ຜູ້ນຳກັບການແກ້ໄຂຂໍ້ຂັດແຍ້ງ
ໂດຍ: ປັນຍາສັກ ແສງອ່ອນແກ້ວ
1. ຄວາມສໍານຶກກ່ຽວກັບຄວາມຂັດແຍ້ງ
ຄວາມຂັດແຍ້ງເປັນພຶດຕິກຳທີ່ບໍ່ລົງລອຍກັນທາງດ້ານຄວາມຄິດ, ແນວທາງປະຕິບັດວຽກງານ, ຜົນປະໂຫຍ….ບັນຫາຄວາມຂັດແຍ້ງໃນບຸກຄົນເຮັດໃຫ້ :
- ຂາດຄວາມໄວ້ວາງໃຈເຊິ່ງກັນ ແລະ
ກັນ.
- ຂາດຄວາມຮ່ວມເຊິ່ງກັນ ແລະ ກັນ.
- ຂາດຄວາມຄິດລິເລີ່ມ.
- ພະນັກງານເກີດຄວາມກັງວົນໃຈ.
- ຂວັນກຳລັງໃຈຫຼຸດລົງ.
- ພະນັກງານເກີດຄວາມແຂງກະດ້າງ, ເກິດການລາອອກຈາກວຽກ.
2. ສາເຫດຂອງຄວາມຂັດແຍ້ງ
ສາເຫດຂອງຄວາມຄວາມແຍ້ງສາມາດເກີດຂື້ນມາຈາກຫຼາຍປັດໄຈ
ແລະ ຫຼາຍຮູບແບບ ທີ່ກໍ່ໃຫ້ເກີດມີຂໍ້ຂັດແຍ້ງຂື້ນມາ ໂດຍທົ່ວໄປແລ້ວອາດຈະເກີດຈາກ
:
- ຄວາມຄິດເຫັນຕ່າງກັນ.
- ຜົນປະໂຫຍດຂັດກັນ.
- ຄ່ານິຍົມຕ່າງກັນ.
- ອັກຄະຕີຕໍ່ກັນ, ອິດສາ….
- ຕີຄວາມຈາກການຮັບຮູ້ຕ່າງກັນ.
- ຊີງດີຊີງເດັ່ນກັນ.
- ການສື່ສານບໍ່ດີ.
- ແບ່ງພັກແບ່ງພວກ.
- ຄວາມບໍ່ຊັດເຈນໃນບົດບາດໜ້າທີ່.
- ເປົ້າໝາຍຂອງວຽກງານທີ່ຕ່າງກັນກັບເປົ້າໝາຍສ່ວນບຸກຄົນ.
- ການປ່ຽນແປງທີ່ບໍ່ສາມາດຍ່ອມຮັບກັນໄດ້.
3. ຜົນຂອງຄວາມຂັດແຍ້ງ
3.1 ຜົນດີຂອງຂໍ້ຂັດແຍ້ງ
1. ເຮັດໃຫ້ຄົນເຮົາຄຳນຶງເຖິງ ແລະ ຮັບຮູ້ໄດ້ເຖິງບັນຫາທີ່ເກີດຂື້ນ.
2. ຄວາມຂັດແຍ້ງກໍ່ໃຫ້ເກີດການປ່ຽນແປງໃນດ້ານຕ່າງໆ.
3. ຊ່ວຍໃຫ້ມີການປັບປຸງທາງເລືອກ ໃນການແກ້ໄຂ້ບັນຫາຢ່າງມີປະສິດທິພາບ.
4. ກໍ່ໃຫ້ເກີດການຮຽນຮູ້ ແລະ ປັບປຸງພຶດຕິກຳເຊິ່ງກັນ ແລະ ກັນ.
5. ຊ່ວຍໃຫ້ເກີດການພິສູດຫາຂໍ້ມູນຕົວຈິງທີ່ສົມເຫດສົມຜົນ.
3.2 ຜົນເສຍຂອງຄວາມຂັດແຍ້ງ
1. ເຮັດໃຫ້ຄວາມສຳພັນລະຫວ່າງບຸກຄົນ
(ການສົນທະນາ, ຄວາມສະມັກຄີກັນ…. ) ເລີ່ມມີການປ່ຽນແປງ ຫຼື ຫຼຸດລົງ.
2. ບັນຍາກາດຂອງຄວາມຈິງໃຈ
ແລະ ຄວາມໄວ້ວາງໃຈຈະໝົດໄປ.
3. ເກີດການຕໍ່ຕ້ານໂດຍທາງລັບ
ແລະ ທາງເປີດເຜີຍ.
4. ກໍ່ໃຫ້ເກີດການສູນເສຍຕໍ່ກັບບຸກຄະລາກອນ,
ອົງການ….
4. ແນວທາງທີ່ກໍ່ໃຫ້ເກີດຜົນສຳເລັດໃນການແກ້ໄຂຂໍ້ຂັດແຍ້ງ
1. ຕ້ອງເຂົ້າໃຈວ່າ
ເປັນເລື່ອງທຳມະຊາດທີ່ບັນຫາເກີດຂື້ນ ແລະ ມີຫົນທາງແກ້ໄຂໄດ້.
2. ປ່ຽນຄວາມຄິດຈາກ “ເອົາຊະນະກັນ” ມາເປັນ
“ເອົາຊະນະບັນຫາ”.
3. ມີການວິເຄາະບັນຫາ (
ບັນຫາເກີດຈາກສາເຫດ : ທັດສະນະຄະຕິບຸກຄົນ, ລັກສະນະນິໄສ, ວິທີການເຮັດວຽກ, ຜົນປະໂຫຍດ…..).
4. ມີຄວາມຈິງໃຈ ແລະ
ເປີດເຜີຍຄວາມຕ້ອງການທີ່ແທ້ຈິງຂອງຕົນ.
5. ຕ້ອງມີການຕິດຕໍ່ສື່ສານທີ່ດີຕໍ່ກັນບໍ່ໃຊ້ອາລົມ.
6. ຫຼີກລ່ຽງການລົງຄະແນນສຽງ
ເອົາເສຍ-ຊະນະກັນ.
7. ພະຍາຍາມໃຊ້ຂໍ້ມູນໃຫ້ຫຼາຍທີ່ສຸດ.
8. ຕ້ອງຄຳນຶງສະເໝີວ່າ
ຢ່າເອົາແຕ່ໃຈຕົນເອງ ແຕ່ຈົ່ງປະສົມປະສານຜົນຜະໂຫຍດຮ່ວມກັນ.
5. ຮູບແບບ ຫຼື
ວິທີການແກ້ໄຂຂໍ້ຂັດແຍ້ງ
5.1 ການແກ້ໄຂໂດຍການໃຊ້ອຳນາດ
ເປັນການແກ້ໄຂບັນຫາໂດຍເນັ້ນປະໂຫຍດແຕ່ຝ່າຍດຽວໂດຍໃຊ້ອຳນາດ ຫຼື ຄວາມໄດ້ປຽບທີ່ເໜືອກວ່າບັງຄັບອີກຝ່າຍໜື່ງ ໂດຍໃຫ້ອີກຝ່າຍໜື່ງປະຕິບັດຕາມ ເປັນວິທີເອົາປຽບ, ເປັນການແກ້ໄຂບັນຫາພຽງຊົ່ວຄາວ ແຕ່ຈະບໍ່ແມ່ນການແກ້ໄຂບັນຫາຄວາມຂັດແຍ້ງໄດ້ຢ່າງແທ້ຈິງ ເປັນການແກ້ໄຂບັນຫາສະເພາະໜ້າໄປກ່ອນ, ເປັນໄປໃນລັກສະນະການສະສົມບັນຫາໄວ້.
ສ່ວນໃຫຍ່ແລ້ວແມ່ນຈະໃຊ້ໃນກໍລະນີດັ່ງຕໍ່ໄປນີ້ :
- ເມື່ອເປັນເລື່ອງທີ່ຮີບດ່ວນ.
- ເປັນສິ່ງທີ່ຄົນເຮົາບໍ່ມັກບໍ່ພໍໃຈ ເຊັ່ນ : ການຕັດງົບປະມານ, ການປະຕິບັດຕາມກົດລະບຽບຕ່າງໆ, ການຫຼຸດຄ່າໃຊ້ຈ່າຍຕ່າງໆ, ການລົງໂທດທາງວິໄນ….
- ເພື່ອຕໍ່ຕ້ານຄົນທີ່ເອົາປຽບຜູ້ອື່ນໂດຍບໍ່ມີເຫດຜົນ.
5.2 ການແກ້ໄຂໂດຍການຮ່ວມມືກັນ
ເປັນການແກ້ໄຂບັນຫາແບບໃຫ້ທັງສອງຝ່າຍຮ່ວມມືກັນແກ້ໄຂບັນຫາແບບກົງໄປກົງມາ ເພື່ອໃຫ້ເກີດຜົນປະໂຫຍດ ແລະ ຄວາມພຶງພໍໃຈຮ່ວມກັນ, ເປັນການກຳຈັດຕົ້ນເຫດຂອງບັນຫາບໍ່ໃຫ້ເກີດຂື້ນອີກໃນອານະຄົດ, ເປັນວິທີເອົາຊະນະທັງສອງຝ່າຍ.
ສ່ວນໃຫຍ່ແລ້ວການແກ້ໄຂບັນຫາແບບຮ່ວມມືກັນໃຊ້ໃນກໍລະນີຕໍ່ໄປນີ້ :
- ເພື່ອຫາຂໍ້ຍຸຕິທັງສອງຝ່າຍ.
- ເພື່ອທົດສອບຈຸດຢືນຂອງຕົນ ແລະ ເຂົ້າໃຈຄວາມຄິດຂອງຄົນອື່ນ.
- ຕ້ອງການປະສົມປະສານແນວຄວາມຄິດທີ່ດີຂອງທຸກຝ່າຍ.
- ຕ້ອງການປະສານສົມທົບເພື່ອແກ້ໄຂຄວາມຮູ້ສຶກທີ່ບໍ່ດີຕໍ່ກັນ.
- ເພື່ອສ້າງຄວາມຜູກພັນສາມັກຄີຕໍ່ກັນ.
5.3 ການແກ້ໄຂໂດຍການປະນີປະນອມກັນ
ເປັນການ “ພົບກັນເຄີ່ງທາງ” ຂອງທັງສອງຝ່າຍ ເປັນບັນຫາທີ່ຕ້ອງໃຊ້ເວລາຫຼາຍ ຈຶ່ງຕ້ອງຫາຂໍ້ຕົກລົງຊົ່ວຄາວ ຫຼື “ຖອຍຄົນລະກ້າວ” ເພາະຍັງບໍ່ສາມາດແກ້ໄຂບັນຫາທັງໝົດ ຖືວ່າເປັນວິທີແກ້ໄຂບັນຫາແບບເສຍທັງສອງຝ່າຍ.
ສ່ວນໃຫຍ່ແລ້ວການແກ້ໄຂໂດຍການປະນີປະນອມໃຊ້ໃນກໍລະນີຕໍ່ໄປນີ້
:
- ແກ້ບັນຫາຂະໜາດໃຫຍ່ທີ່ມີຄວາມສະຫຼັບຊັບຊ້ອນ.
- ແຕ່ລະຝ່າຍມີສິດ ແລະ ອຳນາດຫຼາຍຢູ່ໃນລະດັບດຽວກັນ.
5.4 ການແກ້ໄຂໂດຍການຫຼີກລ່ຽງ
ເປັນການແກ້ໄຂບັນຫາ “ ແບບຫຼີກເວັ້ນການຕັດສິນໃຈ” ເປັນວິທີທີ່ຍັງບໍ່ໄດ້ພິຈາລະນາຫາສາເຫດຂອງບັນຫາທີ່ເກີດຂື້ນ ແລະ ຍັງບໍ່ໄດ້ແກ້ໄຂບັນຫາ, ອານະຄົດບັນຫານີ້ອາດຈະເກີດຂື້ນໄດ້ອີກສະເໝີ ຈຶ່ງຖືເປັນການແກ້ໄຂບັນຫາແບບເສຍທັງສອງຝ່າຍ.
ສ່ວນໃຫຍ່ແລ້ວການແກ້ໄຂໂດຍການຫຼີກລ່ຽງໃຊ້ໃນກໍລະນີຕໍ່ໄປນີ້
:
- ຮູ້ວ່າມີຜົນເສຍຫຼາຍກວ່າຜົນດີ.
- ເປັນເລື່ອງທີ່ບໍ່ສຳຄັນ ແລະ ມີບັນຫາອື່ນທີ່ສຳຄັນກວ່າ.
- ຮູ້ວ່າບໍ່ມີໂອກາດຊະນະ.
- ເພື່ອໃຫ້ແຕ່ລະຝ່າຍຫຼຸດຄວາມຄວາມໂມໂຫ/ຄວາມຂັດແຍ້ງລົງ ຢູ່ໃນລະດັບທີ່ສາມາດເຮັດວຽກຮ່ວມກັນໄດ້.
- ເພື່ອຫາຂໍ້ມູນເພີ່ມເຕີມສຳລັບການຕັດສິນໃຈ.
- ເມື່ອອີກຝ່າຍສາມາດແກ້ໄຂບັນຫາໄດ້.
5.5 ການເຈລະຈາ ແລະ ການຕໍ່ລອງ
ການເຈລະຈາ ແລະ ການຕໍ່ລອງໝາຍເຖິງຂະບວນການ ເຊິ່ງທັງຄົນສອງຝ່າຍພະຍາຍາມຕົກລົງກັນໂດຍມີການແລກປ່ຽນ ເຊິ່ງແບ່ງອອກເປັນ 2 ແບບ ຄື :
1) ແບບຝ່າຍໜື່ງໄດ້ຝ່າຍໜື່ງເສຍ (ເຮັດໃຫ້ຄວາມສຳພັນບໍ່ດີຕໍ່ກັນ)
2) ແບບເຮັດໃຫ້ເກີດຄວາມພຶງພໍໃຈທັງສອງຝ່າຍ ຫຼື ໃຊ້ບຸກຄົນທີ່ສາມມາຊ່ວຍເຈລະຈາເພື່ອຫາຂໍ້ສະຫຼຸບ (ເປັນຜູ້ໄກ່ເກ່ຍ, ຜູ້ຊີ້ຂາດ, ຜູ້ປະນີປະນອມ ແລະ ຜູ້ໃຫ້ຄຳ ປຶກສາ) ເປັນປະໂຫຍດທັງສອງຝ່າຍ ຄວາມສຳພັນທັງສອງຝ່າຍຍາວນານ.
ເຕັກນິກການເຈລະຈາ ແລະ ການຕໍ່ລອງ
- ເລີ່ມຕົ້ນດ້ວຍຂໍ້ສະເໜີທີ່ເປັນໄປໄດ້.
- ຄຳນຶງເຖິງຄວາມພຶງພໍໃຈຂອງຝ່າຍກົງກັນຂ້າມ.
- ສ້າງຄວາມໜ້າເຊື່ອຖື ແລະ ຄວາມໄວ້ວາງໃຈ.
- ແລກປ່ຽນຜົນປະໂຫຍດທີ່ເໝາະສົມ.
- ຫາຫຼັກຖານມາອ້າງອີງ.
- ໄວຕໍ່ຄວາມຮັບຮູ້ເຖິງຄວາມແຕກຕ່າງດ້ານວັດທະນະທຳສັງຄົມ, ຄ່ານິຍົມ, ຄວາມເຊື່ອ, ທັດສະນະຄະຕິ ແລະ ພຶດຕິກຳຂອງຝ່າຍກົງກັນຂ້າມ.
ความคิดเห็น
แสดงความคิดเห็น