ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ການພັດທະນາພາວະຜູ້ນຳ

 ການພັດທະນາພາວະຜູ້ນຳ

ໂດຍ: ປັນຍາສັກ ແສງອ່ອນແກ້ວ

http://panyasack.blogspot.com 


        ບຸກຄົນຜູ້ທີຕ້ອງການເປັນຜູ້ນຳທີດີຕ້ອງມີການພັດທະນາຄວາມສາມາດ ແລະ ທັກສະທາງດ້ານພາວະຜູ້ນຳເຊັ່ນ ດຽວກັນກັບນັກດົນຕີທີຍິ່ງໃຫຍ່ ແລະ ນັກກິລາທີມີຊື່ສຽງ ບໍ່ໄດ້ເກີດຈາກພອນສະຫວັນຕາມທຳມະຊາດເທົ່ານັ້ນ ພວກເຂົາຕ້ອງຝຶກຝົນ, ຮຽນຮູ້ ແລະ ອົດທົນພະຍາຍາມ. ພາວະຜູ້ນຳໃນຕົວບຸກຄົນກໍ່ເຊັນດຽວກັນສາມາດພັດທະນາໄດ້ ໃນຫຼາຍວົງການເມື່ອຖືກຖາມວ່າທ່ານເປັນຜູ້ນຳທີດີເລີດໄດ້ແນວໃດ ສ່ວນຫຼາຍເຂົາກໍ່ມັກຈະຕອບວ່າ :

      ຂ້າພະເຈົ້າສັງເກດວິທີການ ແລະ ທັກສະຈາກຜູ້ທີຂ້າພະເຈົ້ານັບຖື.

       ໂດຍການສ່ຽງ ພະຍາຍາມ ແລະ ຮຽນຮູ້ຈາກຄວາມລົ້ມເຫຼວ.

       ການອ່ານປະຫວັດຜູ້ນຳທີຂ້າພະເຈົ້າມັກ ພະຍາຍາມສ້າງຄວາມເຂົ້າໃຈວ່າ ເຂົາຄິດແນວໃດ

       ຝຶກຝົນຫຼາຍໆ

       ໂດຍການສຳຫຼວດຈາກສິ່ງທີຂ້າພະເຈົ້າເຮັດແລ້ວລົ້ມເຫຼວ ແລະ ພະຍາຍາມຫາແນວທາງໃໝ່ທີແຕກຕ່າງ

        ແລະ ວິທີການອື່ນໆ 

    ວິທີການພັດທະນາພາວະຜູ້ນຳມີຫຼາຍວິທີດ້ວຍກັນ ໃນນີ້ຜູ້ຂຽນຈະຂໍກ່າວພຽງໃຫ້ເຫັນແຕ່ 3 ວິທີການ ຄື : ການສຶກສາຕົນເອງ, ການສຶກສາຜູ້ອື່ນ ແລະ ການພັດທະນາຕົນເອງ.


1.  ການສຶກສາຕົນເອງ

      ການສຶກສາຕົນເອງສາມາດເຮັດໄດ້ຫຼາຍວິທີໄດ້ແກ່ : ການວິເຄາະປະຫວັດຂອງຕົນ, ການສັງເກດຕົນເອງ, ການປ່ຽນກິດຈະກຳປະຈຳວັນ, ການໃຊ້ແບບທົດສອບ, ການຟັງຄວາມຄິດເຫັນຈາກຜູ້ອື່ນ ແລະ ການເຂົ້າກຸ່ມພັດທະນາຕົນເອງ.

      1.1 ການວິເຄາະປະຫວັດຂອງຕົນເອງ ເປັນການທົບທວນວິເຄາະຊີວິດທີຜ່ານມາໃນອາດີດ ຈະຊ່ວຍໃຫ້ ເຮົາເຂົາໃຈຕົນເອງໃນປະຈຸບັນໄດ້ດີຂື້ນ ເຮັດໄດ້ໂດຍການເລີ່ມທົບທວນເຖິງບຸກຄົນທີມີຄວາມສຳຄັນໃນຊີວິດຂອງຕົນ ນັບແຕ່ພໍ່ແມ່, ຍາດຕິພີ່ນ້ອງບາງຄົນ, ໝູ່ຄູ່, ຄູ-ອາຈານ, ເປັນຕົ້ນ. ບຸກຄົນເຫຼົ່ານີ້ລ້ວນມີອິດທິພົນຕໍ່ບຸກຄະລິກກະພາບ ຂອງຕົນເອງບໍ່ຫຼາຍກໍ່ໜ້ອຍ ການເຂົ້າໃຈເຖິງສະຖານະການຕ່າງໆ ທີຜ່ານມາຈະເຮັດໃຫ້ບຸກຄົນສາມາດເຮັດໃຫ້ສິ່ງຕ່າງໆ ດີຂື້ນໃນປະຈຸບັນ ແລະ ຈະເປັນພື້ນຖານທີດີສຳລັບອະນາຄົດ.

       1.2 ການສັງເກດຕົນເອງ ເປັນການໝັ່ນສັງເກດອາລົມຂອງຕົນເອງ, ຄວາມຮູ້ສຶກ ແລະ ພຶດຕິກຳການສະ ແດງອອກຂອງຕົນເອງ ເຮັດໃຫ້ຮູ້ເຖິງຄວາມເປັນປົກກະຕິ ຫຼື ທຳມະຊາດຂອງຕົນວ່າເປັນແບບໃດ. ບາງຄັ້ງອາດພົບຕົວຕົນທີແທ້ຈິງຂອງຕົນໄດ້ຈາກການສັງເກດຕົນເອງ ວິທີການທີສັງເກດຕົນເອງອາດຈະໃຊ້ວິທີບັນທຶກສະຖານະການ ແລະ ປະຕິກິລິຍາຂອງຕົນເອງໃຫ້ລະອຽດພໍທີຈະທົບທວນໄດ້, ເກັບບັນທຶກໄວ້ຫຼາຍໆແບບ ເຊິ່ງຈະຕ້ອງໃຊ້ເວລາຫຼາຍປະມານ 1-2 ອາທິດ ເພື່ອໃຫ້ໄດ້ສະຖານະການທີແຕກຕ່າງກັນໄປ ຫຼັງຈາກນັ້ນຈຶ່ງນຳມາວິເຄາະເບີ່ງວ່າຕົນເອງມັກສະແດງ ພຶດຕິກຳແບບໃດເປັນປະຈຳ ຈາກນັ້ນລອງທົບທວນວ່າພຶດຕິກຳທີໄດ້ສະແດງອອກໄປນັ້ນຖ້າຄົນອື່ນສະແດງແບບນັ້ນຕໍ່ ກັບຕົນເອງແລ້ວຈະຮູ້ສຶກແນວໃດ, ເຮົາຮູ້ສຶກພໍໃຈ ຫຼື ກົງກັນຂ້າມກັນ.

        1.3 ການປ່ຽນກິດຈະກຳປະຈຳວັນ ເນື່ອງຈາກກິດຈະກຳປະຈຳວັນເປັນສິ່ງທີມະນຸດເຮັດໄປຕາມຄວາມຊິນ ເຄີຍ, ຂາດຄວາມຄິດລິເລີ່ມສ້າງສັນ ດັ່ງນັ້ນ, ຖ້າຫຼີກລ່ຽງອອກໄປຈາກສິ່ງທີຊໍ້າຊ້ອນ ແລະ ສິ່ງທີຢູ່ອ້ອມຮອບຂອງເຮົາແດ່ ກໍ່ຈະເຮັດໃຫ້ເຮົາຮູ້ສຶກມີບັນຍາກາດທີດີຂື້ນໄດ້ການຮູ້ກ່ຽວກັບມະນຸດສຳພັນຫຼາຍຂື້ນ ແລະ ມີຄວາມຄິດໃໝ່ໆ ເກີດຂື້ນ. ການປ່ຽນແປງກິດຈະກຳປະຈຳວັນອາດຈະເຮັດໄດ້ງ່າຍໆ ເຊັ່ນ : ບາງຄັ້ງກໍ່ອາດປ່ຽນເສັ້ນທາງການໄປເຮັດວຽກ, ປ່ຽນຮ້ານອາຫານໃນບາງເວລາ, ຖ້າເຄີຍຢູ່ໃນສິ່ງແວດລ້ອມທີມີແຕ່ຄົນຈຳນວນຫຼາຍກໍ່ອາດລອງໄປຢູ່ຄົນດຽວ ບາງເວລາ ຫຼື ອາດຈະລອງເດີນທາງໄປໃນສະຖານທີທີ່ເຄີຍໄປ ຫຼື ເຄີຍຢູ່ ເພື່ອເບີ່ງຫາສະຖານທີເຄີຍຈື່ໄດ້ ຫຼື ອາດຈະລອງເຮັດຄືວ່າມື້ນີ້ເປັນວັນສຸດທ້າຍທີຈະຢູ່ໃນບ່ອນເຮັດວຽກແຫ່ງນີ້ ເຊິ່ງວິທີດັ່ງກ່າວຈະເຮັດໃຫ້ມີໂອກາດໄດ້ຮຽນຮູ້ຄວາມຮູ້ສຶກ, ຄວາມຕ້ອງການ, ຄວາມສາມາດພິເສດ ແລະ ອື່ນໆຂອງຕົນໄດ້ອີກຫຼາຍຢ່າງ.

        1.4 ການໃຊ້ແບບທົດສອບ ນັກຈິດວິທະຍາໄດ້ສ້າງແບບທົດສອບໄວ້ຫຼາກຫຼາຍແບບເພື່ອບອກເຖິງບຸກຄະລິກກະພາບດ້ານຕ່າງໆຂອງບຸກຄົນ ເຊັ່ນວ່າ: ຄວາມສາມາດ, ຄວາມຖະນັດ, ຄວາມສົນໃຈ, ຄວາມເກັງໃຈ, ຄວາມຄິດສ້າງສັນ, ຄວາມເປັນຜູ້ນຳ ຫຼື ພາວະຜູ້ນຳ ເປັນຕົ້ນ. ຜູ້ທີ່ຕ້ອງການທົດສອບຕົນເອງຄວນຄຳນຶງເຖິງການເລືອກໃຊ້ແບບທົດສອບທີ່ດີ ເໝາະສົມຂອງເກນປົກກະຕິຂອງແບບທົດສອບທີ່ນຳມາໃຊ້ໄດ້ ຖ້າສາມາດເລືອກ ແລະ ໃຊ້ແບບທົດສອບໄດ້ຢ່າງຖືກຕ້ອງເໝາະສົມກໍຈະຊ່ວຍໃຫ້ສາມາດຮູ້ຈັກຕົນເອງໄດ້ງ່າຍຂື້ນ.

        1.5 ການຟັງຄວາມຄິດເຫັນຈາກຜູ້ອື່ນ ເຮົາເອງໃນສາຍຕາຂອງຕົນເອງກັບຄົນອື່ນນັ້ນ ໂຕຕົນຂອງເຮົາອາດຈະຕ່າງກັນກັບຄົນອື່ນໆ ແຕ່ລະຄົນຈະເບີ່ງໂຕຕົນຂອງເຮົາແຕກຕ່າງກັນອອກໄປ ດັ່ງນັ້ນ, ການໄດ້ຮັບຟັງທັດສະນະຂອງຄົນອື່ນທີມີຕໍ່ຕົນເອງກໍ່ປຽບດັ່ງໄດ້ເບີ່ງເຫັນໃນແງ່ມູມຕ່າງໆ ການເຂົ້າໃຈຕົນເອງຢ່າງແທ້ຈິງຈະເກີດຂື້ນໄດ້ເມື່ອເຮົາ ສາມາດອະທິບາຍໄດ້ວ່າ ສາເຫດໃດຄົນເຫຼົ່ານັ້ນຈຶ່ງເບີ່ງຕົນເອງແຕກຕ່າງໄປຈາກເຮົາເບີ່ງການອະທິບາຍຄວນເລີ່ມພິຈາລະນາຫາຄຳຕອບວ່າເຮົາເບີ່ງຕົນເອງຢ່າງລຳອ່ຽງຫຼືບໍ່ ຖ້າບໍ່ແມ່ນເປັນຍ້ອນສາເຫດອື່ນໆ ການຄິດທົບທວນແບບນີ້ຈະຊ່ວຍໃຫ້ພົບຄຳຕອບທີຖືກຕ້ອງໄດ້ ແລະ ເປັນປະໂຫຍດຕໍ່ກັບການປັບປຸງພາບລັກຂອງຕົນເອງກັບໃນສາຍຕາຂອງຜູ້ອື່ນ.

       1.6 ການເຂົ້າກຸ່ມພັດທະນາຕົນເອງ ຈາກວິວັດທະນາການຂອງຄວາມຮູ້ກຸ່ມເຮັດໃຫ້ມີການນຳເອົາເຕັກນິກດ້ານກິດຈະກຳກຸ່ມມາໃຊ້ ເພື່ອໃຫ້ສະມາຊິກກຸ່ມເຂົ້າໃຈຕົນເອງ ກິດຈະກຳກຸ່ມດັ່ງກ່າວ ເຊັ່ນວ່າ : ບົດບາດທີ່ສະແດງຈາກສະຖານະການຕ່າງໆ, ກຸ່ມເຕັກນິກທີນິຍົມໃຊ້ ໄດ້ແກ່:  ເຕັກນິກກຸ່ມໃຫ້ຄຳປຶກສາ, ເຕັກນິກກຸ່ມຝຶກອົບຮົມໄວໃການຮັບຮູ້ ແລະ ອື່ນໆ. ການເປີດໂອກາດເຂົ້າກຸ່ມປະເພດນີ້ ເຮັດໃຫ້ໄດ້ປະສົບການພິເສດ ແລະ ຊ່ວຍໃຫ້ການສຶກສາຕົນເອງເປັນຢ່າງມີປະສິດທິພາບ.

         ໃນການສຶກສາຕົນເອງດ້ວຍວິທີການຕ່າງໆດັ່ງກ່າວແລ້ວນີ້ມີຂໍ້ຄຳນຶງ 3 ປະການ ຄື :

         1. ຕ້ອງບໍ່ແມ່ນການສຶກສາຕົນເອງເພື່ອລົງໂທດຕົນເອງ.

         2. ການສຶກສາຕົນເອງເປັນເລື່ອງທີເຮັດໄດ້ຍາກ ຕ້ອງສຶກສາຢ່າງຈິງຈັງ, ອົດທົນ.

         3. ການສຶກສາຕົນເອງເປັນຮາກຖານສຳຄັນຂອງການພັດທະນາຕົນເອງ ຖ້າສຶກສາຕົນເອງເພື່ອຮູ້ຈັກຕົນເອງ ແລ້ວບໍ່ມີການພັດທະນາຕົນເອງ ກໍ່ຖືວ່າປັນການລົງທຶນທີບໍ່ຄຸ້ມຄ່າ.

2.  ການສຶກສາຜູ້ອື່ນ

        ຜູ້ນຳທີດີຈະຕ້ອງສາມາດເຂົ້າໃຈຄວາມແຕກຕ່າງລະຫວ່າງບຸກຄົນເປັນຢ່າງດີ ເຕັກນິກວິທີການທີ່ຈະນຳໄປ ໃຊ້ເພື່ອສຶກສາຜູ້ອື່ນໄດ້ແກ່ :

        2.1 ການສັງເກດ ການເປັນຄົນມັກສັງເກດຄົນອື່ນໆ ຈະເຮັດໃຫ້ເຮົາເຂົ້າໃຈ ແລະ ຮູ້ຈັກບຸກຄົນນັ້ນໄດ້ ວ່າເຂົາເປັນຄົນແບບໃດ, ມັກຫຍັງ, ບໍ່ມັກຫຍັງ, ສົນໃຈສິ່ງໃດເປັນພິເສດ, ມີລັກສະນະທາງອາລົມແນວໃດ, ມີຄ່ານິຍົມແນວໃດ ໂດຍການສັງເກດຈາກພຶດຕິກຳການສະແດງອອກທົ່ວໆໄປຂອງເຂົາ ທັງນີ້ຜູ້ສັງເກດຕ້ອງເປັນຜູ້ທີ່ມີຄວາມສະດຸ້ງໄວຕໍ່ການຮັບຮູ້, ສັງເກດດ້ວຍຈິດໃຈທີ່ເປັນກາງ, ປາສະຈາກອັກຄະຕິ ແລະ ສັງເກດໃນສະຖານທີ່ທີແຕກຕ່າງກັນຫຼາຍໆສະຖານທີ່ ກ່ອນທີຈະສະຫຼຸບລັກສະນະອັນຊັບຊ້ອນຂອງບຸກຄົນ. ການສັງເກດພຽງຄັ້ງດຽວໃນເວລາສັ້ນໆ ອາດຈະເຮັດໃຫ້ການສະຫຼຸບຜິດພາດໄດ້ ນອກຈາກນັ້ນໃນການສັງເກດທຸກຄັ້ງຄວນສັງເກດສະພາບແວດລ້ອມ ເຊິ່ງອາດມີອິດທິພົນຕໍ່ພຶດຕິກຳຂອງບຸກຄົນຜູ້ນັ້ນຄວບຄູ່ກັນໄປດ້ວຍ.

        2.2 ການສົນທະນາກັນໃນໂອກາດທີເໝາະສົມ ເປັນສິ່ງທີຈະນຳໄປສູ່ຄວາມສະໜິດສະໜົມ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ໃນການສົນທະນາກັບບຸກຄົນນັ້ນຈະຕ້ອງມີຄວາມສາມາດ ແລະ ທັກສະການຟັງ ເພື່ອຮັບຂໍ້ມູນຂ່າວ ສານທີ່ເຂົາສື່ອອກມາໄດ້ຢ່າງຖືກຕ້ອງ ແລະ ຄົບຖ້ວນ. ໃນຂະນະດຽວກັນກໍ່ສາມາດທີ່ຈະເປີດເຜີຍຕົນເອງໃຫ້ຄູ່ສົນທະນາໄດ້ຮູ້ຈັກດ້ວຍ ເຊິ່ງຈະເຮັດໃຫ້ໄດ້ຮັບການຕອບສະໜອງດ້ວຍວິທີດຽວກັນ ສຸດທ້າຍກໍ່ຈະເຮັດໃຫ້ຮູ້ຈັກ ແລະ ໃກ້ຊິດກັນຫຼາຍຂື້ນ ສິ່ງສຳຄັນທີສຸດ ຄືຕ້ອງມີຄວາມຈິງໃຈຕໍ່ກັນ ເຊິ່ງຈະຊ່ວຍເຮັດໃຫ້ບັນຍາກາດຂອງການຮຽນຮູ້ເພື່ອຮູ້ຈັກກັນເປັນໄປຢ່າງມີປະສິດທິພາບ.

3.  ການພັດທະນາຕົນເອງ

       ການພັດທະນາຕົນເອງເປັນການສ້າງຄຸນສົມບັດ, ຈັນຍາທຳ, ນິໄສ, ຄວາມສາມາດ, ຄວາມຊຳນານ, ຄວາມຮູ້, ຄວາມຄິດ, ຄວາມເຂົ້າໃຈ ແລະ ອື່ນໆ ໃຫ້ເກີດຂື້ນກັບຕົນເອງ ເພື່ອຊ່ວຍໃຫ້ຕົນເອງມີຄວາມສຸກຄວາມຈະ ເລີນ, ຄວາມສົມບູນ ແລະ ເກີດປະໂຫຍດຕໍ່ໜ່ວຍງານ ແລະ ສັງຄົມອີກດ້ວຍ. ເຊິ່ງການພັດທະນາຄຸນລັກສະນະຂອງ ພາວະຜູ້ນຳບາງປະການທີສຳຄັນ ທີສາມາດຈະເຮັດໄດ້ດ້ວຍຕົນເອງ ໄດ້ແກ່ : (ສັນທະນາ ຈັນບັນຈົງ,2542. ໜ້າ 169-172 )

       3.1 ການພັດທະນາຄວາມສາມາດໃນການເວົ້າ ຫຼື ສົນທະນາ ຄວນຝຶກຕົນເອງໃຫ້ສາມາດຖ່າຍທອດຄວາມຄິດ ແລະ ຄວາມຮູ້ສຶກຂອງຕົນເອງ ເພື່ອໃຫ້ຜູ້ອື່ນຮັບຮູ້ໃນສິ່ງທີເຮົາຕ້ອງການສື່ສານໄດ້ຢ່າງຖືກຕ້ອງ ການພັດທະ ນາຄວາມສາມາດໃນດ້ານນີ້ຄວນດຳເນີນການດັ່ງນີ້ :

           - ກຽມຕົນເອງ ແລະ ກຽມໃນເລື່ອງທີຈະເວົ້າໃຫ້ພ້ອມ ແລະ ສັງເກດຄວາມພ້ອມຂອງຜູ້ຟັງ.

           - ເວົ້າໃຫ້ເຂົ້າໃຈງ່າຍ ແລະ ສັ້ນກະທັດຮັດ ແຕ່ມີລາຍລະອຽດຄົບຕາມເນື້ອຫາ ຖ້າຫາກມີຫຼາຍເລື່ອງ ຄວນເວົ້າໃນເລື່ອງທີສຳຄັນ ຫຼື ເລື່ອງທີໃຫ້ຜົນປະໂຫຍດແກ່ຜູ້ຟັງກ່ອນ, ເວົ້າເລື່ອງດີກ່ອນເລື່ອງບໍ່ດີ, ຖ້າເລື່ອງໃດມີ ຄວາມສຳພັນກັນຄວນພະຍາຍາມເວົ້າເຊື່ອມໂຍ່ງເລື່ອງເຫຼົ່ານັ້ນໃຫ້ຜູ້ຟັງເຂົ້າໃຈ, ມີການເນັ້ນຄຳ, ເນັ້ນຈັງຫວະ, ມີຕົວຢ່າງ ແລະ ມີສຳນວນປະກອບທີຢາກຟັງ, ເວົ້າໃຫ້ໄດ້ຍິນຊັດເຈນ, ບໍ່ຊ້າແລະບໍ່ໄວເກິນໄປ, ບໍ່ເວົ້າໂອ້ອວດ, ອວດຮູ້, ນິນທາ.

           - ສະແດງປະຕິກິລິຍາປະກອບຄຳເວົ້າ ເພື່ອເສີ່ມສ້າງຄວາມເຂົ້າໃຈ, ຄວາມຈິງໃຈ ແລະ ເຮັດໃຫ້ການ ເວົ້າມີຊີວິດຊີວາເປັນຕາຢາກຟັງ ແລະ ບໍ່ໜ້າເບື່ອ.

          - ສະຫຼຸບປະເດັນສຳຄັນເພື່ອໃຫ້ຜູ້ຟັງຮູ້ ແລະ ເຂົ້າໃຈຊັດເຈນເຖິງເລື່ອງທີຕ້ອງການສື່ສານນັ້ນ ໃນກໍລະນີທີເລື່ອງນັ້ນອາດຈະມີຫຼາຍປະເດັນ ຫຼື ຕ້ອງການເນັ້ນເປັນພິເສດ, ຄວາມຄຸມເຄື່ອໃນເນື້ອຫາຂອງວຽກງານ ແລະ ຄວາມບໍ່ຊັດເຈນຂອງບົດບາດ ມັກຈະເກີດຂື້ນຈາກການທີຜູ້ນຳບໍ່ສາມາດສື່ສານໃຫ້ຜູ້ຕາມເຂົ້າໃຈວ່າຈະຕ້ອງປະຕິ ບັດສິ່ງໃດແດ່ ເຊິ່ງໃນການບໍລິຫານເອີ້ນວ່າ : Role Ambiguity ດັ່ງນັ້ນ, ຜູ້ນຳທີດີຈຶ່ງຕ້ອງບໍ່ລືມສະຫຼຸບປະເດັນສຳຄັນໃຫ້ຊັດເຈນອີກຄັ້ງກ່ອນທີຈະປິດການສົນທະນາ.

       3.2 ການພັດທະນາຄວາມສາມາດໃນການຟັງ ຫຼື ເປັນຜູ້ຟັງທີ່ດີ ການພັດທະນາຄວາມສາມາດໃນການຟັງ ຫຼື ການເປັນຜູ້ຟັງທີດີສາມາດເຮັດໄດ້ດັ່ງນີ້ :

          - ຢຸດເວົ້າ ແລະ ຟັງຢ່າງຕັ້ງໃຈ ເຊິ່ງຈະຊ່ວຍໃຫ້ຟັງເລື່ອງຕ່າງໆໄດ້ຫຼາຍທີສຸດ ແລະ ເປັນການໃຫ້ກຽດ ຜູ້ເວົ້າ, ຄວນເບີ່ງຕາຜູ້ເວົ້າຕາມສົມຄວມ ແລະ ສະແດງສີໜ້າເປັນມິດໃນຂະນະທີຟັງ, ບໍ່ສະແດງສີໜ້າຄືກັບພ້ອມທີຈະ ຂັດແຍ້ງ ຫຼື ວິພາກວິຈານ, ບໍ່ຄວນຟ້າວຊັກຖາມໂຕ້ແຍ່ງ ຫຼື ດຶງຄວາມສົນໃຈຕົນເອງໄປສູ່ເລື່ອງອື່ນໂດຍບໍ່ຈຳເປັນ.

           - ຟັງຢ່າງມີສະມະທິ ແລະ ອົດທົນ ເຖິງວ່າຜູ້ເວົ້າຈະເວົ້າຄ່ອຍເກີນໄປ, ເວົ້າຍາວເກີນໄປ, ເວົ້າສັບສົນ, ໃຊ້ສຽງເວົ້າ ແລະ ທ່າທາງກິລິຍາທີລຳຄານ. ກໍ່ຕ້ອງອົດທົນຟັງໄປກ່ອນຈັກໄລຍະ ເພື່ອທີຈະໄດ້ຮູ້ເຖິງທັດສະນະຄະຕິ, ຄວາມຄິດເຫັນ ແລະ ຄວາມຮູ້ສຶກຕ່າງໆ ຂອງຜູ້ເວົ້າຢ່າງຊັດເຈນຍິ່ງຂື້ນ.

           - ຟັງໄປພ້ອມກັບການທົບທວນ ແລະ ສະຫຼຸບ ໃນກໍລະນີທີຜູ້ເວົ້າໃຊ້ຄຳເວົ້າຍາວໆຜູ້ຟັງຕ້ອງໝັ່ນທົບ ທວນໃນໃຈເພື່ອໃຫ້ເຂົ້າໃຈເນື້ອຫາຕັ້ງແຕ່ຕົ້ນ ແລະ ຄວາມຕໍ່ເນື່ອງຂອງເລື່ອງນັ້ນ ບາງຄັ້ງອາດຈະຈົດບັນທຶກໄປດ້ວຍຊ່ວງໃດໄດ້ຍິນບໍ່ຊັດເຈນ ຫຼື ຕ້ອງການໃຫ້ຜູ້ເວົ້າຂະຫຍາຍຄວາມ, ຕ້ອງການຄວາມແນ່ນອນຂອງຕົວເລກທີຜູ້ເວົ້າກ່າວເຖິງ ຫຼື ຕ້ອງການຖາມຍໍ້າໃຫ້ໝັ່ນໃຈ ກໍ່ຄວນສະແດງທ່າທາງ ຫຼື ຄຳຂໍຮ້ອງທີສຸພາບໃຫ້ຜູ້ເວົ້າອະທິບາຍເພີ່ມເຕີມ ຫຼື ຍໍ້າຄືນ. ຖ້າຟັງຂໍ້ມູນເປັນໄລຍະເວລາດົນນານ ຄວນສະແດງທ່າທາງ ຫຼື ຄຳເວົ້າທີ່ສະແດງໃຫ້ຜູ້ເວົ້າຮູ້ວ່າຕົນຍັງມີຄວາມສົນໃຈທີຈະຟັງເຂົາເວົ້າຕໍ່ໄປ ແລະ ຖ້າຜູ້ເວົ້າຕ້ອງການຮູ້ເຖິງຄວາມເຫັນຂອງເຮົາກໍ່ຄວນຍິນດີສະເໜີຄວາມເຫັນຂອງເຮົາ ການສະແດງກິລິຍາທ່າທາງອາການຮັບຮູ້ໃນເນື້ອຫາດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ງຶກຫົວ, ຕົບມື, ສະແດງ ການຊົມເຊີຍ ເຊິ່ງເປັນສິ່ງທີຈະສື່ສານກັບຜູ້ເວົ້າໄດ້ຮູ້ວ່າຜູ້ຟັງຮັບຮູ້, ເຂົ້າໃຈ ແລະ ສົນໃຈຟັງ.

        3.3 ການພັດທະນາການແຕ່ງກາຍ  ເຊັ່ນ : ເສື້ອຜ້າ, ກາລະວັດ, ເກີບ, ແວ່ນຕາ, ໂມງ, ເຄື່ອງປະດັບ, ຊົງຜົມ ເປັນສິ່ງທີຈະເຮັດໃຫ້ຜູ້ທີ່ພົບເຫັນເຮົາຄັ້ງທຳອິດເກີດຄວາມຮູ້ສຶກວ່າ ເຮົາມີລັກສະນະເປັນຜູ້ນຳ ຫຼື ບໍ່ການແຕ່ງກາຍໃຫ້ສ່ອດຄ້ອງກັບກົດເກນຂອງສັງຄົມຈະຊ່ວຍໃຫ້ເຂົ້າກັບສັງຄົມໄດ້ຢ່າງບໍ່ເຂີນອາຍ, ການພັດທະນາການແຕ່ງກາຍຄວນພິຈາລະນາເຖິງເລື່ອງຕ່າງໆ ດັ່ງຕໍ່ໄປນີ້ :

         - ເໝາະສົມກັບສະພາບອາກາດ.

         - ຂະໜາດເໝາະສົມບໍ່ອຶດອັດຄັບເກີນໄປ ຫຼື ຫຼວມເກີນໄປ.

         - ເໝາະສົມກັບເພດ, ໄວ, ຮູບຮ່າງ, ຜິວພັນ ແລະ ຕໍາແໜ່ງ.

         - ເໝາະສົມກັບວຽກງານ ຫຼື ສະພາບສັງຄົມ ແລະ ເໝາະກັບກາລະເທສະ.

         - ບໍ່ເຮັດໃຫ້ຫຍຸ້ງຍາກກີດຂວາງການເຮັດວຽກ ການເຄື່ອນໄຫວຄ່ອງຕົວ ແລະ ສ່ວມໃສ່ສະດວກ.

         - ເບີ່ງມີຄວາມສວຍງາມ, ຮຽບຮ້ອຍ, ສະອາດ.

       3.4 ການພັດທະນາທາງດ້ານອາລົມ ຜູ້ນຳຕ້ອງມີຄວາມສາມາດໃນການຄວບຄຸມອາລົມບໍ່ຮ້າຍງ່າຍ, ບໍ່ແຕກຕື່ນກັບຄຳເວົ້າບາງຄຳ ເພາະຈະເຮັດໃຫ້ມີຄວາມຮູ້ສຶກໂຕ້ແຍ້ງໃນໃຈ ຫຼື ບໍ່ຍ່ອມຮັບຄຳຄິດເຫັນທີແຕກຕ່າງໄປຈາກ ຄວາມຄິດເຫັນຂອງຕົນ ການເອົາອາລົມເປັນຕົ້ນເຫດສຳຄັນຂອງບັນຫາດ້ານການຟັງ ເຊິ່ງເຊື່ອມໂຍ່ງໄປເຖິງບັນຫາຂອງການຕັດສິນໃຈ ອາລົມມັກຈະສະແດງອອກທາງສີໜ້າ, ການຝຶກປະຕິບັດຄວບຄຸມອາລົມມັກຮ້າຍ ແລະ ສ້າງນິໄສການ ມີອາລົມທີສະໜຸກສະໜານ, ເບີກບານແຈ່ມໃສ່ ເບີ່ງໂລກໃນແງ່ດີ ຄວນປະຕິບັດດັ່ງນີ້ :

          - ພະຍາຍາມຄິດເຖິງແຕ່ເລື່ອງທີສະໜຸກສະໜານ ເລື່ອງທີ່ເຮົາມັກທີສຸດ ແລະ ເລື່ອງທີເປັນສິລິມຸ່ງຄຸນ

          - ຖ້າໂອກາດອຳນວຍອາດຈະຟັງເພັງ, ຮ້ອງເພັງເບົາໆ ຫຼື ຟັງເລື່ອງສະໜຸກສະໜານຈາກວິທະຍຸ.

          - ພະຍາຍາມຢູ່ໃນກຸ່ມບຸກຄົນທີ່ມີອາລົມແຈ່ມໃສ່, ເວົ້າຕະລົກ ແລະ ມີອາລົມເບີກບານ.

          - ຖ້າເຮັດສິ່ງໃດຜິດພາດ ພະຍາຍາມນຶກວ່າຄວາມຜິດພາດຈະເປັນບົດຮຽນທີດີ.

          - ບໍ່ພະຍາຍາມຊໍ້າເຕີມຄວາມຜິດ ຫຼື ເປັນທຸກຈົນເກີນກວ່າເຫດການທີ່ຜ່ານໄປແລ້ວ.

          - ບໍ່ວິຕົກກັງວົນໃນເລື່ອງທີເກີດຂື້ນ ເພາະເຫດການຕໍ່ໜ້າອາດຈະເປັນເລື່ອງທີດີຕໍ່ຕົນເອງກໍ່ເປັນໄດ້ ພະຍາຍາມໃຊ້ສະຕິປັນຍາ ແລະ ຄວາມສາມາດໃນການເຮັດສິ່ງຕ່າງໆ ດ້ວຍຄວາມບໍ່ປະມາດ.

        3.5 ການພັດທະນາຄວາມຮູ້ ຜູ້ນຳທີ່ດີຕ້ອງມີຄວາມຮູ້ກວ້າງຂວາງ ແລະ ມີຂໍ້ມູນຂ່າວສານທີຖືກຕ້ອງ, ທັນສະໄໝ ແລະ ຫຼາກພໍທີຈະຊ່ວຍໃຫ້ການຕັດສິນໃຈສັ່ງການເປັນໄປຢ່າງມີປະສິດທິຜົນ ເຮັດໃຫ້ເກີດຄວາມຄິດສ້າງສັນ, ສະຫຼາດ, ທັນຄົນ, ໝັ່ນໃຈຕົນເອງ ແລະ ເປັນທີຍອມຮັບຂອງບຸກຄົນອື່ນ ຄວາມຮູ້ທີ່ຈຳເປັນສຳລັບຜູ້ນຳ ໄດ້ແກ່ :

           - ຄວາມຮູ້ກ່ຽວກັບສິ່ງທີຈຳເປັນຕ້ອງຮູ້ ໄດ້ແກ່ : ວິທີການເຮັດວຽກ, ເປົ້າໝາຍຂອງວຽກງານ, ຄວາມສຳຄັນຂອງວຽກງານ, ອຳນາດໜ້າທີ, ສາຍການບັງຄັບບັນຊາ, ສິດຜົນປະໂຫຍດຈາກວຽກງານ, ລັກສະນະຂອງ ວຽກງານ, ຊື່ບຸກຄົນໃນໜ່ວຍງານ, ຊຶ່ພະແນກ ແລະ ຝ່າຍຕ່າງໆ ແລະ ຊື່ຜູ້ບໍລິຫານໃນໜ່ວຍງານຂອງຕົນ.

           - ຄວາມຮູ້ກ່ຽວກັບສິ່ງທີຄວນຮູ້ ໄດ້ແກ່ : ເຕັກໂນໂລຊີ ແລະ ການປັບປຸງວຽກໃນໜ່ວຍງານຂອງຕົນ, ການປ່ຽນແປງທີ່ຈະເກີດຂື້ນຕໍ່ກັບໜ່ວຍງານຂອງຕົນໃນໄລຍະສັ້ນ ຕະຫຼອດຈົນສິ່ງຕ່າງໆກ່ຽວກັບບຸກຄົນ ແລະ ໜ່ວຍງານທີຕົນເອງຈະຕ້ອງກ່ຽວຂ້ອງນຳດ້ວຍ ເຊັ່ນ : ວິທີການເຮັດວຽກ, ອຳນາດໜ້າທີ່, ສາຍການບັງຄັບບັນຊາ, ຊື່ບຸກຄົນ ໃນໜ່ວຍງານນັ້ນ, ການແບ່ງຄວາມຮັບຜິດຊອບ ແລະ ລັກສະນະຂອງວຽກງານ ເປັນຕົ້ນ.

           - ຄວາມຮູ້ກັບສິ່ງທີ່ຄວນຈະຮູ້ ໄດ້ແກ່ : ການປ່ຽນແປງທີ່ຈະເກີດຂື້ນໃນໄລຍະຍາວຂອງໜ່ວຍງານທີ່ຕົນສັງກັດ ແລະ ຂອງໜ່ວຍງານທີ່ກ່ຽວຂອງ ຫຼື ກັບຜູ້ໃກ້ຊິດກັບຕົນເອງ.

       ຜູ້ນຳທີດີຄວນຈະພັດທະນາຄວາມຮູ້ຂອງຕົນເອງຢ່າງສະໜໍ່າສະເໝີ ວິທີພັດທະນາຄວາມຮູ້ ໄດ້ແກ່ :

        - ລອງເຮັດເອງ, ສຳພັດເອງ ໃນສະພາບການທີເປັນຈິງ ຫຼື ໃນສະພາບການຈຳລອງ.

        - ຊັກຖາມຈາກຜູ້ຮູ້ ຫຼື ສອບຖາມຈາກຜູ້ທີ່ເຫັນເຫດການ.

        - ສັງເກດວິທີການເຮັດວຽກ ແລະ ຜົນງານ ໂດຍພິຈາລະນາຢ່າງໃກ້ຊິດ ແລະ ເຮັດເປັນປົກກະຕິ.

        - ເຂົ້າຮັບການຝຶກອົບຮົມ, ການທັດສະນະສຶກສາ ແລະ ການປະຊຸມສຳມະນາທາງວິຊາການ.

        - ອ່ານວາລະສານ, ໜັງສືພິມ, ສາລະຄະດີ ແລະ ຕຳລາຕ່າງໆ ທີ່ໃຫ້ຄວາມຮູ້ທີ່ເປັນປະໂຫຍດ.

         - ເບີງໂທລະທັດ, ຟັງວິທະຍຸ ແລະ ສຶກສາຂໍ້ມູນຈາກລະບົບເຄື່ອຂ່າຍອິນເຕີເນັດ.

         - ສຶກສາ ແລະ ຮຽນຮູ້ຢ່າງຕໍ່ເນື່ອງ.

         - ພິຈາລະນາປຽບທຽບສິ່ງທີ່ຮັບຮູ້ມາໃໝ່ກັບສິ່ງທີເຄີຍຮູ້ມາກ່ອນ.

        3.6 ການພັດທະນາຄວາມຈຳ ຄວາມຈຳທີ່ດີຈະຊ່ວຍສະໜັບສະໜູນໃຫ້ບຸກຄົນເກີດຄວາມກ້າວໜ້າໃນວຽກງານ ເພາະເປັນສູນກາງຂອງຄວາມຮູ້ ແລະ ຂໍ້ມູນ ຄວາມຈຳປະກອບດ້ວຍການຈື່ຈຳ, ການເກັບຄວາມຊົງຈຳ ແລະ ການທວນຄືນຄວາມຈຳ ບຸກຄົນສາມາດທີຈະພັດທະນາຄວາມຈຳຂອງຕົນໄດ້ ດັ່ງນີ້ :

            - ສົນໃຈ ແລະ ມີສະມາທິຕໍ່ສິ່ງທີ່ຕ້ອງການຈື່ຈຳໃຫ້ຫຼາຍຂື້ນ ບໍ່ບໍ່ວອກແວກ ຫຼື ສົນໃຈຫຼາຍໆສິ່ງໃນຂະ ນະດຽວກັນ.

            - ຈັດລະບຽບສິ່ງທີ່ຕ້ອງການຈະຈື່ຈຳໃຫ້ເປັນຮູບປະທຳຢ່າງງ່າຍໆ ຫຼື ສ່ອດຄ້ອງກັບສິ່ງທີຕົນເອງຖະນັດ, ຄຸ້ນເຄີຍ ເຊັ່ນວ່າ : ສິ່ງນັ້ນຄ້າຍຄືຫຍັງທີ່ສາມາດຈື່ຈຳໄດ້ດີຢູ່ແລ້ວ, ສິ່ງນັ້ນປຽບທຽບໄດ້ກັບອັນໃດທີ່ມີລັກສະນະພິເສດໃນການຈື່ຈຳ, ສິ່ງນັ້ນເມື່ອແບ່ງໃຫ້ເປັນກຸ່ມນ້ອຍໆລົງຈະຄ້າຍຄຽງກັບສິ່ງທີເຮົາຄຸ້ນຕາ, ສິ່ງນັ້ນມີຄວາມສຳພັນກັບສິ່ງອື່ນທີ່ຮູ້ຈັກດີຢູ່ແລ້ວແນວໃດ ເປັນຕົ້ນ.

             - ທົບທວນສິ່ງທີ່ໄດ້ຈື່ຈຳໄປແລ້ວ ເຊັ່ນ : ຄິດທົບທວນຄືນອອກມາໃນບາງໂອກາດ.

             - ມີປື້ມບັນທຶກຄວາມຈຳໄວ້ໃກ້ໂຕ ເພື່ອຈົດບັນທຶກສິ່ງທີຕ້ອງການຈະຈື່ຈຳໄວ້ໄດ້ທັນທີ່ ໃນການຈັດນັ້ນ ອາດຈະແບ່ງເປັນໝວດ ຫຼື ຈົດຕາມລຳດັບກ່ອນຫຼັງໂດຍມີວັນທີເດືອນປີກຳກັບໄວ້ກໍ່ໄດ້, ອາດຈະຈົດບັນທຶກເພື່ອ ໃຫ້ຕົນເອງຮູ້ເລື່ອງຄົນດຽວກໍ່ໄດ້ ສິ່ງທີ່ຄວນຈົດບັນທຶກ ເຊັ່ນ : ຕົວເລກ, ຈຳນວນເງິນ, ວັນເດືອນປິ, ຊື່ຄົນ, ຕໍາແໜ່ງ, ສະຖານທີ, ຂໍ້ມູນສຳຄັນ ແລະ ຄວາມຄິດເປັນທີ່ເປັນປະໂຫຍດ ເປັນຕົ້ນ.

4.   ແນວທາງການພັດທະນາທັກສະພາວະຜູ້ນຳ

         ແນວທາງການພັດທະນາທັກສະພາວະຜູ້ນຳອາດສະຫຼຸບໄດ້ 3 ລັກສະນະ ດັ່ງຕໍ່ໄປນີ້ : (bateman and Snell, 2004.p.386-387; Kouzes and Posner, 2003.p.47-48).

        4.1 ພັດທະນາໂດຍການຮຽນຮູ້ຈາກປະສົບການ (Learning From Experience)  ເພື່ອກໍໃຫ້ເກີດການຮຽນຮູ້ຈາກປະສົບການໂດຍກົງ ດັງນັ້ນ, ບຸກຄົນທີ່ຕ້ອງການພັດທະນາທັກສະພາວະຜູ້ນຳຈະຕ້ອງພະຍາຍາມສ້າງ ແລະ ສະແຫວງຫາໂອກາດພັດທະນາທັກສະຜູ້ນຳ ເຊັ່ນ : ອາສາບໍລິຫານຈັດການວຽກງານ ຫຼື ໂຄງການທີທ້າທາຍ ເຊິ່ງຈະກໍໃຫ້ເກີດຄວາມຮັບຜິດຊອບ, ຮຽນຮູ້ຈາກການປະຕິບັດວຽກງານທີລົ້ມເຫຼວ, ຝຶກການເວົ້າ ຫຼື ການພັດທະນາບຸກຄະລິກກະພາບໃນການກ່າວສຸນທອນພົດໃຫ້ສະຫງ່າງາມ.

       4.2 ພັດທະນາໂດຍການຮຽນຮູຈາກກໍລະນີຕົວຢ່າງ (Learning From Examples) ເປັນການຮຽນຮູ້ຈາກບຸກຄົນອື່ນ ຫຼື ເອີ້ນວ່າປະສົບການໂດຍກົງ ເຊັ່ນ :

             - ສຶກສາຜູ້ນຳທີຄວນຍຶດຖືເປັນແບບຢ່າງຈາກເອກະສານ, ວາລະສານ, ສິ່ງພິມຕ່າງໆ, ຈາກສື່ວິດີໂອ, ໜັງ, ແລະ ອື່ນໆ ເພື່ອຟັງ ແລະ ເບີ່ງຕົວຢ່າງການເວົ້າຂອງຜູ້ນຳ, ສັງເກດເຍີ່ງວ່າຜູ້ນຳເຂົາເຮັດແນວໃດຈຶ່ງປະສົບຄວາມສຳເລັດ.

             - ສຶກສາຈາກຊີວິດຕົວຈິງໂດຍການສັງເກດຜູ້ນຳທີ່ສົມຄວນເປັນຕົວຢ່າງ ເພື່ອສຶກສາວິທີການເຮັດວຽກ, ການບັນດານໃຈ, ການສ້າງວິໄສທັດຮ່ວມ, ຂະບວນການເຮັດວຽກທີທ້າທາຍ, ການສົ່ງເສີ່ມໃຫ້ບຸກຄົນອື່ນເຮັດວຽກ ແລະ ການສ້າງຈິດໃຈທີກ້າຫານ.

             - ການສຳພາດຜູ້ທີເຮົາມັກ ເພື່ອຖາມ ແລະ ໃຫ້ເຂົາແນະນຳວິທີການທີຈະເປັນຜູ້ນຳທີປະສົບຜົນສຳເລັດ.

        4.3  ພັດທະນາໂດຍການຮຽນຮູ້ຈາກການສຶກສາ (Learning From Education) ເປັນການພັດທະນາການຮຽນຮູ້ໂດຍເຂົ້າຮັບການສຶກສາ.

            - ການເຂົ້າຮັບການຝຶກອົບຮົມ ແລະ ພັດທະນາໃນຫຼັກສູດທີເປັນທາງການ (Formal Course) ໂດຍການຮຽນໃນຫ້ອງຮຽນ ແລະ ເລືອກໂປຣແກຣມການຮຽນຮູ້ ເພື່ອພັດທະນາຄວາມຮູ້ ແລະ ທັກສະໃນດ້ານທີຕ້ອງການ.

            - ຮຽນຮູ້ການໃຊ້ເຕັກໂນໂລຊີທີຊ່ວຍໃນການເຮັດວຽກ/ການບໍລິຫານຈັດການ.

            - ຝຶກປະຕິບັດກັບຜູ້ມີປະສົບການ, ມີຄວາມຊ່ຽວຊານ ຫຼື ຜູ້ທີມີຄວາມຮູ້ ເພື່ອເພິ່ມພູນທັກສະເພາະດ້ານ

            ເຕັກນິກກໍ່ໃຫ້ເກີດພາວະຜູ້ນຳທີດີ

               - ການຮູ້ຈັກໜ້າທີ່ຂອງຕົນ.

               - ການກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ຢູ່ໃຕ້ບັງຄັບບັນຊາ.

               - ອອກຄຳສັ່ງ ແລະ ກວດກາການປະຕິບັດວຽກງານ.

               - ຕັດສິນຖືກຕ້ອງ ແລະ ສ່ອດຄ້ອງກັບກາລະເທສະ.

               - ປູກຝັງຄວາມຮັບຜິດຊອບໃຫ້ແກ່ຜູ້ຢູ່ໃຕ້ບັງຄັບບັນຊາ.

               - ເບີ່ງແຍງສະຫວັດດີການຂອງຜູ້ຢູ່ໃຕ້ບັງຄັບບັນຊາ.

               - ສຳຫຼວດ ແລະ ພັດທະນາຕົນເອງໃຫ້ດີຂື້ນເລື້ອຍໆ.



ความคิดเห็น