ປະຫວັດແນວຄວາມຄິດວ່າດ້ວຍລັດຖະທຳມະນູນ
ໂດຍ : ປັນຍາສັກ ແສງອ່ອນແກ້ວ
ລັດຖະທຳມະນູນ ເປັນຄຳທີ່ເຮົາເຄີຍເອີ້ນຊື່ແຕກຕ່າງກັນໄປໃນສັງຄົມຕ່າງໆ
ແຕ່ຢ່າງໜ້ອຍທີ່ສຸດໃນສັງຄົມກໍຍອມມີລັດຖະທຳມະນູນທີ່ໄດ້ກຳນົດກົດເກນກ່ຽວກັບການປົກຄອງໃນສັງຄົມນັ້ນໆສະເໝີມາ ເຊິ່ງພາຍໃຕ້ທີ່ມີຊື່ເອີ້ນຕ່າງກັນໄປ.
ສຳລັບຄວາມໝາຍ ແລະ
ເນື້ອໃນທີ່ເປັນສາລະສຳຄັນທາງກົດໝາຍ ທີ່ມີໃນລັດຖະທຳມະນູນນັ້ນ
ກໍ່ສາມາດປ່ຽນແປງໄປຕາມຍຸກໄປຕາມສະໄໝຕັ້ງແຕ່ອະດີດຈົນເຖິງ ປະຈຸບັນ
ແຕ່ໃນນີ້ຈະຍົກໃຫ້ເຫັນພໍສາມາດພິຈາລະນາ ແລະ ແບ່ງຕາມປະຫວັດສາດເປັນສະໄໝ ດັ່ງນີ້ :
1. ສະໄໝບູຮານ ເລີ່ມຕັ້ງແຕ່ສະໄໝ ກຣີກ (Greek) ໂຣມັນ
ຈົນເຖິງສະໄໝ ເອີຣົບ ໃນປີ ຄ.ສ 1215
- ໃນໄລຍະນີ້ ລັດຖະທຳມະນູນ
ແລະ ກົດໝາຍກ່ຽວກັບກົດເກນການປົກຄອງປະເທດ ມີລັກສະນະເລື່ອນລອຍ ກຳນົດຢ່າງຊັດເຈນບໍ່ໄດ້.
- ບາງເທື່ອກໍ່ບັນຍັດໄວ້, ບາງເທື່ອກໍ່ຖືເອົາຕາມຈາຮີດປະເພນີ
ຫຼື ບາງເທື່ອກໍ່ເປັນອົງ ການຂອງກະສັດ ຕາມອັດຖະຍາໄສຂອງຜູປົກຄອງ.
- ຕໍ່ມາ (Aristotle) ໄດ້ລວມເອົາລັດຖະທຳມະນູນຂອງນະຄອນລັດ ຕ່າງໆຂອງ ກຣີກ 158
ແຫ່ງໄວ້ດ້ວຍກັນ. ແຕ່ກໍ່ບໍ່ສາມາດຊີ້ໃຫ້ເຫັນ ລັກສະນະຢ່າງເດັ່ນຊັດຮ່ວມກັນຂອງລັດຖະທຳມະນູນນັ້ນ.
ນອກຈາກຈະເປັນການອະທິບາຍວ່າ ເປັນກົດໝາຍກຳນົດວິທີປະຕິບັດທາງການເມືອງ ແລະ
ການຈັດລະບຽບອົງການປົກຄອງຢ່າງໜື່ງໃນນະຄອນລັດ.
- ໃນສະໄໝ
ໂຣມັນຈະເລີນຮຸ່ງເຮື່ອງຂື້ນແທນກຣີກ ແນວຄິດເລື່ອງກົດໝາຍມະຫາຊົນ
ເຊິງເປັນຄົນລະສ່ວນຂອງກົດໝາຍເອກກະຊົນໄດ້ເກີດຂື້ນແລ້ວ.
- ແຕ່ຜູ້ປົກຄອງແລະນັກກົດໝາຍໂຮມັນ
ໄດ້ໃຫ້ຄວາມສຳຄັນກັບກົດໝາຍເອກຊົນຫຼາຍກວ່າກົດໝາຍມະຫາຊົນ.
- ເພາະຖືວ່າກົດໝາຍເອກະຊົນເປັນກົດໝາຍທີ່ສຳຄັນໃນຊີວິດປະຈຳວັນ
ສ່ວນກົດໝາຍມະຫາຊົນເປັນກົດໝາຍກ່ຽວກັບການປະຊຸມສະພາໂຄມີເຊຍ (Comitia). ເປັນກົດໝາຍຊຶ່ງເປັນລະບຽບໃນການປົກຄອງແຜນດິນ
ຈຶ່ງຄວນປົກປິດເປັນຄວາມລັບໃຫ້ຮູ້ກັນແຕ່ກຸ່ມຜູ້ປົກຄອງ ແລະ
ຜູ້ມີໜ້າທີ່ກ່ຽວຂ້ອງກັບແຜນດິນ.
- ໄດ້ມີນັກກົດໝາຍຫຼາຍທ່ານໃນສະໄໝນັ້ນ
ໄດ້ອະທິບາຍຄວາມຄວາມໝາຍທີ່ແຕກຕ່າງກັນໄປ
ເຖິງຢ່າງໃດກໍ່ຕາມໃນສະໄໝໂຮມັນນັ້ນເອງໄດ້ພາໃຫ້ເລີ່ມຄິດເລື່ອງກົດໝາຍເໜືອກົດໝາຍ.
- ສະໄໝໂຮມັນ ມີນັກປາດຊື່ (Cicero) ແລະ (Gaius)
ເລີ່ມມີການອະທິບາຍຢ່າງຈິງຈັງວ່າ : ກົດໝາຍສອງປະເພດຄື :
ກົດໝາຍທຳມະດາ ແລະ ກົດ ໝາຍທີ່ສູງຂື້ນໄປ.
- Cicero ເອີ້ນກົດໝາຍທຳມະດາວ່າ : ເປັນກົດໝາຍບໍ່ທ່ຽງແທ້ ສ່ວນກົດໝາຍທີ່ສູງ ກວ່ານັ້ນ ເອີ້ນວ່າ
: ກົດໝາຍທີ່ແທ້ຈິງ
- ສ່ວນ Gaius ເອີ້ນກົດໝາຍທຳມະດາວ່າ : ກົດໝາຍແພ່ງ ເຊິ່ງໃຊ້ສະເພາະຊາວພື້ນເມືອງພາຍໃນລັດ.
ສ່ວນກົດໝາຍທີ່ສູງກວ່ານັ້ນໄດ້ເອີ້ນວ່າ : ກົດໝາຍທົ່ວໄປ.
- ນັກກົດໝາຍທັງສອງຄົນພຽງແຕ່ຍາກແຍກກົດໝາຍ
ເພື່ອຊີ້ໃຫ້ເຫັນວ່າກົດໝາຍຂອງມະນຸດ ຫຼື ກົດໝາຍບ້ານເມືອງບໍ່ໄດ້ມີຄວາມສັກສິດສູງສຸດ
ຫຼື ມີອຳນາດລົ້ນຟ້າ ຫາກແຕ່ຢູພາຍໃຕ້ກົດເກນອັນອື່ນທີ່ສູງກວ່າ.
- ນັກປາດໃນທາງກົດໝາຍລັດຖະທຳມະນູນ
ກໍ່ໄດ້ອະທິບາຍກົດໝາຍອອກເປັນສອງລະດັບເຊັ່ນ : ບັນດາລັດຖະດຳລັດ, ລັດຖະບັນຍັດທັງຫຼາຍ
ເປັນພຽງແຕ່ກົດ ໝາຍທຳມະດາ ຫຼື ກົດໝາຍທີ່ມີຖານະຕ່ຳກວ່າ.
ສ່ວນລັດຖະທຳມະນູນນັ້ນເປັນກົດໝາຍທີ່ສູງກວ່າ.
- ກົດໝາຍທີ່ຕ່ຳກວ່າຈະຂັດກັບກົດໝາຍທີ່ສູງກວ່າແມ່ນບໍ່ໄດ້.
ດ້ວຍເຫດຜົນນີ້ເອງນັກກົດໝາຍລັດຖະທຳມະນູນຈຶ່ງຍົກຍ້ອງນັກປາດສະໄໝໂຣມັນ
ເຖິງວ່າແນວຄິດທາງລັດຖະທຳມະນູນໃນສະໄໝໂຣມັນຍັງບໍ່ທັນສົມບູນກໍ່ຕາມ
ແຕ່ນັກປາດສະໄໝໂຣມັນກໍ່ເປັນຜູ້ເບີກທາງສຳລັບການພັດທະນາແນວຄິດທາງກົດໝາຍລັດຖະທຳມະນູນໄວ້ບໍ່ໜ້ອຍ.
- ສະຫຼຸບລວມແລ້ວ
ລັດຖະທຳມະນູນໃນສະໄໝທຳອິດບໍ່ມີຄວາມໝາຍ ແລະ ຂອບເຂດຢ່າງແນ່ນອນເທື່ອ
ກົດເກນຕ່າງໆຍັງບໍ່ທັນເຂົ້າຮູບເຂົ້າຮອຍ.
2. ສະໄໝທີສອງ ເລີ່ມແຕ່ການປະກາດໃຊ້ ມະຫາບັດ (Magna Carta) ໃນອັງກິດໃນປີ ຄ.ສ 1215 ຈົນເຖິງສະໄໝປະກາດອິດສະຫຼະ ພາບໃນສະຫະ
ລັດອາເມລິກາ ຄ.ສ 1776
- ກາງປີ
ຄ.ສ 1215 ໄດ້ມີຂຸນນາງ ແລະ
ພະຣາຊະຄະນະຈຳນວນ 25 ຄົນ ໄດ້ບັງຄັບໃຫ້ພະເຈົ້າຈອນ ລົງນາມໃນເອກສານສຳຄັນສະບັບໜື່ງ.
- ເຊິ່ງບາງສ່ວນໄດ້ດັດແປງມາຈາກທຳມະນູນການປົກຄອງແຫ່ງ
ຄາເຮນດອນ ໃນສະ ໄໝພະເຈົ້າເອັນຣີ ທີ1, ທີ2 ແລະ
ບາງສ່ວນໄດ້ຮ່າງຂື້ນໃໝ່ໃຫ້ເໝາະສົມກັບກາລະສະໄໝ.
- ແຕ່ສ່ວນໃຫຍ່ໄດ້ແກ່ບັນຫາບ້ານເມືອງທີ່ເກີດຂື້ນສະເພາະ
ເອກະສານທີ່ກ່າວມານີ້ບໍ່ມີຊື່ເອີ້ນເປັນທາງການໃນຂະນະນັ້ນ ແຕ່ມັກກ່າວກັນວ່າ : ມະຫາບັດ
(The
Great Charter) ແລະໃນຣາດຊະການຕໍ່ມາ ກໍ່ໄດ້ມີການແກ້ໄຂເພີ່ເຕີມອີກຫຼາຍຄັ້ງ.
- ໃນເວລາຕໍ່ມາເອກະສານສະບັບນີ້ໄດ້ມີຊື່ເອີ້ນເປັນທາງການໃນພາຍຫຼັງ
ເປັນພາສາລາຕິນວ່າ : ແມກນາ ຄາຕາ (Magna Carta) ເຊິງໝາຍເຖິງມະຫາບັດ
ຫຼື ກົດບັດຂອງກົດໝາຍອັນຍິ່ງໃຫຍ່ (The Great Charter) ດັ່ງທີ່ເຄີຍເອີ້ນກັນມານັ້ນເອງ.
- ບົດບັນຍັດບາງໝວດເບີ່ງແລ້ວເປັນການຈຳກັດອຳນາດຂອງລະບອບສົມບູນນາຍາສິດທິລາດຫຼາຍເກີນໄປຈົນເຮັດໃຫ້
ພຣະສັນຕະປາປາກໍ່ມີການຂັດຂ້ອງໃນໃຈວ່າ ເປັນການມິ່ນປະມາດຜູ້ປົກຄອງປະເທດ.
- ເຊັ່ນວ່າ :
ໃນມາດຕາສຸດທ້າຍໄດ້ເວົ້າວ່າ ຫາກພະເຈົ້າຈອນ ແລະ
ຣາຊະທາຍາດບໍ່ຮັກສາຄຳໝັ້ນສັນຍາຕາມມະຫາບັດ, ຄະນະຂຸນນາງ 25
ຄົນມີສິດຍຶດອຳນາດ ແລະ ຈັດຫາກະສັດອົງໃໝ່ໄດ້.
- ເມື່ອພະເຈົ້າຈອນສະຫວັນນະຄົດ
ແມກນາ ຄາຕາ ກໍ່ໄດ້ມີການເພີ່ມເຕີ່ມປ່ຽນແປງ ໃໝ່
ດ້ວຍການປະນິປະນອມລະຫວ່າງຂຸນນາງກັບລັດຖະບານ
ລວມທັງການຂໍຄຳເຫັນດີຈາກສຳນັກພຣະສັນຕະປາປາດ້ວຍ, ໃນທີ່ສຸດບົດບັນຍັດຂອງ
ແມກນາຄາຕາ ກໍ່ສົມບູນໃນເວລາຕໍ່ມາ.
- ດ້ວຍເຫດນີ້ຈຶ່ງມີຜູ້ກ່າວວ່າ
: ແມກນາ ຄາຕາ ເປັນລັດຖະທຳມະນູນປະຊາທິປະໄຕ ສະບັບທຳອິດຂອງໂລກ .
ໃນໄລຍະຕໍ່ມາ ແມກນາ ຄາຕາ ເຊິ່ງເປັນຫຼັກໃນການປົກຄອງປະເທດກໍ່ໄດ້ເພີ່ມຂື້ນ ເຊັ່ນ
: ກົດມົນທຽນບານວ່າດ້ວຍການສືບສັນຕິວົງອັງກິດ ແລະ ລັດຖະບັນຍັດວ່າດ້ວຍສິດທິເປັນຕົ້ນ.
- Lord chancellor Northington ໄດ້ກ່າວເຖິງລັດຖະທຳມະນູນເປັນກົດໝາຍສູງສຸດຂອງ ປະເທດ.
- ໃນເວລາຕໍ່ມາໄດ້ມີຜູ້ເອົາແນວຄິດນີ້ມາອ້າງໃນກອງປະຊຸມຮ່າງລັດຖະທຳມະນູນຂອງອາເມລິກາ.
- ຄວາມຄິດເຫຼົ່ານີ້
ໄດ້ມີສ່ວນສຳຄັນໃຫ້ປະຫວັດສາດກົດໝາຍລັດຖະທຳມະນູນເຂົ້າສູ່ສະໄໝທີ່ສາມ ແລະ
ພັດທະນາຕໍ່ໃນອີກຮູບແບບໜື່ງ ແຕ່ຊັດເຈັນຂື້ນຈົນໃກ້ຄຽງກັບຄວາມເຂົ້າໃຈໃນປັດຈຸບັນ.
3. ສະໄໝທີສາມ ເລີ່ມປະມານປີ ຄ.ສ 1776 ຈົນເຖິງປີ ຄ.ສ 1945
- ເມື່ອມີການປະກາດອິດສະຫຼະພາບໃນອາເມລິກາ
ແລະ ປະກາດໃຊ້ກົດໝາຍກຳ ນົດກົດເກນການປົກຄອງເປັນລາຍລັກອັກສອນ
ຢ່າງເປັນລະບຽບເປັນເທື່ອທຳອິດ ຊື່ວ່າ : ບົດບັນຍັດແຫ່ງສະມາພັນທະລັດ (Articles of
Confederation).
- ຕໍ່ມາໄດ້ຍົກເລີກບົດບັນຍັດສະມາພັນທະລັດ
ແລະ ປະກາດໃຊ້ລັດຖະທຳມະນູນສະບັບທີ່ສອງຂອງ ສະຫະລັດອາເມລິກາ ໃນປີ ຄ.ສ 1789
ເອີ້ນວ່າ: “ລັດຖະທຳມະນູນແຫ່ງສະຫະລັດ” (The Constitution of The U.S).
- ໄດ້ມີນັກກົດໝາຍລັດຖະທຳມະນູນບາງຄົນຖືວ່າ
ລັດຖະທຳມະນູນສະຫະລັດອະເມລິກາສະບັບນີ້ເປັນລັດຖະທຳມະນູນສະບັບທຳອິດໃນໂລກ (ຖ້າພິຈາລະນາໃນແງ່ການໃຊ້ຄຳເວົ້າ).
- ຖ້າເບີ່ງໃນແງ່ຄວາມໝາຍ, ຮູບຮ່າງລັກສະນະ
ແລະ ຄວາມມຸ່ງຫວັງແລ້ວ ນັກກົດໝາຍລັດຖະທຳມະ ນູນບາງຄົນຍັງຍົກໃຫ້ ແມກນາ ຄາຕາ
ເປັນລັດຖະທຳມະນູນສະບັບທຳອິດ.
- ສາລະສຳຄັນຂອງລັດຖະທຳມະນູນ
ສະຫະລັດອາເມລິກາສະບັບນີ້ມີການວາງກົດ ເກນການປົກຄອງປະເທດ ແລະ
ອຳນາດໜ້າທີ່ໃນການປົກຄອງໃນປະເທດຢ່າງເປັນລະບຽບທີ່ບໍ່ເຄີຍມີມາກ່ອນ ຄື :
ມີການແຍກອົງການປົກຄອງ ຫຼື ລັດຖະບານ ທີ່ເຄີຍເປັນເອກະພາບອອກເປັນ ຝ່າຍນິຕິບັນຍັດ, ຝ່າຍບໍລິຫານ
ແລະ ຝ່າຍຕຸລາການ.
- ດັ່ງທີເຮົາເອີ້ນກັນວ່າ :
ການແບ່ງແຍກອຳນາດ ແລະ ມີການກຳນົດໃຫ້ລັດຖະທຳມະນູນນີ້ເປັນກົດໝາຍສູງສຸດຂອງປະເທດ
ກົດໝາຍອື່ນຈະຂັດບໍ່ໄດ້.
- ມີການຍອມຮັບອຳນາດສູງສຸດຂອງປະຊາຊົນຊາວອະເມລິກາ
ເອີ້ນວ່າ : ອຳນາດອະທິປະໄຕ.
- ໃນບົດບັນຍັດຂອງລັດຖະທຳມະນູນມີການຈັດຕັ້ງປະເທດຂື້ນເປັນສາທາລະນະລັດ
ມີປະທານາທິບໍດີເປັນປະມຸກ ໂດຍມາຈາກການເລືອກຕັ້ງ ແລະ ມີວາລະພັດປ່ຽນກັນ.
- ມີການອອກກົດໝາຍໂດຍຜູ້ແທນຂອງປະຊາຊົນ, ມີການຈັດຕັ້ງລັດຖະບານກາງ ຂື້ນໃນລະຫວ່າງລັດຖະບານຂອງແຕ່ລະມົນລະລັດ.
- ມີການໃຫ້ຫຼັກປະກັນສິດທິເສລີພາບກ່ຊາວສະຫະລັດອະເມລິກາ
ແລະ ຄົນຕ່າງດ້າວທີ່ມາສູ່ດິນແດນສະຫະລັດອະເມລິກາຢ່າງກວ້າງຂວາງ
ສິ່ງເຫຼົ່ານີ້ເປັນຂອງແປກໃໝ່ສຳລັບວົງການຂອງນັກອະທິບາຍລັດຖະທຳ ມະນູນ.
- ສະນັ້ນ
ເອກະສານທີ່ສຳຄັນແລະອິດທະພົນຢ່າງໃຫຍ່ຫຼວງໃນສະໄໝທີ່ສາມນີ້ຄື :
ຄຳປະກາດອິດສະຫຼະພາບຂອງສະຫະລັດອາເມລິກາ ແລະ ຄຳປະຕິຍານວ່າດ້ວຍສິດທິມະນຸດ ແລະ
ພົນລະເມືອງຂອງຝຣັງ ແລະ ທີ່ຂາດບໍ່ໄດ້ຄືອິດທິພົນຂອງນັກປາດ.
- ໃນຕອນທ້າຍຂອງສະໄໝທີ່ສາມກ່ອນສົງຄາມໂລກຄັ້ງທີ່ສອງຈະເກີດຂື້ນ
ໄດ້ມີການຕໍ່ສູ້ທາງດ້ານແນວຄວາມຄິດໃນເລື່ອງລັດທິການເມືອງເກີດຂື້ນໃນເອຣົບ.
ສົ່ງຜົນເຮັດໃຫ້ລະບອບສົມບູນນາຍາສິດທິລາດ (ລະບອບອາຍາສິດ)
ຊຶ່ງກຳລັງປ່ຽນສະພາບໄປເປັນລະບອບອື່ນ ຄື : ປະຊາທິປະໄຕແບບປະທານາທິບໍດີ, ປະຊາ
ທິປະໄຕແບບມີກະສັດເປັນປະມຸກ ແລ້ວແຕ່ປະເທດຕ່າງໆຈະຕັດສິນໃຈເລືອກເອົາໃນເວລານັ້ນ.
- ຢ່າງໃດກໍ່ຕາມເຮົາຕ້ອງຍອມຮັບວ່າທັດສະນະກ່ຽວກັບ
ລັດຖະທຳມະນູນທີ່ເກີດຂື້ນໃນສະໄໝນີ້ມີອິດທິພົນຫຼວງຫຼາຍ
ເພາະເປັນສິ່ງທີ່ສອດຄ້ອງກັບລະບອບປົກຄອງແບບປະຊາທິປະໄຕ.
4. ສະໄໝທີສີ່ ເລີ່ມແຕ່ສົງຄາມໂລກຄັ້ງທີ່ສອງສິ້ນສຸດລົງຈົນເຖິງປັດຈຸບັນ
- ໃນສະໄໝນີ້ມີການປ່ຽນແປງທາງດ້ານການເມືອງຄັ້ງຍິ່ງໃຫຍ່ລະດັບພາຍໃນປະເທດ
ແລະ ລະດັບລະຫວ່າງປະເທດ.
- ບັນດາປະເທດທີ່ເຄີຍເປັນອະນານິຄົມຂອງມະຫາອຳນາດຕ່າງໆກໍ່ໄດ້ຮັບເອກະລາດ
ເຊັ່ນ : ອິນເດຍ,
ລາວ, ຫວຽດນາມ, ກຳປູເຈຍ, ມາເລຍເຊຍ, ສິງກະໂປ
ແລະ ປະເທດອື່ນໆ.
- ດັ່ງນັ້ນ, ແນວຄວາມຄິດໃນທາງກົດໝາຍກ່ຽວກັບບ້ານເມືອງແບບໃໝ່
ແລະ ກໍ່ເປັນທີຍອມຮັບກັນແຜ່ຫຼາຍຂື້ນ ເພາະແນວຄິດນີ້ເລີ່ມແຜ່ຂະຫຍາຍຢ່າງກວ້າງຂວາງ.
- ດ້ວຍເຫດຜົນນີ້ເອງ
ແນວຄິດກ່ຽວກັບລັດຖະທຳມະນູນຈຶ່ງກວ້າງຂວາງຂື້ນ
ໃນທີ່ສຸດກໍ່ເປັນທີ່ຍອມຮັບກັນຢ່າງແທ້ຈິງ ສຸດທ້າຍລັດຖະທຳມະນູນກໍ່ເປັນພຽງຄຳສຳລັບ
ໃຊ້ເອີ້ນກົດໝາຍ ທີ່ເປັນກົດເກນການປົກຄອງປະເທດເທົ່ານັ້ນ.
ความคิดเห็น
แสดงความคิดเห็น