ຄວາມຮັບຮູ້ພື້ນຖານກ່ຽວກັບລັດ (STATE)
ໂດຍ: ປັນຍາສັກ
ແສງອ່ອນແກ້ວ
ຄຳວ່າ : ລັດ , ປະເທດ ແລະ ຊາດ
ເປັນຄຳທີ່ມີຄວາມໝາຍຄ້າຍຄືກັນ ບາງເທື່ອກໍ່ໃຊ້ແທນກັນໄດ້
ແຕ່ກໍ່ມີປະເດັນທີ່ເນັ້ນບາງຈຸດທີ່ແຕກຕ່າງກັນ ຄື :
- ລັດ : ເນັ້ນຄວາມມີອະທິປະໄຕຂອງປະເທດໃດປະເທດໜຶ່ງ.
- ປະເທດ : ເນັ້ນເຖິງດິນແດນທີ່ຕັ້ງຂອງປະເທດ.
- ຊາດ : ເນັ້ນເຖິງປະຊາກອນ(ປະຊາຊົນ), ເຊື້ອຊາດ ແລະ ວັດທະນະທຳ.
1. ຄວາມໝາຍຂອງລັດ
ຕາມທັດສະນະຂອງ ມາກ-ເລນິນ
ລັດແມ່ນການຈັດຕັ້ງການເມືອງທີ່ມີລັກສະນະພິເສດຂອງສັງຄົມທີ່ມີຊົນຊັ້ນ, ມີກົງຈັກສຳລັບບັງຄັບ, ສະແດງອອກຕາມເຈດຈຳ ນົງຂອງຊົ້ນຊັ້ນປົກຄອງ.
ລັດແມ່ນເຄື່ອງມືຕົ້ນຕໍຂອງອຳນາດການເມືອງຢູ່ໃນສັງຄົມທີ່ມີຊົນຊັ້ນ
ແລະ ມີກົງ ຈັກບັງຄັບພິເສດສຳລັບບັງຄັບ ເຊັ່ນ : ກອງທະຫານ, ຕຳຫຼວດ, ສານ, ໄອຍະການ, ຄຸກເພື່ອປະຕິບັດໜ້າທີ່ຂອງຕົນ.
ລັດປະກອບເປັນລະບົບການຈັດຕັ້ງ, ສະຖາບັນຂອງຊົນຊັ້ນປົກຄອງ ມີໜ້າທີ່ປະຕິ ບັດອຳນາດການເມືອງ
ເຊິ່ງລະບົບການຈັດຕັ້ງດັງກ່າວ ເອີ້ນວ່າ: ກົງຈັກລັດ.
ລັດເປັນຊຸມຊົນທາງການເມືອງຂອງປະຊາຊົນທີ່ອາໄສຢູ່ຮ່ວມກັນໃນດິນແດນດຽວກັນ, ເຊິ່ງດິນແດນນີ້ມີອານະເຂດທີ່ແນ່ນອນ, ມີລັດຖະບານເຊິ່ງມີອຳນາດອະທິປະໄຕທີ່ຈະດຳເນີນການປົກຄອງ
ໂດຍປາສະຈາກການບັງຄັບບັນຊາຈາກພາຍນອກ ຄືມີອຳນາດອະທິປະໄຕທັງພາຍໃນ ແລະ ພາຍນອກ.
ຕົວຢ່າງ:
ລັດປະຊາທິປະໄຕປະຊາຊົນລາວ ແມ່ນລັດຂອງປະຊາຊົນໂດຍປະຊາຊົນ ແລະ
ເພື່ອຜົນປະໂຫຍດຂອງປະຊາຊົນ.
- ເຊິ່ງໜ້າທີ່ລວມຂອງລັດປະຊາທິປະໄຕປະຊາຊົນແມ່ນເພື່ອການສ້າງ ແລະ ຂະ ຫຍາຍລະບອບປະຊາທິປະໄຕປະຊາຊົນ ເພື່ອສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
- ລັດມີໜ້າທີ່ໃນດ້ານຕ່າງໆ ເຊັ່ນ : ດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ອື່ນໆ.
2. ອົງປະກອບຂອງລັດ
ອະນຸສັນຍາມອນເຕວິເດໂອ
ວ່າດ້ວຍສິດ ແລະ ໜ້າທີ່ຂອງລັດ (The Montevideo convention on rights and Duties of
state) ຄ.ສ 1933 ມາດຕາ1 : ໄດ້ອະທິບາຍອົງປະກອບຂອງລັດ
ເພື່ອວັດຖຸປະສົງທາງດ້ານກົດໝາຍລະ ຫວ່າງປະເທດວ່າ ລັດປະກອບໄປດ້ວຍ :
- ດິນແດນທີ່ກຳນົດໄວ້ຢ່າງຊັດເຈນ.
- ປະຊາກອນທີ່ຢູ່ຮ່ວມກັນຢ່າງຖາວອນ.
- ລັດຖະບານ, ອຳນາດອະທິປະໄຕ.
- ຄວາມສາມາດທີ່ຈະສະຖາປະນາສາຍພົວພັນກັບຕ່າງປະເທດໄດ້.
2.1 ດິນແດນ
ດິນແດນໝາຍເຖິງພື້ນທີ່ເຊິ່ງມີອານາເຂດແນ່ນອນ
ພື້ນທີ່ນັ້ນອາດຈະປະກອບໄປດ້ວຍພື້ນດິນ, ນ່ານນ້ຳ, ນ່ານຟ້າ
ຕາມສິດ ແລະຂອງເຂດທີ່ໄດ້ກຳນົດໄວ້.
ດິນແດນຂອງລັດຈະກວ້າງໃຫຍ່ໄພສານພຽງໃດ ຫຼື ນ້ອຍພຽງໃດກໍ່ບໍ່ມີການກຳ ນົດຂະໜາດໄວ້ເປັນມາດຕະຖານ ເຊັ່ນ : ສາທາລະນະລັດແອນດໍລາ (Adorra) ເຊິ່ງມີສາຍແດນລະຫວ່າງຝຣັງ ກັບສະເປນມີເນື້ອທີ່ພຽງແຕ່ 350 ກິໂລຕາແມັດ ຖ້າທຽບໃສ່ປະເທດອື່ນທີ່ມີພື້ນທີ່ໃຫຍ່ ເຊັ່ນ : ສະຫະລັດອາເມລິກາ, ອິນເດຍ, ຈີນ ແລະ ປະເທດອື່ນໆ.
2.2 ປະຊາກອນ
- ປະຊາກອນ (ພົນລະເມືອງ)
ເປັນປັດໄຈສຳຄັນທີ່ເຮັດໃຫ້ເກີດເປັນລັດ.
- ປະຊາກອນໃດໜື່ງຈະມີຫຼາຍໜ້ອຍເທົ່າໃດກໍ່ບໍ່ເປັນເກນມາດຕະຖານ
ເຊັ່ນ : ແອນດໍລາ ມີປະຊາກອນປະມານ 5.000 ຄົນ, ລັດອາຕີກັນມີປະຊາກອນປະມານ
1.000 ຄົນ.
2.3 ລັດຖະບານ, ອຳນາດອະທິປະໄຕ
- ລັດຖະບານ ໝາຍເຖິງສະຖາບັນ ຫຼື
ອົງການຕ່າງໆ ທີ່ມີອຳນາດໜ້າທີ່ໃນທາງການ ເມືອງ ການປົກຄອງດິນແດນ ແລະ
ປະຊາກອນໃນດິນແດນຕະຫຼອດເຖິງການໃຊ້ ອຳນາດອະທິປະໄຕແທນປະຊາກອນໃນດິນແດນ.
- ອຳນາດອະທິປະໄຕ
ຄືອຳນາດສູງສຸດໃນການປົກຄອງລັດ ຜູ້ທີ່ມີອຳນາດນີ້ ຫຼື
ຜູ້ທີ່ເປັນເຈົ້າຂອງອຳນາດອະທິປະໄຕ ຈຶ່ງເປັນຜູ້ທີ່ມີອຳນາດສູງສຸດໃນການທີ່ຈະສັ່ງການ
ດຳເນີນການ ຫຼື ບັງຄັບໃຫ້ມີການປະຕິບັດຕາມກົດເກນ ແລະ ຂໍ້ບັງຄັບທີ່ໄດ້ກຳນົດຂື້ນ.
2.4 ຄວາມສາມາດທີ່ຈະສະຖາປະນາສາຍພົວພັນກັບຕ່າງປະເທດໄດ້
ໂດຍພື້ນຖານແລ້ວໃນບົດຖະແຫຼ່ງການຂອງສະຖາບັນກົດໝາຍຂອງສະຫະລັດອາເມລິກາ
ແມ່ນຍັງຮັກສາບັນທັດຖານນີ້ໄວ້ພ້ອມກຳນົດວ່າ : ຈະບໍ່ສາມາດເປັນລັດໄດ້
ຖ້າບໍ່ມີຄວາມສາມາດປະຕິບັດສາຍພົວພັນກົບສາກົນ, ຕະຫຼອດເຖິງລັດອື່ນໆ.
3. ຮູບແບບຂອງລັດ
3.1 ລັດດ່ຽວ
- ແມ່ນຮູບແບບຂອງລັດທີ່ມີລັດຖະບານກາງເປັນອົງການດຽວທີ່ມີອຳນາດ
ໃນການໃຊ້ອຳນາດອະທິປະໄຕທັງໃນ ດ້ານບໍລິຫານ, ນິຕິບັນຍັດ, ຕຸລາການ.
- ບາງປະເທດອາດມີການແບ່ງອຳນາດຈາກສ່ວນກາງໃຫ້ແກ່ສ່ວນທ້ອງຖິ່ນ
ເຊັ່ນ : ແຂວງ ຫຼື ເມືອງ ກໍ່ຈະເປັນໄປໃນລັກສະນະທີ່ລັດຖະບານກາງແບ່ງອຳນາດໃຫ້ເປັນຂັ້ນຕອນຕາມສາຍບັງຄັບບັນຊາ
(ສາຍຕັ້ງ) ເທົ່ານັ້ນ.
- ຮູບແບບການໃຊ້ອຳນາດອະທິປະໄຕທີ່ສຳຄັນຂອງລັດດ່ຽວກໍ່ຄື
: ການໃຫ້ອຳນາດແກ່ລັດຖະບານກາງເປັນຜູ້ມີອຳນາດສູງສຸດ
ໃນການສະແດງອອກຕາມເຈດຕະນາລົມຂອງລັດ.
- ຕົວຢ່າງ :
ລັດຖະບານກາງຈະເປັນຜູ້ແຕ່ງຕັ້ງລັດຖະກອນທຸກໆກະຊວງ, ທະບວງ, ກົມ.
ຈາກສ່ວນກາງໄປປະຕິບັດໜ້າທີ່ໃນທ້ອງຖິ່ນເຊັ່ນ : ການແຕ່ງຕັ້ງເຈົ້າແຂວງ, ເຈົ້າຄອງ, ເຈົ້າເມືອງ
ໃນປະຈຸບັນນີ້ມີລັດດ່ຽວເປັນສ່ວນຫຼາຍ ເຊັ່ນ : ອັງກິດ, ຝຣັງ, ໄທ, ສປປ
ລາວ….
3.2 ລັດລວມ
- ລັກສະນະສຳຄັນຂອງລັດລວມແມ່ນ
ລັດຖະທຳມະນູນແບ່ງລັດຖະບານອອກເປັນ 2 ລະດັບ ຄື : ລັດຖະບານກາງ ແລະ
ລັດຖະບານທ້ອງຖິ່ນ.
- ໂດຍລັດຖະທຳມະນູນໄດ້ບັນຍັດເລື່ອງການໃຊ້ອຳນາດຂອງລັດຖະບານກາງ
ແລະ ລັດຖະບານທ້ອງຖິ່ນໄວ້ຢ່າງຊັດເຈນ ອັນເປັນຜົນເຮັດໃຫ້ລັດຖະບານກາງ ແລະ
ລັດຖະບານທ້ອງຖິ່ນຕ່າງເປັນອິດສະຫຼະຕໍ່ກັນ ແລະ ບໍ່ມີການກ້າວກ່າຍອຳນາດໜ້າທີ່ຂອງກັນ
ແລະ ກັນ.
- ຍົກເວັ້ນແຕ່ຈະມີການຍິນຍອມທັງສອງຝ່າຍ
ເຊິ່ງມັກປະຖາໜາໃນຮູບແບບຂອງການແກ້ໄຂເພີມເຕີ່ມລັດຖະທຳມະນູນ.
- ກ່ຽວກັບການແບ່ງແຍກອຳນາດຈະມີລັກສະນະດັ່ງນີ້
: ກິດຈະກຳໃດທີ່ມີຄວາມສຳຄັນຕໍ່ຄວາມໝັ້ນຄົງຂອງລັດ ແລະ
ມີຜົນປະໂຫຍດກ່ຽວກັບລັດໂດຍສ່ວນລວມ
ລັດຖະທຳມະນູນຈະກຳນົດໃຫ້ຢູ່ໃນໜ້າທີ່ຄວາມຮັບຜິດຊອບຂອງລັດຖະບານກາງ ເຊັ່ນ :
ການປ້ອງກັນປະເທດ,
ການຕິດຕໍ່ພົວພັນກັບຕ່າງປະເທດ ແລະ
ກິດຈະການທີ່ກ່ຽວຂ້ອງກັບການເງິນລະຫວ່າງປະເທດ.
- ສ່ວນກິດຈະກຳໃດທີ່ເປັນເລື່ອງຂອງທ້ອງຖິ່ນໂດຍສະເພາະ
ເຊັ່ນ : ການຈັດການສາທາລະນຸປະໂພກ, ການສຶກສາ, ກິດຈະການເທດສະບານ, ການຈັດສວນສາທາລະນະ ແລະ ການຈາລະຈອນ ເຊີ່ງເປັນກິດຈະການທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານທ້ອງຖິ່ນ
ກໍ່ໃຫ້ເປັນໜ້າທີຂອງລັດຖະບານທ້ອງຖິ່ນດຳເນີນການເອງ.
- ປະເທດທີ່ມີຮູບແບບລັດລວມທີ່ເຫັນໄດ້ຊັດເຈນທີ່ສຸດໄດ້ແກ່
: ສະຫະລັດອາເມລິກາ (ແບ່ງເປັນລັດຖະບານກາງ ແລະ ລັດຖະບານມົນລະລັດ) ແລະ
ປະເທດໃນກຸ່ມອາເມລິກາລາຕິນບາງປະເທດ.
3.3 ລັດໃນຮູບແບບສໍາພັນທະລັດ
- ສໍາພັນທະລັດ ເປັນສັງຄົມລະຫວ່າງລັດຫຼາຍລັດທີ່ມາລວມຕົວເຂົ້າກັນໂດຍສົນທິສັນຍາ ແລະ ລັດເຫຼົ່ານີ້ມີຄວາມເທົ່າທຽມກັນ ແລະ ຕັດສິນໃຈຮ່ວມກັນໃນນາມຂອງສໍາພັນທະລັດໂດຍຜ່ານອົງການເປັນກາງທີ່ໄດ້ຮັບການຈັດຕັ້ງມາຈາກລັດສະມາຊິກ…
- ແມ່ນບັນດາລັດທີ່ເຕົ້າໂຮມເຂົ້າກັນ
ເພື່ອຈຸດປະສົງໃດໜຶ່ງເຊັ່ນ : ທາງດ້ານການເມືອງ, ເສດຖະກິດ ,
ປ້ອງກັນຊາດ ແລະ ອື່ນໆ ,
ຕົວຢ່າງ : ກຸ່ມອາຊຽນ , ກຸ່ມປະເທດພາຄີເອີຣົບ ......
- ໂດຍທົ່ວໄປແລ້ວຕົວແທນຂອງລັດແຕ່ລະລັດຈະມາເປັນປະມຸກຮ່ວມກັນໃນກອງປະຊຸມ.
- ໃນກອງປະຊຸມນັ້ນຕົວແທນຈະຕ້ອງມີມະຕິຕົກລົງເປັນເອກະສັນທີ່ຖືວ່າເປັນອັນໜຶ່ງອັນດຽວກັນຂອງແຕ່ລະລັດ ຖ້າສະມາຊິກລັດໃດລັດໜຶ່ງບໍ່ເຫັນດີນໍາມະຕິດັ່ງກ່າວກໍ່ຈະບໍ່ມີຜົນບັງຄັບໃນລັດນັ້ນ.
4. ບົດບາດຂອງລັດຖະທຳມະນູນກັບລັດ
- ລັດຖະທຳມະນູນມີການພົວພັນກັບລັດ
ຈົນບໍ່ສາມາດແຍກອອກຈາກກັນໄດ້.
ມີລັດຕັ້ງຂື້ນມາກ່ອນແລ້ວ ຈຶ່ງໄດ້ມີລັດຖະທຳມະນູນຕາມມາ ເນື້ອໃນ ແລະ
ສາລະສຳຄັນຂອງລັດຖະທຳມະນູນຈຶ່ງມີເນື້ອໃນລັກສະນະດຽວກັນກັບອົງປະກອບຂອງ ລັດ
ພຽງແຕ່ນຳເອົາເນື້ອໃນມາຂະຫຍາຍໃຫ້ລະອຽດ ແລະ ຫຼາຍຂື້ນ.
- ລັດຖະທຳມະນູນກໍ່ຄືກົດໝາຍທີ່ອະທິບາຍ
ແລະ ຂະຫຍາຍຄວາມຂອງຄຳວ່າດິນແດນ ຫຼື
ອະນາເຂດຂອງລັດນັ້ນໆ ວ່າກວ້າງໃຫຍ່ໄພສານເທົ່າໃດ.
- ກຳນົດຮູບແບບຂອງລັດແບບໃດເປັນລັດດ່ຽວ
ຫຼື ລັດລວມ.
ມີສິດເສລີພາບ ແລະ ໜ້າທີ່ແນວໃດ, ລັດຖະບານມີລັກສະນະຢ່າງໃດ, ລັດຖະບານມາຈາກໃສ, ການເຂົ້າສູ່ຕຳແໜ່ງ
ແລະ ພົ້ນຈາກຕຳແໜ່ງໂດຍວິທີໃດ.
- ມີອຳນາດໜ້າທີ່ແນວໃດໃນການຄວບຄຸມການເຮັດວຽກຂອງລັດຖະບານ
ຫຼື ບໍ່,
ດ້ວຍວິທີໃດ, ອຳນາດອະທິປະໄຕເປັນຂອງໃຜ, ໃຜເປັນຜູ້ໃຊ້
ແລະ ໃຊ້ດ້ວຍວິທີໃດ,
ມີການຄວບຄຸມການໃຊ້ອຳນາດຢ່າງໃດ.
- ສິ່ງທີ່ກ່າວມານັ້ນແມ່ນເນື້ອໃນຂອງລັດຖະທຳມະນູນເຊິ່ງຈະເຫັນໄດ້ວ່າເປັນການຂະຫຍາຍຄວາມລະອຽດຂອງລັດທັງໝົດ.
5. ໜ້າທີ່ຂອງລັດ
ການປະຕິບັດບົດບາດໜ້າທີ່ຂອງລັດແມ່ນມີຄວາມສຳຄັນຫຼາຍຕໍ່ກັບການຄຸ້ມຄອງສິດທິ
ແລະ ເສລີພາບຂອງ ປະຊາຊົນ ແລະ ຮັບປະກັນໄດ້ໃຫ້ສັງຄົມເກີດມີຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ
ແລະ ຮັບປະກັນ ໃນການສ້າງສາ ແລະ ພັດທະນາປະເທດ ສະນັ້ນ, ລັດກໍ່ມີໜ້າທີ່ສຳຄັນຫຼາຍທີ່ຄວນປະຕິບັດ
ເປັນຕົ້ນແມ່ນ :
1. ໜ້າທີ່ດ້ານການປົກຄອງປະເທດ
- ໜ່ວຍງານຂອງລັດຕ້ອງເຮັດໜ້າທີ່ໃນການຄຸ້ມຄອງສິດທິ ແລະ ເສລີພາບຕາມກົດໝາຍ.
- ຮັກສາຄວາມສະຫງົບພາຍໃນປະເທດ, ປ້ອງກັນ
ແລະ ປາບປາມການກໍ່ອາດຊະຍາກຳຕ່າງໆ.
- ການຫາລາຍໄດ້, ການເກັບພາສີ-ອາກອນ.
- ຮັກສາຄວາມເປັນເອກະລາດ, ຈັດຕັ້ງກອງກຳລັງເພື່ອປ້ອງກັນຕົນເອງ.
- ແລະ ອື່ນໆ
2. ໜ້າທີ່ດ້ານການບໍລິການ ແລະ
ການຈັດສະຫວັດດີການ ສ້າງໃຫ້ປະຊາຊົນມີຄຸນນະພາບຊີວິດທີ່ດີ.
3. ໝ້າທີ່ສ້າງຄວາມເປັນທຳໃນສັງຄົມ:
ຄວາມສະເໝີພາບ ແລະ ໂອກາດທາງການສຶກສາ, ອາຊີບ, ການເມືອງ, ການດຳລົງຊີວິດ….....
4. ໜ້າທີ່ອື່ນໆ.
ນອກຈາກລັດຈະມີບົດບາດໜ້າທີ່ຕ່າງໆ ທີ່ກ່າວມານັ້ນແລ້ວ
ເພື່ອຮັບປະກັນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍ,
ໄປພ້ອມກັບການສ້າງສາ ແລະ ພັດທະນາປະເທດ ໜື່ງໃນນັ້ນພົນລະເມືອງພາຍໃນລັດກໍ່ຕ້ອງຮັບປະກັນການປະຕິບັດໜ້າທີ່
ເປັນຕົ້ນແມ່ນ :
- ຕ້ອງເຄົາລົບລັດຖະທຳມະນູນ ແລະ ກົດໝາຍ.
- ຕ້ອງມີໜ້າທີ່ໃນການປົກປ້ອງລັດ.
- ຕ້ອງມີໜ້າທີ່ໃນການເສຍພາສີ-ອາກອນ.
- ຕ້ອງມີໜ້າທີ່ໃນການຮ່ວມມືກັບລັດ.
- ຕ້ອງບໍ່ສ້າງບັນຫາໃຫ້ກັບລັດ.
- ແລະ ອື່ນໆ.
👍
ตอบลบความคิดเห็นนี้ถูกผู้เขียนลบ
ตอบลบ
ตอบลบ"ລັດຖະທຳມະນູນມີຄວາມສຳຄັນຫຼາຍໃນຖານະເປັນກົດໝາຍພື້ນຖານຂອງລັດເພາະມັນຈະເປັນສິ່ງທີ່ເອກອ້າງໃຫ້ສາກົນຮັບຮູ້ກ່ຽວກັບການມີເອກະລາດ, ອຳນາດອະທິປະໄຕຂອງປະຊາຊົນລາວກໍ່ຄືຊາດເຮົາ ເຊິ່ງມັນສະແດງອອກໄດ້ຫຼາຍດ້ານດັ່ງນີ້ :
1. ລັດຖະທຳມະນູນ ແມ່ນໝາກຜົນແຫ່ງການຕໍ່ສູ້ກູ້ຊາດ ແລະ ການອອກແຮງງານສ້າງສາປະເທດຊາດໃນເມື່ອກ່ອນກໍ່ຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນຂອງປະຊາຊົນບັນດາເຜົ່າ.
2. ລັດຖະທຳມະນູນ ແມ່ນການຫັນແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກມາເປັນກົດໝາຍພື້ນຖານຂອງປະຊາຊົນ ເຊິ່ງເປັນເຫດການທາງການເມືອງຂອງຊາດລາວເປັນຂີດໝາຍແຫ່ງການຫັນໄປສູ່ຄຸ້ມຄອງລັດດ້ວຍລັດຖະທຳມະນູນ, ກົດໝາຍ ແລະ ການສ້າງລັດແຫ່ງກົດໝາຍເທື່ອລະກ້າວ.
3. ລັດຖະທຳມະນູນດ້ານທາດແທ້ກໍ່ແມ່ນເພື່ອສ້າງສາສະຕິຊາດເອກະພາບເປັນອັນໜຶ່ງອັນດຽວພາຍໃຕ້ການນຳພາຂອງພັກ, ເປັນພະຫະນະສຳຄັນເພື່ອສຶກສາອົບຮົມປະຊາຊົນບັນດາເຜົ່າ.
4. ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານທີ່ສູງກວ່າໝູ່ໃນລະບົບກົດໝາຍແຫ່ງ ສ ປປ ລາວ.
5. ລັດຖະທຳມະນູນແຫ່ງ ສປປ ລາວໄດ້ກຳນົດບັນຫາສຳຄັນຂອງຊາດເຊັ່ນ: ລະບອບການເມືອງ, ເສດຖະກິດ-ສັງຄົມ, ສິດເສລີພາບປະຊາທິປະໄຕຂອງພົນລະເມືອງ, ຫຼັກການຈັດຕັ້ງຂອງກົງຈັກ.
ສະນັ້ນ, ເຮົາສາມາດສະຫຼຸບໄດ້ເຕັມປາກວ່າ " ລັດຖະທຳມະນູນນີ້ ແມ່ນມີຄວາມສຳຄັນຢ່າງຫຼວງຫຼາຍຕໍ່ກັບສັງຄົມ, ປະເທດຊາດ ແລະ ມີຄວາມຈຳເປັນຊາດໃດຊາດໜຶ່ງທີ່ຕ້ອງມີລັດຖະທຳມະນູນເກີດຂຶ້ນ ຍ້ອນວ່າລັດຖະທຳມະນູນຈະລະບຸໄວ້ຊັດເຈນກ່ຽວກັບການຄຸ້ມຄອງລະບອບການເມືອງ, ເສດຖະກິດ-ສັງຄົມ, ສິດເສລີພາບ, ພັນທະຂອງພົນລະເມືອງລາວ ກໍຄືຄຸ້ມຄອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວບັນດາເຜົ່າ ພ້ອມທັງປົກປັກຮັກສິດ ແລະ ຜົນປະໂຫຍດຂອງຊາດເຊັ່ນດຽວກັນ.
(ທ.ດາວພະສຸກ ທັດສະພອນ)