ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ແບບແຜນວິທີເຮັດວຽກ ແລະ ຄຸນສົມບັດຂອງຜູ້ນຳ


 ແບບແຜນວິທີເຮັດວຽກ ແລະ ຄຸນສົມບັດຂອງຜູ້້ນຳ


ໂດຍ: ປັນຍາສັກ ແສງອ່ອນແກ້ວ 

http://panyasack.blogspot.com


        ຄຸນພາບຂອງຜູ້ນຳກຳເນີດມາຈາກຫຼາຍປັດໄຈຄື : ຄຸນທາດການເມືອງ, ຄຸນສົມບັດ, ລະດັບສະຕິປັນຍາການສຶກສາ, ຄວາມສາມາດໃນການເຄື່ອນໄຫວພຶດຕິກຳ, ແບບແຜນວິທີເຮັດວຽກ…,,,. ໃນນັ້ນແບບແຜນວິທີເຮັດວຽກມີບົດບາດສຳຄັນທີ່ສຸດ.


1.  ແບບແຜນວິທີເຮັດວຽກຂອງຜູ້ນຳ

     1.1 ຄວາມຮັບຮູ້ກ່ຽວກັບແບບແຜນວິທີເຮັດວຽກ

         ແບບແຜນວິທີເຮັດວຽກຂອງຜູ້ນຳ ຫຼື ພະນັກງານນຳພາ ແມ່ນສັງລວມບັນດາວິທີການ, ມາດຕະການ ແລະ ວິທີການສະເພາະທີ່ໂດດເດັ່ນ, ໝັ້ນທ່ຽງ ເຊິ່ງຜູ້ນຳໃຊ້ປະຈຳວັນເພື່ອປະຕິບັດໜ້າທີ່ຂອງຕົນ. ແບບແຜນວິທີເຮັດວຽກໄດ້ກຳນົດພາລະບົດບາດ, ໜ້າທີ່, ຄຸນທາດ, ສະຕິປັນຍາ, ເງື່ອນໄຂການເຄື່ອນໄຫວ ແລະ ການດຳລົງຊິວິດຂອງຜູ້ນຳພາ.

         ເວົ້າລວມແລ້ວແບບແຜນວິທີເຮັດວຽກ ແມ່ນເລື່ອງປົກກະຕິໃນຊິວິດປະຈຳວັນ ແຕ່ມັນພັດສ່ອງແສງຄຸນ ທາດທາງເບື້ອງໃນຂອງຄົນເຮົາ. ແບບແຜນເຮັດວຽກປຽນເໝືອນແວ່ນແຍງສ່ອງຄືນຈິດວິນຍານ, ແນວຄິດຂອງຄົນເຮົາ ໝາຍວ່າແມ່ນກະໂຕຄຸນທາດຂອງຄົນເຮົາ.     

    1.2 ຄວາມຈຳເປັນໃນການສ້າງແບບແຜນວິທີເຮັດວຽກໃນພາລະກິດປ່ຽນແປງໃໝ່

         ຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສຮີບດ່ວນທີ່ຕ້ອງປ່ຽນແປງໃໝ່ ແລະ ສ້າງແບບແຜນເຮັດຢ່າງມີ ວິທະຍາສາດໄດ້ເລີ່ມຈາກພື້ນຖານທິດສະດີ ແລະ ພຶດຕິກຳດັ່ງລຸ່ມນີ້ :  

         1) ແບບແຜນເຮັດວຽກວິທະຍາສາດ ແມ່ນປັດໄຈທີ່ມີບົດບາດສຳຄັນກວ່າໝູ່ໃນບັນດາຂອດການເຄື່ອນ ໄຫວນຳພາ. ພຶດຕິກຳໄດ້ຢັ້ງຢືນວ່າ : ຄຸນນະພາບ ແລະ ປະສິດທິພາບໃນການອອກຂໍ້ຕົກລົງ (ມະຕິ), ການຈັດຕັ້ງປະ ຕິບັດມະຕິ, ການກວດກາ, ການສະຫຼຸບຖອດຖອນບົດຮຽນ ລ້ວນແຕ່ຂື້ນກັບແບບແຜນເຮັດວຽກວິທະຍາສາດຂອງ ຖັນແຖວພະນັກງານນຳພາ ໂດຍສະເພາະແມ່ນຖັນແຖວພະນັກງານລະດັບສູງ. ແບບແຜນວິທະຍາສາດແມ່ນແນວໃດ? ແມ່ນແບບແຜນເຮັດວຽກທີ່ມີແຜນການ, ໂຄງການ, ແຜນງານໂດຍຜ່ານການວິເຄາະໄຈ້ແຍກຢ່າງລະອຽດແທດເໝາະ ກັບສະພາບຕົວຈິງ ສອດຄ່ອງກັບກົດເກນພາວະວິໄສ.

          2) ແບບແຜນເຮັດວຽກແມ່ນປັດໄຈສຳຄັນອັນໜື່ງ ສ້າງເປັນຄຸນນະພາບຂອງພະນັກງານແຕ່ລະຄົນກໍ່ຄື ຖັນແຖວພະນັກງານ.

          3) ຜູ້ນຳຕ້ອງປ່ຽນແປງແບບແຜນເຮັດວຽກ ເພື່ອຕອງສະໜອງກັບສະພາບຄວາມຮຽກຮ້ອງຕ້ອງການ ແລະ ການຂະຫຍາຍຕົວດ້ານສະຕິປັນຍາຂອງປະຊາຊົນນັບມື້ນັບເພີ່ມຂື້ນ.

          4) ບັນດາຜົນສຳເລັດໃໝ່ທາງດ້ານການປະຕິວັດວິທະຍາສາດ-ເຕັກໂນໂລຢີໄດ້ມີບາດກ້າວກະໂດດຂັ້ນ ດ້ານຄຸນນະພາບໃນການເບີ່ງ, ການຄິດ, ວິທີທຳມາຫາກິນຂອງມ່ວນມະນຸດໃນທົ່າໂລກ, ເຊິ່ງມັນຮຽກຮ້ອງໃຫ້ຜູ້ນຳນັ້ນຕ້ອງປ່ຽນແປງໃໝ່ແບບວິທີນຳພາ ແລະ ແບບແຜນວິທີເຮັດວຽກ. ຄວາມຕ້ອງການດັ່ງກ່າວກໍ່ຍິ່ງສູງຂື້ນໃນ ເມື່ອປະເທດຊາດກ້າວສູ່ການຫັນເປັນອຸດສາຫະກຳ, ເປັນທັນສະໄໝ.

          5) ການລົ້ມລະລາຍຂອງບັນດາປະເທດເອີຣົບຕາເວັນອອກ ແລະ ອະດີດສະຫະພາບໂຊວຽດມີຫຼາຍສາຍເຫດ, ໃນນັ້ນມີຜົນຮ້າຍມາຈາກແບບແຜນເຮັດວຽກອາດຍາສິດ, ຫ່າງເຫີນຕົວຈິງ, ຫ່າງເຫີນມະຫາຊົນ, ມີຄວາມສະດຸ້ງໄວ, ປະສິດທິພາບຕໍ່າ. ບົດຮຽນພຶດຕິກຳໃຫຍ່ດັ່ງກ່າວຮຽກຮ້ອງໃຫ້ພະນັກງານນຳພາຕ້ອງໄດ້ປ່ຽນແປງໃໝ່ ແລະ ກໍ່ສ້າງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ເພື່ອຕອບສະໜອງຄວາມຕ້ອງການຂອງພາລະກິດປ່ຽນແປງໃໝ່.

    1.3 ລັກສະນະຂອງແບບແຜນການວິທີການເຮັດວຽກທີ່ມີວິທະຍາສາດ

         ແບບແຜນເຮັດວຽກແມ່ນຜະລິດຕະພັນຂອງຄົນ ດ້ວຍເຫດນັ້ນຜູ້ນຳແຕ່ລະຄົນຍ່ອມຈະມີແບບແຜນເຮັດ ວຽກທີ່ມີສີສັນແຕກຕ່າງກັນສະເພາະແຕ່ລະຄົນ ແຕ່ສັງລວມແລ້ວມັນມີຈຸດພິເສດຕົ້ນຕໍດັ່ງລຸ່ມນີ້ :

        1) ມີຄວາມເປັນເອກະພາບກັນ ໄປພ້ອມກັບລັກສະນະຄ່ອງຕົວ, ປະດິດສ້າງ ແລະ ສະດຸ້ງໄວຕໍ່ອັນໃໝ່. ອັນນີ້ແມ່ນຈຸດພິເສດສະເພາະທີເດັ່ນກວ່າໝູ່ຂອງແບບແຜນເຮັດວຽກວິທະຍາສາດ. ສະແດງອອກໃນການຕົກລົງບັນຫາ ຕ່າງໆ ຂອງຜູ້ນຳ ຍາມໃດກໍ່ຕ້ອງເລີ່ມຈາກທັດສະນະ, ແນວທາງຂອງພັກ, ຕ້ອງຖືກກັບແຜນນະໂຍບາຍ, ກົດໝາຍຂອງລັດ, ຕ້ອງບໍລິສຸດຕໍ່ຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ, ຍຶດໝັ້ນອຸດົມການຂອງພັກ.

          ຄວາມບໍລິສຸດ-ຄວາມກະຕັນຍູຕໍ່ປະເທດຊາດ ສະແດງອອກໃນການເຮັດວຽກຢ່າງເປັນເຈົ້າການ, ຄ່ອງຕົວ ຢ່າງປະດິດສ້າງ, ວ່ອງໄວ, ມີປະສິດທິພາບດ້ານເສດຖະກິດ-ສັງຄົມສູງໃນການນຳພາ-ຄຸ້ມຄອງ.

          ການແກ້ໄຂວຽກວ່ອງໄວຊັດເຈນ, ຄ່ອງຕົວປະດິດສ້າງຕ້ອງເອກະພາບ ໝາຍວ່າຕ້ອງຖືກຕ້ອງກັບທັດສະ ນະ, ແນວທາງຂອງພັກ, ແຜນນະໂຍບາຍ ແລະ ກົດໝາຍຂອງລັດ.

         2) ມີຄວາມເປັນເອກະພາບ, ບໍລິສຸດ, ພາວະວິໄສ, ວິທະຍາສາດ

          ແມ່ນປັດໄຈພື້ນຖານຂອງຜູ້ນຳ ໃນການນຳເອົາປະສິດທິຜົນຕົວຈິງມາໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຕໍ່ເມື່ອມັນມີຄວາມເປັນເອກະພາບກັບຄວາມບໍລິສຸດ, ເຄົາລົບ ແລະ ປະຕິບັດຕາມກົດເກນພາວະວິໄສ. ຖ້າຂາດຄວາມຮູ້ທາງດ້ານວິທະຍາສາດກໍ່ຈະນຳໄປເຖິງການກະທຳຜິດກັບແນວທາງ, ຜິດກັບກົດເກນ ຍິ່ງໄປກວ່ານັ້ນຈະເປັນການທຳລາຍຢ່າງບໍ່ຮູ້ຕົວແບບບໍ່ຕັ້ງໃຈເຊິ່ງພຶດຕິກຳໄດ້ພິສູດໃຫ້ເຫັນແມ່ນຖືກຕ້ອງທີ່ສຸດ.

        3) ມີຄວາມເປັນເອກະພາບລະຫວ່າງແບບແຜນເຮັດວຽກຢ່າງມີປະຊາທິປະໄຕ, ລວມໝູ່ກັບການຕັດສິນໃຈ, ກ້າຄິດກ້າຕົກລົງ ແລະ ນໍ້າໃຈຮັບຜິດຊອບຂອງບຸກຄົນ

          ກຳລັງແຮງດ້ານສະຕິປັນຍາອັນໂດດເດັ່ນຂອງການນຳພາມາຈາກລວມໝູ່ ແລະ ໂດຍໝູ່ຄະນະ. ຂື້ນກັບ ແຜນເຮັດວຽກມີປະຊາທິປະໄຕໃນໝູ່ຄະນະ ແລະ ຂື້ນກັບຄວາມຮັບຜິດຊອບຂອງບຸກຄົນທີ່ຮັບຜິດຊອບນັ້ນ, ຮູ້ສົ່ງເສີມຂະຫຍາຍປະຊາທິປະໄຕໃນໝູ່ຄະນະ, ຮູ້ຂຸດຄົ້ນສະຕິປັນຍາຂອງໝົດໝູ່ຄະນະ, ຂອງມະຫາຊົນ. ອັນນີ້ກໍ່ ແມ່ນເຫດຜົນທີ່ຈະຄົງຕົວຂອງຜູ້ນຳ ແບບແຜນການເຮັດວຽກທີ່ສົມທົບລະຫວ່າງປະຊາທິປະໄຕກັບລັກສະນະ ຮັບຜິດຊອບຂອງບຸກຄົນຕໍ່ໝູ່ຄະນະ, ກ້າຕັດສິນໃຈ, ກ້າຕົກລົງ, ກ້າຮັບຜິດຊອບ ເພື່ອແກ້ໄຂບັນຫາອັນຮີບດ່ວນ.

          ຖ້າຖືເບົາໝູ່ຄະນະ ຫຼື ເອື່ອຍອີ່ງໃສ່ໝູ່ຄະນະ ບໍ່ກ້າຕັດສິນໃຈ, ບໍ່ກ້າຮັບຜິດຊອບ ລ້ວນແຕ່ເຮັດໃຫ້ ຄວາມສາມາດໃນການນຳພາອ່ອນເພຍລົງ.

        4) ມີຄວາມເປັນເອກະພາບກັບຄວາມຮັບຮູ້ ແລະ ການເຄື່ອນໄຫວພຶດຕິກຳ, ເວົ້າໄປຄຽງຄູ່ກັບການກະທຳ

         ຜູ້ນຳໃນຍຸກປະຈຸບັນ (ປ່ຽນແປງໃໝ່) ຕ້ອງເປັນຜູ້ທີ່ມີສະຕິປັນຍາ, ມີທິດສະດີກວ້າງຂວາງ, ພ້ອມກັນນັ້ນ ກໍ່ຕ້ອງເປັນຄົນທີ່ມີຄວາມສາມາດໃນການນຳໃຊ້ຄວາມຮູ້ວິທະຍາສາດເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ, ຄຸນທາດທັງສອງຢ່າງຕ້ອງເປັນເອກະພາບກັນລະຫວ່າງການເວົ້າກັບການກະທຳ.

        ແບບແຜນເຮັດວຽກ ເວົ້າຄຽງຄູ່ກັບການກະທຳຂອງພະນັກງານ ປຽບເໝືອນຄຳສັ່ງສອນທີ່ເຕັມໄປດ້ວຍ ຄວາມດຶງດູດ ແລະ ຈູງໃຈພະນັກງານ ແລະ ມະຫາຊົນປະຕິບັດຕາມ. ຜູ້ນຳຕ້ອງແກ້ໄຂພະຍາດຕ່າງໆເຊັນ: ມີແຕ່ເວົ້າ ບໍ່ເຮັດ, ເວົ້າຫຼາຍເຮັດໜ້ອຍ ຫຼື ເວົ້າແນວໜື່ງເຮັດແນວໜື່ງ.

       5) ມີຄວາມໃກ້ຊິດຕິດແທດກັບປະຊາຊົນຢ່າງສະໜິດແໝ້ນເປັນປະຈຳ

          ໃນເງື່ອນໄຂປັດຈຸບັນຜູ້ນຳຕ້ອງມີຄວາມເຂົ້າໃຈ ແລະ ກຳແໜ້ນປະຊາຊົນ ແລະ ຕ້ອງເອົາໃຈໃສ່ເບີ່ງ ແຍງປະຊາຊົນຢູ່ຕະຫຼອດເວລາ. ຢາກໄດ້ແນວນັ້ນ, ພະນັກງານກໍ່ມີແຕ່ລົງຮາກຖານໃກ້ຊິດຕິດແທນກັບມະຫາຊົນຢ່າງ ເປັນປະຈຳ. ປະທ່ານໂຮ່ຈິມິນໄດ້ຮກ່າວໄວ້ວ່າ : ພະນັກງານແຂວງຕ້ອງລົງຮອດເມືອງຕາແສງ, ພະນັກງານເມືອງຕ້ອງ ລົງຮອດຕາແສງ, ບ້ານ  ຍິ່ງກວ່ານັ້ນຕ້ອງລົງຮອດແຕ່ລະຄອບຄົວ, ແຕ່ລະວຽກຕ້ອງປຶກສາຫາລືນຳປະຊາຊົນ, ຖາມ ຄຳເຫັນ, ຖາມບົດຮຽນນຳເຂົາເຈົ້າ, ຕ້ອງວາງແຜນໃຫ້ແທດເໝາະກັບຄວາມຕ້ອງການຂອງເຂົາເຈົ້າແຕ່ລະທ້ອງຖິ່ນ ແລະ ປຸກລະດົມ, ຈັດຕັ້ງຊີ້ນຳໃຫ້ປະຊາຊົນເຮັດ.

    1.4 ການຝຶກຝົນຫລໍ່ຫຼອມແບບແຜນເຮັດວຽກຢ່າງມີວິທະຍາສາດ

         ພະນັການຕ້ອງຕື່ນຕົວຮໍ່າຮຽນດ້ວຍຕົນເອງ, ຝຶກຝົນກໍ່ສ້າງແບບແຜນເຮັດວຽກດ້ວຍຕົນເອງ ໂດຍແຕ່ລະ ຄົນຕ້ອງໝັ້ນໜຽວປະຕິບັດຕາມຂັ້ນຕາມແຕລະຂັ້ນຕອນການເຄື່ອນໄຫວຂອງຜູ້ນໍາພາຢ່າງຖືກຕ້ອງຄື :

         - ກະກຽມອອກມະຕິ ( ຫຼື ຂໍ້ຕົກລົງ ) , ດໍາເນີນການຜ່ານປະຊາມະຕິໃນກອງປະຊຸມ, ແບ່ງຄວາມຮັບຜິດ ຊອບຕາມແຜນການ, ໂຄງການ, ຫັນເປັນລະບຽບກົດໝາຍຕ່າງໆ, ຈັດຕັ້ງປະຕິບັດແຜນໂຄງການແຕ່ລະອັນ, ຕິດຕາມ ກວດກາ ແລະ ສະຫຼຸບຖອດຖອນແຕ່ລະໄລຍະ ແລະ ເວລາສໍາເລັດແຜນການ.

          - ແຕ່ລະຂັ້ນລ້ວນແຕ່ປະຕິບັດຕາມຂັ້ນຕອນຂ້າງເທິງ ບັນຫາສໍາຄັນແມ່ນການປະຕິບັດຂັ້ນຕອນຕ້ອງອີ່ງ ໃສ່ຈຸດພິເສດ, ລະດັບຄາດໝາຍຂອງແຕ່ລະໜ້າທີ່, ຂອງແຕ່ລະທ້ອງຖິ່ນ ແລະ ແຕ່ລະໄລຍະເພື່ອດໍາເນີນການໃຫ້ແທດ ເໝາະກັບຕົວຈິງມີປະສິດທິຜົນ.

          - ຢາກໄດ້ແບບແຜນເຮັດວຽກວິທະຍາສາດ ຜູ້ນໍາຕ້ອງຕໍ່ສູ້ເອົາຊະນະກັບພະຍາດເອກະຊົນ ກໍ່ຄືລັດທິເອ ກະຊົນທຸກຮູບແບບທີ່ອາດຈະມີຢູ່ໃນກະໂຕຂອງຕົນເອງ ຢ່າງເດັດດ່ຽວ.

         ປະທານ ໂຮ່ຈິມິນ ໄດ້ເວົ້າວ່າ : ລັດທິເອກະຊົນໄດ້ພາໃຫ້ເກີດພະຍາດອັນຕະລາຍເປັນຮ້ອຍໆແນວອາດ ຍາສິດ, ເຈ້ຍສໍ, ກຸ່ມກ້ອນ, ພັກພວກ, ທ້ອງຖິ່ນອັດຕະວິໄສດ, ຫ່າງເຫີນມະຫາຊົນ, ບໍ່ຕໍານິຕົນເອງບໍ່ຕໍານິກັນ, ຢ້ານທຸກ ຢ້ານຍາກ, ບໍ່ຕິດແທດຮາກຖານຂີ້ຄ້ານຄິດ, ຄ້ນຄົ້ນຄວ້າ, ໂລບມາກໂລພາ, ຟຸ້ມເຟືອຍ..

          ສະນັ້ນລັດທິເອກະຊົນແມ່ນໄພອັນຕະຫຼາຍກວ່າໝູ່, ແມ່ນສັດຕູໂຕຮ້າຍກາດ ດັ່ງນັ້ນ, ຜູ້ນໍາຕ້ອງດັບສູນມັນ ຈຶ່ງກ້າວໜ້າ ແລະ ແບບແຜນວິທີເຮັດວຽກທີ່ມີວິທະຍາສາດໄດ້ ຈຶ່ງເຮັດຫຼ້ອນໜ້າທີ່ອັນມີກຽດສະຫງ່າໃນພາລະກິດປ່ຽນແປງໃໝ່ໄດ້.

 2.  ຄຸນສົມບັດຂອງຜູ້ນຳ

     2.1 ຄວາມສຳນຶກກ່ຽວກັບຄຸນສົມບັດ

         ຄຸນສົມບັດ ແມ່ນຄຸນທາດປະຈຳຊີວິດຂອງແຕ່ລະຄົນ ໃນນີ້ລວມໄປເຖິງແນວຄິດ, ລັກສະນະ, ທ່າທີ, ກິລິຍາມາລະຍາດ, ນິໄສໃຈຄໍໃການເຄື່ອນໄຫວ ແລະ ການປະພຶດຕົວຈິງ.ເຊິ່ງສະສົມໄດ້ຈາກການອົບຮົມສັ່ງສອນຂອງພໍ່ແມ່, ຍາດພີ່ນ້ອງ, ເພື່ອນຝູງ, ພິເສດແມ່ນໄດ້ຈາກສັງຄົມທີ່ຜູ້ກ່ຽວດຳລົງຊິວິດຢູ່. ແຕ່ບໍ່ມີຄຸນສົມບັດໃດທີ່ປະເສີດກວ່າຄຸນສົມບັດສິນທຳປະຕິວັດ ເຊິ່ງເປັນຄຸນສົມບັດທີ່ຊື້ບໍ່ໄດ້, ລອກແບບເອົາກໍບໍ່ເປັນ.ຢາກມີຄຸນສົມບັດສິນທຳປະຕິວັດໃຫ້ຕົນເອງຕ້ອງຜ່ານໄລຍະຮໍ່າຮຽນ, ຄົ້ນຄວ້າ, ສະແຫວງຫາ, ເລືອກເຟັ້ນ ທັງຈຳເປັນຕ້ອງໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງຢູ່ໃນໄລຍະແຫ່ງການເຄື່ອນໄຫວຊີວິດ, ຮັບເອົາໂລກກະທັດທີ່ວິທະຍາສາດ ຈຶ່ງຈະສ້າງຕົນເອງໃຫ້ມີອຸດົມການອັນສູງສົງນັ້ນກໍຄືແນວຄິດຮັກຊາດ.

         ຕາມທິດສະດີມາກ-ເລນິນ : ຄຸນສົມບັດແມ່ນຮູບຖານສະຕິສັງຄົມພິເສດ ລວມມີລະບົບທັດສະນະ, ຄວາມສຳນຶກ, ຂໍ້ກຳນົດ, ຫຼັກການ, ມາດຕະຖານ. ມັນກຳເນີດ, ຄົງຕົວ ແລະ ປ່ຽນແປງເລີ່ມຈາກຄວາມຕ້ອງການຂອງສັງຄົມ, ຈາກນັ້ນຄົນເຮົາຈຶ່ງມີຄວາມຕື່ນຕົວດັດປັບການກະທຳຂອງຕົນໃຫ້ແທດເໝາະກັບຜົນປະໂຫຍດ, ຄວາມກ້າວໜ້າຂອງສັງຄົມ, ການພົວພັນລະຫວ່າງຕົນເອງກັບຄົນອື່ນ ແລະ ລະຫວ່າງຕົນເອງກັບສັງຄົມ.

         ການຝຶກຝົນຫຼໍ່ຫຼອມຂອງຜູ້ນຳໃຫ້ມີຄຸນສົມບັດສິນທຳປະຕິວັດນັ້ນແມ່ນມີຄວາມຈຳເປັນ :

          ເພາະວ່າຄຸນສົມບັດແມ່ນຄຸນນະພາບຂອງແຕ່ລະຄົນ ຖ້າພວກເຮົາຂາດຄຸນສົມບັດສິນທຳປະຕິວັດແລ້ວ ເຖິງຈະມີຄວາມຮູ້ສູງ, ມີວິຊາການເກັ່ງເຖິງຂັ້ນໃດກໍຈະບໍ່ມີຄຸນຄ່າ, ບໍ່ມີປະໂຫຍດ. ດັ່ງປະທ່ານໂຮ່ຈິມິນເວົ້າວ່າ :  ໄມ້ຄົດເອົາໄວ້ເຮັດຂໍ, ເຫຼັກຄົດງໍເອົາໄວ້ເຮັດກ່ຽວ, ຄົນຄົດລ້ຽວບໍ່ມີໄດ້ປະໂຫຍດຫຍັງ. ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດແມ່ນການປະຕິບັດບາດກ້າວບຸກທະລຸທາງດ້ານຈິດຕະນະການ, ແມ່ນການຕໍ່ສູ້ລະຫວ່າງແນວຄິດ ແລະ ການກະທຳທີ່ຮັກສາເດີມຢູ່ໃນຕົວຂອງພະນັກງານ ແລະ ຜູ້ນຳ.ຖ້າແນວຄິດກ້າວໜ້າຫາກເອົາຊະນະແນວຄິດຫຼ້າຫຼັງໄດ້ປະເທດເຮົາກໍຈະກ້າວໜ້າ ກົງກັນຂ້າມຖ້າແນວຄິດຫຼ້າຫຼັງຮັກສາເດີມເອົາຊະນະແນວຄິດກ້າວໜ້າປະເທດເຮົາກໍ່ຈະພົບຄວາມຫຍຸ້ງຍາກຢ່າງຫຼີກລ່ຽງບໍ່ໄດ້. ດັ່ງນັ້ນພະນັກງານທີ່ມີຕໍ່າແໜ່ງສູງ ແລະ ສຳຄັນເທົ່າໃດ ຄວາມຮັບຜິດຊອບໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດກໍຍິ່ງສູງເທົ່ົານັ້ນ.

         ສະຫຼຸບແລ້ວ ຄຸນສົມບັດສິນທຳປະຕິວັດ ແມ່ນໜື່ງໃນບັນດາມາດຕະຖານສັງຄົມ ແມ່ນຄຸນນະພາບຂອງພະນັກງານເຊິ່ງປະກອບໄປດ້ວຍແນວຄິດ-ການເມືອງ, ທັດສະນະຫຼັກໝັ້ນ, ຄວາມຮູຄວາມສາມາດ, ລະດັບການສຶກສາ-ວັດທະນະທຳ, ວິຊາສະເພາະ, ສຸຂະພາບ, ແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊິວິດຂອງພະນັກງານ-ລັດຖະກອນທຸກຄົນ, ທຸກຂັ້ນຕ້ອງໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ.

    2.2 ການຝຶກຝົນຫລໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ

         1) ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ເລິກເຊິ່ງ, ຮູ້ຈໍາແນກມິດ-ໃຜເປັນສັດຕູ, ມີຈິດໃຈຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ອຸດົມການສັງຄົມນິຍົມ ແລະ ກະຕັນຍູຕໍ່ປະເທດປະຊາຊົນ. ສຸມໝົດຈິດໝົດໃຈ, ສະຕິປັນຍາ, ກໍາລັງວັງຊາຂອງຕົນເຂົ້າຮັບໃຊ້ພາລະກິດປ່ຽນແປງໃໝ່ຂອງພັກຢ່າງບໍ່ທໍ້ຖອຍລັງເລຕໍ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບທຸກປະການ. ດໍາລົງ ຊິວິດດ້ວຍຄວາມປອດໃສ່, ມີປະຊາທິປະໄຕ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເພື່ອນມິດ ແລະ ປະຊາຊົນທາງດ້ານວັດຖຸ ແລະ ຈິດໃຈເຮັດໃຫ້ຊີວິດການເປັນຢູ່ຂອງຕົນເອງ, ຄອບຄົວ, ລວມໝູ່ ແລະ ປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂື້ນເປັນລໍາດັບ.

         2) ຝຶກຝົນຕົນເອງໃຫ້ມີຄວາມເດັດດ່ຽວໜຽວແໜ້ນໃນໜ້າທີ່ວຽກງານ, ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຍ່ອມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງພັກ ແລະ ປະຊາຊົນ. ຍາມໃດກໍ່ຍົກສູງຜົນປະໂຫຍດຂອງປະເທດຊາດ, ຂອງພັກ ແລະ ຂອງປະຊາຊົນເໜືອກວ່າຜົນປະໂຫຍດສ່ວນຕົວຢູ່ສະເໝີ ບໍ່ຖືເບົາຜົນປະໂຫຍດອັນຊອບທໍາຂອງຊາດ. ຕ້ານແນວຄິດຄັບແຄບ, ແນວຄິດເອກະຊົນ, ຄອງເດີມ. ເສີ່ມຂະຫຍາຍ ແນວຄິດສາກົນອັນຜ່ອງໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສັນຕິພາບ, ຄວາມສະຫງົບໃນພາກພື້ນ ແລະ ໃນໂລກ, ໃນເມື່ອປະເທດຊາດຮຽກຮ້ອງຕ້ອງການມີການພັດທະນາກໍຕ້ອງຍອມເສຍຍສະຫຼະ ຕົນເອງເພື່ອທຸກຄົນ ແລະ ທຸກຄົນເພື່ອຕົນເອງ.

         3) ຝຶກຝົນຕົນເອງໃຫ້ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນເຂັ້ມງວດ. ພະນັກທຸກຄົນສ່ວນຫຼາຍມີຕົ້ນກຳເນີດມາຈາກຊ່າວໄຮ່, ຊາວນາ ດັ່ງນັ້ນແນວຄິດຈິດຕະສາດຂອງຜູ້ຜະລິດນ້ອຍຍັງແຊກຊ້ອນຢູ່ບໍ່ໜ້ອຍ. ດ້ວຍເຫດນີ້ການຝຶກຝົນໃຫ້ຕົນເອງມີລະບຽບວິໄນ, ສະຕິລວມໝູ່, ຕ້ານລັດທິເອກະຊົນຄັບແຄບ, ຄອງເດີມ ຈຶ່ງເປັນຄວາມຮັບຜິດຊອບຂອງທຸກຄົນ. ຢາກຈະຝຶກຝົນໃຫ້ໄດ້ດີຄືດັ່ງກ່າວແມ່ນທຸກການຄົ້ນຄິດ, ທຸກການເຄື່ອນໄຫວຂອງຕົນລ້ວນແຕ່ເຄົາ ລົບການຈັດຕັ້ງ, ເຄົາລົບ ແລະ ປະຕິບັດກົດໝາຍ, ຂໍ້ກໍານົດ, ກົດລະບຽບ ແລະ ວິໄນອົງການ, ກົມກອງ ແລະ ທ້ອງຖິ່ນ ເວົ້າ ແລະ ເຮັດຕາມມະຕິຄໍາສັ່ງ-ມະຕິຕົກລົງລວມໝູ່ຄະນະ, ສຽງສ່ວນໜ້ອຍຂື້ນກັບສຽງສ່ວນຫຼາຍ, ບຸກຄົນຂື້ນກັບ ການຈັດຕັ້ງ ແລະ ປະຕິບັດຕາມໝູ່ຄະນະ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຕາມໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ, ຍາມໃດກໍຄົ້ນຄິດ, ມີຫົວຄິດປະດິດສ້າງໃນໜ້າທີ່ວຽກງານ ແລະ ມີຄວາມຮັບຜິດຊອບສູງ, ມີການປະດິດສ້າງ, ຮັບປະກັນໝາກຜົນ ແລະ ປະສິດທິຜົນ, ບໍ່ຮຽນຮ້ອງຄ່າຕອບແທນສູງເກີນຄວາມສາມາດຕົວຈິງ, ບໍ່ສ້າງຜົນສະທ້ອນ ແລະ ຄວາມເສຍຫາຍໃຫ້ຜູ້ອື່ນ, ຮັກສາຄວາມລັບໃຫ້ການຈັດຕັ້ງພັກ, ລັດ, ເພື່ອສະຫາຍ ແລະ ປະເທດຊາດ.

         4) ຝຶກຝົນຕົນເອງໃຫ້ມີທັດສະນະແຮງງານ, ຮັກການອອກແຮງງານປະດິດສ້າງ, ຕ້ານພະຍາດຂີ້ຄ້ານ, ມັກງ່າຍ, ເກາະຫ້ອຍນໍາແຮງງານຜູ້ອື່ນ. ບໍ່ວ່າຈະແມ່ນການອອກແຮງງານໃດໆທີ່ມີຜົນປະໂຫຍດໃຫ້ສັງຄົມລ້ວນແຕ່ ຕ້ອງເຄົາລົບ ປະຕິບັດ, ບໍ່ຄວນຖືການອອກແຮງງານປະເພດນີ້ສູງການອອກແຮງງານປະເພດນີ້ຕໍ່າ, ບໍ່ວ່າຈະເຮັດວຽກ ນ້ອຍ ຫຼື ເຮັດ ວຽກໃຫຍ່ກໍແມ່ນການອອກແຮງງານຈຶ່ງແມ່ນມາດຕະຖານ ຂອງຄຸນສົມບັດສິນທໍາປະ ຕິວັດ, ພ້ອມກັນ ນັ້ນ ກໍຕ້ອງດໍາ ລົງຊິວິດດ້ວຍຄວາມດຸໝັ່ນ, ປະຫຍັດ, ຊື່ສັດ ແລະ ອົດທົນ. ການປະຢັດແມ່ນການນໍາໃຊ້ແຫຼ່ງທຶນ, ເງິນ, ຄໍາ, ແຮງງານ, ເວລາ ແລະ ບັນດາເສດຖະກິດອື່ນໆຖືກຕາມຂໍ້ກໍານົດ ແລະ ມາດຕະຖານ ຫຼື ຕໍ່າກວ່າ ແຕ່ມີປະສິດທິ ຜົນສູງ  ກວ່າຄາດໝາຍທີ່ວາງໄວ້. ການປະຫຍັດບໍ່ແມ່ນການຂີ້ຖີ່ ຫຼື ອົດກິນອົດໃຊ້, ການປະຫຍັດແມ່ນການຮູ້ຄິດໄລ່, ຮູ້ຈົ່ງ ຢອມໃຊ້ສອຍເພື່ອສະສົມທຶນຮອນຊ່ວຍໃຫ້ການຜະລິດຂະຫຍາຍຕົວທັງຍົກສູງຊິວິດການເປັນຢູ່ໃຫ້ດີຂື້ນເລື້ອຍໆ. ສະພາບຕົວຈິງຂອງປະເທດເຮົາໃນປະຈຸບັນພວມເກີດສະພາບການຟຸມເຟືອຍ ແລະ ໃຊ້ສອຍເກີນຄວາມສາມາດທີ່ຕົນມີ ຍັງບໍ່ທັນສຸມກໍາລັງແຮງຄົນ, ແຮງຊັບເຂົ້າໃນການພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດເທົ່າທີ່ຄວນ. ນອກນັ້ນ ການສ້າງຄວາມຮັ່ງມີແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ, ປະກົດການສໍ້ລາດບັງຫຼວງ, ສິນບົນ, ໂລບມາກໂລພາ ຍັງເກີດຂື້ນຢ່າງຕໍ່ເນື່ອງ. ບັນດາປະກົດການຫຍໍ້ທໍ້ດັ່ງກ່າວບໍ່ສະເພາະແຕ່ຜົນສະທ້ອນແກ່ການພັດທະນາເສດຖະກິດ-ສັງ ຄົມເທົ່ານັ້ນ, ແຕ່ຍັງເປັນສາເຫດພາໃຫ້ເສື່ອມຄຸນປ່ຽນທາດຂອງພະນັກງານອີກດ້ວຍ.

        5) ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຈິດໃຈບຸກບືນຮໍ່າຮຽນສະແຫວງຫາຄວາມກ້າວໜ້າ, ສ້າງຄ່ານິຍົມອັນໃໝ່, ປັດໄຈຕັ້ງໜ້າ. ໃນເງື່ອນໄຂເປີດກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ ແລະ ເຊື່ອມໂຍງສາກົນ, ຜູ້ນຳເອງພະນັກ ງານ-ລັດຖະກອນຕ້ອງໄດ້ຍົກລະດັບຄວາມຮູ້ດ້ານວິທະຍາສາດທໍາມະຊາດ ແລະ ສັງຄົມໃຫ້ສູງຂື້ນ. ປະການທໍາ ອິດ ພວກເຮົາຕ້ອງສ້າງຄົນໃຫ້ມີລະດັບການສຶກສາ, ວິທະຍາສາດ-ເຕັກນິກສູງ, ມີຄຸນສົມບັດສິນທໍາປະຕິວັດໜັກແໜ້ນ ແລະ ມີຄວາມສາມາດບໍລິຫານບ້ານເມືອງ. ທ່ານເລນິນ ເວົ້າວ່າ : ຄັນບໍ່ມີປັນຍາຊົນປະຕິວັດ ແລະ ຄວາມຮູ້ວິທະຍາ ສາດກໍບໍ່ມີລັດທິສັງຄົມນິຍົມ. ປະທ່ານໄກສອນ ພົມວິຫານ ເວົ້າວ່າ : ເພື່ອກໍ່ສ້າງຖັນແຖວປັນຍາຊົນທີ່ທັງມີຄຸນສົມບັດສິນທໍາປະຕິວັດທີ່ດີ ທັງມີຄວາມຮູ້ດ້ານວິຊາສະເພາະທີເກັ່ງໃຫ້ໄດ້ຢ່າງວ່ອງໄວພວກເຮົາຕ້ອງຖືສໍາຄັນທີ່ສຸດ ການບໍາລຸງຂະຫຍາຍ ແລະ ສາມັກຄີຖັນແຖວປັນຍາຊົນ.ການບໍາລຸງສ້າງພະນັກງານ-ລັດຖະກອນໃຫ້ມີທັດສະນະຫຼັກໝັ້ນຄຽງຄູ່ກັບການຍົກລະດັບ, ວິທະຍາສາດເຕັກນິກ ແລະ ພາສາຕ່າງປະເທດເພື່ອໃຫ້ເກີດມີຈິນຕະນາການໃໝ່, ສາມາດນໍາໃຊ້ຄວາມຮູ້ຄວາມສາມາດໃຫ້ສູງຂື້ນເລື້ອຍໆ ສາມາດປັບຕົວເຂົ້າສູ່ສະພາບແວດລ້ອມໃໝ່ ແລະ ໄປທັນສະພາບການບົນພື້ນຖານຈິດໃຈເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

         ຄຸນສົມບັດອັນປະເສີດຂອງຄົນແມ່ນຢູ່ທີ່ຄຸນສົມບັດ ແລະ ຄວາມສາມາດ ເຖິງວ່າຄົນຈະມີຮູບໂສມພະນົມທີ່ຈົບງາມ, ມີຄວາມຮັ່ງມີທາງດ້ານຊັບສົມບັດ, ມີຄວາມຮູ້ສະຕິປັນຍາກໍຕາມ ແຕ່ຖ້ຫາກບໍ່ມີຄຸນສົມບັດ ຄຸນຄ່າເຫຼົ່ານັ້ນກໍຈະບໍ່ສູງຂື້ນ. ສະນັ້ນ, ການຝຶກຝົນຫຼໍ່ຫຼອມຄຸນສົມບັດ ແລະ ຄວາມສາມາດມັນເປັນເລື່ອງລະອຽດອ່ອນ, ມັນຕິດພັນກັບຊີວິດຕົວຈິງຂອງແຕ່ລະຄົນ ເຊິ່ງບໍ່ແມ່ນເລື່ອງງ່າຍ ເມື່ອເປັນເຊັ່ນນັ້ນທຸກຄົນຕ້ອງດຸໝັ່ນອົດທົນຄົ້ນຄວ້າຮໍ່າຮຽນ ທັງຮຽນດ້ວຍຕົນເອງ, ຮຽນນໍາການຈັດຕັ້ງ ແລະ ຮຽນນໍາໝູ່ເພື່ອນສະຫາຍ ທັງນີ້ກໍເພື່ອເຮັດໃຫ້ຄຸນສົມບັດສິນທໍາປະຕິວັດ ແລະ ຄວາມສາມາດຂອງຕົນບັນລຸມາດຕະຖານ ແລະ ຕ້ອງຖືເອົາເປັນໜ້າທີ່, ເປັນຄວາມຮັບຜິດຊອບຂອງຕົນເອງ ກໍ່ຄືຄອບຄົວ, ໝູ່ຄະນະ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ.

     2.3 ມາດຕະຖານຄຸນສົມບັດຂອງຜູ້ນໍາ

        1) ຕ້ອງເປັນຄົນທີ່ຕັ້ງຕໍ່ບໍລິສຸດ, ໜັກແໜ້ນຕໍ່ທຸກໆການທົດສອບ, ມີຄວາມຕື່ນຕົວຕໍ່ອຸດົມຄະຕິຂອງສັງຄົມນິຍົມຢ່າງເລິກເຊິ່ງ: ເດັດດຽວປະຕິບັດແນວທາງປ່ຽນແປງໃໝ່.

         2) ເປັນຕົວແທນແຫ່ງສະຕິປັນຍາ ແລະ ຄວາມສາມາດພຶດຕິກໍາ, ມີຄວາມຮູ້ຮອບຕົວ ເປັນຕົ້ນແມ່ນຄວາມຮູ້ ກ່ຽວກັບເສດຖະກິດສິນຄ້າຫຼາຍພາກສ່ວນ, ຄວາມຮູ້ ແລະ ບົດຮຽນກ່ຽວກັບວຽກງານການນໍາພາ. ມີຄວາມສາມາດ ໃນການໝູນໃຊ້ແນວທາງນະໂຍບາຍ, ປະດິດສ້າງ, ມີຄວາມສາມາດໃນການເປັນເຈົ້າການກໍ່ສ້າງ, ຊີ້ນໍາການຈັດຕັ້ງປະຕິບັດມະຕິ. ມີຄວາມສາມາດຄົ້ນຄວ້າ, ສະຫຼຸບການເຄື່ອນໄຫວພຶດຕິກໍາ ແລະ ປະກອບສ່ວນສ້າງແນວທາງນະໂຍບາຍ ຂອງພັກ ແລະ ມີຄວາມສາມາດເຮັດວຽກກັບມະຫາຊົນ.

         3) ມີຄວາມດຸໝັ້ນຂະຫຍັນພຽນ ຫ້າວຫັນຮັບໃຊ້ການຈັດຕັ້ງຢ່າງບໍ່ຮູ້ອິດຮູ້ເມື່ອຍ. ດໍາລົງຊີວິດປອດໃສຂາວ ສະອາດ, ເປັນແບບຢ່າງ, ມີຄວາມອາດຫານຈິງໃຈສະຫງຽມຄ່ຽມຄົມ ແລະ ງ່າຍດາຍບໍ່ມີຄວາມໂລບມາກໂລພາ, ບໍ່ສວຍໂອກາດ ຫຼື ມີສິດພິເສດຜົນປະໂຫຍດພິເສດຍາມໃດກໍ່ເອົາໃຈໃສ່ເຖິງຜົນປະໂຫຍດຂອງມະຫາຊົນ.

        4) ມີແບບແຜນປະຊາທິປະໄຕ, ລວມໝູ່, ເວົ້າໄປຄຽງຄູ່ກັບການເຮັດ, ມີຄວາມຮັບຜິດຊອບ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນສູງ, ກ້າປ່ຽນແປງໃໝ່, ກ້າຕັດສິນໃຈ, ກ້າຮັບຜິດຊອບ, ໃກ້ຊິດຕິດແທດກັບຕົວຈິງ, ສະໜິດສະໝົມກັບປະຊາຊົນ, ມີຄວາມສາມາດເຕົ້າໂຮມຄວາມສາມັກຄີ.









ความคิดเห็น