ກົດເລືອກອ່ານແຕ່ລະໝວດໝູ່

แสดงเพิ่มเติม

ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ຈາກການລະບາດ ຂອງພະຍາດໂຄວິດ-19

ໂດຍ: ປັນຍາສັກ ແສງອ່ອນແກ້ວ

 ບົດຄົ້ນຄວ້າວິທະຍາສາດ
ຫົວຂໍ້: ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ
ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ຈາກການລະບາດ ຂອງພະຍາດໂຄວິດ-19

ທີມງານຄົ້ນຄວ້າ

               ອຈ.ປອ. ສົມເດດ ແກ້ວວົງສັກ                          ຄະນະນິຕິສາດ ແລະ ລັດຖະສາດ
               ອຈ.ປອ. ປັນຍາສັກ ແສງອ່ອນແກ້ວ                     ຄະນະນິຕິສາດ ແລະ ລັດຖະສາດ
               ຊອ.ປທ. ນາງ ແກ້ວສະພອນ ກຸນນະວົງສາ              ຄະນະນິຕິສາດ ແລະ ລັດຖະສາດ

ບົດຄົ້ນຄວ້ານີ້ໄດ້ຮັບທຶນສະໜັບສະໜູນຈາກສູນຄົ້ນຄວ້າອາຊີ (KFAS)
ມະຫາວິທະຍາໄລແຫ່ງຊາດ
ນະຄອນຫຼວງວຽງຈັນ
2023



ບົດຄັດຫຍໍ້

          ການຄົ້ນຄວ້າ ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ຈາກການລະບາດຂອງພະຍາດໂຄວິດ-19. ມີຈຸດປະສົງ: 1) ເພື່ອສຶກສາເຖິງຂໍ້ຫຍຸ້ງຍາກ ແລະ ການປັບຕົວ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ; 2) ສຶກສາເຖິງປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ 3) ທັກສະທີ່ຈຳເປັນຂອງ ພະນັກງານ-ລັດຖະກອນ ເພື່ອເປັນແນວທາງການປະຕິບັດວຽກງານຢ່າງມີຄຸນນະພາບພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່. ເປັນການຄົ້ນຄວ້າທັງແບບຄຸນນະພາບ ແລະ ປະລິມານ ໂດຍການສຳພາດປະຊາກອນຕົວຢ່າງທີ່ເປັນຜູ້ບໍລິຫານຂັ້ນຮອງກົມໃນຂົງເຂດອົງການບໍລິຫານ, ອົງການຕຸລາການ ແລະ ອົງການນິຕິບັນຍັດ ຈຳນວນ 6 ຄົນ ແລະ ເກັບຂໍ້ມູນດ້ວຍແບບສອບຖາມຈາກກຸ່ມຕົວຢ່າງຈຳນວນ 394 ຄົນ ທີ່ປະຈຳການຢູ່ອົງການລັດຂັ້ນສູນກາງ, ບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ. ໃຊ້ການວິເຄາະຂໍ້ມູນແບບພັນລະນາ ສ່ວນຂໍ້ມູນທີ່ໄດ້ຈາກແບບສອບຖາມວິເຄາະໂດຍໂປແກຼມສໍາເລັດຮູບທາງສະຖິຕິ, ຫາຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ ແລ້ວນຳມາສະຫຼຸບປະເດັ່ນສຳຄັນ, ຂຽນລາຍງານສະຫຼຸບຜົນການຄົ້ນຄວ້າ ແລະ ນຳສະເໜີຂໍ້ມູນໃນຮູບແບບລຽງຄວາມຕາມວັດຖຸປະສົງ ຜົນການຄົ້ນຄວ້າ ພົບວ່າ:

          1)  ສະພາບຂໍ້ຫຍຸ້ງຍາກ ແລະ ການປັບຕົວການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບ ໃນ 4 ດ້ານ ເຫັນວ່າ: 1.1 ດ້ານຄວາມຮັບຮູ້ ຕໍ່ວິຖີຊີວິດປົກກະຕິແບບໃໝ່ ຢູ່ໃນລະດັບຫຼາຍ; 1.2 ດ້ານສະພາບບັນຫາແມ່ນພົບຂໍ້ຫຍຸ້ງຍາກ ເຊັ່ນ: ຄ່າໃຊ້ຈ່າຍ, ຄວາມພ້ອມດ້ານລະບົບການສື່ສານ, ການນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນຕ່າງໆ; 1.3 ສ່ວນດ້ານການປັບຕົວ ແລະ ຮູບແບບຂອງການປັບຕົວ ແມ່ນຢູ່ໃນລະດັບປານກາງ ແລະ 1.4 ດ້ານຜົນສຳເລັດຂອງ ພະນັກງານ-ລັດຖະກອນ ຈາກການປະຕິບັດວຽກງານຜ່ານມາ ກໍຢູ່ໃນລະດັບປານກາງ. 2) ສຳລັບປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະ ກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ມີປັດໄຈຢູ່ 3 ດ້ານສຳຄັນຄື: 2.1 ປັດໄຈດ້ານຄຸນລັກສະນະສ່ວນຕົວຂອງພະນັກງານ; 2.2 ປັດໄຈດ້ານເຕັກໂນໂລຊີ ແລະ ອຸປະກອນຮັບໃຊ້ໃນການປະຕິບັດວຽກງານ; ແລະ 2.3 ປັດໄຈດ້ານລັກສະນະຄວາມແຕກຕ່າງກັນຂອງວຽກທີ່ຮັບຜິດຊອບທີ່ສົ່ງຜົນຢູ່ໃນລະດັບຫຼາຍ. 3) ສ່ວນທັກສະທີ່ຈຳເປັນຂອງ ພະນັກງານ-ລັດຖະກອນ ມີຄື: 3.1 ທັກສະການຮຽນຮູ້ຕະຫຼອດຊີວິດຂອງພະນັກງານ-ລັດຖະ ກອນ, ພະນັກງານຕ້ອງມີຄວາມສາມາດຮຽນຮູ້ ແລະ ພັດທະນາທັກສະໃໝ່ໆ ຢູ່ຕະຫຼອດເວລາ; 3.2 ທັກສະການປັບຕົວ ແລະ ຄວາມຍືດຫຍຸ່ນ ສາມາດປັບເຂົ້າກັບຮູບແບບການເຮັດວຽກແບບທັນສະໄໝ; 3.3 ທັກສະການນໍາໃຊ້ເຕັກໂນໂລຊີ, ເຄື່ອງມືອຸປະກອນຕ່າງໆ ຢ່າງມີຄວາມຊຳນານ.

ຄຳສຳຄັນ : ພະນັກງານ-ລັດຖະກອນ, ໂຄວິດ-19, ວິຖີຊີວິດປົກກະຕິແບບໃໝ່

Abstract

            The research on the factors affecting the work performance of civil servants under the conditions of a new normal lifestyle from the outbreak of Covid-19. Aims: 1) To study the difficulties and adjust the performance of civil servants, 2) study the factors that affects the work performance of civil servants, and 3) the necessary skills of civil servants in order to perform work in a quality way under the new normal lifestyle. It is a qualitative and quantitative research by interviewing a sample of 6 people who are deputy managers in the administrative, judicial, and legislative bodies and collecting data with a questionnaire from a sample group of 394 people who are stationed at central government agencies, ministries and government agencies equivalent to ministries located in Vientiane. Using descriptive data analysis, the data obtained from the questionnaire was analyzed by statistical software, to find percentage values, average values, and standard deviation values, and to summarize the important points, Write a report summarizing the results of the research and present the information in a format according to the objective of the research. It is found that:

         1) The situation of difficulty and adjustment of the work of civil servants under the condition of normal lifestyle in 4 aspects: 1.1 The awareness of the new normal lifestyle is very high, 1.2 In terms of the problem situation, there are difficulties such as cost, availability of communication system, use of technology and various equipment, 1.3 The adjustment and the mode of adjustment are at a moderate level, and 1.4 The success of the civil servants from the past performance is at a moderate level. 2) For the factors affecting the work performance of civil servants under the new normal lifestyle conditions, there are 3 important factors: 2.1 Factors related to personal characteristics of employees, 2.2 Factors related to technology and equipment for work performance, and 2.3 Factors in the different characteristics of responsible work that result in many levels. 3) The necessary skills of civil servants are: 3.1 Lifelong learning skills of civil servants, employees must be able to learn and develop new skills at all times, 3.2 Adaptability and flexibility skills to adapt to modern work styles, and 3.3 Skills to use technology, tools, and equipment with expertise.

Keywords: civil servants, covid-19, new normal

 

ພາກທີ 1
ບົດນຳ

1.1 ປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

     ເລີ່ມແຕ່ທົດສະວັດໃໝ່ ປີ 2020 ໂລກເຮົາໄດ້ຕົກຢູ່ໃນສະພາບຄວາມຕື່ນຕົກໃຈຕໍ່ການເກີດຂື້ນຂອງເຊື້ອຈຸລະໂລກອັກເສບປອດສາຍພັນໃໝ່ (New Corona Virus ຫຼື Covid-19) ຊຶ່ງປັດຈຸບັນ ໄດ້ແຜ່ລະບາດເປັນວົງກວ້າງອອກໄປຫຼາຍປະເທດໃນຂອບເຂດທົ່ວໂລກ ແລະ ໄດ້ເພີ່ມທະວີຄວາມຮຸນແຮງຂື້ນຢ່າງຕໍ່ເນື່ອງ ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ ກໍຄືສົ່ງຜົນກະທົບຕໍ່ກັບເສດຖະກິດ-ສັງຄົມ ຂອງຫຼາຍປະເທດ ແລະ ສະພາບແວດລ້ອມດັ່ງກ່າວຍັງບໍ່ທັນສາມາດຄາດການທີ່ຊັດເຈນວ່າຈະສືບຕໍ່ແກ່ຍາວໄປຮອດເວລາໃດ.

         ຢູ່ ສປປ ລາວ ກໍ່ພວມປະເຊີນໜ້າກັບສະພາບດັ່ງກ່າວ, ນັບຕັ້ງແຕ່ການເລີ່ມຕົ້ນລະບາດຂອງ ເຊື້ອພະຍາດດັ່ງກ່າວ ໂດຍເຫັນແຈ້ງໄພອັນຕະລາຍນັ້ນ ກົມການເມືອງສູນກາງພັກແມ່ນມີຄວາມເປັນຫ່ວງ ແລະ ໄດ້ຊີ້ນຳໃຫ້ລັດຖະບານ ກະກຽມຄວາມພ້ອມແຕ່ຫົວທີເພື່ອເຝົ້າລະວັງ, ສະກັດກັ້ນ, ປ້ອງກັນ ແລະ ຮັບມືແກ້ໄຂການລະ ບາດທີ່ອາດຈະເກີດຂື້ນ ເຊິ່ງເປັນສິ່ງທີ່ບໍ່ສາມາດຫຼີກຫຼ່ຽງໄດ້.

         ຕະຫຼອດໄລຍະຂອງການຕິດຕາມ, ເຝົ້າລະວັງ, ສູນກາງພັກ-ລັດຖະບານ ໄດ້ມີຄວາມຕັດສິນໃຈສູງໃນການຊີ້ນຳ ແລະ ວາງອອກຫຼາຍມາດຕະການ ເພື່ອປ້ອງກັນການແຜ່ລະບາດ Covid-19 ເປັນຕົ້ນແມ່ນການເລື່ອນການຈັດງານແຂ່ງຂັນກິລາແຫ່ງຊາດ ແລະ ກິດຈະກຳປິ່ນອ້ອມຢູ່ແຂວງຊຽງຂວາງ ກໍ່ຄືການຍົກເລີກການຈັດຕັ້ງພິທີມິດຕິງໃຫຍ່ລະດັບຊາດ ແລະ ລະດັບທ້ອງຖິ່ນ, ເລືອນການຈັດກອງປະຊຸມໃຫຍ່ຂອງບັນດາອົງຄະນະພັກ, ອົງການຈັດຕັ້ງມະຫາຊົນຢູ່ແຕ່ລະຂັ້ນ ແລະ ທຸກກິດຈະການເຕົ້າໂຮມຄົນຈຳນວນຫຼວງຫຼາຍ ໃນສະຖານທີ່ດຽວ ແລະ ອື່ນໆ. ການຍົກລະດັບມາດຕະການປ້ອງກັນ ແລະ ແກ້ໄຂ Covid-19 ຂື້ນສູ່ລະດັບໃໝ່ແນ່ໃສ່ຈຳກັດສະພາບການລະບາດຂອງເຊື້ອພະຍາດ Covid-19 ບໍ່ໃຫ້ແຜ່ຂະຫຍາຍສູ່ວົງກວ້າງ ແລະ ພະຍາຍາມບໍ່ໃຫ້ກ້າວເຂົ້າສູ່ຂັ້ນວິກິດ. ບັນດາທິດຊີ້ນຳ ແລະ ມາດຕະການຕ່າງໆ ທີ່ພັກ-ລັດວາງອອກ ໂດຍລວມທົ່ວສັງຄົມໄດ້ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມໃນການເຝົ້າລະຫວັງ, ປ້ອງກັນ, ສະກັດກັ້ນ ແລະ ແກ້ງໄຂ Covid-19 ໄດ້ເປັນຢ່າງດີ ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີຫຼາຍບັນຫາທີ່ຕ້ອງໄດ້ເພີ່ມທະວີການຊີ້ນຳຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ເພື່ອຮັບປະກັນການເອົາຊະນະໃນບັ້ນຮົບຕ້ານພະຍາດດັ່ງກ່າວ ເປັນຕົ້ນແມ່ນການປ້ອງກັນຕົວເອງ ກໍຄືການກັກຕົວເອງຍັງບໍ່ເຂັ້ມງວດ, ຂໍ້ມູນຂ່າວສານຍັງບໍ່ທັນເຂົ້າສູ່ສັງຄົມຢ່າງທົວເຖິງ, ເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍ ຍັງຖືເບົາ, ນັບທັງພະນັກງານ, ສະມາຊິກພັກ ເຊິ່ງອາດເກີດມີໜໍ່ແໜງກໍຄືຄວາມສ່ຽງທີ່ຈະພາໃຫ້ພະຍາດ Covid-19 ເພີ່ມທະວີການແຜ່ລະບາດໃນວົງກວ້າງ (ຄະນະເລຂາທິການສູນກາງພັກ, 2020).

         ໂດຍປັດຈຸບັນເຫັນໄດ້ວ່າສະພາບການແຜ່ລະບາດຂອງເຊື້ອພະຍາດ Covid-19 ຢູ່ໃນໂລກຍັງບໍ່ມີທ່າອຽງວ່າຈະຜ່ອນຄາຍລົງ ເຖິງວ່າຈະມີການເລັ່ງສັກວັກຊິນປ້ອງກັນກໍ່ຕາມ ແຕ່ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກພະຍາດດັ່ງກ່າວ ແມ່ນເພີ່ມຂື້ນທຸກມື້. ສຳລັບຢູ່ ສປປ ລາວ, ເຖິງວ່າທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ ໄດ້ເອົາໃຈໃສ່ເຂົ້າຮ່ວມປະຕິບັດມາດຕະການທີ່ລັດຖະບານວາງອອກກ່ຽວກັບການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດນີ້ຢ່າງຈິງຈັງຕະຫຼອດມາ ແຕ່ມາເຖິງເດືອນເມສາ 2021 ໄດ້ກວດພົບຜູ້ຕິດເຊື້ອໃນຊຸມຊົນເພີ່ມຂື້ນຢ່າງໄວວາ ແລະ ມີຄວາມສ່ຽງ ທີ່ຈະມີການລະບາດໄປຫຼາຍແຂວງໃນທົ່ວປະເທດ. ສະນັ້ນ, ຈຶ່ງຈຳເປັນຕ້ອງຍົກສູງລະດັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວຢ່າງເລັ່ງດ່ວນ ເພື່ອບໍ່ໃຫ້ແຜ່ລາມອອກເປັນວົງກວ້າງຢ່າງວ່ອງໄວ ແລະ ຍາກທີ່ຈະຄວບຄຸມໄດ້. ເພື່ອເປັນບ່ອນອີ່ງໃຫ້ທຸກຂະແໜງການ, ທ້ອງຖິ່ນ ແລະ ທົ່ວສັງຄົມ ໃນການຈັດຕັ້ງປະຕິບັດເປັນເອກະພາບ ແລະ ມີປະສິດທິພາບໃນທົ່ວປະເທດ. ນາຍົກລັດຖະມົນຕີໄດ້ອອກຄຳສັ່ງໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ສືບຕໍ່ເພີ່ມທະວີໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ພົນລະເມືອງລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ ສປປ ລາວ ເຫັນໄດ້ໄພອັນຕະລາຍຂອງພະຍາດ Covid-19 ທີ່ມີການກາຍພັນ ແລະ ມີຄວາມຮຸນແຮງເພິ່ມຂຶ້ນພ້ອມທັງຮູ້ຈັກວິທີສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດນີ້ດ້ວຍຕົນເອງ ພ້ອມທັງເຫັນໄດ້ຄວາມຈຳເປັນຂອງລັດຖະບານໃນການປະກາດໃຊ້ມາດຕະການຕ່າງໆ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ເພື່ອປົກປ້ອງສຸຂະພາບ ແລະ ຊີວິດຂອງປະຊາຊົນລາວ ແລະ ຄົນຕ່າງປະເທດ ຢູ່ ສປປ ລາວ (ນາຍົກລັດຖະມົນຕີ,2021). ເຊິ່ງໃນໄລຍະຜ່ານມາ, ເພື່ອຍົກລະດັບການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດບໍ່ໃຫ້ແຜ່ລາມ ອອກໄປ ແລະ ເປັນວົງກວ້າງ, ພ້ອມທັງເປັນບ່ອນອີ່ງໃຫ້ແກ່ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັງຄົມຈັດຕັ້ງປະຕິ ບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິພົນ ນາຍົກລັດຖະມົນຕີ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ຫຼາຍກວ່າ 50 ສະບັບ ໜື່ງໃນນັ້ນກໍຄືມາດຕະການກ່ຽວກັບການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເຊັ່ນວ່າ :

         1). ຄຳສັ່ງເລກທີ 06/ນຍ, ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນການລະບາດ, ການຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19, ຕໍ່ກັບພະນັກງານ-ລັດຖະກອນ ເຊັ່ນ: ໃຫ້ພະນັກງານ-ລັດຖະກອນ ຢຸດການມາເຮັດວຽກຢູ່ຫ້ອງການ ແລະ ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງ ແລະ ແນະນຳພະນັກງານທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນ ເຮັດວຽກທາງລັດຖະການຢູ່ເຮືອນ ຫຼື ທີ່ພັກອາໄສ ຜ່ານລະບົບການສື່ານ, ອີເລັກໂຕຣນິກ ແລະ ເຄື່ອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ, ສື່ສັງຄົມອອນລາຍ ແລະ ລະບົບກອງປະຊຸມທາງໄກ ແຕ່ຕ້ອງຈັດຕັ້ງຜູ້ປະຈຳການ, ເວນຍາມສຳນັກງານ, ອົງການຢ່າງເປັນປົກກະຕິ ໃຫ້ສາມາດປະສານງານໄດ້ໃນກໍລະນີຈຳເປັນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຮ້າຍສ້າງຄວາມຕ່າງໆຢ່າງເດັດຂາດ (ນາຍົກລັດຖະມົນຕີດ, 2020).

            2). ຄຳສັ່ງເລກທີ 15/ນຍ ກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດານ ເພື່ອຕ້ານພະຍາດໂຄວິດ-19 ຄື: ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດທົ່ວນະຄອນ ຫຼວງວຽງຈັນ ຫຼຸດຈຳນວນ ແລະ ຈັດຕັ້ງຜັດປ່ຽນພະ ນັກງານ, ລັດຖະກອນ, ກຳມະກອນຂອງຕົນມາປະຈຳການໃນແຕ່ລະວັນຕາມຄວາມເໝາະສົມ. ສ່ວນຜູ້ທີ່ບໍ່ມາປະ ຈຳການແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຼນິກ ແລະ ເຄື່ອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ (ນາຍົກລັດຖະມົນຕີ, 2021).

            ພາຍໃຕ້ສະຖານະການລະບາດຂອງພະຍາດໂຄວິດ-19 ໃນບັນດາປະເທດຕ່າງໆ ໃນໂລກ ລວມທັງຢູ່ໃນປະເທດລາວເອງ ເພື່ອຮັບປະກັນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ມີລັກສະນະຕໍ່ເນື່ອງ ແລະ ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ບົນພື້ນຖານການຮັບປະກັນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ຈຶ່ງຈຳເປັນຕ້ອງດຳເນີນການແບບໃໝ່ໃນການດຳລົງຊີວິດ ແລະ ການປະຕິບັດວຽກງານທີ່ຕ່າງອອກໄປຈາກແບບເກົ່າ ຊຶ່ງເປັນແນວທາງທີ່ຫຼາຍໆ ຄົນຈະຕ້ອງໄດ້ປັບປ່ຽນພຶດຕິກຳໃນຊ່ວງໄລຍະການລະບາດຂອງພະຍາດໂຄວິດ-19. ເຮັດໃຫ້ຄົນເຮົາຕ້ອງປັບປ່ຽນຮູບແບບວິຖີຊີວິດໄປພ້ອມກັນທົ່ວໂລກ ຈາກທີ່ເຮົາເຄີຍອອກເຮືອນໄປເຮັດວຽກ ກໍ່ຕ້ອງຫັນມາເຮັດວຽກຫຼາຍຢ່າງຢູ່ເຮືອນ ຫຼື ທີ່ຢູ່ອາໄສໃຫ້ຫຼາຍຂື້ນ. ຫາກຕ້ອງການອອກໄປກໍ່ຈຳເປັນຕ້ອງມີການໃສ່ໜ້າກາກປິດປາກ-ປິດດັງ ແລະ ຮັກສາໄລຍະຫ່າງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື ເຫຼົ່ານີ້ເປັນຕົ້ນ. ການໃຊ້ຊິວິດປົກກະຕິແບບໃໝ່ ແລະ ການປະຕິບັດວຽກງານປົກກະຕິແບບ ໃໝ່ທີ່ຕ່າງອອກໄປຈາກອັນເກົ່າ (New Normal) ທີ່ເກີດຂື້ນສ່ວນຫຼາຍໃນອົງການຕ່າງໆ ໜື່ງໃນນັ້ນກໍ່ແມ່ນໜ່ວຍງານຂອງພາກລັດປັດຈຸບັນກໍ່ຈະຫັນມາໃຊ້ຮູບແບບການ Work From Home ຫຼື ການຢູ່ເຮືອນພ້ອມກັບການເຮັດວຽກໄປນຳ, ເຮັດກິດຈະກຳຕ່າງໆ ພາຍໃນທີ່ຢູ່ອາໄສຂອງຕົນເອງເປັນຫຼັກ, ນອກນັ້ນຫຼາກຫຼາຍສຳນັກງານອົງການຂອງພາກລັດເອງ ກໍ່ເລີ່ມການປັບປ່ຽນຫັນມາປະຊຸມແບບທາງໄກຜ່ານລະບົບການສື່ສານດ້ວຍຊ່ອງທາງຕ່າງໆ. ໂດຍຄຳຖະແຫຼງ ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ຄັ້ງວັນທີ 10 ມິຖຸນາ 2020 ໃນບາງຕອນໄດ້ກ່າວວ່າ : ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ, ປະຊາຊົນລາວທຸກຖ້ວນໜ້າໃນທົ່ວປະເທດ ຈົ່ງສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ, ມີສະຕິລະວັງຕົວຢ່າງສູງ, ປະຕິບັດຖືກຕ້ອງຕາມຂໍ້ກຳນົດ, ຂໍ້ແນະນຳ ທີ່ທາງການວາງອອກ ແລະ ຈະວາງອອກໃນແຕ່ລະໄລຍະຢ່າງເຄັ່ງຄັດຕໍ່ໄປ, ຢ່າລະເຫຼີງ ທັງໃຫ້ເອົາໂອກາດນີ້ໃຫ້ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະການຈັດຕັ້ງ ແຕ່ເທິງລົງລຸ່ມຕ້ອງໄດ້ປັບວິຖີຊີວິດ ຫຼື ເວົ້າຢ່າງໜຶ່ງວ່າ ການດໍາລົງຊີວິດແບບໃໝ່ (New Normal) ນັ້ນ ທີ່ມີສະຕິລະວັງຕົວກວ່າ, ກ້າວໜ້າທັນສະໄໝ, ສີວິໄລກວ່າ, ປະຢັດມັດທະຍັດ ແລະ ມີລະບຽບວິໄນກວ່າ ເພື່ອບໍ່ໃຫ້ພະຍາດ COVID-19 ກັບມາສູ່ສັງຄົມເຮົາອີກ ແລະ ທັງຖືເອົາໂອກາດນີ້ ປັບປຸງແກ້ໄຂຈຸດອ່ອນ,ຂໍ້ຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ ທີ່ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງແຕ່ລະຄອບຄົວ, ແຕ່ລະຄົນດີຂຶ້ນເພື່ອເອົາປະເທດຊາດຂອງພວກເຮົາປັບຕົວເຂົ້າກັບສະພາບໃໝ່ຂອງໂລກ, ຂອງພາກພື້ນ (ນາຍົກລັດຖະມົນຕີ, 2020).

            ນອກນັ້ນ ຜົນສຳເລັດຂອງອາຊຽນໃນປີຜ່ານມາ ແລະ ໄດ້ຢໍ້າຄືນການສືບຕໍ່ເພີ່ມທະວີການຮ່ວມມືກັນ ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາລະບາດຮອບໃໝ່ ໂດຍສືບຕໍ່ການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນໃນການສະກັດກັ້ນ, ປິ່ນປົວ, ຄົ້ນຄວ້າ ແລະ ພັດທະນາ, ແລະ ຜະລິດຢາປົວພະຍາດໂຄວິດ ກໍຄື ຢາວັກແຊັງໃຫ້ໄດ້ໂດຍໄວ, ການກຽມພ້ອມຟື້ນຟູເສດຖະກິດສັງຄົມຮອບດ້ານຫຼັງໂຄວິດ-19 ໂດຍສະເພາະຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ການເຊື່ອມຈອດອາຊຽນ ເປັນຕົ້ນການຮັບປະກັນຕ່ອງໂສ້ດ້ານການຄ້າ, ສະຖຽນລະພາບຂອງການລົງທຶນໃນອາຊຽນ, ແກ້ໄຂບັນຫາໄພຫວ່າງງານ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ເຊິ່ງທັງໝົດນີ້ໄດ້ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດອາຊຽນດ້ວຍກັນ ແລະ ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມອາຊຽນ, ລວມທັງການປັບຕົວຂອງສັງຄົມເຂົ້າກັບສະພາບວິຖີຊີວິດໃໝ່ (ນາຍົກລັດຖະມົນຕີ, 2020).

            ລ່າສຸດແຈ້ງການ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການກ່ຽວກັບການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະຕັ້ງແຕ່ວັນທີ 31 ມີນາ 2022 ເປັນຕົ້ນໄປນັ້ນ ຍັງສະແດງໃຫ້ເຫັນວ່າ ການແຜ່ລະບາດຂອງພະຍາດ COVID-19 ໃນປັດຈຸບັນ ຍັງສືບຕໍ່ມີລາຍງານກໍລະນີຕິດເຊື້ອເພີ່ມຂື້ນໃນແຕ່ລະວັນ ພ້ອມທັງແຜ່ລາມໃນຊຸມຊົນເປັນວົງກວ້າງຢູ່ເກືອບທຸກແຂວງ ເຊິ່ງສ່ວນໃຫຍ່ຕິດພັນກັບການເຄື່ອນໄຫວ ແລະ ການດຳລົງຊີວິດປະຈຳວັນຂອງບຸກຄົນ, ຂອງສັງຄົມ, ຄວາມບໍ່ເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ. ສະນັ້ນ, ຈຶ່ງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂະໜາດໃຫຍ່ຫາກບໍ່ປະຕິບັດມາດຕະການທີ່ຖືກຕ້ອງ ແລະ ເໝາະສົມ (ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, 2022). ນອກນັ້ນບາງກະຊວງ ແລະ ສຳນັກງານອົງການກໍ່ຍັງໄດ້ມີມາດຕະການເພີ່ມເຕີ່ມຕໍ່ກັບການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເຊັນວ່າ ແຈ້ງການຂອງຫ້ອງການກະຊວງອຸດສາຫາ ຫະກຳ ແລະ ການຄ້າ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພາຍໃນກະຊວງອຸດສາຫະກຳ ແລະ ການຄ້າໃນສະພາບທີ່ມີການລະບາດຂອງພະຍາດໂຄວິດຄື: ໃຫ້ບັນດາກົມ, ຫ້ອງການ ແລະ ສະຖາບັນອຸດສະຫະກຳ ແລະ ການຄ້າອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາໃຫ້ພະນັກງານ-ລັດຖະກອນ ຂອງຕົນສາມາດຜັນປ່ຽນກັນປະຈຳການເຮັດວຽກ, ເຮັດວຽກອອນລາຍ (ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ, 2022) ແລະ ແຈ້ງການຂອງຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຈັດຕັ້ງການຜັດປ່ຽນກັນມາປະຈຳການ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່ (ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, 2022).  ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂອງຂະແໜງການສຶກສາທິການ ແລະ ກິລາ ຄື: ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ທຸກທ່ານ ໃຫ້ມາປະຈຳການປົກກະຕິ, ກໍລະນີຫ້ອງການມີຄວາມແອອັດ ແລະ ມີຄວາມສ່ຽງໃນການຕິດເຊື້ອພະຍາດ COVID-19  ແມ່ນໃຫ້ຈັດຕັ້ງຜັດປ່ຽນກັນມາປະຈຳການ, ເຮັດວຽກທາງໄກຢູ່ເຮືອນ, ບໍ່ອະນຸຍາດໃຫ້ຈັດກອງປະຊຸມ, ສຳມະນາ, ປາຖະກະຖາ, ຝຶກອົບຮົມຕ່າງໆຢູ່ສະຖານທີ່ຕ່າງໆ ໃນຮູບແບບເຊິ່ງໜ້າທີ່ມີຜູ້ເຂົ້າຮ່ວມເກີນ 50 ທ່ານ, ໃນກໍລະນີໜ້ອຍກວ່າ 50 ທ່ານ ແມ່ນອະນຸຍາດໃຫ້ຈັດໄດ້ ຫຼື ຫຼຸດຈຳນວນໜ້ອຍລົງຍິ່ງເປັນການດີ ໃຫ້ເນັ້ນໃສ່ກອງປະຊຸມທາງໄກເປັນຫຼັກ ແລະ ຮັບປະກັນສະຖານທີ່ດັ່ງກ່າວບໍ່ແອອັດ (ກະຊວງສຶກສາທິການ ແລະ ກິລາ, 2022).

         ຈາກການແຜ່ລະຍາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງໃນຫຼາຍປະເທດ ທີ່ເຮັດໃຫ້ເກີດການປ່ຽນແປງຫຼາຍຢ່າງຕໍ່ເສດຖະກິດ-ສັງຄົມ ຈົນນຳໄປສູ່ການເກີດຄຳສັບທີ່ເຮົາໄດ້ຍິນກັນຄືວ່າ: (New Normal) ຫຼື ວິຖີການດຳລົງຊີວິດປົກກະຕິແບບໃໝ່ ໝາຍເຖິງ ຮູບແບບການດຳລົງຊີວິດແບບໃໝ່ທີ່ແຕກຕ່າງຈາກອາດີດ ອັນເນື່ອງມາຈາກມີບາງສິ່ງມາກະທົບ ຈົນແບບແຜນ ແລະ ແນວທາງການປະຕິບັດທີຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິ ແລະ ເຄີຍຄາດໝາຍໄວ້ລ່ວງໜ້າໄດ້ ຕ້ອງປ່ຽນແປງໄປສູ່ວິຖີແບບໃໝ່ພາຍໃຕ້ຫຼັກການມາດຕະຖານໃໝ່ທີ່ບໍ່ຄຸ້ນເຄີຍ. ດັ່ງນັ້ນ, ວິຖີຊີວິດປົກກະຕິແບບໃໝ່ (New Normal) ໃນສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນ ໝາຍເຖິງການໃຊ້ຊີວິດປະຈຳວັນໂດຍມີຄວາມຈຳເປັນຕ້ອງປ້ອງກັນຕົນເອງເພື່ອໃຫ້ມີຊີວິດຢູ່ລອດໂດຍ ການປັບວິທີການດຳລົງຊີວິດແບບໃໝ່ເພື່ອໃຫ້ມີຄວາມປອດໄພຈາກການຕິດເຊື້ອ ໄປພ້ອມກັບການພະຍາຍາມຮັກສາ ແລະ ຟື້ນຟູສັກກະຍະພາບທາງເສດຖະກິດ ແລະ ການປະຕິບັດໜ້າທີ່ວຽກງານທີ່ນຳໄປສູ່ການສ້າງສັນສິ່ງປະດິດໃໝ່ໆ ເຕັກໂນໂລຊີໃໝ່ໆ ມີການປັບແນວຄິດ, ວິໄສທັດ, ວິທີການບໍລິຫານຈັດການ ຕະຫຼອດຮອດພຶດຕິກຳໃນການໄປປະຕິບັດໜ້າທີ່ວຽກງານ, ການສື່ສານ, ການຮຽນ-ການສອນ, ການປະກອບການທາງທຸລະກິດ, ການແຕ່ງກາຍ ແລະ ອື່ນໆ ເຊິ່ງເປັນສິ່ງໃໝ່ໆ ເຫຼົ່ານີ້ໄດ້ກາຍເປັນຄວາມປົກກະຕິແບບໃໝ່ ຈົນໃນທີ່ສຸດເມື່ອເວລາ ຜ່ານໄປຈະເຮັດໃຫ້ເກີດຄວາມຄຸ້ນເຄີຍຈົນກາຍເປັນສ່ວນໜື່ງຂອງວິຖີຊີວິດຂອງຄົນໃນສັງຄົມ (ຣາດຊະບັນດິດສະພາ, 2020).

                ແນ່ນອນການປ່ຽນແປງພຶດຕິກຳການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ສະຖານະ ການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນຕໍ່ປະສິດທິພາບຂອງການປະຕິບັດວຽກງານພໍສົມຄວນ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຈາກຂໍ້ມູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ລາຍງານຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 4 ເມສາ 2022 ມີຈຳນວນເຖິງ 516  ຄົນ. ຖືວ່າເປັນເຂດພື້ນທີ່ທີ່ມີການຕິດເຊື້ອຫຼາຍກວ່າໝູ່ໃນບັນດາແຂວງຕ່າງໆ ກາຍເປັນສິ່ງທ້າທາຍໜື່ງໃນການບໍລິຫານຂອງອົງການລັດທີ່ຕ້ອງໄດ້ຄຳນຶງເຖິງປັດໄຈດ້ານຄຸນນະພາບຂອງວຽກງານ ແລະ ປັດໄຈຮັບປະກັນການປະຕິບັດມາດຕະການປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສະນັ້ນ, ທາງເລືອກທີ່ສຳຄັນໃນການຮັບປະກັນປະຕິບັດງານຂອງພະນັກງານ-ລັດຖະກອນຄືການໃຊ້ວິຖີຊີວິດປົກກະຕິແບບໃໝ່(New Normal) ທີ່ກາຍເປັນທາງເລືອກໃໝ່ຂອງທຸກອົງການໄປແລ້ວ ແນ່ນອນພາຍໃຕ້ການປະຕິບັດງານປົກກະຕິໃນຮູບແບບໃໝ່ນີ້ ກໍ່ຈະມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍປະການພໍສົມຄວນ ໂດຍສະເພາະພາຍໃນເງື່ອນໄຂຄວາມຄຸ້ນເຄີຍໃນການປະຕິບັດວຽກງານແບບເກົ່າທີ່ຜ່ານມາ ຕະຫຼອດເຖິງພະນັກງານຍັງຂາດຄວາມເຂົ້າໃຈ ໂດຍສະເພາະການຫັນປ່ຽນການປະຕິບັດວຽກງານແບບໃໝ່ທີ່ມີລັກສະນະກ້າວໜ້າ ແລະ ທັນສະໄໝ. ນອກຈາກນັ້ນພາຍໃຕ້ເງື່ອນໄຂຈາກຫຼາຍປັດໄຈຂອງໜ່ວຍງານຕ່າງໆ ເປັນຕົ້ນຄວາມພ້ອມຂອງໜ່ວຍງານ, ພະນັກງານ, ຕະຫຼອດຮອດເຕັກໂນໂລຊີ, ການເຂົ້າເຖິງກົນໄກການປະຕິບັດວຽກງານແບບຫັນເປັນທັນສະໄໝຫຼາຍຂື້ນນັ້ນ ເພຶ່ອຮັບປະກັນໃຫ້ໄດ້ທາງດ້ານຄຸນນະພາບຂອງວຽກງານ ໄປພ້ອມກັບການຮັບປະກັນການປ້ອງກັນ ແລະ ຄວບຄຸມບໍ່ໃຫ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງກາຍເປັນສິງທ້າທາຍໃໝ່ຕໍ່ກັບການປະຕິບັດວຽກງານຂອງພະນັກງານ-ລັດຖະກອນທີ່ຕ້ອງໄດ້ມີການປັບຕົວຕາມແບບວິຖີຊີວິດປົກກະຕິແບບໃໝ່.

         ໂດຍເຫັນໄດ້ລັກສະນະຄວາມຈຳເປັນ ແລະ ຄວາມສຳຄັນດັ່ງກ່າວມານັ້ນ ຜູ້ຄົ້ນຄວ້າຈຶ່ງມີຄວາມສົນໃຈ ທີ່ຈະສຶກສາປະເດັ່ນປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ຮູບແບບວິຖີການດຳລົງຊີວິດປົກກະຕິແບບໃໝ່ ເພື່ອຊອກໃຫ້ເຫັນເຖິງຂໍ້ຫຍຸ້ງຍາກ ແລະ ການປັບຕົວ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ຕະຫຼອດເຖິງປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ ແລະ ຄົ້ນຄວ້າຫາທັກສະທີ່ຈຳເປັນຂອງ ພະນັກງານ-ລັດຖະກອນ ເພື່ອເປັນແນວທາງຮັບປະກັນການປະຕິບັດວຽກງານຢ່າງມີຄຸນນະພາບພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່. ຜົນການສຶກສາຈະຊ່ວຍປະກອບສ່ວນໃຫ້ການຫັນປ່ຽນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ມີຄຸນນະພາບ ແລະ ກ້າວສູ່ການຫັນເປັນທັນສະໄໝ, ສະດວກ, ວ່ອງໄວ ແລະ ທັນຕໍ່ກັບສະພາບການປ່ຽນແປງຂອງໂລກ.

1.2 ຄຳຖາມຄົ້ນຄ້ວາ

        1. ມີປັດໄຈໃດແດ່ທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ຈາກການລະບາດຂອງພະຍາດໂຄວິດ-19?

         2. ມີທັກສະໃດແດ່ ທີ່ຈຳເປັນຕໍ່ພະນັກງານ-ລັດຖະກອນ ເພື່ອເປັນແນວທາງການປະຕິບັດວຽກງານຢ່າງມີຄຸນນະພາບພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່?

1.3 ຈຸດປະສົງຂອງການຄົ້ນຄວ້າ

         1. ເພື່ອສຶກສາເຖິງຂໍ້ຫຍຸ້ງຍາກ ແລະ ການປັບຕົວ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່.

            2. ເພື່ອສຶກສາເຖິງປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່.

            3. ເພື່ອສຶກສາເຖິງທັກສະທີ່ຈຳເປັນຂອງ ພະນັກງານ-ລັດຖະກອນ ເພື່ອເປັນແນວທາງການປະຕິບັດວຽກງານຢ່າງມີຄຸນນະພາບພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່.

1.4 ຂອບເຂດຂອງການຄົ້ນຄວ້າ

        ການຄົ້ນຄວ້າປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຜູ້ຄົ້ນຄວ້າໄດ້ກຳນົດຂອບເຂດ ດັ່ງນີ້:

           1. ຂອບເຂດດ້ານເນື້ອຫາ : ຄົ້ນຄວ້າເຖິງຂໍ້ຫຍຸ້ງຍາກ ແລະ ການປັບຕົວ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ, ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ ແລະ ທັກສະທີ່ຈຳເປັນຂອງ ພະນັກງານ-ລັດຖະກອນ ພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່ ຢູ່ບັນດາສຳນັກງານອົງການຂອງພາກລັດ, ທົບທວນແນວທາງນະໂຍບາຍຂອງພັກແລະ ມາດຕະການຕ່າງໆ ຂອງລັດຕໍ່ກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຕະຫຼອດເຖິງມາດຕະຖານຂອງວິຖີການດຳລົງຊີວິດແບບປົກກະຕິແບບໃໝ່, ແນວຄິດປະສິດທິພາບການເຮັດວຽກທາງໄກ, ແນວຄິດກ່ຽວກັບການດຳລົງຊີວິດປົກກະຕິແບບໃໝ່ (New Normal), ຮັບປະກັນໄດ້ທາງດ້ານຄຸນນະພາບຂອງວຽກງານໄປພ້ອມກັບຮັບປະກັນໄດ້ເຖິງມາດຕະຖານຂອງການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19.

            2. ຂອບເຂດດ້ານປະຊາກອນ: ປະຊາກອນທີ່ໃຊ້ໃນການວິໄຈໃນຄັ້ງນີ້ໄດ້ແກ່ພະນັກງານ-ລັດຖະ ກອນ ກຸ່ມປະຊາກອນໃນການຄົ້ນຄວ້າແມ່ນພະນັກງານ-ລັດຖະກອນ ທີ່ປະຈຳຢູ່ບັນດາກະຊວງ ແລະ ສຳນັກງານອົງການລັດຂົງເຂດອົງການບໍລິຫານ, ຂົງເຂດອົງການນິຕິບັນຍັດ ແລະ ຂົງເຂດອົງການຕຸລາການ ຢູ່ຂັ້ນສູນກາງ ຈຳນວນ 400 ຄົນ.

         3. ຂອບເຂດດ້ານສະຖານທີ່: ຜູ້ຄົ້ນຄວ້າໄດ້ກຳນົດເອົາການຄົ້ນຄວ້າສະເພາະສຳນັກງານ, ອົງການຈັດຕັ້ງຕ່າງໆ ຂອງລັດຂັ້ນກະຊວງ (ສູນກາງ) ທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19ໃນໄລຍະຜ່ານມາ ຢູ່ ສປປ ລາວ ຫຼາຍກວ່າບັນດາແຂວງອື່ນໆ.

         4. ຂອບເຂດດ້ານເວລາ: ການຄົ້ນຄວ້າຄັ້ງນີ້ແມ່ນຈະໄດ້ຄົ້ນຄວ້າເກັບຂໍ້ມູນລົງເລິກໃນຊ່ວງເລີ່ມມີການລະບາດຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງມາດຕະການໃນການປະຕິບັດການວິຖີການດຳລົງຊີວິດປົກກະຕິແບບໃໝ່ໃນຊ່ວງໄລຍະຕົ້ນມີ 2020 ເປັນຕົ້ນມາ.

1.5 ປະໂຫຍດທີ່ຄາດວ່າຈະໄດ້ຮັບຈາກການຄົ້ນຄວ້າ

     1. ຮັບຮູ້ ແລະ ເຂົ້າໃຈເຖິງຫຍຸ້ງຍາກ ແລະ ການປັບຕົວ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່.

   2. ຮັບຮູ້ເຖິງປັດໄຈສຳຄັນທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່.

   3. ຮັບຮູ້ໄດ້ເຖິງທັກສະທີ່ຈຳເປັນຂອງ ພະນັກງານ-ລັດຖະກອນ ເພື່ອເປັນແນວທາງການປະຕິບັດວຽກງານຢ່າງມີຄຸນນະພາບພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່.

ພາກທີ 5
ສະຫຼຸບຜົນ ແລະ ຂໍ້ສະເໜີແນະນຳ

         ການຄົ້ນຄວ້າ ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ຈາກການລະບາດຂອງພະຍາດໂຄວິດ-19 ເປັນການຄົ້ນຄວ້າທີ່ໃຊ້ທັງແບບຄຸນນະພາບ ແລະ ການຄົ້ນຄວ້າແບບປະລິມານ ໂດຍເລີ່ມຈາກການທົບທວນ ແລະ ສຶກສາບັນດາທິດສະດີ, ນະໂຍບາຍຂອງພັກ, ບັນດາມາດຕະການຕ່າງໆ ຂອງລັດຖະບານ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກ, ທົບທວນບັນດາການຈັດຕັ້ງປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່ຂອງອົງການລັດຕ່າງໆ, ບັນດາແນວຄິດກ່ຽວກັບການການດຳລົງຊີວິດປົກກະຕິແບບໃໝ່, ມີການສຳພາດກຸ່ມປະຊາກອນຕົວຢ່າງທີ່ເປັນຜູ້ບໍລິຫານຂັ້ນຮອງກົມຈຳນວນໜື່ງໃນຂົງເຂດອົງການບໍລິຫານ, ອົງການຕຸລາການ ແລະ ອົງການນິຕິບັນຍັດ ຈຳນວນ 6 ຄົນ. ນອກຈາກນັ້ນຍັງໃຊ້ການເກັບຂໍ້ມູນດ້ວຍແບບສອບຖາມປິດ ຈາກກຸ່ມຕົວຢ່າງຈຳນວນ 394 ຄົນ ທີ່ປະຈຳການຢູ່ອົງການລັດຂັ້ນສູນກາງ, ບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ. ໃຊ້ການວິເຄາະຂໍ້ມູນແບບພັນລະນາຕາມຂອບເຂດແນວຄິດ ແລະ ຈຸດປະ ສົງທີ່ກຳນົດໄວ້, ຂໍ້ມູນທີ່ໄດ້ຈາກການສອບຖາມນຳໄປວິເຄາະໂດຍໃຊ້ໂປແກຼມສໍາເລັດຮູບທາງສະຖິຕິ, ວິເຄາະໃຊ້ສະຖິຕິແບບພັນລະນາ (Descriptive Statistics) ຫາຄ່າສ່ວນຮ້ອຍ (Percentage), ຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນມາດຕະຖານ (Standard Deviation) ເພື່ອຊອກຫາປັດໄຈສຳຄັນທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ ຜົນການສຶກສາສາມາດສະຫຼຸບໄດ້ ດັ່ງນີ້:

5.1 ສະຫຼຸບຜົນການຄົ້ນຄວ້າ

        1. ຂໍ້ມູນທົ່ວໄປຜູ້ໃຫ້ສຳພາດ ແລະ ຕອບແບບສອບຖາມ: ຜູ້ຕອບແບບສອບຖາມມີຈຳນວນທັງໝົດ 394 ຄົນ ສ່ວນຫຼາຍເປັນເພດຊາຍ ກວມເອົາ 59.04%, ສ່ວນຫຼາຍມີອາຍຸລະຫວ່າງ 31-40 ປີ ກວມເອົາ 62.40%. ລະດັບການສຶກສາຂອງຜູ້ຕອບແບບສອບຖາມນັ້ນສ່ວນຫຼາຍແມ່ນຈົບການສຶກສາໃນລະດັບປະລິນຍາຕີ ກວມເອົາ 48.00%, ເປັນພະນັກງານວິຊາການ ກວມເອົາ 51.50% ແລະ ບ່ອນປະຈຳການເຮັດວຽກຢູ່ໃນຂົງເຂດອົງການບໍລິຫານ ກວມເອົາ 36.50%, ສ່ວນຜູ້ໃຫ້ສຳພາດແມ່ນມີຕົວແທນຈາກສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ພາກສ່ວນລະ 1 ຄົນ ແລະ ສານປະຊາຊົນສູງ ຈຳນວນ 3 ຄົນ, ມີຕຳແໜ່ງ ລະດັບຂັ້ນຮອງກົມ ລວມທັງໝົດ 6 ຄົນ.

        2. ຂໍ້ຫຍຸ້ງຍາກ ແລະ ການປັບຕົວ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່ ໃນ 4 ດ້ານ ພົບວ່າ:

             2.1 ດ້ານຄວາມຮັບຮູ້ ພະນັກງານ-ລັດຖະກອນແມ່ນມີຄວາມຮັບຮູ້ຕໍ່ວິຖີຊີວິດປົກກະຕິແບບໃໝ່ ໂດຍສະເພາະຄວາມຮັບຮູ້ ແລະ ຄວາມເຂົ້າໃຈຕໍ່ບັນດາມາດຕະການຕ່າງໆ ຂອງລັດຖະບານ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກ ໂດຍມີຄ່າສະເລັ່ຍໃນລະດັບຫຼາຍ ( = 4.04). 2.2 ດ້ານສະພາບບັນຫາ ພົບວ່າ ການຈັດຕັ້ງປະຕິບັດວຽກງານຕົວຈິງແມ່ນຍັງພົບຂໍ້ ຫຍຸ້ງຍາກຫຼາຍດ້ານ ເຊັ່ນ: ຂໍ້ຫຍຸ້ງຍາກ ແລະ ບັນຫາຈາກຄ່າໃຊ້ຈ່າຍຕ່າງໆ ທີ່ເພີ່ມຂຶ້ນເພື່ອຮອງຮັບການປະຕິບັດວຽກງານຕາມວິຖີຊີວິດປົກກະຕິແບບໃໝ່, ບັນຫາຄວາມພ້ອມດ້ານລະບົບການສື່ສານ, ການນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນຕ່າງໆ ໃນການປະຕິບັດວຽກງານ ແລະ ບັນຫາຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງພະນັກງານ ຕໍ່ການນຳໃຊ້ລະບົບເຕັກໂນໂລຊີຕ່າງໆ ທີ່ມີຄ່າສະເລັ່ຍພາບລວມຢູ່ໃນລະດັບຫຼາຍ ( = 3.60) ສອດຄ່ອງກັບຜູ້ໃຫ້ສຳພາດຫຼາຍທ່ານທີ່ໄດ້ຍົກໃຫ້ເຖິງຂໍ້ຫຍຸ້ງຍາກຫຼາຍພໍສົມຄວນໃນການຈັດຕັ້ງປະຕິບັດໄລຍະທີ່ຜ່ານມາບໍ່ວ່າຈະເປັນບັນຫາດ້ານເສດຖະກິດ, ງົບປະມານ ກໍຄືບັນຫາການນຳໃຊ້ລະບົບການສື່ສານ ແລະ ເຕັກໂນໂລຊີຕ່າງໆ ສົ່ງຜົນເຮັດໃຫ້ຄວາມສາມາດ 2.3 ດ້ານຮູບແບບຂອງການປັບຕົວ ເພື່ອການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ຕາມວິຖີຊີວິດປົກກະຕິແບບໃໝ່ບໍ່ທັນໄດ້ດີ ບໍ່ວ່າຈະເປັນຮູບແບບການເຮັດວຽກທາງໄກຢູ່ເຮືອນຜ່ານການສື່ສານດ້ວຍການໃຊ້ເຕັກໂນໂລຊີ ຫຼື ແອບພຣີເຄຊັນຕ່າງໆ, ການຈັດຕັ້ງຜັດປ່ຽນກັນມາປະຈຳການເພື່ອໃຫ້ແທດກັບສະພາບວິຖີຊີວິດປົກກະຕິແບບໃໝ່ນັ້ນຍັງມີຂໍ້ຈຳກັດຫຼາຍດ້ານ ໂດຍພາບລວມຂອງຮູບແບບການປັບຕົວໃນດ້ານນີ້ສະແດງອອກທຸກຂໍ້ມີຄ່າສະເລັ່ຍຢູ່ໃນດັບປານກາງເທົ່ານັ້ນ ( = 3.32) ຈຶ່ງສົ່ງຜົນໃຫ້ປະສິດທິພາບ2.4 ດ້ານຄວາມສຳເລັດຂອງວຽກງານບໍ່ທັນສູງເທົ່າທີຄວນ ຊຶ່ງຄວາມຄິດເຫັນພາບລວມໃນດ້ານນີ້ກໍຢູ່ໃນລະດັບປານກາງທຸກຂໍ້ເຊັນກັນ ມີຄ່າສະເລັ່ຍ ( = 3.39) ເຊັ່ນວ່າ ວຽກທີ່ຮັບຜິດຊອບນັ້ນຍັງບໍ່ທັນໄປຕາມເປົ້າໝາຍຂອງໜ່ວຍງານ ຫຼື ທີ່ອົງການວາງໄວ້, ວຽກງານຍັງບໍ່ທັນມີຄຸນນະພາບສູງ ແລະ ໄດ້ປະໂຫຍດເທົ່າທີ່ຄວນ ຫາກທຽບ ໃສ່ການຈັດຕັ້ງປະຕິບັດວຍວຽກງານຕົວຈິງແບບປົກກະຕິໃນໄລຍະທີ່ຜ່ານມາ ເຮັດໃຫ້ຄວາມເພີ່ງພໍໃຈທັງໃນລະ ດັບອົງການ ແລະ ຜູ້ມາໃຊ້ບໍລິການບໍ່ທັນສູງ ລວມໄປເຖິງຄ່າໃຊ້ຈ່າຍເຂົ້າໃນການປະຕິບັດວຽກງານ ພາຍໃຕ້ສະ ຖານະການແຜ່ລະບາດຂອງພະຍາດຂອງພະຍາດໂຄວິດ-19 ກໍ່ຍັງບໍ່ທັນເໝາະສົມ ແລະ ສົມຄູ່ກັບໜ້າວຽກທີ່ຮັບຜິດຊອບແຕ່ລະວຽກງານທີ່ແຕກຕ່າງກັນ.

                3. ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນ ໄຂວິຖີຊີວິດປົກກະຕິແບບໃໝ່ (New Normal) ພົບວ່າ:

         ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະ ຕິແບບໃໝ່ ມີປັດໄຈຢູ່ 3 ດ້ານສຳຄັນທີ່ມີຄ່າສະເລັ່ຍຢູ່ໃນລະດັບຫຼາຍ ຄື: ອັນດັບ 1  ປັດໄຈດ້ານຄຸນລັກສະນະສ່ວນຕົວຂອງພະນັກງານ ເຊັ່ນ: ຄວາມມຸ່ງໝັ້ນທີ່ຈະເຮັດວຽກໃຫ້ສໍາເລັດ, ວິໄນໃນຕໍ່ຕົນເອງ, ແຮງຈູງໃຈໃນຕົນເອງຕໍ່ການເຮັດວຽກ. ອັນດັບ 2 ປັດໄຈດ້ານເຕັກໂນໂລຊີ ແລະ ອຸປະກອນຮັບໃຊ້ໃນການປະຕິບັດວຽກງານ ເຊັ່ນ: ອິນເຕີເນັດ, ຄອມພິວເຕີ, ລະບົບການໃຊ້ແອບພຣີເຄຊັນຕ່າງໆ ແລະ ປັດໄຈທີ 3 ຄື ປັດໄຈດ້ານລັກສະນະຄວາມແຕກຕ່າງກັນຂອງວຽກທີ່ຮັບຜິດຊອບ ເຊັນ: ວຽກບໍລິຫານ, ວຽກວິຊາການ, ວຽກປະສານງານ, ວຽກລົງພາກສະໜາມ... ສອດຄ້ອງກັບຜູ້ໃຫ້ສຳພາດບາງທ່ານໄດ້ກ່າວວ່າ: ຄຸນລັກສະນະສ່ວນຕົວຂອງພະນັກງານບໍ່ວ່າຈະເປັນຄວາມມຸ່ງໝັ້ນທີ່ຈະເຮັດວຽກໃຫ້ສໍາເລັດ, ວິໄນໃນຕໍ່ຕົນເອງ, ແຮງຈູງໃຈໃນຕົນເອງຕໍ່ການເຮັດວຽກຈະມີຜົນຢ່າງຊັດເຈນ ທີ່ຈະສົ່ງຜົນຕໍ່ປະສິດທິພາບໃນການປະຕິບັດວຽກງານພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ ເນື່ອງຈາກລະບົບການຄວບຄຸມ ແລະ ການຕິດຕາມກວດກາ ການປະຕິບັດວຽກງານຂອງພະນັກງານແມ່ນຄ້ອນຂ້າງມີອິດສະຫຼະພໍສົມຄວນ. ໃນນັ້ນບາງທ່ານຍັງກ່າວຕື່ມວ່າ: ສ່ວນສຳຄັນທີ່ມັກພົບເຫັນກໍຈະເປັນໃນດ້ານການນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນຮັບໃຊ້ໃນການປະຕິບັດວຽກງານ ເຊັ່ນ: ອິນເຕີເນັດ, ຄອມພິວເຕີ, ລະບົບການສື່ສານຕ່າງໆ ຂອງພະນັກງານຍັງມີຂໍ້ຈຳກັດດ້ານຄວາມພ້ອມ, ຄວາມເຂົ້າໃຈ ແລະ ການຕອບສະໜອງອຸປະກອນເຄື່ອງມືຮັບໃຊ້ຢ່າງທົ່ວເຖີງໃຫ້ແຕ່ລະຄົນ ແນນ່ອນປັດໄຈເຫຼົ່ານີ້ມັນໄດ້ສົ່ງຜົນຕໍ່ປະສິດທິພາບການປະຕິບັດວຽກງານຂອງພະນັກງານຢ່າງຊັດເຈນໃນໄລຍະທີ່ຜ່ານມາ ເນື່ອງຈາກການປັບຕົວຢ່າງໄວວາ, ກະທັນຫັນ ແລະ ຄວາມຈຳເປັນເພື່ອປະຕິບັດຕາມບັນດາມາດຕະການຕ່າງໆ ຂອງອົງການຈັດຕັ້ງພາກລັດທຸກຂັ້ນຢ່າງເຂັ້ມງວດ ເພື່ອຮັບປະກັນໄດ້ໃນການຄວບຄຸມ, ປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

            4. ທັກສະທີ່ຈຳເປັນຂອງ ພະນັກງານ-ລັດຖະກອນ ພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່ (New Normal) ພົບວ່າ:

         ທັກສະທີ່ຈຳເປັນຂອງ ພະນັກງານ-ລັດຖະກອນ ພາບລວມເຫັນວ່າທຸກຂໍ້ແມ່ນຢູ່ໃນລະດັບຫຼາຍ ເລີ່ມຈາກທັກສະທີ່ຈຳເປັນສູງສຸດ ຄືທັກສະການຮຽນຮູ້ຕະຫຼອດຊີວິດຂອງພະນກງານ-ລັດຖະກອນ, ພະນັກງານຕ້ອງມີຄວາມສາມາດຮຽນຮູ້ ແລະ ພັດທະນາທັກສະໃໝ່ໆ ຢູ່ຕະຫຼອດເວລາ, ສາມາດຮຽນຮູ້ຈາກຫຼາຍຊ່ອງທາງ ເປັນຕົ້ນແມ່ນການຮຽນຮູ້ໃນລະບົບອອນລາຍ, ສື່ພີມຕ່າງໆ ແລະ ຕໍ່ມາຄືທັກສະການປັບຕົວ ແລະ ຄວາມຍືດຫຍຸ່ນ ຄືຕ້ອງມີຄວາມສາມາດທີ່ຈະປ່ຽນແປງຢູ່ຕະຫຼອດເວລາ, ມີຄວາມຄິດເປີດກວ້າງຮັບເອົາສິ່ງໃໝ່ໆ ແລະ ສາມາດປັບເຂົ້າກັບຮູບແບບການເຮັດວຽກແບບທັນສະໄໝ ແລະ ນອກນັ້ນຄືທັກສະການນຳໃຊ້ເຕັກໂນໂລຊີ, ເຄື່ອງມືອຸປະກອນຕ່າງໆ ຢ່າງມີຄວາມຊຳນານລວມໄປເຖິງການນຳໃຊ້ຂໍ້ມູນ  ແລະ ການຄິດວິເຄາະບັນຫາ, ມີຄວາມເຂົ້າໃຈ ແລະ ສາມາດທີ່ຈະໃຊ້ປະໂຫຍດຈາກລະບົບຖານຂໍ້ມູນຕ່າງໆ, ສາມາດຕີຄວາມໝາຍ, ວິເຄາະ ແລະ ປະເມີນຂ່າວສານຕ່າງໆຢ່າງຖືກຕ້ອງ ຊຶ່ງສອດຄ່ອງກັບຜູ້ໃຫ້ສຳພາດຫຼາຍທ່ານໄດ້ເນັ້ນຍໍ້າວ່າ ພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່ ແລະ ເປັນທັກສະນະຂອງການເຮັດວຽກໃນຍຸກປະຈຸບັນທີ່ອົງການຈຳເປັນຕ້ອງມີຄືທັກສະການຮຽນຮູ້ຕະຫຼອດຊີວິດ ສິ່ງສຳຄັນພະນັກງານເອງຕ້ອງມີການພັດທະນາຢູ່ຕະຫຼອດເວລາໂດຍການຊອກຮຽນຮູ້ຢູ່ໃນ ສະຖາບັນການສຶກສາໄປພ້ອມກັບການຮຽນຮູ້ດ້ວຍຕົນເອງຢ່າງຕໍ່ເນື່ອງ ພ້ອມນັ້ນທັກສະການນຳໃຊ້ເຕັກໂນໂລຊີກໍຍັງແມ່ນປັດໄຈຫຼັກ ເນື່ອງຈາກການດຳລົງຊີວິດປົກະຕິແບບໃໝ່ນັ້ນຈຳເປັນຕ້ອງນຳໃຊ້ເຄື່ອງມືເຕັກໂນໂລຊີໃໝ່ໆ ເຂົ້າມາຊ່ວຍການປະຕິບັດວຽກງານໃຫ້ວ່ອງໄວ ແລະ ມີປະສິດທິພາບ, ພະນັກງານຕ້ອງມີຄວາມຮູ້ຄວາມຊຳນານການນຳໃຊ້ເຄື່ອງມືຕ່າງໆ ໃນຮູບແບບທາງໄກ ແລະ ທຸກຄົນກໍຕ້ອງສາມາດປະຕິບັດໜ້າທີ່ວຽກງານແທນກັນໄດ້, ສາມາດປັບຕົວ ແລະ ຍືດຫຍຸ່ນໄປຕາມສະພາບຄວາມຕ້ອງການຂອງອົງການ ແລະ ສົງຄົມທີ່ປ່ຽນແປງໄປ.

         ສະຫຼຸບຜົນການສຶກສາທີ່ກ່າວມາຂ່າງເທິງນັ້ນ ແລະ ເພື່ອຕອບຄຳຖາມຄົ້ນຄ້ວາທີ່ໄດ້ຕັ້ງໄວ້ນັ້ນ ວ່າມີປັດໄຈໃດແດ່ທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບ   ໃໝ່ຈາກການລະບາດຂອງພະຍາດໂຄວິດ-19? ແລະ ມີທັກສະໃດແດ່ທີ່ຈຳເປັນຕໍ່ພະນັກງານ-ລັດຖະກອນ ເພື່ອເປັນແນວທາງການປະຕິບັດວຽກງານຢ່າງມີຄຸນນະພາບພາຍໃຕ້ຮູບແບບວິຖີດຳລົງຊີວິດປົກກະຕິແບບໃໝ່? ໂດຍຜູ້ຄົ້ນຄວ້າຈຶ່ງສາມາດຂຽນສະຫຼຸບເປັນແຜນວາດ ດັ່ງນີ້:

 

5.2 ຂໍ້ຈຳກັດຂອງການຄົ້ນຄວ້າ

        ຜ່ານການຄົ້ນຄວ້າ ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນ ໄຂວິຖີຊີວິດປົກກະຕິແບບໃໝ່ຈາກການລະບາດຂອງພະຍາດໂຄການວິດ-19 ເຫັນວ່າມີຂໍ້ຈຳກັດບາງປະການ ເປັນຕົ້ນແມ່ນໄລຍະເວລາການຄົ້ນຄວ້າ ແລະ ງົບປະມານມີຈຳນວນຈຳກັດ ເຮັດໃຫ້ການລົງເລິກເກັບຂໍ້ມູນບໍ່ສາ ມາດເຂົ້າເຖິງໄດ້ໝົດທຸກກຸ່ມທຸກພື້ນທີ່ ທີ່ມີການປະຕິບັດວຽກງານ ແລະ ຄວາມຮັບຜິດຊອບທີ່ແຕກຕ່າງກັນ ດັ່ງນັ້ນ, ຂໍ້ມູນໃນການຄົ້ນຄວ້າຄັ້ງນີ້ຈຶ່ງເປັນພຽງກຸ່ມປະຊາກອນຕົວແທນບາງຂົງເຂດ ແລະ ບາງກຸ່ມວຽກເທົ່ານັ້ນ ຈຶ່ງເຮັດໃຫ້ການຄົ້ນຄວ້າບໍ່ທັນໄດ້ຂໍ້ມູນຢ່າງທົ່ວເຖິງ ແລະ ຄົບຖ້ວນສົມບູນ.

5.3 ຂໍ້ສະເໜີແນະນຳ

      5.3.1 ຂໍ້ສະເໜີແນະໃນການຄົ້ນຄວ້າຄັ້ງຕໍ່ໄປ

    1. ການຄົ້ນຄວ້າຄັ້ງຕໍ່ໄປຄວນມີການຄົ້ນຄວ້າລົງເລີກປຽບທຽບເຖິງປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ຂອງສຳນັກງານອົງການທີ່ມີລັກສະນະວຽກທີ່ແຕກຕ່າງກັນ ເນື່ອງຈາກບາງ ວຽກງານແມ່ນມີຄວາມເໝາະສົມໃນການປະຕິບັດຮູບແບບການເຮັດວຽກແບບທາງໄກທີ່ສອດຄ່ອງກັບເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ ແຕ່ບາງວຽກງານແມ່ນບໍ່ທັນເໝາະສົມ ແລະ ສອດຄ່ອງ.

         2. ຄວນມີການສຶກສາ ປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ຈາກການລະບາດຂອງພະຍາດໂຄການວິດ-19 ໃນລະດັບອົງການປົກຄອງຂັ້ນ ທ້ອງຖິ່ນ ເພື່ອນຳມາເປັນແນວທາງການປັບປຸງ ແລະ ຮັບປະກັນການປະຕິບັດວຽກງານໃຫ້ຄຽງຄູ່ກັບການປ່ຽນແປງແບບຫັນເປັນທັນສະໄໝ ຢູ່ໃນລະດັບອົງການລັດຂັ້ນສູນກາງ.

    5.3.2 ຂໍ້ສະເໜີແນະຂອງຜູ້ໃຫ້ສຳພາດ ແລະ ຜູ້ຕອບແບບສອບຖາມ

        ຈາກການສຳພາດ ແລະ ແຈກແບບສອບຖາມກ່ຽວກັບປັດໄຈທີ່ສົ່ງຜົນຕໍ່ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິແບບໃໝ່ຈາກການລະບາດ ຂອງພະຍາດໂຄວິດ-19 ໄດ້ມີຂໍ້ສະເໜີແນະນຳອື່ນໆ ດັ່ງນີ້:

         1. ຄວນຈະມີແບບແຜນວິທີການເຮັດວຽກທີຫຼາກຫຼາຍຮູບແບບ, ຫຼາຍວິທີທັງໃນແບບອອນລາຍ ແລະ ແບບເຊິ່ງໜ້າ, ມີການຝຶກອົບຮົມໃຫ້ພະນັກງານ-ລັດຖະກອນ ໃຫ້ມີຄວາມຮູ້ ແລະ ຄວາມຊຳນານໃນການນຳໃຊ້ລະບົບຊອບແວອ໋ອບລາຍໃຫ້ມີປະສິດທິພາບ ໂດຍພະນັກງານທຸກຄົນຕ້ອງມີຄວາມພ້ອມໃນການນຳໃຊ້ເຄື່ອງມືທີ່ຈຳເປັນເພື່ອຮອງຮັບໃນການປັບຕົວໃຫ້ເຂົ້າກັບຍຸກສະໄໝ, ຕ້ອງປັບປຸງປ່ຽນຮູບແບບໃນການດຳລົງຊີວິດໄປຕາມຍຸກສະໄໝຂອງສັງຄົມທີ່ມີຄວາມກ້າວໜ້າຢູ່ເລື້ອຍໆ.

         2. ຄວນມີການສຳຫຼວດຄືນເຖິງສະພາບການລະບາດຂອງພະຍາດໂຄວິດ-19 ຜົນສະທ້ອນໃນໄລຍະທີ່ຜ່ານມາຕື່ມເຖິງຄວາມຈຳເປັນ, ສຳຄັນ ແລະ ບໍ່ສຳຄັນ ໂດຍຕັດສິ່ງທີ່ບໍ່ຈຳເປັນອອກ ແລະ ເນັ້ນໃສ່ການຮັບໃຊ້ວຽກງານຕາມສະພາບການປ່ຽນແປງໃນປັດຈຸບັນຂອງແຕ່ລະຂະແໜງການ, ພ້ອມທັງຊອກຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ຄວນຖືເປັນໂອກາດການສ້າງເປັນແຜນງານ, ໂຄງການໃນການຫັນເປັນທັນສະໄໝ ແລະ ການດຳລົງວິຖີຊີວິດປົກກະຕິແບບໃໝ່ໄປເລີຍ.

         3. ຄວນມີການດັດປັບຜົນຕອບແທນຂອງພະນັກງານ-ລັດຖະກອນ ໃຫ້ສົມຄູ່ກັບອັດຕາຄ່າຄອງຊີບໃນປັດຈຸບັນ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນມີກຳລັງແຮງ ແລະ ກຳລັງໃຈໃນການປະຕິບັດໜ້າທີ່ວຽກງານພາຍໃຕ້ການດຳລົງຊີວິດປົກກະຕິແບບໃໝ່ ແລະ ການປ່ຽນແປງຂອງເສດຖະກິດສັງຄົມໃນປັດຈຸບັນ.

         4. ຄວນມີການຄົ້ນຄວ້າປັບປຸງລະບຽບການຂອງພາກລັດກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານສື່ອີເລັກໂທຣນິກ ເຖິງວ່າປະຈຸບັນໄດ້ມີກົດໝາຍວ່າດ້ວຍການດຳເນີນທຸລະກຳທາງອີເລັກໂທຣນິກ ແລະ ລາຍເຊັນອີເລັກໂທຣນິກ ແຕ່ຂອດການຈັດຕັ້ງປະຕິບັດຕົວຈິງຍັງເຫັນວ່າບາງສຳນັກງານອົງການຂອງລັດຍັງບໍ່ຮັບເອົາເອກະສານອີເລັກໂທຣນິກ ເຊິ່ງຮັບແຕ່ເອກະສານຕົ້ນສະບັບເທົ່ານັ້ນ ຈຶ່ງສົ່ງຜົນຕໍ່ຄວາມລ່າຊ້າໃນການເຮັດວຽກແບບຫັນເປັນທັນສະໄໝໃນຍຸກປະຈຸບັນ.





















ความคิดเห็น