ພາວະຜູ້ນຳບໍ່ສາມາດເບີ່ງໄດ້ຈາກຕຳແໜ່ງທີ່ໄດ້ຮັບ
ອຈ.ປອ. ປັນຍາສັກ ແສງອ່ອນແກ້ວພາວະຜູ້ນຳບໍ່ສາມາດເບີ່ງໄດ້ຈາກຕຳແໜ່ງທີ່ໄດ້ຮັບ
“ບາງຄົນເປັນຜູ້ບໍລິຫານ ແລະ ມີທັງພາວະຜູ້ນຳ”
“ບາງຄົນເປັນຜູ້ບໍລິຫານ ແຕ່ບໍ່ມີພາວະຜູ້ນຳ”
ການໄດ້ມາຂອງຕຳແໜ່ງອາດຈະມີຫຼາຍວິທີ
ເຊັ່ນ:
- ຜູ້ນຳໂດຍຕຳແໜ່ງ
- ຜູ້ນຳຈາກການສ້າງມະນຸດສຳພັນ (ການຍອມຮັບຂອງບຸກຄະລາກອນ)
- ຜູ້ນຳຈາກຜົນງານ
- ຜູ້ນຳຈາກຄວາມສາມາດໃນການສ້າງຄົນ
- ຜູ້ນຳຈາກຄວາມສາມາດໃນການສ້າງຜູ້ນຳ
ຫາກເຮົາມີໂອກາດເປັນຜູ້ນຳໂດຍຕຳແໜ່ງ ພຽງຢ່າງດຽວ, ມັນກໍ່ຈະເຮັດໃຫ້ເຮົາເຮັດວຽກດ້ວຍຄວາມຍາກລຳບາກ, ຄົນທີ່ເປັນຜູ້ຕາມເຮົາເຂົາຢູ່ເພາະເຂົາຈຳເປັນຕ້ອງຕາມ (ບໍ່ແມ່ນຕ້ອງການຕາມ) ໝາຍຄວາມວ່າ ຈຳເປັນຕ້ອງຢູ່ຮ່ວມນຳ,
ເພາະເຮົາບໍ່ສາມາດເບີ່ງແຍງຈິດໃຈຄວາມຮູ້ສຶກເຂົາໄດ້ ຫຼື ເຮົາອາດຈະບໍ່ມີຄວາມສາມາດ ທີ່ຈະເຮັດໄດ້ຕາມບົດບາດໜ້າທີ່ຕຳແໜ່ງນັ້ນ,
ບໍ່ມີຄວາມສາມາດທີ່ຈະເຊື່ອມໂຍ່ງກະຕຸ້ນ (ບໍ່ສາມາດຜັກດັນ) ໃຫ້ກັບບຸກຄະລາກອນທີ່ຢູ່ກັບເຮົາ ເພື່ອທີ່ຈະນຳພາເຂົາໄປສູ່ຈຸດໝາຍທີ່ຄວນຈະເປັນ.
ໝາຍຄວາມວ່າຜູ້ນຳໃນລັກສະນະນີ້ ເມື່ອໄດ້ຕຳແໜ່ງມາແລ້ວກໍ່ໃຊ້ອຳນາດບັງຄັບ, ອາຍາສິດ, ບໍ່ຮັບຟັງ,
ບໍ່ເຄົາລົບ ແລະ ບໍ່ເຂົ້າໃຈຄວາມຮູ້ສຶກຂອງບຸກຄະລາກອນ, ເອົາແຕ່ສັ່ງການ, ແຕ່ຕົນເອງຊໍ້າພັດບໍ່ເປັນແບບຢ່າງ
ຫຼື ຕົ້ນແບບທີ່ດີ ເຊິ່ງອາດຈະເຮັດໃຫ້ທຸກຄົນ (ບຸກຄະລາກອນ) ຢູ່ແບບຝືນໃຈຢູ່…
ສ່ວນແບບທີ່ບຸກຄະລາກອນຕ້ອງການຢູ່ນຳ (ຜູ້ນຳທີ່ພະນັກງານຕ້ອງການຢູ່ນຳ) ກໍ່ຈະເປັນຜູ້ນຳທີ່ມີການນຳເອົາການສ້າງສາຍສຳພົວພັນທີ່ດີ
ຫຼື ການສ້າງມະນຸດສຳພັນ ເຂົ້າມາກ່ຽວຂ້ອງ, ມີການໃສ່ໃຈຄວາມຮູ້ສຶກຂອງພະນັກງານ ບໍ່ແມ່ນມີແຕ່ເນັ້ນສັ່ງການແຕ່ວຽກຢ່າງດຽວ
ແລະ ມີການຮັບຟັງ, ມີຄວາມສົນໃຈ, ມີການໃຫ້ໂອກາດຮ່ວມສະແດງຄຳຄິດຄຳເຫັນ ແລະ ມີການໃຫ້ກຳລັງໃຈເຊິ່ງກັນ
ແລະ ກັນ, ສາມາດທີ່ຈະຢູ່ຮ່ວມກັນແບບເປັນພີ່ເປັນນ້ອງ ຫຼື ສາມາດທີ່ຈະວາງຕົນໄດ້ຫຼາຍບົດບາດ
ແລະ ຢູ່ຮ່ວມກັນໃນລັກສະນະຂອງຫົວໜ້າສະຫຼັບປັບປ່ຽນກັນໄປມາໄດ້, ບຸກຄະລາກອນ ຫຼື ພະນັກງານກໍ່ຈະຮູ້ສຶກມີຄວາມສຸກ
ແລະ ກ້າທີ່ຈະເວົ້າ ຫຼື ສະເໜີບາງສິ່ງບາງຢ່າງ ເພາະເປັນຜູ້ນຳທີ່ມີການເບີ່ງແຍງເອົາໃຈໃສ່ເລື່ອງມະນຸດສຳພັນນຳ
ຈຶ່ງເຮັດໃຫ້ພະນັກງານຕ້ອງການທີ່ຢາກຕາມ (ຢູ່ນຳ, ປະຕິບັດນຳ) ເພາະຢູ່ແລ້ວເກີດມີຄວາມສຸກໃຈ…
ນອກຈາກນັ້ນ ຜູ້ນຳທີ່ດີຕ້ອງສາມາດເຮັດໃຫ້ລູກນ້ອງເປີດໃຈໃນການສະແດງຄຳຄິດຄຳເຫັນ,
ການທີ່ລຸກນ້ອງຈະກ້າເປີດໃຈນັ້ນ ຜູ້ນຳຕ້ອງມີຄວາມຮູ້ ຫຼື ຄວາມເຂົ້າໃຈການສ້າງມະນຸດສຳພັນໃນຄວາມເປັນມະນຸດກ່ອນ
(ເວົ້າງ່າຍໆ
ຄືການເຂົ້າໃຈທຳມະຊາດຂອງຄວາມເປັນມະນຸດເສຍກ່ອນ), ຈາກນັ້ນຜູ້ຕາມຈະເລີ່ມຮູ້ສຶກໄວ້ວາງໃຈໃນການທີ່ຈະສະແດງຄວາມຄິດເຫັນ,
ເພາະເຂົາຈະຮູ້ສຶກ ແລະ ເຂົ້າໃຈວ່າ ຜູ້ນຳຄົນນີ້ເປັນຄົນຮັບຟັງ, ເມື່ອສະແດງຄຳຄິດຄຳເຫັນອອກໄປແລ້ວ ຫາກເມື່ອຜູ້ນຳຍິນດີຮັບຟັງຢ່າງຈິງໃຈແລ້ວ ຜູ້ຕາມເອງກໍ່ຍິ່ງມີຄວາມກະຕືລືລົ້ນທີ່ຢາກສະແດງຄຳຄິດຄຳເຫັນ,
ກົງກັນຂ້າມ ຖ້າຫາກເວົ້າແລ້ວຖືກປິດກັ້ນຕັ້ງແຕ່ທຳອິດ, ແນນ່ອນທຸກຄົນກໍ່ຈະບໍ່ກ້າຄິດທີ່ຈະສະເໜີອັນໃດອອກໄປອີກ,
ບໍ່ກ້າຄິດບໍ່ກ້າສະເໜີຄຳຄິດຄຳເຫັນອີກຕໍ່ໄປ, ສິ່ງເຫຼົ່ານີ້ຄືປະສິດທິພາບຄວາມເຂົ້າໃຈ ຫຼື
ການຮູ້ຈັກສ້າງສາຍສຳພັນ (ມະນຸດສຳພັນ) ທີ່ດີ ຂອງຜູ້ນຳນັ້ນໆ
ແນວໃດກໍຕາມ ຄວາມເປັນຜູ້ນຳບາງຄັ້ງບໍ່ໄດ້ຂື້ນກັບໜ້າທີ່ຕຳແໜ່ງ,
ເຮົາສາມາດສະແດງບົດບາດໃນການນຳພາທີ່ຖືກຕ້ອງ ເພື່ອຜົນປະໂຫຍດສ່ວນລວມ, ອົງການ ລວມໄປເຖິງຊີວິດຂອງເຮົາເອງ
ໝາຍຄວາມວ່າ ຖ້າຫາກເຮົາເປັນ ລູກນ້ອງ ຫຼື ຜູ້ຕາມຢູ່ ເຮົາກໍ່ສາມາດທີ່ຈະສ້າງສາຍສຳພັນທີ່ດີ
(ມະນຸດສຳພັນ) ກັບເພືອນຮ່ວມງານ, ບາງຄັ້ງຄວາມ
ສຳພັນທີ່ດີເຮັດໃຫ້ເຮົາສາມາດນຳພາບາງເລື່ອງບາງວຽກງານກັບກຸ່ມຜູ້ຮ່ວມງານ ຫຼື ເພືອນຮ່ວມງານໄດ້.
ນອກຈາກນັ້ນ ເລື່ອງຂອງການສ້າງມະນຸດສຳພັນຍັງບໍ່ພຽງພໍ ເຮົາຕ້ອງສາມາດເປັນຄົນທີ່ມີພະລັງ,
ມີຄວາມເຂົ້າໃຈ ໃນການສ້າງຜົນງານທີ່ໂດດເດັ່ນ (ປະຈັກຕາທີ່ຍອມຮັບໄດ້), ຖ້າເຮົາໂດດເດັ່ນໃນການສ້າງຜົນງານອອກມາເປັນສິ່ງທີ່ຍອມຮັບແລ້ວ, ອົງການທີ່ດີເຂົາກໍ່ຈະຕ້ອງການຄົນທີ່ສ້າງຜົນງານອອກມາໄດ້
(ແນ່ນອນຕ້ອງການຄົນປະເພດເຫຼົ່ານີ້), ໃນທີ່ສຸດຄົນກໍ່ ຈະຮັບຟັງຄວາມຄິດເຫັນຂອງເຮົາຫຼາຍຂື້ນ ແລ້ວເຮົາກໍ່ຈະມີໂອກາດໄດ້ເປັນຫົວໜ້າໜ່ວຍງານ…ທີ່ມີໂອກາດນຳພາຄົນ ໄດ້ຫຼາຍຂື້ນ.
ຈາກນັ້ນເວລາເຮົາຢູ່ຮ່ວມກັນກັບຄົນອື່ນ, ຖ້າເຮົາມີໂອກາດສ້າງຜົນງານແລ້ວ (ປະສິດທິພາບຂອງ ວຽກງານທີ່ເຮັດ
ແລະ ຮັບຜິດຊອບ), ເຮົາກໍ່ຄວນຫາເວທີໃນການແບ່ງປັນຄວາມຮູ້ຄວາມສາມາດຂອງເຮົາ, ເພື່ອເຮັດ
ໃຫ້ເພື່ອນຮ່ວມງານສາມາດສ້າງຜົນງານໄດ້ດີອອກມາ ແລະ ມັນກໍຈະກາຍເປັນຄຸນຄ່າທີ່ພິເສດປະຈຳຕົວເຮົາແລ້ວ
(ບຸກຄະລິກ
ແລະ ລັກສະນະປະຈຳໂຕເຮົາ), ໃນທີ່ສຸດອົງການກໍ່ຈະຍິ່ງເບີ່ງເຫັນວ່າຄົນແບບນີ້ ບໍ່ສະເພາະແຕ່ສ້າງຜົນງານທີ່ຮັບຜິດຊອບໄດ້ເທົ່ານັ້ນ, ແຕ່ກໍ່ຍັງເຮັດໃຫ້ຄົນອື່ນມີຄວາມຮູ້ຄວາມສາມາດເພີ່ມຂື້ນ ທີ່ຈະມາສ້າງຜົນປະໂຫຍດອັນລວມ (ຜົນໄດ້ຮັບລະດັບອົງການ) ຮ່ວມກັນໄດ້, ເຊິ່ງຖືໄດ້ວ່າລັກສະນະນີ້ມັນກໍ່ ເປັນສະເໜ່ຢ່າງໜື່ງໃນການຍົກລະດັບ ການມີໂອກາດເປັນຜູ້ນຳຂອງເຮົາໄດ້ຫຼາຍ
ຂື້ນອີກ…
ໃນການເລື່ອນລຳດັບສູ່ຄວາມສຳເລັດ, ເຖິງວ່າໃນມື້ນີ້ເຮົາຍັງບໍ່ໄດ້ເປັນຫົວໜ້າເທື່ອກໍຕາມ
(ຍັງບໍ່ໄດ້ເປັນຜູ້ນຳ) ແຕ່ເຮົາຕ້ອງເລີ່ມສະແດງບົດບາດຕັ້ງແຕ່ຈຸດທີ່ເປັນເຮົາຢູ່ນັ້ນຄືການເປັນລູກນ້ອງຄົນອື່ນ,
ເລີ່ມແຕ່ມູມມອງຄວາມຄິດ, ການພະຍາຍາມມີອິດທິພົນຕໍ່ຄວາມສຳເລັດຂອງອົງການ, ຕ້ອງຄິດວ່າໄວ້ວ່າເຮົາເປັນຫົວໜ້າໜ່ວຍງານອີກລະດັບ
(ຫຼື
ເປັນຜູ້ນຳອີກລະດັບໜື່ງ) ແລ້ວກຽມໂຕໃຫ້ພ້ອມ, ພ້ອມກັບສົ່ງອິດທິພົນໃນທາງບວກຂອງເຮົາອອກໄປ, ໃຫ້ອົງການເຫັນ, ໃຫ້ຝ່າຍບຸກຄະລາກອນເຫັນ, ໃຫ້ຜູ້ບໍລິຫານລະດັບສູງເຫັນ ໃນທີ່ສຸດເມື່ອຈັງຫວະມາຮອດ
ໂອກາດນັ້ນກໍ່ຈະ ເປັນຂອງເຮົາ.
ສະຫຼຸບແລ້ວ ຄວາມເປັນຜູ້ນຳ ເຖິງວ່າມື້ນີ້ເຮົາບໍ່ໄດ້ເປັນຜູ້ນຳ,
ແຕ່ເຮົາຕ້ອງພັດທະນາພາວະຄວາມເປັນຜູ້ນຳຂອງເຮົາ ເພື່ອໃຫ້ມັນສູງພໍທີ່ຈະເຮັດໃຫ້ເຮົາເຕີບໂຕຂື້ນ,
ຫາກມື້ໃດມື້ໜື່ງໄດ້ຕຳແໜ່ງ ເຮົາກໍ່ຈະສາມາດເປັນຜູ້ນຳທີ່ຈະສ້າງສາຍພົວພັນກັບຜູ້ຄົນ ຫຼື
ບຸກຄະລາກອນ ທີ່ຢູ່ຮ່ວມກັນ ແລະ ພ້ອມກັບສ້າງຜົນງານ,
ສ້າງຄົນ ແລະ ກໍ່ສ້າງຜູ້ນຳ ໃນລຸ້ນຕໍ່ໄປ….
“ຄວາມເປັນຜູ້ນຳ ແລະ ຄວາມມີພາວະຜູ້ນຳ ຈຶ່ງເປັນຫົວໃຈສຳຄັນທີ່ສຸດຂອງທີມ ແລະ
ອົງການ”

ความคิดเห็น
แสดงความคิดเห็น