ບົດທີ 9
ການຝຶກອົບຮົມ ແລະ
ການພັດທະນາບຸກຄະລາກອນ
ການຝຶກອົບຮົມແມ່ນວິທີການໜື່ງໃນການຍົກລະດັບຄວາມຮູ້ຄວາມສາມາດໃນການປະຕິບັດວຽກງານຂອງພະ
ນັກງານ ທີ່ເຮັດວຽກໃນຂະແໜງວິຊາອາຊີບຂອງຕົນ. ຈະແມ່ນການຝຶກອົບຮົມໄລຍະສັ້ນ ຫຼື
ຝຶກອົບຮົມກັບທີ່ ກໍ່ລ້ວນແຕ່ມີຄວາມສຳຄັນຕໍ່ພະນັກງານເພາະມັນຈະສ້າງໃຫ້ພວກເຂົາໄດຮຽນຮູ້
ແລະ ຖອດຖອນບົດ ຮຽນຈາກຜູ້ມີປະສົບການກ່ຽວກັບຂະແໜງນັ້ນ ການການຝຶກອົບຮົມຕ່າງກັບການສຶກສາຄື
:
-
ການສຶກສາແມ່ນການສ້າງຄົນໄວ້ເພື່ອອານະຄົດ.
-
ການຝຶກອົບຮົມແມ່ນແນ່ໃສ່ຮັບໃຊ້ໃນປະຈຸບັນ.
I. ການຝຶກອົບຮົມ
1.1 ຄວາມໝາຍຂອງການຝຶກອົບຮົມ
ການຝຶກອົບຮົມ
ໝາຍເຖິງຂະບວນການທີ່ຈັດຂຶ້ນຢ່າງເປັນລະບົບເພື່ອຊອກຫາທາງໃຫ້ມີການປ່ຽນແປງພຶດຕິກຳ ແລະ
ທັດສະນະຄະຕິຂອງພະນັກງານ ເພື່ອທີ່ຈະສາມາດປະຕິບັດວຽກງານໄດ້ດີຂຶ້ນ, ເຊິ່ງຈະນຳໄປສູ່ການເພີ່ມປະສິດທິພາບຂອງວຽກງານ
ແລະ ໃຫ້ເກີດຜົນສຳເລັດຕໍ່ກັບເປົ້າໝາຍຂອງອົງການ.
1.2 ຈຸດປະສົງຂອງການຝຶກອົບຮົມ
ການຝຶກອົບຮົມນັ້ນ ເປັນຂະບວນການບໍລິຫານບຸກຄະລາກອນທີ່ສຳຄັນເປັນຂະບວນການໜຶ່ງ
ຊຶ່ງມີຫຼັກການທີ່ຈະຕ້ອງເພີ່ມພູນໃຫ້ໄດ້ປະສິດທິພາບໃນການປະຕິບັດວຽກງານ, ປ່ຽນແປງວິທີການ
ແລະ ພຶດຕິກຳຂອງຄົນໃຫ້ເປັນປະໂຫຍດແກ່ອົງການ. ດັ່ງນັ້ນ
ໃນການວາງແຜນການຝຶກອົບຮົມຈຶ່ງຈຳເປັນຕ້ອງກຳນົດເປົ້າໝາຍໃຫ້ຊັດເຈນ ແລະ ສະໜອງຄວາມຕ້ອງການຂອງອົງການຕະຫຼອດຈົນຮອດບຸກຄົນທີ່ເຂົ້າຮັບການຝຶກອົບຮົມສຳລັບເປົົົົົົົົົົົົົົົົົົ້າໝາຍ
ຫຼື ຈຸດປະສົງຂອງການຝຶກອົບຮົມສາມາດຈຳແນກອອກ ແລະ ພິຈາລະນາໄດ້ດັ່ງນີ້:
1. ສຳລັບອົງການ:
-
ເພື່ອສ້າງຄວາມສົນໃຈໃນການປະຕິບັດວຽກງານຂອງພະນັກງານ
ຫຼື ເຈົ້າໜ້າທີ່.
-
ເພື່ອສອນແນະນຳວິທີປະຕິບັດວຽກງານທີ່ດີ
ແລະ ຖືກຕ້ອງທັນສະໄໝ.
-
ເພື່ອພັດທະນາການປະຕິບັດວຽກງານໃຫ້ໄດ້ຜົນສຸງສຸດ.
-
ເພື່ອຝຶກຝົນບຸກຄົນ
ຫຼື ກຽມພະນັກງານ ໄວ້ສຳລັບການຂະຫຍາຍວຽກງານໃນອະນາຄົດ.
- ເພື່ອເພີ່ມພູນຄວາມຮູ້ຄວາມສາມາດຂອງພະນັກງານ ໃນການປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນ ຊຶ່ງຈະເຮັດໃຫ້ການບໍລິຫານວຽກງານຂອງອົງການມີປະສິດທິພາບຂຶ້ນກ່ວາເກົ່າ.
2. ສຳລັບບຸກຄົນ:
-
ເພື່ອຄວາມກ້າວໜ້າໃນການເລື່ອນຕຳແໜ່ງ.
-
ເພື່ອພັດທະນາບຸກຄະລິກກະພາບ,
ໜ້າທີ່ ແລະ ທັດສະນະຄະຕິ.
-
ເພື່ອສົ່ງເສີມ
ແລະ ສ້າງຂັວນກຳລັງໃຈໃນການປະຕິບັດວຽກງານ.
-
ເພື່ຶອສ້າງຄວາມເຂົ້າໃຈນະໂຍບາຍ
ແລະ ວັດຖຸປະສົງຂອງອົງການ.
-
ເພື່ອເພີ່ມພູນຄວາມຮູ້ຄວາມສາມາດ
ແລະ ປະສົບການ.
1.3 ປະໂຫຍດຈາກການຝຶກອົບຮົມ
- ຜົນຜະລິດໃນການເຮັດວຽກສູງຂຶ້ນ : ການຝຶກອົບຮົມຈະຊ່ວຍໃຫ້ຜູ້ປະຕິບັດວຽກງານໃໝ່
ແລະ ຜູ້ມີປະສົບການມາແລ້ວເຮັດວຽກດີຂຶ້ນ ທັງທາງດ້ານຄຸນນະພາບ ແລະ ປະລິມານເພາະພວກເຂົາຈະໄດ້ຮຽນເຖິງວິທີການທີ່ຖຶກຕ້ອງ, ຮູ້ຈັກການໃຊ້ເຄື່ອງມືຊ່ວຍໃນການເຮັດວຽກ
ແລະ ສາມາດປັບໂຕເຂົ້າກັບສະພາບການເຮັດວຽກໄດ້ດີຂຶ້ນ.
- ຊ່ວຍແກ້ໄຂບັນຫາໃນການປະຕິບັດງານ
: ການຝຶກອົບຮົບພະນັກງານໃນລະດັບຕ່າງໆ ຈະຊ່ວຍຫຼຸດບັນຫາໃນການປະຕິບັດງານລົງ, ວຽກງານບໍ່ຕິດຂັດ, ບໍ່ຢຸດສະງັກ ແລະ
ສາມາດດຳເນີນໄປ.
- ສ້າງກຳລັງໃຈໃຫ້ແກ່ພະນັກງານ : ພະນັກງານທີ່ເຮັດວຽກຢ່າງມີຄວາມຮູ້ທີ່ຖຶກວິທີ ຈະມີຄວາມໝັ້ນໃຈໃນຕົວເອງທັງມີກຳລັງໃຈໃນການເຮັດວຽກ
ສຳລັບພະນັກງານທີ່ເຂົ້າໃໝ່ ກໍ່ມີຄວາມສະບາຍໃຈທີ່ຈະເຮັດວຽກເພາະໄດ້ຮັບການຝຶກອົບຮົມມາກ່ອນ, ບໍ່ຕ້ອງເສຍເວລາມາຮຽນຮູ້ເອງເຊິ່ງອາດກໍ່ໃຫ້ເກີດຄວາມອຶດອັດ ແລະ
ບໍ່ແນໃຈ
- ການຄວບຄຸມຫຼຸດລົງ : ພະນັກງານທີ່ໄດ້ຮັບການຝຶກອົບຮົມມາຢ່າງດີ ຈະສາມາດຄວບຄຸມຕົວເອງໃນການປະຕິບັດວຽກງານ
ເຮັດໃຫ້ເສຍຄ່າໃຊ້ຈ່າຍໃນການຄວບຄຸມໜ້ອຍລົງ.
- ອຸບັດຕິເຫດໃນການເຮັດວຽກຫຼຸດລົງ: ໂດຍປົກກະຕິແລ້ວອຸບັດຕິເຫດທີ່ມາຈາກການປະຕິບັດງານ
ເກີດຈາກຜູ້ປະຕິບັດວຽກງານຫຼາຍກວ່າເຄື່ອງຈັກ
ດັ່ງນັ້ນ, ການຝຶກອົບຮົມທີ່ດີຈະສາມາດຫຼຸດອຸບັດຕິເຫດໄດ້ສ່ວນໜຶ່ງ.
- ມີປະໂຫຍດຕໍ່ພະນັກງານໂດຍກົງ : ເນື່ອງຈາກພະນັກງານໄດ້ຮັບຄວາມຮູ້, ຄວາມຊຳນານ,
ມີໂອກາດໄດ້ເລື່ອນຕຳແໜ່ງ ...
- ສົ່ງເສີ່ມຄວາມໝັ້ນຄົງ : ໃນດ້ານຄວາມໝັ້ນຄົງຖ້າການຈັດຕັ້ງຂາດພະນັກງານໃນຕໍາແໜ່ງໃດໜຶ່ງ
ກໍ່ອາດຄັດເລືອກໃນຕຳແໜ່ງຮອງລົງມາ ຊຶ່ງມີຄວາມຮູ້ໃນການປະຕິບັດວຽກງານດີ ເພາະໄດ້ຮັບການຝຶກອົບຮົບມາແລ້ວ.
- ສົ່ງເສີ່ມທັດສະນະທີ່ດີຕໍ່ອົງການ :
ຈຸດປະສົງຢ່າງໜຶ່ງຂອງການຈັດຕັ້ງໃນການ
ຝຶກອົບຮົມພະນັກງານ
ກໍ່ເພື່ອປັບທ່າທີ່ຂອງພະນັກງານທີ່ມີຕໍ່ອົງການໃຫ້ໄປໃນທາງທີ່ສະໜັບສະໜູນ ແລະ
ໃຫ້ການຮ່ວມມື ໂດຍສະເພາະໃນກໍລະນີທີ່ມີແຜນງານໃໝ່ໆຄວນມີການຝຶກອົບຮົມພະນັກງານໃຫ້ເຂົ້າໃຈວຽກງານອັນໃໝ່
ໃຫ້ໄປໃນແນວທາງດຽວກັນ.
- ຫຼຸດຜ່ອນການສິ້ນເປື້ອງຕ່າງໆລົງ : ຊຶ່ງປະກອບມີ ການຂາດວຽກໜ້ອຍລົງ, ວຽກທີ່ເສຍໄປໜ້ອຍລົງ,
ອັດຕາການໝູນວຽນແຮງງານບໍ່ຫຼາຍ, ຄວາມບໍ່ພໍໃຈຕ່າງໆ
ລະຫວ່າງພະນັກງານບໍ່ເກີດຂຶ້ນ.
1.4
ປັດໄຈທີ່ມີອິດທິພົນຕໍ່ການຝຶກອົບຮົມ
ການກໍານົດໂຄງການຈັດຝຶກອົບຮົມຈະສໍາເລັດໄດ້
ຜູ້ບໍລິຫານຄວນຄໍານຶງເຖິງປັດໄຈສໍາຄັນ 4 ດ້ານດັ່ງນີ້:
- ລັກສະນະຂອງອົງການ: ຈະຕ້ອງມີໜ່ວຍງານ ຫຼື
ບຸກຄົນເປັນຜູ້ຮັບຜິດຊອບຈັດການຝຶກອົບຮົມ. ຖ້າເປັນບໍລິສັດຂະໜາດໃຫຍ່
ກໍ່ໃຫ້ມີພະແນກບໍລິຫານບຸກຄະລາກອນ ຫຼື ຜູ້ອຳນວຍການຝຶກອົບຮົມເປັນຜູ້ວາງແຜນ,
ຈັດການຝຶກອົບຮົມ ແລະ ປະເມີນຜົນ. ແຕ່ຖ້າເປັນອົງການຂະໜາດນ້ອຍ
ກໍ່ແມ່ນຜູ້ບໍລິຫານເປັນຜູ້ຮັບຜິດຊອບ. ໜ່ວຍງານດັ່ງກ່າວຈະເຮັດໜ້າທີ່ປະສານງານ
ໂດຍມີຝ່າຍຕ່າງໆໃນການ ຈັດຕັ້ງຮ່ວມມືກັນ.
ການຈັດຝຶກອົບຮົມຈະຕ້ອງໃຫ້ທຸກໜ່ວຍງານໄດ້ຮັບຮູ້ ແລະ ຮ່ວມກັນກຳນົດວິທີການຝຶກອົບຮົມ
ໂດຍແບ່ງກັນຕາມໜ້າທີ່ຂອງແຕ່ລະຝ່າຍ
ໝາຍວ່າການຝຶກອົບຮົມຈະຕ້ອງໄດ້ຮັບການສະໜັບສະໜູນຈາກຝ່າຍບໍລິຫານເປັນຢ່າງດີ.
ນອກຈາກນັ້ນ, ພະນັກງານຂອງການຈັດຕັ້ງນັ້ນຈະຕ້ອງໃຫ້ຄວາມຮ່ວມມື ແລະ
ເຫັນຄວາມສຳຄັນຂອງການຝຶກອົບຮົມ. ໜ່ວຍງານສຸດທ້າຍທີ່ມີອິດທິພົນຕໍ່ຄວາມສຳເລັດຂອງການຝຶກອົບຮົມກໍ່ຄື
ສະມາຄົມແຮງງານ ເພາະການຝຶກອົບຮົມ ໝາຍເຖິງພະນັກງານມີໂອກາດທີ່ຈະໄດ້ຄ່າຈ້າງສູງຂຶ້ນ ແລະ
ໄດ້ຮັບບັນຈຸເຂົ້າເຮັດວຽກໃນຕຳແໜ່ງທີ່ດີຂຶ້ນ
- ການວາງແຜນຝຶກອົບຮົມ : ອົງການທີ່ີມີການວາງແຜນທີ່ດີ, ຮູ້ວ່າການຝຶກອົບຮົມຄວນຈະຈັດຂຶ້ນໃນເວລາໃດ,
ຈະຝຶກອົບຮົມແນວໃດ ແລະ ເລື່ອງໃດ,
ໃຜເປັນຜູ້ຝຶກ ແລະ ຝຶກຢູ່ໃສ ເພາະການວາງແຜນທີ່ດີຈະຊ່ວຍໃຫ້ເກີດຄວາມຜິດພາດໜ້ອຍທີ່ສຸດ.
ການວາງແຜນຝຶກອົບຮົມຈະຕ້ອງກຳນົດວ່າ ຜູ້ັຮັບການຝຶກອົບຮົມຍັງຂາດຄວາມຮູ້ອັນໃດ ແລະ ຄວນຕ້ອງຮູ້ເພີ່ມບັນຫາໃດ
(Job specification) ເພື່ອຊອກວ່າຄຸນສົມບັດຂອງຜູ້ປະຕິບັດງານເປັນແນວໃດ, ມີການສຶກສາ ແລະ
ປະສົບການຄືແນວໃດ ແລະ ວຽກທີ່ຈະຕ້ອງເຮັດມີຄວາມຮູ້ແນວໃດ. ການວາງແຜນຈະເຮັດໃຫ້ຮູ້ປັດໄຈທີ່ຄົນມັກ, ທີ່ຢາກຈະໃຫ້ມີການຝຶກອົບຮົມ ເຊັ່ນ:
ຄວາມຕ້ອງການທີ່ຈະມີຄວາມກ້າວໜ້າ ຫຼື ເຮັດວຽກດີຂຶ້ນ,
ຄວາມຕ້ອງການທີ່ຄົນຢາກມີລາຍໄດ້ເພີ່ມຂຶ້ນ ແລະ ຄວາມຈຳເປັນທີ່ຈະຕ້ອງມີການຝຶກອົບຮົມ.
ແຕ່ບາງຄົນອາດບໍ່ມັກ ເພາະການຝຶກອົບຮົມ ເປັນເລື່ອງຫຍຸ້ງຍາກ ຕ້ອງອາໄສຄວາມອົດທົນ, ການຈັດກໍ່ມີຄວາມຫຍຸ້ງຍາກ
ເພາະຄວາມຮູ້ຂອງຜູ້ຮັບການຝຶກອົບຮົມບໍ່ເທົ່າການ ແລະ ເມື່ອການຝຶກອົບຮົມສຳເລັດກໍ່ຈະຕ້ອງມີການປ່ຽນແປງວຽກກັນໃໝ່
ແລະ ຕ້ອງມີການປັບໂຕເຂົ້າກັບວຽກໃໝ່ຕື່ມອີກ.
- ການຄັດເລືອກຜູ້ຮັບການຝຶກອົບຮົມ
ແລະ ຜູ້ສອນ : ການຝຶກອົບຮົມເປັນເລື່ອງທີ່ຕ້ອງເສຍຄ່າໃຊ້ຈ່າຍ
ໂດຍຫວັງວ່າຈະກັບມາເຮັດວຽກໃຫ້ໄດ້ຜົນງານທີ່ສູງຂຶ້ນ.
ຫາກຜູ້ຮັບການຝຶກອົບຮົມທີ່ຜ່ານຫຼັກສູດການຝຶກອົບຮົມມາແລ້ວຍັງເຮັດວຽກບໍ່ໄດ້ດີ, ອົງການກໍ່ເສຍເວລາ
ແລະ ຄ່າໃຊ້ຈ່າຍໂດຍບໍ່ມີປະໂຫຍດ. ການຄັດເລືອກຜູ້ເຂົ້າຮັບການຝຶກອົບຮົມ
ຈຶ່ງຄວນມີຫຼັກເກນທີ່ດີ ເພື່ອທີ່ຈະໄດ້ຄົນທີ່ສາມາດຮັບເອົາຄວາມຮູ້ຈາກການຝຶກອົບຮົມມານຳໃຊ້ໃຫ້ເກີດຜົນປະໂຫຍດຕໍ່ວຽກງານ.
ການຄັດເລືອກທີ່ຖືກຕ້ອງ ຈະຕ້ອງເຮັດໃຫ້ເຫັນວ່າ ການຝຶກອົບຮົມມີຄວາມໝາຍບໍ່ສະເພາະແຕ່ພະນັກງານທຸກຄົນຈະມີໂອກາດເຂົ້າຝຶກອົບຮົມສະເໝີໄປ,
ຜູ້ສອນກໍ່ມີຄວາມສຳຄັນຊຶ່ງຈະຕ້ອງມີຄວາມຮູ້ ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ອື່ນໄດ້.
- ຫຼັກເກນໃນການຮຽນຮູ້
: ການວາງແຜນການຝຶກອົບຮົມ ເຖິງວ່າຈະເຮັດໄດ້ດີປານໃດກໍ່ຕາມ,
ແຕ່ຖ້າບໍ່ຄຳນຶງເຖິງໃນຫຼັກເກນຂອງການຮຽນ, ໂຄງການຝຶກອົບຮົມນັ້ນກໍ່ຈະໜ້າເບື່ອ,
ບໍ່ເຮັດໃຫ້ການຝຶກອົບຮົມໄດ້ຄວາມຮູ້ ເຊັ່ນ : ໃນການກຳນົດໄລຍະເວລາການຝຶກອົບຮົມ, ອຸປະກອນທີ່ໃຊ້ໃນການຝຶກ,
ຈໍານວນຄັ້ງ ແລະ ຄວາມຖີ່ຂອງການສອນ, ວິທີສອນ
ແລະ ອື່ນໆ ຈະຕ້ອງຄຳນຶງເຖິງຄວາມສາມາດທີ່ຕົນຈະຮັບຄວາມຮູ້ນັ້ນໄດ້ ໂດຍຫຼັກການສອນຄວນພິຈາລະນາບັນດາປັດໄຈ
ດັ່ງນີ້:
1) ໃຊ້ວິທີການສອນ ໂດຍການຍົກຕົວຢ່າງຕົວຈິງໃຫ້ເຫັນ, ໃຊ້ກຣາຟ, ຮູບ ແລະ ແບບຈຳລອງເພື່ອຊ່ວຍໃຫ້ເຂົ້າໃຈງ່າຍ
ແລະ ໄວຂຶ້ນກວ່າການບັນຍາຍພຽງຢ່າງດຽວ;
2) ມີອຸປະກອນສອນຄົບທຸກຢ່າງ ຕັ້ງແຕ່ສະພາບຫ້ອງຮຽນທີ່ດີ ຈົນເຖິງການສ້າງສະພາບແວດລ້ອມ
ຫຼື ຫ້ອງໃຫ້ເໝືອນການປະຕິບັດງານຕົວຈິງ;
3) ໄລຍະເວລາໃນການສອນແຕ່ລະຄັ້ງຕິດຕໍ່ກັນ ຄວນຈະໃຊ້ເວລາປະມານ 50-60 ນາທີ ແລະໃຫ້ມີການຢຸດພັກ 10 ນາທີເປັນຄັ້ງຄາວ;
4) ການທົດສອບ ຫຼື
ການສອບເສັງຈະຕ້ອງກຳນົດຂຶ້ນລ່ວງໜ້າໃຫ້ຜູ້ຮັບການຝຶກອົບຮົບໄດ້ກະກຽມ.
5) ຈຳນວນຜູ້ເຂົ້າຮ່ວມການຝຶກອົບຮົມໃນກຸ່ມໜຶ່ງ ບໍ່ຄວນຫຼາຍກວ່າ 30 ຄົນ
ເພື່ອເປີດໂອກາດໃຫ້ມີການອະພິປາຍ ແລະ ຜູ້ສອນໄດ້ເຮັດວຽກບໍ່ໜັກ;
6) ການຕັ້ງຄຳຖາມໃນການສອບເສັງຄວນໃຊ້ການໃຫ້ເຫດຜົນ ແລະ ວິທີການຫຼາຍກວ່າຈະໃຊ້ວິທີຖືກ ຫຼື ຜິດ
ແຕ່ຢ່າງດຽວ.
II. ການວິເຄາະຄວາມຈຳເປັນໃນການຝຶກອົບຮົມ
ການຝຶກອົບຮົມ ເຖິງເປັນສ່ວນໜຶ່ງຂອງຝ່າຍບໍລິຫານໂດຍສະເພາະ ຝ່າຍຈັດການບຸກຄະລາກອນທີ່ຈະຕ້ອງຈັດໃຫ້ມີຂຶ້ນ
ແຕ່ການຝຶກອົບຮົມຈະອຳນວຍຜົນໄດ້ນ້ອຍຫຼາຍປານໃດນັ້ນເປັນອີກເລື່ອງໜຶ່ງ.
ໝາຍຄວາມວ່າຝ່າຍຜູ້ຈັດການບຸກຄະລາກອນບໍພຽງແຕ່ມີໜ້າທີ່ໃນການຈັດການຝຶກອົບຮົບເທົ່ານັ້ນ
ແຕ່ຈະຕ້ອງພິ ຈາລະນາເຖິງຄວາມຈຳເປັນທີ່ຈະຕ້ອງມີການຝຶກອົບຮົມ. ເພາະວ່າການຮຽນຮູ້ ແລະ ນຳຄວາມຮູ້ໄປປະຕິ ບັດວຽກງານນັ້ນເປັນເລື່ອງທີ່ແຕ່ລະຄົນເຮັດໄດ້ບໍ່ເທົ່າກັນ.
ສະນັ້ນ, ກ່ອນທີ່ຈະຈັດໃຫ້ມີການຝຶກອົບຮົມຈຶ່ງຄວນພິຈາລະນາໃຫ້ຖືກຕ້ອງສອດຄ່ອງວ່າຜູ້ໃດຕ້ອງການພັດທະນາທາງໃດ,
ມີຄວາມສົນໃຈເລື່ອງໃດ ຫຼື ມີສິ່ງໃດບົກຜ່ອງທີ່ຄວນແກ້ໄຂ
ເພື່ອຈະຈັດໂຄງການຝຶກອົບຮົມໃຫ້ເກີດປະໂຫຍດໄດ້ຫຼາຍທີ່ສຸດ ແລະ
ເພື່ອເຮັດໃຫ້ຜູ້ເຂົ້າຮັບການຝຶກອົບຮົມມີຄວາມສົນໃຈ. ຄວາມຈຳເປັນໃນການສຳຫຼວດເຊິ່ງມີຂັ້ນຕອນ
ດັ່ງນີ້:
1. ໃຫ້ເຮັດການວິເຄາະເບິ່ງວຽກໂດຍລະບຸວຽກງານ ຫຼື
ໜ້າທີ່ວຽກງານທີ່ຈຳເປັນຈະຕ້ອງເຮັດ
ເຊິ່ງມັນເປັນສ່ວນປະກອບໃນວຽກງານດັ່ງກ່າວໃຫ້ປະກົດອອກມາໃຫ້ລະອຽດຈະແຈ້ງ, ເຊິ່ງໃນຂັ້ນນີ້ອາດໃຊ້ການອະທິບາຍເຖິງລັກສະນະວຽກເປັນເຄື່ອງມືຊ່ວຍ.
2. ກຳນົດມາດຕະຖານຂອງວຽກ ໂດຍລະບຸມາດຕະຖານຂອງຜົນງານຂອງຕຳແໜ່ງງານດັ່ງກ່າວໃນແງ່ຕ່າງໆອອກມາໃຫ້ຄົບ.
3. ເຮັດການປຽບທຽບຜົນງານທີ່ເຮັດໄດ້ຈິງກັບມາດຕະຖານຕ່າງໆທີ່ກຳນົດໄວ້.
4. ພິຈາລະນາກວດສອບເບິ່ງວ່າສ່ວນໃດຂອງວຽກງານນັ້ນໆ
ທີ່ເປັນບັນຫາຕໍ່ພະນັກງານ, ຊຶ່ງເຮັດໃຫ້ພະນັກງານມີຜົນການປະຕິບັດງານຕ່ຳກວ່າມາດຖານ.
5. ພິຈາລະນາວ່າມີຄວາມຈຳເປັນດ້ານການຝຶກອົບຮົມແນວໃດ
ທີ່ຈະເປັນສິ່ງຈຳເປັນຕ້ອງເຮັດ
ເພື່ອທີ່ຈະສາມາດແກ້ໄຂຂໍ້ບັນຫາທີ່ເກີດຂຶ້ນໃຫ້ໝົດສິ້ນໄປ.
ປັດໄຈຕ່າງໆທີ່ຈຳເປັນຕ້ອງພິຈາລະນາໃນດ້ານການຝຶກອົບຮົມ :
- ພະນັກງານບໍ່ສາມາດເຮັດວຽກໄດ້ຕາມມາດຕະຖານ ແລະ ເວລາທີ່ໄດ້ກຳນົດໄວ້.
- ການເກີດອຸບັດຕິເຫດຫຼາຍຄັ້ງ.
- ການເກີດການສູນເສຍ, ສິ້ນເປື່ອງຫຼາຍ.
- ຕ້ອງໄດ້ມີການສ້ອມແປງເຄື່ອງຈັກເລີຍໆ.
- ມີພະນັກງານຖືກໂຍກຍ້າຍໜ້າທີ່
ຕະຫຼອດຈົນການລາອອກຕໍ່ເນື່ອງ.
- ໄດ້ຮູ້ເຖິງບັນຫາການຈາກການລາຍງານຂອງພະນັກງານທີ່ວິເຄາະໄດ້ວ່າການປະຕິບັດວຽກງານບໍ່
ມີປະສິດທິພາບ.
- ເມື່ອປະກົດວ່າພະນັກງານເລີ່ມມີການປະຕິບັດວຽກງານຕ່າງວິທີກັນໃນການປະຕິບັດວຽກງານຊະນິດດຽວກັນ.
- ເມື່ອເກີດມີພະນັກງານມີຄວາມອິດເມື່ອຍ, ມີອາການທໍ້ໃຈໃນການປະຕິບັດວຽກງານ.
- ເມື່ອວຽກງານຄົງຄ້າງ ແລະ ມີຂໍ້ບົກພ່ອງຫຼາຍ.
III. ຂັ້ນຕອນຂອງການຝຶກອົບຮົມ
1. ພິຈາລະນາຄວາມຕ້ອງການຂອງການຝຶກອົບຮົມ: ເປັນການພິຈາລະນາເຖິງຄວາມຈຳເປັນ
ແລະ ຄວາມຕ້ອງການໃນການຝຶກອົບຮົມພ້ອມທັງພິຈາລະນາກຳນົດມາດຕະຖານທີ່ຕ້ອງການ.
2. ກຳນົດເປົ້າໝາຍຂອງການຝຶກອົບຮົມ.
3. ກຳນົດເນື້ອຫາ ແລະ ເລື່ອງທີ່ຈະຝຶກອົບຮົມ:
ຄືຈະຝຶກອົບຮົມໃນເລື່ອງໃດ, ສ່ວນປະກອບຂອງເນື້ອຫາແລະເລື່ອງທີ່ຈະຝຶກອົບຮົມ ຫຼື ຫຼັກສູດ ທີ່ຈະຝຶກອົບຮົມ.
4. ກຳນົດວິທີການ ແລະ
ອຸປະກອນໃຊ້ໃນການຝຶກອົບຮົມ.
5. ການດຳເນີນການຝຶກອົບຮົມ.
3.1 ປະເພດຂອງການຝຶກອົບຮົມ
ການຝຶກອົບຮົມອາດແຍກອອກເປັນຫຼາຍປະເພດຕາມລັກສະນະຂອງຈຸດໝາຍ.
ຜູ້ຮັບການຝຶກອົບຮົມ ແລະ ໄລຍະເວລາໃນການຝຶກອົບຮົມ. ການແບ່ງປະເພດການຝຶກອົບຮົມຕໍ່ໄປນີ້
ເປັນການແບ່ງຕາມລັກສະນະຂອງຜູ້ຮັບການຝຶກອົບຮົມ ດັ່ງນີ້:
1. ການຝຶກອົບຮົມແບບປະຖົມນິເທດ: ແມ່ນການແນະນຳຜູ້ເຂົ້າເຮັດວຽກໃໝ່ ໃຫ້ໄດ້ຮັບຮູ້ຂໍ້ມູນຕ່າງໆຂອງອົງການ
ເຊັ່ນ: ປະຫວັດຄວາມເປັນມາຂອງອົງການ, ນະໂຍບາຍ, ໜ້າທີ່, ໜ່ວຍງານ, ເງື່ອນໄຂຂອງການຈ້າງເຮັດວຽກ,
ຄ່າຈ້າງ, ບຸກຄົນຂັ້ນບໍລິຫານ, ເພື່ອນຮ່ວມງານ ແລະ ສະພາບແວດລ້ອມໃນການເຮັດວຽກ.
2. ການຝຶກອົບຮົມໂດຍການເຮັດວຽກ: ເປັນວິີທີການທີ່ນິຍົມກັນຫຼາຍ ເພາະເປັນການສອນໃຫ້ມີການເຮັດວຽກຕົວຈິງ
ໂດຍບໍ່ຕ້ອງອາໄສໂຮງຮຽນ, ສະຖານທີ່ຝຶກຫັດເປັນພິເສດ, ໃນຂັ້ນຕອນການຝຶກອົບຮົມດັ່ງກ່າວ
ຈະຕ້ອງກຳນົດວ່າ ຜູ້ເຂົ້າຮັບການຝຶກອົບຮົມຈະຕ້ອງຮູ້ອັນໃດ, ໂດຍວິທີການໃດ.
3. ການຝຶກອົບຮົມໃນຫ້ອງທົດລອງປະຕິບັດງານ: ການຝຶກອົບຮົມດັ່ງກ່າວໃຊ້ສຳລັບການຝຶກອົບຮົມປະເພດງ່າຍໆ ແລະ
ໄລຍະສັ້ນ ໃຊ້ເພື່ອຝຶກຫັດຄົນຈຳນວນຫຼາຍໃຫ້ເຮັດວຽກໃນເວລາດຽວກັນ
ໂດຍມີລັກສະນະການເຮັດວຽກຄືກັນ, ຊຶ່ງຈະແມ່ນວຽກສະໝຽນ, ຄຸມເຄື່ອງຈັກ, ພີມດິດ ແລະ
ພະນັກງານຮັບ-ຈ່າຍເງິນທະນາຄານ. ການຝຶກອົບຮົມປະເພດນີ້ຕ້ອງອາໄສການຮຽນແບບໃຫ້ຄືກັບຫ້ອງເຮັດວຽກຕົວຈິງ.
4. ການຝຶກຫັດຊ່າາງມື: ການຝຶກປະເພດນີ້ຈະເປັນການຈັດຂຶ້ນເພື່ອຝຶກອົບຮົມຄົນງານປະເພດຊ່າງຝີມື,
ຊຶ່ງມີຫຼັກສູດສູງກ່ວາ 3 ວີທີທີ່ກ່າວມາຂ້າງເທິງ ທັງດ້ານຄວາມຮູ້
ຄວາມສາມາດຂອງຜູ້ເຂົ້າຮ່ວມຝຶກອົບຮົມຄື:
ອາດໃຊ້ວິທີການຝຶກອົບຮົມໂດຍໃຫ້ເຮັດວຽກກັບການຝຶກອົບຮົມໃນຫ້ອງຮຽນ,
ວຽກທີ່ຕອ້ງການໄດ້ຝຶກອົບຮົມໄດ້ແກ່: ຊ່າງໂລຫະ, ຊ່າງຕັດຜົມ, ຊ່າງໄມ້, ຊ່າງໄຟຟ້າ,
ຊ່າງແກະສະຫຼັກ, ຊ່າງທ່າສີ, ຊ່າງພີມ ແລະ ອື່ນໆ.
5. ການຝຶກງານ: ເປັນໂຄງການຝຶກອົບຮົບຈັດຂຶ້ນຮ່ວມກັນລະຫວ່າງໂຮງຮຽນ ແລະ ອົງການທຸ ລະກິດ ໂດຍມີວິທີຄື
ຄັດເລືອກເອົານັກຮຽນຈຳນວນໜື່ງໃຫ້ສຶກສາທາງດ້ານວິຊາການຢ່າງໃດໜຶ່ງຈົນຈົບຫຼັກ ສູດທີ່ກຳນົດໄວ້
ແລ້ວໃຫ້ນັກຮຽນກຸ່ມນັ້ນ ໄປເຮັດວຽກໃນໂຮງງານອຸດສາຫະກຳແຫ່ງໜຶ່ງ ຊຶ່ງເປັນວຽກທີ່ຕ້ອງອາໄສຄວາມຮູ້ຄວາມສາມາດຕາມຫຼັກສູດທີ່ໄດ້ຮຽນມາ
ຈາກໂຮງຮຽນນັ້ນເປັນໄລຍະເວລາໜຶ່ງຈົນເຫັນວ່າພໍຈະອອກເຮັດວຽກຕົວຈິງໄດ້.
6. ການຝຶກອົບຮົມພິເສດ: ໃນບາງກໍລະນີການຝຶກອົບຮົມ ອາດຈະອີ່ງໃສ່ລັກສະນະ ແລະ ຜູ້ດໍາເນີນການຝຶກອົບຮົມ, ຊຶ່ງເປັນວຽກຂອງຜູ້ວາງແຜນຝຶກອົບຮົມທີ່ຈະເລືອກໃຫ້ມີຄວາມເໝາະສົມ.
3.2 ວິທີການຝຶກອົບຮົມ
1. ການບັນລະຍາຍ: ເປັນວິທີທົ່ວໄປທີ່ໃຊ້ໃນສະຖາບັນການສຶກສາ,
ໂຮງຮຽນ ຫຼື ມະຫາວິທະ ຍາໄລ, ຊຶ່ງຈະມີຜູ້ສອນເປັນຄົນເວົ້າ ແລະ
ອະທິບາຍຕໍ່ຄົນຈຳນວນຫຼາຍ. ຜູ້ບັນຍາຍຕ້ອງກຳນົດຫົວຂໍ້, ວິທີການຖ່າຍທອດຢ່າງເໝາະສົມ, ມີວິທີການເວົ້າຕ້ອງຕິດຕໍ່ກັນ
ແລະ ມີຄວາມສອດຄ່ອງກັນ.
ໃນການບັນຍາຍອາດຈະເປີດໂອກາດຜູ້ຟັງໄດ້ສອບຖາມບັນດາຂໍ້ສົງໄສຕ່າງໆໂດຍຈັດໃຫ້ມີເວລາສະເພາະ.
2. ການປະຊຸມ: ແມ່ນການແລກປ່ຽນຄໍາຄິດຄໍາເຫັນລະຫວ່າງສະມາຊິກ
ໂດຍວີທີການຮ່ວມສະ ແດງຄວາມຄິດເຫັນແບບປາກເປົ່າ, ມີຈຸດປະສົງເພື່ອຮັບຟັງຄວາມຮູ້ ແລະ
ແນວຄວາມຄິດຈາກຜູ້ເຂົ້າຮ່ວມປະຊຸມ.
ເຊິ່ງວິທີນີ້ອາດຈະຊ່ວຍແກ້ໄຂຂໍ້ບົກຜ່ອງຂອງວິທີການບັນຍາຍ
ກໍ່ຄືຈະເຮັດໃຫ້ຜູ້ເຂົ້າຮັບຟັງການຝຶກອົບຮົມມີສ່ວນໃນການສະແດງອອກຫຼາຍກ່ວາເປັນຝ່າຍຮັບຢ່າງດຽວ.
ການປະຊຸມແບ່ງອອກເປັນ 3 ປະເພດຍ່ອຍ ຄື:
- ການປະຊຸມໂດຍກົງ
- ການປະຊຸມແບບປຶກສາຫາລື
- ການປະຊຸມແກ້ໄຂບັນຫາ
3. ການສຶກສາຕົວຢ່າງ: ວິທີນີ້ເໝະາສຳລັບການຝຶກອົບຮົມວິຊາກົດໝາຍ,
ການບໍລິຫານບຸກຄົນ, ການຕະຫຼາດ, ການຜະລິດ ແລະ ນະໂຍບາຍທຸລະກິດ ເພາະການຈະເຂົ້າໃຈໄດ້ດີນັ້ນ
ບໍ່ໄດ້ເກີດຈາກຮຽນຮູ້ຫຼັກການເທົ່ານັ້ນ, ແຕ່ຕ້ອງເບີ່ງຈາກຕົວຢ່າງ ເພື່ອຝຶກຝົນ ຫຼື
ຫາຂໍ້ປຽບທຽບ. ວິທີການດັ່ງກ່າວຜູ້ຝຶກອົບຮົມຈະຕ້ອງນຳເອົາບັນຫາຕົວຢາງ
ພ້ອມທັງຂໍ້ມູນປະກອບທີ່ກ່ຽວຂ້ອງມາໃຫ້ຜູ້ເຂົ້າຮັບການຝຶກອົບຮົມສຶກສາ, ວິເຄາະ ແລະ
ຫາທາງແກ້ໄຂບັນຫາ, ຕົວຢ່າງທີ່ນຳມາໃຊ້ ອາດຈະເກີດຂຶ້ນແທ້ ແລະ ຮັບຮູ້ຜົນແລ້ວ ແຕ່ດັດ ແປງແກ້ໄຂໃຫ້ມີຄວາມເໝາະສົມ.
4. ການສະແດງ: ແມ່ນໃຊ້ກັບວິທີການອື່ນໆເຊັ່ນ:
ການບັນຍາຍ ຫຼື ວິທີປະຊຸມ ໂດຍມີລັກສະ ນະຄ້າຍຄືກັບວິທີການສຶກສາຈາກຕົວຢ່າງ
ແຕ່ໃຫ້ຜູ້ເຂົ້າຮ່ວມສະແດງບົດບາດໃຫ້ເຫັນຕົວຈິງ. ຜູ້ຄວບຄຸມ ຫຼື
ຜູ້ຈັດຝຶກອົບຮົມຈະຕ້ອງກຳນົດບົດບາດສົມມຸດໃຫ້ແຕ່ລະຄົນຂຶ້ນລ່ວງໜ້າ, ແຕ່ລະຄົນຕອ້ງກຽມຕົວເພື່ອຈະສະແດງບົດແນວໃດຕໍ່ສະພາບການທີ່ເກີດຂຶ້ນ.
ການຝຶກອົບຮົມດັ່ງກ່າວ ຈະຊ່ວຍໃຫ້ຜູ້ຮັບການຝຶກອົບຮົມມີໂອກາດນຳເອົາຄວາມຮູ້ທີ່ໄດ້ຮັບຈາກສິ່ງທີ່ຮຽນມຈາກປື້ມຮຽນ,
ການບັນຍາຍ ຫຼື ການປະຊຸມມາໃຊ້ໃນການປະຕິບັດວຽກຕົວຈິງ,
ເຊິ່ງເປັນການຮຽນຮູ້ດ້ວຍວິທີການກະທຳ.
5. ການສາທິດ: ສິ່ງສໍາຄັນຂອງວິທີການດັ່ງກ່າວ ແມ່ນຜູ້ສອນຕ້ອງສະແດງໃຫ້ຜູ້ຮັບການຝຶກອົບ ຮົມເບີ່ງເຖີງວິທີການໃຊ້ເຄື່ອງມືບາງຢ່າງ
ເຊິ່ງອາດຈະເຮັດແບບຊ້າໆ ເພື່ອໃຫ້ເຫັນເຖິງຂັ້ນຕອນໃນການປະຕິບັດວຽກງານເຊັ່ນ: ການປະກອບ,
ການຖອດ, ການຕິດຕັ້ງ, ການຄວບຄຸມບັງຄັບ ແລະ ວິທີການໃຊ້ພ້ອມທັງອະທິບາຍ.
ຫຼັງຈາກນັ້ນໃຫ້ຜູ້ເຂົ້າຮ່ວມເຮັດຕາມການສາທິດ.
ວິທີການດັ່ງກ່າວເໝາະສົມກັບການຝຶກອົບຮົມປະເພດທີ່ຕ້ອງໃຊ້ຄວາມຊຳນິຊຳນານ.
6. ວິທີອື່ນໆ:
ໃນປັດຈຸບັນມີວິທີການຝຶກອົບຮົມແບບໃໝ່ ເຊິ່ງນໍາມາໃຊ້ກັບວຽກບາງຢ່າງ,
ບາງປະເພດທີ່ສຳຄັນມີ ຄື:
- ການສອນແບບສໍາເລັດຮູບ (Programmed instruction ຫຼື Teaching Machine): ແມ່ນສາ ມາດຮຽນຮູ້ດ້ວຍຕົນເອງ
ບໍ່ຈຳເປັນຕ້ອງມີຜູ້ສອນ ແຕ່ໃຊ້ເຄື່ອງມີເຊັ່ນ: ໜັງສື, ຄູ່ມື ຫຼື ເຄື່ອງຈັກເປັນອຸປະ ກອນສຳຄັນ,
ອຸປະກອນທີ່ໃຊ້ໃນການຮຽນຈະແຍກເປັນສ່ວນເລື່ອງຍ່ອຍໆ, ຜູ້ຮຽນຈະຕ້ອງປະກອບ ຫຼື ຕອບຄຳຖາມແຕ່ລະສ່ວນນັ້ນ
ຫາກຄຳຕອບຜິດກໍ່ຈະຖືກຖາມໃໝ່ດ້ວຍວິທີທີ່ແຕກຕ່າງກັນອອກໄປເພື່ອໃຫ້ເຂົ້າໃຈຄຳຕອບ.
- ການຈໍາລອງແບບ (Simulation):
ແມ່ນການສົມມຸດເຫດການຂຶ້ນໃຫ້ຄືກັບຕົວຈິງເພື່ອໃຫ້ຜູ້ຮັບຝຶກອົບຮົມປະຕິບັດຕາມເຫດການຕົວຈິງ.
- ການຝຶກໃຫ້ເຮັດວຽກ (In basket Method): ວິທີນີ້ຈະໃຊ້ກັບຜູ້ທີ່ຜ່ານການຝຶກອົບຮົມມາໃຫ້ແລ້ວ ຫຼື ມີປະສົບການມາແລ້ວ, ຈຸດປະສົງກໍ່ເພື່ອໃຫ້ຮູ້ຈັກໃຊ້ຄວາມຮູ້ໃນການແກ້ໄຂບັນຫາ ແລະ ວັດແທກຄວາມຮູ້, ຄວາມສາມາດໃນການຕັດໃຈ
- ການບັນລະຍາຍ
ຫຼື ປະຖະກະຖາ : ເປັນວິທີທີ່ເກົ່າແກ່ ແລະ ນິຍົມໃຊ້ກັນຫຼາຍ
ໂດຍການບັນລະຍາຍ ຫຼື ປະຖະກະຖາ ຈະມີຂໍ້ດີ ຄື:
1) ໄດ້ຮູ້ເນື້ອໃນຫຼາຍໃນໄລຍະເວລາສັ້ນ.
2) ໄດ້ເນື້ອໃນກົງກັບວັດຖຸປະສົງ, ເປົ້າໝາຍ
ແລະ ເປັນລະບົບດີ.
3) ການຈັດສະຖານທີ່ມີຄວາມສະດວກ.
4) ຄົນຟັງຫຼາຍເທົ່າໃດກໍ່ໄດ້.
ສ່ວນຂໍ້ເສຍຂອງວິທີການບັນລະຍາຍ
ຫຼື ປະຖະກະຖາ ມີຄື:
1) ມີພຽງຜູ້ບັນລະຍາຍເວົ້າພຽງຜູ້ດຽວ ຜູ້ຟັງບໍ່ມີໂອກາດໄດ້ສະແດງຄວາມຄິດເຫັນເພີ່ມເຕີ່ມ
ແລະ ບໍ່ຮູ້ວ່າຜູ້ຟັງຮັບຮູ້ ແລະ ເຂົ້າໃຈອັນໃດແດ່.
2) ເນື້ອໃນຫຼາຍຈົນເຮັດໃຫ້ຜູ້ຟັງຈື່ບໍ່ໝົດ.
- ການສຳມະນາ : ໃຊ້ພັດທະນາຜູ້ບໍລິຫານລະດັບສູງ, ມີການກຳນົດຫົວຂໍ້ການສຳມະນະຈັດແບ່ງ ເປັນກຸ່ມແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ.
ໂດຍການສຳມະນາ ຈະມີຂໍ້ດີ ຄື:
1) ຜູ້ເຂົ້າຮ່ວມສຳມະນາຈະຄົ້ນຄວ້າເລື່ອງຕາມຫົວຂໍ້ພາຍໃຕ້ການແນະນຳຈາກຜູ້ຊ່ຽວຊານ.
2) ຜູ້ເຂົ້າຮ່ວມສຳມະນາຈະມີສ່ວນຮ່ວມໃນການແລກປ່ຽນຄຳຄິດເຫັນ.
3) ເປີດໂອກາດໃຫ້ມີການຮັບຟັງຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມການສຳມະນາ.
ສ່ວນຂໍ້ເສຍຂອງວິທີການການສຳມະນາ ມີຄື:
1) ເວລາຈຳກັດ.
2) ອາດບໍ່ຮັບຟັງຄຳຄິດຄຳເຫັນໃໝ່.
3) ບໍ່ກ້າສະແດງຄຳຄິດຄຳຫັນ ເນື່ອງຈາກຕ່າງຄົນຕ່າງເກງໃຈເຊິ່ງກັນ ແລະ ກັນ ເພາະບໍ່ເຄີຍຮູ້
ຈັກກັນມາກ່ອນ.
3.3 ອຸປະກອນການຝຶກອົບຮົມ
ການຝຶກອົບຮົມນັ້ນ
ຖ້າຈະເຮັດໃຫ້ຜູ້ເຂົ້້່າຮັບການຝຶກອົບຮົມໄດ້ຮຽນຮູ້
ເຂົ້າໃຈຢ່າງຊັດເຈນຈົນເກີດຈິນຕະນາການປ່ຽນແປງທ່າທີ ແລະ ເກີດຄວາມຄິດລີ່ເລີ່ມສ້າງສັນ
ຈຳເປັນຕ້ອງໃຊ້ອຸປະກອນບາງຢ່າງເຂົ້າຊ່ວຍ ອຸປະກອນທີ່ໃຊ້ໃນການຝຶກອົບຮົມນັ້ນມີຫຼາຍແລ້ວແຕ່ສິ່ງທີ່ຈະນຳໄປໃຊ້ກັບການຝຶກອົບຮົມໃນແຕ່ລະປະເພດ.
ອຸປະກອນຕ່າງໆທີ່ນິຍົມໃຊ້ໃນການຝຶກອົບຮົມມີຄືດັ່ງນີ້:
1.
ແຜນທີ່ (Charts) ແລະ ໂປເຈັກເຕີຕ່າງໆ.
2.
ເຄື່ອງສາຍພາບວິດີໂອ ພ້ອມອຸປະກອນ.
3.
ເຄື່ອງສາຍແສງ (Overhead projector).
4.
ເຄື່ອງສາຍສະໄລ ພ້ອມອຸປະກອນ ແລະ
ແຜ່ນສະໄລ.
5.
ເຄື່ອງຂະຫຍາຍສຽງພ້ອມອຸປະກອນ ແລະ
ລຳໂພງ.
6.
ເທບບັນທຶກສຽງ ແລະ ເຄື່ອງບັນທຶກສຽງພ້ອມອຸປະກອນ.
7.
ກະດານດຳ.
8.
ແຜ່ນປ້າຍສຳລັບປິດພາບ.
9.
ກ້ອງຖ່າຍຮູບ ກ້ອງຖ່າຍໜັງ.
10. ຫຸ່ນຈຳລອງ.
11. ຂອງແທ້ ແລະ ຂອງຕົວຢ່າງ.
12. ແລະ ອື່ນໆ.
ການໃຊ້ອຸປະກອນຕ່າງໆ
ຈະຊ່ວຍໃຫ້ການສື່ສານຂໍ້ຄວາມລະຫວ່າງຜູ້ບັນຍາຍກັບຜູ້ຟັງມີຄວາມເຂົ້າໃຈກັນໄດ້ງ່າຍ ແລະ
ດີຂຶ້ນ, ຊ່ວຍເນັ້ນ ແລະ ດຶງດູດຄວາມສົນໃຈ ແລະ ທຳຄວາມເຂົ້າໃຈເລື່ອງຕ່າງໆ ໄດ້ວ່ອງໄວ
ແລະ ສິ່ງສຳຄັນຄືປະຍັດເວລາໃນການບັນຍາຍໄດ້ຫຼາຍ.
3.4 ຂໍ້ແນະນຳທີ່ຊ່ວຍໃຫ້ການຝຶກອົບຮົມມີຄວາມສົມບູນຂຶ້ນ
3.4.1 ຄວນມີການຈັດກຽມເອກະສານກ່ຽວກັບການຝຶກອົບຮົມ
1. ກ່ອນທີ່ຈະເລີ່ມຕົ້ນຝຶກອົບຮົມນັ້ນ
ໃນຕອນທຳອິດຄວນຈະໃຫ້ຜູ້ຈະເຂົ້າຝຶກອົບຮົມໄດ້ເຂົ້າໃຈເລື່ອງລາວຕ່າງໆຢ່າງກວ້າງເສຍກ່ອນ
ທັງນີ້ຈະເປັນປະໂຫຍດທີ່ຈະຊ່ວຍໃຫ້ແຕ່ລະຄົນໄດ້ເຫັນພາບລວມຂອງເລື່ອງລາວ
ກ່ອນຈະໄດ້ສຶກສາລົງເລິກໃນແຕ່ລະສ່ວນໄປ.
2. ພະຍາຍາມຍົກຕົວຢ່າງທີ່ເບິ່ງເຫັນ
ແລະ ເຂົ້າໃຈງ່າຍທີ່ສຸດ ເພື່ອທີ່ຈະໄດ້ເພື່ອຈະໄດ້ໃຫ້ຜູ້ເຂົ້າຝຶກອົບຮົມໄດ້ນຶກຄິດ ແລະ
ຕິດຕາມເລື່ອງລາວໄດ້ຊັດເຈນຂຶ້ນ.
3. ຄວນມີການຈັດລຽງລຳດັບເອກະສານ ເພື່ອຈະສາມາດສຶກສາຕາມລຳດັບຂັ້ນຕອນ
ແລະ ມີການແຍກເປັນບົດໆຕໍ່ກັນ.
4. ໃນການຝຶກອົບຮົມນັ້ນຄວນມີຈັງຫວະຢຸດ
ຫຼື ມີການເນັ້ນເປັນສ່ວນໆ ໃຫ້ເຫັນປະເດັ່ນສຳຄັນ ຫຼາຍກວ່າການສະເໜີແບບລວມໆ ໂດຍບໍ່ມີປະເດັ່ນສັງເກດໃຫ້ເຫັນ.
5. ພະຍະຍາມໃຊ້ຄຳເວົ້າ ແລະ
ແນວຄວາມຄິດທີ່ງ່າຍ ໂດຍສະເພາະຄວນເປັນ ເລື່ອງທີ່ຄຸ້ນເຄີຍຕໍ່ຜູ້
ເຂົ້າຝຶກອົບຮົມທີ່ເຫັນໄດ້ງ່າຍ.
6. ພະຍາຍາມໃຊ້ເຄື່ອງມືເຂົ້າຊ່ວຍໃຫ້ໄດ້ຫຼາຍທີ່ສຸດ.
3.4.2 ກ່ຽວກັບວິທີການທ່າຍຖອດຄວາມຮູ້
1. ຄວນພະຍາຍາມໃຫ້ບັນຍາກາດຂອງການຝຶກອົບຮົມຄືກັບສະພາບວິທີການ ປະຕິບັດວຽກງານທີ່
ເປັນຈິງ.
2. ຄວນຈະໃຫ້ມີການຝຶກທົດລອງໃຫ້ເຮັດເອງ ຈົນກະທັງມີຄວາມຊຳນານຫຼາຍພໍໃນລະຫວ່າງການຝຶກອົບຮົມ.
3. ຄວນພະຍາຍາມໃຊ້ຕົວຢ່າງຫຼາຍໆແບບທີ່ແຕກຕ່າງກັນ, ໃນກໍລະນີການເພື່ອເພີ່ມແນວຄວາມ ຄິດ ແລະ ຄວາມຊຳນານ
ເພື່ອໃຫ້ເກີດຄວາມຄິດກວ້າງໄກ, ເຂົ້າໃຈ ແລະ ຊາບຊຶມ.
4. ຄວນມີການເນັ້ນ ຢໍ້າໃຫ້ເຫັນເຖິງຈຸດ ຫຼື
ຂັ້ນຕອນທີ່ສຳຄັນຂອງວຽກງານນັ້ນໆ ໃຫ້ເຫັນເດັ່ນເປັນພິເສດ.
5. ພະຍາຍາມໃຫ້ມີຄວາມໝັ້ນໃຈໄດ້ວ່າ
ຜູ້ເຂົ້າຝຶກອົບຮົມໄດ້ເຂົ້າໃຈຫຼັກການ ສຳຄັນຢ່າງຖືກຕ້ອງ.
6. ຕ້ອງພະຍາຍາມກະຕຸ້ນ ແລະ
ຈູງໃຈຜູ້ເຂົ້າຝຶກອົບຮົມໃຫ້ເກີດຄວາມສົນໃຈ ແລະ ເຫັນເຖິງຜົນ ປະໂຫຍດທີ່ຈະໄດ້ຮັບກັບຕົນເອງຈາກການຝຶກອົບຮົມດັ່ງກ່າວ.
3.5 ການປະເມີນການຝຶກອົບຮົມ
ເມື່ອການຝຶກອົບຮົມສິ້ນສຸດລົງແລ້ວ
ຜົນທີ່ໄດ້ກໍ່ຄືພຶດຕິກຳທີ່ປ່ຽນແປງໄປ ອັນເນື່ອງມາຈາກການຝຶກ
ອົບຮົບທີ່ຈັດຂຶ້ນນັ້ນ ເຊິ່ງການປະເມີນໂຄງການຝຶກອົບຮົມກໍ່ຄື
ການພິຈາລະນາປຽບທຽບເບິ່ງວ່າພະນັກງານ ທີ່ໄດ້ຜ່ານການຝຶກອົບຮົມນັ້ນສາມາດເຮັດວຽກ
ໄດ້ຕາມລະດັບມາດຕະຖານທີ່ເຮົາວາງໄວ້ ຫຼື ບໍ່?.
ເຊິ່ງຖ້າຫາກຍັງມີບັນຫາຢູ່ນັ້ນການແກ້ໄຂກໍ່ຄົງຈະຕ້ອງ
ດໍາເນີນການ 3 ຈຸດຄື :
1. ການທົບທວນພິຈາລະນາວ່າ ເນື້ອຫາ ແລະ
ເລື່ອງ ຫຼື ຫຼັກສູດທີ່ຕ້ອງການຝຶກອົບຮົມເໝາະສົມ ຫຼື ບໍ່ ? ຈະຕ້ອງໄດ້ແກ້ໄຂປະການໃດແດ່.
2. ການທົບທວນວິທີໃຊ້ການຝຶກອົບຮົມ ແລະ
ສື ຫຼື ເຄື່ອງມືທີ່ໃຊ້ເໝາະສົມ ຫຼື ບໍ່ ? ຄວນປຽນເປັນວິທີໃດ ຫຼື
ເຄືອງມີຊະນິດໃດຈຶ່ງຈະໄດ້ຜົນດີກວ່າ.
3. ຫາກບໍ່ແມ່ນບັນຫາ 2 ຢ່າງທີ່ກ່າວມານັ້ນ ໃນບາງຄັ້ງກໍ່ອາດຢູ່ທີ່ຕົວພະນັກງານ ຜູ້ເຂົ້າໃນການຝຶກອົບຮົມ ຊຶ່ງອາດຈະມີບັນຫາເລື່ອງຄວາມພ້ອມ ແລະ ບໍ່ພ້ອມ ໃນທາງຈິດຕະວິທະຍາ ຫຼື ພຶ້ນຖານການສຶກຕ່າງໆອີກດ້ວຍເຊິ່ງກໍ່ອາດຈະຕ້ອງມີການເສີ່ມສ້າງ ຫຼື ແກ້ໄຂໃນບາງປະການກ່ອນ ຄື: ຕ້ອງທົບທວນວິທີການຄັດເລືອກ ຫຼື ພິຈາລະນາເບິ່ງຄົນທີ່ຈະເຂົ້າຮັບການຝຶກອົບຮົມ ໃຫ້ມີລະດັບພ້ອມທີ່ຈະເຂົ້າຮ່ວມໃນໂຄງການຝຶກອົບຮົມດັ່ງກ່າວ.
IV. ການພັດທະນາບຸກຄະລາກອນ
ການພັດທະນາບຸກຄະລາກອນຂອງຝ່າຍບໍລິຫານເປັນວຽກທີ່ຈຳເປັນ ເພາະຄວາມຮູ້ຄວາມສາມາດລະດັບຜູ້ບໍລິຫານບໍ່ໄດ້ເກີດຂຶ້ນເອງຈາກການປະຕິບັດວຽກງານ
ແຕ່ເກີດຈາກການວາງແຜນທາງດ້ານກຳລັງຄົນທີ່ເໝາະສົມ. ການຂະຫຍາຍຕົວທາງດ້ານເສດຖະກິດມີຜົນເຮັດໃຫ້ຜູ້ບໍລິຫານຈະຕ້ອງມີທັງປະສົບການ,
ຄວາມຮູ້ ແລະ ການຝຶກອົົບຮົມທີ່ດີ ຊຶ່ງໃນອະນາຄົດຜູ້ເຮັດວຽກບໍລິຫານອາດຈະຕ້ອງມີຄວາມຮູ້ຢ່າງຕໍ່າແມ່ນລະດັບປະລິນຍາໂທຂື້ນໄປເພື່ອສາມາດບໍລິຫານວຽກໄດ້ຢ່າງມີປະສິດທິພາບ.
ດັ່ງນັ້ນ, ການພັດທະນາບຸກຄະລາກອນຈຶ່ງມີຢູ່ 2 ວິທີດັ່ງນີ້:
1. ການພັດທະນາຜູ້ບໍລິຫານ ຫຼື ຜູ້ບັງຄັບບັນຊາ
2. ການພັດທະນາຜູ້ຢູ່ໃຕ້ບັງຄັບບັນຊາ
4.1 ການພັດທະນາຜູ້ບໍລິຫານ
ຫຼື ຜູ້ບັງຄັບບັນຊາ
- ມີຄວາມຕັ້ງໃຈທີ່ຈະພັດທະນາຕົນເອງໃຫ້ທັນຕໍ່ເຫດການ.
- ແລກປ່ຽນຄວາມຄິດຄວາມເຫັນ
ຄວາມຮູ້ແບບເປັນກັນເອງ.
- ສຶກສາຄົ້ນຄວ້າຈາກເອກະສານວິຊາການດ້ານຕ່າງໆ.
- ຕິດຕາມການປ່ຽນແປງກ່ຽວກັບນະໂຍບາຍຂອງລັດຖະບານ
ແລະ ໂຄງການຕ່າງໆທີ່ຕົນຮັບຜິດ ຊອບ ແລະ ກ່ຽວຂ້ອງ.
- ຕິດຕາມຄວາມເຄື່ອນໄຫວຂອງເຫດການພາຍໃນ ແລະ
ພາຍນອກປະທດໂດຍອາໄສໜັງສືພິມ,ວິທະຍຸ, ໂທລະທັດ
ແລະ ສື່ສານດ້ານອື່ນໆ.
- ເຂົ້າຮ່ວມກອງປະຊຸມສຳມະນາຕ່າງໆເມື່ອມີໂອກາດ.
- ເປັນຜູ້ນຳອະທິບາຍ, ຊີ້ແຈງເລື່ອງທີ່ກ່ຽວຂ້ອງເມື່ອມີໂອກາດ.
- ເປັນສະມາຊິກຂອງອົງການດ້ານວິຊາການ ຫຼື
ອົງການທີ່ໜ້າສົນໃຈອື່ນໆ.
- ຫາໂອກາດໄປທັດສະນະສຶກສາ, ສຶກສາທັງພາຍໃນ ແລະ ນອກປະເທດໃນເມື່ອມີໂອກາດ.
- ເຂົ້າສຶກສາໃນບາງວິຊາ ໃນສະຖາບັນການສຶກສາ.
- ພົບປະໂອ້ລົມກັບຜູ້ທີ່ມີປະສົບການສູງ ຫຼື
ຜູ້ບໍລິຫານລະດັບສູງ.
- ແລະ ອື່ນໆ.
4.2 ການພັດທະນາຜູ້ຢູ່ໃຕ້ບັງຄັບບັນຊາ
- ການແນະນຳພະນັກງານໃໝ່.
- ການສອນວຽກງານເມື່ອໄດ້ຮັບການມອບໝາຍວຽກງານໃໝ່.
- ການມອບອຳນາດ ແລະ ຄວາມຮັບຜິດຊອບ
ໃນການປະຕິບັດງານເພື່ອ: ໃຫ້ຮັບຜິດຊອບ
ແລະໃຫ້ຫົວໜ້າໜ່ວຍງານມີເວລາປັບປຸງງານ ແລະ ລິເລີ່ມວຽກງານໃໝ່.
- ສັບປ່ຽນໂຍກຍ້າຍໜ້າທີ່.
- ໃຫ້ເຮັດໜ້າທີ່ອັນໃດອັນໜື່ງຊ່ວຍ.
- ໃຫ້ຮັກສາການແທນ.
- ສົ່ງໃຫ້ໄປສຳມະນາ.
- ສົ່ງໄປທັດສະນະສຶກສາ.
- ສົ່ງເສີ່ມໃຫ້ມີບົດບາດທາງດ້ານວິຊາການ.
- ສົ່ງໃຫ້ເຂົ້າປະຊຸມໃນຫົວຂໍ້ກ່ຽວກັບວຽກງານ.
- ຈັດຫາເອກະສານທາງວິຊາການທີ່ກ່ຽວຂ້ອງໄວ້ໃຫ້ມີຢ່າງພຽງພໍ.
- ຈັດໃຫ້ມີຄູ່ມືສຳລັບເຮັດວຽກງານຢ່າງພຽງພໍ ແລະ ທົ່ວເຖິງ.
- ສົ່ງເສີມກິດຈະກຳ ພັດທະນາບຸກຄົນດ້ວຍຄວາມຮັບຜິດຊອບສູງ.
- ແລະ ອື່ນໆ.
ສະຫຼຸບແລ້ວແລ້ວ ການຝຶກອົບຮົມ ແລະ
ການພັດທະນາເປັນຂັ້ນຕອນໜຶ່ງ ຫຼັງຈາກຄັດເລືອກຄົນເຂົ້າເຮັດວຽກ ເພືີ່ອເພີ່ມຄວາມສາມາດ
ແລະ ຄວາມຊຳນານໃນການເຮັດວຽກ. ການຝຶກອົບຮົມແມ່ນການເຮັດໃຫ້ຄົນຮຽນຮ້ ແລະ ມີຄວາມຊຳນານໃນເລື່ອງໃດໜຶ່ງເພື່ອໃຊ້ໃນການປະຕິບັດວຽກງານ,
ຄວາມສຳຄັນຂອງການຝຶກອົບຮົມຈະເຮັດໃຫ້ຜົນຜະລິດສູງຂຶ້ນ, ຊ່ວຍແກ້ໄຂໃນການປະຕິບັດວຽກງານ,
ການຄວບຄຸມຫຼຸດລົງ ແລະ ຫຼຸດອຸບັດຕິເຫດໃນການເຮດວຽກ. ການຝຶກອົບຮົມບໍ່ແມ່ນໜ້າທີ່ຂອງໜ່ວຍງານໃດໜຶ່ງສະ
ເພາະ ແຕ່ທຸກໜ່ວຍມີສ່ວນຮ່ວມໃນການຈັດຝຶກອົບຮົມ ແຕ່ໃຫ້ຝ່າຍບຸກຄົນຮັບຜິດຊອບໂດຍກົງ
ໃນການຈັດການຝຶກອົບຮົມ. ສ່ວນການຈັດຝຶກອົບຮົມຄືແນວໃດ ແລະ
ຜົນໄດ້ຮັບມີແນວໃດນັ້ນເກີດຈາກ 4 ປັດໄຈຄື: ລັກສະນະຂອງການຈັດຕັ້ງ, ການວາງແຜນການຝຶກອົບຮົມ,
ການຄັດເລືອກຜູ້ຮັບການຝຶກອົບຮົມ ແລະ ຄູຝຶກ ແລະ ກົດເກນການຮຽນຮູ້.
ການຝຶກອົບຮົມແບ່ງອອກເປັນ 6 ປະເພດຄື:
ການປະຖົມນິເທດ, ການຝຶກອົບຮົມໂດຍໃຫ້ເຮັດວຽກ, ການຝຶກອົບຮົມໃນຫ້ອງທົດລອງປະຕິບັດ,
ການຝຶກຫັດຊ່າງຝີມື, ການຝຶກງານ ແລະ ການຝຶກອົບຮົມພິເສດ. ວິທີການຝຶກອົບຮົມທີ່ສຳຄັນ
ກໍ່ແມ່ນວິທີການບັນຍາຍ, ການປະຊຸມ, ການສຶກສາຈາກຕົວຢ່າງ, ການ ສະແດງບົດ,
ການສອນສຳເລັດຮູບ, ການຈຳລອງແບບ ແລະ ການຝຶກໃຫ້ເຮັດວຽກ.
ເມືອຝຶກອົບຮົມສຳເລັດແລ້ວກໍ່ຕ້ອງມີການປະເມີນ ໂດຍວັດແທກຈາກຜົນການຜະລິດ ແລະ
ຜົນທາງດ້ານແຮງງານ.
ການພັດທະນາຜູ້ບໍລິຫານປັນສິ່ງຈຳເປັນ ສຳລັບເພີ່ມຄວາມຮູ້,
ຄວາມຊຳນານທາງດ້ານວຽກງານບໍລິ ຫານ, ມີວິທີການພັດທະນາຢູ່ 2 ວິທີຄື: ການພັດທະນາຜູ້ບໍລິຫານ
ຫຼື ຜູ້ບັງຄັບບັນຊາ ແລະ ການພັດທະນາຜູ້ຢູ່ໃຕ້ບັງຄັບບັນຊາ.
ຄຳຖາມທ້າຍບົດ:
1.
ການຝຶກອົບຮົມມີຄວາມໝາຍ
ແລະ ຈຸດປະສົງຄືແນວໃດແດ່ ?
2.
ຈົ່ງເວົ້າເຖິງປະໂຫຍດທີ່ໄດ້ຈາກການຝຶກອົບຮົມມີຫຍັງແດ່
?
3.
ຈົ່ງອະທິບາຍເຖິງຂັ້ນຕອນ
ແລະ ວິທີການຝຶກອົບຮົມ ມີຄືແນວໃດ ?
4.
ຈົ່ງອະທິບາຍເຖິງການພັດທະນາບຸກຄະລາກອນ
ມີຄືແນວໃດ ?
ความคิดเห็น
แสดงความคิดเห็น