ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ບົດທີ 6 ການຊອກຫາ ແລະ ການຄັດເລືອກບຸກຄະກອນ


 ວິຊາ ບໍລິຫານບຸກຄະລາກອນ
ປອ.ປັນຍາສັກ ແສງອ່ອນແກ້ວ

 ບົດທີ 6

ການຊອກຫາ ແລະ ການຄັດເລືອກບຸກຄະກອນ

 

Iການຊອກຫາບຸກຄະລາກອນ 

   1.1 ຄວາມໝາຍຂອງການຊອກຫາບຸກຄະລາກອນ 

     ການຊອກຫາບຸກຄະລາກອນ ແມ່ນການກິດຈະກໍາຫຼາຍໆຢ່າງທີ່ໜ່ວຍງານ ຫຼື ອົງການໄດ້ຈັດຕັ້ງຂຶ້ນ ເພື່ອມີຈຸດມຸ້ງໝາຍຈູງໃຈຜູ້ສະໜັກ ທີ່ມີຄວາມຮູ້ຄວາມສາມາດ ແລະ ມີທັດສະນະຄະຕິທີ່ດີເໝາະສົມກັບຄວາມຕ້ອງ ການໃຫ້ເຂົ້າມາຮ່ວມກັນປະຕິບັດວຽກງານ ອັນທີ່ຈະຊວ່ຍໃຫ້ອົງການປະສົບຜົນສຳເລັດຕາມວັດຖຸປະສົງຂອງອົງການທີ່ໄດ້ກຳນົດໄວ້. 

    1.2 ແຫຼ່ງທີ່ມາຂອງບຸກຄະລາກອນ

1.2.1 ແຫຼ່ງພາຍໃນ: ແມ່ນການເລືອກເອົາບຸກຄົນພາຍໃນອົງການຈັດຕັ້ງກໍ່ຄືເມື່ອເຫັນວ່າມີຕ່ໍາແໜ່ງວ່າງຈະເລືອກພະນັກງານໃນຕຳແໜ່ງອື່ນເຂົ້າມາທົດແທນໂດຍການຍ້າຍ ຫຼື ເລືອນຕ່ຳແໜ່ງ.

ວິທີການຄັດເລືອກບຸກຄົນທີ່ມີຢູ່ແລ້ວພາຍໃນອົງການອາດເຮັດໄດ້ 2 ວິທີ ຄື :

      -  ຫົວໜ້າໜ່ວຍງານເຮັດໜ້າທີ່ຄັດເລືອກເອງ ໂດຍເບີ່ງຈາກຜົນງານ, ປະຫວັດຕ່າງໆທີ່ກ່ຽວຂ້ອງກັບວຽກ ແລະ ອາດມີການປະຊຸມປຶກສາຫາລືເປັນເອກະພາບກັນແລ້ວຈຶ່ງປະກາດເປັນທາງການ, ເປັນວິທີທີ່ນິຍົມໃຊ້ກັນທົ່ວໄປ.

      - ປະກາດຮັບສະໜັກພາຍໃນການຈັດຕັ້ງຢ່າງເປັນທາງການ ໂດຍເປີດເຜີຍຕຳແໜ່ງທີ່ວ່າງ, ຄຸນສົມບັດຂອງຜູ້ທີ່ຈະໄດ້ຮັບການບັນຈຸ ເຊິ່ງວິທີການຄັດເລືອກທັງໝົດຈະເຮັດຢ່າງເປັນລະບົບ.

         1.2.2 ແຫຼ່ງພາຍນອກ: ແມ່ນການຮັບພະນັກງານມາຈາກພາກສ່ວນທີ່ຢູ່ນອກການຈັດຕັ້ງເຂົ້າມາບັນຈຸ ເຊິ່ງວິທີການສັນຫາປະກອບດ້ວຍ:

             - ຊອກຫາຈາກສະຖາບັນການສຶກສາຕ່າງໆ.

    - ຊັກຈູງໃຫ້ມາສະໜັກໂດຍວິທີການຕ່າງໆ ເຊັ່ນ: ໂຄສະນາທາງໜັງສືພີມ, ວິທະຍຸ, ໂທລະພາບ, ສົ່ງຄົນໄປຊັກຊວນ ແລະ ອື່ນໆ.

II.      ການຄັດເລືອກບຸກຄະລາກອນ

2.1 ຄວາມໝາຍຂອງການຄັດເລືອກບຸກຄະລາກອນ

      ການຄັດເລືອກ ໝາຍເຖິງຂະບວນການທີ່ອົງການດຳເນີນການຄັດເລືອກບຸກຄົນເພື່ອໃຫ້ໄດ້ຄົນທີ່ມີຄວາມຮູ້ຄວາມສາມາດເໝາະສົມກັບອົງການທີ່ໄດ້ກຳນົດໄວ້ ເຮັດແນວໃດຈຶ່ງຈະໄດ້ຄົນດີ ແລະ ເໝາະສົມທີ່ສຸດນັ້ນມີຢູ່ 2 ແນວຄວາມຄິດ :

1.       ແນວຄວາມຄິດຝ່າຍໜື່ງ: ມີທັດສະນະວ່າ ຄົນທີ່ມີຫົວດີ, ມີແວວດີ, ຝຶກອົບຮົມໃຫ້ເຮັດຫຍັງກໍ່ເຮັດໄດ້ຫາຄົນໜຸ່ມຫາກໍ່ຈົບການສຶກສາ, ແລ້ວຈັດຝຶກອົບຮົມ ເພື່ອພັດທະນາເພື່ອເລື່ອນຕຳແໜ່ງສູງຂຶ້ນໄປໃນອານະຄົດ. ການຊອກຫາຕາມ ແນວຄວາມຄິດນີ້ ແມ່ນຊອກຫາມາເປັນຜູ້ຊຳນານ ທົ່ວໆໄປ ໂດຍທີ່ຊອກຫາຄົນທີ່ບໍ່ທັນເຮັດວຽກເປັນມາຝຶກອົບຮົມ ເພື່ອໃຊ້ວຽກງານໃນອານະຄົດ ເປັນການຊອກຫາຄົນກ່ອນມີປະສົບການເຂົ້າມາຫາປະສົບການໃນອົງການ.

2.      ແນວຄວາມຄິດຝ່າຍສອງ: ມີທັດສະນະວ່າ ເຮົາຈະເກັ່ງໄປທຸກຢ່າງບໍ່ໄດ້ ແຕ່ລະຄົນຈະຖະນັດແຕ່ລະຢ່າງຕ່າງກັນ ແລະ ຖ້າໃຫ້ຝຶກໃຫ້ຄົນເຮັດຫຼາຍຢ່າງກໍ່ຈະບໍ່ເກັ່ງ, ຈຶ່ງຕ້ອງຊອກຫາບຸກຄົນມາໃຫ້ເໝາະສົມກັບວຽກງານ ໂດຍຖືເອົາຄຸນວຸດທິຢູ່ທີ່ວຽກງານຈຶ່ງກຳນົດຄຸນວຸດທິທີ່ຕ້ອງການສຳລັບແຕ່ລະວຽກງານໄວ້ແລ້ວ. ການຊອກຫາຄົນທີ່ມີຄຸນວຸດທິຕາມທີ່ກຳນົດໄວ້ນັ້ນມາເຮັດວຽກສະເພາະຢ່າງ ການຊອກຫາຕາມແນວຄວາມຄິດນີ້ຈຶ່ງເປັນການຊອກຫາຜູ້ຊຳນານງານ ໂດຍຊອກຫາຜູ້ທີ່ເຮັດວຽກເປັນແລ້ວ, ມີປະສົບການແລ້ວເຂົ້າມາເຮັດວຽກໃນອົງການ. 

    2.2 ຂະບວນການຄັດເລືອກບຸກຄະລາກອນ

 ເມື່ອໄດ້ຄົນທີ່ມີຄວາມຮູ້ຄວາມສາມາດ  ຕາມທີ່ຕ້ອງການມາສະໝັກແລ້ວ ຈາກນັ້ນກໍ່ດຳເນີນການຄັດເລືອກໃຫ້ໄດ້ຄົນທີ່ເໝາະສົມທີ່ສຸດຕາມຂັ້ນຕອນ ໂດຍທົ່ວໄປຂະບວນການຄັດເລືອກຈະປະກອບດ້ວຍ:

       1. ກວດສອບຄຸນນະສົມບັດ: ກວດສອບວ່າມີວຸດທິການສຶກສາກົງກັບຄວາມຕ້ອງການ ຫຼື ບໍ່ ? ຂາດຄຸນນະສົມບັດພື້ນຖານຕາມທີ່ກຳນົດໄວ້ ຫຼື ບໍ່ເຊັ່ນ: ເຄີຍຖືກຕັດອິດສະຫຼະພາບ ຫຼື ບໍ່?, ເປັນໂລກຕິດຕໍ່ທີ່ຕ້ອງຫ້າມ, ເປັນຄົນມີບັນຫາຕ່າງໆ ຫຼື ບໍ່ ແລະ ອື່ນໆ ເປັນຕົ້ນ.

       2. ວັດຄວາມຮູ້ຄວາມສາມາດມີຫຼາຍວິທີທີ່ນິຍົມໃຊ້ທົ່ວໄປຄື: ການສອບເສັງ ຊຶ່ງອາດຈະສອບເປັນຂໍ້ຂຽນ ຫຼື ສອບພາກປະຕິບັດ,  ບາງອົງການອາດພິຈາລະນາຈາກປະຫວັດການສຶກສາ, ປະຫວັດການເຮັດວຽກຜ່ານມາ.

       3. ການສຳພາດ: ເປັນການຮຽກເອົາຜູ້ສະໜັກມາພົບເພື່ອສອບຖາມ, ເບິ່ງບຸກຄະລິກລັກສະນະ, ກິລິຍາທ່າທາງ, ການເວົ້າຈາຕະຫຼອດເຖິງພິກໄຫວທາງປັນຍາ, ການແກ້ໄຂບັນຫາສະເພາະໜ້າ ແລະ ທັດສະນະຄະຕິ.

       4. ການກວດສຸຂະພາບ: ເພື່ອເລືອກໃຫ້ໄດ້ຄົນທີ່ມີສຸຂະພາບສົມບູນທາງດ້ານ ຮ່າງກາຍ ແລະ ຈິດໃຈ ໂດຍໃຫ້ແພດເປັນຜູ້ກວດໂດຍກົງ ເຊັ່ນ: ກວດເລືອດ, ກວດໂລກຕິດຕໍ່, ໂລກຫົວໃຈ ແລະ ອື່ນໆ ເປັນຕົ້ນ.

       5. ການທົດລອງປະຕິບັດງານ ຫຼື ໄລຍະຝຶກງານ: ເປັນຂັ້ນຕອນສຸດທ້າຍຂອງຂະບວນການຄັດເລືອກ ເມື່ອໄດ້ຄົນມາແລ້ວກໍ່ໃຫ້ທົດລອງເຮັດວຽກຕົວຈິງໃນໄລຍະໜື່ງກ່ອນ ຖ້າພິສູດວ່າເຮັດວຽກໄດ້ກໍ່ຮັບເປັນພະນັກງານສົມບູນໃນຂັ້ນຕໍ່ໄປ.

    2.3 ການສຳພາດ

ການກະກຽມສຳພາດ : ຕ້ອງໄດ້ມີການວາງແຜນວ່າຈະດຳເນີນການໄປຄືແນວໃດ ເພື່ອໃຫ້ໄດ້ຕາມຄາດ ໝາຍທີ່ວາງໄວ້ ເຊິ່ງສາມາດສະຫຼບໄດ້ຄື :

               1. ການກຳນົດຈຸດມຸ່ງໝາຍໃນການສຳພາດ: ໃນການຄັດເລືອກຄົນຈະຕ້ອງຮູ້ຂໍ້ມູນກ່ຽວກັບຄຸນລັກສະນະສ່ວນຕົວຂອງຄົນທີ່ເຮົາບໍ່ອາດເຫັນໄດ້ຈາກການທົດສອບ.

                2. ກຳນົດວິທີການສຳພາດທີ່ຈະນຳໄປໃຊ້ເພື່ອໃຫ້ບັນລຸຈຸດມຸ້ງໝາຍ: ແມ່ນການໃຊ້ວິທີການສຳພາດ ທີ່ກຳນົດແນວທາງຂຶ້ນລ່ວງໜ້າ ຫຼື ການສຳພາດທີ່ບໍ່ໄດ້ກຳນົດຂຶ້ນລ່ວງໜ້າ ເພື່ອສາມາດກະກຽມຄຳຖາມໄດ້ຢ່າງ    ເໝາະສົມ, ການສໍາພາດອາດຈະຈັດເປັນຄົນ ຫຼື ເປັນກຸ່ມ.

                3. ສຶກສາລາຍລະອຽດກ່ຽວກັບຜູ້ເຂົ້າສອບເສັງສຳພາດທຸກຄົນ: ແມ່ນການຮຽນຮູ້ຂໍ້ມູນຕ່າງໆຈາກໃບສະໜັກເພື່ອສະດວກໃຫ້ແກ່ການສອບຖາມ.

               4. ແຈ້ງໃຫ້ຜູ້ເຂົ້າສອບເສັງຮູ້ກ່ຽວກັບເວລາ ແລະ ສະຖານທີ່ໆຈະເຮັດການສອບເສັງ: ການປະກາດ ຫຼື ເອີ້ນສຳພາດຈະຕ້ອງໃຫ້ມີເວລາກຽມພໍສົມຄວນ.

               5. ຈັດສະຖານທີ່ສຳພາດ: ສິ່ງແວດລ້ອມພາຍໃນຫ້ອງເປັນປັດໄຈໜຶ່ງທີ່ສຳຄັນ ຊຶ່ງຄວນຈັດໃຫ້ ເປັນກັນເອງ ແລະ ສະດວກໃຫ້ແກ່ທັງສອງຝ່າຍ.

2.2.1 ວິທີທີ່ຄວນໃຊ້ໃນການສຳພາດມີຄື:

               1. ຜູ້ສຳພາດຄວນສະແດງກິລິຍາໃນທ່າທີ່ໃຫ້ກຽດ ແລະ ເປັນກັນເອງຊຶ່ງຈະຊ່ວຍໃຫ້ຜູ້ສະໜັກມີຄວາມຮູ້ສຶກຢາກເວົ້າ ແລະ ເປີດເຜີຍສິ່ງທີ່ເປັນປະໂຫຍດ.

                2. ການຕັ້ງຄຳຖາມ ຄວນຈະເປັນລັກສະນະທີ່ສົ່ງເສີ່ມໃຫ້ຜູ້ສະໜັກເວົ້າ:

                   - ໃນຕອນທຳອິດຄວນຈະເລີ່ມຈາກບັນຫາງ່າຍໆ, ບໍ່ຄວນຖາມບັນຫາທີ່ຜູ້ສະໜັກອຶດອັດ.

                   - ການຕັ້ງຄຳຖາມວ່າແມ່ນ ຫຼື ບໍ່ແມ່ນ ໂດຍບໍ່ສະແດງເຫດຜົນບໍ່ຄວນນຳມາໃຊ້ ເພາະຈະບໍ່ໄດ້ຄຳຕອບທີ່ສົມບູນຈາກຜູ້ສະໝັກ.

                   - ຄຳຖາມທີ່ໃຊ້ນັ້ນຄວນຈະໃຫ້ຜູ້ສະໝັກເວົ້າຕິດຕໍ່ກັນຕະຫຼອດ ເມື່ອເຫັນວ່າຜູ້ສະໝັກຢຸດເວົ້າຈະຕ້ອງຫາຄຳຖາມຕໍ່ໄປ.

                   - ໃນການຕັ້ງຄຳຖາມຄວນຈະເປັນປະເພດທີ່ເຮັດໃຫ້ໄດ້ຄວາມຈິງຈາກຜູ້ສະໝັກຜູ້ສຳພາດບໍ່ຄວນຂັດຈັງຫວະ ຫຼື ສະແດງຄວາມເຫັນຂອງຕົນອອກມາ.

               3. ຕ້ອງຟັງຜູ້ສະໝັກດ້ວຍຄວາມຕັ້ງໃຈ: ການຟັງເປັນສິ່ງສຳຄັນທີ່ຈະໄດ້ຮັບຂໍ້ມູນຕ່າງໆຈາກຜູ້ສະໜັກ ແລະ ປ້ອງກັນການເຂົ້າໃຈຜິດບາງຢ່າງ ເຊິ່ງນອກຈາກວ່າຈະຟັງຜູ້ສະໝັກຕອບຄຳຖາມຢ່າງດຽວ ແຕ່ຕ້ອງຕີຄວາມໝາຍຄຳເວົ້າ, ຄໍາສັບ, ຄວາມຮູ້ສຶກ ແລະ ຄວາມໝາຍຂອງຜູ້ເວົ້າ.

               4. ໃນຂະນະສຳພາດຄວນຈະສັງເກດກິລິຍາອາການຂອງຜູ້ສະໜັກ: ເພື່ອອ່ານລັກສະນະຈາກການ ສະແດງອອກສິ່ງທີ່ອາດຈະສັງເກດໄດ້ຄື: ການສະແດງອອກທາງສີໜ້າ, ສຽງ, ການວາງທ່າທີ່, ການສະແດງອາການທາງສ່ວນໃດໜື່ງຂອງອະໄວຍະວະຮ່າງກ່າຍ.

               5. ຈະຕ້ອງມີການບັນທຶກຂະນະເຮັດການສຳພາດ: ເພື່ອເປັນຫຼັກຖານໃນການປະເມີນຜົນໃນພາຍ ຫຼັງ ຊຶ່ງຜູ້ສຳພາດບໍ່ອາດຈື່ໄດ້ໝົດ ໂດຍສະເພາະການສຳພາດຕ້ອງໃຊ້ເວລາດົນ ແລະ ຜູ້ສະໝັກຫຼາຍຄົນ.

               6. ການປິດການສຳພາດ: ໂດຍປົກກະຕິຜູ້ສຳພາດຈະບອກໃຫ້ຮູ້ວ່າການສຳພາດໄດ້ສິ້ນສຸດລົງແລ້ວໂດຍການວາງບິກ, ລຸກຂຶ້ນຢືນ, ຈັບມືຂອງຜູ້ສະໝັກ ແລະ ອື່ນໆ.

                   - ການປິດການສຳພາດໂດຍບໍ່ບອກໃຫ້ຜູ້ສະໝັກຮູ້ເປັນສິ່ງທີ່ບໍ່ຄວນເຮັດ ເພາະຈະເຮັດໃຫ້ເຂົາຮູ້ ສຶກອຶດອັດ ແລະ ວາງຕົວບໍ່ຖືກ.

                   - ຂໍ້ສຳຄັນເມື່ອຢຸດຕິການສຳພາດແລ້ວ ບໍ່ຄວນເວົ້າໃນທາງທີ່ຈະເຮັດໃຫ້ຜູ້ສະໝັກເຂົ້າໃຈວ່າ ຈະຜ່ານ ຫຼື ບໍ່ຜ່ານ.

                   - ຖ້າເຂົາຖາມກ່ຽວກັບການຄັດເລືອກ ຄວນຕອບວ່າຈະມີການພິຈາລະນາຕາມມາພາຍຫຼັງ ແລະອາດສະແດງຄວາມຂອບໃຈຕໍ່ຜູ້ສະໝັກທີ່ສົນໃຈຕໍ່ກັບອົງການ.

      2.3.2 ການຄວບຄຸມການສຳພາດ

             1. ການຄວບຄຸມໃນເວລາດຳເນີນການສຳພາດ: ຈຸດປະສົງເພື່ອໃຫ້ໄດ້ຂໍ້ມູນການ ສຳພາດທີ່ສົມບູນປະ ກອບມີຫຼັກການດັ່ງນີ້ :

               - ການສຳພາດໂດຍໃຫ້ກວມເອົາຂໍ້ມູນທຸກຢ່າງຂອງຜູ້ສະໜັກ (ວິທີນີ້ກໍ່ຄືຕ້ອງບໍ່ໃຫ້ການສຳພາດໄວເກີນໄປຄືສັງເກດຈາກການສຳພາດທີ່ສະຫຼຸບບາງເລື່ອງຈົນບໍ່ໄດ້ເວົ້າຂໍ້ມູນທີ່ຄວນເວົ້າ).

               - ຄວນກຳນົດນ້ຳໜັກຂອງຂໍ້ມູນແຕ່ລະຢ່າງດ້ວຍຄວາມເໝາະສົມ.

               - ຕ້ອງສຳພາດໃຫ້ໄດ້ຂໍ້ມູນສຳຄັນທີ່ຊ່ວຍການຕັດສິນໃຈໄດ້.

               - ຄວນໃຊ້ເວລາສຳພາດຢ່າງມີປະສິດທິພາບ ໝາຍຄວາມວ່າ ການສຳພາດ ຕ້ອງໃຊ້ເວລາໜ້ອຍແຕ່ ໄດ້ຂໍ້ມູນສຳລັບການປະເມີນໄດ້ຢ່າງຖືກຕ້ອງ. ການໃຊ້ເວລາທີ່ເໝາະສົມກໍ່ຄືລຳດັບຫົວຂໍ້ສຳພາດໄດ້ຢ່າງຕໍ່ເນື່ອງ, ບໍ່ເສຍເວລາ ໃນເລື່ອງໃດເລື່ອງໜື່ງຫຼາຍເກີນໄປ, ບໍ່ໃຫເກີດຄວາມສັບສົນຕໍ່ກັບຜູ້ຖືກສໍາພາດ, ມີລາຍລະອຽດຂອງຂໍ້ມູນບໍ່ພຽງພໍ ຈົນບໍ່ສາມາດແຍກໄດ້ວ່າຂໍ້ມູນໃດມີຄວາມໝາຍ ແລະ ຂໍ້ມູນໃດບໍ່ມີຄວາມໝາຍໃນການຕັດສິນໃຈ.

             2. ການຄວບຄຸມເລື່ອງສຳພາດ: ຜູ້ສຳພາດຕ້ອງວາງແຜນລ່ວງໜ້າກ່ອນວ່າຈະຖາມເລື່ອງໃດແດ່, ແຕ່ບໍ່ຈຳເປັນຕ້ອງຖາມລຽງລຳດັບກັນ ໂດຍເລື່ອງທີ່ຄວນຖາມຄື:

      - ປະສົບການໃນການເຮັດວຽກ: ແມ່ນການຖາມເຖິງວຽກທີ່ຈະເຮັດເພື່ອໃຫ້ຮູ້ວ່າຜູ້ສະໝັກນັ້ນມັກເຮັດວຽກຫຍັງ  ແລະ ບໍ່ມັກເຮັດວຽກຫຍັງ, ມີຄວາມສາມາດພິເສດໃນເລື່ອງໃດ,  ປະສົບຄວາມສໍາເລັດໃນວຽກທີ່ເຮັດມາມີແນວໃດ  ແລະ  ໄດ້ຮັບຄ່າຈ້າງໃນການເຮັດວຽກມາເທົ່າໃດ ?

       (ການຖາມເຖິງປະສົບການແມ່ນເພື່ອຮູ້ວ່າຜູ້ສະໜັກມີຄວາມສາມາດ ທີ່ຈະໄດ້ເຮັດວຽກໃນຕໍາ    ແໜ່ງທີ່ຕ້ອງການໄດ້ບໍ່ ?).

      - ການສຶກສາ: ຜູ້ສຳພາດອາດຈະຫາຂໍ້ມູນໄດ້ຈາກໃບສະໝັກ ດັ່ງນັ້ນ  ເລື່ອງທີ່ຄວນຖາມຄືວິຊາທີ່ຮຽນມາມັກ ຫຼື ບໍ່ມັກ, ຜົນການຮຽນ, ກິດຈະກໍານອກຫຼັກສູດ, ຄວາມສາມາດພິເສດໃນການຮຽນ ແລະ ວິທີການຮຽນ.

       (ການຖາມເຖິງວິຊາທີ່ມັກກໍ່ເພື່ອຫາຄວາມສຳພັນກັບລັກສະນະວຽກທີ່ເຮັດສ່ວນວິຊາທີ່ບໍ່ມັກກໍ່ສະແດງວ່າ ຜູ້ສະໜັກບໍ່ມີຄວາມຊຳນານໃນເລື່ອງນັ້ນ, ຜົນການຮຽນກໍ່ສະແດງເຖິງຄວາມສາມາດ ແລະ ກິດຈະກຳ ກໍ່ເພື່ອຮູ້ວ່າມີ ຄວາມສາມາດເຂົ້າກັບຄົນໄດ້ແນວໃດ)

      - ຊີວິດໃນໄວເດັກ :  ຕາມປົກກະຕິຄວາມເປັນຢູ່ຂອງຄົນໃນປະຈຸບັນສ່ວນໜື່ງ ເກີດຈາກອິດທິພົນ ຂອງຊີວິດໄວເດັກ. ສິ່ງທີ່ຄວນຖາມກໍ່ຄື: ຖານະທາງດ້ານເສດຖະກິດຂອງຄອບຄົວ ຊຶ່ງມີຜົນຕໍ່ກັບຄວາມຮັບຜິດ ຊອບຂອງຄົນໃນຄອບຄົວ, ພຶດຕິກຳຂອງພໍ່ແມ່ຊຶ່ງມີອິດທິພົນຕໍ່ຄ່ານິຍົມຂອງລູກ, ຈຳນວນພີ່ນ້ອງໃນຄອບຄົວ ເຊິ່ງສະແດງໃຫ້ເຫັນນິໄສ ແລະ ການຄວບຄຸມອາລົມ, ວິທີການລ້ຽງດູທີ່ໄດ້ຮັບມາໃນໄວເດັກຈາກພໍ່ແມ່ ຊຶ່ງມີອິດທິພົນຕໍ່ກັບການຊ່ວຍຕົນເອງ.

               - ວຽກທີ່ມີຄວາມສົນໃຈ: ຈະສາມາດຮູ້ໄດ້ເຖິງເວລາວ່າງຜູ້ສະໜັກມັກເຮັດຫຍັງ. ຕາມປົກກະຕິຄົນຈະເລືອກເຮັດວຽກທີ່ຕົນເອງມັກເທົ່ານັ້ນ, ການທີ່ເຮັດວຽກໃນຕໍາແໜ່ງທີ່ບໍ່ມັກກໍ່ອາດຈະຍ້ອນໂອກາດບໍ່ອໍາ ນວຍ, ລາຍໄດ້ດີ ຫຼື ຄວາມຈຳເປັນບັງຄັບ ແຕ່ກິດຈະກຳຍາມວ່າງທີ່ຄົນເລືອກເອງໂດຍບໍ່ມີການບັງຄັບເປັນສິ່ງທີ່ສະແດງໃຫ້ເຫັນເຖິງວິວັດທະນາການຂອງສະຕິປັນຍາ, ຄວາມຮູ້ ແລະ ຄວາມຄິດຄົນ.

               - ສະຖານະພາບໃນຄອບຄົວໃນປັດຈຸບັນ: ຄືສະພາບຂອງການແຕ່ງງານ ທີ່ມີຜົນກະທົບເຖິງຄວາມຮັບຜິດຊອບ ແລະ ຄວາມກະຕື້ລືລົ້ນໃນການເຮັດວຽກ ນອກຈາກນັ້ນຄວາມສຸກໃນຄອບຄົວຈະມີກຳລັງໃຈໃນການເຮັກວຽກ ແລະ ຖານະທາງການເງິນຂອງຄອບຄົວຊຶ່ງສະແດງໃຫ້ເຫັນເຖິງການວາງແຜນຄອບຄົວ ແລະ ການໃຊ້ຊີວິດວ່າມີຄວາມໝັ້ນຄົງແນວໃດ?

      2.3.3 ການປະເມີນການສຳພາດ

             ການປະເມີນການສຳພາດ ອາດພິຈາລະນາໄດ້ຫຼາຍດ້ານຕາມລັກສະນະຂອງຜູ້ສະໝັກ ຫຼື ລັກສະນະຂອງວຽກທີ່ຈະມອບໝາຍໃຫ້ເຮັດນັ້ນເໝາະສົມກັບຜູ້ສະໝັກ ຫຼື ບໍ່  ເຊັ່ນ :

                               - ໃນແງ່ຄຸນສົມບັດແມ່ນໝາຍເຖິງຄວາມດຸໝັ່ນເອົາໃຈໃສ່ໃນວຽກງານ, ຄວາມຊື່ສັດ, ຄວາມໝັ້ນຄົງ, ຄວາມເຊື່ອໝັ້ນໃນຕົນເອງ ແລະ ຄວາມເປັນຜູ້ນໍາ.

             - ໃນນີ້ການປະເມີນຜູ້ສຳພາດແມ່ນຈະເບິ່ງທາງດ້ານພຶດຕິກຳທີ່ມີຄວາມສຳຄັນຕໍ່ກັບການເຮັດວຽກເຊິ່ງປະກອບມີ:

                                      1. ສະຕິປັນຍາ ແລະ ຄວາມຊຳນານ (ຄວາມສໍາເລັດຈາກວຽກທີ່ຜ່ານມາ, ຜົນການຮຽນ, ວິ ທີຕອບຄຳຖາມ, ວິທີເວົ້າ, ການໃຫ້ເຫດຜົນ ແລະ ການຄິດໄວ ຫຼື ຊ້າ ...)

                 2. ຄວາມສົນໃຈ: ຖ້າຄົນເຮົາມັກສິ່ງໃດຈະສະແດງຄວາມສົນໃຈໃນສິ່ງນັ້ນ ແຕ່ຄວາມສົນໃຈຈະສະແດງວ່າບຸກຄົນມີຄວາມເໝາະສົມທີ່ຈະເຮັດວຽກອັນໃດ.

                                      3. ຄວາມທະເຍີທະຍານ: ເປັນສິ່ງທີ່ສະແດງເຖິງຈຸດມຸ່ງໝາຍໃນຊີວິດ ອັນເປັນການສະແດງອອກຢ່າງໜຶ່ງເຖິງຄ່ານິຍົມຂອງຄົນ.

4. ກຳລັງຄວາມສາມາດ: ແມ່ນຄວາມອົດທົນໃນການເຮັດວຽກໂດຍບໍ່ຮູ້ອິດເມື່ອຍ ຊຶ່ງສະແດງໃຫ້ເຫັນເຖິງຄວາມຈະເລີນກ້າວໜ້າໃນວຽກງານ.

5. ບຸກຄະລິກ: ແຕ່ລະຄົນຈະມີລັກສະນະສ່ວນຕົວ ຫຼື ພຶດຕິກຳຂອງແຕ່ລະຄົນທີ່ເປັນຂອງຕົນເຊິ່ງສະທ້ອນເຖິງອາລົມ ແລະ ຄຸນສົມບັດບາງຢ່າງເຊັ່ນ: ການບິ່ງໂລກ, ການວາງຕົວ ... ເຊິ່ງການສໍາພາດບໍ່ສາ ມາດຮູ້ລັກສະນະຂອງຄົນໄດ້ທັງໝົດເພາະບຸກຄະລິກເປັນພື້ນຖານຂອງນິໄສຄົນຈຶ່ງຕ້ອງສັງເກດເອົາ ຈາກພຶດຕິກຳບາງຢ່າງ ຊຶ່ງໄດ້ຈາກການຖາມໂດຍທາງອ້ອມ ຫຼື ການສັງເກດການສະແດງອອກ ເມື່ອເວົ້າເຖິງເລື່ອງໃດໜື່ງ.

          ຄຸຸນສົມບັດທີ່ສະແດງເຖິງບຸກຄະລິກ ກໍ່ຄືຄວາມເຊື່ອໝັ້ນ, ຄວາມອາຍ, ຄວາມທໍ້ຖອຍ, ຄວາມເດັດຂາດ  ຄວາມເປີດເຜີຍ ແລະ ຄວາມອົດທົນ ເຊິ່ງອາດຮູ້ໄດ້ຈາການເລົ່າປະຫວັດການເຮັດວຽກຕົວຈິງ ຫຼື ພຶດຕິກ່ຳສະແດງອອກໃນຂະນະເຮັດການສຳພາດ.

                 6. ຄວາມຮູ້ ແລະ ປະສົບການ: ຫຼັກຖານທີ່ສະແດງເຖິງຄຸນວຸດທິ ຫຼື ຄະແນນຂອງວິຊາຕ່າງໆ ສ່ວນປະສົບການແມ່ນການຖາມເຖິງວຽກທີ່ເຄີຍເຮັດຜ່ານມາ ເພື່ອພິຈາລະນາເຖິງຄວາມເໝາະສົມ ແລະ ສາມາດທີ່ຈະເຮັດວຽກໄດ້ ຫຼື ບໍ່.

ຕົວຢ່າງການຕັ້ງຄຳຖາມໃນການສຳພາດ

 

ຖາມກ່ຽວກັບແຮງຈູງໃຈ

- ຫົວໜ້າເກົ່າຂອງທ່ານຮູ້ ຫຼື ບໍ່ ວ່າທ່ານກຳລັງຈະປ່ຽນວຽກ ?

- ແມ່ນຫຍັງເປັນສາເຫດໃຫ້ທ່ານຄິດທີ່ຈະປ່ຽນວຽກ ?

- ເປັນຫຍັງທ່ານຈຶ່ງເລືອກທີ່ຈະມາເຮັດວຽກໃນດ້ານນີ້ ?

- ເປັນຫຍັງທ່ານຈຶ່ງຍາກປ່ຽນໄປເຮັດວຽກໃນດ້ານອື່ນທີ່ຕ່າງຈາກວຽກເກົ່າ ?

- ໃນອີກຫ້າປີຕໍ່ໜ້ານີ້ ທ່ານຢາກເຮັດຫຍັງ ?

- ວຽກຫຍັງແດ່ທີ່ທ່ານມັກເປັນພິເສດ  ?

- ຖ້າຫາກທ່ານມີໂອກາດເລືອກຢ່າງເຕັມທີ່ ທ່ານຄິດວ່າຈະເຮັດວຽກໃນດ້ານໃດຈຶ່ງຈະສໍາເລັດຜົນທີ່ສຸດ ? ຍ້ອນຫຍັງ ?

- ແລະ ອື່ນໆ

 

ຖາມກ່ຽວກັບການສຶກສາ

- ອະທິບາຍກ່ຽວກັບປະຫວັດຂອງການສຶກສາທ່ານໃຫ້ຟັງ ?

- ເປັນຫຍັງຈຶ່ງເລືອກຮຽນໃນສາຂາວິຊານັ້ນ ?

- ຜົນການຮຽນເປັນແນວໃດ, ເກຣດສະເລ່ຍເທົ່າໃດ ?

- ໄດ້ຮ່ວມເຮັດກິດຈະກຳຍັງແດ່ ?

- ມັກຮຽນວິຊາໃດຫຼາຍທີ່ສຸດ ແລະ ວິຊາໃດບໍ່ມັກທີ່ສຸດ ? ຍ້ອນຫຍັງ ?

- ທ່ານເຄີຍໄດ້ຜ່ານການຝຶກອົບຮົມໃນວຽກງານນີ້ມາກ່ອນບໍ່ ?

- ແລະ ອື່ນໆ

ຖາມກ່ຽວກັບປະສົບການ

- ທ່ານຄິດວ່າທ່ານມີຄຸນສົມບັດອັນໃດທີ່ເໝາະສົມກັບວຽກງານນີ້ ?

- ຖ້າຫາກຈະໃຫ້ທ່ານປັບປຸງວຽກທີ່ຈະເຮັດນີ້ ທ່ານຈະປັບປຸງຫຍັງແດ່ ?

- ວຽກທີ່ເຄີຍເຮັດໃນອະດີດນັ້ນ ວຽກຫຍັງທີ່ມັກທີ່ສຸດ ແລະ ບໍ່ມັກທີ່ສຸດ ?

- ທ່ານຄິດວ່າທ່ານມີຈຸດແຂງ ແລະ ຈຸດອ່ອນແນວໃດ ທີ່ກ່ຽວຂ້ອງກັບວຽກງານນີ້ ?

- ຄົນແບບໃດທີ່ທ່ານຄິດວ່າ ຈະເຮັດວຽກຮ່ວມໄດ້ ແລະ ຄົນແບບໃດທີ່ບໍ່ຮ່ວມເຮັດວຽກນຳໄດ້ ?

- ທ່ານເຄີຍປົກຄອງລູກນ້ອງມາຈັກຄົນ ? ປະເພດໃດແດ່ ?

- ທ່ານປະສົບຄວາມສຳເລັດໃນດ້ານໃດຫຼາຍທີ່ສຸດໃນປະຈຸບັນ ?

- ທ່ານສາມາດນຳໃຊ້ອຸປະກອນ ເຄື່ອງມືແບບໃດແດ່ ?

- ເປັນຫຍັງທ່ານຈຶ່ງມັກປ່ຽນວຽກເລື່ອຍໆ ?

- ເຄີຍຖືກໄລ່ອອກບໍ່ ?

- ລອງອະທິບາຍສິ່ງທີ່ລຳບາກທີ່ສຸດໃນຊີວິດການເຮັດວຽກໃຫ້ຟັງ ?

- ລອງບອກ ຫຼື ຂໍເບິ່ງຕົວຢ່າງວຽກທີ່ເຄີຍເຮັດຜ່ານມາ ?

- ແລະ ອື່ນໆ

ຖາມກ່ຽວກັບເງີນເດືອນ

 

- ທ່ານຕ້ອງການເງີນເດືອນເທົ່າໃດ ?

- ທ່ານຈະຍອມຮັບເງີນຕ່ຳສຸດເທົ່າໃດ ?

- ໃນໄລຍະທີ່ຜ່ານມາທ່ານໄດ້ຮັບເງີນເດືອນເປັນລຳດັບຄືແນວໃດ ?

- ເປັນຫຍັງຈຶ່ງເຊື່ອໝັ້ນວ່າ ທ່ານຄວນໄດ້ຮັບເງີນເດືອນຫຼາຍຂະໜາດນັ້ນ ?

- ເຮົາຄົງບໍ່ສາມາດໃຫ້ເງີນຫຼາຍຂະໜາດນັ້ນ ຢາກໃຫ້ທ່ານລອງສະເໜີໃໝ່ ?

- ໃນອີກຫ້າປີຕໍ່ໜ້າ ທ່ານຄິດວ່າທ່ານຄວນຈະໄດ້ເງີນເດືອນເທົ່າໃດ ?

- ແລະ ອື່ນໆ

 

 

 

 

 

 

ຖາມເລື່ອງອື່ນໆ

- ທ່ານມັກເລື່ອງຫຍັງຫຼາຍທີ່ສຸດໃນສັງຄົມ ?

- ທ່ານມັກອ່ານໜັງສືພີມ ຫຼື ວາລະສານຫຍັງແດ່ ?

- ກິດຈະກຳຫຼັກທີ່ທ່ານເຮັດນອກເວລາ ມີຫຍັງແດ່ ?

- ທ່ານເປັນສະມາຊິກ ຫຼື ສະມາຄົມອື່ນບໍ່ ?

- ທ່ານເຄີຍຖືກຈັບ , ຟ້ອງຄະດີ , ຫຼື ເຄີຍຟ້ອງຮ້ອງຄົນອື່ນບໍ່ ?

- ທ່ານເຄີຍພັກເຈັບເປັນບໍ່ ດົນປານໃດ ໃນໄລຍະສອງປີຜ່ານມານີ້ ?

- ສຸຂະພາບຂອງທ່ານນັ້ນເປັນແນວໃດ ?

- ຜົວ ຫຼື ເມຍຂອງທ່ານສົນໃຈໃນວຽກນີ້ ຫຼື ຄິດແນວໃດກັບວຽກງານນີ້ ?

- ມີເຮືອນ, ລົດ ຫຼື ຊັບສິນອື່ນໆ ບໍ່ ?

- ຖ້າຫາກທ່ານຕ້ອງເຮັດວຽກລ່ວງເວລາໃນບາງຄັ້ງ ຫຼື ຕ້ອງເດີນທາງໄປຕ່າງແຂວງ ຕ່າງປະເທດຈະມີບັນຫາຫຍັງບໍ່ ?

- ແມ່ນໃຜທີ່ຈະຮັບປະກັນຕົວທ່ານ ?

- ເລົ່າເລື່ອງຄອບຄົວໃຫ້ຟັງ ?

- ແລະ ອື່ນໆ

 

III.    ການປະຖົມນິເທດພະນັກງານ (ການແນະນຳ)

        ໝາຍເຖິງກິດຈະກຳທາງດ້ານການບໍລິຫານບຸກຄະລາກອນ ທີ່ກ່ຽວຂ້ອງກັບການພະຍະຍາມແຈ້ງໃຫ້ພະ ນັກງານໃໝ່ ໃຫ້ຮູ້ຈັກໜ່ວຍງານຕ່າງໆໃນອົງການ, ຮູ້ລະບຽບການເຮັດວຽກ ແລະ ໃຫ້ຮູ້ຈັກໜ້າທີ່ໆຕ້ອງປະຕິບັດ ຕະຫຼອດເຖິງຜູ້ບັນຄັບບັນຊາ ແລະ ເພື່ອນຮ່ວມງານ.

      3.1 ຈຸດປະສົງຂອງການປະຖົມນິເທດ ຫຼື ການແນະນຳ

          -  ຊ່ວຍຫຼຸດບັນຫາຄວາມກັງວົນໃຈຂອງພະນັກງານໃໝ່.

         -  ຊ່ວຍປະຫຍັດເວລໃຫ້ກັບຫົວໜ້າໜ່ວຍງານຕ່າງໆ ແລະ ເພື່ອນຮ່ວມງານ.

-  ຊ່ວຍໃຫ້ພະນັກງານໃໝ່ມີຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ກັບວຽກງານຕ່າງໆ ຕະຫຼອດເຖິງທັດສະນະຄະຕິ

ໃນທາງບວກ ຫຼື ທາງທີ່ດີຕໍ່ກັບຫົວໜ້າ ກໍ່ຄືອົງການ.

3.2 ແນວທາງໃນການປະຖົມນິເທດ

 

            ສໍາລັບແນວທາງໃນການດຳເນີນການປະຖົມນິເທດພະນັກງານນັ້ນຄວນຈະດຳເນີນການ ດັ່ງນີ້:

 

1)  ໃນຂັ້ນທຳອິດນັ້ນ ການປະຖົມນິເທດຄວນຈະນຳເອົາເລື່ອງທີ່ຈຳເປັນ ແລະ ຖືວ່າເປັນເລື່ອງທີ່ສຳ ຄັນທີ່ຕ້ອງຮູ້ກ່ອນໃຫ້ພະນັກງານໃໝ່ເປັນອັນດັບທຳອິດ ແລ້ວຈຶ່ງການກ້າວໄປສູ່ຄວາມເຂົ້າໃຈກ່ຽວກັບນະໂຍບາຍຂອງອົງການ.

    2)  ອັນທີ່ຖືວ່າເປັນສ່ວນສຳຄັນຂອງການປະຖົມນິເທດ ກໍ່ຄືເລື່ອງທີ່ກ່ຽວກັບຄົນທີ່ພະນັກງານໃໝ່ຄວນຈະຮູ້ ນັ້ນກໍ່ຄືຫົວໜ້າໜ່ວຍງານ ແລະ ເພື່ອນຮ່ວມງານ ແລະ ອີກເລື່ອງທີ່ຄວນຈະຕ້ອງເຂົ້າໃຈໃນໄລຍະທຳອິດນັ້ນ ກໍ່ຄື ການຈະຕ້ອງບອກກ່າວແກ່ພະນັກງານໃໝ່ວ່າ:  ເຂົາຈະຕ້ອງໃຊ້ເວລາດົນປານໃດໃນໄລຍະການຝຶກງານຈົນກ່ວາຈະໄດ້ມາດຕະຖານທີ່ຕ້ອງການ ແລະ ຕ້ອງພະຍາຍາມສົ່ງເສີ່ມໃຫ້ພະນັກງານໃໝ່ມີຄວາມໝັ້ນໃຈໃນການສຶກສາ ຫຼື ຖາມ ຫຼື ຂໍຄວາມຊ່ວຍເຫຼືອ ຕະຫຼອດການຂໍຄຳແນະນຳຕະຫຼອດເວລາຖ້າຫາກມີຄວາມຕ້ອງການ.

3)  ຄວນຈະຈັດໃຫ້ພະນັກງານໃໝ່ຢູ່ໃນການການເບິ່ງແຍງ ຫຼື ຢູ່ພາຍໃຕ້ການຝຶກຝົນຂອງພະນັກງານທີ່ຊຳນານງານແລ້ວ ຫຼື ຫົວໜ້າໜ່ວຍງານຕ່າງໆໂດຍກົງ ເຊິ່ງມັນຈະກໍ່ໃຫ້ເກີດປະໂຫຍດທີ່ຈະມີຜູ້ຄ່ອຍຕອບຄຳຖາມ ແລະ ເບິ່ງແຍງໃກ້ຊິດໃນໃລຍະທຳອິດຂອງການປະຕິບັດງານ.

4)  ພາຍຫຼັງທີ່ໄດ້ເຮັດວຽກໄປໄລຍະໜຶ່ງ ຄວນຈະຕ້ອງມີການຕິດຕາມ ແລະ ຄວບຄຸມໃຫ້ພະນັກ ງານໃໝ່ໃຫ້ເຂົ້າກັນໄດ້ເປັນຢ່າງດີກັບເພື່ອນຮ່ວມງານ ຫຼາຍກວ່າທີ່ຈະປ່ອຍໃຫ້ທຸກຢ່າງສຳເລັດໄປໂດຍການແນະນຳໃນມື້ທຳອິດນັ້ນພຽງຢ່າງດຽວ. ເປົ້າໝາຍໃນທີ່ນີ້ກໍ່ຄື ການທີ່ຈະພະຍາຍາມໃຫ້ພະນັກງານໃໝ່ເຫຼົ່ານັ້ນ ໄດ້ໃກ້ຊິດສະໜິດສະໜົມກັບເພື່ອນຮ່ວມງານ ແລະ ຜູ້ບັງຄັບບັນຊາໄດ້ຢ່າງສົມບູນຫຼາຍທີ່ສຸດ.

5) ຈະຕ້ອງມີຄວາມຄິດຢູ່ໃນໃຈສະເໜີວ່າ: ຈະຕ້ອງໃຫ້ໂອກາດ ແລະ ເວລາແກ່ພະນັກງານໃໝ່ ຢ່າງໜ້ອຍໃນໄລຍະເວລາໃດໜື່ງກໍ່ຄື: ກ່ອນທີ່ເຮົາຈະຫວັງຜົນຈາກພະນັກງານໃໝ່ເຕັມທີ່ນັ້ນ ຕ້ອງຄຳນຶງສະເໜີວ່າ ຢ່າງໜ້ອຍກໍ່ໃຫ້ພະນັກງານຜູ້ນັ້ນ ໄດ້ມີໂອກາດສຳພັດເຂົ້າໄປເຖິງແກ່ນແທ້ຂອງວຽກ ແລະ ຂອງເພື່ອນຮ່ວມງານເສຍກ່ອນ.


ຄຳຖາມທ້າຍບົດ:

1.      ຄວາມໝາຍຂອງການຊອກຫາບຸກຄະລາກອນມີຄືແນວໃດ ?

2.      ຈົ່ງເວົ້າເຖິງແຫຼ່ງທີ່ມາຂອງບຸກຄະລາກອນມີຄືແນວໃດ ?

3.      ຈົ່ງອະທິບາຍເຖິງຂະບວນການຄັດເລືອກບຸກຄະລາກອນມີຄືແນວໃດແດ່ ?

4.      ການປະຖົມນິເທດພະນັກງານ (ການແນະນຳ) ມີຈຸດປະສົງເພື່ອຫຍັງ ? ແລະ ແນວທາງໃນການປະຖົມນິເທດພະນັກງານຄວນດຳເນີນການແນວໃດ ?

ความคิดเห็น