ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ຜູ້ນຳກັບການສື່ສານ ແລະ ມະນຸດສຳພັນ

 ຜູ້ນຳກັບການສື່ສານ ແລະ ມະນຸດສຳພັນ

ໂດຍ: ປັນຍາສັກ ແສງອ່ອນແກ້ວ 

http://panyasack.blogspot.com


        ຜູ້ນຳອົງການມີໜ້າທີ່ປະສານຄວາມຮ່ວມມືຂອງສະມາຊິກ ເຊິ່ງຈຳເປັນຕ້ອງໃຊ້ທັງສາດ ແລະ ສິນໃນການປະສານງານ ເພື່ອໃຫ້ເກີດການດຳເນີນວຽກງານເປັນໄປຢ່າງສະດວກ ອົງການໃດທີ່ມີການປະສານງານທີ່ດີຈະຊ່ວຍໃຫ້ປະຫຍັດເວລາ ແລະ ຊັບພະຍາກອນໃນການປະຕິບັດວຽກງານ, ເສີ່ມສ້າງຂວັນກຳລັງໃຈໃນການເຮັດວຽກ, ເກີດຄວາມສາມັກຄີ ແລະ ສຸດທ້າຍຈະສົ່ງຜົນຕໍ່ຄວາມສຳເລັດຂອງວຽກງານຕາມເປົ້າໝາຍຢ່າງມີປະສິດທິພາບ. ການສື່ສານເປັນການ ສ້າງຄວາມເຂົ້າໃຈຈາກບຸກຄົນໜື່ງໄປຫາບຸກຄົນໜື່ງ, ໜ່ວຍງານໜື່ງໄປອີກໜ່ວຍໜື່ງ ຫຼື ເປັນຂະບວນການໃນການສົ່ງຂ່າວລະຫວ່າງບຸກຄົນ ຫຼື ໜ່ວຍງານພາຍໃນ ແລະ ພາຍນອກອົງການ ເພື່ອໃຫ້ເກີດຄວາມເຂົ້າໃຈສາມາດປະສານງານໃຫ້ຝ່າຍຕ່າງໆ ໄດ້ປະຕິບັດໜ້າທີ່ຄວາມຮັບຜິດຊອບໄດ້ຖືກຕາມວັດຖຸປະສົງຂອງອົງການ, ການສື່ສານທີ່ມີຄວາມຊັດ ເຈນໂດຍທີຜູຮັບສານເກີດຄວາມເຂົ້າໃຈຄືກັນ ຈະເຮັດໃຫ້ການປະຕິບັດວຽກງານຕ່າງໆ ບັນລຸຜົນສຳເລັດຕາມວັດຖຸປະສົງຂອງອົງການ.

1.  ການສື່ສານ

    1.1 ຄວາມໝາຍຂອງການສື່ສານ

         ມີນັກວິຊາການໄດ້ໃຫ້ຄວາມໝາຍຂອງການສື່ສານ (Communication) ດັ່ງນີ້ :

         ຮາໂລແລນ (Halloran.1978.p.27) ກ່າວວ່າ ການສື່ສານ ໝາຍເຖິງຂະບວນການຖ່າຍທອດຂ່າວສານ ແລະ ຄວາມເຂົ້າໃຈ ຈາກຄົນໜື່ງ ຫຼື ຫຼາຍຄົນໄປຍັງອີກຄົນໜື່ງ ຫຼື ຫຼາຍຄົນ.

         ເດນນິສ ແມ໋ກເຄວ (McQuail.2005.p.325) ກ່າວວ່າ ການສື່ສານ ໝາຍເຖິງການໃຫ້ ແລະ ການຮັບ ຄວາມໝາຍການຖ່າຍທອດ ແລະ ການຮັບສານ ເຊິ່ງລວມເຖິງແນວຄິດຂອງການຕອບໂຕ້, ແບ່ງປັນ ແລະ ມີປະຕິສຳພັນກັນດ້ວຍ.

         ວິທະຍາ ດ່ານທຳລົງກຸນ (2546: ໜ້າ 297) ໄດ້ສະເໜີວ່າ ການສື່ສານ (Communication) ໝາຍເຖິງ ຂະບວນການແລກປ່ຽນຂ່າວສານຂໍ້ມູນ ແລະ ຄວາມເຂົ້າໃຈລະຫວ່າງຄົນສອງຄົນ ຫຼື ກຸ່ມຄົນ ໂດຍນິຍາມການສື່ສານ ນີ້ຈະເກີດຂື້ນໄດ້ກໍ່ຕໍ່ເມື່ອມີຂໍ້ມຸນຂ່າວສານເປັນອົງປະກອບທີ່ສຳຄັນ, ຂ່າວສານຈະຢູ່ໃນແບບຕ່າງໆ ເຊັ່ນ : ຄຳເວົ້າ, ການຂຽນ, ພາບສັນຍາລັກ ແລະ ອື່ນໆ ນອກຈາກນີ້ ການສື່ສານຍັງຕ້ອງປະກອບໄປດ້ວຍຄວາມເຂົ້າໃຈໃນຄວາມໝາຍຂອງຂໍ້ມູນຂ່າວສານ.

         ອາຄົມ ວັດໄທສົງ (2547: ໜ້າ 98) ໄດ້ສະເໜີວ່າ ການສື່ສານ ຄື ຂະບວນການຖ່າຍທອດຂ່າວສານຈາກ ບຸກຄົນໜື່ງໄປຫາບຸກຄົນໜື່ງ ຫຼື ກຸ່ມຄົນໜື່ງໄປຫາອີກກຸ່ມຄົນໜື່ງ ເຊິ່ງການຖ່າຍທອດອາດໃຊ້ພາສາເວົ້າ, ພາສາຂຽນ ຫຼື ສັນຍາລັກອື່ນໆ ທີ່ສາມາດເຮັດໃຫ້ເຂົ້າໃຈຂ່າວສານໄດ້ຄືກັນ.

         ສະຫຼຸບໄດ້ວ່າ ການຕິດຕໍ່ສື່ສານ ໝາຍເຖິງ ການສົ່ງຂໍ້ມູນຂ່າວສານຈາກບຸກຄົນໜື່ງໄປຍັງບຸກຄົນໜື່ງ ຫຼື ຫຼາຍຄົນ ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງຂໍ້ມູນຂ່າວສານທີ່ຜູ້ສົ່ງສົ່ງໄປ ແລະ ເກີດຄວາມເຂົ້າໃຈອັນດີລະຫວ່າງກັນ ເຊິ່ງການສົ່ງຂ່າວອາດຢູ່ໃນແບບຂອງສື່ສານດ້ວຍຄຳເວົ້າ, ລາຍລັກອັກສອນ, ການໃຊ້ກິລິຍາທ່າທາງຢ່າງໃດຢ່າງໜື່ງ ໂດຍອາໄສຊ່ອງທາງໃນການຕິດຕໍ່ສື່ສານ.

    1.2  ຄວາມສຳຄັນຂອງການສື່ສານ

         ຄວາມສຳຄັນຂອງການສື່ສານໃນການບໍລິຫານງານຂອງຜູ້ບໍລິຫານ ມີດັ່ງນີ້ :

         1. ເຮັດໃຫ້ພະນັກງານຮູ້ເຖິງນະໂຍບາຍ, ວິໄສທັດ, ວັດຖຸປະສົງ ແລະ ເປົ້າໝາຍຂອງອົງການ ເພາະຜູ້ບໍລິ ຫານຕ້ອງການຖ່າຍທອດສິ່ງເຫຼົ່ານີ້ໃຫ້ພະນັກງານເຂົ້າໃຈ ເພື່ອໃຫ້ການບໍລິຫານບັນລຸເປົ້າໝາຍ.

         2. ເຮັດໃຫ້ພະນັກງານຮູ້ບົດບາດ ແລະ ໜ້າທີ່ຂອງຕົນ ໂດຍຜູ້ບໍລິຫານຈະຕ້ອງມອບໝາຍວຽກໃຫ້ພະນັກງານຢ່າງຊັດເຈນ.

         3. ເຮັດໃຫ້ພະນັກງານສາມາດປະຕິບັດວຽກງານໃຫ້ບັນລຸເປົ້າໝາຍຂອງອົງການໄດ້ ເພາະຜູ້ບໍລິຫານຈະຕ້ອງສອນ ແລະ ແນະນຳວິທີການເຮັດວຽກໃຫ້ພະນັກງານແຕ່ລະຄົນໃຫ້ເຂົ້າໃຈໃນໜ້າທີ່ຂອງຕົນ.

         4. ຊ່ວຍເສີ່ມສ້າງຂວັນກຳລັງໃຈໃນການປະຕິບັດວຽກງານຂອງພະນັກງານ ເພາະຜູ້ບໍລິຫານຈະພະຍາຍາມ ກະຕຸ້ນຈູງໃຈດ້ວຍການຍ້ອງຍໍ ແລະ ເຜີຍແຜ່ການປະຕິບັດວຽກງານຂອງພະນັກງານຢູ່ສະເໝີ.

         5. ຊ່ວຍໃຫ້ຜູ້ບໍລິຫານໄດ້ຂໍ້ມູນຍ້ອນກັບກ່ຽວກັບການປະຕິບັດວຽກງານຂອງຜູ້ໃຕ້ບັງຄັບບັນຊາ ທັງໃນສ່ວນທີ່ກ້າວໜ້າ ແລະ ທີ່ເປັນບັນຫາ ເຮັດໃຫ້ຜູ້ບໍລິຫານນຳມາປັບປຸງການບໍລິຫານງານຂອງຕົນເອງໄດ້.

         6. ຊ່ວຍໃຫ້ເກີດການຮ່ວມມືຮ່ວມໃຈກັນປະຕິບັດວຽກງານ.

         7. ສ້າງບັນຍາກາດແຫ່ງຄວາມອົບອຸ່ນ ເກີດຄວາມສາມັກຄີ, ເປັນມິດ ແລະ ເປັນກັນເອງ.

         8. ເຮັດໃຫ້ພະນັກງານໃນລະດັບດຽວກັນໄດ້ແລກປ່ຽນຄວາມຄິດເຫັນໃນການເຮັດວຽກຂອງແຕ່ລະຄົນ ຫຼື ຂອງແຕ່ລະໜ່ວຍງານ ເຮັດໃຫ້ຮູ້ເຖິງວິທີການເຮັດວຽກ ແລະ ບັນຫາຂອງກັນ ແລະ ກັນ.

         9. ເຮັດໃຫ້ພະນັກງານຍຶດໝັ້ນເປົ້າໝາຍຂອງອົງການເປັນຫຼັກໃນການເຮັດວຽກ.

         10. ສົ່ງເສີມຂະບວນການເຮັດວຽກເປັນທີມ.

         11. ເຮັດໃຫ້ຜູ້ບໍລິຫານສາມາດເຈລະຈາຕໍ່ລອງກັບຝ່າຍຕ່າງໆ ແລະ ອົງການພາຍນອກໄດ້ຢ່າງມີປະສິດທິພາບ.

         12. ເຮັດໃຫ້ປະຫຍັດຊັບພະຍາກອນໃນການບໍລິຫານ.

    1.3  ຂະບວນການໃນການສື່ສານ

         ຣ໋ອບບິນ ແລະ ຄູລຕາຣ (Robbins and Coultar.1996.p.611-613) ໄດ້ກ່າວເຖິງອົງປະກອບຂະ ບວນການຕິດຕໍ່ສື່ສານໄວ້ 7 ອົງປະກອບຄື :

       1. ຜູ້ສົ່ງຂ່າວສານ (sender) ຜູ້ສົ່ງຂ່າວສານອາດເປັນຄົນໜື່ງ ຫຼື ກຸ່ມ ທີ່ຕ້ອງການສື່ສານໄປຍັງຜູ້ອື່ນ ເຊັ່ນ : ການຖ່າຍທອດນະໂຍບາຍ, ການແນະນຳ, ການສອນວຽກ ຫຼື ການກະຕຸ້ນຈູງໃຈໃຫ້ເຮັດວຽກ, ຜູ້ສົ່ງຂ່າວຕ້ອງມີເປົ້າໝາຍຊັດເຈນວ່າຕົນຈະສື່ສານຫຍັງ, ໄປໃຫ້ໃຜ, ເພື່ອເປົ້າໝາຍອັນໃດ ແລະ ຈະໃຊ້ຊ່ອງທາງການສື່ສານແບບໃດ.

        2. ຂ່າວສານ (message) ໝາຍເຖິງ ສິ່ງທີ່ຜູ້ສົ່ງຂ່າວສານຕ່າງໆຕ້ອງການຖ່າຍທອດໃຫ້ຜູ້ຮັບຂ່າວສານຮັບຮູ້ອາດເປັນນະໂຍບາຍ, ການແນະນຳ, ການສອນວຽກ, ການກະຕຸ້ນ ແລະ ອື່ນໆ.

       3. ການເຂົ້າລະຫັດ (encodes) ເປັນການແປຄວາມໝາຍຂອງຂ່າວສານທີ່ຕ້ອງການສົ່ງ, ຜູ້ບໍລິຫານຈະຕ້ອງ ແປຄວາມຄິດເຫັນຂອງຕົນໃຫ້ເປັນສັນຍາລັກທີ່ມີຄວາມໝາຍ ແລະ ໃຫ້ຜູ້ຮັບເຂົ້າໃຈ ເຊິ່ງອາດເປັນການເວົ້າ, ການຂຽນ ຫຼື ຢ່າງອື່ນທີ່ບໍ່ແມ່ນການເວົ້າ ຫຼື ອາດປະສົມປະສານກັນ, ຂ່າວສານທີ່ແປຄວາມໝາຍຈະຕ້ອງກະທັດຮັດ, ຊັດເຈນ, ມີສາລະ ແລະ ຖືກຕ້ອງ ຫຼັງຈາກນັ້ນຜູ້ສົ່ງຂ່າວຈະຕ້ອງເລືອກຊ່ອງທາງສົ່ງຂ່າວສານໃຫ້ເໝາະສົມ.

       4. ຊ່ອງທາງສົ່ງຂ່າວສານ (channel) ຫຼັງຈາກຜູ້ສົ່ງຂ່າວໃດ້ກະກຽມຂ່າວສານດີແລ້ວ ກໍ່ຕ້ອງເລືອກຊ່ອງທາງສົ່ງຂ່າວສານໃຫ້ເໝາະສົມກັບວັດຖຸປະສົງ ຫຼື ຊະນິດຂອງຂ່າວສານ ລວມທັງພະຈາລະນາສະພາບແວດລ້ອມອື່ນໆ ປະກອບບາງຄັ້ງຜູ້ບໍລິຫານຕ້ອງໃຊ້ຊ່ອງທາງຜະສົມປະສານກັນໄປ ເຊັ່ນ : ການປະຊຸມແບບປະເຊີນໜ້າ, ຄຳສັ່ງ, ອີເມວ, ແຟ໋ກ, ໂທລະສັບ ແລະ ອື່ນໆ.

       5. ການແປຄວາມໝາຍ (decodes) ຜູ້ຮັບຂ່າວຈະຕ້ອງແປຄວາມໝາຍຂອງຂ່າວສານທີ່ສົ່ງມາເຊິ່ງຜູ້ຮັບ ຂ່າວສານຈະຕ້ອງອາໄສຄວາມຮູ້, ປະສົບການ, ທັກສະ ແລະ ຄວາມສຳພັນຂອງເຂົາທີ່ມີກັບຜູ້ສົ່ງຂ່າວດ້ວຍ ນອກຈາກນີ້ ການແປຄວາມໝາຍຂອງຂ່າວສານ ອາດຈະໄດ້ຮັບອິດທິພົນຈາກເພືອນຮ່ວມງານ ຫຼື ຜູ້ບັງຄັບບັນຊາບາງຄົນ

      6. ຜູ້ຮັບຂ່າວສານ (receiver) ໄດ້ແກ່ ຜູ້ຟັງ, ຜູ້ອ່ານ ຫຼື ຜູ້ຮັບສັນຍານຕ່າງໆ ຜູ້ຮັບຂ່າວສານອາດຈະເປັນ ຄົນດຽວ ຫຼື ກຸ່ມຄົນກໍ່ໄດ້, ຜູ້ບໍລິຫານຈະຕ້ອງເຂົ້າໃຈລັກສະນະຂອງຜູ້ຮັບຂ່າວສານແຕ່ລະຄົນ ຫຼື ລັກສະນະຂອງກຸ່ມບໍ່ວ່າຈະເປັນຄວາມຮູ້, ຄວາມສາມາດ, ນິໄສໃຈຄໍ, ວັດທະນະທຳ ຫຼື ຄວາມຄາດຫວັງ ເພື່ອຈະໄດ້ສື່ສານໃຫ້ຜູ້ຮັບຂ່າວໄດ້ເຂົ້າໃຈໄດ້.

      7. ການສົ່ງຂໍ້ມູນຍ້ອນກັບ (feedback) ເປັນເຄື່ອງມືທີ່ຈະເຮັດການສື່ສານມີຄຸນນະພາບ ແຕ່ຢ່າງໃດກໍ່ຕາມ ຜູ້ບໍລິຫານຈະຕ້ອງມີຈິດໃຈເປັນປະຊາທິປະໄຕ ພ້ອມທີ່ຈະຮັບຟັງຂໍ້ສະເໜີ, ຕຳນິຈາກຜູ້ໃຕ້ບັງຄັບບັນຊາດ້ວຍຄວາມສຸພາບ, ປະສະຈາກການໃຊ້ອາລົມ, ເພື່ອທີ່ຈະປັບປຸງການຕິດຕໍ່ສື່ສານໃຫ້ມີປະສິດທິພາບ.

     1.4  ຮູບແບບການສື່ສານ

           ການຈຳແນກຮູບແບບຂອງການສື່ສານແບ່ງໄດ້ຫຼາຍລັກສະນະດັ່ງນີ້ :

           1. ການສື່ສານແບບເປັນທາງການ ແລະ ແບບບໍ່ເປັນທາງການ

              1.1 ການສື່ສານແບບເປັນທາງການ (formal communication) ເປັນການສື່ສານທີ່ປະຕິບັດໂດຍຜ່ານສາຍບັງຄັບບັນຊາຕາມລຳດັບຂັ້ນຕອນ ເຊິ່ງການສື່ສານແບບນີ້ຜູ້ມີອຳນາດຕາມຕໍາແໜ່ງສາມາດສັ່ງການຜູ້ໃຕ້ບັງຄັບບັນຊາຕາມຂອບເຂດອຳນາດທີ່ເຂົາມີຢູ່, ການສື່ສານແບບທາງການຈະໃຊ້ເພື່ອແຈ້ງນະໂຍບາຍ, ວິທີການດຳເນີນວຽກງານ ແລະ ລະບຽບຂໍ້ບັງຄັບຕ່າງໆ ໄປຍັງຜູ້ໃຕ້ບັງຄັບບັນຊາ.

              1.2 ການສື່ສານແບບບໍ່ເປັນທາງການ (informal communication) ເປັນການສື່ສານທີ່ບໍ່ຢູ່ໃນສາຍ ບັງຄັບບັນຊາຕາມລຳດັບຂັ້ນຕອນ ການສື່ສານແບບນີ້ຈະມີຢູ່ທຸກອົງການເຊິ່ງມີຄວາມຈຳເປັນຕ້ອງໃຊ້ເພື່ອຊຸກຍູ້ການສື່ສານແບບເປັນທາງການໃຫ້ມີປະສິດທິພາບຍິ່ງຂື້ນ, ການສື່ສານບໍ່ເປັນທາງການຈະໃຊ້ຄວາມສຳພັນສ່ວນຕົວ ຫຼື ໃຊ້ຄວາມສະໜິດສະໜົມສ່ວນຕົວໃນການຕິດຕໍ່ປະສານກັນ ກ່ອນທີ່ຈະນຳມາດ້ວຍການຕິດຕໍ່ຢ່າງເປັນທາງການການສື່ສານຢ່າງບໍ່ເປັນທາງການຊ່ວຍໃຫ້ການບໍລິຫານອົງການມີປະສິດທິພາບ.

        2. ການຕິດຕໍ່ສືສານແບບ 3 ທາງ

           2.1 ການສື່ສານຈາກເທິງລົງລຸ່ມ (downward communication) ເປັນການສື່ສານທີ່ນິຍົມໃຊ້ກັນໃນ ອົງການມາດົນນານ ການສື່ສານແບບນີ້ເປັນການຖ່າຍທອດນະໂຍບາຍ, ວັດຖຸປະສົງ, ຍຸດທະສາດ, ການເຮັດວຽກ, ແນວທາງການປະຕິບັດວຽກງານ, ກົດລະບຽບ, ຂໍ້ບັງຄັບ, ຄຳສັ່ງ, ວິທີການເຮັດວຽກ, ລາຍງານປະຈຳປີ ແລະ ຂໍ້ມູນຍ້ອນກັບເພື່ອໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາຮູ້ ຖືວ່າເປັນການສື່ສານທີ່ມີຜົນຕໍ່ຄວາມສຳພັນລະຫວ່າງພະນັກງານໃນອົງການ.

             ການສື່ສານຈາກເທິງລົງລຸ່ມຈະຕ້ອງອາໄສຊ່ອງທາງການສື່ສານຫຼາຍທາງປະສົມປະສານກັນ ເຊັ່ນ : ປືມຄູ່ມືປະຕິບັດວຽກງານ, ຈົດໝາຍເຫດ, ລາຍງານປະຈຳປີ, ສິ່ງພິມຕ່າງໆ. ການແຈ້ງດ້ວຍປາກເປົ່າ ເຊັ່ນວ່າ : ຄຳສັ່ງ, ຄຳຊີ້ແຈງ, ການກ່າວສູນທອນພົດ, ການປະຊຸມ, ໂທລະທັດ ເປັນຕົ້ນ ນອກຈາກນີ້ຍັງຕ້ອງໃຊ້ເຕັກໂນໂລຊີໃໝ່ໆ ເຊັ່ນ : ແຟ໋ກ, ອີເມວ ເຊິ່ງຜູ້ບໍລິຫານຈະຕ້ອງເລືອກໃຊ້ໃຫ້ເໝາະສົມກັບສະພາບຂອງອົງການຂອງຕົນ.

            ສິ່ງທີ່ຄຳນຶງເພື່ອໃຫ້ການສື່ສານມີຄຸນນະພາບ ໂຣເບີດ (Roberts. 197: p.368-371) ໄດ້ສະເໜີ ໄວ້ດັ່ງນີ້ :

            - ຕ້ອງເຮັດໃຫ້ຜູ້ຮັບຂ່າວສານແຕ່ລະລະດັບມີການຕໍ່ຕ້ານໜ້ອຍທີ່ສຸດ.

            - ຂ່າວສານທີ່ຈະຖ່າຍທອດໄປຕ້ອງສ່ອດຄ້ອງກັບຄວາມເຊື່ອ ແລະ ຄຸ່ນຄ່າຂອງຜູ້ຮັບ.

            - ຄວນລະວັງໃນການຖ່າຍທອດຂ່າວສານທີ່ຂັດຕໍ່ຄ່ານິຍົມຂອງຜູ້ຮັບ.

            - ຖ້າເກີດການປ່ຽນແປງໃນອົງການ ສະມາຊິກຈະເປີດໃຈກວ້າງໃນການຮັບຂ່າວສານ.

            - ຂໍ້ມູນຂ່າວສານທີ່ມີຜົນທາງບວກໃນສະຖານະການໜື່ງ ອາດບໍ່ມີຜົນທາງບວກໃນອີກ ສະຖານະການໜື່ງ ຜູ້ບໍລິຫານຕ້ອງໃຊ້ຄວາມຄິດພິຈາລະນາເປັນກໍລະນີໄປ.

         2.2 ການສື່ສານຈາກລຸ່ມຂື້ນເທິງ (upward communication) ການສື່ສານແບບນີ້ກໍມີຜົນຕໍ່ຄວາມສຳ ພັນລະຫວ່າງບຸກຄົນໃນອົງການ ເຊັ່ນດຽວກັບການສື່ສານແບບເທິງລົງລຸ່ມ, ການສື່ສານແບບລຸ່ມຂື້ນເທິງມີຈຸດປະສົງຫຼາຍຢ່າງ ໄດ້ແກ່ : ການອອກຄຳຄິດຄຳເຫັນ ແລະ ຂໍ້ສະເໜີແນະ, ການປັບປຸງການເຮັດວຽກ, ການຮ້ອງທຸກກ່ຽວກັບບັນຫາຕ່າງໆ ການສະແດງຄວາມຮູ້ສຶກຕໍ່ອົງການ ແລະ ວຽກທີ່ເຮັດ, ການສະເໜີຄວາມຕ້ອງການ, ການຊັກຖາມຕ່າງໆ ແລະ ການລາຍງານການປະຕິບັດວຽກງານເປັນຕົ້ນ. ການສື່ສານແບບລຸ່ມຂື້ນເທິງນີ້ເປັນປະໂຫຍດຕໍ່ຜູ້ບໍລິຫານທີ່ຈະໄດ້ຮັບຂໍ້ມູນຈາກພະນັກງານ ແລະ ສັງຄົມ ເພື່ອນຳມາປັບປຸງການບໍລິຫານວຽກງານຂອງຕົນ ໂດຍຜູ້ບໍລິຫານຕ້ອງເປີດໃຈໃຫ້ກວ້າງຮັບຟັງຂໍ້ມູນທຸກຢ່າງຈາກທຸກຝ່າຍ ໂດຍຕ້ອງຍຶດຫຼັກການບໍລິຫານແບບມີສ່ວນຮ່ວມ ເຊິ່ງຈະສົ່ງຜົນຕໍ່ກັບຄວາມຮ່ວມມືຮ່ວມໃຈຂອງພະນັກງານ.

            ລູແທນ (Luthans. 1995 : p.431) ໄດ້ສະເໜີແນະວ່າການປັບປຸງການສື່ສານແບບລຸ່ມຂື້ນເທິງ ໃຫ້ມີປະສິດທິພາບນັ້ນຄວນ : ຈັດໃຫ້ມີຂະບວນການຮ້ອງທຸກ ໂດຍໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາເຂົ້າມາມີສ່ວນຮ່ວມເປັນກຳມະການ, ໃຊ້ນະໂຍບາຍເປີດກວ້າງໂດຍເປີດໂອກາດໃຫ້ພະນັກງານພົບໄດ້ທຸກໂອກາດ ຫຼື ບໍ່ກໍເຊີນມາເພື່ອເວົ້າເຖິງບັນຫາຕ່າງໆ ແຕ່ທັງນີ້ຜູ້ບໍລິຫານຈະຕ້ອງເຮັດດ້ວຍຄວາມຈິງໃຈ, ຈັດໃຫ້ມີໂອກາດໄດ້ພົບປະໃຫ້ຄຳປຶກສາ, ຊັກຖາມ ຫຼື ສຳພດ, ໃຫ້ພະນັກງານມີສ່ວນຮ່ວມໃນການຕັດສິນໃຈທັງເປັນທາງການ ແລະ ບໍ່ເປັນທາງການ, ມີຕູ້ຮັບບັນຫາ ແລະ ຈັດໃຫ້ມີພະນັກງານຮັບເລື່ອງຮ້ອງທຸກ.

          2.3 ການສື່ສານຕາມແນວນອນ (horizontal communication) ການສື່ສານແບບນີ້ເປັນການສື່ສານ ລະຫວ່າງພະນັກງານໃນລະດັບດຽວກັນ ເຊັ່ນ : ການຕິດຕໍ່ສື່ສານລະຫວ່າງຫົວໜ້າໜ່ວຍງານກັບຫົວໜ້າໜ່ວຍງານ ເປັນລື່ອງປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາຄວາມຕ້ອງການ, ຂໍ້ສະເໜີແນະ ຫຼື ຂໍ້ມູນຍ້ອນກັບ ການສື່ສານລັກສະນະນີມີຄວາມຈຳເປັນຕໍ່ການປະສານງານໃນອົງການເພື່ອໃຫ້ການເຮັດວຽກບັນລຸຜົນ ໂດຍສະເພາະອົງການຂະໜາດໃຫຍ່ມີຄວາມສະຫຼັບຊັບຊ້ອນ.

    1.5  ເຕັກນິກ ຫຼື ວິທີໃນການສື່ສານ

        ຣອບບິນ ແລະ ຄູລຕາຣ ໄດ້ກ່າວເຖິງວິທີການສື່ສານໄວ້ 4 ວິທີ ຄື :

      1. ການສື່ສານໂດຍໃຊ້ພາສາເວົ້າ (oral communication) ເປັນການສື່ສານທີ່ຄົນທົ່ວໄປນິຍົມໃຊ້ກັນ ເຊິ່ງຮູບແບບການໃຊ້ຄຳເວົ້າທີ່ນິຍົມໃຊ້ກັນ ເຊັ່ນ : ການກ່າວສູນທອນພົດ, ການສົນທະນາໂຕຕໍ່ໂຕ, ການອະພິປາຍກຸ່ມ, ການອະພິປາຍຢ່າງບໍ່ເປັນທາງການເປັນຕົ້ນ. ການໃຊ້ການສື່ສານມີທັງຂໍ້ດີ ແລະ ຂໍ້ຈຳກັດດັ່ງນີ້ :

         ຂໍ້ດີຂອງການສື່ສານໂດຍໃຊ້ພາສາເວົ້າ ໄດ້ແກ່ :

             - ການຖ່າຍທອດຂ່າວສານໄດ້ຢ່າງວ່ອງໄວ, ປະຫຍັດເວລາ.

             - ໃຊ້ຂໍ້ມູນຍ້ອນກັບໄດ້ຢ່າງວ່ອງໄວ.

             - ຖ້າຕິດຕໍ່ສື່ສານບໍ່ເຂົ້າໃຈ ຜູ້ສົ່ງຂ່າວສານທົບທວນໄດ້.

             - ມີປະສິດທິພາບສາມາດໃຊ້ສີໜ້າທ່າທາງ ແລະ ອາລົມປະກອບ.

         ຂໍ້ຈຳກັດຂອງການສື່ສານດ້ວຍຄຳເວົ້າ ໄດ້ແກ່ :

             - ຂໍ້ມູນຂ່າວສານຖືກໄດ້ແປງໄດ້ງ່າຍໃນກໍລະນີຖ່າຍທອດໄປຍັງຫຼາຍຄົນຫຼາຍກຸ່ມ.

             - ບໍ່ເໝາະສົມທີ່ຈະໃຊ້ກັບເລື່ອງທີ່ສຳຄັນ.

             - ບໍ່ເໝາະສົມທີ່ຈະໃຊ້ກັບເລື່ອງທີ່ສະຫຼັບຊັບຊ້ອນ ແລະ ມີລາຍລະອຽດຫຼາຍ.

             - ບໍ່ເໝາະສົມທີ່ຈະສົ່ງຂ່າວໄປຍັງຜູ້ຢູ່ຫ່າງໄກ.

             - ບໍ່ມີເວລາພິຈາລະນາຂ່າວສານ.

       2. ການສື່ສານໂດຍພາສາຂຽນ (written communication) ເປັນການສື່ສານໂດຍໃຊ້ຈົດໝາຍ, ບົດບັນ ທຶກ, ວາລະສານຂອງໜ່ວຍງານ, ປະກາດແຈ້ງການ, ຄຳສັ່ງ ແລະ ອື່ນໆ ທີ່ຈຳເປັນຕ້ອງໄດ້ຂຽນເປັນລາຍລັກອັກສອນການສື່ສານແບບນີ້ມີທັງຂໍ້ດີ ແລະ ຂໍ້ຈຳກັດ ດັ່ງນີ້:

            ຂໍ້ດີຂອງການສື່ສານໂດຍພາສາຂຽນ

             - ມີຄວາມໝັ້ນຄົງເກັບຮັກສາໄວ້ໄດ້ດົນນານ.

             - ໃຊ້ອ້າງອີງ ແລະ ສາມາດກວດສອບໄດ້.

             - ຜູ້ສົ່ງຂ່າວມີເວລາພິຈາລະນາຂໍ້ມູນໄດ້ຢ່າງຖີ່ຖ້ວນ.

             - ເໝາະກັບເລື່ອງທີ່ມີຄວາມສະຫຼັບຊັບຊ້ອນ ແລະ ຕ້ອງການລາຍລະອຽດຫຼາຍ.

             - ເປັນການສື່ສານຄວາມຄິດທີ່ດີແລ້ວ ມີເຫດຜົນ ແລະ ຊັດເຈນ.

             - ເໝາະສົມກັບການຕິດຕໍ່ສື່ສານກັບຄົນຫຼາຍຄົນທີ່ຢູ່ໄກ.

           ຂໍ້ຈຳກັດຂອງການສື່ສານໂດຍໃຊ້ພາສາຂຽນ ໄດ້ແກ່ :

             - ເສຍເວລາຫຼາຍ.

             - ຂາດຂໍ້ມູນຍ້ອນກັບ ບໍ່ຮູ້ຄວາມເຂົ້າໃຈຂອງຜູ້ຮັບ.

             - ຂາດແຮງສະໜັບສະໜຸນທາງດ້ານສັງຄົມວິທະຍາ ແລະ ຈິດຕະວິທະຍາ.

        3. ການສື່ສານໂດຍບໍ່ໃຊ້ຄຳເວົ້າ (nonverbal communication) ເປັນການສື່ສານທີ່ມີຄວາມໝາຍອີກວິ ທີໜື່ງ ເຊັ່ນວ່າ ຖ້າເຮົາເຫັນຂະໜາດຂອງຫ້ອງເຮັດຽກບາງຄົນ ຫຼື ເສື້ອຜ້າທີ່ເຂົາໃຊ້ກໍ່ສາມາດບົ່ງບອກສະຖານະຂອງເຂົາໄດ້ ການສື່ສານໂດຍບໍ່ໃຊ້ຄຳເວົ້າທີ່ຮູ້ຈັກກັນດີຄື : ພາສາກ່າຍ (body language) ແລະ ນໍ້າສຽງເວົ້າ (verbal intonation).

         - ພາສາກ່າຍ (body language) ໝາຍເຖິງການສະແດງລັກສະນະຕ່າງໆ ເຊັ່ນ : ການສະແດງສີໜ້າ ຫຼື ການສະແດງທ່າທາງສ່ວນອື່ນຂອງຮ່າງກ່າຍ ເຊັ່ນ : ການຍິ້ມ, ການເຄື່ອນໄຫວມື ຫຼື ການສະແດງສີໜ້າອື່ນໆ ຈະບົງ ບອກເຖິງຄວາມຮູ້ສຶກທາງອາລົມເຊັນວ່າ ຄວາມຢ້ານ, ອາຍ, ມີຄວາມສຸກ, ຮ້າຍ..

         - ນໍ້າສຽງເວົ້າ (verbal intonation) ໝາຍເຖິງ ການເນັ້ນສຽງການເວົ້າບາງຄຳ ຫຼື ສຳນວນ ຄົນຈະມີປະ ຕິກິລິຍາຕອບກັບນ້ຳສຽງ, ເວົ້າແຕກຕ່າງກັນ ຖ້າຜູ້ເວົ້າມີສຽງເບົາສະພາບຄົນຟັງກໍ່ຈະມີອາລົມມິດງຽບ ແຕ່ຖ້າຜູ້ຟັງມີສຽງຫ້າວຫັນ ຄົນຟັງກໍ່ຈະເກີດອາລົມອີກແນວໜື່ງ ເປັນຄວາມຈິງຢ່າງໜື່ງການສື່ສານໂດຍໃຊ້ພາສາເວົ້າຈະຕ້ອງມີອັນ ທີ່ບໍ່ໃຊ້ພາສາເວົ້າປົນຢູ່ອອກມາ.

           ດັ່ງນັ້ນ ການສື່ສານໂດຍບໍ່ໃຊ້ຄຳເວົ້າຈຶ່ງມີຄວາມສຳຄັນຕໍ່ກັບຜູ້ບໍລິຫານ ໂດຍຜູ້ບໍລິຫານຄວນຝຶກປະຕິບັດໃນການສື່ສານໂດຍບໍ່ໃຊ້ຄຳເວົ້າໃຫ້ເປັນນິໄສ ເພື່ອຈະໃຊ້ໃຫ້ເໝາະສົມກັບວຽກງານ ແລະ ສະຖານະການ.

       4. ການສື່ສານຜ່ານທາງອີເລັກໂຕຼນິກ (electronic media communication) ປັດຈຸບັນເຮົາຕ້ອງສື່ສານ ດ້ວຍວິທີອີເລັກໂຕຼນິກທີ່ມີຄວາມຊັບຊ້ອນ ບໍ່ວ່າຈະເປັນໂທລະສັບ, ຄອມພິວເຕີ. ການສື່ສານດ້ວຍສື່ປະເພດນີ້ຖື ວ່າສື່ສານໄດ້ວ່ອງໄວທີ່ສຸດຄື: ອີເມວ (electronic mail) ເຊິ່ງສາມາດສົ່ງຂ່າວໄປຫາບຸກຄົນຫຼາຍຄົນໃນເວລາດຽວກັນ. ດັ່ງນັ້ນ, ຜູ້ບໍລິຫານຕ້ອງຝຶກ ແລະ ຮຽນຮູ້ການໃຊ້ສື່ອີເລັກໂຕຼນິກເຫຼົ່ານີ້ໃຫ້ມີປະສິດທິພາບແຕ່ຢ່າງໃດກໍ່ຕາມການໃຊ້ສື່ສານດ້ວຍວິທີນີ້ມີທັງຂໍ້ດີ ແລະ ຂໍ້ຈຳກັດ ດັ່ງນີ້ :

        ຂໍ້ດີຂອງການສື່ສານຜ່ານສື່ອີເລັກໂຕຼນິກ ໄດ້ແກ່ :

             - ສື່ສານໄດ້ຢ່າງວ່ອງໄວ.

             - ຄ່າໃຊ້ຈ່າຍໜ້ອຍ.

             - ມີຄວາມຄົງທົນຖາວອນ, ເກັບໄວ້ໄດ້ດົນນານ.

             - ສາມາດອ້າງອີໄດ້.

             - ສາມາດກວດກາໄດ້.

       ຂໍ້ຈຳກັດຂອງການສື່ສານຜ່ານສື່ອີເລັກໂຕຼນິກ ໄດ້ແກ່ :

             - ໃຊ້ເວລາໃນການກະກຽມ.

             - ບາງຊະນິດຂາດການຍ້ອນກັບ.

             - ຂາດການສົ່ງເສີມທາງສັງຄົມວິທະຍາ ແລະ ຈິດຕະວິທະຍາ.

    1.6  ອຸປະສັກຂອງການສື່ສານ

         ກໍຕັນ (Gorton. 1972. p.282-287) ໄດ້ກ່າວເຖິງອຸປະສັກຂອງການສື່ສານຂອງຜູ້ບໍລິຫານໄວ້ດັ່ງນີ້:

        1) ດ້ານຜູ້ຮັບຂ່າວ ຂ່າວສານທຸກຂ່າວທີ່ຜູ້ບໍລິຫານສົ່ງອອກໄປຈະຖືກແປຄວາມໝາຍໂດຍຜູ້ຮັບຂ່າວສານ ເຊິ່ງ ການແປຄວາມໝາຍຈະຕ້ອງກົງກັບຜູ້ສົ່ງຂ່າວສານຫຼືບໍ່ນັ້ນຂື້ນຢູ່ກັບສະພາບ ແລະ ລັກສະນະຂອງຜູ້ຮັບຂ່າວສານ ດັ່ງນີ້:

           - ການຂາດຄວາມສົນໃຈ ອາດເປັນເພາະທັດສະນະຄະຕິທີ່ມີຕໍ່ຜູ້ສົ່ງຂ່າວສານ ເນື້ອຫາຂ່າວສານ ແລະ ປະໂຫຍດຂອງຂ່າວສານ.

           - ຂາດຄວາມຮູ້ ຂ່າວສານທຸກຂ່າວຈະມີຄວາມມຸ່ງໝາຍ ແລະ ຄຳສັບທີ່ໃຊ້ສະເພາະ ດັ່ງນັ້ນ, ຜູ້ຮັບຂ່າວ ສານຈະຕ້ອງມີພື້ນຖານຄວາມຮູ້ໃນເລື່ອງນັ້ນພຽນພໍ.

          - ຄວາມລຳອຽງຂອງຜູ້ຮັບຂ່າວສານ ອັນເກີດຈາກທັດສະນະຄະຕິ ແລະ ຄ່ານິຍົມ ເຊິ່ງເຮັດໃຫ້ແປຄວາມໝາຍຂອງຂ່າວສານຜິດພາດ.

          - ອຸປະສັກດ້ານສັງຄົມ ຜູ້ຮັບຂ່າວສານມີພື້ນຖານທາງສັງຄົມແຕກຕ່າງກັນ ຈະແປຄວາມໝາຍຂອງຂ່າວ ສານແຕກຕ່າງກັນ ພື້ນຖານສັງຄົມ ເຊັ່ນ : ອາຍຸ, ເພດ, ຕຳແໜ່ງ ແລະ ວັດທະນະທຳ.

         - ສະຖານະການ ການສື່ສານຈະມີອຸປະສັກໃນສະຖານະການຕ່າງໆ ເຊັ່ນ : ມີສິ່ງລົບກວນ, ບໍ່ມີເວລາພຽງ ພໍທີ່ຈະອ່ານຂ່າວສານຢ່າງລະອຽດ ຫຼື ມີຂ່າວສານຫຼາຍເກີນໄປ.

     2) ດ້ານຜູ້ສົ່ງຂ່າວສານ ອຸປະສັກທີ່ຂັດຂວາງການສື່ສານທີ່ເກີດຈາກຜູ້ສົ່ງຂ່າວສານໄດ້ແກ່ :

       - ຂາດຄວາມຮູ້ຄວາມຊ່ຽວຊ່ານໃນຂ່າວທີ່ຈະສົ່ງ.

       - ຂາດຄວາມເຊື່ອຖືສັດທາໃນຕໍາແໜ່ງ.

       - ການເລືອກວິທີການສື່ສານບໍ່ເໝາະສົມ.

       - ການໃຊ້ອາລົມ.

       - ການໃຊ້ຄຳບໍ່ເໝາະສົມກັບຜູ້ຮັບຂ່າວສານ.

       - ຂາດຄວາມຕັ້ງໃຈໃນການສື່ສານ.

       - ຂາດການວິເຄາະທຳມະຊາດຂອງຜູ້ຮັບຂ່າວສານ

2.  ມະນຸດສຳພັນ

     

    2.1 ຄວາມໝາຍຂອງມະນຸດສຳພັນ

         ມີຜູ້ໃຫ້ຄວາມໝາຍຂອງຄຳວ່າມະນຸດສຳພັນໄວ້ຫຼາຍທ່ານດັ່ງນີ :

         ເດວິດ ເຄິສທ (David, Keith.1977) ໄດ້ສະເໜີວ່າ ມະນຸດສຳພັນ ໝາຍເຖິງຂະບວນການຈູງໃຈຂອງບຸກຄົນຢ່າງມີປະສິດທິຜົນ ແລະ ປະສິດທິພາບໂດຍມີຄວາມພໍໃຈໃນທາງເສດຖະກິດ ແລະ ສັງຄົມມະນຸດ ການພົວພັນນັ້ນຈຶ່ງເປັນທັງສາດ ແລະ ສິນເພື່ອໃຊ້ໃນການເສີມສ້າງຄວາມສຳພັນອັນດີລະຫວ່າງບຸກຄົນ ການຍອມຮັບ ນັບຖື, ການໃຫ້ການຄວາມຮ່ວມື ແລະ ການໃຫ້ຄວາມຈົງຮັກພັກດີໃນການຕິດຕໍ່ພົວພັນກັນລະຫວ່າງບຸກຄົນຕໍ່ບຸກຄົນ ຕະຫຼອດເຖິງອົງການຕໍ່ອົງການ.

         ດູບິນ (Dubrin, 1981. P.4) ອະທິບາຍວ່າມະນຸດສຳພັນ ໝາຍເຖິງສິນລະປະ ແລະ ການປະຕິບັດ ໃນການຳຄວາມຮູ້ກ່ຽວກັບພຶດຕິກຳຂອງມະນຸດມາໃຊ້ໃນການຕິດຕໍ່ພົວພັນກັນ ເພື່ອໃຫ້ບັນລຸວັດຖຸປະສົງຂອງຕົນ ແລະ ຂອງສ່ວນລວມ.

         ຮັນໂລແຣນ (Halloran, 1995. p.5) ກ່າວວ່າ ມະນຸດສຳພັນ ເປັນການສຶກສາເຖິງການພົວພັນລະ ຫວ່າງບຸກຄົນທີ່ສາມາດຫຼຸດຄວາມຂັດແຍ້ງ ແລະ ເສີ່ມສ້າງພຶດຕິກຳຄວາມສຳພັນອັນດີຕໍ່ກັນລະຫວ່າງບຸກຄົນ ແລະ ອົງການ.

         ອຳນວຍ ແສງສະຫວ່າງ (2544: ໜ້າ 99) ມະນຸດສຳພັນ ໝາຍເຖິງການສະແວງຫາເພື່ອສ້າງຄວາມເຂົ້າ ໃຈໂດຍການໃຊ້ລັກສະນະຮູບແບບການຕິດຕໍ່ພົວພັນກັນລະຫວ່າງບຸກຄົນ ເປັນຜົນກໍ່ໃຫ້ເກີດການເຊື່ອມໂຍ່ງເພື່ອ ໃຫ້ຜົນສຳເລັດຕາມເປົ້າມາຍຂອງອົງການ ຂອງແຕ່ລະບຸກຄົນທີ່ໄດ້ກຳນົດໄວ້.

         ສົມພອນ ສຸທັດນີ (2544: ໜ້າ 5) ກ່າວວ່າມະນຸດສຳພັນ ໝາຍເຖິງ ການຕິດຕໍ່ທີ່ກ່ຽວຂ້ອງກັນລະຫວ່າງບຸກຄົນ ເພື່ອກໍ່ໃຫ້ເກີດຄວາມຮັກ, ຄວາມຮ່ວມມືຮ່ວມໃຈເຮັດກິດຈະກຳໃຫ້ບັນລຸເປົ້າໝາຍ.

         ສະຫຼຸບໄດ້ວ່າ ມະນຸດສຳພັນຄືຍຸດທະວິທີສ້າງຄວາມສຳພັນອັນດີລະຫວ່າງເພື່ອມະນຸດ ໃຫ້ມາເຮັດກິດ ຈະກຳຮ່ວມກັນແບບເຕັມໃຈ ແລະ ບຸກຄົນທີ່ມີມະນຸດສຳພັນກໍ່ຈະເປັນບຸກຄົນທີ່ສາມາດເຂົ້າກັບຜູ້ອື່ນໄດ້ງ່າຍ, ມີຈິດໃຈສາທາລະນະເປັນທີ່ຮັກແພງຂອງຜູ້ອື່ນ, ໃຜເຫັນໃຜກໍ່ຮັກ ແລະ ຢ່າກຢູ່ນຳດ້ວຍ, ມະນຸດສຳພັນຈຶ່ງກ່ຽວຂ້ອງກັບຄວາມຕ້ອງການຂອງບຸກຄົນ, ແຮງຈູງໃຈ ຫຼື ສາເຫດພາຍໃນຂອງບຸກຄົນທີ່ເຂົ້າມາເຮັດກິດຈະກຳຕ່າງໆ ໃຫ້ບັນລຸເປົ້າໝາຍລວມທັງການສາມາດເອົາຊະນະຈິດໃຈຜູ້ອື່ນໃຫ້ຄ້ອຍຕາມຈົນສາມາດເຮັດວຽກນັ້ນໄດ້ສຳເລັດ.

     2.2 ຄວາມສຳຄັນຂອງມະນຸດສຳພັນ

          ເນື່ອງຈາກມະນຸດເປັນສັດສັງຄົມ ຈຶ່ງບໍ່ສາມາດຢູ່ໄດ້ໂດຍລຳພັງ ແຕ່ຈຳເປັນຕ້ອງພຶ່ງພາອາໄສບຸກຄົນທີ່ຢູ່ ອ້ອມຂ້າງເພື່ອຄວາມຢູ່ລອດ ຫຼື ເພື່ອຄວາມສຸກໃຈຂອງໂຕເຮົາເອງ, ມະນຸດສຳພັນຈັດເປັນທັງສາດ (Science) ແລະ ສິນ (Art) ເນື່ອງຈາກມີຫຼັກການ ແລະ ທິດສະດີທີ່ເປັນຄວາມຮູ້ ແລະ ນຳຫຼັກການ ຫຼື ທິດສະດີໄປປະຕິບັດໃຫ້ປະສົບ ຄວາມສຳເລັດໄດ້ນັ້ນ ຕ້ອງອາໄສເຕັກນິກວິທີການເຊິ່ງຖືເປັນສິນລະປະສະເພາະຕົວຂອງບຸກຄົນ ການທີ່ຄົນເຮົາຈະມີມະ ນຸດສຳພັນທີ່ດີກັບບຸກຄົນອື່ນ ຈຳເປັນຕ້ອງຮຽນຮູ້ທັງພາກທິດສະດີ ແລະ ໝັ້ນຝຶກຝົນເພື່ອໃຫ້ເກີດຄວາມຊ່ຽນຊານ ຈົນສາມາດນຳຫຼັກການທີ່ເປັນຄວາມຮູ້ທາງທິດສະດີໄປໃຊ້ໄດ້ຢ່າງເປັນທຳມະຊາດ ດັ່ງນັ້ນ, ການມີມະນຸສຳພັນທີ່ດີກັບ ບຸກຄົນໂດຍທົ່ວໄປ ຈຶ່ງເຮັດໃຫ້ການຮ່ວມກັນເປັນໄປຄວາມຄວາມສະດວກສະບາຍ ແລະ ກໍ່ໃຫ້ເກີດຄວາມສະຫງົບ ສຸກໃນສັງຄົມ.

         ໂດຍຄວາມສຳຄັນຂອງມະນຸດສຳພັນມີ ດັ່ງນີ້ :

         - ເຮັດໃຫ້ເກີດຄວາມສາມັກຄີໃນກຸ່ມສັງຄົມ ແລະ ໝູ່ຄະນະ.

         - ກໍ່ໃຫ້ເກີດຄວາມຮ່ວມແຮງຮ່ວມໃຈ, ເກີດຄວາມຮັກແພງສາມັກຄີໃນການປະຕິບັດວຽກງານ.

         - ເຮັດໃຫ້ສັງຄົມສະຫງົບສຸກ ຄົນໃນສັງຄົມນັ້ນມີຄວາມສຸກ.

         - ເຮັດໃຫ້ສ້າງຄວາມເຂົ້າໃຈອັນດີຕໍ່ກັນ ແລະ ກັນ.

         - ເຮັດໃຫ້ວຽກງານຕ່າງໆນັ້ນປະສົບຄວາມສຳເລັດ ເພາະເຮົາຢູ່ຄົນດຽວບໍ່ໄດ້ ເຮົາຕ້ອງເຮັດວຽກຫຼາຍຄົນຮ່ວມ ກັນ ຕ້ອງອາໄສການຮ່ວມມືເຊິ່ງກັນ ແລະ ກັນ ວຽກຈຶ່ງຈະປະສົບຄວາມສຳເລັດ.

         - ເຮັດໃຫ້ມະນຸດຮູ້ສຶກເຖິງຄວາມຮັກແພງ ແລະ ມີມິດຕະພາບລວມໄປເຖິງຄວາມຕ້ອງການທີ່ຈະບັນລຸຈຸດໝາຍດ້ວຍຄວາມພູມໃຈ.

         - ເຮັດໃຫ້ບຸກຄົນອື່ນຍອມຮັບນັບຖືກັນ, ເຂົ້າໃຈເຖິງສັກສີຂອງຄວາມເປັນມະນຸດ (Human dignity), ເຮັດໃຫ້ຄົນທີ່ເຮັດວຽກຮ່ວມກັນຮູ້ ແລະ ເຂົ້າໃຈເຖິງການໃຫ້ກຽດກັນ ໂດຍສະເພາະແມ່ນການຍອມຮັບຄຸນຄ່າຂອງຄວາມເປັນມະນຸດນັ້ນເອງ.

         - ເຮັດໃຫ້ວຽກງານທຸກຢ່າງບັນລຸເປົ້າໝາຍຕາມທີ່ອົງການຕ້ອງການ ເພາະທຸກຄົນເຄົາລົບໃນການສະແດງ ຄວາມຄິດຄວາມເຫັນ ແລະ ພຶດຕິກຳການສະແດງອອກຂອງແຕ່ລະບຸກຄົນ ອັນຈະນຳໄປສູ່ການຮ່ວມມື ແລະ ການປະສານງານທີ່ດີນັ້ນເອງ.

         - ເຮັດໃຫຄົນຄ້ອຍຕາມໄດ້ ຫາກເຮັດໃຫ້ຈິດໃຈເຂົາຄ້ອຍຕາມໄດ້ບຸກຄົນຈະເກີດຄວາມນິຍົມຊົມຊອບ ແລະ ພັດທະນາຄວາມນິຍົມຊົມຊອບຈົນກາຍເປັນຄວາມສັດທາ ເມື່ອບຸກຄົນເກີດຄວາມສັດທາກໍຍິນດີທີ່ຈະປະຕິບັດຕາມ ເຊິ່ງເຮັດໃຫ້ຄົນອື່ນຄ້ອຍຕາມນັ້ນຕ້ອງຕັ້ງຢູ່ບັນເງື່ອນໄຂຂອງຄວາມຍຸຕິທຳ ກໍ່ຈະສາມາດສ້າງມະນຸດສຳພັນຖາວອນໄດ້.

     2.3 ອົງປະກອບຂອງມະນຸດສຳພັນ

         ອົງປະກອບຂອງມະນຸດສຳພັນປະກອບດ້ວຍ:

          1) ການເຂົ້າໃຈຕົນເອງ ການເຂົ້າໃຈຕົນເອງເປັນການຮູ້ຈັກຕົນເອງຢ່າງຖືກຕ້ອງວ່າ ຕົນເອງແມ່ນໃຜ, ມີຄວາມຮູ້ຄວາມສາມາດ, ທັກສະ, ປະສົບການຫຼາຍໜ້ອຍພຽງໃດ, ລະດັບໃດ, ມີຈຸດແຂງ, ຈຸດອ່ອນໃນດ້ານໃດ, ການເຂົ້າໃຈຕົນເອງເຮັດໃຫ້ບຸກຄົນຍອມຮັບຄຸນຄ່າຂອງຕົນເອງ, ນັບຖືຕົນເອງ ແລະ ຮູ້ຈັກເຂົ້າໃຈສິດ, ເສລີພາບ, ໜ້າທີ່, ຄວາມຮັບຜິດຊອບຂອງຕົນເອງ ສິ່ງສຳຄັນໃນການເຂົ້າໃຈຕົນເອງ ຄື : ຈະຊ່ວຍໃຫ້ຮູ້ຈັກປັບຕົວເຂົ້າກັບບຸກຄົນ ອື່ນໄດ້ດີຂື້ນ.

         2) ການເຂົ້າໃຈຜູ້ອື່ນ ການເຂົ້າໃຈຜູ້ອື່ນ ເປັນການຮຽນຮູ້ທຳມະຊາດຂອງຄົນ ຄວາມແຕກຕ່າງລະຫວ່າງ ບຸກຄົນ, ແຮງຈູງໃຈຂອງບຸກຄົນ, ມີຄວາມຮູ້ຄວາມສາມາດ, ທັກສະ ແລະ ປະສົບການທາງດ້ານໃດ, ຢູ່ໃນລະດັບໃດ, ມັກຫຼືບໍ່ມັກໃນສິ່ງໃດ, ມັກໃນສິ່ງໃດ້ເປັນພິເສດ, ມີຄຸນລັກສະນະທີ່ເດັ່ນໃນທາງໃດແດ່.

         3) ການເຂົ້າໃຈສິ່ງແວດລ້ອມ ການເຂົ້າໃຈສິ່ງແວດລ້ອມ ເປັນການຮຽນຮູ້ທຳມະຊາດ ແລະ ສິ່ງຕ່າງໆ ທີ່ຢູ່ອ້ອມຮອບໂຕເຮົາ ແລະ ບຸກຄົນອື່ນ ມີອິດທິພົນຕໍ່ການດຳເນີນຊີວິດປະຈຳວັນ ລວມທັງມີສ່ວນພົວພັນກັບການ ເສີ່ມສ້າງມະນຸດສຳພັນ ໄດ້ແກ່ : ສະພາບເຫດການ, ສະຖານະການທີ່ເກີດຂື້ນໃນປັດຈຸບັນ ແລະ ອະນາຄົດ ລ້ວນແຕ່ມີ ອິດທິພົນມາຈາກສິ່ງແວດລ້ອມທັງນັ້ນ ອັນປະກອບດ້ວຍສະຖາບັນຄອບຄົວ, ສະຖາບັນທີເປັນອົງການສະຖານສຶກສາ, ໜ່ວຍງານ, ບໍລິສັດ, ໂຮງງານ, ລັດຖະບານ, ສາສະໜາ, ອົງການລະຫວ່າງປະເທດ.

         ແນວຄິດພື້ນການສ້າງມະນຸດສຳພັນທັງສາມດ້ານນີ້ທີ່ກ່າວມານັ້ນ ເປັນປັດໄຈສຳຄັນໃນການນຳໄປສູ່ຄວາມ ສຳເລັດໃນການສ້າງມະນຸດສຳພັນທີ່ດີ.

    2.4 ມະນຸດສຳພັນໃນອົງການ

       ມະນຸດສຳພັນໃນອົງການ ຄືການພົວພັນຂອງພະນັກງານທີ່ຢູ່ໃນຮູບແບບຂອງອົງການ ເຊິ່ງມີການພົວພັນ ລະຫວ່າງບຸກຄົນຕໍ່ບຸກຄົນ, ກຸ່ມຄົນຕໍ່ກຸ່ມຄົນດ້ວຍກັນ ເພື່ອໃຫ້ເກີດມີຄວາມຜູກພັນເປັນມິດຕໍ່ກັນ, ມີຄວາມສຸກໃນ ການເຮັດວຽກຮ່ວມກັນໃນອົງການ, ມີຄວາມສຳພັນທີ່ດີຕໍ່ກັນຈະເປັນປັດໄຈສຳຄັນທີ່ຍຶດຕິດເຮັດໃຫ້ພະນັກງານຢູ່ກັບ ອົງການ ມີທັດສະນະຄະຕິທີ່ດີຕໍ່ວຽກງານ ແລະ ອົງການໄວ້ໄດ້.

       ບຸກຄົນທີ່ມີມະນຸດສຳພັນທີ່ດີ ຄວນມີຄຸນລັກສະນະດັ່ງນີ້ :

       - ມີທ່າທາງທີ່ດີ (Handsome) ເຊັ່ນ : ມາລະຍາດດີ, ເວົ້າມ່ວນສະໜຸກສະໜານ..

       - ມີບຸກຄະລິກະພາບດີ (Personality) ໝາຍເຖິງ ຮູບຮ່າງ, ໜ້າຕາ, ການແຕ່ງຕົວ, ກິລິຍາທ່າທາງ

       - ມີຄວາມເປັນໝູ່ເພື່ອນ (Friendliness) ຄື: ເປັນກັນເອງກັບບຸກຄົນອື່ນໆ.

       - ມີຄວາມອ່ອນນ້ອມ (Modesty) ລວມທັງກິລິຍາມາລະຍາດສຸພາບ, ເວົ້າຈາອ່ອນນ້ອມຖ້ອມຕົນ.

       - ມີນ້ຳໃຈຊ່ວຍເຫຼືອ (Helpful) ຄື ເຕັມໃຈຊ່ວຍເຫຼືອຜູ້ອື່ນທັງກຳລັງກາຍ, ກຳລັງຄວາມຄິດ.

       - ໃຫ້ຄວາມຮ່ວມມື (Cooperation) ຄື ສາມາດໃຫ້ການຊ່ວຍເຫຼືອໃນການເຮັດວຽກຮ່ວມກັບຜູ້ອື່ນ

       - ມີຄວາມກະລຸນາ (Kindness) ຄື ມີນ້ຳໃຈເອື້ອເຟື້ອເພື່ອແຜ່ແກ່ຜູ້ໄດ້ຮັບຄວາມທຸກຍາກ.

       - ສ້າງປະໂຫຍດ (Contribution) ໃຫ້ການຊ່ວຍເຫຼືອໂດຍບໍ່ຫວັງປະໂຫຍດໃດໆ.

       - ການສ້າງສັນ (Constructive) ໝາຍເຖິງຄວາມຄິດ ແລະ ການກະທຳທີ່ສ້າງສັນ.

       - ມີອາລົມທີ່ດີ (Good Emotion) ຄືມີການຄວບຄຸມ ແລະ ໃຫ້ອາລົມໄດ້ຢ່າງເໝາະສົມ.

       - ມີຄວາມກະຕື້ລືລົ້ນ (Enthusiasm) ຄືຄວາມມີຈິດໃຈທີ່ຫ້າວຫັນບໍ່ຊັກຊ້າ.

       - ມີຄວາມຮັບຜິດຊອບ (Responsibility) ຕໍ່ການເຮັດວຽກ, ຮັກສາເວລາ, ມີຄວາມຊື່ສັດ.

       - ມີຄວາມອົດທົນ (Patient) ຄືອົດທົນຕໍ່ຄວາມອິດເມື່ອຍ, ຄວາມຍາກລຳບາກ

       - ມີຄວາມດຸໝັ່ນ (Diligent) ຄືດຸໝັ່ນຕໍ່ການເຮັດວຽກບໍ່ເປັນຄົນຂີ້ຄ້ານ.

       - ມີຄວາມພະຍາຍາມ (Attempt) ຄືຄວາມພາກພຽນພພຍາຍາມທີ່ຈະຝຶກຝົນຕົນເອງຢູ່ສະເໝີ.

       - ມີປັນຍາ (Intelligence) ໝາຍເຖິງການມີພິກໄຫວໃນການສ້າງມະນຸດສຳພັນກັບຄົນອື່ນ.

         ຈາກຄຸນລັກສະນະທີ່ກ່າວມາຂ້າງເທິງນັ້ນ ສາມາດສະຫຼຸບໄດ້ວ່າ ຄົນທີ່ມີມະນຸດສຳພັນກັບຜູ້ອື່ນໄດ້ນັ້ນ ຈະຕ້ອງມີການປະພຶດດີເປັນຫຼັກ, ຈະຕ້ອງເປັນຄົນທີ່ເຂົ້າຫາຜູ້ອື່ນ, ມີຄວາມເປັນມິດ, ຍອມເສຍສະຫຼະປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ ເພື່ອສ້າງຄວາມສຸກໃຫ້ເກີດຂື້ນກັບທັງສອງຝ່າຍ.

    2.5 ການເສີ່ມສ້າງມະນຸດສຳພັນ

        ການເສີ່ມສ້າງມະນຸດສຳພັນນັ້ນຄວນຄຳນຶງເຖິງຫຼັກການດັ່ງຕໍ່ໄປນີ້ :

        1) ການສຳຫຼວດຕົນເອງ ການສຳຫຼວດຕົນເອງວ່າມີສິ່ງໃດແດ່ທີ່ບົກພ່ອງຫຼາຍເກີນໄປຫຼືບໍ່ ຫາກມີຄວນຫາ ວິທີທາງແກ້ໄຂປັບປຸງຕົນເອງ, ຮູ້ຈັກປະມານຕົນເອງ, ເບີ່ງຕົນເອງໂດຍບໍ່ລຳອຽງ ຫຼື ເຊື່ອຄຳຍ້ອງຍໍຜູ້ອື່ນງ່າຍເກິນໄປ ການສ້າງມະນຸດສຳພັນກັບບຸກຄົນອື່ນ ຄວນມີຄວາມຈິງໃຈຕໍ່ກັບເຂົາ ເນື່ອງຈາກຄວາມຈິງໃຈຕໍ່ກັນໂດຍບໍ່ຫວັງຜົນປະ ໂຫຍດແອບແຝງນັ້ນຈະກໍ່ໃຫ້ເກີດທັດສະນະຄະຕິທີ່ດີຕໍ່ກັນ, ມີຄວາມໄວ້ວາງໃຈກັນອັນຈະນຳໄປສູ່ຄວາມສຳພັນທີ່ດີ ແລະ ຍາວນານ. ນອກຈາກນີ້ການມີມາລະຍາດໃນສັງຄົມນັບວ່າຈຳເປັນໃນການສ້າງມະນຸດສຳພັນກັບບຸກຄົນອື່ນເຊັ່ນ ກັນ ເພາະຈະຊ່ວຍໃຫ້ຄົນປະຕິບັດຕົນເອງຕໍ່ກັນໄດ້ຢ່າງເໝາະສົມຖືກຕ້ອງຕາມກາລະເທສະ ແລະ ກໍ່ໃຫ້ເກີດຄວາມສາ ມັກຄີຂື້ນໃນສັງຄົມ.

        2) ການສຶກສາສິ່ງທີ່ຄວນຮູ້ກ່ຽວກັບບຸກຄົນ ການສຶກສາສິ່ງທີຄວນຮູ້ກ່ຽວກັບບຸກຄົນຈະຊ່ວຍເສີ່ມສ້າງ ການສ້າງມະນຸດສຳພັນກັບບຸກຄົນອື່ນໄດ້ງ່າຍຂື້ນ ເຊິ່ງລັກສະນະຕ່າງໆກ່ຽວກັບບຸກຄົນມີດັ່ງນີ້ :

        - ບໍ່ມັກໃຫ້ໃຜຕຳນິ ຄົນເຮົາຈະເຮັດສິ່ງໃດກໍ່ຍອມມີເຫດຜົນຂອງຕົນເອງສະເໝີ ເປັນຄວາມສຳນຶກຄິດ ຂອງແຕ່ລະຄົນ, ຄວາມຄິດຂອງແຕ່ລະບຸກຄົນຈຶ່ງມີຄວາມແຕກຕ່າງກັນໄດ້ ສະນັ້ນ, ເຮົາຄວນຫຼີກຫຼ່ຽງການຕຳນິຜູ້ອື່ນ ຄວນຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ, ຮູ້ຈັກໃຫ້ອະໄພເຊິ່ງກັນ ແລະ ກັນ.

         - ຍາກມີຊື່ສຽງໂດດເດັ່ນ ຄົນເຮົາມັກໃຫ້ຜູ້ອື່ນຍົກຍ້ອງສັນລະເສີນຕົນເອງຢູ່ສະເໝີ, ດ້ວຍເຫດນີ້ຈຶ່ງ ເຮັດໃຫ້ຄົນເຮົາເກີດຄວາມຄິດສ້າງສັນໃນການປະດິດສິ່ງຕ່າງໆ ທີ່ເປັນປະໂຫຍດແກ່ມ່ວນມະນຸດ ເພື່ອສ້າງຊື່ສຽງໃຫ້ແກ່ ຕົນເອງ ຢ່າງໃດກໍ່ຕາມເຮົາຄວນຮູ້ຈັກປະມານຕົນ ແລະ ບໍ່ເອົາປຽບຜູ້ອື່ນ.

         - ມັກບຸກຄົນທີ່ອາລົມດີ ຄົນທີ່ຍິ້ມແຍ່ມແຈ່ມໃສ່ ຫຼື ມີນິດໄສສະໜຸກສະໜານຢູ່ສະເໝີນັ້ນ ເປັນບຸກຄົນທີ່ຄົນເຮົາຕ້ອງການເຂົ້າຫາຫຼາຍກວ່າຄົນທີ່ມີຄວາມທຸກ, ອາລົມບໍ່ໝັ້ນຄົງ, ຫງຸດງິດ ແລະ ຮ້າຍງ່າຍ, ການຍິ້ມຂອງຄົນເຮົານັ້ນຖືວ່າມີຄວາມສຳຄັນຫຼາຍ ດັ່ງນັ້ນເຮົາຄວນຍິ້ມແຍ້ມແຈ່ມໃສ່ໃຫ້ກັບຜູ້ອື່ນ ເພື່ອສ້າງມະນຸດສຳ ພັນກັບບຸກຄົນນັ້ນ.

         - ບໍ່ມັກໃຫ້ໃຜໂຕ້ຖຽງ ໂດຍທຳມະຊາດຂອງມະນຸດນັ້ນບໍ່ມັກໃຫ້ໃຜມາເວົ້າຂັດແຍ້ງ ຫຼື ໂຕ້ຖຽງຕົນ ໂດຍສະ ເພາະຢ່າງຍິ່ງຕໍ່ໜ້າທີ່ປະຊຸມ ຫຼື ໃນກຸ່ມຄົນ ແລະ ຫາກຜູ້ໂຕ້ຖຽງເປັນບຸກຄົນທີ່ມີຖານະຕໍ່າກວ່າແລ້ວຍິ່ງ ຈະເຮັດໃຫ້ເກີດ ຄວາມບໍ່ພໍໃຈຫຼາຍຂື້ນ ດັ່ງນັ້ນ, ຈຶ່ງຄວນເຂົ້າໃຈສະພາບທາງທຳມະຊາດຂອງມະນຸດ ເພື່ອໃຫ້ ສາມາດ ປະຕິບັດ ແລະ ສ້າງມະນຸດສຳພັນກັບບຸກຄົນຕ່າງໆ ໄດ້.

        - ຢາກໃຫ້ບຸກຄົນອື່ນເຄົາລົບນັບຖື ແລະ ຍົກຍ້ອງຕົນ ຄົນເຮົາສ່ວນໃຫຍ່ປາດຖະໜາໃຫ້ຜູ້ອື່ນເຄົາລົບ ນັບຖື ແລະ ຍົກຍ້ອງວ່າຕົນເປັນຄົນດີ, ມີນໍ້າໃຈເອື້ອເຟື້ອເພື່ອແຜ່ຕໍ່ຜູ້ອື່ນ ໂດຍສະເພາະຢ່າງຍິ່ງຜູ້ອາຍຸສູງ ຫາກເຮົາເປັນ ຜູ້ນ້ອຍກໍ່ຄວນໃຫ້ຄວາມເຄົາລົບນັບຖື ແລະ ຍົກຍ້ອງທ່ານ, ຮັບຟັງຄວາມຄິດຄວາມເຫັນຂອງທ່ານ ແລະ ຂໍຄຳປຶກສາ ໃນເລື່ອງທີ່ເໝາະສົມຕາມສົມຄວນ ຈະຊ່ວຍສົ່ງເສີ່ມຄວາມສຳພັນອັນດີ ແລະ ຊ່ວຍປ້ອງກັນບັນຫາຄວາມຂັດແຍ້ງທີ່ ອາດຈະເກີດຂື້ນໄດ້.

         - ມັກເຫັນການຮັບຜິດເມື່ອໄດ້ເຮັດຜິດ ຜູ້ທີ່ກະທຳຜິດແລ້ວຍ່ອມຮັບຜິດນັ້ນ ເປັນບຸກຄົນທີ່ຄວນໃຫ້ ອະໄພ, ຄວນຍົກຍ້ອງສັນລະເສີນ ເພາະການຍອມຮັບຜິດນັ້ນບໍ່ໄດ້ເຮັດໃຫ້ຕົນເສຍກຽດ ຫຼື ສະແດງເຖິງຄວາມບົກພ່ອງ ແລະ ຄວາມອັບອາຍ ແຕ່ເປັນການສະແດງເຖິງຄວາມມີນໍ້າໃຈເປັນນັກກິລາ ເປັນບຸກຄົນທີ່ໜ້າເຄົາລົບນັບຖືຂອງຄົນທົ່ວໄປ.

          - ຕ້ອງການຄວາມເປັນກັນເອງກັບທຸກຄົນ ບຸກຄົນທີ່ວາງໂຕໄດ້ເໝາະສົມກັບຖານະຂອງຕົນເອງໂດຍບໍ່ ຖືໂຕ, ບໍ່ແບ່ງພັກແບ່ງພວກ ຫຼື ຖານະທາງເສດຖະກິດ ຈະສາມາດເຂົ້າກັບບຸກຄົນອື່ນໄດ້ງ່າຍເປັນທີ່ຮັກແພງຂອງຄົນ ທົ່ວໄປ ແລະ ສ້າງຄວາມປະທັບໃຈໃຫ້ຜູ້ອື່ນ ຢ່າງໃດກໍ່ຕາມ ການປະຕິບັດເປັນແບບກັນເອງນັ້ນຄວນເໝາະສົມກັບລະ ດັບຂອງບຸກຄົນ ແລະ ກາລະເທສະ.

           - ມັກໃຫ້ຜູ້ອື່ນຟັງເມື່ອຕົນເອງເວົ້າ ການເປີດໂອກາດໃຫ້ຜູ້ອື່ນເວົ້າ ຫຼື ສະແດງຄຳຄິດຄວາມເຫັນ ຈະຊ່ວຍສົ່ງເສີ່ມໃຫ້ຜູ້ເວົ້າເກີດຄວາມພໍໃຈ ເພາະມີຜູ້ອື່ນສົນໃຈຟັງຂະນະທີ່ຕົນເວົ້າ.

        3) ການສ້າງຄວາມເປັນມິດ ຫຼັກການສ້າງຄວາມເປັນມິດເພື່ອເສີ່ມສ້າງການພົວພັນທີ່ດີຕໍ່ກັນ ແລະ ໃຫ້ຢັ້ງຢືນ ມີດັ່ງນີ້ :

          - ຄວາມຈິງໃຈຕໍ່ກັນ ເປັນສິ່ງສຳຄັນອັນດັບທຳອິດໃນການສ້າງຄວາມເປັນມິດ ເນື່ອງຈາກຄວາມຈິງໃຈຕໍ່ ກັນຈະຊ່ວຍເສີ່ມສ້າງຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ເຊິ່ງຈະນຳໄປສູ່ການປະຕິບັດຢ່າງເປັນກັນເອງ, ເປີດເຜີຍ ແລະ ບໍ່ລະແວງກັນ ອັນຈະຊ່ວຍສົ່ງເສີ່ມຄວາມສຳພັນໃຫ້ແໜ້ນແຟ້ນຍິ່ງຂື້ນ.

          - ການຊ່ວຍເຫຼື່ອກັນ ບາງຄັ້ງຄົນເຮົາບໍ່ສາມາດເຮັດວຽກບາງຢ່າງໃຫ້ສຳເລັດລຸລ່ວງໄດ້ໂດຍລຳພັງ ດັ່ງນັ້ນ, ເຮົາຈຶ່ງຄວນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຊ່ວຍເຮັດໃຫ້ຄົນເຮົາໄດ້ມີໂອກາດໃກ້ຊິດສະໜິດສະໜົມກັນ ແລະ ສ້າງຄວາມສຳພັນທີ່ດີຕໍ່ກັນ ເຊິ່ງມີຄວາມສຳຄັນຢ່າງຍິ່ງໃນການສ້າງຄວາມເປັນມິດກັບຜູ້ອື່ນ.

           - ຄວາມມີນໍ້າໃຈຕໍ່ກັນ ເປັນການສະແດງໃຫ້ເຫັນເຖິງຄວາມມີຈິດໃຈເມຕາກະລຸນາ ບໍ່ເຫັນແກ່ປະ ໂຫຍດສ່ວນຕົວ, ຮູ້ຈັກເອື້ອເຟື້ອເພື່ອແຜ່ຕໍ່ຜູ້ອື່ນ ແລະ ການຮ່ວມທຸກຮ່ວມສຸກກັບໝູ່ເພື່ອນ ນັບວ່າເປັນການສະແດງຄວາມມີນໍ້າໃຈທີ່ດີຕໍ່ເພື່ອນ ເຊິ່ງເຮົາຄວນປະຕິບັດເພື່ອສ້າງຄວາມສຳພັນອັນດີຕໍ່ກັນ.

           - ການໃຫ້ກຽດເຊິ່ງກັນ ແລະ ກັນ ໃນການສ້າງຄວາມເປັນມິດນັ້ນເຮົາຄວນໃຫ້ກຽດຄົນອື່ນຕາມສົມ ຄວນ, ບໍ່ຄວນດູໝິ່ນກັນ, ບໍ່ຄວນເປີດເຜີຍຄວາມລັບຂອງໝູ່ເພືອນໃຫ້ຜູ້ອື່ນຮູ້, ບໍ່ຄວນສ້າງຄວາມອັບອາຍໃຫ້ກັບຜູ້ອື່ນ ຫຼື ສະແດງຄວາມເປັນກັນເອງຫຼາຍເກີນໄປຈົນຂາດຄວາມເກງໃຈ ເຊິ່ງເຮັດໃຫ້ເບື່ອໜ່າຍ ດັ່ງນັ້ນ, ການໃຫ້ກຽດເຊິ່ງກັນ ແລະ ກັນຊ່ວຍໃຫ້ເຮົາຮູ້ຈັກປະຕິບັດຕົນເອງຕາມຖານະເພື່ອນໄດ້ຢ່າງເໝາະສົມ.

        ຈາກລັກສະນະດັ່ງກ່າວມາຂ້າງເທິງນັ້ນ ເປັນສິ່ງທີ່ເຮົາຄວນຄຳນຶງເຖິງໃນການສ້າງມະນຸດສຳພັນກັບຜູ້ອື່ນ ທັງນີ້ຫາກເຮົາຮູ້ຈັກປະຍຸກໃຊ້ໃຫ້ເໝາະສົມກັບຄວາມເປັນຈິງທີ່ເກີດຂື້ນ ກໍ່ຈະຊ່ວຍສ້າງມະນຸດສຳພັນກັບຜູ້ອື່ນໄດ້ດີຍິ່ງຂື້ນ.

    2.6 ມະນຸດສຳພັນໃນການເຮັດວຽກ

       ການສ້າງມະນຸດສຳພັນກັບເພື່ອນຮ່ວມງານເປັນສິ່ງຈຳເປັນສຳລັບຜູ້ບໍລິຫານ ເພາະເປັນການຈູງໃຈໃຫ້ຄົນ ເຮັດວຍກຮ່ວມກັນ ເພື່ອໃຫ້ວຽກງານດຳເນີນໄປດ້ວຍດ້ວຍດີ ແລະ ເກີດຜົນສຳເລັດ ໃນການບໍລິຫານງານທຸກອົງການ ປະກອບດ້ວຍລະດັບສູງສຸດຈົນເຖິງລະດຳຕໍ່າສຸດ ລະດັບສູງສຸດກໍ່ຈັດເປັນຜູ້ບໍລິຫານ ເຊິ່ງເປັນຝ່າຍກຳນົດນະໂຍບາຍ ຫຼື ວາງແຜນ ເພື່ອໃຫ້ວຽກງານດຳເນີນໄປສູ່ຈຸດໝາຍທີ່ຕັ້ງໄວ້ ສ່ວນລະດັບຮອງລົງມາກໍ່ຈະເປັນຜູ້ທີ່ຄວບຄຸມເບີ່ງແຍງຜູ້ ປະຕິບັດງານເພື່ອເຮັດໃຫ້ວຽກງານສຳເລັດຕາມເປົ້າໝາຍທີ່ວາງໄວ້ ບຸກຄົນເຫຼົ່ານີ້ຖືວ່າເປັນຜູ້ຮ່ວມງານນຳກັນ ເຖິງວ່າ ບາງຄົນອາດຈະເຮັດໜ້າທີ່ເປັນຫົວໜ້າ ຫຼື ຜູ້ບັງຄັບບັນຊາ, ບາງຄົນຈະເຮັດໜ້າທີ່ເປັນຜູ້ໃຕ້ບັງຄັບບັນຊາ ກໍ່ເປັນພຽງບົດ ບາດໜ້າທີ່ທີ່ຖືກກຳນົດຂື້ນຕາມກົດລະບຽບ ຫຼື ໂຄງສ້າງຂອງອົງການ ແຕ່ທຸກຝ່າຍມີຄວາມສຳຄັນບໍ່ໜ້ອຍກວ່າກັນ.

         ຫຼັກການສ້າງມະນຸດສຳພັນໃນອົງການມີຫຼັກແນວຄິດດັ່ງນີ້ :

         1) ຮູ້ຈັກຄວບຄຸມອາລົມຂອງຕົນເອງ ໃນການພິຈາລະນາການຕັດສິນທີ່ກ່ຽວຂ້ອງກັບວຽກງານ ຫຼື ບຸກຄົນຈະ ຕ້ອງຕັ້ງຢູ່ບົນພື້ນຖານຫຼັກເຫດຜົນ, ບໍ່ຄວນໃຊ້ອາລົມເພາະຈະເຮັດໃຫ້ເສຍຫາຍໄດ້ ຄວນຄວບຄຸມອາລົມຂອງຕົນໃຫ້ ໄດ້, ອາລົມທີ່ຄວນຄວບຄຸມໄດ້ແກ່ : ຄວາມໃຈຮ້າຍ, ໂມໂຫ, ການຫຼົງໂຕເອງວ່າເກັ່ງກວ່າຄົນອື່ນ, ຄວາມຫຼົງໂຕເອງໃນ ອຳນາດລາບຍົດຕ່າງໆ, ຄວາມມີອັກຄະຕິ, ເລືອກທີ່ມັກຮັກທີ່ຊັງ ແລະ ຄວາມບໍ່ຍຸຕິທຳ ເຊິ່ງອາລົມເຫຼົ່ານີ້ຈະເຮັດໃຫ້ເສຍ ຫາຍສາຍສຳພັນລະຫວ່າງບຸກຄົນຈະຫຼຸດລົງ, ເກີດຊ່ອງວາງບໍ່ມີໃຜທີ່ກ້າຈະເຂົ້າໃກ້, ບໍ່ມີໃຜທີ່ຈະກ້າເວົ້າຄວາມຈິງ ເຊິ່ງເປັນຜົນເສຍຕໍ່ອົງການໂດຍສ່ວນລວມ.

          2) ຮູ້ວິທີສົ່ງເສີ່ມໃຫ້ກຳລັງໃຈ ມະນຸດທຸກຄົນຕ້ອງການກຳລັງໃຈໃນການປະຕິບັດວຽກງານ, ຕ້ອງການການ ຮັບຮູ້ ແລະ ຍົກຍ້ອງ ດັ່ງນັ້ນ, ຈຶ່ງຕ້ອງມີການສົ່ງເສີ່ມໃຫ້ກຳລັງໃຈຫຼາຍວິທີ ໄດ້ແກ່ : ຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ, ຄວາມເຫັນອົກເຫັນໃຈ, ສະແດງຄວາມເຊື່ອໝັ້ນໄວ້ວາງໃຈ ຕະຫຼອດຈົນມີຄວາມຈິງໃຈບໍ່ມີມານຍາ.

          3) ຮູ້ຈັກໃຫ້ລາງວັນ, ການຍ້ອງຍ້ອງຊົມເຊີຍ ການຕອບແທນນໍ້າໃຈເປັນສິ່ງຈຳເປັນບາງຄັ້ງອາດເປັນສິ່ງຂອງ ນ້ອຍໆ , ການຕອບແທນທີ່ເປັນເງິນ ຫຼື ຄ່າຕອບແທນປະຈຳປີທີ່ໄດ້ຈາກຄວາມດີມີຜົນງານ, ຂະນະດຽວກັນກໍ່ຕ້ອງຫຼີກ ເວັ້ນການຂົ່ມຂູ່, ມັກຈົ່ມ ເຊິ່ງຈະເປັນການບັນທອນຄວາມຮູ່ສຶກທີ່ດີໃຫ້ນ້ອຍລົງ.

         4) ຊີ້ແຈງການເຄື່ອນໄຫວວຽກງານໃຫ້ຮູ້ ການຮູ້ເຖິງນະໂຍບາຍ, ເປົ້າໝາຍ, ແຜນງານ, ໂຄງການ ຫຼື ກິດຈະກຳເປັນສິ່ງສຳຄັນ ເພາະທຸກຄົນຈະໄດ້ຮູ້ການເຄື່ອນໄຫວ ແລະ ໃຫ້ຄວາມຮ່ວມມືປຽບດັ່ງການລົງເຮືອລຳດຽວ ກັນທຸກຄົນຈະຕ້ອງຮູ້ທິດທາງວ່າເຮືອກຳລັງຈະແລ່ນໄປໃນທິດທາງໃດ ເຖິງຈຸດໝາຍປາຍທາງເມື່ອໃດ ເມື່ອທຸກຄົນຮູ້ກໍ່ຈະໄດ້ຮ່ວມມືຊ່ວຍເຫຼືອແກ້ບັນຫາ ແລະ ມີຄວາມຮູ້ສຶກເປັນເຈົ້າຂອງບໍ່ແມ່ນເລື່ອງຂອງຜູ້ບັງຄັບບັນຊາ ຫຼື ຫົວໜ້າພຽງຄົນດຽວ.

          5) ຮັກສາຜົນປະໂຫຍດຕ່າງໆ ບົນພື້ນຖານຄວາມຍຸຕິທຳ ຜູ້ໃຕ້ບັງຄັບບັນຊາຍອມຮູ້ສຶກດີເມື່ອຜູ້ບັງຄັບບັນຊາ, ຮັກສາຜົນປະໂຫຍດແກ່ຕົນເອງ, ຊ່ວຍເປັນຜູ້ດຳເນີນໃນເລື່ອງຜົນປະໂຫຍດໃຫ້ກັບລູກນ້ອງ, ມີເລື່ອງເດືອດຮ້ອນກໍ່ເບີ່ງແຍ່ງດູແລເອົາໃຈໃສ່ຮັບຟັງທັງໃນເລື່ອງວຽກ ແລະ ເລື່ອງສ່ວນຕົວ ທີ່ສຳຄັນກໍ່ຄືບໍ່ຄວນເອົາຜົນປະໂຫບດຂອງຜູ້ໃຕ້ ບັງຄັບບັນຊາມາເປັນຂອງຕົນ.

         ຈາກສິ່ງທີ່ກ່າວມານັ້ນ ການເອົາໃຈໃສ່ໃນທຸກສຸກ ແລະ ຄວາມສະດວກສະບາຍ ພ້ອມທັງປັບປຸງສະພາບການ ເຮັດວຽກໃຫ້ດີ, ມີຄວາມຈິງໃຈ ແລະ ຄວາມຍຸຕິທຳ, ປະຕິບັດຕໍ່ທຸກຄົນດ້ວຍຄວາມສະເໝີພາບ, ບໍ່ໃຊ້ອາ ລົມໃນການ ແກ້ໄຂບັນຫາ, ພະຍາຍາມຄວບຄຸມອາລົມໄປໃນທາງສ້າງສັນໃຫ້ເກີດປະໂຫຍດຕໍ່ອົງການໃຫ້ຫຼາຍທີ່ສຸດ, ເຮັດຕົນເປັນ ຄົນໃຈກວ້າງ, ບໍ່ເອົາລັດເອົາປຽບ, ເອື້ອເຟື້ອເພື່ອແຜ່, ສະເໝີຕົ້ນສະເໝີປາຍ, ຍິ້ມແຍ່ມແຈ່ມໃສ່ໃຫ້ຄວາມ ເປັນກັນເອງ ແລະ ຍົກຍ້ອງຊົມເຊີຍເມື່ອເຮັດດີ ເພື່ອເປັນການສ້າງຂວັນກຳລັງໃຈໃນການເຮັດວຽກໃຫ້ມີປະສິດທິພາບດີຍິ່ງຂື້ນ.

         ສະຫຼຸບແລ້ວມະນຸດສຳພັນ ໝາຍເຖິງ ຂະບວນການປະພຶດປະຕິບັດຕົນທັງຮ່າງກາຍ, ຈິດໃຈ ແລະ ການກະທຳຂອງຕົນທີ່ໄດ້ກະທຳຕໍ່ບຸກຄົນອື່ນໃຫ້ສາມາດຄອງໃຈເຂົາໄດ້ ເພື່ອໃຫ້ເກີດຄວາມຮູ້ສຶກຜູກພັນທີ່ດີຕໍ່ກັນ, ເກີດຄວາມ ພໍໃຈຮັກແພງນັບຖື ເຊິ່ງກໍໃຫ້ເກີດຄວາມຮ່ວມມືຮ່ວມໃຈກັນເຮັດວຽກ, ເຮັດວຽກດ້ວຍຄວາມເຕັມໃຈ ແລະ ມີຄວາມສຸກຊ່ວຍໃຫ້ເປົ້າໝາຍຂອງໜ່ວຍງານສຳເລັດຕາມວັດຖຸປະສົງຢ່າງມີປະສິດທິພາບ. ຄົນທີ່ຈະມີມະນຸດສຳພັນກັບຜູ້ອື່ນ ໄດ້ນັ້ນຈະຕ້ອງມີການປະພຶດຕົນເອງດີເປັນຫຼັກ, ຈະຕ້ອງເປັນຄົນທີ່ເຂົ້າຫາຜູ້ອື່ນ, ມີຄວາມເປັນມິດ, ຍອມເສຍສະຫຼະ ຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ ເພື່ອສ້າງຄວາມສຸກໃຫ້ເກີດຂື້ນແກ່ທັງສອງຝ່າຍ ເຊິ່ງຜູ້ບໍລິຫານ ໜ່ວຍງານ ຫຼື ຜູ້ນຳອົງການຈະຕ້ອງຮູ້ເຕັກນິກໃນການສ້າງຄວາມສຳພັນກັບຜູ້ຮ່ວມງານທຸກຄົນທຸກລະດັບ ນັບຕັ້ງແຕ່ຜູ້ ບັງຄັບບັນຊາລະດັບສູງ, ຜູ້ໃຕ້ບັງຄັບບັນຊາ ແລະ ເພື່ອຮ່ວມງານ ໂດຍອາໄສການສ້າງມະນຸດສຳພັນໃນອົງການ.

         ຫຼັກການສ້າງມະນຸດສົມພັນກັບຜູ້ຢູ່ໃຕ້ບັງຄັບບັນຊາ

         1. ສັ່ງງານຢ່າງຊັດເຈນ ແລະໃຫ້ມີຂໍ້ແນະນຳ ໃຫ້ປະຕິບັດຕາມແນວທາງປະຕິ ບັດຕ່າງໆ.

         2. ແນະນຳ ສອນຫຼັກການ ແລະ ວິທີການປະຕິບັດຢ່າງໃກ້ຊິດ.

         3. ຕິດຕາມຄວາມຄືບໜ້າຂອງວຽກງານຖາມບັນຫາ , ອຸປະສັກ ແລະ ແກ້ໄຂ ບັນຫາ.

         4. ຍົກຍ້ອງ , ຊົມເຊີຍ ຕໍ່ໜ້າຄົນອື່ນເມື່ອເຂົາປະຕິບັດວຽກງານດີ ເມື່ອເຮັດຜິດ ໃຫ້ສອບຖາມສາເຫດເປັນການສ່ວນຕົວ.

         5. ຈັດປະຊຸມຕາມສົມຄວນ ເພື່ອຊີ້ແຈ້ງວຽກງານ , ແຜນງານ , ນະໂຍບາຍ ແລະ ຮັບຟັງບັນຫາຕ່າງໆ.

         6. ຮັບຟັງຄວາມຄິດຄວາມເຫັນຂອງຜູ້ຢູ່ໃຕ້ບັງຄັບບັນຊາ ກະຕຸ້ນໃຫ້ເຂົາສະເໜີ ຄວາມຄິດເຫັນ.

         7. ພະຍາຍາມໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາໄດ້ມີສ່ວນຮ່ວມ ໃນການຕັດສິນໃຈໃນ ເລື່ອງຕ່າງໆ ຕາມຄວາມເໝາະສົມ.

         8. ໃຫ້ຂໍ້ຄິດ , ຂໍ້ແນະນຳ ເປັນທີ່ປຶກສາ.

         9. ຍຸຕິທຳ ບໍ່ລຳອຽງ ປະຕິບັດຕໍ່ຜູ້ຢູ່ໃຕ້ບັງຄັບບັນຊາໂດຍເທົ່າທຽມກັນ.

         10. ສົ່ງເສີມ ແລະ ສະໜັບສະໜູນໃຫ້ເຂົາໄດ້ພັດທະນາຄວາມຮູ້ຄວາມສາມາດຢ່າງຍຸຕິທຳ.

         11. ສົນໃຈ ເບີ່ງແຍງຖານະ ແລະ ໂອກາດຄວາມກ້າວໜ້າທາງດ້ານວຽກງານຢູ່ສະ ເໜີ

         12. ໃຫ້ການຊ່ວຍເຫຼືອຕາມສົມຄວນ.

         13. ປະຕິບັດເຂົາດ້ວຍຄວາມສຸພາບ ໃຫ້ກຽດໃນຖານະເພືອນຮ່ວມງານ.

        ຕ້ອງມີຄວາມສຳພັນທີ່ດີຕໍ່ກັບຜູ້ຢູ່ໃຕ້ບັງຄັບບັນຊາ

         ຄືຄວາມໃກ້ຊິດຄຸ້ນເຄີຍກັນ ແຕ່ສິ່ງຕໍ່ໄປນີ້ຜູ້ນຳຄວນຄຳນຶງ :

          1. ເວລາຍົກຍ້ອງໃຫ້ຍ້ອງຕໍ່ໜ້າຄົນແຕ່ເວລາຕຳນິໃຫ້ຖາມເຖິງສາເຫດເປັນການສ່ວນຕົວ.

          2. ຍ່າລຳອຽງຄົນໃດຄົນໜຶ່ງ ໂດຍສະເພາະຮັກໃຜເປັນພິເສດ.

          3. ອວດຮູ້ອວດດີ ຖ້າຈັບຜິດຫຼາຍກວ່າຈັບຖືກ.

          4. ບໍ່ສະໜັບສະໜູນທີມ ເມື່ອເຂົາມີໂອກາດກ້າວໜ້າ.

          5. ໃຫ້ເຂົາຮັບເຄາະໃນຄວາມຜິດພາດໃນວຽກງານແທນເຮົາ.

          6. ແຊກແຊງເລື່ອງສ່ວນຕົວຫຼາຍເກີນໄປ.

          7. ຄວບຄຸມຫຼາຍເກີນໄປ ເຮັດຄືກັບທະຫານທີ່ຈະເປັນນາຍເຂົາທຸກໂອກາດ.

         ປະພຶດຕົນເປັນຕົວຢ່າງທີ່ດີ

          1. ແບບຢ່າງໃນການມີສ່ວນຮ່ວມ.

          2. ແບບຢ່າງໃນການປະຕິບັດລະບຽບ.

          3. ມີຄວາມສະໜ່ຳສະເໜີ ແລະ ມີວິໄນຕໍ່ຕົວເອງ.

          4. ເປັນຕົວແທນໃຫ້ແກ່ທີມງານໃນການປະສານຜົນປະໂຫຍດ.

           5. ເປັນແບບຢ່າງໃນການເສີມສ້າງ ແລະ ພັດທະນາທີມງານ

          6. ເປັນແບບຢ່າງໃນການຮຽນຮູ້ ແລະ ພັດທະນາ.

          7. ເປັນແບບຢ່າງໃນການກະທຳຕາມຄຳເວົ້າຂອງເຮົາ.

          8. ເປັນແບບຢ່າງໃນການຄິດ ແລະ ເວົ້າໃນທາງບວກ .

          9. ເປັນແບບຢ່າງໃນການເປັນຕົວຂອງຕົວເອງ ແລະ ມີຄວາມເຊື່ອໝັ້ນ.

     ການສ້າງມະນຸດສຳພັນກັບຜູ້ຢູ່ໃຕ້ບັງຄັບບັນຊາຕ້ອງເລີ່ມຈາກຕົວເຮົາໃນຖານະຫົວໜ້າ ຫຼື ຜູ້ນຳ :

         1. ຮູ້ຈັກຄວບຄຸມຕົນເອງ : ຍ່າໂມໂຫເກີນໄປ, ຍ່າລົງຕົວເອງໃຊ້ອຳນາດເກີນໄປ, ຍ່າເລື່ອກທີ່ຮັກມັກທີ່ຊັງ

         2. ຮູ້ຈັກສົ່ງເສີມ ແລະ ໃຫ້ ກຳລັງໃຈ : ເອົາໃຈເຂົາມາໃສ່ໃຈເຮົາ, ສະແດງຄວາມເຊື່ອໝັ້ນໃນຕົວເຂົາ, ບໍ່ຈຸກຈິກຈູຈີ້

         3. ຮູ້ຈັກຍົກຍ້ອງ, ຊົມເຊີຍ ແລະ ໃຫ້ລາງວັນ : ຍົກຍ້ອງຊົມເຊີຍໃຫ້ບຳເນັດ , ລາງວັນ, ໃຊ້ໄມ້ອ່ອນຫຼາຍ   ກ່ວາໄມ້ແຂງ

        ລັກສະນະຜູ້ນຳທີ່ເຮັດໃຫ້ລູກນ້ອງເກີດຄວາມເຊື່ອໝັ້ນ ແມ່ນຕ້ອງອາໄສປັດໄຈສຳຄັນ 5 ປະການຄື:

         1. ຄວາມຊື່ຕົງ : ໝາຍເຖິງຄວາມຈິງໃຈ , ຄວາມສຸດຈະລິດ ແລະ ການເປີດເຜີຍ ຄວາມຈິງ ຊ່ວຍສ້າງຄວາມເຊື່ອຖື ຄວາມສັດທາໃນຕົວຜູ້ນຳໃຫ້ເພີ່ມສູງຂຶ້ນ ໂດຍສະເພາະຄວາມຈິງໃຈມີສ່ວນສຳຄັນຕໍ່ຜູ້ນຳໃນໄລຍະຍາວ.

         2. ຄວາມສາມາດ : ທັກສະຄວາມຮູ້ຄວາມສາມາດດ້ານຄົນ ແລະ ເຕັກນິກຂອງຜູ້ນຳແຕ່ລະຄົນ ຕ້ອງສາມາດເຮັດໃຫ້ຄົນອື່ນເຊື່ອໝັ້ນ ແລະ ຍອມຮັບນັບຖື.

         3. ຄວາມສະໜ່ຳສະເໜີ : ກ່ຽວກັບຄວາມໜ້າເຊື່ອຖື, ການໃຊ້ດຸນພິນິດທີ່ດີ, ການຄາດການສະຖານະການຢ່າງແນ່ນອນໃນການຕັດສິນໃຈ, ຄວາມສະເໜີຕົ້ນສະເໜີປາຍຂອງຄຳເວົ້າ ແລະ ການກະທຳ ເຮັດໃຫ້ສ້າງຄວາມເຊື່ອໝັ້ນໃນຕົວຜູ້ນຳໄດ້.

         4. ຄວາມຈົ່ງຮັກພັກດີ :  ເປັນລັກສະນະທີ່ເຮັດໃຫ້ລູກນ້ອງເກີດຄວາມພັກດີໃນຕົວຜູ້ນຳ ແລະ ທຸມເທຈິດໃຈໃຫ້ແກ່ຜູ້ນຳ.

         5. ການເປີດເຜີຍ : ຜູ້ນຳຕ້ອງເປັນຄົນເປີດເຜີຍຈິງໃຈ ຍອມຮັບຄວາມຄິດຄຳເຫັນຂອງຄົນອື່ນ.  

 






ความคิดเห็น