
ຄວາມຫຍຸ້ງຍາກສັບຊ້ອນຂອງໂຄງສ້າງຂອງອົງການຈັດຕັ້ງ, ປັດຊະຍາ ແລະ
ແນວຄວາມຄິດຂອງຜູ້ບໍລິຫານປ່ຽນແປງໄປຈາກເດີມ ແລະ
ຄົນມີຄວາມຮູ້ທາງດ້ານພຶດຕິກຳສາດຫຼາຍຂຶ້ນ ຊຶ່ງເຮັດໃຫ້ຮູ້ວ່າປັດໄຈທາງດ້ານພຶດຕິກຳຂອງຄົນມີຜົນກະທົບຕໍ່ວຽກ.
ການບໍລິຫານບຸກຄະລາກອນໃນປັດຈຸບັນ ຈຶ່ງເນັ້ນຕາມໜ້າທີ່ການບໍລິຫານບຸກຄະລາກອນໂດຍມີລັກ
ສະນະສຳຄັນ 8 ລັກສະນະຄື: ການບໍລິຫານຕາມຫຼັກວິທະຍາສາດ, ການໃຫ້ຄວາມສໍາຄັນທາງດ້ານສະຫວັດດີການແກ່ຄົນງານ,
ການບໍລິຫານການຈ້າງແຮງງານ, ການໃຊ້ຈິດຕະວິທະຍາອຸດສາຫະກຳໃນການຈັດຕັ້ງ,
ການບໍລິຫານທາງດ້ານສຸຂະພາບ ແລະ ຄວາມປອດໄພ, ລະບົບສະມາຄົມແຮງງານ, ການບໍລິຫານຄ່າຈ້າງ
ແລະ ເງິນເດືອນ, ການພັດທະນາ ແລະ ແຮງງານສຳພັນ.
III. ປັດຊະຍາ
ແລະ ແນວຄວາມຄິດກ່ຽວກັບການບໍລິຫານບຸກຄະລາກອນ
ຕາມຂໍ້ເທັດຈິງທີ່ຮູ້ໂດຍທົ່ວໄປນັ້ນຄື
ການສະແດງອອກ ຫຼື ການກະທຳໃດໆຂອງແຕ່ລະຄົນ ແລະ
ຮູບແບບຂອງການປະຕິບັດທີ່ຈະເປັນໄປໃນທາງໃດນັ້ນຍ່ອມຂື້ນຢູ່ກັບຂໍ້ສົມມຸດຖານ ຫຼື
ຄວາມເຊຶ່ອທີ່ເປັນພື້ນ ຖານ (basic assumption) ຂອງຜູ້ບໍລິຫານແຕ່ລະຄົນສະເໝີ
ເປັນແນວໃດກໍເປັນແນວນັ້ນ, ໃນທໍານອງດຽວກັນກັບການບໍລິຫານບຸກຄະລາກອນ ຄື:
ການປະຕິບັດໃນເລຶ່ອງນີ້ຂອງຜູ້ບໍລິຫານແຕ່ລະຄົນຈະເປັນໄປໄດ້ແນວໃດ,
ໃນແນວທາງໃດນັ້ນກໍ່ຍ່ອມຂື້ນກັບຄວາມເຊຶ່ອຂອງເຂົາໃນສ່ວນທີ່ກ່ຽວຂ້ອງກັບ “ຄົນ” ອີກດ້ວຍ. ຄວາມເຊຶ່ອ ຫຼື
ຂໍ້ສົມມຸດຖານພື້ນຖານເຫຼົ່ານີ້ ເຊັ່ນ: ຄວາມນຶກຄິດທີ່ວ່າ “ຈະໄວ້ໃຈໄດ້ບໍ່”, “ເຮັດວຽກດີ ຫຼື ບໍ”, ຫົວດີ ຫຼື ສະຫຼາດ ຫຼື
ບໍ່”, “ນິໄສມັກປະພຶດຕົນແນວນັ້ນເພຶ່ອຫຍັງ”, “ຄວນຈະຕ້ອງກຳກັບ ຫຼື
ຄວບຄຸມແນວໃດ” ສິ່ງເຫຼົ້ານີ້ລ້ວນແຕ່ເປັນສ່ວນປະກອບຂອງປັດຊະຍາຂອງການບໍລິຫານບຸກຄະລາກອນທີ່ມີຢູ່ຂອງຜູ້ບໍລິຫານແຕ່ລະຄົນ
ຊຶ່ງການປະຕິບັດໃດໆ ຂອງຜູ້ບໍລິຫານເຫຼົ່ານັ້ນໃນສ່ວນທີ່ກ່ຽວກັບຄົນ
ບໍ່ວ່າຈະເປັນການວ່າຈ້າງງານ, ການໃຫ້ການຝຶກອົບຮົມ ຫຼື
ຮູບແບບຂອງການປົກຄອງຕ່າງກໍເປັນໄປໂດຍມີຮາກຖານມາຈາກປັດຊະຍາດັ່ງກ່າວຂອງຜູ້ບໍລິຫານທັງນັ້ນ.
ໂດຍປັດຊະຍາທີ່ກ່ຽວກັບການບໍລິຫານບຸກຄະລາກອນຂອງຜູ້ບໍລິຫານແຕ່ລະຄົນຂື້ນຢູ່ກັບ:
- ປັດຊະຍາຂອງຜູ້ບໍລິຫານລະດັບສູງ.
- ອິດທິພົນຂອງການປ່ຽນແປງສະພາບແວດລ້ອມເຊັ່ນ:
ຄ່ານິຍົມ, ແບບຢ່າງການນດຳລົງຊີວິດ…
-
ປະສົບການ,
ການສຶກສາ
ແລະ ພື້ນຖານຂອງຜູ້ບໍລິຫານ.
- ຄວາມຈຳເປັນທີ່ຕ້ອງມີການຈູງໃຈໃຫ້ຖືກຕ້ອງຍິ່ງຂື້ນ.
- ສົມມຸດຖານທີ່ກ່ຽວກັບ“ຄົນ” ຂອງຜູ້ບໍລິຫານແຕ່ລະຄົນ
3.1 ປັດຊະຍາຂອງຜູ້ບໍລິຫານບຸກຄະລາກອນ
ປັດຊະຍາຂອງຜູ້ບໍລິຫານບຸກຄະລາກອນຂອງແຕ່ລະຄົນທີ່ມີຢູ່ນັ້ນຈະເປັນໄປໃນທາງໃດແມ່ນຂື້ນຢູ່ກັບປັດໄຈທີ່ສຳຄັນຕ່າງໆ
ຫຼາຍປະການ ດັ່ງນີ້:
1.
ປະສົບການ, ການສຶກສາ ແລະ ພື້ນຖານຂອງຜູ້ບໍລິຫານຄື: ຂື້ນຢູ່ກັບການທີ່ບຸກຄົນນັ້ນໄດ້ເຄີຍມີຄວາມປະທັບໃຈ,
ຄວາມເຂົ້າໃຈ ແລະ ມີພື້ນຖານກ່ຽວຂ້ອງກັບຄົນມາແນວໃດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມເຊຶ່ອທີ່ພັດທະນາ
ແລະ ສະສົມຂື້ນມາພາຍໃນ;
2. ປັດຊະຍາຂອງຝ່າຍບໍລິຫານລະດັບສູງຄື:
ຫາກໄດ້ເຄີຍຜ່ານການເຮັດວຽກໃນອົງການ ຫຼື ໜ່ວຍ
ງານມາແບບໃດກໍຕາມ ແຕ່ລະຄົນກໍ່ມັກຈະເຄີຍມີໂອກາດໄດ້ຮັບການຖ່າຍທອດ, ໄດ້ຮູ້,
ໄດ້ເຫັນ, ໄດ້ຮັບຟັງ ແລະ ເຄີຍຖຶກປະຕິບັດມາດ້ວຍຕົນເອງ
ຊຶ່ງມັນອາດຈະກາຍເປັນຄວາມເຊຶ່ອໄດ້ເຊັ່ນກັນ;
3. ອິດທິພົນຂອງການປ່ຽນແປງໃນສະພາບແວດລ້ອມຄື:
ການປ່ຽນແປງໃນສະພາບແວດລ້ອມບໍ່ວ່າຈະເປັນການປ່ຽນແປງໃນຄ່ານິຍົມ, ຮູບແບບຂອງການໃຊ້ຊີວິດ,
ການປ່ຽນແປງໃນກົດໝາຍທີ່ກ່ຽວກັບແຮງງານ ຫຼື ຄວາມກ້າວໜ້າໃນການສຶກສາ
ລ້ວນແຕ່ມີຜົນໃນທາງອ້ອມທີ່ເຮັດໃຫ້ປັດຊະຍາການບໍລິຫານງານບຸກຄົນຕ້ອງປ່ຽນແປງໄປນຳ,
ຄວາມເຊຶ່ອວ່າຍຸກນີ້ ຫຼື ເຍົາວະຊົນຍຸກໃໝ່ບໍ່ຄືກັບແຕ່ກ່ອນ
ເຮັດໃຫ້ຕ້ອງປ່ຽນວິທີການປະຕິບັດຫຼາຍໆຢ່າງນັ້ນຄືຈະເປັນຄວາມຈິງທີ່ຜູ້ບໍລິຫານທຸກຄົນຕ້ອງຄຳນຶງ
ແລະ ພິຈາລະນາຢູ່ຕະ ຫຼອດເວລາ;
4. ຂໍ້ສົມມຸດຖານທີ່ກ່ຽວກັບຄົນ:
ທີ່ສຳຄັນທີ່ສຸດທີ່ປັດຊະຍາການບໍລິຫານບຸກຄົນຈະມີທ່າອຽງໄປ ໃນທາງໃດນັ້ນຂື້ນຢູ່ກັບຜູ້ບໍລິຫານນັ້ນໆຈະຍຶດຖືຂໍ້ສົມມຸດຖານພື້ນຖານທີ່ກ່ຽວກັບຄົນແບບໃດໃນລະຫວ່າງ
2 ແບບທີ່ມີ Theory x ທີ່ເຊຶ່ອວ່າ: “ທາດແທ້ຂອງຄົນນັ້ນເປັນຄົນຊົ່ວ”
ຫຼືອີກທາງໜຶ່ງທີ່ກົງກັນຂ້າມກັນຄື Theory y ທີ່ເຊຶ່ອວ່າ: “ຄົນເປັນຊັບພະຍາກອນທີ່ປະເສີດ
ທີ່ທາດແທ້ສ່ວນເລີກເປັນຄົນດີທຸກຄົນ”;
5. ຄວາມຈຳເປັນທີ່ຕ້ອງມີການຈູງໃຈທີ່ຖືກຕ້ອງຫຼາຍຂື້ນ:
ດ້ວຍເຫດທີ່ຄົນເປັນປັດໄຈແຫ່ງຄວາມ ສຳເລັດໃນການບໍລິຫານງານຂອງນັກບໍລິຫານທຸກຄົນ ແລະ
ຂອງທຸກອົງກອນ ແລະ ຂໍ້ເທັດຈິງອັນນີ້ຈະມີຄວາມສຳເລັດຫຼາຍຂື້ນໄປອີກ
ໂດຍສະເພາະໃນຍຸກສັງຄົມທີ່ທັງສະພາບຂອງວຽກງານ ແລະ ສະພາບຂອງແຮງງານຕ່າງກໍປ່ຽນແປງ,
ການແຂ່ງຂັນທີ່ຈະໃຫ້ມີການບໍລິຫານຊັບພະຍາກອນດ້ານ “ບຸກຄົນ” ໃຫ້ຖືກຕ້ອງ ແລະ ໄດ້ປະສິດທິພາບຫຼາຍກ່ວາຍ່ອມເປັນປະເດັນສຳຄັນທີ່ຕ່າງຝ່າຍຕ່າງກໍພະຍາຍາມເຮັດໃຫ້ດີກ່ວາ.
ດ້ວຍເຫດທີ່ສະພາບລັກສະນະຂອງຄົນຈຳຕ້ອງມີການຊັກນຳ ຫຼື ຈຸງໃຈດ້ວຍວິທີໃໝ່ທີ່ແຕກຕ່າງຈາກເກົ່າຕາມຄວາມກ້າວໜ້າທາງການສຶກສາເລຶ່ອງທິດສະດີຂອງການຈູງໃຈ
(Theory of motivation) ດັ່ງນັ້ນ, ການທີ່ຈະເຂົ້າໃຈ
ແລະ ພະຍາຍາມເຮັດໃຫ້ຖືກຕ້ອງ ຍ່ອມເປັນຜົນໂດຍກົງທີ່ເຮັດໃຫ້ປັດສະຍາຂອງການບໍລິຫານບຸກຄົນຕ້ອງຟ້າວປ່ຽນແປງໄປ
ໂດຍດຳເນີນໄປສູ່ແນວທາງໃໝ່ທີ່ຖືກຕ້ອງຫຼາຍກ່ວາເກົ່າ ແລະ ຜົນທີ່ຕາມມາກໍຄື “ກິດຈະກຳ ຫຼື ໜ້າທີ່ວຽກງານທາງດ້ານການບໍລິຫານບຸກຄົນ” ຈຶ່ງຕ້ອງມີຫຼັກກົດເກນ,
ວິທີປະຕິບັດທີ່ຖືກຕ້ອງ ແລະ ມີປະສິດທິພາບທີ່ຈະສົ່ງເສີມໃຫ້ພະນັກງານມີຄວາມສາມາດໃນການເຮັດວຽກໃຫ້ບັນລຸຜົນສຳເລັດດ້ວຍດີຕະຫຼອດເວລາ.
3.2 ຫຼັກປັດຊະຍາຂອງການບໍລິຫານບຸກຄະລາກອນ
- ຖ້າອົງການໃດໜຶ່ງປະກອບດ້ວຍຄົນດີ, ຄົນເກັ່ງ, ຄົນທີ່ມີຄວາມຮູ້ຄວາມສາມາດຈະເຮັດໃຫ້ອົງ ການນັ້ນມີຄວາມກ້າວໜ້າ
ດັ່ງນັ້ນ, ການຄັດເລືອກເອົາຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດ ເໝາະສົມກັບຕຳແໜ່ງງານຕ່າງໆຈຶ່ງເປັນບັນຫາສຳຄັນ.
- ຖ້າອົງການໃດໜຶ່ງຊຶ່ງປະກອບມີສະມາຊິກເພື່ອນຮ່ວມງານທີ່ມີຄວາມຮັກແພງໄວ້ເນື້ອເຊື່ອໃຈກັນ, ຂັ້ນເທິງ
ແລະ ຂັ້ນລຸ່ມເຊື່ອໝັ້ນເຊິ່ງກັນ ແລະ ກັນມັນກໍ່ຈະສ້າງບັນຍາກາດທີ່ດີໃນການເຮັດວຽກງານຮ່ວມກັນ
ດັ່ງນັ້ນ, ຜູ້ບໍລິຫານເນັ້ນໜັກເຖິງການປອບຂັວນໃຫ້ກຳລັງໃຈແກ່ສະມາຊິກ
ແລະ ສ້າງລະບົບສືສານທີ່ຊັດເຈນເປີດເຜີຍເພື່ອໃຫ້ທຸກຄົນເປັນຈິດໜຶ່ງໃຈດຽວກັບອົງການ ແລະ
ຖືເອົາອົງການຄືກັບເປັນຂອງຕົນ.
- ຖ້າບຸກຄົນໃດທີ່ເຮັດວຽກຕາມຄວາມມັກ ແລະ
ຄວາມຖະນັດຂອງຕົນຈະເຮັດໃຫ້ເຂົາເຈົ້າເຫຼົ່ານັ້ນມີຄວາມເບິກບານມ່ວນຊື່ນ
ຟົດຟື້ນຫ້າວຫັນກັບວຽກງານຂອງເຂົາ ດັ່ງນັ້ນ,
ຈຶ່ງມັກມີການຍົກຍ້າຍສັບຊ້ອນຄົນໃຫ້ຖືກກັບວຽກ ແລະ ຄວາມສາມາດຂອງຄົນ.
-ບຸກຄົນທີ່ເຂົ້າມາເຮັດວຽກໃນອົງການລ້ວນແລ້ວແຕ່ມີສ່ວນຊ່ວຍພັດທະນາໃຫ້ອົງການມີຄວາມກ້າວໜ້າຂະຫຍາຍຕົວ.
- ຄວາມປານີປານອມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ປະສານສົບທົບຜົນປະໂຫຍດລະຫວ່າງສະມາຊິກດ້ວຍກັນຈະເກີດໃຫ້ມີຄວາມເຂົ້າໃຈອັນດີຕໍ່ກັນ.
- ສັງຄົງມີການຂະຫຍາຍຕົວໄປຢ່າງບໍ່ຢຸດຢັ້ງ, ດັ່ງນັ້ນວິທະຍາການໃໝ່ ແລະ ຄວາມທັນສະໄໝ
ໃນຄວາມຮູ້ທີ່ປ່ຽນແປງໃໝ່ເປັນສິ່ງທີ່ສຳຄັນ, ຄວນເບິ່ງວັດຖຸແບບສັດຈະວິພາກ, ວັດຖຸມີການເຄື່ອນເໜັງປ່ຽນແປງໄປສູ່ສິ່ງໃໝ່ດີກວ່າເກົ່າໄປເລື້ອຍໆ
-ອົງການເປັນລະບົບໜຶ່ງທີ່ມີສ່ວນຮັບຜິດຊອບຕໍ່ສັງຄົມ,ສະນັ້ນຄວນມີການພິຈາລະນາຈັດຫາເງິນທົດແທນໃຫ້ສະຫວັດດີການທີ່ເໝາະສົມໃນເມື່ອສະມາຊິກຂອງອົງການນັ້ນເກີດອັນຕະລາຍ
ຫຼື ອຸປະຕິເຫດ ໃນເວລາປະຕິບັດໜ້າທີ່ ເພື່ອເປັນການປອບຂວັນໃຫ້ກຳລັງໃຈຕໍ່ຜູ້ທີ່ໄດ້ຮັບເຄາະແລະເພື່ອຮ່ວມງານຂອງເຂົາທີ່ພວມປະຕິບັດວຽກງານຢູ່ອັນເປັນການເພີ່ມຄວາມຈົ່ງຮັກພັກດີຂອງຕົນຕໍ່ອົງການ.
ຄຳຖາມທ້າຍບົດ:
1.
ປະຫວັດຄວາມເປັນມາຂອງການບໍລິຫານບຸກຄະລາກອນມີຄືແນວໃດ?
2.
ຈົ່ງເວົ້າເຖິງການບໍລິຫານບຸກຄະລາກອນໃນປັດຈຸບັນເປັນຄືແນວໃດ?
3.
ຈົ່ງຍົກໃຫ້ເຫັນ ປັດຊະຍາ ແລະ
ແນວຄວາມຄິດກ່ຽວກັບການບໍລິຫານບຸກຄະລາກອນມີຄືແນວໃດ?
ความคิดเห็น
แสดงความคิดเห็น