ການສ້າງແຮງຈູງໃຈສຳລັບຜູ້ນຳ
ໂດຍ: ປັນຍາສັກ ແສງອ່ອນແກ້ວ
ແຮງຈູງໃຈ (Motive) ຄືພະລັງພັກດັນໃຫ້ຄົນມີພຶດຕິກຳ ໂດຍກຳນົດທິດທາງ ແລະ ເປົ້າໝາຍຂອງພຶດຕິກຳນັ້ນດ້ວຍ. ບຸກຄົນທີ່ມີແຮງຈູງໃຈສູງຈະໃຊ້ຄວາມພະຍາຍາມເພື່ອໄປສູ່ເປົ້າໝາຍ ສ່ວນບຸກຄົນທີ່ແຮງຈູງໃຈຕໍ່າຈະບໍ່ສະແດງພຶດຕິກຳ ຫຼື ບໍ່ກໍ່ຍົກເລີກກ່ອນໄປເຖິງເປົ້າໝາຍ.
ດັ່ງນັ້ນ, ສິ່ງທີ່ສຳຄັນທີ່ສຸດຂອງຜູ່ນຳກໍ່ຄື : ຄວາມຮູ້ຄວາມເຂົ້າໃຈ ແນວຄິດກ່ຽວກັບແຮງຈູງໃຈຂອງບຸກຄົນ ເຊິ່ງຈະຊ່ວຍໃຫ້ຮູ້ເຖິງຄວາມຕ້ອງການ
ແລະ ແຮງຈູງໃຈຂອງຜູ້ຢູ່ໃຕ້ບັງຄັບບັນຊາ ແລະ ພ້ອມທີ່ຈະສ້າງແຮງຈູງໃຈໃນການເຮັດວຽກເພື່ອໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາປະຕິບັດວຽກງານຢ່າງມີປະສິດທິພາບ
ຜູ້ນຳທີ່ດີຈະຕ້ອງສ້າງແຮງຈູງໃຈໃຫ້ສະມາຊິກໃນທີມງານດ້ວຍຄວາມເຕັມໃຈ, ເຕັມປະສິດທິພາບ ແລະ
ມີຄວາມສຸກໃນການເຮັດວຽກ ຈຶ່ງຈະເປັນການເຮັດວຽກທີ່ເກີດປະສິດທິຜົນສູງສຸດ.
1. ຄວາມໝາຍຂອງແຮງຈູງໃຈ
(Mc kenchie and Doyle .1970) ກ່າວວ່າ
ແຮງຈູງໃຈໝາຍເຖິງສິ່ງທີ່ບຸກຄົນຄາດຫວັງ ໂດຍສິ່ງນັ້ນອາດ ເປັນສິ່ງທີ່ບຸກຄົນເພິ່ງພໍໃຈ ຫຼື
ບໍ່ພໍໃຈກໍ່ໄດ້ ແລະ ຄວາມຄາດຫວັງນີ້ຈະເປັນຕົວກະຕຸ້ນໃຫ້ບຸກຄົນສະແດງພຶດຕິກຳທີເອີ້ນວ່າ
: ການຈູງໃຈ ດັ່ງນັ້ນ, ແຮງຈູງໃຈຈະປະກອບດ້ວຍສິ່ງຕ່າງໆ ດັ່ງຕໍ່ໄປນີ້ :
1). ເປັນພະລັງທີ່ກະຕຸ້ນໃຫ້ບຸກຄົນສະແດງພຶດຕິກຳ ເຊິ່ງພະລັງນັ້ນສາມາດປ່ຽນແປງໄດ້ເຊັ່ນ : ບາງຄົນຍ່າງໄວ, ບາງຄົນຍ່າງຊ້າ ເປັນຕົ້ນ.
2).
ເປັນຕົວກຳນົດທິດທາງ ແລະ ເປົ້າໝາຍຂອງພຶດຕິກຳ ເຊັ່ນ : ການເດີນທາງກັບບ້ານອາດຈະແວ່ຮ້ານອາ
ຫານ, ຮ້ານຂາຍປື້ມ ຫຼື ແວ່ບ້ານໝູ່ ສິ່ງເຫຼົ່ານີ້ລ້ວນແຕ່ເປັນໄປເພື່ອຕອບສະໜອງຄວາມຕ້ອງການທີ່ແຕກຕ່າງກັນໄປ.
3). ເປັນຕົວກຳນົດລະດັບຄວາມພະຍາຍາມ ເຊັ່ນ : ບຸກຄົນທີ່ມີຄວາມຕ້ອງການອ່ານຕຳລາເຫຼັ້ມໜຶ່ງກໍ່ຈະໄປ
ຊອກເບີ່ງຕຳລາຮຽນຈາກຫໍສະມຸດ ຖ້າພົບວ່າຕຳລາເຫຼັ້ມທີ່ຕ້ອງການນັ້ັ້ນບໍ່ມີ ຫາກຍັງມີຄວາມຕ້ອງການນັ້ນຢູ່ໃນລະດັບ
ສູງ ກໍຈະໃຫ້ໄປຕຳລານັ້ນຈາກຫໍສະມຸດອື່ນໆ ຫຼື ໄປຊອກຢືມໝູ່… ຈົນກວ່າຈະໄດ້ຕຳລາເຫຼັ້ມນັ້ນມາອ່ານ ແຕ່ຖ້າຄວາມ
ຕ້ອງການມີຢຸ່ບໍ່ຫຼາຍ ອາດບໍ່ຈຳເປັນຕ້ອງກາຕຳລາເຫຼັ້ມນັ້ນກໍ່ໄດ້ແຕ່ຈະອ່ານບາງເຫຼັ້ມທົດແທນໄດ້.
(Anita
E.Woolfolk, 1995.p.175) ໄດ້ກ່າວວ່າ ການຈູງໃຈເປັນພາວະພາຍໃນຂອງບຸກຄົນທີ່ຖືກກະຕຸ້ນ
ໃຫ້ເກີດການພຶດຕິກຳຢ່າງມີທິດທາງ ແລະ ຕໍ່ເນື່ອງ.
(Plotnik.
1996.p.301) ໄດ້ສະເໜີວ່າ ການຈູງໃຈຈະກ່ຽວຂ້ອງກັບປັດໄຈທາງດ້ານຮ່າງກາຍ ແລະ
ຈິດໃຈ ທີ່ເປັນສາເຫດໃຫ້ບຸກຄົນສະແດງພຶດຕິກຳຕ່າງກັນໄປຕາມເວລາທີ່ເໝາະສົມ ໂດຍມີລັກສະນະທີ່ສຳຄັນ
ໄດ້ແກ່ ເປັນພະ ລັງທີ່ເຮັດໃຫ້ບຸກຄົນລົງມືກະທຳສິ່ງຕ່າງໆ ແລະ ໃຊ້ພະລັງເຫຼົ່ານັ້ນເພື່ອໄປສູ່ເປົ້າໝາຍທີ່ຕ້ອງການ
ນອກຈາກນີ້ຍັງກ່ຽວ ຂ້ອງກັບຄວາມຮູ້ສຶກທີ່ມຸ້ງໝັ້ນທີ່ຈະໄປສູ່ເປົ້າໝາຍທີ່ຕັ້ງໄວ້.
(Domjan.1996.p.152) ໄດ້ສະເໜີວ່າ ການຈູງໃຈເປັນພາວະພາຍໃນການເພີ່ມພຶດຕິກຳການກະທຳ ຫຼື ກິດຈະກຳຂອງຂອງບຸກຄົນ
ໂດຍບຸກຄົນຕັ້ງໃຈທີ່ຈະກະທຳພຶດຕິກຳນັ້ນ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕ້ອງການ.
(Vroom,1964) ໄດ້ໃຫ້ຄວາມໝາຍຂອງແຮງຈູງໃຈວ່າ ໝາຍເຖິງຂະບວນການໃນການຄວບຄຸມ ຫຼື ຄອບງຳທາງເລືອກໂດຍບຸກຄົນ, ໂດຍບໍ່ເປີດໂອກາດໃຫ້ເລືອກທາງອື່ນໆ ດ້ວຍຄວາມສະມັກໃຈ ເຊັ່ນ
: ເມື່ອເຮົາເກີດຄວາມຮູ້ສຶກຫິວເຂົ້າກໍ່ຕ້ອງຮັບປະທານອາຫານ ເພື່ອຕອບສະໜອງຄວາມຕ້ອງການຂອງຮ່າງກ່າຍເຊິ່ງບໍ່ມີໂອກາດເລືອກທາງອື່ນແຕ່ຢ່າງໃດ.
ສະຫຼຸບແລ້ວ
ແຮງຈູງໃຈເປັນພາວະພາຍໃນຂອງບຸກຄົນທີ່ຖືກກະຕຸ້ນຈາກສິ່ງຕ່າງໆ ໂດຍມີຄວາມຕັ້ງໃຈໃຫ້ເຮັດ
ຫຼື ພະຍາຍາມເຮັດໃຫ້ບັນລຸວັດຖຸປະສົງ ເຊິ່ງຈະເຫັນໄດ້ຈາກພຶດຕິກຳທີ່ເກີດຈາກແຮງຈູງໃຈ
ເປັນພຶດຕິກຳທີ່ບໍ່ພຽງແຕ່ຕອບສະໜອງແບບປົກກະຕິເທົ່ານັ້ນ
ແຕ່ຕ້ອງເປັນພຶດຕິກຳທີ່ມີຄວາມເຂັ້ມຂຸ້ນ, ມີທິດທາງ, ມີເປົ້າໝາຍທີ່ຊັດເຈນວ່າຕ້ອງການໄປສູ່ຈຸດໃດ ແລະ
ພຶດຕິກຳທີ່ເກີດຂື້ນເປັນຜົນສືບເນື່ອງມາຈາກແຮງຜັກດັນ ຫຼື ແຮງກະຕຸ້ນທີ່ເອີ້ນວ່າ : ແຮງຈູງໃຈ.
2. ຄວາມສຳຄັນຂອງແຮງຈູງໃຈ
ໃນແງ່ຈິດຕະວິທະຍາ ອົງການຈະມີການສຶກສາທັດສະນະ ແລະ ແນວຄິດທີ່ກ່ຽວຂ້ອງກັບການບໍລິຫານບຸກຄົນ ໂດຍມີຄວາມເຊື່ອວ່າພຶດຕິກຳໃນການເຮັດວຽກຂອງບຸກຄົນທີ່ສະແດງອອກມາແບບໃດ ປັດໄຈໜື່ງຈະເກີດມາຈາກແຮງຈູງໃຈຂອງແຕ່ລະບຸກຄົນເກືອບທັງໝົດ ເຊິ່ງຜູ້ບໍລິຫານຈຳເປັນຕ້ອງສຶກສາເລື່ອງຕ່າງໆເຫຼົ່ານີ້ໃຫ້ເຂົ້າໃຈ ແລະ ເຮັດໜ້າທີ່ໃນການສ້າງແຮງຈູງໃຈໃຫ້ເກີດຂື້ນກັບບຸກຄະລາກອນໃນໜ່ວຍງານນັ້ນໆ ເຮັດວຽກດ້ວຍຄວາມຮູ້ສຶກເພິ່ງພໍໃຈ ເຊິ່ງຈະເຮັດໃຫ້ເຂົາມີຄວາມທຸມເທ ແລະ ຄວາມເອົາໃຈໃສ່ຕໍ່ວຽກທີ່ເຮັດ ແລະ ນຳໄປສູ່ປະສິດທິພາບ ແລະ ປະສິດທິຜົນໃນການເຮັດວຽກຢ່າງສູງສຸດ. ໃນທາງກົງກັນຂ້າມຫາກບຸກຄະລາກອນຫາກຂາດແຮງຈູງໃຈໃນການເຮັດວຽກແລ້ວອາດນຳ ໄປສູ່ຄວາມຮູ້ສຶກເບື່ອໜ່າຍ, ຂາດວຽກ, ການຂັດແຍ້ງກັບຄົນອື່ນຫຼືເພື່ອນຮ່ວມງານການລາອອກຈາກວຽກ ແລະ ອື່ນໆ ເຊິ່ງມີຜົນກະທົບຕໍ່ປະສິດທິຜົນຂອງອົງການໃນທີ່ສຸດ.
ການຈູງໃຈມີອິດທິພົນຕໍ່ກັບປະສິດທິພາບຂອງວຽກງານ, ວຽກງານຈະມີຄຸນນະພາບດີຫຼາຍໜ້ອຍສໍ່າໃດນັ້ນ ແຮງຈູງໃຈມີສ່ວນສຳຄັນຢ່າງຍິ່ງ ຜູ້ບັງຄັບບັນຊາ
ຫຼື ຫົວໜ້າໜ່ວຍງານຈຶ່ງຈຳເປັນຕ້ອງເຂົ້າໃຈວ່າສິ່ງໃດຄືແຮງຈູງໃຈທີ່ຈະເຮັດໃຫ້ພະນັກ
ງານເຮັດວຽກຢ່າງເຕັມທີ່ ແລະ ກໍ່ບໍ່ເປັນເລື່ອງງ່າຍດາຍໃນການຈູງໃຈພະນັກງານ ເນື່ອງຈາກວ່າພະນັກງານມີການຕອບສະໜອງ ແລະ ວິທີການເຮັດວຽກທີ່ແຕກຕ່າງກັນ. ດັ່ງນັ້ນ,
ການຈູງໃຈພະນັກງານຈຶ່ງມີຄວາມສຳຄັນ
ໂດຍຄວາມສຳຄັນໃນການຈູງໃຈໃນການປະຕິບັດວຽກງານສາມາດສະຫຼຸບໄດ້ດັ່ງນີ້ :
1. ພະລັງ
ເປັນແຮງຂັບເຄື່ອນທີ່ສຳຄັນຕໍ່ການກະທຳ ຫຼື ພຶດຕິກຳຂອງມະນຸດໃນການເຮັດວຽກຕ່າງໆ
ຖ້າບຸກຄົນມີແຮງຈູງໃຈໃນການເຮັດວຽກສູງກໍ່ຈະມີຄວາມດຸໝັ່ນ, ກະຕືລືລົ້ນ
ເພື່ອເຮັດໃຫ້ສຳເລັດ ເຊິ່ງກົງກັນຂ້າມກັບບຸກຄົນປະເພດທີ່ ມາຊ້າກັບໄວ
ເຮັດວຽກພໍແລ້ວມື້ແລ້ວວັນເທົ່ານັ້ນ.
2. ຄວາມພະຍາຍາມ
ເຮັດໃຫ້ບຸກຄົນມີຄວາມອົດທົນ, ບຸກບືນ, ຄິດຫາວິທີການທີ່ຈະນຳຄວາມຮູ້ຄວາມສາມາດ
ແລະ ປະສົບການຂອງຕົນມາໃຊ້ໃຫ້ເກີດປະໂຫຍດຕໍ່ກັບວຽກງານໃຫ້ໄດ້ຫຼາຍທີ່ສຸດ, ບໍ່ທໍ້ຖອຍ ຫຼື ຍ່ອມແພ້ງ່າຍໆ ເຖິງວ່າຈະມີອຸປະສັກມາຂັດຂວາງ ແລະ
ເມື່ອວຽກງານໄດ້ຮັບຜົນສຳເລັດດ້ວຍດີກໍ່ມັກຈະຫາວິທີການປັບປຸງພັດທະນາໃຫ້ດີຂື້ນເລື້ອຍໆ.
3. ການປ່ຽນແປງ
ຮູບແບບການເຮັດວຽກ ຫຼື ວິທີເຮັດວຽກໃນບາງຄັ້ງກໍ່ໃຫ້ເກີດການຄົ້ນພົບຊ່ອງທາງການດຳເນິນວຽກງານທີ່ດີກວ່າ
ຫຼື ປະສົບຄວາມສຳເລັດຫຼາຍກວ່າ ນັກຈິດຕະວິທະຍາບາງຄົນເຊື່ອວ່າ
ການປ່ຽນແປງເປັນເຄື່ອງໝາຍຂອງຄວາມຈະເລີນກ້າວໜ້ຂອງບຸກຄົນ. ສະແດງໃຫ້ເຫັນວ່າບຸກຄົນກຳລັງສະແວງຫາການຮຽນຮູ້ສິ່ງໃໝ່ໆໃຫ້ຊີວິດ
ບຸກຄົນທີ່ມີແຮງຈູງໃຈໃນການເຮັດວຽກສູງຈະພະຍາຍາມຫາຫົນທາງເພື່ອທີ່ຈະບັນລຸວັດຖຸປະສົງຕ່າງໆ
ຫາກບໍ່ສຳເລັດບຸກຄົນນັ້ນກໍ່ມັກຈະພະຍາຍາມຄົ້ນຫາສິ່ງທີ່ຜິດພາດ ແລະ
ພະຍາຍາມແກ້ໄຂໃຫ້ດີຂື້ນໃນທຸກວິທີທາງ ເຊິ່ງເຮັດໃຫ້ເກີດການປ່ຽນແປງ
ຈົນໃນທີ່ສຸດເຮັດໃຫ້ຄົ້ນພົບແນວທາງທີ່ເໝາະສົມ ເຊິ່ງຈະແຕກຕ່າງໄປຈາກແນວທາງເດີມ.
4. ບຸກຄົນທີ່ມີແຮງຈູງໃຈໃນການເຮັດວຽກ
ຈະເປັນບຸກຄົນທີ່ມຸ້ງໝັ້ນໃນການເຮັດວຽກໃຫ້ເກີດຄວາມຈະເລີນກ້າວໜ້າ ແລະ
ມຸ້ງໝັ້ນເຮັດວຽກທີ່ຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ, ເປັນບຸກຄົນທີ່ມີຈັນຍາບັນໃນການເຮັດວຽກ, ຜູ້ມີຈັນຍາບັນໃນການເຮັດວຽກຈະເປັນບຸກຄົນທີ່ມີຄວາມຮັບຜິດຊອບ, ໝັ້ນຄົງໃນໜ້າທີ່, ມີວິໄນໃນການເຮັດວຽກ
ເຊິ່ງລັກສະນະດັ່ງກ່າວນັ້ນສະແດງໃຫ້ເຫັນເຖິງຄວາມຄົບຖ້ວນສົມບຸນ
ບຸກຄົນໃນລັກສະນະນີ້ມັກຈະບໍ່ມີເວລາໄປຄິດ ແລະ ເຮັດໃນສິ່ງທີ່ບໍ່ດີ.
ສະຫຼຸບແລ້ວແຮງຈູງໃຈຈຶ່ງມີຄວາມສຳຄັນຄື :
- ຄົນເຮົາສາມາດປະຕິບັດວຽກງານໃຫ້ໄດ້ຮັບຜົນສູງສຸດໄດ້ ຖ້າມີແຮງຈູງໃຈທີ່ເໝາະສົມ,
- ຄົນເຮົາຈະມີພຶດຕິກຳແນວໃດນັ້ນຂື້ນກັບແຮງຈູງໃຈທີ່ໄດ້ຮັບ.
- ແຮງຈູງໃຈສາມາດເຮັດໃຫ້ຄົນດຶງສັກກະຍະພາບອອກມາປ່ຽນເປັນຜົນງານໄດ້.
- ຖ້າຄົນເຮົາຂາດແຮງຈູງໃຈໃນການເຮັດວຽກແລ້ວ ຈະກໍ່ໃຫ້ເກີດພຶດຕິກຳບ່ຽງບຽນໃນທາງລົບ.
- ຫົວໜ້າໜ່ວຍງານໂດຍກົງຄືຜູ້ສ້າງແຮງຈູງໃຈໃຫ້ລູກນ້ອງໄດ້ຫຼາຍກວ່າອົງການ.
- ພາວະຜູ້ນຳຄືວິທີສ້າງແຮງຈູງໃຈ.
- ແຮງຈູງໃຈທີ່ມີພະລັງຫຼາຍທີ່ສຸດຄືແຮງຈູງໃຈທີ່ສ່ອດຄ້ອງກັບລັກສະນະບຸກຄົນ ແລະ ສະຖານະການ.
3. ລັກສະນະຂອງແຮງຈູງໃຈ
ແຮງຈູງໃຈຂອງມະນຸດມີຫຼາຍຢ່າງ ເຊິ່ງເກີດຂື້ນມາຈາກທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ (ທິລະສັກ ກາບັນນາລັກ, 2550, ໜ້າ 3-5 ) ຄື:
3.1 ແຮງຈູງໃຈພາຍໃນ.
ແຮງຈູງໃຈພາຍໃນເປັນສິ່ງຜັກດັນຈາກພາຍນອກໃນຕົວບຸກຄົນ ເຊິ່ງອາດຈະເປັນທັດສະນະຄະຕິ, ຄວາມຄິດເຫັນ, ຄວາມສົນໃຈ, ຄວາມຕັ້ງໃຈ, ການເບີ່ງເຫັນຄຸນຄ່າ, ຄວາມພໍໃຈ, ຄວາມຕ້ອງການ. ສິ່ງດັ່ງກ່າວນີ້ມີອິດທິພົນຕໍ່ພຶດຕິກຳຄ້ອນຂ້າງຖາວອນ ເຊັ່ນ : ພະນັກງານທີ່ເຫັນຄຸນຄ່າຂອງວຽກງານຈະເບີ່ງອົງການຄືສະຖານ ທີ່ໃຫ້ຊີວິດແກ່ເຂົາ ແລະ ຄອບຄົວ ເຂົາເຫຼົ່ານັ້ນກໍ່ຈະຈົ່ງຮັກພັກດີຕໍ່ອົງການ ຫຼື ກໍລະນີທີ່ເກີດບັນຫາທາງເສັດຖະກິດສົ່ງຜົນເຮັດໃຫ້ອົງການຂາດງົບປະມານ, ບໍ່ມີເງິນຈ່າຍຄ່າຕອບແທນ ຫຼື ສະຫວັດດີການຕ່າງໆ ແຕ່ດ້ວຍຄວາມຜູກພັນເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ທັງຜູ້ບັງຄັບບັນຊາ ແລະ ພະນັກງານຮ່ວມມືກັນດ້ວຍວິທີການຕ່າງໆ ເພື່ອເຮັດໃຫ້ອົງການມີລາຍໄດ້. ສະຖານະການດັ່ງກ່າວນີ້ຫາກພະນັກງານຮ່ວມມືກັນດຳເນີນວຽກງານດ້ວຍຄວາມເຕັມໃຈ, ມີທັດສະນະຄະຕິທີ່ດີຕໍ່ຜູ້ບັງຄັບບັນຊາ ຫຼື ເຮັດວຽກດ້ວຍຄວາມຮັບຜິດຊອບສູງໃນຖານະສະມາຊິກຄົນໜຶ່ງຂອງອົງການ ບໍ່ແມ່ນເພາະຄິດແຕ່ວ່າຈະຖືກໄລ່ອອກ ສິ່ງດັ່ງກ່າວນັ້ນກໍ່ນັບວ່າເປັນພຶດຕິກຳທີ່ເກີດຈາກແຮງຈູງໃຈ.
3.2 ແຮງຈູງໃຈພາຍນອກ
ແຮງຈູງໃຈພາຍນອກເປັນສິ່ງຜັກດັນພາຍນອກຕົວບຸກຄົນທີ່ມາກະຕຸ້ນໃຫ້ເກີດພຶດຕິກຳອາດຈະເປັນການໄດ້ຮັບລາງວັນຕ່າງໆ,
ຊື່ສຽງ, ການໄດ້ຮັບການຍ້ອງຍໍ…ແຮງຈູງໃຈນີ້ບໍ່ໝັ້ນຄົງຖາວອນ
ບຸກຄົນທີ່ສະແດງພຶດຕິກຳເພື່ອຕອບສະໜອງສິ່ງຈູງໃຈດັ່ງກ່າວເພາະວ່າຕ້ອງການສິ່ງຕອບແທນເທົ່ານັ້ນ.
4. ທີ່ມາຂອງແຮງຈູງໃຈ
ແຮງຈູງໃຈມີທີ່ມາຈາກຫຼາຍສາເຫດດ້ວຍກັນ, ແຮງຈູງໃຈແບບດຽວກັນອາດເຮັດໃຫ້ເກີດພຶດຕິກຳທີ່ຕ່າງກັນ, ແຮງຈູງໃຈຕ່າງກັນອາດເກີດພຶດຕິກຳທີ່ຄືກັນກໍ່ໄດ້ ໂດຍທີ່ມາຂອງແຮງຈູງໃຈທີ່ສຳຄັນມີ ດັ່ງນີ້ :
1) ຄວາມຕ້ອງການ ເປັນສະພາບທີ່ບຸກຄົນຂາດຄວາມສົມດູນ ເຮັດໃຫ້ເກີດແຮງຜັກດັນໃຫ້ບຸກຄົນສະແດງພຶດຕິກຳເພື່ອສ້າງຄວາມສົມດູນໃຫ້ຕົນເອງ ເຊັ່ນ : ເມື່ອຮູ້ສຶກເມື່ອຍກໍ່ຈະນອນ ຫຼື ນັ່ງຜັກຜ່ອນ ຄວາມຕ້ອງການມີອິດທິພົນຫຼາຍຕໍ່ພຶດຕິກຳ ເປັນສິ່ງກະຕຸ້ນໃຫ້ບຸກຄົນສະແດງພຶດຕິກຳເພື່ອບັນລຸຈຸດມຸ້ງໝາຍທີ່ຕ້ອງການ ເຊິ່ງຄວາມຕ້ອງການພື້ນຖານຂອງມະນຸດທີ່ເຮັດໃຫ້ເກີດແຮງຈູງໃຈປະກອບດ້ວຍ :
- ແຮງຈູງໃຈທາງດ້ານຮ່າງກາຍ : (physical motivation) ເປັນຄວາມຕ້ອງການກ່ຽວກັບອາຫານ, ນໍ້າດື່ມ, ການພັກຜ່ອນ, ການໄດ້ຮັບການຄຸ້ມຄອງ, ຄວາມປອດໄພ… ແຮງຈູງໃຈນີ້ຈະມີສູງໃນຕອນໄວເດັກນ້ອຍ ແລະ ຜູ້ໃຫຍ່ຕອນປາຍເນື່ອງຈາກຄວາມເຊື່ອມຂອງຮ່າງກາຍ.
- ແຮງຈູງໃຈທາງສັງຄົມ
(social motivation) ແຮງຈູງໃຈດ້ານນີ້ສະລັບສັບຊ້ອນຫຼາຍ ເປັນຄວາມ
ຕ້ອງການທີ່ມີຜົນມາຈາກດ້ານຊີວະວິທະຍາຂອງມະນຸດ ໃນຄວາມຕ້ອງການຢູ່ຮ່ວມກັນກັບຄອບຄົວ,
ໝູ່ເພື່ອນ, ເພື່ອຮ່ວມງານ ເປັນຄວາມຕ້ອງການສ່ວນບຸກຄົນທີ່ໄດ້ຮັບອິດທິພົນມາຈາກສິ່ງແວດລ້ອມ
ແລະ ວັດທະນະທຳ ເຊິ່ງໃນບາງວັດທະນະທຳ ຫຼື ບາງສັງຄົມຈະມີອິດທິພົນທີ່ເຂັ້ມແຂງ ຄວາມແຕກຕ່າງຂອງແຮງຈູງໃຈດ້ານສັງຄົມ
ແລະ ແຮງຈູງ ໃຈດ້ານຮ່າງກ່າຍ ຄືແຮງຈູງໃຈດ້ານສັງຄົມເກີດຈາກພຶດຕິກຳທີ່ເຂົາສະແດງອອກດ້ວຍຄວາມຕ້ອງການຕົນເອງຫຼາຍກວ່າ
ຜົນຕອບແທນຈາກວັດຖຸ ແລະ ສິ່ງຂອງ
2) ພະລັງຂັບເຄື່ອນ
ເປັນແຮງຜັກດັນທີ່ເກີດຈາກຄວາມຕ້ອງການທາງດ້ານຮ່າງກາຍ ແລະ
ສິ່ງດຶງດູດຈາກພາຍໃນຕົວບຸກຄົນ, ຄວາມຕ້ອງການ ແລະ ພະລັງຂັບເຄື່ອນມັກເກີດຄວບຄູ່ກັນ.ເມື່ອຄົນເຮົາເກີດຄວາມຕ້ອງການແລ້ວຄວາມຕ້ອງການນັ້ນຈະໄປຜັກດັນໃຫ້ເກີດພຶດຕິກຳທີ່ເອີ້ນວ່າເປັນພະລັງຂັບເຄື່ອນ
ເຊັ່ນ : ໃນການປະຊຸມຜູ້ເຂົ້າຮ່ວມປະຊຸມແມ່ນທັງຫິວເຂົ້າ, ທັງເມື່ອຍ
ແທນທີ່ຈະປະຊຸມໄປດ້ວຍດີກໍ່ອາດຈະເກີດຂໍ້ຂັດແຍ້ງ ຫຼື ເພາະວ່າທຸກຄົນຫິວເຂົ້າ
ຈຶ່ງຟ້າວສະຫຼຸບການປະຊຸມ ເຊິ່ງອາດຈະເຮັດໃຫ້ຂາດການພິຈາລະນາທີ່ດີກໍ່ເປັນໄດ້.
3) ສິ່ງລໍ້ໃຈ
ເປັນສິ່ງຊັກນຳໃຫ້ກະທຳຢ່າງໃດຢ່າງໜື່ງເພື່ອໄປສູ່ຈຸດມຸ້ງໝາຍທີ່ຕັ້ງໄວ້ ຖືວ່າເປັນແຮງຈູງໃຈພາຍນອກ
ເຊັ່ນ : ຕ້ອງການໃຫ້ພະນັກງານມາເຮັດວຽກສະໝໍ່າສະ
ເໝີ ກໍ່ຕ້ອງໃຊ້ວິທີການໃຫ້ຄຳຍ້ອງຍໍພະນັກງານທີ່ບໍ່ຂາດວຽກ
ໂດຍຈັດຫາລາງວັນເພື່ອຄັດເລືອກພະນັກງານທີ່ບໍ່ຂາດວຽກ ຫຼື
ມອບສິ່ງຕ່າງໆໃຫ້ແກ່ບຸກຄົນທີ່ເຮັດວຽກດີ ໂດຍສິ່ງລໍ້ໃຈອາດຈະເປັນວັດຖຸ, ສັນຍາລັກ ຫຼື ຄຳເວົ້າທີ່ເຮັດໃຫ້ບຸກຄົນມີຄວາມພຶງພໍໃຈ.
4) ການຕື່ນຕົວ
ເປັນພາວະທີ່ບຸກຄົນພ້ອມທີ່ຈະສະແດງພຶດຕິກຳສະໝອງພ້ອມທີ່ຈະຄິດ, ກ້າມເນື້ອພ້ອມທີ່ຈະເຄື່ອນໄຫວ, ນັກກິລາທີ່ອຸ່ນເຄື່ອງແລ້ວພ້ອມທີ່ຈະລົງແຂງ
ຫຼື ຫຼິ້ນກິລາ,
ອົງການທີ່ມີພະນັກງານມີຄວາມຕື່ນຕົວກໍ່ຈະສົ່ງຜົນດີຕໍ່ກັບການເຮັດວຽກ
ການສຶກສາທຳມະຊາດຂອງມະນຸດມີຄວາມຕື່ນຕົວ 3 ລະດັບຄື :
- ການຕື່ນຕົວລະດັບສູງ
ຈະຕື່ນຕົວຫຼາຍຈົນກາຍເປັນການຕື່ນຕົກໃຈ ຫຼື ຕື່ນ ເຕັ້ນເກິນໄປ.
- ການຕື່ນຕົວລະດັບກາງ
ຄືລະດັບຕື່ນຕົວທີດີທີ່ສຸດ.
- ການຕື່ນຕົວລະດັບຕໍ່າ
ມັກຈະເຮັດໃຫ້ການເຮັດວຽກຊັກຊ້າ.
5) ຄວາມຄາດຫວັງ
ເປັນການຕັ້ງຄວາມປາດຖະນາທີ່ຈະເກີດຂື້ນຂອງບຸກຄົນໃນສິ່ງທີ່ຈະເກີດຂື້ນໃນອະນາຄົດ ເຊັ່ນ
: ພະນັກງານຫວັງວ່າເຂົາຈະໄດ້ໂບນັດປະມານ 4-5 ເທົ່າຂອງເງິນເດືອນໃນປີນີ້….ຄວາມຄາດຫວັງເຮັດໃຫ້ພະນັກງານມີຊີວິດຊີວາ
ເຊິ່ງບາງຄົນອາດສົມຫວັງ ຫຼື ບາງຄົນອາດຜິດຫວັງກໍ່ເປັນໄດ້. ສິ່ງທີ່ເກີດຂື້ນກັບສິ່ງທີ່ຄາດຫວັງມັກຈະບໍ່ກົງກັນສະເໝີໄປ.ຖ້າສິ່ງທີ່ເກີດຂື້ນຫ່າງກັບຄວາມຄາດຫວັງຫຼາຍກໍ່ຈະເຮັດໃຫ້ພະນັກງານຄັບຂ້ອງໃຈໃນການເຮັດວຽກ.ຄວາມຄາດຫວັງກໍ່ໃຫ້ເກີດແຮງຜັກດັນ
ຫຼື ເປັນແຮງຈູງໃຈທີ່ສຳຄັນຕໍ່ພຶດຕິກຳ
ຖ້າອົງການກະຕຸ້ນໃຫ້ພະນັກງານຍົກລະດັບຜົນງານຕົນເອງໄດ້ ແລະ ພິຈາລະນາຜົນຕອບແທນທີ່ພະນັກງານຄາດຫວັງວ່າຄວນຈະໄດ້
ກໍ່ຈະເປັນປະໂຫຍດຕໍ່ອົງການ ແລະ ພະນັງານ.
6) ການຕັ້ງເປົ້າໝາຍ
ເປັນການກຳນົດທິດທາງ ແລະ ຈຸດມຸ້ງໝາຍປາຍທາງຂອງການກະທຳກິດຈະກຳໃດກິດຈະກຳໜື່ງຂອງບຸກຄົນ
ຈັດເປັນແຮງຈູງໃຈຈາກພາຍໃນຂອງບຸກຄົນຜູ້ນັ້ນໃນການເຮັດວຽກ ອົງການທີ່ມີມຸ່ງເພິ່ມປະລິມານ
ແລະ ຄຸນນະພາບ ຄວນມີການຕັ້ງເປົ້າໝາຍໃນການເຮັດວຽກ
ເພາະຈະສົ່ງຜົນໃຫ້ການເຮັດວຽກມີແຜນໃນການດຳເນິນການ.
5. ອົງປະກອບທີ່ກໍ່ໃຫ້ເກີດແຮງຈູງໃຈ
(ແສງເດືອນ ທະວີສິນ 2539, ໜ້າ 90-92) ໄດ້ອະທິບາຍເຖິງອົງປະກອບທີ່ກໍ່ໃຫ້ເກີດແຮງຈູງໃຈມີດັ່ງນີ້
:
1) ອົງປະກອບທາງຊີວະພາບ (Biological Factors) ຈະກ່ຽວຂ້ອງກັບການເຮັດວຽກຂອງຮ່າງກ່າຍເຊັ່ນ
: ຄວາມຕ້ອງການອາຫານ,
ນໍ້າ ແລະ ອຸນນະພູມທີ່ເໝາະສົມ…
2) ອົງປະກອບທາງດ້ານຄວາມຄິດ
(Cognitive Factors) ໂດຍທີ່ຄວາມຄິດຈະເຮັດໃຫ້ມະນຸດກຳນົດ ການກະທຳຕ່າງໆ
ເຊິ່ງຈະເປັນແຮງຜັກດັນ ຫຼື ແຮງຈູງໃຈໃນການສະແດງພຶດຕິກຳຕ່າງໆ ຄວາມຄິດເຮັດໃຫ້ເກີດເປັນຄວາມເຊື່ອ, ທັດສະນະຄະຕິ
ແລະ ຄ່ານິຍົມ.
3) ອົງປະກອບໃນດ້ານການຮຽນຮູ້
(Learning Factors) ໂດຍທົ່ວໄປແລ້ວມະນຸດຈະມີການຮຽນຮູ້ສິ່ງຕ່າງໆ
ທີ່ຢູ່ອ້ອມຮອບຕົນເອງສະເໝີ ແລະ
ການຮຽນຮູ້ຂອງບຸກຄົນຕ່າງໆກໍ່ເປັນແຮງຈູງໃຈໃຫ້ບຸກຄົນສະແດງພຶດຕິກຳໃນຮູບແບບຕ່າງໆ ເຊັ່ນ
: ແຮງຈູງໃຈທີ່ຈະມີອຳນາດແຮງຈູງໃຈທີ່ຈະປະສົບຄວາມສຳເລັດ, ແຮງຈູງໃຈທີ່ຈະເປັນຄົນຊື່ສັດ
ແລະ ກ້າຫານ ສິ່ງເຫຼົ່ານີ້ລ້ວນແຕ່ເຮັດໜ້າທີ່ຜັກດັນໃຫ້ບຸກຄົນສະແດງພຶດຕິກຳອອກມາ ແລະ
ເປັນສິ່ງທີ່ເກີດຈາກການຮຽນຮູ້ເຊັ່ນດຽວກັນ.
6. ປະເພດຂອງແຮງຈູງໃຈ
ໄດ້ມີການຈຳແນກປະເພດຂອງແຮງຈູງໃຈແຕກຕ່າງກັນໄປ ໂດຍຍຶດຫຼັກເກນຕ່າງໆໃນການແບ່ງດັ່ງນີ້ :
6.1 ແຮງຈູງໃຈຕາມລັກສະນະທີ່ແທ້ຈິງ
1) ແຮງຈູງໃຈທາງຮ່າງກ່າຍ (Physiological Motives) ຫຼື
ເອີ້ນວ່າ ແຮງຈູງໃຈເພື່ອການມີຊິວິດຢູ່(Survival Motives).
2) ແຮງຈູງໃຈທາງສັງຄົມ (Social Motives)
ເປັນແຮງຈູງໃຈທີ່ມາຈາກຄວາມຕ້ອງການທາງດ້ານສັງຄົມ ທີ່ເກີດຈາກການທີ່ບຸກຄົນມີການຮຽນຮູ້
ຫຼື ການໄດ້ຮັບປະສົບການມາກ່ອນ ເຊັ່ນ : ການຕ້ອງການຄວາມຮັກ, ການຍ່ອມຮັບ, ຄວາມປອດໄພ, ຄວາມຕ້ອງການມີຊື່ສຽງ, ຄວາມຕ້ອງການຄວາມສຳເລັດ, ຄວາມຕ້ອງການມິດຕະພາບຈາກຜູ້ອື່ນ……
3) ແຮງຈູງໃຈທີ່ກ່ຽວກັບຄວາມຮູ້ສຶກຂອງຄຸນຄ່າໃນຕົນເອງ (The
Ego -Integrative Motive) ເປັນແຮງຈູງໃຈທີ່ບຸກຄົນມີຄວາມຕ້ອງການທີ່ຈະເຫັນຄຸນຄ່າໃນຕົວເອງເຊັ່ນ
: ຄວາມຕ້ອງການໃນຄວາມສຳເລັດ, ຄວາມຕ້ອງການຄວາມຮູ້ສຶກນັບຖືໃນຕົວເອງ, ການປະດິດສ້າງຄົ້ນຄິດສິ່ງຕ່າງ, ຄວາມຕ້ອງການທີ່ຈະມີຊື່ສຽງ.
4) ແຮງຈູງໃຈກ່ຽວກັບຈິດໃຕ້ສຳນຶກ ເປັນແຮງຈູງທີ່ຜັກດັນໃຫ້ບຸກຄົນສະແດງພຶດຕິກຳຕ່າງໆ ເຊິ່ງບາງຄັ້ງບຸກຄົນຈະສະແດງພຶດຕິກຳໂດຍບໍ່ຮູ້ໂຕ ທັງນີ້ເພາະກົນໄກທາງຈິດສຳນຶກທີ່ບຸກຄົນນັ້ນເກັບສິ່ງຕ່າງໆ ໄວໃນສ່ວນລຶກຂອງຈິດໃຈ ຫຼື ໃນລະດັບຈິດໃຕ້ສຳນຶກ.
6.2 ແຮງຈູງໃຈໃນລັກສະນະກິດຈະກຳທີ່ຈະນຳໄປສູ່ເປົ້າໝາຍ.
1) ແຮງຈູງໃຈໄຝ່ຫາຄວາມສຳເລັດ (Achievement Motives)
ບຸກຄົນທີ່ມີແຮງຈູງໃຈໄຝ່ຫາຄວາມສຳເລັດສູງມັກຈະມີພຶດຕິກຳຕ່າງໆ ເຊັ່ນ : ມັກເຮັດໃນສິ່ງທີ່ຫຍາກ, ມັກການແຂ່ງຂັນ, ຕ້ອງການເອົາຊະນະສູງ, ມັກຈະບໍ່ຍອມຜູ້ອື່ນ, ມີຄວາມເປັນໂຕເອງສູງ, ມີຄວາມທະເຍີທະຍານສູງ, ຄາດຫວັງໃນສິ່ງຕ່າງໆສູງ, ມີຄວາມອົດທົນພະຍາຍາມ
ແລະ ຕໍ່ສູ້ເອົາຊະນະສິ່ງຕ່າງໆ ເພື່ອໄປສູ່ເປົ້າໝາຍທີ່ຕັ້ງໄວ້.
2) ແຮງຈູງໃຈໄຝ່ຫາຄວາມສຳພັນ (Affiliation Motives)
ເປັນຄວາມຕ້ອງການຂອງບຸກຄົນທີ່ຈະສະແດງພຶດຕິກຳ ເພື່ອສ້າງຄວາມສຳພັນລະຫວ່າງຕົນເອງກັບຜູ້ອື່ນເປັນຫຼັກ ເຊັ່ນ : ເຮັດໄປຍ້ອນຄວາມຮັກ, ການຍອມຮັບ, ມິດຕະພາບ, ການໃຫ້ຜູ້ອື່ນເຄົາລົບນັບຖື ແລະ ຄວາມຮູ້ສຶກມີຄວາມສຸກເມື່ອໄດ້ເຂົ້າຮ່ວມຢູ່ໃນກຸ່ມ, ການເຂົ້າຮ່ວມກິດຈະກຳຕ່າງໆໃນສັງຄົມ.ຜູ້ທີ່ມີແຮງຈູງໃຈໄຝ່ຫາຄວາມສຳພັນຈະມັກເຮັດວຽກເປັນທີມ, ມີຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈຜູ້ອື່ນ, ສະແດງພຶດຕິກຳທຸກຢ່າງທີຕັ້ງຢູ່ບົນພື້ນຖານການສ້າງມິດຕະພາບ ແລະ ໄມຕີຈິດກັບຜູ້ອື່ນ.
3) ແຮງຈູງໃຈໄຝ່ຫາອໍານາດ (Power Motives)
ເປັນຄວາມຕ້ອງການຂອງບຸກຄົນທີ່ຈະມີອຳນາດເໜືອຜູ້ອື່ນ. ການສຶກສາພົບວ່າ
ຄວາມຕ້ອງການອຳນາດນັ້ນມີຄວາມສຳພັນຢ່າງສູງກັບແຮງຈູງໃຈໄຝ່ຫາຄວາມສຳເລັດ ຜູ້ທີ່ມີແຮງຈູງໃຈໄຝ່ຫາອຳນາດສູງທີ່ມີຄວາມຕ້ອງການເໜືອຜູ້ອື່ນມັກຈະຖົກຖຽງໂຕ້ແຍ້ງກັບຜູ້ອື່ນ, ບໍ່ຄ່ອຍຄິດເຖິງຄວາມຮູ້ສຶກຂອງຜູ້ອື່ນ, ພໍໃຈທີຈະເຮັດວຽກເປັນຜູ້ນຳ, ບໍ່ມັກການເຮັດວຽກເປັນທີມ
ຫຼື ມີຜູ້ນຳຫຼາຍຄົນ ແລະ ມັກຈະບໍ່ພໍໃຈເປັນຢ່າງຍິ່ງຫາກຮູ້ສຶກວ່າຕົນເອງຖືກຜູ້ອື່ນແນະນຳ.ມີການອະທິບາຍວ່າ
ຄວາມຕ້ອງການທີ່ຈະມີອຳນາດເໜືອຜູ້ອື່ນນີ້ ຈະພັດທະນາມາຈາກຄວາມຮູ້ສຶກທີ່ຕໍ່າຕ້ອຍຂອງບຸກຄົນ, ຄວາມຮູ້ສຶກບໍ່ເທົ່າທຽມກັບຜູ້ອື່ນ, ຮູ້ສຶກສາຕົນເອງຂາດແຄ້ນໃນດ້ານຕ່າງໆ
ທັງໃນດ້ານການສຶກສາ,
ຖານະທາງດ້ານເສດຖະກິດ, ຖານະທາງດ້ານສັງຄົມ
ເຊິ່ງຄວາມຮູ້ສຶກຂາດແຄ້ນຫຼາຍເທົ່າໃດ
ກໍ່ຈະມີການສະແດງອອກໃນການສະແວງຫາອຳນາດຫຼາຍຂື້ນເທົ່ານັ້ນ ເຊັ່ນ : ການໂອ້ອ້ວດ, ການສ້າງປະເດັ່ນໃນຮູບແບບຕ່າງໆ, ການຍົກຕົນຂົມຜູ້ອື່ນ, ເບີ່ງໂລກໃນແງ່ລົບ, ມັກສະແດງຄວາມເຫັນທີ່ຂັດແຍ້ງ, ຮູ້ສຶກບໍ່ໄວ້ວາງໃຈຜູ້ອື່ນ.
7. ແນວທາງຂອງຜູ້ນຳກັບການຈູງໃຈໃນອົງການ
ມະນຸດແຕ່ລະຄົນມີຄວາມແຕກຕ່າງກັນໃນເລື່ອງຄວາມຕ້ອງການ,
ຄວາມສົນໃຈ, ທັດສະນະຄະຕິ, ຄ່ານິຍົມ, ບຸກຄະລິກກະພາບ ແລະ ອື່ນໆ ຈຶ່ງເກີດບັນຫາວ່າຄວນຈະຈູງໃຈພະນັກງານໃນການເຮັດວຽກດ້ວຍຮູບແບບໃດ
ເພື່ອໃຫ້ເຂົາເຫຼົ່ານັ້ນໄດ້ເຮັດວຽກໃຫ້ອົງການໄດ້ຢ່າງເຕັມຄວາມສາມາດ ແລະ ເກີດຄວາມພໍໃຈໃນວຽກງານ
ເຊິ່ງເປັນສິ່ງ ສຳຄັນທີ່ຜູ້ນຳຈະຕ້ອງຮູ້ ແລະ ເຂົ້າໃຈເຖິງວິທີການ ແລະ ຮູບແບບໃນການຈູງໃຈຂອງພະນັກງານໃນອົງການ
ໂດຍປົກກະຕິແລ້ວຜູ້ນຳຄວນຄຳນຶງເຖິງປັດໄຈຕ່າງໆ ດັ່ງນີ້ :
1) ການຈູງໃຈດ້ວຍລາງວັນຕອບແທນ
ການໃຫ້ລາງວັນຈະເຮັດໃຫ້ພະນັກງານໃນອົງການເກີດແຮງຈູງໃຈໃນການເຮັດວຽກຫຼາຍຂື້ນ
ແລະ ຍັງເພີ່ມ ຂວັນກຳລັງໃຈໃຫ້ສູງຂື້ນ ໂດຍລາງວັນຕອບແທນທີ່ດີນັ້ນຕ້ອງສາມາດຕອບສະໜອງຄວາມຕ້ອງການຂັ້ນພື້ນຖານ
ແລະ ຄວາມໝັ້ນຄົງປອດໄພຂອງພະນັກງານໄດ້ ເພື່ອທີ່ພະນັກງານຈະໄດ້ສຸມສະຕິປັນຍາ, ຄວາມສາມາດໃນການເຮັດວຽກ ໃຫ້ກັບອົງການຢ່າງເຕັມທີ່ ແລະ ຖ້າລາງວັນທີ່ໃຫ້ນັ້ນສາມາດຕອບສະໜອງຄວາມຕ້ອງການຂັ້ນສູງຂອງພະນັກງານໄດ້
ຫຼາຍເທົ່າໃດ ຄວາມຈິງໃຈໃນການເຮັດວຽກຂອງພະນັກງານກໍ່ຈະເພີ່ມຂື້ນດ້ວຍ ດັ່ງນັ້ນ,
ຄຸນລັກສະນະຂອງລາງວັນທີ່ ຈະໃຫ້ມີດັ່ງນີ້ :
- ມີຄວາມສຳຄັນຕໍ່ຜູ້ທີ່ໄດ້ຮັບ
(Importance).
- ມີການຈັດສັນຢ່າງເປັນທຳ
(Equitable Distribution).
- ພະນັກງານທຸກຄົນຄວນຮູ້
ແລະ ເຫັນຢ່າງເປີດເຜີຍ (Visibility).
- ມີຄວາມຍຶດຍຸ່ນ
(Flexibility).
ແນວໃດກໍ່ຕາມລາງວັນຕອບແທນທີ່ຜູ້ນຳ ຫຼື ຜູ້ບໍລິຫານຕ້ອງການໃຫ້ພະນັກງານນັ້ນ
ອາດໃຫ້ໃນລັກສະນະທີ່ ເປັນເງິນ, ການເລື່ອນຕໍາແໜ່ງ, ຫຼື ສະຫວັດດີການຕ່າງໆ ເປັນຕົ້ນ ຫຼື ອາດຈະໃຫ້ໃນລັກສະນະທີ່ບໍ່ເປັນເງິນ ເຊັ່ນ
: ການມອບລາງວັນດີເດັ່ນ, ໃບຍໍຍ້ອງ ຫຼື ສົ່ງໄປຝຶກອົບຮົມຄວາມຮູ້ເພີ່ມເຕີມ
ເຊິ່ງຜູ້ບໍລິຫານ ຫຼື ຜູ້ນຳມັກຈະໃຫ້ລາງວັນ ທັງໃນແບບການໃຫ້ເງິນ ແລະ ບໍ່ແມ່ນເງິນຄວບຄູ່ກັນໄປ.
2) ການຈູງໃຈດ້ວຍວຽກ
ການຈູງໃຈພະນັກງານດ້ວຍວຽກງານນັ້ນ ຄວນຮູ້ກ່ອນວ່າລັກສະນະວຽກທີ່ຈະຈູງໃຈໃຫ້ພະນັກງານໃນອົງ
ການປະຕິບັດຕາມ ເພື່ອວັດຖຸປະສົງຂອງອົງການນັ້ນ ຄວນມີລັກສະນະທີ່ທ້າທາຍຄວາມສາມາດ ແລະ ຈູງໃຈໃຫ້ພະນັກງານສົນໃຈທີ່ຈະເຮັດວຽກ ແລະ ຄວນເປັນວຽກທີ່ເຮັດໃຫ້ເຂົາເກີດຄວາມຄິດລິເລີ່ມ, ຄວາມຄິດສ້າງສັນດ້ວຍເຫດນີ້ຜູ້ນຳທີ່ດີຕ້ອງສາມາດດຶງເອົາຄວາມສຳຄັນຂອງລັກສະນະວຽກງານມາເປັນຕົວກະຕຸ້ນ
ຫຼື ຈູງໃຈໃຫ້ພະນັກງານເກີດຄວາມຮູ້ສຶກຮັກ ແລະເບີກບານມ່ວນຊື່ນກັບວຽກທີ່ເຮັດຢູ່ໂດຍອາດໃຊ້ວິທີດັ່ງຕໍ່ໄປນີ້
:
- ການເພີ່ມຄວາມສຳຄັນຂອງວຽກ
(Job Enrichment) ໂດຍປົກກະຕິຈະມີສອງວິທີຄື : ການເພີ່ມຄວາມສຳຄັນຂອງວຽກງານຕາມແນວນອນ (Horizontal Job
Enrichment) ແລະ ການເພີ່ມຄວາມສຳຄັນຕາມແນວຕັ້ງ (Vetical Job
Enrichment) ເຊິ່ງການເພີ່ມຕາມແນວນອນນັ້ນເປັນການຂະຫຍາຍຂອບເຂດຂອງວຽກງານໃຫ້ກວ້າງຂື້ນ
ໃຫ້ເຂົາມີຄວາມຮັບຜິດຊອບຫຼາຍຂື້ນ ເຊິ່ງຈະເຮັດໃຫ້ພະນັກງານຮູ້ສຶກເຖິງຄວາມສຳຄັນໃນໜ້າທີ່ຂອງຕົນເອງ ແລະ ຮູ້ສຶກວ່າມີຄວາມຈະເລີນເຕີບໂຕ ແລະ ກ້າວໜ້າໃນໜ້າທີ່ວຽກງານ. ສ່ວນການເພີ່ມໃນແນວດິ່ງ ນັ້ນເປັນການຫຼຸດອຳນາດໃນການບັງຄັບບັນຊາຈາກຜູ້ນຳໃຫ້ນ້ອຍລົງ
ເພື່ອທີ່ເຂົາຈະສາມາດເຮັດວຽກໄດ້ຢ່າງເສລີ ຫຼື ມອບໝາຍວຽກສະເພາະ ອັນທີ່ເຂົາມີຄວາມຊຳນານເປັນພິເສດ
ເປັນຕົ້ນ.
- ການໝຸນວຽນວຽກ (Job Rotation) ເປັນການໃຫ້ໂອກາດພະນັກງານໄດ້ມີໂອກາດຍົກຍ້າຍໄປເຮັດວຽກອື່ນ ແລະ ຮຽນຮູ້ວຽກໃໝ່ໂດຍຈັດຕາຕະລາງເວລາການເຮັດວຽກໃນແຕ່ລະໜ້າທີ່ໄວ້ລ່ວງໜ້າໃຫ້ເໝາະສົມ
ເພື່ອຫຼຸດຄວາມຊໍ້າຊ້ອນໃນການເຮັດວຽກ ເພື່ອເຮັດໃຫ້ພະນັກງານມີຄວາມຮູ້ ແລະ ປະສົບການຫຼາຍຂື້ນ.
- ການຂະຫຍາຍຂອບເຂດຂອງວຽກ (Job Enlargement) ເປັນການເພີ່ມໜ້າທີ່ຂອງພະນັກງານໃຫ້ຫຼາຍຂື້ນ ເພື່ອຫຼຸດຄວາມເບື່ອໜ່າຍ ແລະ ເພີ່ມຄວາມສົນໃຈໃນການເຮັດວຽກຂອງພະນັກງານ
ເຊິ່ງການຂະຫຍາຍຂອບເຂດຂອງວຽກງານນີ້ຈະເພີ່ມຈຳນວນໜ້າທີ່ ແລະ ຄວາມຮັບຜິດຊອບໃນລະດັບດຽວກັນຂອງພະນັກງານເຊັ່ນ
: ຈາກພະນັກງານກ໋ອບປີ໋ເອກະສານກໍ່ເພີ່ມໃຫ້ເປັນພະນັກງານສົ່ງເອກະສານນຳດ້ວຍ
ເປັນຕົ້ນ ເພື່ອບໍ່ໃຫ້ເຂົາເກີດຄວາມຮູ້ສຶກເບື່ອວຽກງານທີ່ເຮັດຢູ່ ແລະ ບາງຄັ້ງອາດຈະໃຫ້ເຂົາໄດ້ສະແດງຄວາມຄິດຄວາມເຫັນໃນວຽກງານທີ່ເຂົາເຮັດຢູ່
ນຳດ້ວຍ.
- ການປັບປຸງອອກແບບວຽກງານ (Job Redesign) ເປັນການປັບປຸງໂຄງສ້າງຂອງວຽກງານ ເພື່ອດຶງດູດໃຈພະນັກງານຫຼາຍຂື້ນເຊັ່ນ
: ຫຼຸດການທັບຊ້ອນຂອງວຽກງານເພື່ອຫຼຸດເວລາໃນການເຮັດວຽກລົງ ຫຼື ໃຫ້ພະນັກງານສາມາດອອກແບບວຽກງານທີ່ຕົນເອງເຮັດໄດ້ ເພື່ອໃຫ້ເກີດຄວາມພໍໃຈໃນວຽກສູງຂື້ນ.
3) ການຈູງໃຈດ້ວຍວັດທະນະທຳຂອງອົງການ
ອົງການຈະຈູງໃຈພະນັກງານຂອງຕົນໄປໃນທາງທີ່ຈະເຮັດໃຫ້ພະນັກງານປະຕິບັດໜ້າທີ່ຢ່າງມີປະສິດ ທິພາບ
ວັດທະນະທຳອົງການນັ້ນໝາຍລວມເຖິງພຶດຕິກຳ, ຄ່ານິຍົມ ແລະ ຄວາມເຊື່ອຂອງບຸກຄະລາກອນໃນອົງການ
ຕົວຢ່າງ ເຊັ່ນ : ປະເທດຢີ່ປຸ່ນ ເຊິ່ງເປັນປະເທດທີ່ປະສົບຄວາມສຳເລັດຢ່າງສູງໃນການບໍລິຫານ
ເນື່ອງຈາກຄ່ານິຍົມ ແລະ ຄວາມເຊື່ອຂອງຄົນຢີ່ປຸ່ນທີ່ມີຕໍ່ປະເທດຊາດ, ສັງຄົມ, ອົງການ ແລະ ໝູ່ຄະນະ. ຄົນຢີ່ປຸ່ນມີຄວາມເຊື່ອວ່າປະເທດເປັນອັນໜື່ງອັນດຽວກັນ ພະນັກງານກໍ່ເປັນສ່ວນໜື່ງຂອງອົງການໂດຍພະນັກງານທຸກຄົນຈະມີຄວາມຮູ້ສຶກເປັນເຈົ້າຂອງ ຫຼື ເປັນສ່ວນໜື່ງຂອງອົງການ, ຖ້າຫາກພະນັກງານລົ້ມເຫຼວພະນັກງານກໍ່ໝົດທີ່ເພິ່ງພາທຸກຄົນຈະຢູ່ ກັບອົງການຕະຫຼອດຊີວິດ ດັ່ງນັ້ນ, ບຸກຄະລາກອນໃນອົງການຢີ່ປຸ່ນຈະມີຄວາມຈົ່ງຮັກພັກດີຕໍ່ອົງການຢ່າງຫຼວງຫຼາຍ ເປັນຕົ້ນ. ດັ່ງນັ້ນ, ຜູ້ນຳຕ້ອງຮູ້ວ່າຄວນໃຊ້ວັດທະນະທຳອົງການທີ່ມີຢູ່ໃຫ້ເປັນປະໂຫຍດທີ່ສຸດ
ເຊິ່ງເປັນເລື່ອງຍາກທີ່ຈະຕອບວ່າ ແບບໃດເໝາະສົມທີ່ສຸດ ເຊິ່ງກໍ່ຄົງຕ້ອງຂື້ນຢູ່ກັບອົງການນັ້ນເອງວ່າເປັນແບບໃດ, ການຈູງໃຈໂດຍການບໍລິຫານທີ່ເນັ້ນວັດທະນະທຳອົງການນັ້ນ ຄວນຈະຕ້ອງຄຳນຶງເຖິງປັດໄຈສອງລະດັບຄື
: ລະດັບບຸກຄົນ ແລະ ລະດັບອົງການ ໄດ້ແກ່ : ເລື່ອງຂອງການສ້າງເປົ້າໝາຍ,
ການວາງແຜນ, ການຕິດຕໍ່ປະສານງານ, ການປະເມິນຜົນ ແລະ ການສ້າງຄວາມເຊື່ອຖືເຊິ່ງກັນ ແລະ ກັນ.
ເຕັກນິກການສ້າງແຮງຈູງໃຈພາຍນອກ
- ເງິນເດືອນ/ລາຍໄດ້.
- ສະຫວັດດີການ.
- ອົງການມີຊື່ສຽງ.
- ໄດ້ປະສົບການ.
- ສະຖານທີ່ເຮັດວຽກສະດວກສະບາຍ.
- ໄດ້ຕຳແໜ່ງຕາມທີ່ຕ້ອງການ ຫຼື ຕຳແໜ່ງທີ່ສູງກວ່າບອນເກົ່າ.
v ເຕັກນິກການສ້າງແຮງຈູງໃຈພາຍໃນ
- ໄດ້ເຮັດວຽກຕາມທີ່ຕົນເອງມີຄວາມຖະນັດ.
- ໄດ້ເຮັດວຽກທີ່ທ້າທາຍຄວາມສາມາດ.
- ໄດ້ຮັບການປະເມີນຜົນງານທີ່ຍຸຕິທຳຈາກຫົວໜ້າ.
- ມີຄວາມຈະເລີນກ້າວໜ້າໃນໜ້າທີ່/ໄດ້ເລື່ອນຕຳແໜ່ງ.
- ຫົວໜ້າໜ່ວຍງານເຫັນຄຸນຄ່າ ແລະ ສັກສີຄວາມເປັນມະນຸດ.
- ໃຫ້ມີສ່ວນຮ່ວມໃນການສະແດງຄຳຄິດຄຳເຫັນ.
- ໄດ້ຮັບການຍ້ອງຍໍ/ໄດ້ຮຽນຮູ້ສິ່ງໃໝ່ໆ ສະເໝີ.
- ໃຫ້ສັກສີຄວາມເປັນມະນຸດຢ່າງເທົ່າທຽມກັນ.
ความคิดเห็น
แสดงความคิดเห็น