ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ຄວາມຮັບຮູ້ພື້ນຖານກ່ຽວກັບພາວະຜູ້ນຳ

 ຄວາມຮັບຮູ້ພື້ນຖານກ່ຽວກັບພາວະຜູ້ນຳ

ໂດຍ: ປັນຍາສັກ ແສງອ່ອນແກ້ວ 

http://panyasack.blogspot.com


1. ຄວາມໝາຍຂອງພາວະຜູ້ນຳ

1.1 ຄວາມໝາຍຂອງຜູ້ນຳ

             ມີຜູ້ໃຫ້ຄຳນິຍາມກ່ຽວກັບຜູ້ນຳ ໄວ້ຫຼາຍທ່ານດັ່ງນີ້ :

             ຜູ້ນຳ ( Leader ) ເປັນບຸກຄົນທີ່ເຮັດໃຫ້ອົງການມີຄວາມກ້າວໜ້າ ແລະ ບັນ ລຸຜົນສຳເລັດ ໂດຍເປັນຜູ້ທີ່ມີບົດບາດ ທີກໍ່ໃຫ້ເກີດຄວາມໝັ້ນຄົງ ແລະ ການຊ່ວຍ ເຫຼືອບຸກຄະລາກອນຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍຂອງກຸ່ມ.ຜູ້ນຳແມ່ນບຸກຄົນທີມີອິດທິພົນຕໍ່ກຸ່ມຄົນທີ່ກໍ່ໃຫ້ເກີດຄວາມສຳເລັດ.

ຜູ້ນຳແມ່ນບຸກຄົນທີ່ມີລັກສະນະຢ່າງໃດຢ່າງໜື່ງໃນ 5 ຢ່າງຕໍ່ໄປນີ້ ຄື :

- ມີບົດບາດ ຫຼື ອິດທິພົນຕໍ່ໜ່ວຍງານຫຼາຍກວ່າຜູ້ອື່ນ.

- ມີບົດບາດເໜືອກວ່າຜູ້ອື່ນ.

- ມີບົດບາດສຳຄັນທີ່ສຸດທີ່ເຮັດໃຫ້ໜ່ວຍງານບັນລຸເປົ້າໝາຍ.

- ໄດ້ຮັບເລືອກຈາກຜູ້ອື່ນໃຫ້ເປັນຜູ້ນຳ.

- ເປັນຫົວໜ້າກຸ່ມ.

ຜູ້ນຳ ແມ່ນບຸກຄົນໃນກຸ່ມເຊິ່ງໄດ້ຮັບມອບໝາຍໜ້າທີ່ໃຫ້ຄວບຄຸມ ຫຼື ປະສານງານຕ່າງໆທີ່ກ່ຽວຂ້ອງກັບ ກິດຈະກຳຂອງກຸ່ມ ( Fiedler, 1967).

ຜູ້ນຳ ແມ່ນບຸກຄົນທີ່ຖືກເລືອກ ຫຼື ໄດ້ຮັບການແຕ່ງຕັ້ງໃຫ້ນຳກຸ່ມ ແລະ ມີອິດທິພົນຕໍ່ກິດຈະກຳຕ່າງໆຂອງ ກຸ່ມ ເພື່ອທີ່ຈະບັນລຸຕາມເປົ້າໝາຍຂອງກຸ່ມ ແລະ ເພື່ອເຮັດໜ້າທີ່ຫົວໜ້າຂອງກຸ່ມ ( Dejnozka, 1983).

       ສະຫຼຸບແລ້ວ ຜູ້ນຳ ແມ່ນບຸກຄົນທີ່ໄດ້ຮັບມອບໝາຍ ເຊິ່ງອາດມາຈາກການແຕ່ງຕັ້ງ ຫຼື ການເລືອກຕັ້ງ ແລະ ເປັນທີ່ຍອມຮັບຂອງສະມາຊິກໃຫ້ມີອິດທິພົນ ແລະ ມີບົດບາດເໜືອກຸ່ມ, ສາມາດທີ່ຈະຈູງໃຈ ແລະ ກະຕຸ້ນ ໃຫ້ສະມາຊິກຂອງກຸ່ມຮ່ວມພະລັງເພື່ອປະຕິບັດວຽກງານຕ່າງໆຂອງກຸ່ມໃຫ້ສຳເລັດ.

          1.2 ຄວາມໝາຍຂອງພາວະຜູ້ນຳ

ແມ່ນພຶດຕິກຳສ່ວນຕົວຂອງບຸກຄົນໆ ໜຶ່ງ ທີ່ຈະຊັກນຳກິດຈະກຳຂອງກຸ່ມ ໃຫ້ບັນລຸເປົ້າໝາຍຮ່ວມກັນ ຫຼື ເປັນຄວາມສຳພັນທີ່ມີອິດທິພົນລະຫວ່າງຜູ້ນຳ ແລະ ຜູ້ຕາມຊຶ່ງກໍ່ໃຫ້ເກີດການປ່ຽນແປ່ງ ເພື່ອບັນລຸຈຸດມຸ້ງໝາຍຮ່ວມກັນ ຫຼື ເປັນ ຄວາມສາມາດທີ່ຈະສ້າງຄວາມເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນບຸກຄົນ ເພື່ອໃຫ້ບັນລຸເປົ້າໝາຍຂອງອົງການ.

        ພາວະຜູ້ນຳ ໝາຍເຖິງຄວາມສາມາດໃນການໃຊ້ອິດທິພົນຂອງ ບຸກຄົນຕໍ່ກຸ່ມຄົນເພື່ອ ປະຕິບັດວຽກງານຕ່າງໆ ໃຫ້ບັນລຸຕາມເປົ້າໝາຍ (Robbins, 1996. P. 413).

         ພາວະຜູ້ນຳ ເປັນຂະບວນການໃນການບັນດານໃຈ (Inspire) ໃຫ້ບຸກຄົນອື່ນເຮັດວຽກຈົນປະສົບຄວາມສຳເລັດ (Greenberg and Baron, 1999. P . 498).

         ພາວະຜູ້ນຳ ເປັນລັກສະນະສະເພາະ ຂອງການໃຊ້ອິດທິພົນລະຫວ່າງບຸກຄົນ (Interpersonal Influence) ເພື່ອໃຫ້ບຸກຄົນ ຫຼື ກຸ່ມເຮັດໃນສິ່ງທີ່ຜູ້ນຳຕ້ອງການ (Schmerchorn H. and Osborn, 2005. P. 241).

         ພາວະຜູ້ນຳ ເປັນຄວາມສາມາດໃນການບັນດານໃຈໃຫ້ເກີດຄວາມ ເຊື່ອໝັ້ນ ແລະ ສະໜັບສະໜູນບຸກຄົນທີ່ມີຄວາມປາດຖະໜາຈະເຮັດວຽກໃຫ້ ເຮັດວຽກໄດ້ປະສົບຄວາມສຳເລັດ ຕາມເປົ້າໝາຍຂອງອົງການ (DuBrin, 2009. P. 334).

ດັ່ງນັ້ນ, ສາມາດສະຫຼຸບໄດ້ວ່າ ພາວະຜູ້ນຳ ແມ່ນສິນລະປະໃນການໃຊ້ອຳນາດຈູງໃຈ ເພື່ອກໍ່ໃຫ້ເກີດການ ຮ່ວມມື ແລະ ການຕອບສະໜອງທີ່ດີ ເພື່ອຜົນສຳເລັດຮ່ວມກັນ.

2.  ລັກສະນະຂອງພາວະຜູ້ນຳ

          ເມື່ອພິຈາລະນາລັກສະນະຂອງພາວະຜູ້ນຳ ໂດຍເບີ່ງຈາກຮູບແບບພາວະຜູ້ນຳສາມາດຈຳແນກພາວະຜູ້ນຳ ອອກເປັນ 2 ລັກສະນະດ້ວຍກັນຄື (Schermerhorn, Hunt & Osborn, 2005. p. 241 ອ້າງຈາກ ສົມຍົດ ນາວີການ, ໜ້າ 158-159) :

          1. ພາວະຜູ້ນຳທີ່ເປັນທາງການ (Formal Leadership)

ເກີດຈາກການທີ່ບຸກຄົນທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳຢ່າງເປັນທາງການ ແລະ ມີອຳນາດໜ້າທີ່ທີ່ເປັນທາງ ການ ສາມາດມີອິດທິພົນຕໍ່ພຶດຕິກຳຂອງບຸກຄົນອື່ນ ໂດຍໃຊ້ອຳນາດຕາມຕຳແໜ່ງໜ້າທີ່ທີ່ເປັນທາງການໃນອົງການ ບຸກຄົນທີ່ດຳລົງຕຳແໜ່ງຜູ້ບໍລິຫານມີໂອກາດ ແລະ ຄວາມຮັບຜິດຊອບ ທີ່ຈະໃຊ້ພາວະຜູ້ນຳຢ່າງເປັນທາງການພາຍໃນ ການພົວພັວກັບຜູ້ຕາມ ຜູ້ບໍລິຫານບາງຄົນມີຄວາມເຂົ້າໃຈທີ່ດີຕໍ່ອຳນາດໜ້າທີ່ ແລະ ການພົວພັນຢ່າງເປັນທາງການກັບຜູ້ຕາມ ຜູ້ບໍລິຫານເຫຼົ່ານີ້ຈະເປັນຜູ້ນຳທີ່ດີ.

          2. ພາວະຜູ້ນຳທີ່ບໍ່ເປັນທາງການ  (Informal Leadership)

             ເກີດຈາການທີ່ບຸກຄົນທີ່ບໍ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ນຳຢ່າງເປັນທາງການ ແລະ ບໍ່ມີອຳນາດໜ້າທີ່ີ່ເປັນທາງການແຕ່ພວກເຂົາສາມາດກາຍເປັນຜູ້ນຳ ເພາະຄວາມສາມາດພິເສດ ຫຼື ທັກສະສະເພາະດ້ານທີ່ບຸກຄົນອື່ນຈຳເປັນຕ້ອງ ໃຊ້ ຫຼື ມີລັກສະນະພິເສດສ່ວນບຸກຄົນ ທີ່ສາມາດສ້າງແຮງບັນດານໃຈໃຫ້ບຸກຄົນອື່ນ ຈຶ່ງເຮັດໃຫ້ເຂົາກາຍເປັນຜູ້ນຳຂື້ນມາທັນທີ.

             ພາວະຜູ້ນຳທີ່ເປັນທາງການ ແລະ ບໍ່ເປັນທາງການ ຈະຢູ່ຮ່ວມກັນໃນເກືອບທຸກສະຖານະການຂອງວຽກງານ ຜູ້ບໍລິຫານໂດຍຕົວພວກເຂົາເອງອາດຈະເປັນຜູ້ນຳທີ່ເປັນທາງການ ໃນບາງສະຖານະການ ແລະ ເປັນຜູ້ນຳທີ່ບໍ່ເປັນທາງການໃນບາງສະຖານະການ. ເມື່ອຜູ້ນຳທີ່ເປັນທາງການ ຜູ້ບໍລິຫານຈະບໍລິຫານງານຕາມສາຍການບັງຄັບບັນຊາ ແລະ ໃຊ້ອິດທິພົນຈາກເທິງລົງລຸ່ມຕາມລຳດັບຂັ້ນ ແລະ ຕາມອຳນາດໜ້າທີ່. ໃນທາງກົງກັນຂ້າມເມື່ອຜູ້ນຳທີ່ບໍ່ເປັນທາງການ ຜູ້ບໍລິຫານຈະໃຊ້ອິດທິພົນກັບບຸກຄົນທີ່ຢູ່ນອກສາຍບັງຄັບບັນຊາ ລັກສະນະພິເສດສ່ວນບຸກຄົນຈະມີຄວາມຈຳເປັນຕໍ່ ພາວະຜູ້ນຳທີ່ບໍ່ເປັນທາງການ ເນື່ອງຈາກພາວະຜູ້ນຳທີ່ບໍ່ເປັນທາງການຂາດອຳນາດໜ້າທີ່ທີເປັນທາງການ ຜູ້ບໍລິຫານທີ່ປະສົບຄວາມສຳເລັດສາມາດໃຊ້ທັງພາວະຜູ້ນຳທີ່ເປັນທາງການ ແລະ ບໍ່ເປັນທາງການ ເປັນຕົ້ນແມ່ນ ຜູ້ບໍລິຫານຈະຂໍໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາທຸກໆຄົນມາປະຊຸມກັນເພື່ອເພື່ອສົນທະນາແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາຂອງວຽກງານ  ຜູ້ບໍລິຫານມີອຳນາດໜ້າທີ່ ແລະ ຄວາມຮັບ ຜິດຊອບທີ່ຈະດຳເນີນການປະຊຸມນີ້ໄດ້ ໃນຂະນະດຽວກັນຜູ້ບໍລິຫານ ສາມາດຂໍໃຫ້ຜູ້ບໍລິຫານຄົນອື່ນໃນລະດັບດຽວກັນ ໃນອົງການທົບທວນການປ່ຽນແປງລະບຽບ, ວິທີປະຕິບັດວຽກງານທີ່ສະເໜີແນະ ແລະ ປະຊຸມກັນເພື່ອສົນທະນາແລກປ່ຽນຄຳຄິດຄຳເຫັນກ່ອນທີ່ຈະນຳສະເໜີຢ່າງເປັນທາງການ ຕໍ່ກັບຜູ້ບໍລິຫານລະດັບສູງ ຜູ້ບໍລິຫານບໍ່ມີອຳນາດໜ້າທີ່ທີ່ຈະຮຽກຮ້ອງໃຫ້ຜູ້ບໍລິຫານຄົນອື່ນທົບທວນຂໍ້ສະເໜີດັ່ງກ່າວນີ້ໄດ້ ພາວະຜູ້ນຳທີ່ບໍ່ເປັນທາງການຈຳເປັນໃນສະຖານະການແບບນີ້.

          ຫາກຈຳແນກພາວະຜູ້ນຳໂດຍພິຈາລະນາຈາກພຶດຕິກຳ ອາດແບ່ງໄດ້ເປັນ 2 ລັກສະນະຄື (Bateman & Snell, 2007. p. 396) :

         1. ພາວະຜູ້ນຳແບບຕິດຕາມກວດກາ (Supervisory Leadership) ພາວະຜູ້ນຳແບບນີ້ຈະມີພຶດຕິກຳ ແບບຊີ້ແນະ, ສະໜັບສະໜຸນ ແລະ ໃຫ້ຂໍ້ມູນຍ້ອນກັບກ່ຽວກັບການປະຕິບັດວຽກງານຕໍ່ກັບສະມາຊິກແບບມື້ຕໍ່ມື້.

         2. ພາວະຜູ້ນຳແບບກົນລະຍຸດ (Strategic Leadership) ພາວະຜູ້ນຳແບບນີ້ຈະມີພຶດຕິກຳແບບໃຫ້ ເປົ້າໝາຍ ແລະ ແນວທາງແກ່ອົງການ ແລະ ເຮັດວຽກຮ່ວມກັບບຸກຄົນອື່ນ ເພື່ອການປ່ຽນແປງ ແລະ ສ້າງໃຫ້ອົງການ ໄປສູ່ອານາຄົດທີ່ດີກວ່າ.

         ປັດໄຈທີ່ຜູ້ນຳຈະຕ້ອງກ່ຽວຂ້ອງ ( What leader involves ) ລັກສະນະສຳຄັນຂອງການເປັນຜູ້ນຳຈະກ່ຽວຂ້ອງກັບປັດໄຈຕໍ່ໄປນີ້ 

ຮູບທີ1: ສະແດງປັດໄຈທີ່ຜູ້ນຳຕ້ອງກ່ຽວຂ້ອງ ( What leader involves ) ປັບປຸງຈາກ Draf. 1999:6


    1. ອິດທິພົນ: ຜູ້ນຳຈະເປັນຜູ້ທີ່ມີອຳນາດຕໍ່ກຸ່ມ ໂດຍກົງ ແລະ ທາງອ້ອມເພື່ອ ໃຫ້ວຽກງານບັນລຸຜົນສຳເລັດ.

    2. ຄວາມຕັ້ງໃຈ: ຜູ້ນຳຕ້ອງມີຄວາມຕັ້ງໃຈທີ່ຈະເຮັດວຽກ ໃຫ້ບັນລຸຕາມວັດຖຸປະສົງທີ່ໄດ້ກຳນົດໃວ້.

    3. ຜູ້ນຳຈະມີຄວາມຮັບຜິດຊອບສ່ວນບຸກຄົນ: ຜູ້ນຳຈະຕ້ອງມີໜ້າທີ່ທີ່ຈະຮັບຜິດ ຊອບໃນວຽກງານທີ່ເຮັດຢູ່.

    4. ການປ່ຽນແປງ: ຜູ້ນຳຈະຕ້ອງຈັດໃຫ້ມີການປ່ຽນແປງແກ້ໄຂ ແລະ ປັບປຸງໃຫ້ ກິດຈະກຳຕ່າງໆທີ່ກ່ຽວຂ້ອງໃຫ້ດີຂຶ້ນຢູ່ຕະຫຼອດເວລາ.

    5. ມີຈຸດມຸ່ງໝາຍຮ່ວມກັນ: ທັງຜູ້ນຳ ແລະ ສະມາຊິກກຸ່ມ ຈະຕ້ອງມີຈຸດມຸ່ງໝາຍຮ່ວມກັນໃນການປະຕິບັດງານ.

    6. ມີການຈູງໃຈຜູ້ຕາມ: ຜູ້ນຳຈະຕ້ອງມີຄວາມສາມາດຈູງໃຈໃຫ້ຜູ້ຕາມ ປະຕິ ບັດຕາມກິດຈະກຳຕາມຕ່າງໆ ໃຫ້ບັນລຸວັດຖຸປະສົງທີ່ກຳນົດໃວ້.

          ສະພາບຄວາມເປັນຈິງໃນປະຈຸບັນຂອງພາວະຜູ້ນຳ ( The new reality for leadership ) ແນວຄິດ ກ່ຽວກັບພາວະຜູ້ນຳຈະມີຄວາມແຕກຕ່າງກັນລະຫວ່າງແນວຄິດແບບດັ່ງເດີມ ແລະ ແນວຄິດແບບໃໝ່ ດັ່ງຕາຕະລາງທີ1 ແລະ ໃນຂະນະດຽວກັນກໍ່ມີແນວໂນ້ມການປ່ຽນແປງຈາກທັດສະນະແບບດັ່ງເດີມມາເປັນທັດສະນະແບບໃໝ່ ດັ່ງລຸ່ມນີ້

ຕາຕະລາງທີ1 : ສະແດງການປຽບທຽບລະຫວ່າງຜູ້ນຳແບບດັ່ງເດີມ(Old paradigm) ແລະ ຜູ້ນຳແບບໃໝ່ ( New paradigm)

ຜູ້ນຳແບບດັ່ງເດີມ

ຜູ້ນຳແບບໃໝ່

ຍຸກອຸດສາຫະກຳ

ຍຸກຂໍ້ມູນຂ່າວສານ

ຍຶດຖືຄວາມຄົງທີ່

ຍຶດຖືການປ່ຽນແປງ

ເປັນຜູ້ນຳທີ່ມັກການຄວບຄຸມ

ເປັນຜູ້ນຳທີ່ກະຈ່າຍອຳນາດ ຫຼື ມອບອຳນາດ

ເນັ້ນການແຂ່ງຂັນ

ເນັ້ນການຮ່ວມມືຈາກຜູ້ຢູ່ໃຕ້ບັງຄັບບັນຊາ

ເນັ້ນວັດຖຸນິຍົມ

ເນັ້ນທີ່ຕົວບຸກຄົນ ແລະ ຄວາມສຳພັນທີ່ດີລະຫວ່າງກັນ

ຄວາມເປັນຮູບແບບດຽວກັນ

ເນັ້ນຄວາມຫຼາກຫຼາຍ

? ຈາການທີ່ເນັ້ນຄວາມຄົງທີ່ ສູ່ການປ່ຽນແປງທີ່ມີຄຸນຄ່າ  : ໃນຍຸກປະຈຸບັນນີ້ຜູ້ນໍາທີ່ມີປະສິດທິພາບ ຈະຍຶດຖືການປັບປຸງປ່ຽນແປງຕ່າງໆ ເພື່ອຫາວິທີການທີ່ ຈະສາມາດຕອບສະໜອງຄວາມພຶງພໍໃຈຂອງລູກຄ້າ ແລະ ເໜືອກວ່າຄູ່ແຂງ.

? ຈາກການທີ່ເນັ້ນການຄວບຄຸມສູ່ການມອບອຳນາດ ແນວໂນ້ມໃນປະຈຸບັນຈະໃຫ້ພະນັກງານມີອຳນາດ ແລະ ໜ້າທີ່ໃນການຕັດສິນໃຈ ເພື່ອສ້າງໃຫ້ພະນັກງານເກີດຄວາມເຊື່ອໝັ້ນ ແລະ ໃຊ້ຄວາມສາມາດໃນການປະຕິບັດວຽກງານ ເຊິ່ງຈະກໍ່ໃຫ້ເກີດຜົນປະໂຫຍດຕໍ່ອົງການ ແທນທີ່ຈະໃຊ້ການຄວບຄຸມ .

? ຈາກການທີ່ເນັ້ນການແຂ່ງຂັນສູ່ການຮ່ວມມື ໃນການບໍລິຫານພະນັກງານນັ້ນຈະເນັ້ນທີ່ການສ້າງຄວາມຮ່ວມມືລະຫວ່າງພະນັກງານ ແທນທີ່ຈະເປັນການຂັດແຍ່ງຊີງດີຊີງເດັ່ນ.

? ຈາກການທີ່ເນັ້ນທີ່ວັດຖຸນິຍົມສູ່ການສ້າງຄວາມສຳພັນລະຫວ່າງກັນ ແນວຄວາມຄິດນີ້ຍຶດຫຼັກການວ່າຜູ້ນຳ ຄວນຈະເນັ້ນສ້າງຄວາມສຳພັນອັນດີກັບກຸ່ມ ແລະ ຝ່າຍອື່ນໆ ທີ່ກ່ຽວຂ້ອງ.

? ຈາກຄວາມທີ່ເປັນຮູບແບບດຽວກັນສູ່ຄວາມຫຼາກຫຼາຍ ເນື່ອງຈາກພະນັກງານ ແລະ ລູກຄ້າມີຄວາມຕ້ອງການທີ່ແຕກຕ່າງກັນ ດັ່ງນັ້ນ ຜູ້ບໍລິຫານຄວນເນັ້ນທີ່ ການຈູງໃຈ ແລະ ການໃຊ້ກົນລະຍຸດທີ່ແຕກຕ່າງກັນ.

3. ຄວາມແຕກຕ່າງລະຫວ່າງຜູ້ນຳ ແລະ ຜູ້ບໍລິຫານ

         ຜູ້ທີ່ເປັນຜູ້ນຳຢ່າງແທ້ຈິງທຸກຄົນບໍ່ຈຳເປັນຕ້ອງເປັນຜູ້ບໍລິຫານ ໃນຂະນະດຽວກັນຜູ້ບໍລິຫານທີ່ມີປະສິດທິພາບ ກໍ່ບໍ່ຈຳເປັນຕ້ອງເປັນຜູ້ນຳສະເໝີໄປ ແຕ່ການດຳລົງຕຳແໜ່ງທາງການບໍລິຫານເຮັດໃຫ້ມີໂອກາດສະແດງພາວະຜູ້ນຳໄດ້ ງ່າຍກວ່າບຸກຄົນທົ່ວໄປ ຜູນຳຈະແຕກຕ່າງຈາກຜູ້ບໍລິຫານ ຫຼື ການຈັດການຈະມີຄວາມແຕກຕ່າງໄປຈາກການນຳຜູ້ບໍລິຫານເປັນຕຳແໜ່ງທີ່ກຳນົດຂື້ນໃນອົງການມີອຳນາດໂດຍຕຳແໜ່ງ ແລະ ໄດ້ຮັບຄວາມຄາດຫວັງໃນໜ້າທີ່ສະເພາະເຈາະຈົງ ຈະເນັ້ນທີ່ການຄວບຄຸມ, ການຕັດສິນໃຈ ແລະ ຜູ້ບໍລິຫານຈະຕ້ອງມີລັກສະນະຂອງຜູ້ນຳ ບໍ່ວ່າຈະຢູ່ໃນລະດັບໃດກໍ່ຕາມ. ສ່ວນຜູ້ນຳຈະບໍ່ໄດ້ຮັບມອບອຳນາດທາງສາຍງານແຕ່ມີອຳນາດໂດຍວິທີອື່ນ ແລະ ມີບົດບາດກວ້າງກວ່າ ບົດບາດຂອງຜູ້ບໍລິຫານ ຜູ້ນຳຈະເນັ້ນທີ່ຂະບວນການກຸ່ມ, ການສັງລວມຂໍ້ມູນຂ່າວສານ, ການໃຫ້ຂໍ້ມູນຍ້ອນກັບ ແລະ ການໃຊ້ອຳນາດກັບບຸກຄົນອື່ນ ດັ່ງນັ້ນ, ພາວະຜູ້ນຳຈຶ່ງເປັນປັດໄຈສຳຄັນຕໍ່ການບໍລິຫານ ຫຼື ຕໍ່ຕົວຜູ້ບໍລິຫານ ເພາະພາວະ ຜູ້ນຳຈະເປັນເຄື່ອງຊີ້ໃຫ້ເຫັນຄວາມສຳເລັດຂອງໜ່ວຍງານວຽກງານຈະດຳເນີນໄປດ້ວຍດີ ແລະ ບັນລຸຕາມວັດຖຸປະສົງ ແມ່ນຂື້ນຢູ່ກັບທັກສະ ແລະ ສິລະປະໃນການບໍລິຫານງານຂອງຜູ້ນຳ.

          ບຸກຄົນທີ່ດຳລົງຕຳແໜ່ງທາງການບໍລິຫານ ຈະກ່ຽວຂ້ອງກັບບົດບາດການຈັດການ ແລະ ບົດບາດການເປັນຜູ້ນຳ ບົດບາດທັງສອງນີ້ເປັນສິ່ງທີ່ຈຳເປັນຕໍ່ການດຳເນີນວຽກງານ ແລະ ຄວາມຈະເລີນກ້າວໜ້າຂອງອົງການ ຜູ້ບໍລິຫານຈະໃຊ້ບົດບາດທັງສອງຢ່າງນີ້ເພື່ອສົ່ງເສີ່ມ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ບໍ່ແມ່ນສະເພາະແຕ່ບົດບາດໃດບົດບາດ ໜື່ງເທົ່ານັ້ນ ໂດຍສ່ວນໃຫຍ່ແລ້ວຜູ້ບໍລິຫານມັກຈະເນັ້ນທີ່ບົດບາດການຈັດການ ເພື່ອໃຫ້ວຽກງານໃນອົງການດຳເນີນໄປຢ່າງສະດວກ ແຕ່ສຳລັບຜູ້ນຳ ຫຼື ຜູ້ທີ່ມີພາວະຜູ້ນຳຈະເນັ້ນການນຳ ຫຼື ການປ່ຽນແປງເພື່ອນຳພາສະມາຊິກ ຫຼື ອົງການໄປສູ່ຈຸດໝາຍທີ່ດີກວ່າເດີມຕາມວິໄສທັດ.

ຕາຕະລາງທີ2 : ປຽບທຽບບົດບາດການນຳ ແລະ ການຈັດການ

ບົດບາດການນຳ

ບົດບາດການຈັດການ

- ການສ້າງວິໄສທັດ.

ການຊັກຈູງໃຫ້ບຸກຄົນໃຫ້ດຳເນີນການຈົນບັນລຸຕາມ ວິໄສທັດ.

- ການວາງແຜນວຽກງານ ແລະ ງົບປະມານຕາມປົກກະຕິ

- ການຈັດໂຄງສ້າງອົງການ.

- ການຈັດການບຸກຄົນ.

- ການຈັດການການປະຕິບັດວຽກງານ.

         ນອກຈາກນີ້ ການສຶກສາປຽບທຽບຜູ້ນຳ ແລະ ຜູ້ບໍລິຫານໂດຍ Kotter ( ສຸພານີ ສະຖິດວານິດ, 2552, Ohk 65 ອ້າງອີງຈາກ Kotter, 1993. unpaged) ໄດ້ຈຳແນກ ແລະ ປຽບທຽບໃຫ້ເຫັນຄວາມແຕກຕ່າງລະຫວ່າງ ຜູ້ນຳ ແລະ ຜູ້ບໍລິຫານຢ່າງຊັດເຈນ ດັງຕາລາງລຸ່ມນີ້ :

ຕາຕະລາງທີ3: ການປຽບທຽບຂໍ້ແຕກຕ່າງລະຫວ່າງພາວະຜູ້ນຳ ແລະ ການບໍລິຫານ

ປະເດັ່ນ

ພາວະຜູ້ນຳ

ການບໍລິຫານ


ແນວທາງຂອງອົງການ

(Direction)

- ເນັ້ນການສ້າງວິໄສທັດ ແລະ ກົນ ລະຍຸດຂອງອົງການ.

- ຕິດຕາມເບີ່ງອົງການໃນພາບລວມ

- ເນັ້ນຜົນໄລຍະຍາວ.

- ເນັ້ນການວາງແຜນ ແລະ ການຈັດ ງົບປະມານ.

- ຕິດຕາມເບີ່ງຍອດກຳໄລສຸດທິເປັນ ສຳຄັນ.

- ເນັ້ນຜົນໄລຍະສັ້ນ.


ການເຂົ້າຮ່ວມຂອງພະນັກງານ

(Alignment)

 

- ເນັ້ນການສ້າງແນວຄິດສ້າງສັນ ແລະ ຄ່ານິຍົມຮ່ວມໃຫ້ແກ່ອົງການ.

- ເນັ້ນການຊ່ວຍເຫຼືອໃຫ້ຄົນອື່ນໆ ເຕີບໂຕ ແລະ ພັດທະນາຂື້ນ

- ຫຼຸດການແບ່ງຂອບເຂດລົງ

- ເນັ້ນການຈັດອົງການ ແລະ ການ ຈັດຄົນເຂົ້າເຮັດວຽກ.

- ເນັ້ນການສັ່ງການ ແລະ ການຄວບ ຄຸມ

- ສ້າງຂອບເຂດຂອງໜ່ວຍງານ/ ວຽກງານ

 

ການສ້າງຄວາມສຳພັນ

(Relationships)

- ເນັ້ນທີ່ຄົນ ແລະ ສ້າງແຮງຈູງໃຈ ແລະ ກະຕຸ້ນຜູ້ຕາມ.

- ເນັ້ນການໃຊ້ອຳນາດສ່ວນບຸກຄົນ.

- ປະຕິບັດຕົນໃນຖານະໂຄ້ດ ຜູ້ທີ່ອຳ ນວຍຄວາມສະດວກ ແລະ ຜູ້ໃຫ້ບໍລິ ການ

- ເນັ້ນທີ່ວັດຖູ ຄື: ການຂາຍສິນຄ້າ ແລະ ການບໍລິການ.

- ເນັ້ນການໃຊ້ອຳນາດຕາມຕຳແໜ່ງ

- ປະຕິບັດຕົນໃນຖານະນາຍ.

 


ຄຸນລັກສະນສ່ວນບຸກຄົນ

(Personal Qualities)

- ຮັບຮູ້ ແລະ ເຂົ້າໃຈເຖິງອາລົມຂອງ ຜູ້ຕາມ.

- ເປີດກວ້າງ ແລ ຮັບຟັງ

- ເນັ້ນການຟັງ

- ມີຄວາມກ້າຫານ ແລະ ກະຕຸ້ນໃຫ້ ຜູ້ຕາມເກີດຄວາມກ້າ

- ບໍ່ຍຶດຖືກອບການເຮັດວຽກຕາຍຕົວ

- ຫ່າງເຫີນບໍ່ເຂົ້າເຖິງຄວາມຮູ້ສຶກ ຂອງຜູ້ຕາມ.

- ຍຶດໝັ້ນໃນຄວາມຊ່ຽວຊານຂອງຕົນເອງ.

- ເນັ້ນການເວົ້າ.

- ເນັ້ນໃຫ້ຜູ້ຕາມເຮັດຕາມ.

- ຍຶດຖືກອບການເຮັດວຽກຕາຍຕົວ

ຜົນໄດ້ຮັບ

(Outcomes)

- ສ້າງການປ່ຽນແປງ ໂດຍສະເພາະ ການປ່ຽນແປງທີ່ສຳຄັນ.

- ເນັ້ນຮັກສາສະພາບ ແລະ ຄວາມໝັ້ນຄົງ, ຄວາມເປັນລະບຽບ ແລະ ປະສິດທິພາບ.

ສະຫຼຸບແລ້ວ ຜູ້ນຳກັບຜູ້ບໍລິຫານຈະມີຄວາມແຕກຕ່າງກັນ ໂດຍຜູ້ບໍລິຫານຈະເນັ້ນທີ່ບົດບາດການຈັດການ ເພື່ອເຮັດໃຫ້ວຽກງານຂອງອົງການດຳເນີນໄປໄດ້ຢ່າງສະດວກ. ສ່ວນຜູ້ນຳ ຫຼື ຜູ້ທີ່ມີພາວະຜູ້ນຳ ຈະເນັ້ນການສ້າງແຮງຈູງ ໃຈ, ການປັບປູງ ຫຼື ການປ່ຽນແປ່ງ ເພື່ອນຳພາສະມາຊິກ ຫຼື ອົງການໄປສູ່ຈຸດໝາຍທີ່ດີກວ່າເກົ່າຕາມວິໄສທັດ.

4.  ບົດບາດຂອງພາວະຜູ້ນຳ

       ບົດບາດຂອງຜູ້ນຳ ໝາຍເຖິງ ສິດ ແລະ ໜ້າທີ່ຂອງຜູ້ນຳທີ່ຈະຕ້ອງປະພຶດປະຕິບັດໃນຖານະທີ່ເປັນສ່ວນໜື່ງ ຂອງກຸ່ມ ຫຼື ບົດບາດຂອງຜູ້ນຳໝາຍເຖິງແບບແຜນພຶດຕິກຳທີ່ຄາດຫວັງໃຫ້ເປັນຄຸນສຳສົມບັດສະເພາະຂອງຜູ້ດຳລົງຕຳ ແໜ່ງຜູ້ນຳໃນສັງຄົມ ( Robbins, 1996 : p.304).

       ບົດບາດຂອງພາວະຜູ້ນຳທີ່ດີຂອງອົງການມີລັກສະນະດັ່ງນີ້ :

       1. ເປັນຕົວແທນໃນທຸກສະຖານະການ : ຜູ້ນຳທີ່ມີຕຳແໜ່ງສູງຂອງອົງການຈະຕ້ອງເປັນຕົວແທນເຮັດກິດຈະ ກຳຕ່າງໆ ຄື : ເປັນຕົວແທນທີ່ດີຂອງອົງການ, ເປັນຕົວແທນທີ່ຈະທ້ອນໂຮມຂໍ້ມູນທີ່ຢູ່ພາຍນອກອົງການ, ໃຫ້ການຕອນຮັບແຂກຜູ້ມາຢ້ຽມຍາມ.

      2. ເປັນນັກເວົ້າທີ່ດີ : ຜູ້ນຳຈະຕ້ອງມີຄວາມສາມາດໃນການເວົ້າ ແລະ ສະເໜີກິດຈະກຳ ຕະຫຼອດເຖິງການ ວາງແຜນ, ມີຄວາມສາມາດໃນດ້ານຕ່າງໆ ແລະ ມີວິໄສທັດທີ່ດີກັບບຸກຄົນ ຫຼື ຝ່າຍຕ່າງໆ ເຊັ່ນ : ຝ່າຍບໍລິຫານລະດັບ ສູງ, ລູກຄ້າ, ເພື່ອນຮ່ວມອາຊີບ, ຊຸມຊົນ, ບຸກຄະລາກອນພາຍນອກ ໂດຍສະເພາະອົງການຈັດຕັ້ງທາງສັງຄົມອື່ນໆ.

     3. ເປັນນັກເຈລະຈາຕໍ່ລອງ

     3.1 ສາມາດເຈລະຈາຕໍ່ລອງກັບຜູ້ບໍລິຫານ, ຜູ້ບັງຄັບບັນຊາທີ່ເໜື່ອກວ່າ ໃນການເຈລະຈາດ້ານການຂໍ ງົບປະມານ, ສິ່ງອຳນວຍຄວາມສະດວກ, ອຸປະກອນ ຫຼື ການສະໜັບສະໜູນອື່ນໆ .

       3.2 ສາມາດຕໍ່ລອງກັບໜ່ວຍງານຕ່າງໆໃນອົງການ ເພື່ອທີ່ຈະຕໍ່ລອງດ້ານພະນັກງານ ແລະ ເຈລະຈາກັບ ໜ່ວຍງານພາຍນອກໃນດ້ານສິ່ງອຳນວຍຄວາມສະດວກຕ່າງໆ ແລະ ຮູບແບບການສະໜັບສະໜຸນ.

        3.3 ສາມາດຕໍ່ລອງກັບຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ພາຍໃນອົງການ.

        ຫາກນຳແນວຄິດກ່ຽວກັບບົດບາດຂອງຜູ້ບໍລິຫານບາງປະການມາປະຍຸກໃຊ້ ເພື່ອໃຫ້ເຂົ້າໃຈ ແລະ ອະທິບາຍບົດບາດຂອງຜູ້ນຳ ເຊິ່ງບົດບາດເຫຼົ່ານີ້ຖືວ່າເປັນບົດບາດໃນອຸດົມການ ຂອງສັງຄົມ ຕາມຄວາມຄາດຫວັງຂອງນັກວິຊາການ ສາມາດສະຫຼຸບໄດ້ວ່າ ຜູ້ນຳຄວນມີບົດບາດທີ່ສຳຄັນຢ່າງໜ້ອຍ 9 ປະການຄື : (Campbell et al., 1983. p. 81; Knezevich, 1984. p. 16-18; Yukl, 1989. p. 62-65 citing Mintzberg, 1973. unpaged; Sergiovanni et al., 1992. p. 196-202; Robbins, 1996. p. 5-7) .

     1. ບົດບາດເປັນຜູ້ນຳການປ່ຽນແປງ

       ຜູ້ນຳຈະຕ້ອງນຳການປ່ຽນແປງມາສູ່ໜ່ວຍງານ ຫຼື ອົງການ ເພື່ອຍົກສູງຄຸນນະພາບຂອງໜ່ວຍງານ ຫຼື ອົງ ການ ຜູ້ນຳຄວນຮູ້ວ່າຈະປ່ຽນແປງຫຍັງແດ່, ປ່ຽນແປງແນວໃດ ແລະ ຄວນຈະປ່ຽນແປງໃນສະຖານະການແບບໃດ ແລະ ໄປໃນທິດທາງໃດ.

    2. ບົດບາດໃນການສ້າງວິໄສທັດ

       ຜູ້ນຳຈະຕ້ອງເປັນຜູ້ທີ່ມີບົດບາດສຳຄັນໃນການສ້າງວິໄສທັດໃຫ້ກັບກຸ່ມ ໂດຍໃຫ້ສະມາຊິກໄດ້ມີສ່ວນຮ່ວມ ແລະ ຕ້ອງຖ່າຍທອດວິໄສທັດນີ້ໃຫ້ກັບກຸ່ມ.

     3. ບົດບາດໃນການສ້າງແຮງຈູງໃຈ

       ຜູ້ນຳຈະຕ້ອງສ້າງແຮງຈູງໃຈໃຫ້ເກີດແກ່ຜູ້ຕາມ ໂດຍການສ້າງຄວາມໝັ້ນໃຈໃຫ້ເກີດແກ່ຜູ້ຕາມ ເຮັດໃຫ້ຜູ້ ຕາມເຫັນຄວາມສຳຄັນ, ເຫັນຄຸນຄ່າຂອງວຽກງານທີ່ເຮັດຢູ່ ແລະ ມີຄວາມເຊື່ອໝັ້ນວ່າຈະສາມາດເຮັດວຽກງານນີ້ໃຫ້ສຳ ເລັດໄດ້ ເຮັດໃຫ້ຜູ້ຕາມມີຄວາມເຂົ້າໃຈວ່າສິ່ງທີ່ເຮັດນັ້ນມີຄຸນຄ່າ ແລະ ໃນທີ່ສຸດຜູ້ຕາມກໍ່ຈະມີຄວາມພະຍາຍາມໃນ ການເຮັດວຽກໃຫ້ບັນລຸເປົ້າໝາຍ ( ເສີມສັກ ວິສາລາກອນ, 2546. ໜ້າ 65 ອ້າງອີງຈາກ Cohen, 1990 : pp. 58-60).

     4. ບົດບາດປະມຸກ

       ເນື່ອງຈາກຜູ້ນຳເປັນຜູ້ທີ່ມີຜູ້ຕາມຍອມຮັບ ແລະ ມອບໝາຍໃຫ້ເປັນຜູ້ນຳກຸ່ມ ດັ່ງນັ້ນ ຜູ້ນຳຕ້ອງສະແດງ ບົດບາດເປັນຕົວແທນ ຫຼື ສັນຍາລັກຂອງກຸ່ມ ໃນການປະຕິບັດພາລະກິດຕ່າງໆ.

     5. ບົດບາດເປັນຜູ້ປະສານງານ

       ຜູ້ນຳຕ້ອງສ້າງເຄື່ອຂ່າຍ ແລະ ຮັກສາການພົວພັນກັບກັບຜູ້ຕາມ ແລະ ບຸກຄົນອື່ນໆ ການພົວພັນເຫຼົ່ານີ້ ປັນສິ່ງຈຳເປັນໃນຖານະທີ່ເປັນແຫຼ່ງຂໍ້ມູນຂ່າວສານ ແລະ ແຫຼ່ງສະໜັບສະໜູນ. ຫົວໃຈຂອງບົດບາດຜູ້ປະສານຄື ການ ສ້າງສາຍພົວພັນກັບບຸກຄົນ ແລະ ເຄື່ອຂ່າຍພັນທະມິດໃໝ່ເພີ່ມຂື້ນ, ຮັກສາຄວາມສຳພັນ ແລະ ສ້າງຄວາມປະທັບໃຈ ກັບເຄື່ອຂ່າຍເດີມ ເຊິ່ງຈະເຮັດໃຫ້ຜູ້ນຳໄດ້ຮັບຄວາມນິຍົມ ແລະ ການສະໜັບສະໜູນ.

     6. ບົດບາດເປັນຜູ້ຮັບຂ່າວ

       ຜູ້ນຳຕ້ອງສະແຫວງຫາຂ່າວສານຈາກແຫຼ່ງຕ່າງໆ ຢ່າງຕໍ່ເນື່ອງ ເພື່ອໃຫ້ຮູ້ເຖິງສະພາບບັນຫາ, ໂອກາດ ແລະ ພັດທະນາຄວາມຮູ້ຄວາມເຂົ້າໃຈຕໍ່ເຫດການທັງພາຍໃນ ແລະ ພາຍນອກກຸ່ມ ເພື່ອໃຊ້ປະກອບໃນການຕັດສິນໃຈ.

     7. ບົດບາດເປັນຜູ້ກະຈາຍຂ່າວ

      ຜູ້ນຳຕ້ອງກະຈ່າຍຂໍ້ມູນຂ່າວສານທີ່ຈຳເປັນໃຫ້ຜູ້ຕາມໄດ້ຮັບຮູ້ ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ ແລະ ບາງ ຄັ້ງກໍ່ສາມາດສ້າງແຮງບັນດານໃຈໃຫ້ກັບຜູ້ຕາມໄດ້.

     8. ບົດບາດເປັນຜູ້ແກ້ບັນຫາ

      ໃນການນຳກຸ່ມນັ້ນ ບາງຄັ້ງອາດມີບັນຫາສຸກເສີນເກີດຂື້ນ ຜູ້ນຳຕ້ອງຮູ້ເຖິງຄວາມຜິດປົກກະຕິ ຫຼື ການປ່ຽນ ແປງທີ່ເກີດຂື້ນຈາກບັນຫາຕ່າງໆ ຕ້ອງມີຄວາມຕັ້ງໃຈໃນການແກ້ໄຂບັນຫາໃຫ້ປະສົບຜົນສຳເລັດ.

    9. ບົດບາດເປັນຜູ້ເຈລະຈາຕໍ່ລອງ

        ຜູ້ນຳສົມຄວນມີສ່ວນຮ່ວມໃນການເຈະຈາຕໍ່ລອງຕ່າງໆ ເພື່ອປົກປ້ອງ ແລະ ສະແຫວງຜົນປະໂຫຍດທີ່ ຖືກຕ້ອງ ແລະ ເປັນທຳໃຫ້ກັບຜູ້ຕາມ.

5.  ອົງປະກອບ ແລະ ຫຼັກຂອງການເປັນຜູ້ນຳ

         ອົງປະກອບ ແລະ ຫຼັກຂອງການເປັນຜູ້ນຳ ມີ 4 ປະການ ດັ່ງນີ້ :

         1. ຄວາມສາມາດໃນການໃຊ້ອຳນາດໃຫ້ເກີດປະສິດທິຜົນຈົນເປັນທີ່ຍອມຮັບ.

         2. ຄວາມສາມາດໃນການສ້າງແຮງຈູງໃຈບຸກຄົນໃນທຸກລະດັບ ແລະ ທຸກສະຖານະການ ເປັນຄວາມສາມາດ ໃນການເຂົ້າໃຈບຸກຄົນ ສາມາດທິດສະດີຂອງການຈູງໃຈ, ຮູບແບບຂອງການຈູງໃຈ, ລັກສະນະລະບົບການຈູງໃຈ ສາມາດປະຍຸກໃຊ້ຄວາມຮູ້, ບຸກຄະລາກອນ ແລະ ສະຖານະການ ຜູ້ບໍລິຫານຕ້ອງເຂົ້າໃຈທິດສະດີຂອງການຈູງໃຈ ເຂົ້າໃຈສ່ວນປະກອບໃນການຈູງໃຈ ແລະ ສາມາດປະຍຸກໃຊ້ໄດ້.

          3. ຄວາມສາມາດໃນການຊັກນຳ, ຄວາມສາມາດທີ່ຈະເຮັດໃຫ້ຜູ້ຕາມໃຊ້ຄວາມສາມາດໃນການເຮັດວຽກ.

         4. ຄວາມສາມາດໃນການແກ້ໄຂບັນຫາສະເພາະໜ້າຕ່າງໆໄດ້.

         ອົງປະກອບທີ່ມີພົວພັນກັບຜູ້ນຳສາມາດແຍກເປັນ 5 ປະເພດ ຄື :

          1. ຄວາມສາມາດ ລວມເຖິງສະຕິປັນຍາ, ຄວາມກະຕືລືລົ້ນ, ຄວາມສາມາດໃນການເວົ້າ, ຄວາມຄິດລິເລີ່ມ, ການຕັດສິນໃຈ.

          2. ຄວາມສຳເລັດ ໄດ້ແກ່ ການສຶກສາ.

       3. ຄວາມຮັບຜິດຊອບ ໄດ້ແກ່ ການເປັນທີ່ເພິ່ງຂອງຄົນອື່ນ, ຄວາມພະຍາຍາມ, ຄວາມເຊື່ອໝັ້ນໃນຕົວເອງ, ຄວາມປາດຖະໜາທີ່ຈະເຮັດໃຫ້ດີທີ່ສຸດ.

         4. ສະຖານະ ລວມໄປເຖິງສະຖານະທາງສັງຄົມ ແລະ ການເປັນທີ່ນິຍົມຂອງຄົນອື່ນ.

         5. ສະຖານະການ ໄດ້ແກ່ ທັກສະຄວາມຕ້ອງການ ແລະ ຄວາມສົນໃຈຂອງຜູ້ຕາມ ຈຸດປະສົງທີ່ຕ້ອງການໃຫ້ບັນລຸຜົນ.

6.  ພາວະຜູ້ນຳເປັນສິ່ງທີ່ສາມາດຮຽນຮູ້ໄດ້

         ເນື່ອງຈາກພາວະຜູ້ນຳເປັນເລື່ອງທີ່ມີຄວາມສະຫຼັບຊັບຊ້ອນ ແລະ ມີອົງປະກອບກ່ຽວຂ້ອງຢູ່ຫຼາຍປະການ ຈຶ່ງເຮັດໃຫ້ຄົນສ່ວນໜື່ງເຊື່ອວ່າ ພາວະຜູ້ນຳເປັນສິ່ງທີ່ລີ້ລັບບໍ່ສາມາດສຳພັດ ຫຼື ເບີ່ງເຫັນຊັດເຈນເກີນທີ່ຈະຮຽນຮູ້ໄດ້ ຢ່າງໃດກໍ່ຕາມ (Daft, 1999) ກ່າວວ່າ ກົງກັນຂ້າມກັບຄວາມເຊື່ອຂອງຄົນສ່ວນໃຫຍ່ຜູ້ນຳບໍ່ໄດ້ມີມາແຕ່ກຳເນີດ ຜູ້ນຳສາມາດສ້າງຂື້ນໄດ້ ໂດຍເກີດຂື້ນຈາກການໃຊ້ຄວາມພະຍາຍາມ ແລະ ການເຮັດວຽກໜັກຂອງບຸກຄົນນັ້ນ ດັ່ງນັ້ນ ຄົນສ່ວນໃຫຍ່ມີສັກກະຍະພາບເປັນຜູ້ນຳໄດ້ ແລະ ສັກກະຍະພາບດັ່ງກ່າວຄືກັບແນວພັນພືດຂອງພາວະຜູ້ນຳທີ່ ແຝງຢູ່ພາຍໃນຕົວຄົນເຮົາ ທັງນີ້ສິ່ງທີ່ເປັນປະສົບການທີ່ແຕ່ລະຄົນໄດ້ຮັບອາດເປັນໄດ້ທັງໃນດ້ານທີ່ໃຫ້ຄຸນ ທີ່ຈະຊ່ວຍ ໃຫ້ແນວພັດພືດຈະເລີນງອກງາມຂື້ນມາ ຫຼື ອາດໃຫ້ໂທດໄປທຳລາຍແນວພັນພືດດັ່ງກ່າວກໍ່ໄດ້ ສະຫຼຸບແລ້ວຄົນເຮົາ ສາມາດທີ່ຈະພັດທະນາຄຸນສົມບັດຂອງການເປັນຜູ້ນຳໄດ້ ຫຼື ຈະເລືອກປ່ອຍໃຫ້ຄຸນສົມບັດເຫຼົ່ານີ້ຕິດຢູພາຍໃນຕົນ ເອງອີກຕໍ່ໄປ.

         ການຮຽນຮູ້ໃນການເປັນຜູ້ນຳສາມາດເຮັດໄດ້ຫຼາຍວິທີ ເຊັ່ນ : ການຈັດຫຼັກສູດຝຶກອົບຮົມດ້ານພາວະຜູ້ນຳທີ່ດຳ ເນີນການໂດຍຄະນະວິຊາໃນສະຖາບັນຕ່າງໆຂອງມະຫາວິທະຍາໄລ, ສູນຝຶກອົບຮົມຜູ້ບໍລິຫານທີ່ຈັດຂື້ນໂດຍພາກລັດ ແລະ ເອກະຊົນ, ການຈັດໂຄງການຝຶກອົບຮົມຂື້ນເອງພາຍໃນໜ່ວຍງານຕ່າງໆ ເປັນຕົ້ນ, ໂຄງການຝຶກອົບຮົມດັ່ງກ່າວນີ້ ສາມາດຊ່ວຍພັດທະນາຄຸນສົມບັດ ນອກຈາກນີ້ໜັງສື ແລະ ຕຳລາຕ່າງໆ ດ້ານນີ້ຍັງເປັນເຄື່ອງມືທີ່ສຳຄັນໃນການສ້າງ ຄວາມເຂົ້າໃຈດ້ານພາວະຜູ້ນຳໃຫ້ແກ່ຜູ້ອ່ານໄດ້ດີ ທັງນີ້ຈາກການສຶກສາຄົ້ນຄວ້າດ້ານຜູ້ນຳທີ່ຢູ່ໃນພາກທຸລະກິດ ຫຼື ທາງສັງຄົມ ຈະຊ່ວຍໃຫ້ຜູ້ອ່ານເບີ່ງເຫັນຄວາມສຳຄັນຂອງພາວະຜູ້ນຳທີ່ມີຕໍ່ຄວາມສຳເລັດຂອງອົງການໄດ້ຢ່າງຊັດເຈນ ຂື້ນ ຕະຫຼອດຈົນເຂົ້າໃຈເຖິງບັນຫາ ອຸປະສັກ ແລະ ຄວາມທ້າທາຍຕ່າງໆຂອງຜູ້ນຳ ການໄດ້ສຶກສາພາວະຜູ້ນຳຊ່ວຍໃຫ້ ຜູ້ອ່ານສາມາດຄົ້ນພົບຄວາມສາມາດດ້ານພາວະຜູ້ນຳຂອງຕົນເອງ ເຊິ່ງບໍ່ເຄີຍໄດ້ຮູ້ມາກ່ອນ ນອກຈາກນີ້ ຜູ້ທີ່ບໍ່ຕ້ອງການ ເປັນຜູ້ນຳກໍ່ຕາມ ການສຶກສາພາວະຜູ້ນຳກໍ່ສາມາດສ້າງຄວາມເຂົ້າໃຈຕໍ່ການເປັນຜູ້ນຳຂອງຄົນອື່ນ ແລະ ຊ່ວຍໃຫ້ຕົນສາ ມາດກຳນົດບົດບາດໃນການເປັນຜູ້ຕາມນຳທີ່ດີ ສ້າງປະໂຫຍດໃຫ້ແກ່ອົງການໄດ້ເປັນຢ່າງດີເຊັນດຽວກັນ.

       ໃນການຄົ້ນຫາສັກກະຍະພາບການເປັນຜູ້ນຳຂອງບຸກຄົນໃດນັ້ນ ສາມາດອະທິບາຍການພັດທະນາພາວະຜູ້ນຳອອກເປັນ 4 ຂັ້ນຕອນ ດັ່ງພາບລຸ່ມນີ້

ຮູບທີ2 : ສັກກະຍະພາບການເປັນຜູ້ນຳຂອງບຸກຄົນ

        1. ໂດຍສ່ວນໃຫຍ່ມັກຈະເລີ່ມຕົ້ນທີ່ຂັ້ນຕອນທີ1: ເຊິ່ງເປັນໄລຍະທີ່ຜູ້ນຳນັ້ນຍັງບໍ່ຮູ້ຕົນເອງ (unconscious) ແລະ ຍັງຂາດຄວາມສາມາດ (incompetence) ເຊິ່ງໝາຍຄວາມວ່າ ຜູ້ນັ້ນຍັງບໍ່ມີຄວາມສາມາດຕ່າງໆທີ່ຈຳເປັນຕໍ່ ການເປັນຜູ້ນຳ ແລະ ຍັງບໍ່ຮັບຮູ້ ຫຼື ບໍ່ຮູ້ວ່າຕົນເອງຂາດຄວາມສາມາດັ່ງກ່າວ ທັງນີ້ອາດເປັນຍ້ອນບໍ່ເຄີຍພະຍະຍາມທີ່ຈະ ເປັນຜູ້ນຳ ສະຖານະການໃນລັກສະນະແບບນີ້ຄືກັບການຫຼິນກິລາກ໋ອບ ຫຼື ເທັນນິດ ໝາຍວ່າ ເມື່ອເລີ່ມຫຼິນຜູ້ຫຼິນຍັງບໍ່ຮູ້ ວ່າຕົນເອງຫຼິ້ນໄດ້ດີປານໃດ ຈົນກ່ວາຈະເລີ່ມຕົ້ນພະຍະຍາມຫຼິ້ນ ກໍ່ຈະຄົ້ນພົບຄວາມສາມາດຂອງຕົນ ແລະ ຮູ້ວ່າຖ້າຈະ ໃຫ້ຫຼິ້ນກ໋ອບ ຫຼື ເທັນນິດເປັນ ຫຼື ຈະໃຫ້ຫຼິ້ນໄດ້ດີກວ່ານີ້ຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອ ຫຼື ໄດ້ຮັບການປັບປຸງ ເຊັ່ນວ່າ : ການຊອກຫາຕຳລາໃນດ້ານນີ້ມາອ່ານ, ການຂໍຄຳແນະນຳ ຫຼື ການເຂົ້າຝຶກຊ້ອມຈາກຄູຝຶກກິລາດັ່ງກ່າວ ດ້ວຍເຫດຜົນດຽວກັນທາງດ້ານພາວະຜູ້ນຳ ຖ້າຜູ້ອ່ານເກີດຄວາມຮັບຮູ້ວ່າຫາກຕົນເອງຕ້ອງການເປັນຜູ້ນຳ ຈຳເປັນຕ້ອງ ປັບປຸງ ຫຼື ຮຽນຮູ້ດ້ານໃດແດ່ ເຊັ່ນວ່າ ຕ້ອງຮຽນຮູ້ກ່ຽວກັບວິໄສທັດຂອງຜູ້ນຳ, ເຕັກນິກການສ້າງທີມງານ ເປັນຕົ້ນ.

         2. ດັ່ງນັ້ນ, ຂັ້ນຕອນທີ 2: ຈຶ່ງເປັນຂັ້ນຕອນທີ່ບຸກຄົນນັ້ນຮັບຮູ້ວ່າຈະຕ້ອງເຮັດຫຍັງແດ່ ຖ້າຕ້ອງການເປັນຜູ້ນຳ ທີ່ດີ ໃນຂະນະທີ່ຍັງຂາດທັກສະຄວາມສາມາດຂອງການເປັນຜູ້ນຳຢູ່.

         3.ສ່ວນໃນຂັ້ນຕອນທີ 3: ເມື່ອບຸກຄົນນັ້ນສາມາດຮັບຮູ້ໃນຈຸດອ່ອນຂອງຕົນ ຈຶ່ງລົງມືຝຶກຝົນປັບປຸງແກ້ໄຂ ແລະ ພັດທະນາຈົນເກີດຄວາມສາມາດທີ່ເໝາະສົມຕໍ່ການເປັນຜູ້ນຳຂື້ນ ເຊັ່ນ : ເປັນຜູ້ມີຄວາມສາມາດດ້ານວິໄສທັດ ສາມາດ ຈູງໃຈໃຫ້ບຸກຄົນອື່ນຍຶດໝັ້ນ ແລະ ຜູກພັນຕໍ່ວິໄສທັດນັ້ນ ມີຄວາມກ້າຫານທີ່ຈະໃຫ້ເກີດການປ່ຽນແປງທີ່ດີ ຂື້ນ, ຂັ້ນຕອນທີ່3 ຈຶ່ງເປັນໄລຍະທີ່ບຸກຄົນນັ້ນມີພາວະຜູ້ນຳແລ້ວ ຄືກັບນັກກິລາກ໋ອບທີ່ສາມາດຫຼິ້ນກ໋ອບໄດ້ຢ່າງ ສະບາຍ ແລະ ມັກຈະໄດ້ຂໍ້ມູນຍ້ອນກັບທາງບວກໃນລັກສະນະການຍ້ອງຍໍຊົມເຊີຍໃນທັກສະ ແລະ ຜົນງານທີ່ເກີດຂື້ນ ເຊິ່ງຈະພັດທະນາໄປສູ່ຂັ້ນຕອນທີ4.

         4. ໃນຂັ້ນຕອນທີ 4: ທັກສະຕ່າງໆ ທີ່ຮຽນຮູ້ຈະຖືກຊືມເຂົ້າກາຍເປັນສ່ວນໜື່ງຂອງບຸກຄົນນັ້ນໄປໂດຍອັດ ຕະໂນມັດ ສາມາດດຶງອອກມາໃຊ້ໄດ້ຢ່າງເປັນທຳມະຊາດໂດຍບໍ່ຮູ້ຕົວ ເຊັ່ນ : ສາມາດເກີດວິໄສທັດຂື້ນໂດຍບໍ່ຕັ້ງໃຈ ໃນທັນທີ ທັນໃດ ເປັນຕົ້ນ.

         ແນວໃດກໍ່ຕາມ ດັ່ງທີ່ກ່າວມາແລ້ວຕອນຕົ້ນ ເຖິງຄວາມເຊື່ອຂອງຄົນສ່ວນໜື່ງທີ່ວ່າ ຜູ້ນຳເກີດຂື້ນມາໂດຍກຳ ເນີດຫຼາຍກວ່າສ້າງຂື້ນ ເຊິ່ງມີຕົວຢ່າງຂອງຜູ້ນຳຕາມທຳມະຊາດໃຫ້ເຫັນໄດ້ບາງສ່ວນເຊັນກັນ ເປັນຜູ້ນຳທີ່ຈັດຢູ່ໃນຂັ້ນ ຕອນທີ4 ໂດຍບໍ່ຕ້ອງຜ່ານສາມຂັ້ນຕອນທຳອິດ ຜູ້ນຳແບບນີ້ຄ້ອນຂ້າງຫາໄດ້ຍາກໃນສັງຄົມປະຈຸບັນ ແລະ ດັ່ງນັ້ນ, ການສຶກສາໃນທີ່ນີ້ຈຶ່ງມີແນວຄວາມຄິດພື້ນຖານທີ່ເຊື່ອວ່າພາວະຜູ້ນຳເປັນສິ່ງທີ່ສາມາດສ້າງຂື້ນໄດ້ ດັ່ງນັ້ນ, ການໃຫ້ບຸກຄົນນັ້ນສາມາດຮູ້ຕົນເອງ ແລະ ຮູ້ຈັກສ້າງຄວາມສາມາດໃນການເປັນຜູ້ນຳຂື້ນແກ່ຕົນ ໂດຍຜູ້ນັ້ນສາມາດພັດທະນາຜ່ານ ຂັ້ນຕອນທີ2 ແລະ 3 ກາຍເປັນຜູ້ນຳໃນທີ່ສຸດ.

7. ຂະບວນການຂອງພາວະຜູ້ນຳ

         ຈາກການໃຫ້ຄວາມໝາຍຂອງພາວະຜູ້ນຳຈາກແງ່ມູມທີ່ເປັນແນວຄິດຂອງບຸກຄົນຕ່າງໆ ແລ້ວຈະເຫັນວ່າ ພາວະຜູ້ນຳເປັນຂະບວນການຂອງການແລກປ່ຽນທີ່ມີຄວາມສະລັບຊັບຊ້ອນ ແລະ ມີການເຄື່ອນໄຫວຢູ່ຕະຫຼອດເວລາ ອົງປະກອບທີ່ກໍ່ໃຫ້ເກີດຂະບວນການປະຕິສຳພັນຂື້ນດັ່ງກ່າວມີ 4 ປະການ ຄື : ຜູ້ນຳ , ຜູ້ຕາມ, ສະພາບການ, ແລະ ຜົນທີ່ເກີດຂື້ນ.

         1. ຜູ້ນຳ ເປັນບຸກຄົນທີ່ມີໜ້າທີ່ຮັບຜິດຊອບໃນການຊີ້ນຳການປະຕິບັດວຽກງານ ແລະ ກິດຈະກຳຕ່າງໆ.

         2. ຜູ້ຕາມ ເປັນຜູ້ປະຕິບັດວຽກງານ ແລະ ກິດຈະກຳຕ່າງໆ ພາຍໃຕ້ການຊີ້ນຳ ແລະ ຊີ້ແນະຂອງຜູ້ນຳ.

        3. ສະພາບການ ໝາຍເຖິງ ສະຖານະການໄດ້ແກ່ ລັກສະນະທີ່ເປັນທາງການ ຫຼື ບໍ່ເປັນທາງການ ທັງໃນດ້ານ ຄົມ ຫຼື ດ້ານທີກ່ຽວກັບວຽກງານ ມີການເຄື່ອນໄຫວ ຫຼື ຄົງທີ່, ເປັນສິ່ງທີ່ເກີດຂື້ນມາໃໝ່ ຫຼື ເປັນວຽກງານປະຈຳ, ມີ ຄວາມຫຍຸ້ງຍາກຊັບຊ້ອນ ຫຼື ເປັນປົກກະຕິ ແລະ ອື່ນໆ ຕະຫຼອດເຖິງສະພາບແວດລ້ອມການພົວພັນລະຫວ່າງຜູ້ນຳ ກັບຜູ້ຕາມ.

        4. ຜົນທີ່ເກີດຂື້ນ ເປັນສິ່ງທີ່ເກີດຂື້ນມາຈາກຂະບວນການປະຕິສຳພັນລະຫວ່າງຜູ້ນຳກັບຜູ້ຕາມ ແລະ ຜູ້ນຳ ກັບສະຖານະການ ເປັນຕົ້ນແມ່ນ ຜົນທີ່ເກີດຈາກຄວາມສາມາດໃນການຕັດສິນໃຈຂອງຜູ້ນຳ, ການບັນລຸເປົ້າໝາຍ, ການໄດ້ຜົນຜະລິດທີ່ມີຄຸນນະພາບສູງ, ຄວາມພໍໃຈຂອງລູກຄ້າ ແລະ ຜູ້ໃຊ້ບໍລິການ ລວມທັງດ້ານລົບ ເຊັ່ນ : ການສະ ແດງເຖິງການເປັນປໍລະປັກກັນ (ເປັນຝ່າຍກົງກັນຂ້າມກັນ) , ຄວາມກຽດຊັງກັນ ອັນເປັນຜົນມາຈາກການຖືກລົງໂທດ ໂດຍຜູ້ນຳເປັນຕົ້ນ.

 

ຮູບທີ3 : ຂະບວນການຂອງພາວະຜູ້ນຳ


        ຂະບວນການຂອງພາວະຜູ້ນຳ ຈຶ່ງເປັນທັງຂະບວນການຕອບໂຕ້ສອງທາງ ແລະ ມີລັກສະນະການເຄື່ອນໄຫວ ໂດຍຜູ້ນຳສະແດງອິດທິພົນຕໍ່ຜູ້ຕາມ, ຜູ້ຕາມສະແດງອິດທິພົນຕໍ່ຜູ້ນຳ ແລະ ສະພາບການຕ່າງໆຈະມີອິດທິພົນຕໍ່ກັບທຸກ ຝ່າຍທີ່ກ່ຽວຂ້ອງໃນຂະບວນການແລກປ່ຽນດັ່ງກ່າວ ແລະ ໃນທາງກົງກັນຂ້າມ ຜົນທີ່ເກີດຈາກຂະບວນການແລກປ່ຽນ ລະຫວ່າງຜູ້ນຳກັບຜູ້ຕາມ ສາມາດເປັນສິ່ງທີ່ມີອິດທິພົນຕໍ່ການປ່ຽນແປງຕາມມາໃນອານະຄົດ ເຊັ່ນ : ເຮັດໃຫ້ເກີດການ ປ່ຽນແປງດ້ານສະພາບຂອງຜູ້ຕາມ ຫຼື ໃນດ້ານຜູ້ນຳໄດ້ອີກດ້ວຍ.

         ຈາກພາບດັ່ງກ່າວຈະເຫັນໄດ້ວ່າໃນການສຶກສາພາວະຜູ້ນຳ ແລະ ຂະບວນການພາວະຜູ້ນຳນັ້ນ ຈຶ່ງມີຄວາມຈຳ ເປັນຢ່າງຍິ່ງທີ່ຈະຕ້ອງເຂັ້າໃຈໃນເລື່ອງທີ່ກ່ຽວກັບຜູ້ນຳ, ຜູ້ຕາມ, ສະພາບການແລະສະຖານະການ ຂະບວນການອິດທິພົນ ເຊັ່ນ : (ອິດທິພົນຂອງຜູ້ຕາມຕໍ່ກັບຜູ້ນຳ, ສະຖານະການຕໍ່ກັບຜູ້ຕາມ, ສະຖານະການຕໍ່ກັບຜູ້ນຳ, ຜູ້ນຳຕໍ່ກັບສະຖານະການ, ຜູ້ນຳຕໍ່ກັບຜູ້ຕາມເປັນຕົ້ນ) ແລະ ຜົນລັບທີ່ເກີດຂື້ນຈາກການປະຕິສຳພັນຂອງອົງປະກອບເຫຼົ່ານັ້ນ ດັ່ງນັ້ນ, ພາວະຜູ້ນຳຈຶ່ງເປັນປະກົດການທາງສັງຄົມທີ່ມີການເຄື່ອນໄຫວເປັນຄວາມສຳພັນຂອງອິດທິພົນທາງສັງຄົມ ເປັນການປະຕິສຳພັນຂອງບຸກຄົນຕັ້ງແຕ່ສອງຄົນຂື້ນໄປທີ່ຕ້ອງເພິ່ງພາອາໄສເຊິ່ງກັນ ແລະ ກັນໃນການປະຕິບັດພາລະກິດໃຫ້ບັນລຸເປົ້າໝາຍຮ່ວມກັນ, ມີການລວມຕົວກັນຜູກພັນກັນເປັນກຸ່ມ, ຄວາມສຳພັນໃນວຽກງານທີ່ເກີດຂື້ນມາຈາກການແລກ ປ່ຽນລະຫວ່າງຜູ້ນຳກັບຜູ້ຕາມ ໂດຍມີພາວະຜູ້ນຳປຽບເໝືອນແຫຼ່ງຊັບພະຍາກອນທີ່ຝັງຮາກລົງເລິກຢູ່ໃນສະຖານະການ ທີ່ຄ່ອຍຊ່ວຍເຫຼືອຊີ້ນຳໃຫ້ສາມາດບັນລຸເປົ້າໝາຍໄດ້ ( Smercich and Morgan, 1982 ; Pierce and Newstrom, 2000).

8.  ສິ່ງທີຜູ້ນຳ ແລະ ຜູ້ບໍລິຫານຄວນຫຼີກລ່ຽງ

1.  ຫູເບົາ (ເຊື່ອຟັງຄົນງ່າຍ , ຂາດຄວາມຍຸຕິທຳ).

2.  ເຂົ້າຂ້າງ ( ລຳອຽງໄປທີ່ຕົວເອງ ແລະ ພັກພວກ ).

3.  ວາງໂຕ ( ອວດຮູ້, ອວດເກັ່ງ,ຂົ່ມຂູ່.)

4.  ບໍ່ຮູ້ຈັກປະຢັດໃຊ້ຈ່າຍຟຸມເຟື່ອຍ.

5.  ເດີນທາງຜິດ ( ໄປໃນທາງທີ່ບໍ່ດີ, ບໍ່ຍອມຮັບຄຳຕັກເຕືອນຈາກຄົນອື່ນ)

6.  ຄວບຄຸມອາລົມບໍ່ໄດ້ຫວັ່ນໄຫວຕາມສະຖານະການ.

7.  ຫວັງໄດ້ ( ເອົາແຕ່ປະໂຫຍດສ່ວນຕົວ, ບໍ່ຍອມເສຍສະຫຼະ )

8.  ເອົາດີໃສ່ຕົວ ເອົາຊົ່ວໃສ່ຄົນອື່ນ.

9.  ທະນົງຕົວ ( ຄິດວ່າຕົນເອງຖືກ ແລະ ຄົນອື່ນຜິດສະເໝີ )

10.  ອາລົມບໍ່ຄົງທີຂື້ນໆ ລົງໆ.

11.  ຢ້ານການຕັດສິນໃຈ ( ເວລາການໃນການຕັດສິນໃຈມັກຈະໃຊ້ເວລາຄິດຫຼາຍເພາະຢ້ານວ່າຕັດສິນໃຈໄປແລ້ວຜິດພາດ ຕົວເອງກໍ່ຕ້ອງຮັບຜົນນັ້ນ).

12.  ເບີ່ງເລື່ອງຮ້າຍຫຼາຍກວ່າເລື່ອງດີ.

13.  ເຊື່ອວ່າກົດລະບຽບຖືກສ້າງມາເພື່ອທຳລາຍ.

14.  ເລືອກທີ່ຈະແຕກຕ່າງ ຫຼື ເລືອກທີ່ຈະໂມ້ວ່າຕົນເອງແຕກຕ່າງ.

15.  ບໍ່ເຊື່ອໃນສິ່ງທີ່ເຮົາເວົ້າ ( ໝາຍຄວາມວ່າ ເວົ້າໃນສິ່ງທີ່ຕົນເອງຍັງບໍ່ເຊື່ອໝັ້ນ ).

16.  ເສຍເວລາກັບການໄປເຮັດເລື່ອງນ້ອຍໆ ແລະ ກໍ່ເຮັດໄດ້ດີ ແຕ່ຖ້າເປັນເລື່ອງໃຫຍ່ໆ ແລະ ສຳຄັນແຕ່ເຮັດບໍ່ໄດ້.

17.  ຢາກເຮັດຕົວໃຫ້ເປັນຄົນທີ່ຄົນອື່ນຮັກຢູ່ສະເໝີ ເອື້ນວ່າ: ການສ້າງພາບ ໃຫ້ຕົນເອງ.



















ความคิดเห็น