ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ຄວາມຮັບຮູ້ກ່ຽວກັບການບໍລິຫານບຸກຄະລາກອນ

 ຄວາມຮັບຮູ້ກ່ຽວກັບການບໍລິຫານບຸກຄະລາກອນ

ໂດຍ: ປັນຍາສັກ ແສງອ່ອນແກ້ວ 

http://panyasack.blogspot.com


I.   ຄວາມໝາຍ ແລະ ຄວາມສໍາຄັນຂອງການບໍລິຫານບຸກຄະລາກອນ

    1.1 ຄວາມໝາຍຂອງການບໍລິຫານບຸກຄະລາກອນ

 

         ການ​ບໍ­ລິ­ຫານ​ບຸກ­ຄະລາກອນ ​ແມ່ນ​ວິ­ທະ­ຍາ­ສາດ​ສັງ­ຄົມ​ຂະ­ແໜງ​ໜຶ່ງ​ຂອງ​ວິ­ຊາ​ການ​ບໍ­ລິ­ຫານ​(Management) ບໍ່​ວ່າ​ທາງ​ພາກ​ລັດ ແລະ ພາກ​ເອ­ກະ​ຊົນ ກໍ​ລ້ວນ​ແລ້ວ­ແຕ່​ມີ​ການ​ບໍ­ລິ­ຫານ​ງານ​ບຸກ­ຄົນ​ເຊັ່ນ​ດຽວ​ກັນ ຊຶ່ງ​ພວກ​ເຮົາ​ເອີ້ນ​ວ່າ: “ວຽກ​ຈັດ​ຕັ້ງ ແລະ ຄຸ້ມ​ຄອງ​ພະ­ນັກ­ງານ”.

         ການບໍລິຫານບຸກຄະລາກອນແມ່ນການໃຊ້ຄົນ ແລະ ເຕັກນິກຕ່າງໆເພື່ອເຮັດໃຫ້ການປະຕິບັດງານລຸລ່ວງໄປຕາມວັດຖຸປະສົງ ຫຼື ແຜນການທີ່ໄດ້ວາງໄວ້, ການຈັດໃຊ້ກຳລັງຄົນ, ກຳລັງເງິນ, ກຳລັງວັດຖຸ ແລະ ເວ ລາທີ່ມີຢູ່ໃຫ້ໄດ້ຮັບໝາກຜົນທີ່ສຸດໂດຍເສຍຄ່າໃຊ້ຈ່າຍໜ້ອຍທີ່ສຸດ ຫຼື ເຮົາເວົ້າອີກຢ່າງໜື່ງວ່າ ແມ່ນສິນລະປະໃນການເຮັດວຽກໃຫ້ສຳເລັດໂດຍການອາໄສການຮ່ວມມືຈາກບຸກຄົນອື່ນ.

         ການບໍລິຫານບຸກຄະລາກອນແມ່ນການປະຕິບັດການກ່ຽວກັບຕົວບຸກຄົນໃນອົງການ ຫຼື ການການຈັດຕັ້ງ ນັບຕັ້ງແຕ່ການຊອກຫາ, ການຄັດເລືອກ, ການບັນຈຸຕໍາແໜ່ງ, ການເລື່ອນຊັ້ນ-ຂັ້ນເງີນເດືອນ,ການເລື່ອນຕໍາແໜ່ງ, ການບັງຄັບບັນຊາ, ການດໍາເນີນການທາງວິໄນ, ການໃຫ້ບໍາເນັດ ແລະ ການຮັບບໍານານ ເພື່ອໃຫ້ປັດໄຈດ້ານບຸກຄົນ ຂອງອົງການເປັນຊັບພະຍາກອນມະນຸດທີ່ມີປະສິດທິພາບສູງ ຕະຫຼອດເວລາທີ່ຈະສົ່ງຜົນສໍາເລັດຕໍ່ເປົ້າໝາຍ ແລະ ນະໂຍບາຍດ້ານບຸກຄົນ.

 

    1.2  ຄວາມສໍາຄັນຂອງການບໍ­ລິ­ຫານບຸກຄະ­ລາກອນ

           ການບໍລິຫານບຸກຄະລາກອນ ບໍ່ວ່າຈະເປັນການດໍາເນີນງານຂອງອົງການຈະມີຂະໜາດນ້ອຍ ຫຼື ຂະໜາດໃຫຍ່ລ້ວນແລ້ວແຕ່ຕ້ອງການບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການເປັນພື້ນ ຖານ ເພື່ອສາມາດຄວບຄຸມການດໍາເນີນງານໃຫ້ທັນກັບການປ່ຽນແປງດ້ານຕ່າງໆບໍ່ວ່າຈະເປັນດ້ານເສດຖະກິດ, ສັງຄົມ, ການເມືອງ ແລະ ເຕັກໂນໂລຊີ ໂດຍຈະຕ້ອງຄໍານຶງວ່າບຸກຄະລາກອນບໍ່ແມ່ນເຄື່ອງຈັກ ແຕ່ເປັນຜູ້ສ້າງຄວາມສໍາເລັດໃຫ້ແກ່ອົງການ ແລະ ຍ່ອມຕ້ອງການຂັວນກໍາລັງໃຈລວມທັງແຮງຈູງໃຈໃນການປະຕິບັດງານດ້ວຍກັນທຸກຄົນ. ດັ່ງນັ້ນ, ຈຶ່ງຈໍາເປັນທີ່ຈະໃຫ້ບຸກຄະລາກອນໃນອົງການໄດ້ສະແດງຄວາມສາມາດຂອງຕົນ ພ້ອມທັງເປີດໂອກາດໃຫ້ສະແດງຄວາມຄິດເຫັນໃນການປະຕິບັດງານເພື່ອສົ່ງເສີ່ມ ແລະ ສະໜັບສະໜູນໃຫ້ບຸກຄະລາກອນໄດ້ໃຊ້ຄວາມຮູ້ຄວາມສາມາດໄດ້ຢ່າງເຕັມທີ່. ນອກຈາກນີ້, ຍັງຕ້ອງຄໍານຶງເຖິງຄ່ານິຍົມ, ວັດທະນະທໍາ,ຈະລິຍະທໍາ ແລະ ວິໄນໃນການປະຕິບັດງານຂອງອົງການເປັນສໍາຄັນ. 

ວຽກງານການບໍ­ລິ­ຫານບຸກຄະ­ລາກອນເປັນວຽກງານໜຶ່ງ ຊຶ່ງມີຄວາມໝາຍສໍາຄັນເປັນພິ­ເສດ ແລະ ເປັນວຽກທີ່ເປັນຕາຍ ເປັນສິ່ງຕັດ­ສິນໄຊ­ຊະ­ນະຂອງວຽກງານ ແລະ ຕັດ­ສິນໂຊກຊາຕາກໍາຂອງພະ­ນັກ­ງານທີ່ຖືກຄຸ້ມຄອງ.

ໃນຍຸກປະ­ຈຸບັນນີ້ພວກເຮົາຕ້ອງເຂົ້າ­ໃຈວ່າວຽກງານບໍ­ລິ­ຫານງານບຸກ­ຄົນເປັນວຽກງານທີ່ຕິດພັນກັບການ­ເມືອງຢ່າງສະ­ໜິດແໜ້ນ ໝາຍເຖິງ ຄົນເປັນຜູ້ປະ­ຕິ­ບັດນະ­ໂຍ­ບາຍການ­ເມືອງນັ້ນ. ດັ່ງ­ນັ້ນ, ວຽກງານການບໍ­ລິ­ຫານງານບຸກຄົນແມ່ນວຽກງານການ­ເມືອງ ແລະ ເປັນວຽກທີ່ຈະຕ້ອງເຮັດຢ່າງສຸກຂຸມຮອບຄອບເຮັດເປັນໝູ່ຄະ­ນະຢ່າງມີປະ­ຊາ­ທິ­ປະ­ໄຕລວມສູນ.

ການບໍລິຫານບຸກຄະລາກອນມີຄວາມສໍາຄັນຕໍ່ອົງການເນື່ອງຈາກວ່າວຽກງານບຸກຄະລາກອນ (ສົມພອນໄຊ ວົງດາລາ, 2004.p.105) :

- ຊ່ວຍພັດທະນາໃຫ້ອົງການມີຄວາມຈະເລີນກ້າວໜ້າ ໂດຍສະເພາະການບໍລິຫານບຸກຄະລາກອນເປັນສື່ກາງການປະສານງານກັບພະແນກການຕ່າງໆຂອງອົງການເພື່ອຊອກຫາວິທີການໃຫ້ໄດ້ພະນັກງານທີ່ມີຄວາມຮູ້ຄວາມສາມາດທີ່ເໝາະສົມເຂົ້າມາເຮັດວຽກໃນອົງການ. ເມື່ອອົງການໄດ້ພະນັກງານທີ່ມີຄວາມຮູ້ຄວາມສາມາດ, ຊື່ສັດສຸດຈະລິດເຂົ້າມາເຮັດວຽກແລ້ວກໍ່ຈະເຮັດໃຫ້ອົງການມີໂອກາດຈະເລີນກ້າວໜ້າ ແລະ ພັດທະນາຂື້ນເລື້ອຍໆ.

            - ຊ່ວຍໃຫ້ພະນັກງານໃນອົງການມີຂວັນ ແລະ ກໍາລັງໃຈໃນການເຮັດວຽດ ມີຄວາມຊື່ສັດບໍລິສຸດແລະມີຄວາມຈົ່ງຮັກພັກດີຕໍ່ອົງການ ເພາະອົງການໄດ້ເອົາໃຈໃສ່ຕໍ່ຕົນເອງ ເຫັນຄວາມສໍາຄັນຂອງພະນັກງານ ແລະ ພະນັກງານກໍ່ມີສ່ວນຮ່ວມໃນການປັບປຸງການປະຕິີບັດວຽກງານຕ່າງໆ.

            - ຊ່ວຍເສີມສ້າງຄວາມໝັ້ນຄົງແກ່ອົງການ ແລະ ສັງຄົມ ເພາະວ່າຖ້າອົງການໃດມີການບໍລິຫານບຸກຄະລາກອນທີ່ດີແລ້ວຄວາມຂັດແຍ່ງຕ່າງໆ ແລະ ຄວາມຂັດຂ້ອງຂອງພະນັກງານກໍ່ບໍ່ມີ, ໝົດທຸກຄົນເຮັດດ້ວຍຄວາມເພິ່ງພໍໃຈ ເຮັດໃຫ້ອົງການມີຄວາມສະຫງົບມີຄວາມໝັ້ນຄົງ.

II. ເປົ້າໝາຍ, ຈຸດປະສົງ ແລະ ຄຸນປະໂຫຍດຂອງການບໍລິຫານບຸກຄະລາກອນ

     2.1 ເປົ້າໝາຍຂອງການບໍລິຫານບຸກຄະລາກອນ

               ເປົ້າໝາຍຂອງການບໍລິຫານບຸກຄະລາກອນ ກໍ່ເພື່ອເພີ່ມປະສິດທິພາບຂອງຄົນເພື່ອທີ່ຈະນຳໄປສູ່ຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້. ການບໍລິຫານບຸກຄະກອນ ບໍ່ໄດ້ຕັ້ງໄວ້ເພື່ອຄວາມສຳເລັດພຽງຢ່າງດຽວ, ແຕ່ເປັນເຄື່ອງມືສຳຄັນໃນການສົ່ງເສີມໃຫ້ເກີດຄວາມສຳເລັດໃນວຽກງານອື່ນເຊັ່ນ: ການຈັດຝືກອົບຮົມໃຫ້ພະນັກງານມີຄວາມຮູ້ ຄວາມສາມາດເຮັດວຽກກັບເທັກໂນໂລຊີໃໝ່ໆໄດ້ ຊຶ່ງເປັນການເພີ່ມປະສິດທິພາບການເຮັດວຽກ, ການຈັດຄົນທີ່ມີຄຸນສົມບັດທີ່ເໝາະສົມມາເຮັດວຽກຕາມຄວາມເໝາະສົມ.

      2.2 ຈຸດປະສົງຂອງການບໍລິຫານບຸກຄະລາກອນ

- ວັດຖຸປະສົງຕໍ່ບຸກຄົນ : ເພື່ອຕອບສະໜອງຄວາມຕ້ອງການຂອງບຸກຄົນ.

- ວັດຖຸປະສົງຕາມໜ້າທີ່ : ເພື່ອໃຫ້ໜ່ວຍງານບໍລິຫານບຸກຄົນໄດ້ເຮັດໜ້າທີ່ຢ່າງເໝາະສົມ.

- ວັດຖຸປະສົງລະດັບອົງການ : ເພື່ອສະໜັບສະໜູນເພີ່ມຜົນການປະຕິປະບັດງານໃຫ້ສູງຂື້ນ.

- ວັດຖຸປະສົງທາງສັງຄົມ : ເພື່ອພັດທະນາບຸກຄົນໃຫ້ເກີດປະໂຫຍດແກ່ອົງການ.

2.3   ຄຸນປະໂຫຍດຂອງການບໍລິຫານບຸກຄະລາກອນ

    - ການ​ບໍ­ລິ­ຫານ​ບຸກ​ຄະ­ລາ​ກອນ​ມີ​ຄຸນ​ປະ­ໂຫຍດ​ຫຼາຍ​ດ້ານ ອັນ​ສໍາ​ຄັນ​ກວ່າ​ໝູ່​ໝົດ​ແມ່ນ​ການ​ເພີ່ມ​ປະສິດ­ທິ­ພາບ​ຂອງ​ງານ, ເຮົາ​ບໍ­ລິ­ຫານ​ງານ​ບຸກ­ຄົນ​ດີ​ວຽກ​ເຮົາ​ກໍ​ຈະ​ດີ​ດັ່ງ​ຄໍາ​ເວົ້າ​ທີ່​ວ່າ: ຈັດ​ຄົນ​ໃຫ້​ຖືກ​ວຽກ ແລະ ຈັດ​ວຽກ​ໃຫ້​ເໝາະ​ສົມ​ກັບ​ຄົນ.

     - ສິ່ງສໍາ​ຄັນ​ອີກ​ອັນ​ໜື່ງ​ແມ່ນ​ສ້າງ​ໃຫ້​ເກີດ​ມີ​ຄວາມ​ເປັນ​ທໍາ ແລະ ມີ​ຄວາມ​ສະ­ເໝີ­ພາບ​ທາງ​ໂອ­ກາດ​ໃນ​ການ​ເຮັດ​ວຽກ, ຮັກ­ສາ​ຄວາມ​ສາ­ມັກ­ຄີ​ພາຍ​ໃນ​ໃຫ້​ແໜ້ນ​ໜາ.

     - ການ​ບໍ­ລິ­ຫານ​ຄົນ​ດີຈຶ່​ງ​ເກີດ​ມີ​ການ​ບໍ­ລິ­ຫານ​ອີກ​ດ້ານ​ໜື່ງຂື້ນ​ມາ ເຊັ່ນ: ການ​ບໍ­ລິ­ຫານ​ດ້ານ​ການ​ເງີ​ນ,ການ​ບໍ­ລິ­ຫານ​ດ້ານ​ວັດ­ຖຸ​ຊັບ​ສົມ­ບັດ, ການ​ບໍ­ລິ­ຫານ​ການ​ຜະ­ລິດ ແລະ ປະ­ສິດ­ທິ­ພາບ​ຂອງ​ວຽກ​ງານ ຈຶ່​ງ​ເພີ່ມ​ຂື້ນ​ໄດ້.


III.   ບົດບາດຂອງຜູ້ບໍລິຫານບຸກຄະລາກອນ

ຜູ້ບໍລິຫານຄວນມີບົດບາດໃນການດຳເນີນວຽກງານໃນໜ້າທີ່ຂອງຕົນຢູ່ 4 ດ້ານຄື:

-    ການວາງແຜນ (Planning) ຄວນມີການຮ່ວມມືກັບໜ່ວຍງານຕ່າງໆໃນການວາງແຜນກຳລັງຄົນຊຶ່ງມີຄວາມມຸ່ງຫວັງໃຫ້ອົງການມີກໍາລັງຄົນພຽງພໍ  ເພື່ອປ້ອງກັນບັນຫາຄົນລົ້ນງານ ຫຼື ການຂາດ ແຄນຄົນທີ່ຕ້ອງການໃນອານາຄົດສະເພາະທີ່ແນ່ນອນທີ່ຈະນໍາມາໃຊ້ປະຕິບັດ ເພື່ອເພີ່ມໃສ່ພາກ ສ່ວນທີ່ຂາດຂໍ້ແຕກຕ່າງທີ່ເກີດຂື້ນ ຈາກກໍາລັງຄົນທີ່ຄາດຄະເນ ແລະ ກໍາລັງຄົນທີ່ມີຢູ່, ເພື່ອໃຫ້ໄດ້ຈໍານວນຄົນທີ່ຕ້ອງການ ຂັ້ນຕອນທີ່ສໍາຄັນ ຄື: ການເຮັດແຜນປະຕິບັດງານ ເພື່ອຊອກຫາກໍາລັງຄົນໃຫ້ໄດ້ມາຕາມເປົ້າໝາຍ ຊຶ່ງມີຫຼາຍວິທີຄື: ສໍາຫຼວດຈາກຄົນທີ່ມີຢູ່ໃນອົງການ ອາດເອົາຄົນທີ່ມີຢູ່ມາພັດທະນາ ຫຼື ຊອກເອົາຄົນໃໝ່ຢູ່ພາຍນອກເຂົ້າມາ.

-   ການຈັດການອົງການ (Organizing) ຄື: ການຈັດລະບຽບກິດຈະກໍາໃຫ້ເປັນກຸ່ມເປັນກ້ອນ, ເຂົ້າຮູບ, ການມອບໝາຍວຽກງານໃຫ້ຄົນປະຕິບັດ ເພື່ອໃຫ້ບັນລຸຕາມວັດຖຸປະສົງຂອງວຽກງານທີ່ໄດ້ຕັ້ງໄວ້ ກ່ຽວກັບຄວາມຮັບຜິດຊອບຕ່າງໆ ເພື່ອໃຫ້ທຸກຄົນຕ່າງຝ່າຍຕ່າງຮູ້ວ່າ ໃຜຕ້ອງເຮັດຫຍັງ ຫຼື ໃຜເຮັດກິດຈະກໍາອັນໃດ ຕ້ອງສໍາພັນກັບຝ່າຍອື່ນໆຢ່າງໃດແດ່ ? ແລະ ເປັນການກຳນົດໂຄງສ້າງຄວາມສຳພັນລະຫວ່າງງານບຸກຄົນກັບວັດຖຸເຄື່ອງມືຕ່າງໆ ໂດຍສາມາດເຮັດວຽກຮ່ວມກັນກັບໜ່ວຍງານອື່ນໃນກົງຈັກ ຕັ້ງໃຈເຮັດວຽກໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

-   ການອຳນວຍການ ຫຼື ການສັ່ງການ (Directing) ຄື: ການດຳເນີນການໃຫ້ເປັນໄປຕາມແຜນ ການ ແລະ ເປັນການກະຕຸ້ນໃຫ້ສະມາຊິກໃນອົງການມີຄວາມຕັ້ງໃຈເຮັດວຽກໃຫ້ມີປະສິດທິພາບ ແລະ ປະສິດທິຜົນ

-   ຄວບຄຸມ (Controlling):  ເປັນການຄວບຄຸມສ່ວນຕ່າງໆໃຫ້ເຮັດວຽກຕາມເປົ້າໝາຍ ແລະ ນະໂຍບາຍທີ່ກຳນົດໄວ້.

    ຢ່າງໃດກໍຕາມ, ໃນເງື່ອນໄຂທີ່ພວມປະສົບພົບພໍ້ບັນຫາດ້ານເສດຖະກິດສັງຄົມຫຼາຍປະການ ແລະ ຂະບວນວິວັດແຫ່ງການຫັນປ່ຽນຈາກສັງຄົມກະສິກຳເປັນສັງຄົມອຸດສາຫະກຳມີຄວາມຈຳກັດດ້ານງົບປະມານ ແລະ ກຳລັງຄົນທີ່ຜູ້ນຳຕ້ອງເອົາໃຈໃສ່ໃນການພັດທະນາຄົນແມ່ນ: ຕ້ອງເປັນນັກແກ້ບັນຫາ, ເປັນຜູ້ສາມາດຊອກເຫັນ ແລະ ວິໄຈບັນຫາຂອງໜ່ວຍງານ, ອົງການ ແລະ ຂອງປະເທດຊາດໄດ້ຢ່າງຊັດເຈນ, ຖືກຕ້ອງ ແລະ ລົງແກ້ໄຂບັນຫາຢ່າງເປັນລະບົບຄົບຊຸດ, ສາມາດດັດປັບແຜນຕ່າງໆໃຫ້ສອດຄ່ອງກັບບັນຫາທີ່ເກີດ ຫຼື ຄາດວ່າຈະເກີດ.

    ເປັນຜູ້ບໍລິການປະຊາຊົນ: ມີເປົ້າໝາຍຊັດເຈນວ່າການປະຕິບັດວຽກງານຈະຕອບສະໜອງຄວາມຕ້ອງການຂອງປະຊາຊົນເປັນຫຼັກ ທີ່ມີສ່ວນພົວພັນກັບອົງການທີ່ຮັບຜິດຊອບໂດຍກົງ. ນອກຈາກນີ້, ເມື່ອເປັນຜູ້ບໍລິການໃຫ້ປະຊາຊົນຢ່າງແທ້ຈິງ ແມ່ນຕ້ອງມີທັດສະນະຄະຕິ, ມີຈິດໃຈເມດຕາກະລຸນາ, ເສຍສະຫຼະອົດທົນ, ອົດກັ້ນ ແລະ ມີສະຕິຢູ່ສະເໝີວ່າຕົນ ແລະ ຄອບຄົວມີວຽກເຮັດງານທຳ, ມີກຽດກໍ່ແມ່ນຍ້ອນປະຊາຊົນ.

    ເປັນຜູ້ປັບຕົວເອງໃຫ້ທັນກັບການປ່ຽນແປງ: ໝາຍຄວາມວ່າເປັນຄົນທີ່ມີການຕື່ນຕົວ, ມີຄວາມພ້ອມ ແລະ ຄວາມກະຕືລືລົ້ນທີ່ຈະຮັບຮູ້ ແລະ ປັບຕົວເຂົ້າກັບສະພາບການຕ່າງໆທີ່ປ່ຽນແປງຢູ່ຕະຫຼອດເວລາ.

    - ເປັນນັກພັດທະນາ: ເປັນຜູ້ທີມີແນວຄິດສ້າງສັນ, ມີສາຍຕາເບິ່ງກວ້າງມອງໄກ, ປະດິດສ້າງ ເພື່ອປ່ຽນແປງສີ່ງຕ່າງໆໃຫ້ດີຂື້ນຢູ່ສະເໝີມີຄວາມສາມາດປະສານສົມທົບການເຄື່ອນໄຫວຂອງພາກສ່ວນຕ່າງໆເປັນຢ່າງດີ.

IV.  ຂະບວນການໃນການບໍລິຫານບຸກຄະລາກອນ

ຂະບວນການທີ່ສຳຄັນໃນການບໍລິຫານບຸກຄະລາກອນ ແມ່ນຈະປະກອບດ້ວຍສ່ວນສໍາຄັນຕ່າງໆ ທີ່

ກ່ຽວກັບພະນັກງານດັ່ງນີ້ (ທົງໄຊ ສັນຕິວົງ, 1996) :


1) ການອອກແບບງານ ແລະ ການວິເຄາະງານ ເພື່ອຈັດແບ່ງຕຳແໜ່ງງານ

    ຄືຂັ້ນຕອນທີ່ຕໍ່ເນື່ອງຈາກການກຳນົດເປົ້າໝາຍຂອງອົງການທີ່ຈະມາເຖິງຂັ້ນຕອນທຳອິດຂອງການບໍລິຫານບຸກຄະລາກອນຄື : ການວາງແຜນອົງການ (organization planning) ແລະ ການອອກແບບງານ (job design) ຊຶ່ງຕ້ອງເຮັດການວິເຄາະງານ (job analysis) ຈະເປັນຫົວໃຈສຳຄັນທີ່ສຸດຂອງກິດຈະກຳທີ່ຕ້ອງເຮັດໃນຂັ້ນນີ້.


2) ການວາງແຜນກຳລັງຄົນ

           ຄືຂັ້ນຕອນຂອງການວິເຄາະ ເພື່ອໃຫ້ຮູ້ເຖິງຊະນິດ ແລະ ຈຳນວນຂອງຕຳແໜ່ງງານ ແລະ ບຸກຄະລາກອນທີ່ຕ້ອງການເພື່ອຈັດເປັນແຜນກຳລັງຄົນຂອງອົງການ ເຊິ່ງຈະນຳໄປສູ່ການເລີ່ມຕົ້ນຂັ້ນຕອນທຳອິດຂອງການຫາຄົນມາບັນຈຸ.


3) ການສັນຫາ ແລະ ການຄັດເລືອກ

  ການມີວິທີການສັນຫາບຸກຄົນ (recruitment) ກໍ່ເພື່ອໃຫ້ໄດ້ບຸກຄົນທີ່ຕ້ອງການທີ່ສຸດ ແລະ ການມີວິທີການຄັດເລືອກ (selection) ເພື່ອໃຫ້ໄດ້ຄົນທີ່ມີຄຸນສົມບັດ, ຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ຈຳນວນຖືກຕ້ອງຕາມຕຳແໜ່ງງານຕ່າງໆ.


4) ການປະຖົມນິເທດພະນັກງານ ແລະ ການປະເມີນຜົນ

    ຄືຂັ້ນຕອນທີ່ຕໍ່ເນື່ອງມາແຕ່ຂັ້ນຕອນທີ່ 2 ທີ່ຈະຕ້ອງເລີ່ມຕົ້ນສົ່ງມອບຄົນເຂົ້າເຮັດວຽກກິດຈະກໍາຂັ້ນທຳອິດທີ່ຕ້ອງເຮັດຄື : ການແນະນຳເພື່ອບັນຈຸ ຫຼື ປະຖົມນິເທດ (induction or orientation) ຊຶ່ງພະນັກງານໃໝ່ຈະເລີ່ມເຮັດວຽກໃໝ່ໃນຊ່ວງທຳອິດ ຂອງການທົດລອງປະຕິບັດງານ ແລະ ກ້າວໄປສູ່ການ ບັນຈຸ (placement) ຊຶ່ງມີປະສິດທິພາບຂອງລະບົບການບໍລິຫານບຸກຄະລາກອນທີ່ຈະມີກົນໄກໃນການຕິດຕາມ ຄວບຄຸມໃຫ້ແນ່ໃຈວ່າ ຊັບພະຍາກອນທີ່ມີຢູ່ນັ້ນໄດ້ມີໄດ້ມີປະສິດທິພາບດີຕະຫຼອດເວລາ ເຊິ່ງສິ່ງທີ່ຈະຕ້ອງເຮັດເປັນໄລຍະນັ້ນກໍ່ຄືການປະເມີນຜົນການປະຕິບັດງານ (Performance evaluation) ນອກຈາກນີ້ຫຼັງຈາກທຸກຄັ້ງ ທີ່ໄດ້ຮູ້ຜົນຂອງການປະຕິບັດວຽກງານແລ້ວ ຈະເປັນການສົ່ງເສີ່ມ ແລະ ແກ້ໄຂບັນຫາອັນເກີດຈາກຄວາມແຕກຕ່າງຂອງປະສິດທິພາບການປະຕິບັດວຽກງານ ກໍ່ຈະມີການເລື່ອນຂັ້ນ, ຍົກຍ້າຍ ຫຼື ຫຼຸດຕຳແໜ່ງ.


5) ການຝຶກອົບຮົມ ແລະ ການພັດທະນາ

             ຂັ້ນຕອນທີ່ເປັນໜ້າທີ່ສຳຄັນ ທີ່ຕ້ອງມີຢູ່ຕະຫຼອດເວລາທີ່ມີຊັບພະຍາກອນເຮັດວຽກຢູ່ກັບເຮົາ ຫຼື ທີ່ເຮົາເອິ້ນວ່າ: ການຝຶກອົບຮົມ (training) ແລະ ການພັດທະນາ (development) ຊຶ່ງໝາຍເຖິງກິດຈະ ກຳ ຫຼື ໜ້າທີ່ການບໍລິຫານງານບຸກຄົນທີ່ຈັດຂຶ້ນເພື່ອທີ່ຈະໃຫ້ມີການເສີມຄວາມຮູ້, ຄວາມສາມາດ ໃຫ້ເກີດຂຶ້ນໃນຕົວພະນັກງານ ເພື່ອທີ່ຈະໃຫ້ແນ່ໃຈວ່າ ຄຸນນະພາບຂອງຕົວພະນັກງານບໍ່ຕົກຕ່ຳລົງ ເພາະຜົນອັນສືບເນື່ອງມາຈາກການປ່ຽນແປງໃນປັດໄຈຕ່າງໆ ໂດຍສະເພາະທາງດ້ານເຕັກນິກ, ວິທີການຜະລິດ ແລະ ເງື່ອນໄຂຂອງປັດໄຈສະພາບແວດລ້ອມອື່ນໆ ຕະຫຼອດຈົນການ ຊ່ວຍໃຫ້ພະນັກງານມີການເຕີບໂຕກ້າວໜ້າທັນໂລກ.


6) ການຈ່າຍຄ່າຕອບແທນ

          ຄືກິດຈະກຳທາງດ້ານການຫາວິທີ ແລະ ໃຫ້ການຈ່າຍຄ່າຕອບແທນພະນັກງານດ້ວຍຜົນປະ ໂຫຍດຕ່າງໆ ເພື່ອໃຫ້ພະນັກງານໄດ້ຮັບຄວາມພໍໃຈ ແລະ ພໍພຽງໃນລະດັບທີ່ສາມາດສ້າງແຮງຈູງໃຈຂຶ້ນ ໃນຕົວພະນັກງານ ຊຶ່ງຈະສົ່ງຜົນໃຫ້ເກີດກຳລັງໃຈທີ່ດີ ແລະ ເຮັດໃຫ້ຜົນຜະລິດສູງຂຶ້ນ. ວຽກງານເຫຼົ່ານີ້ກໍ່ ຄືວຽກງານທີ່ກ່ຽວກັບການບໍລິຫານຄ່າຈ້າງ , ເງິນເດືອນຕະຫຼອດຈົນຜົນປະໂຫຍດຕອບແທນອື່ນໆ.


7) ການບຳລຸງຮັກສາທາງດ້ານສຸຂະພາບ, ຄວາມປອດໄພ ແລະ ການເສີ່ມສ້າງຄວາມ ພັນທີ່ດີ

            ເພື່ອການຮັກສາສາຍສໍາພັນທີ່ດີລະຫວ່າງພະນັກງານ ແລະ ອົງການ, ການຕ້ອງເບິ່ງແຍ່ງດູແລ ທັງເລື່ອງສຸຂະພາບ ແລະ ຄວາມປອດໄພ ຖືວ່າເປັນວຽກງານອີກດ້ານໜຶ່ງທີ່ຈະຕ້ອງໄດ້ຄຳນຶງເຖິງ ແລະ ມີແຜນງານ ແລະ ແຜນປະຕິບັດໃນດ້ານນີ້ຢ່າງຄົບຖ້ວນຕາມສົມຄວນ, ທັງນີ້ກໍ່ເພື່ອຜົນປະໂຫຍດ ລວມທັງສອງຝ່າຍ ຊຶ່ງກິດຈະກຳທີ່ຈະມີໄວ້ນີ້ ກໍ່ເພື່ອຄ່ອຍປ້ອງກັນ, ແກ້ໄຂ ແລະ ເສີ່ມສ້າງຄວາມສຳພັນທັງດ້ານການເບິ່ງແຍ່ງດູແລເອົາໃຈໃສ່ຕາມປົກກະຕິ ແລະ ການເສີ່ມສ້າງສາຍສຳພັນທີ່ດີລະຫວ່າງນາຍຈ້າງ ແລະ ພະນັກງານ. ຕະຫຼອດເວລາຈະຕ້ອງສ້າງຄວາມມີລະບົບຂອງການໃນການເຈລະຈາທັງສອງຝ່າຍໃຫ້ຕັ້ງຢູ່ບົນພຶ້ນຖານທີ່ມີຄວາມຫວັງດີ ແລະ ເຈດຕະນາດີຕໍ່ກັນ ທັງນີ້ເພື່ອຄວາມສະດວກສະບາຍໃນກນຢູ່ຮວມກັນ.


8)  ການໃຊ້ວິໄນ ແລະ ການຄວບຄຸມ ຕະຫຼອດຈົນການປະເມີນຜົນ

   ໃນຂັ້ນຕອນນີ້ກໍ່ຄືການຈະຕ້ອງມີການຮັກສາລະບຽບການ ດ້ວຍວິທີການດໍາເນີນການທາງວິໄນທີ່ຖຶກຕ້ອງ ເພື່ອປ້ອງກັນການເສຍຫາຍ ແລະ ໃຫ້ຄວາມເປັນທຳແກ່ພະນັກງານ ຊຶ່ງກໍ່ໝາຍເຖິງການຈະຕ້ອງມີກົນໄກໃນການຄວບຄຸມຕິດຕາມ ແລະ ປະເມີນຜົນປະສິດທິພາບຂອງລະບົບການບໍລິຫານງານບຸກຄົນໃຫ້ຄົບຖ້ວນທຸກໜ້າທີ່ງານ ແລະ ທຸກຂອບເຂດຂອງກິດຈະກຳ ທັງນີ້ກໍ່ເພື່ອຈຸດປະສົງໃນດ້ານຄວາມສຳເລັດຜົນທາງດ້ານການບໍລິຫານຊັບພະຍາກອນມະນຸດທີ່ສົມບູນແບບໃຫ້ດີຢູ່ຕະຫຼອດເວລານັ້ນເອງ ໃນທີ່ນີ້ການຈະຕ້ອງ ວິໄຈຄົ້ນຄວ້າ ແລະ ຫາເຕັກນິກວິທີການທີ່ມາໃຊ້ໃຫ້ມີປະສິດທິພາບຍິ່ງຂຶ້ນ.  

V. ນະ­ໂຍ­ບາຍ​ຂອງ​ການ​ບໍ­ລິ­ຫານ​ບຸກ​ຄະ­ລາ​ກອນ

4.1  ນະ­ໂຍ­ບາຍ​ພື້ນ­ຖານ​ຂອງ​ການ​ບໍ­ລິ­ຫານ​ບຸກ​ຄະ­ລາ​ກອນ​ໃນ​ກົງ­ຈັກ​ລັດ

1.   ອີງຕາມນະໂຍບາຍຂອງລັດຖະບານທີ່ໄດ້ວາງອອກ ການກໍານົດນະໂຍບາຍການບໍລິຫານບຸກຄະລາກອນໃນກົງຈັກລັດ ຕ້ອງອີງຕາມນະໂຍບາຍທີ່ພັກ-ລັດວາງອອກໃນແຕ່ລະໄລຍະເປັນຕົວກໍານົດເຂດຂອບ

ແລະ ຄວາມອາດສາມາດ.

2.   ແນ່ໃສ່ຮັບໃຊ້ສິດຜົນປະໂຫຍດສ່ວນລວມ ໝາຍຄວາມວ່ານະໂຍບາຍທີ່ວາງອອກນັ້ນຕ້ອງຮັບປະກັນຜົນປະໂຫຍດຂອງສ່ວນລວມ ຫຼື ຕອບສະໜອງຄວາມຕ້ອງການຂອງຄົນຈໍານວນຫຼາຍໃນອົງການ ບໍ່ແມ່ນເຈາະຈົງສະເພາະກຸ່ມ ຫຼື ຈໍານວນໃດຈໍນວນໜຶ່ງເທົ່ານັ້ນ.

3.   ອີງຕາມຄວາມສາມາດຂອງຄັງເງີນແຫ່ງຊາດ: ການກໍານົົດນະໂຍບາຍຢູ່ໃນກົງຈັກລັດແມ່ນຕ້ອງເບິ່ງຕາມງົບປະມານທີ່ມີໃນການສາມາດໃຊ້ຈ່າຍໄດ້ ເພາະຖ້າຫາກການວາງນະໂຍບາຍບໍ່ສອດຄ່ອງກັບຄັງເງີນແຫ່ງຊາດຈະມີບັນຫາໃນການຈັດຕັ້ງປະຕິບັດເຊັ່ນ ກໍລະນີງົບປະມານຫາກມີໜ້ອຍແຕ່ສໍາພັດວາງນະໂຍບາຍທີ່ຕ້ອງຈ່າຍງົບຫຼາຍເຂົ້າໃນການປະຕິບັດ.

ຕົວຢ່າງ: ການເພີ່ມເງີນເດືອນໃຫ້ພະນັກງານ-ລັດຖະກອນ ແຕ່ຄັງແຫ່ງຊາດບໍ່ສາມາດປະຕິບັດໃນການຈ່າຍຍ້ອນລາຍຮັບຂອງຄັງແຫ່ງຊາດມີໜ້ອຍ.

4.   ມີລະບອບສະຫວັດດີການສັງຄົມລວມເອກະພາບ ການວາງນະໂຍບາຍນັ້ນຕ້ອງທົ່ວເຖິງ ແລະ ເປັນເອກະພາບໃນທົ່ວກົງຈັກລັດນັບແຕ່ຂັ້ນສູນກາງລົງຮອດຂັ້ນຮາກຖານ ເຊັ່ນ: ນະໂຍບາຍດ້ານເສດຖະກິດ, ນະໂຍບາຍດ້ານຄວາມໝັ້ນຄົງ, ນະໂຍບາຍດ້ານສັງຄົມສົງເຄາະ...

4.2  ນະ­ໂຍ­ບາຍ​ພື້ນ­ຖານ​ຂອງ​ການ​ບໍ­ລິ­ຫານ​ບຸກ​ຄະ­ລາ​ກອນ​ໃນ​ພາກ​ທຸ­ລະ​ກິດ​-​ລັດ​ວິ​ສາ​ຫະ​ກິດ​ເອ­ກະ​ຊົນ

1. ອີງຕາມນະໂຍບາຍຫາຜົນກຳໄລດ້ວຍທຶນຂອງເອກະຊົນເອງ, ສອດຄ່ອງກັບກົດໝາຍແຮງງານ.

2. ແນ່ໃສ່ຜົນກຳໄລຈາກລູກຄ້າ ໝາຍຄວາມວ່າ ນະໂຍບາຍການບໍລິຫານບຸກຄະລາກອນ ໃນພາກທຸລະກິດ-ລັດວິສາຫະກິດເອກະຊົນແມ່ນ ແນ່ໃສ່ຜົນກໍາໄລຈາກລູກຄ້າ ຖ້າຫາກລູກຄ້າສາມາດຕອບສະໜອງໃນການໃຊ້ບໍລິການ ຫຼຶ ຜົນຜະລິດ ການວາງນະໂຍບາຍຈະກວ້າງອອກ.

 3. ຄ່າແຮງງານສົມຄູ່ກັບໜ້າວຽກ ແລະ ປະກາດສະນີຍະບັດ: ນະໂຍບາຍທີ່ວາງແມ່ນອີງຕາມໜ້າວຽກຖ້າເປັນວຽກໜັກກໍ່ໄດ້ຮັບນະໂຍບາຍຫຼາຍ ແລະ ວຽກທີ່ເບົາບໍ່ມີຄວາມຊັບສົນແມ່ນໄດ້ຮັບນະໂຍບາຍຕາມອັນດັບລົງ ໂດຍອີງໃສ່ຂະໜາດຂອງວຽກ ແລະ ຈະໄດ້ຮັບນະໂຍບາຍຕາມວຸດທິການສຶກສາ ຫຼື ປະກາດສະນີຍະບັດເປັນຕົ້ນ.

4. ມີລະບົບສະຫວັດດີການສະເພາະຂອງຕົນ ໝາຍຄວາມວ່າ ໃນພາກທຸລະກິດ-ລັດວິສາຫະກິດເອກະຊົນຈະມີນະໂຍບາຍດ້ານສະຫວັດດີການສະເພາະຂອງຕົນໂດຍບໍ່ຂື້ນກັບພາກສ່ວນອື່ນ ຊຶ່ງບາງອົງການອາດຈະມີສະຫວັດດີການໃນຂອບເຂດຈໍາກັດ ຫຼື ອາດອີງຕາມສະພາບຕົວຈິີງ.


VI. ການບໍລິຫານບຸກຄະລາກອນຕ້ອງຮູ້­ຈັກ​ຄົນ

ເນື່ອງ​ຈາກ​ຄົນ​ເປັນ​ຊັບ­ພະ­ຍາ­ກອນ​ທີ່​ມີ​ຊີ­ວິດ​ຈິດ­ໃຈ, ເປັນ​ສິ່ງ​ທີ່​ມີ​ຄຸນ­ຄ່າ​ສູງ​ສຸດ ແລະ ເປັນ​ປັດ​ໃຈ​ສໍາ​ຄັນ​ເຮັດ​ໃຫ້​ວຽກ​ງານ​ສໍາເ​ລັດ​ຜົນ, ແຕ່​ໄປ​ພ້ອມ​ກັນ​ນັ້ນ ຄົນ​ກໍ​ເປັນ​ສີ່​ງ​ທີ່​ອັນ­ຕະ­ລາຍ​ຂັດ­ຂວາງ​ຄວາມ​ກ້າວ­ໜ້າ; ເປັນ​ອຸ­ປະ­ສັກ​ໃນ​ການ​ປະ­ຕິ­ບັດ​ງານ ຖ້າ​ຫາ​ກຜູ້​ບໍ­ລິ­ຫານ​ຂາດ​ຄວາມ​ຮູ້​ ຄວາມ​ເຂົ້່າ​ໃຈ​ກ່ຽວ​ກັບ​ພຶດ​ຕິ​ກໍາ​ຂອງ​ຄົນ, ຮູ້​ຄົນ​ໃນ​ແງ່​ມູມ​ຕ່າງໆ ແລະ ມີ​ຄວາມ​ສາ­ມາດ​ຈູງ​ໃຈ​ຊວນ​ເຊື່ອ​ຄົນ​ໃຫ້​ຕັ້ງ­ໜ້າ​ປະ­ຕິ­ບັດ​ວຽກ​ງານ​ຈົນ​ສໍາເ​ລັດ​ນັ້ນ​ເປັນ​ເລື່ອ​ງ​ທີ່​ສໍາ​ຄັນ​ທີ່​ສຸດ.

        ມີ​ນັກ​ບໍ­ລິ­ຫານ​ທີ່ປະ­ສົບ​ຜົນ­ສຳ­ເລັດ​ຫຼາຍ​ທ່ານ​ກ່າວ​ວ່າ: “ຄົນ​ເຮົາ​ຢູ່​ໃນ​ສັງ­ຄົມ​ກັບ​ຜູ້​ອື່ນ, ຢາກ​ຮູ້­ຈັກ​ຕົນ​ເອງ​ຕ້ອງ​ຮູ້­ຈັກ​ຄົນ​ອື່ນ ແລະ ເມື່ອ​ຈະ​ດໍາ​ເນີນ​ວຽກ​ງານ​ໃຫ່ຍໆ​ທີ່​ຕ້ອງ​ໃຊ້​ຄົນ​ຫຼວງ­ຫຼາຍ ແມ່ນ​ຕ້ອງ​ຮູ້ຈັກ​ໃຊ້​ຄົນ ແລະ ເຂົ້າ­ໃຈ​ຜູ້​ໃຕ້​ການ​ບັງ­ຄັບ​ບັນ­ຊາ…”

 ຜູ້​ນໍາ​ພາ​ຈະ​ສາ­ມາດ​ບໍ­ລິ­ຫານ​ງານ​ໄດ້​ສຳ­ເລັດ​ຕະ­ຫຼອດ​ຮອດ​ຝັ່ງ ຫຼື ບໍ່ນັ້ນ ສ່ວນ​ໜຶ່ງ​ແມ່ນ​ຕ້ອງ​ອາ­ໄສ​ຄວາມ​ຮອບ​ຮູ້​ກ່ຽວ​ກັບ​ຄົນ​ຢ່າງ​ລະ­ອຽດ​ເລິກ​ເຊິ່ງ ແລະ ນໍາ​ໄປ​ໝູນ​ໃຊ້​ໃນ​ການ​ປະ­ຕິ­ບັດ​ງານ​ໃນ​ແຕ່​ລະ​ຈຸດ ແຕ່​ລະ­ສະ​ພາບ​ການ​ໄດ້​ຢ່າງ​ຖືກ­ຕ້ອງ​ມີ​ປະ­ສິດ­ທິ­ພາບ ແລະ ພໍ­ໃຈ​ຂອງ​ທຸກ​ຄົນ​ທີ່​ຮ່ວມ​ປະ­ຕິ­ບັດ​ງານ.


5.1  ຮູ້­ຈັກ​ຄຸນ­ຄ່າ​ຂອງ​ຄົນ

ຈຸດ​ເລີ່ມ​ຕົ້ນ​ສຳ­ຄັນ​ທີ່​ສຸດໃນການບໍລິຫານຄົນ ແມ່ນ​ຜູ້ນໍາ​ພາ​ຄວນ​ສຳ​ນຶກ ແລະ ຕື່ນ​ຕົນ​ເອງ​ສະ­ເໝີ​ວ່າ ຜູ້​ຢູ່ໃຕ້​ການ​ບັງ­ຄັບ​ບັນ­ຊາ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຊິ­ວິດ​ຈິດ­ໃຈ, ມີ​ບັນ­ຫາ​ສ່ວນ​ຕົວ, ມີ​ຄວາມ​ຫວັງ​ໃນ​ຊິ­ວິດ​ຄື​ກັບ​ຕົນເອງ, ຕ້ອງ­ການ​ເປັນ​ຄົນ​ດີ​ມີ​ຄວາມ​ກ້າວ­ໜ້າ, ຕ້ອງ­ການ​ຄວາມ​ຮັກ​ໄຄ່, ຍົກ­ຍ້ອງ ແລະ ຄວາມ​ໝັ້ນ­ຄົງ​ໃນ​ຊີ​ວິດ.

ການ​ຊ່ວຍ­ເຫຼືອ​ຄົນ​ແມ່ນ​ມີ​ຫຼາຍ​ວິ­ທີ​ການ ວິ­ທີ​ໜຶ່ງ​ທີ່​ມີ​ຄວາມ​ສໍາ​ຄັນ​ຫຼາຍ ແລະ ຜູ້​ນໍາ​ພາ​ບໍ່​ຈຳ­ເປັນ​ຕ້ອງ​ລົງ​ທຶນ​ຫຼາຍ ແມ່ນ​ການ​ຍົກ­ຍ້ອງ​ໃຫ້​ກຽດ, ການ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເຫັນ​ຄວາມ​ສໍາ​ຄັນ​ຂອງ​ທຸກ​ຄົນ. ການ​ຍົກ­ຍ້ອງ​ຊົມ­ເຊີຍ​ທີ່​ໄດ້­ຜົນ ແລະ ບໍ່​ເຄີຍ​ເກີດ​ຜົນ​ໃນ​ທາງ​ລົບ​ກັບ​ຜູ້​ອື່ນນັ້ນ ຊຶ່ງເປັນ​ສິນ­ລະ­ປະ​ທີ່​ຜູ້​ນໍາ​ຕ້ອງ​ຮຽນຮູ້​ກາ​ລະ​-​ເທ­ສະ, ລະ­ອຽດ​ອ່ອນ ​ນີ້​ແມ່ນ​ປັດ​ໃຈ​ສໍາ​ຄັນ​ທີ່​ຊ່ວຍ​ໃຫ້​ວຽກ​ງານ​ປະ­ສົບ​ຜົນ­ສຳ­ເລັດ.

         ຢ່າງ­ໃດ​ກໍ​ຕາມ, ໃນ​ຊິ­ວິດ​ຕົວ​ຈິງ​ການ​ປະ­ຕິ­ບັດ​ວຽກ​ງານ ແລະ ການ​ບໍ­ລິ­ຫານ​ຄົນ, ຜູ້​ນໍາ​ພາ​ບໍ່​ອາດ​ຍົກ­ຍ້ອງ​ຊົມ­ເຊີຍ​ຄົນ​ຂອງ​ຕົນ​ຕະ­ຫຼອດ​ເວ­ລາ, ບາງ​ຄັ້ງ​ຖ້າ​ມີ​ຂໍ້​ຜິດ­ພາດ​ກໍ່​ຄວນ​ມີ​ການຕຳ​ນິ​ສົ່ງ​ຂ່າວ ເພື່ອ​ໃຫ້​ປັບ­ປຸງ​ແກ້​ໄຂ​ໃຫ້ດີ​ຂື້ນ. ການ​ຕຳ​ນິ​ສົ່ງ​ຂ່າວ ເປັນ​ສີິ່ງ​ຈຳ­ເປັນ​ໃນ​ບາງ​ສະ­ຖາ­ນະ​ການ, ມີ​ຫຼາຍ​ທ່ານ​ກ່າວ​ໄວ້​ວ່າ: “ເມື່ອ​ຈຳ­ເປັນ​ຕ້ອງ​ຕຳ​ນິ​ສົ່ງ​ຂ່າວ ແຕ່ໃນການຕໍານິສົ່ງຂ່າວນັ້ນຂໍ​ໃຫ້​ຕໍານິ​ໝາກ­ຜົນ​ຂອງ​ການ​ປະ­ຕິ­ບັດ​ງານ, ຢ່າ​ຕຳ​ນິ​ຄຸນ­ຄ່າ​ຂອງ​ຄົນ” ໝາຍຄວາມວ່າ ໃຫ້ເບິ່ງບັນຫາຂອງການປະຕິບັດງານດັ່ງກ່າວ ວ່າຍ້ອນຫຍັງຈຶ່ງບໍ່ສໍາເລັດ ຊຶ່ງການປະຕິບັດງານນັ້ນບໍ່ໄດ້ຕາມເປົ້າໝາຍເພາະຫຍັງຍັງຂາດປັດໃຈດ້ານໃດ ເຊັ່ນ: ເຄື່ອງມືບໍ່ພໍ ຫຼື ບໍ່ມີເຄື່ອງມື, ຂາດຄວາມເຂົ້າໃຈຕໍ່ວຽກງານ ຫຼື ເປັນນໍາສະພາບແວດລ້ອມພາຍນອກ.


5.2   ຮູ້­ຈັກ​ໃຫ້​ໂອ­ກາດ​ແກ່​ຄົນ

ການບໍລິຫານບຸກຄະລາກອນນັ້ນ, ຖ້າຜູ້ບໍລິຫານຮູ້­ຈັກ​ຄຸນ­ຄ່າ​ຢ່າງ​ດຽວ​ຂອງ​ຄົນ​ແຕ່​ບໍ່​ຮູ້­ຈັກ​ການ​ໃຫ້​ໂອ­ກາດ​ແກ່ຜູ້ຢູ່ໃຕ້ການບັງຄັບບັນຊາ ຊຶ່ງບໍ່ໃຫ້​ຜູ້​ຢູ່​ໃຕ້​ການ​ບັງ­ຄັບ​ບັນ­ຊາ​ໄດ້​ສະ­ແດງ​ຄວາມ​ຄິດ​ເຫັນ​ຄວາມ​ສາ­ມາດ​ຂອງ​ຕົນ​ອອກ​ມາ​ກໍ່​ຈະ​ບໍ່​ມີ​ຄວາມ​ໝາຍ​ຫຍັງ. ການ​ໃຫ້​ໂອ­ກາດ​ແກ່​ຄົນ​ມີ​ຄວາມ​ໝາຍ​ກວ້າງ­ຂວາງ ເລີ່ມ​ແຕ່​ການ​ມອບ​ໝາຍ​ວຽກ​ງານ​ສຳ­ຄັນ, ວຽກ​ງານ​ທີ່​ີມີຄຸນ­ຄ່າ​ເໝາະ​ສົມ​ກັບ​ຄຸນ​ວຸດ​ທິ, ຄວາມ​ຮູ້​ຄວາມ​ສາ­ມາດ ແລະ ປະສົບ​ການ​ຂອງ​ຜູ້​ປະ­ຕິ­ບັດ, ການ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ກຳ­ນົດ​ຈຸດ​ປະສົງ ແລະ ຄາດ​ໝາຍ​ຂອງ​ໜ່ວຍ​ງານ, ການ​ເຊີນ​ເຂົ້າ​ຮ່ວມ​ການ­ເຄື່ອນ­ໄຫວ​ກິດ­ຈະ­ການ​ຕ່າງໆ, ການ​ຮັບ​ເອົາ​ຄວາມ​ຄິດ​ເຫັນ ແລະ ການ​ໃຫ້​ຂໍ້​ມູນ​ຂ່າວ­ສານ​ໃນ​ເລື່ອງ​ຕ່າງ​ໆທີ່​ຜູ້​ຢູ່​ໃຕ້​ການ​ບັງ​ຄັບ​ບັນ­ຊາ​ຄວນ​ໄດ້​ຮັບ​ຮູ້ເຖິງ​ແມ່ນ​ວ່າ​ບໍ່​ແມ່ນ​ວຽກ​ງານ​ທີ່​ຢູ່​ໃນ​ຄວາມ​ຮັບ­ຜິດ­ຊອບ​ໂດຍ​ກົງ​ກໍ​ຕາມສິ່ງ​ທີ່​ກ່າວ​ມາ​ທັງ​ໝົດ​ນັ້ນ​ແມ່ນ​ການ​ໃຫ້​ໂອ­ກາດ​ແກ່​ຄົນ​ທັງ​ນັ້ນ.

ການ​ໃຫ້​ໂອ­ກາດ​ສະ­ແດງ​ຄວາມ​ຄິດ​ເຫັນ​ເປັນ​ເລື່ອງ​ສຳ­ຄັນ​ຫຼາຍ, ນອກ­ຈາກ​ຈະ​ຊ່ວຍ​ທາງ​ດ້ານ​ຈິດ­ຕະ­ວິ­ທະ­ຍາ​ແລ້ວ​ຍັງ​ຊ່ວຍ​ໃນ​ການ​ບໍ­ລິ­ຫານ​ງານ, ຜູ້­ນຳ​ຈະ​ໄດ້​ຮັບ​ຂໍ້​ສະ­ເໜີ, ຄຳ​ຄິດ​ຄຳ​ເຫັນ​ທີ່​ເປັນ​ປະ­ໂຫຍດ, ຜູ້­ນຳຕ້ອງ​ເຮັດ​ດ້ວຍ​ຄວາມ​ຕັ້ງ­ໃຈ, ທັງ​ເຫັນ­ໃຈ ແລະ ຈິງ​ໃຈ​ຖ້າ​ສິ່​ງ​ໃດ​ສາ​ມາດ​ນໍາ​ໄປ​ດັດ​ປັບ​ກໍ​ຄວນ​ດຳ­ເນີນ​ການ​ທັນ­ທີ ແລະ ຖ້າ​ຂໍ້ສະ­ເໜີ​ໃດ​ບໍ່​ສາ­ມາດ​ນຳ­ໄປ​ປະ­ຕິ­ບັດກໍ​ຄວນ​ອະ­ທິ­ບາຍ​ຢ່າງ​ເປີດ­ເຜີຍ​ ສິ່ງ​ສຳ­ຄັນແມ່ນ​ຕ້ອງ​ໃຫ້​ຜູ້​ຢູ່ໃຕ້​ການ​ບັງ­ຄັບ​ບັນ­ຊາ​ເຫັນ​ວ່າຂໍ້​ສະ­ເໜີ​ຂອງ​ເຂົາ​ຖືກ​ຮັບ​ຟັງ ແລະ ນຳ­ໄປປະ​ຕິ​ບັດ​ໄດ້​ຖ້າ​​ເຫັນ​ວ່າ​ມີ​ຄວາມ​ເໝາະສົມ.

ບາງ​ຄັ້ງ​ຈະ​ເຫັນ​ວ່າ ໂອ­ກາດ ທີ່​ຜູ້​ນໍາ​ພະ­ຍາ­ຍາມ​ສ້າງ​ໃຫ້​ຜູ້​ຢູ່​ໃຕ້​ການ​ບັງ­ຄັບ​ບັນ­ຊາ​ບໍ່​ໄດ້​ຮັບ​ການ​ສະ­ໜອງ​ຕອບ ຫຼື ບໍ່​ເຕັມ​ໃຈ​ຈະ​ໄດ້​ຮັບ​ເອົາ, ເນື່ອງ​ຈາກ​ມີ​ບັນ­ຫາ​ອື່ນ​ເຂົ້າ​ມາ​ແຊກ, ເຊິ່ງ​ອາດ​ຈະ​ເປັນ​ບັນ­ຫາ​ສ່ວນ​ຕົວ​ຂອງ​ພະ­ນັກ­ງານ​ແອບ​ແຝງ​ຢູ່ ຫຼື ຄວາມ​ບໍ່​ເຂົ້າ­ໃຈ, ຄວາມ​ບໍ່​ພໍ­ໃຈ ແລະ ອື່ນໆ. ອັນ​ນີ້​ສະ­ແດງ​ວ່າ­ການ​ປະ­ຕິ­ບັດ​ວຽກ​ງານມັນ​ຈະ​ແຍກ​ອອກຈາກ​ຊິິວິດ​ສ່ວນ​ຕົວ​ບໍ່​ໄດ້, ຖ້າ​ມີ​ບັນ­ຫາ​ໃນ​ຊິ­ວິດ​ສ່ວນ​ຕົວ​ກໍ​ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ປະ­ຕິ­ບັດ​ວຽກ​ງານ.


5.3    ຮູ້­ຈັກ​ພັດ­ທະ­ນາ​ຄົນ

ການພັດທະນາຄົນ ຫຼື ພັດທະນາຊັບພະຍາກອນມະນຸດ ແມ່ນບັນຫາໜຶ່ງເຊິ່ງປັດຈຸບັນບໍ່ວ່າອົງການ ຈັດຕັ້ງ, ອົງການທັງພາກລັດ ແລະ ເອກະຊົນກໍ່ໄດ້ໃຫ້ຄວາມສໍາຄັນ ຊຶ່ງຜູ້ນຳພາທຸກຄົນມີໜ້າທີ່ໃນການບໍລິ ຫານງານໃຫ້ສຳເລັດຜົນ ໂດຍອາໄສກຳລັງຄົນເປັນເຄື່ອງມືຈຳເປັນຕ້ອງເອົາໃຈໃສ່ເລື່ອງການພັດທະນາຄົນ ຫຼື ຊັບພະຍາກອນມະນຸດກໍ່ຄືບຸກຄະລາກອນນັ້ນເອງຢ່າງເອົາຈິງເອົາຈັງ ແລະ ຕ້ອງອອກແຮງສ້າງຄົນຂອງຕົນໃຫ້ພຽບພ້ອມເພື່ອປະຕິບັດງານໄດ້ຢ່າງປະສິດທິພາບ “ພັດທະນາຄົນ” ກໍຄືເຮັດແນວໃດເພື່ອຈະສ້າງຄົນໃຫ້ມີຄວາມຮູ້ ຄວາມສາມາດ, ຄວາມຄິດ ແລະ ຈິດໃຈສູງທີ່ຈະເປັນປະໂຫຍດຕໍ່ການພັດທະນາກໍຄືໜ້າທີ່ຄວາມຮັບຜິດຊອບ.

  ພັດທະນາຄົນແມ່ນອາດຈະດຳເນີນໄປພາຍໃຕ້ຫຼາຍຮູບຫຼາຍແບບຫຼາຍວິທີການ, ແຕ່ຮູບແບບພື້ນ ຖານແມ່ນການຝຶກອົບຮົມ, ການສຳມະນາ (ເປັນຮູບແບບການຝຶກອົບຮົມທີ່ຜູ້ເຂົ້າຮ່ວມຮັບການຝຶກອົບ ຮົມມີປະສົບການໃນການປະຕິວຽກງານເຊຶ່ງຕ້ອງການສຶກສາຄົ້ນຄວ້າເພື່ອນໍາຂໍ້ສະຫຼູບໄປນໍາໃຊ້ໃນການພັດທະນາ ຫຼື ປັບປຸງ ແລະ ແກ້ໄຂ)  ເຊິ່ງສາມາດດຳເນີນໄປເປັນກຸ່ມພ້ອມກັນໃນຫ້ອງຮຽນ ແລະ ນອກນັ້ນກໍຍັງວິທີການ ອື່ນໆ ອີກເຊັ່ນ: ການສອນວຽກ (ຜູ້ບໍລິຫານ ຫຼື ຫົວໜ້າໜ່ວຍງານສອນຜູ້ປະຕິບັດງານຕົວຕໍ່ຕົວ ແລະ ຜູ້ທີ່ສອນ ຫຼື ແນະນໍາວຽກນັ້ນຕ້ອງເປັນຜູ້ທີ່ມີຄວາມຮູ້ສະເພາະດ້ານ), ສອນວິຊາຊີບ, ການເຮັດວຽກລວມກັນ ຫຼື ການສົນທະນາປຶກສາຫາລືກັນຢ່າງບໍ່ມີພິທີການ ຊຶ່ງທັງໝົດນັ້ນເປັນວິທີການພັດທະນາຄົນທີ່ໄດ້ຜົນຫຼາຍຄືກັນ ແລ້ວແຕ່ຜູ້ນຳຈະເລືອກໃຊ້ວິທີໃດວິທີໜຶ່ງ ຫຼື ຫຼາຍວິທີກໍ່ຕ້ອງມີຄວາມຈິງໃຈ, ມີຄາດໝາຍພັດທະນາຢ່າງຈະແຈ້ງ.

ການພັດທະນາຄົນ ແມ່ນຕ້ອງເຮັດດ້ວຍຄວາມຫວັງດີ, ມີຈຸດໝາຍເພື່ອສ້າງຄົນ, ສ້າງຕົວແທນ, ສ້າງຄົນດີ, ເພື່ອຜົນສໍາເລັດ ແລະ ຄວາມກ້າວໜ້າຂອງໜ່ວຍງານ  ບໍ່ຄວນກັງວົນໃຈວ່າເມື່ອພັດທະນາຄົນແລ້ວຕົນເອງຈະຫຼຸດຄຸນຄ່າລົງ ໝາຍຄວາມມວ່າ ມີຜູ້ນໍາຈໍານວນໜຶ່ງອາດຈະຄິດວ່າໃຫ້ການພັດທະນາແກ່ຜູ້ໃຕ້ບັງຄັບບັນຊາ ແລະ ເຂົາຈະມີຄວາມຮູ້ຄວາມສາມາດເໜືອຕົນແລ້ວຕົນເອງຈະລົດຄຸນຄ່າ, ຈະຂາດຄວາມສຳຄັນລົງ, ແຕ່ກົງກັນຂ້າມ ໃຫ້ການພັດທະນາຜູ້ຢູ່ໃຕ້ການບັງຄັບບັນຊາໄດ້ຫຼາຍນ້ອຍສໍ່າໃດຈະເປັນໄມ້ຫລາວັດແທກຄວາມສາມາດ ແລະ ເປັນປັດໃຈຊ່ວຍສົ່ງເສີມຄວາມເປັນນັກບໍລິຫານຂອງຜູ້ນຳພາ. ໃນການພິຈາລະການເລື່ອນຕຳແໜ່ງຜູ້ບໍລິຫານຂອງຫຼາຍອົງການທັງພາກລັດ ແລະ ເອກະຊົນ ຊຶ່ງປັດຈຸບັນກໍ່ໄດ້ເອົາບັນຫານີ້ມາເປັນອົງປະກອບພື້ນຖານໃນການພິຈາລະນາແຕ່ລະຄັ້ງ.  ເນື້ອໃນຂອງການພັດທະນາຄົນ ໂດຍປົກກະຕິແລ້ວແມ່ນ ຖືກກຳນົດຂື້ນບົນພື້ນຖານແຜນລວມກໍ່ຄືແຜນຂອງອົງການ ແລະ ສ່ວນໃຫ່ຍຈະປະກອບດ້ວຍວິຊາສະເພາະທີ່ຈຳເປັນ, ດ້ານການບໍລິຫານ ແລະ ການພັດທະນາດ້ານຈິດໃຈ ໂດຍມີຈຸດສຸມລະອຽດແຕກຕ່າງກັນ ໂດຍອິງຕາມແຕ່ລະຕຳແໜ່ງຂອງຄົນທີ່ຈະພັດທະນາ.









ความคิดเห็น