ບາງແນວທາງການວິເຄາະຂໍ້ມູນແບບຄຸນນະພາບ
ໃນທາງສັງຄົມ
ອຈ.ປອ.ປັນຍາສັກ ແສງອ່ອນແກ້ວ
ການວິເຄາະຂໍ້ມູນອີກວິທີໜື່ງ
ຄືການວິເຄາະຂໍ້ມູນທາງດ້ານຄຸນນະພາບ ໂດຍຂໍ້ມູນທີ່ເກັບສັງລວມມາໄດ້ແບບ ຄຸນນະພາບ ຫຼື ຂໍ້ມູນທີ່ສາມາດນຳມາວິເຄາະທາງຄຸນນະພາບ
ເນື່ອງຈາກການຄົ້ນຄວ້າວິໄຈທາງຄຸນນະພາບມີເຕັກນິກວິ ທີການສະເພາະ ແລະ ຂື້ນຢູ່ກັບເນື້ອໃນແຕ່ລະເລື່ອງ
ດັ່ງນັ້ນ, ວິທີການວິເຄາະຂໍ້ມູນຈຶ່ງມີລັກສະນະວິທີການແຕກ ຕ່າງກັນໄປ ເຊັ່ນ: ການວິເຄາະຂໍ້ມູນຈາກການສຶກສາຢູ່ຊູມຊົນ,
ຈາກເລື່ອງເລົ່າຂອງປະຊາຊົນ, ຈາກຂໍ້ມູນທາງປະຫວັດ ສາດ ແລະ ອື່ນໆ ນອກຈາກນີ້ບາງເລື່ອງການວິເຄາະຂໍ້ມູນແບບຄຸນນະພາບຍັງກ່ຽວຂ້ອງກັບການວິເຄາະທາງສະຖິຕິ,
ບາງຄັ້ງຍັງນຳຂໍ້ມູນປະມວນຜົນທີ່ເປັນຕົວເລກແລ້ວສະແດງຂໍ້ມູນອອກມາເປັນລັກສະນະຄຸນນະພາບໃນຮູບແບບຕ່າງໆ
ເຊັ່ນວ່າ: ຮູບວົງມົນ, ແຜນພາບ ແລະ ອື່ນໆ ໃນນີ້ຈະຂໍນຳສະເໜີບາງແນວທາງໃນການວິເຄາະຂໍ້ມູນແບບຄຸນນະພາບ
ໃນທາງສັງຄົມບາງ.
1. ຄວາມໝາຍ ແລະ ຂະບວນການວິເຄາະຂໍ້ມູນແບບຄຸນນະພາບ
ການວິເຄາະຂໍ້ມູນແບບຄຸນນະພາບ ໝາຍເຖິງ ຂະບວນການແຍກແຍະ, ການຕີຄວາມໝາຍ, ການປຽບທຽບ, ການຫາຄວາມສຳພັນ ຫຼື ການພົວພັນກ່ຽວກັບປະກົດການ, ການຫາແບບແຜນ, ການອະທິບາຍ ແລະ ການສະຫຼຸບກ່ຽວ ກັບກິດຈະກຳ ຫຼື ພຶດຕິກຳ ຫຼື ປະກົດການທີ່ນັກຄົ້ນຄວ້າໄດ້ສຶກສາວິເຄາະຂໍ້ມູນທາງຄຸນນະພາບທີ່ມີລັກສະນະທີພິເສດ ແຕກຕ່າງກັບການວິເຄາະຂໍ້ມູນແບບປະລິມານທີ່ມີຂັ້ນຕອນ, ແຍກຫຼາຍຂັ້ນຕອນຕັ້ງແຕ່ການລົງລະຫັດຈົນໄປເຖິງການ ໃຫ້ຄອມພິວເຕີກຳນົດການໃຊ້ຄ່າສະຖິຕິໃນການວິເຄາະຂໍ້ມູນ. ແຕ່ຂະບວນການວິເຄາະຂໍ້ມູນແບບຄຸນນະພາບນັ້ນມີຂະ ບວນການການວິເຄາະຂໍ້ມູນໃນລັກສະນະຕໍ່ເນື່ອງ. ນັກຄົ້ນຄວ້າເປັນຜູ້ວິເຄາະໄດ້ດີທີ່ສຸດ ເພາະໄດ້ອາໄສຢູ່ໃນຊຸມຊົນ ຫຼື ກຸ່ມທີ່ສຶກສາເປັນໄລຍະເວລາດົນນານ, ມີການວິເຄາະຂໍ້ມູນຕະຫຼອດເວລາຈົນໄປຮອດການສະຫຼຸບແຕ່ລະກິດຈະກຳ ຫຼື ເລື່ອງທີ່ສຶກສາ ອາດຈະໃຊ້ເວລາພໍສົມຄວນ, ອາດຈະມີຄຳຖາມ, ການປະມວນຜົນການວິເຄາະ ແລະ ສະຫຼຸບ ຖ້າຫາກ ເຫັນວ່າການສະຫຼຸບນັ້ນຍັງບໍ່ທັນແນ່ໃຈກໍ່ຈະຕັ້ງຄຳຖາມ, ປະມວນຜົນ, ວິເຄາະ ແລະ ສະຫຼຸບ ໄປເລື້ອຍໆ ຢ່າງຕໍ່ເນື່ອງ ດັ່ງໃນຮູບພາບລຸ່ມນີ້:
2.
ເຕັກນິກການວິເຄາະຂໍ້ມູນແບບຄຸນນະພາບ
2.1
ການກຳນົດແນວຄິດໃນການວິເຄາະຂໍ້ມູນ
ລັອບແລນ
(Lofland) ໄດ້ກ່າວເຖິງ ສິ່ງທີ່ສັງເກດການອາດແຍກໄດ້ 6 ປະເພດ ຄື:
1) ການປະຕິບັດ (acts) ເປັນເຫດການ ຫຼື ສະຖານະການ ຫຼື ພຶດຕິກຳທີ່ເກີດຂື້ນໃນຊ່ວງໄລຍະເວລາໃດໜື່ງ ແລະ ບໍ່ຕໍ່ເນື່ອງ.
2) ກິດຈະກຳ (activities) ເປັນເຫດການ ຫຼື ສະຖານະການ ຫຼື ຮີດຄອງປະເພນີ ແລະ ພິທີກຳທີ່ເກີດ ຂື້ນໃນລັກສະນະທີ່ຕໍ່ເນື່ອງ
ແລະ ມີຄວາມສຳພັນກັບບຸກຄົນບາງຄົນ ຫຼື ບາງກຸ່ມ.
3) ຄວາມໝາຍ (meaning) ເປັນເລື່ອງທີ່ບຸກຄົນອະທິບາຍໃຫ້ຄວາມໝາຍກ່ຽວກັບການກະທຳ
ຫຼື ກິດຈະກຳໃນລັກສະນະທີ່ກຽວຂ້ອງກັບທັດສະນະແນວຄວາມຄິດ, ຄວາມເຊື່ອ,
ຄ່ານິຍົມ ແລະ ບັນທັດຖານ.
4) ການພົວພັນ
(relationship) ເປັນເລື່ອງກ່ຽວກັບການພົວພັນລະຫວ່າງບຸກຄົນຫຼາຍຄົນໃນສັງຄົມທີ່
ສຶກສາ, ອາດຈະໄດ້ຮັບຄວາມຮ່ວມມື ຫຼື ມີຂໍ້ຂັດແຍ້ງກັນ.
5) ການມີສ່ວນຮ່ວມ (participation) ເປັນການເຂົ້າຮ່ວມກິດຈະກຳ ຫຼື ການປັບຕົວຂອງບຸກຄົນໃນສະ ຖານະການ ຫຼື
ເຫດການທີ່ເກີດຂື້ນ.
6) ສະພາບສັງຄົມ ເປັນສະຖານະການ ຫຼື ກິດຈະກຳທີ່ໄດ້ເຮັດການສຶກສາທີ່ຕ້ອງສຶກສາທັງໝົດຊຸມຊົນ.
ນັກຄົ້ນຄວ້າທາງຄຸນນະພາບ ມັກນິຍົມໃຊ້ແນວຄິດການສັງເກດການ
6 ປະເພດ ເປັນຂອບເຂດໃນການວິ
ເຄາະຂໍ້ມູນ ເພາະຈະເຮັດໃຫ້ເຂົ້າໃຈກິດຈະກຳ ຫຼື ພຶດຕິກຳເປັນຢ່າງດີ, ອາດຖືໄກ້ວ່າເປັນແນວທາງທີ່ນັກຄົ້ນຄວ້າສາມາດ
ວິເຄາະປາກົດການທີ່ຕ້ອງສຶກສາ ເຊິ່ງເປັນການກວດສອບຜົນການວິເຄາະຂໍ້ມູນ ເຊັ່ນ: ສິ່ງທີ່ນັກຄົ້ນຄວ້າສັງເກດການນັ້ນ
ເປັນການກະທຳເກີດຂື້ນໃນໄລຍະເວລາໜື່ງຫຼືບໍ່? ມີກິດຈະກຳທີ່ເປັນຮີດຄອງປະເພນີຫຼືບໍ່? ໃນກິດຈະກຳຕ່າງໆ
ມີຄວາມໝາຍແນວໃດ? ມີການພົວພັນກັນກັບບຸກຄົນຫຼືບໍ່? ການເຂົ້າໄປມີສ່ວນຮ່ວມຂອງບຸກຄົນໃນກິດຈະກຳເປັນໄປ
ຄືແນວໃດ ແລະ ການສຶກສາສະພາບສັງຄົມຄວນເປັນການສຶກສາທັງໝົດຊຸມຊົນ ເພາະຈະໄດ້ຮັບຮູ້ຂໍ້ມູນຈາກຊຸມຊົນ
ນັ້ນຢ່າງແທ້ຈິງ.
2.2
ການກຳນົດແນວທາງຂອງທິດສະດີໃນການວິເຄາະຂໍ້ມູນ
ໂດຍທົ່ວໄປການຄົ້ນຄວ້າແບບຄຸນນະພາບ ມັກຈະບໍ່ນິຍົມນຳທິດສະດີມາວິເຄາະຂໍ້ມູນ
ຫຼື ແມ່ນການ ກຳນົດທິດສະດີໄວ້ແລ້ວຈຶ່ງດຳເນີນການເກັບກຳຂໍ້ມູນ, ໃນນີ້ແນວທາງຂອງທິດສະດີໃນການວິເຄາະຂໍ້ມູນບໍ່ໄດ້ເນັ້ນ
ສະເພາະແຕ່ການໃຊ້ທິດສະດີໃນການວິເຄາະຂໍ້ມູນ ແຕ່ທິດສະດີຈະຢູ່ເບື້ອງຫຼັງເປັນຂອບເຂດແນວຄວາມຄິດໃນ
ການວິເຄາະ ແລະ ແປຄວາມໝາຍຂໍ້ມູນ ແລະ ມີລັກສະນະຂອງຄວາມຍືດຫຍຸ່ນ ໂດຍນັກຄົ້ນຄວ້າຈະພິຈາລະນາ
ຂໍ້ມູນເປັນສຳຄັນ ເນື່ອງຈາກ ທິດສະດີບໍ່ສາມາດອະທິບາຍພຶດຕິກຳທີ່ເກີດຂື້ນໄດ້ທັງໝົດ, ຈຶ່ງເປັນລັກສະນະທີ່ຜູ້
ຄົ້ນຄວ້າຕ້ອງພະຍາຍາມຄົ້ນຫາຄວາມຮູ້ໃໝ່ໆ ຈາກການວິເຄາະຂໍ້ມູນ ທິດສະດີຈຶ່ງເປັນພຽງແນວທາງ
ຫຼື ເປັນການ ຊ່ວຍເຫຼືອ ຫຼື ສະເໜີແນະນຳ ເພື່ອໃຫ້ເກີດຄວາມຊັດເຈນຂອງຂໍ້ມູນ. ນອກຈາກນັ້ນແນວທາງຂອງທິດສະດີທີ່ນັກຄົ້ນ
ຄວ້າໃຊ້ມັກຈະແຕກຕ່າງກັນໄປ ຕາມການສຶກສາ ແລະ ຄວາມຖະນັກຂອງຜູ້ຄົ້ນຄວ້າອີກຕື່ມດ້ວຍ.
2.3
ການວິເຄາະຂໍ້ມູນຈາກທັດສະນະແນວຄິດຂອງຄົນພາຍໃນ
ການຄົ້ນຄວ້າແບບຄຸນນະພາບ ເນັ້ນໃນເລື່ອງການສຶກສາທັດສະນະຄະຕິ,
ຄວາມຄິດເຫັນ, ຄ່ານິຍົມຂອງ ບຸກຄົນພາຍໃນຊຸມຊົນ ຫຼື ກຸ່ມຄົນ. ໂດຍນັກຄົ້ນຄວ້າຈະເປັນຜູ້ຮັບຮູ້ຂໍ້ມູນ
ເພື່ອໃຫ້ບຸກຄົນພາຍໃນຊຸມຊົນວິເຄາະ ແລະ ຕີຄວາມໝາຍ, ນັກຄົ້ນຄວ້າເປັນພຽງການປະມວນຜົນ ແລະ
ສະຫຼຸບຜົນການສຶກສາ ກໍ່ອາດຖືວ່າເປັນການວິເຄາະຂໍ້ມູນ ຈາກທັດສະນະຂອງຄົນພາຍໃນ. ເລື່ອງການວິເຄາະນີ້ມີຄວາມສຳຄັນຫຼາຍຕໍ່ການຄົ້ນຄວ້າທາງຄຸນນະພາບ,
ນັກຄົ້ນຄວ້າ ຕ້ອງມີຄວາມຮູ້ຄວາມສາມາດທີ່ຈະເຮັດແນວໃດໃຫ້ບຸກຄົນໃນຊຸມຊົນໄດ້ບອກເຖິງຂໍ້ເທັດຈິງຫຼາຍທີ່ສຸດ
ໂດຍບໍ່ອາດທີ່ ຈະປິດບັງ, ນັກຄົ້ນຄວ້າຈຶ່ງຕ້ອງອາໄສຢູ່ໃນຊຸມຊົນເພື່ອເຂົ້າໄປສັງເກດການເປັນໄລຍະເວລາໃດໜື່ງ
ຫຼື ດົນນານ ຈຶ່ງຈະ ໃຫ້ຂໍ້ມູນທີ່ນັກຄົ້ນຄວ້າໄດ້ຮັບນັ້ນເປັນຂໍ້ມູນໃນທັດສະນະຂອງຄົນໃນຢ່າງແທ້ຈິງ.
2.4 ການຮ່ວມກັນວິເຄາະຂໍ້ມູນລະຫວ່າງນັກຄົ້ນຄວ້າ
ແລະ ຜູ້ຖືກຄົ້ນຄວ້າ
ການຄົ້ນຄວ້າແບບຄຸນນະພາບ ໄດ້ມີການພັດທະນາໄປຫຼາຍ
ໂດຍສະເພາະການຄົ້ນຄວ້າລັກສະນະການ ຕິດຕາມປະເມີນຜົນງານການພັດທະນາ ເຊິ່ງຕ້ອງອາໄສເຕັກນິກວິທີການຄົ້ນຄວ້າແບບມີສ່ວນຮ່ວມລະຫວ່າງນັກຄົ້ນ
ຄວ້າ ແລະ ຜູ້ຖືກຄົ້ນ ຄວ້າວິໄຈ. ໂດຍຜູ້ຖືກຄົ້ນຄວ້າ ຫຼື ປະຊາຊົນ…ຈະຊ່ວຍກັນວິເຄາະຂໍ້ມູນ,
ສະຫຼຸບຜົນການ ຄົ້ນຄວ້າ, ອາດກ່າວໄດ້ວ່າ ເປັນການຄົ້ນຄວ້າທີ່ຜູ້ຖືກຄົ້ນຄວ້າໄດ້ຮັບຂໍ້ມູນທັນທີ
ແລະ ສາມາດນຳຜົນການຄົ້ນຄວ້າ ໄປໃຊ້ໃຫ້ເກີດປະໂຫຍດໄດ້.
3. ການວິເຄາະຂໍ້ມູນແບບຄຸນນະພາບດ້ວຍກຣາບ (graph)
3.1
ການນຳສະເໜີກຣາບສຳລັບຂໍ້ມູນທາງຄຸນນະພາບເປັນແບບວົງມົນ
ການນຳສະເໜີຂໍ້ມູນໃນຮູບແບບຂອງວົງມົນ
(circle chart ຫຼື pie chart)
ນີ້ເປັນແບບທີ່ນິຍົມໃຊ້ກັນ ທົ່ວໄປ ໂດຍຫຼັກການທີ່ຈະແນະນຳວິທີການນຳຂໍ້ມູນມາເປັນຮູບວົງມົນ
ມີດັ່ງນີ້:
1)
ພະຍາຍາມທີ່ຈະຮວບຮວມຂໍ້ມູນເປັນປະເພດຕ່າງໆ ແຕ່ຢ່າໃຫ້ຫຼາຍປະເພດ ເພາະວ່າການເຮັດເປັນ ແບບວົງມົນນັ້ນຍາກ
ແລະ ການແປຄວາມໝາຍກໍ່ລຳບາກ.
2)
ການຄຳນວນອົງສາຈາກສ່ວນຮ້ອຍ.
3)
ຫຼັງຈາກຄຳນວນຂໍ້ມູນຕ່າງໆ ສຳເລັດແລ້ວ ນຳຂໍ້ມູນລົງໃນຮູບວົງມົນຕາມອົງສາທີ່ໄດ້ໃນແຕ່ລະປະເພດ
ໂດຍໃຫ້ລຽງລຳດັບຂອງອົງສາ.
4)
ພະຍາຍາມຫຼີກຫຼ່ຽງການສະເໜີເປັນຮູບວົງມົນສຳລັບການປຽບທຽບຈຳນວນແຕ່ລະປະເພດ, ເນື່ອງ ຈາກການສະເໜີແບບນີ້ມີຄວາມຫຍຸ້ງຍາກທີ່ຈະແປຄວາມໝາຍ
ການສະໜີຂໍ້ມູນເປັນວົງມົນນີ້ເໝາະສຳລັບຂໍ້ມູນທີ່ເປັນ (Nominal
Scale)…
3.2
ການນຳສະເໜີກຣາບສຳລັບຂໍ້ມູນທາງຄຸນນະພາບເປັນແບບ Chart
ການນຳສະເໜີຂໍ້ມູນແບບ (bar graph ຫຼື bar chart) ນີ້ສະເໜີເປັນແນວຕັ້ງ
ຫຼື ແນວນອນກໍ່ໄດ້ ແຕ່ສ່ວນຫຼາຍຈະເປັນແນວຕັ້ງ ໂດຍຫຼັກການໃນການສ້າງເປັນແບບເສັ້ນສະແດງແບບຕັ້ງມີດັ່ງນີ້:
1)
ຂຽນຄວາມຖີ່ໃນແນວຕັ້ງ, ຕົວແປໃຫ້ກຳນົດຢູ່ແຖວແນວນອນ ແລະ ຂຽນກຳກັບລັກສະນະແຕ່ລະ ແທ່ງວ່າເປັນເລື່ອງກ່ຽວກັບຫຍັງ.
2)
ຄວາມສູງຂອງ (ທ່ອນຕັ້ງ) ຕ້ອງໄດ້ສັດສ່ວນກັບຂະໜາດຂອງຕົວເລກທີ່ຕ້ອງການນຳສະເໜີ.
3)
ຄວາມກວ້າງຂອງແຕ່ລະເສັ້ນສະແດງ (ທ່ອນຕັ້ງ) ຕ້ອງເທົ່ານັ້ນ.
4)
ໄລຍະຫ່າງແຕ່ລະເສັ້ນສະແດງ (ທ່ອນຕັ້ງ) ຕ້ອງເທົ່າກັນ.
ບາງຄັ້ງການນຳສະເໜີແບບເສັ້ນສະແດງແນວຕັ້ງ (ທ່ອນຕັ້ງ)
ອາດຈະຕ້ອງມີການລະບາຍສີເປັນການ ປຽບທຽບກໍ່ໄດ້ເຊັນກັນ.
3.3
ການນຳສະເໜີກຣາບສຳລັບຂໍ້ມູນທາງຄຸນນະພາບເປັນແບບແຜນທີ່ທາງສະຖິຕິ
ການນຳສະເໜີແບບແຜນທີ່ທາງສະຖິຕິ
(statistical map) ເໝາະກັບຂໍ້ມູນທີ່ເປັນຄຸນນະພາບ
ແລະ ຂໍ້ມູນນີ້ສະແດງໃນດ້ານຂອງພູມີສາດ, ຕົວແປທີ່ສາມາດສະແດງໃນຮູບແບບນີ້ໄດ້ແກ່: ລາຍໄດ້,
ອັດຕາສ່ວນທາງເພດ, ການແຕ່ງງານ, ອັດຕາການຢ່າຮ້າງ, ອັດຕາສ່ວນຂອງອາດຊະຍາກຳ… ເປັນຕົ້ນ. ຫຼັກໃນການເຮັດແຜນທີ່ທາງສະຖິຕິ ມີດັ່ງນີ້:
1) ເລືອກແຜນທີ່ທີ່ມີຂະໜາດພໍເໝາະທີ່ຜູ້ອ່ານຈະເຫັນໄດ້ຢ່າງຊັດເຈນ.
2)
ເລືອກໃຊ້ສີຕ່າງໆ ທີ່ບົງບອກຄວາມເຂັ້ມແທນຄວາມໝາຍຂອງແຕ່ລະເລື່ອງ ເຊັ່ນວ່າ: ສີແດງເຂັ້ມແທນ
ລາຍໄດ້ຫຼາຍກວ່າ 1.500.000
ກີບ, ສີແດງອ່ອນແທນລາຍໄດ້ຕໍ່າກວ່າ 1.500.000 ກີບ ເປັນຕົ້ນ.
4. ການວິເຄາະຂໍ້ມູນແບບລັກສະນະການບັນລະຍາຍ
ເມື່ອນັກຄົ້ນຄວ້າທາງຄຸນນະພາບ
ຈະຕ້ອງມີການວິເຄາະຂໍ້ມູນແບບຄຸນນະພາບ ອີກຮູບແບບໜື່ງຄື: ການວິເຄາະ ຂໍ້ມູນເຊິ່ງບັນລະຍາຍ
ຫຼື ແບບພັນລະນາ, ນັກຄົ້ນຄວ້າເມື່ອໄດ້ເຂົ້າໄປຢູ່ໃນຊຸມຊົນຢ່າງມີສ່ວນຮ່ວມແບບໃກ້ຊິດ, ການປະມວນຜົນຂໍ້ມູນກັບການວິເຄາະຂໍ້ມູນມັກຈະເກີດຂື້ນຢູ່ຕະຫຼອດເວລາ
ຈົນມີຄວາມເຊື່ອໝັ້ນໃນຂໍ້ມູນ, ຢ່າງໜ້ອຍທີ່ສຸດຂໍ້ມູນທີ່ໄດ້ມີການວິເຄາະຈະເປັນໄປໃນລັກສະນະຂອງຂໍ້ມູນແບບບັນລະຍາຍ
ຫຼື ແບບພັນລະນາ.
5. ການວິເຄາະຂໍ້ມູນແບບການອະທິບາຍ
ການວິເຄາະຂໍ້ມູນແບບການອະທິບາຍຂອງນັກຄົ້ນຄວ້າທາງຄຸນນະພາບ
ເປັນການວິເຄາະຂໍ້ມູນທີ່ຕ້ອງການ ຫາສາເຫດມາອະທິບາຍພຶດຕິກຳ ຫຼື ການພົວພັນຂອງສະມາຊິກທີ່ເກີດຂື້ນໃນສັງຄົມ,
ເປັນການອະທິບາຍເຫດ ແລະ ຜົນ, ການພົວພັນຕ່າງໆທາງສັງຄົມທີ່ນັກຄົ້ນຄວ້າໄດ້ສຶກສາ ຫຼື ສົນໃຈສຶກສາ,
ການອະທິບາຍມັກຈະຕ້ອງອາໄສຄວາມ ຄິດພື້ນຖານ ຫຼື ທິດສະດີພື້ນຖານມາອະທິບາຍຂໍ້ມູນຕ່າງໆ ທີ່ໄດ້ປະມວນມາວິເຄາະ,
ຈຶ່ງເຮັດໃຫ້ເຂົ້າໃຈຂໍ້ມູນຕ່າງໆ ໄດ້ເປັນຢ່າງດີ.
6. ການວິເຄາະຂໍ້ມູນແບບປຽບທຽບ
ການວິເຄາະຂໍ້ມູນແບບປຽບທຽບ ຈະເນັ້ນການສຶກສາປຽບທຽບໃນການວິເຄາະຂໍ້ມູນ ເນື່ອງຈາກການປຽບທຽບ ຈະໄດ້ຮູ້ເຖິງສິ່ງທີ່ຄືກັນ ແລະ ແຕກຕ່າງກັນ ໂດຍພະຍາຍາມຫາສາເຫດໃນສິ່ງທີ່ຕ້ອງການປຽບທຽບນັ້ນ. ຕາມຫຼັກຂອງ ການປຽບທຽບຕ້ອງອາໄສຂໍ້ມູນຕ່າງໆ ທີ່ມີພື້ນຖານຄືກັນ ຫຼື ຄ້າຍຄືກັນ. ນັກຄົ້ນຄວ້າທາງຄຸນນະພາບມັກນິຍົມໃຊ້ການ ວິເຄາະຂໍ້ມູນປຽບທຽບລັກສະນະນີ້ເຊັນກັນ.
7. ການວິເຄາະຂໍ້ມູນໂດຍການສ້າງເປັນແບບສະຫຼຸບ
ຫຼື ຕາຕະລາງສະຫຼຸບປະເດັນ
ການວິເຄາະຂໍ້ມູນຂອງນັກຄົ້ນຄວ້າທາງດ້ານຄຸນນະພາບອີກວິທີໜື່ງ ໄດ້ແກ່ ການວິເຄາະຂໍ້ມູນໂດຍການສ້າງເປັນ ແບບສະຫຼຸບ ຫຼື ຕາຕະລາງສະຫຼຸບ ເພື່ອໃຫ້ຜູ້ອ່ານສາມາດເຂົ້າໃຈຂໍ້ມູນຫຼາຍຍິ່ງຂື້ນ, ການສະຫຼຸບອາດຈະສະຫຼຸບໃນ ເລື່ອງທີ່ສຶກສາ ຫຼື ອາດສະຫຼຸບປຽບທຽບກ່ຽວກັບເລື່ອງຕ່າງໆ ເປັນຕົ້ນ.
ການວິເຄາະຂໍ້ມູນແບບຄຸນນະພາບໃນທາງສັງຄົມ ສາມາດຂຽນສະຫຼຸບໄດ້ ດັ່ງນີ້:
ความคิดเห็น
แสดงความคิดเห็น