ຍົກສູງປະສິດທິພາບຂອງການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍ
ເພື່ອສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນລາວ
1.1 ລັດຖະທຳມະນູນແມ່ນຫຍັງ?
· ລັດຖະທຳມະນູນ:
ແມ່ນກົດໝາຍພື້ນຖານຂອງລັດ ( ບາງເທື່ອກໍຂຽນວ່າເປັນກົດໝາຍແມ່ ), ໂດຍແມ່ນອົງການຕົວແທນ
ທີ່ມີສິດອຳນາດ ຂອງປະຊາຊົນ ຮັບຮອງເອົາຕາມລະບຽບການພິເສດສະເພາະ ຫຼື
ປະຊາຊົນຮັບຮອງເອົາໂດຍກົງ ດ້ວຍຮູບການລົງປະຊາມະຕິ. ໃນລັດຖະທຳມະນູນ ໄດ້ກຳນົດ
ບັນດາບັນຫາພື້ນຖານທີ່ສຸດ ສຳຄັນທີ່ສຸດຂອງລະບອບການເມືອງ, ລະບອບເສດຖະກິດ, ວັດທະນະທຳ -
ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະຂອງພົນລະເມືອງ,
ໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການອຳນາດລັດ
ທີ່ສະແດງອອກໂດຍສັງລວມເຖິງອຸດົມການ ແລະ ຜົນປະໂຫຍດຂອງຊົນຊັ້ນ ຫຼື
ພັນທະພາບຊົນຊັ້ນປົກຄອງ.
·
ລັດຖະທຳມະນູນ:
ມີປະຫວັດກຳເນີດເກີດຂຶ້ນມາ ກ່ອນຄຼິດສັກກະລາດ ເປັນເວາຍາວນານ ແລະ
ໄດ້ຮັບການພັດທະນາຂື້ນຢ່າງບໍ່ຢຸດຢັ້ງ; ໂດຍສະເພາະແມ່ນນັບແຕ່ລະບອບທືນນິຍົມເປັນຕົ້ນມາ
ລັດຖະທຳມະນູນ ໄດ້ຮັບການສ້າງຕັ້ງຂື້ນ ມີເນື້ອໃນຄົບຖ້ວນສົມບູນ ຕາມຄວາມໝາຍຂອງມັນ
·
ທັດສະນະທີ່ເປັນພື້ນຖານກວ່າໝູ່
ຂອງລັດຖະທຳມະນູນ.
ໂດຍສັງລວມແລ້ວ
ເຫັນວ່າລັດຖະທໍາມະນູນໃນໂລກ ໃນປັດຈຸບັນ ນັບທັງປະເທດທີ່ມີລະບົບການປົກຄອງຕ່າງກັນ (
ປະທານາທິບໍດີີເປັນປະມຸກລັດ, ມີພະມະຫາກະສັດ-ເຈົ້າຊີວິດ...)ທີ່ລະບອບການເມືອງຕ່າງກັນ
( ທືນນິຍົມ, ສັງຄົມນິຍົມ ) ມີລັກສະນະຄ້າຍຄືກັນນັ້ນ ແມ່ນລັດຖະທຳມະນູນ
ຕ້ອງເປັນປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ແລະ ລັດຖະທຳມະນູນຕ້ອງມີຊີວິດຊີວາ.
+
ລັດຖະທໍາມະນູນຂອງປະຊາຊົນ: ລັດຖະທໍາມະນູນຫຼາຍສະບັບໃນໂລກ ເລີ່ມຕົ້ນດ້ວຍກຸ່ມຄໍາ ສັບ: “ພວກເຮົາປະຊາຊົນ, ປະເທດ...”
ຢູ່ໃນຄໍານໍາ ຫຼື ຄໍາເປີດຫົວເລື່ອງ, ອະລໍາ ພະບົດ. ໃນຄໍານຳລັດຖະທໍາມະນູນຂອງ ສປປ ລາວ
ສະບັບປີ 2015 ໄດ້ເອົາຄຳສັບປະຊາຊົນລາວ ( ປະຊາຊົນລາວບັນດາເຜົ່າ, ປະຊາຊົນເຮົາ,
ປະຊາຊົນຢູ່ປະເທດເຮົາ, ປະຊາຊົນໃນທົ່ວປະເທດ ) ປະເທດລາວ/ປະເທດລ້ານຊ້າງ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ຢູ່ທຸກວັກທຸກຕອນ. ຊີ້ໃຫ້ເຫັນວ່າປະຊາຊົນ
ແມ່ນຜູ້ສ້າງລັດຖະທຳມະນູນ.
+ ລັດຖະທໍາມະນູນໂດຍປະຊາຊົນ:
ລັດຖະທໍາມະນູນ ຕ້ອງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນວ່າ: ເຂົາສາມາດອີງໃສ່ບັນດາເນື້ອໃນ
ແລະ ກົນໄກທີ່ລັດຖະທຳມະນູນກຳນົດເພື່ອປົກປ້ອງບັນດາສິດທິພື້ນຖານ ແລະ
ເສລີພາບຂອງຕົນດ້ວຍຄວາມປອດໄພ. ລັດຖະທຳມະນູນ ຕ້ອງເຮັດໃຫ້ພົນລະເມືອງທຸກຄົນ (
ນັບແຕ່ຜູ້ເປັນແມ່ ຫຼື ເດັກ ) ມີຄວາມຮູ້ສຶກວ່າ: “ລັດຖະທຳມະນູນ
ແມ່ນສິ່ງສັກກາລະບູຊາ ແລະ ທັງແມ່ນສິ່ງທີ່ສະໜິດຕິດພັນກັບເຂົາເຈົ້າ,
ເຂົາເຈົ້າຈະມອບສິດໃຫ້ແກ່ຕົວແທນຂອງຕົນ ແຕ່ບໍ່ເສຍສິດ ”.
+ ລັດຖະທໍາມະນູນມີຊີວິດຊີວາ ( ທັນສະໄໝ ): ລັດຖະທໍາມະນູນ ຕ້ອງແມ່ນສິ່ງທີ່ບໍ່ມີຊີວິດຊີວາ ແລະ ກຳລັງແຮງດັ່ງກວ່າຕ້ອງໄດ້ຮັບການເພີ່ມທະວີ ໃນການປັບປຸງແຕ່ລະຄັ້ງ. ດັ່ງນັ້ນ, ໃນດ້ານຫຼັກການ ຄຸນຄ່າພື້ນຖານທີ່ໄດ້ກຳນົດໃນລັດຖະທຳມະນູນ ຕ້ອງເປັນພື້ນຖານທີ່ແໜ້ນແກ່ນເຂັ້ມແຂງ ເພື່ອໃຫ້ໝັ້ນຄົງປົກກະຕິ; ແຕ່ດ້ານອື່ນກໍຕ້ອງເຕີບໃຫຍ່ຂະຫຍາຍຕົວປ່ຽນແປງເພື່ອໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຕົວຕໍຈິງ ໃນແຕ່ລະໄລຍະ. ເຕັກນິກໃນການສ້າງລັດຖະທຳມະນູນ ກໍແມ່ນປັດໃຈໜຶ່ງທີ່ເຮັດໃຫ້ລັດຖະທຳມະນູນມີຊີວິດຊີວາ ( ທັນສະໄໝ ); ເຖິງວ່າລັດຖະທຳມະນູນແຕ່ລະປະເທດ ຈະມີອັນແຕກຕ່າງກັນ ທາງດ້ານໂຄງສ້າງ, ເນື້ອໃນ ແຕ່ໂດຍທົ່ວໄປແລ້ວລັດຖະທໍາມະນູນ ມີເຕັກນິກຄ້າຍຄືກັນນັ້ນແມ່ນ: ກະທັດຮັດ, ສັງລວມສູງ, ກຳນົດຫຼັກການ ຫຼື ບັນດາພື້ນຖານກວ່າໝູ່ ແລະ ບໍ່ໄຝ່ຝັນ ( ເພີ້ຝັນ ). ລັດຖະທຳມະນູນ ຍາມໃດກໍແມ່ນດວງຕາເວັນທີ່ສ່ອງເຍືອງໃຫ້ປະຊາຊົນໃນຊາດຂອງຕົນຄື: ສະເໝີພາບ, ເສລີພາບ, ປະຊາທິປະໄຕ, ຍຸຕິທຳ ແລະ ຈະລິຍະທຳ.
ພາຍຫຼັງທີ່ພັກປະຊາຊົນປະຕິວັດລາວ
ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດການປະຕິວັດຊາດປະຊາທິປະໄຕ,
ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ໄດ້ສະຖາປະນາປະເທດ ເປັນສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ. ໃນໄລຍະເບື້ອງຕົ້ນພັກເຮົາໄດ້ສືບຕໍ່ນຳພາປະຊາຊົນລາວບັນດາເຜົ່າ
ຮຳບາດແຜຈາກສົງຄາມທຳລາຍ ໂດຍປະຕິບັດສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ ເພື່ອນຳພາປະເທດຊາດກ້າວຂື້ນສັງຄົມນິຍົມ. ໃນໄລຍະເລີ່ມຕົ້ນ
ໄດ້ບໍລິຫານ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍລະບົບ ມະຕິ, ຄຳສັ່ງ
ເປັນສ່ວນໃຫຍ່ ການຄຸ້ມຄອງເສດຖະກິດ-ສັງຄົມ ໃນເວລານັ້ນ
ແມ່ນໄຫໍປຕາມລະບົບກົນໄກບໍລິຫານແບບເກື້ອກູນ ມາຈົນເຖິງໄລຍະທີ່ພັກເຮົາໄດ້ມີຈິນຕະນາການ
ໃໝ່ ຫຼື ປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການ ຂອງພັກ ໄດ້ຫັັນຈາກການຄຸ້ມຄອງລວມສູນ
ໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດ ທີ່ມີການໄລ່ລຽງເສດຖະກິດ ໂດຍມີການດັດສົມຂອງລັດ.
ເລີ່ມຈາກການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຊຶ່ງມີຄວາມຮຽກຮ້ອງຕ້ອງການ
ໃຫ້ມີການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍນັ້ນ
ຈຶ່ງມີຄວາມຈຳເປັນຕ້ອງໄດ້ສ້າງລັດຖະທຳມະນູນ ແລະ ກົດໝາຍຈຳນວນໜຶ່ງ ເປັນຕົ້ນ ກົດໝາຍ
ໃນຂົງເຂດການປົກຄອງ ແລະ ຍຸຕິທຳ ເພື່ອເປັນເຄື່ອງມືຂອງລັດ
ນຳໃຊ້ເຂົ້າໃນການດັດປັບສາຍພົວພັນສັງຄົມ ກໍຄືການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ
ຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ. ສະນັ້ນ, ສະພາປະຊາຊົນສູງສຸດ ຊຸດທີ II ຈຶ່ງໄດ້ພິຈາລະນາ, ຮັບຮອງເອົາ ລັດຖະທໍາມະນູນ
ຢູ່ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ໃນຄັັ້ງວັນທີ 14 ສິງຫາ ປີ 1991 ແລະ
ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດປະກາດໃຊ້ ໃນວັນທີ 15 ສິງຫາ ປີ 1991 ຖຶວ່າ
ເປັນລັດຖະທຳມະນູນ ສະບັບທຳອິດ ຂອງ ສປປ ລາວ. ໃນລັດຖະທຳມະນູນສະບັບນີ້ປະກອບມີ 10 ໝວດ,
80 ມາດຕາ ຄື ໝວດທີ I ລະບອບການເມືອງ; ໝວດທີ II ລະບອບເສດຖະກິດ; ໝວດທີ III ສິດ ແລະ
ພັນທະພື້ນຖານຂອງພົນລະເມືອງ; ໝວດທີ IV ສະພາແຫ່ງຊາດ; ໝວດທີ V
ປະທານປະເທດ; ໝວດທີ VI ລັດຖະບານ; ໝວດທີ VII
ການປົກຄອງທ້ອງຖິ່ນ; ໝວດທີ VIII ອົງການຕຸລາການ;
ໝວດທີ IX ພາສາ; ອັກສອນ, ເຄື່ອງໝາຍຍຊາດ, ທຸງຊາດ, ເພງຊາດ ແລະ
ນະຄອນຫຼວງ; ໝວດທີ X ບົດບັນຍັດສຸດທ້າຍ.
ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບທໍາອິດ ເປັນເວລາສິບສອງປິ
ພວກເຮົາໄດ້ຮັບຜົນສໍາເລັດ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ສູງພໍສົມຄວນ,
ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໝັ້ນທ່ຽງ,
ຊິວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ,
ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່
ໃຫ້ກ້າວເຂົ້າສູ່ລວງເລິກ ສະພາແຫ່ງຊາດ ຊຸດທີ V
ຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທໍາມະນູນ ສະບັບປັບປຸງ
ຢູ່ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະປະທານປະເທດ ແຫ່ງ ສປປ ລາວ
ໄດ້ອອກລັດຖະດຳລັດປະກາດໃຊ້ ໃນວັນທີ 28 ພຶດສະພາ 2003.
ລະຖະທໍາມະນູນ
ສະບັບປັບປຸງ ປີ 2003 ປະກອບມີ 11 ໝວດ 98 ມາດຕາ ໝວດທີ່ເພີ່ມເຂົ້າມາໃໝ່ ແມ່ນໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ
ໄດ້ປັບປຸງຊື່ຂອງໝວດທີ IX ຈາກຄໍາວ່າ “ອົງການຕຸລາການ” ໃນສະບັບກ່ອນ ມາເປັນຄໍາວ່າ “ສານປະຊາຊົນ ແລະ
ອົງການໄອຍະການປະຊາຊົນ” ( ໃນທາງວິຊາການ ຕຸລາການ
ແມ່ນມີພຽງແຕ່ສານເທົ່ານັ້ນ ມັນບໍ່ກວມເອົາໄອຍະການ.ດັ່ງນັ້ນ, ຊື່ໝວດນີ້
ເພື່ອໃຫ້ມັນກວມອົງການໄອຍະການນຳ ຈຶ່ງໄດ້ປ່ຽນຊື່ເອິ້ນຄືກ່າວຂ້າງເທິ່ງນີ້).
ການປັບປຸງລັດຖະທໍາມະນູນ ສະບັບປີ 2015 ແມ່ນ
ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ
ໃຫ້ເຂົ້າສູ່ວຽກງານຕົວຈິງ ເປັນຕົ້ນ ການປັບປຸງລະບົບອຳນາດແຫ່ງລັດ
ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີປະສິດທິພາບສູງ, ມີຄວາມເໝາະສົມກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ,
ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ການເຊື່ອມໂຍງກັບ
ພາກພື້ນ ແລະ ສາກົນ ໃນໄລຍະໃໝ່. ລັດຖະທຳມະນູນ ສະບັບປີ 2015 ປະກອບມີ 14 ໝວດ 199
ມາດຕາ. ໝວດທີ່ເພີ່ມເຂົ້າໃໝ່ ແມ່ນ ໝວດທີ VIII ສະພາປະຊາຊົນທ້ອງຖິ່ນ;
ໝວດທີ XI ການກວດສອບແຫ່ງລັດ ແລະ
ໝວດທີ XII ຄະນະກຳມະການເລືອກຕັ້ງ.
2.1
ຄວາມສຳຄັນ ແລະ
ຄວາມຈຳເປັນຂອງການຍົກສູງປະສິດທິພາບຂອງການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍ
ການຍົກສູງປະສິດທິພາບ ໃນການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ
ກົດໝາຍມີຄວາມໝາຍສຳຄັນຍິ່ງ ແລະ ທັງແມ່ນຄວາມຈຳເປັນ ພາວະວິໄສ
ໃນການສ້າງຄວາມໝັ້ນຄົງໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນ ຂອງພວກເຮົາຍ້ອນວ່າ:
- ຍຸກປະຈຸບັນ ແມ່ນຍຸກເຊື່ອມໂຍງສາກົນ ແລະ ພາກພື້ນ, ທຸກໆການພົວພັນສັງຄົມ
ເປັນຕົ້ນການພົວພັນດ້ານ ເສດຖະກິດ-ສັງຄົມ ລ້ວນແຕ່ຖືກຫັນເປັນກົດໝາຍ,
ເປັນນິຕິກຳໃຕ້ກົດໝາຍ ແລະ ເປັນມາດຕະຖານເຕັກນິກຢ່າງຮັດກຸມເຄັ່ງຄັດ; ຮັບປະກັນສິດ ແລະ
ຜົນປະໂຫຍດອັນຊອບທຳຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນ.
- ສຳລັບປະເທດເຮົາ ເຊິ່ງແມ່ນລັດປະຊາທິປະໄຕປະຊາຊົນ,
ອຳນາດທັງໝົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳ
ພາຂອງພັກປະຊາຊົນປະຕິວັດລາວຊຶ່ງເຮັດໃຫ້ພາລະບົດບາດໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ
ຮັບປະກັນພາໃຫ້ປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ,
ບັນຫາການຄຸ້ມຄອງລັດດ້ວຍກົດໝາຍ ຈຶ່ງເປັນບັນຫາສຳຄັນຮີບດ່ວນ ແລະ
ທັງແມ່ນຄວາມຈຳເປັນພາວະວິໄສ ເພື່ອສ້າງຄວາມ ໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ
ຂອງພວກເຮົາ. ນັບແຕ່ລັດໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີ ຫຼັກການ ໃນກອງປະຊຸມໃຫຍ່
ຄັ້ງທີ ( ປີ 1986 ) ເປັນຕົ້ນມາ, ພັກໄດ້ເອົາໃຈໃສ່ໃນການນຳພາ-ຊີ້ນຳ ລັດຄົ້ນຄວ້າຫັນ
ແນວທາງປ່ຽນແປງໃໝ່ຂອງພັກ ເປັນລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳ
ໃຕ້ກົດໝາຍຢ່າງເປັນລະບົບ ຊຶ່ງກົດໝາຍ ແລະ ນິຕິກຳ ເຫຼົ່ານັ້ນ
ໄດ້ກາຍເປັນເຄື່ອງມືອັນແຫຼມຄົມໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ.
ໃນປັດຈຸບັນນີ້, ຄວາມຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ,
ດັດສົມການພັດທະນາພື້ນຖານເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ແລະ ການເຊື່ອມໂຍງສາກົນ,
ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຍິ່ງ ເລັ່ງທວງໃຫ້ລັດເຮົາຕ້ອງສ້າງຄວາມເຂັ້ມແຂງ
ໃນການຄຸ້ມຄອງລັດດ້ວຍກົດໝາຍ ເພື່ອສ້າງຄວາມສາມາດ ແລະ
ຄວາມເປັນເຈົ້າການໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ແລະ ເຊືື່ອມໂຍງກັບສາກົນໃຫ້ມີປະສິດທິຜົນ.
2.2 ທັດສະນະຊີ້ນຳ ກ່ຽວກັບການຍົກສູງປະສິດທິພາບ ໃນການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍ ເພື່ອສ້າງຄວາມ ໝັ້ນຄົງໃຫ້ແກ່ລັດປະຊາ ທິປະໄຕປະຊາຊົນ
ການຍົກສູງປະສິດທິພາບ ໃນການຄຸ້ມຄອງລັດດ້ວຍກົດໝາຍ ເພື່ອສ້າງຄວາມ ໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ຕ້ອງຮັບປະກັນທັດສະນະຊີ້ນຳ ດັ່ງນີ້:
ໜຶ່ງ: ຮັບປະກັນ ພັກນໍາພາ ແລະ ກໍາອໍານາດຕາມກົດໝາຍ
- ພັກນຳພາຕາມກົດໝາຍ:
ໝາຍເຖິງພັກຕ້ອງເອົາໃຈໃສ່ຢ່າງແທດເຖິງຕົວຈິງ ໃນການນຳພາ-ຊີ້ນຳ ລັດໃຫ້
ຄົ້ນຄວ້າຫັນແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍດ້ານຕ່າງຂອງພັກເປັນກົດໝາຍ ແລະ ນິຕິກຳ
ໃຕ້ກົດໝາຍໃຫ້ ຖືກຕ້ອງ, ສອດຄ່ອງ, ຮັດກຸມ, ເປັນລະບົບຄົບຊຸດເທື່ອລະກ້າວ ແລະ
ສາມາດປະຕິບັດໄດ້ ໃນແຕ່ລະໄລຍະ.
- ພັກກຳອຳນາດຕາມກົດໝາຍ: ໝາຍເຖິງຄະນະພັກທຸກຂັ້ນ
ຕ້ອງກຳແໜ້ນກົດໝາຍ, ຮູ້ອີງໃສ່ກົດໝາຍ ເພື່ອຊີ້ນຳ ບັນດາອົງການອຳນາດລັດ
ກໍໍຄືລະບົບການເມືອງປະຊາທິປະໄຕປະຊາຊົນ ແລະ ທົ່ວສັງຄົມ ເຄືື່ອນໄຫວປະຕິບັດສິດ ແລະ
ໜ້າທີ່ຂອງຕົນຢ່າງຖືກຕ້ອງ, ຄົບຖ້ວນຕາມກົດໝາຍກຳນົດໃຫ້ມີປະສິດທິຜົນ ແລະ ເຂັ້ມງວດ.
- ພັກນຳພາ ແລະ ກຳອຳນາດຕາມກົດໝາຍ ແມ່ນປັດໄຈກົກ-ພື້ນຖານກວ່າໝູ່
ຮັບປະກັນການສ້າງຄວາມໝັ້ນຄົງໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນ
ເພື່ອກ້າວສູ່ສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ.
ສອງ: ຮັບປະກັນ
ສ້າງຄວາມໝັ້ນຄົງໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ
- ກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍ
ແມ່ນປັດໄຈໜຶ່ງທີ່ມີບົດບາດສຳຄັນຍິ່ງໃຫ້ແກ່ການສ້າງຄວາມໝັ້ນຄົງໃຫ້ແກ່ລະບອບປະຊາທິປະໄຕປະຊາຊົນ.
ການສ້າງກົດໝາຍ, ນິຕິກຳ ໃຕ້ກົດໝາຍຖືກຕ້ອງ, ສອດຄ່ອງ, ຮັດກຸມ ຫຼື ບໍ່, ການຈັດຕັ້ງປະຕິບັດກົດໝາຍ
ແລະ ນິຕິກຳ ໃຕ້ກົດໝາຍໄດ້ດີ ຫຼື ບໍ່ດີ, ເຂັ້ມງວດ, ສັກສິດ ຫຼື ບໍ່ ລ້ວນແຕ່ມີຜົນສະທ້ອນ
ດີ ຫຼື ບໍ່ດີຕໍ່ພັກນຳພາ, ພັກກຳອຳນາດ ແລະ
ຕໍ່ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນພວກເຮົາ.
- ການປົກຄອງລັດດ້ວຍກົດໝາຍແມ່ນການປົກຄອງທີ່ດີ, ກ້າວໜ້າ ແລະ
ວິທະຍາສາດໃນຍຸກໂລກາພິວັດ ແລະ ເຊື່ອມໂຍງສາກົນ, ບໍ່ວ່າລັດໃດກໍລ້ວນແຕ່ຖືສຳຄັນ ແລະ
ເອົາໃຈໃສ່ເປັນພິເສດ. ສະນັ້ນ, ໃນການປົກຄອງ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ,
ພວກເຮົາຕ້ອງຖືສຳຄັນບົດບາດຂອງກົດໝາຍ, ຮູ້ນຳໃຊ້ກົດໝາຍເປັນພາຫະນະຕົ້ນຕໍ
ເພື່ອດັດປັບການພົວພັນສັງຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນພື້ນຖານຂອງລັດ,
ຜົນປະໂຫຍດອັນ ຊອບທຳຂອງລວມໝູ່ ແລະ ພົນລະເມືອງລາວ, ຕ້ານ ແລະ
ສະກັດກັ້ນການລ່ວງລະເມີດກົດໝາຍ ແລະ ລະບຽບການ ຂອງລັດຢ່າງເຂັ້ມງວດ ແລະ ເດັດຂາດ.
ສາມ:
ເພີ່ມນິຕິທໍາ ໃຫ້ການຄຸ້ມຄອງ ແລະ ຍົກສູງປະສິດທິພາບໃນການຄຸ້ມຄອງລັດດ້ວຍກົດໝາຍ
- ເພີ່ມນິຕິທຳ ໃນການປົກຄອງ ແລະ
ຍົກສູງປະສິດທິພາບໃນການບໍລິຫານລັດດ້ວຍກົດໝາຍ ແມ່ນປັດໄຈ ສຳຄັນຕົ້ນຕໍ
ເຮັດໃຫ້ກາານຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ເຂັ້ມງວດ.
- ການບໍລິຫານລັດດ້ວຍກົດໝາຍມີປະສິດທິພາບ
ຈຶ່ງເຮັດໃຫ້ລັດເຂັ້ມແຂງ, ບັນດາອົງການອຳນາດລັດທຸກຂັ້ນ
ກໍຄືທຸກໆອົງການຈັດຕັັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນຕ້ອງເຄົາລົບ ແລະ
ປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ສັກສິດ, ບໍ່ອະນຸຍາດໃຫ້ອົງການຈັດຕັ້ງ ຫຼື
ບຸກຄົນໃດຢູ່ນອກ ຫຼື ເໜືອກົດໝາຍ, ຕ້ອງແກ້ໄຂແນວຄິດ-ທັດສະນະຖືເບົາກົດໝາຍ.
ສີ່:
ຮັບປະກັນຄວາມຍຸຕິທໍາ
- ພົນລະເມືອງທຸກຄົນລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ,
ບຸກຄົນໃດໄດ້ລະເມີດກົດໝາຍ, ລະບຽບການຂອງລັດ ກໍຕ້ອງຖືລົງໂທດຕາມກົດໝາຍຢ່າງເຂັ້ມງວດ ແລະ
ບຸກຄົນໃດບໍ່ໄດ້ລະເມີດກົດໝາຍ ແມ່ນເດັດຂາດ ບໍ່ຖືກລົງໂທດ.
- ລັດ ແລະ
ເຈົ້າໜ້າທີ່ລັດຕ້ອງສູ້ຊົນປະຕິບັດສິດ ແລະ ພັນທະຢ່າງຖືກຕ້ອງ ແລະ
ຄົບຖ້ວນຕໍ່ພົນລະເມືອງ ແລະ ພົນລະເມືອງກໍຕ້ອງປະຕິບັດສິດ ແລະ ພັນທະຕໍ່ລັດຢ່າງຖືກຕ້ອງ
ແລະ ຄົບຖ້ວນ. ໝາຍຄວາມວ່າ: ລັດ ແລະ ເຈົ້າ ໜ້າທີ່ລັດທຸກຄົນ
ຕ້ອງຮັບຜິດຊອບຕໍ່ການປະພຶດດີ ຫຼື ບໍ່ດີຂອງຕົນຕໍ່ພົນລະເມືອງ ແລະ ກົງກັນຂ້າມ
ພົນລະເມືອງກໍຕ້ອງຮັບຜິດຊອບຕໍ່ລັດເຊັ່ນດຽວກັນ.
ຫ້າ: ຮັບປະກັນການຄຸ້ມຄອງລວມສູນເປັນເອກະພາບ,
ແຕ່ມີການແບ່ງງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ
ລະບົບອໍານາດລັດຂອງພວກເຮົາ
ໄດ້ຮັບການສ້າງຕັ້ງຕາມຫຼັກການລວມສູນອໍານາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ
ພັກໜຶ່ງພັກດຽວເທົ່ານັ້ນ ແລະ ເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ. ສະນັ້ນ,
ການຄຸ້ມຄອງລັດດ້ວຍກົດໝາຍ ດ້ານໜຶ່ງຕ້ອງຮັບປະກັນຫຼັກການລວມສູນ
ເປັນເອກະພາບຕາມແນວທາງຂອງພັກ ແລະ ກົດໝາຍຂອງລັດ ແລະ
ອີກດ້ານໜຶ່ງແມ່ນຕ້ອງມີີການແບ່ງງານ, ແບ່ງຄວາມຮັບຜິດຊອບ ແລະ ທັງມີລະບອບປະສານສົມທົບ
ແລະ ກວດສອບເຊິ່ງກັນ ແລະ ກັນ ລະຫວ່າງບັນດາອົງການອຳນາດລັດດ້ວຍກັນໃຫ້ລະອຽດຈະແຈ້ງ
ເພື່ອຫຼີກລ້ຽງການຊ້ຳຊ້ອນ, ກ້າວກ່າຍສິດອຳນາດກັນ. ພ້ອມກັນນັ້ນ, ຕ້ອງປະຕິບັດທິດຊີ້ນຳ
3 ສ້າງ, ແບ່ງຂັ້ນຄຸ້ມຄອງໃຫ້ລະອຽດຈະແຈ້ງ, ປະຕິບັດຫຼັກການພົວພັນສາຍຕັ້ງ,
ສາຍຂວາງໃຫ້ກົມກຽວກັນ.
ຫົກ: ຮັບປະກັນສິດເປັນເຈົ້າຂອງປະຊາຊົນ.
ກົດໝາຍຂອງພວກເຮົາ ແມ່ນກົດໝາຍຂອງປະຊາຊົນ,
ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ສະນັ້ນ, ການຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ
ຕ້ອງເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນບັນດາເຜົ່າ ເຂົ້າຮ່ວມໃນການສ້າງ ແລະ
ປະຕິບັດກົດໝາຍ, ຕິດຕາມກວດກາການປະຕິບັດກົດໝາຍ ຂອງບັນດາອົງການອຳນາດລັດ ແລະ
ເຈົ້າໜ້າທີ່ລັດ, ເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍ ກາຍເປັນສິດ ແລະ
ພັນທະລວມຂອງທົ່ວປວງຊົນ.
ສັງລວມແລ້ວ, ການສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ແມ່ນຕ້ອງສ້າງໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ແລະ ຕ້ອງດຳເນີນໄປບົນພື້ນຖານຢືດໝັ້ນຫຼັກການທີ່ວ່າພັກນຳພາ ແລະ ກຳອຳນາດຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ.
2.3 ທິດທາງ,
ໜ້າທີ່ລວມໃນການຍົກສູງປະສິດທິພາບ
ໃນການຄຸ້ມຄອງລັດດ້ວຍກົດໝາຍເພື່ອສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ
ທິດທາງ, ໜ້າທີ່ລວມໃນການຍົກສູງປະສິດທິິພາບ ຂອງການຄຸ້ມຄອງລັດດ້ວຍກົດໝາຍໃນຊຸມປີຕໍ່ໜ້າ (2020 ) ແມ່ນຕ້ອງສຸມໃສ່ບາງບັນຫາດັ່ງນີ້:
- ສືບຕໍ່ຍູ້ແຮງ ແລະ ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດ
ໃຫ້ສາມາດປະຕິບັດບົດບາດຂອງຕົນໄດ້ຢ່າງເຕັມສ່ວນ ແລະ
ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ( 2015 ) ແລະ ກົດໝາຍ ສົມກັບຖານະເປັນອົງ
ການຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ,
ເປັນອົງການສູງສຸດແຫ່ງອຳນາດລັດ ທັງເປັນອົງການນິຕິບັນຍັດ,
ເປັນຕົ້ນແມ່ນການເພີ່ມທະວີພາລະບົດບາດຕິດຕາມກວດກາການເຄົາລົບ ແລະ
ປະຕິບັດລັດຖະທຳມະນູນ, ກົດໝາຍຂອງບັນດາອົງການອຳນາດລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
- ປັບປຸງລະບົບການປົກຄອງ-ບໍລິຫານລັດ ທັງຢູ່ສູນກາງ ແລະ
ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ, ກະທັດລັດ, ໂປ່ງໃສ, ໜັກແໜ້ນ ແລະ ສອດຄ່ອງກັບສະພາບຕົວຈິງ
ສາມາດຄຸ້ມຄອງລັດດ້ວຍກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ດ້ວຍການສ້າງ, ປັບປຸງກົດໝາຍ
ແລະ ລະບຽບການບໍລິຫານທີ່ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດວຽກງານຂອງລັດ,
ການເຄື່ອນໄຫວຂອງພາກທຸລະກິດ ແລະ ການບໍລິການປະຊາຊົນ; ປັບປຸງລະບົບການປົກຄອງ
ວຽກງງານພະນັກງານ-ລັດຖະກອນ ໃຫ້ມີປະສິດທິພາບ; ປັບປຸງກົນໄກລະບອບ-ລະບຽບການຄຸ້ມຄອງລັດ
ແລະ ຄຸ້ມຄອງສັງຄົມ ລວມທັງຄຸ້ມຄອງພົນລະເມືອງ ແລະ ອົງການຈັດຕັ້ງສັງຄົມ;
ນຳໃຊ້ເຕັກນິກ-ເຕັກໂນໂລຊີ ແລະ ປັບປຸງກົນໄກການປົກຄອງ-ບໍລິຫານ ໃຫ້ມີຄວາມທັນສະໄໝ ແລະ
ຄ່ອງຕົວ.
- ເອົາໃຈໃສ່ປັບປຸງຂະແໜງຍຸຕິທຳ ໃຫ້ມີການຫັນປ່ຽນໄປສູ່ຄຸນະພາບ
ແລະ ປະສິດທິຜົນສູງຂື້ນໂດຍເຮັດ ໃຫ້ຂົງເຂດຍຸຕິທຳ ໃຫ້ມີກົງຈັກການຈັດຕັ້ງທີ່ເຂັ້ມແຂງ
ແລະ ມີບຸກຄະລາກອນທີ່ມີຄວາມໜັກແໜ້ນທາງດ້ານການເມືອງ ແນວຄິດ, ກໍ່ສ້າງຖັນແຖວພະນັກງານຍຸຕິທຳ,
ນັກວິຊາການ, ນັກກົດໝາຍໃຫ້ເປັນມືອາຊີບ, ເປັນຜູ້ຊຳນານງານ ແລະ ຜູ້ຊ່ຽວຊານ
ທັງມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳ ປະຕິວັດໜັກແໜ້ນ; ປັບປຸງກົນໄກການສ້າງນິຕິກຳ
ໃຫ້ມີຄວາມຄ່ອງຕົວກວ່າເກົ່າ; ບຸລະນະກົນໄກການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
ແລະ ກົນໄກວຽກງານຍຸຕິທຳໃຫ້ ຖືກຕ້ອງ, ເຂັ້ມງວດ ແລະ ຮັບປະກັນຄວາມຍຸຕິທຳ
ຕາມທິດຮັບໃຊ້ປະຊາຊົນຢ່າງວ່ອງໄວ ແລະ ມີປະສິດທິພາບ; ເພີ່ມທະວີນິຕິທຳ
ເພື່ອເປັນພື້ນຖານຮັບປະກັນຄວາມຍຸຕິທຳ ແລະ ຄວາມສາມັກຄີປອງດອງຢູ່ໃນສັງຄົມ.
- ສືບຕໍ່ປັບປຸງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ
ໃຫ້ໜັກແໜ້ນເຂັ້ມແຂງເພື່ອແກ້ໄຂຄະດີ ໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ,
ເອົາໃຈໃສ່ເປັັນພິເສດຕໍ່ການພັດທະນາບຸກຄະລາກອນຂອງອົງກອນຂອງອົງການໄອຍະການ ແລະ
ສານປະຊາຊົນທາງດ້ານຈຳນວນ ແລະ ຄຸນນະພາບ,
ສ້າງໃຫ້ມີພື້ນຖານທາງດ້ານວັດຖຸເຕັກນິກທີ່ທັນສະໄໝ, ສາມາດປະຕິບັດພາລະບົດບາດ,
ໜ້າທີ່ໃນການປະຕິບັດກົດໝາຍໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທຳ.
ເອົາໃຈໃສ່ປັບປຸງບູລະນະລະບົບການຈັດຕັ້ງຂອງສານ ແລະ ອົງການໄອຍະການປະຊາຊົນ
ໃຫ້ເປັນລະບົບຄົບຊຸດ ແລະ ມີຄວາມເຂັ້ມແຂງ,
ໜັກແໜ້ນສົມຄູ່ກັບລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສາມາດເຊື່ອມໂຍງພາກພື້ນ
ແລະ ສາກົນໄດ້ຢ່າງເປັນເຈົ້າການ.
- ສືບຕໍ່ປັບປຸງອົງການກວດສອບແຫ່ງລັດ
ໃຫ້ສາມາດປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນຕາມກົດໝາຍ ເພື່ອຍົກສູງປະສິດທິຜົນຂອງການນຳ
ໃຊ້ງົບປະມານແຫ່ງລັດ ແລະ ຍົກສູງສະຕິເຄົາລົບວິໄນແຜນການ-ການເງິນ
ຂອງບັນດາຫົວໜ່ວຍງົບປະມານ; ເອົາໃຈໃສ່ພັດທະນາບຸກຄະລາກອນ, ນັກກວດສອບທັງທາງດ້ານປະລິມານ
ແລະ ຄຸນນະພາບ; ປັບປຸງລະບົບການຈັດຕັ້ງຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳ
ພາກໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ; ເອົາໃຈໃສ່ຕິດຕາມ, ຊຸກຍູ້ແກ້ໄຂຜົນຂອງການກວດສອບໃຫ້ທັນເວລາ
ແລະ ສັກສິດ.
+
ທິດທາງໜ້າທີ່ລວມ ແລະ ຄາດໝາຍໃຫຍ່ ສໍາລັບໄລຍະຮອດປີ 2030, 2025 ແລະ 2020.
ເມື່ອຮອດປີ
2025 ປະເທດເຮົາຈະເປັນປະເທດ ທີ່ມີລາຍຮັບປານກາງ, ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ຈະລື່ນປີ 2015 ຫຼາຍກວ່າ 2 ເທົ່າ,
ລະບອບການເມືອງປະຊາທິປະໄຕປະຊາຊົນ ມີຄວາມໜັກແໜ້ນ, ເຂັ້ມແຂງ; ລະບົບການປົກຄອງ ແລະ
ການຄຸ້ມຄອງບໍລິຫານລັດດ້ວຍກົດໝາຍ ມີຄວາມສັກສິດຕາມທິດເສີມ ສ້າງຄວາມສາມາດຂອງການຄຸ້ມຄອງມະຫາພາກ
ແລະ ການແບ່ງຂັ້ນຄຸ້ມຄອງໃຫ້ທ້ອງຖິ່ນຮາກຖານຫຼາຍຂື້ນກວ່າເກົ່າ.
ເມື່ອຮອດປີ 2030 ລັກສະນະລັດປະຊາທິປະໄຕປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນສະແດງອອກຢ່າງຈະແຈ້ງ, ລະບົບການປົກຄອງໄດ້ຮັບການບູລະນະໄປຕາມທິດເສີມສ້າງຄວາມສາມາດຂອງການຄຸ້ມຄອງມະຫາພາກຂອງສູນກາງ ແລະ ຄວາມເປັນເຈົ້າການຂອງທ້ອງຖິ່ນຮາກຖານ; ສິດທິຂອງພົນລະເມືອງມີການຮັບປະກັນດ້ວຍ ການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປືກແຜ່ນ, ສັງຄົມມີປະຊາທິປະໄຕ, ມີຄວາມຍຸຕິທຳ ແລະ ສີວິໄລ; ຊັບພະຍາກອນມະນຸດໄດ້ຮັບການພັດທະນາໃກ້ຄຽງກັບພາກພື້ນ ແລະ ສາກົນ, ເປັນກໍາລັງການຜະລິດທີ່ເຂັ້ມແຂງ, ຕອບສະໜອງໄດ້ຕາມຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຫຼາຍຂື້ນ; ເຊື່ອມໂຍງ ແລະ ເຊື່ອມຈອດຢ່າງກວ້າງຂວາງກັບພາກພື້ນ ແລະ ສາກົນ, ມີຄວາມສາມາດແກ່ງແຍ້ງແຂ່ງຂັນໃນດ້ານຕ່າງໆກັບພາຍນອກຫຼາຍຂື້ນ.
3. ສະຫຼຸບ
ລັດຖະທໍາມະນູນໄດ້ພັດທະນາມາຍາວນານໂດຍບໍ່ຢຸດຢັ້ງ ຕັ້ງແຕ່ຄຼິດສັກກະລາດ ແລະ ໄດ້ມີການປົກຄອງຫຼາຍຮູບແບບສິ່ງທີ່ສຳຄັນໄປກວ່ານັ້ນຄື ລັດຖະທຳມະນູນ ຕ້ອງເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ລັດຖະທຳມະນູນຍັງມີທັດສະນະທີ່ເປັນພື້ນຖານເຊິິ່ງມັນແຕກຕ່າງກັນໄປ ແລະ ພັດທະນາໄປຕາມການເວລາ ແລະ ລັດຖະທຳມະນູນສະບັບທຳອິດ ໄດ້ຜ່ານການຈັດຕັ້ງປະຕິບັດໃນໄລຍະເວລາ 12 ປີໄດ້ຮັບຜົນສຳລັດຫຼາຍຢ່າງ ເຊັ່ນ: ການຄຸ້ມຄອງລັດດີຂື້ນ, ຄຸ້ມຄອງເສດຖະກິດສັງຄົມ ສູງພໍສົມຄວນ, ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໝັ້ນທ່ຽງ ແລະ ອື່ນໆ.
ການຍົກສູງປະສິດທິພາບ ໃນການຄຸ້ມຄອງລັດດ້ວຍລັດຖະທໍາມະນູນ ແລະ ກົດໝາຍໄດມີແນວທາງການປ່ຽນແປງໃໝ່ຫຼາຍຮອບດ້ານກ້າວໜ້າທາງດ້ານການຄຸ້ມຄອງ ການເຊື່ອມໂຍງສາກົນ ໄດ້ມີການເຂົ້າຮ່ວມໃນຫຼາຍໆດ້ານກັບອາຊຽນ.
ความคิดเห็น
แสดงความคิดเห็น